ເປັນອັນໜຶ່ງອັນດຽວກັນໃນພຣະຄຣິດ
ເພື່ອນທີ່ຮັກແພງໃນວຽກງານຂອງພຣະຜູ້ເປັນເຈົ້າ ຂອງຂ້າພະເຈົ້າ, ຂ້າພະເຈົ້າເຊື່ອວ່າເຮົາສາມາດເຮັດໄດ້ຫລາຍກວ່ານີ້ ແລະ ຄວນເຮັດໃຫ້ດີກວ່າເກົ່າ ໃນການຕ້ອນຮັບເພື່ອນໃໝ່ຂອງເຮົາ ເຂົ້າໃນສາດສະໜາຈັກ.
ສະບາຍດີຕອນບ່າຍ, ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ. ດັ່ງທີ່ພວກເຮົາກ່າວໃນພາສາ ປອກຕຸຍການ ບຣາຊິນ ຊຶ່ງເປັນພາສາແມ່ຂອງຂ້າພະເຈົ້າ, “ບົວຕາເດ!” ຂ້າພະເຈົ້າຮູ້ສຶກໄດ້ຮັບພອນຫລາຍ ທີ່ໄດ້ມາຮ່ວມກັນ ໃນກອງປະຊຸມໃຫຍ່ສາມັນທີ່ດີເລີດນີ້ ຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ພາຍໃຕ້ການຊີ້ນຳຂອງສາດສະດາທີ່ຮັກແພງຂອງເຮົາ, ປະທານຣະໂຊ ເອັມ ແນວສັນ. ຂ້າພະເຈົ້າປະຫລາດໃຈກັບໂອກາດທີ່ດີເລີດ ທີ່ເຮົາແຕ່ລະຄົນ ໄດ້ມາຟັງສຸລະສຽງຂອງພຣະຜູ້ເປັນເຈົ້າ ຜ່ານທາງຜູ້ຮັບໃຊ້ຂອງພຣະອົງ ຢູ່ໃນໂລກນີ້ ໃນຍຸກສຸດທ້າຍ ທີ່ເຮົາມີຊີວິດຢູ່.
ບ້ານເກີດເມືອງນອນທີ່ ບຣາຊິນ ຂອງຂ້າພະເຈົ້າ ແມ່ນເຕັມໄປດ້ວຍແຫລ່ງທຳມະຊາດຕ່າງໆ. ສິ່ງໜຶ່ງແມ່ນແມ່ນ້ຳອາມາຊອນ, ເປັນແມ່ນ້ຳສາຍໜຶ່ງ ໃນບັນດາແມ່ນ້ຳທີ່ໃຫຍ່ ແລະ ຍາວທີ່ສຸດ ຢູ່ໃນໂລກ. ຕົ້ນກຳເນີດຂອງມັນ ແມ່ນມາຈາກແມ່ນ້ຳສອງສາຍ, ໂຊລິໂມ ແລະ ເນໂກຼ. ສິ່ງທີ່ໜ້າສົນໃຈກໍຄື, ກະແສນ້ຳຈາກສອງສາຍນີ້ ໄດ້ໄຫລໄປນຳກັນ ເປັນໄລຍະໄກ ກ່ອນມັນຈະປະສົມປະສານເຂົ້າກັນ, ເນື່ອງດ້ວຍກະແສນ້ຳທັງສອງມີຕົ້ນກຳເນີດ, ຄວາມໄວ, ອຸນຫະພູມ, ແລະ ທາດເຄມີທີ່ແຕກຕ່າງກັນ. ຫລັງຈາກຫລາຍກິໂລແມັດ, ກະແສນ້ຳຈາກສອງສາຍກໍໄດ້ປະສົມປະສານເຂົ້າກັນ, ກາຍເປັນແມ່ນ້ຳທີ່ແຕກຕ່າງຈາກສາຍເກົ່າ. ພຽງແຕ່ຫລັງຈາກກະແສນ້ຳຈາກສອງສາຍໄດ້ຮວມຕົວເຂົ້າກັນເທົ່ານັ້ນ, ທີ່ແມ່ນ້ຳອາມາຊອນ ກາຍເປັນແມ່ນ້ຳທີ່ມີພະລັງທີ່ສຸດ ເມື່ອມັນໄປເຖິງທະເລແອັດແລນຕິກ, ຈົນວ່າມັນໄດ້ຍູ້ນ້ຳທະເລກັບຄືນ ແລະ ເຫັນວ່າ ມີນ້ຳຈືດຢູ່ໃນທະເລ ເປັນໄລຍະຫລາຍກິໂລແມັດ.
