ຮູ້, ຮັກ, ແລະ ເຕີບໂຕ
ຂໍໃຫ້ເຮົາທຸກຄົນຈົ່ງເຂົ້າໃຈພາກສ່ວນຂອງເຮົາໃນວຽກງານແຫ່ງການປະຕິບັດສາດສະໜາກິດທີ່ສຳຄັນນີ້ ເພື່ອວ່າເຮົາຈະກາຍເປັນເໝືອນດັ່ງພຣະອົງຫລາຍກວ່າເກົ່າ.
ໃນປີ 2016 ກຸ່ມນັກຮ້ອງແທເບີແນໂກ ທີ່ບໍລິເວນພຣະວິຫານ ໄດ້ໄປຢ້ຽມຢາມປະເທດໂຮນລັງ ແລະ ແບນຊິກ. ແລະ ເພາະຂ້າພະເຈົ້າໄດ້ມີສ່ວນຮ່ວມຢູ່ໃນກິດຈະກຳທີ່ຕື່ນເຕັ້ນນັ້ນ, ຂ້າພະເຈົ້າກໍໄດ້ມີໂອກາດຊື່ນຊົມກັບການສະແດງຂອງເຂົາເຈົ້າສອງເທື່ອ.
ໃນລະຫວ່າງການສະແດງນັ້ນ ຂ້າພະເຈົ້າໄດ້ຄິດວ່າ ນີ້ຊ່າງເປັນພາລະທີ່ໃຫຍ່ຫລວງ ທີ່ຈະຍົກຍ້າຍກຸ່ມນັກຮ້ອງທີ່ໃຫຍ່ຂະໜາດນັ້ນ. ຄວາມສົນໃຈຂອງຂ້າພະເຈົ້າແມ່ນຢູ່ທີ່ຄ້ອງໃຫຍ່, ທີ່ຈະສົ່ງໄປມາຍາກ ແລະ ຄ່າສົ່ງກໍອາດຈະແພງຫລາຍເມື່ອທຽບໃສ່ກັບຊໍ, ແກ, ຫລື ເຄື່ອງດົນຕີທີ່ເຮົາສາມາດຖືແໜບໃສ່ແຂນໄດ້. ແຕ່ການສັງເກດເບິ່ງການມີສ່ວນກ່ຽວຂ້ອງກັບຄ້ອງນີ້, ຂ້າພະເຈົ້າເຫັນວ່າ ມັນກໍຖືກຕີໜ້ອຍເທື່ອ, ໃນເມື່ອເຄື່ອງດົນຕີທີ່ນ້ອຍກວ່າ ມີສ່ວນຮ່ວມຫລາຍໃນການສະແດງຄອນເຊີດນັ້ນ. ຂ້າພະເຈົ້າໄດ້ຄິດໄຕ່ຕອງວ່າ ປາດສະຈາກສຽງຂອງຄ້ອງນັ້ນແລ້ວ, ການສະແດງກໍຈະບໍ່ອອກມາດີເປັນແບບດຽວກັນ ແລະ ສະນັ້ນ ຕ້ອງມີຄວາມພະຍາຍາມເພື່ອຈະຍົກຍ້າຍຄ້ອງໃຫຍ່ອັນນີ້ຕະຫລອດທາງຂ້າມມະຫາສະໝຸດ.
ບາງເທື່ອເຮົາອາດຮູ້ສຶກວ່າເຮົາ, ເໝືອນດັ່ງຄ້ອງໜ່ວຍນັ້ນ, ກໍດີພໍພຽງແຕ່ຈະມີພາກສ່ວນເລັກນ້ອຍໃນການສະແດງ. ແຕ່ຂ້າພະເຈົ້າຂໍບອກທ່ານວ່າ ສຽງຂອງທ່ານກໍສ້າງຄວາມແຕກຕ່າງໄດ້.
ເຮົາຕ້ອງການເຄື່ອງດົນຕີທຸກຢ່າງ. ເຮົາບາງຄົນກໍຮຽນຮູ້ໄດ້ງ່າຍ ແລະ ຮຽນເກັ່ງດີໃນໂຮງຮຽນ, ໃນເມື່ອອີກຄົນອື່ນກໍມີພອນສະຫວັນໃນດ້ານສິນລະປະກຳ. ບາງຄົນກໍອອກແບບ ແລະ ກໍ່ສ້າງບາງສິ່ງ ຫລື ໃຫ້ການດູແລ, ປົກປ້ອງ, ຫລື ສິດສອນຄົນອື່ນ. ເຮົາທຸກຄົນກໍເປັນທີ່ຕ້ອງການ ເພື່ອນຳສີສັນ ແລະ ຄວາມໝາຍມາໃຫ້ແກ່ໂລກໃບນີ້.
