​2010–2019
ວັນແຫ່ງສິ່ງມະຫັດສະຈັນໝົດໄປແລ້ວບໍ?
ເດືອນ​ຕຸລາ 2017


2:3

ວັນແຫ່ງສິ່ງມະຫັດສະຈັນໝົດໄປແລ້ວບໍ?

ຄວາມເອົາໃຈໃສ່ທີ່​ສູງ​ສຸດ​ຂອງເຮົາຄວນຢູ່​ເທິງສິ່ງມະຫັດສະຈັນ​ແຫ່ງວິນຍານ ທີ່ມີໄວ້ໃຫ້​ແກ່ລູກໆ ຂອງພຣະເຈົ້າ​ທຸກໆຄົນ.

ໜຶ່ງປີທີ່ຜ່ານມານີ້ ຕອນໄດ້ໄປ​ປະຕິບັດໜ້າທີ່​ມອບໝາຍຢູ່ລັດ​ແຄລິ​ໂຟເນຍ, ຂ້າພະເຈົ້າ​ໄດ້ໄປກັບ ປະທານສະເຕກ ເພື່ອຢ້ຽມຢາມ ຄະລາກ ແລະ ຮໍລີ ເຟວສ໌ ແລະ ຄອບຄົວຂອງ​ເຂົາເຈົ້າ ຢູ່ທີ່ບ້ານຂອງ​ເຂົາເຈົ້າ. ຂ້າພະເຈົ້າຖືກບອກ​ໃຫ້ຊາບເມື່ອ​ບໍ່ດົນມານີ້ວ່າ ເຂົາເຈົ້າໄດ້ມີ​ປະສົບການ​ທີ່ເປັນສິ່ງ​ມະຫັດສະຈັນ. ເມື່ອໄປເຖິງ, ຄະລາກ ພະຍາຍາມ​ຈະຢືນເພື່ອທັກທາຍ​ພວກເຮົາ ເພາະວ່າລາວໄດ້ໃສ່ ເຄື່ອງຊ່ວຍ​ຄຶງຕົວ, ທາງຫລັງ, ຄໍ ແລະ ແຂນ.

ພຽງແຕ່ສອງເດືອນ​ກ່ອນໜ້ານັ້ນ, ຄະລາກ, ທ້າວທາຍ ລູກຊາຍຂອງລາວ ແລະ ຊາຍໜຸ່ມ ແລະ ຜູ້ນຳປະມານ 30 ຄົນ​ໄດ້ພາກັນ​ອອກໄປຕັ້ງຄ້າຍ​ເຮັດກິດຈະກຳ​ຂອງສະເຕກ, ໄປເດີນປ່າປີນ​ຂຶ້ນຍອດ​ພູຊາສະຕາ ຄວາມສູງ 14,180 ຟຸດ (4,322 ແມັດ), ຊຶ່ງເປັນຈອມພູ​ທີ່ສູງທີ່ສຸດ​ແຫ່ງໜຶ່ງຂອງລັດ​ແຄລິ​ໂຟເນຍ. ໃນມື້​ທີສອງ​ຂອງການ​ປີນທີ່​ລຳບາກນັ້ນ, ນັກ​ປີນຫລາຍຄົນ​ໄດ້​ປີນຂຶ້ນເຖິງ​ຍອດພູແລ້ວ—ຊຶ່ງເປັນຄວາມ​ສຳເລັດຜົນ ທີ່ໜ້າຕື່ນເຕັ້ນ ທີ່ເປັນໄປໄດ້​ເພາະການຕຽມພ້ອມ ເປັນເວລາຫລາຍໆເດືອນ.

