​2010–2019
ຢ່າ​ຫລອກ​ລວງ​ຂ້າ​ພະ​ເຈົ້າ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2019


ຢ່າ​ຫລອກ​ລວງ​ຂ້າ​ພະ​ເຈົ້າ

ເມື່ອ​ເຮົາ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ເຮົາ​ຈະ​ຖືກ​ນຳ​ພາ​ໄປ​ໃນ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​ສະ​ເໝີ ແລະ ຈະ​ບໍ່​ຖືກ​ຫລອກ​ລວງ.

ມື້ນີ້, ຂ້າ​ພະ​ເຈົ້າ​ຂໍ​ສະ​ເໜີ​ຄຳແນະ​ນຳ​ສຳ​ລັບ​ທຸກ​ຄົນ, ໂດຍ​ສະ​ເພາະ ພວກ​ເຈົ້າ ທີ່​ເປັນ​ຄົນ​ລຸ້ນ​ໃໝ່—ເດັກ​ນ້ອຍຊັ້ນ​ປະ​ຖົມ​ໄວ, ຊາຍ​ໜຸ່ມ, ແລະ ຍິງ​ໜຸ່ມ. ປະທານ​ຣະໂຊ ເອັມ ແນວສັນ ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ວັນ​ເວ​ລາ​ຂອງ​ເຮົາ​ຮັກ​ພວກ​ເຈົ້າ​ຫລາຍ—ເຖິງ​ຂະ​ໜາດ​ທີ່​ເພິ່ນ​ໄດ້​ກ່າວ​ກັບ​ພວກ​ເຈົ້າ​ຫລາຍໆ​ຄົນ ຢູ່​ໃນ​ກອງ​ປະ​ຊຸມໃຫ້​ຄຳ​ດົນ​ໃຈ​ສຳ​ລັບ​ຊາວໜຸ່ມ ທີ່​ຖ່າຍ​ທອດ​ປີ​ກາຍນີ້ ໃນ​ຫົວ​ຂໍ້ “ຄວາມ​ຫວັງ​ຂອງ​ອິດ​ສະ​ຣາ​ເອນ.”1 ພວກ​ເຮົາໄດ້​ຍິນ​ປະ​ທານ​ແນວ​ສັນ ເອີ້ນ​ພວກ​ເຈົ້າ​ເລື້ອຍໆ​ວ່າ— “ຄວາມ​ຫວັງ​ຂອງ​ອິດ​ສະ​ຣາ​ເອນ,” ຄົນ​ລຸ້ນ​ໃໝ່ ແລະ ອະ​ນາ​ຄົດຂອງ​ສາດ​ສະ​ໜາ​ຈັກທີ່​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ເພື່ອນ​ໜຸ່ມ​ຂອງ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ຈະ​ເລີ່ມ​ຕົ້ນ​ດ້ວຍ​ການ​ແບ່ງ​ປັນ​ເລື່ອງ​ເລົ່າ​ກ່ຽວ​ກັບ​ຄອບ​ຄົວ​ສອງ​ເລື່ອງ.

ໝາ​​ດາວ​ເມ​ຊ​ຽນ 102 ໂຕ

ເມື່ອ​ຫລາຍ​ປີ​ກ່ອນ, ຂ້າ​ພະ​ເຈົ້າ​ໄດ້​ກັບ​ເຖິງ​ບ້ານ​ຈາກການ​ທຳ​ງານ ແລະ ຕົກ​ຕະ​ລຶງ​ເມື່ອ​ໄດ້​ເຫັນ​ນອກ​ເຮືອນ​ເຕັມ​ໄປ​ດ້ວຍ​ສີ​ຂາວ—ທັງ​ພື້ນ, ປະ​ຕູ​ກະ​ລ້າ, ແລະ ຝາ​ເຮືອນ ທີ່​ເປັນດິນ​ຈີ່​ສີ​ແດງ. ຂ້າ​ພະ​ເຈົ້າ​ກໍ​ໄດ້​ເຂົ້າ​ໄປ​ເບິ່ງ​ໃກ້ໆ ແລະ ເຫັນ​ວ່າ​ນ້ຳ​ສີ​ຍັງ​ປຽກ​ຢູ່. ນ້ຳ​ສີ​ໄດ້​ຢາຍ​ເປັນ​ທາງ ພາ​ໄປ​ຫາ​ຫລັງ​ບ້ານ, ສະ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ຕາມ​ຮອຍ​ໄປ. ຢູ່​ຫລັງ​ບ້ານ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ລູກ​ຊາຍ​ອາ​ຍຸ​ຫ້າ​ປີ ກຳ​ລັງ​ແລ່ນ​ໄລ່​ໝາ​ຂອງ​ພວກ​ເຮົາຢູ່ ພ້ອມດ້ວຍ​ແປງ​ນ້ຳ​ສີ ຢູ່​ໃນ​ມື. ເຄິ່ງ​ໜຶ່ງ​ຂອງໝາແລບຣາດໍ ສີ​ດຳ​ຂອງ​ພວກ​ເຮົາ ໄດ້​ຖືກ​ທາ​ເປັນ​ສີ​ຂາວ!

“ເຈົ້າ​ກຳ​ລັງ​ເຮັດ​ຫຍັງຢູ່?” ຂ້າ​ພະ​ເຈົ້າ​ໄດ້​ຖາມ​ດ້ວຍ​ສຽງ​ທີ່​ຕື່ນ​ເຕັ້ນ.

ລູກ​ຊາຍ​ໄດ້​ຢຸດ, ຫລຽວ​ເບິ່ງ​ຂ້າ​ພະ​ເຈົ້າ, ໄດ້​ຫລຽວ​ເບິ່ງໝາ, ແລ້ວ​ຫລຽວ​ເບິ່ງ​ແປງ​ນ້ຳສີ​ທີ່ຍ້ອຍ​ຢູ່, ແລະ ເວົ້າ​ວ່າ, “ເຮົາຢາກ​ໃຫ້ມັນ ເບິ່ງ​ຄື​ໝາ​ດ່າງຢູ່​ໃນ​ໜັງ—ເລື່ອງ ໝາດາວເມຊຽນ 101 ໂຕຫັ້ນ​ນ່າ.”

