ຫວ້ານຢາແຫ່ງການໃຫ້ອະໄພ
ການໃຫ້ອະໄພເປັນຫລັກທຳແຫ່ງການປິ່ນປົວທີ່ດີເລີດ. ເຮົາບໍ່ຈຳເປັນຕ້ອງເປັນຜູ້ຮັບເຄາະເທື່ອທີສອງ. ເຮົາສາມາດໃຫ້ອະໄພ.
ທຸກສິ່ງທັງໝົດຂອງພຣະເຈົ້າແມ່ນຮ່ວມດ້ວຍ ຄວາມຮັກ, ຄວາມສະຫວ່າງ, ແລະ ຄວາມຈິງ. ແຕ່ເພາະການເປັນມະນຸດ ເຮົາຈຶ່ງມີຊີວິດຢູ່ໃນໂລກທີ່ຕົກໄປ, ບາງຄັ້ງເຕັມໄປດ້ວຍຄວາມມືດ ແລະ ຄວາມສັບສົນ. ບໍ່ແປກເລີຍທີ່ມີການເຮັດຜິດພາດ, ຄວາມບໍ່ຍຸດຕິທຳຈະເກີດຂຶ້ນ, ແລະ ມີການເຮັດບາບ. ຜົນສະທ້ອນກໍຄື ທຸກຄົນທີ່ມີຊີວິດຢູ່, ໃນເວລາໃດໜຶ່ງ, ຈະເຄີຍຕົກເປັນຜູ້ຮັບເຄາະ ເພາະການກະທຳທີ່ບໍ່ລະວັງຂອງບາງຄົນ, ການກະທຳທີ່ກໍ່ໃຫ້ເກີດຄວາມເຈັບປວດ, ຫລື ແມ່ນແຕ່ການປະພຶດທີ່ເປັນບາບ. ນັ້ນຄືສິ່ງໜຶ່ງທີ່ເຮົາທຸກຄົນ ຈະມີຄືກັນ.
ເປັນຈັ່ງບຸນ, ໃນຄວາມຮັກ ແລະ ຄວາມເມດຕາຕໍ່ລູກໆຂອງພຣະອົງ, ພຣະເຈົ້າໄດ້ຈັດຕຽມທາງທີ່ຈະຊ່ວຍເຮົາ ໃຫ້ຜ່ານຜ່າປະສົບການທີ່ຮ້າຍແຮງໃນຊີວິດຂອງເຮົາໄປໄດ້. ພຣະອົງໄດ້ຈັດຫາທາງໃຫ້ຜູ້ທີ່ຖືກຄົນອື່ນຂົ່ມເຫັງລອດພົ້ນ. ພຣະອົງໄດ້ສອນເຮົາວ່າ ເຮົາສາມາດໃຫ້ອະໄພ! ເຖິງແມ່ນເຮົາອາດເຄີຍເປັນຜູ້ຮັບເຄາະມາເທື່ອໜຶ່ງແລ້ວ, ແຕ່ເຮົາບໍ່ຈຳເປັນຕ້ອງເປັນຜູ້ຮັບເຄາະອີກ ເປັນເທື່ອທີສອງ ໂດຍການແບກຫາບຄວາມກຽດຊັງ, ຄວາມຂົມຂື່ນ, ຄວາມເຈັບປວດ, ຄວາມແຄ້ນໃຈ, ຫລື ແມ່ນແຕ່ ການແກ້ແຄ້ນ ໄວ້ກັບຕົນ. ເຮົາສາມາດໃຫ້ອະໄພ, ແລະ ເຮົາສາມາດເປັນອິດສະລະໄດ້!
ເມື່ອຫລາຍປີກ່ອນ, ຂະນະທີ່ຂ້າພະເຈົ້າກຳລັງແປງຮົ້ວຢູ່, ສ້ຽນໄດ້ປັກນິ້ວມືຂອງຂ້າພະເຈົ້າ. ຂ້າພະເຈົ້າໄດ້ພະຍາຍາມເຂັ່ຍມັນອອກ ແລະ ຄິດວ່າ ຂ້າພະເຈົ້າໄດ້ເອົາມັນອອກແລ້ວ, ແຕ່ມັນຍັງຢູ່. ເມື່ອເວລາຜ່ານໄປ, ໜັງໄດ້ປົ່ງຫຸ້ມສ້ຽນນັ້ນ, ແລ້ວນິ້ວມືບ່ອນນັ້ນກໍໄດ້ໂປຂຶ້ນ. ບາງເທື່ອມັນກໍເຮັດໃຫ້ຂ້າພະເຈົ້າລຳຄານ ແລະ ເຈັບປວດ.
