ພໍ່ແມ່ ແລະ ລູກໆ
ແຜນແຫ່ງຄວາມສຸກທີ່ຍິ່ງໃຫຍ່ຂອງພຣະບິດາເທິງສະຫວັນບອກພວກເຈົ້າເຖິງຜູ້ທີ່ພວກເຈົ້າເປັນຢູ່ ແລະ ຈຸດປະສົງຂອງພວກເຈົ້າ ໃນຊີວິດ.
ເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຈັ່ງແມ່ນດີແທ້ໆ ທີ່ເຮົາມີພາກກອງປະຊຸມໃຫຍ່ສາມັນນີ້ຂອງສະຕີ ຂອງສາດສະໜາຈັກ ສຳລັບຜູ້ມີອາຍຸ ແປດ ປີ ຂຶ້ນໄປ. ເຮົາຫາກໍໄດ້ຍິນຂ່າວສານທີ່ດົນໃຈຈາກເອື້ອຍນ້ອງຜູ້ນຳ ແລະ ຈາກປະທານເຮັນຣີ ບີ ໄອຣິງ. ປະທານໄອຣິງ ແລະ ຂ້າພະເຈົ້າມັກວຽກງານພາຍໃຕ້ການຊີ້ນຳຂອງປະທານຣະໂຊ ເອັມ ແນວສັນ, ແລະ ພວກເຮົາຕື່ນເຕັ້ນທີ່ຈະໄດ້ຍິນຈາກສາດສະດາຂອງພວກເຮົາ.
I.
ເດັກນ້ອຍເປັນຂອງປະທານທີ່ປະເສີດຈາກພຣະເຈົ້າ—ເປັນການເພີ່ມພູນນິລັນດອນຂອງເຮົາ. ແຕ່ເຮົາມີຊີວິດຢູ່ໃນວັນເວລາທີ່ຜູ້ຍິງຫລາຍຄົນບໍ່ຢາກເປັນພາກສ່ວນໃນການໃຫ້ກຳເນີດ ແລະ ລ້ຽງດູລູກເຕົ້າ. ຜູ້ໃຫຍ່ໂສດຫລາຍຄົນໄດ້ໂຈະການແຕ່ງງານໄວ້ ຈົນກວ່າເຂົາເຈົ້າພໍໃຈກັບສິ່ງຂອງທາງໂລກເສຍກ່ອນ. ອາຍຸສະເລ່ຍຂອງສະມາຊິກຂອງສາດສະໜາຈັກຂອງເຮົາ ທີ່ແຕ່ງງານ ແມ່ນສູງຂຶ້ນກວ່າເກົ່າສອງປີ, ແລະ ເດັກເກີດໃນສາດສະໜາຈັກມີຈຳນວນໜ້ອຍລົງ. ສະຫະລັດ ແລະ ບາງປະຊາຊາດ ປະເຊີນກັບອະນາຄົດທີ່ມີເດັກນ້ອຍຈຳນວນໜ້ອຍ ຜູ້ຖືກລ້ຽງດູໃຫ້ເຕີບໂຕຂຶ້ນເປັນຜູ້ໃຫຍ່ ເພື່ອຊ່ວຍຊູຈຳນວນຜູ້ສູງອາຍຸ.1 ຫລາຍກວ່າ 40 ເປີເຊັນຂອງເດັກທີ່ເກີດມາ ຢູ່ໃນສະຫະລັດ ເຂົາເກີດກັບແມ່ທີ່ບໍ່ໄດ້ແຕ່ງງານ. ເດັກນ້ອຍເຫລົ່ານັ້ນອ່ອນໄຫວງ່າຍ. ສັງຄົມທີ່ປ່ຽນແປງເຫລົ່ານີ້ ໄດ້ຕໍ່ຕ້ານກັບແຜນແຫ່ງຄວາມລອດທີ່ສູງສົ່ງຂອງພຣະບິດາ.
II.