ຮູບ​ພາບ
ໝາ​ແລບຣາດໍ ສີ​ດຳ
ຮູບ​ພາບ
ໝາ​ດາວເມຊຽນ

ຂ້າ​ພະ​ເຈົ້າ​ຮັກ​ໝາຂອງ​ພວກ​ເຮົາ. ຂ້າ​ພະ​ເຈົ້າຄິດ​ວ່າ ມັນ​ກໍ​ດີ​ຢູ່​ແລ້ວ, ແຕ່​ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ ຢາກ​ໃຫ້​ມັນ​ເປັນ​ພັນ​ອື່ນ.

ແມວ​ຂາວ​ດຳ

ເລື່ອງ​ທີ​ສອງ​ແມ່ນ​ກ່ຽວ​ກັບ​ພໍ່​ລຸງ​ທວດ ໂກຼເວີ ຜູ້ໄດ້​ອາ​ໄສ​ຢູ່​ໃນຊົນ​ນະ​ບົດ, ໄກ​ຈາກ​ເມືອງ​ໃຫຍ່. ພໍ່​ລຸງ ໂກຼເວີ ໄດ້​ເຖົ້າ​ແກ່​ຫລາຍ. ພວກ​ເຮົາ​ຄິດ​ວ່າ ພວກລູກ​ຊາຍ​ຂອງ​ພວກ​ເຮົາ​ຄວນ​ໄປ​ພົບ​ພໍ່​ລຸງ​ກ່ອນ​ເພິ່ນ​ຊິ​ເສຍ​ຊີ​ວິດ. ສະ​ນັ້ນ, ໃນຕອນ​ບ່າຍມື້​ໜຶ່ງ, ພວກ​ເຮົາ​ຈຶ່ງ​ໄດ້​ຂັບ​ລົດ​ເປັນ​ໄລ​ຍະ​ໄກ ໄປ​ຢາມ​ເພິ່ນ. ພວກ​ເຮົາ​ໄດ້​ນັ່ງ​ລົມ​ກັນ ແລະ ໄດ້​ແນະ​ນຳ​ພວກລູກ​ຊາຍ​ຂອງ​ພວກ​ເຮົາ​ໃຫ້​ເພິ່ນ​ຮູ້​ຈັກ. ບໍ່​ດົນ​ຈາກນັ້ນ, ລູກ​ຊາຍ​ສອງ​ຄົນ​ຂອງ​ພວກ​ເຮົາ ອາ​ຍຸ ຫ້າ ແລະ ຫົກ ປີ ຢາກ​ອອກ​ໄປ​ຫລິ້ນ​ຢູ່​ຂ້າງນອກ.

ພໍ່​ລຸງ ໂກຼເວີ, ເມື່ອ​ໄດ້​ຍິນ​ຄຳ​ຂໍ​ຮ້ອງ​ຂອງ​ພວກ​ເຂົາ, ຈຶ່ງ​ໄດ້​ກົ້ມ​ໜ້າ​ລົງ​ໄປ​ໃກ້ໆ​ໜ້າ​ພວກ​ເຂົາ. ດ້ວຍ​ໃບ​ໜ້າ​ທີ່​ເຖົ້າ​ແກ່ ແລະ ບໍ່ຄຸ້ນ​ເຄີຍ ຈຶ່ງ​ເຮັດ​ໃຫ້​ພວກ​ເຂົາ​ຕື່ນ​ຕົກ​ໃຈ. ເພິ່ນ​ໄດ້​ເວົ້າ​ກັບ​ພວກ​ເຂົາ, ໃນ​ນ້ຳ​ສຽງ​ທີ່​ຈິງ​ຈັງ, “ລະ​ວັງ​ເດີ—ມີ​ໂຕ​ເໝັນ​ຫລາຍ.” ເມື່ອ​ໄດ້​ຍິນ​ແນວນັ້ນ, ລີຊາ ແລະ ຂ້າ​ພະ​ເຈົ້າ ກໍ​ຍິ່ງ​ຕົກ​ໃຈ​ກວ່າ​ເກົ່າ, ພວກ​ເຮົາ​ເປັນ​ຫ່ວງວ່າ ພວກ​ເຂົາ​ຊິ​ຖືກ​ໂຕ​ເໝັນ​ສີດ​ນ້ຳ​ເໝັນ​ໃສ່! ບໍ່​ດົນ​ພວກ​ລູກ​ຊາຍ​ກໍ​ໄດ້​ອອກ​ໄປ​ຫລິ້ນ ຂະ​ນະ​ທີ່​ພວກ​ເຮົາຢ້ຽມ​ຢາມ​ກັນ​ຕໍ່.

ຮູບ​ພາບ
ໂຕ​ເໝັນ

ແລ້ວ​ເມື່ອ​ພວກ​ເຮົາ​ກຳ​ລັງ​ຊິ​ຂຶ້ນລົດ​ກັບ​ບ້ານ, ຂ້າ​ພະ​ເຈົ້າ​ໄດ້​ຖາມ​ພວກ​ເຂົາ​ວ່າ, “ພວກ​ເຈົ້າ​ເຫັນ​ໂຕ​ເໝັນ​ບໍ?” ຄົນ​ໜຶ່ງ​ໄດ້​ຕອບ​ວ່າ, “ບໍ່, ພວກ​ເຮົາບໍ່​ເຫັນ​ໂຕ​ເໝັນ, ແຕ່​ເຫັນ​ແມວ​ດຳ ທີ່​ມີ​ສີ​ຂາວ​ຢູ່​ກາງ​ຫລັງ!”

ຜູ້​ຫລອກ​ລວງ​ທີ່​ເກັ່ງ​ກ້າ

ເລື່ອງ​ທີ່​ກ່າວ​ມານັ້ນ​ກ່ຽວ​ກັບ​ເດັກ​ນ້ອຍ​ທີ່​ໄຮ້​ດຽງ​ສາ ທີ່​ຄົ້ນ​ພົບ​ບາງ​ສິ່ງ​ກ່ຽວ​ກັບ​ຊີ​ວິດ ແລະ ຄວາມ​ເປັນ​ຈິງ ເຮັດ​ໃຫ້​ເຮົາ​ແຕ່​ລະ​ຄົນ​ຍິ້ມ​ອອກ​ມາ, ແຕ່​ມັນ​ກໍ​ເປັນ​ການ​ສະ​ແດງ​ອອກ​ເຖິງ​ແນວ​ຄິດ​ທີ່​ເລິກ​ຊຶ້ງກວ່ານັ້ນ.