ຫລາຍປີຈາກນັ້ນ ຂ້າພະເຈົ້າໄດ້ຕັດສິນໃຈເຮັດບາງສິ່ງກັບມັນ. ຂ້າພະເຈົ້າພຽງແຕ່ເອົາຢາທາໃສ່ບໍລິເວນທີ່ມັນໂປຂຶ້ນ ແລະ ກໍເອົາຜ້າພັນໄວ້. ຂ້າພະເຈົ້າໄດ້ເຮັດແບບນີ້ເລື້ອຍໆ. ແລ້ວໃນມື້ໜຶ່ງ ຂ້າພະເຈົ້າຕົກຕະລຶງ ເມື່ອຂ້າພະເຈົ້າເອົາຜ້າພັນແຜອອກ, ແລະ ກໍເຫັນວ່າ ສ້ຽນໄດ້ພົ້ນອອກມາຈາກນິ້ວມືຂອງຂ້າພະເຈົ້າ.
ຢາໄດ້ເຮັດໃຫ້ໜັງຂອງຂ້າພະເຈົ້າອ່ອນລົງ ແລະ ໄດ້ຊ່ວຍໃຫ້ສິ່ງທີ່ເຮັດໃຫ້ນິ້ວມືຂອງຂ້າພະເຈົ້າເຈັບປວດ ເປັນເວລາຫລາຍປີ ພົ້ນອອກມາໄດ້. ເມື່ອໄດ້ດຶງເອົາສ້ຽນອອກແລ້ວ, ນິ້ວມືຂອງຂ້າພະເຈົ້າກໍຫາຍດີບໍ່ດົນຈາກນັ້ນ, ແລະ ຈົນເຖິງມື້ນີ້, ນິ້ວມືຂອງຂ້າພະເຈົ້າບໍ່ມີຮອຍແຜເລີຍ.
ໃນແບບດຽວກັນນີ້, ໃຈທີ່ບໍ່ຍອມໃຫ້ອະໄພ ຈະເຕັມໄປດ້ວຍຄວາມເຈັບປວດທີ່ບໍ່ຈຳເປັນ. ເມື່ອເຮົາໃຊ້ຫວ້ານຢາແຫ່ງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ, ແລ້ວພຣະອົງຈະເຮັດໃຫ້ໃຈຂອງເຮົາອ່ອນລົງ ແລະ ຊ່ວຍເຮົາໃຫ້ປ່ຽນແປງ. ພຣະອົງສາມາດ ປິ່ນປົວ ຈິດວິນຍານທີ່ບາດເຈັບໄດ້ (ເບິ່ງ ຢາໂຄບ 2:8).
ຂ້າພະເຈົ້າແນ່ໃຈວ່າ ເຮົາສ່ວນຫລາຍກໍຢາກໃຫ້ອະໄພ, ແຕ່ເຮົາເຫັນວ່າ ມັນເປັນສິ່ງຍາກທີ່ຈະເຮັດ. ເມື່ອເຮົາໄດ້ມີປະສົບການທີ່ບໍ່ຍຸດຕິທຳ, ເຮົາອາດເວົ້າອອກໄປຢ່າງໄວວ່າ, ຄົນນັ້ນໄດ້ເຮັດຜິດ. ເຂົາຄວນຖືກລົງໂທດ. ຄວາມຍຸດຕິທຳຢູ່ໃສ?” ເຮົາອາດຄິດວ່າ ຖ້າ ເຮົາໃຫ້ອະໄພແກ່ເຂົາ, ແລ້ວມັນຈະບໍ່ຍຸດຕິທຳ, ແລະ ຈະບໍ່ມີການລົງໂທດ.