ໃນວິທີທີ່ເໝືອນກັນກັບແມ່ນ້ຳໂຊລິໂມ ແລະ ເນໂກຼ ທີ່ໄຫລໄປນຳກັນ ເພື່ອສ້າງແມ່ນ້ຳອາມາຊອນທີ່ຍິ່ງໃຫຍ່, ລູກໆຂອງພຣະເຈົ້າ ໄດ້ມາລວມເຂົ້າກັນ ໃນສາດສະໜາຈັກຂອງພຣະເຢຊູຄຣິດທີ່ຖືກຟື້ນຟູ ຈາກພື້ນຖານທາງສັງຄົມ, ປະເພນີ, ແລະ ວັດທະນະທຳ ທີ່ແຕກຕ່າງກັນ, ປະກອບເປັນຊຸມຊົນທີ່ດີເລີດຂອງໄພ່ພົນໃນພຣະຄຣິດ. ໃນທີ່ສຸດ, ເມື່ອເຮົາກ້າຫານ, ສະໜັບສະໜູນ, ແລະ ຮັກກັນແລະກັນ, ເຮົາໄດ້ລວມເຂົ້າກັນ ປະກອບເປັນພະລັງອັນມະຫາສານ ໃນທາງດີຢູ່ໃນໂລກ. ໃນຖານະຜູ້ຕິດຕາມຂອງພຣະເຢຊູຄຣິດ, ການໄຫລໄປນຳກັນ ໃນແມ່ນ້ຳແຫ່ງຄວາມດີ, ເຮົາຈະສາມາດເປັນ “ນ້ຳສົດ” ແຫ່ງພຣະກິດຕິຄຸນ ໃຫ້ແກ່ໂລກທີ່ກະຫາຍນ້ຳໄດ້.
ພຣະຜູ້ເປັນເຈົ້າໄດ້ດົນໃຈສາດສະດາຂອງພຣະອົງ ໃຫ້ສິດສອນເຮົາ ເຖິງວິທີທີ່ເຮົາຈະສາມາດສະໜັບສະໜູນ ແລະ ຮັກກັນແລະກັນ ເພື່ອວ່າເຮົາຈະສາມາດກາຍເປັນໜຶ່ງໃນສັດທາ ແລະ ຈຸດປະສົງ ໃນການຕິດຕາມພຣະເຢຊູຄຣິດ. ໂປໂລ, ອັກຄະສາວົກໃນພຣະຄຳພີໃໝ່, ໄດ້ສອນວ່າ ຄົນໃດທີ່ “ໄດ້ຮັບບັບຕິສະມາໃນພຣະຄຣິດແລ້ວ ຄົນນັ້ນກໍໄດ້ສວມຊີວິດຂອງພຣະອົງ … : ເພາະພວກເຈົ້າທຸກຄົນເປັນ ອັນໜຶ່ງອັນດຽວກັນໃນພຣະຄຣິດເຈົ້າເຢຊູ.”1
ເມື່ອເຮົາສັນຍາຕອນຮັບບັບຕິສະມາ ວ່າຈະຕິດຕາມພຣະຜູ້ຊ່ວຍໃຫ້ລອດ, ເຮົາເປັນພະຍານຢູ່ຕໍ່ພຣະພັກຂອງພຣະບິດາວ່າ ເຮົາເຕັມໃຈທີ່ຈະຮັບເອົາພຣະນາມຂອງພຣະຄຣິດ.2 ເມື່ອເຮົາພະຍາຍາມທີ່ຈະມີຄຸນສົມບັດຂອງພຣະອົງ ໃນຊີວິດຂອງເຮົາ, ເຮົາຈະແຕກຕ່າງຈາກເມື່ອກ່ອນ, ຜ່ານທາງການຊົດໃຊ້ຂອງອົງພຣະຄຣິດເຈົ້າ, ແລະ ຄວາມຮັກຂອງເຮົາສຳລັບຜູ້ຄົນຈະເພີ່ມທະວີຂຶ້ນແບບທຳມະຊາດ.3 ເຮົາຈະຮູ້ສຶກເປັນຫ່ວງເປັນໃຍແບບຈິງໃຈ ສຳລັບຄວາມຜາສຸກ ແລະ ຄວາມສຸກຂອງທຸກຄົນ. ເຮົາເຫັນວ່າເຮົາເປັນອ້າຍເອື້ອຍນ້ອງກັນ, ເປັນລູກໆຂອງພຣະເຈົ້າ ພ້ອມດ້ວຍຕົ້ນກຳເນີດ, ຄຸນສົມບັດ, ແລະ ສັກກະຍະພາບແຫ່ງສະຫວັນ. ເຮົາປາດຖະໜາທີ່ຈະດູແລ ແລະ ແບ່ງເບົາພາລະຂອງກັນແລະກັນ.4
