ຄຸນຄ່າເກີນກວ່າທີ່ຈະວັດແທກໄດ້
ເຮົາສາມາດໄດ້ຍິນການກະຊິບອັນຫວານຊື່ນຂອງພຣະວິນຍານບໍລິສຸດ ເປັນພະຍານເຖິງຄວາມຈິງເຖິງການມີຄຸນຄ່າທາງວິນຍານຂອງເຮົາ.
ໃນຂະນະທີ່ຢ້ຽມຢາມປະເທດ ຊີແອຣາ ລີອອນ ໃນອາຟຣິກາ ຕາເວັນຕົກ, ຂ້າພະເຈົ້າໄດ້ໄປຮ່ວມກອງປະຊຸມ ທີ່ດຳເນີນໂດຍຜູ້ນຳຂອງອົງການປະຖົມໄວຂອງສະເຕກ. ນາງມາເຣຍມາ ໄດ້ນຳພາດ້ວຍຄວາມຮັກ, ດ້ວຍພຣະຄຸນ, ແລະ ດ້ວຍຄວາມໝັ້ນໃຈ ຈຶ່ງງ່າຍທີ່ຈະຕັດສິນລ່ວງໜ້າວ່າ ນາງໄດ້ເປັນສະມາຊິກຂອງສາດສະໜາຈັກ ມາເປັນເວລາດົນນານແລ້ວ. ແຕ່ນາງມາເຣຍມາ, ຫາກໍໄດ້ເປັນສະມາຊິກ.
ນ້ອງສາວຂອງນາງໄດ້ເຂົ້າຮ່ວມສາດສະໜາຈັກ ແລະ ໄດ້ຊວນນາງມາເຣຍມາ ໄປໂບດກັບນາງ. ນາງມາເຣຍມາ ໄດ້ມີຄວາມປະທັບໃຈຫລາຍກັບຂ່າວສານ. ບົດຮຽນແມ່ນກ່ຽວກັບກົດພົມມະຈັນ. ນາງໄດ້ຂໍໃຫ້ຜູ້ສອນສາດສະໜາສອນນາງຕື່ມອີກ ແລະ ບໍ່ດົນກໍໄດ້ຮັບປະຈັກພະຍານກ່ຽວກັບສາດສະດາໂຈເຊັບ ສະມິດ. ນາງໄດ້ຮັບບັບຕິສະມາໃນປີ 2014, ແລະ ລູກສາວຂອງນາງ ກໍໄດ້ຮັບບັບຕິສະມາເດືອນແລ້ວນີ້. ໃຫ້ເຮົາວາດພາບເບິ່ງດູ, ຫລັກທຳຂັ້ນພື້ນຖານສອງຢ່າງ ທີ່ນຳພານາງມາເຣຍມາ ໃຫ້ປ່ຽນໃຈເຫລື້ອມໃສ ແມ່ນກົດພົມມະຈັນ ແລະ ສາດສະດາໂຈເຊັບ ສະມິດ, ສອງຈຸດທີ່ໂລກມັກເບິ່ງວ່າ ບໍ່ກ່ຽວຂ້ອງ, ລ້າສະໄໝ, ຫລື ບໍ່ສະດວກ. ແຕ່ນາງມາເຣຍມາ ໄດ້ເປັນພະຍານວ່າ ນາງຄືກັນກັບແມງເມົ່າທີ່ບິນໄປຫາແສງໄຟ. ນາງໄດ້ກ່າວວ່າ, “ຕອນຂ້າພະເຈົ້າພົບເຫັນພຣະກິດຕິຄຸນ, ຂ້າພະເຈົ້າໄດ້ພົບເຫັນຕົວເອງ.” ນາງໄດ້ຄົ້ນພົບຄຸນຄ່າຂອງນາງ ຜ່ານທາງຫລັກທຳແຫ່ງສະຫວັນ. ຄຸນຄ່າຂອງນາງ ໃນຖານະທີ່ເປັນທິດາຂອງພຣະເຈົ້າ ໄດ້ຖືກເປີດເຜີຍຕໍ່ນາງ ຜ່ານທາງພຣະວິນຍານບໍລິສຸດ.
