​2010–2019
ຄວາມຕ້ອງການ​ທີ່ຢູ່ຕໍ່ໜ້າເຮົາ
ເດືອນ​ຕຸລາ 2017


2:3

ຄວາມຕ້ອງການ​ທີ່ຢູ່ຕໍ່ໜ້າເຮົາ

ຄວາມຕ້ອງ​ການທີ່​ສຳຄັນທີ່​ສຸດບາງຢ່າງ ທີ່ເຮົາ​ສາມາດ​ສະໜອງໄດ້​ແມ່ນຢູ່ພາຍ​ໃນຄອບຄົວ​ຂອງເຮົາເອງ, ໃນບັນດາ​ໝູ່ເພື່ອນ​ຂອງເຮົາ, ໃນຫວອດ​ຂອງເຮົາ, ແລະ ໃນຊຸມຊົນຂອງເຮົາ.

ໃນຊ່ວງ​ເວລານີ້ ເຮົາໄດ້ເຫັນ​ໄພພິບັດ​ທຳມະຊາດ​ຢ່າງຫລວງຫລາຍ, ຢູ່ທີ່​ປະເທດ​ເມັກຊີໂກ, ໃນສະຫະລັດ, ທີ່ອາຊີ, ໃນເຂດກາຣີບຽນ, ແລະ ໃນອາຟຣິກາ. ມັນໄດ້ນຳ​ຄວາມດີງາມ​ທີ່ສຸດ​ຂອງ​ຜູ້​ຄົນ​ອອກມາ​ໃຫ້ປະຈັກ ຂະນະທີ່​ຄົນຫລາຍໆພັນຄົນ​ໄດ້ລຸກຂຶ້ນຊ່ວຍ ຜູ້ຄົນທີ່ຕົກ​ຢູ່ໃນ​ອັນຕະລາຍ ຫລື ຄວາມຂັດສົນ ແລະ ຜູ້ທີ່ໄດ້​ສູນເສຍ​ຢ່າງຫລວງຫລາຍ. ຂ້າພະເຈົ້າ​ຕື່ນເຕັ້ນຫລາຍ​ທີ່ໄດ້ເຫັນ​ຍິງໜຸ່ມ​ຢູ່ລັດເທັກຊັດ ແລະ ລັດຟໍຣິດາ ຜູ້ທີ່ໄດ້​ນຸ່ງເສື້ອ​ຍືດ​ສີເຫລືອງ​ຂອງ ມືທີ່​ຊ່ວຍເຫລືອ ພ້ອມກັບ​ຄົນອື່ນໆ ແລະ ໄດ້ຊ່ວຍ​ມ້ຽນມັດ​ເຮືອນຊານ ກຳຈັດເສດ​ສິ່ງທີ່ມາ​ຈາກ​ພະຍຸຮ້າຍ​ເມື່ອບໍ່ດົນມານີ້. ຫລາຍໆພັນຄົນ​ກໍຈະໄປຊ່ວຍ​ຢູ່ທີ່​ສູນກູ້ໄພ ຖ້າຫາກບໍ່​ເປັນເພາະ​ການເດີນທາງ​ທີ່ຍາວໄກ. ແຕ່ແທນນັ້ນ, ທ່ານໄດ້​ບໍລິຈາກ​ຢ່າງເພື່ອແຜ່ ເພື່ອຊ່ວຍ​ບັນເທົາ​ຄວາມທຸກ​ທໍລະມານ. ນ້ຳໃຈທີ່​ເພື່ອແຜ່ ແລະ ຄວາມເຫັນອົກ​ເຫັນໃຈ​ຂອງທ່ານ​ໄດ້ດົນໃຈ ແລະ ເປັນເໝືອນດັ່ງ​ພຣະຄຣິດ.

ກຸ່ມຍິງໜຸ່ມກັບປະທານ​ໄອຣິງ

ມື້ນີ້ຂ້າພະເຈົ້າ​ຢາກກ່າວເຖິງ​ດ້ານໜຶ່ງ​ຂອງການ​ຮັບໃຊ້ ທີ່ຂ້າພະເຈົ້າ​ຮູ້ສຶກວ່າ ສຳຄັນສຳລັບ​ທຸກໆຄົນ—ບໍ່ວ່າເຮົາຈະ​ອາໄສຢູ່ໃສ​ກໍຕາມ. ສຳ​ລັບ​ພວກ​ເຮົາ​ຜູ້​ໄດ້​ເບິ່ງ​ຂ່າວ ກ່ຽວ​ກັບ​ເຫດ​ການທີ່​ໄດ້​ເກີດ​ຂຶ້ນ​ເມື່ອ​ບໍ່​ດົນ​ມານີ້ ແລະ ບໍ່​ຮູ້​ວ່າ​ຈະ​ຊ່ວຍ​ແນວ​ໃດ, ຄຳ​ຕອບ​ອາດ​ຢູ່​ຕໍ່​ໜ້າ​ເຮົາ.

