​2010–2019
ພາກສ່ວນຂອງເອື້ອຍນ້ອງ ໃນການເຕົ້າໂຮມອິດສະຣາເອນ
ເດືອນ​ຕຸລາ 2018


ພາກສ່ວນຂອງເອື້ອຍນ້ອງ ໃນການເຕົ້າໂຮມອິດສະຣາເອນ

ສະ​ນັ້ນ ໃນ​ຄ່ຳ​ຄືນນີ້ ຂ້າ​ພະ​ເຈົ້າ​ຈຶ່ງ​ຂໍ​ສະ​ເໜີ​ຄຳ​ອ້ອນວອນ​ຂອງ​ສາດ​ສະ​ດາ​ຕໍ່​ທ່ານ, ບັນ​ດາ​ຜູ້​ຍິງ​ໃນ​ສາດ​ສະ​ໜາ​ຈັກ, ໃຫ້​ຫລໍ່​ຫລອມ​ອະ​ນາ​ຄົດ ໂດຍ​ການ​ຊ່ວຍ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ທີ່​ກະ​ຈັດ​ກະ​ຈາຍ​ໄປ.

ຊ່າງເປັນໂອກາດທີ່ປະເສີດທີ່ໄດ້ມາຮ່ວມກັບທ່ານ, ເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ. ບາງທີປະສົບການເມື່ອບໍ່ດົນມານີ້ຈະອະທິບາຍໃຫ້ທ່ານຮັບຮູ້ວ່າ ຂ້າພະເຈົ້າຮູ້ສຶກແນວໃດກ່ຽວກັບທ່ານ ແລະ ຄວາມສາມາດແຫ່ງສະຫວັນທີ່ທ່ານໄດ້ຮັບມາ.

ມື້ໜຶ່ງຕອນກ່າວປາໄສຢູ່ກອງປະຊຸມທີ່ອະເມຣິກາໃຕ້, ຂ້າພະເຈົ້າຕື່ນເຕັ້ນຫລາຍກ່ຽວກັບຫົວຂໍ້ປາໄສຂອງຂ້າພະເຈົ້າ, ແລະ ໃນວິນາທີທີ່ສຳຄັນທີ່ສຸດ, ຂ້າພະເຈົ້າໄດ້ກ່າວອອກວ່າ, “ໃນຖານະ​ແມ່ ຂອງລູກ 10 ຄົນ, ຂ້າພະເຈົ້າສາມາດບອກທ່ານໄດ້ວ່າ …” ແລະ ແລ້ວຂ້າພະເຈົ້າກໍໄດ້ກ່າວຂ່າວສານຂອງຂ້າພະເຈົ້າຕໍ່ໄປ.

ຂ້າພະເຈົ້າບໍ່ໄດ້ຮູ້ເລີຍວ່າຂ້າພະເຈົ້າໄດ້ກ່າວຄຳວ່າ ແມ່. ນາຍພາສາຂອງຂ້າພະເຈົ້າ, ໂດຍທີ່ຄິດວ່າຂ້າພະເຈົ້າໄດ້ກ່າວຜິດຄຳ, ກໍໄດ້ປ່ຽນຄຳວ່າ ແມ່ ໄປເປັນ ພໍ່, ສະນັ້ນຜູ້ຄົນໃນກອງປະຊຸມບໍ່ໄດ້ຮູ້ເລີຍວ່າ ຂ້າພະເຈົ້າໄດ້ອ້າງເຖິງຕົວເອງວ່າ ແມ່. ແຕ່ ເວັນດີ ພັນລະຍາຂອງຂ້າພະເຈົ້າໄດ້ຍິນ, ແລະ ນາງກໍດີໃຈທີ່ຂ້າພະເຈົ້າໄດ້ກ່າວຜິດ ເຖິງຄວາມຮູ້ສຶກຈາກຈິດສຳນຶກ.

ໃນວິນາທີນັ້ນ, ຄວາມປະສົງເລິກໆໃນໃຈຂອງຂ້າພະເຈົ້າ ແມ່ນຢາກເຮັດຄວາມແຕກຕ່າງໃນໂລກ—ທີ່ພຽງແຕ່ແມ່ເທົ່ານັ້ນທີ່ເຮັດໄດ້—ໄດ້ເປັນ​ຝອດຂຶ້ນມາຈາກຈິດໃຈຂອງຂ້າພະເຈົ້າ. ຕະຫລອດຫລາຍປີທີ່ຜ່ານມາ, ເມື່ອໃດມີຄົນຖາມຂ້າພະເຈົ້າວ່າເປັນຫຍັງຂ້າພະເຈົ້າຈຶ່ງໄດ້ ເລືອກ ທີ່ຈະເປັນທ່ານໝໍ, ຄຳຕອບຂອງຂ້າພະເຈົ້າກໍເໝືອນເດີມ: “ເພາະຂ້າພະເຈົ້າ ເລືອກ ທີ່ຈະເປັນແມ່ບໍ່ໄດ້.”