ບັດນີ້ ໃຫ້ເຮົາມາພົບກັບເອື້ອຍນ້ອງ ຊິງ ຈາກປະເທດອິນເດຍ. ນາງເຣນູ, ຢູ່ທາງຂວາມື, ເປັນເອື້ອຍຄົນທຳອິດ ໃນເອື້ອຍນ້ອງຫ້າຄົນ ທີ່ໄດ້ເຂົ້າຮ່ວມສາດສະໜາຈັກ, ໄດ້ແບ່ງປັນແນວຄິດເຫລົ່ານີ້ວ່າ:
“ກ່ອນຂ້າພະເຈົ້າໄດ້ເລີ່ມຕົ້ນສົນໃຈສາດສະໜາຈັກ, ຂ້າພະເຈົ້າບໍ່ຮູ້ສຶກວ່າ ຂ້າພະເຈົ້າເປັນຄົນພິເສດ. ຂ້າພະເຈົ້າເປັນພຽງຄົນໜຶ່ງໃນກຸ່ມຜູ້ຄົນຢ່າງຫລວງຫລາຍ, ແລະ ສັງຄົມ ແລະ ວັດທະນະທຳຂອງຂ້າພະເຈົ້າ ບໍ່ໄດ້ສອນຂ້າພະເຈົ້າວ່າ ຂ້າພະເຈົ້າມີຄຸນຄ່າແນວໃດ. ເມື່ອຂ້າພະເຈົ້າໄດ້ຮຽນຮູ້ເຖິງພຣະກິດຕິຄຸນ ແລະ ຮຽນຮູ້ວ່າ ຂ້າພະເຈົ້າເປັນທິດາຂອງພຣະບິດາເທິງສະຫວັນ, ສິ່ງນັ້ນໄດ້ປ່ຽນຂ້າພະເຈົ້າ. ທັນໃດນັ້ນ ຂ້າພະເຈົ້າຮູ້ສຶກວ່າຕົວເອງພິເສດແທ້ໆ—ພຣະເຈົ້າໄດ້ສ້າງຂ້າພະເຈົ້າແທ້ໆ ແລະ ໄດ້ສ້າງຈິດວິນຍານ ແລະ ຊີວິດຂອງຂ້າພະເຈົ້າ ພ້ອມດ້ວຍຄຸນຄ່າ ແລະ ຈຸດປະສົງ.
“ກ່ອນຂ້າພະເຈົ້າມີພຣະກິດຕິຄຸນຢູ່ໃນຊີວິດຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ພະຍາຍາມສະເໝີທີ່ຈະພິສູດໃຫ້ຄົນອື່ນເຫັນວ່າ ຂ້າພະເຈົ້າເປັນຄົນພິເສດຄົນໜຶ່ງ. ແຕ່ເມື່ອຂ້າພະເຈົ້າໄດ້ຮຽນຮູ້ເຖິງຄວາມຈິງ, ວ່າຂ້າພະເຈົ້າເປັນທິດາຂອງພຣະເຈົ້າ, ຂ້າພະເຈົ້າບໍ່ຈຳເປັນຕ້ອງພິສູດສິ່ງໃດ ຕໍ່ຄົນໃດ. ຂ້າພະເຈົ້າຮູ້ວ່າ ຂ້າພະເຈົ້າເປັນຄົນພິເສດ. … ຢ່າຄິດຈັກເທື່ອວ່າ ທ່ານບໍ່ມີຄ່າ.”
