ຂ້າແດ່ພຣະຜູ້ເປັນເຈົ້າ ຂໍໂຜດເຮັດໃຫ້ຕາຂ້ານ້ອຍເຫັນຮຸ່ງແດ່ທ້ອນ
ເຮົາຕ້ອງມອງເບິ່ງຄົນອື່ນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດມອງເບິ່ງ.
The Lion King ແມ່ນໜັງກາຕູນທີ່ເລົ່າເລື່ອງກ່ຽວກັບຊີວິດສັດຢູ່ທະວີບອາຟຣິກາ. ຫລັງຈາກພະຍາສິງໄດ້ຕາຍໃນຂະນະທີ່ຮັກສາຊີວິດຂອງລູກຊາຍໄວ້, ເຈົ້າຊາຍສິງໜຸ່ມນ້ອຍໂຕນັ້ນໄດ້ຖືກເນລະເທດ ໃນຂະນະທີ່ຜູ້ປົກຄອງທີ່ ໃຊ້ອຳນາດ ທຳລາຍຄວາມສົມດູນຂອງອານາຈັກ. ເຈົ້າຊາຍສິງ ໄດ້ຍຶດເອົາອານາຈັກຄືນ ຜ່ານຄວາມຊ່ວຍເຫລືອຂອງນາຍຄູ. ລາວໄດ້ເຫັນແຈ້ງເຖິງຄວາມຈຳເປັນທີ່ຈະຕ້ອງຮັກສາອານາຈັກໄວ້ໃຫ້ດີ ສຳລັບຄວາມສົມດູນຂອງວົງວຽນແຫ່ງຊີວິດ. ເມື່ອໄດ້ຂຶ້ນເປັນກະສັດແລ້ວ, ເຈົ້າຊາຍສິງໄດ້ເຮັດຕາມ ຄຳແນະນຳ ໃຫ້ “ມອງເບິ່ງໄກກວ່າທີ່ຕາເຫັນ.”1
ເມື່ອເຮົາຮຽນຮູ້ທີ່ຈະກາຍເປັນຜູ້ສືບທອດມູນມໍລະດົກທັງໝົດທີ່ພຣະບິດາ, ພຣະກິດຕິຄຸນສອນເຮົາໃຫ້ມອງເບິ່ງໄກກວ່າທີ່ເຮົາເຫັນ. ທີ່ຈະມອງເບິ່ງໄກກວ່າທີ່ເຮົາເຫັນນັ້ນ, ເຮົາຕ້ອງມອງເບິ່ງຄົນອື່ນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດມອງເບິ່ງ. ດາງຂອງພຣະກິດຕິຄຸນເຕັມໄປດ້ວຍຜູ້ຄົນທີ່ແຕກຕ່າງກັນ. ເຮົາກໍບໍ່ສາມາດເຂົ້າໃຈໄດ້ກ່ຽວກັບການເລືອກ ແລະ ເບື້ອງຫລັງຂອງຜູ້ຄົນໃນໂລກ, ໃນໂບດ, ແມ່ນແຕ່ໃນຄອບຄົວຂອງເຮົາເອງ, ເພາະວ່າສ່ວນຫລາຍແລ້ວ ເຮົາບໍ່ມີຂໍ້ມູນທັງໝົດກ່ຽວກັບຜູ້ຄົນດັ່ງກ່າວ. ເຮົາຕ້ອງມອງເບິ່ງໄກກວ່າການສັນນິຖານແບບງ່າຍໆ ແລະ ການຄິດວ່າເປັນແບບດຽວກັນໝົດ ແລ້ວຕ້ອງຂະຫຍາຍແວ່ນອັນເລັກນ້ອຍຂອງປະສົບການຂອງເຮົາເອງອອກໃຫ້ກວ້າງກວ່າເກົ່າ.
