​2010–2019
ມາຟັງຄຳຂອງສາດສະດາ
ເດືອນ​ຕຸລາ 2018


ມາຟັງຄຳຂອງສາດສະດາ

ເມື່ອເຮົາຮ່ວມປະກອບການປະຕິບັດຂອງການຮັບຟັງ ແລະ ການເຊື່ອຟັງຖ້ອຍຄຳຂອງສາດສະດາທີ່ມີຊີວິດຢູ່ ເຂົ້າໄວ້ໃນຊີວິດຂອງເຮົາ, ເຮົາຈະໄດ້ຮັບພອນນິລັນດອນທີ່ຖືກສັນຍາໄວ້.

ໃນການກ່າວເຖິງປະທານຂອງສາດສະໜາຈັກຂອງພ​ຣະ​ເຢ​ຊູ​ຄ​ຣິດ​ແຫ່ງໄພ່ພົນຍຸກສຸດທ້າຍ, ພຣະຜູ້ເປັນເຈົ້າໄດ້ປະກາດວ່າ,

ແລະ ອີກເທື່ອໜຶ່ງ, ໜ້າທີ່ຂອງປະທານຂອງຕຳແໜ່ງຖານະປະໂລຫິດສູງ ຄືຄວບຄຸມທັງສາດສະໜາຈັກ, ແລະ ເປັນເໝືອນດັ່ງໂມເຊ—

ແທ້ຈິງແລ້ວ, ຄືເປັນຜູ້ພະຍາກອນ, ຜູ້ເປີດເຜີຍ, ຜູ້ແປ, ແລະ ສາດສະດາ, ໂດຍມີຂອງປະທານທັງປວງຂອງພຣະເຈົ້າ ຊຶ່ງມອບໃຫ້ແກ່ຫົວໜ້າຂອງສາດສະໜາຈັກ (ເບິ່ງ Doctrine and Covenants 107:91–92; ເນັ້ນຄຳເນີ້ງ).

ຂ້າພະເຈົ້າໄດ້ຮັບພອນທີ່ໄດ້ເຫັນຂອງປະທານບາງ​ຢ່າງ ຂອງພຣະເຈົ້າຖືກມອບໃຫ້ແກ່ສາດສະດາຂອງພຣະອົງ. ຂ້າພະເຈົ້າຂໍແບ່ງປັນປະສົບການສັກສິດເທື່ອໜຶ່ງກັບທ່ານໄດ້ບໍ? ກ່ອນການເອີ້ນຂອງຂ້າພະເຈົ້າໃນເວລານີ້, ຂ້າພະເຈົ້າໄດ້ຊ່ວຍໃນການຊອກຫາ ແລະ ການນຳສະເໜີສະຖານທີ່ສຳລັບພຣະວິຫານໃນອະນາຄົດ. ຫລັງ​ຈາກວັນ​ທີ 11 ເດືອນ​ກັນ​ຍາ, 2001, ການຜ່ານຊາຍແດນເຂົ້າມາສະຫະລັດ ກໍຖືກຄວບຄຸມໜັກຂຶ້ນ. ເພາະເຫດນີ້, ຕ້ອງ​ໃຊ້ເວ​ລາ ສອງເຖິງສາມຊົ່ວໂມງ ເພື່ອຈະຜ່ານຊາຍແດນຈາກເມືອງແວນຄູເວີ ປະເທດການາດາ, ເພື່ອຈະໄປພຣະວິຫານທີ່ເມືອງຊີອາໂຕ ລັດວໍຊິງຕັນ. ປະທານກໍດອນ ບີ ຮິງລີ, ປະທານຂອງສາດສະໜາຈັກໃນເວລານັ້ນ, ໄດ້ແນະນຳວ່າໃຫ້ມີພຣະວິຫານທີ່ເມືອງແວນຄູເວີ ເພື່ອເປັນພອນໃຫ້ແກ່ສະມາຊິກຂອງສາດສະໜາຈັກ. ການຊອກຫາສະຖານທີ່ກໍໄດ້ຮັບການອະນຸມັດ, ແລະ ຫລັງຈາກພວກເຮົາໄດ້ກວດສອບເບິ່ງທີ່ດິນ ທີ່ສາດສະໜາຈັກເປັນເຈົ້າຂອງ ຫລາຍບ່ອນແລ້ວ, ພວກເຮົາກໍໄດ້ໄປກວດສອບເບິ່ງສະຖານທີ່ອື່ນ ທີ່ສາດສະໜາຈັກບໍ່ໄດ້ເປັນເຈົ້າຂອງອີກດ້ວຍ.

