ກອງໄຟແຫ່ງສັດທາຂອງເຮົາ
ສຳລັບຜູ້ທີ່ສະແຫວງຫາ, ປ່ອຍໃຫ້ມັນເກີດຂຶ້ນ, ແລະ ພະຍາຍາມເຮັດໃຫ້ສຳເລັດ, ສັດທາຈະລິເລີ່ມ, ບາງເທື່ອອາດເປັນເທື່ອລະເລັກເທື່ອລະໜ້ອຍ, ແຕ່ມັນຈະເກີດຂຶ້ນ ຫລື ກັບຄືນມາໄດ້.
ອ້າຍເອື້ອຍນ້ອງທີ່ຮັກແພງ, ເປັນໜ້າອັດສະຈັນໃຈບໍ ທີ່ເຮົາໄດ້ຮັບການເປີດເຜີຍຢ່າງຕໍ່ເນື່ອງ ຈາກສະຫວັນຜ່ານທາງປະທານຣະໂຊ ເອັມ ແນວສັນ ແລະ ຜູ້ນຳຂອງສາດສະໜາຈັກ ທີ່ເຊື້ອເຊີນເຮົາໃຫ້ດຳລົງຊີວິດໃນວິທີທາງໃໝ່ ແລະ ສັກສິດກວ່າ,1 ຢູ່ທີ່ບ້ານ ແລະ ທີ່ໂບດ, ດ້ວຍສຸດໃຈ, ພະລັງ, ຄວາມນຶກຄິດ ແລະ ກຳລັງຂອງເຮົາ?
ທ່ານເຄີຍມີໂອກາດ ທີ່ໄດ້ເຮັດບາງສິ່ງບໍ ຊຶ່ງໂດຍການນັ້ນ ທ່ານຮູ້ສຶກວ່າ ທ່ານບໍ່ກະກຽມ ຫລື ບໍ່ພຽບພ້ອມ ແຕ່ທ່ານໄດ້ຮັບພອນທີ່ໄດ້ພະຍາຍາມເຮັດ?
ຂ້າພະເຈົ້າເຄີຍ. ນີ້ຄືຕົວຢ່າງໜຶ່ງ.
ເມື່ອຫລາຍປີກ່ອນ, ແອວເດີ ຣິເຈີດ ຈີ ສະກາດ, ສະມາຊິກໃນກຸ່ມອັກຄະສາວົກສິບສອງ, ໄດ້ຊັກຊວນຂ້າພະເຈົ້າຢ່າງສຸພາບວ່າ, “ແກຣິດ, ເຈົ້າຢາກແຕ້ມຮູບດ້ວຍສີນ້ຳກັບຂ້ອຍບໍ?”
ແອວເດີ ສະກາດ ເວົ້າວ່າ ການແຕ້ມຮູບ ໄດ້ຊ່ວຍເພິ່ນສັງເກດ ແລະ ປະດິດຄິດສ້າງ. ເພິ່ນໄດ້ຂຽນວ່າ: “ຕ້ອງພະຍາຍາມປະດິດຄິດສ້າງ, ເຖິງແມ່ນວ່າຜົນຂອງມັນເປັນພຽງສິ່ງທຳມະດາກໍຕາມ. … ການປະດິດຄິດສ້າງ ສາມາດກໍ່ໃຫ້ເກີດຄວາມກະຕັນຍູທາງວິນຍານສຳລັບຊີວິດ ແລະ ສຳລັບສິ່ງທີ່ພຣະຜູ້ເປັນເຈົ້າໄດ້ຖັກສານໄວ້ໃນຕົວທ່ານ. … ຖ້າຫາກທ່ານເລືອກຢ່າງສະຫລາດ, ມັນຈະບໍ່ກິນເວລາຫລາຍປານໃດ.”2
ປະທານເຮັນຣີ ບີ ໄອຣິງ ບັນຍາຍເຖິງການນັ່ງສະມາທິທາງສິລະປະຂອງເພິ່ນ ຊຶ່ງກະຕຸ້ນໂດຍ “ຄວາມຮູ້ສຶກຮັກ,” ຮ່ວມທັງ “ຄວາມຮັກຂອງພຣະຜູ້ສ້າງ ທີ່ຄາດໝາຍໃຫ້ລູກໆຂອງພຣະອົງ ກາຍເປັນເໝືອນດັ່ງພຣະອົງ—ເພື່ອປະດິດຄິດສ້າງ ແລະ ສ້າງສາ.”3 ວຽກງານທີ່ປະດິດຄິດສ້າງຂອງປະທານໄອຣິງ ໃຫ້ “ມຸມມອງທາງວິນຍານທີ່ພິເສດ ເລື່ອງປະຈັກພະຍານ ແລະ ສັດທາ.”4
ຮູບພາບຂອງປະທານບອຍ ເຄ ແພ໊ກເກີ ສະແດງໃຫ້ເຫັນເຖິງຂ່າວສານກ່ຽວກັບພຣະກິດຕິຄຸນຂັ້ນພື້ນຖານ: “ພຣະເຈົ້າຄືພຣະຜູ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທັງປວງໃນນັ້ນ, ຊຶ່ງທຸກສິ່ງເປັນພະຍານເຖິງການສ້າງແຫ່ງສະຫວັນໂດຍກົງ, ແລະ ມັນກໍມີຄວາມປອງດອງລະຫວ່າງທຳມະຊາດ, ວິທະຍາສາດ, ແລະ ພຣະກິດຕິຄຸນຂອງພຣະເຢຊູຄຣິດ.”5