ສະຕີໄພ່ພົນຍຸກສຸດທ້າຍ ເຂົ້າໃຈວ່າ ການເປັນແມ່ເປັນສິ່ງທີ່ສຳຄັນທີ່ສຸດ, ເປັນຄວາມສຸກທີ່ລົ້ນເຫລືອ. ປະທານກໍດອນ ບີ ຮິງລີ ໄດ້ກ່າວວ່າ: “ສະຕີສ່ວນຫລາຍ ຈະເຫັນຄວາມເພິ່ງພໍໃຈທີ່ຍິ່ງໃຫຍ່ທີ່ສຸດ, ມີຄວາມສຸກຫລາຍທີ່ສຸດຢູ່ໃນບ້ານເຮືອນ ແລະ ຄອບຄົວ. ພຣະເຈົ້າໄດ້ເອົາບາງສິ່ງທີ່ສູງສົ່ງໃສ່ໄວ້ໃນຜູ້ຍິງ ທີ່ສະແດງອອກໃນພະລັງທີ່ງຽບໆ, ໃນຄວາມປານີດ, ໃນຄວາມສະຫງົບ, ໃນຄວາມດີງາມ, ໃນຄຸນນະທຳ, ໃນຄວາມຈິງ, ແລະ ໃນຄວາມຮັກ. ແລະ ຄຸນສົມບັດທັງໝົດທີ່ໜ້າອັດສະຈັນໃຈເຫລົ່ານີ້ ມີຈິງ ແລະ ສະແດງອອກຢ່າງເພິ່ງພໍໃຈ ໃນການເປັນແມ່.”
ເພິ່ນໄດ້ກ່າວຕື່ມອີກວ່າ: “ວຽກງານອັນຍິ່ງໃຫຍ່ທີ່ສຸດ ທີ່ຜູ້ຍິງຈະເຮັດ ແມ່ນການບຳລຸງລ້ຽງ ແລະ ສິດສອນ ແລະ ໃຊ້ຊີວິດ ແລະ ຊຸກຍູ້ ແລະ ລ້ຽງດູລູກໆ ໃນຄວາມຊອບທຳ ແລະ ຄວາມຈິງ. ບໍ່ມີສິ່ງອື່ນໃດ ທີ່ຈະສາມາດເອົາມາປຽບທຽບໃສ່ກັບສິ່ງນີ້ໄດ້, ບໍ່ວ່ານາງຈະເຮັດສິ່ງໃດກໍຕາມ.”2
ແມ່ທັງຫລາຍ, ເອື້ອຍນ້ອງທີ່ຮັກແພງ, ພວກເຮົາຮັກທ່ານ ຕາມທີ່ທ່ານເປັນຢູ່ ແລະ ໃນສິ່ງທີ່ທ່ານເຮັດເພື່ອພວກເຮົາທຸກຄົນ.
ໃນຄຳປາໄສທີ່ສຳຄັນ ເມື່ອປີ 2015 ທີ່ມີຫົວຂໍ້ ຊື່ວ່າ “ຄຳຮ້ອງຂໍຕໍ່ເອື້ອຍນ້ອງຂອງຂ້າພະເຈົ້າ,” ປະທານຣະໂຊ ເອັມ ແນວສັນ ໄດ້ກ່າວວ່າ:
“ອານາຈັກຂອງພຣະເຈົ້າຈະບໍ່ເກີດ ແລະ ສຳເລັດໄດ້ ຖ້າປາດສະຈາກຜູ້ຍິງທີ່ເຮັດ ແລະ ຮັກສາພັນທະສັນຍາອັນສັກສິດ ແລະ ປາດສະຈາກຜູ້ຍິງທີ່ສາມາດເວົ້າດ້ວຍພະລັງ ແລະ ສິດອຳນາດຂອງພຣະເຈົ້າ!
