​2010–2019
ພະ​ຍານ​ທີ່​​ໜ້າ​​ສົນ​ໃຈຂອງ​ພຣະ​ເຈົ້າ: ພຣະ​ຄຳ​ພີ​ມໍມອນ
ເດືອນ​ຕຸລາ 2017


2:3

ພະ​ຍານ​ທີ່​​ໜ້າ​​ສົນ​ໃຈຂອງ​ພຣະ​ເຈົ້າ: ພຣະ​ຄຳ​ພີ​ມໍມອນ

ພຣະ​ຄຳ​ພີ​ມໍມອນ​ເປັນ​ພະ​ຍານ​ທີ່ໜ້າ​ສົນ​ໃຈ​ຂອງ​ພຣະ​ເຈົ້າ ເຖິງ​ຄວາມ​ເປັນ​ພຣະ​ເຈົ້າ​ຂອງ​ພຣະ​ເຢຊູ​ຄຣິດ, ເຖິງ​ການ​ເອີ້ນ​ໃຫ້​ເປັນ​ສາດ​ສະ​ດາ​ຂອງໂຈເຊັບ ສະມິດ, ແລະ ເຖິງ​ຄວາມ​ຈິງ​ແທ້​ຂອງ​ສາດ​ສະ​ໜາ​ຈັກນີ້.

ພຣະ​ຄຳ​ພີ​ມໍມອນ ບໍ່​ພຽງ​ແຕ່​ເປັນ ສີ​ລາ​ສຳ​ຄັນ ຂອງ​ສາດ​ສະ​ໜາ​ເຮົາ​ເທົ່າ​ນັ້ນ, ແຕ່​ມັນ​ຍັງ​ກາຍ​ເປັນ ສີ​ລາ​ສຳ​ຄັນ ຂອງ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ນຳ​ອີກ ເພື່ອ​ວ່າ​ເມື່ອ​ການ​ທົດ​ລອງ​ມາ​ເຖິງ ຫລື ເມື່ອເຮົາ​ມີຄຳ​ຖາມ​ທີ່ບໍ່​ສາ​ມາດ​ຕອບ​ໄດ້, ມັນ​ສາ​ມາດ​ຍຶດ​ປະ​ຈັກ​ພະ​ຍານ​ຂອງເຮົາ​ໄວ້ ໃນ​ບ່ອນ​ທີ່​ປອດ​ໄພ. ພຣະ​ຄຳ​ພີ​ເຫລັ້ມ​ນີ້​ມີນ້ຳ​ໜັກ​ໃນ​ຄວາມ​ຈິງ ທີ່​ເກີນກວ່າ​ນ້ຳ​ໜັກ​ຂອງ​ການ​ໂຕ້​ຖຽງ​ກັນ​ຂອງ​ນັກ​ວິ​ຈານ. ເປັນຫຍັງ? ເພາະ​ຖ້າ​ຫາກ ມັນ​ເປັນ​ຄວາມ​ຈິງ, ແລ້ວ ໂຈເຊັບ ສະມິດ ກໍ​ໄດ້​ເປັນ​ສາດ​ສະ​ດາ ແລະ ນີ້​ຄື ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ, ບໍ່​ວ່າ​ປະ​ຫວັດ​ສາດ ຫລື ການ​ໂຕ້​ຖຽງ​ກັນ ຈະ​ເປັນ​ແນວ​ໃດ​ກໍ​ຕາມ. ເພາະ​ດ້ວຍ​ເຫດນີ້, ນັກ​ວິ​ຈານ​ຈຶ່ງໄດ້ຕັ້ງ​ໃຈ​ທີ່​ຈະ​ພິ​ສູດ​ໃຫ້​ເຫັນ​ວ່າ ພຣະ​ຄຳ​ພີ​ມໍມອນ ບໍ່​ຈິງ, ແຕ່ອຸ​ປະ​ສັກ​ທີ່​ເຂົາ​ເຈົ້າ​ປະ​ເຊີນ​ແມ່ນ ບໍ່​ສາ​ມາດ​ຈະ​ເອົາ​ຊະ​ນະ​ໄດ້ ເພາະ​ວ່າ​ພຣະ​ຄຳ​ພີ​ເຫລັ້ມ​ນີ້​ເປັນ​ຄວາມ​ຈິງ.

