​2010–2019
ໝາກໄມ້
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2019


ໝາກໄມ້

ໃຫ້​ຕັ້ງ​ຕາຕັ້ງ​ໃຈ​ສະ​ເໝີ ຢູ່​ທີ່ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ ແລະ ຄວາມ​ສຸກ​ນິ​ລັນ​ດອນ ທີ່​ມີ​ມາ​ພຽງ​ແຕ່​ຜ່ານ​ທາງ​ພຣະ​ອົງ​ເທົ່າ​ນັ້ນ.

ຂ້າ​ພະ​ເຈົ້າ​ຮູ້​ວ່າ ທ່ານ​ກຳ​ລັງ​ຄິດ​ຫຍັງ​ຢູ່! ພຽງ​ແຕ່ຜູ້​ປາ​ໄສ​ອີກ​ຄົນ​ໜຶ່ງ ແລ້ວ​ເຮົາ​ຈະ​ໄດ້​ຍິນ​ຈາກ​ປະທານ​ແນວສັນ. ໂດຍ​ທີ່​ຫວັງ​ໃຫ້​ທ່ານ​ຕັ້ງ​ໃຈ​ຟັງ​ຈັກ​ສອງ​ສາມ​ນາ​ທີ ຂະ​ນະ​ທີ່​ເຮົາ​ລໍ​ຖ້າຟັງ​ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ, ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ເລືອກ​ເອົາ​ຫົວ​ຂໍ້​ທີ່​ໜ້າ​ສົນ​ໃຈ​ມາ​ກ່າວ: ນັ້ນ​ຄື ໝາກ​ໄມ້.

ຮູບ​ພາບ
ໝາກໄມ້

ພ້ອມ​ດ້ວຍ​ສີ​ສັນ, ເນື້ອ, ແລະ ຄວາມ​ຫວານ​ຂອງ​ໝາກ​ແບ​ຣີ, ໝາກ​ກ້ວຍ, ໝາກ​ໂມ, ແລະ ໝາກ​ມ່ວງ, ຫລື ໝາກ​ໄມ້​ທີ່​ແປກໆ​ຢ່າງ​ອື່ນ ເຊັ່ນ ໝາກແຕງໜາມ ຫລື ໝາກ​ພິ​ລາ, ກໍ​ໄດ້​ເປັນ​ໝາກ​ໄມ້​ທີ່​ຖື​ວ່າ​ເປັນ​ອາ​ຫານ​ທີ່ແຊບ​​ຂະ​ໜາດ ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວ.

ໃນ​ຊ່ວງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຢູ່​ໃນ​ໂລກ​ຂອງ​ພຣະ​ອົງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປຽບ​ທຽບ​ໝາກ​ໄມ້​ດີ​ໃສ່​ກັບສິ່ງ​ທີ່​ມີ​ຄຸນ​ຄ່າ​ນິ​ລັນ​ດອນ. ພຣະ​ອົງ​ໄດ້​ກ່າວ​ວ່າ, “ພວກ​ເຈົ້າ​ຈະ​ຮູ້ຈັກ​ຄົນ​ເຫລົ່າ​ນີ້​ດ້ວຍ​ການ​ກະ​ທຳຂອງ​ເຂົາ.”1 “ຕົ້ນ​ໄມ້​ດີ​ຍ່ອມ​ເກີດ​ໝາກ​ດີ.”2 ພຣະ​ອົງ​ໄດ້​ຊຸກ​ຍູ້​ເຮົາ​ໃຫ້​ເຕົ້າ​ໂຮມ “ຜົນ​ລະ​ປູກ​ໄວ້​ສຳ​ລັບ​ຊີ​ວິດ​ນິ​ລັນ​ດອນ.”3

ໃນ​ຄວາມ​ຝັນ​ທີ່​ແຈ້ງ​ຊັດ ທີ່​ເຮົາ​ທຸກ​ຄົນ​ຮູ້​ຈັກ​ດີ ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ, ສາດ​ສະ​ດາ​ລີໄຮ ໄດ້​ເຫັນ​ຕົວ​ເອງ​ຢູ່​ໃນ “ຄວາມ​ມືດ ແລະ ຄວາມ​ເສົ້າ​ໝອງ​ຂອງ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.” ຢູ່​ທີ່ນັ້ນ​ມີ ອ່າງ​ນ້ຳ​ສົກ​ກະ​ປົກ, ​ໝອກ​ແຫ່ງ​ຄວາມ​ມືດ, ທາງ​ແປກ​ປະ​ຫລາດ, ແລະ ທາງ​ຕ້ອງ​ຫ້າມ, ພ້ອມ​ທັງ​​ມີຮາວ​ເຫລັກ4 ຍາວ​ຢຽດ ຢູ່​ໃນ​ເສັ້ນ​ທາງ​ທີ່​ຄັບ ແລະ ແຄບ ຊຶ່ງ​ນຳ​ໄປ​ສູ່​ຕົ້ນ​ໄມ້​ທີ່​ສວຍ​ງາມ​ຕົ້ນ​ໜຶ່ງ ຊຶ່ງ “ໝາກ [ຂອງ​ມັນເຮັດ​ໃຫ້] ຄົນເປັນ​ສຸກ.” ໃນ​ການ​ເລົ່າ​ຄວາມ​ຝັນ, ລີໄຮ​ໄດ້​ກ່າວ​ວ່າ, “ພໍ່​ໄດ້ … ຮັບ​ສ່ວນ​ໝາກ​ໄມ້. … ມັນ​ຫວານ​ທີ່​ສຸດ​ເໜືອກວ່າ​ທຸກ​ຢ່າງ​ທີ່​ພໍ່​ເຄີຍ​ກິນ​ມາ. [ແລະ] ຈິດ​ວິນ​ຍານ​ຂອງ​ພໍ່​ເຕັມ​ໄປ​ດ້ວຍ ຄວາມ​ຊື່ນ​ຊົມ​ຢ່າງ​ໃຫຍ່​ຫລວງ.” ໝາກ​ໄມ້​ນີ້ ເປັນ​ສິ່ງ​ທີ່ “ເພິ່ງ​ປາດ​ຖະ​ໜາ [ຫລາຍກວ່າ] ​ໝາກ​ໄມ້​ອື່ນ​ໃດ​ທັງ​ສິ້ນ”5

