​2010–2019
ຂໍ້ຄວາມ, ຄວາມໝາຍ, ແລະ ຝຸງຊົນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2019


2:3

ຂໍ້ຄວາມ, ຄວາມໝາຍ, ແລະ ຝຸງຊົນ

ໃນສະໄໝນີ້ ຊີວິດເຮົາມີຂຶ້ນໆລົງໆຕະຫລອດ, ຂໍໃຫ້ເຮົາພະຍາຍາມຄິດເບິ່ງວ່າ ພຣະຄຣິດເປັນຈຸດສູນກາງໃນຊີວິດ, ໃນສັດທາ, ແລະ ໃນການຮັບໃຊ້ຂອງເຮົາ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ນີ້ແມ່ນທ້າວ ແຊມມີ ໂຮ ຈິງ, ອາຍຸ ເຈັດເດືອນ, ກຳລັງເບິ່ງກອງປະຊຸມໃຫຍ່ສາມັນຢູ່ເຮືອນຂອງລາວ ໃນເດືອນເມສາ ຜ່ານ​ມານີ້.

ທ້າວ ແຊມມີ ໂຮ ຈິງ ກຳ​ລັງ​ເບິ່ງກອງ​ປະ​ຊຸມ​ໃຫຍ່

ເມື່ອຮອດເວລາສະໜັບສະໜຸນປະທານ​ຣະ​ໂຊ ເອັມ ແນວສັນ ແລະ ເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ທັງຫລາຍ ມືຂອງທ້າວ ແຊມມີ ຖືຂວດນົມຢູ່. ດັ່ງນັ້ນ ລາວຈຶ່ງເຮັດ ຕາມທີ່ລາວສາ​ມາດເຮັດໄດ້.

ທ້າວ ແຊມມີ ໂຮ ຈິງ ລະ​ຫວ່າງ​ການ​ສະ​ໜັບ​ສະ​ໜູນ

ຄື ທ້າວ ແຊມມີ ອອກສຽງແບບໃໝ່ ໂດຍການເດ່ຕີນອອກ.

ຂໍຕ້ອນຮັບທຸກທ່ານສູ່ກອງປະຊຸມໃຫຍ່ສາມັນເຄິ່ງປີ ຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ເພື່ອເປັນການວາງພື້ນຖານໃນການປາໄສ ກ່ຽວກັບຄວາມໝາຍຂອງການຮ່ວມຊຸມນຸມທີ່ມີຂຶ້ນສອງຄັ້ງຕໍ່ປີ, ຂ້າພະເຈົ້າຂໍໃຫ້ທ່ານຫວນເຖິງບັນທຶກ ຈາກພຣະທຳລູກາໃນພຣະ​ຄຳ​ພີໃໝ່:1

“ເມື່ອ [ພຣະເຢຊູ] ສະເດັດມາໃກ້ເມືອງເຢຣີໂກ, ມີຊາຍຕາບອດຄົນໜຶ່ງນັ່ງຂໍທານຢູ່ແຄມທາງ:

“… ເມື່ອໄດ້ຍິນສຽງປະຊາຊົນຍ່າງກາຍໄປ, ລາວກໍຖາມວ່າ ແມ່ນເລື່ອງຫຍັງກັນ.

“…ເຂົາຈຶ່ງບອກລາວວ່າແມ່ນເຢຊູໄທນາຊາເຣັດຜ່ານກາຍໄປ.

“ລາວໄດ້ຮ້ອງຂຶ້ນວ່າ, ເຢຊູບຸດດາວິດເອີຍ, ຂໍຈົ່ງເມດຕາຂ້ານ້ອຍແດ່ທ້ອນ.”

ເຂົາເຈົ້າຕື່ນຄວາມກ້າຂອງລາວ ຝຸງຊົນພະຍາຍາມໃຫ້ລາວມິດຢູ່, ແຕ່ພຣະ​ຄຳ​ພີ​ບອກວ່າ,“ລາວພັດຮ້ອງແຮງຂຶ້ນກວ່າເກົ່າ.” ຍ້ອນລາວຮ້ອງບໍ່ຖອຍ, ເຂົາເຈົ້າເລີຍພາລາວໄປຫາພຣະເຢຊູ, ພຣະອົງໄດ້ຍິນສຽງລາວຂໍຮ້ອງດ້ວຍສັດທາ ໃຫ້ປົວຕາບອດຂອງຕົນໃຫ້ຫາຍ.2

