ການພະຈົນໄພທີ່ຍິ່ງໃຫຍ່ຂອງທ່ານ
ພຣະຜູ້ຊ່ວຍໃຫ້ລອດເຊື້ອເຊີນເຮົາ, ໃນທຸກວັນ, ເພື່ອໃຫ້ປະຄວາມສະໜຸກສຸກສະບາຍ ແລະ ຄວາມໝັ້ນຄົງຂອງເຮົາ ເພື່ອເຂົ້າຮ່ວມກັບພຣະອົງ ໃນເສັ້ນທາງແຫ່ງການເປັນສານຸສິດ.
ກ່ຽວກັບຊາວຮອບບິດ
ປຶ້ມນິຍາຍເຫລັ້ມໜຶ່ງສຳລັບເດັກນ້ອຍໄດ້ຖືກຂຽນຂຶ້ນ ເມື່ອຫລາຍປີກ່ອນ ເລີ່ມຕົ້ນດ້ວຍຄຳວ່າ “ຢູ່ໃນຮູໃຕ້ດິນ ມີຊາວຮອບບິດຄົນໜຶ່ງ ອາໄສຢູ່ໃນນັ້ນ.”1
ເລື່ອງລາວຂອງທ້າວບຽວໂບ ແບກກິນສ໌ ແມ່ນກ່ຽວກັບຊາວຮອບບິດຄົນໜຶ່ງທີ່ທຳມະດາສາມັນ ຜູ້ຖືກສະເໜີໃຫ້ຮັບເອົາໂອກາດທີ່ດີທີ່ສຸດ—ໂອກາດທີ່ດີ ທີ່ຈະໄດ້ພະຈົນໄພ ແລະ ຖືກສັນຍາວ່າ ຈະໄດ້ຮັບລາງວັນອັນງົດງາມ.
ບັນຫາມີຢູ່ວ່າ ຊາວຮອບບິດສ່ວນຫລາຍທີ່ເຄົາລົບຕົວເອງ ຈະບໍ່ສົນໃຈກັບການພະຈົນໄພນັ້ນ. ເຂົາເຈົ້າມັກໃຊ້ຊີວິດຢ່າງສະໜຸກສຸກສະບາຍ. ເຂົາເຈົ້າມັກກິນເຂົ້າ ມື້ໜຶ່ງຫົກຄາບ ຕອນເຂົາເຈົ້າຫາອາຫານໄດ້ ແລະ ໃຊ້ເວລາເຮັດຮົ້ວເຮັດສວນ, ເລົ່ານິທານໃຫ້ກັນຟັງ, ຮ້ອງເພງ, ເສບດົນຕີ, ຊື່ນຊົມກັບຊີວິດແບບທຳມະດາ.
ເຖິງຢ່າງໃດກໍຕາມ, ເມື່ອທ້າວບຽວໂບ ໄດ້ຮັບໂອກາດ ເພື່ອໃຫ້ພະຈົນໄພທີ່ຍິ່ງໃຫຍ່, ລາວກັບຮູ້ສຶກຕື່ນເຕັ້ນເປັນພິເສດ. ລາວເຂົ້າໃຈຕັ້ງແຕ່ຕອນຕົ້ນວ່າ ການເດີນທາງນັ້ນຈະເຕັມໄປດ້ວຍການທ້າທາຍ. ແມ່ນແຕ່ອັນຕະລາຍ. ຍັງອາດເປັນໄປໄດ້ວ່າ ລາວຈະບໍ່ໄດ້ກັບຄືນມາອີກ.
ແຕ່, ລາວຍັງຕື່ນເຕັ້ນກັບການທີ່ຈະໄດ້ພະຈົນໄພນັ້ນຢູ່. ສະນັ້ນ, ຊາວຮອບບິດທີ່ສາມັນຄົນນີ້ ຈຶ່ງໄດ້ປະຄວາມສະໜຸກສຸກສະບາຍ ແລະ ໄດ້ອອກເດີນທາງໄປສູ່ການພະຈົນໄພທີ່ຍິ່ງໃຫຍ່ ຊຶ່ງຈະພາລາວໄປຫາ “ຈຸດໝາຍປາຍທາງ ແລະ ກັບຄືນບ້ານ.”2
ການພະຈົນໄພຂອງທ່ານ
ບາງທີເຫດຜົນໜຶ່ງທີ່ເລື່ອງນີ້ກະຕຸ້ນຄວາມຮູ້ສຶກຂອງຫລາຍຄົນ ກໍເພາະວ່າ ມັນກໍເປັນເລື່ອງລາວຂອງເຮົາຄືກັນ.