“ໃນວັນເວລານີ້, … ພວກເຮົາຕ້ອງການຜູ້ຍິງ ທີ່ຮູ້ຈັກເຮັດສິ່ງສຳຄັນ ໂດຍສັດທາຂອງເຂົາເຈົ້າ ແລະ ຜູ້ທີ່ກ້າປົກປ້ອງສິນທຳ ແລະ ຄອບຄົວ ຢູ່ໃນໂລກທີ່ເຕັມໄປດ້ວຍບາບ. ພວກເຮົາຕ້ອງການຜູ້ຍິງທີ່ອຸທິດຕົນ ຕໍ່ການນຳພາລູກໆ ຂອງພຣະເຈົ້າໃຫ້ໄປຕາມທາງແຫ່ງພັນທະສັນຍາ ເພື່ອກ້າວໄປສູ່ຄວາມສູງສົ່ງ; ຜູ້ຍິງທີ່ຮູ້ຈັກວິທີຮັບການເປີດເຜີຍສ່ວນຕົວ, ຜູ້ທີ່ເຂົ້າໃຈກ່ຽວກັບອຳນາດ ແລະ ຄວາມສະຫງົບຂອງ ຂອງປະທານທີ່ສັກສິດຂອງພຣະວິຫານ; ຜູ້ຍິງທີ່ຮູ້ຈັກທູນຂໍຄວາມຊ່ວຍເຫລືອ ຈາກອຳນາດແຫ່ງສະຫວັນ ເພື່ອປົກປ້ອງ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ລູກໆ ແລະ ຄອບຄົວ; ຜູ້ຍິງທີ່ສິດສອນດ້ວຍຄວາມເກັ່ງກ້າ.”3
ຄຳສອນທີ່ດົນໃຈເຫລົ່ານີ້ ແມ່ນອີງຕາມໃບ “ຄອບຄົວ: ການປະກາດຕໍ່ໂລກ,” ຊຶ່ງສາດສະໜາຈັກທີ່ຖືກຟື້ນຟູໄດ້ຢືນຢັນຕື່ມອີກ ເຖິງຫລັກທຳ ແລະ ການປະຕິບັດ ທີ່ເປັນຈຸດໃຈກາງໃນແຜນຂອງພຣະຜູ້ສ້າງ ກ່ອນພຣະອົງໄດ້ສ້າງໂລກນີ້.
III.
ບັດນີ້ ຂ້າພະເຈົ້າຂໍກ່າວກັບກຸ່ມຜູ້ໜຸ່ມ ຢູ່ໃນກອງປະຊຸມນີ້. ພວກນ້ອງນ້ອຍຂອງຂ້າພະເຈົ້າ, ເພາະຄວາມຮູ້ຂອງພວກເຈົ້າ ເລື່ອງພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະເຢຊູຄຣິດ, ພວກເຈົ້າຈຶ່ງເປັນຄົນຕ່າງໝູ່. ຄວາມຮູ້ຂອງພວກເຈົ້າ ຈະຊ່ວຍພວກເຈົ້າໃຫ້ສາມາດອົດທົນ ແລະ ເອົາຊະນະຄວາມຫຍຸ້ງຍາກ ຂອງການເຕີບໃຫຍ່. ນັບແຕ່ຕອນຍັງນ້ອຍ, ພວກເຈົ້າໄດ້ມີພາກສ່ວນໃນໂຄງການທີ່ໄດ້ພັດທະນາພອນສະຫວັນຂອງພວກເຈົ້າ, ດັ່ງເຊັ່ນການຂຽນ, ການເວົ້າ, ແລະ ການວາງແຜນ. ພວກເຈົ້າໄດ້ຮຽນຮູ້ເຖິງການປະພຶດທີ່ຮັບຜິດຊອບ ແລະ ເຖິງວິທີຕ້ານທານກັບການຢາກເວົ້າຕົວະ, ສໍ້ໂກງ, ລັກ, ຫລື ດື່ມສຸລາ ຫລື ໃຊ້ຢາເສບຕິດ.
