ການວາງຮາກຖານຂອງວຽກງານອັນຍິ່ງໃຫຍ່
ບົດຮຽນທີ່ສອນໂດຍທາງປະເພນີທີ່ພວກເຮົາໄດ້ຈັດຕັ້ງຢູ່ໃນບ້ານ ເຖິງແມ່ນເປັນສິ່ງເລັກນ້ອຍ ແລະ ງ່າຍ ກໍມີຄວາມສຳຄັນຫລາຍຂຶ້ນໃນໂລກປະຈຸບັນ.
ໃນຖານະເປັນພໍ່ແມ່ໃນຊີໂອນ ພວກເຮົາມີໜ້າທີ່ອັນສັກສິດ ເພື່ອກະຕຸ້ນລູກຂອງພວກເຮົາ ໃຫ້ມີຄວາມກະຕືລືລົ້ນ ແລະ ມີຄວາມຜູກພັນຕໍ່ຄວາມສຸກ, ຄວາມສະຫວ່າງ, ແລະ ຄວາມຈິງຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ. ຕອນທີ່ລູກຂອງພວກເຮົາຍັງນ້ອຍ ພວກເຮົາໄດ້ຈັດຕັ້ງປະເພນີຢູ່ໃນບ້ານ ແລະ ພວກເຮົາໄດ້ສ້າງແບບແຜນແຫ່ງການສື່ສານ ແລະ ການປະພຶດໃນຄອບຄົວຂອງພວກເຮົາ. ໃນການເຮັດສິ່ງນີ້, ປະເພນີທີ່ພວກເຮົາຕັ້ງໄວ້ນັ້ນ ຄົງຈະໃຫ້ລູກຂອງພວກເຮົາມີລັກສະນະ ແຫ່ງຄວາມດີທີ່ເຂັ້ມແຂງ ແລະ ໝັ້ນຄົງ ຊຶ່ງຈະໃຫ້ລູກມີກຳລັງທີ່ຈະປະເຊີນກັບການທ້າທາຍໃນຊີວິດ.
ຫລາຍໆປີມາແລ້ວທີ່ຄອບຄົວຂອງພວກເຮົາມີປະເພນີປະຈຳປີ ທີ່ໄປນອນປ່າ ຢູອິນຕາ ຊຶ່ງຢູ່ພາກຕາເວັນອອກສ່ຽງເໜືອ ຂອງລັດຢູທາ. ພວກເຮົາໄດ້ເດີນທາງ 20 ໄມ (32 ກິໂລແມັດ) ໄປຕາມທາງຂີ້ດິນ ເພື່ອໄປຫາຮ່ອມພູສີຂຽວສວຍງາມ ທີ່ມີຜາສູງໆ ແລະ ມີແມ່ນ້ຳ ທີ່ເຕັມໄປດ້ວຍນ້ຳເຢັນ ທີ່ໃສສະອາດ. ທຸກໆ ປີ ໂດຍທີ່ຫວັງຈະຍືນຢັນຄຸນຄ່າຂອງຄຳສອນພຣະກິດຕິຄຸນ ແລະ ການປະຕິບັດ ໄວ້ໃນໃຈຂອງລູກຫລານຂອງພວກເຮົາ, ຊູຊັນ ແລະ ຂ້າພະເຈົ້າຈຶ່ງໄດ້ຂໍໃຫ້ລູກຊາຍຫົກຄົນພ້ອມດ້ວຍຄອບຄົວຂອງເຂົາເຈົ້າ ໃຫ້ຕຽມຂ່າວສານສັ້ນໆ ກ່ຽວກັບເລື່ອງທີ່ເຂົາເຈົ້າຮູ້ສຶກວ່າ ເປັນສ່ວນທີ່ສຳຄັນສຳລັບຮາກຖານ ຂອງບ້ານທີ່ມີພຣະຄຣິດເປັນຈຸດໃຈກາງ. ແລ້ວພວກເຮົາຈະຮ່ວມກັນເຮັດປະຊຸມຄອບຄົວ ຢູ່ບ່ອນທີ່ລັບຕາຄົນອື່ນ ແລະ ທຸກຄອບຄົວຈະສະເໜີຂ່າວສານຂອງຕົນ.
