ພົບເຫັນຜ່ານທາງພະລັງຂອງພຣະຄຳພີມໍມອນ
ທຸກຄົນຕ້ອງໄດ້ມີປະສົບການ ແລະ ຖືກພົບເຫັນໂດຍພະລັງຂອງຄວາມຈິງທີ່ບັນຈຸຢູ່ໃນພຣະຄຳພີມໍມອນ.
ເມື່ອຂ້າພະເຈົ້າໄປຢ້ຽມຢາມຜູ້ປ່ຽນໃຈເຫລື້ອມໃສຢູ່ເຮືອນຂອງເຂົາເຈົ້າ, ຄຳຖາມຂໍ້ໜຶ່ງທີ່ຂ້າພະເຈົ້າມັກຈະຖາມຜູ້ປ່ຽນໃຈເຫລື້ອມໃສຄື ເຂົາເຈົ້າ ແລະ ຄອບຄົວໄດ້ຮຽນຮູ້ກ່ຽວກັບສາດສະໜາຈັກ ແລະ ໄດ້ມາຮັບບັບຕິສະມາແນວໃດ. ມັນບໍ່ສຳຄັນຖ້າຫາກວ່າໃນເວລານັ້ນຄົນໆນັ້ນຈະເປັນສະມາຊິກທີ່ເຂັ້ມແຂງ ຫລື ວ່າບໍ່ໄດ້ໄປໂບດຫລາຍປີແລ້ວກໍຕາມ. ຄຳຕອບແມ່ນແບບດຽວກັນສະເໝີ: ດ້ວຍຮອຍຍິ້ມ ແລະ ໃບໜ້າທີ່ເບີກບານ, ເຂົາເຈົ້າຈະເລີ່ມເລົ່າໃຫ້ຟັງວ່າ ເຂົາເຈົ້າໄດ້ຖືກພົບເຫັນແນວໃດ. ແທ້ຈິງແລ້ວ, ເບິ່ງຄືວ່າເລື່ອງລາວຂອງການປ່ຽນໃຈເຫລື້ອມໃສນັ້ນ ກໍເປັນເລື່ອງລາວທີ່ເຮົາຖືກພົບເຫັນຄືກັນ.
ພຣະເຢຊູຄຣິດຄືພຣະຜູ້ເປັນເຈົ້າຂອງສິ່ງທີ່ເສຍໄປ. ພຣະອົງຫ່ວງໃຍນຳສິ່ງທີ່ໄດ້ເສຍໄປ. ນັ້ນຄືເຫດຜົນທີ່ພຣະອົງໄດ້ສິດສອນເຮົາເລື່ອງຄຳອຸປະມາສາມເລື່ອງ ທີ່ເຮົາພົບເຫັນຢູ່ໃນ ບົດທີ 15 ຂອງລູກາ: ຄຳອຸປະມາເລື່ອງແກະທີ່ເສຍ, ເງິນຫລຽນທີ່ເສຍ, ແລະ, ໃນທີ່ສຸດ, ລູກຊາຍທີ່ເສຍ. ເລື່ອງລາວທັງໝົດເຫລົ່ານີ້ມີບາງສິ່ງທີ່ຄືກັນ: ມັນບໍ່ສຳຄັນວ່າ ເປັນຫຍັງຈຶ່ງເສຍໄປ. ມັນບໍ່ສຳຄັນ ແມ່ນແຕ່ຖ້າຫາກເຂົາຮູ້ຕົວວ່າຕົວເອງເສຍໄປ. ມີຄວາມຮູ້ສຶກຊົມຊື່ນຍິນດີຫລາຍ ໃນຄຳເວົ້ານີ້, “ຂ້ອຍດີໃຈຫລາຍ ເພາະຂ້ອຍໄດ້ພົບແກະຂອງຂ້ອຍທີ່ເສຍໄປ.”1 ໃນທີ່ສຸດ, ບໍ່ມີຫຍັງເລີຍທີ່ເສຍໄປຕໍ່ພຣະອົງ.2
ຂ້າພະເຈົ້າຂໍແບ່ງປັນກັບທ່ານເລື່ອງໜຶ່ງທີ່ລ້ຳຄ່າທີ່ສຸດສຳລັບຂ້າພະເຈົ້າ ໃນບ່າຍມື້ນີ້—ເລື່ອງລາວທີ່ຂ້າພະເຈົ້າໄດ້ຖືກພົບເຫັນ.