ຕາຂອງຂ້າພະເຈົ້າໄດ້ເປີດເພື່ອ “ມອງເບິ່ງໄກກວ່າທີ່ຂ້າພະເຈົ້າສາມາດຫລຽວເຫັນໄດ້” ຕອນທີ່ຂ້າພະເຈົ້າໄດ້ຮັບໃຊ້ເປັນປະທານເຜີຍແຜ່. ມີແອວເດີໜຸ່ມຄົນໜຶ່ງທີ່ ໄດ້ມາຫາ ດ້ວຍແວວຕາທີ່ຫວາດຫວັ່ນຫລາຍ. ເມື່ອພວກເຮົາໄດ້ພົບກັນເພື່ອສຳພາດ ລາວໄດ້ເວົ້າຢ່າງທໍ້ຖອຍໃຈວ່າ, “ຂ້ານ້ອຍຢາກກັບເມືອບ້ານ.” ຂ້າພະເຈົ້າຄິດໃນໃຈວ່າ, “ເຮົາສາມາດແກ້ໄຂໄດ້.” ຂ້າພະເຈົ້າໄດ້ແນະນຳລາວໃຫ້ເຮັດວຽກຢ່າງພາກພຽນ ແລະ ໃຫ້ອະທິຖານກ່ຽວກັບເລື່ອງນີ້ ເປັນເວລາໜຶ່ງອາທິດ ແລ້ວໃຫ້ໂທມາຫາຂ້າພະເຈົ້າ. ອີກໜຶ່ງອາທິດ ລາວໄດ້ໂທມາທັນທີ. ລາວຍັງຢາກກັບເມືອບ້ານ. ຂ້າພະເຈົ້າໄດ້ແນະນຳລາວອີກວ່າໃຫ້ອະທິຖານ ໃຫ້ເຮັດວຽກຢ່າງພາກພຽນ ແລ້ວໂທມາຫາຂ້າພະເຈົ້າອີກຫລັງຈາກໜຶ່ງອາທິດ. ຕອນທີ່ພວກເຮົາສຳພາດກັນອີກ ກໍບໍ່ໄດ້ປ່ຽນໄປເລີຍ. ລາວຕັ້ງໃຈທີ່ຈະກັບເມືອບ້ານ.
ຂ້າພະເຈົ້າບໍ່ຢາກຍອມໃຫ້ລາວເມືອ. ສະນັ້ນຂ້າພະເຈົ້າຈຶ່ງໄດ້ເລີ່ມສອນລາວ ກ່ຽວກັບຄວາມສັກສິດຂອງການເອີ້ນຂອງລາວ. ຂ້າພະເຈົ້າໄດ້ຊຸກຍູ້ລາວໃຫ້ “ລືມ [ຕົວລາວເອງ] ແລ້ວອອກໄປເຮັດວຽກ.”2 ບໍ່ວ່າຂ້າພະເຈົ້າໄດ້ແນະນຳຢ່າງໃດກໍຕາມ, ແຕ່ລາວບໍ່ໄດ້ປ່ຽນໃຈ. ໃນທີ່ສຸດຂ້າພະເຈົ້ານຶກໄດ້ວ່າ ຂ້າພະເຈົ້າເອງອາດບໍ່ເຂົ້າໃຈເລື່ອງທັງໝົດ. ທັນທີຂ້າພະເຈົ້າໄດ້ຮັບການດົນໃຈໃຫ້ຖາມລາວວ່າ: “ແອວເດີ ແມ່ນຫຍັງທີ່ຍາກສຳລັບເຈົ້າ?” ຄຳເວົ້າຂອງລາວ ໄດ້ສຽບແທງເຂົ້າໄປໃນໃຈຂ້າພະເຈົ້າວ່າ: “ທ່ານປະທານ ຂ້ານ້ອຍອ່ານບໍ່ໄດ້.”