ຮູບ​ພາບ
ຕົ້ນ​ໄມ້​ແຫ່ງ​ຊີ​ວິດ ພ້ອມ​ດ້ວຍ​ໝາກ​ຫວານ​ຂອງ​ມັນ

ຄວາມ​ໝາຍ​ກ່ຽວ​ກັບ​ຕົ້ນ​ໄມ້ ແລະ ໝາກ​ໄມ້

ຕົ້ນ​ໄມ້​ຕົ້ນ​ນີ້ ພ້ອມ​ທັງໝາກ​ໄມ້​ປະ​ເສີດຂອງ​ມັນ ເປັນ​ຕົວ​ແທນ​ໃຫ້​ສິ່ງ​ໃດ? ມັນ​ເປັນ​ຕົວ​ແທນ​ໃຫ້ “ຄວາມ​ຮັກ​ຂອງ​ພຣະ​ເຈົ້າ”6 ແລະ ປະ​ກາດ​ແຜນ​ແຫ່ງ​ການ​ໄຖ່​ທີ່​ໜ້າ​ອັດ​ສະ​ຈັນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ. “ເພາະວ່າ ພຣະເຈົ້າ​ຮັກ​ໂລກ​ຫລາຍ​ທີ່ສຸດ ຈົນໄດ້​ປະທານ​ພຣະບຸດ​ອົງດຽວ​ຂອງ​ພຣະອົງ ເພື່ອ​ທຸກຄົນ​ທີ່​ວາງໃຈ​ເຊື່ອ​ໃນ​​ພຣະ​ບຸດນັ້ນຈະ​ບໍ່​ຈິບ​ຫາຍ ແຕ່​ມີ​ຊີ​ວິດ​ອັນ​ຕະ​ຫລອດ​ໄປ​ເປັນ​ນິດ.”7

ໝາກ​ໄມ້ປະ​ເສີດນີ້ ໝາຍ​ເຖິງ​ພອນ​ທີ່​ປະ​ເສີດ​ຂອງ​ການ​ຊົດ​ໃຊ້​ ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ບໍ່​ພຽງ​ແຕ່​ເຮົາ​ຈະ​ມີ​ຊີ​ວິດ​ຄືນ​ອີກ ຫລັງ​ຈາກ​ຊ່ວງ​ມະ​ຕະ, ແຕ່​ຜ່ານ​ທາງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ການ​ກັບ​ໃຈ​ຂອງ​ເຮົາ, ແລະ ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ເຮົາ, ເຮົາຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ຈາກ​ບາບ​ຂອງ​ເຮົາ ແລະ ເຮົາ​ຈະ​ໄດ້​ຢືນ​ຢູ່​ຢ່າງ​ສະ​ອາດ ແລະ ບໍ​ລິ​ສຸດ ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ບິ​ດາ ແລະ ພຣະບຸດ​ຂອງ​ພຣະ​ອົງ​ໃນ​ມື້​ໜຶ່ງ.

ການ​ຮັບ​ສ່ວນໝາກ​ໄມ້​ຈາກ​ຕົ້ນ​ໄມ້​ນັ້ນ ກໍ​ໝາຍ​ຄວາມ​ວ່າ ເຮົາໄດ້​ຮັບ​ເອົາ​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ—​ໄດ້​ຮັບ​ບັບ​ຕິ​ສະ​ມາ, ຮັບ​ເອົາ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ເຂົ້າ​ໄປ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ ພ້ອມ​ດ້ວຍ​ອຳ​ນາດ​ຈາກ​ເບື້ອງ​ບົນ. ຜ່ານ​ທາງ​ພຣະ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ໂດຍການ​ຮັກ​ສາພັນ​ທະ​ສັນ​ຍາ​ຂອງ​ເຮົາ, ເຮົາຈະ​ໄດ້​ຮັບ​ຄຳ​ສັນ​ຍາ​ທີ່​ວັດ​ແທກບໍ່​ໄດ້ ຂອງ​ການ​ໄດ້​ຢູ່​ກັບ​ຄອບ​ຄົວ​ທີ່​ຊອບ​ທຳ​ຂອງ​ເຮົາຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ.8

ຈຶ່ງບໍ່​ເປັນ​ໜ້າ​ສົງ​ໃສ​ເລີຍ ທີ່ທູດ​ສະ​ຫວັນ​ໄດ້​ບັນ​ຍາຍ​ໝາກ​ໄມ້​ນັ້ນ​ວ່າ “ເປັນ​ທີ່​ປິ​ຕິ​ຍິນ​ດີ​ທີ່​ສຸດ​ແກ່​ຈິດ​ວິນ​ຍານ.”9 ມັນ​ເປັນ​ແບບນັ້ນ​ແທ້ໆ!

ການ​ທ້າ​ທາຍ​ທີ່​ຈະ​ເປັນ​ຄົນ​ຈິງ​ໃຈ​ສະ​ເໝີ

ດັ່ງ​ທີ່​ເຮົາ​ທຸກ​ຄົນ​ໄດ້​ຮຽນ​ຮູ້, ແມ່ນ​ແຕ່​ຫລັງ​ຈາກ​ໄດ້​ກິນ​ໝາກ​ໄມ້​ປະ​ເສີດ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ແລ້ວ, ການ​ເປັນ​ຄົນ​ຈິງ​ໃຈ ແລະ ຊື່​ສັດ​ສະ​ເໝີ​ຕໍ່​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ກໍ​ຍັງເປັນ​ເລື່ອງ​ຍາກ​ທີ່​ຈະ​ເຮັດ​ຢູ່. ດັ່ງ​ທີ່ເຮົາ​ໄດ້​ຍິນ​ຫລາຍ​ເທື່ອ​ຢູ່​ໃນ​ກອງ​ປະ​ຊຸມນີ້, ເຮົາ​ຈະປະ​ເຊີນ​ກັບສິ່ງ​ລົບ​ກວນ ແລະ ການ​ຫລອກ​ລວງ, ຄວາມ​ສັບ​ສົນ ແລະ ຄວາມ​ວຸ້ນ​ວາຍ, ສິ່ງ​ລໍ້​ໃຈ ແລະ ການ​ລໍ້​ລວງ​ຢູ່​ສະ​ເໝີ ຊຶ່ງ​ພະ​ຍາ​ຍາມ​ດຶງ​ເຮົາ​ໄປ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຄວາມ​ສຸກ ແລະ ຄວາມ​ສວຍ​ງາມ​ທີ່​ເຮົາ​ໄດ້​ປະ​ສົບ ໃນ​ການ​ຕິດ​ຕາມ​ພຣະ​ອົງ.

ເປັນ​ເພາະ​ຄວາມ​ຍາກ​ລຳ​ບາກນີ້, ຄວາມ​ຝັນ​ຂອງ​ລີໄຮ ກໍຮ່ວມ​ດ້ວຍ​ສິ່ງ​ເຕືອນ​ໃຈ​ນຳ​ອີກ! ຢູ່​ຟາກ​ແມ່​ນ້ຳ ມີ​ອາ​ຄານກວ້າງ​ຂວາງ ພ້ອມ​ທັງ​ຜູ້​ຄົນ​ໃນ​ທຸກ​ໄວ ທີ່​ກຳ​ລັງ​ຊີ້​ມື​ເຍາະ​ເຍີ້ຍ ແລະ ຫົວ​ຂວັນ​ຜູ້​ຕິດ​ຕາມພຣະ​ເຢ​ຊູ​ຄຣິດ​ຢູ່.