ບໍ່ດົນກ່ອນຂ້າພະເຈົ້າມີອາຍຸ 15 ປີ, ລຸງຂອງຂ້າພະເຈົ້າ ແມນແວວ ບູສະໂຕ ໄດ້ເຊື້ອເຊີນໃຫ້ ຂ້າພະເຈົ້າໄປຢ້ຽມຢາມເພິ່ນ ແລະ ຄອບຄົວ ຢູ່ທີ່ສະຫະລັດ. ນີ້ຈະເປັນໂອກາດທີ່ດີເລີດສຳລັບຂ້າພະເຈົ້າ ທີ່ຈະໄດ້ຮຽນພາສາອັງກິດ. ລຸງຂອງຂ້າພະເຈົ້າໄດ້ປ່ຽນໃຈເຫລື້ອມໃສເຂົ້າຮ່ວມສາດສະໜາຈັກຫລາຍປີກ່ອນໜ້ານັ້ນ, ແລະ ເພິ່ນກໍໄດ້ມີຄວາມປາດຖະໜາທີ່ຈະແບ່ງປັນພຣະກິດຕິຄຸນ. ນັ້ນອາດເປັນເຫດຜົນທີ່ແມ່ຂອງຂ້າພະເຈົ້າ, ໂດຍທີ່ຂ້າພະເຈົ້າບໍ່ໄດ້ຮູ້ເລີຍ, ໄດ້ລົມກັບລຸງ ແລະ ໄດ້ບອກເພິ່ນວ່າ ແມ່ຈະຕົກລົງຮັບຄຳເຊື້ອເຊີນນັ້ນໂດຍມີເງື່ອນໄຂຂໍ້ໜຶ່ງ: ວ່າບໍ່ໃຫ້ລຸງພະຍາຍາມທີ່ຈະຊັກຊວນຂ້າພະເຈົ້າ ໃຫ້ກາຍເປັນສະມາຊິກຂອງສາດສະໜາຈັກ. ພວກຂ້າພະເຈົ້າເປັນຊາວຄາໂຕລິກ, ແລະ ໄດ້ເປັນກັນມາຫລາຍໆລຸ້ນຄົນແລ້ວ, ແລະ ບໍ່ມີເຫດຜົນໃດທີ່ຕ້ອງປ່ຽນ. ລຸງຂອງຂ້າພະເຈົ້າກໍໄດ້ເຫັນດ້ວຍ ແລະ ກໍໄດ້ຮັກສາສັດຈະຂອງເພິ່ນ ຈົນຂະໜາດແມ່ນແຕ່ບໍ່ຢາກຕອບຄຳຖາມງ່າຍໆ ກ່ຽວກັບສາດສະໜາຈັກເລີຍ.
ແນ່ນອນ, ລຸງ ແລະ ພັນລະຍາທີ່ດີຂອງເພິ່ນ, ປ້າມໍເຈີຣີ, ບໍ່ສາມາດຫລີກລ້ຽງການເປັນຜູ້ຄົນທີ່ພວກເພິ່ນເປັນຢູ່.3
ຂ້າພະເຈົ້າໄດ້ພັກຢູ່ໃນຫ້ອງທີ່ມີປຶ້ມຢ່າງຫລວງຫລາຍ. ຂ້າພະເຈົ້າເຫັນໄດ້ວ່າ ຢູ່ໃນຫ້ອງສະໝຸດນັ້ນກໍມີພຣະຄຳພີມໍມອນ ປະມານ 200 ເຫລັ້ມ ເປັນຫລາຍໆພາສາ, 20 ເຫລັ້ມ ທີ່ເປັນພາສາສະເປນ.