ມັນບໍ່ໄດ້ເປັນຈັ່ງຊັ້ນ. ພຣະເຈົ້າລົງໂທດທຸກຄົນຢ່າງຍຸດຕິທຳ, ເພາະຄວາມເມດຕາຈະຂະໂມຍຄວາມຍຸດຕິທຳບໍ່ໄດ້ (ເບິ່ງ ແອວມາ 42:25). ດ້ວຍຄວາມຮັກ ພຣະເຈົ້າໄດ້ໃຫ້ທ່ານ ແລະ ຂ້າພະເຈົ້າແນ່ໃຈໄດ້ວ່າ ເຮົາສາມາດປ່ອຍການພິພາກສາໄວ້ກັບພຣະອົງພຽງຜູ້ດຽວ, ເພາະມັນເປັນຂອງພຣະອົງ ແລະ ພຣະອົງຈະຕອບແທນ. ແຕ່ໃຫ້ສັນຕິສຸກຢູ່ກັບເຮົາ. (ເບິ່ງ D&C 82:23). ສາດສະດາ ຢາໂຄບ ໃນພຣະຄຳພີມໍມອນ ກໍໄດ້ສັນຍາວ່າ ພຣະເຈົ້າ “ຈະປອບໂຍນພວກທ່ານໃນຄວາມທຸກຂອງພວກທ່ານ, ແລະ ພຣະອົງຈະວິງວອນແທນພວກທ່ານ, ແລະ ຈະສົ່ງຄວາມຍຸດຕິທຳລົງມາເທິງຄົນທີ່ສະແຫວງຫາຄວາມພິນາດໃຫ້ພວກທ່ານ” (ຢາໂຄບ 3:1).
ເມື່ອເຮົາເປັນຜູ້ຮັບເຄາະ, ຖ້າເຮົາ ຊື່ສັດ, ເຮົາຈະສາມາດໄດ້ຮັບການປອບໂຍນ ໃນການທີ່ຮູ້ວ່າ ພຣະເຈົ້າຈະທົດແທນເຮົາ ສຳລັບປະສົບການທັງໝົດທີ່ບໍ່ຍຸດຕິທຳ ທີ່ເກີດກັບເຮົາ. ແອວເດີ ໂຈເຊັບ ບີ ເວີດລິນ ໄດ້ກ່າວວ່າ: “ພຣະຜູ້ເປັນເຈົ້າຈະທົດແທນ ຄວາມເສຍຫາຍໃຫ້ແກ່ຄົນທີ່ຊື່ສັດທຸກຄົນ. ໃນທີ່ສຸດ ນ້ຳຕາທຸກຢົດໃນເວລານີ້ ຈະຖືກທົດແທນດ້ວຍນ້ຳຕາທີ່ປິຕິຍິນດີ ແລະ ດ້ວຍຄວາມກະຕັນຍູ ເປັນຮ້ອຍເທົ່າ ໃນທີ່ສຸດ.”1
ເມື່ອເຮົາພະຍາຍາມໃຫ້ອະໄພຄົນອື່ນ, ຂໍໃຫ້ເຮົາຈົ່ງພະຍາຍາມຈື່ຈຳວ່າ ເຮົາກໍກຳລັງເຕີບໂຕຂຶ້ນທາງວິນຍານຄືກັນ, ແຕ່ເຮົາທຸກຄົນຢູ່ໃນລະດັບທີ່ແຕກຕ່າງກັນ. ເຖິງແມ່ນເປັນສິ່ງງ່າຍທີ່ຈະສັງເກດເບິ່ງການປ່ຽນແປງ ແລະ ຄວາມເຕີບໂຕທາງຮ່າງກາຍ, ແຕ່ມັນເປັນສິ່ງຍາກທີ່ຈະເຫັນຄວາມເຕີບໂຕທາງວິນຍານຂອງເຮົາ.