ຢູ່​ໃນ​ເລື່ອງ​ທຳ​ອິດ, ລູກ​ຊາຍຂອງ​ພວກ​ເຮົາ​ມີ​ໝາ​ທີ່​ສວຍ​ງາມ​ເປັນ​ສັດ​ລ້ຽງ; ແຕ່​ລາວ​ໄດ້​ເອົາ​ກະ​ປ໋ອງ​ນ້ຳ​ສີ​ອອກ​ໄປ ພ້ອມ​ດ້ວຍ​ແປງ​ທາ​ສີ ຕັ້ງ​ໃຈ​ທີ່​ຈະ​ປ່ຽນ​ໝາ​ໃຫ້​ເປັນ​ດັ່ງ​ທີ່​ລາວ​ວາດ​ພາບ​ໃນ​ຄວາມ​ຄິດ​ຂອງ​ລາວ.

ຢູ່​ໃນ​ເລື່ອງ​ທີ​ສອງ, ສອງ​ອ້າຍ​ນ້ອງບໍ່​ຮູ້​ເຖິງ​ສິ່ງ​ອັນ​ຕະ​ລາຍ​ທີ່ພວກ​ເຂົາ​ຈະປະ​ເຊີນ ຕອນ​ພົບ​ໂຕ​ເໝັນ. ໂດຍ​ທີ່ບໍ່​ຮູ້​ຈັກ​ວ່າ​ພວກ​ເຂົາໄປ​ເຈິ​ເອົາ​ສິ່ງ​ໃດ, ພວກ​ເຂົາ​ອາດໂຊກບໍ່​ດີ. ເລື່ອງ​ເຫລົ່າ​ນີ້ແມ່ນ​ການ​ເບິ່ງ​ຜິດ—ສັນ​ນິ​ຖານ​ວ່າ​ສິ່ງ​ທີ່​ແທ້​ຈິງ ເປັນ​ສິ່ງ​ອື່ນ. ໃນ​ແຕ່​ລະ​ກໍ​ລະ​ນີ, ຜົນ​ສະ​ທ້ອນ​ແມ່ນ​ເລັກ​ນ້ອຍ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫລາຍ​ຄົນ​ໃນ​ທຸກວັນ​ນີ້ ກໍ​ຍັງ​ດີ້ນ​ລົນ​ກັບ​ບັນ​ຫາ​ແບບນີ້​ຄື​ກັນ ທີ່​ໃຫຍ່​ໂຕກວ່າ. ເຂົາ​ເຈົ້າອາດບໍ່​ສາ​ມາດ​ເຫັນ​ຢ່າງ​ແຈ້ງ​ຊັດ ໃນ​ສິ່ງ​ທີ່​ມັນ​ເປັນ​ຢູ່, ຫລື ບໍ່​ພໍ​ໃຈ​ກັບ​ຄວາມ​ຈິງ. ຍິ່ງ​ໄປ​ກວ່ານັ້ນ, ທຸກວັນ​ນີ້​ມັນ​ມີ​ອິດ​ທິ​ພົນ​ທີ່​ເຈດ​ຕະ​ນາ​ທີ່​ຈະພາ​ເຮົາ​ໜີ​ໄປ​ຈາກ​ຄວາມ​ຈິງ​ທີ່ບໍ່​ປ່ຽນ​ແປງ. ການ​ຫລອກ​ລວງ ແລະ ຄວາມ​ຕົວະ​ເຫລົ່າ​ນີ້ ແມ່ນ​ເກີນ​ກວ່າ​ການ​ເບິ່ງ​ຜິດ ແລະ ສ່ວນ​ຫລາຍ​ຈະ​ມີ​ຜົນ​ສະ​ທ້ອນ​ທີ່​ຮ້າຍ​ແຮງ, ບໍ່​ແມ່ນ​ເລັກ​ນ້ອຍ.

ຊາຕານ, ບິ​ດາ​ຂອງ​ຄວາມ​ຕົວະ ແລະ ຜູ້​ຫລອກ​ລວງ​ທີ່​ຍິ່ງ​ໃຫຍ່, ຈະ​ເຮັດ​ໃຫ້​ເຮົາ​ສົງ​ໃສ​ສິ່ງ​ທີ່​ມັນ​ເປັນ​ຢູ່ ແລະ ບໍ່​ສົນ​ໃຈ​ກັບ​ຄວາມ​ຈິງນິ​ລັນ​ດອນ ຫລື ປ່ຽນ​ບາງ​ສິ່ງ​ໃຫ້​ເປັນໜ້າ​ເພິ່ງ​ພໍ​ໃຈ​ຫລາຍກວ່າເກົ່າ. “ມັນ​ໄດ້​ເຮັດ​ສົງ​ຄາມ​ກັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ”2 ແລະ ໄດ້​ໃຊ້​ເວ​ລາ​ເຖິງ​ພັນ​ປີ ເພື່ອ​ຄິດ​ໄລ່ ແລະ ເຝິກ​ຝົນ​ຄວາມ​ສາ​ມາດ ທີ່​ຈະ​ຊັກ​ຊວນ​ລູກໆ​ຂອງ​ພຣະ​ອົງ ໃຫ້​ເຊື່ອ​ວ່າ ຄວາມດີ ເປັນ​ຄວາມ​ຊົ່ວ ແລະ ຄວາມ​ຊົ່ວ​ເປັນ​ຄວາມ​ດີ.

ມັນ​ໄດ້​ສ້າງ​ຊື່​ສຽງ​ໃຫ້​ຕົວ​ມັນ​ເອງ ເລື່ອງ​ການ​ເຮັດ​ໃຫ້​ມະ​ນຸດຍອມ​ຮັບ​ວ່າ ໂຕ​ເໝັນ​ເປັນ​ພຽງ​ໂຕ​ແມວ ຫລື ໂດຍ​ການ​ທາ​ສີ​ໃສ່, ກໍ​ສາ​ມາດ​ປ່ຽນ​ໝາ ແລບຣາດໍ ເປັນ​ໝາ ດາວເມຊຽນ ໄດ້​ທັນ​ທີ!