ແລ້ວກໍໄດ້ພົບເຫັນສະຖານທີ່ ທີ່ສວຍງາມແຫ່ງໜຶ່ງສຳລັບຕຶກໂບດ ທີ່ຢູ່ຕິດກັບທາງຫລວງຂອງປະເທດການາດາ. ທີ່ດິນແຫ່ງນັ້ນກໍເຕັມໄປດ້ວຍຕົ້ນແປກທີ່ສວຍງາມຂອງປະເທດການາດາ, ແລະ ກໍມີສະຖານທີ່ ທີ່ຄົນຂັບລົດເດີນທາງຫລາຍພັນຄົນທີ່ຜ່ານໄປ ຈະສາມາດເຫັນພຣະວິຫານແຫ່ງນັ້ນໄດ້.

ພວກເຮົາໄດ້ນຳສະເໜີສະຖານທີ່ແຫ່ງນັ້ນດ້ວຍຮູບພາບ ແລະ ແຜນທີ່ຕອນຢູ່ໃນການປະຊຸມຂອງຄະນະກຳມະການສະຖານທີ່ ພຣະວິຫານໃນເດືອນນັ້ນ. ປະທານຮິງລີ ໄດ້ອະນຸມັດວ່າໃຫ້ພວກເຮົາເອົາມັນໄວ້ໃຕ້ໜັງສືສັນຍາ ແລະ ດຳ​ເນີນການສຶກສາທີ່ຈຳເປັນຕໍ່ໄປ. ໃນເດືອນທັນວາປີນັ້ນ, ພວກເຮົາໄດ້ລາຍງານຕໍ່ຄະນະກຳມະການວ່າ ການສຶກສາໄດ້ສຳເລັດລົງແລ້ວ, ແລະ ພວກເຮົາໄດ້ຮ້ອງຂໍການອະນຸມັດ ເພື່ອຈະກ້າວໄປໜ້າກັບການຊື້ທີ່ດິນນັ້ນ. ຫລັງຈາກໄດ້ຟັງບົດລາຍງານຂອງພວກເຮົາແລ້ວ, ປະທານຮິງລີ ໄດ້ກ່າວວ່າ, “ຂ້ອຍຮູ້ສຶກວ່າ ຂ້ອຍຄວນໄປເບິ່ງສະຖານທີ່ນີ້.”

ຕໍ່ມາໃນເດືອນນັ້ນ, ສອງມື້ຫລັງຈາກບຸນຄຣິດສະມັດ, ພວກເຮົາໄດ້ພາກັນເດີນທາງໄປເມືອງແວນຄູເວີ ກັບປະທານຮິງລີ; ປະທານທອມມັສ ແອັສ ມອນສັນ; ແລະ ບຽວ ວິວລຽມສ໌, ສະຖາປະນິກພຣະວິຫານ. ທ່ານພໍລ໌ ຄຣິສະເຕັນເຊັນ, ປະທານສະເຕກໃນທ້ອງຖິ່ນ, ໄດ້ໄປພົບພວກເຮົາ ແລະ ໄດ້ພາພວກເຮົາໄປຫາສະຖານທີ່ນັ້ນ. ມື້ນັ້ນເປັນມື້ທີ່ປຽກ ແລະ ມີໝອກໜ້ອຍໜຶ່ງ, ແຕ່ປະທານຮິງລີ ໄດ້ກະໂດດອອກຈາກລົດ ແລະ ໄດ້ເລີ່ມຍ່າງອ້ອມສະຖານທີ່ນັ້ນ.

ຫລັງຈາກໄດ້ໃຊ້ເວລາຢູ່ໃນສະຖານທີ່ນັ້ນແລ້ວ, ຂ້າພະເຈົ້າໄດ້ຖາມປະທານຮິງລີ ຖ້າຫາກວ່າເພິ່ນຢາກໄປເບິ່ງສະຖານທີ່ອື່ນ ທີ່ພວກເຮົາໄດ້ພິຈາລະນາຕື່ມບໍ. ເພິ່ນໄດ້ຕອບວ່າ ເພິ່ນຢາກໄປເບິ່ງ. ທ່ານກໍເຫັນໄດ້ວ່າ, ໂດຍການໄປເບິ່ງສະຖານທີ່ອື່ນໆ, ພວກເຮົາກໍຈະສາມາດປຽບທຽບຄຸນງາມຄວາມດີຂອງມັນໄດ້.