ທຸກເທື່ອທີ່ຂ້າພະເຈົ້າອ່ານເລື່ອງນັ້ນ ຂ້າພະເຈົ້າມີຄວາມຊຶ້ງໃຈກັບເຫດການໂດດເດັ່ນເລັກນ້ອຍນີ້. ເຮົາສາມາດຮູ້ໄດ້ວ່າ ຊາຍຜູ້ນັ້ນມີຄວາມທຸກໃຈ. ມັນເໝືອນກັບວ່າ ເຮົາໄດ້ຍິນລາວຮ້ອງສຽງດັງ ໃຫ້ພຣະຜູ້ຊ່ວຍໃຫ້ລອດສົນໃຈລາວ. ເຮົາຍິ້ມ ເມື່ອລາວບໍ່ຍອມມິດ—ຕາມ​ຈິງ​ແລ້ວ, ລາວແຮ່ງຮ້ອງດັງ ຂຶ້ນ ເມື່ອຄົນ​ອື່ນໆ​ບອກລາວໃຫ້ ຄ່ອຍ​ລົງ. ມັນແມ່ນເລື່ອງທີ່ດີງາມກ່ຽວກັບສັດທາແຫ່ງຄວາມຕັ້ງໃຈເດັດດ່ຽວ. ເໝືອນດັ່ງການອ່ານພຣະຄຳພີທັງໝົດ, ຖ້າເຮົາອ່ານຫລາຍເທົ່າໃດ, ເຮົາກໍຈະພົບແບບນີ້ຫລາຍເທົ່ານັ້ນ.

ສິ່ງ​ໜຶ່ງ ທີ່ຕຳໃຈຂ້າພະເຈົ້າຫວ່າງບໍ່ດົນມານີ້ ຄືຊາຍຄົນນີ້ມີສັນຊາດຕະຍານດີ ໂດຍການມີຜູ້ຄົນທີ່ຢັ່ງຮູ້ທາງວິນຍານຢູ່ອ້ອມລາວ. ສິ່ງໂດດເດັ່ນຂອງເລື່ອງນີ້ ແມ່ນອີງຕາມ ຊາຍ ແລະ ຍິງ ບໍ່​ບອກ​ຊື່ຫລາຍຄົນ ເມື່ອມີຄົນຖາມເຂົາເຈົ້າວ່າ “ແມ່ນເລື່ອງຫຍັງກັນ?” ຈົ່ງນຶກພາບເບິ່ງດູວ່າ ແມ່ນ​ຫຍັງ​ຄືເຫດຜົນຂອງການຮ້ອງດັງໆ ເຂົາເຈົ້າຕອບວ່າແມ່ນຍ້ອນພຣະເຢຊູ ເພາະວ່າພຣະອົງເປັນບຸກຄົນທີ່ສຳຄັນ. ການສົນທະນາເລັກນ້ອຍນັ້ນ ເປັນບົດຮຽນໃຫ້ເຮົາທຸກຄົນ. ໃນເລື່ອງຂອງສັດທາ ແລະ ຄວາມເຊື່ອໝັ້ນ, ຖ້າມີຄຳຖາມ ມັນຊ່ວຍໃຫ້ເຮົາໄປຖາມຜູ້ທີ່ຮູ້ຄຳຕອບແທ້ໆ! “ຄົນຕາບອດ ຈູງຄົນຕາບອດໄດ້​ບໍ?” ພຣະເຢຊູເຄີຍຖາມແນວນັ້ນ. “[ຖ້າເປັນແນວນັ້ນ,] ທັງສອງຄົນຊິບໍ່ຕົກລົງຮ່ອງ​ບໍ?”3