ທຳ​ອິດ, ນັກ​ວິ​ຈານ​ຕ້ອງ​ອະ​ທິ​ບາຍວິ​ທີ​ທີ່ ໂຈເຊັບ ສະມິດ, ຜູ້​ອາ​ຍຸ 23 ປີ ເປັນ​ຊາວ​ໄຮ່​ຊາວ​ນາ ທີ່​ດ້ອຍ​ການ​ສຶກ​ສາ, ໄດ້ແຕ່ງ​ປຶ້ມ​ຂຶ້ນ​ມາແນວ​ໃດ ດ້ວຍ​ຊື່​ຂອງ​ຜູ້​ຄົນ ແລະ ສະ​ຖານ​ທີ່ ທີ່​ໂດດ​ເດັ່ນ​ຫລາຍ​ຮ້ອຍ​ຊື່, ພ້ອມ​ທັງ​ລາຍ​ລະ​ອຽດ​ຂອງ​ເລື່ອງ​ລາວ ແລະ ເຫດ​ການ​ຕ່າງໆ. ສະ​ນັ້ນ, ນັກ​ວິ​ຈານ​ຫລາຍ​ຄົນ​ຈຶ່ງ​ຄິດ​ວ່າ ເພິ່ນ​ເປັນ​ຄົນ​ຊ່າງ​ຄິດ ຜູ້​ອີງ​ຕໍ່​ປຶ້ມ​ຫລາຍໆ​ເຫລັ້ມ ແລະ ແຫລ່ງອື່ນໆ ເພື່ອ​ສ້າງ​ເນື້ອ​ຫາ​ຂອງ​ພຣະ​ຄຳ​ພີ​ມໍມອນ. ແຕ່​ກົງ​ກັນ​ຂ້າມ​ກັບ​ການ​ຢືນ​ຢັນ​ຂອງ​ເຂົາ​ເຈົ້າ, ບໍ່​ມີ​ພະ​ຍານ​ຄົນ​ໃດ​ເລີຍ​ທີ່​ເຄີຍ​ເຫັນ ໂຈເຊັບ​ມີ​ປຶ້ມ​ແຫລ່ງ​ຊ່ວຍ​ເຫລືອ​ເຫລົ່າ​ນັ້ນ ກ່ອນ​ເລີ່ມ​ຕົ້ນ​ການ​ແປ.

ເຖິງ​ແມ່ນ​ຖ້າ​ຫາກ​ການ​ໂຕ້​ຖຽງ​ນີ້​ເປັນ​ຄວາມ​ຈິງ, ແຕ່​ມັນ​ກໍ​ຍັງ​ບໍ່ມີ​ຄຳ​ອະ​ທິ​ບາຍ​ພຽງ​ພໍເຖິງ​ການ​ທີ່​ພຣະ​ຄຳ​ພີ​ມໍມອນມີ​ຢູ່​ໃນ​ເວ​ລານີ້​ແນວ​ໃດ. ບຸກ​ຄົນ​ຕ້ອງ​ຕອບ​ຄຳ​ຖາມ​ທີ່​ວ່າ: ໂຈເຊັບ ໄດ້​ອ່ານ​ປຶ້ມ​ທີ່​ຖືກ​ກ່າວ​ຫາ​ໄດ້​ແນວ​ໃດ, ກຳ​ຈັດ​ສິ່ງ​ທີ່ບໍ່​ກ່ຽວ​ຂ້ອງ​ອອກ​ໄປ, ຮັກ​ສາ​ຂໍ້​ມູນ​ທີ່​ສັບ​ສົນ​ໄວ້​ໃຫ້​ຖືກບ່ອນ ທັງ​ກ່ຽວ​ກັບ​ຜູ້​ຄົນ ແລະ ສະ​ຖານ​ທີ່ ແລະ ເວ​ລາ, ແລ້ວ​ເວົ້າ​ມັນ​ຈາກ​ຄວາມ​ຊົງ​ຈຳ​ຢ່າງ​ລະ​ອຽດ? ເພາະ​ຕອນໂຈເຊັບ ສະມິດ ໄດ້​ແປ, ເພິ່ນບໍ່​ມີ​ປຶ້ມ​ເລີຍ ຕາມ​ຈິງ​ແລ້ວ, ເອມມາ ພັນ​ລະ​ຍາ​ຂອງ​ເພິ່ນ ຈື່​ໄດ້​ວ່າ: “ລາວບໍ່​ໄດ້​ອ່ານ​ຈາກ​ຕົ້ນ​ສະ​ບັບ ຫລື ຈາກ​ປຶ້ມ. … ຖ້າ​ຫາກ​ລາວ​ມີ​ສິ່ງ​ໃດ ຂ້ອຍ​ຄົງ​ເຫັນ​ມັນ​ແລ້ວ.”1

ສະ​ນັ້ນ ເຮັດ​ແນວ​ໃດ ໂຈເຊັບ ຈຶ່ງ​ສາ​ມາດ​ບອກ​ຂໍ້​ຄວາມ​ຫລາຍກວ່າ 500 ໜ້າ ໂດຍບໍ່​ໃຊ້​ປຶ້ມ? ກ່ອນ​ຈະ​ເຮັດ​ໄດ້, ເພິ່ນ​ບໍ່​ພຽງ​ແຕ່ຕ້ອງ​ເປັນ​ຄົນ​ຊ່າງ​ຄິດ​ຊ່າງ​ເວົ້າ ແຕ່​ຕ້ອງ​ມີຄວາມ​ຊົງ​ຈຳ​ທີ່​ເປັນ​ພາບ ຢ່າງ​ໜ້າ​ອັດ​ສະ​ຈັນ​ໃຈ​ທີ່​ສຸດ. ແຕ່​ຖ້າ​ຫາກ​ສິ່ງນັ້ນ​ເປັນ​ຄວາມ​ຈິງ, ເປັນ​ຫຍັງ​ຜູ້​ວິ​ຈານ​ຈຶ່ງບໍ່​ສົນ​ໃຈ​ກັບ​ພອນ​ສະ​ຫວັນ​ທີ່ແປກ​ປະ​ຫລາດນີ້ຂອງ​ເພິ່ນ?