ແອວມາເປັນພະຍານວ່າ, “ທຸກສິ່ງຊີ້ໃຫ້ເຫັນວ່າມີພຣະເຈົ້າ.”6 ເພງຂອງເດັກນ້ອຍປະຖົມໄວຂອງເຮົາ ບອກວ່າ, “ເມື່ອໃດເຮົາໄດ້ຍິນສຽງນົກຮ້ອງ ຫລື ເບິ່ງທ້ອງຟ້າສີຄາມ, … ເຮົາດີໃຈ ທີ່ເຮົາມີຊີວິດຢູ່ໃນໂລກທີ່ສວຍງາມ ຊຶ່ງພຣະບິດາເທິງສະຫວັນໄດ້ສ້າງໄວ້ໃຫ້ເຮົາ.”7 ນັກຂຽນຊື່ ວິກເຕີ ຮູໂກ ອະທິບາຍກ່ຽວກັບ “ຄວາມສຳພັນທີ່ໜ້າອັດສະຈັນໃຈ ລະຫວ່າງສິ່ງທີ່ມີຊີວິດ; ສິ່ງຕ່າງໆ ໃນໂລກນີ້, ຈາກດວງຕາເວັນ ເຖິງໂຕເພ້ຍ. … ນົກທັງໝົດທີ່ບິນ ເປັນພາກສ່ວນໜຶ່ງໃນແຜນແຫ່ງນິລັນດອນ. … ກຸ່ມແກ໊ສໃນທ້ອງຟ້າ ກໍເຕັມໄປດ້ວຍດວງດາວ.”8
ສິ່ງນັ້ນໄດ້ພາເຮົາກັບມາຫາຄຳຊັກຊວນຂອງແອວເດີ ສະກາດ.
“ແອວເດີ ສະກາດ,” ຂ້າພະເຈົ້າຕອບ, “ຂ້ອຍກໍຢາກຮູ້ຈັກສັງເກດ ແລະ ປະດິດຄິດສ້າງຫລາຍກວ່າເກົ່າ. ຂ້ອຍຕື່ນເຕັ້ນເມື່ອຄິດເຖິງຮູບພາບຂອງພຣະບິດາເທິງສະຫວັນ ທີ່ມີຄື້ນເມກ ແລະ ສີສັນໃນທ້ອງຟ້າ ແລະ ໃນນ້ຳ. ແຕ່”—ໄດ້ມິດງຽບຢູ່ບຶດໜຶ່ງ—“ແອວເດີ ສະກາດ,” ຂ້າພະເຈົ້າເວົ້າ, “ຂ້ອຍບໍ່ມີພອນສະຫວັນໃນເລື່ອງການແຕ້ມດ້ວຍສີນ້ຳ. ຂ້ອຍເປັນຫ່ວງວ່າ ມັນຈະເຮັດໃຫ້ເຈົ້າຫຍຸ້ງຍາກ ທີ່ຈະພະຍາຍາມສອນຂ້ອຍ.”
ແອວເດີ ສະກາດ ຍິ້ມ ແລະ ໄດ້ຈັດຫາເວລາໃຫ້ຂ້າພະເຈົ້າໄປຫາເພິ່ນ. ເມື່ອຮອດມື້ນັດໝາຍ, ເພິ່ນໄດ້ຕຽມເຈ້ຍ, ສີ, ແລະ ແປງທາໄວ້ໃຫ້. ເພິ່ນໄດ້ວາດຮູບຮ່າງ ແລະ ໄດ້ທາເຈ້ຍໃຫ້ປຽກ ໃຫ້ຂ້າພະເຈົ້າ.
ພວກເຮົາໄດ້ໃຊ້ແບບຮູບທີ່ແຕ້ມດ້ວຍສີນ້ຳ ຊື່ວ່າ ກອງໄຟໃນຍາມອັດສະດົງ. ຂະນະທີ່ພວກເຮົາແຕ້ມຢູ່ນັ້ນ, ພວກເຮົາໄດ້ເວົ້າລົມກັນກ່ຽວກັບສັດທາ—ວ່າຕອນທີ່ເຮົາສຳພັດກັບແສງສະຫວ່າງ ແລະ ຄວາມອົບອຸ່ນຂອງກອງໄຟ, ເຮົາບໍ່ເປັນຫ່ວງກັບຄວາມມືດ ແລະ ຄວາມບໍ່ໝັ້ນໃຈ—ວ່າໃນຍາມຄ່ຳຄືນທີ່ຍືດຍາວ ແລະ ເປົ່າປ່ຽວດຽວດາຍ, ກອງໄຟແຫ່ງສັດທາຂອງເຮົາ ສາມາດໃຫ້ຄວາມຫວັງ ແລະ ຄວາມໝັ້ນໃຈໄດ້. ແລະ ມື້ເຊົ້າຈະຕ່າວມາ. ກອງໄຟແຫ່ງສັດທາຂອງເຮົາ—ຄວາມຊົງຈຳ, ປະສົບການ, ແລະ ມໍລະດົກແຫ່ງສັດທາໃນຄຸນງາມຄວາມດີຂອງພຣະເຈົ້າ ແລະ ຄວາມເມດຕາທີ່ອ່ອນໂຍນໃນຊີວິດຂອງເຮົາ—ຊ່ວຍເຮົາໃຫ້ສາມາດຜ່ານຜ່າຄ່ຳຄືນໄປໄດ້.