ປີນີ້ ພວກຫລານໆຂອງພວກເຮົາໄດ້ຂຽນຂໍ້ຄວາມຂອງຂ່າວສານໃສ່ໄວ້ເທິງກ້ອນຫີນ ແລ້ວເທື່ອລະຄົນໄດ້ຝັງມັນໄວ້ຂ້າງໆ ກັນໃນດິນ ທີ່ເປັນສັນຍາລັກເຖິງຮາກຖານທີ່ໝັ້ນຄົງ ຊຶ່ງຊີວິດທີ່ມີຄວາມສຸກຖືກຈັດຕັ້ງໄວ້. ສິ່ງທີ່ມີໄວ້ໃນຂ່າວສານທັງຫົກຂອງເຂົາເຈົ້າ ແມ່ນຄວາມຈິງນິລັນດອນປ່ຽນແປງບໍ່ໄດ້ ທີ່ວ່າ ພຣະເຢຊູຄຣິດເປັນຫີນເສົາເອກຂອງຮາກຖານນັ້ນ.
ເອຊາຢາກ່າວວ່າ, “ບັດນີ້ພຣະຜູ້ເປັນເຈົ້າແຫ່ງຈັກກະວານກ່າວດັ່ງນີ້ ເຮົາກຳລັງວາງຮາກຖານໃນພູຊີໂອນຢ່າງໝັ້ນຄົງ ແລະ ແຂງແກ່ນ ໃນທີ່ນັ້ນເຮົາພວມວາງຫີນເສົາເອກ.”1 ພຣະເຢຊູຄຣິດເປັນຫີນເສົາເອກດັ່ງກ່າວນັ້ນໃນຮາກຖານຂອງຊີໂອນ. ແມ່ນພຣະອົງທີ່ໄດ້ເປີດເຜີຍແກ່ສາດສະດາໂຈເຊັບ ສະມິດ ວ່າ ບໍ່ໃຫ້ພວກເພິ່ນເມື່ອຍລ້າໃນການເຮັດວຽກງານດີ, ເພາະພວກເພິ່ນພວມວາງຮາກຖານຂອງວຽກງານອັນຍິ່ງໃຫຍ່. ແລະ ຈາກສິ່ງເລັກນ້ອຍ ສິ່ງຍິ່ງໃຫຍ່ຈະເກີດຂຶ້ນ.2
ບົດຮຽນທີ່ສອນໂດຍທາງປະເພນີທີ່ພວກເຮົາໄດ້ຈັດຕັ້ງຢູ່ໃນບ້ານ ເຖິງແມ່ນເປັນສິ່ງເລັກນ້ອຍ ແລະ ງ່າຍ ກໍມີຄວາມສຳຄັນຫລາຍຂຶ້ນໃນໂລກປະຈຸບັນ. ມີຫຍັງແດ່ທີ່ເປັນສິ່ງທີ່ເລັກນ້ອຍ ແລະ ງ່າຍ ຊຶ່ງໄດ້ຈັດຕັ້ງແລ້ວ ຈະເຮັດວຽກງານອັນຍິ່ງໃຫຍ່ໃນຊີວິດຂອງລູກພວກເຮົາ?