ປະທານທອມມັສ ແອັສ ມອນສັນ ໄດ້ກ່າວຢ່າງຖືກຕ້ອງ ຕອນເພິ່ນໄດ້ອ້າງເຖິງຖ້ອຍຄຳເຫລົ່ານີ້ວ່າ: “ຄຸນຄ່າຂອງຈິດວິນຍານດວງໜຶ່ງ ແມ່ນຄວາມສາມາດຂອງມັນທີ່ຈະກາຍເປັນເໝືອນດັ່ງພຣະເຈົ້າ.”1
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ຮັບພອນຫລາຍ ທີ່ໄດ້ພົບກັບຍິງໜຸ່ມຄົນໜຶ່ງ ຜູ້ເຂົ້າໃຈຄວາມຈິງນີ້. ນາງຊື່ວ່າ ທາອີອານາ. ຂ້າພະເຈົ້າໄດ້ພົບນາງຢູ່ໂຮງໝໍເດັກນ້ອຍ ໃນເມືອງເຊົາເລັກ. ນາງທາອີອານາ ຢູ່ຊັ້ນມັດທະຍົມປີທີຫ້າ ຕອນນາງຖືກພົບເຫັນວ່າ ເປັນມະເລັງ. ນາງໄດ້ສູ້ຊົນກັບມະເລັງຢ່າງກ້າຫານ ເປັນເວລາ 18 ເດືອນ ກ່ອນນາງໄດ້ເສຍຊີວິດໄປ ສອງສາມອາທິດຜ່ານມານີ້. ນາງທາອີອານາ ເຕັມໄປດ້ວຍຄວາມສະຫວ່າງ ແລະ ຄວາມຮັກ. ຜູ້ຄົນຮູ້ຈັກນາງດີ ຈາກຮອຍຍິ້ມທີ່ແສນຫວານ ແລະ ຈາກເຄື່ອງໝາຍ “ການຍົກໂປ້ສອງຂ້າງ ຂອງນາງ.” ເມື່ອຄົນຖາມວ່າ, “ເປັນຫຍັງສິ່ງນີ້ຈຶ່ງເກີດກັບເຈົ້າ, ທາອີອານາ?” ນາງຕອບວ່າ, “ເປັນຫຍັງຈຶ່ງເກີດກັບຂ້ອຍບໍ່ໄດ້?” ນາງທາອີອານາ ໄດ້ສະແຫວງຫາທີ່ຈະກາຍເປັນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດຂອງນາງ, ຜູ້ຮັກນາງຫລາຍທີ່ສຸດ. ຕອນພວກເຮົາໄປຢ້ຽມຢາມ, ຂ້າພະເຈົ້າໄດ້ຮຽນຮູ້ວ່າ ນາງທາອີອານາ ເຂົ້າໃຈຄຸນຄ່າແຫ່ງສະຫວັນຂອງນາງ. ການທີ່ຮູ້ວ່າ ນາງເປັນທິດາຂອງພຣະເຈົ້າ ໄດ້ນຳຄວາມສະຫງົບ ແລະ ຄວາມກ້າຫານມາສູ່ໃບໜ້າທີ່ເຕັມໄປດ້ວຍການທົດລອງ ໃນທາງບວກ.
ນາງມາເຣຍມາ, ນາງເຣນູ, ແລະ ນາງທາອີອານາ ສອນເຮົາວ່າ ພຣະວິນຍານຈະຢືນຢັນຕໍ່ເຮົາແຕ່ລະຄົນໃຫ້ຮູ້ເຖິງຄຸນຄ່າແຫ່ງສະຫວັນຂອງເຮົາ. ການຮູ້ຈັກແທ້ໆວ່າ ທ່ານເປັນທິດາຂອງພຣະເຈົ້າ ຈະເປັນຜົນກະທົບຕໍ່ທຸກດ້ານຂອງຊີວິດຂອງທ່ານ ແລະ ນຳພາທ່ານໄປສູ່ການຮັບໃຊ້ ທີ່ທ່ານເຮັດໃນແຕ່ລະວັນ. ປະທານສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ອະທິບາຍ ໃນຖ້ອຍຄຳທີ່ສະຫງ່າງາມ ເຫລົ່ານີ້ວ່າ:
“ພຣະເຈົ້າເປັນພຣະບິດາຂອງທ່ານ. ພຣະອົງຮັກທ່ານ. ພຣະອົງ ແລະ ພຣະມານດາຂອງທ່ານຢູ່ໃນສະຫວັນ ຖືວ່າທ່ານສຳຄັນ ເກີນກວ່າສິ່ງໃດໆ. … ທ່ານພິເສດສຸດ. ບໍ່ເໝືອນໃຜ, ຖືກສ້າງຂຶ້ນດ້ວຍຄວາມຮູ້ແຈ້ງນິລັນດອນ ຊຶ່ງໃຫ້ທ່ານມີສິດ ທີ່ຈະທວງເອົາຊີວິດນິລັນດອນໄດ້.