ຂໍໃຫ້ສັງເກດເຫັນວ່າ ເມື່ອໃດທີ່ຂ້າພະເຈົ້າໃຊ້ຄຳວ່າ ແມ່ ຂ້າພະເຈົ້າບໍ່ໄດ້ພຽງແຕ່ກ່າວເຖິງຜູ້ຍິງທີ່ໃຫ້ກຳເນີດລູກໆ ຫລື ລ້ຽງ​ເດັກເປັນລູກບຸນທຳໃນຊີວິດນີ້ເທົ່ານັ້ນ. ຂ້າພະເຈົ້າກ່າວເຖິງທິດາຜູ້ໃຫຍ່ຂອງພຣະບິດາມານດາຂອງເຮົາ ທັງ​ໝົດ. ຜູ້ຍິງ ທຸກ​ຄົນ ກໍເປັນແມ່ ອີງຕາມທຳມະຊາດທີ່ສູງສົ່ງນິລັນດອນຂອງນາງ.

ສະນັ້ນ ໃນຄ່ຳຄືນນີ້, ໃນຖານະ ພໍ່ ຂອງລູກ 10 ຄົນ—ເກົ້າ​ຄົນ​ເປັນ​ລູກ​ສາວ ແລະ ໜຶ່ງຄົນເປັນລູກຊາຍ—ແລະ ​ໃນ​ຖາ​ນະປະທານຂອງສາດສະໜາຈັກ, ຂ້າພະເຈົ້າອະທິຖານວ່າ ທ່ານຈະຮັບຮູ້ວ່າຂ້າພະເຈົ້າຮູ້ສຶກແນວໃດແທ້ໆກ່ຽວກັບທ່ານ—ກ່ຽວກັບວ່າທ່ານເປັນໃຜ ແລະ ທຸກສິ່ງທຸກຢ່າງທີ່ດີງາມທີ່ທ່ານເຮັດ. ບໍ່ມີໃຜ​ສາ​ມາດເຮັດສິ່ງທີ່ຜູ້ຍິງ​ທີ່ຊອບທຳ​ສາ​ມາດເຮັດໄດ້. ບໍ່ມີໃຜສາມາດລອກແບບອິດທິພົນຂອງແມ່ໄດ້.

ຜູ້ຊາຍສາມາດ ແລະ ສ່ວນກຫລາຍກໍຈະສື່ສານຄວາມຮັກຂອງພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດຕໍ່ຄົນອື່ນໄດ້. ແຕ່ຜູ້ຍິງມີຂອງປະທານພິເສດສຳລັບສິ່ງນີ້—ຂອງປະທານສັກສິດຈາກສະຫວັນ. ທ່ານມີຄວາມສາມາດທີ່ຈະຮູ້ສຶກເຖິງສິ່ງທີ່ຄົນໃດຄົນໜຶ່ງຕ້ອງການ—ແລະ ເມື່ອ​ໃດ ທີ່ເຂົາເຈົ້າຕ້ອງການມັນ. ທ່ານ​ສາ​ມາດ​ເອື້ອມ​ອອກ​ໄປ​ຫາ, ປອບ​ໂຍນ, ສິດ​ສອນ, ແລະ ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄົນ​ໃດ​ຄົນ​ໜຶ່ງ​ໃນ​ວິ​ນາ​ທີ​ທີ່​ເຂົາ​ມີ​ຄວາມ​ຕ້ອງ​ການ.

ຜູ້ຍິງເຫັນໄດ້ແຕກຕ່າງຈາກຜູ້ຊາຍ, ແລະ ໂອ້ຍ, ພວກເຮົາກໍຕ້ອງການທັດສະນະຂອງທ່ານແທ້ໆ! ທຳມະຊາດຂອງທ່ານນຳພາໃຫ້ທ່ານຄິດເຖິງຄົນອື່ນ ກ່ອນ ເພື່ອຈະພິຈາລະນາເຖິງຜົນກະທົບທີ່ການກະທຳໃດໜຶ່ງຈະມີຕໍ່ຄົນອື່ນ.

ດັ່ງ​ທີ່​ປະ​ທານ​ໄອຣິງ ໄດ້​ຊີ້ບອກ, ແມ່ນ​ມານ​ດາ​ເອວາ​ທີ່​ຮຸ່ງ​ໂລດ​ຂອງ​ເຮົາ—ພ້ອມ​ດ້ວຍ​ວິ​ໄສ​ທັດ​ທີ່ກວ້າງ​ໄກ​ຂອງ​ນາງ ເຖິງ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ—ຜູ້​ທີ່​ໄດ້​ລິ​ເລີ່ມ​ສິ່ງ​ທີ່​ເຮົາ​ເອີ້ນ​ວ່າ ‘‘ການ​ຕົກ.” ການ​ເລືອກ​ທີ່​ສະ​ຫລາດ ແລະ ກ້າ​ຫານ​ຂອງ​ນາງ ແລະ ການ​ຕັດ​ສິນ​ໃຈ​ທີ່​ອາ​ດາມ​ໄດ້​ສະ​ໜັບ​ສະ​ໜູນ ກໍ​ໄດ້ຜັກ​ດັນ​ແຜນ​ແຫ່ງ​ຄວາມສຸກ​ຂອງ​ພຣະ​ເຈົ້າ​ໄປ​ໜ້າ. ມັນ​ໄດ້​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ ທີ່​ຈະ​ລົງ​ມາ​ເທິງ​ແຜ່ນ​ດິນ​ໂລກ, ເພື່ອ​ຮັບ​ເອົາ​ຮ່າງ​ກາຍ, ແລະ ພິ​ສູດ​ວ່າ​ເຮົາ​ຈະ​ເລືອກ​ທີ່​ຈະ​ສະ​ໜັບ​ສະ​ໜູນ​ພຣະ​ເຢ​ຊູ​ຄຣິດ ໃນ​ເວ​ລານີ້ ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ໃນ​ຊີ​ວິດ​ກ່ອນ​ເກີດ.

ເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ທ່ານມີຂອງປະທານ ແລະ ແນວໂນ້ມພິເສດທາງວິນຍານ. ໃນຄ່ຳຄືນນີ້ ຂ້າພະເຈົ້າຂໍຊຸກຍູ້ທ່ານ, ດ້ວຍຄວາມຫວັງທັງໝົດຈາກໃຈຂອງຂ້າພະເຈົ້າ, ໃຫ້ອະທິຖານເພື່ອຈະເຂົ້າໃຈ ຂອງປະທານທາງວິນຍານຂອງ​ທ່ານ—ທີ່ຈະປູກຝັງ, ນຳໃຊ້, ແລະ ຂະຫຍາຍມັນອອກໄປ, ແມ່ນແຕ່ຫລາຍກວ່າທີ່ທ່ານເຄີຍໄດ້ເຮັດມາກ່ອນ. ທ່ານຈະປ່ຽນແປງໂລກໃນຂະນະທີ່ທ່ານເຮັດດັ່ງນັ້ນ.

ໃນ​ຖາ​ນະ​ຜູ້​ຍິງ, ທ່ານ​ດົນ​ໃຈ​ຄົນ​ອື່ນ ແລະ ຈັດ​ມາດ​ຕະ​ຖານ​ອັນ​ສົມ​ຄວນ​ທີ່​ຈະ​ເອົາ​ເປັນ​ແບບ​ຢ່າງ. ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ພື້ນ​ຖານ​ຂອງ​ການ​ປະ​ກາດ​ສຳ​ຄັນ​ສອງ​ຢ່າງ ທີ່​ຖືກ​ປະ​ກາດ​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເທື່ອ​ແລ້ວນີ້. ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ທ່ານໄດ້​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ​ຂອງ​ແຕ່​ລະ​ຢ່າງ.

ທຳອິດ, ການປະຕິບັດສາດສະໜາກິດ. ມາດຕະຖານທີ່ສູງສົ່ງສຳລັບການປະຕິບັດສາດສະໜາກິດ ກໍແມ່ນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ. ໂດຍທົ່ວໄປແລ້ວ, ຜູ້ຍິງຢູ່ໃກ້ມາດຕະຖານນັ້ນ, ແລະ ​ໄດ້​ຢູ່​ໃກ້ສະເໝີມາ, ຫລາຍກວ່າຜູ້ຊາຍ. ເມື່ອ​ທ່ານ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແທ້ໆ, ທ່ານ​ກໍ​ເຮັດ​ຕາມ​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ທີ່​ຈະຊ່ວຍ​ຄົນ​ອື່ນ​ໃຫ້​ປະ​ສົບ​ກັບ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ. ແນວໂນ້ມທີ່ຈະປະຕິບັດສາດສະໜາກິດແມ່ນຝັງຕິດຢູ່ໃນຕົວຂອງຜູ້ຍິງທີ່ຊອບທຳ. ຂ້າພະເຈົ້າຮູ້ຈັກຜູ້ຍິງທີ່ອະທິຖານທຸກໆມື້ວ່າ, “ພຣະອົງປະສົງໃຫ້ຂ້ານ້ອຍຊ່ວຍເຫລືອໃຜແດ່ມື້ນີ້?”

ກ່ອນ​ການ​ປະ​ກາດໃນ​ເດືອນ​ເມ​ສາ ປີ 2018 ​ກ່ຽວ​ກັບ​ວິ​ທີ​ທາງ​ທີ່​ສູງກວ່າ ແລະ ສັກ​ສິດກວ່າ ຂອງ​ການ​ດູ​ແລ​ຄົນ​ອື່ນ​, ແນວ​ໂນ້ມ​ຂອງ​ຜູ້​ຊາຍ​ບາງ​ຄົນ​ແມ່ນ​ທີ່​ຈະ​ຂີດ​ໝາຍ​ໜ້າ​ທີ່ມອບ​ໝາຍ​ຂອງ​ການ​ສອນ​ປະ​ຈຳ​ບ້ານວ່າ “ສຳ​ເລັດ​ແລ້ວ” ແລະ ປ່ຽນ​ໄປ​ເຮັດ​ໜ້າ​ທີ່​ຕໍ່​ໄປ.

ແຕ່ເມື່ອ ທ່ານ ໄດ້ຮູ້ສຶກວ່າເອື້ອຍນ້ອງທີ່ທ່ານຢ້ຽມສອນຢູ່ຕ້ອງການຄວາມຊ່ວຍເຫລືອ, ທ່ານກໍໄດ້ຕອບຮັບທັນທີ ແລະ ເຮັດສິ່ງນັ້ນຕະຫລອດທັງເດືອນ. ສະນັ້ນ, ວິ​ທີ​ທີ່ ທ່ານໄດ້ຢ້ຽມສອນກໍໄດ້ດົນໃຈການປ່ຽນແປງ ໃຫ້ຂຶ້ນມາເປັນການປະຕິບັດສາດສະໜາກິດ.