ພວກເຮົາໄດ້ພາກັນໄປອ້ອມເມືອງແວນຄູເວີ ໄປເບິ່ງສະຖານທີ່ອື່ນໆ, ແລະ ໃນທີ່ສຸດກໍໄດ້ກັບມາເຖິງສະຖານທີ່ເດີມ. ປະທານຮິງລີ ໄດ້ກ່າວວ່າ, “ນີ້ເປັນສະຖານທີ່ ທີ່ສວຍງາມ.” ແລ້ວເພິ່ນໄດ້ຖາມວ່າ, “ພວກເຮົາສາມາດໄປຕຶກໂບດຂອງສາດສະໜາຈັກປະມານ ໜຶ່ງສ່ວນສີ່ໄມ (0.4 ກິ​ໂລ​ແມັດ) ຈາກທີ່ນີ້ໄດ້ບໍ?”

“ໄດ້ແນ່ນອນ, ປະທານ,” ພວກເຮົາໄດ້ຕອບ.

ພວກເຮົາໄດ້ພາກັນກັບຂຶ້ນລົດ ແລະ ແລ້ວໄດ້ຂັບໄປຫາຕຶກໂບດທີ່ຢູ່ໃກ້ໆ. ເມື່ອພວກເຮົາໄປເຖິງຕຶກໂບດ, ປະທານຮິງລີ ໄດ້ເວົ້າວ່າ, “ຂໍໃຫ້ລ້ຽວຊ້າຍຢູ່ບ່ອນນີ້.” ພວກເຮົາໄດ້ລ້ຽວ ແລະ ໄດ້​ຂັບ​ໄປຕາມທີ່ຖືກແນະນຳ. ຖະໜົນເສັ້ນນັ້ນໄດ້ເລີ່ມສູງຂຶ້ນໄປ​ໜ້ອຍໜຶ່ງ.

ເມື່ອລົດຂຶ້ນໄປເຖິງຈອມສູງ, ປະທານຮິງລີ ໄດ້ກ່າວວ່າ, “ຢຸດລົດ, ຢຸດລົດ.” ແລ້ວເພິ່ນໄດ້ຊີ້ໄປທາງຂວາມື ໄປຫາທີ່ດິນຕອນໜຶ່ງ ແລະ ໄດ້ເວົ້າວ່າ, “ພວກທ່ານຄິດແນວໃດກັບທີ່ດິນຕອນນີ້? ພຣະວິຫານຈະຖືກສ້າງຂຶ້ນຢູ່ທີ່ນີ້ແຫລະ. ທີ່ນີ້ຄືບ່ອນທີ່ພຣະຜູ້ເປັນເຈົ້າປະສົງໃຫ້ສ້າງພຣະວິຫານ. ພວກທ່ານຊື້​ດິນ​ຕອນນີ້ໄດ້ບໍ? ພວກທ່ານຊື້​ດິນ​ຕອນນີ້ໄດ້ບໍ?”

ພວກເຮົາບໍ່ໄດ້ມາກວດເບິ່ງທີ່ດິນຕອນນີ້ເລີຍ. ມັນໄກຈາກຖະໜົນໃຫຍ່ໜ້ອຍໜຶ່ງ, ແລະ ມັນກໍບໍ່ໄດ້ຢູ່ໃນລາຍຊື່ຂອງທີ່ດິນທີ່ຈະຂາຍ. ເມື່ອພວກເຮົາໄດ້ຕອບວ່າພວກເຮົາບໍ່ຮູ້, ປະທານຮິງລີ ກໍໄດ້ຊີ້ໄປຫາທີ່ດິນຕອນນັ້ນ ແລະ ໄດ້ເວົ້າອີກວ່າ, “ພຣະວິຫານຈະຖືກສ້າງຂຶ້ນຢູ່ທີ່ນີ້ແຫລະ.” ພວກເຮົາໄດ້ພາກັນຢູ່ທີ່ນັ້ນອີກສາມສີ່ນາທີ, ແລ້ວກໍກັບໄປສະໜາມບິນເພື່ອກັບບ້ານ.