ດົນນານມາແລ້ວ, ກ່ອນເຮົາໄດ້ມາເກີດ, ໃນຄວາມຊົງຈຳທີ່ມືດມົວ ແລະ ເລືອນລາງ, ເຮົາກໍໄດ້ຖືກເຊື້ອເຊີນໃຫ້ອອກພະຈົນໄພຄືກັນ. ຄຳເຊື້ອເຊີນຖືກສະເໜີໂດຍພຣະເຈົ້າ, ພຣະບິດາເທິງສະຫວັນຂອງເຮົາ. ການຕົກລົງທີ່ຈະພະຈົນໄພ ແມ່ນຕ້ອງໄດ້ໜີຈາກທີ່ປະທັບ ບ່ອນສະໜຸກສຸກສະບາຍຂອງພຣະອົງໄປ. ນັ້ນໝາຍຄວາມວ່າ ຕ້ອງໄດ້ມາສູ່ໂລກສຳລັບການເດີນທາງ ທີ່ເຕັມໄປດ້ວຍສິ່ງອັນຕະລາຍ ແລະ ການທົດລອງທີ່ບໍ່ຮູ້ຈັກ.
ເຮົາຮູ້ວ່າ ມັນຈະບໍ່ເປັນເລື່ອງງ່າຍ.
ແຕ່ເຮົາກໍຍັງຮູ້ອີກວ່າ ເຮົາຈະໄດ້ຮັບຊັບສົມບັດອັນມີຄ່າ, ລວມທັງຮ່າງກາຍທີ່ເປັນເນື້ອໜັງ ແລະ ປະສົບກັບຄວາມສຸກ ແລະ ຄວາມໂສກເສົ້າຂອງຊ່ວງມະຕະນຳອີກ. ເຮົາຈະຮຽນຮູ້ທີ່ຈະພະຍາຍາມ, ສະແຫວງຫາ, ແລະ ດີ້ນລົນ. ເຮົາຈະຄົ້ນພົບຄວາມຈິງກ່ຽວກັບພຣະເຈົ້າ ແລະ ຕົວເຮົາເອງ.
ແນ່ນອນ, ເຮົາຈະເຮັດຄວາມຜິດພາດຢູ່ໃນເສັ້ນທາງ. ແຕ່ເຮົາກໍຍັງມີຄຳສັນຍາທີ່ວ່າ: ເພາະການເສຍສະລະອັນຍິ່ງໃຫຍ່ຂອງພຣະເຢຊູຄຣິດ, ເຮົາຈະສາມາດຖືກເຮັດໃຫ້ສະອາດຈາກການລ່ວງລະເມີດຂອງເຮົາ, ຖືກຫລໍ່ຫລອມ ແລະ ຖືກຊຳລະໃຫ້ບໍລິສຸດທາງວິນຍານ, ແລະ, ໃນມື້ໜຶ່ງ ໄດ້ຟື້ນຄືນຊີວິດ ແລະ ຢູ່ກັບຄົນທີ່ເຮົາຮັກ.
ເຮົາໄດ້ຮຽນຮູ້ວ່າ ພຣະເຈົ້າຮັກເຮົາຫລາຍຂະໜາດໃດ. ພຣະອົງໄດ້ປະທານຊີວິດໃຫ້ເຮົາ, ແລະ ປະສົງໃຫ້ເຮົາປະສົບຄວາມສຳເລັດ. ສະນັ້ນ, ພຣະອົງຈຶ່ງໄດ້ຈັດຕຽມພຣະຜູ້ຊ່ວຍໃຫ້ລອດໄວ້ໃຫ້ເຮົາ. “ເຖິງຢ່າງໃດກໍຕາມ,” ພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາ ໄດ້ກ່າວວ່າ, “ເຈົ້າສາມາດເລືອກເພື່ອຕົວເອງ, ເພາະໄດ້ມອບໃຫ້ແກ່ເຈົ້າແລ້ວ.”3
ຄົງເປັນພາກສ່ວນຂອງການພະຈົນໄພຢູ່ໃນຊ່ວງມະຕະ ທີ່ເຮັດໃຫ້ລູກໆຂອງພຣະເຈົ້າເປັນຫ່ວງ ແລະ ຢ້ານກົວຫລາຍ, ຈົນເຮັດໃຫ້ດວງວິນຍານຢ່າງຫລວງຫລາຍ ທີ່ເປັນອ້າຍເອື້ອຍນ້ອງຂອງເຮົາຂັດຄ້ານ.4
ໂດຍຂອງປະທານ ແລະ ອຳນາດຂອງອຳເພີໃຈໃນຊ່ວງມະຕະ, ເຮົາຈຶ່ງຕັ້ງໃຈວ່າ ສັກກະຍະພາບຂອງສິ່ງທີ່ເຮົາສາມາດຮຽນຮູ້ ແລະ ກາຍເປັນຊົ່ວນິລັນດອນ ແມ່ນກຸ້ມຄ່າທີ່ຈະສ່ຽງດວງ.5
ແລະ ເປັນເພາະຄວາມໄວ້ວາງໃຈໃນຄຳສັນຍາ ແລະ ອຳນາດຂອງພຣະເຈົ້າ ແລະ ພຣະບຸດທີ່ຮັກຂອງພຣະອົງ, ເຮົາຈຶ່ງໄດ້ຮັບເອົາການທ້າທາຍນັ້ນ.
ຂ້າພະເຈົ້າໄດ້ຮັບເອົາ.