ຮູບ​ພາບ
ໂມເຊ​ໄດ້​ເຫັນ​ພຣະ​ເຈົ້າ​ໜ້າ​ຕໍ່​ໜ້າ

ບັດ​ນີ້ ໃຫ້​ເຮົາ​ມາເບິ່ງ​ຕົວ​ຢ່າງ ຂອງ​ຫລັກ​ທຳ​ຢ່າງ​ດຽວ​ກັນ​ນີ້ ທີ່​ມີ​ຢູ່​ໃນ​ພຣະ​ຄຳ​ພີ ຕອນ​ທີ່​ໂມເຊ ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ປະ​ເຊີນ​ກັບ​ບັນ​ຫາ​ທີ່​ຄືກັນ​ນີ້ ໜ້າ​ຕໍ່​ໜ້າ. “ໃນ​ເວ​ລາ​ທີ່​ໄດ້​ພາ​ໂມເຊຂຶ້ນ​ໄປ​ຍັງ​ພູ​ທີ່​ສູງ​ທີ່​ສຸດ[;] … ເພິ່ນ​ໄດ້​ເຫັນ​ພຣະ​ເຈົ້າ​ໜ້າ​ຕໍ່​ໜ້າ, ແລະ ເພິ່ນ​ໄດ້​ເວົ້າ​ລົມ​ກັບ​ພຣະ​ອົງ.”3 ພຣະ​ເຈົ້າ​ໄດ້​ສິດ​ສອນ​ໂມເຊ​ກ່ຽວ​ກັບ​ເອ​ກະ​ລັກ​ນິ​ລັນ​ດອນ​ຂອງ​ເພິ່ນ. ເຖິງ​ແມ່ນ​ໂມເຊ​ເປັນ​ມະ​ນຸດ ແລະ ບໍ່​ດີ​ພ້ອມ​ທຸກ​ຢ່າງ, ແຕ່​ພຣະ​ເຈົ້າ​ໄດ້​ສິດ​ສອນວ່າ ໂມ​ເຊເປັນ “ເໝືອນ​ພຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ເຮົາ; ແລະ ພຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ເຮົາ … ຈະ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.”4

ສະ​ຫລຸບ​ແລ້ວ, ໃນ​ພາບ​ນິ​ມິດ​ທີ່​ໜ້າ​ອັດ​ສະ​ຈັນນີ້, ໂມເຊໄດ້​ເຫັນ​ພຣະ​ເຈົ້າ, ແລະ ເພິ່ນ​ໄດ້​ຮຽນ​ຮູ້​ບາງ​ສິ່ງ​ທີ່​ສຳ​ຄັນ ກ່ຽວ​ກັບ​ຕົວ​ເພິ່ນ​ເອງ: ເພິ່ນ​ໄດ້​ເປັນ ບຸດ​ຂອງ​ພຣະ​ເຈົ້າແທ້ໆ.

ໃຫ້​ຟັງ​ຢ່າງ​ລະ​ມັດ​ລະວັງ​ເຖິງ​ສິ່ງ​ທີ່​ໄດ້​ເກີດຂຶ້ນ ໃນ​ທ້າຍພາບ​ນິ​ມິດ​ທີ່​ປະ​ເສີດນັ້ນ. “ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື … ຊາຕານ​ໄດ້​ມາລໍ້​ລວງ​ເພິ່ນ,” ໂດຍ​ກ່າວ​ວ່າ: ໂມເຊ, ບຸດ​ມະນຸດ, ຈົ່ງ​ນະມັດ​ສະການ​ເຮົາ!”5 ໂມ​ເຊ​ໄດ້​ຕອບ​ຢ່າງ​ກ້າ​ຫານ​ວ່າ: “ທ່ານເປັນ​ໃຜ? ເພາະ​ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ເປັນບຸດ​ຂອງ ພຣະ​ເຈົ້າ, ເປັນ​ເໝືອນ​ພຣະ​ອົງ​ດຽວ​ທີ່​ຖື​ກຳເນີດ​ຂອງ​ພຣະ​ອົງ; ແລະ ລັດ​ສະ​ໝີ​ພາບ​ຂອງ ທ່ານ ຢູ່​ໃສ, ທີ່​ຂ້າ​ພະ​ເຈົ້າ​ຈະ​ນະມັດ​ສະ​ການ ທ່ານ?”6

ໃນ​ອີກ​ຄຳ​ໜຶ່ງ, ໂມເຊ​ໄດ້​ເວົ້າ​ວ່າ, “ທ່ານ​ຫລອກ​ລວງ​ຂ້າ​ພະ​ເຈົ້າ​ບໍ່​ໄດ້, ເພາະ​ຂ້າ​ພະ​ເຈົ້າ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ເປັນ​ໃຜ. ຂ້າ​ພະ​ເຈົ້າ​ໄດ້​ຖືກ​ສ້າງ​ຂຶ້ນ​ຕາມ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ. ທ່ານບໍ່​ມີ​ຄວາມ​ສະ​ຫວ່າງ ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ. ສະ​ນັ້ນ ເປັນ​ຫຍັງ​ຂ້າ​ພະ​ເຈົ້າ​ຈຶ່ງ​ຈະ​ນະ​ມັດ​ສະ​ການ​ທ່ານ ຫລື ຕົກ​ເປັນ​ເຫຍື່ອ​ຂອງການ​ຫລອກ​ລວງ​ຂອງ​ທ່ານ?”

ບັດ​ນີ້​ໃຫ້​ເຮົາ​ມາ​ຟັງ​ຄຳ​ຕອບ​ຕໍ່​ໄປ​ຂອງ​ໂມເຊ. ເພິ່ນ​ປະ​ກາດ​ວ່າ, “ຈົ່ງ​ອອກ​ໄປ​ຈາກ​ບ່ອນນີ້​ເສຍ, ຊາຕານ; ຢ່າ​ຫລອກ​ລວງ​ຂ້າ​ພະ​ເຈົ້າ.7

ມີ​ຫລາຍ​ສິ່ງ​ທີ່​ເຮົາ​ສາ​ມາດ​ຮຽນ​ຮູ້​ຈາກ​ຄຳ​ຕອບທີ່​ກ້າ​ຫານ​ຂອງ​ໂມເຊ ຕໍ່​ການ​ລໍ້​ລວ​ງ​ຂອງຜູ້​ປໍ​ລະ​ປັກ. ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ພວກ​ເຈົ້າ​ໃຫ້​ຕອບ​ໃນ​ແບບ​ດຽວ​ກັນ​ນັ້ນ ເມື່ອ​ພວກ​ເຈົ້າ​ຮູ້​ສຶກ​ຖືກ​ລໍ້​ລວງ. ໃຫ້​ກ່າວ​ກັບ​ສັດ​ຕູ​ຂອງ​ຈິດ​ວິນ​ຍານ​ຂອງ​ພວກ​ເຈົ້າ​ວ່າ: “ໃຫ້​ໜີ​ໄປ! ເຈົ້າ ບໍ່ ມີ​ລັດ​ສະ​ໝີ​ພາບ. ຢ່າ​ມາ​ລໍ້​ລວງ ຫລື ຕົວະ​ຂ້ອຍ! ເພາະ​ຂ້ອຍ​ຮູ້​ວ່າ​ ຂ້ອຍເປັນ​ລູກ​ຂອງ​ພຣະ​ເຈົ້າ. ແລະ ຂ້ອຍ​ຈະ​ເອີ້ນ​ຫາ​ພຣະ​ເຈົ້າ​ສະ​ເໝີ ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫລືອ.”