ມື້ຕໍ່ມາ, ບຣາເດີ ວິວລຽມສ໌ ແລະ ຂ້າພະເຈົ້າຖືກຮຽກຮ້ອງໃຫ້ໄປທີ່ຫ້ອງການຂອງປະທານຮິງລີ. ເພິ່ນໄດ້ແຕ້ມ ທຸກ​ສິ່ງໃສ່ເຈ້ຍໄວ້ແລ້ວ: ຖະໜົນ, ຕຶກໂບດ, ລ້ຽວຊ້າຍຢູ່ບ່ອນນີ້, ໂຕ x ໝາຍສະຖານທີ່ສຳລັບພຣະວິຫານ. ເພິ່ນໄດ້ຖາມວ່າພວກເຮົາໄດ້ພົບເຫັນລາຍລະອຽດຫຍັງແດ່. ພວກເຮົາໄດ້ບອກເພິ່ນວ່າ ເພິ່ນໄດ້ເລືອກສະຖານທີ່ ທີ່ຍາກທີ່ສຸດເລີຍ. ສາມຄົນເປັນເຈົ້າຂອງສະຖານທີ່ນັ້ນ: ຄົນໜຶ່ງຈາກປະເທດການາດາ, ຄົນໜຶ່ງຈາກປະເທດອິນເດຍ, ແລະ ອີກຄົນໜຶ່ງຈາກປະເທດຈີນ! ແລະ ມັນບໍ່ໄດ້ຢູ່ໃນເຂດສຳລັບການສ້າງຕຶກໂບດ.

“ສະນັ້ນ, ຕ້ອງເຮັດໃຫ້ດີທີ່ສຸດເດີ້,” ເພິ່ນເວົ້າ.

ແລ້ວ ສິ່ງມະຫັດສະຈັນກໍໄດ້ເກີດຂຶ້ນ. ພາຍໃນສີ່​ຫ້າເດືອນ ພວກເຮົາກໍໄດ້ເປັນເຈົ້າຂອງທີ່ດິນຕອນນັ້ນ, ແລະ ຕໍ່ມາເມືອງແລງລີ, ແຂວງບຣິຕິສ໌ ໂຄລຳເບຍ, ກໍໄດ້ອະນຸຍາດໃຫ້ສ້າງພຣະວິຫານ.

ຮູບ​ພາບ
ພຣະ​ວິ​ຫານ​ແວນ​ຄູ​ເວີ ບຣິຕິສ໌ ໂຄລຳເບຍ

ໃນການສະທ້ອນຄິດເຖິງປະສົບການນີ້, ຂ້າພະເຈົ້າກໍຖ່ອມຕົວໂດຍທີ່ຮູ້ວ່າ ໃນຂະນະທີ່ ບຣາເດີ ວິວລຽມສ໌ ແລະ ຂ້າພະເຈົ້າໄດ້ມີການສຶກສາທີ່ເປັນທາງການ ແລະ ມີປະສົບການຫລາຍໆປີ ໃນເລື່ອງອະສັງຫາລິມະຊັບ ແລະ ການອອກແບບພຣະວິຫານ, ປະທານຮິງລີ ບໍ່ໄດ້ມີການເຝິກອົບລົມດັ່ງນີ້ເລີຍ; ແຕ່ເພິ່ນມີບາງສິ່ງທີ່ສຳຄັນກວ່ານັ້ນ—ເພິ່ນມີຂອງປະທານແຫ່ງການເປັນ ສາດສະດາພະຍາກອນ. ເພິ່ນສາມາດຫລິງເຫັນສະຖານທີ່ ທີ່ພຣະວິຫານຂອງພຣະເຈົ້າຄວນຖືກສ້າງຂຶ້ນ.

ເມື່ອພຣະຜູ້ເປັນເຈົ້າໄດ້ບັນຊາໄພ່ພົນລຸ້ນທຳອິດໃນຍຸກສະໄໝນີ້ໃຫ້ສ້າງພຣະວິຫານ, ພຣະອົງໄດ້ປະກາດວ່າ,

ແຕ່ໃຫ້ບ້ານຖືກສ້າງຂຶ້ນແດ່ນາມຂອງພຣະອົງ ຕາມແບບແຜນຊຶ່ງພຣະອົງ ຈະສະແດງແກ່ພວກເຂົາ.

ແລະ ຖ້າຫາກຜູ້ຄົນຂອງພຣະອົງບໍ່ສ້າງມັນຕາມແບບແຜນທີ່ພຣະອົງໄດ້ສະແດງ … , ພຣະອົງຈະບໍ່ຍອມຮັບເອົາມັນຈາກມືຂອງພວກເຂົາ (ເບິ່ງ Doctrine and Covenants 115:14–15).