ພຣະຜູ້ຊ່ວຍ​ໃຫ້ລອດ​ໄດ້ສອນວ່າ, “ເພາະຜູ້ໃດ​ທີ່ຢາກຊ່ວຍ​ຊີວິດຂອງຕົນ​ໃຫ້ພົ້ນ ຜູ້ນັ້ນກໍ ຈະເສຍຊີວິດ, ແຕ່ຜູ້ໃດທີ່​ສະລະຊີວິດ​ຂອງຕົນ ເພື່ອເຫັນ​ແກ່ເຮົາ ແລະ ແກ່ຂ່າວ​ປະເສີດ ຜູ້ນັ້ນ ກໍຈະຖືກຊ່ວຍ​ຊີວິດໃຫ້ພົ້ນໄດ້.”1 ປະທານທອມມັສ ແອັສ ມອນສັນ ໄດ້ກ່າວເຖິງ​ພຣະຄຳພີ ຂໍ້ນີ້ວ່າ: “ຂ້າພະເຈົ້າ​ເຊື່ອວ່າ ພຣະຜູ້ຊ່ວຍ ໃຫ້ລອດ​ກຳລັງ​ບອກເຮົາວ່າ ຖ້າຫາກເຮົາ​ບໍ່ສະລະ​ຊີວິດຂອງເຮົາ ໃນການຮັບໃຊ້​ຄົນອື່ນ, ແລ້ວຊີວິດ ຂອງເຮົາ​ກໍຈະມີ​ຈຸດປະສົງ​ນ້ອຍໄປ. ຜູ້ຄົນທີ່​ມີຊີວິດ​ຢູ່ເພື່ອຕົວ​ເຂົາເຈົ້າເອງ​ເທົ່ານັ້ນ ໃນທີ່ສຸດ​ກໍຈະຫ່ຽວແຫ້ງ ແລະ ສູນເສຍ​ຊີວິດ ເຂົາເຈົ້າໄປ, ຂະນະທີ່ຄົນອື່ນ​ທີ່ໄດ້ເສຍສະລະ​ຕົນເອງ ຢູ່ໃນການຮັບໃຊ້​ຄົນອື່ນ ຈະເຕີບໂຕ ແລະ ຮຸ່ງເຮືອງ—ແລະ ໃນທີ່ສຸດ​ກໍຖືກ​ຊ່ວຍຊີວິດ​ຂອງຕົນໃຫ້ພົ້ນ.”2

ເຮົາດຳລົງຊີວິດຢູ່ໃນສັງຄົມ ບ່ອນທີ່ຄົນຫລາຍຕໍ່ຫລາຍຄົນເຮົາ ພາກັນເອົາໃຈໃສ່ແຕ່ຈໍນ້ອຍໆ, ຢູ່ໃນມືຂອງເຮົາ ຫລາຍກວ່າທີ່ຈະເອົາໃຈໃສ່ຄົນທີ່ຢູ່ອ້ອມຂ້າງເຮົາ. ເຮົາເອົາ​ການສົ່ງສື່ສານ​ມາແທນການ​ແນມເບິ່ງ​ດວງຕາ​ຂອງຄົນອື່ນ ແລະ ຍິ້ມໃຫ້ກັນ ຫລື, ຍິ່ງເປັນ​ສິ່ງທີ່​ແປກໆ​ກໍຄື, ການທີ່​ຈະເວົ້າລົມ​ກັນໜ້າ​ຕໍ່ໜ້າ​ຕົວຕໍ່ຕົວ. ເຮົາມັກ​ຈະກັງວົນ​ກັບ​ການ​ມີ ຄົນຕິດຕາມ ແລະ ຄົນມັກຊອບ ຫລາຍໄປກວ່າການເອົາແຂນ ໂອບກອດ​ໝູ່ເພື່ອນ ແລະ ສະແດງ​ຄວາມຮັກ, ຄວາມຫ່ວງໃຍ ແລະ ຄວາມສົນໃຈ​ທີ່ສຳພັດໄດ້. ເຖິງແມ່ນວ່າ​ເທັກໂນໂລຈີ​ສະໄໝໃໝ່​ຈະດີເດັ່ນ​ປານໃດ​ກໍຕາມ ສຳລັບ​ການແຜ່​ຂະຫຍາຍ​ສື່ສານ ຂອງ​ພຣະກິດ​ຕິຄຸນ​ຂອງພຣະເຢຊູ​ຄຣິດ ແລະ ການຊ່ວຍ​ໃຫ້ເຮົາ​ຕິດຕໍ່ພົວ​ພັນກັບ​ຄອບຄົວ ແລະ ໝູ່ເພື່ອນ, ຖ້າຫາກເຮົາບໍ່​ລະມັດລະວັງ​ໃນວິທີທີ່ເຮົາ​ໃຊ້ເຄື່ອງມືຖື​ສ່ວນຕົວ​ເຫລົ່ານີ້, ເຮົາກໍຈະ​ເລີ່ມຫັນ ເຂົ້າຫາຕົວເອງ ແລະ ລືມໄປວ່າ​ແກ່ນສານຂອງການ​ດຳລົງຊີວິດ​ຕາມພຣະກິດຕິຄຸນ​ຄືການຮັບໃຊ້.

