ໃຫ້ສະແຫວງຫາຈາກໜັງສືທີ່ດີທີ່ສຸດ
ເມື່ອເຮົາສຶກສາຈາກໜັງສືທີ່ດີທີ່ສຸດ, ເຮົາໄດ້ປົກປ້ອງຕົວເອງຈາກຄາງກະໄຕທີ່ເປັນຕາຢ້ານ ຂອງຜູ້ທີ່ພະຍາຍາມແຫ້ນຮາກທາງວິນຍານຂອງເຮົາ.
ໃນເຊົ້າມື້ໜຶ່ງ, ຂ້າພະເຈົ້າໄດ້ເຫັນບົ້ງກະເລັນໂຕໜຶ່ງທີ່ຫິວໂຫຍ ແລະ ປິດບັງຕົວເອງດີສົມຄວນ ຢູ່ຟຸ່ມຕົ້ນດອກກຸຫລາບທີ່ສວຍງາມ. ຈາກການເຫັນງ່າອ່ອນທີ່ບໍ່ມີໃບ, ແມ່ນແຕ່ໂດຍການສັງເກດແບບທຳມະດາ ກໍເຫັນໄດ້ວ່າ ບົ້ງກະເລັນໂຕນີ້ໄດ້ຄ່ອຍແຫ້ນກິນໃບອ່ອນເທື່ອລະເລັກລະໜ້ອຍ ດ້ວຍຄາງກະໄຕທີ່ເປັນຕາຢ້ານຂອງມັນ. ໃນການປຽບທຽບ, ມັນເຮັດໃຫ້ຂ້າພະເຈົ້າອົດຄິດບໍ່ໄດ້ວ່າ ມີບາງຄົນທີ່ເປັນຄືກັນກັບບົ້ງກະເລັນຕົວນີ້, ທີ່ມີຢູ່ທົ່ວໄປໃນໂລກ, ແລະ ບາງຄົນກໍປິດບັງຕົວດີທີ່ສຸດ ຈົນເຮົາຫລົງປ່ອຍໃຫ້ພວກເຂົາ ເຂົ້າມາໃນຊີວິດຂອງເຮົາ, ກ່ອນເຮົາຮູ້ສຶກຕົວ, ພວກເຂົາໄດ້ກິນຮາກທາງວິນຍານຂອງເຮົາ ແລະ ຂອງຄົນໃນຄອບຄົວ ແລະ ໝູ່ເພື່ອນຂອງເຮົາໄປແລ້ວ.
ເຮົາມີຊີວິດຢູ່ໃນວັນເວລາທີ່ມີການເຂົ້າໃຈຜິດຫລາຍ ກ່ຽວກັບຄວາມເຊື່ອຖືຂອງເຮົາ. ໃນເວລາເຊັ່ນນີ້, ຖ້າຫາກເຮົາບໍ່ປົກປ້ອງຮາກທາງວິນຍານຂອງເຮົາໄວ້ໃຫ້ດີ ມັນອາດຖືກແຫ້ນຈົນຫ້ຽນ ໂດຍຜູ້ທີ່ພະຍາຍາມທຳລາຍສັດທາຂອງເຮົາໃນພຣະຄຣິດ ແລະ ຄວາມເຊື່ອຂອງເຮົາໃນສາດສະໜາຈັກທີ່ຟື້ນຟູຄືນມາໃໝ່ຂອງພຣະອົງ. ໃນພຣະຄຳພີມໍມອນ, ແມ່ນຊີເອສຣອມ ທີ່ພະຍາຍາມທຳລາຍສັດທາຂອງຜູ້ທີ່ເຊື່ອ.