ໜຶ່ງໃນຈຳນວນ​ຄົນທີ່​ປີນຂຶ້ນຍອດພູ​ກໍແມ່ນ ຄະລາກ. ຫລັງຈາກນັ່ງພັກ​ຜ່ອນຄາວໜຶ່ງ​ໃກ້ແຄມຍອດພູ, ລາວໄດ້ລຸກຂຶ້ນ ແລະ ໄດ້ເລີ່ມຍ່າງ. ເມື່ອລາວຍ່າງໄປ ລາວໄດ້ພະລາດ ແລະ ລົ້ມລົງທາງຫລັງແຄມໜ້າຜາ, ແລະ ໄດ້ຕົກລົງ​ປະມານ 40 ຟຸດ (12 ແມັດ) ແລະ ແລ້ວກໍໄດ້ກິ້ງ​ຢ່າງຄວບຄຸມຕົວບໍ່ໄດ້ ລົງໄປໃນຮ່ອມທີ່​ເປັນນ້ຳແຂງ​ອີກປະມານ 300 ຟຸດ (91 ແມັດ). ເປັນເລື່ອງປະຫລາດໃຈ​ແທ້ໆທີ່ ຄະລາກ ໄດ້ລອດຊີວິດ ແຕ່ລາວໄດ້​ຮັບບາດເຈັບ​ຢ່າງສາຫັດ ແລະ ເຄື່ອນເໜັງບໍ່ໄດ້.

ສິ່ງມະຫັດສະຈັນທີ່ ຄະລາກ ໄດ້ມີລະຫວ່າງ​ເຫດການໄດ້​ຮັບບາດເຈັບ​ທີ່ຂັບຂັນນັ້ນ ກໍພຽງແຕ່​ໄດ້ເລີ່ມຕົ້ນເທົ່ານັ້ນ. ຜູ້ຄົນທຳອິດທີ່ “ບັງເອີນ” ເຂົ້າໄປເຖິງລາວ​ກໍແມ່ນກຸ່ມທີ່ໄປ​ເດີນປ່າ ທີ່ຮ່ວມດ້ວຍ​ຜູ້ກູ້ໄພໃນພູ ແລະ ມືອາຊີບທາງ ການແພດສຸກເສີນ. ເຂົາເຈົ້າໄດ້ໃຫ້ການ​ຮັກສາແກ່ ຄະລາກ ເພື່ອບໍ່ໃຫ້ເປັນຊ໊ອກ ແລະ ໃຫ້ເຄື່ອງນຸ່ງຫົ່ມ​ເພື່ອຮັກສາລາວໃຫ້ອຸ່ນ.ກຸ່ມນີ້ກໍ “ບັງເອີນ” ພາກັນທົດລອງ​ເຄື່ອງສື່ສານໃໝ່ນຳອີກ ແລະ ໄດ້ສົ່ງຄຳຮ້ອງ​ຂໍສຸກເສີນ ຫາຄວາມຊ່ວຍເຫລືອ ຈາກເຂດທີ່​ໂທລະສັບມືຖື​ບໍ່ມີສັນຍານ. ຍົມເຮລິກົບເຕີ້​ນ້ອຍລຳໜຶ່ງ ກໍຖືກຮຽກ​ຮ້ອງທັນທີ ໃຫ້ມາພູຊາສະຕາ ທີ່​ໄກຈາກທີ່ນັ້ນ ໜຶ່ງຊົ່ວໂມງ. ຫລັງຈາກພະຍາຍາມ​ຈະເອົາຍົນລົງ​ສອງເທື່ອແຕ່ບໍ່ໄດ້ຜົນ ຢູ່ບ່ອນທີ່ມີຄວາມສູງ​ທີ່ທ້າທາຍຂີດຈຳກັດ​ຂອງຍົນນັ້ນ, ແລະ ດີ້ນ​ລົນເພາະລົມພັດແຮງ, ນັກບິນໄດ້​ພະຍາຍາມເອົາ​ຍົນລົງອີກເປັນ​ເທື່ອທີສາມ ແລະ ເທື່ອສຸດທ້າຍ. ເມື່ອຍົນເຮລິກົບເຕີ້​ລົງຈາກມຸມອື່ນ, ລົມກໍ “ບັງເອີນ” ປ່ຽນທິດ ແລະ ຍົນນັ້ນກໍລົງໄດ້​ນານພໍທີ່ຈະໃຫ້​ກຸ່ມນັ້ນ ຟ້າວເອົາ ຄະລາກ ຂຶ້ນຢູ່ບ່ອນນ້ອຍໆ​ດ້ວຍຄວາມເຈັບປວດ ຢູ່ທາງຫລັງບ່ອນນັ່ງ​ນັກບິນ.