ຂ້າພະເຈົ້າ​ມີຄວາມຮັກ ແລະ ສັດທາຫລາຍໆ ໃນພວກທ່ານ ຜູ້ທີ່ເປັນໄວລຸ້ນ ແລະ ໄວໜຸ່ມສາວ​ຂອງທ່ານ. ຂ້າພະເຈົ້າ​ໄດ້ເຫັນ ແລະ ໄດ້ຮູ້ສຶກ​ເຖິງຄວາມ​ປາດຖະໜາ​ຂອງທ່ານ ທີ່ຈະຮັບໃຊ້ ແລະ ເຮັດຄວາມ​ແຕກຕ່າງ​ຢູ່ໃນໂລກ. ຂ້າພະເຈົ້າ​ເຊື່ອວ່າ ສະມາຊິກ​ສ່ວນໃຫຍ່​ກໍເຫັນວ່າ​ການຮັບໃຊ້ນັ້ນ​ເປັນຈຸດໃຈກາງ​ຂອງພັນທະສັນຍາ ແລະ ການເປັນ​ສານຸສິດ​ຂອງເຂົາເຈົ້າ. ແຕ່ ຂ້າພະເຈົ້າ​ຍັງຄິດ​ອີກວ່າ ບາງເທື່ອມັນ​ເປັນເລື່ອງງ່າຍ​ທີ່ຈະພາດ​ໂອກາດທີ່​ສຳຄັນບາງຢ່າງ ທີ່ຈະຮັບ​ໃຊ້ຄົນອື່ນ ເພາະເຮົາ​ຖືກລົບກວນ ຫລື ເພາະເຮົາ​ຊອກຫາວິທີ​ທາງທີ່ຍິ່ງໃຫຍ່ ທີ່ຈະປ່ຽນ​ແປງໂລກ ແລະ ເຮົາບໍ່ເຫັນວ່າ ຄວາມຕ້ອງການ​ທີ່ສຳຄັນທີ່ສຸດ​ບາງຢ່າງ ທີ່ເຮົາສາມາດ​ສະໜອງໄດ້​ແມ່ນ ຢູ່ພາຍໃນຄອບຄົວຂອງເຮົາເອງ, ໃນບັນດາ​ໝູ່ເພື່ອນ​ຂອງເຮົາ, ໃນຫວອດ​ຂອງເຮົາ, ແລະ ໃນຊຸມຊົນ​ຂອງເຮົາ. ໃຈຂອງເຮົາ​ຖືກສຳພັດ ເມື່ອເຮົາ​ເຫັນຄວາມ​ທຸກທໍລະມານ ແລະ ຄວາມຕ້ອງການ​ອັນໃຫຍ່ຫລວງ ຂອງຜູ້ຄົນ​ທີ່ອາໄສ​ຢູ່ໄກໆ​ຈາກເຮົາ​ໃນໂລກ, ແຕ່ເຮົາອາດ​ບໍ່ເຫັນວ່າ​ຍັງມີອີກຄົນ​ທີ່ຕ້ອງການ ມິດຕະພາບ​ຂອງເຮົາ ທີ່ນັ່ງຢູ່ຂ້າງ​ເຮົາໃນ​ຫ້ອງຮຽນ.

ຊິດສະເຕີ ລິນດາ ເຄ ເບີຕັນ ໄດ້ເລົ່າເລື່ອງ​ຂອງປະທານ​ສະມາຄົມ​ສະຕິສົງເຄາະ​ໃນສະເຕກ​ໃຫ້ຟັງ, ຜູ້ທີ່ເຮັດ​ວຽກຮ່ວມມື​ກັບຄົນອື່ນ, ສະສົມ​ຜ້າຫົ່ມໃຫ້​ຜູ້ຄົນທີ່​ຂັດສົນ​ໃນລະຫວ່າງປີ 1990. “ນາງ ແລະ ລູກສາວ​ຂອງນາງ​ໄດ້ຂັບລົດ​ທີ່ເຕັມໄປດ້ວຍ​ຜ້າຫົ່ມ​ຈາກ​ກຸງລອນດອນ ໄປເຖິງ ປະ​ເທດ​ໂກໂຊໂວ. ໃນການເດີນ​ທາງກັບບ້ານ ນາງໄດ້​ຮັບການ​ປະທັບໃຈ​ແຫ່ງວິນຍານ ທີ່ປະຕິເສດ​ບໍ່ໄດ້ ທີ່ເຮັດ​ໃຫ້ຫົວໃຈ​ຂອງນາງ​ອ່ອນໄຫວ. ຄວາມປະທັບໃຈ​ນັ້ນໄດ້​ບອກວ່າ: ‘ສິ່ງທີ່ເຈົ້າ​ເຮັດນັ້ນກໍ​ເປັນສິ່ງທີ່​ດີຫລາຍ. ແຕ່ບັດນີ້ ໃຫ້ເຈົ້າ​ກັບເມືອບ້ານ, ຍ່າງ​ຂ້າມຖະໜົນ, ແລະ ໄປຮັບໃຊ້​ເພື່ອນບ້ານ​ຂອງເຈົ້າເດີ້.‘”3

ມັນຈະມີ​ສິ່ງໃດດີ ທີ່ຈະ​ຊ່ວຍໂລກ​ໃຫ້ພົ້ນ ຖ້າຫາກ​ເຮົາລະເລີຍ​ກັບຄວາມຕ້ອງ​ການຂອງ​ຜູ້ຄົນ ທີ່ອາໄສ​ຢູ່ໃກ້ເຮົາທີ່ສຸດ ແລະ ຜູ້ທີ່ເຮົາ​ຮັກທີ່ສຸດ? ມັນຈະມີ​ຄຸນຄ່າ​ຫລາຍເທົ່າໃດ​ໃນການສ້ອມ​ແປງໂລກ ຖ້າຫາກວ່າ ຜູ້ຄົນທີ່​ຢູ່ອ້ອມຂ້າງ​ເຮົາກຳລັງ ເສົ້າສະຫລົດໃຈ ແລະ ເຮົາພັດ​ບໍ່ໄດ້ສັງເກດ​ເຫັນເຂົາເຈົ້າ​ເລີຍ? ພຣະບິດາ​ເທິງສະຫວັນ​ອາດໄດ້​ວາງຜູ້ຄົນ​ທີ່ຕ້ອງການເຮົາ ໃຫ້ຢູ່ໃກ້​ເຮົາທີ່ສຸດ, ເພາະພຣະອົງ​ຮູ້ວ່າ ເຮົາເປັນ​ຜູ້ທີ່ເໝາະສົມ​ທີ່ສຸດທີ່​ຈະສະໜອງ​ຄວາມຕ້ອງການ​ຂອງເຂົາເຈົ້າໄດ້.