ປະຈັກພະຍານຂອງຂ້າພະເຈົ້າແມ່ນວ່າ—ສຳລັບຜູ້ທີ່ສະແຫວງຫາ, ປ່ອຍໃຫ້ມັນເກີດຂຶ້ນ, ແລະ ພະຍາຍາມເຮັດໃຫ້ສຳເລັດ—ສັດທາຈະລິເລີ່ມ, ບາງເທື່ອອາດເປັນເທື່ອລະເລັກເທື່ອລະໜ້ອຍ, ແຕ່ມັນຈະເກີດຂຶ້ນ ຫລື ກັບຄືນມາໄດ້. ແສງສະຫວ່າງຈະເກີດຂຶ້ນ ເມື່ອເຮົາປາດຖະໜາ ແລະ ສະແຫວງຫາມັນ, ເມື່ອເຮົາອົດທົນ ແລະ ເຊື່ອຟັງພຣະບັນຍັດຂອງພຣະເຈົ້າ, ເມື່ອເຮົາເປີດຮັບເອົາພຣະຄຸນ, ການປິ່ນປົວ, ແລະ ພັນທະສັນຍາຂອງພຣະເຈົ້າ.
ຂະນະທີ່ພວກເຮົາເລີ່ມຕົ້ນແຕ້ມຮູບ, ແອວເດີ ສະກາດ ໄດ້ຊຸກຍູ້ຂ້າພະເຈົ້າວ່າ, “ແກຣິດ, ເຖິງແມ່ນເປັນເທື່ອທຳອິດທີ່ຮຽນແຕ້ມ ເຈົ້າກໍຊິແຕ້ມບາງສິ່ງທີ່ເຈົ້າຢາກເກັບໄວ້ ແລະ ຈື່ຈຳ.” ແອວເດີ ສະກາດ ເວົ້າຖືກ. ຂ້າພະເຈົ້າຍັງທະນຸຖະໜອມຮູບພາບກອງໄຟແຫ່ງສັດທາຂອງເຮົາ ທີ່ແອວເດີ ສະກາດ ຊ່ວຍຂ້າພະເຈົ້າແຕ້ມ ໄວ້ຢູ່. ຄວາມສາມາດທາງດ້ານສິລະປະຂອງຂ້າພະເຈົ້າ ຍັງຈຳກັດຢູ່, ແຕ່ຄວາມຊົງຈຳກ່ຽວກັບກອງໄຟແຫ່ງສັດທາຂອງເຮົາ ໄດ້ຊຸກຍູ້ເຮົາ ໃນຫ້າວິທີ.
ທຳອິດ, ກອງໄຟແຫ່ງສັດທາຂອງເຮົາ ສາມາດຊຸກຍູ້ເຮົາໃຫ້ພົບຄວາມສຸກໃນການປະດິດຄິດສ້າງທີ່ເປັນປະໂຫຍດ.
ມັນມີຄວາມສຸກໃນການມະໂນພາບ, ການຮຽນຮູ້, ການເຮັດສິ່ງໃໝ່ທີ່ມີຄຸນຄ່າ. ສິ່ງນີ້ເປັນຄວາມຈິງ ໂດຍສະເພາະ ເມື່ອເຮົາມີສັດທາທີ່ເລິກຊຶ້ງ ແລະ ໄວ້ວາງໃຈໃນພຣະບິດາເທິງສະຫວັນ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ. ເຮົາບໍ່ສາມາດຮັກຕົວເອງຫລາຍພໍ ທີ່ຈະຊ່ວຍຕົວເອງໃຫ້ລອດໄດ້. ແຕ່ພຣະບິດາເທິງສະຫວັນຮັກເຮົາ ຫລາຍກວ່າທີ່ເຮົາຮັກ ຫລື ຮູ້ຈັກຕົວເອງ. ເຮົາສາມາດໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ແລະ ບໍ່ຄວນເຊື່ອໝັ້ນໃນສິ່ງທີ່ເຮົາຄິດວ່າເຮົາຮູ້ຈັກ.9
ທ່ານເຄີຍເປັນຜູ້ດຽວທີ່ບໍ່ຖືກເຊີນໄປຮ່ວມງານວັນເກີດຂອງບາງຄົນບໍ?