ຜູ້​ປໍ​ລະ​ປັກ​ຈະ​ບໍ່​ຍອມ​ເຊົາ​ຫລອກ​ລວງ ແລະ ເຊົາເຮັດ​ໃຫ້​ເຮົາ​ເສື່ອມ​ເສຍ​​ຢ່າງ​ງ່າຍ​ດາຍ. ມັນ​ບໍ່​ໄດ້​ເຊົາ​ງ່າຍໆ​ກັບໂມເຊ, ແຕ່ມັນ​ຢາກ​ໃຫ້​ໂມເຊ​ລືມ​ວ່າ ເພິ່ນ​ເປັນ​ໃຜ​ແທ້ໆ.

ຄື​ກັນ​ກັບ​ຕອນ​ທີ່​ເດັກ​ນ້ອຍ​ຮ້ອງ​ໄຫ້​ໂວຍ​ວາຍ, “ຊາຕານ​ໄດ້​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ອັນ​ດັງ, ແລະ ໄດ້​ເວົ້າ​ແບບ​ໃຈ​ຮ້າຍ​ຢູ່​ເທິງ​ຜືນ​ແຜ່ນ​ດິນ, ແລະ ໄດ້​ບັນ​ຊາ, ໂດຍ​ກ່າວ​ວ່າ: ເຮົາ​ຄື ພຣະ​ອົງ​ດຽວ​ທີ່​ຖື​ກຳເນີດ, ຈົ່ງ​ນະມັດ​ສະການ​ເຮົາ.”8

ໃຫ້​ເຮົາ​ມາ​ທົບ​ທວນ. ພວກ​ເຈົ້າ​ໄດ້​ຍິນ​ບໍ​ວ່າ ມັນ​ຫາ​ກໍ​ໄດ້​ເວົ້າ​ຫຍັງ? “ເຮົາ​ຄື ພຣະ​ອົງ​ດຽວ​ທີ່​ຖື​ກຳເນີດ. ຈົ່ງ​ນະ​ມັດ​ສະ​ການ ເຮົາ!”

ຜູ້​ຫລອກ​ລວງ​ທີ່​ເກັ່ງ​ກ້າໄດ້​ເວົ້າ​ວ່າ, ຕາມ​ຈິງ​ແລ້ວ “ບໍ່​ຕ້ອງ​ເປັນ​ຫ່ວງ; ເຮົາ​ຊິບໍ່​ທຳ​ຮ້າຍ​ເຈົ້າດອກ—ເຮົາ​ບໍ່​ແມ່ນ​ໂຕ​ເໝັນ; ເຮົາ​ເປັນ​ພຽງ​ແມວ​ຂາວ​ດຳ​ທີ່​ໄຮ້​ດຽງ​ສາເທົ່າ​ນັ້ນ.”

ຮູບ​ພາບ
ໂມ​ເຊ​ໄດ້​ຂັບ​ໄລ່​ຊາ​ຕານ​ໃຫ້​ໜີ​ໄປ

ແລ້ວໂມເຊ​ໄດ້​ເອີ້ນ​ຫາ​ພຣະ​ເຈົ້າ ແລະ ໄດ້​ຮັບ​ກຳ​ລັງ​ຈາກ​ສະ​ຫວັນ. ເຖິງ​ແມ່ນ​ວ່າ​ຜູ້​ປໍ​ລະ​ປັກ​ສັ່ນ​ສາຍ ແລະ ແຜ່ນ​ດິນ​ໄຫວ, ແຕ່ໂມເຊ ກໍ​ບໍ່​ໄດ້​ຍິນຍອມ. ຄຳ​ເວົ້າ​ຂອງ​ເພິ່ນ​ແມ່ນ​ແນ່ນອນ ແລະ ແຈ່ມ​ແຈ້ງ. “ຈົ່ງ​ໄປ​ຈາກ​ຂ້າ​ພະ​ເຈົ້າ, ຊາຕານ,” ເພິ່ນ​ໄດ້​ປະ​ກາດ, “ເພາະ​ວ່າ​ພຣະ​ເຈົ້າ​ອົງ​ດຽວ​ນີ້​ເທົ່າ​ນັ້ນ​ທີ່​ຂ້າ​ພະ​ເຈົ້າ​ຈະ​ນະ​ມັດ​ສະ​ການ, ຊຶ່ງ​ເປັນ​ພຣະ​ເຈົ້າ​ແຫ່ງ​ລັດ​ສະ​ໝີ​ພາບ.”9

ໃນ​ທີ່​ສຸດ, ມັນ “ໄດ້​ອອກ​ໄປ … ພົ້ນ​ໜ້າ​ຂອງ​ໂມເຊ.”10

ຫລັງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ປະ​ກົດ ແລະ ໃຫ້​ພອນ​ແກ່​ໂມເຊ​ແລ້ວ ເພາະ​ການ​ເຊື່ອ​​ຟັງຂອງ​ເພິ່ນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ:

“ເຈົ້າ​ເປັນ​ສຸກ​ແລ້ວ, ໂມເຊ, … ເຈົ້າ​ຈະ​ຖືກ​ເຮັດ​ໃຫ້​ເຂັ້ມ​ແຂງ​ຫລາຍກວ່າ​ແມ່​ນ້ຳ​ທັງ​ຫລາຍ. …

“ແລະ ເບິ່ງ​ແມ, ເຮົາ​ຢູ່​ນຳ​ເຈົ້າ, ແມ່ນ​ແຕ່​ຈົນ​ເຖິງ​ທີ່​ສຸດ​ຂອງ​ວັນ​ເວລາ​ຂອງ​ເຈົ້າ.”11

ຄວາມສາ​ມາດ​​ຂອງ​ໂມເຊ ທີ່​ສາ​ມາດຕ້ານ​ທານກັບ​​ຜູ້​ປໍ​ລະ​ປັກ ເປັນ​ຕົວ​ຢ່າງ​ທີ່​ແຈ່ມ​ແຈ້ງ ແລະ ດົນ​ໃຈ​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ, ບໍ່​ວ່າ​ເຮົາ​ຈະ​ຢູ່​ໃນ​ໄວ​ໃດ​ກໍ​ຕາມ. ມັນ​ເປັນ​ຂ່າວ​ສານ​ທີ່​ມີ​ພະ​ລັງ ສຳ​ລັບ​ພວກ​ເຈົ້າ​ໂດຍ​ສະ​ເພາະ—ທີ່​ຈະ​ຮູ້​ຈັກ​ສິ່ງ​ທີ່​ຈະ​ເຮັດ ເມື່ອ​ມັນພະ​ຍາ​ຍາມ​ຫລອກ​ລວງ​ພວກ​ເຈົ້າ. ເພາະ​ພວກ​ເຈົ້າ, ຄື​ກັນ​ກັບ​ໂມເຊ, ກໍ​ໄດ້​ຮັບ​ພອນ​ຫລາຍ​ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ.