ມື້ໜຶ່ງ, ເປັນເພາະຄວາມຢາກຮູ້ຢາກເຫັນ, ຂ້າພະເຈົ້າໄດ້ຢິບເອົາພຣະຄຳພີມໍມອນ ທີ່ເປັນພາສາສະເປນເຫລັ້ມໜຶ່ງລົງມາ.
ມັນເປັນເຫລັ້ມທີ່ໜ້າປົກເປັນສີຟ້າອ່ອນ, ທີ່ມີຮູບຂອງທູດໂມໂຣໄນຢູ່ທາງໜ້າ. ເມື່ອຂ້າພະເຈົ້າໄດ້ເປີດເບິ່ງ, ຢູ່ທີ່ໜ້າທຳອິດນັ້ນ ກໍມີຄຳສັນຍາຕໍ່ໄປນີ້ຖືກຂຽນໄວ້ວ່າ: “ແລະ ເມື່ອທ່ານໄດ້ຮັບເລື່ອງເຫລົ່ານີ້ແລ້ວ, ຂ້າພະເຈົ້າຂໍແນະນຳທ່ານໃຫ້ທູນຖາມພຣະເຈົ້າ, ພຣະບິດາຜູ້ສະຖິດນິລັນດອນໃນພຣະນາມຂອງພຣະຄຣິດ, ຖ້າຫາກເລື່ອງເຫລົ່ານີ້ ບໍ່ຈິງ; ແລະ ຖ້າຫາກທ່ານທູນຖາມດ້ວຍໃຈຈິງ, ດ້ວຍເຈດຕະນາອັນແທ້ຈິງ, ໂດຍມີສັດທາໃນພຣະຄຣິດ, ພຣະອົງຈະສະແດງ ຄວາມຈິງຂອງເລື່ອງນີ້ໃຫ້ປະຈັກແກ່ທ່ານ, ໂດຍອຳນາດຂອງພຣະວິນຍານບໍລິສຸດ.”
ແລະ ແລ້ວກໍມີຄຳເຫລົ່ານີ້ຕື່ມໃສ່ວ່າ: “ແລະ ໂດຍອຳນາດຂອງພຣະວິນຍານບໍລິສຸດ ທ່ານຈະຮູ້ຈັກ ຄວາມຈິງຂອງທຸກເລື່ອງ.”4
ມັນກໍຍາກທີ່ຈະອະທິບາຍເຖິງຜົນກະທົບທີ່ຂໍ້ພຣະຄຳພີເຫລົ່ານີ້ໄດ້ມີຕໍ່ຄວາມຄິດ ແລະ ຈິດໃຈຂອງຂ້າພະເຈົ້າ. ຕາມຄວາມຈິງແລ້ວ, ຂ້າພະເຈົ້າບໍ່ໄດ້ຊອກຫາ “ຄວາມຈິງ.” ຂ້າພະເຈົ້າເປັນພຽງໄວລຸ້ນ, ທີ່ມີຄວາມສຸກກັບຊີວິດ, ມ່ວນຊື່ນຢູ່ກັບວັດທະນະທຳໃໝ່.
ເຖິງຢ່າງໃດກໍຕາມ, ໂດຍທີ່ມີຄຳສັນຍານັ້ນຢູ່ໃນໃຈ, ຂ້າພະເຈົ້າໄດ້ເລີ່ມອ່ານປຶ້ມເຫລັ້ມນັ້ນ. ຂະນະທີ່ຂ້າພະເຈົ້າໄດ້ອ່ານຕື່ມອີກ, ຂ້າພະເຈົ້າເຂົ້າໃຈວ່າ ຖ້າຫາກຂ້າພະເຈົ້າຢາກຮູ້ແທ້ໆຈາກປຶ້ມເຫລັ້ມນີ້, ຂ້າພະເຈົ້າຕ້ອງເລີ່ມອະທິຖານ. ແລະ ເຮົາທຸກຄົນກໍຮູ້ເປັນຢ່າງດີຢູ່ແລ້ວວ່າ ຈະເກີດອັນໃດຂຶ້ນເມື່ອເຮົາຕັດສິນໃຈບໍ່ພຽງແຕ່ອ່ານ ແຕ່ອະທິຖານນຳອີກ ກ່ຽວກັບພຣະຄຳພີມໍມອນ. ສິ່ງນັ້ນກໍໄດ້ເກີດຂຶ້ນກັບຂ້າພະເຈົ້າ. ມັນເປັນສິ່ງພິເສດ ແລະ ແຕກຕ່າງແທ້ໆ—ແມ່ນແລ້ວ, ມັນເປັນສິ່ງດຽວກັນທີ່ໄດ້ເກີດຂຶ້ນກັບຄົນອື່ນຫລາຍໆລ້ານຄົນຕະຫລອດທົ່ວໂລກ. ຂ້າພະເຈົ້າໄດ້ຮູ້ຈັກ ໂດຍອຳນາດຂອງພຣະວິນຍານບໍລິສຸດວ່າ ພຣະຄຳພີມໍມອນນັ້ນຈິງ.