ຄວາມໂດດເດັ່ນຂອງພວກເຈົ້າ ໄດ້ຖືກຮັບຮູ້ໃນການຄົ້ນຄວ້າຂອງ ມະຫາວິທະຍາໄລ ນອດ ຄາໂຣລາຍນາ ກ່ຽວກັບຄົນໄວລຸ້ນຊາວອາເມຣິກາ ແລະ ສາດສະໜາ. ບົດຄວາມສັ້ນໆ ເລື່ອງໜຶ່ງໃນ Charlotte Observer ມີຫົວຂໍ້ວ່າ “ຄົນໄວລຸ້ນຊາວມໍມອນ ອົດທົນໄດ້ດີທີ່ສຸດ: ການຄົ້ນຄວ້າພົບເຫັນວ່າ ພວກເຂົາຢູ່ໃນລະດັບສູງກວ່າໝູ່ ເລື່ອງການຮັບມືກັບໄວໜຸ່ມສາວ.” ບົດຄວາມນີ້ ສະຫລຸບດ້ວຍຄຳວ່າ “ຊາວມໍມອນເຮັດໄດ້ດີກວ່າໝູ່ ເລື່ອງການຫລີກເວັ້ນຈາກການປະພຶດທີ່ບໍ່ດີ, ສຶກສາດີຢູ່ໂຮງຮຽນ ແລະ ມີຄວາມຄິດທາງບວກກ່ຽວກັບອະນາຄົດ.” ຄົນໜຶ່ງໃນກຸ່ມຄົ້ນຄວ້າ, ຜູ້ໄດ້ສຳພາດຊາວໜຸ່ມຂອງພວກເຮົາ, ໄດ້ກ່າວວ່າ, “ໃນທຸກກຸ່ມທີ່ພວກເຮົາໄດ້ສຳຫລວດ, ມີແບບແຜນທີ່ແຈ້ງຊັດ ບອກວ່າ: ຊາວມໍມອນນຳໜ້າ.”4
ເປັນຫຍັງພວກເຈົ້າຈຶ່ງສາມາດອົດທົນໄດ້ດີທີ່ສຸດກັບຄວາມຫຍຸ້ງຍາກຂອງການເຕີບໂຕ? ຍິງໜຸ່ມທັງຫລາຍ, ມັນເປັນເພາະພວກເຈົ້າເຂົ້າໃຈແຜນແຫ່ງຄວາມສຸກທີ່ຍິ່ງໃຫຍ່ຂອງພຣະບິດາເທິງສະຫວັນ. ສິ່ງນີ້ບອກພວກເຈົ້າເຖິງຜູ້ທີ່ພວກເຈົ້າເປັນຢູ່ ແລະ ຈຸດປະສົງຂອງພວກເຈົ້າ ໃນຊີວິດ. ຊາວໜຸ່ມທີ່ມີຄວາມເຂົ້າໃຈ ຈະເປັນຄົນທຳອິດທີ່ແກ້ໄຂບັນຫາ ແລະ ເລືອກສິ່ງທີ່ຖືກຕ້ອງ. ພວກເຈົ້າຮູ້ວ່າ ພວກເຈົ້າໄດ້ຮັບຄວາມຊ່ວຍເຫລືອຈາກພຣະຜູ້ເປັນເຈົ້າ ໃນການເອົາຊະນະຄວາມຫຍຸ້ງຍາກ ຂອງການເຕີບໂຕ.