ເມື່ອ ຄະລາກ ຖືກກວດຢູ່ທີ່​ສູນບາດແຜສາຫັດ, ການທົດສອບ​ໄດ້ເປີດເຜີຍວ່າ ກະດູກຂອງລາວຫັກ​ຢູ່ຫລາຍບ່ອນ, ຢູ່ຄໍ, ຫລັງ, ກະດູກຂ້າງ, ແລະ ຂໍ້ແຂນ; ປອດຮົ່ວ; ແລະ ບາດແຜ ແລະ ຮອຍຂູດຢູ່ອີກ​ຫລາຍບ່ອນ. ທ່ານໝໍຜ່າຕັດບາດແຜ​ໃນສະໝອງທີ່ມີຊື່ສຽງໂດ່ດັງ​ຄົນໜຶ່ງກໍ “ບັງເອີນ” ໄດ້ຢູ່ໃນ​ເວນໃນມື້ນັ້ນ; ທຳມະດາແລ້ວ ທ່ານໝໍຄົນນີ້​ຈະເຂົ້າໄປໂຮງໝໍ​ແຫ່ງນີ້ພຽງແຕ່ສາມສີ່​ເທື່ອແຕ່ລະປີ. ຕໍ່ມາທ່ານໝໍໄດ້​ກ່າວວ່າເພິ່ນບໍ່ເຄີຍ​ໄດ້ເຫັນຄົນໃດມາກ່ອນ ທີ່ໄດ້ຮັບບາດເຈັບ​ຢູ່ທີ່ເສັ້ນປະສາດໄຂ​ສັນຫລັງ ແລະ ເສັ້ນເລືອດໃຫຍ່ຫລາຍ​ຂະໜາດນີ້ ລອດຊີວິດມາໄດ້ຈັກຄົນ. ຄະລາກ ບໍ່ພຽງແຕ່ຄາດໝາຍ​ຈະມີຊີວິດຕໍ່ໄປ ແຕ່ຈະໄດ້ກັບ​ຄືນສູ່ສະພາບເດີມ​ທຸກຢ່າງ. ໂດຍທີ່ອະທິບາຍວ່າ​ຕົວເພິ່ນເອງເປັນຄົນ​ທີ່ບໍ່ເຊື່ອໃນພຣະເຈົ້າ, ທ່ານໝໍຜ່າຕັດ​ຄົນນັ້ນ ໄດ້ກ່າວວ່າ ກໍລະນີຂອງ ຄະລາກ ແມ່ນກົງກັນຂ້າມກັບ​ການສຶກສາ​ທາງດ້ານວິທະຍາສາດ​ຂອງເພິ່ນທັງໝົດ ກ່ຽວກັບບາດແຜ ທາງເສັ້ນປະສາດ​ໃນສະໝອງ ແລະ ພຽງແຕ່ຕ້ອງບັນຍາຍວ່າ​ເປັນສິ່ງມະຫັດສະຈັນ​ເທົ່ານັ້ນ.

ເມື່ອ ຄະລາກ ແລະ ຮໍລີ ໄດ້ເລົ່າເລື່ອງທີ່​ໜ້າ​ຢ້ານ​ກົວນີ້ຈົບລົງແລ້ວ, ຂ້າພະເຈົ້າພົບເຫັນວ່າ​ຕົວເອງປາກບໍ່ອອກເລີຍ. ມັນບໍ່ພຽງແຕ່ເປັນ​ເພາະສິ່ງມະຫັດສະຈັນ​ທີ່ເຫັນໄດ້ງ່າຍ, ແຕ່ມັນເປັນເພາະ​ສິ່ງມະຫັດສະຈັນ​ທີ່ຍິ່ງໃຫຍ່ກວ່ານັ້ນ. ຂ້າພະເຈົ້າໄດ້ມີ​ຄວາມປະທັບໃຈ​ຢ່າງເລິກຊຶ້ງ—ເປັນພະຍານ​ແຫ່ງວິນຍານ—ທີ່ຮໍລີ ແລະ ລູກໆຜູ້ໜ້າຮັກ​ທັງຫ້າຄົນ ທີ່ໄດ້ນັ່ງຢູ່ໃນ​ຫ້ອງຮັບແຂກອ້ອມຂ້າງ​ພໍ່ແມ່ຂອງພວກເຂົາ ໄດ້ມີສັດທາຢ່າງ​ແຮງກ້າ ວ່າພວກເຂົາຈະຍອມ​ຮັບຜົນ ທີ່ຈະຕາມມານັ້ນ ບໍ່ວ່າມັນຈະອອກມາ​ເປັນແນວໃດກໍຕາມ ແລະ ພວກເຂົາກໍຍັງ​ຈະເຂັ້ມແຂງ​ຮຸ່ງເຮືອງຢູ່ຕໍ່ໄປ ທາງວິນຍານ. ຄະລາກ ແລະ ຮໍລີ ແລະ ລູກຜູ້ໃຫຍ່ສຸດ​ສອງຄົນກໍຢູ່ຮ່ວມກັບ​ພວກເຮົາໃນ​ສູນກາງປະຊຸມ​ໃຫຍ່ມື້ນີ້.