ຕໍ່ຜູ້ຄົນທີ່ອາດຮູ້ສຶກວ່າເຂົາເຈົ້າບໍ່ມີຫຍັງທີ່ຈະເອົາມາປະກອບສ່ວນ ຫລື ເຊື່ອວ່າເຂົາເຈົ້າບໍ່ມີຄວາມສຳຄັນອັນໃດ ຫລື ມີຜົນປະໂຫຍດຕໍ່ຜູ້ໃດ, ຕໍ່ບາງຄົນທີ່ອາດຮູ້ສຶກວ່າເຂົາເຈົ້າມີຄວາມສຸກຢ່າງລົ້ນເຫລືອ, ແລະ ຜູ້ທີ່ຢູ່ໃນລະຫວ່າງກາງ, ຂ້າພະເຈົ້າຢາກຈະແບ່ງປັນຂ່າວສານນີ້ກັບທ່ານ.
ບໍ່ວ່າທ່ານຈະຢູ່ໃນຈຸດໃດກໍຕາມໃນເສັ້ນທາງແຫ່ງຊີວິດ, ທ່ານບາງຄົນອາດຮູ້ສຶກໜັກໜ່ວງໃຈ ຈົນທ່ານອາດຮູ້ສຶກວ່າບໍ່ໄດ້ຢູ່ໃນເສັ້ນທາງນັ້ນຊ້ຳ. ຂ້າພະເຈົ້າຂໍເຊື້ອເຊີນໃຫ້ທ່ານກ້າວອອກຈາກຄວາມມືດມົວເຂົ້າໄປສູ່ຄວາມສະຫວ່າງ. ຄວາມສະຫວ່າງຂອງພຣະກິດຕິຄຸນທີ່ຈະໃຫ້ທ່ານໄດ້ຮັບຄວາມອົບອຸ່ນ ແລະ ການປິ່ນປົວ ແລະ ຈະຊ່ວຍທ່ານໃຫ້ເຂົ້າໃຈວ່າທ່ານເປັນໃຜແທ້ໆ ແລະ ແມ່ນຫຍັງຄືຈຸດປະສົງຂອງທ່ານໃນຊີວິດນີ້.
ເຮົາບາງຄົນກໍໄດ້ຊັດເຊພະເນຈອນຢູ່ໃນເສັ້ນທາງທີ່ຕ້ອງຫ້າມ, ພະຍາຍາມຊອກຫາຄວາມສຸກຢູ່ທີ່ນັ້ນ.
ພຣະບິດາເທິງສະຫວັນທີ່ຊົງຮັກຂອງເຮົາ ກໍເຊື້ອເຊີນເຮົາໃຫ້ເດີນໄປໃນເສັ້ນທາງແຫ່ງການເປັນສານຸສິດ ແລະ ກັບຄືນໄປຫາພຣະອົງ. ພຣະອົງຮັກເຮົາດ້ວຍຄວາມຮັກທີ່ສົມບູນ.1
ເສັ້ນທາງນັ້ນແມ່ນຫຍັງ? ເສັ້ນທາງນັ້ນກໍແມ່ນທີ່ຈະຊ່ວຍກັນແລະກັນໃຫ້ເຂົ້າໃຈວ່າເຮົາເປັນໃຜ ໂດຍການປະຕິບັດສາດສະໜາກິດຕໍ່ກັນແລະກັນ.
ສຳລັບຂ້າພະເຈົ້າແລ້ວ, ການປະຕິບັດສາດສະໜາກິດ ຄືການໃຊ້ຄວາມຮັກແຫ່ງສະຫວັນ.2 ຢູ່ໃນເສັ້ນທາງນັ້ນ ເຮົາຈະສ້າງບັນຍາກາດ ຊຶ່ງທັງຜູ້ໃຫ້ ແລະ ຜູ້ຮັບ ຈະປາດຖະໜາທີ່ຈະກັບໃຈ. ໃນອີກຄຳໜຶ່ງ, ເຮົາປ່ຽນທິດທາງ ແລະ ເຂົ້າໃກ້ ແລະ ກາຍເປັນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ພຣະເຢຊູຄຣິດ ຫລາຍກວ່າເກົ່າ.