ເຫດຜົນອີກຢ່າງໜຶ່ງທີ່ວ່າ ເປັນຫຍັງພວກເຈົ້າຈຶ່ງໄດ້ຮັບຜົນຫລາຍ ແມ່ນຄວາມເຂົ້າໃຈຂອງພວກເຈົ້າ ວ່າພວກເຈົ້າເປັນລູກໆຂອງພຣະບິດາເທິງສະຫວັນ ຜູ້ຮັກພວກເຈົ້າ. ຂ້າພະເຈົ້າແນ່ໃຈວ່າ ພວກເຈົ້າຮູ້ຈັກເພງສວດທີ່ດີເດັ່ນຂອງເຮົາ ຊື່ວ່າ “Dearest Children, God Is Near You.” ແປວ່າ ເດັກທີ່ຮັກ, ພຣະເຈົ້າຢູ່ໃກ້ເຈົ້າ. ຕໍ່ໄປນີ້ແມ່ນວັກທຳອິດ ທີ່ເຮົາທຸກຄົນໄດ້ຮ້ອງ ແລະ ເຊື່ອ:
ເດັກທີ່ຮັກ, ພຣະເຈົ້າຢູ່ໃກ້ເຈົ້າ,
ຄອຍເຝົ້າພິທັກທັງວັນຄືນ,
ແລະ ຊື່ນຊົມທີ່ຈະອວຍພອນເຈົ້າ,
ຫາກເຈົ້າພຽນທຳສິ່ງທີ່ຖືກຕ້ອງ.5
ມັນມີຄຳສອນຢູ່ສອງຢ່າງ: ຢ່າງທຳອິດ, ພຣະບິດາເທິງສະຫວັນຢູ່ໃກ້ເຮົາ ແລະ ເຝົ້າພິທັກເຮົາທັງວັນຄືນ. ໃຫ້ຄິດກ່ຽວກັບສິ່ງນີ້! ພຣະເຈົ້າຮັກເຮົາ, ພຣະອົງຢູ່ໃກ້ເຮົາ, ແລະ ພຣະອົງເຝົ້າພິທັກເຮົາ. ຢ່າງທີສອງ, ພຣະອົງຊື່ນຊົມທີ່ຈະອວຍພອນເຮົາ ຂະນະທີ່ເຮົາ “ພຽນທຳສິ່ງທີ່ຖືກຕ້ອງ.” ຊ່າງເປັນການປອບໂຍນແທ້ໆ ໃນທ່າມກາງຄວາມກັງວົນ ແລະ ຄວາມຫຍຸ້ງຍາກຂອງເຮົາ!
ແມ່ນແລ້ວ, ຍິງໜຸ່ມທັງຫລາຍ, ພວກເຈົ້າໄດ້ຮັບພອນ ແລະ ພວກເຈົ້າປະເສີດຫລາຍ, ແຕ່ພວກເຈົ້າກໍຄືກັນກັບລູກໆທັງຫລາຍຂອງພຣະບິດາເທິງສະຫວັນ ໃນຄວາມຈຳເປັນທີ່ຈະ “ພຽນທຳສິ່ງທີ່ຖືກຕ້ອງ.”
ບັດນີ້ ຂ້າພະເຈົ້າສາມາດໃຫ້ຄຳແນະນຳແກ່ພວກເຈົ້າໃນຫລາຍໆຢ່າງ, ແຕ່ຂ້າພະເຈົ້າໄດ້ເລືອກກ່າວເຖິງພຽງສອງຢ່າງເທົ່ານັ້ນ.
ຄຳແນະນຳຢ່າງທຳອິດແມ່ນກ່ຽວກັບມືຖື. ໃນການສຳຫລວດທົ່ວປະເທດ ເມື່ອບໍ່ດົນມານີ້ ພົບເຫັນວ່າ ຫລາຍກວ່າເຄິ່ງໜຶ່ງຂອງຄົນໄວລຸ້ນ ໃນສະຫະລັດ ບອກວ່າ ພວກເຂົາໄດ້ໃຊ້ເວລາຫລາຍທີ່ສຸດກັບມືຖື. ຫລາຍກວ່າ 40 ເປີເຊັນເວົ້າວ່າ ພວກເຂົາຮູ້ສຶກກັງວົນ ເມື່ອພວກເຂົາຖືກແຍກອອກຈາກມືຖືຂອງຕົນ.6 ສິ່ງນີ້ແມ່ນປົກກະຕິໃນບັນດາຍິງໜຸ່ມ ຫລາຍກວ່າຊາຍໜຸ່ມ. ຍິງໜຸ່ມທັງຫລາຍ—ແລະ ຜູ້ຍິງໃຫຍ່ກໍຄືກັນ—ຊີວິດຂອງພວກເຈົ້າຈະໄດ້ຮັບພອນຫລາຍ ຖ້າຫາກພວກເຈົ້າຮູ້ຈັກກຳນົດເວລາ ແລະ ກຳນົດການເພິ່ງອາໄສມືຖືຂອງພວກເຈົ້າ.