ເໝືອນດັ່ງໄພ່ພົນລຸ້ນທຳອິດ, ມັນກໍເປັນດັ່ງນີ້ກັບພວກເຮົາໃນວັນເວລານີ້: ພຣະຜູ້ເປັນເຈົ້າໄດ້ເປີດເຜີຍ ແລະ ຍັງເປີດເຜີຍໃຫ້ແກ່ປະທານຂອງສາດສະໜາຈັກຢູ່ຕໍ່ໄປ ເຖິງແບບແຜນ ໂດຍທີ່ອານາຈັກຂອງພຣະເຈົ້າ ຄົງຖືກຊີ້ນຳໃນວັນເວລາຂອງເຮົາ. ແລະ, ໃນລະດັບສ່ວນຕົວ, ພຣະອົງໄດ້ຈັດການນຳພາ ວ່າເຮົາແຕ່ລະຄົນຄວນຊີ້ນຳຊີວິດຂອງເຮົາແນວໃດ, ເພື່ອວ່າພຶດຕິກຳຂອງເຮົາ ອາດຈະຖືກຍອມຮັບໂດຍພຣະຜູ້ເປັນເຈົ້າຄືກັນ.

ໃນເດືອນເມສາ ປີ 2013 ຂ້າພະເຈົ້າໄດ້ກ່າວເຖິງຄວາມພະຍາຍາມ ກ່ຽວກັບການຕຽມພ້ອມ ພຣະວິຫານທຸກໆແຫ່ງ ເພື່ອໃຫ້ແນ່ໃຈວ່າມັນຈະສາມາດທົນທານ ຕໍ່ພະຍຸ ແລະ ໄພພິບັດທີ່ມັນຈະໄດ້ຮັບ. ແຕ່ພື້ນຖານນັ້ນກໍເປັນພຽງແຕ່ຈຸດເລີ່ມຕົ້ນເທົ່ານັ້ນ. ພຣະວິຫານຖືກປະກອບດ້ວຍ​ສ່ວນ​ປະ​ກອບຫລາຍໆ​ຢ່າງ, ທີ່ປະກອບເຂົ້າກັນຕາມແບບແຜນທີ່ອອກແບບໄວ້ລ່ວງໜ້າແລ້ວ. ຖ້າຫາກຊີວິດຂອງເຮົາຕ້ອງກາຍເປັນພຣະວິຫານ ເຮົາແຕ່ລະຄົນກໍພະຍາຍາມຈະສ້າງມັນດັ່ງທີ່ພຣະຜູ້ເປັນເຈົ້າໄດ້ສອນໄວ້ (ເບິ່ງ 1 ໂກຣິນໂທ 3:16–17), ເຮົາສາມາດຖາມຕົວເອງດ້ວຍເຫດຜົນວ່າ, “ເຮົາຄວນວາງສ່ວນປະກອບໃດແດ່ໄວ້ໃນທີ່ຂອງມັນ ເພື່ອເຮັດໃຫ້ຊີວິດຂອງເຮົາສວຍງາມ, ສະຫງ່າ, ແລະ ທົນທານຕໍ່ພະຍຸຂອງໂລກ?”