ຜູ້​ຄົນ​ຢູ່​ໃນ​ອາ​ຄານ​ຫລັງ​ນັ້ນ​ໄດ້​ເຍາະ​ເຍີ້ຍ ແລະ ຫົວ​ຂວັນ ຜູ້​ທີ່​ຮັກ​ສາ​ພຣະ​ບັນ​ຍັດ, ຫວັງວ່າ​ຈະ​ເຮັດ​ໃຫ້​ເສື່ອມ​ເສຍ ແລະ ເຍາະ​ເຍີ້ຍ​ສັດ​ທາ​ຂອງ​ເຂົາ​ເຈົ້າ ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ແລະ ເປັນ​ເພາະ​ຄຳ​ເວົ້າ​ໂຈມ​ຕີ ດ້ວຍ​ຄວາມ​ສົງ​ໃສ ແລະ ການ​ດູ​ຖູກ​ຜູ້​ທີ່ເຊື່ອ, ບາງ​ຄົນ​ທີ່​ໄດ້​ຊີມ​ໝາກ​ໄມ້​ແລ້ວ ກໍ​ເລີ່ມ​ຕົ້ນ​ຮູ້​ສຶກ​ອັບ​ອາຍ ເນື່ອງ​ດ້ວຍ​ພຣະ​ກິດ​ຕິ​ຄຸນ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ເອົາ. ການ​ລໍ້​ລວງ​ຜິດໆ​ຂອງ​ໂລກ ໄດ້​ລໍ້​ໃຈ​ເຂົາ​ເຈົ້າ; ເຂົາ​ເຈົ້າໄດ້​ໜີ​ໄປ​ຈາກ​ຕົ້ນ​ໄມ້ ແລະ ໝາກ​ໄມ້ ແລະ, ພຣະ​ຄຳ​ພີ​ກ່າວ​ວ່າ, “ຕົກ​ລົງ​ໄປ​ໃນ​ທາງ​ຕ້ອງ​ຫ້າມ ແລະ ສູນ​ຫາຍ​ໄປ.”10

ຢູ່​ໃນ​ໂລກ​ຂອງ​ເຮົາ​ທຸກວັນ​ນີ້, ພະ​ນັກ​ງານກໍ່​ສ້າງ​ຂອງ​ຜູ້​ປໍລະ​ປັກ ກຳ​ລັງ​ທຳ​ງານ​ລ່ວງ​ເວ​ລາ, ເພື່ອ​ເລັ່ງ​ການ​ຕໍ່​ເຕີມ​ໃສ່​ອາຄານໃຫຍ່ ແລະ ກວ້າງ​ຂວາງຫລັງ​ນັ້ນ. ອາ​ຄານດັ່ງ​ກ່າວ​ໄດ້​ຂະ​ຫຍາຍກວ້າງ​ຂ້າມ​ແມ່​ນ້ຳ, ຫວັງ​ເຂົ້າ​ໄປ​ໃນ​ບ້ານ​ເຮືອນ​ຂອງ​ເຮົາ, ຂະ​ນະ​ທີ່​ຜູ້​ຊີ້​ມື ແລະ ຜູ້ເຍາະ​ເຍີ້ຍ​ຮ້ອງ​ສະນັ່ນ ທັງ​ເວັນ ແລະ ຄືນ ຢູ່​ໃນ​ລຳ​ໂພງ​ອິນ​ເຕີ​ເນັດ.11

ປະ​ທານ​ແນວ​ສັນ ໄດ້​ອະ​ທິ​ບາຍ​ວ່າ, “ຜູ້​ປໍ​ລະ​ປັກ​ໄດ້​ເພີ່ມ​ກຳ​ລັງ​ຢ່າງ​ຫລວງ​ຫລາຍ ເພື່ອ​ລົບ​ກວນ​ປະ​ຈັກ​ພະ​ຍານ ແລະ ຂັດ​ຂວາງວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”12 ຂໍ​ໃຫ້​ເຮົາ​ຈົ່ງ​ຈື່​ຈຳ​ຄຳ​ເວົ້າ​ຂອງລີໄຮ​ທີ່​ວ່າ: “ພວກ​ເຮົາ​ບໍ່​ໄດ້​ຫົວ​ຊາ​ພວກ​ເຂົາ​ເລີຍ.”13

ເຖິງ​ແມ່ນ​ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ຢ້ານ, ແຕ່​ເຮົາ​ກໍ​ຕ້ອງ​ລະ​ວັງ. ໃນ​ບາງ​ຄັ້ງ, ບາງ​ສິ່ງທີ່​ນ້ອຍໆ ກໍ​ສາ​ມາດ​ປ່ຽນ​ແປງ​ຄວາມ​ສົມ​ດູນ​ທາງວິນ​ຍານ​ຂອງ​ເຮົາໄດ້. ຢ່າປ່ອຍ​ໃຫ້​ຄຳ​ຖາມ​ຂອງ​ທ່ານ, ຄຳ​ດູ​ຖູກຂອງ​ຄົນ​ອື່ນ, ໝູ່​ເພື່ອນ​ທີ່ບໍ່​ມີ​ສັດ​ທາ, ຫລື ຄວາມ​ຜິດ​ພາດ​ທີ່​ໂຊກ​ຮ້າຍ ແລະ ຄວາມ​ຜິດ​ຫວັງ ພາ​ທ່ານ​ໜີ​ໄປ​ຈາກ​ພອນ​ທີ່​ຫວານ, ບໍ​ລິ​ສຸດ, ແລະ ເປັນ​ທີ່​ເພິ່ງ​ພໍ​ໃຈ​ຂອງ​ຈິດ​ວິນ​ຍານ ທີ່​ມາ​ຈາກ​ໝາກ​ໄມ້​ປະ​ເສີດຂອງ​ຕົ້ນ​ນັ້ນ. ໃຫ້​ຕັ້ງ​ຕາຕັ້ງ​ໃຈ​ສະ​ເໝີ ຢູ່​ທີ່ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ ແລະ ຄວາມ​ສຸກ​ນິ​ລັນ​ດອນ ທີ່​ມີ​ມາ​ພຽງ​ແຕ່​ຜ່ານ​ທາງ​ພຣະ​ອົງ​ເທົ່າ​ນັ້ນ.

ສັດ​ທາ​ຂອງ​ເຈສັນ ຮອລ໌

ໃນ​ເດືອນ​ມິຖຸນາ​ຜ່ານ​ມານີ້, ແຄທີ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າໄດ້​ໄປ​ຮ່ວມ​ງານ​ສົ່ງ​ສະ​ການ​ຂອງ​ທ້າວເຈສັນ ຮອລ໌. ຕອນ​ລາວ​ເສຍ​ຊີ​ວິດ, ລາວ​ມີ​ອາ​ຍຸ​ໄດ້ 48 ປີ ແລະ ຮັບ​ໃຊ້​ເປັນ​ປະ​ທານກຸ່ມ​ແອວເດີ.