ຄຳແນະນຳຢ່າງທີສອງຂອງຂ້າພະເຈົ້າແມ່ນສຳຄັນກວ່ານັ້ນ. ຈົ່ງມີເມດຕາຕໍ່ກັນ. ຄວາມເມດຕາເປັນບາງສິ່ງທີ່ຊາວໜຸ່ມຂອງພວກເຮົາມີຢູ່ແລ້ວ. ກຸ່ມຊາວໜຸ່ມໃນບາງຊຸມຊົນ ໄດ້ສະແດງໃຫ້ເຮົາເຫັນແລ້ວ. ເຮົາໄດ້ຮັບການດົນໃຈໂດຍການກະທຳຂອງຊາວໜຸ່ມຂອງພວກເຮົາ ເຖິງການມີຄວາມເມດຕາຕໍ່ຜູ້ທີ່ຕ້ອງການຄວາມຮັກ ແລະ ຄວາມຊ່ວຍເຫລືອ. ໃນຫລາຍວິທີທາງ, ພວກເຈົ້າກໍໄດ້ຊ່ວຍເຫລືອ ແລະ ສະແດງຄວາມຮັກຕໍ່ກັນແລະກັນ. ພວກເຮົາຢາກໃຫ້ທຸກຄົນເຮັດຕາມຕົວຢ່າງຂອງພວກເຈົ້າ.
ໃນເວລາດຽວກັນ, ພວກເຮົາຮູ້ວ່າ ຜູ້ປໍລະປັກໄດ້ພະຍາຍາມລໍ້ລວງເຮົາທຸກຄົນໃຫ້ເຊົາມີເມດຕາ, ແລະ ກໍມີຫລາຍຕົວຢ່າງ ໃນເລື່ອງນີ້, ແມ່ນແຕ່ໃນບັນດາພວກເດັກນ້ອຍ ແລະ ຊາວໜຸ່ມ. ການຂາດຄວາມເມດຕາທີ່ເກີດຂຶ້ນຕະຫລອດ ກໍມີຫລາຍຊື່, ດັ່ງເຊັ່ນ ການຂົ່ມເຫັງຄົນອື່ນ, ການຫຍຸ້ມຂົ່ມເຫັງບາງຄົນ, ຫລື ການຮ່ວມກຸ່ມ ເພື່ອປະຕິເສດບາງຄົນ. ຕົວຢ່າງເຫລົ່ານີ້ ໄດ້ສ້າງຄວາມເຈັບປວດໂດຍເຈດຕະນາ ໃຫ້ແກ່ເພື່ອນນັກຮຽນ ຫລື ໝູ່ເພື່ອນ. ຍິງໜຸ່ມທັງຫລາຍ, ພຣະຜູ້ເປັນເຈົ້າບໍ່ພໍພຣະໄທ ຖ້າຫາກເຮົາໂຫດຮ້າຍ ຫລື ປະພຶດບໍ່ດີກັບຄົນອື່ນ.