ເມື່ອບໍ່ດົນມານີ້ ປະທານຣະໂຊ ເອັມ ແນວສັນ ໄດ້ກ່າວກັບຊຸມຊົນຢູ່ໃກ້ ເມືອງໂທຣອນໂທ, ປະເທດການາດາ ແລະ ໄດ້ເຕືອນຜູ້ເປັນພໍ່ແມ່ເຖິງຄວາມຮັບຜິດຊອບ ອັນສັກສິດທີ່ພວກເຮົາມີ ເພື່ອສອນລູກຂອງພວກເຮົາ. ໃນບັນດາຄວາມຮັບຜິດຊອບທີ່ສຳຄັນເຫລົ່ານັ້ນ, ປະທານແນວສັນ ໄດ້ເນັ້ນເຖິງໜ້າທີ່ຮັບຜິດຊອບຂອງພວກເຮົາ ໃນຖານະພໍ່ແມ່ ທີ່ຈະສອນລູກຂອງພວກເຮົາ ໃຫ້ເຂົ້າໃຈສາເຫດທີ່ພວກເຮົາຮັບສ່ວນສິນລະລຶກ, ຄວາມໝາຍຂອງການເກີດໃນພັນທະສັນຍາ, ແລະ ຄວາມສຳຄັນຂອງການຕຽມ ແລະ ການຮັບເອົາປິຕຸພອນ, ແລະ ເພິ່ນໄດ້ຊຸກຍູ້ພໍ່ແມ່ໃຫ້ນຳພາການອ່ານພຣະຄຳພີນຳກັນເປັນຄອບຄົວ.3 ດ້ວຍຄວາມພະຍາຍາມນີ້, ສາດສະດາທີ່ຮັກແພງຂອງເຮົາ ໄດ້ຊຸກຍູ້ເຮົາ ເຮັດໃຫ້ບ້ານເຮືອນຂອງເຮົາ “ເປັນບ່ອນນະມັດສະການແຫ່ງສັດທາ.”4
ຢູ່ໃນພຣະຄຳພີມໍມອນ, ເອໂນດໄດ້ບັນທຶກຄວາມກະຕັນຍູອັນເລິກຊຶ້ງທີ່ເພິ່ນຮູ້ສຶກ ສຳລັບຕົວຢ່າງຂອງພໍ່ເພິ່ນ ຜູ້ທີ່ “ໄດ້ສອນ [ເພິ່ນ] ໃນພາສາຂອງເພິ່ນ, ແລະ ໃນການລ້ຽງດູ ແລະ ການຕັກເຕືອນຂອງພຣະຜູ້ເປັນເຈົ້າ.” ດ້ວຍຄວາມຮູ້ສຶກອັນແຮງກ້າ, ເອໂນດ ໄດ້ປະກາດວ່າ, “ແລະ ຂໍໃຫ້ພຣະນາມຂອງພຣະເຈົ້າຂອງຂ້າພະເຈົ້າ ຈົ່ງພຣະກະເສີມສຳລານ ເພາະການນີ້ເຖີດ.”5
ຂ້າພະເຈົ້າໄດ້ຖະໜອມປະເພນີທີ່ເລັກນ້ອຍ ແລະ ງ່າຍ ທີ່ພວກເຮົາມີຢູ່ໃນບ້ານ ລະຫວ່າງ 35 ກວ່າປີ ທີ່ໄດ້ແຕ່ງງານກັນມາ. ປະເພນີສ່ວນຫລາຍຂອງພວກເຮົາແມ່ນສິ່ງລະອຽດອ່ອນ ແຕ່ມີຄວາມໝາຍຫລາຍ. ຍົກຕົວຢ່າງ:
-
ໃນຄ່ຳຄືນທີ່ຂ້າພະເຈົ້າບໍ່ຢູ່ບ້ານ, ພາຍໃຕ້ການຊີ້ນຳຂອງຊູຊັນ, ລູກຊາຍກົກຂອງພວກເຮົາທີ່ຢູ່ບ້ານ ຈະນຳພາຄອບຄົວໃນການສຶກສາພຣະຄຳພີ ແລະ ອະທິຖານເປັນຄອບຄົວ.6
-
ປະເພນີອີກຢ່າງໜຶ່ງ––ພວກເຮົາບໍ່ເຄີຍອອກເຮືອນໄປ ຫລື ຈົບການລົມກັນທາງໂທລະສັບ ໂດຍບໍ່ໄດ້ເວົ້າຄຳວ່າ, “ຂ້ອຍຮັກເຈົ້າ” ກ່ອນ.