“ຢ່າໃຫ້ມີຄວາມຂ້ອງໃຈເລີຍຢູ່ໃນຈິດໃຈຂອງທ່ານ ກ່ຽວກັບຄຸນຄ່າຂອງທ່ານ. ຈຸດປະສົງທັງໝົດຂອງແຜນແຫ່ງພຣະກິດຕິຄຸນ ຄືການໃຫ້ໂອກາດແກ່ທ່ານແຕ່ລະຄົນ ເພື່ອຈະໄດ້ເອື້ອມຂຶ້ນເຖິງສັກກະຍະພາບອັນສູງສຸດຂອງທ່ານ, ຊຶ່ງເປັນຄວາມກ້າວໜ້ານິລັນດອນ ແລະ ຄວາມເປັນໄປໄດ້ຂອງການເປັນພຣະເຈົ້າ.”2
ຂ້າພະເຈົ້າຂໍຊີ້ບອກເຖິງຄວາມແຕກຕ່າງລະຫວ່າງສອງຄຳ ທີ່ວ່າ: ຄຸນຄ່າ ແລະ ການມີຄຸນຄ່າ. ທັງສອງບໍ່ຄືກັນ. ຄຸນຄ່າ ທາງວິນຍານ ໝາຍເຖິງການນັບຖືຕົວເອງ ໃນທາງທີ່ພຣະບິດາເທິງສະຫວັນນັບຖືເຮົາ, ຊຶ່ງບໍ່ຄືກັນກັບໂລກນັບຖືເຮົາ. ຄຸນຄ່າຂອງເຮົາ ໄດ້ຖືກກຳນົດໄວ້ ກ່ອນເຮົາມາສູ່ໂລກນີ້. “ຄວາມຮັກຂອງພຣະເຈົ້າບໍ່ມີທີ່ສິ້ນສຸດ ແລະ ຈະຄົງຢູ່ຕໍ່ໄປຕະຫລອດການ.”3
ກົງກັນຂ້າມ, ການມີຄຸນຄ່າ ແມ່ນໄດ້ຮັບຜ່ານການເຊື່ອຟັງ. ຖ້າຫາກເຮົາເຮັດບາບ, ເຮົາບໍ່ມີຄຸນຄ່າ, ແຕ່ເຮົາກໍບໍ່ໄດ້ເປັນຄົນທີ່ບໍ່ມີຄ່າເລີຍ! ເຮົາສືບຕໍ່ໃນການກັບໃຈ ແລະ ພະຍາຍາມໃຫ້ກາຍເປັນເໝືອນດັ່ງພຣະເຢຊູ ພ້ອມດ້ວຍຄຸນຄ່າທີ່ບໍ່ເສຍຫາຍຂອງເຮົາ. ດັ່ງທີ່ປະທານບຣິກຳ ຢັງ ໄດ້ສອນວ່າ: “ຄົນທີ່ຕ່ຳຕ້ອຍທີ່ສຸດ, ດວງວິນຍານທີ່ຕ່ຳຕ້ອຍທີ່ສຸດ ຊຶ່ງຢູ່ເທິງແຜ່ນດິນໂລກນີ້ … ມີຄຸນຄ່າຫລາຍ.”4 ບໍ່ວ່າຈະມີຫຍັງເກີດຂຶ້ນ, ເຮົາຈະມີຄຸນຄ່າສະເໝີຕໍ່ພຣະເນດຂອງພຣະບິດາເທິງສະຫວັນຂອງເຮົາ.