ຕໍ່​ໄປ​ນີ້​ແມ່ນ​ຖ້ອຍ​ຄຳ​ຂອງ​ທ້າວເຈສັນ ກ່ຽວ​ກັບ​ເຫດ​ການ​ໜຶ່ງ ທີ່​ໄດ້​ປ່ຽນ​ແປງ​ຊີ​ວິດ​ຂອງ​ລາວ:

“[ຕອນ​ອາ​ຍຸ 15 ປີ] ຂ້າ​ນ້ອຍ [ໄດ້] ຖືກ​ອຸ​ປະ​ຕິ​ເຫດ​​ໃນ​ການ​ກະ​ໂດດ​ນ້ຳ. … ​ຂ້າ​ນ້ອຍ​​ກະ​ດູກຄໍ​ຫັກ ແລະ ກໍ​ເປັນ​ອຳ​ມະ​ພາດ​ແຕ່​ເອິກ​ລົງ​ໄປ. ຂ້າ​ນ້ອຍເຄື່ອນ​ຍ້າຍ​ຂາບໍ່​ໄດ້ ແລະ ແຂນ​ກໍ​ເໜັງ​ຕີງໄດ້​ໜ້ອຍ​ໜຶ່ງ. ຂ້າ​ນ້ອຍບໍ່​ສາ​ມາດ​ຍ່າງ, ຢືນ, … ຫລື ກິນ​ເອງ. ຂ້າ​ນ້ອຍພໍ​ຫາຍ​ໃຈ ແລະ ເວົ້າ​ໄດ້​ໜ້ອຍ​ໜຶ່ງ.”14

“‘ໂອ້ ພຣະ​ບິ​ດາ [ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ],’ ຂ້າ​ນ້ອຍ​ອ້ອນວອນ​ພຣະ​ອົງ, ‘ຂໍ​ໃຫ້​ຂ້າ​ນ້ອຍ​ສາ​ມາດ​ໃຊ້​ມື​ຂອງ​ຂ້າ​ນ້ອຍ​ໄດ້​ດ້ວຍ​ເທີ້ນ, ເທົ່າ​ນັ້ນ​ຂ້າ​ນ້ອຍ​ກໍ​ພໍ​ໃຈ​ແລ້ວ. ຈົ່ງ​ເມດ​ຕາ​ຂ້າ​ນ້ອຍ​ດ້ວຍ​ເທີ້ນ. …

“… ‘ໂອ້ ພຣະ​ບິ​ດາ​ເຈົ້າ, ​ຂ້າ​ນ້ອຍ​ຍ່າງບໍ່​ໄດ້ກໍ​ບໍ່​ເປັນ​ຫຍັງ, ແຕ່ຂ້າ​ນ້ອຍ [ອະ​ທິ​ຖານ] ຂໍ​ໃຫ້​ສາ​ມາດ​ໃຊ້​ມື​ໄດ້.’”15

ທ້າວເຈສັນ ກໍ​ຍັງ​ບໍ່​ສາ​ມາດ​ໃຊ້​ມື​ຂອງ​ລາວ. ທ່ານ​ຄິດ​ວ່າ ສຽງ​ຈາກ​ອາ​ຄານ​ໃຫຍ່ນັ້ນ​ຈະ​ເປັນ​ແບບ​ໃດ? “ເຈສັນ ຮອລ໌, ພຣະ​ເຈົ້າ​ບໍ່​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ເຈົ້າ! ຖ້າ​ຫາກ​ພຣະ​ເຈົ້າ ເປັນ​ພຣະ​ເຈົ້າ​ແຫ່ງ​ຄວາມ​ຮັກ, ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ປະເຈົ້າ​ໄວ້​ແບບນີ້? ເປັນ​ຫຍັງ​ຈຶ່ງ​ມີ​ສັດ​ທາ​ໃນ​ພຣະ​ຄຣິດ?” ເຈສັນ ຮອລ໌ ໄດ້​ຍິນ​ສຽງ​ຂອງ​ພວກ​ເຂົາ ແຕ່​ລາວບໍ່​ໄດ້​ຫົວ​ຊາ. ກົງ​ກັນ​ຂ້າມ ລາວ​ໄດ້​ຊື່ນ​ຊົມ​ຢູ່​ກັບ​ໝາກ​ໄມ້​ຂອງ​ຕົ້ນ​ນັ້ນ. ສັດ​ທາ​ຂອງ​ລາວ​ໃນ​ພຣະ​ເຢ​ຊູ​ຄຣິດ ບໍ່​ເຄີຍ​ຫວັ່ນ​ໄຫວ. ລາວ​ໄດ້​ຮຽນ​ຈົບ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ແລະ ໄດ້​ແຕ່ງ​ງານ​ກັບ​ນາງ​ໂຄເລັດ ໂຄແມນ ຢູ່​ໃນ​ພຣະ​ວິ​ຫານ ໂດຍບອກວ່າ​​ນາງ​ເປັນ​ເນື້ອ​ຄູ່​ຂອງ​ລາວ.16 ຫລັງ​ຈາກ​ໄດ້​ແຕ່ງ​ງານ​ກັນ​ເປັນ​ເວ​ລາ 16 ປີ, ການ​ມະ​ຫັດ​ສະ​ຈັນ​ອີກ​ຢ່າງ​ໜຶ່ງ​ໄດ້​ເກີດ​ຂຶ້ນ, ທ້າວໂຄ​ແມນ ລູກ​ຊາຍ​ທີ່​ປະ​ເສີດ​ຂອງ​ເຂົາ​ເຈົ້າ​ໄດ້​ເກີດ​ມາ.

ຮູບ​ພາບ
ເຈສັນ ແລະ ນາງ​ໂຄເລັດ ຮອລ໌
ຮູບ​ພາບ
ຄອບ​ຄົວ ຮອລ໌

ເຂົາ​ເຈົ້າ​ພັດ​ທະ​ນາ​ສັດ​ທາ​ຂອງ​ເຂົາ​ເຈົ້າ​ໄດ້​ແນວ​ໃດ? ນາງໂຄ​ເລັດ ໄດ້​ອະ​ທິ​ບາຍ​ວ່າ: “ພວກ​ຂ້າ​ນ້ອຍ​ໄວ້​ວາງ​ໃຈ​ໃນ​ແຜນ​ຂອງ​ພຣະ​ເຈົ້າ. ແລະ ມັນ​ໃຫ້ຄວາມ​ຫວັງ​ແກ່​ພວກ​​ຂ້າ​ນ້ອຍ. ພວກ​ຂ້າ​ນ້ອຍ​ຮູ້​ວ່າ [ໃນ​ມື້​ໜຶ່ງ] ເຈ​ສັນຈະ​ຫາຍ​ດີ​ເປັນ​ປົກ​ກະ​ຕິ. … ພວກ​ຂ້າ​ນ້ອຍ​ຮູ້​ວ່າ ພຣະ​ເຈົ້າ​ໄດ້​ຈັດ​ຕຽມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດໄວ້​ໃຫ້​ພວກ​ຂ້າ​ນ້ອຍ, ຊຶ່ງ​ການ​ເສຍ​ສະ​ລະ​ຊົດ​ໃຊ້ຂອງ​ພ​ຣະ​ອົງ ຊ່ວຍ​ໃຫ້​ພວກ​ຂ້າ​ນ້ອຍສາ​ມາດ​ດຳ​ເນີນ​ໄປ​ໜ້າ ຂະ​ນະ​ທີ່​ພວກ​ຂ້າ​ນ້ອຍຢາກຍອມ​ແພ້.”17