ແຕ່​ມີ​ຫລາຍກວ່ານັ້ນ. ການ​ໂຕ້​ຖຽງ​ນີ້ ແມ່ນ​ກ່ຽວ​ກັບ​ປະ​ຫວັດ​ເນື້ອ​ຫາ​ຂອງ​ປຶ້ມ​ເທົ່າ​ນັ້ນ. ບັນ​ຫາ​ຫລັກ​ຍັງ​ຢູ່​ກັບ: ໂຈເຊັບແຕ່ງ​ປຶ້ມ​ຂຶ້ນ​ມາ​ໄດ້​ແນວ​ໃດ ທີ່​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ, ແລະ ເພິ່ນ​ເອົາ​ຄຳ​ສອນ​ທີ່​ປະ​ທັບ​ໃຈ​ມາ​ຈາກ​ໃສ, ຊຶ່ງ​ສ່ວນ​ຫລາຍ​ບັນ​ຍາຍ​ຢ່າງ​ແຈ່ມ​ແຈ້ງ ຫລື ຂັດ​ກັບ​ຄວາມ​ເຊື່ອ​ຖື​ຂອງ​ຊາວ​ຄຣິດ​ໃນ​ວັນ​ເວ​ລາ​ຂອງ​ເພິ່ນ.

ຍົກ​ຕົວ​ຢ່າງ, ພຣະ​ຄຳ​ພີ​ມໍມອນ​ສິດ​ສອນ, ຂັດ​ກັບ​ຄວາມ​ເຊື່ອ​ຖື​ຂອງ​ຊາວ​ຄຣິດ​ສ່ວນ​ຫລາຍ, ວ່າ​ການ​ຕົກ​ຂອງ​ອາດາມ ແລະ ເອວາ ເປັນ​ຂັ້ນ​ຕອນ​ທາງບວກ ທີ່​ກ້າວ​ໄປ​ໜ້າ. ມັນ​ເປີດ​ເຜີຍ​ພັນ​ທະ​ສັນ​ຍາ ທີ່​ໄດ້​ເຮັດ​ຕອນ​ຮັບ​ບັບ​ຕິ​ສະ​ມາ, ຊຶ່ງບໍ່​ໄດ້​ກ່າວ​ເຖິງ​ຢູ່​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ.

ນອກ​ເໜືອ​ຈາກນັ້ນ, ບາງ​ຄົນ​ອາດ​ຖາມ​ວ່າ: ໂຈເຊັບໄດ້​ຮັບ​ຄວາມ​ຮູ້​ທີ່​ມີ​ພະ​ລັງ​ມາ​ຈາກ​ໃສ ທີ່​ວ່າການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ ບໍ່​ພຽງ​ແຕ່ຊຳ​ລະ​ລ້າງ​ເຮົາ​ໃຫ້​ສະ​ອາດ​ເທົ່າ​ນັ້ນ ແຕ່​ຍັງ​ຊ່ວຍ​ເຮົາ​ໃຫ້​ດີ​ພ້ອມ​ໄດ້? ເພິ່ນ​ໄປ​ເອົາ​ຄຳ​ເທດ​ສະ​ໜາ​ທີ່​ໜ້າ​ງຶດ​ງໍ້​ມາ​ຈາກ​ໃສ່ ກ່ຽວ​ກັບ​ສັດ​ທາ ໃນ ແອວມາ 32? ຫລື ຄຳ​ເທດ​ສະ​ໜາ​ຂອງ​ກະ​ສັດ​ເບັນ​ຢາ​ມິນ ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ບາງ​ທີ​ອາດ​ເປັນ​ຄຳ​ເທດ​ສະ​ໜາ​ທີ່​ເດັ່ນ​ທີ່​ສຸດ ກ່ຽວ​ກັບ​ເລື່ອງນີ້ ໃນ​ບັນ​ດາພຣະ​ຄຳ​ພີ​ທັງ​ໝົດ? ຫລື ຄຳ​ອຸ​ປະ​ມາ​ເລື່ອງ​ຕົ້ນ​ໝາກກອດ​ເທດ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຊັບ​ຊ້ອນ ແລະ ຄຳ​ສອນ​ທີ່​ເລິກ​ຊຶ້ງ? ເມື່ອ​ຂ້າ​ພະ​ເຈົ້າ​ອ່ານ​ຄຳ​ອຸ​ປະ​ມານີ້, ຂ້າ​ພະ​ເຈົ້າ​ຕ້ອງ​ໄດ້​ແຕ້ມ​ຮູບ​ແຜນ​ທີ່​ເພື່ອ​ຈະ​ໄດ້​ເຂົ້າ​ໃຈ​ເນື້ອ​ເລື່ອງ. ບັດ​ນີ້ ເຮົາ​ຄິດ​ບໍ​ວ່າ ໂຈເຊັບ ສະມິດ ໄດ້​ເວົ້າ​ຄຳ​ເທດ​ສະ​ໜາ​ເຫລົ່າ​ນີ້ ຈາກ​ສະ​ໝອງ​ຂອງ​ເພິ່ນ​ເອງ ໂດຍບໍ່​ຕ້ອງ​ໃຊ້​ປຶ້ມ​ໃດໆ?

ກົງ​ກັນ​ຂ້າມ ກັບ​ຄວາມ​ຄິດນັ້ນ, ລາຍ​ພຣະ​ຫັດ​ຂອງພຣະ​ເຈົ້າ ມີ​ເຕັມ​ຢູ່​ໃນ ພຣະ​ຄຳ​ພີ​ມໍມອນ, ຊຶ່ງ​ເປັນ​ຫລັກ​ຖານ​ເຖິງ​ຄວາມ​ຈິງ​ຂອງ​ຄຳ​ສອນ​ທີ່​ສັກ​ສິດ, ໂດຍ​ສະ​ເພາະ​ຄຳ​ເທດ​ສະ​ໜາ​ທີ່ຍອດ​ຍ້ຽມ​ເລື່ອງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ.