ຈຸດປະສົງຂອງພວກເຮົາໃນກອງປະຊຸມເຫລົ່ານີ້ ແມ່ນເພື່ອໃຫ້ທຸກຄົນໄດ້ເສີມສ້າງສັດທາ ແລະ ຄວາມໝັ້ນໃຈ. ເມື່ອທ່ານມາຮ່ວມກັບພວກເຮົາໃນວັນນີ້, ທ່ານຈະຮູ້ວ່າທຸກຄົນໄດ້ສະແຫວງຫາສິ່ງດຽວກັນ. ໃຫ້​ຫລຽວ​ເບິ່ງ​ຮອບໆ​ທ່ານ. ໃນບໍລິເວນນີ້ ທ່ານຈະເຫັນຫລາຍຄອບຄົວໃນທຸກຂະໜາດມາຈາກທຸກທິດທາງ. ໝູ່ເພື່ອນ​ເກົ່າມາພໍ້ກັນ ກໍດີໃຈ ແລ້ວກອດກັນ, ກຸ່ມນັກຮ້ອງປະສານສຽງກໍກຳລັງອຸ່ນເຄື່ອງ, ແລະ ຄົນປະທ້ວງກໍຮ້ອງປະທ້ວງຈາກບ່ອນທີ່ຕົນໂປດປານ. ຜູ້ສອນສາດສະໜາລຸ້ນເກົ່າ ​ກໍຊອກຄູ່ສອນເກົ່າ ຂະນະທີ່ຜູ້ສອນສາດສະໜາລຸ້ນກັບມາໃໝ່ກໍຊອກຄູ່ ໃໝ່ ຄືເນື້ອ​ຄູ່ (ຫັ້ນນ່າ!). ແລ້ວຖ່າຍຮູບດຸເດືອດ ແມ່ນບໍ? ໂອ້ຍ ມາຊ່ວຍແດ່ເດີ້! ຜູ້ໃດກໍມີມືຖືໝົດທຸກຄົນ, ເຮົາປ່ຽນຈາກ “ສະມາຊິກທຸກຄົນ ເປັນຜູ້ສອນສາດສະໜາ” ກາຍ​ເປັນ “ສະມາຊິກທຸກຄົນ ເປັນມືກ້ອງ.” ທ່າມກາງຄວາມປັ່ນປ່ວນ ມ່ວນຊື່ນນັ້ນ ເຮົາສາມາດຖາມໄດ້ວ່າ “ນີ້ແມ່ນ ເລື່ອງຫຍັງກັນ?”

ຕາມເລື່ອງໃນພຣະຄຳພີໃໝ່ ແມ່ນວ່າ ຜູ້ໃດເຂົ້າໃຈກໍຈະຮູ້, ເຖິງວ່າກອງປະຊຸມນີ້ມີຫລາຍສິ່ງຫລາຍຢ່າງໃຫ້ເຮົາຮຽນຮູ້ຕາມທຳນຽມແລ້ວ ແຕ່ມັນຈະບໍ່ມີຄວາມໝາຍຫຍັງ ນອກຈາກວ່າເຮົາເນັ້ນພຣະເຢຊູເປັນຈຸດ​ສູນ​ກາງຂອງສິ່ງທັງໝົດນີ້. ເພື່ອເຂົ້າໃຈສິ່ງທີ່ເຮົາສະແຫວງຫາ, ຄືການປິ່ນ​ປົວທີ່ພຣະອົງໄດ້ສັນຍາໄວ້, ຊຶ່ງຢ່າງໃດເຮົາກໍຮູ້ແລ້ວວ່າຄວາມວິເສດນັ້ນຢູ່ບ່ອນນີ້, ເຮົາຕ້ອງຜ່ານຄວາມອົນລະຫົນ—ແບບມ່ວນຊື່ນນັ້ນ—ແລ້ວມຸ່ງໜ້າຫາພຣະອົງ. ທຸກຄຳອະທິຖານຈາກຜູ້ປາໄສທຸກທ່ານ, ທຸກຄວາມຫວັງຂອງຜູ້ທີ່ຮ້ອງເພງທັງໝົດ, ແຂກທຸກຄົນທີ່ໃຫ້ຄວາມເຄົາລົບ—ທຸກຢ່າງນີ້ ແມ່ນອຸທິດໄວ້ເພື່ອເຊື້ອເຊີນພຣະວິນຍານຂອງພຣະອົງ ຊຶ່ງເປັນປະ​ມຸກ​ຂອງສາດສະໜາ​ຈັກນີ້—ເປັນພຣະຄຣິດທີ່​ຊົງ​ພຣະ​ຊົນຢູ່, ເປັນ​ພຣະ​ເມ​ສາ​ນ້ອຍຂອງພຣະເຈົ້າ, ເປັນ​ອົງ​ສັນ​ຕິ​ລາດ.