ການກະທຳ ແລະ ຄຳເວົ້າຂອງລາວ ເປັນ “ບ້ວງຂອງຜູ້ປໍລະປັກ, ຊຶ່ງວາງໄວ້ … ເພື່ອຫວັງຈະຈັບ [ຜູ້ຄົນ], ເພື່ອມັນຈະໄດ້ເອົາ [ພວກເຂົາ] ມາຂຶ້ນຢູ່ກັບມັນ, ເພື່ອມັນຈະໄດ້ລ້ອມ [ພວກເຂົາ] ໄວ້ໃຫ້ຮອບດ້ວຍສາຍໂສ້ຂອງມັນ” (ແອວມາ 12:6). ບ້ວງເຫລົ່ານັ້ນ ຍັງມີຢູ່ໃນທຸກວັນນີ້, ແລະ ຖ້າຫາກເຮົາບໍ່ລະມັດລະວັງທາງວິນຍານ ແລະ ສ້າງຂຶ້ນເທິງຮາກຖານທີ່ແໜ້ນໜາຂອງພຣະຜູ້ໄຖ່ (ເບິ່ງ ຮີລາມັນ 5:12), ເຮົາອາດພົບເຫັນຕົວເອງຖືກມັດດ້ວຍສາຍໂສ້ຂອງຊາຕານ ແລະ ຖືກພາໄປຢ່າງລະມັດລະວັງ ລົງໄປໃນເສັ້ນທາງທີ່ຕ້ອງຫ້າມ ດັ່ງທີ່ກ່າວເຖິງຢູ່ໃນ ພຣະຄຳພີມໍມອນ (ເບິ່ງ 1 ນີໄຟ 8:28).
ອັກຄະສາວົກໂປໂລ ໄດ້ເຕືອນຜູ້ຄົນໃນວັນເວລາຂອງເພິ່ນ ຊຶ່ງກ່ຽວພັນກັບວັນເວລາຂອງເຮົາ ທີ່ວ່າ: “ຂ້າພະເຈົ້າຮູ້ວ່າ, … ໃນທ່າມກາງພວກທ່ານເອງ ຈະມີຄົນເວົ້າປີ້ນຄວາມຈິງ, ແລະ ຊັກຊວນເອົາຄົນທີ່ເຊື່ອໃຫ້ຫລົງໄປຕາມພວກເຂົາ” (ກິດຈະການ 20:29–30).
ຄຳເຕືອນຂອງເພິ່ນ ແລະ ຄຳເຕືອນຂອງສາດສະດາ ແລະ ອັກຄະສາວົກ ເຕືອນເຮົາວ່າ ເຮົາຈະຕ້ອງເຮັດທຸກສິ່ງທີ່ເຮົາສາມາດ ເພື່ອເສີມກຳລັງຕົວເອງທາງວິນຍານ ຕ້ານກັບຖ້ອຍຄຳກົງກັນຂ້າມ ແລະ ຄຳຕົວະຍົວະ. ເມື່ອຂ້າພະເຈົ້າໄປຢ້ຽມຢາມຫວອດ ແລະ ສະເຕກຂອງສາດສະໜາຈັກ, ຂ້າພະເຈົ້າໄດ້ຮັບການເຊີດຊູໃຈ ໂດຍສິ່ງທີ່ຂ້າພະເຈົ້າເຫັນ, ໄດ້ຍິນ, ແລະ ຮູ້ສຶກ ເມື່ອໄພ່ພົນໄດ້ຕອບຮັບໃນທາງບວກ ແລະ ຊື່ສັດ ຕໍ່ຄຳສອນຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ຜູ້ຮັບໃຊ້ຂອງພຣະອົງ.