ຈຸດສຳຄັນຢ່າງໜຶ່ງທີ່ຈະໃຫ້ອະໄພຄົນອື່ນ ແມ່ນຄວາມພະຍາຍາມທີ່ຈະເບິ່ງເຂົາເຈົ້າ ດັ່ງທີ່ພຣະເຈົ້າເບິ່ງເຂົາເຈົ້າ. ເປັນບາງຄັ້ງບາງຄາວ, ພຣະເຈົ້າຈະແຫວກຜ້າກັ້ງ ແລະ ອວຍພອນເຮົາ ດ້ວຍຂອງປະທານທີ່ຈະຫລຽວເຫັນຫົວໃຈ, ຈິດວິນຍານ, ແລະ ວິນຍານຂອງຄົນອື່ນ ຜູ້ທີ່ເຮັດຜິດຕໍ່ເຮົາ. ຄວາມຮູ້ນີ້ ອາດເຮັດໃຫ້ເຮົາເຕັມໄປດ້ວຍຄວາມຮັກຕໍ່ເຂົາຄົນນັ້ນ.
ພຣະຄຳພີສອນເຮົາວ່າ ຄວາມຮັກຂອງພຣະເຈົ້າສຳລັບລູກໆຂອງພຣະອົງແມ່ນບໍລິບູນ. ພຣະອົງຮູ້ເຖິງຄວາມສາມາດຂອງເຂົາເຈົ້າສຳລັບຄວາມດີ, ບໍ່ວ່າອະດີດຂອງເຂົາເຈົ້າຈະເປັນແນວໃດກໍຕາມ. ສະຫລຸບແລ້ວ, ຄົງບໍ່ເຄີຍມີສັດຕູຄົນໃດ ຂອງຜູ້ຕິດຕາມພຣະເຢຊູຄຣິດ ທີ່ຮ້າຍກາດ ແລະ ຫຍາບຄາຍ ຫລາຍໄປກວ່າ ໂຊນ ແຫ່ງຕາໂຊ. ແຕ່ເມື່ອພຣະເຈົ້າໄດ້ສະແດງໃຫ້ໂຊນເຫັນຄວາມສະຫວ່າງ ແລະ ຄວາມຈິງ, ແລ້ວກໍບໍ່ເຄີຍມີສານຸສິດຄົນໃດຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ອຸທິດຕົນ, ກະຕືລືລົ້ນ, ແລະ ອາດຫານ ຫລາຍເທົ່າກັບເພິ່ນ. ໂຊນ ໄດ້ກາຍເປັນອັກຄະສາວົກ ໂປໂລ. ຊີວິດຂອງເພິ່ນ ໄດ້ເປັນແບບຢ່າງທີ່ດີເລີດ ເຖິງວິທີທີ່ ພຣະເຈົ້າເບິ່ງຜູ້ຄົນ ບໍ່ພຽງແຕ່ໃນເວລານັ້ນເທົ່ານັ້ນ ແຕ່ຮູ້ເຖິງຜູ້ທີ່ເຂົາເຈົ້າຈະກາຍເປັນນຳອີກ. ເຮົາກໍຄືກັນ, ໃນຊີວິດຂອງເຮົາ ເຮົາກໍເປັນຄືກັນກັບໂຊນ ທີ່ມີຄວາມສາມາດຂອງໂປໂລ. ທ່ານສາມາດວາດພາບໄດ້ບໍວ່າ ຄອບຄົວ, ຊຸມຊົນ, ແລະ ໂລກຂອງເຮົາ ຈະເປັນແນວໃດ ຖ້າຫາກເຮົາທຸກຄົນ ພະຍາຍາມເບິ່ງກັນແລະກັນ ຢ່າງທີ່ພຣະເຈົ້າເບິ່ງເຮົາ?