ທີ​ສອງ, ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເທື່ອ​ແລ້ວນີ້, ພວກ​ເຮົາ​ກໍ​ໄດ້​ຈັດ​ໂຄງ​ຮ່າງ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກແບບ​ໃໝ່. ເມື່ອ​ພວກ​ເຮົາ​ໄດ້​ຄິດ​ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ຊ່ວຍ​ເຫລືອພວກ​ຜູ້​ຊາຍ​ໃນ​ສາດ​ສະ​ໜາ​ຈັກ​ໃຫ້​ມີ​ປະ​ສິດ​ທິ​ພາບ​ຫລາຍ​ຂຶ້ນ ໃນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຂົາ​ເຈົ້າ, ພວກ​ເຮົາ​ກໍ​ໄດ້​ພິ​ຈາ​ລະ​ນາ​ຢ່າງ​ຮອບ​ຄອບ ເຖິງ​ແບບ​ຢ່າງ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ.

ໃນສະມາຄົມສະຕີສົງເຄາະ, ຜູ້ຍິງທີ່ຢູ່ໃນໄວທີ່ແຕກຕ່າງ ແລະ ຈຸດຕ່າງໆໃນຊີວິດກໍປະຊຸມ​ນຳກັນ. ແຕ່ລະທົດສະວັດ​ຂອງ​ຊີ​ວິດ ກໍນຳການທ້າທາຍພິເສດມາໃຫ້, ແຕ່ ທ່ານ ກໍຍັງຢູ່ທີ່ນັ້ນ, ທຸກໆອາທິດ, ເວົ້າລົມຊຸມນຸມກັນ, ເຕີບໂຕ ແລະ ສິດສອນພຣະກິດຕິຄຸນໄປນຳກັນ, ແລະ ເຮັດຄວາມແຕກຕ່າງທີ່ແທ້ຈິງຢູ່ໃນໂລກ.

ບັດນີ້, ໂດຍເຮັດຕາມຕົວຢ່າງຂອງທ່ານ, ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ ກໍເປັນສະມາຊິກຂອງກຸ່ມແອວເດີ. ຜູ້​ຊາຍ​ເຫລົ່າ​ນີ້ ມີ​ອາ​ຍຸ​ຈາກ 18 ເຖິງ 98 ປີ (ຫລື ແກ່ກວ່ານັ້ນ), ທັງ​ໝົດ​ກໍ​ມີ​ປະ​ສົບ​ການ​ທີ່ກວ້າງ​ໄກ​ກັບ​ຖາ​ນະ​ປະ​ໂລ​ຫິດ ແລະ ສາດ​ສະ​ໜາ​ຈັກ. ບັດ​ນີ້ ອ້າຍນ້ອງເຫລົ່ານີ້ສາມາດສ້າງຄວາມສຳພັນສັນອ້າຍນ້ອງໃຫ້ເຂັ້ມແຂງຂຶ້ນ, ຮຽນຮູ້ນຳກັນ, ແລະ ເປັນພອນໃຫ້ແກ່ຄົນອື່ນດ້ວຍປະສິດທິພາບຫລາຍຂຶ້ນ.

ທ່ານ​ຄົງ​ຈື່​ຈຳ​ໄດ້​ວ່າ ເດືອນ​ມິ​ຖຸ​ນາ​ແລ້ວນີ້, ຊິດ​ສະ​ເຕີ ແນວສັນ ແລະ ຂ້າ​ພະ​ເຈົ້າ ໄດ້​ກ່າວ​ນຳ​ຊາວ​ໜຸ່ມ​ຂອງ​ສາດ​ສະ​ໜາ​ຈັກ. ພວກເຮົາໄດ້ເຊື້ອເຊີນເຂົາເຈົ້າໃຫ້ເຂົ້າຮ່ວມກອງທັບຊາວໜຸ່ມຂອງພຣະຜູ້ເປັນເຈົ້າ ເພື່ອຊ່ວຍເຕົ້າໂຮມອິດສະຣາເອນ ທັງໃນສອງຟາກມ່ານ. ການເຕົ້າໂຮມນີ້ກໍເປັນການທ້າທາຍ “ທີ່​ສຸດ, ເປັນອຸດົມການ ທີີ່ຍິ່ງໃຫຍ່ທີ່ສຸດ, ແລະ ເປັນວຽກງານ ທີ່​ສຳ​ຄັນ​ທີ່​ສຸດ ຢູ່ເທິງແຜ່ນດິນໂລກໃນວັນເວລານີ້”!1

ມັນເປັນອຸດົນການທີ່ຕ້ອງການຜູ້ຍິງຫລາຍທີ່ສຸດ, ເພາະວ່າຜູ້ຍິງເປັນຜູ້ຫລໍ່ຫລອມອະນາຄົດ. ສະ​ນັ້ນ ໃນ​ຄ່ຳ​ຄືນນີ້ ຂ້າ​ພະ​ເຈົ້າ​ຂໍ​ສະ​ເໜີ​ຄຳ​ອ້ອນວອນ​ຂອງ​ສາດ​ສະ​ດາ​ຕໍ່​ທ່ານ, ບັນ​ດາ​ຜູ້​ຍິງ​ໃນ​ສາດ​ສະ​ໜາ​ຈັກ, ໃຫ້​ຫລໍ່​ຫລອມ​ອະ​ນາ​ຄົດ ໂດຍ​ການ​ຊ່ວຍ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ທີ່​ກະ​ຈັດ​ກະ​ຈາຍ​ໄປ.