ຖ້າ​ຫາກ ໂຈເຊັບ ບໍ່​ໄດ້​ເປັນ​ສາດ​ສະ​ດາ, ແລ້ວ​ໃນ​ການ​ອະ​ທິ​ບາຍ​ກ່ຽວ​ກັບ​ຄຳ​ສອນ​ເຫລົ່າ​ນີ້ ແລະ ຄຳ​ສອນ​ອື່ນໆ ທີ່​ເດັ່ນ​ທີ່​ສຸດ, ນັກ​ວິ​ຈານ​ຕ້ອງ​ໂຕ້​ຖຽງ​ວ່າ ເພິ່ນ​ເປັນນັກ​ທິດ​ສະ​ດີ​ທີ່​ເກັ່ງ​ກ້າ​ຄົນ​ໜຶ່ງ. ແຕ່​ຖ້າ​ຫາກ​ເປັນ ແບບນັ້ນ, ບາງ​ຄົນ​ອາດ​ຖາມ​ວ່າ: ເປັນ​ຫຍັງໂຈເຊັບ ຈຶ່ງ​ເປັນ​ຄົນ​ດຽວ​ເທົ່າ​ນັ້ນ ທີ່ໄດ້​ຂຽນ​ຄຳ​ສອນ​ທີ່​ໂດດ​ເດັ່ນ ແລະ ແຈ່ມ​ແຈ້ງ​ທີ່​ສຸດ ນັບ​ແຕ່ 1,800 ປີ ຫລັງ​ຈາກ​ພຣະ​ຄຣິດ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ? ເພາະ​ວ່າ​ມັນ​ເປັນ​ການ​ເປີດ​ເຜີຍ, ບໍ່​ແມ່ນ​​ຄວາມສະ​ຫລາດ, ຊຶ່ງ​ເປັນ​ແຫລ່ງ​ຂອງ​ໜັງ​ສື​ເຫລັ້ມ​ນີ້.

ແຕ່ ເຖິງ​ແມ່ນ​ເຮົາ​ຄິດ​ວ່າ ໂຈເຊັບ ເປັນ​ຄົນ​ຊ່າງ​ຄິດ ແລະ ເກັ່ງ​ກ້າ​ທາງ​ດ້ານ​ສາດ​ສະ​ໜາ, ຊຶ່ງ​ມີ​ຄວາມ​ຊົງ​ຈຳ​ທີ່​ເປັນ​ພາບ—ພອນ​ສະ​ຫວັນ​ເຫລົ່າ​ນີ້ ບໍ່​ໄດ້​ຊ່ວຍ​ໃຫ້​ເພິ່ນ​ເປັນ​ນັກ​ຂຽນ​ທີ່​ເກັ່ງ​ກ້າ​ໄດ້. ໃນ​ການ​ອະ​ທິ​ບາຍ​ເຖິງ​ການ​ມີ ພຣະ​ຄຳ​ພີ​ມໍມອນ​ຢູ່​ໃນ​ເວ​ລານີ້, ນັກ​ວິ​ຈານ​ຕ້ອງ​ອ້າງ​ວ່າ ໂຈເຊັບ ເປັນ​ນັກ​ຂຽນ​ທີ່​ມີ​ພອນ​ສະ​ຫວັນ​ຫລາຍ​ທີ່​ສຸດ ຕອນ​ມີ​ອາ​ຍຸ 23 ປີ. ຖ້າບໍ່​ດັ່ງ​ນັ້ນ, ເພິ່ນ​ຈະ​ສາ​ມາດປະ​ສົມ​ປະ​ສານ​ຊື່, ສະ​ຖານ​ທີ່, ແລະ ເຫດ​ການ ເຂົ້າ​ກັນ​ໄດ້​ແນວ​ໃດ ປາດ​ສະ​ຈາກ​ຄວາມ​ຜິດ​ພາດ? ເພິ່ນ​ຮູ້​ເລື່ອງ​ຍຸດ​ທະ​ວິ​ທີ​ກ່ຽວ​ກັບ​ສົງ​ຄາມ​ມາ​ຈາກ​ໃສ, ຄຳ​ເທດ​ສະ​ໜາ​ຢ່າງ​ໂວ​ຫານ​ໄດ້​ແນວ​ໃດ, ແລະ ເອົາສຳ​ນວນ​ທີ່​ໂດດ​ເດັ່ນ, ຄຳ​ທ່ອງ​ຈຳ, ຄຳກ່າວ​ອ້າງ, ທີ່​ຫລາຍ​ລ້ານ​ຄົນ​ເອົາ​ໄປ​ຕິດ​ໄວ້​ຢູ່​ຝາ​ຕູ້​ເຢັນ​ມາ​ຈາກ​ໃສ, ສຳ​ນວນດັ່ງ​ເຊັ່ນ, “ເມື່ອ​ພວກ​ທ່ານ​ຮັບ​ໃຊ້​ເພື່ອນ​ມະ​ນຸດ​ດ້ວຍ​ກັນ ພວກ​ທ່ານ​ກໍ​ຮັບ​ໃຊ້​ພຣະ​ເຈົ້າ​ຂອງ​ພວກ​ທ່ານນັ້ນ​ເອງ” (ໂມໄຊຢາ 2:17) ຫລື “ມະ​ນຸດ​ເປັນ​ຢູ່​ກໍ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ມີ​ຄວາມ​ສຸກ” (2 ນີໄຟ 2:25). ນີ້​ແມ່ນ​ຂ່າວ​ສານ​ທີ່​ປະ​ທັບ​ໃຈ—ຂ່າວ​ສານ​ທີ່​ດຳ​ລົງ​ຢູ່ ແລະ ມີ​ຊີ​ວິດ ແລະ ດົນ​ໃຈ. ການຄິດວ່າ ໂຈເຊັບ ສະມິດ ​ຕອນ​ມີ​ອາ​ຍຸໄດ້ 23 ປີ ມີ​ພອນ​ສະ​ຫວັນ​ດ້ານ​ການ​ຂຽນວຽກ​ງານ​ອັນ​ຍິ່ງ​ໃຫຍ່ນີ້ ຢ່າງບໍ່​ມີ​ການກວດ​ແກ້ ພາຍ​ໃນ 65 ວັນທຳ​ງານ ກໍ​ຮູ້​ວ່າ​ເປັນ​ໄປ​ບໍ່​ໄດ້​ຢູ່​ແລ້ວ.