ແລະ ທ່ານກໍໄດ້ຮັບເອົາຄືກັນ.
ເຮົາໄດ້ເຫັນພ້ອມທີ່ຈະໜີຈາກສະພາວະທຳອິດທີ່ໝັ້ນຄົງ ແລະ ເລີ່ມຕົ້ນການພະຈົນໄພຂອງເຮົາ ເພື່ອໄປຫາ “ຈຸດໝາຍປາຍທາງ ແລະ ກັບຄືນບ້ານ.”
ການເອີ້ນສູ່ການພະຈົນໄພ
ແຕ່ແລ້ວ, ຊີວິດໃນຊ່ວງມະຕະ, ກໍຫລິ້ນຕະຫລົກກັບເຮົາ, ແມ່ນບໍ? ເຮົາລືມການສະແຫວງຫາທີ່ຍິ່ງໃຫຍ່ຂອງເຮົາ, ແຕ່ເຮົາໄດ້ເລືອກເອົາຄວາມສະໜຸກສຸກສະບາຍ ແລະ ຄວາມສະດວກແທນການເຕີບໂຕ ແລະ ຄວາມກ້າວໜ້າ.
ແຕ່ຍັງມີບາງສິ່ງທີ່ປະຕິເສດບໍ່ໄດ້, ຝັງເລິກຢູ່ໃນໃຈຂອງເຮົາ, ປາດຖະໜາທີ່ຈະບັນລຸຈຸດປະສົງທີ່ສູງກວ່າ ແລະ ມີກຽດກວ່າ. ຄວາມປາດຖະໜານີ້ ເປັນເຫດຜົນໜຶ່ງທີ່ວ່າ ເປັນຫຍັງຜູ້ຄົນຈຶ່ງສົນໃຈພຣະກິດຕິຄຸນ ແລະ ສາດສະໜາຈັກຂອງພຣະເຢຊູຄຣິດຫລາຍແທ້. ພຣະກິດຕິຄຸນທີ່ຟື້ນຟູ, ໃນອີກຄວາມໝາຍໜຶ່ງ, ເປັນການເອີ້ນອີກເທື່ອໜຶ່ງ ສູ່ການພະຈົນໄພ ທີ່ເຮົາໄດ້ຮັບເອົາເມື່ອດົນນານມາແລ້ວ. ພຣະຜູ້ຊ່ວຍໃຫ້ລອດເຊື້ອເຊີນເຮົາ, ໃນທຸກວັນ, ເພື່ອໃຫ້ປະຄວາມສະໜຸກສຸກສະບາຍ ແລະ ຄວາມໝັ້ນຄົງຂອງເຮົາ ເພື່ອເຂົ້າຮ່ວມກັບພຣະອົງ ໃນເສັ້ນທາງແຫ່ງການເປັນສານຸສິດ.
ຖະໜົນເສັ້ນນີ້ມີໂຄ້ງຫລາຍບ່ອນ. ມັນມີຄ້ອຍ, ມີຫ່ອມພູ, ແລະ ທາງເວີ້ງ. ໃນຄຳປຽບທຽບ, ມັນອາດມີແມງມຸມ, ມີຍັກ, ແລະ ແມ່ນແຕ່ມັງກອນ ໜຶ່ງ ຫລື ສອງໂຕ ກໍເປັນໄດ້. ແຕ່ຖ້າຫາກທ່ານຢູ່ໃນເສັ້ນທາງ ແລະ ໄວ້ວາງໃຈໃນພຣະເຈົ້າ, ແລ້ວທ່ານຈະພົບເຫັນຈຸດໝາຍປາຍທາງທີ່ສະຫງ່າລາສີຂອງທ່ານ ແລະ ກັບຄືນໄປບ້ານແຫ່ງສະຫວັນຂອງທ່ານໄດ້.
ແລ້ວທ່ານຈະເລີ່ມຕົ້ນແນວໃດ?
ມັນງ່າຍໆ.
ໃຫ້ໂນ້ມອ່ຽງຫົວໃຈຂອງທ່ານໄປຫາພຣະເຈົ້າ
ທຳອິດ, ທ່ານຕ້ອງເລືອກທີ່ຈະໂນ້ມອ່ຽງຫົວໃຈຂອງທ່ານໄປຫາພຣະເຈົ້າ. ພະຍາຍາມໃນທຸກວັນ ເພື່ອຊອກຫາພຣະອົງ. ຮຽນຮັກພຣະອົງ. ແລະ ແລ້ວໃຫ້ປ່ອຍຄວາມຮັກນັ້ນດົນໃຈທ່ານໃຫ້ຮຽນຮູ້, ເຂົ້າໃຈ, ແລະ ເຮັດຕາມຄຳສອນຂອງພຣະອົງ ແລະ ຮຽນຮູ້ທີ່ຈະຮັກສາພຣະບັນຍັດຂອງພຣະເຈົ້າ. ພຣະກິດຕິຄຸນທີ່ຟື້ນຟູຂອງພຣະເຢຊູຄຣິດ ໄດ້ຖືກມອບໃຫ້ເຮົາໃນວິທີທີ່ແຈ່ມແຈ້ງ ແລະ ລຽບງ່າຍ ຈົນເດັກນ້ອຍກໍສາມາດເຂົ້າໃຈໄດ້. ແຕ່ ພຣະກິດຕິຄຸນຂອງພຣະເຢຊູຄຣິດ ສາມາດຕອບຄຳຖາມທີ່ຊັບຊ້ອນໃນຊີວິດໄດ້ ແລະ ມີຄວາມໝາຍເລິກ ແລະ ຄວາມຊັບຊ້ອນທີ່ເລິກຊຶ້ງ ເຖິງແມ່ນໃຊ້ເວລາສຶກສາ ແລະ ໄຕ່ຕອງຕະຫລອດຊີວິດ, ເຮົາກໍຍັງເຂົ້າໃຈພຽງແຕ່ເລັກນ້ອຍເທົ່ານັ້ນ.