ທ່ານສາມາດເລີ່ມຕົ້ນຈາກຈຸດໃດ?

ຂ້າພະເຈົ້າຂໍສະເໜີ ຄຳເຊື້ອ​ເຊີນ​ສີ່​ຢ່າງ:

ໜຶ່ງ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ການ​ຖື​ສິນອົດ​ໃຊ້​ເປັນ​ເວ​ລາ 10 ວັນ ຈາກ​ສື່​ສານ​ມວນ​ຊົນ ແລະ ຈາກ​ສື່​ສານ​ໃດໆ ທີ່​ນຳ​ຄວາມ​ນຶກ​ຄິດ​ທີ່​ເປັນ​ທາງ​ລົບ ແລະ ບໍ່​ສະ​ອາດ​ເຂົ້າ​ມາ​ສູ່​ຈິດ​ໃຈ​ຂອງ​ທ່ານ. ຂໍ​ໃຫ້​ອະ​ທິ​ຖານ​ເພື່ອ​ຈະ​ໄດ້​ຮູ້​ວ່າ ຈະ​ກຳ​ຈັດ​ອິດ​ທິ​ພົນ​ໃດ​ອອກ​ໄປ ໃນ​ລະ​ຫວ່າງ​ການ​ຖື​ສິນ​ອົດ​ໃຊ້​ຂອງ​ທ່ານ. ຜົນ​ສະ​ທ້ອນ​ຂອງ​ການ​ຖື​ສິນ​ອົດ​ໃຊ້​ຂອງ​ທ່ານ​ເປັນ​ເວ​ລາ 10 ວັນ ອາດ​ເຮັດ​ໃຫ້​ທ່ານ​ປະ​ຫລາດ​ໃຈ. ທ່ານ​ສັງ​ເກດ​ເຫັນ​ຫຍັງ​ແດ່ ຫລັງ​ຈາກ​ໄດ້​ຢຸດ​ພັກ​ຈາກ​ທັດ​ສະ​ນະ​ຂອງ​ໂລກ ທີ່​ໄດ້​ເຮັດ​ໃຫ້​ວິນ​ຍານ​ຂອງ​ທ່ານ ໄດ້​ຮັບ​ບາດ​ເຈັບ? ມີການປ່ຽນແປງບໍໃນບ່ອນທີ່ທ່ານຢາກໃຊ້ເວລາ ແລະ ເຫື່ອແຮງຂອງທ່ານໃນ ເວ​ລານີ້? ລຳດັບຄວາມສຳຄັນຂອງທ່ານໄດ້ປ່ຽນໄປບໍ—ແມ່ນແຕ່ເລັກນ້ອຍກໍຕາມ? ຂ້າພະເຈົ້າຂໍຊຸກຍູ້ທ່ານໃຫ້ບັນທຶກລົງໄວ້ ແລະ ໃຫ້ປະຕິບັດຕາມແຕ່ລະຄວາມປະທັບໃຈ.

ສອງ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ ນັບ​ຈາກ​ເວ​ລານີ້ ຈົນ​ເຖິງ ທ້າຍ​ປີ. ເຖິງ​ແມ່ນ​ອາດ​ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້ ເພາະ​ທຸກ​ສິ່ງ​ທີ່​ທ່ານ​ພະ​ຍາ​ຍາມ​ຈະ​ຈັດ​ການ​ໃນ​ຊີ​ວິດ​ຂອງ​ທ່ານ ມີ​ຢ່າງ​ຫລວງ​ຫລາຍ, ຖ້າ​ຫາກ​ທ່ານ​ຈະ​ຍອມ​ຮັບ​ຄຳ​ເຊື້ອ​ເຊີນນີ້​ດ້ວຍ​ຄວາມ​ເຕັມ​ໃຈ, ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ວຍ​ເຫລືອ​ທ່ານ ໃຫ້​ພົບ​ເຫັນ​ວິ​ທີ​ທາງ​ທີ່​ຈະ​ບັນ​ລຸ​ຜົນ​ສຳ​ເລັດ​​ນີ້ໄດ້. ແລະ, ເມື່ອທ່ານສຶກສາດ້ວຍການອະທິຖານ, ຂ້າພະເຈົ້າສັນຍາວ່າ ສະຫວັນຈະເປີດໃຫ້ແກ່ທ່ານ. ພຣະຜູ້ເປັນເຈົ້າຈະອວຍພອນທ່ານດ້ວຍການດົນໃຈ ແລະ ການເປີດເຜີຍທີ່ເພີ່ມທະວີຂຶ້ນ.