ນາງ​ແຊວຣາ ແລະ ນ້ອງ​ສາວ​ຂອງ​ນາງ ກຳ​ລັງ​ຍ່າງ

ທຸກໆຄົນ​ສາມາດພົບ​ເຫັນວິທີທາງ​ທີ່ຈະສະເໜີ​ການຮັບໃຊ້​ທີ່ເໝືອນດັ່ງ​ພຣະຄຣິດ. ທີ່ປຶກສາ​ຂອງຂ້າພະເຈົ້າ, ຊິດສະເຕີ ແຄວໂຣ ແອັຟ ມັກຄອງກີ ເມື່ອບໍ່ດົນມານີ້​ໄດ້ບອກ​ຂ້າພະເຈົ້າ ເຖິງຫລານສາວ​ຂອງເພິ່ນ ນາງ ແຊວຣາ ອາຍຸ 10 ປີ, ຕອນທີ່ນາງ​ໄດ້ຮັບຮູ້ວ່າ​ແມ່ຂອງນາງ​ບໍ່ສະບາຍ, ນາງໄດ້ຕັດສິນໃຈ​ດ້ວຍຕົວເອງວ່າ​ຈະຊ່ວຍແມ່. ນາງໄດ້ຊ່ວຍ​ປຸກນ້ອງສາວ​ຂອງ​ນາງ​ໃຫ້​ຕື່ນນອນ, ຊ່ວຍນ້ອງ​ນຸ່ງເຄື່ອງ, ຖູແຂ້ວ, ຫວີຜົມໃຫ້ນ້ອງ, ແລະ ເຮັດອາຫານ​ເຊົ້າໃຫ້ນ້ອງ ເພື່ອວ່າແມ່​ຂອງນາງຈະ​ໄດ້ພັກຜ່ອນ. ນາງໄດ້ດຳເນີນ​ການກະທຳ​ຂອງການ​ຮັບໃຊ້ທີ່​ລຽບງ່າຍ​ຢ່າງງຽບໆ ໂດຍບໍ່ໄດ້​ຖືກຮຽກຮ້ອງ​ໃຫ້ເຮັດ ເພາະນາງ​ໄດ້ເຫັນວ່າ​ມີຄວາມຕ້ອງການ ແລະ ຢາກຊ່່ວຍ. ນາງແຊວຣາ ບໍ່ພຽງແຕ່​ໄດ້ເປັນພອນ​ໃຫ້ແກ່ແມ່​ຂອງນາງເທົ່ານັ້ນ, ແຕ່ຂ້າພະເຈົ້າ​ແນ່ໃຈວ່າ ນາງກໍໄດ້​ຮູ້ສຶກ​ມີຄວາມສຸກ ທີ່ຮູ້ວ່າ​ນາງໄດ້ຊ່ວຍ​ແບ່ງເບົາພາລະ​ຂອງຄົນທີ່ນາງຮັກ ແລະ ເມື່ອເຮັດ​ດັ່ງນັ້ນ, ນາງກໍໄດ້​ເຮັດໃຫ້ຄວາມ​ສຳພັນລະຫວ່າງ​ນາງກັບນ້ອງສາວ​ເຂັ້ມແຂງຂຶ້ນ. ປະທານ ເຈມສ໌ ອີ ຟາວ ໄດ້ກ່າວວ່າ: “ການຮັບໃຊ້​ຄົນອື່ນ​ສາມາດ​ເລີ່ມຕົ້ນ​ໄດ້ເກືອບ​ໃນທຸກໆໄວ. … ມັນບໍ່ຈຳ​ເປັນຕ້ອງເປັນ​ເລື່ອງທີ່​ໃຫຍ່ໂຕ, ແລະ ມັນຈະ​ເປັນເລື່ອງ​ທີ່ສູງສົ່ງ​ທີ່ສຸດພາຍ ໃນ​ຄອບຄົວ.”4

ນາງ​ແຊວຣາ ແລະ ນ້ອງສາວ​ຂອງ​ນາງ ກຳ​ລັງ​ອ່ານ​ປຶ້ມ

ເດັກນ້ອຍ​ທັງຫລາຍ ພວກເຈົ້າຮູ້ບໍວ່າ​ມັນມີຄວາມໝາຍ​ຫລາຍຂະໜາດໃດ​ຕໍ່ພໍ່ແມ່ ແລະ ສະມາຊິກ ໃນຄອບຄົວ​ຂອງພວກເຈົ້າ ເມື່ອພວກເຈົ້າ​ຊອກຫາວິທີທີ່​ຈະຮັບໃຊ້ຢູ່ໃນ​ບ້ານເຮືອນ​ຂອງພວກເຈົ້າ? ສຳລັບພວກເຈົ້າ​ທີ່ຢູ່ໃນໄວລຸ້ນ, ການເສີມສ້າງ ແລະ ການຮັບໃຊ້ສະມາຊິກ​ໃນຄອບຄົວຂອງ​ພວກເຈົ້າ ຄວນເປັນໜຶ່ງ​ໃນລະດັບ​ຄວາມສຳຄັນ​ຂອງພວກເຈົ້າ ຂະນະທີ່ພວກເຈົ້າ​ຊອກຫາວິທີທີ່​ຈະປ່ຽນແປງໂລກ. ການສະແດງ​ຄວາມເມດຕາ ແລະ ຄວາມຫ່ວງໃຍ​ຕໍ່ອ້າຍເອື້ອຍນ້ອງ ແລະ ພໍ່ແມ່ຂອງ​ພວກເຈົ້າ ຈະຊ່ວຍສ້າງ​ບັນຍາກາດ​ແຫ່ງຄວາມເປັນໜຶ່ງ ແລະ ຈະເຊື້ອເຊີນ​ພຣະວິນຍານ​ໃຫ້ເຂົ້າມາ​ສະຖິດຢູ່ ໃນບ້ານເຮືອນ​ຂອງພວກເຈົ້າ. ການປ່ຽນແປງໂລກ​ເລີ່ມດ້ວຍການເຮັດ​ໃຫ້ຄອບຄົວຂອງ​ພວກເຈົ້າເອງ​ເຂັ້ມແຂງ.