ເຖິງແມ່ນຮູ້ເຖິງຄວາມຈິງທີ່ໜ້າອັດສະຈັນໃຈນີ້, ແຕ່ມີຈັກຄົນໃນພວກເຮົາທີ່ຍັງດີ້ນລົນຢູ່, ເປັນບາງຄັ້ງ, ດ້ວຍຄວາມຄິດ ຫລື ມີຄວາມຮູ້ສຶກ ໃນທາງລົບ ກ່ຽວກັບຕົວເອງ? ຂ້າພະເຈົ້າກໍເປັນຜູ້ໜຶ່ງ. ມັນເປັນກັບດັກທີ່ເຂົ້າຫາງ່າຍ. ຊາຕານເປັນບິດາຂອງຄວາມຕົວະທັງໝົດ, ໂດຍສະເພາະຕອນທີ່ບິດເບືອນກ່ຽວກັບທຳມະຊາດ ແລະ ຈຸດປະສົງແຫ່ງສະຫວັນຂອງເຮົາເອງ. ຄິດວ່າຕົວເອງບໍ່ມີຄ່າ ຈະຊ່ວຍຫຍັງເຮົາບໍ່ໄດ້ເລີຍ. ມີແຕ່ມັນຈະກີດກັນເຮົາໄວ້. ດັ່ງທີ່ເຮົາໄດ້ຖືກສິດສອນເລື້ອຍໆວ່າ, “ບໍ່ມີຄົນໃດສາມາດເຮັດໃຫ້ທ່ານຮູ້ສຶກຕ່ຳຕ້ອຍ ປາດສະຈາກການຍອມຮັບຂອງທ່ານ.”5 ເຮົາສາມາດເຊົາປຽບທຽບຈຸດອ່ອນຂອງເຮົາເອງ ໃສ່ກັບຈຸດເດັ່ນທີ່ສຸດຂອງຄົນອື່ນ. “ການປຽບທຽບ ຄືຂະໂມຍຂອງຄວາມສຸກ.”6
ກົງກັນຂ້າມ, ພຣະຜູ້ເປັນເຈົ້າຮັບຮອງເຮົາວ່າ ເມື່ອເຮົາມີຄວາມຄິດທີ່ບໍລິສຸດ, ພຣະອົງຈະອວຍພອນເຮົາດ້ວຍຄວາມໝັ້ນໃຈ, ແມ່ນແຕ່ຄວາມໝັ້ນໃຈທີ່ຈະຮູ້ວ່າ ເຮົາເປັນໃຜແທ້. ບໍ່ເຄີຍມີເວລາໃດ ທີ່ສຳຄັນໄປກວ່າເວລານີ້ ທີ່ຈະເຊື່ອຟັງພຣະຄຳຂອງພຣະອົງ. ພຣະອົງບອກເຮົາວ່າ ເຮົາຕ້ອງໃຫ້ຄຸນນະທຳປະດັບຄວາມຄິດຂອງເຮົາຢ່າງບໍ່ເສື່ອມຄາຍ. ເມື່ອນັ້ນ ຄວາມໝັ້ນໃຈຂອງເຮົາຈະແຂງແກ່ນຂຶ້ນໃນທີ່ປະທັບຂອງພຣະເຈົ້າ; ແລະ … ພຣະວິນຍານບໍລິສຸດຈະເປັນເພື່ອນຂອງເຮົາສະເໝີ.7
ພຣະຜູ້ເປັນເຈົ້າໄດ້ເປີດເຜີຍຄວາມຈິງຕື່ມອີກ ຕໍ່ສາດສະດາໂຈເຊັບ ສະມິດ ດັ່ງນີ້: ຄົນທີ່ໄດ້ຮັບຈາກພຣະເຈົ້າ, ກໍໃຫ້ເຂົາພິຈາລະນາວ່າມັນມາຈາກພຣະເຈົ້າ; ແລະ ໃຫ້ເຂົາປິຕິຍິນດີທີ່ເຂົາໄດ້ຮັບການພິຈາລະນາຈາກພຣະເຈົ້າວ່າ ເຂົາມີຄຸນຄ່າທີ່ຈະໄດ້ຮັບມັນ.8 ເມື່ອເຮົາຮູ້ສຶກເຖິງພຣະວິນຍານ, ດັ່ງທີ່ຂໍ້ນີ້ອະທິບາຍ, ເຮົາຈະຮັບຮູ້ວ່າ ສິ່ງທີ່ເຮົາຮູ້ສຶກ ມາຈາກພຣະບິດາເທິງສະຫວັນຂອງເຮົາ. ເຮົາຮັບຮູ້ພຣະອົງ ແລະ ສັນລະເສີນພຣະອົງທີ່ອວຍພອນເຮົາ. ແລ້ວເຮົາປິຕິຍິນດີ ທີ່ເຮົາໄດ້ຮັບການພິຈາລະນາວ່າມີຄຸນຄ່າທີ່ຈະໄດ້ຮັບມັນ.