ເຮົາສາມາດພົບເຫັນຄຳຕອບຕໍ່ຄຳຖາມນີ້ຢູ່ໃນພຣະຄຳພີມໍມອນ. ກ່ຽວກັບພຣະຄຳພີມໍມອນ, ສາດສະດາໂຈເຊັບ ສະມິດ ໄດ້ກ່າວໄວ້ວ່າ, “ຂ້າພະເຈົ້າໄດ້ບອກພີ່ນ້ອງທຸກຄົນວ່າ ພຣະຄຳພີມໍມອນເປັນພຣະຄຳພີທີ່ຖືກຕ້ອງທີ່ສຸດໃນໂລກເໜືອກວ່າພຣະຄຳພີໃດໆ ແລະ ມັນເປັນທັງຫລັກສີລາສຳຄັນ ຂອງສາດສະໜາຂອງພວກເຮົາ ແລະ ມະນຸດທຸກຄົນຈະໄດ້ເຂົ້າໃກ້ພຣະເຈົ້າໂດຍການປະຕິບັດຕາມຄຳສັ່ງສອນຂອງພຣະຄຳພີນີ້ຫລາຍກວ່າປະຕິບັດຕາມໜັງສືເຫລັ້ມອື່ນໆ” (ຄຳນຳ​ຂອງພຣະຄຳພີມໍມອນ). ໃນຄຳນຳຂອງພຣະຄຳພີມໍມອນ, ເຮົາຖືກ​ສິດສອນວ່າ “ຜູ້ທີ່ໄດ້​ຮັບພະຍານ​ອັນ​ສັກ​ສິດ​ຈາກພຣະວິນ​ຍານ​ສັກ​ສິດນີ້ວ່າ [ພຣະຄຳພີມໍມອນເປັນພຣະຄຳຂອງພຣະເຈົ້າ] ຈະ​ໄດ້​ຮູ້​ຈັກດ້ວຍອຳນາດດຽວກັນນັ້ນວ່າ ພຣະເຢຊູຄຣິດ​ເປັນພຣະຜູ້ຊ່ວຍໃຫ້ລອດຂອງໂລກ, ວ່າ ໂຈເຊັບ ສະມິດ ເປັນຜູ້ເປີດເຜີຍ ແລະ [ເປັນສາດສະດາຂອງການຟື້ນຟູ], ແລະ ວ່າ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ເປັນອານາຈັກຂອງພຣະຜູ້ເປັນເຈົ້າ ຊຶ່ງ​ໄດ້ຖືກສະຖາປະນາຂຶ້ນຢູ່ເທິງ​ແຜ່ນ​ດິນ​ໂລກ.”

ແລ້ວສິ່ງເຫລົ່ານີ້ກໍເປັນສ່ວນປະກອບສ້າງທີ່ຈຳເປັນຂອງສັດທາ ແລະ ປະຈັກພະຍານສ່ວນຕົວຂອງເຮົາແຕ່ລະຄົນ:

  1. ພຣະເຢຊູຄຣິດ​ເປັນພຣະຜູ້ຊ່ວຍໃຫ້ລອດຂອງໂລກ.

  2. ພຣະຄຳພີມໍມອນເປັນພຣະຄຳຂອງພຣະເຈົ້າ.

  3. ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ເປັນອານາຈັກຂອງພຣະເຈົ້າຢູ່ເທິງ​ແຜ່ນ​ດິນໂລກ.

  4. ໂຈເຊັບ ສະມິດ ເປັນສາດສະດາ, ແລະ ເຮົາກໍມີສາດສະດາທີ່ມີຊີວິດຢູ່ ຢູ່ເທິງ​ແຜ່ນ​ດິນໂລກໃນວັນເວລານີ້.

ໃນ​ຫລາຍເດືອນທີ່ຜ່ານມານີ້, ຂ້າພະເຈົ້າໄດ້ຟັງຄຳປາໄສທຸກບົດທີ່ ປະທານແນວສັນໄດ້ກ່າວ ນັບຕັ້ງແຕ່ເພິ່ນຖືກເອີ້ນໃຫ້ເປັນອັກຄະສາວົກ. ການກະທຳນີ້ໄດ້ປ່ຽນຊີວິດຂອງຂ້າພະເຈົ້າ. ຂະນະທີ່ຂ້າພະເຈົ້າໄດ້ສືກສາ ແລະ ໄຕ່ຕອງລວມຄຳປາໄສທີ່ມີປັນຍາຂອງ ປະທານແນວສັນ ເປັນເວລາ 34 ປີ, ຫົວຂໍ້ທີ່ແຈ້ງຊັດ ແລະ ສະໝ່ຳສະເໝີຂອງເພິ່ນກໍໄດ້ປະກົດອອກມາຈາກຄຳສອນຂອງເພິ່ນ. ແຕ່ລະຫົວຂໍ້ເຫລົ່ານີ້ກ່ຽວຂ້ອງກັບສ່ວນປະກອບສ້າງທີ່ຂ້າພະເຈົ້າໄດ້ກ່າວເຖິງ ຫລື ເປັນສ່ວນປະກອບສ້າງທີ່ສຳຄັນສຳລັບພຣະວິຫານສ່ວນຕົວຂອງເຮົາ. ມັນຮ່ວມດ້ວຍສັດທາໃນອົງພຣະເຢຊູຄຣິດ​ເຈົ້າ; ການກັບໃຈ; ​ການບັບຕິສະມາສຳລັບການປົດບາບ; ຂອງປະທານແຫ່ງພຣະວິນຍານບໍລິສຸດ; ການໄຖ່ຈາກຄວາມຕາຍ ແລະ ວຽກງານພຣະວິຫານ; ການຮັກສາວັນຊະບາໂຕໃຫ້ສັກສິດ; ເລີ່ມຕົ້ນດ້ວຍເປົ້າໝາຍສຸດທ້າຍຢູ່ໃນໃຈ; ​ໝັ້ນຄົງຢູ່ໃນເສັ້ນທາງແຫ່ງພັນທະສັນຍາ. ປະທານແນວສັນ ໄດ້ກ່າວເຖິງທັງໝົດນີ້ດ້ວຍຄວາມຮັກ ແລະ ຄວາມອຸທິດຕົນ.