ແລ້ວຂ້າພະເຈົ້າກໍໄດ້ໄປຫາລຸງເພື່ອອະທິບາຍໃຫ້ເພິ່ນຮູ້ເຖິງສິ່ງທີ່ໄດ້ເກີດຂຶ້ນ ແລະ ວ່າຂ້າພະເຈົ້າພ້ອມແລ້ວທີ່ຈະຮັບບັບຕິສະມາ. ລຸງຂອງຂ້າພະເຈົ້າກໍຕື່ນເຕັ້ນຈົນຈະທົນບໍ່ໄຫວ. ເພິ່ນໄດ້ຂຶ້ນລົດ, ຂັບລົດໄປສະໜາມບິນ, ແລະ ແລ້ວໄດ້ກັບມາບ້ານພ້ອມກັບປີ້ຍົນຂອງຂ້າພະເຈົ້າເພື່ອບິນກັບບ້ານ, ພ້ອມຈົດໝາຍນ້ອຍທີ່ສົ່ງຫາແມ່ຂອງຂ້າພະເຈົ້າ ທີ່ກ່າວສັ້ນໆວ່າ, “ອ້າຍບໍ່ໄດ້ມີສ່ວນກ່ຽວຂ້ອງກັບເລື່ອງນີ້ເດີ!”
ແທ້ໆແລ້ວເພິ່ນກໍເວົ້າຖືກ. ຂ້າພະເຈົ້າຖືກພົບເຫັນໂດຍກົງ ໂດຍພະລັງຂອງພຣະຄຳພີມໍມອນ.
ອາດມີຫລາຍຄົນທີ່ຖືກພົບເຫັນຜ່ານທາງຜູ້ສອນສາດສະໜາທີ່ດີຕະຫລອດທົ່ວໂລກ, ໃນທຸກໆກໍລະນີຜ່ານວິທີທາງທີ່ມະຫັດສະຈັນ. ຫລື ບາງທີເຂົາເຈົ້າກໍຖືກພົບເຫັນຜ່ານທາງໝູ່ເພື່ອນ ທີ່ພຣະເຈົ້າໄດ້ຈັດວາງໄວ້ຢູ່ໃນເສັ້ນທາງຂອງເຂົາເຈົ້າໂດຍເຈດຕະນາ. ມັນອາດເປັນວ່າເຂົາເຈົ້າຖືກພົບເຫັນໂດຍຄົນໃດຄົນໜຶ່ງຈາກລຸ້ນນີ້ ຫລື ຜ່ານທາງບັນພະບຸລຸດຂອງເຂົາເຈົ້າເອງກໍເປັນໄປໄດ້.5 ບໍ່ວ່າຈະເປັນເພາະເຫດໃດກໍຕາມ, ເພື່ອຈະກ້າວໜ້າໄປສູ່ການປ່ຽນໃຈເຫລື້ອມໃສສ່ວນຕົວທີ່ແທ້ຈິງ, ໄວໆກໍດີ, ເຂົາເຈົ້າຕ້ອງໄດ້ມີປະສົບການ ແລະ ຖືກພົບເຫັນໂດຍພະລັງຂອງຄວາມຈິງທີ່ພົບເຫັນຢູ່ໃນພຣະຄຳພີມໍມອນ. ໃນເວລາດຽວກັນ, ເຂົາເຈົ້າຕ້ອງຕັດສິນໃຈຢ່າງເປັນສ່ວນຕົວ ທີ່ຈະຕັດສິນໃຈເຮັດຕາມຄຳໝັ້ນສັນຍາທີ່ຈິງຈັງກັບພຣະເຈົ້າ ເພື່ອວ່າເຂົາເຈົ້າຈະພະຍາຍາມຮັກສາພຣະບັນຍັດຂອງພຣະອົງ.