ຖ້າຫາກທ່ານບໍ່ກ້າພະຈົນໄພ ເພາະທ່ານບໍ່ເຊື່ອວ່າທ່ານສາມາດເຮັດໄດ້, ໃຫ້ຈື່ຈຳໄວ້ວ່າ ການເປັນສານຸສິດ ບໍ່ແມ່ນກ່ຽວກັບການເຮັດສິ່ງຕ່າງໆແບບບໍ່ມີທີ່ຕິ; ມັນກ່ຽວກັບການເຮັດສິ່ງຕ່າງໆດ້ວຍຄວາມຕັ້ງໃຈ. ມັນເປັນການເລືອກຂອງທ່ານ ທີ່ຈະສະແດງໃຫ້ເຫັນວ່າທ່ານເປັນຄົນແນວໃດ, ເກີນກວ່າຄວາມສາມາດຂອງທ່ານເອງ.6
ແມ່ນແຕ່ຕອນທ່ານລົ້ມເຫລວ, ທ່ານກໍສາມາດເລືອກ ທີ່ຈະບໍ່ຍອມແພ້, ແຕ່ໃຫ້ຄົ້ນພົບຄວາມກ້າຫານຂອງທ່ານ, ດຳເນີນຕໍ່ໄປ, ແລະ ລຸກຂຶ້ນ. ນັ້ນຄືການທົດສອບທີ່ສຳຄັນຂອງການເດີນທາງ.
ພຣະເຈົ້າຮູ້ວ່າ ທ່ານບໍ່ດີພ້ອມທຸກຢ່າງ, ວ່າທ່ານຈະລົ້ມເຫລວເປັນບາງຄັ້ງ. ພຣະເຈົ້າຍັງຮັກທ່ານເໝືອນເດີມ ບໍ່ວ່າໃນຕອນທີ່ທ່ານດີ້ນລົນ ຫລື ຕອນທີ່ທ່ານປະສົບຄວາມສຳເລັດ.
ຄືກັນກັບພໍ່ແມ່ທີ່ເຕັມໄປດ້ວຍຄວາມຮັກ, ພຣະອົງພຽງແຕ່ປະສົງໃຫ້ທ່ານຕັ້ງໃຈພະຍາຍາມສະເໝີ. ການເປັນສານຸສິດກໍຄືກັນກັບການຮຽນຫລິ້ນປີອາໂນ. ບາງທີສິ່ງທີ່ທ່ານສາມາດຫລິ້ນເປັນ ໃນຕອນຕົ້ນ ແມ່ນການຫລິ້ນເພງງ່າຍໆເຊັ່ນ “Chopsticks.” ແຕ່ຖ້າຫາກທ່ານເຝິກຝົນຕໍ່ໄປ, ທ່ານຈະສາມາດຫລິ້ນເພງແບບສິນລະປິນມືອາຊິບໄດ້ ໃນມື້ໜຶ່ງ.
ບັດນີ້, ວັນນັ້ນອາດບໍ່ມາເຖິງໃນຊີວິດນີ້, ແຕ່ມັນຈະມາເຖິງ. ສິ່ງທີ່ພຣະເຈົ້າຂໍຮ້ອງແມ່ນ ໃຫ້ເຮົາພະຍາຍາມຕໍ່ໄປຢ່າງມີສະຕິ.
ເອື້ອມອອກໄປຫາຄົນອື່ນດ້ວຍຄວາມຮັກ
ມີບາງສິ່ງທີ່ໜ້າສົນໃຈ, ເກືອບເປັນເລື່ອງກົງກັນຂ້າມ, ກ່ຽວກັບເສັ້ນທາງນີ້ ທີ່ທ່ານເລືອກ: ທາງດຽວທີ່ທ່ານຈະເຕີບໂຕໄດ້ ໃນການພະຈົນໄພທາງພຣະກິດຕິຄຸນ ແມ່ນການຊ່ວຍຄົນອື່ນໃຫ້ກ້າວໜ້າຄືກັນ.