ຮູບ​ພາບ
ໂຄແມນ ຮອລ໌

ໃນ​ການ​ກ່າວ​ຢູ່​ໃນ​ງານ​ສົ່ງ​ສະ​ການ​ຂອງ​ທ້າວເຈ​ສັນ, ທ້າວໂຄແມນ ອາ​ຍຸ 10 ປີ ໄດ້ເວົ້າ​ວ່າ ພໍ່​ຂອງ​ລາວ​ໄດ້​ສິດ​ສອນ​ລາວ​ວ່າ: “ພຣະ​ບິ​ດາ​ເທິງ​ສະ​ຫວັນ [ມີ] ແຜນ​ສຳ​ລັບ​ພວກ​ຂ້າ​ນ້ອຍ, ຊີ​ວິດ​ຢູ່​ໃນ​ໂລກນີ້​ຈະ​ດີ​ຂະ​ໜາດ, ແລະ ພວກ​ຂ້າ​ນ້ອຍຈະ​ສາ​ມາດ​ຢູ່​ນຳ​ກັນ​ເປັນ​ຄອບ​ຄົວ. … ແຕ່ … ພວກ​​ຂ້າ​ນ້ອຍຕ້ອງ​ຜ່ານ​ຜ່າ​ສິ່ງ​ທີ່​ຍາກ​ກ່ອນ ແລະ ພວກ​ຂ້າ​ນ້ອຍຈະ​ເຮັດ​ຄວາມ​ຜິດ.”

ທ້າວ​ໂຄແມນ ໄດ້ເວົ້າ​ຕື່ມ​ວ່າ: “ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ສົ່ງ​ພຣະ​ເຢ​ຊູ ພຣະ​ບຸດ​ຂອງ​ພຣະ​ອົງ​ມາສູ່​ໂລກ. ພາ​ລະ​ກິດ​ຂອງ​ພຣະ​ອົງ​ແມ່ນ​ເປັນ​ຜູ້​ທີ່ດີ​ພ້ອມ. ເພື່ອ​ປິ່ນ​ປົວ​ຜູ້​ຄົນ. ເພື່ອ​ຮັກ​ເຂົາ​ເຈົ້າ. ແລະ ເພື່ອ​ຮັບ​ທຸກ​ທໍ​ລະ​ມານ​ແທນ​ຄວາມ​ເຈັບ​ປວດ, ຄວາມ​ໂສກ​ເສົ້າ, ແລະ ຄວາມ​ຜິດ​ບາບ​ຂອງ​ເຮົາ​ທຸກ​ຄົນ. ແລ້ວ ພຣະ​ອົງ​ໄດ້​ສິ້ນ​ພຣະ​ຊົນ​ເພື່ອ​ເຮົາ.” ທ້າວໂຄ​ແມນ ໄດ້​ເວົ້າ​ຕື່ມ​ວ່າ, “ເພາະ​ພຣະ​ອົງ​ໄດ້​ເຮັດ​ສິ່ງນີ້, ພຣະ​ເຢ​ຊູ​ຈຶ່ງ​ຮູ້​ຈັກ​ວ່າ​​ຂ້າ​ນ້ອຍ​ຮູ້​ສຶກ​ແນວ​ໃດ ໃນ​ເວ​ລານີ້.

“ສາມ​ວັນ​ຫລັງ​ຈາກ​ພຣະ​ເຢ​ຊູ​ໄດ້ສິ້ນ​ພຣະ​ຊົນ, ພຣະ​ອົງ … ໄດ້​ຟື້ນ​ຄືນ​ພຣະ​ຊົນ ພ້ອມ​ດ້ວຍພຣະ​ກາຍ​ທີ່​ສົມ​ບູນ. ສິ່ງນີ້​ສຳ​ຄັນ​ຕໍ່​ຂ້າ​ນ້ອຍ ເພາະ​ຂ້າ​ນ້ອຍ​ຮູ້​ວ່າ … ຮ່າງ​ກາຍ​ຂອງ [ພໍ່​ຂ້າ​ນ້ອຍ] ຈະ​ສົມ​ບູນ ແລະ ພວກ​ຂ້າ​ນ້ອຍຈະ​ໄດ້​ຢູ່ນຳ​ກັນ​ເປັນ​ຄອບ​ຄົວ.”

ຮູບ​ພາບ
ຄອບຄົວ ຮອລ໌

ທ້າວໂຄແມນ ໄດ້​ສະ​ຫລຸບ​ວ່າ: “ທຸກ​ຄືນ ນັບ​ແຕ່​ຂ້າ​ນ້ອຍເກີດ​ມາ, ພໍ່​ຂ້າ​ນ້ອຍ​ໄດ້​ເວົ້າ​ກັບ​ຂ້າ​ນ້ອຍ​ວ່າ, ‘ພໍ່​ຮັກ​ລູກ​ເດີ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮັກ​ລູກ, ແລະ ລູກ​ກໍ​ເປັນ​ເດັກ​ດີ.’”18

ຄວາມ​ສຸກ​ມີ​ມາ​ເພາະ​ພຣະ​ເຢ​ຊູ​ຄຣິດ

ປະ​ທານຣະໂຊ ເອັມ ແນວສັນ ໄດ້​ບັນ​ຍາຍ​ເຖິງ​ເຫດ​ຜົນ​ທີ່​ຄອບ​ຄົວ ຮອລ໌ ຮູ້​ສຶກ​ມີ​ຄວາມ​ສຸກ ແລະ ​ມີ​ຄວາມ​ຫວັງ. ເພິ່ນ​ໄດ້​ກ່າວ​ວ່າ:

“ຄວາມສຸກ​ທີ່ເຮົາ​ຮູ້ສຶກ ບໍ່ຂຶ້ນ​ກັບ​ສະຖາ​ນະການ​ໃນ​ຊີວິດ​ຂອງເຮົາ ແຕ່​ມັນ​ຂຶ້ນກັບ​ວ່າ ເຮົາ​ເອົາ​ໃຈໃສ່​ຕໍ່​ສິ່ງໃດ ໃນ​ຊີວິດ​ຂອງເຮົາ.