ປະທານ​ຣະໂຊ ເອັມ ແນວສັນ, ຜູ້​ເປັນ​ນັກ​ຂຽນ​ທີ່​ມີ​ປະ​ສົບ​ການ ແລະ ຊຳ​ນານ​ຫລາຍ, ໄດ້ບອກວ່າ ເພິ່ນ​ໄດ້​ຂຽນບົດ​ປາ​ໄສ​ສຳ​ລັບ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເທື່ອ​ແລ້ວນີ້ ແລະ ໄດ້ກວດ​ແກ້ 40 ເທື່ອ. ບັດ​ນີ້​ເຮົາ​ເຊື່ອ​ບໍ​ວ່າ ໂຈເຊັບ ສະມິດ, ໄດ້ແຕ່ງ​ເລື່ອງທັງ​ໝົດ​ຂອງພຣະ​ຄຳ​ພີ​ມໍມອນ​ຂຶ້ນ​ມາ​ດ້ວຍ​ຕົວ​ເອງ ໂດຍບໍ່​ຕ້ອງ​ໄດ້​ກວດ​ແກ້, ແລະ ເຫັນ​ວ່າ​ມີ​ຄວາມ​ຜິດໜ້ອຍ​ໜຶ່ງກ່ຽວ​ກັບ​ຫລັກ​ໄວ​ຍະ​ກອນ​ເທົ່າ​ນັ້ນ?

ເອມ​ມາ ພັນ​ລະ​ຍາ​ຂອງໂຈເຊັບ ໄດ້​ຢືນ​ຢັນ​ເຖິງ​ຄວາມ​ເປັນ​ໄປ​ບໍ່​ໄດ້​ວ່າ: “ໂຈເຊັບ ສະມິດ [ທີ່​ຍັງ​ໜຸ່ມ​ຢູ່] ແມ່ນ​ແຕ່ຈະຂຽນ ຫລື ບອກ​ຂໍ້​ຄວາມທີ່ຕິດ​ຕໍ່​ກັນ ແລະ ກ່າວຖ້ອຍ​ຄຳ​ທີ່​ຄົມ​ຄາຍ ລົງ​ໃນ​ຈົດ​ໝາຍ​ກໍ​ຍັງ​ເຮັດ​ບໍ່ໄດ້; ແລ້ວ​ຈະ​ບອກ​ເລື່ອງ​ທີ່​ຢູ່​ໃນ ພຣະ​ຄຳ​ພີ​ມໍມອນ​ໄດ້​ແນວ​ໃດ.”2