ນີ້ຄືສິ່ງທີ່ໂປໂລ ໄດ້ບັນຍາຍວ່າເປັນ ຄວາມໃຈບຸນ.5 ມໍມອນ, ສາດສະດາຂອງພຣະຄຳພີມໍມອນ, ໄດ້ບັນຍາຍກ່ຽວກັບມັນວ່າ “ຄວາມຮັກອັນບໍລິສຸດຂອງພຣະຄຣິດ,”6 ຊຶ່ງເປັນແບບແຜນຂອງຄວາມຮັກທີ່ດີເລີດ, ມີກຽດ, ແລະ ໝັ້ນຄົງທີ່ສຸດ. ສາດສະດາໃນປະຈຸບັນຂອງເຮົາ, ປະທານຣະໂຊ ເອັມ ແນວສັນ, ໄດ້ບັນຍາຍເມື່ອບໍ່ດົນມານີ້ ເຖິງການສະແດງໃຫ້ປະຈັກຂອງຄວາມຮັກອັນບໍລິສຸດຂອງພຣະຄຣິດ ໃນການປະຕິບັດສາດສະໜາກິດ, ຊຶ່ງເປັນການເຂົ້າຫາທີ່ເອົາໃຈໃສ່ ແລະ ສັກສິດກວ່າ ທີ່ຈະຮັກ ແລະ ດູແລຄົນອື່ນ ເໝືອນດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ກະທຳ.7
ຂໍໃຫ້ເຮົາຈົ່ງພິຈາລະນາຫລັກທຳຂໍ້ນີ້ ກ່ຽວກັບຄວາມຮັກ ແລະ ການດູແລ, ເໝືອນດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ກະທຳ, ໃນການສົ່ງເສີມ, ການຊ່ວຍເຫລືອ, ແລະ ການສະໜັບສະໜູນ ຜູ້ທີ່ຫາກໍໄດ້ປ່ຽນໃຈເຫລື້ອມໃສ ແລະ ຜູ້ທີ່ສົນໃຈມາໂບດ.
ເມື່ອເພື່ອນໃໝ່ເຫລົ່ານີ້ອອກມາຈາກໂລກ ແລະ ຮັບເອົາພຣະກິດຕິຄຸນຂອງພຣະເຢຊູຄຣິດ, ເຂົ້າຮ່ວມສາດສະໜາຈັກຂອງພຣະອົງ, ເຂົາເຈົ້າກາຍເປັນສານຸສິດຂອງພຣະອົງ, ໄດ້ເກີດໃໝ່ຜ່ານທາງພຣະອົງ.8 ເຂົາເຈົ້າໄດ້ປະໂລກທີ່ເຂົາເຈົ້າຮູ້ຈັກໄວ້ຂ້າງຫລັງ ແລະ ເລືອກຕິດຕາມພຣະເຢຊູຄຣິດ, ດ້ວຍຈຸດປະສົງອັນເຕັມປ່ຽມແຫ່ງໃຈ, ເຂົ້າຮ່ວມ “ແມ່ນ້ຳ” ສາຍໃໝ່ ຄືກັນກັບແມ່ນ້ຳອາມາຊອນທີ່ຍິ່ງໃຫຍ່—ແມ່ນ້ຳທີ່ມີພະລັງອັນມະຫາສານແຫ່ງຄວາມດີ ແລະ ຄວາມຊອບທຳ ຊຶ່ງໄຫລໄປສູ່ທີ່ປະທັບຂອງພຣະເຈົ້າ. ອັກຄະສາວົກເປໂຕໄດ້ບັນຍາຍກ່ຽວກັບມັນວ່າ ເປັນ “ລຸ້ນທີ່ຖືກເລືອກໄວ້, ເປັນປະໂລຫິດຫລວງ, ເປັນປະຊາຊາດທີ່ບໍລິສຸດ, ເປັນພົນລະເມືອງຂອງພຣະເຈົ້າ.”9 ໃນຂະນະທີ່ເພື່ອນໃໝ່ເຫລົ່ານີ້ໄດ້ມາເຂົ້າຮ່ວມແມ່ນ້ຳໃໝ່ ແລະ ບໍ່ຄຸ້ນເຄີຍນີ້, ເຂົາເຈົ້າຈະຮູ້ສຶກສັບສົນ ໃນຕອນຕົ້ນ. ເພື່ອນໃໝ່ເຫລົ່ານີ້ ຈະເຫັນຕົວເອງປະສົມປະສານເຂົ້າກັບແມ່ນ້ຳ ທີ່ມີຕົ້ນກຳເນີດ, ອຸນຫະພູມ, ທາດເຄມີທີ່ແຕກຕ່າງ—ແມ່ນ້ຳທີ່ມີປະເພນີ, ວັດທະນະທຳ, ແລະ ຄຳສັບຂອງມັນເອງ. ຊີວິດໃໝ່ນີ້ໃນພຣະຄຣິດ ອາດເບິ່ງຄື ຍາກເກີນໄປສຳລັບເຂົາເຈົ້າ. ໃຫ້ເຮົາຄິດຈັກບຶດໜຶ່ງວ່າເຂົາເຈົ້າຈະຮູ້ສຶກແນວໃດ ເມື່ອເຂົາເຈົ້າໄດ້ຍິນຄຳວ່າ “ການສັງສັນໃນຄອບຄົວ,” “ຄະນະກຳມະການຝ່າຍອະທິການດູແລຊາວໜຸ່ມ,” “ກອງປະຊຸມຖືສິນອົດເຂົ້າ,” “ການບັບຕິສະມາແທນຄົນຕາຍ,” “ພຣະຄຳພີສາມເຫລັ້ມ,” ແລະ ອື່ນໆ.