ແຕ່ເຮົາບໍ່ຈຳເປັນຕ້ອງຢູ່ໃນສູນ​ກາງປະຊຸມໃຫຍ່ ເພື່ອຊອກຫາພຣະອົງ. ເມື່ອເດັກນ້ອຍອ່ານພຣະຄຳພີມໍມອນເປັນເທື່ອທຳອິດ ແລະ ເຂົາໄດ້ຕິດໃຈໃນຄວາມກ້າຫານຂອງອາບິນາໄດ ຫລື ການເດີນທັບ​ຂອງ​ນັກ​ຮົບ​ໜຸ່ມ 2,000 ຄົນ ເຮົາສາມາດເພີ່ມໃສ່ອີກວ່າ ພຣະເຢຊູເປັນຈຸດສູນກາງໃນປຶ້ມທີ່ດີເລີດພວກນີ້ສະເໝີ, ພຣະອົງຄືກັບວ່າຢືນເປັນຮູບປັ້ນມະຫຶມາໃນທຸກໆໜ້າ ຊຶ່ງພຣະອົງເປັນຜູ້ເຊື່ອມຕໍ່ກັບທຸກຄົນທີ່ສົ່ງເສີມສັດທາໃນຕະຫລອດປຶ້ມນັ້ນ.

ເຊັ່ນດຽວກັນ, ເມື່ອໝູ່ເພື່ອນຮຽນຮູ້ກ່ຽວກັບສາດສະໜາຂອງເຮົາ, ເຂົາ​ເຈົ້າອາດຈະຮູ້ສຶກຮັບມືບໍ່ໄຫວກັບສິ່ງແປກໃໝ່ ແລະ ຄຳສັບແປກໆໃນການປະຕິບັດທາງສາດສະໜາຂອງເຮົາ—ເຊັ່ນມີຂໍ້ຈຳກັດໃນເລື່ອງອາຫານການກິນ, ພັດສະດຸໃນການເພິ່ງພາຕົນເອງ, ການໄປເດີນປ່າແບບ​ຜູ້ບຸກເບີກ, ແລະ ມີບັນທຶກເຊື້ອສາຍຄອບຄົວເປັນລະບົບດິຈິຕັນ, ມີສູນສະເຕກຕ່າງໆ ຊຶ່ງບາງ​ຄົນ​ກໍຄິດວ່າເປັນບ່ອນກິນຊີ້ນສະເຕກປີ້ງອັນແຊບໆ, ແບບເຄິ່ງສຸກ ເຄິ່ງດິບ. ເມື່ອໝູ່ໃໝ່ຂອງເຮົາໄດ້ເຫັນສິ່ງແປກໃໝ່ແລ້ວ ເຮົາຕ້ອງນຳທາງເຂົາເຈົ້າຜ່ານການສັບສົນນີ້, ແລ້ວຊ່ວຍເຂົາເຈົ້າໃຫ້ເຂົ້າໃຈຄວາມໝາຍຂອງສິ່ງທັງປວງ, ເຊັ່ນ ແກ່ນແທ້ຂອງພຣະກິດຕິຄຸນ ອັນນິລັນດອນ—ຄວາມຮັກຂອງພຣະ​ບິ​ດາ​ມານ​ດາແຫ່ງສະຫວັນ, ຂອງຂັວນແຫ່ງການຊົດໃຊ້ຈາກພຣະບຸດທີ່​ສູງ​ສົ່ງ, ການນຳພາອັນປອບໂຍນຂອງພຣະວິນຍານບໍລິສຸດ, ການຟື້ນຟູຄວາມຈິງ​ທັງ​ໝົດ​ນີ້ ແລະ ຫລາຍໆຢ່າງກວ່ານັ້ນ ໃນ​ຍຸກສຸດທ້າຍ.