ຄຳແນະນຳອັນມີປັນຍາທີ່ຂ້າພະເຈົ້າຄິດແມ່ນສຳຄັນສຳລັບລາວ ບໍ່ມີປະໂຫຍດອັນໃດເລີຍສຳລັບຄວາມຕ້ອງການຂອງລາວ. ສິ່ງທີ່ລາວຕ້ອງການຫລາຍທີ່ສຸດ ແມ່ນໃຫ້ຂ້າພະເຈົ້າມອງເບິ່ງຫລາຍກວ່າ ການວິຈານອັນໄວໆ ຂອງຂ້າພະເຈົ້າເອງ ແລະ ຍອມໃຫ້ພຣະວິນຍານຊ່ວຍຂ້າພະເຈົ້າ ໃຫ້ເຂົ້າໃຈສິ່ງທີ່ແອວເດີຄົນນີ້ເປັນຫ່ວງອີຫລີ. ລາວຢາກໃຫ້ຂ້າພະເຈົ້າເບິ່ງລາວໃຫ້ຖືກຕ້ອງ ແລະ ໃຫ້ເຫດຜົນສຳລັບຄວາມຫວັງ. ແຕ່ຂ້າພະເຈົ້າໄດ້ເຮັດຄືກັບວ່າ ຕົວເອງເປັນຫີນທຸບກ້ອນໃຫຍ່. ແອວເດີທີ່ກ້າຫານຄົນນີ້ ໄດ້ຮຽນອ່ານ ແລະ ໄດ້ກາຍເປັນສານຸສິດທີ່ບໍລິສຸດຂອງພຣະເຢຊູຄຣິດ. ລາວໄດ້ເປີດຕາຂອງຂ້າພະເຈົ້າຕໍ່ຄຳຂອງພຣະຜູ້ເປັນເຈົ້າທີ່ວ່າ: “ມະນຸດເບິ່ງພາຍນອກ ແຕ່ເຮົາເບິ່ງພາຍໃນຈິດໃຈ” (1 ຊາມູເອນ 16:7).
ຊ່າງເປັນພອນແທ້ໆ ເມື່ອພຣະວິນຍານຂອງພຣະເຈົ້າເຮັດໃຫ້ເຮົາເຫັນຢ່າງກວ້າງໄກ. ທ່ານຈື່ຈຳເລື່ອງກ່ຽວກັບສາດສະດາເອລີຊາ, ທີ່ຕື່ນນອນ ແລະ ພົບວ່າ ກອງທັບຊີເລຍ ຢູ່ອ້ອມເມືອງໂດຍມີມ້າ ແລະ ລົດມ້າຫລາຍໆຕົວໄດ້ບໍ? ຄົນຮັບໃຊ້ຂອງເພິ່ນກໍຢ້ານ ແລະ ຖາມເອລີຊາວ່າ ເຂົາເຈົ້າຈະເຮັດຈັ່ງໃດໃນສະຖານະການທີ່ເສຍປຽບຢ່າງນັ້ນ. ເອລີຊາບອກໃຫ້ລາວບໍ່ຕ້ອງກັງວົນ, ໂດຍໃຊ້ຄຳທີ່ໜ້າຈື່ຈຳໄດ້ວ່າ: ”ຝ່າຍຂອງພວກເຮົາ ມີຫລາຍກວ່າຝ່າຍຂອງພວກເຂົາ” (2 ກະສັດ 6:16). ຄົນຮັບໃຊ້ບໍ່ເຂົ້າໃຈສິ່ງທີ່ສາດສະດາໄດ້ເວົ້າໄປນັ້ນ. ລາວບໍ່ສາມາດມອງເບິ່ງຫລາຍກວ່າທີ່ລາວເຫັນໄດ້. ແຕ່ເອລີຊາໄດ້ເຫັນກຸ່ມທູດສະຫວັນເປັນກອງຮ້ອຍຕຽມພ້ອມແລ້ວ ເພື່ອສູ່ຮົບແທນຜູ້ຄົນຂອງສາດສະດາ. ດັ່ງນັ້ນ ເອລີຊາກໍອະທິຖານຂໍໃຫ້ພຣະຜູ້ເປັນເຈົ້າ ເປີດຕາຄົນຮັບໃຊ້ຂອງເພິ່ນ, ແລະ “ລາວໄດ້ເຫັນຝູງມ້າ ລົດຮົບໄຟເຕັມຢູ່ເທິງພູ ກຳລັງລ້ອມເອລີຊາຢູ່” (2 ກະສັດ 6:17).