ໃນການຄິດໄຕ່​ຕອງປະສົົບການ​ຂອງຄອບຄົວເຟວສ໌, ຂ້າພະເຈົ້າໄດ້​ຄິດໜັກກ່ຽວກັບ​ສະພາບການຂອງ​ຄົນອື່ນອີກ ຫລາຍໆຄົນ. ໄພ່ພົນຍຸກສຸດທ້າຍ​ທັງຫລາຍຈົນນັບບໍ່ຖ້ວນ, ຜູ້ທີ່ເຕັມໄປ​ດ້ວຍສັດທາ, ພອນຂອງຖານະ​ປະໂລຫິດທີ່ໄດ້ຮັບ, ສິ່ງທີ່ໄດ້ອ້ອນວອນຂໍ, ຜູ້ທີ່ເຕັມໄປດ້ວຍ​ຄວາມຫວັງ ທີ່ສິ່ງມະຫັດ​ສະຈັນນັ້ນ​ບໍ່ໄດ້ເກີດຂຶ້ນ​ກັບເຂົາເຈົ້າເດ ຈະເປັນແນວໃດລະ? ວ່າຢ່າງໜ້ອຍໃນ​ວິທີທີ່ເຂົາເຈົ້າເຂົ້າໃຈ​ສິ່ງມະຫັດສະຈັນ. ວ່າຢ່າງ​ໜ້ອຍໃນວິທີທີ່​ຄົນອື່ນປະກົດວ່າ​ໄດ້ຮັບສິ່ງມະຫັດສະຈັນ.

ຈະເປັນແນວໃດ​ກັບຜູ້ຄົນທີ່ທົນ​ທຸກຢູ່ກັບຄວາມ​ທຸກທໍລະມານ​ທີ່ໜັກໜ່ວງເດ—ທັງທາງຮ່າງກາຍ, ຈິດໃຈ, ອາລົມ—ເປັນເວລາ​ຫລາຍໆປີ ຫລື ຕະຫລອດຊົ່ວ​ຊີວິດເຂົ້າເຈົ້າເລີຍ? ແລ້ວຜູ້ຄົນທີ່​ເສຍຊີວິດໄປ​ຕອນເຂົາເຈົ້າ​ຍັງໜຸ່ມນ້ອຍເດລະ?

ພຽງແຕ່ສອງ​ເດືອນກ່ອນ, ຄູ່ສາມີພັນລະຍາ​ທີ່ມີໃບຮັບຮອງ​ເຂົ້າພຣະວິຫານສອງຄູ່, ພ້ອມດ້ວຍລູກ​ຜູ້ສອນສາດສະໜາ​ເຕັມເວລາສາມຄົນ ແລະ ລູກຄົນອື່ນໆ​ອີກຫ້າຄົນ, ໄດ້ພາກັນຂຶ້ນ​ຍົນເດີນທາງ​ໄປບໍ່ໄກ. ຂ້າພະເຈົ້າ​ໝັ້ນໃຈວ່າ ເຂົາເຈົ້າໄດ້​ອະທິຖານ​ທູນຂໍຄວາມປອດໄພ​ກ່ອນບິນອອກໄປ ແລະ ໄດ້ອະທິຖານ​ຕອນຍົນຂອງເຂົາເຈົ້າ​ຕິດຂັດຢ່າງຮ້າຍແຮງ​ກ່ອນມັນຕົກ. ບໍ່ມີຈັກຄົນລອດຊີວິດ. ເຂົາເຈົ້າເດເປັນແນວໃດລະ?