ອີກດ້ານໜຶ່ງ​ຂອງຄວາມເອົາໃຈໃສ່​ສຳລັບການ​ຮັບໃຊ້ຂອງເຮົາ​ສາມາດເກີດຂຶ້ນ​ພາຍໃນຄອບຄົວ ຫວອດ​ຂອງເຮົາເອງ. ເປັນບາງຄັ້ງ​ບາງຄາວ​ລູກໆຂອງເຮົາ​ຈະຖາມວ່າ, “ເປັນຫຍັງ​ລູກຕ້ອງໄປ​ຮ່ວມໃນ ກິດຈະກຳ​ຂອງຊາວໜຸ່ມ? ລູກບໍ່ໄດ້​ຮັບຜົນປະໂຫຍດ​ໃດໆຈາກສິ່ງ​ນັ້ນເລີຍ.”

ຖ້າຫາກ​ຂ້າພະເຈົ້າ​ມີຊ່ວງເວລາ​ທີ່ເປັນແມ່ທີ່ດີ, ແລ້ວຂ້າພະເຈົ້າ​ຈະຕອບວ່າ, “ແມ່ນຫຍັງລະ​ເຮັດ ໃຫ້ລູກຄິດວ່າ ການໄປຮ່ວມ​ກິດຈະກຳ​ຂອງຊາວ​ໜຸ່ມນັ້ນ ເພາະຜົນ​ປະໂຫຍດທີ່ ລູກ ຈະໄດ້ຮັບ?”

ເພື່ອນຊາວໜຸ່ມ​ຂອງຂ້າພະເຈົ້າ, ຂ້າພະເຈົ້າ​ຮັບຮອງກັບ​ພວກເຈົ້າໄດ້ວ່າ ຈະມີບາງ​ຄົນສະເໝີ ຢູ່ທີ່ກອງ​ປະຊຸມ​ຂອງສາດສ​ະໜາຈັກ ທີ່ພວກເຈົ້າ​ໄປຮ່ວມ ຜູ້ທີ່ໂດດດ່ຽວ, ຜູ້ທີ່ກຳລັງ​ມີການທ້າທາຍ ແລະ ຕ້ອງການ​ເພື່ອນຄົນໜຶ່ງ, ຫລື ຜູ້ທີ່ອາດມີ​ຄວາມຮູ້ສຶກ​ຄືກັນວ່າ ເຂົາບໍ່ມີໝູ່ ຫລື ເປັນທີ່ຍອມຮັບ​ຢູ່ທີ່ນັ້ນ. ພວກເຈົ້າມີບາງສິ່ງ​ທີ່ສຳຄັນ ທີ່ຈະມອບໃຫ້ ຢູ່ໃນທຸກໆກອງປະຊຸມ ຫລື ກິດຈະກຳ, ແລະ ພຣະຜູ້ເປັນເຈົ້າ​ປະສົງໃຫ້ພວກເຈົ້າ​ຫລຽວໄປເບິ່ງ​ໝູ່ເພື່ອນ ທີ່ຢູ່ອ້ອມຂ້າງພວກເຈົ້າ ແລະ ແລ້ວໃຫ້​ປະຕິບັດຕໍ່​ພວກເຂົາດັ່ງທີ່​ພຣະອົງຈະ​ປະຕິບັດ.

ແອວເດີ ດີ ທອດ ຄຣິສໂຕ​ເຟີສັນ ໄດ້ສອນວ່າ, “ເຫດຜົນ​ສຳຄັນຢ່າງ​ໜຶ່ງ ທີ່ພຣະຜູ້​ເປັນເຈົ້າ ມີສາດສະ​ໜາຈັກ ກໍເພື່ອຈະ​ສ້າງຊຸມຊົນຂອງ​ໄພ່ພົນຂອງ​ພຣະເຈົ້າ ທີ່ຈະສະໜັບ​ສະໜູນກັນ​ແລະກັນ ຢູ່ໃນເສັ້ນທາງ ‘ຄັບ ແລະ ແຄບ ທີ່ນຳໄປ​ສູ່ຊີວິດ​ນິລັນດອນ.’” ເພິ່ນໄດ້ກ່າວ​ຕໍ່ໄປວ່າ, “ສາດສະໜານີ້​ບໍ່ພຽງແຕ່​ເປັນຫ່ວງນຳ​ຕົວເອງເທົ່ານັ້ນ; ແຕ່ ເຮົາຖືກເອີ້ນ​ໃຫ້ຮັບໃຊ້.” ເຮົາເປັນ​ພຣະເນດ, ເປັນພຣະຫັດ, ເປັນພຣະສຽນ, ເປັນພຣະບາດ, ແລະ ສ່ວນອື່ນໆອີກ ຂອງພຣະກາຍ ຂອງພຣະຄຣິດ.”5