ຫລາຍເທື່ອເຮົາມັກແຍກຕົວເຮົາອອກຈາກຄົນອື່ນ ຍ້ອນຄວາມແຕກຕ່າງທີ່ເຮົາເຫັນ. ເຮົາຮູ້ສຶກສະບາຍໃຈນຳຄົນທີ່ຄິດ, ເວົ້າ, ແຕ່ງຕົວ, ແລະ ປະພຶດຄືກັນກັບເຮົາ ແລະ ຮູ້ສຶກບໍ່ສະບາຍໃຈນຳຄົນທີ່ມາຈາກຕ່າງສະຖານະການ ຫລື ມີເບື້ອງຫລັງທີ່ແຕກຕ່າງ. ທີ່ຈິງແລ້ວ ເຮົາໝົດທຸກຄົນມາຈາກປະເທດຕ່າງໆ ແລະ ເວົ້າພາສາຕ່າງໆ ແມ່ນບໍ? ເຮົາໝົດທຸກຄົນມອງເບິ່ງໂລກຜ່ານຄວາມຈຳກັດອັນໃຫຍ່ຍິ່ງ ຈາກປະສົບການສ່ວນຕົວຂອງເຮົາເອງແມ່ນບໍ? ເພາະບາງຄົນເຫັນ ແລະ ເວົ້າ ດ້ວຍຕາທາງວິນຍານ, ເໝືອນດັ່ງສາດສະດາເອລີຊາ, ແລະ ອີກບາງຄົນເຫັນ ແລະ ສື່ສານກັນ ຕາມສິ່ງທີ່ຕາເຫັນ, ເໝືອນຂ້າພະເຈົ້າໄດ້ເຮັດນຳ ຜູ້ສອນສາດສະໜາຄົນນັ້ນ ທີ່ອ່ານບໍ່ໄດ້.
ເຮົາຢູ່ໃນໂລກທີ່ມັກປຽບທຽບ, ເອີ້ນປະນາມ, ແລະ ວິຈານ. ແທນທີ່ຈະເບິ່ງຜ່ານແວ່ນຂອງສັງຄົມສື່ສານ, ພວກເຮົາຄວນເບິ່ງພາຍໃນ ເພື່ອຫາຄຸນນະທຳແຫ່ງພຣະເຈົ້າ ຊຶ່ງເຮົາທຸກຄົນມີຢູ່. ຄຸນນະທຳ ແລະ ຄວາມປາດຖະໜາດັ່ງກ່າວນີ້ ບໍ່ສາມາດຕິດໄວ້ໃນ Pinterest ຫລື ຢູ່ໃນ Instagram.
ການຍອມຮັບ ແລະ ຮັກຄົນອື່ນ ບໍ່ໝາຍຄວາມວ່າ ພວກເຮົາຕ້ອງຍອມຮັບເອົາຄວາມຄິດຂອງເຂົາເຈົ້າ. ທີ່ຈິງແລ້ວ, ຄວາມແທ້ຈິງຍ່ອມຕ້ອງການຄວາມຈົງຮັກພັກດີອັນສູງສຸດຂອງພວກເຮົາ ແຕ່ມັນບໍ່ຄວນເປັນສິ່ງທີ່ກີດກັນຄວາມເປັນຄົນດີ. ການຮັກຄົນອື່ນຢ່າງແທ້ຈິງ ຕ້ອງຍອມຮັບຄວາມພະຍາຍາມສຸດຂີດຂອງເຂົາເຈົ້າ ຜູ້ຊຶ່ງມີປະສົບການ ແລະ ມີຄວາມຈຳກັດ ທີ່ພວກເຮົາອາດບໍ່ຮູ້ຈັກໝົດທຸກຢ່າງ. ການມອງເບິ່ງໄກກວ່າທີ່ເຮົາເຫັນໄດ້ ຮຽກຮ້ອງຄວາມຕັ້ງໃຈທີ່ຈະເອົາໃຈໃສ່ຕໍ່ພຣະຜູ້ຊ່ວຍໃຫ້ລອດ.