ການຊ່ວຍຄົນອື່ນ ແມ່ນ ເສັ້ນທາງຂອງການເປັນສານຸສິດ. ສັດທາ, ຄວາມຫວັງ, ຄວາມຮັກ, ຄວາມເຫັນອົກເຫັນໃຈ, ແລະ ການຮັບໃຊ້ ຈະຫລໍ່ຫລອມເຮົາ ໃນຖານະສານຸສິດ.
ຜ່ານທາງຄວາມພະຍາຍາມຂອງທ່ານ ທີ່ຈະຊ່ວຍເຫລືອຄົນຍາກຈົນ ແລະ ຄົນຂັດສົນ, ທີ່ຈະເອື້ອມອອກໄປຫາຜູ້ທີ່ເປັນທຸກ, ແລ້ວລັກສະນະຂອງທ່ານຈະຖືກຊຳລະໃຫ້ບໍລິສຸດ ແລະ ຖືກຫລໍ່ຫລອມ, ວິນຍານຂອງທ່ານຈະເຕີບໂຕ, ແລະ ທ່ານຈະເດີນໄປດ້ວຍຄວາມໝັ້ນໃຈຫລາຍກວ່າເກົ່າ.
ແຕ່ຄວາມຮັກນີ້ບໍ່ສາມາດເກີດຂຶ້ນດ້ວຍຄວາມຄາດໝາຍຢາກໄດ້ຮັບການທົດແທນ. ມັນບໍ່ໄດ້ເປັນການຮັບໃຊ້ທີ່ຫວັງໃຫ້ຄົນອື່ນຮັບຮູ້, ຊົມເຊີຍ, ຫລື ນິຍົມຊົມຊອບ.
ສານຸສິດທີ່ແທ້ຈິງຂອງພຣະເຢຊູຄຣິດ ຈະຮັກພຣະເຈົ້າ ແລະ ລູກໆຂອງພຣະອົງ ໂດຍບໍ່ຫວັງສິ່ງຕອບແທນ. ເຮົາຮັກຜູ້ທີ່ເຮັດໃຫ້ເຮົາຜິດຫວັງ, ຜູ້ທີ່ບໍ່ມັກເຮົາ. ແມ່ນແຕ່ຜູ້ທີ່ເຍາະເຍີ້ຍ, ຂົ່ມເຫັງ, ແລະ ຫວັງທຳຮ້າຍເຮົາ.
ເມື່ອຫົວໃຈຂອງທ່ານເຕັມໄປດ້ວຍຄວາມຮັກອັນບໍລິສຸດຂອງພຣະຄຣິດ, ທ່ານຈະບໍ່ມີບ່ອນສຳລັບຄວາມແຄ້ນໃຈ, ການຕັດສິນ, ແລະ ການເຮັດໃຫ້ຄົນອື່ນອັບອາຍ. ທ່ານຮັກສາພຣະບັນຍັດຂອງພຣະເຈົ້າ ເພາະທ່ານຮັກພຣະອົງ. ໃນຂັ້ນຕອນດັ່ງກ່າວ, ທ່ານຈະຄ່ອຍໆກາຍເປັນເໝືອນດັ່ງພຣະຄຣິດຫລາຍຂຶ້ນ ໃນຄວາມຄິດ ແລະ ໃນການກະທຳຂອງທ່ານ.7 ແລະ ມີການພະຈົນໄພຢ່າງໃດແດ່ ທີ່ຍິ່ງໃຫຍ່ໄປກວ່ານີ້?
ແບ່ງປັນເລື່ອງລາວຂອງທ່ານ
ສິ່ງທີສາມທີ່ເຮົາພະຍາຍາມບັນລຸໃນການເດີນທາງນີ້ ແມ່ນການຮັບເອົາພຣະນາມຂອງພຣະເຢຊູຄຣິດ ແລະ ບໍ່ອາຍທີ່ເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດ.
ເຮົາບໍ່ເຊື່ອງຄວາມເຊື່ອຖືຂອງເຮົາ.
ເຮົາບໍ່ຝັງມັນໄວ້.
ກົງກັນຂ້າມ, ເຮົາເວົ້າກ່ຽວກັບການເດີນທາງຂອງເຮົາກັບຄົນອື່ນ ໃນວິທີປົກກະຕິ ແລະ ແບບທຳມະຊາດ. ນັ້ນຄືສິ່ງທີ່ໝູ່ເພື່ອນເຮັດຕໍ່ກັນ—ເຂົາເຈົ້າເວົ້າລົມກ່ຽວກັບສິ່ງທີ່ສຳຄັນຕໍ່ເຂົາເຈົ້າ. ສິ່ງທີ່ໃກ້ຊິດຕໍ່ຫົວໃຈຂອງເຂົາເຈົ້າ ແລະ ສ້າງຄວາມແຕກຕ່າງຕໍ່ເຂົາເຈົ້າ.
ນັ້ນຄືສິ່ງທີ່ທ່ານເຮັດ. ທ່ານເລົ່າເລື່ອງ ແລະ ປະສົບການຂອງທ່ານເອງ ໃນຖານະສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.