ໃຫ້ວາດພາບວ່າ ທ່ານກຳລັງອ່ານພຣະຄຳພີໃນເຊົ້າມື້ໜຶ່ງ ແລະ ພຣະວິນຍານໄດ້ກະຊິບເບົາໆວ່າ ສິ່ງທີ່ທ່ານກຳລັງອ່ານຢູ່ນັ້ນເປັນຄວາມຈິງ. ທ່ານຈະຮູ້ຈັກພຣະວິນຍານບໍ ແລະ ມີຄວາມສຸກ ທີ່ທ່ານຮູ້ສຶກເຖິງຄວາມຮັກຂອງພຣະອົງ ແລະ ມີຄຸນຄ່າທີ່ຈະໄດ້ຮັບມັນ?
ແມ່ທັງຫລາຍ, ທ່ານອາດຄຸເຂົ່າຢູ່ຂ້າງລູກຊາຍຜູ້ອາຍຸສີ່ປີ ໃນຂະນະທີ່ລາວກຳລັງກ່າວຄຳອະທິຖານກ່ອນເຂົ້ານອນ. ຄວາມຮູ້ສຶກໄດ້ຫລັ່ງໄຫລມາສູ່ທ່ານ ໃນຂະນະທີ່ທ່ານຮັບຟັງ. ທ່ານຮູ້ສຶກອົບອຸ່ນ ແລະ ສະຫງົບສຸກ. ຄວາມຮູ້ສຶກນັ້ນມີຢູ່ບຶດໜຶ່ງ, ແຕ່ທ່ານຮູ້ຈັກວ່າ, ໃນເວລານັ້ນເອງ, ທ່ານຖືກພິຈາລະນາວ່າມີຄຸນຄ່າທີ່ຈະໄດ້ຮັບມັນ. ໜ້ອຍເທື່ອທີ່ເຮົາອາດ, ຖ້າເຄີຍມີ, ໄດ້ຮັບການສະແດງໃຫ້ປະຈັກທີ່ຍິ່ງໃຫຍ່ ໃນຊີວິດຂອງເຮົາ, ແຕ່ສ່ວນຫລາຍແລ້ວ ເຮົາຈະໄດ້ຍິນການກະຊິບອັນຫວານຊື່ນຂອງພຣະວິນຍານບໍລິສຸດເທົ່ານັ້ນ, ເປັນພະຍານເຖິງຄວາມຈິງເຖິງການມີຄຸນຄ່າທາງວິນຍານຂອງເຮົາ.