ພຣະ​ບັນ​ຍັດ ແລະ ພອນ

ພວກ​ເຈົ້າ​ຈະ​ຊອກ​ຫາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ​ໄດ້​ຢູ່​ໃສ, ຄື​ກັນ​ກັບໂມເຊ, ແລະ ບໍ່​ຖືກ​ຫລອກ​ລວງ ຫລື ຍອມ​ຕໍ່ການ​ລໍ້​ລວງ? ແຫລ່ງ​ທີ່​ແຈ່ມ​ແຈ້ງ​ສຳ​ລັບຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ ໄດ້​ຖືກ​ຢືນ​ຢັນ​ໃນ​ຍຸກ​ສະ​ໄໝ​ນີ້ ໂດຍ​ພຣະ​ຜູ້​ເປັນ​ເຈົ້າ​ເອງ ເມື່ອ​ພຣະ​ອົງ​ໄດ້​ປະ​ກາດ​ວ່າ: “ດັ່ງນັ້ນ, ເຮົາ​ພຣະ​ຜູ້​ເປັນ​ເຈົ້າ, ໂດຍ​ທີ່​ຮູ້​ເຖິງ​ຄວາມ​ເສຍ​ຫາຍ​ທີ່​ຈະ​ມາ​ສູ່ ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ, ຈຶ່ງ​ໄດ້​ເອີ້ນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ, ແລະ ໄດ້​ກ່າວ​ກັບ​ລາວ​ຈາກ​ສະຫວັນ, ແລະ ມອບ​ບັນ​ຍັດ​ໃຫ້​ລາວ.”12 ໂດຍ​ທີ່​ໃຊ້​ສັບ​ງ່າຍໆ, ເຮົາ​ອາດ​ເວົ້າ​ວ່າ ພຣະ​ຜູ້​ເປັນ​ເຈົ້າ, ຜູ້​ຮູ້​ຈັກ “ທີ່​ສຸດ​ຕັ້ງ​ແຕ່​ຕົ້ນ,”13 ຮູ້​ຈັກ​ຄວາມ​ຫຍຸ້ງ​ຍາກ​ໃດ​ໜຶ່ງ​ໂດຍ​ສະ​ເພາະ​ຂອງວັນ​ເວ​ລາ​ຂອງ​ເຮົາ. ສະ​ນັ້ນ, ພຣະ​ອົງ​ຈຶ່ງມີ​ວິ​ທີ​ທາງ​ທີ່​ຈະ​ຕ້ານ​ທານ​ກັບ​ການ​ທ້າ​ທາຍ ແລະ ການ​ລໍ້​ລວງ, ຊຶ່ງ​ຫລາຍ​ຢ່າງ​ມາ​ຈາກ​ອິດ​ທິ​ພົນຂອງ​ການຫລອກ​ລວງ​ໂດຍ​ກົງ​ຂອງ​ຜູ້​ປໍ​ລະ​ປັກ ແລະ ການ​ໂຈມ​ຕີ​ຂອງ​ມັນ.

ວິ​ທີ​ແມ່ນລຽບ​ງ່າຍ. ຜ່ານ​ທາງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ພຣະ​ເຈົ້າ​ກ່າວ​ກັບ​ເຮົາ, ລູກໆ​ຂອງ​ພຣະ​ອົງ, ແລະ ມອບ​ພຣະ​ບັນ​ຍັດ​ໃຫ້​ເຮົາ. ເຮົາ​ສາ​ມາດ​ເວົ້າຂໍ້​ຄວາມ​ເຫລົ່າ​ນັ້ນ ທີ່​ຂ້າ​ພະ​ເຈົ້າຫາກໍອ້າງ​ເຖິງ ໃນ​ແບບ​ໃໝ່​ວ່າ, “ເຮົາ ພຣະ​ຜູ້​ເປັນ​ເຈົ້າ … ໄດ້​ເອີ້ນ​ຜູ້​ຮັບ​ໃຊ້​ຂອງເຮົາ [ປະທານຣະໂຊ ເອັມ ແນວ​ສັນ], ແລະ ໄດ້​ກ່າວ​ກັບ​ເພິ່ນ​ຈາກ​ສະ​ຫວັນ, ແລະ ໄດ້​ມອບ​ພຣະ​ບັນ​ຍັດ​ໃຫ້​ເພິ່ນ.” ຊ່າງ​ເປັນ​ຄວາມ​ຈິງ​ທີ່​ປະ​ເສີດ​ແທ້ໆ​ນໍ?

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຢ່າງໜັກ​ແໜ້ນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ໂຈເຊັບ ສະມິດ ຈາກ​ສະ​ຫວັນ​ແທ້ໆ, ເລີ່ມ​ຕົ້ນ​ຈາກ​ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ. ພຣະ​ອົງ​ກໍ​ໄດ້​ກ່າວ​ກັບ​ປະ​ທານ​ແນວສັນ ໃນ​ວັນ​ເວລາ​ຂອງ​ເຮົາ​ຄື​ກັນ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຈົ້າ​ຕິດ​ຕໍ່​ກັບ​ສາດ​ສະ​ດາ​ທັງ​ຫລາຍ​ໃນ​ອະ​ດີດ ແລະ ໄດ້​ມອບ​ພຣະ​ບັນ​ຍັດ​ໃຫ້​ພວກ​ເພິ່ນ ເພື່ອພາ​ລູກໆ​ຂອງ​ພຣະ​ອົງ​ໄປ​ສູ່​ຄວາມ​ສຸກ​ໃນ​ຊີ​ວິດນີ້ ແລະ ສູ່​ລັດ​ສະ​ໝີ​ພາບ​ໃນ​ຊີ​ວິດ​ໜ້າ.