ສ່ວນຫລາຍແລ້ວ ເຮົາຈະເບິ່ງຜູ້ທີ່ເຮັດຜິດຕໍ່ເຮົາ ຄືກັນກັບຕອນເຮົາເບິ່ງກ້ອນນ້ຳແຂງທີ່ຟູຢູ່ໃນນ້ຳທະເລ—ເຮົາເຫັນພຽງສ່ວນເທິງຂອງມັນ ແຕ່ບໍ່ເຫັນສ່ວນຢູ່ກ້ອງນ້ຳ. ເຮົາບໍ່ຮູ້ທຸກສິ່ງທີ່ກຳລັງເກີດຂຶ້ນໃນຊີວິດຂອງຜູ້ນັ້ນ. ເຮົາບໍ່ຮູ້ອະດີດຂອງເຂົາ; ເຮົາບໍ່ຮູ້ບັນຫາຂອງເຂົາ; ເຮົາບໍ່ຮູ້ຄວາມເຈັບປວດຂອງເຂົາ. ອ້າຍເອື້ອຍນ້ອງທັງຫລາຍ, ຢ່າເຂົ້າໃຈຜິດ. ການໃຫ້ອະໄພ ບໍ່ໄດ້ໝາຍເຖິງການເຫັນດ້ວຍກັບເຂົາ. ເຮົາບໍ່ໄດ້ອ້າງເຫດຜົນກັບການປະພຶດທີ່ບໍ່ດີ ຫລື ປ່ອຍໃຫ້ຄົນອື່ນ ເຮັດກັບເຮົາໃນທາງທີ່ບໍ່ຖືກຕ້ອງ ເພາະ ເຂົາກຳລັງປະເຊີນກັບບັນຫາ, ມີຄວາມເຈັບປວດ, ຫລື ມີຄວາມອ່ອນແອ. ແຕ່ເຮົາ ສາມາດ ມີຄວາມເຂົ້າໃຈຫລາຍຂຶ້ນ ແລະ ມີຄວາມສະຫງົບ ເມື່ອເຮົາເບິ່ງດ້ວຍມຸມອັນກວ້າງຂວາງ.
ແນ່ນອນ, ຄົນທີ່ບໍ່ເຕີບໂຕພໍທາງວິນຍານ ມັກຈະເຮັດຄວາມຜິດອັນໜັກໜ່ວງ—ແຕ່ເຮົາບໍ່ຄວນ ຖືກຂະໜານນາມ ຕາມສິ່ງທີ່ເຮົາເຮັດຜິດຫລາຍທີ່ສຸດ. ພຣະເຈົ້າເປັນຜູ້ພິພາກສາທີ່ດີເລີດ. ພຣະອົງເຫັນສິ່ງທີ່ເຊື່ອງຊ້ອນຢູ່ຂ້າງລຸ່ມ. ພຣະອົງຮູ້ທຸກສິ່ງ ແລະ ເຫັນທຸກສິ່ງ (ເບິ່ງ 2 ນີໄຟ 2:24). ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ພຣະອົງຈະໃຫ້ອະໄພຜູ້ທີ່ພຣະອົງຈະໃຫ້ອະໄພ, ແຕ່ເຮົາຖືກຮຽກຮ້ອງໃຫ້ອະໄພແກ່ມະນຸດທັງປວງ (ເບິ່ງ D&C 64:10).
ພຣະຄຣິດເອງ, ເມື່ອພຣະອົງໄດ້ຖືກກ່າວຫາຢ່າງບໍ່ຍຸດຕິທຳ, ແລ້ວຖືກທຳຮ້າຍຮ່າງກາຍຢ່າງປ່າເຖື່ອນ, ຖືກຂ້ຽນຕີ, ແລະ ຖືກປະໃຫ້ທໍລະມານຢູ່ເທິງໄມ້ກາງແຂນ, ໃນເວລານັ້ນເອງ ທີ່ພຣະອົງໄດ້ກ່າວວ່າ, “ພຣະບິດາເອີຍ, ໂຜດຍົກໂທດໃຫ້ພວກເຂົາດ້ວຍເຖີດ ເພາະພວກເຂົາບໍ່ຮູ້ຈັກວ່າ ພວກເຂົາກຳລັງເຮັດຫຍັງ” (ລູກາ 23:34).
ໂດຍທີ່ເຮົາບໍ່ສາມາດເບິ່ງເຫັນໄກ, ບາງເທື່ອເຮົາອາດເກີດຄວາມບໍ່ພໍໃຈກັບຄົນທີ່ບໍ່ເຮັດ ຫລື ຄິດຄືກັນກັບເຮົາ. ເຮົາອາດເກີດມີນິໄສທີ່ບໍ່ອົດທົນກັບຄົນອື່ນ ດັ່ງເຊັ່ນ ການເຊຍກິລາ, ຄວາມຄິດເຫັນເລື່ອງການເມືອງ, ຫລື ມີຄວາມເຊື່ອທີ່ແຕກຕ່າງເລື່ອງສາດສະໜາ.