ການຮັກສາວັນຊະບາໂຕ ເປັນຕົວຢ່າງໜຶ່ງທີ່ສະມາຊິກເສີມກຳລັງຕົວເອງທາງວິນຍານ ໂດຍການເຊື່ອຟັງຕາມການເຊື້ອເຊີນຂອງສາດສະດາ. ຄວາມເຂັ້ມແຂງເພີ່ມເຕີມ ແມ່ນເຫັນໄດ້ໃນຈຳນວນຜູ້ຄົນທີ່ໄປພຣະວິຫານ ແລະ ເຮັດວຽກງານສືບປະຫວັດຄອບຄົວ ເມື່ອຄອບຄົວເຕົ້າໂຮມບັນພະບຸລຸດຂອງຕົນ ຜ່ານພິທີການທາງພຣະວິຫານ. ຮາກທາງວິນຍານຂອງເຮົາ ໄດ້ຢັ່ງລົງເລິກກວ່ານີ້ ເມື່ອການອະທິຖານເປັນສ່ວນຕົວ ແລະ ເປັນຄອບຄົວ ກາຍເປັນປ້ອມຍາມແຫ່ງສັດທາຂອງເຮົາ ແລະ ເມື່ອເຮົາກັບໃຈທຸກວັນ, ສະແຫວງຫາການເປັນເພື່ອນຂອງພຣະວິນຍານບໍລິສຸດ, ແລະ ຮຽນຮູ້ກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ ແລະ ຄຸນສົມບັດຂອງພຣະອົງ ແລະ ພະຍາຍາມກາຍເປັນເໝືອນດັ່ງພຣະອົງ (ເບິ່ງ 3 ນີໄຟ 27:27).
ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ເປັນຄວາມສະຫວ່າງຂອງໂລກ, ແລະ ພຣະອົງໄດ້ກວັກໃຫ້ເຮົາມາຫາພຣະອົງ. ເຮົາຕ້ອງຫລຽວຫາພຣະອົງໃນທຸກເວລາ ແລະ ໂດຍສະເພາະໃນຄວາມມືດ ແລະ ໃນຄືນທີ່ມີຝົນຕົກຟ້າລົມ ເມື່ອມີພະຍຸຝົນຟ້າຄະນອງແຫ່ງຄວາມສົງໄສ ແລະ ຄວາມບໍ່ແນ່ນອນໃຈເກີດຂຶ້ນ, ດັ່ງໝອກທີ່ກຳລັງເລື່ອນເຂົ້າມາໃກ້. ຖ້າຫາກນິ້ວມື “ຢູ່ຟາກແມ່ນ້ຳ, [ບ່ອນທີ່] ມີອາຄານໃຫຍ່ ແລະ ກວ້າງຂວາງ [ຕັ້ງຢູ່]” (1 ນີໄຟ 8:26) ເບິ່ງຄືວ່າ ຊີ້ຕົງມາໃສ່ທ່ານ ໃນທ່າທີກຳລັງເຍາະເຍີ້ຍ, ດູຖູກ, ແລະ ກວັກເອົາ, ຂ້າພະເຈົ້າຂໍໃຫ້ທ່ານຫັນໜ້າໜີຈາກມັນທັນທີ ເພື່ອວ່າທ່ານຈະບໍ່ຖືກຍົວະຍົງ ດ້ວຍສິ່ງທີ່ມີເລ່ຫລ່ຽມ ແລະ ຄົດໂກງ ເພື່ອແຍກທ່ານຈາກຄວາມຈິງ ແລະ ພອນຂອງມັນ.
ແຕ່ການເຮັດສິ່ງນີ້ຍັງບໍ່ພຽງພໍໃນທຸກວັນນີ້ ເມື່ອຄຳເວົ້າ, ການຂຽນ, ແລະ ຮູບພາບ ບໍ່ກົງກັບຄວາມຈິງ. ແອວເດີ ຣໍເບີດ ດີ ແຮວສ໌ ໄດ້ສອນເຮົາວ່າ, “ຍົກເວັ້ນແຕ່ທ່ານດຳລົງຊີວິດຕາມພຣະກິດຕິຄຸນແທ້ໆ—ດຳລົງຊີວິດດ້ວຍ ‘ສຸດໃຈ, ພະລັງ, ຄວາມຄິດ, ແລະ ກຳລັງ’—ທ່ານຈະບໍ່ສາມາດມີຄວາມສະຫວ່າງທາງວິນຍານພຽງພໍ ທີ່ຈະກຳຈັດຄວາມມືດອອກໄປໄດ້” (“Out of Darkness into His Marvelous Light,” Liahona, July 2002, 78). ແນ່ນອນ, ເຮົາປາດຖະໜາທີ່ຈະຕິດຕາມພຣະຄຣິດ, ຜູ້ເປັນຄວາມສະຫວ່າງຂອງໂລກ (ເບິ່ງ ໂຢຮັນ 8:12), ໝາຍຄວາມວ່າເຮົາຕ້ອງກະທຳຕາມຄຳສອນຂອງພຣະອົງ. ເຮົາຈະໄດ້ຮັບຄວາມເຂັ້ມແຂງ, ເສີມກຳລັງ, ແລະ ການປົກປ້ອງທາງວິນຍານ ເມື່ອເຮົາກະທຳຕາມພຣະຄຳຂອງພຣະເຈົ້າ.