ພຣະ​ເຈົ້າ​ຍັງ​ສືບ​ຕໍ່​ປະ​ທານ​ພຣະ​ບັນ​ຍັດ​ໃຫ້​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ເຮົາ ໃນປະ​ຈຸ​ບັນ. ມີ​ຫລາຍຕົວ​ຢ່າງເຊັ່ນ—ບ້ານ​ເຮືອນ​ເປັນ​ສູນ​ກາງ, ໂດຍ​ມີ​ສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ ໃຫ້​ຄວາມ​ສົມ​ດູນ​ໃນ​ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ; ການ​ປ່ຽນ​ແປງ​ການ​ສອນ​ປະ​ຈຳ​ບ້ານ ແລະ ການ​ຢ້ຽມ​ສອນ ໃຫ້​ເປັນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ; ການ​ປ່ຽນ​ແປງ​ວິ​ທີ​ການ​ເລື່ອງ​ພຣະ​ວິ​ຫານ ແລະ ພິ​ທີ​ການ; ແລະ ໂຄງ​ການ​ສຳ​ລັບ​ເດັກ​ນ້ອຍ ແລະ ຊາວ​ໜຸ່ມ. ຂ້າ​ພະ​ເຈົ້າ​ປະ​ຫລາດ​ໃຈ​ກັບ​ພຣະ​ກະ​ລຸ​ນາ​ທິ​ຄຸນ ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນທີ່​ຊົງ​ຮັກ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ຜູ້​ໄດ້​ຟື້ນ​ຟູ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ຢູ່​ເທິງ​​ແຜ່ນ​ດິນໂລກຄືນ​ໃໝ່ ແລະ ໄດ້​ເອີ້ນ​ສາດ​ສະ​ດາ ໃນ​ວັນ​ເວ​ລາ​ຂອງ​ເຮົາ. ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ລົບ​ລ້າງວັນ​ເວ​ລາ ອັນ​ຕະ​ລາຍ ດ້ວຍ ຄວາມ​ສົມ​ບູນ ແຫ່ງ​ເວ​ລາ.

ຄວາມ​ຊົ່ວ​ຮ້າຍບໍ່​ເຄີຍ​ເປັນ​ຄວາມ​ສຸກເລີຍ

ການ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ທີ່ມອບ​ໃຫ້​ແກ່​ສາດ​ສະ​ດາ​ຂອງ​ເຮົາ ບໍ່​ພຽງ​ແຕ່ເປັນສິ່ງ​ສຳ​ຄັນ ໃນ​ການ​ຫລີກ​ເວັ້ນ​ຈາກ​ອິດ​ທິ​ພົນຂອງ​ຜູ້​ຫລອກ​ລວງ​ເທົ່າ​ນັ້ນ, ແຕ່​ຍັງ​ເປັນ​ການ​ປະ​ສົບ​ກັບ​ຄວາມ​ຊື່ນ​ຊົມ ແລະ ຄວາມ​ສຸກ​ທີ່​ຍາວ​ນານນຳ​ອີກ. ສູດນີ້​ຈາກ​ສະ​ຫວັນ ແມ່ນ​ລຽບງ່າຍ: ຄວາມ​ຊອບ​ທຳ, ຫລື ການ​ເຊື່ອ​ຟັງ​ຕໍ່​ພຣະ​ບັນ​ຍັດ, ນຳ​ພອນ​ມາ​ໃຫ້, ແລະ ພອນ​ນຳ​ຄວາມ​ສຸກ, ຫລື ຄວາມ​ຊື່ນ​ຊົມ​ມາ​ໃຫ້​ຊີ​ວິດ​ຂອງ​ເຮົາ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ວິ​ທີ​ດຽວ​ກັນ​ກັບ​ທີ່​ຜູ້​ປໍ​ລະ​ປັກ​ໄດ້​ພະ​ຍາ​ຍາມ​ຫລອກ​ລວງ​ໂມເຊ, ມັນ​ກໍ​ພະ​ຍາ​ຍາມ​ຫລອກ​ລວງ​ພວກ​ເຈົ້າ​ຄື​ກັນ. ມັນ​ໄດ້​ທຳ​ທ່າ​ເປັນ​ບາງ​ສິ່ງ​ທີ່​ມັນ​ບໍ່​ໄດ້​ເປັນ​ສະ​ເໝີ​ມາ. ມັນ​ໄດ້​ພະ​ຍາ​ຍາມ​ປິດ​ບັງ​ທາດ​ແທ້​ຂອງ​ມັນ​ສະ​ເໝີ​ມາ. ມັນ​ປະ​ກາດ​ວ່າ ການ​ເຊື່ອ​ຟັງ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ທຸກ​ທໍ​ລະ​ມານ ແລະ ວ່າ​ການ​ເຊື່ອ​ຟັງຈະ​ເຮັດ​ໃຫ້​ພວກ​ເຈົ້າ​ບໍ່​ມີ​ຄວາມ​ສຸກ.

ພວກ​ເຈົ້າສາ​ມາດບອກ​ໄດ້ບໍ ເຖິງອຸ​ບາຍ​ທີ່​ຈະ​ຫລອກ​ລວງ​ສອງ​ສາມ​ຢ່າງ​ຂອງ​​ຜູ້​ປໍ​ລະ​ປັກ? ຍົກ​ຕົວ​ຢ່າງ, ຜູ້​ປໍ​ລະ​​ປັກປິດ​ບັງ​ຜົນ​ຮ້າຍ​ຂອງ​ຢາ​ເສບ​ຕິດ ແລະ ເຄື່ອງ​ດື່ມ ໂດຍ​ການ​ແນະ​ນຳ​ວ່າ ມັນ​ຊິເຮັດ​ໃຫ້​ມີ​ຄວາມ​ສຸກ. ຜູ້​ປໍ​ລະ​​ປັກ​ພາ​ເຮົາ​ເຂົ້າ​ຫາ​ສິ່ງ​ທີ່​ເປັນ​ທາງ​ລົບ ຢູ່​ໃນ​ສື່​ສານມວນ​ຊົນ, ລວມ​ທັງ​ການ​ປຽບ​ທຽບ​ຕົວ​ເອງ​ໃສ່​ກັບ​ຄົນ​ອື່ນ ແລະ ຄວາມ​ເປັນຈິງ​ຂອງ​ອຸ​ດົມ​ຄະ​ຕິ. ນອກ​ເໜືອ​ຈາກນັ້ນ, ຜູ້​ປໍ​ລະ​​ປັກ​ຍັງລວງ​ຕາ​ດ້ວຍ​ສິ່ງອັນ​ຕະ​ລາຍ​ຢູ່​ໃນ​ອອນ​ລາຍ​ນຳ​ອີກ ດັ່ງ​ເຊັ່ນ​ຮູບ​ພາບ​ລາ​ມົກ, ການ​ເວົ້າ​ຂູ່​ເຂັນ​ຄົນ​ອື່ນ, ແລະ ໂຄ​ສະ​ນາ​ສິ່ງ​ທີ່ບໍ່ມີ​ມູນ​ຄວາມ​ຈິງ ເພື່ອກໍ່​ໃຫ້​ເກີດ​ຄວາມ​ສົງ​ໃສ ແລະ ຄວາມ​ຢ້ານ​ກົວໃນ​ຈິດ​ໃຈ ແລະ ຄວາມ​ຄິດ​ຂອງ​ເຮົາ. ຜູ້​ປໍ​ລະ​​ປັກ​ຈະ​ສື່ມ​ໃສ່​ຫູ​ແບບ​ສະ​ຫລາດ​ແກມ​ໂກງວ່າ, “ເຮັດ​ຕາມ​ເຮົາ, ແລ້ວ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ຢ່າງ​ແນ່ນອນ.”