ຍົກຕົວຢ່າງ, ບໍ່ຈຳເປັນຕ້ອງບອກຄູ່ຄອງ ຫລື ລູກໆຂອງເຮົາເລື້ອຍໆວ່າ ເຂົາເຈົ້າສາມາດພັດທະນາດ້ານໃດແດ່; ເຂົາເຈົ້າຮູ້ຢູ່ແລ້ວ. ມັນແມ່ນການສ້າງສະພາບແວດລ້ອມແຫ່ງຄວາມຮັກນີ້ແຫລະ ທີ່ເຂົາເຈົ້າຈະໄດ້ຮັບພະລັງ ທີ່ຈະປ່ຽນແປງສິ່ງທີ່ຈຳເປັນໃນຊີວິດຂອງເຂົາເຈົ້າ ແລະ ກາຍເປັນຄົນທີ່ດີກວ່າເກົ່າ.
ໃນວິທີທາງນີ້ ການກັບໃຈຈະກາຍເປັນຂັ້ນຕອນປະຈຳວັນຂອງການຫລໍ່ຫລອມ, ຊຶ່ງອາດຮ່ວມທັງການຂໍໂທດສຳລັບພຶດຕິກຳທີ່ບໍ່ດີ. ຂ້າພະເຈົ້າຈື່ຈຳສະພາບການ ແລະ ຍັງມີປະສົບການກັບມັນຢູ່ ຊຶ່ງຂ້າພະເຈົ້າໄດ້ຕັດສິນໄວເກີນໄປ ຫລື ຮັບຟັງຊ້າເກີນໄປ. ແລະ ໃນທ້າຍວັນ, ລະຫວ່າງການອະທິຖານສ່ວນຕົວ, ຂ້າພະເຈົ້າໄດ້ຮູ້ສຶກເຖິງຄຳແນະນຳດ້ວຍຄວາມຮັກ ຈາກສະຫວັນ ເພື່ອໃຫ້ກັບໃຈ ແລະ ກາຍເປັນຄົນດີກວ່າເກົ່າ. ທຳອິດສະພາບແວດລ້ອມແຫ່ງຄວາມຮັກທີ່ຖືກສ້າງຂຶ້ນໂດຍພໍ່ແມ່, ອ້າຍນ້ອງ, ແລະ ເອື້ອຍນ້ອງ ແລະ ຕໍ່ມາໂດຍພັນລະຍາຂອງຂ້າພະເຈົ້າ, ລູກໆ, ພ້ອມທັງໝູ່ເພື່ອນນັ້ນ ກໍໄດ້ຊ່ວຍຂ້າພະເຈົ້າໃຫ້ກາຍເປັນຄົນດີກວ່າເກົ່າ.
ເຮົາທຸກຄົນກໍຮູ້ດ້ານທີ່ເຮົາສາມາດເຮັດໃຫ້ດີກວ່າເກົ່າ. ບໍ່ຈຳເປັນຕ້ອງຕັກເຕືອນກັນຊ້ຳແລ້ວຊ້ຳອີກ, ແຕ່ຍັງມີຄວາມຈຳເປັນທີ່ຈະຮັກ ແລະ ປະຕິບັດສາດສະໜາກິດຕໍ່ກັນແລະກັນ ແລະ, ໃນການເຮັດແບບນັ້ນ, ມັນຈະໄດ້ໃຫ້ເຮົາມີສະພາບແວດລ້ອມຂອງຄວາມເຕັມໃຈທີ່ຈະປ່ຽນແປງ.
ຢູ່ໃນສະພາບແວດລ້ອມອັນດຽວກັນນີ້ ເຮົາກຳລັງຮຽນຮູ້ວ່າເຮົາເປັນໃຜ ແລະ ວ່າບົດບາດຂອງເຮົາຈະເປັນແບບໃດ ຢູ່ໃນພາກສຸດທ້າຍຢູ່ໃນປະຫວັດສາດຂອງໂລກ ກ່ອນການສະເດັດມາຄັ້ງທີສອງຂອງພຣະຜູ້ຊ່ວຍໃຫ້ລອດ.