ຄົນທີ່ດີ ແລະ ຄົນທີ່ເຂົາເຈົ້າ​ຮັກມີເຫດຜົນທີ່​ຈະຖາມຄຳຖາມ ທີ່ມໍມອນໄດ້ຖາມບໍວ່າ: “ວັນແຫ່ງສິ່ງ​ມະຫັດສະຈັນ​ໝົດໄປແລ້ວບໍ?”1

ຄວາມຮູ້ທີ່ມີ​ຂີດ​ຈຳກັດຂອງຂ້າພະເຈົ້າ​ບໍ່ສາມາດອະທິບາຍໄດ້ວ່າ ເປັນຫຍັງບາງເທື່ອ​ກໍມີການແຊກແຊງຈາກ ສະຫວັນ ແລະ ອີກບາງເທື່ອ​ພັດບໍ່ມີເສຍ. ແຕ່ບາງທີເຮົາ​ຂາດຄວາມເຂົ້າໃຈ​ເຖິງສິ່ງທີ່ປະກອບ​ເປັນສິ່ງມະຫັດສະຈັນ.

ສ່ວນຫລາຍເຮົາ​ມັກຈະບັນຍາຍເຖິງ​ສິ່ງມະຫັດສະຈັນວ່າ​ເປັນການໄດ້ຮັບການປິ່ນປົວ ປາດສະຈາກຄວາມ ອະທິບາຍທີ່​ຄົບຖ້ວນໂດຍວິທະຍາສາດ​ການແພດ ຫລື ວ່າເປັນການຫລີກເວັ້ນ​ອັນຕະລາຍທີ່ສາຫັດ ໂດຍການ ເຊື່ອຟັງກາ​ນກະຕຸ້ນທີ່ຊັດເຈນ. ເຖິງຢ່າງໃດກໍຕາມ, ຄຳອະ​ທິ​ບາຍຄຳວ່າ ສິ່ງມະຫັດສະຈັນ ຄືເປັນ “ເຫດການທີ່ເປັນຜົນດີ ທີ່ໄດ້ເກີດຂຶ້ນ​ຜ່ານອຳນາດ​ຈາກສະຫວັນ​ທີ່ມະນຸດບໍ່ເຂົ້າໃຈ”2 ກໍໃຫ້ມີທັດສະນະ​ທີ່ຂະຫຍາຍອອກ ກວ້າງ​ກ່ຽວກັບເລື່ອງທີ່​ຕາມທຳມະຊາດແລ້ວ ເປັນເລື່ອງ​ນິລັນດອນ​ຫລາຍກວ່າ. ຄຳ​ອະ​ທິ​ບາຍນີ້​ຍັງອະນຸຍາດ​ໃຫ້ເຮົາຄິດໄຕ່ຕອງ​ບົດບາດທີ່ຈຳເປັນຕໍ່ຊີວິດ ຂອງສັດທາໃນການ​ໄດ້ຮັບສິ່ງມະຫັດສະຈັນ.

ໂມໂຣໄນໄດ້ສອນວ່າ, “ທັງບໍ່ວ່າເວລາໃດກໍຕາມ ຈະບໍ່ມີຜູ້ໃດສາມາດ​ເຮັດສິ່ງມະຫັດ​ສະຈັນໄດ້ເລີຍ ຈົນກວ່າຜູ້ນັ້ນ​ຈະມີສັດທາເສຍກ່ອນ.”3 ອຳໂມນໄດ້​ປະກາດວ່າ, “ພຣະເຈົ້າໄດ້ຈັດຫາ​ວິທີໄວ້ດັ່ງນີ້​ເພື່ອມະນຸດ​ຈະໄດ້ເຮັດການ​ອັນຍິ່ງໃຫຍ່ ແລະ ໜ້າອັດສະຈັນ​ດ້ວຍສັດທາ.”4 ພຣະຜູ້ເປັນເຈົ້າ​ໄດ້ເປີດເຜີຍແກ່ ໂຈເຊັບ ສະມິດ ວ່່າ, ພຣະອົງຄືພຣະເຈົ້າ, … ແລະ ພຣະອົງຈະສະແດງ​ສິ່ງມະຫັດສະຈັນ … ແກ່ທຸກຄົນ​ຜູ້ເຊື່ອໃນພຣະນາມ ຂອງພຣະອົງ.5