ຖ້ອຍ​ຄຳ​ທີ່​ຖືກ​ຂຽນ​ຫລາຍສັດ​ຕະ​ວັດ​ມາ​ແລ້ວ ໂດຍ​ສາດ​ສະ​ດາ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ ຍັງ​ກ່ຽວ​ຂ້ອງ​ກັບ​ວັນ​ເວລາ​ຂອງ​ເຮົາ​ຢູ່ ໂດຍ​ສະ​ເພາະ: “ຄວາມ​ຊົ່ວ​ຮ້າຍ ບໍ່​ເຄີຍ ເປັນ​ຄວາມ​ສຸກເລີຍ.”14 ຂໍ​ໃຫ້​ເຮົາ​ຈົ່ງ​ຮູ້​ຈັກ​ການ​ຫລອກ​ລວງ​ຂອງ​ຊາຕານ ຕາມ​ທາດ​ແທ້​ຂອງ​ມັນ. ຂໍ​ໃຫ້​ເຮົາ​ຈົ່ງ​ສາ​ມາດ​ຕ້ານ​ທານ ແລະ ຮູ້​ຈັກ​ຄວາມ​ຕົວະ ແລະ ອິດ​ທິ​ພົນ​ຂອງ​ຜູ້​ທີ່​ສະ​ແຫວງ​ຫາ​ທີ່​ຈະທຳ​ລາຍ​ຈິດ​ວິນ​ຍານ​ຂອງ​ເຮົາ ແລະ ລັກ​ເອົາ​ຄວາມ​ສຸກ​ໃນ​ປະ​ຈຸ​ບັນ ແລະ ລັດ​ສະ​ໝີ​ພາບ​ໃນ​ອະ​ນາ​ຄົດ​ຂອງ​ເຮົາ​ໄປ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ເຮົາ​ຕ້ອງຊື່​ສັດ ແລະ ກ້າ​ຫານ​ຕໍ່​ໄປ, ເພາະ​ມັນ​ເປັນ​ພຽງ​ທາງ​ດຽວ​ເທົ່າ​ນັ້ນ ທີ່​ຈະ​ສາ​ມາດ​ເບິ່ງ​ຄວາມ​ຈິງ​ອອກ ແລະ ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຜ່ານ​ທາງ​ຜູ້ຮັບ​ໃຊ້​ຂອງ​ພຣະ​ອົງ. “ເພາະ​ວ່າ​ພຣະ​ວິນ​ຍານ​ກ່າວ​ດ້ວຍ​ຄວາມ​ຈິງ ແລະ ບໍ່​ຕົວະ. … ເລື່ອງ​ເຫລົ່າ​ນີ້​ຈຶ່ງ​ຖືກ​ສະ​ແດງ​ໃຫ້​ປະ​ຈັກ​ແກ່​ພວກເຮົາ​ຢ່າງ​ແຈ່ມ​ແຈ້ງ, ເພື່ອ​ຄວາມ​ລອດ​ຂອງ​ຈິດ​ວິນ​ຍານ​ຂອງ​ພວກເຮົາ. ເພາະ​ພຣະ​ເຈົ້າ​ໄດ້​ຮັບ​ສັ່ງ​ເລື່ອງ​ເຫລົ່າ​ນີ້​ກັບ​ສາດ​ສະ​ດາ​ໃນ​ສະ​ໄໝ​ກ່ອນ​ມາ​ແລ້ວ.”15 ເຮົາ​ເປັນ​ໄພ່​ພົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່, ເປັນ​ຄວາມ​ຫວັງ​ຂອງ​ອິດ​ສະ​ຣາ​ເອນ! ເມື່ອ​ໄພ​ຮຸກ​ຮານ “ເຮົາ​ນັ້ນ​ຈະ​ຫລີກ​ຕໍ່​ສູ້ບໍ? ບໍ່! … ຍອມ​ຕາມ​ພຣະ​ບັນ​ຊາ, ຈິດ​ວິນ​ຍານ, ໃຈ, ເຮົາ​ຈະ​ຍຶດ​ໝັ້ນ​ສັດ​ຊື່​ໄປບໍ່​ວາຍ.”16

ຂ້າ​ພະ​ເຈົ້າເປັນ​ພະ​ຍານ​ເຖິງ ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາ​ເອນ—ແມ່ນ​ແຕ່ພຣະ​ນາມ​ຂອງພຣະ​ເຢ​ຊູ​ຄຣິດ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ຄວາມ​ຮັກ, ຄວາມ​ຈິງ, ແລະ ຄວາມ​ຊື່ນ​ຊົມ​ຂອງ​ພຣະ​ອົງ ທີ່​ເຮັດ​ໃຫ້​ເປັນ​ໄປ​ໄດ້ ໂດຍ​ການ​ເສຍ​ສະ​ລະ​ອັນບໍ່​ມີ​ຂອບ​ເຂດ ແລະ ເປັນ​ນິດ​ຂອງ​ພຣະ​ອົງ. ເມື່ອ​ເຮົາ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ເຮົາ​ຈະ​ຖືກ​ນຳ​ພາ​ໄປ​ໃນ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ ແລະ ຈະ​ບໍ່​ຖືກ​ຫລອກ​ລວງ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ພິມ