ມັນງ່າຍທີ່ຈະເຫັນວ່າ ເປັນຫຍັງເຂົາເຈົ້າຈຶ່ງຮູ້ສຶກວ່າ ເຂົາເຈົ້າບໍ່ເປັນພາກສ່ວນ. ໃນສະຖານະການແບບນັ້ນ, ເຂົາເຈົ້າອາດຖາມຕົວເອງວ່າ, “ເຮົາຊິເຂົ້າກັບເຂົາເຈົ້າໄດ້ບໍ? ເຮົາຊິເຂົ້າກັບສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍໄດ້ບໍ? ສາດສະໜາຈັກຕ້ອງການເຮົາຢູ່ບໍ? ເຮົາຈະພົບເຫັນໝູ່ເພື່ອນໃໝ່ ທີ່ເຕັມໃຈຊ່ວຍເຫລືອ ແລະ ສະໜັບສະໜູນເຮົາຢູ່ບໍ?”
ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ໃນເວລານັ້ນ, ເຮົາຜູ້ທີ່ຢູ່ໃນຈຸດທີ່ແຕກຕ່າງກັນ ໃນເສັ້ນທາງອັນຍືດຍາວແຫ່ງການເປັນສານຸສິດ ຕ້ອງຍື່ນມືແຫ່ງການຜູກມິດອອກໄປຫາເພື່ອນໃໝ່ຂອງເຮົາ, ຮັບຕ້ອນເຂົາເຈົ້າ ໃນຈຸດຂອງເຂົາເຈົ້າ, ຊ່ວຍເຫລືອ, ຮັກ, ແລະ ຮ່ວມເຂົາເຈົ້າເຂົ້າໃນຊີວິດຂອງເຮົາ. ເພື່ອນໃໝ່ເຫລົ່ານີ້ທັງໝົດ ເປັນບຸດ ແລະ ທິດາທີ່ປະເສີດຂອງພຣະເຈົ້າ.10 ເຮົາຈະສູນເສຍເຂົາເຈົ້າແມ່ນແຕ່ຄົນດຽວໄປບໍ່ໄດ້ ເພາະວ່າ, ເໝືອນກັນກັບແມ່ນ້ຳອາມາຊອນ ທີ່ອີງຕໍ່ກະແສນ້ຳທີ່ມາຈາກບ່ອນອື່ນ, ເຮົາກໍຕ້ອງການເຂົາເຈົ້າ ຫລາຍເທົ່າກັບທີ່ເຂົາເຈົ້າຕ້ອງການເຮົາ, ເພື່ອກາຍເປັນກຳລັງອັນມະຫາສານເພື່ອຄວາມດີ ຢູ່ໃນໂລກ.
ເພື່ອນໃໝ່ຂອງເຮົາໄດ້ເອົາພອນສະຫວັນ, ຄວາມຕື່ນເຕັ້ນ, ຄວາມດີໃນຕົວ ທີ່ພຣະເຈົ້າປະທານໃຫ້ ມານຳ. ຄວາມກະຕືລືລົ້ນຂອງເຂົາເຈົ້າສຳລັບພຣະກິດຕິຄຸນ ສາມາດລາມຕິດຕໍ່, ດ້ວຍວິທີນັ້ນ ຈະຊ່ວຍໃຫ້ປະຈັກພະຍານຂອງເຮົາມີຊີວິດຊີວາຄືນອີກ. ເຂົາເຈົ້າຍັງນຳມຸມມອງໃໝ່ໆເລື່ອງຊີວິດ ແລະ ພຣະກິດຕິຄຸນມາສູ່ຄວາມເຂົ້າໃຈຂອງເຮົານຳອີກ.