ມັນເປັນຄວາມຈິງ​ທີ່ເຮົາໄປ​ຮ່ວມກອງ​ປະຊຸມຂອງເຮົາ​ທຸກໆອາທິດ ເພື່ອມີສ່ວນຮ່ວມ​ໃນພິທີການ, ຮຽນຮູ້ຄຳສອນ, ແລະ ໄດ້ຮັບ​ການດົນໃຈ, ແຕ່ ເຫດຜົນ​ທີ່ສຳຄັນ​ຫລາຍອີກ​ຢ່າງໜຶ່ງກໍແມ່ນ, ໃນຖານະ​ຄອບຄົວ​ໃນຫວອດ ແລະ ໃນຖານະ​ສານຸສິດຂອງ​ພຣະຜູ້ຊ່ວຍ​ໃຫ້ລອດ ພຣະເຢຊູຄຣິດ, ເຮົາດູແລກັນ​ແລະກັນ, ໃຫ້ກຳລັງ​ໃຈກັນ, ແລະ ຊອກຫາ​ວິທີທີ່​ຈະຮັບໃຊ້ ແລະ ເສີມສ້າງ​ຄວາມເຂັ້ມແຂງ​ໃຫ້ກັນແລະກັນ. ເຮົາບໍ່ໄດ້​ເປັນພຽງແຕ່​ຜູ້ໄດ້ຮັບ ແລະ ຜູ້ເກັບເອົາ​ສິ່ງທີ່ຖືກມອບ​ໃຫ້ຢູ່ທີ່ໂບດ​ເທົ່ານັ້ນ; ເຮົາຍັງຖືກຮຽກຮ້ອງ​ໃຫ້ເປັນຜູ້​ທີ່ໃຫ້ ແລະ ຜູ້ທີ່ຈັດຫາ​ໃຫ້ດ້ວຍ. ຍິງໜຸ່ມ ແລະ ຊາຍໜຸ່ມ​ທັງຫລາຍ, ເທື່ອໜ້າ​ທີ່ພວກເຈົ້າ​ໄປຮ່ວມໃນກິດຈະກຳ​ຂອງຊາວໜຸ່ມ, ແທນທີ່ຈະ​ຈັບເອົາໂທລະສັບ​ຂອງພວກເຈົ້າ​ຂຶ້ນມາ​ເບິ່ງວ່າ ໝູ່ເພື່ອນຂອງ​ພວກເຈົ້າກຳລັງ​ເຮັດຫຍັງຢູ່, ໃຫ້ພວກເຈົ້າຢຸດ, ຫລຽວເບິ່ງໄປ​ອ້ອມໆ, ແລະ ຖາມຕົວເອງວ່າ, “ມີໃຜຕ້ອງ​ການເຮົາບໍມື້ນີ້?” ພວກເຈົ້າອາດ​ເປັນຄົນທີ່​ຈະເອື້ອມ​ອອກໄປ ແລະ ສຳພັດ​ຊີວິດຂອງໝູ່ເພື່ອນ​ຄົນໜຶ່ງ ຫລື ເປັນຜູ້ທີ່​ໃຫ້ກຳລັງໃຈ​ແກ່ໝູ່ເພື່ອນ​ຜູ້ທີ່ກຳລັງ​ດີ້ນລົນ​ຢູ່ຢ່າງງຽບໆ​ກໍໄດ້.

ຂໍໃຫ້ທູນ​ຖາມພຣະບິດາ​ເທິງສະຫວັນ​ຂອງພວກເຈົ້າ ໃຫ້ສະແດງ​ໃຫ້ພວກເຈົ້າ​ເຫັນຜູ້ຄົນທີ່​ຢູ່ອ້ອມຂ້າງ ພວກເຈົ້າ ຜູ້ທີ່ຕ້ອງ​ການຄວາມຊ່ວຍ​ເຫລືອຂອງ​ພວກເຈົ້າ ແລະ ໃຫ້ດົນໃຈ​ພວກເຈົ້າ ໃຫ້ຮູ້ວິທີທີ່ຈະ ຮັບໃຊ້ເຂົາເຈົ້າໃຫ້​ໄດ້ດີທີ່ສຸດ. ຂໍໃຫ້ຈື່ຈຳ​ໄວ້ວ່າ ພຣະຜູ້ຊ່ວຍ​ໃຫ້ລອດ ສ່ວນຫລາຍແລ້ວ​ໄດ້ປະຕິບັດ​ຕໍ່ຜູ້ຄົນ​ເທື່ອລະຄົນ.