ເມື່ອທ່ານອ່ານ, ຂ້າພະເຈົ້າຢາກຊຸກຍູ້ທ່ານໃຫ້ໝາຍແຕ່ລະຂໍ້ທີ່ເຮັດໃຫ້ທ່ານປະທັບໃຈ ຫລື ອ້າງເຖິງພຣະຜູ້ຊ່ວຍໃຫ້ລອດ. ແລ້ວ, ໃຫ້ມີຄວາມຕັ້ງໃຈກ່ຽວກັບການເວົ້າເຖິງພຣະຄຣິດ, ການປິຕິຍິນດີໃນພຣະຄຣິດ, ແລະ ການສັ່ງສອນເລື່ອງພຣະຄຣິດກັບຄອບຄົວ ແລະ ໝູ່ເພື່ອນຂອງທ່ານ.2 ທ່ານ ແລະ ເຂົາເຈົ້າຈະເຂົ້າໃກ້ພຣະຜູ້ຊ່ວຍໃຫ້ລອດຫລາຍຂຶ້ນຜ່ານຂັ້ນຕອນນີ້. ແລະ ການ​ປ່ຽນ​ແປງ, ແມ່ນ​ແຕ່​ສິ່ງ​ມະ​ຫັດ​ສະ​ຈັນ, ກໍ​ຈະ​ເລີ່ມ​ເກີດ​ຂຶ້ນ.

ມື້​ເຊົ້າ​ນີ້ ໄດ້​ມີ​ການ​ປະ​ກາດ​ກ່ຽວ​ກັບ​ຕາ​ຕະ​ລາງ​ໃໝ່​ສຳ​ລັບ​ວັນ​ອາ​ທິດ ແລະ ການ​ໃຫ້​ບ້ານ​ເຮືອນ​ເປັນ​ສູນ​ກາງ​ການຮຽນ​ຮູ້, ໂດຍ​ມີ​ສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ. ເອື້ອຍ​ນ້ອງ​ທີ່​ຮັກ​ແພງຂອງ​ຂ້າ​ພະ​ເຈົ້າ, ທ່ານ​ເປັນ​ເຄັດ​ລັບ​ຕໍ່​ຄວາມ​ສຳ​ເລັດ​ຂອງ​ຄວາມ​ພະ​ຍາ​ຍາມ ໃນ​ການ​ສິດສອນ​ພຣະ​ກິດ​ຕິ​ຄຸນແບບ​ໃໝ່, ດຸນ​ດ່ຽງ, ແລະ ປະ​ສົມ​ປະ​ສານນີ້. ກະ​ລຸ​ນາ​ສິດ​ສອນ​ຜູ້​ຄົນ​ທີ່​ທ່ານ​ຮັກ ເຖິງ​ສິ່ງ​ທີ່​ທ່ານ​ກຳ​ລັງ​ຮຽນ​ຮູ້​ຢູ່​ຈາກ​ພຣະ​ຄຳ​ພີ. ຂໍ​ໃຫ້ສິດ​ສອນ​ເຂົາ​ເຈົ້າ​ເຖິງວິ​ທີ​ທີ່​ຈະ​ຫັນ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ສຳ​ລັບ​ການ​ປິ່ນ​ປົວ ແລະ ອຳ​ນາດ​ແຫ່ງ​ການ​ຊຳ​ລະ​ໃຫ້​ສະ​ອາດ ເມື່ອ​ເຂົາ​ເຈົ້າ​ເຮັດ​ບາບ. ແລະ ຂໍ​ໃຫ້​ສິດ​ສອນ​ເຂົາ​ເຈົ້າ​ເຖິງວິ​ທີ​ທີ່​ຈະ​ດຶງ​ເອົາ​ອຳ​ນາດ ​ທີ່​ເສີມ​ຄວາມ​ເຂັ້ມ​ແຂງ​ຂອງ​ພຣະ​ອົງ​ທຸກໆ​ວັນ ​ຕະ​ຫລອດ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

ສາມ, ໃຫ້ຈັດແບບແຜນຂອງການໄປພຣະວິຫານເປັນ​ປະ​ຈຳ. ສິ່ງນີ້ອາດຮຽກຮ້ອງການເສຍສະລະຫລາຍຂຶ້ນໃນຊີວິດຂອງທ່ານ. ການໄປພຣະວິຫານ​ເປັນ​ປະ​ຈຳ ຈະອະນຸຍາດໃຫ້ພຣະຜູ້ເປັນເ​​ຈົ້າ​ສິດສອນທ່ານເຖິງວິທີທີ່ຈະດຶງເອົາອຳນາດແຫ່ງຖານະປະໂລຫິດ ທີ່ທ່ານໄດ້ຮັບ ໃນພຣະວິຫານຂອງພຣະອົງ. ສຳລັບຜູ້ທີ່ບໍ່ໄດ້ອາໄສຢູ່ໃກ້ພຣະວິຫານ, ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ສຶກສາດ້ວຍການອະທິຖານ ກ່ຽວກັບພຣະວິຫານຢູ່ໃນພຣະຄຳພີ ແລະ ໃນຖ້ອຍຄຳຂອງສາດສະດາທີ່ມີຊີວິດຢູ່. ຂໍໃຫ້ສະແຫວງຫາທີ່ຈະ ຮູ້ ຫລາຍຂຶ້ນ, ທີ່ຈະ ເຂົ້າ​ໃຈ ຫລາຍຂຶ້ນ, ທີ່ຈະ ຮູ້​ສຶກ ຫລາຍຂຶ້ນກ່ຽວກັບພຣະວິຫານ ຫລາຍກວ່າທີ່ທ່ານເຄີຍ​ເຮັດມາກ່ອນ.