ເມື່ອຂ້າພະເຈົ້າກັບເຖິງເມືອງ ບວຍໂນສ໌ ອາເຣສ໌, ແມ່ຂອງຂ້າພະເຈົ້າກໍໄດ້ຮັບຮູ້ວ່າ ຂ້າພະເຈົ້າຢາກຮັບບັບຕິສະມາແທ້ໆ. ເພາະຂ້າພະເຈົ້າເປັນຄົນຫົວດື້, ແທນທີ່ຈະຂັດຄ້ານຂ້າພະເຈົ້າ, ແມ່ກໍໄດ້ເຂົ້າຂ້າງຂ້າພະເຈົ້າ. ແລະ ໂດຍທີ່ບໍ່ຮູ້ຕົວເລີຍ, ເພິ່ນໄດ້ເປັນຜູ້ສຳພາດການຮັບບັບຕິສະມາຂອງຂ້າພະເຈົ້າເອງ. ແທ້ຈິງແລ້ວ, ຂ້າພະເຈົ້າເຊື່ອວ່າການສຳພາດຂອງເພິ່ນນັ້ນແມ່ນເລິກຊຶ້ງຫລາຍກວ່າ ທີ່ຜູ້ສອນສາດສະໜາຂອງເຮົາດຳເນີນກັນ. ເພິ່ນໄດ້ບອກຂ້າພະເຈົ້າວ່າ, “ຖ້າລູກຢາກຮັບບັບຕິສະມາ, ແມ່ກໍຈະສະໜັບສະໜູນລູກ. ແຕ່ກ່ອນອື່ນໝົດ ແມ່ຈະຖາມລູກຄຳຖາມບາງຂໍ້, ແລະ ແມ່ຢາກໃຫ້ລູກຄິດຄັກໆ ແລະ ຕອບແມ່ດ້ວຍຄວາມຈິງໃຈ. ລູກໃຫ້ຄຳໝັ້ນສັນຍາທີ່ຈະໄປໂບດທຸກໆວັນອາທິດບໍລະ?”
ຂ້າພະເຈົ້າໄດ້ບອກເພິ່ນວ່າ, “ໂດຍແມ່, ແນ່ນອນ ລູກຈະເຮັດແບບນັ້ນ.”
“ລູກຮູ້ບໍວ່າການໄປໂບດນັ້ນດົນຂະໜາດໃດ?”
ຂ້າພະເຈົ້າໄດ້ຕອບວ່າ, “ໂດຍແມ່, ລູກຮູ້.”
ເພິ່ນໄດ້ເວົ້າວ່າ, “ເອີ, ຖ້າລູກຮັບບັບຕິສະມາ, ແມ່ນີ້ແຫລະຈະເຮັດໃຫ້ແນ່ໃຈວ່າລູກໄປໂບດ.” ແລ້ວເພິ່ນໄດ້ຖາມຂ້າພະເຈົ້າ ຖ້າຫາກວ່າຂ້າພະເຈົ້າເຕັມໃຈທີ່ຈະບໍ່ດື່ມເຫລົ້າ ຫລື ສູບຢາ.
ຂ້າພະເຈົ້າໄດ້ຕອບວ່າ, “ໂດຍແມ່, ແນ່ນອນ ວ່າລູກຈະເຊື່ອຟັງຕາມສິ່ງນັ້ນດ້ວຍ.”
ເພິ່ນໄດ້ເວົ້າຕື່ມວ່າ, “ຖ້າລູກຮັບບັບຕິສະມາ, ແມ່ນີ້ແຫລະຈະເຮັດໃຫ້ແນ່ໃຈວ່າມັນຈະຕ້ອງເປັນແບບນັ້ນ.” ແລະ ເພິ່ນກໍໄດ້ເຮັດແບບນີ້ຕໍ່ໄປກັບພຣະບັນຍັດເກືອບທຸກຂໍ້.