ທ່ານເຄີຍຖືກເລືອກເປັນຄົນສຸດທ້າຍບໍ, ຫລື ບໍ່ຖືກເລືອກເລີຍ, ຕອນມີການເລືອກທີມ?
ທ່ານເຄີຍກະກຽມສຳລັບການສອບເສັງທີ່ໂຮງຮຽນ, ການສຳພາດສຳລັບວຽກງານ, ໂອກາດທີ່ທ່ານຢາກໄດ້ຮັບຫລາຍທີ່ສຸດບໍ—ແລະ ທ່ານຮູ້ສຶກວ່າ ທ່ານລົ້ມເຫລວ?
ທ່ານເຄີຍອະທິຖານສຳລັບຄວາມສຳພັນໃດໜຶ່ງບໍ, ບໍ່ວ່າດ້ວຍເຫດຜົນໃດກໍຕາມ, ທ່ານບໍ່ປະສົບຄວາມສຳເລັດ?
ທ່ານເຄີຍປະສົບກັບຄວາມປ່ວຍໂຊ, ຖືກຄູ່ຄອງປະຖິ້ມ, ທຸກທໍລະມານເພື່ອຄອບຄົວບໍ?
ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ຮູ້ຈັກສະພາບການຂອງເຮົາ. ເມື່ອເຮົາໃຊ້ອຳເພີໃຈທີ່ພຣະເຈົ້າປະທານໃຫ້ ແລະ ມີສ່ວນຮ່ວມໃນການໃຊ້ຄວາມສາມາດຂອງເຮົາ ໃນຄວາມຖ່ອມຕົວ ແລະ ສັດທາ, ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ສາມາດຊ່ວຍເຮົາໃຫ້ສາມາດປະເຊີນກັບການທ້າທາຍ ແລະ ຄວາມສຸກຂອງຊີວິດໄດ້. ສັດທາແມ່ນຮ່ວມດ້ວຍຄວາມປາດຖະໜາ ແລະ ການເລືອກທີ່ຈະເຊື່ອ. ສັດທາກໍຍັງມາເຖິງຈາກການເຊື່ອຟັງພຣະບັນຍັດຂອງພຣະເຈົ້ານຳອີກ, ຊຶ່ງຖືກປະທານໃຫ້ເພື່ອເປັນພອນແກ່ເຮົາ, ເມື່ອເຮົາເດີນຕາມເສັ້ນທາງແຫ່ງພັນທະສັນຍາຂອງພຣະອົງ.
ເມື່ອເຮົາເຄີຍຮູ້ສຶກ, ຫລື ກຳລັງຮູ້ສຶກ, ບໍ່ແນ່ນອນໃຈ, ເປົ່າປ່ຽວ, ງຸດງິດ, ໃຈຮ້າຍ, ບໍ່ເປັນດັ່ງຄິດ, ຜິດຫວັງ, ຫລື ຫ່າງເຫີນຈາກພຣະເຈົ້າ ແລະ ສາດສະໜາຈັກທີ່ຖືກຟື້ນຟູຂອງພຣະອົງ, ອາດຕ້ອງໄດ້ໃຊ້ຄວາມພະຍາຍາມ ແລະ ສັດທາ ເພື່ອຈະໄດ້ເຂົ້າໄປໃນເສັ້ນທາງແຫ່ງພັນທະສັນຍາຂອງພຣະອົງໄດ້ອີກ. ແຕ່ມັນກໍກຸ້ມຄ່າ! ຈົ່ງມາ, ຫລື ກັບຄືນມາ, ຫາອົງພຣະເຢຊູຄຣິດເຈົ້າ! ຄວາມຮັກຂອງພຣະເຈົ້າ ໝັ້ນໜຽວກວ່າສາຍຮັດແຫ່ງຄວາມຕາຍ—ທາງຮ່າງກາຍ ຫລື ທາງວິນຍານ.10 ການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ແມ່ນບໍ່ມີຂອບເຂດ ແລະ ເປັນນິລັນດອນ. ເຮົາແຕ່ລະຄົນຈະຫັນເຫ ແລະ ຂາດຕົກບົ່ງພ່ອງ. ຈະມີເວລາໃດເວລາໜຶ່ງທີ່ເຮົາຈະຫລົງທິດຫລົງທາງ. ພຣະເຈົ້າໃຫ້ເຮົາແນ່ໃຈໄດ້ວ່າ, ບໍ່ວ່າເຮົາຈະຢູ່ບ່ອນໃດ ຫລື ເຮົາເຄີຍເຮັດສິ່ງໃດ, ບໍ່ມີຈຸດໃດດອກ ທີ່ເຮົາຈະຫວນກັບຄືນບໍ່ໄດ້. ພຣະອົງລໍຖ້າ ຕ້ອນຮັບເຮົາຢູ່.11
ທີສອງ, ກອງໄຟແຫ່ງສັດທາຂອງເຮົາສາມາດຊຸກຍູ້ເຮົາໃຫ້ປະຕິບັດໃນວິທີທາງໃໝ່, ທີ່ສູງກວ່າ, ແລະ ສັກສິດກວ່າ ທີ່ຖືກດົນໃຈຈາກພຣະວິນຍານ.