ເມື່ອຄົນໃດຄົນ​ໜຶ່ງ ໄປພຣະວິຫານສັກສິດເທື່ອທຳອິດ, ເຂົາເຈົ້າອາດຈະຕົກຕະລຶງກັບປະສົບການນັ້ນ. ໜ້າທີ່ຂອງເຮົາ ແມ່ນເພື່ອຊ່ວຍເຂົາເຈົ້າໃຫ້ເຂົ້າໃຈວ່າ ສັນຍາລັກອັນສັກສິດ ແລະ ພິທີ​ການທີ່ສະແດງໃຫ້ເຫັນ, ເຄື່ອງນຸ່ງໃນພິທີ ແລະ ພາບສະເໜີຕ່າງໆ, ບໍ່ແມ່ນພາຫັນເຫຈາກພຣະຜູ້ຊ່ວຍໃຫ້ລອດ, ແຕ່ຊ່ວຍໃຫ້ໃສ່ໃຈຕໍ່ພຣະອົງ ຜູ້ຊຶ່ງເຮົານະມັດສະການ. ພຣະວິຫານເປັນບ້ານຂອງພຣະອົງ, ແລະ ພຣະອົງຄວນເປັນຜູ້ສຳຄັນທີ່ສຸດໃນຈິດໃຈຂອງເຮົາ—ນີ້ຄືຄຳສອນອັນໜ້ານັບຖືຂອງພຣະຄຣິດ ຊຶ່ງຊາບຊຶມ​ເຂົ້າທົ່ວທຸກສ່ວນຂອງເຮົາ ເໝືອນດັ່ງໄດ້ຊາບຊຶມໄປທົ່ວ​ພິ​ທີ​ການຂອງພຣະວິຫານ—ຈາກເວລາທີ່ເຮົາອ່ານຂໍ້ຄວາມຈາລຶກຢູ່ປະຕູທາງ​ເຂົ້າ ຈົນເຖິງນາທີສຸດທ້າຍທີ່ເຮົາໄດ້ຢູ່ໃນອາຄານນັ້ນ. ທ່າມກາງຄວາມມະຫັດສະຈັນທັງໝົດທີ່ເຮົາໄດ້ເຫັນມາ, ນອກຈາກທຸກຢ່າງແລ້ວ, ເຮົາຈະໄດ້ເຫັນຄວາມໝາຍຂອງພຣະເຢຊູໃນພຣະວິຫານ.

ຈົ່ງພິຈາລະນາ ເຖິງການລິເລີ່ມຫລາຍຢ່າງ ແລະ ການປະກາດຕ່າງໆໃນສາດສະໜາຈັກ ເມື່ອຫລາຍເດືອນ ບໍ່​ດົນ​ມານີ້. ເມື່ອເຮົາປະຕິບັດສາດສະໜາກິດຕໍ່ກັນແລະກັນ, ຫລື ເຮັດໃຫ້ມີປະສົບການ​ໃນ​ວັນ​ຊະ​ບາ​ໂຕດີຂຶ້ນ, ຫລື ຍອມຮັບໂຄງການໃໝ່ ສຳລັບເດັກນ້ອຍ ແລະ ຊາວໜຸ່ມ, ເຮົາຈະບໍ່ເຂົ້າໃຈເຫດຜົນທີ່ແທ້ຈິງໄດ້ ຖ້າເຮົາຖືວ່າການດັດແປງທີ່ເປີດເຜີຍນີ້ເປັນສິ່ງທີ່ບໍ່ສອດ​ຄ່ອງກັນ, ບໍ່ມີສ່ວນກ່ຽວຂ້ອງກັນ, ແທນທີ່ຈະຖືວ່າເປັນວຽກງານທີ່ກົມກຽວກັນ ເພື່ອຊ່ວຍເສີມສ້າງສີລາ ແຫ່ງຄວາມລອດ​ທີ່​ໝັ້ນ​ຄົງຫລາຍກວ່າ​ເກົ່າ.4 ແນ່ນອນ, ແນ່ນອນ​ແລ້ວ, ນີ້ແມ່ນສິ່ງທີ່ປະທານຣະໂຊ ເອັມ ແນວສັນ ຕັ້ງໃຈໃຫ້ເຮົາໃຊ້ຊື່ທີ່ເປີດເຜີຍຂອງສາດສະໜາຈັກ.5 ຖ້າພຣະເຢຊູ—ຄືຊື່​ຂອງພຣະອົງ, ຄຳສອນຂອງພຣະອົງ, ຕົວຢ່າງຂອງພຣະອົງ, ຄວາມສັກສິດຂອງພຣະອົງ—ສາມາດເປັນຈຸດສູນກາງໃນການນະມັດສະການຂອງເຮົາແລ້ວ, ເຮົາຈະຢືນຢັນຄວາມຈິງທີ່​ຍິ່ງ​ໃຫຍ່ ທີ່ແອວມາເຄີຍສິດສອນໄວ້ວ່າ: “ມີຫລາຍສິ່ງ​ຫລາຍຢ່າງທີ່ຈະມາເຖິງ; [ແຕ່] ຈົ່ງເບິ່ງ, ມີຢ່າງ​ໜຶ່ງທີ່ສຳຄັນກວ່າໝູ່ໝົດ— … ນັ້ນຄືພຣະຜູ້ໄຖ່ [ຜູ້ຊຶ່ງ] ມີຊີວິດ ຈະສະເດັດມາໃນບັນ​ດາຜູ້ຄົນຂອງພຣະອົງ.”6