-
ຊີວິດຂອງພວກເຮົາໄດ້ຮັບພອນ ຍ້ອນພວກເຮົາໄດ້ໃຊ້ເວລາ ເພື່ອສຳພາດລູກຊາຍແຕ່ລະຄົນ ເປັນປະຈຳ. ໃນລະຫວ່າງການສຳພາດເທື່ອໜຶ່ງ ຂ້າພະເຈົ້າໄດ້ຖາມລູກຊາຍກ່ຽວກັບຄວາມປາດຖະໜາ ແລະ ການຕຽມເພື່ອຮັບໃຊ້ເປັນຜູ້ສອນສາດສະໜາ. ຫລັງຈາກໄດ້ເວົ້າກັນໜ້ອຍໜຶ່ງ ມີຊ່ວງງຽບໆ, ແລ້ວລູກໄດ້ເນີ້ງຕົວມາ ແລະ ໄດ້ເວົ້າຢ່າງມີຄວາມຄິດວ່າ, “ອີ່ພໍ່ຈື່ບໍ ຕ້ອນເຮົາຍັງນ້ອຍ ແລະ ພວກເຮົາໄດ້ເລີ່ມເຮັດການສຳພາດກັບອີ່ພໍ່ຈັ່ງຊີ້?” ຂ້າພະເຈົ້າຕອບວ່າ, “ພໍ່ຈື່ຢູ່.” ລູກກໍເວົ້າວ່າ, “ເຮົາໄດ້ສັນຍາອີ່ພໍ່ຕອນນັ້ນວ່າ ເຮົາຊິໄປສອນສາດສະໜາ, ແລະ ອີ່ພໍ່ອີ່ແມ່ໄດ້ສັນຍາວ່າ ອີ່ພໍ່ອີ່ແມ່ຊິຮັບໃຊ້ເປັນຜູ້ສອນສາດສະໜາ ຕອນອີ່ພໍ່ອີ່ແມ່ແກ່ແລ້ວ.” ແລ້ວມີການຢຸດໜ້ອຍໜຶ່ງອີກ. “ອີ່ພໍ່ອີ່ແມ່ມີບັນຫາຫຍັງແດ່ທີ່ກີດກັນອີ່ພໍ່ອີ່ແມ່ຈາກການຮັບໃຊ້—ເພາະບາງທີ ເຮົາອາດສາມາດຊ່ວຍໄດ້?”
ປະເພນີທີ່ດີຂອງຄອບຄົວ ທີ່ຮ່ວມທັງການອະທິຖານ, ການອ່ານພຣະຄຳພີ, ການສັງສັນໃນຄອບຄົວ, ແລະ ການໄປໂບດນຳກັນເປັນປະຈຳ ເຖິງແມ່ນເປັນສິ່ງເລັກນ້ອຍ ແລະ ງ່າຍ, ແຕ່ມັນຈະສ້າງບັນຍາກາດແຫ່ງຄວາມຮັກ, ຄວາມນັບຖື, ຄວາມເປັນອັນໜຶ່ງອັນດຽວກັນ, ແລະ ຄວາມໝັ້ນຄົງ. ໂດຍທາງວິນຍານທີ່ມານຳການກະທຳດັ່ງກ່າວນີ້ ລູກຂອງພວກເຮົາຈະຖືກປົກປ້ອງ ຈາກການຫລອກລວງຂອງຜູ້ປໍລະປັກ ຊຶ່ງມີຢູ່ທົ່ວໄປໃນປະເພນີຂອງໂລກ ໃນສະໄໝປະຈຸບັນ.