ຖ້າຫາກທ່ານສົງໃສກ່ຽວກັບພາກສ່ວນຂອງທ່ານ, ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ຊອກຫາສະຖານທີ່ ບ່ອນທີ່ທ່ານສາມາດຢູ່ຄົນດຽວ ແລະ ທູນຂໍໃຫ້ພຣະບິດາເທິງສະຫວັນ ຊ່ວຍທ່ານໃຫ້ຮູ້ຈັກບົດບາດຂອງທ່ານ. ຄຳຕອບອາດຈະມີມາເທື່ອລະເລັກເທື່ອລະນ້ອຍ ແລະ ແລ້ວຈະແຈ່ມແຈ້ງຂຶ້ນ ເມື່ອເຮົາໄດ້ວາງບາດກ້າວຂອງເຮົາໄວ້ຢ່າງໝັ້ນຄົງ ຢູ່ໃນເສັ້ນທາງແຫ່ງພັນທະສັນຍາ ແລະ ການປະຕິບັດສາດສະໜາກິດ.
ເຮົາກໍປະສົບກັບຄວາມຍາກລຳບາກອັນດຽວກັນທີ່ ໂຈເຊັບ ສະມິດ ໄດ້ປະເຊີນໜ້າ ຂະນະທີ່ເພິ່ນໄດ້ພົບເຫັນຕົວເອງ “ຢູ່ໃນທ່າມກາງສົງຄາມຄາລົມ ແລະ ຄວາມຄິດຄວາມເຫັນທີ່ວຸ້ນວາຍ.” ເມື່ອເຮົາອ່ານຢູ່ໃນບັນທຶກຂອງເພິ່ນເອງ, ເພິ່ນມັກຈະກ່າວກັບຕົວເອງວ່າ: “ເຮົາຈະເຮັດແນວໃດ? ໃນກຸ່ມທັງໝົດນີ້ ແມ່ນໃຜຖືກຕ້ອງ; ຫລື, ຜິດທັງໝົດບໍ? ຖ້າຫາກມີກຸ່ມໃດທີ່ຖືກຕ້ອງ, ແລ້ວຈະເປັນກຸ່ມໃດ, ແລະ ເຮົາຈະຮູ້ໄດ້ແນວໃດ?”3
ດ້ວຍຄວາມຮູ້ທີ່ເພິ່ນໄດ້ພົບເຫັນຢູ່ໃນສານຂອງຢາໂກໂບ, ຊຶ່ງກ່າວວ່າ, “ຖ້າຄົນໃດໃນພວກເຈົ້າ ຂາດສະຕິປັນຍາ, ກໍໃຫ້ຜູ້ນັ້ນທູນຂໍຈາກພຣະເຈົ້າຜູ້ຊົງໂຜດປະທານໃຫ້ແກ່ຄົນທັງປວງດ້ວຍພຣະກະລຸນາ, ບໍ່ຊົງກ່າວຕິ ແລະ ຜູ້ນັ້ນກໍຈະໄດ້ຮັບສິ່ງທີ່ທູນຂໍ”4 ໂຈເຊັບ “ກໍເລີຍໄດ້ຕັ້ງໃຈທີ່ຈະ ‘ທູນຂໍຈາກພຣະເຈົ້າ.’”5
ເຮົາໄດ້ອ່ານຕໍ່ໄປວ່າ “ນັ້ນເປັນຄັ້ງທຳອິດໃນຊີວິດ [ຂອງເພິ່ນ] ທີ່ [ເພິ່ນ] ໄດ້ພະຍາຍາມເຮັດແບບນີ້, ເພາະໃນລະຫວ່າງຄວາມກັງວົນທັງໝົດນີ້ [ເພິ່ນ] ບໍ່ເຄີຍພະຍາຍາມອະທິຖານອອກສຽງມາກ່ອນເລີຍ.”6
ສະນັ້ນ ມັນກໍເປັນໄປໄດ້ສຳລັບເຮົາ ທີ່ຈະເປັນເທື່ອທຳອິດທີ່ເຮົາຈະກ່າວກັບພຣະຜູ້ສ້າງຂອງເຮົາ ໃນວິທີທາງທີ່ເຮົາບໍ່ເຄີຍເຮັດມາກ່ອນເລີຍ.