ບາງເທື່ອເລື່ອງລາວຂອງທ່ານເຮັດໃຫ້ຜູ້ຄົນຫົວ. ບາງເທື່ອມັນເຮັດໃຫ້ເຂົາເຈົ້ານ້ຳຕາໄຫລ. ບາງເທື່ອມັນຈະຊ່ວຍຜູ້ຄົນໃຫ້ອົດທົນຕໍ່ໄປ, ປັບຕົວ, ແລະ ກ້າຫານຫລາຍກວ່າເກົ່າ ທີ່ຈະປະເຊີນກັບຊົ່ວໂມງຕໍ່ໄປ, ມື້ຕໍ່ໄປ ແລະ ເຂົ້າໃກ້ພຣະເຈົ້າຫລາຍກວ່າເກົ່າ.
ໃຫ້ແບ່ງປັນປະສົບການຂອງທ່ານເປັນສ່ວນຕົວ, ໃນສື່ສານມວນຊົນ, ໃນກຸ່ມ, ໃນທຸກບ່ອນ.
ສິ່ງສຸດທ້າຍຢ່າງໜຶ່ງທີ່ພຣະເຢຊູໄດ້ບອກສານຸສິດຂອງພຣະອົງ ແມ່ນໃຫ້ເຂົາເຈົ້າອອກໄປທົ່ວໂລກ ແລະ ແບ່ງປັນເລື່ອງລາວກ່ຽວກັບພຣະຄຣິດທີ່ຊົງຟື້ນ.8 ມື້ນີ້ເຮົາກໍໄດ້ຮັບໂອກາດທີ່ຍິ່ງໃຫຍ່ນັ້ນ.
ຊ່າງເປັນຂ່າວສານທີ່ສະຫງ່າລາສີແທ້ໆ ທີ່ເຮົາໄດ້ແບ່ງປັນ: ເພາະພຣະເຢຊູຄຣິດ, ທຸກຄົນຈຶ່ງສາມາດກັບຄືນບ້ານສະຫວັນຢ່າງປອດໄພ ແລະ ຢູ່ທີ່ນັ້ນໃນລັດສະໝີພາບ ແລະ ໃນຄວາມຊອບທຳ!
ມັນມີຂ່າວດີຫລາຍກວ່ານີ້ທີ່ຈະແບ່ງປັນ.
ພຣະເຈົ້າໄດ້ມາປະກົດຕໍ່ຊາຍຄົນໜຶ່ງໃນສະໄໝຂອງເຮົາ! ເຮົາມີສາດສະດາທີ່ມີຊີວິດຢູ່!
ຂ້າພະເຈົ້າຂໍເຕືອນທ່ານວ່າ ພຣະເຈົ້າບໍ່ຕ້ອງການໃຫ້ທ່ານ “ຈ່າວຂາຍ” ພຣະກິດຕິຄຸນທີ່ຟື້ນຟູ ຫລື ສາດສະໜາຈັກຂອງພຣະເຢຊູຄຣິດ.
ພຣະອົງພຽງແຕ່ຫວັງໃຫ້ທ່ານບໍ່ເຊື່ອງມັນໄວ້ໃນກະບຸງ.
ແລະ ຖ້າຫາກຜູ້ຄົນຄິດວ່າ ສາດສະໜາຈັກນີ້ບໍ່ແມ່ນສຳລັບເຂົາເຈົ້າ, ມັນກໍຂຶ້ນກັບການຕັດສິນໃຈຂອງເຂົາເຈົ້າ.
ມັນບໍ່ໄດ້ໝາຍຄວາມວ່າ ທ່ານລົ້ມເຫລວ. ໃຫ້ທ່ານປະຕິບັດຕໍ່ເຂົາເຈົ້າດ້ວຍຄວາມເມດຕາເໝືອນເດີມ. ທັງບໍ່ໄດ້ຍົກເວັ້ນທ່ານ ໃຫ້ເຊື້ອເຊີນເຂົາເຈົ້າອີກ.
ຄວາມແຕກຕ່າງລະຫວ່າງການຕິດຕໍ່ແບບເປັນກັນເອງ ກັບການເປັນສານຸສິດທີ່ກ້າຫານດ້ວຍຄວາມເຫັນອົກເຫັນໃຈແມ່ນ—ການເຊື້ອເຊີນ!
ເຮົາຮັກ ແລະ ນັບຖືລູກໆຂອງພຣະເຈົ້າທຸກຄົນ, ໂດຍບໍ່ຄຳນຶງເຖິງຕຳແໜ່ງໃນຊີວິດ, ໂດຍບໍ່ຄຳນຶງເຖິງເຊື້ອຊາດ ຫລື ສາດສະໜາ, ໂດຍບໍ່ຄຳນຶງເຖິງການຕັດສິນໃຈຂອງເຂົາເຈົ້າ.