ພວກເຮົາຖືກເຕືອນໃຈເຖິງຄຳແນະນຳອັນປະເສີດທີ່ຮີລາມັນໄດ້ກ່າວກັບພວກລູກຊາຍຂອງເພິ່ນວ່າ: “ຈົ່ງຈື່ໄວ້ວ່າ ລູກຈະຕ້ອງສ້າງຮາກຖານຂອງລູກເທິງດານຫີນຂອງພຣະຜູ້ໄຖ່ຂອງພວກເຮົາ, ຄື ພຣະຄຣິດ, ພຣະບຸດຂອງພຣະເຈົ້າ; ເພື່ອວ່າເມື່ອມານສົ່ງລົມພາຍຸຮ້າຍຂອງມັນມາ, ແທ້ຈິງແລ້ວ, ຟ້າແມບເຫລື້ອມກັບລົມບ້າໝູຂອງມັນມາ, ແທ້ຈິງແລ້ວ, ເມື່ອໝາກເຫັບທັງໝົດ ແລະ ລົມຝົນອັນແຮງກ້າຂອງມັນລົງມາຕີລູກ, ມັນຈະບໍ່ມີອຳນາດອັນໃດເໜືອລູກເລີຍທີ່ຈະແກ່ລູກລົງໄປຫາເຫວເລິກແຫ່ງຄວາມທຸກທໍລະມານ ແລະ ຄວາມຈິບຫາຍອັນບໍ່ສິ້ນສຸດ, ເພາະດານຫີນບ່ອນທີ່ລູກຖືກສ້າງຂຶ້ນເທິງມັນ ຊຶ່ງເປັນຮາກຖານທີ່ແໜ້ນໜາ, ເປັນຮາກຖານຊຶ່ງຫາກມະນຸດສ້າງຂຶ້ນເທິງມັນ ພວກເຂົາຈະຕົກໄປບໍ່ໄດ້.”7
ຫລາຍປີມາແລ້ວ ຕອນທີ່ຂ້າພະເຈົ້າໄດ້ຮັບໃຊ້ເປັນອະທິການໜຸ່ມ, ມີຊາຍແກ່ຄົນໜຶ່ງໄດ້ຂໍພົບຂ້າພະເຈົ້າ. ລາວໄດ້ເວົ້າໃຫ້ຟັງເລື່ອງການອອກຈາກສາດສະໜາຈັກ ແລະ ປະເພນີທີ່ຊອບທຳຂອງພໍ່ແມ່ລາວຕອນທີ່ລາວຍັງໜຸ່ມ. ລາວໄດ້ບັນຍາຍຢ່າງລະອຽດເຖິງຄວາມຊ້ຳໃຈທີ່ລາວປະສົບໃນຊີວິດ ຕອນທີ່ລາວພະຍາຍາມຊອກຫາ ແຕ່ບໍ່ໄດ້ມີຄວາມສຸກທີ່ໝັ້ນຄົງ, ກັບຄວາມຊື່ນຊົມຊົ່ວຄາວທີ່ມາຈາກໂລກ. ແຕ່ແລ້ວໃນໄວແກ່ຂອງລາວ, ລາວໄດ້ຮັບຄຳແນະນຳອັນອ່ອນຫວານ, ທີ່ບາງເທື່ອເປັນສຽງເບົາໆຈາກພຣະວິນຍານຂອງພຣະເຈົ້າ ທີ່ນຳລາວກັບໄປສູ່ບົດຮຽນ, ການປະຕິບັດ, ຄວາມຮູ້ສຶກ, ແລະ ຄວາມປອດໄພ ໃນຕອນເປັນໜຸ່ມ. ລາວໄດ້ສະແດງຄວາມກະຕັນຍູສຳລັບປະເພນີຂອງພໍ່ແມ່ລາວ, ແລະ ໃນຄຳເວົ້າປະຈຸບັນ, ລາວໄດ້ເວົ້າຄືຄຳປະກາດຂອງເອໂນດ ທີ່ວ່າ: “ຂໍໃຫ້ພຣະນາມຂອງພຣະເຈົ້າ ຂອງຂ້າພະເຈົ້າ ຈົ່ງພຣະກະເສີມສຳລານ ເພາະການນີ້ເຖີດ.”