ໃນກອງປະຊຸມໃຫ້ຄຳດົນໃຈຂອງຊາວໜຸ່ມຕະຫລອດທົ່ວໂລກ ເມື່ອເດືອນມິຖຸນາຜ່ານມານີ້, ຂ້າພະເຈົ້າໄດ້ກ່າວກ່ຽວກັບຊາຍໜຸ່ມຄົນໜຶ່ງທີ່ຊີວິດໄດ້ປ່ຽນໄປ ເມື່ອພໍ່ແມ່ຂອງລາວໄດ້ປ່ຽນມືຖືທັນສະໄໝຂອງລາວ ກັບ​ມື​ຖື​ທຳ​ມະ​ດາຊະ​ນິດ​ມີ​ຝາ​ປິດ. ແມ່ຂອງຊາຍໜຸ່ມຄົນນີ້ເປັນຜູ້ຍິງທີ່ກ້າຫານ ແລະ ມີສັດທາ. ນາງໄດ້ເຫັນລູກຊາຍຂອງນາງຫລົງໄປຕາມການເລືອກທີ່ສາມາດກີດກັນລາວ ຈາກການອອກໄປຮັບໃຊ້ເຜີຍແຜ່. ນາງ​ໄດ້​ເອົາ​ຄວາມ​ອ້ອນວອນ​ຂອງ​ນາງ​ໄປ​ພຣະ​ວິ​ຫານ ເພື່ອ​ຈະ​ຮູ້​ວິ​ທີ​ທີ່​ດີ​ທີ່​ສຸດ ທີ່​ຈະ​ຊ່ວຍ​ລູກ​ຊາຍ​ຂອງ​ນາງ. ແລ້ວນາງໄດ້ປະຕິບັດຕາມທຸກໆຄວາມປະທັບໃຈ.

ນາງ​ໄດ້​ເວົ້າ​ວ່າ: “ຂ້າ​ນ້ອຍ​ໄດ້​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ນຳ​ພາ​ຂ້າ​ນ້ອຍ ໃຫ້​ກວດ​ເບິ່ງ​ມື​ຖື​ຂອງ​ລູກ​ຊາຍ ໃນ​ເວ​ລາໃດ​ໜຶ່ງ​ໂດຍ​ສະ​ເພາະ ເພື່ອ​ຈະ​ໄດ້​ຮູ້​ຈັກສິ່ງ​ໃດ​ສິ່ງ​ໜຶ່ງ​ໂດຍ​ສະ​ເພາະ. ຂ້າ​ນ້ອຍບໍ່​ຮູ້​ຈັກ​ໃຊ້​ມື​ຖື​ສະ​ໄໝ​ໃໝ່, ແຕ່​ພຣະ​ວິນ​ຍານ​ໄດ້​ນຳ​ພາ​ຂ້າ​ນ້ອຍ​ໃຫ້​ກົດ​ບ່ອນ​ຫັ້ນ​ບ່ອນນີ້ ທີ່​ຂ້າ​ນ້ອຍບໍ່​ເຄີຍ​ໃຊ້​ມາ​ກ່ອນ! ຂ້ານ້ອຍຮູ້ວ່າພຣະວິນຍານຊ່ວຍພໍ່ແມ່ ຜູ້ທີ່ສະແຫວງຫາການຊີ້ນຳເພື່ອຈະປົກປ້ອງລູກໆຂອງເຂົາເຈົ້າ. [ໃນ​ຕອນ​ຕົ້ນ] ລູກ​ຊາຍ​ຂອງ​ຂ້າ​ນ້ອຍ​ກໍ​ໃຈ​ຮ້າຍ​ໃຫ້​ຂ້າ​ນ້ອຍ​ຢ່າງ​ໃຫຍ່. … ແຕ່ພຽງແຕ່ຫລັງຈາກສາມມື້, ລາວໄດ້ຂອບໃຈຂ້ານ້ອຍ! ລາວ​ສາ​ມາດ​ຮູ້​ສຶກ​ແຕກ​ຕ່າງ.”

ພຶດຕິກຳ ແລະ ທ່າທີຂອງລູກຊາຍຂອງນາງໄດ້ປ່ຽນໄປຫລາຍ. ລາວໄດ້ຊ່ວຍເຫລືອຫລາຍຂຶ້ນຢູ່ທີ່ບ້ານ, ຍິ້ມແຍ້ມຫລາຍຂຶ້ນ, ແລະ ກໍໄດ້ເອົາໃຈໃສ່ຢູ່ທີ່ໂບດ. ລາວ​ໄດ້ຮັບ​ໃຊ້​ໃນ​ພຣະ​ວິ​ຫານ​ຊົ່ວ​ໄລ​ຍະ​ໜຶ່ງ ຢູ່​ທີ່​ຫ້ອງ​ບັບ​ຕິ​ສະ​ມາ ແລະ ກະ​ກຽມ​ສຳ​ລັບ​ການ​ເຜີຍ​ແຜ່​ຂອງ​ລາວ.