ນີ້ຄືຕົວຢ່າງໜຶ່ງ: ຂ້າພະເຈົ້າໄດ້ຍິນກ່ຽວກັບຊາຍໜຸ່ມຄົນໜຶ່ງ, ຜູ້ເປັນອົບພະຍົບ ທີ່ອາໄສຢູ່ລັດຢູທານີ້, ຜູ້ໄດ້ຖືກຄົນອື່ນເວົ້າກວນ ເພາະລາວແຕກຕ່າງ, ຮ່ວມທັງບາງເທື່ອ ຕອນລາວເວົ້າພາສາແມ່ຂອງລາວ. ລາວໄດ້ຖືກຂົ່ມເຫັງໂດຍແກ້ງກຸ່ມຊາວໜຸ່ມຜູ້ມີຖານະດີກວ່າລາວ ຈົນລາວອົດບໍ່ໄຫວ ແລະ ໄດ້ຕອບໂຕ້ໃນວິທີທີ່ເຮັດໃຫ້ລາວຕ້ອງຖືກຈຳຄຸກ 70 ມື້ ຂະນະທີ່ຖືກພິຈາລະນາວ່າ ຄວນສົ່ງລາວກັບປະເທດຫລືບໍ່. ຂ້າພະເຈົ້າບໍ່ຮູ້ວ່າ ແມ່ນຫຍັງກະຕຸ້ນຊາວໜຸ່ມກຸ່ມນີ້, ຫລາຍຄົນກໍເປັນໄພ່ພົນຍຸກສຸດທ້າຍຄືກັນກັບພວກເຈົ້າ, ແຕ່ຂ້າພະເຈົ້າເຫັນໄດ້ວ່າ ຜົນສະທ້ອນຂອງການປະພຶດບໍ່ດີ, ໄດ້ເຮັດໃຫ້ລູກຄົນໜຶ່ງຂອງພຣະເຈົ້າໄດ້ຮັບຄວາມໂສກເສົ້າ ແລະ ຕ້ອງຊົດໃຊ້. ການຂາດຄວາມເມດຕາເລັກນ້ອຍ ສາມາດນຳຜົນສະທ້ອນທີ່ໃຫຍ່ໂຕມາໃຫ້.
ເມື່ອຂ້າພະເຈົ້າໄດ້ຍິນກ່ຽວກັບເລື່ອງນີ້, ຂ້າພະເຈົ້າໄດ້ປຽບທຽບມັນໃສ່ກັບ ສິ່ງທີ່ສາດສະດາຂອງເຮົາ, ປະທານແນວສັນ, ໄດ້ກ່າວ ໃນກອງປະຊຸມສຳລັບຊາວໜຸ່ມທົ່ວໂລກ ເມື່ອບໍ່ດົນມານີ້. ໃນການຂໍຮ້ອງພວກເຈົ້າ ແລະ ຊາວໜຸ່ມຄົນອື່ນໆ ໃນການຊ່ວຍເຕົ້າໂຮມອິດສະຣາເອນ, ເພິ່ນໄດ້ກ່າວວ່າ: “ຈົ່ງເປັນຄົນດີເດັ່ນ; ແຕກຕ່າງຈາກໂລກ. ພວກເຈົ້າ ແລະ ຂ້າພະເຈົ້າຮູ້ວ່າ ພວກເຈົ້າຕ້ອງເປັນແສງສະຫວ່າງໃຫ້ແກ່ໂລກ. ສະນັ້ນ, ພຣະຜູ້ເປັນເຈົ້າປະສົງໃຫ້ພວກເຈົ້າເບິ່ງຄື, ມີສຽງຄື, ກະທຳຄື, ນຸ່ງຖືຄື ສານຸສິດທີ່ແທ້ຈິງຂອງພຣະເຢຊູຄຣິດ.”7
ກອງທັບຂອງຊາວໜຸ່ມທີ່ປະທານແນວສັນ ໄດ້ເຊື້ອເຊີນພວກເຈົ້າໃຫ້ເຂົ້າຮ່ວມ ຈະບໍ່ມີ ການປະພຶດທີ່ບໍ່ດີ ຕໍ່ກັນ. ເຂົາເຈົ້າຈະເຮັດຕາມຄຳສອນຂອງພຣະຜູ້ຊ່ວຍໃຫ້ລອດ ເພື່ອເອື້ອມອອກໄປດ້ວຍຄວາມຮັກ ແລະ ດ້ວຍຄວາມເກງໃຈຄົນອື່ນ, ແມ່ນແຕ່ຕ້ອງຫັນແກ້ມອີກຂ້າງໜຶ່ງ ເມື່ອເຮົາຮູ້ສຶກວ່າ ບາງຄົນໄດ້ເຮັດຜິດຕໍ່ເຮົາ.