ເມື່ອມີຄວາມສະຫວ່າງຫລາຍຂຶ້ນໃນຊີວິດຂອງເຮົາ, ແລ້ວເງົາກໍຈະມີໜ້ອຍລົງ. ເຖິງແມ່ນມີຄວາມສະຫວ່າງຢ່າງຫລວງຫລາຍ, ແຕ່ເຮົາຍັງເຫັນຫລາຍຄົນ ແລະ ເຫັນຄຳຕິຊົມ ທີ່ມີການເຂົ້າໃຈຜິດຫລາຍກ່ຽວກັບຄວາມເຊື່ອຖືຂອງເຮົາ ແລະ ທົດລອງສັດທາຂອງເຮົາ. ອັກຄະສາວົກຢາໂກໂບໄດ້ຂຽນວ່າ “ເມື່ອສັດທາ [ຂອງເຮົາ] ທົນຕໍ່ການທົດລອງໄດ້ ກໍເຮັດໃຫ້ເກີດມີຄວາມໝັ້ນໃຈ” (ຢາໂກໂບ 1:3). ດ້ວຍຄວາມຮູ້ນີ້, ແອວເດີ ນຽວ ເອ ແມ໊ກສະແວວ ໄດ້ສອນວ່າ, ”ສານຸສິດທີ່ອົດທົນ … ຈະບໍ່ປະຫລາດໃຈ ຫລື ຫົວຊາ ເມື່ອມີການເຂົ້າໃຈຜິດກ່ຽວກັບສາດສະໜາຈັກ” (“Patience” [Brigham Young University devotional, Nov. 27, 1979], speeches.byu.edu).
ເຄີຍມີຄຳຂ້ອງໃຈກ່ຽວກັບປະຫວັດສາດຂອງສາດສະໜາຈັກ ແລະ ຄວາມເຊື່ອຖື. ບ່ອນທີ່ເຮົາຊອກຫາຄຳຕອບທີ່ແທ້ຈິງ ເຮົາຕ້ອງລະມັດລະວັງໃຫ້ດີ. ບໍ່ມີປະໂຫຍດຫຍັງເລີຍ ຖ້າເຮົາໄປຊອກຫາຂໍ້ມູນຕາມມຸມມອງ ແລະ ຄວາມຄິດຄວາມເຫັນຂອງຜູ້ທີ່ບໍ່ຮູ້ຈັກຫຍັງຫລາຍ ຫລື ບໍ່ສົນໃຈກັບສາດສະໜາຈັກ. ຄຳແນະນຳທີ່ດີທີ່ສຸດ ທີ່ອັກຄະສາວົກຢາໂກໂບ ໄດ້ໃຫ້ໄວ້ ແມ່ນ: “ຖ້າຄົນໃດໃນພວກເຈົ້າຂາດສະຕິປັນຍາ, ກໍໃຫ້ຜູ້ນັ້ນທູນຂໍຈາກພຣະເຈົ້າ” (ຢາໂກໂບ 1:5).