ເຮົາໄດ້ຖືກສິດສອນມາດົນນານແລ້ວ ເຖິງວິທີທີ່ເຮົາສາມາດຊ່ວຍເພື່ອນໃໝ່ຂອງເຮົາ ໃຫ້ຮູ້ສຶກອົບອຸ່ນ ແລະ ມີຄົນຮັກແພງ ໃນສາດສະໜາຈັກຂອງພຣະເຢຊູຄຣິດທີ່ຖືກຟື້ນຟູ. ເຂົາເຈົ້າຕ້ອງການສາມຢ່າງ ເພື່ອໃຫ້ເຂົາເຈົ້າຍຶດໝັ້ນ ແລະ ຊື່ສັດ ຕະຫລອດຊົ່ວຊີວິດຂອງເຂົາເຈົ້າ:
ຢ່າງທຳອິດ, ເຂົາເຈົ້າຕ້ອງການອ້າຍເອື້ອຍນ້ອງໃນສາດສະໜາຈັກ ຜູ້ທີ່ສົນໃຈເຂົາເຈົ້າແທ້ໆ, ເພື່ອນທີ່ແທ້ຈິງ ແລະ ຊື່ສັດ ທີ່ເຂົາເຈົ້າສາມາດຫັນໄປຫາເລື້ອຍໆ, ຜູ້ທີ່ຈະຍ່າງໄປກັບເຂົາເຈົ້າ, ແລະ ຜູ້ທີ່ຈະຕອບຄຳຖາມຂອງເຂົາເຈົ້າ. ໃນຖານະສະມາຊິກ, ເຮົາຄວນຈະເອົາໃຈໃສ່ ແລະ ຊອກຫາຜູ້ມາໃໝ່ ຕອນໄປເຮັດກິດຈະກຳໂບດ ແລະ ໄປປະຊຸມໂບດ, ບໍ່ວ່າໜ້າທີ່ຮັບຜິດຊອບ, ການມອບໝາຍ, ຫລື ຄວາມເປັນຫ່ວງເປັນໃຍຂອງເຮົາ ຈະເປັນສິ່ງໃດກໍຕາມ. ເຮົາສາມາດເຮັດສິ່ງທີ່ລຽບງ່າຍ ໃນການຊ່ວຍເພື່ອນໃໝ່ຂອງເຮົາ ໃຫ້ຮູ້ສຶກຖືກລວມເຂົ້າກຸ່ມ ແລະ ຖືກຮັບຕ້ອນ ເຂົ້າໃນສາດສະໜາຈັກ, ດັ່ງເຊັ່ນ ການທັກທາຍດ້ວຍຄວາມອົບອຸ່ນ, ການຍິ້ມໃຫ້ເຂົາເຈົ້າດ້ວຍຄວາມຈິງໃຈ, ການນັ່ງຢູ່ນຳກັນ ເພື່ອຮ້ອງເພງ ແລະ ນະມັດສະການ, ແລະ ການແນະນຳຕົວເຂົາເຈົ້າໃຫ້ຮູ້ຈັກກັບສະມາຊິກຄົນອື່ນໆ, ແລະ ຕໍ່ໆໄປ. ເມື່ອເຮົາເປີດໃຈກັບເພື່ອນໃໝ່ຂອງເຮົາ ໃນວິທີໃດວິທີໜຶ່ງ ທີ່ກ່າວມານັ້ນ, ເຮົາໄດ້ກະທຳໃນວິນຍານຂອງການປະຕິບັດສາດສະໜາກິດ. ເມື່ອເຮົາປະຕິບັດສາດສະໜາກິດຕໍ່ເຂົາເຈົ້າ ເໝືອນດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ກະທຳ, ເຂົາເຈົ້າຈະບໍ່ຮູ້ສຶກວ່າເປັນຄົນແປກໜ້າ “ຢູ່ໃນກຸ່ມຂອງພວກເຮົາ.” ເຂົາເຈົ້າຈະຮູ້ສຶກວ່າ ເຂົາເຈົ້າສາມາດເຂົ້າກັບກຸ່ມໄດ້ ແລະ ມີເພື່ອນໃໝ່, ແລະ ສິ່ງທີ່ສຳຄັນທີ່ສຸດ, ເຂົາເຈົ້າຈະຮູ້ສຶກເຖິງຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດ ຜ່ານທາງການດູແລທີ່ຈິງໃຈຂອງເຮົາ.
ຢ່າງທີສອງ, ເພື່ອນໃໝ່ຕ້ອງການ ການມອບໝາຍ—ໂອກາດທີ່ຈະຮັບໃຊ້ຄົນອື່ນ. ການຮັບໃຊ້ເປັນຄວາມເກັ່ງພິເສດຢ່າງໜຶ່ງຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ມັນເປັນຂັ້ນຕອນ ຊຶ່ງໂດຍການນີ້ ສັດທາຂອງເຮົາຈະເຕີບໂຕເຂັ້ມແຂງຂຶ້ນກວ່າເກົ່າ. ເພື່ອນໃໝ່ທຸກຄົນ ສົມຄວນທີ່ຈະໄດ້ຮັບໂອກາດນັ້ນ. ເຖິງແມ່ນອະທິການ ແລະ ສະພາຫວອດ ມີໜ້າທີ່ຮັບຜິດຊອບໂດຍກົງ ໃນການມອບໝາຍໜ້າທີ່ ບໍ່ດົນຫລັງຈາກການບັບຕິສະມາຂອງເຂົາເຈົ້າ, ແຕ່ບໍ່ມີສິ່ງໃດສາມາດກີດກັນເຮົາ, ຖານະສະມາຊິກ, ຈາກການເຊື້ອເຊີນເພື່ອນໃໝ່ຂອງເຮົາ ໃຫ້ຊ່ວຍເຫລືອເຮົາ ໃຫ້ຮັບໃຊ້ຄົນອື່ນແບບເປັນກັນເອງ ຫລື ຜ່ານທາງການຮັບໃຊ້ໃນໂຄງການ.