ຫີນສີລາເສົາເອກ ແລະ ສ່ວນປະກອບສ້າງຂອງສາດສະໜາຈັກ ແລະ ສຳລັບຊີວິດຂອງເຮົາຄື ພຣະເຢຊູຄຣິດ. ນີ້ແມ່ນສາດສະໜາຈັກຂອງພຣະອົງ. ປະທານແນວສັນ ແມ່ນສາດສະດາຂອງພຣະອົງ. ຄຳສອນຂອງປະທານແນວສັນ ເປັນພະຍານ ແລະ ເປີດເຜີຍສຳລັບຜົນປະໂຫຍດຂອງເຮົາ ເຖິງພຣະຊົນຊີບ ແລະ ລັກສະນະຂອງພຣະເຢຊູຄຣິດ. ເພິ່ນກ່າວດ້ວຍຄວາມຮັກ ແລະ ຄວາມຮູ້ເຖິງຄຸນສົມບັດຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ພາລະກິດຂອງພຣະອົງ. ເພິ່ນຍັງໄດ້ກ່າວປະຈັກພະຍານເລື້ອຍໆ ແລະ ແຮງກ້າ ເຖິງການເອີ້ນຈາກສະຫວັນຂອງສາດສະດາທີ່ມີຊີວິດຢູ່—ປະທານຂອງສາດສະໜາຈັກ—ຜູ້ທີ່ເພິ່ນເຄີຍໄດ້ຮັບໃຊ້.

ບັດນີ້, ໃນມື້ນີ້, ມັນເປັນສິດທິພິເສດຂອງເຮົາ ທີ່ຈະສະໜັບສະໜູນ ເພິ່ນ ໃນຖານະສາດສະດາທີ່ມີຊີວິດຢູ່ຂອງພຣະຜູ້ເປັນເຈົ້າ ຢູ່ເທິງແຜ່ນ​ດິນໂລກ. ເຮົາກໍລື້ງເຄີຍກັບການສະໜັບສະໜູນຜູ້ນຳຂອງສາດສະໜາຈັກຢູ່​ແລ້ວ ຜ່ານ​ທາງແບບແຜນແຫ່ງສະຫວັນ ຂອງການຍົກມືເຮົາຂຶ້ນຕັ້ງສາກ ເພື່ອສະແດງເຖິງການຍອມຮັບ ແລະ ການສະໜັບສະໜູນຂອງເຮົາ. ເຮົາໄດ້ເຮັດສິ່ງນີ້ເມື່ອສາມສີ່ນາທີ່ຜ່ານມານີ້. ແຕ່ການສະໜັບສະໜູນທີ່ແທ້ຈິງນັ້ນ ມີຄວາມໝາຍຫລາຍໄປກວ່າສັນຍາລັກທາງຮ່າງກາຍແບບນີ້. ດັ່ງທີ່ມີບອກໄວ້ຢູ່ໃນ Doctrine and Covenants 107:22, ວ່າ ຝ່າຍປະທານສູງສຸດຕ້ອງ ໄດ້ຮັບການສະໜັບສະໜູນໂດຍຄວາມໝັ້ນໃຈ, ສັດທາ, ແລະ ຄຳອະທິຖານຂອງສາດສະໜາຈັກ. ເຮົາມາສະໜັບສະໜູນສາດສະດາທີ່ມີຊີວິດຢູ່ ຢ່າງເຕັມ​ສ່ວນ ແລະ ຈິງໃຈ ເມື່ອເຮົາພັດທະນາແບບແຜນຂອງຄວາມໝັ້ນໃຈໃນຖ້ອຍຄຳຂອງເພິ່ນ, ​ໂດຍມີສັດທາທີ່ຈະກະທຳຕາມ, ແລະ ແລ້ວອະທິຖານ ທູນຂໍພຣະພອນຂອງພຣະຜູ້ເປັນເຈົ້າໃຫ້​ສືບ​ຕໍ່ສະຖິດຢູ່ນຳເພິ່ນ.