“ເມື່ອເຮົາ​ເຮັດໃຫ້​ຊີວິດ​ຂອງເຮົາ​ເອົາໃຈ​ໃສ່ຕໍ່ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ເຈົ້າ, … ແລະ ພຣະ​ເຢຊູ​ຄຣິດ ແລະ ພຣະກິດ​ຕິຄຸນ​ຂອງ​ພຣະອົງ, ເຮົາ​ສາມາດ​ຮູ້ສຶກ​ເຖິງຄວາມ​ສຸກໄດ້ ບໍ່ວ່າ​ແມ່ນຫຍັງ​ຈະ​ເກີດຂຶ້ນ—ຫລື ບໍ່​ເກີດຂຶ້ນ​ກໍຕາມ—ໃນ​ຊີວິດ​ຂອງເຮົາ. ຄວາມ​ສຸກ​ມາ​ຈາກ​ພຣະ​ອົງ ແລະ ເພາະ​ພຣະ​ອົງ. ພຣະ​ອົງ​ເປັນ​ແຫລ່ງ​ຂອງ​ຄວາມ​ສຸກທັງ​ໝົດ. …

“ຖ້າຫາກ​ເຮົາເບິ່ງ​ໄປ​ທາງໂລກ … , ເຮົາຈະ​ບໍ່ຮູ້​ຈັກ​ຄວາມສຸກ​ນັ້ນເລີຍ. … [ຄວາມ​ສຸກ] ເປັນ​ຂອງ​ປະທານ​ທີ່ມາ​ຈາກ​ຄວາມ​ພະຍາ​ຍາມ​ຢ່າງ​ຕັ້ງໃຈ ທີ່ຈະ​ດຳລົງ​ຊີວິດ​ທີ່​ຊອບທຳ, ຕາມ​ວິທີ​ທີ່​ພຣະ​ເຢຊູ​ຄຣິດ​ໄດ້ສອນ.”19

ຄຳ​ສັນ​ຍາຂະ​ນະ​ທີ່​ທ່ານ​ຫວນ​ກັບ

ຖ້າ​ຫາກ​ທ່ານບໍ່​ໄດ້​ຮັບ​ສ່ວນ​ໝາກ​ໄມ້​ຈາກ​ຕົ້ນ​ໄມ້​ນັ້ນ​ດົນ​ແລ້ວ, ຈົ່ງ​ຮູ້​ໄວ້​ວ່າ ພຣະ​ພາຫາ (ແຂນ) ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດຍັງ​ເດ່​ອອກ​ມາ​ຫາ​ທ່ານ​ຢູ່. ພຣະ​ອົງ​ໄດ້​ກວັກ​ເອົາ​ທ່ານ​ດ້ວຍ​ຄວາມ​ຮັກ​ວ່າ, “ຈົ່ງກັບ​ໃຈ ແລະ ມາ​ຫາ​ເຮົາ.”20 ໝາກ​ໄມ້​ຂອງ​ພຣະ​ອົງມີ​ຢູ່ຢ່າງ​ຫລວງ​ຫລາຍ ແລະ ມັນ​ສຸກ​ຢູ່​ສະ​ເໝີ. ທ່ານ​ຈະ​ຫາ​ຊື້​ມັນ​ບໍ່​ໄດ້​ດ້ວຍ​ເງິນ, ແລະ ທຸກ​ຄົນທີ່​ຢາກ​ໄດ້​ມັນ​ດ້ວຍ​ຄວາມ​ຈິງ​ໃຈ ຈະ​ບໍ່ຖືກ​ປະ​ຕິ​ເສດ.21

ຖ້າ​ຫາກ​ທ່ານ​ປາດ​ຖະ​ໜາ​ທີ່​ຈະ​ຫວນ​ກັບ​ຄືນ​ມາ​ຫາ​ຕົ້ນ​ໄມ້ ແລະ ຮັບ​ສ່ວນໝາກ​ໄມ້​ອີກ, ຈົ່ງເລີ່ມ​ຕົ້ນ​ດ້ວຍ​ການ​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ທ່ານ. ໃຫ້​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ໃນ​ອຳ​ນາດ​ຂອງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ​ວ່າ ເມື່ອ​ທ່ານ​ຫວັງ​ເພິ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ “ໃນ​ຄວາມ​ນຶກ​ຄິດ​ທຸກ​ຢ່າງ,”22 ແລ້ວ​ໝາກ​ໄມ້​ຂອງ​ຕົ້ນ​ນັ້ນ​ຈະ​ເປັນ​ຂອງ​ທ່ານ​ຄືນ​ອີກ, ແຊບ​ທີ່​ສຸດ, ປິ​ຕິ​ຍິນ​ດີ​ທີ່​ສຸດ​ແກ່ຈິດ​ວິນ​ຍານ​ຂອງ​ທ່ານ, “ເປັນ​ສິ່ງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ຂອງ​ປະ​ທານ​ຈາກ​ພຣະ​ເຈົ້າ.”23

ຮູບ​ພາບ
ແອວ​ເດີ ແອນເດີເຊັນ ກັບ​ໄພ່​ພົນ​ຊາວ​ປອກຕຸຍ​ການ ຢູ່​ທີ່​ການ​ອຸ​ທິດ​ພຣະ​ວິ​ຫານ ລີສເບັນ

ສາມ​ອາ​ທິດ​ຜ່ານ​ມານີ້, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພາບ​ອັນ​ສົມ​ບູນ​ແບບຂອງ​ການ​ຊື່ນ​ຊົມ​ກັບ​ໝາກ​ໄມ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຂະ​ນະ​ທີ່ ແຄ​ທີ ກັບ​ຂ້າ​ພະ​ເຈົ້າ​ໄດ້​ໄປ​ຮ່ວມ​ການ​ອຸ​ທິດ​ພຣະ​ວິ​ຫານ ລີສເບັນ ປອກ​ຕຸຍ​ການ. ຄວາມ​ຈິງ​ຂອງ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ ໄດ້​ເປີດຕໍ່​ປະ​ເທດ​ປອກ​ຕຸຍ​ການ ໃນ​ປີ 1975 ເມື່ອ​ເສ​ລີ​ພາບ​ເລື່ອງ​ສາດ​ສະ​ໜາໄດ້​ຖືກ​ອະ​ນຸ​ຍາດ. ໄພ່​ພົນ​ທີ່ດີເລີດຫລາຍ​ຄົນ ຜູ້​ໄດ້​ຊີມໝາກ​ໄມ້ຕອນ​ຍັງ​ບໍ່​ມີ​ສະ​ມາ​ຊິກ​ຫລາຍ​ເທື່ອ, ບໍ່​ມີ​ຕຶກ​ໂບດ​ເທື່ອ, ແລະ ບໍ່​ມີ​ພຣະ​ວິ​ຫານ​ຕັ້ງ​ຢູ່​ໃກ້​ກວ່າ 1,000 ໄມ (1,600 ກິ​ໂລ​ແມັດ) ໄດ້​ປິ​ຕິ​ຍິນ​ດີ​ກັບ​ພວກ​ເຮົາ ຊຶ່ງ​ບັດ​ນີ້​ໝາກ​ໄມ້ປະ​ເສີດນັ້ນ ມີຢູ່​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ເມືອງລີສເບັນ, ປະ​ເທດ​ປອກ​ຕຸຍ​ການ. ຂ້າ​ພະ​ເຈົ້າ​ໃຫ້​ກຽດ ແລະ ນັບ​ຖື​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ເຫລົ່າ​ນີ້ ຜູ້​ໄດ້​ຍຶດ​ໝັ້ນ​ຢູ່​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ, “ພວກທີ່ຍັງຢູ່ໃນເຮົາ ແລະ ເຮົາຢູ່ໃນເຂົາ ຈະເກີດຜົນຫລາຍ; ດ້ວຍວ່າບໍ່ມີເຮົາແລ້ວ ພວກທ່ານເຮັດຫຍັງບໍ່ໄດ້.”24