ຢ່າງທີສາມ, ເພື່ອນໃໝ່ຂອງເຮົາ ຕ້ອງ “ໄດ້ຮັບການບຳລຸງລ້ຽງ ໂດຍພຣະຄຳທີ່ດີຂອງພຣະເຈົ້າ.”11 ເຮົາສາມາດຊ່ວຍເຂົາເຈົ້າໃຫ້ຮັກ ແລະ ຮູ້ຈັກພຣະຄຳພີ ເມື່ອເຮົາອ່ານ ແລະ ສົນທະນາຄຳສອນນຳເຂົາເຈົ້າ, ໃຫ້ຄວາມໝາຍຕໍ່ເລື່ອງລາວ ແລະ ອະທິບາຍຄຳສັບທີ່ຍາກໆ. ເຮົາສາມາດສອນເຂົາເຈົ້າ ໃຫ້ຮູ້ຈັກວິທີທີ່ຈະໄດ້ຮັບການນຳພາເປັນສ່ວນຕົວ ຜ່ານທາງການສຶກສາພຣະຄຳພີເປັນປະຈຳ. ນອກເໜືອຈາກນີ້, ເຮົາຍັງສາມາດເອື້ອມອອກໄປຫາເພື່ອນໃໝ່ຂອງເຮົາ ຢູ່ໃນບ້ານເຮືອນຂອງເຂົາເຈົ້າ ແລະ ເຊື້ອເຊີນເຂົາເຈົ້າໃຫ້ມາຫລິ້ນເຮືອນເຮົາເປັນບາງຄັ້ງ ຊຶ່ງບໍ່ກົງກັບເວລາທີ່ເຮົາໄປປະຊຸມໂບດ ແລະ ເວລາເຮັດກິດຈະກຳປະຈຳຂອງເຮົາ, ໃນການຊ່ວຍເຫລືອເຂົາເຈົ້າໃຫ້ເຂົ້າຮ່ວມແມ່ນ້ຳທີ່ຍິ່ງໃຫຍ່ ຂອງຊຸມຊົນແຫ່ງໄພ່ພົນ.
ໃນການຮັບຮູ້ ການປັບຕົວ ແລະ ການທ້າທາຍຂອງເພື່ອນໃໝ່ຂອງເຮົາ ທີ່ຕ້ອງເຮັດ ໃນການກາຍເປັນສະມາຊິກຂອງຄອບຄົວຂອງພຣະເຈົ້າ, ໃນຖານະອ້າຍເອື້ອຍນ້ອງຂອງເຮົາ, ເຮົາສາມາດແບ່ງປັນວິທີທີ່ເຮົາຈະເອົາຊະນະການທ້າທາຍທີ່ຄ້າຍຄືກັນ ໃນຊີວິດຂອງເຮົາໄດ້. ສິ່ງນີ້ຈະຊ່ວຍເຂົາເຈົ້າໃຫ້ຮູ້ວ່າ ເຂົາເຈົ້າບໍ່ໄດ້ຢູ່ຄົນດຽວ ແລະ ວ່າພຣະເຈົ້າຈະອວຍພອນເຂົາເຈົ້າ ເມື່ອເຂົາເຈົ້າໃຊ້ສັດທາ ໃນຄຳສັນຍາຂອງພຣະອົງ.12
ເມື່ອແມ່ນ້ຳໂຊລິໂມ ແລະ ເນໂກຼ ໄດ້ປະສົມປະສານເຂົ້າກັນ, ແມ່ນ້ຳອາມາຊອນ ຈຶ່ງກາຍເປັນແມ່ນ້ຳທີ່ຍິ່ງໃຫຍ່ ແລະ ມີພະລັງ. ໃນຮູບແບບທີ່ຄ້າຍຄືກັນນັ້ນ, ເມື່ອເຮົາ ແລະ ເພື່ອນໃໝ່ຂອງເຮົາ ປະສົມປະສານເຂົ້າກັນແທ້ໆ, ສາດສະໜາຈັກຂອງພຣະເຢຊູຄຣິດທີ່ຖືກຟື້ນຟູ ຈະມີພະລັງ ແລະ ໝັ້ນຄົງກວ່າເກົ່າ. ໂຣຊານາ ພັນລະຍາທີ່ຮັກຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າ ມີຄວາມກະຕັນຍູຫລາຍ ສຳລັບທຸກຄົນທີ່ໄດ້ຊ່ວຍພວກເຮົາໃຫ້ປະສົມປະສານເຂົ້າກັບແມ່ນ້ຳໃໝ່ ເມື່ອຫລາຍປີກ່ອນ, ຕອນພວກເຮົາໄດ້ຮັບເອົາພຣະກິດຕິຄຸນຂອງພຣະເຢຊູຄຣິດ ຢູ່ທີ່ບ້ານເກີດເມືອງນອນຂອງພວກເຮົາ ຢູ່ປະເທດບຣາຊິນ. ເປັນເວລາຫລາຍປີ, ຜູ້ຄົນທີ່ດີເລີດເຫລົ່ານີ້ ໄດ້ປະຕິບັດສາດສະໜາກິດແທ້ໆຕໍ່ພວກເຮົາ ແລະ ໄດ້ຊ່ວຍພວກເຮົາໃຫ້ສືບຕໍ່ໄຫລໄປໃນຄວາມຊອບທຳ. ພວກເຮົາມີຄວາມກະຕັນຍູເປັນຢ່າງຍິ່ງຕໍ່ພວກເພິ່ນ.