ພາກສ່ວນຂອງເຮົາ, ເຮົາຈະເວົ້າວ່າ, “ໃຫ້ມາເບິ່ງເອົາ! ໃຫ້ມາຮູ້ດ້ວຍຕົວເອງວ່າ ການເດີນຢູ່ໃນເສັ້ນທາງຂອງການເປັນສານຸສິດ ຈະໜ້າເພິ່ງພໍໃຈ ແລະ ເຊີດຊູຫລາຍຂະໜາດໃດ.”
ເຮົາເຊື້ອເຊີນຜູ້ຄົນໃຫ້ “ມາຊ່ວຍເຫລືອ, ແລະ ເຮົາພະຍາຍາມເຮັດໃຫ້ໂລກນີ້ດີຂຶ້ນກວ່າເກົ່າ.”
ແລະ ເຮົາເວົ້າວ່າ, “ໃຫ້ມາເຂົ້າຮ່ວມ! ພວກເຮົາເປັນອ້າຍເອື້ອຍນ້ອງຂອງເຈົ້າ. ພວກເຮົາບໍ່ດີພ້ອມທຸກຢ່າງ. ພວກເຮົາໄວ້ວາງໃຈໃນພຣະເຈົ້າ ແລະ ສະແຫວງຫາທີ່ຈະຮັກສາພຣະບັນຍັດຂອງພຣະອົງ.
“ໃຫ້ມາຮ່ວມກັບພວກເຮົາ, ແລະ ເຈົ້າຊິເຮັດໃຫ້ພວກເຮົາດີຂຶ້ນກວ່າເກົ່າ. ແລະ, ໃນຂັ້ນຕອນ, ເຈົ້າກໍຊິດີຂຶ້ນກວ່າເກົ່າຄືກັນ. ໃຫ້ເຮົາພະຈົນໄພໄປນຳກັນເນາະ.”
ເຮົາຄວນເລີ່ມຕົ້ນເມື່ອໃດ?
ເມື່ອທ້າວບຽວໂບ ແບກກິນສ໌ ຮູ້ສຶກຕື່ນເຕັ້ນກ່ຽວກັບການພະຈົນໄພ, ລາວໄດ້ຕັດສິນໃຈ ທີ່ຈະເຂົ້ານອນແຕ່ຫົວຄ່ຳ, ກິນເຂົ້າເຊົ້າທີ່ແຊບໆ, ແລະ ເລີ່ມຕົ້ນເດີນທາງໃນຕອນເຊົ້າ.
ເມື່ອທ້າວບຽວໂບ ຕື່ນນອນ, ລາວໄດ້ເຫັນວ່າເຮືອນລາວຮົກເຮື້ອ, ແລະ ສິ່ງນັ້ນເກືອບກີດກັນສິ່ງທີ່ລາວໄດ້ວາງແຜນໄວ້.
ແຕ່ໝູ່ຂອງລາວຊື່ ແກນດອບ ໄດ້ມາຫາ ແລະ ຖາມວ່າ, “ຕອນໃດເຈົ້າ ຈຶ່ງ ຊິມາ?”9 ເພື່ອໄປໃຫ້ທັນໝູ່ຂອງລາວ, ທ້າວບຽວໂບ ຕ້ອງໄດ້ຕັດສິນໃຈເອງວ່າ ລາວຈະເຮັດແນວໃດ.
ແລະ ສະນັ້ນ, ຊາວຮອບບິດຄົນນີ້ທີ່ເປັນຄົນທຳມະດາສາມັນ ຈຶ່ງໄດ້ຟ້າວແລ່ນອອກຈາກປະຕູບ້ານ ລົງໄປຫາເສັ້ນທາງພະຈົນໄພຢ່າງໄວ, ຈົນວ່າລາວລືມເອົາໝວກ, ໄມ້ເທົ້າ, ແລະ ຜ້າແພມົນໄປນຳ. ລາວຍັງໄດ້ປະເຂົ້າເຊົ້າຄາບທີສອງນຳອີກ.
ບາງທີ ສິ່ງນີ້ກໍເປັນບົດຮຽນສຳລັບເຮົາຄືກັນ.
ຖ້າຫາກທ່ານ ແລະ ຂ້າພະເຈົ້າຮູ້ສຶກຕື່ນເຕັ້ນທີ່ຈະເຂົ້າຮ່ວມການພະຈົນໄພທີ່ຍິ່ງໃຫຍ່ ຂອງການດຳລົງຊີວິດ ແລະ ແບ່ງປັນສິ່ງທີ່ພຣະບິດາເທິງສະຫວັນທີ່ຊົງຮັກໄດ້ກະກຽມໄວ້ສຳລັບເຮົາ ດົນນານມາແລ້ວ, ຂ້າພະເຈົ້າແນ່ໃຈວ່າ, ມື້ນີ້ເປັນມື້ທີ່ຈະຕິດຕາມພຣະບຸດຂອງພຣະເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ໄປໃນເສັ້ນທາງແຫ່ງການຮັບໃຊ້ ແລະ ການເປັນສານຸສິດຂອງພຣະອົງ.