ເປັນເພາະຄວາມພະຍາຍາມຂອງໂຈເຊັບ, ພຣະບິດາເທິງສະຫວັນ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ໄດ້ມາປະກົດຕໍ່ເພິ່ນ, ເອີ້ນຊື່ເພິ່ນ, ແລະ ຜົນກໍຄື ເຮົາມີຄວາມເຂົ້າໃຈທີ່ແຈ່ມແຈ້ງຫລາຍກວ່າເກົ່າວ່າ ເຮົາເປັນໃຜ ແລະ ວ່າເຮົາກໍສຳຄັນຫລາຍແທ້ໆ.
ເຮົາອ່ານຕໍ່ໄປວ່າ ໃນໄວໜຸ່ມຂອງເພິ່ນ, ໂຈເຊັບ “ຖືກຂົ່ມເຫັງໂດຍຜູ້ຄົນທີ່ຄວນເປັນໝູ່ເພື່ອນ [ຂອງເພິ່ນ] ແລະ [ຜູ້ທີ່ຄວນປະຕິບັດ] ຕໍ່ [ເພິ່ນ] ດ້ວຍຄວາມປານີ.”7 ແລະ ສະນັ້ນເຮົາອາດຄາດໄດ້ວ່າ ຈະມີການກົງກັນຂ້າມຂະນະທີ່ເຮົາດຳລົງຊີວິດຂອງການເປັນສານຸສິດ.
ຖ້າຫາກວ່າທ່ານຮູ້ສຶກວ່າບໍ່ສາມາດເປັນພາກສ່ວນຂອງວົງມະໂຫລີ ແລະ ເສັ້ນທາງແຫ່ງການກັບໃຈໃນເວລານີ້ປະກົດວ່າຍາກສຳລັບທ່ານ, ຂໍໃຫ້ຮູ້ໄວ້ວ່າ ຖ້າຫາກທ່ານພະຍາຍາມຕໍ່ໄປ, ພາລະໜັກຈະຖືກຮັບເອົາໄປຈາກທ່ານ ແລະ ຈະມີຄວາມສະຫວ່າງນັ້ນອີກ. ພຣະບິດາເທິງສະຫວັນຈະບໍ່ປະຖິ້ມເຮົາເມື່ອເຮົາເອື້ອມອອກໄປຫາພຣະອົງ. ເຮົາສາມາດລົ້ມ ແລະ ລຸກຂຶ້ນໄດ້ອີກ, ແລະ ພຣະອົງຈະຊ່ວຍເຮົາປັດຂີ້ຝຸ່ນອອກຈາກຫົວເຂົ່າຂອງເຮົາ.
ເຮົາບາງຄົນກໍໄດ້ຮັບບາດເຈັບ, ແຕ່ອຸບປະກອນປະຖົມພະຍາບານຂອງພຣະຜູ້ເປັນເຈົ້າ ມີຜ້າພັນແຜໃຫຍ່ພໍທີ່ຈະປົກຄຸມບາດແຜຂອງເຮົາທັງໝົດ.
ສະນັ້ນ ມັນເປັນຄວາມຮັກນັ້ນ, ຄວາມຮັກທີ່ສົມບູນທີ່ເຮົາເອີ້ນວ່າຄວາມໃຈບຸນ ຫລື ຄວາມຮັກອັນບໍລິສຸດຂອງພຣະຄຣິດ,”8 ທີ່ຈຳເປັນຕ້ອງມີຢູ່ໃນບ້ານເຮືອນຂອງເຮົາ ບ່ອນທີ່ພໍ່ແມ່ປະຕິບັດສາດສະໜາກິດຕໍ່ລູກໆ ແລະ ລູກໆຕໍ່ພໍ່ແມ່ຂອງຕົນ. ຜ່ານທາງຄວາມຮັກນັ້ນ, ຫົວໃຈຈະປ່ຽນໄປ ແລະ ມີຄວາມປາດຖະໜາໃໝ່ທີ່ຈະເຮັດຕາມພຣະປະສົງຂອງພຣະອົງ.