ພຣະຜູ້ເປັນເຈົ້າໄດ້ອະທິບາຍເຖິງຄວາມສຳພັນລະຫວ່າງຄຸນຄ່າຂອງເຮົາ ແລະ ການເສຍສະລະຊົດໃຊ້ອັນຍິ່ງໃຫຍ່ຂອງພຣະອົງ ເມື່ອພຣະອົງໄດ້ກ່າວດັ່ງນີ້:
ຄ່າຂອງຈິດວິນຍານຍິ່ງໃຫຍ່ໃນສາຍພຣະເນດຂອງພຣະເຈົ້າ;
ພຣະຜູ້ເປັນເຈົ້າ ພຣະຜູ້ໄຖ່ຂອງເຮົາ ໄດ້ສິ້ນພຣະຊົນໃນເນື້ອໜັງ; ດັ່ງນັ້ນ ພຣະອົງຈຶ່ງໄດ້ຮັບເອົາຄວາມເຈັບປວດຂອງມະນຸດທັງປວງ, ເພື່ອວ່າມະນຸດທັງປວງຈະໄດ້ກັບໃຈ ແລະ ມາຫາພຣະອົງ.9
ເອື້ອຍນ້ອງທັງຫລາຍ, ເປັນເພາະສິ່ງທີ່ພຣະອົງໄດ້ກະທຳເພື່ອເຮົາ, “ເຮົາຈຶ່ງຖືກຜູກພັນເຂົ້າກັນດ້ວຍສາຍຮັດແຫ່ງຄວາມຮັກ.”10 ພຣະອົງໄດ້ກ່າວວ່າ “ແລະ ພຣະບິດາຂອງເຮົາໄດ້ສົ່ງເຮົາມາ ເພື່ອວ່າເຮົາຈະໄດ້ຖືກຍົກຂຶ້ນເທິງໄມ້ກາງແຂນ; ແລະ ຫລັງຈາກເຮົາໄດ້ຖືກຍົກຂຶ້ນເທິງໄມ້ກາງແຂນ ເພື່ອວ່າເຮົາຈະໄດ້ຊັກນຳຄົນທັງຫລາຍມາຫາເຮົາ.”11
ກະສັດເບັນຢາມິນກໍໄດ້ອະທິບາຍຄວາມຜູກພັນນີ້ ຊຶ່ງກ່ຽວຂ້ອງກັບພຣະຜູ້ຊ່ວຍໃຫ້ລອດຂອງເຮົາວ່າ: “ແລະ ແລ້ວພຣະອົງຈະອົດທົນຕໍ່ການລໍ້ລວງ, ແລະ ຄວາມເຈັບປວດທາງຮ່າງກາຍ, ແລະ ອົດທົນຕໍ່ຄວາມຫິວເຂົ້າ, ຄວາມກະຫາຍນ້ຳ, ແລະ ຄວາມອິດເມື່ອຍຫລາຍກວ່າມະນຸດຈະທົນໄດ້, ນອກຈາກຈະເຖິງແກ່ຄວາມຕາຍ; ເພາະຈົ່ງເບິ່ງ, ຄວາມເຈັບປວດຂອງພຣະອົງຈະໃຫຍ່ຫລວງທີ່ສຸດຈົນໂລຫິດໄຫລອອກຈາກທຸກຂຸມຂົນເພາະຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງຂອງຜູ້ຄົນຂອງພຣະອົງ.”12 ການຮັບທຸກທໍລະມານນັ້ນ ແລະ ຜົນຂອງການຮັບທຸກທໍລະມານນັ້ນ ເຮັດໃຫ້ໃຈຂອງເຮົາເຕັມໄປດ້ວຍຄວາມຮັກ ແລະ ຄວາມກະຕັນຍູ. ແອວເດີ ພອລ໌ ອີ ໂຄລິເຄີ ໄດ້ສອນວ່າ, “ເມື່ອເຮົາກຳຈັດສິ່ງກີດກັນທີ່ດຶງດູດເຮົາໄປຫາໂລກ ແລະ ໃຊ້ອຳເພີໃຈຂອງເຮົາທີ່ຈະສະແຫວງຫາພຣະອົງ, ແລ້ວເຮົາຈະເປີດໃຈຂອງເຮົາຕໍ່ອິດທິພົນແຫ່ງຊັ້ນສູງ ຊຶ່ງດຶງດູດເຮົາໄປຫາພຣະອົງ.”13 ຖ້າຫາກຄວາມຮັກທີ່ເຮົາຮູ້ສຶກຕໍ່ພຣະຜູ້ຊ່ວຍໃຫ້ລອດ ແລະ ສິ່ງທີ່ພຣະອົງໄດ້ກະທຳເພື່ອເຮົາມີພະລັງຫລາຍກວ່າພະລັງທີ່ເຮົາມອບໃຫ້ແກ່ຄວາມອ່ອນແອ, ຄວາມສົງໄສຕົນເອງ, ຫລື ນິໄສທີ່ບໍ່ດີ, ແລ້ວພຣະອົງຈະຊ່ວຍເຮົາໃຫ້ເອົາຊະນະສິ່ງທີ່ກໍ່ໃຫ້ເກີດຄວາມທຸກທໍລະມານ ໃນຊີວິດຂອງເຮົາ. ພຣະອົງໂຜດເຮົາໃຫ້ລອດຈາກຕົວເຮົາເອງ.