ຄຳເຊື້ອເຊີນຂໍ້ທີສີ່ຂອງຂ້າພະເຈົ້າ, ສຳລັບທ່ານຜູ້ທີ່ມີອາຍຸເໝາະສົມ, ໃຫ້ມາຮ່ວມເຕັມທີ່ໃນສະມາຄົມສະຕີສົງເຄາະ. ຂ້າ​ພະ​ເຈົ້າ​ຂໍ​ຊຸກ​ຍູ້​ທ່ານ​ໃຫ້​ສຶກ​ສາ ຂໍ້​ຖະ​ແຫລງ​ເຖິງ​ຈຸດ​ປະ​ສົງ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ໃນ​ປະ​ຈຸ​ບັນ​ນີ້. ມັນເປັນສິ່ງທີ່ດົນໃຈ. ມັນ​ອາດ​ຊີ້​ນຳ​ທ່ານ​ໃນ​ການ​ພັດ​ທະ​ນາ ຂໍ້​ຖະ​ແຫລງ​ເຖິງ​ຈຸດ​ປະ​ສົງ​ຂອງ​ທ່ານ​ເອງ ສຳ​ລັບ​ຊີ​ວິດ​ຂອງ​ທ່ານ​ເອງ. ຂ້າພະເຈົ້າຍັງຂໍໃຫ້ທ່ານຮັກສາຄວາມຈິງທີ່ມີຢູ່ໃນການປະກາດຂອງສະມາຄົມສະຕີສົງເຄາະ ທີ່ໄດ້ຈັດພິມເກືອບ 20 ປີຜ່ານມາແລ້ວ.3 ສຳ​ເນົາ​ຂອງ​ການ​ປະ​ກາດນີ້​ກໍ​ມີ​ແຂວນ​ຢູ່​ເທິງຝາ ຢູ່​ໃນ​ຫ້ອງ​ການ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ. ຂ້າພະເຈົ້າຕື່ນເຕັ້ນ ທຸກໆ ເທື່ອທີ່ຂ້າພະເຈົ້າໄດ້ອ່ານມັນ. ມັນບັນຍາຍວ່າທ່ານເປັນໃຜ ແລະ ວ່າພຣະຜູ້ເປັນເຈົ້າປະສົງໃຫ້ທ່ານເປັນໃຜໃນເວລາ ປະ​ຈຸ​ບັນ ຂະນະທີ່ທ່ານເຮັດພາກສ່ວນ ຂອງ​ທ່ານ ເພື່ອຊ່ວຍເຕົ້າໂຮມອິດສະຣາເອນ ທີ່ໄດ້ກະຈັດກະຈາຍໄປ.

ເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ພວກເຮົາຕ້ອງການ ​ທ່ານ! ພວກເຮົາ “ຕ້ອງການພະລັງ ຂອງ​ທ່ານ, ການປ່ຽນໃຈ ຂອງ​ທ່ານ, ຄວາມເຊື່ອໝັ້ນ ຂອງ​ທ່ານ, ຄວາມສາມາດໃນການນຳພາ ຂອງ​ທ່ານ, ສະຕິປັນຍາ ຂອງ​ທ່ານ, ແລະ ປາກສຽງ ຂອງ​ທ່ານ.”4 ພວກ​ເຮົາ​ບໍ່​ສາ​ມາດ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ປາດ​ສະ​ຈາກ​ທ່ານ​ແທ້ໆເດີ້.

ຂ້າພະເຈົ້າຮັກທ່ານ ແລະ ຂອບໃຈທ່ານ ແລະ ບັດນີ້ອວຍພອນທ່ານດ້ວຍຄວາມສາມາດທີ່ຈະປ່ອຍປະໂລກໄວ້ກ່ອນ ຂະນະທີ່ທ່ານຊ່ວຍໃນວຽກງານທີ່ສຳຄັນ ແລະ ຮີບດ່ວນນີ້. ພ້ອມ​ກັນ ເຮົາ​ສາ​ມາດ​ເຮັດ​ທຸກ​ສິ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ປະ​ສົງ​ໃຫ້​ເຮົາ​ເຮັດ ເພື່ອ​ກະ​ກຽມໂລກ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ.

ພຣະ​ເຢ​ຊູ ຄື​ພຣະ​ຄຣິດ. ນີ້ແມ່ນສາດສະໜາຈັກຂອງພຣະອົງ. ຂ້າພະເຈົ້າເປັນພະຍານ​ເຖິງ​ສິ່ງນີ້ ໃນພຣະນາມ​ຂອງພຣະເຢຊູຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. Russell M. Nelson, “Hope of Israel” (worldwide youth devotional, June 3, 2018), HopeofIsrael.lds.org.

  2. ເບິ່ງ 2 ນີ​ໄຟ 25:26.

  3. ສຳເນົາຂອງເອກະສານເຫລົ່ານີ້ໄວ້​ໃຫ້ຢູ່ອອນລາຍ. ສຳ​ລັບ​ຂໍ້​ຖະ​ແຫລງ​ເຖິງ​ຈຸດ​ປະ​ສົງ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ເບິ່ງ lds.org/callings/relief-society. ສຳ​ລັບ​ການ​ປະ​ກາດ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ເບິ່ງ Mary Ellen Smoot, “Rejoice, Daughters of Zion,” Liahona, Jan. 2000, 111–14.

  4. Russell M. Nelson, “A Plea to My Sisters,” Liahona, Nov. 2015, 96.

ພິມ