ໃນຄຳປາໄສຢູ່ກອງປະຊຸມໃຫຍ່ສາມັນ ຕອນນັ້ນຫລາຍຄົນພວກເຈົ້າຫາກໍເກີດ, ປະທານກໍດອນ ບີ ຮິງລີ ໄດ້ກ່າວຍ້ອງຍໍ “ຍິງໜຸ່ມທີ່ສວຍງາມ ຜູ້ພະຍາຍາມດຳລົງຊີວິດຕາມພຣະກິດຕິຄຸນ.” ເພິ່ນໄດ້ກ່າວເຖິງພວກນາງ, ຄືກັນກັບທີ່ຂ້າພະເຈົ້າກ່າວເຖິງພວກເຈົ້າ ດັ່ງນີ້:
“ພວກນາງມີໃຈເພື່ອແຜ່ຕໍ່ກັນ. ພວກນາງສະແຫວງຫາທີ່ຈະເພີ່ມຄວາມເຂັ້ມແຂງໃຫ້ກັນ. ພວກນາງນຳກຽດຕິຍົດມາໃຫ້ພໍ່ແມ່ ແລະ ບ້ານເຮືອນ. ພວກນາງກຳລັງກ້າວເຂົ້າສູ່ການເປັນຜູ້ໃຫຍ່ ແລະ ຈະມີອຸດົມຄະຕິທີ່ຈູງໃຈພວກນາງໃນເວລານີ້ ຕິດຕົວໄປຕະຫລອດຊີວິດ.”8
ໃນຖານະຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າ, ຂ້າພະເຈົ້າຂໍກ່າວກັບພວກເຈົ້າ ຍິງໜຸ່ມທັງຫລາຍ, ໂລກຂອງເຮົາຕ້ອງການຄວາມດີ ແລະ ຄວາມຮັກຂອງພວກເຈົ້າ. ຈົ່ງມີເມດຕາຕໍ່ກັນ. ພຣະເຢຊູໄດ້ສອນເຮົາ ໃຫ້ຮັກກັນແລະກັນ ແລະ ປະຕິບັດຕໍ່ກັນ ດັ່ງທີ່ເຮົາຢາກໃຫ້ຄົນອື່ນປະຕິບັດຕໍ່ເຮົາ. ເມື່ອເຮົາພະຍາຍາມມີເມດຕາ, ເຮົາຈະເຂົ້າໃກ້ພຣະອົງ ແລະ ອິດທິພົນແຫ່ງຄວາມຮັກຂອງພຣະອົງຫລາຍຂຶ້ນ.
ຍິງໜຸ່ມທີ່ຮັກແພງຂອງຂ້າພະເຈົ້າ, ຖ້າຫາກພວກເຈົ້າມີພາກສ່ວນໃນການປະພຶດທີ່ບໍ່ດີ ຫລື ໃນສິ່ງທີ່ບໍ່ສຳຄັນ—ບໍ່ວ່າຈະເປັນຄົນດຽວ ຫລື ເປັນກຸ່ມ—ໃຫ້ຕັດສິນໃຈໃນຕອນນີ້ ທີ່ຈະປ່ຽນແປງ ແລະ ຊຸກຍູ້ຄົນອື່ນໃຫ້ປ່ຽນແປງ. ນັ້ນຄືຄຳແນະນຳຂອງຂ້າພະເຈົ້າ, ແລະ ຂ້າພະເຈົ້າມອບໃຫ້ພວກເຈົ້າ ໃນຖານະຜູ້ຮັບໃຊ້ຂອງອົງພຣະເຢຊູຄຣິດເຈົ້າ ເພາະພຣະວິນຍານຂອງພຣະອົງໄດ້ກະຕຸ້ນໃຫ້ຂ້າພະເຈົ້າກ່າວກັບພວກເຈົ້າ ໃນຫົວຂໍ້ທີ່ສຳຄັນນີ້. ຂ້າພະເຈົ້າເປັນພະຍານເຖິງພຣະເຢຊູຄຣິດ, ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ຜູ້ໄດ້ສິດສອນເຮົາໃຫ້ຮັກກັນແລະກັນ ດັ່ງທີ່ພຣະອົງໄດ້ຮັກເຮົາ. ຂ້າພະເຈົ້າອະທິຖານວ່າ ເຮົາຈະເຮັດເຊັ່ນນັ້ນ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.