ການປະຕິບັດເຊັ່ນນັ້ນ ຈະນຳການມະຫັດສະຈັນ ແລະ ພອນຂອງພັນທະສັນຍາແຫ່ງການເປັນພາກສ່ວນ ມາໃຫ້—ທີ່ເຮັດໃຫ້ເຮົາຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າ ແລະ ສະແຫວງຫາທີ່ຈະປະຕິບັດຕໍ່ຄົນອື່ນໃນຄວາມຮູ້ສຶກດຽວກັນນັ້ນ.
ເມື່ອບໍ່ດົນມານີ້, ຊິດສະເຕີ ກອງ ແລະ ຂ້າພະເຈົ້າ ໄດ້ຮູ້ຈັກກັບພໍ່ຄົນໜຶ່ງ ແລະ ຄອບຄົວຂອງລາວ ທີ່ໄດ້ຮັບພອນຈາກອ້າຍນ້ອງຖານະປະໂລຫິດ ທີ່ຊື່ສັດ ຊຶ່ງລາວໄດ້ໄປຫາອະທິການຂອງເຂົາເຈົ້າ ແລະ ຂໍເປັນຄູສອນປະຈຳບ້ານ ຄູ່ກັບພໍ່ຄົນນີ້. ພໍ່ຄົນນີ້ບໍ່ເຂັ້ມແຂງ ແລະ ບໍ່ສົນໃຈເປັນຄູສອນປະຈຳບ້ານ. ແຕ່ເມື່ອໃຈຂອງລາວເລີ່ມປ່ຽນແປງ, ລາວ ແລະ ອ້າຍນ້ອງຖານະປະໂລຫິດຄົນນີ້ ເລີ່ມຕົ້ນໄປຢ້ຽມຢາມຄອບຄົວ “ຂອງເຂົາເຈົ້າ”. ຫລັງຈາກໄດ້ໄປຢ້ຽມຢາມເທື່ອໜຶ່ງ, ເມຍຂອງລາວ—ຕອນນັ້ນ ບໍ່ໄດ້ໄປໂບດ—ໄດ້ຖາມຜົວວ່າ ການໄປຢ້ຽມຢາມເປັນຈັ່ງໃດ. ພໍ່ຄົນນີ້ໄດ້ຍອມຮັບວ່າ, “ຂ້ອຍຮູ້ສຶກເຖິງບາງສິ່ງ”—ແລ້ວລາວກໍຍ່າງໄປເອົາເບຍຢູ່ເຮືອນຄົວ.12
ແຕ່ສິ່ງໜຶ່ງພາໄປຫາອີກສິ່ງໜຶ່ງ: ປະສົບການທີ່ອ່ອນໂຍນ, ການປະຕິບັດຮັບໃຊ້, ການປ່ຽນໃຈ, ການໄປຫ້ອງຮຽນຕຽມໄປພຣະວິຫານ, ການໄປໂບດ, ການໄປຜະນຶກເປັນຄອບຄົວໃນພຣະວິຫານທີ່ສັກສິດ. ໃຫ້ວາດພາບເບິ່ງດູວ່າ ລູກຫລານຂອງລາວຈະມີຄວາມກະຕັນຍູຫລາຍຂະໜາດໃດຕໍ່ພໍ່ແມ່ຂອງເຂົາເຈົ້າ ແລະ ຕໍ່ອ້າຍນ້ອງຜູ້ປະຕິບັດສາດສະໜາກິດ ທີ່ໄດ້ມາຫາໃນຖານະເພື່ອນ ແລະ ຄູ່ສອນກັບພໍ່ຄົນນີ້ ເພື່ອປະຕິບັດສາດສະໜາກິດ ແລະ ຮັກຄົນອື່ນ.
ກອງໄຟແຫ່ງສັດທາຢ່າງທີສາມ ໃຫ້ການຊຸກຍູ້: ຄວາມສຸກ ແລະ ພອນຂອງພຣະກິດຕິຄຸນທີ່ປະດິດຄິດສ້າງ ມາເຖິງເມື່ອເຮົາສະແຫວງຫາທີ່ຈະຮັກພຣະຜູ້ເປັນເຈົ້າ ແລະ ຄົນອື່ນ ດ້ວຍສຸດໃຈ ແລະ ສຸດຈິດ.