ໃນວັນທີ 28 ເດືອນພະຈິກ, 2016 ທ້າວໂບ ຣິຊີ ອາຍຸ 16 ປີ, ແລະ ໝູ່ລາວ ທ້າວອໍຊຕິນ ໄດ້ຢູ່ໃນທົ່ງໃຫຍ່ຂອງຄອບຄົວຢູ່ລັດ ໂຄໂລຣາໂດ. ທ້າວໂບ ແລະ ທ້າວອໍຊຕິນ ໄດ້ຂຶ້ນລົດສີ່ລໍ້ຢ່າງຕື່ນເຕັ້ນ ຄິດວ່າຈະມີວັນພະຈົນໄພ. ເຂົາເຈົ້າບໍ່ໄດ້ໄປໄກເທົ່າໃດ ເມື່ອໄດ້ຜະເຊີນກັບເຫດການອັນຕະລາຍ, ແລະ ໃນທັນໃດນັ້ນ ມີໄພອຸບັດເຫດເກີດຂຶ້ນ. ລົດທີ່ທ້າວໂບຂັບໄປ ໄດ້ພິກຂວ້າມທັນທີ ທັບທ້າວໂບໄວ້ກ້ອງລົດ ທີ່ໜັກວ່າ 400 ປອນ (180 ກິໂລ). ເມື່ອທ້າວອໍຊຕິນ ໝູ່ທ້າວໂບ ໄປຮອດແລ້ວ ລາວເຫັນທ້າວໂບກຳລັງດິ້ນລົນເພື່ອໄວ້ຊີວິດຂອງຕົນ. ໂດຍສຸດກຳລັງຂອງຕົວ ລາວໄດ້ພະຍາຍາມຍົກລົດຂຶ້ນຈາກໝູ່ລາວ. ລົດບໍ່ໄດ້ຂະຫຍັບເລີຍ. ລາວໄດ້ອະທິຖານເພື່ອທ້າວໂບ ແລ້ວໄດ້ໄປຫາຄົນມາຊ່ວຍ. ພະນັກງານສຸກເສີນໄດ້ມາ, ແຕ່ບໍ່ຫລາຍຊົ່ວໂມງຕໍ່ໄປທ້າວໂບໄດ້ເສຍຊີວິດ. ລາວໄດ້ຖືກປົດປ່ອຍຈາກຊີວິດມະຕະນີ້.
ພໍ່ແມ່ລາວມາຮອດ ມີໃຈເສົ້າໂສກຂະໜາດ. ຂະນະທີ່ເຂົາເຈົ້າຢືນຢູ່ໃນໂຮງໝໍນ້ອຍໆ ຢູ່ນຳເພື່ອນສະໜິດ ແລະ ຄົນໃນຄອບຄົວຂອງທ້າວໂບ, ກໍມີຕຳຫລວດຄົນໜຶ່ງເຂົ້າມາໃນຫ້ອງ ແລະ ເອົາໂທລະສັບມືຖືຂອງທ້າວໂບໃຫ້ແມ່ລາວ. ຂະນະທີ່ແມ່ຈັບໂທລະສັບຢູ່ ກໍມີສຽງສັນຍານດັງຂຶ້ນ. ແມ່ເປີດໂທລະສັບ ແລະ ໄດ້ເຫັນຂໍ້ຄວາມສັນຍານປະຈຳວັນຂອງທ້າວໂບ. ແມ່ໄດ້ອ່ານຂໍ້ຄວາມທີ່ລູກຊາຍໄວໜຸ່ມທີ່ມັກມ່ວນ, ມັກພະຈົນໄພ, ໄດ້ຕັ້ງໄວ້ເພື່ອອ່ານທຸກມື້. ຂໍ້ຄວາມອ່ານວ່າ, “ຈົ່ງຈື່ຈຳທີ່ຈະເອົາພຣະເຢຊູຄຣິດເປັນຈຸດໃຈກາງຂອງຊີວິດເຈົ້າມື້ນີ້.”
ການເອົາໃຈໃສ່ຕໍ່ພຣະຜູ້ໄຖ່ຂອງທ້າວໂບ ບໍ່ໄດ້ລົດຄວາມເສົ້າໂສກຂອງຄອບຄົວທີ່ຮັກຂອງລາວລົງເລີຍ. ແຕ່ມັນໄດ້ໃຫ້ຄວາມຫວັງ ແລະ ຄວາມໝາຍອັນຍິ່ງໃຫຍ່ຕໍ່ຊີວິດ ແລະ ການເລືອກຊີວິດຂອງທ້າວໂບ. ມັນຊ່ວຍຄອບຄົວ ແລະ ໝູ່ເພື່ອນຂອງລາວ ໃຫ້ມອງເບິ່ງໄກກວ່າຄວາມໂສກເສົ້າ ຍ້ອນການຕາຍຂອງລາວ ແລະ ໃຫ້ເບິ່ງຄວາມແທ້ຈິງອັນຊື່ນຊົມຍິນດີໃນຊີວິດຕໍ່ໄປ. ມັນເປັນຄວາມເມດຕາອ່ອນນ້ອມຫລາຍສຳລັບພໍ່ແມ່ຂອງທ້າວໂບ ທີ່ສາມາດເຫັນຜ່ານຕາຂອງລູກຊາຍ ເຖິງສິ່ງທີ່ລູກຮັກຫລາຍທີ່ສຸດ.