ແນວ​ຄິດ​ສະ​ຫລຸບ​ຢ່າງ​ໜຶ່ງ​ແມ່ນ: ສະພາບແວດລ້ອມທາງຊາຍແດນໃນສັດຕະວັດທີ 19 ຂອງໂຈເຊັບ ສະມິດ ແມ່ນມີແຕ່ຝຸງຊົນຊາວຄຣິສຕຽນ​ຜູ້ກະຕືລືລົ້ນ ທີ່ມັກແຂ່ງຂັນກັນ.7 ແຕ່ໃນທ່າມກາງຄວາມຟົດ​ນັນ, ທີ່ນັກປຸກລະດົມສາດສະໜາກຳລັງຮ້ອງໂຮແຊວຢູ່ນັ້ນ, ໂຈເຊັບ ສະມິດ ໜຸ່ມ ຊ້ຳພັດບໍ່ເຂົ້າໃຈເລື່ອງພຣະຜູ້ຊ່ວຍໃຫ້ລອດທີ່ເພິ່ນໄດ້ສະແຫວງຫາ. ຕາມທີ່ເພິ່ນເວົ້າວ່າ ເພິ່ນຢູ່ໃນ “ຄວາມບໍ່​ຮູ້​ຈັກ ແລະ ສັບສົນ,”8 ເພິ່ນຈຶ່ງເຂົ້າໄປໃນປ່າຄົນດຽວ ບ່ອນ​ທີ່ເພິ່ນໄດ້ເຫັນ ແລະ ໄດ້ຍິນພະຍານອັນລ້ຳເລີດຂອງພຣະຜູ້ຊ່ວຍໃຫ້ລອດກ່ຽວກັບຄວາມສຳຄັນຂອງພຣະກິດຕິຄຸນ ຫລາຍກວ່າທີ່ເຮົາໄດ້ກ່າວມາໃນມື້​ເຊົ້ານີ້. ເປັນຈັ່ງບຸນ ແບບບໍ່ຄາດຄິດ ແລະ ເໜືອພັນລະນາ, ໂຈເຊັບໄດ້ເຫັນພາບປະກົດ ຂອງພຣະບິດາເທິງສະຫວັນຂອງເພິ່ນ, ຄືພຣະເຈົ້າຜູ້ຍິ່ງໃຫຍ່ແຫ່ງຈັກກະວານ, ແລະ ພຣະເຢຊູຄຣິດ, ຜູ້ເປັນພຣະບຸດອົງດຽວ​ທີ່​ດີ​ເລີດ​ທຸກ​ຢ່າງຂອງພຣະອົງ, ແລ້ວພຣະບິດາ ໄດ້ເປັນຕົວຢ່າງຂອງສິ່ງທີ່ເຮົາຊົມເຊີຍໃນເຊົ້າວັນນີ້ ຄື: ພຣະອົງໄດ້ຊີ້ໃສ່ພຣະເຢຊູ ແລະ ເວົ້າວ່າ, “ນີ້​ຄື ບຸດທີ່​ຮັກຂອງເຮົາ. ຈົ່ງ​ຟັງ​ທ່ານ!”9 ບໍ່ມີຄຳເວົ້າອື່ນໃດວ່າ ພຣະເຢຊູເປັນພຣະເຈົ້າ, ຫລື ເປັນຜູ້ສຳຄັນທີ່ສຸດ ໃນແຜນແຫ່ງຄວາມລອດ, ແລະ ມີຄວາມຄິດຂອງພຣະເຈົ້າກ່ຽວກັບພຣະອົງ ຈະເໜືອກວ່າຄຳປະກາດນີ້.