ແລະ ສຸດ​ທ້າຍ, ເຖິງ​ແມ່ນ​ມີ​ຄົນ​ຍອມ​ຮັບ​ສິ່ງ​ທີ່​ກ່າວ​ໂຕ້​ຖຽງ​ຜ່ານ​ມານັ້ນ, ເຖິງ​ຈະເປັນ​ຕາ​ສົງ​ໄສ​ປານ​ໃດ​ກໍ​ຕາມ, ນັກ​ວິ​ຈານ​ກໍ​ຍັງ​ປະ​ເຊີນ​ກັບ​ອຸ​ປະ​ສັກ​ອີກ​ຢ່າງ​ໜຶ່ງຢູ່. ໂຈເຊັບ ໄດ້​ປະ​ກາດ​ວ່າ ພຣະ​ຄຳ​ພີ​ມໍມອນ ໄດ້​ຖືກ​ຂຽນ​ໄວ້​ຢູ່​ໃນ​ແຜ່ນ​ຈາ​ລຶກ​ຄຳ. ສິ່ງນີ້​ໄດ້ຖືກວິ​ຈານ​ຫລາຍ​ທີ່​ສຸດ ໃນ​ວັນ​ເວ​ລາ​ຂອງ​ເພິ່ນ—ເພາະ “ທຸກ​ຄົນ” ຮູ້​ວ່າ ປະ​ຫວັດ​ສາດ​ໃນ​ສະ​ໄໝ​ບູ​ຮານ ໄດ້​ຖືກ​ຂຽນ​ໄວ້​ຢູ່​ໃນ​ໃບ​ລານ​ພະພາຍຣັສ ຫລື ໃນ​ແຜ່ນ​ໜັງ, ຈົນ​ຫລາຍ​ປີ​ຈາກນັ້ນ, ຈຶ່ງ​ມີ​ຜູ້​ຄົນ​ຄົ້ນ​ພົບ​ເຫັນ​ການ​ຂຽນ​ຂອງ​ສະ​ໄໝ​ບູ​ຮານ ໃນ​ແຜ່ນ​ໂລ​ຫະ. ນອກ​ເໜືອ​ຈາກນັ້ນ, ນັກ​ວິ​ຈານ​ຍັງ​ປະ​ກາດ​ວ່າ ການ​ໃຊ້​ຊີ​ມັງ, ດັ່ງ​ທີ່​ບັນ​ຍາຍ​ຢູ່​ໃນພຣະ​ຄຳ​ພີ​ມໍມອນ, ເປັນ​ວຽກ​ງານ​ທີ່​ເກີນ​ຄວາມສາ​ມາດ​ຂອງ​ຄົນ​ອາ​ເມ​ຣິ​ກາ​ໃນ​ສະ​ໄໝ​ບູ​ຮານ—ຈົນ​ວ່າ ອາ​ຄານ​ທີ່​ຖືກ​ສ້າງ​ດ້ວຍ​ຊີ​ມັງ​ໄດ້​ຖືກ​ພົບ​ເຫັນ ໃນ​ອາ​ເມ​ຣິ​ກາ​ຈາກ​ສະ​ໄໝ​ບູ​ຮານ. ນັກ​ວິ​ຈານ​ຈະ​ວ່າ​ແນວ​ໃດ​ກ່ຽວ​ກັບ​ເລື່ອງນີ້ ແລະ ການ​ຄົ້ນ​ພົບ​ຢ່າງ​ອື່ນໆ ທີ່​ຄ້າຍ​ຄື​ກັນ​ນີ້? ສະ​ນັ້ນ ໂຈເຊັບ, ຄົງ​ຈະ​ເປັນ​ຄົນ​ເດົາ​ເກັ່ງ​ທີ່​ສຸດ. ເຖິງ​ແມ່ນ​ຈະ​ມີ​ຫລາຍ​ຄົນ​ຕໍ່​ຕ້ານ​ເພິ່ນ, ເຖິງ​ແມ່ນ​ພຣະ​ຄຳ​ພີມໍມອນ​ຈະ​ຂັດ​ກັບ​ຫລັກ​ວິ​ທະ​ຍາ​ສາດ ແລະ ຄວາມ​ຮູ້​ຂອງ​ນັກ​ປາດ​ອາ​ຈານ, ແຕ່​ເພິ່ນ​ເດົາ​ຖືກ ເມື່ອ​ຄົນ​ອື່ນໆ​ເດົາ​ຜິດ.

ສະ​ຫລຸບ​ແລ້ວ, ບາງ​ຄົນ​ອາດ​ສົງ​ໄສວ່າ ຜູ້​ຄົນ​ໄປ​ເຊື່ອ​ໄດ້​ແນວ​ໃດ​ທີ່​ວ່າ ສ່ວນ​ປະ​ກອບ ແລະ ອິດ​ທິ​ພົນ​ທັງ​ໝົດ ຊຶ່ງ​ນັກ​ວິ​ຈານ​ກ່າວ​ເຖິງ, ເປັນ​ເລື່ອງ​ຄວາມ​ໂຊກດີ ໃນ​ທາງ​ທີ່​ຊ່ວຍ​ໂຈເຊັບ​ໃຫ້ຂຽນ​ພຣະ​ຄຳ​ພີ​ມໍມອນ ຂຶ້ນ​ມາ​ເພື່ອ​ສົ່ງ​ເສີມຊາຕານ. ແຕ່​ມັນ​ບໍ່​ໄດ້​ເປັນແບບນັ້ນ? ກົງ​ກັນ​ຂ້າມ​ກັບ​ຂໍ້​ຢືນ​ຢັນ​ເຊັ່ນ​ນັ້ນ, ໜັງ​ສື​ເຫລັ້ມ​ນີ້ ດົນ​ໃຈ​ຫລາຍ​ລ້ານ​ຄົນ ເພື່ອ​ໃຫ້​ປະ​ຕິ​ເສດ​ຊາຕານ ແລະ ດຳ​ລົງ​ຊີ​ວິດ​ຢ່າງ​ພຣະ​ຄຣິດ.