ພຣະຄຳພີສອນເຮົາໃຫ້ວາງທຸກສິ່ງທີ່ເຮົາເປັນ ແລະ ຈະກາຍເປັນ ໄວ້ເທິງແທ່ນບູຊາແຫ່ງຄວາມຮັກ ແລະ ການຮັບໃຊ້. ໃນພຣະຄຳພີເດີມ, ພຣະບັນຍັດສອງ ໄດ້ແນະນຳເຮົາໃຫ້ “ຮັກພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ” ດ້ວຍສຸດໃຈ, ດ້ວຍສຸດຈິດ, ແລະ ດ້ວຍສຸດກຳລັງ.13 ໂຢຊວຍແນະນຳວ່າ, “ຈົ່ງຮັກພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ, … ຈົ່ງປະຕິບັດຕາມພຣະປະສົງຂອງພຣະອົງ, … ຮັກສາພຣະບັນຍັດຂອງພຣະເຈົ້າ, … ຈົ່ງສັດຊື່ຕໍ່ພຣະອົງ, ແລະ … ຮັບໃຊ້ພຣະອົງດ້ວຍສຸດໃຈ ແລະ ດ້ວຍສຸດຈິດຂອງພວກເຈົ້າ.”14
ໃນພຣະຄຳພີໃໝ່, ພຣະຜູ້ຊ່ວຍໃຫ້ລອດຂອງເຮົາກ່າວເຖິງພຣະບັດຍັດສອງປະການ: “ຈົ່ງຮັກພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ດ້ວຍສຸດໃຈ, ດ້ວຍສຸດຈິດ, ແລະ ດ້ວຍສຸດກຳລັງຂອງເຈົ້າ, … ແລະ ຮັກເພື່ອນບ້ານເໝືອນຮັກຕົນເອງ.”15
ໃນພຣະຄຳພີມໍມອນ: ປະຈັກພະຍານອີກຢ່າງໜຶ່ງເຖິງພຣະເຢຊູຄຣິດ, ກະສັດເບັນຢາມິນໄດ້ອອກແຮງງານ “ດ້ວຍສຸດກຳລັງຂອງຮ່າງກາຍຂອງເພິ່ນ ແລະ ດ້ວຍຄວາມສາມາດຂອງຈິດວິນຍານທັງໝົດຂອງເພິ່ນ” ແລະ ໄດ້ສະຖາປະນາຄວາມສະຫງົບຂຶ້ນໃນແຜ່ນດິນ.16 ໃນ Doctrine and Covenants, ດັ່ງທີ່ຜູ້ສອນສາດສະໜາທຸກຄົນຮູ້ຈັກ, ພຣະຜູ້ເປັນເຈົ້າຂໍໃຫ້ເຮົາຮັບໃຊ້ພຣະອົງ ດ້ວຍສຸດໃຈ, ພະລັງ, ຄວາມນຶກຄິດ ແລະ ກຳລັງ.17 ຕອນໄພ່ພົນໄດ້ເຂົ້າໄປຫາເຂດແຈ໊ກສັນ, ພຣະຜູ້ເປັນເຈົ້າໄດ້ບັນຊາເຂົາເຈົ້າໃຫ້ຮັກສາວັນຊະບາໂຕໃຫ້ສັກສິດ ໂດຍການຮັກພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຂົາເຈົ້າດ້ວຍສຸດໃຈ, ດ້ວຍສຸດພະລັງ, ຄວາມຄິດ, ແລະ ກຳລັງຂອງເຂົາເຈົ້າ; ແລະ ໃນພຣະນາມຂອງພຣະເຢຊູຄຣິດ ໃຫ້ເຂົາເຈົ້າຮັບໃຊ້ພຣະອົງ.18
ເຮົາປິຕິຍິນດີໃນຄຳເຊື້ອເຊີນໃຫ້ອຸທິດດ້ວຍສຸດຈິດ ເພື່ອສະແຫວງຫາວິທີທີ່ສູງກວ່າ ແລະ ສັກສິດກວ່າ ທີ່ຈະຮັກພຣະເຈົ້າ ແລະ ຄົນອື່ນທີ່ຢູ່ອ້ອມຮອບເຮົາ ແລະ ມີສັດທາຫລາຍຂຶ້ນ ໃນພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ ຢູ່ໃນໃຈ ແລະ ໃນບ້ານເຮືອນຂອງເຮົາ ແລະ ທີ່ໂບດ.
ທີສີ່, ກອງໄຟແຫ່ງສັດທາຂອງເຮົາ ຊຸກຍູ້ເຮົາໃຫ້ສ້າງແບບແຜນແຫ່ງການດຳລົງຊີວິດຢ່າງຊອບທຳເປັນປະຈຳ ເພື່ອໃຫ້ສັດທາ ແລະ ຄວາມເປັນຢູ່ທາງວິນຍານເລິກຊຶ້ງ.
ນິໄສທີ່ສັກສິດ, ລະບຽບປະຈຳທີ່ຊອບທຳ, ຫລື ແບບແຜນຂອງການອະທິຖານເຫລົ່ານີ້ ອາດຮ່ວມດ້ວຍການອະທິຖານ, ການສຶກສາພຣະຄຳພີ, ການຖືສິນອົດເຂົ້າ, ການລະນຶກເຖິງພຣະຜູ້ຊ່ວຍໃຫ້ລອດ ແລະ ພັນທະສັນຍາ ລະຫວ່າງພິທີການສິນລະລຶກ; ການແບ່ງປັນພອນຂອງພຣະກິດຕິຄຸນຜ່ານທາງຜູ້ສອນສາດສະໜາ, ພຣະວິຫານ ແລະ ປະຫວັດຄອບຄົວ, ແລະ ການຮັບໃຊ້ອື່ນໆ; ການຂຽນບັນທຶກສ່ວນຕົວທີ່ໃຊ້ຄວາມຄິດ; ແລະ ອື່ນໆ.
ເມື່ອແບບແຜນທີ່ຊອບທຳ ແລະ ຄວາມໃຝ່ຝັນທາງວິນຍານ ລວມເຂົ້າກັນ, ເວລາ ແລະ ນິລັນດອນກໍຈະລວມເຂົ້າກັນ. ແສງສະຫວ່າງທາງວິນຍານ ແລະ ຊີວິດມາເຖິງ ເມື່ອການໄປໂບດເປັນປະຈຳ ດຶງດູດເຮົາໃຫ້ເຂົ້າໃກ້ຊິດພຣະບິດາເທິງສະຫວັນຂອງເຮົາ ແລະ ພຣະຜູ້ຊ່ວຍໃຫ້ລອດ, ພຣະເຢຊູຄຣິດ. ເມື່ອເຮົາມັກຄວາມໝາຍ ແລະ ພິທີການຂອງກົດ, ສິ່ງທີ່ເປັນນິລັນດອນຈະກັ່ນລົງມາເທິງຈິດວິນຍານຂອງເຮົາ ເໝືອນດັ່ງຢາດນ້ຳຄ້າງຈາກສະຫວັນ.19 ດ້ວຍການເຊື່ອຟັງແຕ່ລະວັນ ແລະ ນ້ຳທີ່ປະກອບດ້ວຍຊີວິດທີ່ສົດຊື່ນ, ເຮົາຈະພົບຄຳຕອບ, ສັດທາ, ແລະ ພະລັງ ເພື່ອປະເຊີນກັບການທ້າທາຍ ແລະ ໂອກາດໃນທຸກວັນ ດ້ວຍພຣະກິດຕິຄຸນທີ່ມີຄວາມອົດທົນ, ມຸມມອງ, ແລະ ຄວາມສຸກ.
ທີຫ້າ, ເມື່ອເຮົາຮັກສາແບບແຜນທີ່ຮູ້ຈັກດີທີ່ສຸດ ຂະນະທີ່ສະແຫວງຫາວິທີໃໝ່ ແລະ ສັກສິດກວ່າ ທີ່ຈະຮັກພຣະເຈົ້າ ແລະ ຊ່ວຍເຮົາ ແລະ ຄົນອື່ນ ກະກຽມທີ່ຈະພົບກັບພຣະອົງ, ແລ້ວກອງໄຟແຫ່ງສັດທາຂອງເຮົາຈະຊຸກຍູ້ເຮົາໃຫ້ຈື່ຈຳວ່າ ຄວາມດີພ້ອມແມ່ນຢູ່ໃນພຣະຄຣິດ, ບໍ່ແມ່ນຢູ່ໃນຕົວເຮົາ ຫລື ຢູ່ໃນຄວາມດີພ້ອມຂອງໂລກ.
ຄຳເຊື້ອເຊີນຂອງພຣະເຈົ້າແມ່ນເຕັມໄປດ້ວຍຄວາມຮັກ ແລະ ຄວາມເປັນໄປໄດ້ ເພາະພຣະເຢຊູຄຣິດ “ເປັນທາງນັ້ນ, ເປັນຄວາມຈິງ, ແລະ ເປັນຊີວິດ.”20 ຕໍ່ບັນດາຜູ້ເຮັດການໜັກໜ່ວງ, ພຣະອົງເຊື້ອເຊີນວ່າ, “ຈົ່ງມາຫາເຮົາ,” ແລະ ຜູ້ທີ່ມາຫາພຣະອົງ, ພຣະອົງສັນຍາວ່າ, “ເຮົາຈະໃຫ້ພວກເຈົ້າໄດ້ຮັບຄວາມເຊົາເມື່ອຍ.”21 “ຈົ່ງມາຫາພຣະຄຣິດ, ແລະ ຖືກເຮັດໃຫ້ເປັນຄົນດີພ້ອມໃນພຣະອົງ, … ຮັກພຣະເຈົ້າດ້ວຍສຸດພະລັງ, ຈິດໃຈ, ແລະ ກຳລັງຂອງທ່ານ, ເມື່ອນັ້ນພຣະຄຸນຂອງພຣະອົງຈຶ່ງພຽງພໍສຳລັບທ່ານ, ເພື່ອໂດຍພຣະຄຸນຂອງພຣະອົງ, ທ່ານຈະດີພ້ອມໃນພຣະຄຣິດ.”22
ໃນຄວາມໝັ້ນໃຈນີ້ “ໂດຍພຣະຄຸນຂອງພຣະອົງ, ທ່ານຈະດີພ້ອມໃນພຣະຄຣິດ” ມັນຍັງເປັນຄວາມປອບໂຍນ, ຄວາມສະຫງົບ, ແລະ ຄຳສັນຍາ ທີ່ເຮົາສາມາດສືບຕໍ່ດຳເນີນໄປໜ້າດ້ວຍສັດທາ ແລະ ດ້ວຍຄວາມໝັ້ນໃຈ ໃນພຣະຜູ້ເປັນເຈົ້າ ແມ່ນແຕ່ຕອນທີ່ທຸກສິ່ງບໍ່ເປັນໄປດັ່ງທີ່ເຮົາຫວັງ, ຄາດໝາຍ, ຫລື ບາງເທື່ອ ສົມຄວນໄດ້ຮັບ, ເຖິງແມ່ນມັນບໍ່ໄດ້ເປັນຄວາມຜິດຂອງເຮົາເອງ, ແມ່ນແຕ່ຫລັງຈາກເຮົາໄດ້ເຮັດທຸກສິ່ງຈົນສຸດຄວາມສາມາດແລ້ວ.