ກະສັດ​ເນບູກາດເນັດຊາ ໄດ້ບັນຊາໃຫ້ ຊັດລາກ, ເມຊາກ, ແລະ ອາເບັດເນໂກ ນະມັດສະການ​ຮູບປັ້ນເປັນຄຳ ທີ່ເພິ່ນໄດ້ຕັ້ງຂຶ້ນວ່າ​ເປັນພຣະເຈົ້າ, ຂູ່ເຂັນພວກເຂົາວ່າ, “ຖ້າພວກເຈົ້າບໍ່ຂາບໄຫວ້, ພວກເຈົ້າຈະຕ້ອງ​ຖືກໂຍນ … ເຂົ້າເຕົາໄຟຮ້ອນທັນທີ.” ແລ້ວເພິ່ນໄດ້​ເຍາະເຍີ້ຍພວກ​ເຂົາ​ດ້ວຍຖ້ອຍຄຳທີ່ວ່າ “ຈະມີພຣະອົງໃດ​ຊ່ວຍພວກເຈົ້າ ໃຫ້ພົ້ນໄດ້ຊັ້ນບໍ?”6

ສານຸສິດທີ່ອຸທິດຕົນ​ສາມຄົນນີ້​ໄດ້ຕອບວ່າ: “ຖ້າພຣະເຈົ້າອົງ​ທີ່ພວກຂ້ານ້ອຍ​ຮັບໃຊ້ຢູ່ ສາມາດຊ່ວຍ​ພວກຂ້ານ້ອຍ ໃຫ້ພົ້ນຈາກເຕົາໄຟ ແລ້ວພຣະອົງກໍຈະຊ່ວຍ. … ແຕ່ເຖິງແມ່ນວ່າ​ພຣະອົງບໍ່ຊ່ວຍ,ກໍຂໍໃຫ້ທ່ານ​ຮູ້ໄວ້ວ່າ, ໂອ້ກະສັດ, ພວກຂ້ານ້ອຍ​ຈະບໍ່ຮັບໃຊ້ ພຣະເຈົ້າຂອງທ່ານ.”7

ເຂົາເຈົ້າໄດ້ມີຄວາມໝັ້ນໃຈ​ເຕັມທີວ່າ ພຣະເຈົ້າ​ຈະສາມາດ​ຊ່ວຍເຂົາເຈົ້າໃຫ້ລອດ, “ແຕ່ເຖິງແມ່ນວ່າ​ພຣະອົງບໍ່ຊ່ວຍ,” ເຂົາເຈົ້າກໍມີສັດທາ​ທີ່ສົມບູນ​ໃນແຜນຂອງພຣະອົງ.

ຄ້າຍຄືກັນນີ້, ແອວເດີ ເດວິດ ເອ ແບ໊ດນາ ເທື່ອໜຶ່ງໄດ້ຖາມ​ຊາຍໜຸ່ມຄົນໜຶ່ງ ທີ່ໄດ້ຂໍພອນຂອງ​ຖານະປະໂລຫິດວ່າ, “ຖ້າຫາກມັນ​ເປັນພຣະປະສົງ​ຂອງພຣະບິດາ​ເທິງສະຫວັນ ວ່າເຈົ້າຈະຖືກສົ່ງ​ໄປດ້ວຍຄວາມຕາຍ​ໃນໄວລຸ້ນຂອງເຈົ້າ ໄປສູ່ໂລກວິນຍານ ເພື່ອປະຕິບັດ​ສາດສະໜາກິດ​ຂອງເຈົ້າຕໍ່ໄປ, ເຈົ້າມີສັດທາ​ທີ່ຈະຍອມຕໍ່​ພຣະປະສົງຂອງພຣະອົງ ແລະ ບໍ່ຖືກປິ່ນປົວ​ໃຫ້ຫາຍດີບໍ?”8 ເຮົາ ມີສັດທາ “ທີ່ຈະບໍ່ຖືກ​ປິ່ນປົວໃຫ້ຫາຍດີ” ຈາກຄວາມ​ທຸກທໍລະມານ​ທາງໂລກຂອງເຮົາ​ບໍ ເພື່ອວ່າເຮົາອາດ​ຈະໄດ້ຖືກປິ່ນປົວ​ໃຫ້ຫາຍດີ​ຊົ່ວນິລັນດອນ?