ໃນຖານະເປັນສະມາຊິກຂອງສາດສະໜາຈັກ, ພວກເຮົາໄດ້ຮັບພອນທີ່ມີສັນຍານສ່ວນຕົວທາງວິນຍານ ທີ່ເຕືອນພວກເຮົາຕອນທີ່ພວກເຮົາກຳລັງເບິ່ງ ດ້ວຍຕາທີ່ເປັນມະຕະເທົ່ານັ້ນ ໄກຈາກຄວາມລອດ. ພິທີສິນລະລຶກແມ່ນສັນຍານເຕືອນປະຈຳອາທິດຂອງພວກເຮົາ ເພື່ອໃຫ້ເອົາໃຈໃສ່ຕໍ່ພຣະເຢຊູຄຣິດເລື້ອຍໆ ເພື່ອພວກເຮົາຈະລະນຶກເຖິງພຣະອົງຕະຫລອດເວລາ ເພື່ອພວກເຮົາຈະມີພຣະວິນຍານຂອງພຣະອົງຢູ່ດ້ວຍຕະຫລອດເວລາ (ເບິ່ງ D&C 20:77). ແຕ່ບາງເທື່ອພວກເຮົາເມີນເສີຍຈາກຄວາມຮູ້ສຶກແຫ່ງສັນຍານ. ເມື່ອພວກເຮົາມີພຣະເຢຊູເປັນຈຸດໃຈກາງໃນຊີວິດພວກເຮົາ, ພຣະອົງຈະເຮັດໃຫ້ຕາຂອງພວກເຮົາເບີດ ເພື່ອເຫັນຄວາມເປັນໄປໄດ້ທີ່ໃຫຍ່ກວ່າ ເກີນກວ່າທີ່ພວກເຮົາຈະສາມາດເຂົ້າໃຈໄດ້ດ້ວຍຕົວເອງ.
ຂ້າພະເຈົ້າໄດ້ຮັບຈົດໝາຍທີ່ໜ້າສົນໃຈກ່ຽວກັບສັນຍານທີ່ປົກປ້ອງຢ່າງໜຶ່ງ ຊຶ່ງນາງຄົນໜຶ່ງທີ່ສັດຊື່ໄດ້ຮັບ. ນາງບອກຂ້າພະເຈົ້າວ່າ ໃນການພະຍາຍາມຊ່ວຍຜົວນາງໃຫ້ເຂົ້າໃຈເຖິງຄວາມຮູ້ສຶກຂອງນາງ, ນາງໄດ້ເລີ່ມຈົດສິ່ງທີ່ຜົວຂອງນາງເຮັດກວນໃຈນາງ ໄວ້ໃນມືຖື. ນາງຄິດວ່າ ເມື່ອມີໂອກາດເໝາະສົມ ນາງຈະມີຫລັກຖານຂຽນໄວ້ແລ້ວ ເພື່ອບອກຜົວ ຊຶ່ງອາດເຮັດໃຫ້ຜົວຂອງນາງຢາກປ່ຽນ. ແຕ່ຕອນທີ່ນາງຮັບສິນລະລຶກໃນວັນອາທິດ ແລະ ໂດຍທີ່ເອົາໃຈໃສ່ຕໍ່ການຊົດໃຊ້ ຂອງພຣະຜູ້ຊ່ວຍໃຫ້ລອດ ນາງໄດ້ຮັບຮູ້ວ່າ ການຂຽນຄວາມຮູ້ສຶກທີ່ບໍ່ດີກ່ຽວກັບຜົວນາງໄວ້ ໄດ້ຂັບໄລ່ພຣະວິນຍານໃຫ້ອອກໄປ ແລະ ຈະບໍ່ປ່ຽນຜົວເລີຍ.