ການທູນຖາມພຣະເຈົ້າ ຄວນມາກ່ອນການສຶກສາຢ່າງລະມັດລະວັງ, ເພາະພຣະຄຳພີ ສັ່ງເຮົາໃຫ້ສະແຫວງຫາປັນຍາຈາກໜັງສືທີ່ດີ ແລະ ສະແຫວງຫາການຮຽນຮູ້, ແມ່ນແຕ່ໂດຍການສຶກສາ ແລະ ໂດຍສັດທານຳອີກ (ເບິ່ງ D&C 88:118). ມີປຶ້ມທີ່ດີຢ່າງຫລວງຫລາຍ, ຂຽນຂຶ້ນໂດຍຜູ້ນຳຂອງສາດສະໜາຈັກທີ່ໄດ້ຮັບການດົນໃຈຈາກສະຫວັນ ແລະ ມີຂໍ້ມູນທີ່ຖືກຮັບຮູ້, ປອດໄພ, ແລະ ເຊື່ອຖືໄດ້ ກ່ຽວກັບປະຫວັດສາດຂອງສາດສະໜາຈັກ ແລະ ຄຳສອນ. ຖ້າຈະເວົ້າແລ້ວ, ບໍ່ມີສິ່ງໃດທີ່ເໜືອກວ່າພຣະຄຳຂອງພຣະເຈົ້າ ທີ່ຖືກເປີດເຜີຍຢູ່ໃນພຣະຄຳພີ. ຈາກເຈ້ຍໃບບາງໆເຫລົ່ານັ້ນ ທີ່ເຕັມໄປດ້ວຍຄວາມຮູ້ທາງວິນຍານ, ເຮົາຮຽນຮູ້ຄວາມຈິງຜ່ານທາງພຣະວິນຍານບໍລິສຸດ ແລະ ດ້ວຍວິທີນີ້ ຈຶ່ງມີຄວາມຮູ້ຫລາຍຂຶ້ນ.
ປະທານທອມມັສ ແອັສ ມອນສັນ ໄດ້ຂໍຮ້ອງໃຫ້ເຮົາ “ສຶກສາ ແລະ ໄຕ່ຕອງພຣະຄຳພີມໍມອນດ້ວຍການອະທິຖານ ທຸກວັນ” (“The Power of the Book of Mormon,” Liahona, May 2017, 87).
ຫລາຍປີມາແລ້ວ, ຕອນຂ້າພະເຈົ້າໄດ້ຮັບໃຊ້ເປັນປະທານເຜີຍແຜ່ເຂດຟີຈີ ຊູວາ, ຜູ້ສອນສາດສະໜາຫລາຍຄົນ ໄດ້ມີປະສົບການທີ່ເສີມກຳລັງເຂົາເຈົ້າ ໃນພະລັງຂອງການມີຄວາມເຫລື້ອມໃສຈາກພຣະຄຳພີມໍມອນ. ໃນມື້ທີ່ຮ້ອນ ແລະ ອົບເອົ້າມື້ໜຶ່ງ, ແອວເດີສອງຄົນໄດ້ໄປຫາເຮືອນຫລັງໜຶ່ງ ໃນໝູ່ບ້ານນ້ອຍຊື່ ລາບາສາ.
ເມື່ອເຂົາເຈົ້າເຄາະປະຕູ ກໍມີຜູ້ຊາຍທີ່ນຸ່ງເຄື່ອງລຸງລັງມາເປີດປະຕູ ແລະ ໄດ້ຮັບຟັງຂະນະທີ່ຜູ້ສອນສາດສະໜາ ເປັນພະຍານເຖິງຄວາມຈິງຂອງພຣະຄຳພີມໍມອນ. ເຂົາເຈົ້າໄດ້ມອບພຣະຄຳພີມໍມອນໃຫ້ລາວ ແລະ ໄດ້ເຊື້ອເຊີນລາວໃຫ້ອ່ານ ແລະ ໃຫ້ອະທິຖານ ເພື່ອຈະໄດ້ຮູ້ ຄືກັນກັບເຂົາເຈົ້າ, ວ່າມັນເປັນພຣະຄຳຂອງພຣະເຈົ້າ. ລາວຕອບສັ້ນໆວ່າ: “ມື້ອື່ນຂ້ອຍຊິກັບໄປຫາປາ. ຂ້ອຍຊິອ່ານມັນ ຕອນຢູ່ທະເລ, ແລະ ຕອນຂ້ອຍກັບມາ, ພວກເຈົ້າມາຢ້ຽມຢາມຂ້ອຍໄດ້.”