ຄຳຖາມທີ່​ຈຳເປັນທີ່ຕ້ອງ​ຄິດໄຕ່ຕອງກໍຄື “ເຮົາຈະວາງສັດທາ​ຂອງເຮົາໄວ້ຢູ່ທີ່ໃດ?” ສັດທາຂອງເຮົາ​ພຽງແຕ່ຕັ້ງຢູ່​ໃນການຢາກຖືກບັນເທົາ​ຈາກຄວາມເຈັບປວດ ແລະ ຄວາມທຸກທໍລະມານບໍ, ຫລື ວ່າມັນຖືກວາງ​ຢູ່ຢ່າງໝັ້ນຄົງ​ຢູ່ທີ່ພຣະເຈົ້າອົງ​ເປັນພຣະບິດາ ແລະ ໃນແຜນອັນ​ສັກສິດຂອງພຣະອົງ ແລະ ໃນພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງ​ພຣະອົງບໍ? ສັດທາໃນພຣະບິດາ ແລະ ພຣະບຸດອະນຸຍາດ​ໃຫ້ເຮົາເຂົ້າໃຈ ແລະ ຍອມຮັບພຣະ​ປະສົງຂອງພວກ​ພຣະອົງ ຂະນະທີ່ເຮົາຕຽມພ້ອມ​ສຳລັບນິລັນດອນ.

ມື້ນີ້ຂ້າພະເຈົ້າ​ເປັນພະຍານ​ເຖິງສິ່ງມະຫັດ​ສະຈັນທັງຫລາຍ. ໃນຖານະທີ່ເປັນ​ລູກຂອງພຣະເຈົ້າ, ກໍເປັນ​ສິ່ງ​ມະຫັດສະຈັນ9 ການໄດ້ຮັບຮ່າງກາຍ​ໃນຮູບຮ່າງ ແລະ ຕາມລັກສະນະ​ຂອງພຣະອົງ ກໍເປັນ​ສິ່ງມະຫັດສະຈັນ10 ຂອງປະທານທີ່ເປັນ​ພຣະຜູ້ຊ່ວຍໃຫ້ລອດ​ກໍເປັນສິ່ງມະຫັດສະຈັນ.11 ການຊົດໃຊ້ຂອງ​ພຣະເຢຊູຄຣິດ​ກໍເປັນສິ່ງມະຫັດສະຈັນ12 ຄວາມສາມາດທີ່ຈະມີຊີວິດ​ນິລັນດອນກໍເປັນ​ສິ່ງມະຫັດສະຈັນ.13

ເຖິງແມ່່ນວ່າມັນເປັນສິ່ງດີ​ທີ່ຈະອະທິຖານຂໍ ແລະ ເຮັດວຽກເພື່ອ​ການປົກປ້ອງ ແລະ ການປິ່ນປົວ ທາງຮ່າງກາຍ ໃນລະຫວ່າງ​ຊີວິດມະຕະຂອງເຮົາ, ຄວາມເອົາໃຈໃສ່​ທີ່ສູງສຸດຂອງເຮົາ​ຄວນຢູ່ເທິງ ສິ່ງມະຫັດສະຈັນ​ແຫ່ງວິນຍານ ທີ່ມີໄວ້ໃຫ້ແກ່ລູກໆ ຂອງພຣະເຈົ້າທຸກໆຄົນ. ບໍ່ວ່າເຊື້ອຊາດ, ສັນຊາດຂອງເຮົາ​ຈະເປັນຫຍັງກໍຕາມ, ບໍ່ວ່າເຮົາໄດ້ເຮັດຫຍັງ​ລົງໄປແລ້ວກໍຕາມ ຖ້າຫາກ ເຮົາໄດ້ກັບໃຈ, ບໍ່ວ່າໄດ້ມີຫຍັງ​ຖືກເຮັດກັບເຮົາກໍຕາມ—ເຮົາທຸກຄົນມີສິດ​ເຂົ້າເຖິງສິ່ງມະຫັດສະຈັນ​ເຫລົ່ານີ້ ໄດ້ເທົ່າທຽມກັນ. ເຮົາເປັນສິ່ງມະຫັດສະຈັນ​ທີ່ມີຊີວິດຢູ່ ແລະ ຍັງ​ມີສິ່ງມະຫັດສະຈັນ​ຢ່າງຫລວງຫລາຍ​ລໍຖ້າຢູ່ຂ້າງໜ້າ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.