ເຖິງ​ແມ່ນ​ຫລາຍ​ຄົນ​ຈະ​ເລືອກ​ເຊື່ອ​ຖ້ອຍ​ຄຳ​ຂອງ​ນັກ​ວິ​ຈານ​ກໍ​ຕາມ, ແຕ່​ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ຫລັກ​ທີ່​ຂ້າ​ພະ​ເຈົ້າ​ຈະ​ຍຶດ​ໄວ້. ຖ້າ​ຫາກ​ຈະ​ໄປ​ເຊື່ອ​ແບບນັ້ນ, ຂ້າ​ພະ​ເຈົ້າ​ຄົງ​ຈະ​ຜິດ​ຫວັງ​ກັບ​ການ​ຫາ​ຫລັກ​ຖານບໍ່​ພົບ ຈັກເທື່ອ. ນອກ​ເໜືອ​ຈາກນັ້ນ, ຂ້າ​ພະ​ເຈົ້າ​ຄົງບໍ່​ສົນ​ໃຈ​ກັບ​ປະ​ຈັກ​ພະ​ຍານ​ຂອງ​ພະ​ຍານ​11 ຄົນ​ນຳ​ອີກ,3 ເຖິງ​ແມ່ນ​ວ່າ ແຕ່​ລະ​ຄົນ​ໄດ້​ຢືນ​ຢັນ​ເຖິງ​ຄວາມ​ຈິງ​ແທ້​ຂອງ​ປະ​ຈັກ​ພະ​ຍານ​ຂອງ​ຕົນ​ຈົນ​ເຖິງວັນ​ຕາຍ, ຂ້າ​ພະ​ເຈົ້າ​ຄົງຕ້ອງ​ປະ​ຕິ​ເສດ​ຄຳ​ສອນ​ຈາກ​ສະ​ຫວັນ ທີ່​ເຕັມ​ຢູ່​ໃນ​ໜ້າ​ປຶ້ມ​ທີ່​ສັກ​ສິດ​ເຫລົ່າ​ນັ້ນ ຊຶ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ຈິງ​ທີ່​ມະ​ຫັດ​ສະ​ຈັນ, ຂ້າ​ພະ​ເຈົ້າ​ຄົງ​ຕ້ອງປະ​ຕິ​ເສດ​ຜູ້​ຄົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ, ຮ່ວມ​ທັງ​ຕົວ​ຂ້າ​ພະ​ເຈົ້າ​ເອງ, ທີ່​ໄດ້​ເຂົ້າ​ໃກ້​ຊິດ​ກັບ​ພຣະ​ເຈົ້າ ໂດຍ​ການ​ອ່ານ​ໜັງ​ສືເຫລັ້ມນີ້ ຫລາຍກວ່າ​ໜັງ​ສື​ເຫລັ້ມ​ອື່ນໆ, ຍິ່ງກວ່າ​ສິ່ງ​ອື່ນ​ໃດໝົດ, ຂ້າ​ພະ​ເຈົ້າ​ຄົງ​ຕ້ອງ​ປະ​ຕິ​ເສດ​ການ​ຢືນ​ຢັນ​ທີ່​ແຜ່ວ​ເບົາ​ຂອງ​ພຣະ​ວິນ​ຍານບໍ​ລິ​ສຸດ. ສິ່ງນີ້​ຄົງ​ກົງ​ກັນ​ຂ້າມ​ກັບ​ທຸກ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ວ່າ​ເປັນ​ຄວາມ​ຈິງ.

ເພື່ອນ​ທີ່​ດີ ແລະ ສະ​ຫລາດ​ຂອງ​ຂ້າ​ພະ​ເຈົ້າ​ຄົນ​ໜຶ່ງ ໄດ້​ໜີ​ໄປ​ຈາກ​ສາດ​ສະ​ໜາ​ຈັກ ຊົ່ວ​ໄລ​ຍະ​ໜຶ່ງ. ເມື່ອບໍ່​ດົນ​ມານີ້ ລາວ​ໄດ້​ຂຽນ​ຈົດ​ໝາຍ​ຫາ​ຂ້າ​ພະ​ເຈົ້າ ກ່ຽວ​ກັບ​ການ​ກັບ​ຄືນ​ມາ​ຂອງ​ລາວ​ວ່າ: “ໃນ​ຕອນ​ຕົ້ນ, ຂ້ອຍ​ຢາກ​ໄດ້​ຮັບ​ຫລັກ​ຖານ​ກ່ຽວ​ກັບ​ປະ​ຫວັດ​ສາດ, ພູ​ມີ​ສາດ, ພາ​ສາ, ແລະ ວັດ​ທະ​ນະ​ທຳ ຢູ່​ໃນ​ພຣະ​ຄຳ​ພີ​ມໍມອນ. ແຕ່​ເມື່ອ​ຂ້ອຍ​ໄດ້​ຫັນ​ຄວາມ​ສົນ​ໃຈ ໄປ​ຫາ​ຄຳ​ສອນ​ຂອງ​ມັນ ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງພຣະ​ເຢຊູ​ຄຣິດ ແລະ ພາ​ລະ​ກິດ​ຊ່ວຍ​ໃຫ້​ລອດ​ຂອງ​ພຣະ​ອົງ, ແລ້ວ​ຂ້ອຍ​ເລີ່ມ​ຕົ້ນ​ມີ​ປະ​ຈັກ​ພະ​ຍານ​ຫລາຍ​ຂຶ້ນ ກ່ຽວ​ກັບ​ຄວາມ​ຈິງ​ແທ້​ຂອງມັນ. ມື້​ໜຶ່ງ​ຂະ​ນະ​ທີ່​ອ່ານ ພຣະ​ຄຳ​ພີ​ມໍມອນຢູ່​ໃນ​ຫ້ອງ, ຂ້ອຍ​ໄດ້​ຢຸດອ່ານ, ໄດ້​ຄຸ​ເຂົ່າ​ລົງ, ແລະ ໄດ້​ອະ​ທິ​ຖານ​ຢ່າງ​ຕັ້ງ​ໃຈ ແລ້ວໄດ້​ຍິນ​ສຽງ​ກະ​ຊິບ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຕໍ່​ວິນ​ຍານ​ຂອງຂ້ອຍ​ວ່າ ສາດ​ສະ​ໜາ​ຈັກ ແລະ ພຣະ​ຄຳ​ພີ​ມໍມອນແມ່ນ​ແທ້​ຈິງ. ຫລັງ​ຈາກ​ໄດ້​ໃຊ້​ເວ​ລາ ສາມ​ປີ​ເຄິ່ງ ພິ​ຈາ​ລະ​ນາ​ເບິ່ງ ສາດ​ສະ​ໜາ​ຈັກ ຂ້ອຍ​ຈຶ່ງ​ໄດ້​ກັບ​ຄືນ​ມາ ດ້ວຍ​ຄວາມ​ເຊື່ອ​ສຸດ​ໃຈ ເຖິງ​ຄວາມ​ຈິງ​ແທ້​ຂອງ​ມັນ.”