ຂໍໃຫ້ຂ້າພະເຈົ້າເນັ້ນຄືນອີກ: ຖ້າຫາກພະລັງຂອງໂລກມີຫລາຍກວ່າສັດທາ ແລະ ຄວາມໄວ້ວາງໃຈທີ່ເຮົາມີໃນພຣະຜູ້ຊ່ວຍໃຫ້ລອດ, ແລ້ວການຖ່ວງດຶງຂອງໂລກ ຈະຊະນະທຸກເທື່ອ. ຖ້າຫາກເຮົາເລືອກທີ່ຈະເອົາໃຈໃສ່ຕໍ່ຄວາມຄິດທີ່ເປັນທາງລົບ ແລະ ສົງໄສຄຸນຄ່າຂອງເຮົາ ແທນທີ່ຈະແນບສະໜິດຢູ່ກັບພຣະຜູ້ຊ່ວຍໃຫ້ລອດ, ແລ້ວຈະມີຄວາມຫຍຸ້ງຍາກຫລາຍຂຶ້ນ ທີ່ຈະຮູ້ສຶກເຖິງການກະຕຸ້ນຂອງພຣະວິນຍານບໍລິສຸດ.
ເອື້ອຍນ້ອງທັງຫລາຍ, ຂໍໃຫ້ເຮົາຢ່າສັບສົນກ່ຽວກັບວ່າເຮົາເປັນໃຜ! ເຖິງແມ່ນວ່າເຮົາບໍ່ເຮັດຫຍັງກັບຄວາມຮູ້ສຶກທາງວິນຍານ ອາດເປັນສິ່ງງ່າຍກວ່າການພະຍາຍາມຈື່ຈຳ ແລະ ຮັບເອົາເອກະລັກແຫ່ງສະຫວັນຂອງເຮົາ, ແຕ່ເຮົາກໍບໍ່ສາມາດຕາມໃຈຕົນເອງໄດ້ ໃນຍຸກສຸດທ້າຍນີ້. ເອື້ອຍນ້ອງທັງຫລາຍ, ຂໍໃຫ້ເຮົາ, “ຈົ່ງຊື່ສັດໃນພຣະຄຣິດ; … ຂໍໃຫ້ພຣະຄຣິດຈົ່ງຍົກ [ເຮົາ] ຂຶ້ນ, ແລະ ຂໍໃຫ້ຄວາມທຸກທໍລະມານ ແລະ ການສິ້ນພຣະຊົນຂອງພຣະອົງ, … ແລະ ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງ, ແລະ ຄວາມຫວັງໃນລັດສະໝີພາບຂອງພຣະອົງ ແລະ ຊີວິດນິລັນດອນ, ຈົ່ງມີຢູ່ໃນ [ຈິດໃຈຂອງເຮົາ] ຕະຫລອດການດ້ວຍເທີ້ນ.”14 ເມື່ອພຣະຜູ້ຊ່ວຍໃຫ້ລອດ ຍົກເຮົາຂຶ້ນສູ່ບ່ອນສູງ, ເຮົາຈຶ່ງເຫັນຢ່າງແຈ່ມແຈ້ງ ບໍ່ພຽງແຕ່ເຫັນຜູ້ທີ່ເຮົາເປັນຢູ່ ແຕ່ເຮົາໄດ້ເຂົ້າໃກ້ພຣະອົງເກີນກວ່າທີ່ເຮົາຈະສາມາດຄາດຄິດໄດ້ນຳອີກ. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.