ເຮົາອາດໃຊ້ເວລາຕະຫລອດຊີວິດ ຄອຍຖ້າໂອກາດນັ້ນ ເມື່ອທຸກສິ່ງດີພ້ອມໝົດສຳລັບເຮົາ. ແຕ່ຕອນນີ້ແມ່ນເວລາເໝາະສົມທີ່ຈະຕັ້ງໃຈຢ່າງເຕັມທີ່ ເພື່ອສະແຫວງຫາພຣະເຈົ້າ, ປະຕິບັດສາດສະໜາກິດຕໍ່ຄົນອື່ນ, ແລະ ແບ່ງປັນປະສົບການຂອງເຮົາກັບຄົນອື່ນ.
ໃຫ້ປະໝວກ, ໄມ້ເທົ້າ, ຜ້າແພມົນ, ແລະ ເຮືອນທີ່ຮົກເຮື້ອຂອງທ່ານ.10
ຕໍ່ພວກເຮົາຜູ້ທີ່ຢູ່ໃນເສັ້ນທາງນັ້ນແລ້ວ, ຈົ່ງກ້າຫານ, ມີຄວາມເຫັນອົກເຫັນໃຈ, ມີຄວາມໝັ້ນໃຈ, ແລະ ດຳເນີນຕໍ່ໄປ!
ຕໍ່ຜູ້ທີ່ໄດ້ອອກໄປຈາກເສັ້ນທາງ, ຂໍໃຫ້ກັບຄືນມາ, ເຂົ້າຮ່ວມກັບພວກເຮົາ, ເຮັດໃຫ້ພວກເຮົາເຂັ້ມແຂງກວ່າເກົ່າ.
ແລະ ຕໍ່ຜູ້ທີ່ຍັງບໍ່ທັນໄດ້ເລີ່ມຕົ້ນເທື່ອ, ຊິລໍຖ້າຫຍັງຢູ່? ຖ້າຫາກທ່ານຢາກປະສົບກັບຄວາມອັດຈະສັນໃຈຂອງການເດີນທາງທີ່ຍິ່ງໃຫຍ່ ທາງວິນຍານນີ້, ໃຫ້ທ່ານກ້າວເຂົ້າຫາເສັ້ນທາງພະຈົນໄພທີ່ຍິ່ງໃຫຍ່ຂອງທ່ານເອງ! ໃຫ້ເວົ້າລົມນຳຜູ້ສອນສາດສະໜາ. ໃຫ້ເວົ້າລົມນຳໝູ່ເພື່ອນໄພ່ພົນຍຸກສຸດທ້າຍຂອງທ່ານ. ໃຫ້ເວົ້າລົມນຳເຂົາເຈົ້າກ່ຽວກັບວຽກງານທີ່ແປກປະຫລາດ ແລະ ອັດສະຈັນ.11
ມັນເປັນເວລາທີ່ຈະເລີ່ມຕົ້ນ!
ຈົ່ງມາຮ່ວມກັບພວກເຮົາ!
ຖ້າຫາກທ່ານຮູ້ສຶກວ່າ ຊີວິດຂອງທ່ານສາມາດມີຄວາມໝາຍຫລາຍກວ່າເກົ່າ, ມີຈຸດປະສົງສູງກວ່າເກົ່າ, ມີຄວາມຜູກມັດໃນຄອບຄົວທີ່ແຂງແກ່ນກວ່າເກົ່າ, ແລະ ມີການຜູກພັນກັບພຣະເຈົ້າທີ່ໃກ້ຊິດກວ່າເກົ່າ; ແລ້ວຈົ່ງມາຮ່ວມກັບພວກເຮົາ.
ຖ້າຫາກທ່ານຊອກຫາຊຸມຊົນທີ່ພະຍາຍາມກາຍເປັນຄົນດີທີ່ສຸດ, ຊ່ວຍເຫລືອຄົນຂັດສົນ, ແລະ ເຮັດໃຫ້ໂລກນີ້ເປັນບ່ອນທີ່ດີກວ່າເກົ່າ, ແລ້ວຈົ່ງມາຮ່ວມກັບພວກເຮົາ!
ໃຫ້ມາເບິ່ງການເດີນທາງນີ້ ວ່າມັນເປັນເລື່ອງແປກປະຫລາດ, ອັດສະຈັນ, ແລະ ພະຈົນໄພຫລາຍຂະໜາດໃດ.
ທ່ານຈະຄົ້ນພົບຕົວເອງຢູ່ໃນເສັ້ນທາງ.
ທ່ານຈະຄົ້ນພົບຄວາມໝາຍ.
ທ່ານຈະຄົ້ນພົບພຣະເຈົ້າ.
ທ່ານຈະຄົ້ນພົບການເດີນທາງທີ່ໜ້າພະຈົນໄພ ແລະ ສະຫງ່າລາສີຫລາຍທີ່ສຸດໃນຊີວິດຂອງທ່ານ.
ຂ້າພະເຈົ້າເປັນພະຍານເຖິງສິ່ງເຫລົ່ານີ້ ໃນພຣະນາມຂອງພຣະຜູ້ໄຖ່ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ພຣະເຢຊູຄຣິດ, ອາແມນ.