ຖ້າ​ຫາກ​ຜູ້​ຄົນ​ຈະ​ໃຊ້​ເວ​ລາ ຖ່ອມ​ຕົວ​ລົງ ເພື່ອອ່ານ ແລະ ໄຕ່​ຕອງກ່ຽວ​ກັບ ພຣະ​ຄຳ​ພີ​ມໍມອນ, ດັ່ງ​ທີ່ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ, ແລະ ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ, ແລ້ວ​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ປະ​ຈັກ​ພະ​ຍານ ດັ່ງ​ທີ່​ປາດ​ຖະ​ໜາ.

ພຣະ​ຄຳ​ພີ​ມໍມອນ ເປັນ​ຂອງ​ປະ​ທານ​ທີ່​ປະ​ເສີດ​ເລີດລ້ຳ​ຢ່າງ​ໜຶ່ງ ທີ່​ພຣະ​ເຈົ້າ ໄດ້​ປະ​ທານ​ໃຫ້​ເຮົາ. ມັນ​ເປັນ​ທັງ​ດາບ ແລະ ໂລ​ປ້ອງ​ກັນ—ມັນ​ສົ່ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ອອກ ໄປ​ຕໍ່​ສູ້ ເພື່ອ​ໃຈ​ຂອງ​ຄົນ​ທ່ຽງ​ທຳ ແລະ ເປັນຫົວ​ໜ້າປ້ອງ​ກັນ​ຄວາມ​ຈິງ. ໃນ​ຖາ​ນະ​ທີ່​ເປັນ​ໄພ່​ພົນ, ເຮົາ​ບໍ່​ພຽງ​ແຕ່​ມີ​ສິດ​ທິ​ພິ​ເສດ​ທີ່​ຈະ​ປ້ອງ​ກັນ​ພຣະ​ຄຳ​ພີ​ມໍມອນເທົ່າ​ນັ້ນ ແຕ່​ມີ​ໂອ​ກາດ​ທີ່​ຈະ​ປະ​ເຊີນ​ໜ້ານຳ​ອີກ—ເພື່ອ​ສັ່ງ​ສອນຄຳ​ສອນ​ແຫ່ງສະ​ຫວັນ​ຢ່າງ​ມີ​ພະ​ລັງ ແລະ ໃຫ້​ຖ້ອຍ​ຄຳ​ເຖິງ​ປະ​ຈັກ​ພະ​ຍານ​ທີ່​ດີ​ເລີດ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ເຖິງ​ພຣະ​ເຢຊູ​ຄຣິດ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຢ່າງ​ໜັກ​ແໜ້ນ​ວ່າ ພຣະ​ຄຳ​ພີ​ມໍມອນ ໄດ້​ຖືກ​ແປ​ດ້ວຍ​ຂອງ​ປະ​ທານ ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ. ມັນ​ເປັນ​ພະ​ຍານ​ທີ່​ຈຳ​ເປັນ​ຂອງ​ພຣະ​ເຈົ້າ ເຖິງ​ຄວາມ​ເປັນ​ພຣະ​ເຈົ້າ​ຂອງ​ພຣະ​ເຢຊູ​ຄຣິດ, ເຖິງ​ການ​ເອີ້ນ​ໃຫ້​ເປັນ​ສາດ​ສະ​ດາ​ຂອງໂຈເຊັບ ສະມິດ, ແລະ ເຖິງ​ຄວາມ​ຈິງ​ແທ້​ຂອງ​ສາດ​ສະ​ໜາ​ຈັກນີ້. ຂໍ​ໃຫ້​ມັນ​ຈົ່ງ​ເປັນ​ສີ​ລາ​ສຳ​ຄັນ ຂອງ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ, ເພື່ອ​ວ່າ​ມັນ​ຈະ​ກ່າວ​ເຖິງ​ເຮົາ, ດັ່ງ​ທີ່​ມັນ​ໄດ້​ກ່າວ​ເຖິງ​ຊາວ​ເລມັນ​ຜູ້ທີ່​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສວ່າ ເຂົາ​ເຈົ້າ “ຈະ​ບໍ່​ເຄີຍ​ຕົກ​ໄປ” (ແອວມາ 23:6). ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. Emma Smith, in “Last Testimony of Sister Emma,” Saints’ Herald, Oct. 1, 1879, 289, 290.

  2. Emma Smith, in “Last Testimony of Sister Emma,” 290.

  3. ເບິ່ງ “ປະ​ຈັກ​ພະ​ຍານ​ຂອງ​ພະ​ຍານ​ສາມ​ຄົນ” ແລະ “ປະ​ຈັກ​ພະ​ຍານ​ຂອງ​ພະ​ຍານ​ແປດ​ຄົນ,” ໃນ​ພຣະ​ຄຳ​ພີ​ມໍມອນ.