ລຸງຂອງຂ້າພະເຈົ້າໄດ້ໂທຫາແມ່ຂ້າພະເຈົ້າເພື່ອບອກເພິ່ນວ່າບໍ່ໃຫ້ກັງວົນ, ວ່າອີກບໍ່ດົນຂ້າພະເຈົ້າກໍຈະໝົດຄວາມສົນໃຈໃນສິ່ງເຫລົ່ານີ້ເອງ. ສີ່ປີຕໍ່ຈາກນັ້ນ, ຕອນຂ້າພະເຈົ້າໄດ້ຮັບການເອີ້ນໃຫ້ໄປຮັບໃຊ້ຢູ່ທີ່ເຂດເຜີຍແຜ່ ອູຣະກວາຍ ມອນເຕວິດີໂອ, ແມ່ຂອງຂ້າພະເຈົ້າໄດ້ໂທຫາລຸງຂອງຂ້າພະເຈົ້າ ແລະ ໄດ້ຖາມເພິ່ນ ວ່າເມື່ອໃດແທ້ ທີ່ຂ້າພະເຈົ້າຈະໝົດຄວາມສົນໃຈໃນສິ່ງເຫລົ່ານີ້ກັນແນ່. ຄວາມຈິງກໍຄື ນັບຕັ້ງແຕ່ເວລາທີ່ຂ້າພະເຈົ້າໄດ້ຮັບບັບຕິສະມາ, ເພິ່ນໄດ້ເປັນແມ່ທີ່ມີຄວາມສຸກຫລາຍຂຶ້ນ.
ຂ້າພະເຈົ້າໄດ້ມາຮູ້ຈັກວ່າ ພຣະຄຳພີມໍມອນນັ້ນແມ່ນຈຳເປັນໃນຂັ້ນຕອນຂອງການປ່ຽນໃຈເຫລື້ອມໃສ ໂດຍທີ່ໄດ້ຮັບຮູ້ດ້ວຍຕົວເອງເຖິງຄຳສັນຍາທີ່ວ່າ “ມະນຸດທຸກຄົນຈະໄດ້ເຂົ້າໃກ້ພຣະເຈົ້າໂດຍການປະຕິບັດ ຕາມຄຳສັ່ງສອນຂອງພຣະຄຳພີນີ້.”6
ນີໄຟໄດ້ອະທິບາຍເຖິງຈຸດປະສົງ ທີ່ເປັນຈຸດໃຈກາງຂອງພຣະຄຳພີມໍມອນໃນທຳນອງນີ້ວ່າ:
“ພວກເຮົາເຮັດການຢ່າງພາກພຽນທີ່ຈະບັນທຶກ, ແລະ ຈະຊັກຊວນລູກຫລານຂອງພວກເຮົາ, ແລະ ພີ່ນ້ອງຂອງພວກເຮົາອີກ, ໃຫ້ເຊື່ອໃນພຣະຄຣິດ ແລະ ໃຫ້ທຳຕົນປອງດອງກັບພຣະເຈົ້າ. …
“ແລະ ສະນັ້ນ ພວກເຮົາເວົ້າເຖິງພຣະຄຣິດ, ພວກເຮົາປິຕິຍິນດີໃນພຣະຄຣິດ, ແລະ ພວກເຮົາສັ່ງສອນເລື່ອງພຣະຄຣິດ, ພວກເຮົາທຳນາຍເຖິງພຣະຄຣິດ; … ເພື່ອລູກຫລານຂອງພວກເຮົາ ຈະໄດ້ຮູ້ວ່າ ພວກເຂົາຈະຫລຽວຫາແຫລ່ງໃດເພື່ອການປົດບາບ.”7
ພຣະຄຳພີມໍມອນທັງເຫລັ້ມກໍເຕັມໄປດ້ວຍຈຸດປະສົງທີ່ສັກສິດອັນດຽວກັນນີ້.