ສັນຍານທາງວິນຍານໄດ້ດັງຢູ່ໃນໃຈນາງ ຊຶ່ງບອກວ່າ: “ປ່ອຍມັນໄປ; ປ່ອຍທັງໝົດໄປ. ລຶບມັນຖິ້ມໝົດ. ມັນຊ່ວຍບໍ່ໄດ້ດອກ.” ນາງໄດ້ຂຽນ, ແລະ ນີ້ຄືຖ້ອຍຄຳຂອງນາງ: “ຂ້ານ້ອຍໄດ້ຢຸດຢູ່ດົນເຕີບ ກ່ອນຂ້ານ້ອຍໄດ້ກົດ ‘ເລືອກໝົດ’ ແລະ ດົນກວ່ານັ້ນອີກ ກ່ອນກົດຄຳວ່າ ‘ລຶບ.’ ແຕ່ເມື່ອຂ້ານ້ອຍເຮັດແລ້ວ, ຄວາມຮູ້ສຶກບໍ່ດີທັງໝົດນັ້ນໄດ້ຫາຍໄປເລີຍ. ໃຈຂອງຂ້ານ້ອຍໄດ້ເຕັມໄປດ້ວຍຄວາມຮັກ—ຄວາມຮັກໃຫ້ຜົວ ແລະ ຄວາມຮັກໃຫ້ພຣະຜູ້ເປັນເຈົ້າ.” ເໝືອນດັ່ງໂຊນທີ່ເດີນທາງໄປເມືອງດາມັສກັດ, ການມອງເຫັນຂອງນາງໄດ້ປ່ຽນໄປ. ສະເກັດທີ່ປິດບັງຕາ ໄດ້ຕົກຈາກຕານາງ.
ມີຫລາຍເທື່ອທີ່ພຣະຜູ້ຊ່ວຍໃຫ້ລອດຂອງເຮົາໄດ້ເປີດຕາ ໃຫ້ທັງຄົນທີ່ຕາບອດທາງກາຍ ແລະ ທາງວິນຍານ. ການເປີດຕາຂອງເຮົາຕໍ່ຄວາມຈິງແຫ່ງສະຫວັນທັງທາງກາຍ ແລະ ທາງວິນຍານ ຈະຕຽມເຮົາ ເພື່ອປິ່ນປົວຄວາມເຫັນບໍ່ແຈ່ມແຈ້ງແຫ່ງຄວາມເປັນມະຕະ. ເມື່ອໃດທີ່ເຮົາເອົາໃຈໃສ່ຕໍ່ “ສັນຍານ” ທາງວິນຍານ ທີ່ບອກໃຫ້ປ່ຽນແປງ ຫລື ໃຫ້ຫລຽວເຫັນທາງນິດນິລັນທີ່ກວ້າງກວ່າ, ເຮົາກຳລັງຮັບສັນຍາແຫ່ງພິທີສິນລະລຶກ ທີ່ຈະມີພຣະວິນຍານຂອງພຣະອົງຢູ່ນຳເຮົາ. ອັນນີ້ໄດ້ເກີດຂຶ້ນກັບໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີ ໃນພຣະວິຫານເຄີດແລນ ເມື່ອຄວາມຈິງອັນມີພະລັງ ໄດ້ຖືກສິດສອນຈາກພຣະເຢຊູຄຣິດ ຜູ້ໄດ້ສັນຍາວ່າ ມ່ານແຫ່ງຄວາມຈຳກັດທີ່ເປັນມະຕະ ຈະຖືກນຳອອກຈາກຈິດໃຈຂອງເຂົາ ແລະ ເປີດດວງຕາແຫ່ງຄວາມເຂົ້າໃຈໃຫ້ເຂົາ (ເບິ່ງ D&C 110:1).
ຂ້າພະເຈົ້າເປັນພະຍານວ່າ ໂດຍທາງອຳນາດຂອງພຣະເຢຊູຄຣິດ ເຮົາສາມາດມອງເບິ່ງ ທາງວິນຍານໄກກວ່າທີ່ເຮົາສາມາດຫລຽວເຫັນດ້ວຍຕາເປົ່າເທົ່ານັ້ນ. ເມື່ອເຮົາລະນຶກເຖິງພຣະອົງ ແລະ ມີພຣະວິນຍານຂອງພຣະອົງສະຖິດຢູ່ນຳຕະຫລອດເວລາ, ດວງຕາແຫ່ງຄວາມເຂົ້າໃຈຂອງເຮົາຈະເປີດ. ແລ້ວຄວາມເປັນຈິງອັນສູງສົ່ງ ທີ່ຢູ່ໃນຕົວເຮົາແຕ່ລະຄົນຈະປະທັບໃຈເຮົາຢ່າງເລິກຊຶ້ງກວ່າ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.