ມີຄວາມວຸ້ນວາຍ ແລະ ຄວາມສັບສົນໃນໂລກບໍ? ມີຝຸງຊົນ ແລະ ມີຄວາມຂັດແຍ້ງກັນ​ບໍ? ແນວນັ້ນ ມີຫລາຍໂພດໃນໂລກຂອງເຮົານີ້. ແມ່ນແທ້ເດ, ຄົນທີ່ມັກສົງ​ໃສ ແລະ ຄົນທີ່ເຊື່ອ ຍັງໂຕ້ຖຽງກັນກ່ຽວກັບເລື່ອງພາບປະກົດ ແລະ ເລື່ອງອື່ນໆທຸກຢ່າງທີ່ຂ້າພະເຈົ້າໄດ້ກ່າວໄປໃນວັນນີ້. ຖ້າວ່າ ທ່ານ ອາດກຳລັງຊອກຫາຄວາມແຈ່ມແຈ້ງ ແລະ ຄວາມໝາຍຈາກຄວາມຄິດເຫັນຂອງຝຸງຊົນ, ຂ້າພະເຈົ້າຂໍແນະນຳທ່ານໃຫ້ໄປຫາພຣະເຢຊູຜູ້ດຽວກັນນັ້ນ ແລະ ຂ້າ​ພະ​ເຈົ້າຂໍເປັນພະຍານໃນຖານະສາວົກກ່ຽວກັບປະສົບການຂອງໂຈເຊັບ ສະມິດ, ວ່າມີແທ້ເໝືອນກັນກັບເຫດການ 1,800 ປີຜ່ານ​ມາ ຫລັງຈາກຊາຍຕາບອດ ຖືກໂຜດໃຫ້ເຫັນຮຸ່ງຢູ່ແຄມທາງເມືອງເຢຣິໂກສະໄໝ​ບູ​ຮານ. ຂ້າພະເຈົ້າເປັນພະຍານຕໍ່ເຫດການສອງຢ່າງ ແລະ ຫລາຍຢ່າງໃນເວລາອື່ນໆ ທີ່ຄົງຈະເປັນພາບ ແລະ ສຽງທີ່ໜ້າ​ຕື່ນເຕັ້ນທີ່ສຸດໃນຊີວິດ ທີ່ບໍ່ພຽງໄດ້ເຫັນພຣະເຢຊູກາຍມາເທົ່ານັ້ນ10 ແຕ່ ຈະເຫັນພຣະອົງໃນການສະເດັດ ມາ​ຫາ ເຮົາ, ພຣະ​ອົງ​ຈະ​ຢູ່ ໃກ້ ​ເຮົາ, ແລະ ພຣະ​ອົງຈະ​ມາ​ຢູ່ ນຳ ພວກ​ເຮົາ.11

ອ້າຍເອື້ອຍນ້ອງທັງຫລາຍ, ໃນສະໄໝນີ້ ຊີວິດເຮົາມີຂຶ້ນໆລົງໆຕະຫລອດ, ຂໍໃຫ້ເຮົາພະຍາຍາມຄິດເບິ່ງວ່າ ພຣະຄຣິດເປັນ​ຈຸດສູນກາງໃນຊີວິດ, ໃນສັດທາ, ແລະ ໃນການຮັບໃຊ້ຂອງເຮົາ. ນີ້ແຫລະ ຄືຄວາມຈິງ. ແລະ ຖ້າວ່າບາງມື້ຄວາມນຶກຄິດຂອງເຮົາມືດຕຶບ ຄວາມໝັ້ນໃຈກໍໜ້ອຍລົງ ຫລື ຄວາມເຊື່ອຖືກທ້າທາຍ ແລະ ຖືກຫລໍ່ຫລອມ—ເມື່ອເປັນແນວນັ້ນແທ້—ຂໍໃຫ້ເຮົາຈົ່ງຮ້ອງອອກມາດັງໆວ່າ, “ເຢຊູ, ບຸດດາວິດເອີຍ ຂໍຈົ່ງເມດຕາສົງ​ສານຂ້ານ້ອຍແດ່ທ້ອນ.”12 ຂ້າພະເຈົ້າສັນຍາດ້ວຍຄວາມກະຕືລືລົ້ນຂອງສາວົກ ແລະ ການທຳນາຍຢ່າງໝັ້ນໃຈວ່າ ພຣະອົງຈະໄດ້ຍິນທ່ານ ແລະ ຈະກ່າວບໍ່ໄວກໍຊ້າຕໍ່ທ່ານວ່າ, “ຈົ່ງເຫັນຮຸ່ງສາ: ຄວາມເຊື່ອຂອງເຈົ້າໄດ້ເຮັດ​ໃຫ້ເຈົ້າ​ດີແລ້ວ.”13 ຍິນ​ດີ​ຕ້ອນ​ຮັບ​ສູ່​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.