ທ້າວ​ອີຕັນ ແລະ ຄອບ​ຄົວ​ຂອງ​ລາວ

ຫລານຊາຍ​ຂອງພວກເຮົາ ທ້າວອີຕັນ ມີອາຍຸ 17 ປີ. ຂ້າພະເຈົ້າ​ຮູ້ສຶກຊາບຊຶ້ງໃຈ​ເມື່ອລະດູຮ້ອນ​ທີ່ຜ່ານມານີ້ ຕອນລາວ​ໄດ້ບອກ​ຂ້າພະເຈົ້າວ່າ, ໂດຍທີ່ໄດ້​ຮັບການດົນໃຈ​ຈາກຕົວຢ່າງ​ຂອງແມ່ລາວ, ລາວອະທິຖານ​ແຕ່ລະມື້ ເພື່ອຈະມີ​ໂອກາດ​ທີ່ຈະຮັບໃຊ້ຄົນ​ໃດຄົນໜຶ່ງ. ເມື່ອພວກເຮົາ​ໄດ້ໃຊ້ເວລາຢູ່ກັບ​ຄອບຄົວຂອງລາວ, ຂ້າພະເຈົ້າ​ໄດ້ສັງເກດເຫັນ​ວິທີທີ່ ທ້າວອີຕັນ ປະຕິບັດ​ຕໍ່ນ້ອງໆ​ຂອງລາວດ້ວຍ​ຄວາມອົດທົນ, ດ້ວຍຄວາມຮັກ, ແລະ ດ້ວຍຄວາມເມດຕາ ແລະ ລາວໄດ້ຊ່ວຍ​ພໍ່ແມ່ຂອງລາວ ແລະ ຊອກຫາວິທີທີ່​ຈະເອື້ອມອອກໄປ​ຊ່ວຍຄົນອື່ນ. ຂ້າພະເຈົ້າ​ປະທັບໃຈ ທີ່ລາວຮັບຮູ້​ຜູ້ຄົນທີ່ຢູ່ອ້ອມຂ້າງ​ລາວ ແລະ ຄວາມປາດຖະໜາ​ຂອງລາວ ທີ່ຈະຮັບໃຊ້​ເຂົາເຈົ້າ. ລາວເປັນ​ຕົວຢ່າງສຳລັບ​ຂ້າພະເຈົ້າ. ການທີ່ເຮັດດັ່ງ ທ້າວອີຕັນ ເຮັດ—ເຊື້ອເຊີນ​ພຣະຜູ້ເປັນເຈົ້າ​ໃຫ້ຊ່ວຍເຮົາ​ພົບເຫັນວິທີທີ່​ຈະຮັບໃຊ້—ຈະອະນຸຍາດ​ໃຫ້ພຣະວິນຍານເປີດຕາ​ຂອງເຮົາໃຫ້ເຫັນ​ຄວາມຕ້ອງການ​ທີ່ຢູ່ອ້ອມຂ້າງເຮົາ, ໃຫ້ເຫັນ “ຄົນໆນັ້ນ” ຜູ້ທີ່ຕ້ອງການ​ເຮົາໃນມື້ນັ້ນ, ແລະ ໃຫ້ຮູ້ວິທີທີ່ຈະ​ປະຕິບັດຕໍ່ເຂົາ​ຄົນໆນັ້ນ.

ຮູບ​ພາບ​ຂອງ​ທ້າວ​ອີຕັນ

ນອກເໜືອ​ໄປຈາກການ​ຮັບໃຊ້ຄອບຄົວ​ຂອງພວກເຈົ້າ ແລະ ສະມາຊິກ​ໃນຫວອດ​ຂອງພວກເຈົ້າ, ໃຫ້ຊອກຫາ​ໂອກາດທີ່​ຈະຮັບໃຊ້​ຢູ່ໃນໝູ່ບ້ານ ແລະ ຊຸມຊົນ​ຂອງພວກເຈົ້າດ້ວຍ. ເຖິງແມ່ນວ່າ​ບາງເທື່ອເຮົາ​ຖືກເອີ້ນ​ໃຫ້ຮັບໃຊ້ ຫລັງຈາກ​ໄພພິບັດ​ທີ່ຮ້າຍແຮງ, ແຕ່ໃນ​ແຕ່ລະວັນ ເຮົາກໍຖືກ​ຊຸກຍູ້ໃຫ້​ຊອກຫາ​ໂອກາດນັ້ນ ຢູ່ໃນຂອບເຂດ​ຂອງເຮົາເອງ ທີ່ຈະເຊີດຊູ ແລະ ຊ່ວຍເຫລືອ​ຜູ້ຄົນທີ່ຂັດສົນ. ເມື່ອບໍ່ດົນມານີ້ ຂ້າພະເຈົ້າ​ໄດ້ຮັບຄຳສອນ​ຈາກຝ່າຍປະທານເຂດ, ທີ່ຮັບໃຊ້​ຢູ່ໃນປະເທດໜຶ່ງ ທີ່ກຳລັງ​ມີການທ້າທາຍຫລາຍ, ວິທີທີ່​ຈະຊ່ວຍຜູ້ທີ່​ຂັດສົນໄດ້ດີ​ທີ່ສຸດ ທີ່ອາໄສ​ຢູ່ໃນເຂດອື່ນ​ຂອງໂລກ ນັ້ນຄືການ​ບໍລິຈາກທີ່​ເພື່ອແຜ່, ບໍລິຈາກ​ໃຫ້ກອງທຶນ​ຊ່ວຍເຫລືອ​ມະນຸດສະທຳ, ແລະ ຊອກຫາ​ວິທີທີ່​ຈະຮັບໃຊ້​ຢູ່ໃນຊຸມຊົນ ບ່ອນທີ່ທ່ານ​ອາໄສຢູ່. ຂໍໃຫ້ວາດ​ພາບເຫັນວ່າ ໂລກນີ້ຈະ​ໄດ້ຮັບພອນ​ຂະໜາດໃດ ຖ້າຫາກ​ທຸກໆຄົນ​ເຮັດຕາມ​ຄຳແນະນຳນີ້!