ຕາມປະສົບການຂອງຂ້າພະເຈົ້າ, ການກັບໄປຫາພຣະກິດຕິຄຸນຂອງຊາຍທີ່ດີຄົນນີ້ ແມ່ນຄືກັນກັບຫລາຍຄົນ ແລະ ເກີດຂຶ້ນເລື້ອຍໆ ກັບລູກຂອງພຣະເຈົ້າ ຜູ້ທີ່ອອກໄປຊົ່ວຄາວ, ແຕ່ກັບມາຫາຄຳສອນ ແລະ ການປະຕິບັດໃນຕອນທີ່ເຂົາເຈົ້າຍັງນ້ອຍ. ໃນເວລານັ້ນ, ພວກເຮົາເຫັນປັນຍາຂອງຜູ້ຂຽນສຸພາສິດ ທີ່ຕັກເຕືອນພໍ່ແມ່ວ່າ, “ຈົ່ງສັ່ງສອນລູກໃຫ້ຮູ້ທາງດຳເນີນຊີວິດ ແລະ ເຂົາຈະຈື່ຈຳໄປຕະຫລອດຊີວິດ.”8
ໃນຂະນະທີ່ລ້ຽງລູກ ພໍ່ແມ່ທຸກຄົນຈະມີເວລາທີ່ງຸດງິດໃຈ ແລະ ມີຄວາມຕັ້ງໃຈແລະ ເຫື່ອແຮງ ໃນຫລາຍລະດັບ. ແຕ່ເມື່ອພໍ່ແມ່ໃຊ້ສັດທາ ໂດຍການສິດສອນລູກໆຢ່າງພາກພຽນ, ດ້ວຍໃຈຈິງ, ດ້ວຍຄວາມຮັກ, ແລະ ເຮັດທຸກສິ່ງທຸກຢ່າງເພື່ອຊ່ວຍລູກ, ແລ້ວພໍ່ແມ່ຈະມີຄວາມຫວັງວ່າ ເມັດພືດທີ່ຫວ່ານໄປນັ້ນ ຈະເກີດມີຮາກຢູ່ໃນໃຈ ແລະ ໃນຄວາມຄິດຂອງລູກໆ.
ໂມເຊເຂົ້າໃຈດີກັບຄວາມຕ້ອງການຂັ້ນພື້ນຖານ ຂອງການສິດສອນຕະຫລອດເວລາ. ເພິ່ນແນະນຳວ່າ, “ຈົ່ງສັ່ງສອນລູກເຕົ້າຂອງພວກເຈົ້າໃຫ້ຮຽນຮູ້ເອົາ [ຄຳເຫລົ່ານີ້]. ໃຫ້ພວກເຈົ້າເວົ້າຫລຳໄປຫລຳມາ ບໍ່ວ່າເມື່ອຢູ່ໃນເຮືອນ ຫລື ທຽວທາງກໍດີ, ເມື່ອພັກຜ່ອນ ຫລື ເຮັດວຽກກໍດີ.”9
ພວກເຮົາຄຸເຂົ່າລົງຂ້າງລູກໆເມື່ອອະທິຖານເປັນຄອບຄົວ, ພວກເຮົາລ້ຽງລູກດ້ວຍຄວາມພະຍາຍາມ ໃຫ້ມີການສຶກສາພຣະຄຳພີນຳກັນຢ່າງມີຄວາມໝາຍ, ພວກເຮົາລ້ຽງລູກດ້ວຍຄວາມອົດທົນ ແລະ ດ້ວຍຄວາມຮັກ ເມື່ອເຮັດການສັງສັນໃນຄອບຄົວນຳກັນ ແລະ ພວກເຮົາວິຕົກແທນລູກໆ ຕອນພວກເຮົາອະທິຖານສ່ວນຕົວ. ແມ່ນແທ້ພວກເຮົາຫວັງວ່າ ເມັດພືດທີ່ຫວ່ານໄປນັ້ນ ຈະເກີດມີຮາກຢູ່ໃນໃຈ ແລະ ໃນຄວາມຄິດຂອງລູກໆຂອງພວກເຮົາ.