ມັນເປັນຄວາມຮັກນັ້ນທີ່ຈຳເປັນຕ້ອງມີ ໃນການປະຕິບັດຕໍ່ກັນແລະກັນ ໃນຖານະລູກໆຂອງພຣະບິດາເທິງສະຫວັນຂອງເຮົາ ແລະ ໃນຖານະສະມາຊິກຂອງສາດສະໜາຈັກຂອງພຣະອົງ ແລະ ທີ່ຈະໃຫ້ເຮົາສາມາດລວມເຄື່ອງດົນຕີທຸກຢ່າງເຂົ້າໃນວົງມະໂຫລີຂອງເຮົາ ເພື່ອວ່າເຮົາຈະບັນເລງຢ່າງສະຫງ່າລາສີ ກັບກຸ່ມນັກຮ້ອງຈາກສະຫວັນ ເມື່ອພຣະຜູ້ຊ່ວຍໃຫ້ລອດສະເດັດມາອີກຄັ້ງ.
ມັນເປັນຄວາມຮັກນັ້ນ, ເປັນຄວາມສະຫວ່າງນັ້ນ ທີ່ຕ້ອງສ່ອງແສງ ແລະ ເຮັດໃຫ້ສະພາບອ້ອມຮອບເຮົາແຈ້ງສະຫວ່າງຂຶ້ນ ຂະນະທີ່ເຮົາດຳລົງຊີວິດປະຈຳວັນຂອງເຮົາຕໍ່ໄປ. ຜູ້ຄົນຈະສັງເກດເຫັນຄວາມສະຫວ່າງນັ້ນ ແລະ ຈະຢາກເຂົ້າໄປຫາມັນ. ນັ້ນຄືວິທີເຜີຍແຜ່ທີ່ຈະດຶງດູດຄົນອື່ນໃຫ້ “ມາເບິ່ງເອົາ, ໃຫ້ມາຊ່ວຍເຫລືອ, ແລະ ໃຫ້ມາເຂົ້າຮ່ວມ.”9 ຂໍຈົ່ງກະລຸນາ, ເມື່ອທ່ານໄດ້ຮັບສັກຂີພະຍານຂອງທ່ານກ່ຽວກັບວຽກງານທີ່ຍິ່ງໃຫຍ່ ແລະ ພາກສ່ວນຂອງທ່ານນີ້ແລ້ວ, ຂໍໃຫ້ທ່ານຈົ່ງຊື່ນຊົມນຳກັນກັບສາດສະດາໂຈເຊັບ ສະມິດ ທີ່ຮັກແພງຂອງເຮົາ ເມື່ອເພິ່ນໄດ້ກ່າວວ່າ “ເພາະຂ້າພະເຈົ້າໄດ້ເຫັນພາບນັ້ນ; ຂ້າພະເຈົ້າຈຶ່ງຮູ້, ແລະ ຂ້າພະເຈົ້າຮູ້ວ່າພຣະເຈົ້າຮູ້ຄືກັນ, ແລະ ຂ້າພະເຈົ້າປະຕິເສດມັນບໍ່ໄດ້.”10
ຂ້າພະເຈົ້າເປັນພະຍານຕໍ່ທ່ານວ່າ ຂ້າພະເຈົ້າຮູ້ວ່າຂ້າພະເຈົ້າເປັນໃຜ, ແລະ ຂ້າພະເຈົ້າກໍຮູ້ວ່າທ່ານເປັນໃຜ. ເຮົາທຸກຄົນເປັນລູກຂອງພຣະບິດາເທິງສະຫວັນ ຜູ້ທີ່ຮັກເຮົາ. ແລະ ພຣະອົງບໍ່ໄດ້ສົ່ງເຮົາມາຢູ່ນີ້ເພື່ອໃຫ້ເຮົາລົ້ມເຫລວ ແຕ່ປະສົງໃຫ້ເຮົາກັບຄືນໄປຫາພຣະອົງຢ່າງສະຫງ່າລາສີ. ຂໍໃຫ້ເຮົາທຸກຄົນຈົ່ງເຂົ້າໃຈພາກສ່ວນຂອງເຮົາໃນວຽກງານແຫ່ງການປະຕິບັດສາດສະໜາກິດທີ່ສຳຄັນນີ້ ເພື່ອວ່າເຮົາຈະກາຍເປັນເໝືອນດັ່ງພຣະອົງຫລາຍກວ່າເກົ່າ ເມື່ອພຣະຜູ້ຊ່ວຍໃຫ້ລອດສະເດັດມາອີກຄັ້ງ ແລະ ນີ້ຄືຄຳອະທິຖານຂອງຂ້າພະເຈົ້າ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.