ປະທານຣະໂຊ ເອັມ ແນວສັນ ໄດ້ໃຫ້ຄຳແນະນຳທີ່ສະຫລາດ ເມື່ອເພິ່ນໄດ້ກ່າວວ່າ, “ໂອກາດທີ່ໄດ້ຮັບຟັງຜູ້ມີຄວາມເຊື່ອທີ່ແຕກຕ່າງຈາກເຮົາ ຫລື ຟັງເລື່ອງການເມືອງ ຈະເຮັດໃຫ້ເຮົາມີຄວາມອົດທົນ ແລະ ຮຽນຮູ້ຫລາຍຂຶ້ນ.”2
ພຣະຄຳພີມໍມອນ ກ່າວເຖິງເວລາເມື່ອ “ຜູ້ຄົນຂອງສາດສະໜາຈັກເລີ່ມລະເມີເພີ້ຝັນ ດ້ວຍຄວາມທະນົງຕົວໃນສາຍຕາຂອງຕົນເອງ, ແລະ … ເລີ່ມໝິ່ນປະໝາດຊຶ່ງກັນແລະກັນ, ແລະ … ເລີ່ມກົດຂີ່ຂົ່ມເຫັງຜູ້ທີ່ບໍ່ເຊື່ອໃນຄວາມປາດຖະໜາ ຫລື ຄວາມພໍໃຈຂອງພວກເຂົາ” (ແອວມາ 4:8). ຂໍໃຫ້ເຮົາທຸກຄົນຈົ່ງຈື່ຈຳໄວ້ວ່າ ພຣະເຈົ້າບໍ່ໄດ້ເບິ່ງເຄື່ອງແບບຂອງນັກກິລາ ຫລື ກຸ່ມເຊຍຜູ້ແຂ່ງຂັນການເມືອງ. ແຕ່ດັ່ງທີ່ ອຳໂມນໄດ້ປະກາດວ່າ, “[ພຣະເຈົ້າ] ຫລຽວລົງມາເບິ່ງລູກຫລານມະນຸດທັງໝົດ; ແລະ ພຣະອົງຮູ້ຈັກຄວາມນຶກຄິດ ແລະ ເຈດຕະນາທັງໝົດຂອງໃຈ” (ແອວມາ 18:32). ອ້າຍເອື້ອຍນ້ອງທັງຫລາຍ, ໃນຊີວິດທີ່ເຕັມໄປດ້ວຍການແຂ່ງຂັນນີ້, ຖ້າເຮົາຊະນະ, ກໍໃຫ້ເຮົາຊະນະດ້ວຍພຣະຄຸນ. ຖ້າເຮົາເສຍ, ກໍໃຫ້ເຮົາເສຍດ້ວຍພຣະຄຸນ. ເພາະຖ້າເຮົາດຳລົງຊີວິດຕາມພຣະຄຸນ ຕໍ່ກັນແລະກັນ, ແລ້ວພຣະຄຸນຈະເປັນລາງວັນຂອງເຮົາ ໃນວັນສຸດທ້າຍ.
ເຊັ່ນດຽວກັນ ໃນເວລາໃດເວລາໜຶ່ງ ເຮົາທຸກຄົນກໍເຄີຍເປັນຜູ້ຮັບເຄາະ ເພາະການກະທຳທີ່ບໍ່ຖືກຕ້ອງຂອງຄົນອື່ນ, ແຕ່ບາງເທື່ອເຮົາກໍເປັນຜູ້ເຮັດຜິດຕໍ່ຄົນອື່ນຄືກັນ. ເຮົາທຸກຄົນຍັງຂາດຕົກບົກພ່ອງຢູ່ ແລະ ຕ້ອງການພຣະຄຸນ, ຄວາມເມດຕາ, ແລະ ການໃຫ້ອະໄພ. ເຮົາຕ້ອງຈື່ຈຳວ່າ ການໃຫ້ອະໄພຕົນເມື່ອເຮັດບາບ ແລະ ການໃຫ້ອະໄພຕົນທີ່ໄດ້ເຮັດຜິດຕໍ່ຄົນອື່ນ ກໍເປັນການເຝິກຫັດການໃຫ້ອະໄພແກ່ຄົນອື່ນ. ພຣະຜູ້ຊ່ວຍໃຫ້ລອດ ໄດ້ກ່າວວ່າ:
“ຖ້າເຈົ້າຍົກໂທດຄວາມຜິດຂອງຄົນອື່ນ ທີ່ໄດ້ເຮັດຕໍ່ເຈົ້າ ພຣະບິດາຂອງເຈົ້າຜູ້ສະຖິດໃນສະຫວັນ ກໍຈະຍົກຄວາມຜິດຂອງເຈົ້າເໝືອນກັນ:
“ແຕ່ຖ້າເຈົ້າບໍ່ຍົກໂທດໃຫ້ຄົນອື່ນ, ພຣະບິດາຂອງເຈົ້າທັງຫລາຍກໍຈະບໍ່ຍົກຄວາມຜິດຂອງເຈົ້າເໝືອນກັນ” (ມັດທາຍ 6:14–15).
ໃນທຸກຄຳທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວ ໃນຄຳອະທິຖານຂອງພຣະຜູ້ເປັນເຈົ້າ ທີ່ສັ້ນໆນັ້ນ, ເປັນທີ່ໜ້າສົນໃຈຫລາຍ ທີ່ພຣະອົງໄດ້ເລືອກຮ່ວມຂໍ້ຄວາມນີ້ໄວ້ນຳ ທີ່ວ່າ “ຂໍໂຜດຍົກໂທດໃຫ້ຂ້ານ້ອຍ ເໝືອນຂ້ານ້ອຍຍົກໂທດໃຫ້ແກ່ຜູ້ທີ່ເຮັດຜິດຕໍ່ຂ້ານ້ອຍນັ້ນ” (ມັດທາຍ 6:12; 3 ນີໄຟ 13:11).
ການໃຫ້ອະໄພ ຄືເຫດຜົນທີ່ພຣະເຈົ້າ ໄດ້ສົ່ງພຣະບຸດຂອງພຣະອົງມາ, ສະນັ້ນ ເຮົາຈຶ່ງຄວນປິຕິຍິນດີ ກັບການປິ່ນປົວຂອງພຣະອົງແກ່ເຮົາທຸກຄົນ. ການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ ບໍ່ພຽງແຕ່ແມ່ນສຳລັບຜູ້ທີ່ຕ້ອງກັບໃຈເທົ່ານັ້ນ; ແຕ່ແມ່ນສຳລັບຜູ້ທີ່ຕ້ອງໃຫ້ອະໄພນຳອີກ. ຖ້າທ່ານມີບັນຫາເລື່ອງການໃຫ້ອະໄພຄົນອື່ນ ຫລື ແມ່ນແຕ່ຕົນເອງ, ຂໍໃຫ້ທູນຂໍຄວາມຊ່ວຍເຫລືອຈາກພຣະເຈົ້າ. ການໃຫ້ອະໄພເປັນຫລັກທຳແຫ່ງການປິ່ນປົວທີ່ດີເລີດ. ເຮົາບໍ່ຈຳເປັນຕ້ອງເປັນຜູ້ຮັບເຄາະເທື່ອທີສອງ. ເຮົາສາມາດໃຫ້ອະໄພ.
ຂ້າພະເຈົ້າຂໍເປັນພະຍານເຖິງຄວາມຮັກ ແລະ ຄວາມອົດທົນ ອັນຍາວນານຂອງພຣະເຈົ້າ ສຳລັບລູກໆທັງໝົດຂອງພຣະອົງ ແລະ ເຖິງຄວາມປາດຖະໜາຂອງພຣະອົງ ທີ່ຈະໃຫ້ເຮົາຮັກກັນແລະກັນ ດັ່ງທີ່ພຣະອົງຮັກເຮົາ (ເບິ່ງ ໂຢຮັນ 15:9, 12). ເມື່ອເຮົາເຮັດເຊັ່ນນັ້ນ, ເຮົາຈະສາມາດຜ່ານຜ່າຄວາມມືດຂອງໂລກນີ້ໄປໄດ້ ໄປສູ່ຄວາມຮຸ່ງເຫລື້ອມ ແລະ ຄວາມສະຫງ່າລາສີຂອງອານາຈັກຂອງພຣະອົງໃນສະຫວັນ. ເຮົາຈະເປັນອິດສະລະ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.