ເພາະດ້ວຍເຫດນີ້, ຜູ້ອ່ານທຸກຄົນທີ່ຕັ້ງໃຈສຶກສາມັນຢ່າງຈິງໃຈ, ດ້ວຍວິນຍານແຫ່ງການອະທິຖານ, ບໍ່ພຽງແຕ່ຈະຮຽນຮູ້ກ່ຽວກັບພຣະຄຣິດເທົ່ານັ້ນ ແຕ່ຈະຮຽນຮູ້ ຈາກ ພຣະຄຣິດນຳອີກ—ໂດຍສະເພາະ ຖ້າຫາກເຂົາເຈົ້າຕັດສິນໃຈທີ່ຈະ “ທົດລອງຄຸນນະທຳແຫ່ງພຣະຄຳ”8 ແລະ ບໍ່ປະຕິເສດມັນໄວເກີນໄປເພາະຄວາມບໍ່ເຊື່ອຖືທີ່ມີອະຄະຕິ9 ໂດຍສິ່ງທີ່ຄົນອື່ນໄດ້ເວົ້າກ່ຽວກັບສິ່ງທີ່ເຂົາເຈົ້າບໍ່ເຄີຍໄດ້ອ່ານເລີຍ.
ປະທານຣະໂຊ ເອັມ ແນວສັນ ໄດ້ສະທ້ອນຄິດວ່າ: “ເມື່ອຂ້າພະເຈົ້າຄິດກ່ຽວກັບພຣະຄຳພີມໍມອນ, ຂ້າພະເຈົ້າຄິດກ່ຽວກັບຄຳວ່າ ພະລັງ. ຄວາມຈິງຂອງພຣະຄຳພີມໍມອນມີ ພະລັງ ທີ່ຈະປິ່ນປົວ, ປອບໂຍນ, ຟື້ນຟູ, ຊ່ວຍເຫລືອ, ເພີ່ມຄວາມເຂັ້ມແຂງ, ເຮັດໃຫ້ສະບາຍໃຈຂຶ້ນ, ແລະ ເປັນກຳລັງໃຈໃຫ້ຈິດວິນຍານຂອງເຮົາ.”10
ຄຳເຊື້ອເຊີນຂອງຂ້າພະເຈົ້າໃນບ່າຍມື້ນີ້ຕໍ່ເຮົາແຕ່ລະຄົນຄື, ບໍ່ວ່າເຮົາໄດ້ເປັນສະມາຊິກຂອງສາດສະໜາຈັກດົນນານມາແລ້ວເທົ່າໃດກໍຕາມ, ຂໍຈົ່ງປ່ອຍໃຫ້ອຳນາດຂອງຄວາມຈິງຂອງພຣະຄຳພີມໍມອນພົບເຫັນເຮົາ ແລະ ໂອບກອດເຮົາອີກຄັ້ງ, ແລະ ທຸກມື້ທຸກວັນຕໍ່ໄປ ຂະນະທີ່ເຮົາສະແຫວງຫາການເປີດເຜີຍສ່ວນຕົວຢ່າງພາກພຽນ. ມັນຈະເຮັດດັ່ງນັ້ນຖ້າຫາກເຮົາປ່ອຍໃຫ້ມັນເຮັດ.
ຂ້າພະເຈົ້າເປັນພະຍານຢ່າງໜັກແໜ້ນວ່າພຣະຄຳພີມໍມອນ ບັນຈຸຄວາມສົມບູນຂອງພຣະກິດຕິຄຸນ ຂອງພຣະເຢຊູຄຣິດ ແລະ ວ່າພຣະວິນຍານບໍລິສຸດຈະຢືນຢັນຄວາມຈິງ ຂອງພຣະຄຳພີ ເທື່ອແລ້ວເທື່ອອີກຕໍ່ທຸກຄົນ, ດ້ວຍໃຈຈິງ, ທີ່ສະແຫວງຫາຄວາມຮູ້ທີ່ນຳໄປສູ່ຄວາມລອດ ຂອງຈິດວິນຍານຂອງເຂົາເຈົ້າ.11 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.