ຂ້າພະເຈົ້າເຊື່ອວ່າ ເລື່ອງຂອງເລື່ອງບໍ່ແມ່ນລູກຂອງພວກເຮົາກຳລັງ “ເຂົ້າໃຈ” ໃນລະຫວ່າງການສິດສອນຂອງພວກເຮົາ, ດັ່ງເຊັ່ນ ຂະນະທີ່ພະຍາຍາມອ່ານພຣະຄຳພີ ຫລື ເຮັດການສັງສັນໃນຄອບຄົວ ຫລື ໄປເຮັດກິດຈະກຳຂອງຊາວໜຸ່ມ ແລະ ການປະຊຸມອື່ນໆຂອງສາດສະໜາຈັກ. ມັນບໍ່ແມ່່ນເລື່ອງຄວາມເຂົ້າໃຈຂອງລູກກ່ຽວກັບຄວາມສຳຄັນຂອງກິດຈະກຳດັ່ງກ່າວ ແຕ່ເລື່ອງທີ່ສຳຄັນກໍຄື ພວກເຮົາ, ໃນຖານະເປັນພໍ່ແມ່, ກຳລັງໃຊ້ສັດທາພໍສົມຄວນ ເພື່ອເຮັດດ້ວຍຄວາມພາກພຽນ ຕາມການແນະນຳຂອງພຣະຜູ້ເປັນເຈົ້າ ເພື່ອດຳລົງຊີວິດ, ສິດສອນ, ຕັກເຕືອນ, ແລະ ວາງຄວາມຄາດຫວັງ ທີ່ຖືກດົນໃຈ ໂດຍທາງພຣະກິດຕິຄຸນຂອງພຣະເຢຊູຄຣິດ. ນີ້ແມ່ນຄວາມພະຍາຍາມທີ່ຖືກນຳພາໂດຍສັດທາຂອງເຮົາ––ຄວາມເຊື່ອຂອງເຮົາແມ່ນ ມື້ໃດມື້ໜຶ່ງເມັດພືດທີ່ຫວ່ານໃນຕອນໄວເຍົາຂອງພວກເຂົາ ຈະປົ່ງຮາກ ແລະ ເຕີບໂຕຂຶ້ນ.
ສິ່ງທີ່ພວກເຮົາເວົ້າ, ສິ່ງທີ່ພວກເຮົາສັ່ງສອນ, ແລະ ສິດສອນ ຈະກຳນົດສິ່ງທີ່ຈະເກີດຂຶ້ນໃນບັນດາພວກເຮົາ. ເມື່ອເຮົາຕັ້ງປະເພນີທີ່ດີ ທີ່ຈະສິດສອນຄຳສອນຂອງພຣະຄຣິດ, ພຣະວິນຍານບໍລິສຸດຈະເປັນພະຍານເຖິງຄວາມຈິງຂອງຂ່າວສານຂອງເຮົາ ແລະ ບຳລຸງລ້ຽງເມັດພືດແຫ່ງພຣະກິດຕິຄຸນທີ່ຝັງເລິກໃນໃຈ ຂອງລູກເຮົາ ໂດຍທາງຄວາມພະຍາຍາມຂອງເຮົາ ໄປເລື້ອຍໆໃນເສັ້ນທາງ. ຂ້າພະເຈົ້າຂໍເປັນພະຍານ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.