ເມື່ອຂ້າພະເຈົ້າຄິດເຖິງ ປະທານຣະໂຊ ເອັມ ແນວສັນ, ຂ້າພະເຈົ້າໄດ້ຮັບການປອບໂຍນໃນພຣະຄຳຂອງພຣະຜູ້ຊ່ວຍໃຫ້ລອດ ເມື່ອພຣະອົງໄດ້ກ່າວວ່າ ແລະ ຖ້າຫາກຜູ້ຄົນຂອງພຣະອົງຈະເຊື່ອຟັງສຸລະສຽງຂອງພຣະອົງ, ແລະ ສຽງຂອງຜູ້ຮັບໃຊ້ຂອງພຣະອົງ ຜູ້ຊຶ່ງພຣະອົງໄດ້ກຳນົດໄວ້ໃຫ້ນຳພາ ຜູ້ຄົນຂອງພຣະອົງ, ​ແລ້ວຜູ້​ຄົນ​ຂອງ​ພ​ຣະ​ອົງຈະບໍ່ຖືກຍ້າຍອອກຈາກສະຖານທີ່ຂອງພວກເຂົາ (ເບິ່ງ Doctrine and Covenants 124:45).

ການຮັບຟັງ ແລະ ການເຊື່ອຟັງສາດສະດາທີ່ມີຊີວິດຢູ່ ຈະມີຜົນ​ສະ​ທ້ອນທີ່ເລິກຊຶ້ງ, ແມ່ນແຕ່ປ່ຽນແປງຊີວິດຂອງເຮົາ. ເຮົາ​ຈະໄດ້ຮັບຄວາມເຂັ້ມແຂງ. ເຮົາຈະແນ່ໃຈ ແລະ ໝັ້ນໃຈຫລາຍຂຶ້ນ ໃນ​ພຣະ​ຜູ້​ເປັນ​ເຈົ້າ. ເຮົາຈະໄດ້ຍິນພຣະຄຳຂອງພຣະຜູ້ເປັນເຈົ້າ. ເຮົາຈະຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າ. ເຮົາຈະຮູ້ວ່າຈະດຳເນີນຊີວິດຂອງເຮົາດ້ວຍຈຸດປະສົງໄປແນວໃດ.

ຂ້າພະເຈົ້າຮັກ ແລະ ສະໜັບສະໜູນ ປະທານຣະໂຊ ເອັມ ແນວສັນ ແລະ ທ່ານອື່ນໆ ຜູ້ທີ່ຖືກເອີ້ນໃຫ້ເປັນສາດສະດາ, ຜູ້ພະຍາກອນ ແລະ ຜູ້ເປີດເຜີຍ. ຂ້າພະເຈົ້າເປັນພະຍານວ່າ ເພິ່ນມີຂອງປະທານທີ່ພຣະຜູ້ເປັນເຈົ້າໄດ້ປະທານໃຫ້ເພິ່ນ, ແລະ ຂ້າພະເຈົ້າເປັນພະຍານວ່າ ເມື່ອເຮົາຮ່ວມປະກອບການປະຕິບັດຂອງການຮັບຟັງ ແລະ ການເຊື່ອຟັງຖ້ອຍຄຳຂອງສາດສະດາທີ່ມີຊີວິດຢູ່ ເຂົ້າໄວ້ໃນຊີວິດຂອງເຮົາ, ຊີວິດຂອງເຮົາຈະຖືກສ້າງຂຶ້ນອີງຕາມແບບແຜນແຫ່ງສະຫວັນຂອງພຣະຜູ້ເປັນເຈົ້າ ທີ່ມີໃຫ້ເຮົາ, ແລະ ເຮົາຈະໄດ້ຮັບພອນນິລັນດອນ. ຄຳເຊື້ອເຊີນນີ້ແມ່ນສຳລັບທຸກຄົນ. ມາຟັງຄຳຂອງສາດສະດາ; ແທ້​ຈິງ​ແລ້ວ, ຈົ່ງ​ມາ​ຫາ​ພຣະ​ຄຣິດ ແລະ ມີ​ຊີ​ວິດ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.

ພິມ