ໃນລະຫວ່າງທີ່ລາວບໍ່ຢູ່, ຜູ້ສອນສາດສະໜາໄດ້ຖືກປ່ຽນບ່ອນ, ແລະ ສອງສາມອາທິດຈາກນັ້ນ, ແອວເດີໃໝ່ສອງຄົນໄດ້ໄປຢ້ຽມຢາມລາວ. ເມື່ອເຖິງຕອນນີ້ ລາວໄດ້ອ່ານພຣະຄຳພີຈົບທັງເຫລັ້ມ, ໄດ້ຮັບການຢືນຢັນເຖິງຄວາມຈິງແທ້ຂອງມັນ, ແລະ ຢາກຮຽນຮູ້ຕື່ມອີກ.
ຊາຍຄົນນີ້ໄດ້ປ່ຽນໃຈເຫລື້ອມໃສໂດຍພຣະວິນຍານບໍລິສຸດ, ຜູ້ໄດ້ເປັນພະຍານເຖິງຄວາມຈິງຂອງພຣະຄຳທີ່ມີຄ່າ ໃນເຫດການຕ່າງໆຢູ່ໃນທຸກໃບ ແລະ ຄຳສອນທີ່ໄດ້ສອນເມື່ອດົນນານມາແລ້ວ ແລະ ຖືກຮັກສາໄວ້ສຳລັບວັນເວລາຂອງເຮົາ ໃນພຣະຄຳພີມໍມອນ. ພອນຢ່າງດຽວກັນນັ້ນ ກໍມີໄວ້ໃຫ້ສຳລັບເຮົາແຕ່ລະຄົນຄືກັນ.
ບ້ານເຮືອນເປັນບ່ອນທີ່ເໝາະສົມທີ່ສຸດ ສຳລັບຄອບຄົວທີ່ຈະສຶກສາ ແລະ ແບ່ງປັນຄວາມຮູ້ໃຫ້ກັນ ຈາກພຣະຄຳພີ ແລະ ຈາກຖ້ອຍຄຳຂອງສາດສະດາ ແລະ ການເຂົ້າໄປຊອກຫາວັດຖຸປະສົງຂອງສາດສະໜາຈັກຢູ່ໃນ LDS.org. ໃນນັ້ນ ທ່ານຈະພົບເຫັນຂໍ້ມູນຢ່າງຫລວງຫລາຍກ່ຽວກັບຫົວຂໍ້ພຣະກິດຕິຄຸນ ດັ່ງເຊັ່ນ ເລື່ອງລາວກ່ຽວກັບພາບທີ່ມາໃຫ້ເຫັນຄັ້ງທຳອິດ. ເມື່ອເຮົາສຶກສາຈາກໜັງສືທີ່ດີທີ່ສຸດ, ເຮົາໄດ້ປົກປ້ອງຕົວເອງຈາກຄາງກະໄຕທີ່ເປັນຕາຢ້ານ ຂອງຜູ້ທີ່ພະຍາຍາມແຫ້ນຮາກທາງວິນຍານຂອງເຮົາ.