ໃນຫລາຍເວລາ ແລະ ຫລາຍວິທີ, ເຮົາທຸກຄົນກໍຮູ້ສຶກກວ່າບໍ່ພຽບພ້ອມ, ບໍ່ໝັ້ນໃຈ, ບາງທີ ບໍ່ມີຄ່າຄວນພໍ. ແຕ່ໃນຄວາມພະຍາຍາມຂອງເຮົາດ້ວຍສັດທາ ທີ່ຈະຮັກພຣະເຈົ້າ ແລະ ປະຕິບັດຕໍ່ເພື່ອນບ້ານຂອງເຮົາ, ເຮົາອາດຮູ້ສຶກເຖິງຄວາມຮັກຂອງພຣະອົງ ແລະ ການດົນໃຈທີ່ຕ້ອງການ ສຳລັບເຂົາເຈົ້າ ແລະ ຊີວິດຂອງເຮົາ ໃນວິທີທາງໃໝ່ ແລະ ສັກສິດກວ່າ.
ດ້ວຍຄວາມເຫັນອົກເຫັນໃຈ, ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ຊຸກຍູ້ເຮົາ ແລະ ສັນຍາວ່າ ເຮົາສາມາດ “ມຸ້ງໜ້າດ້ວຍຄວາມໝັ້ນຄົງໃນພຣະຄຣິດ, ໂດຍມີຄວາມສະຫວ່າງຢ່າງບໍລິບູນຂອງຄວາມຫວັງ ແລະ ຄວາມຮັກຂອງພຣະເຈົ້າ ແລະ ຂອງມະນຸດທັງປວງ.”23 ຄຳສອນຂອງພຣະຄຣິດ, ການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ແລະ ການເດີນຕາມເສັ້ນທາງແຫ່ງພັນທະສັນຍາຂອງພຣະອົງ ດ້ວຍສຸດຈິດຂອງເຮົາ ສາມາດຊ່ວຍເຮົາໃຫ້ຮູ້ຄວາມຈິງຂອງພຣະອົງ ແລະ ເຮັດໃຫ້ເຮົາເປັນອິດສະລະ.24
ຂ້າພະເຈົ້າເປັນພະຍານວ່າ ຄວາມສົມບູນແຫ່ງພຣະກິດຕິຄຸນຂອງພຣະອົງ ແລະ ແຜນແຫ່ງຄວາມສຸກຂອງພຣະອົງ ໄດ້ຖືກຟື້ນຟູ ແລະ ຖືກສິດສອນໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ໃນພຣະຄຳພີທີ່ສັກສິດ, ແລະ ໂດຍສາດສະດາ ຈາກສາດສະດາ ໂຈເຊັບ ສະມິດ ມາເຖິງ ປະທານຣະໂຊ ເອັມ ແນວສັນ ໃນທຸກວັນນີ້. ຂ້າພະເຈົ້າເປັນພະຍານເຖິງເສັ້ນທາງແຫ່ງພັນທະສັນຍາຂອງພຣະອົງ ທີ່ພາໄປສູ່ຂອງປະທານທີ່ຍິ່ງໃຫຍ່ທີ່ສຸດ ຊຶ່ງພຣະບິດາເທິງສະຫວັນທີ່ຊົງຮັກ ສັນຍາວ່າ: “ເຈົ້າຈະມີຊີວິດນິລັນດອນ.”25
ຂໍໃຫ້ພອນຂອງພຣະອົງ ແລະ ຄວາມສຸກທີ່ຍືນຍາວ ເປັນຂອງເຮົາ ເມື່ອເຮົາເພີ່ມພະລັງໃຫ້ແກ່ໃຈ ແລະ ຄວາມຫວັງ ແລະ ຄວາມຕັ້ງໃຈຂອງເຮົາ ໃນກອງໄຟແຫ່ງສັດທາຂອງເຮົາ, ຂ້າພະເຈົ້າອະທິຖານໃນພຣະນາມອັນສັກສິດ ຂອງພຣະເຢຊູຄຣິດ, ອາແມນ.