ອ້າຍເອື້ອຍນ້ອງ​ທັງຫລາຍ, ແລະ ໂດຍສະເພາະ​ຊາວໜຸ່ມ, ຂະນະທີ່ທ່ານ​ພະຍາຍາມກາຍ​ເປັນເໝືອນ ດັ່ງພຣະຜູ້​ຊ່ວຍໃຫ້ລອດ ພຣະເຢຊູຄຣິດ​ຫລາຍຂຶ້ນເທົ່າໃດ ແລະ ດຳລົງຊີວິດ​ຕາມພັນທະສັນຍາ​ຂອງທ່ານ, ທ່ານຈະໄດ້​ຮັບພອນຕໍ່ໄປ ດ້ວຍຄວາມ​ປາດຖະໜາ ທີ່ຈະບັນເທົາ​ຄວາມທຸກ​ທໍລະມານ ແລະ ເພື່ອຊ່ວຍເຫລືອ​ຜູ້ຄົນທີ່ຂັດສົນ​ຫລາຍກວ່າເຮົາ. ຂໍໃຫ້​ຈື່ຈຳໄວ້ວ່າ ຄວາມຕ້ອງການ​ທີ່ຍິ່ງໃຫຍ່​ບາງຢ່າງອາດ​ຢູ່ຕໍ່ໜ້າທ່ານ​ນັ້ນເອງ. ຂໍໃຫ້ເລີ່ມ​ການຮັບໃຊ້​ຂອງທ່ານຢູ່ໃນ​ບ້ານເຮືອນ ແລະ ພາຍໃນ​ຄອບຄົວຂອງ​ທ່ານເອງ. ນີ້ເປັນ​ຄວາມສຳພັນ​ທີ່ຈະເປັນ​ຊົ່ວນິລັນດອນໄດ້. ເຖິງແມ່ນວ່າ—ແລະ ໂດຍສະເພາະ​ຖ້າວ່າ—ສະພາບການ​ຂອງຄອບຄົວ​ຂອງທ່ານ​ບໍ່ສົມບູນແບບ, ທ່ານສາມາດ​ຊອກຫາວິທີ​ທີ່ຈະຮັບໃຊ້, ເຊີດຊູ, ແລະ ເສີມຄວາມ​ເຂັ້ມແຂງ​ໃຫ້ໄດ້. ໃຫ້ເລີ່ມຕົ້ນ​ຈາກບ່ອນ​ທີ່ທ່ານຢູ່, ໃຫ້ຮັກຜູ້ຄົນ​ຕາມທີ່ເຂົາເຈົ້າ​ເປັນຢູ່, ແລະ ໃຫ້ຕຽມຕົວ​ເພື່ອຈະມີຄອບຄົວ​ທີ່ທ່ານຢາກ​ມີໃນອະນາຄົດ.

ຂໍໃຫ້ອະທິຖານເພື່ອ​ທູນ​ຂໍຄວາມຊ່ວຍເຫລືອ ໃນການຮັບຮູ້​ຜູ້ຄົນທີ່ຢູ່​ໃນຫວອດຂອງທ່ານ ຜູ້ທີ່ຕ້ອງການ​ຄວາມຮັກ ແລະ ກຳລັງໃຈ. ແທນທີ່ຈະໄປໂບດ​ດ້ວຍຄຳຖາມທີ່ວ່າ, “ເຮົາໄດ້ຫຍັງແດ່​ຈາກກອງປະຊຸມນີ້?” ໃຫ້ຖາມວ່າ, “ມີໃຜ​ຕ້ອງການເຮົາ​ແດ່ມື້ນີ້? ເຮົາມີຫຍັງແດ່​ທີ່ຈະ​ມອບ​ໃຫ້?”

ຂະນະທີ່ທ່ານ​ເປັນພອນ​ໃຫ້ແກ່ຄອບຄົວ​ຂອງທ່ານເອງ ແລະ ສະມາຊິກ​ໃນຫວອດ, ໃຫ້ຊອກຫາ​ວິທີທີ່ຈະເປັນ​ພອນໃຫ້ແກ່​ຜູ້ທີ່ອາໄສ​ຢູ່ໃນຊຸມຊົນ​ໃນທ້ອງຖິ່ນ​ຂອງທ່ານ. ບໍ່ວ່າທ່ານ​ຈະມີເວລາສຳລັບ​ການຮັບໃຊ້​ທີ່ກວ້າງໄກ ຫລື ພຽງແຕ່ສາມາດ​ຊ່ວຍໄດ້ເປັນ​ສາມສີ່ຊົ່ວໂມງ ແຕ່ລະອາທິດ, ຄວາມພະຍາຍາມ​ຂອງທ່ານຈະເປັນ​ພອນໃຫ້ແກ່ຄົນອື່ນ ແລະ ຈະເປັນພອນ ໃຫ້ແກ່ທ່ານນຳອີກ ໃນວິທີທາງທີ່ທ່ານ​ອາດບໍ່ສາມາດ​ມອງເຫັນໄດ້ເທື່ອ.

ປະທານ ສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ສອນວ່າ: “ພຣະເຈົ້າ​ຮັບຮູ້ເຮົາ, ແລະ ພຣະອົງ​ດູແລເຮົາ. ແຕ່ຕາມທຳມະດາແລ້ວ ພຣະອົງ​ສະໜອງຄວາມ​ຕ້ອງການຂອງເຮົາ ຜ່ານທາງ​ຄົນອື່ນ.”6 ຂໍໃຫ້ເຮົາ​ແຕ່ລະຄົນ​ຈົ່ງຮັບຮູ້​ສິດທິພິເສດ ແລະ ພອນຂອງການ​ມີພາກສ່ວນ​ໃນການ​ສຳ​ເລັດວຽກງານ ຂອງພຣະບິດາ​ເທິງສະຫວັນ​ຂອງເຮົາ ຂະນະທີ່​ເຮົາສະໜອງ​ຄວາມຕ້ອງການ​ຂອງລູກໆ​ຂອງພຣະອົງ ນີ້ຄືຄຳອະທິຖານ​ຂອງຂ້າພະເຈົ້າ ໃນພຣະນາມ​ຂອງພຣະເຢຊູຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ລູກາ 9:24.

  2. Thomas S. Monson, “What Have I Done for Someone Today? Liahona, Nov. 2009, 85.

  3. Linda K. Burton, “I Was a Stranger,” Liahona, May 2016, 15.

  4. James E. Faust, “Womanhood: The Highest Place of Honor,” Liahona, July 2000, 117.

  5. D. Todd Christofferson, “Why the Church,” Liahona, Nov. 2015, 108, 109.

  6. Teachings of Presidents of the Church: Spencer W. Kimball (2006), 82.