ໃນ​ຄຳປາ​ໄສ​ມື້​ເຊົ້ານີ້ ຕໍ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຕະ​ຫລອດ​ທົ່ວ​ໂລກ, ປະ​ທານ​ແນວສັນ ໄດ້​ກ່າວ​ວ່າ, “ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ທ່ານ​ເປັນ​ແບບ​ຢ່າງ​ທີ່​ມີ​ຊີ​ວິດ​ຢູ່ຂອງ​ໝາກ​ຜົນ​ທີ່​ມາ​ຈາກ​ການ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ.” ແລ້ວ​ເພິ່ນ​ໄດ້​ກ່າວ​ຕື່ມ​ວ່າ: “ຂໍ​ຂອບ​ໃຈ​ທ່ານ​ຫລາຍໆ! ຂ້າ​ພະ​ເຈົ້າ​ຮັກ​ທ່ານ​ທັງ​ຫລາຍ!”25

ພວກ​ເຮົາ​ຮັກ​ທ່ານ, ປະທານ​ແນວສັນ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ອຳ​ນາດ​ແຫ່ງ​ການ​ເປີດ​ເຜີຍ ທີ່​​ຢູ່​ກັບສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ. ເພິ່ນ​ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ. ເຊັ່ນ​ດຽວ​ກັບ​ລີໄຮ​ໃນ​ສະ​ໄໝ​ບູ​ຮານ, ປະ​ທານ​ຣະໂຊ ເອັມ ແນວສັນ ໄດ້​ກວັກເອົາ​ເຮົາ ແລະ ຄອບ​ຄົວ​ທັງ​ໝົດ​ຂອງ​ພຣະ​ເຈົ້າ ໃຫ້​ມາ ແລະ ຮັບ​ເອົາ​ໝາກ​ໄມ້​ຈາກ​ຕົ້ນ​ນັ້ນ. ຂໍ​ໃຫ້​ເຮົາ​ຈົ່ງ​ຖ່ອມ​ຕົວ ແລະ ມີ​ຄວາມ​ເຂັ້ມ​ແຂງທີ່​ຈະ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ເພິ່ນ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຢ່າງ​ຖ່ອມ​ຕົວ​ວ່າ ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ຄວາມ​ຮັກຂອງ​ພຣະອົງ, ອຳ​ນາດຂອງ​ພຣະອົງ, ແລະ ພຣະ​ຄຸນ​ຂອງ​ພຣະອົງ ນຳ​ທຸກ​ສິ່ງ​ທີ່​ມີ​ຄ່າອັນ​ຍາວ​ນານ​ມາ​ໃຫ້. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ມັດທາຍ 7:16.

  2. ມັດທາຍ 7:17.

  3. ໂຢຮັນ 4:36.

  4. ໃນ​ຕົ້ນ​ເດືອນ​ມັງກອນ ປີ 2007, ຂະ​ນະ​ທີ່​ກະ​ກຽມ​ຄຳ​ປາ​ໄສສຳ​ລັບ​ການ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ບຣິກຳ ຢັງ ໃນ​ຖາ​ນະ​ສະມາ​ຊິກ​ໃນ​ຝ່າຍ​ປະ​ທານ​ສາ​ວົກ​ເຈັດ​ສິບ ຊຶ່ງ​ຈະ​ກ່າວ​ໃນ​ວັນທີ 4 ເດືອນ​ມີນາ, 2007, ຂ້າ​ພະ​ເຈົ້າ​ໄດ້​ຖາມ​ແອວ​ເດີ ເດ​ວິດ ເອ ແບ໊ດນາ ວ່າ​ເພິ່ນ​ກຳ​ລັງ​ກະ​ກຽມ​ຄຳ​ປາ​ໄສ​ກ່ຽວ​ກັບ​ເລື່ອງ​ໃດ ສຳ​ລັບ​ວັນ​ທີ 4 ເດືອນ​ກຸມ​ພາ, 2007, ທີ່​ຈະ​ກ່າວ​ກັບຜູ້​ມາ​ຮ່ວມ​ປະ​ຊຸມ​ກຸ່ມດຽວ​ກັນ​ນັ້ນ. ຂ້າ​ພະ​ເຈົ້າແປກ​ໃຈ​ທີ່​ເພິ່ນ​ຕອບ​ວ່າ ຄຳ​ປາ​ໄສ​ຂອງ​ເພິ່ນ​ແມ່ນ​ກ່ຽວ​ກັບ​ການ​ຈັບ​ຮາວ​ເຫລັກໄວ້​ໃຫ້​ໝັ້ນ. ມັນ​ເປັນ​ຫົວ​ຂໍ້​ດຽວ​ກັນ​ກັບ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເລືອກ​ສຳ​ລັບ​ຄຳ​ປາ​ໄສ​ຂອງ​ຂ້າ​ພະ​ເຈົ້າ. ຫລັງ​ຈາກ​ໄດ້​ເບິ່ງ​ຄຳ​ປາ​ໄສ​ຂອງ​ກັນ​ແລະ​ກັນ​ແລ້ວ, ພວກ​ເຮົາ​ເຫັນ​ວ່າ ເນື້ອ​ຄວາມ​ຂອງ​ບົດ​ປາ​ໄສ​ຂອງ​ພວກ​ເຮົາ​ແມ່ນ​ແຕກ​ຕ່າງ​ກັນ. ຄຳ​ປາ​ໄສ​ຂອງ​ເພິ່ນ, ມີ​ຊື່​ວ່າ “ແຫລ່ງ​ຂອງ​ນ້ຳ​ແຫ່ງ​ຊີ​ວິດ,” ເນັ້ນ​ໜັກ​ຮາວ​ເຫລັກ, ຫລື ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ວ່າ​ເປັນ​ພຣະ​ຄຳ​ພີຄື​ກັນ. ໃນ​ຄຳ​ປາ​ໄສ​ຂອງ​ເພິ່ນ, ເພິ່ນ​ໄດ້​ຖາມ​ວ່າ, “ທ່ານ ແລະ ຂ້າ​ພະ​ເຈົ້າ​ໄດ້​ອ່ານ, ສຶກ​ສາ, ແລະ ຄົ້ນ​ຄວ້າ​ພຣະ​ຄຳ​ພີ​ທຸກວັນ​ຫລືບໍ່ ໃນ​ວິ​ທີ​ທີ່​ຊ່ວຍ​ເຮົາ​ໃຫ້​ຈັບ​ຮາວ​ເຫລັກ​ໄວ້​ໃຫ້​ໝັ້ນ?” (speeches.byu.edu).