ດ້ວຍການອະທິຖານ, ການສຶກສາ, ແລະ ການໄຕ່ຕອງທັງໝົດ, ອາດຍັງມີຄຳຖາມທີ່ຊອກຫາຄຳຕອບບໍ່ໄດ້ເທື່ອ, ແຕ່ເຮົາບໍ່ຕ້ອງໃຫ້ມັນມາມອດໄຟແຫ່ງສັດທາຂອງເຮົາໃຫ້ດັບໄປ. ຄຳຖາມເຊັ່ນນັ້ນ ເປັນສິ່ງທີ່ເຊື້ອເຊີນເຮົາໃຫ້ສ້າງສັດທາ ແລະ ບໍ່ຄວນໃຫ້ສັດທາຖືກທຳລາຍໄປດ້ວຍຄວາມສົງໄສ. ມັນແມ່ນແກ່ນສານຂອງສາດສະໜາ ທີ່ຈະບໍ່ມີຄຳຕອບໃຫ້ແກ່ທຸກຄຳຖາມ, ເພາະນີ້ຄືຈຸດປະສົງຢ່າງໜຶ່ງຂອງສັດທາ. ກ່ຽວກັບເລື່ອງນີ້, ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້ສອນເຮົາວ່າ “ເມື່ອສິ່ງດັ່ງກ່າວປະກົດ ແລະ ມີບັນຫາ, ແລະ ການແກ້ບັນຫາບໍ່ໄດ້ມາເຖິງທັນທີ, ຈົ່ງຍຶດໝັ້ນໃນສິ່ງທີ່ທ່ານຮູ້ຈັກ ແລະ ຢືນຢູ່ຢ່າງເຂັ້ມແຂງ ຈົນກວ່າຈະໄດ້ຮັບຄວາມຮູ້ເພີ່ມເຕີມ” (“Lord, I Believe,” Liahona, May 2013, 94).
ຢູ່ອ້ອມຮອບເຮົາ, ເຮົາເຫັນຫລາຍຄົນທີ່ມີຄວາມສຸກ ຜູ້ຢືນຢູ່ຢ່າງເຂັ້ມແຂງ ໂດຍການສືບຕໍ່ບຳລຸງລ້ຽງຮາກທາງວິນຍານຂອງເຂົາເຈົ້າ. ສັດທາ ແລະ ການເຊື່ອຟັງຂອງເຂົາເຈົ້າ ແມ່ນພຽງພໍທີ່ຈະໃຫ້ມີຄວາມຫວັງອັນຍິ່ງໃຫຍ່ ໃນພຣະຜູ້ຊ່ວຍໃຫ້ລອດ, ແລະ ຈາກກິ່ງງ່ານັ້ນ ຄວາມສຸກຢ່າງຫລວງຫລາຍໄດ້ມີມາ. ເຂົາເຈົ້າບໍ່ໄດ້ປະກາດວ່າຮູ້ທຸກສິ່ງ, ແຕ່ເຂົາເຈົ້າໄດ້ສະລະຫລາຍຢ່າງ ເພື່ອຈະໄດ້ຮູ້ພຽງພໍ ທີ່ຈະມີສັນຕິສຸກ ແລະ ດຳລົງຊີວິດດ້ວຍຄວາມອົດທົນ ໃນຂະນະທີ່ເຂົາເຈົ້າສະແຫວງຫາຄວາມຮູ້ເພີ່ມເຕີມ. ເທື່ອລະບັນທັດ, ສັດທາຂອງເຂົາເຈົ້າໄດ້ຝັງແໜ້ນຢູ່ໃນພຣະຄຣິດ, ແລະ ເຂົາເຈົ້າຢືນຢູ່ຢ່າງເຂັ້ມແຂງ ຮ່ວມກັບໄພ່ພົນຂອງພຣະເຈົ້າ.
ຂໍໃຫ້ເຮົາແຕ່ລະຄົນຈົ່ງດຳລົງຊີວິດໃນທາງທີ່ຄາງກະໄຕທີ່ເປັນຕາຢ້ານຂອງບົ້ງກະເລັນຈະບໍ່ສາມາດຊອກຫາບ່ອນແຫ້ນໄດ້, ບໍ່ວ່າຈະເປັນໃນເວລາໃດກໍຕາມ, ໃນຊີວິດຂອງເຮົາ ເພື່ອວ່າເຮົາຈະສືບຕໍ່ “ມີສັດທາຢ່າງໝັ້ນຄົງໃນພຣະຄຣິດ, ແມ່ນແຕ່ເຖິງວັນຕາຍ” (ແອວມາ 27:27). ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.