    ແລ້ວ, ພຽງ​ແຕ່​ໜຶ່ງ​ອາ​ທິດ​ຫລັງ​ຈາກ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ລົມ​ກັບ​ແອວເດີ ແບ໊ດນາ, ປະ​ທານບອຍ ເຄ ແພ້ກເກີ ໄດ້​ກ່າວ​ປາ​ໄສ​ຢູ່​ໃນ​ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ບຣິກຳ ຢັງ ໃນ​ຫົວ​ຂໍ້ “ຄວາມ​ຝັນ​ຂອງ​ລີໄຮ ແລະ ຕົວທ່ານ.” ປະ​ທານ​ແພ໊ກເກີ ໄດ້​ເນັ້ນ​ຮາວເຫລັກ​ວ່າ​ເປັນ​ການ​ເປີດ​ເຜີຍ ແລະ ການ​ດົນ​ໃຈ​ສ່ວນ​ຕົວ ທີ່​ມາ​ສູ່​ເຮົາ ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ເພິ່ນ​ໄດ້​ກ່າວ​ວ່າ: “ຖ້າ​ຫາກ​ທ່ານ​ຈັບ​ຮາວ​ເຫລັກ​ໄວ້​ໃຫ້​ໝັ້ນ, ແລ້ວ​ທ່ານ​ຈະ​ສາ​ມາດ ມຸ້ງ​ໄປ ຂ້າງ​ໜ້າ ດ້ວຍ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​​ລິສຸດ. … ຈັບ​ຮາວ​ໄວ້, ແລະ ຢ່າ​ປ່ອຍ​ມັນ​ໄປ. ຜ່ານ​ທາງ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ທ່ານ​ຈະ​ສາ​ມາດ ມຸ້ງ​ໄປ ໃນ​ທາງ​ແຫ່ງ​ຊີ​ວິດໄດ້” (Jan. 16, 2007, speeches.byu.edu).

    ຫົວ​ຂໍ້​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ, “ຈົ່ງ​ຍຶດ​ໝັ້ນ​ໃນ​ຄຳ​ຂອງ​ສາດ​ສະ​ດາ,” ໃນ​ເດືອນ​ມີ​ນາ ປີ 2007 ເປັນ​ຮາວ​ເຫລັກ ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​​ຖ້ອຍຄຳ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່ (Mar. 4, 2007, speeches.byu.edu).

    ຄວາມ​ສຳ​ພັນ​ຂອງ​ຄຳ​ປາ​ໄສ​ທັງ​ສາມນີ້ ບໍ່ແມ່ນ​ເລື່ອງ​ບັງ​ເອີນ. ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນເຈົ້າ​ໄດ້​ທຳ​ງານ ຂະ​ນະ​ທີ່​ຄຳ​ປາ​ໄສ​ທັງ​ສາມກຳ​ລັງ​ຖືກ​ກະ​ກຽມ​ສຳ​ລັບ​ຜູ້ມາ​ຮ່ວມ​ປະ​ຊຸມ​ກຸ່ມ​ດຽວ​ກັນນັ້ນ, ລະ​ບຸ​ຄວາມ​ໝາຍ​ສາມ​ຢ່າງ​ຂອງ​ຮາວ​ເຫລັກ, ຫລື ພຣະ​ຄຳ​ພີ​ຂອງ​ພຣະ​ເຈົ້າ: (1) ເປັນ​ພຣະ​ຄຳ​ພີ, ຫລື ຖ້ອຍຄຳ​ຂອງ​ສາດ​ສະ​ດາ​ໃນ​ສະ​ໄໝ​ບູ​ຮານ; (2) ເປັນ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່; ແລະ (3) ເປັນ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ມັນ​ເປັນ​ປະ​ສົບ​ການ ການຮຽນ​ຮູ້​ທີ່​ສຳ​ຄັນ​ສຳ​ລັບ​ຂ້າ​ພະ​ເຈົ້າ.

  5. ເບິ່ງ 1 ນີໄຟ 8:4–12.

  6. 1 ນີໄຟ 11:25.

  7. ໂຢຮັນ 3:16.

  8. ເບິ່ງ David A. Bednar, “Lehi’s Dream: Holding Fast to the Rod,” Liahona, Oct. 2011, 32–37.

  9. 1 ນີໄຟ 11:23.

  10. 1 ນີໄຟ 8:28.

  11. ເບິ່ງ Boyd K. Packer, “Lehi’s Dream and You” (Brigham Young University devotional, Jan. 16, 2007), speeches.byu.edu.

  12. Russell M. Nelson, “We Can Do Better and Be Better,” Liahona, May 2019, 68.

  13. 1 ນີໄຟ 8:33.

  14. Stephen Jason Hall, “The Gift of Home,” New Era, Dec. 1994, 12.

  15. Stephen Jason Hall, “Helping Hands,” New Era, Oct. 1995, 46, 47.

  16. ຈົດ​ໝາຍ​ສ່ວນ​ຕົວເຖິງແອວ​ເດີ ແອນເດີເຊັນ ຈາກ ໂຄເລັດ ຮອລ໌.

  17. ຈົດ​ໝາຍ​ສ່ວນ​ຕົວເຖິງແອວ​ເດີ ແອນເດີເຊັນ ຈາກ ໂຄເລັດ ຮອລ໌.

  18. ຄຳ​ປາ​ໄສ​ທີ່​ງານ​ສົ່ງ​ສະ​ການ ກ່າວໂດຍ ໂຄແມນ ໂຮລ໌, ແບ່ງ​ປັນ​ໃຫ້​ກັບ​ແອວເດີ ແອນເດີເຊັນ ຈາກ ໂຄເລັດ ໂຮລ໌.

  19. Russell M. Nelson, “Joy and Spiritual Survival,” Liahona, Nov. 2016, 82, 84.

  20. 3 ນີໄຟ 21:6.

  21. ເບິ່ງ 2 ນີໄຟ 26:25, 33.

  22. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:36.

  23. 1 ນີໄຟ 15:36.

  24. ໂຢຮັນ 15:5.

  25. Russell M. Nelson, “The Second Great Commandment,” Liahona, Nov. 2019, 100.

ພິມ