ບັນດາສາດສະດາ ຢູ່ໃນຊີກໂລກພາກຕາເວັນຕົກ ຮູ້ຈັກດີວ່າຈະຮັກສາເພື່ອນໃໝ່ໄວ້ແນວໃດ ເພື່ອໃຫ້ໄຫລໄປນຳກັນຢ່າງຊື່ສັດ ສູ່ແມ່ນ້ຳໃໝ່ແຫ່ງຄວາມດີ ໄປສູ່ຊີວິດນິລັນດອນ. ຍົກຕົວຢ່າງ, ໂດຍທີ່ຮູ້ຈັກວັນເວລາຂອງເຮົາ ແລະ ຮູ້ວ່າ ເຮົາກຳລັງປະເຊີນກັບການທ້າທາຍທີ່ຄ້າຍຄືກັນນັ້ນ,13 ໂມໂຣໄນຈຶ່ງໄດ້ລວມຂັ້ນຕອນທີ່ສຳຄັນເຫລົ່ານັ້ນ ທີ່ເພິ່ນຂຽນເອງ ໄວ້ໃນພຣະຄຳພີມໍມອນ ດັ່ງນີ້:
“ແລະ ຫລັງຈາກທີ່ເຂົາໄດ້ຮັບບັບຕິສະມາແລ້ວ, ແລະ ອຳນາດຂອງພຣະວິນຍານບໍລິສຸດໄດ້ກະທຳ ແລະ ຊຳລະລ້າງເຂົາໃຫ້ຂາວສະອາດແລ້ວ, ເຂົາຈຶ່ງໄດ້ຖືກນັບເຂົ້າຢູ່ໃນບັນດາຜູ້ຄົນຂອງສາດສະໜາຈັກຂອງພຣະຄຣິດ; ແລະ ຊື່ຂອງເຂົາໄດ້ຖືກຮັບໄວ້, ເພື່ອເຂົາຈະໄດ້ຖືກຈົດຈຳ ແລະ ບຳລຸງລ້ຽງດ້ວຍພຣະຄຳອັນປະເສີດຂອງພຣະເຈົ້າ, ເພື່ອຮັກສາເຂົາຢູ່ໃນທາງທີ່ຖືກຕ້ອງ, ເພື່ອໃຫ້ເຂົາເອົາໃຈໃສ່ຕໍ່ການອະທິຖານຕະຫລອດເວລາ, ໂດຍໄວ້ວາງໃຈໃນຄຸນຄວາມດີຂອງພຣະຄຣິດ, ຜູ້ເປັນຜູ້ສ້າງ ແລະ ເປັນຜູ້ເຮັດໃຫ້ສັດທາຂອງເຂົາສົມບູນ.
“ແລະ ຄົນໃນສາດສະໜາຈັກໄດ້ຊຸມນຸມກັນຢູ່ເລື້ອຍໆ, ເພື່ອຖືສິນອົດເຂົ້າ ແລະ ເພື່ອອະທິຖານ ແລະ ເພື່ອສົນທະນາກັນກ່ຽວກັບຄວາມຜາສຸກຂອງຈິດວິນຍານຂອງພວກເຂົາ.”14
ເພື່ອນທີ່ຮັກແພງໃນວຽກງານຂອງພຣະຜູ້ເປັນເຈົ້າ ຂອງຂ້າພະເຈົ້າ, ຂ້າພະເຈົ້າເຊື່ອວ່າເຮົາສາມາດເຮັດໄດ້ຫລາຍກວ່ານີ້ ແລະ ຄວນເຮັດໃຫ້ດີກວ່າເກົ່າ ໃນການຕ້ອນຮັບເພື່ອນໃໝ່ຂອງເຮົາ ເຂົ້າໃນສາດສະໜາຈັກ. ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ພິຈາລະນາ ສິ່ງທີ່ເຮົາສາມາດເຮັດ ເພື່ອຮັບເອົາ, ຮັບຮູ້, ແລະ ຊ່ວຍເຂົາເຈົ້າ ຫລາຍກວ່າເກົ່າ, ໂດຍການເລີ່ມຕົ້ນໃນວັນອາທິດໜ້ານີ້. ຈົ່ງລະວັງເພື່ອບໍ່ໃຫ້ໜ້າທີ່ມອບໝາຍຂອງທ່ານ ກີດກັນທ່ານຈາກການຕ້ອນຮັບເພື່ອນໃໝ່ຂອງທ່ານ ຢູ່ທີ່ໂບດ ແລະ ຢູ່ໃນບ່ອນເຮັດກິດຈະກຳ. ຖ້າຈະເວົ້າແລ້ວ, ເຂົາເຈົ້າທຸກຄົນແມ່ນປະເສີດລ້ຳຕໍ່ສາຍພຣະເນດຂອງພຣະເຈົ້າ ແລະ ສຳຄັນຫລາຍກວ່າໂຄງການ ແລະ ກິດຈະກຳຕ່າງໆ. ຖ້າຫາກເຮົາປະຕິບັດສາດສະໜາກິດຕໍ່ເພື່ອນໃໝ່ຂອງເຮົາດ້ວຍຫົວໃຈທີ່ເຕັມປ່ຽມດ້ວຍຄວາມຮັກອັນບໍລິສຸດ ເໝືອນດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ກະທຳ, ຂ້າພະເຈົ້າສັນຍາກັບທ່ານ, ໃນພຣະນາມຂອງພຣະອົງ, ວ່າພຣະອົງຈະຊ່ວຍເຮົາ ໃນຄວາມພະຍາຍາມຂອງເຮົາ. ເມື່ອເຮົາກະທຳໃນຖານະຜູ້ປະຕິບັດສາດສະໜາກິດທີ່ຊື່ສັດ, ເໝືອນດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ກະທຳ, ແລ້ວເພື່ອນໃໝ່ຂອງເຮົາ ຈະໄດ້ຮັບຄວາມຊ່ວຍເຫລືອ ທີ່ເຂົາເຈົ້າຕ້ອງການ ເພື່ອຈະໄດ້ເຂັ້ມແຂງ, ອຸທິດຕົນ, ແລະ ຊື່ສັດ ໄປຈົນເຖິງທີ່ສຸດ. ເຂົາເຈົ້າຈະເຂົ້າຮ່ວມກັບເຮົາ ເມື່ອເຮົາກາຍເປັນຜູ້ຄົນທີ່ຍິ່ງໃຫຍ່ຂອງພຣະເຈົ້າ ແລະ ຈະຊ່ວຍເຮົາເອົານ້ຳສົດໄປໃຫ້ໂລກ ບ່ອນທີ່ຕ້ອງການພອນຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດຫລາຍທີ່ສຸດ. ລູກໆຂອງພຣະເຈົ້າເຫລົ່ານີ້ ຈະຮູ້ສຶກວ່າເຂົາເຈົ້າ “ບໍ່ໄດ້ເປັນຄົນຕ່າງດ້າວທ້າວຕ່າງແດນອີກຕໍ່ໄປ, ແຕ່ເປັນພົນລະເມືອງອັນດຽວກັນກັບໄພ່ພົນຂອງພຣະເຈົ້າ.”15 ຂ້າພະເຈົ້າສັນຍາກັບທ່ານວ່າ ເຂົາເຈົ້າຈະຮັບຮູ້ການປະທັບຢູ່ຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ໃນສາດສະໜາຈັກຂອງພຣະອົງເອງ. ເຂົາເຈົ້າຈະສືບຕໍ່ໄຫລໄປກັບເຮົາ ດັ່ງແມ່ນ້ຳ ເຂົ້າສູ່ນ້ຳພຸແຫ່ງຄວາມດີງາມທັງໝົດ ຈົນກວ່າເຂົາເຈົ້າຈະຖືກຮັບຕ້ອນດ້ວຍອ້ອມແຂນຂອງອົງພຣະເຢຊູຄຣິດເຈົ້າ, ແລະ ເຂົາເຈົ້າໄດ້ຍິນພຣະບິດາກ່າວວ່າ, “ເຈົ້າ ຈະ ມີຊີວິດນິລັນດອນ.”16
ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ສະແຫວງຫາຄວາມຊ່ວຍເຫລືອຈາກພຣະຜູ້ເປັນເຈົ້າ ໃນການຮັກຄົນອື່ນ ເໝືອນດັ່ງທີ່ພຣະອົງໄດ້ຮັກທ່ານ. ຂໍໃຫ້ເຮົາທຸກຄົນເຮັດຕາມຄຳແນະນຳຂອງມໍມອນ ທີ່ວ່າ: “ດັ່ງນັ້ນ, ພີ່ນ້ອງທີ່ຮັກຂອງຂ້າພະເຈົ້າ, ຈົ່ງອະທິຖານຫາພຣະບິດາດ້ວຍສຸດພະລັງແຫ່ງໃຈ, ເພື່ອທ່ານຈະເຕັມໄປດ້ວຍຄວາມຮັກນີ້, ຊຶ່ງພຣະອົງປະທານໃຫ້ທຸກຄົນ ຊຶ່ງເປັນຜູ້ຕິດຕາມທີ່ແທ້ຈິງຂອງພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ.”17 ຂ້າພະເຈົ້າເປັນພະຍານເຖິງຄວາມຈິງເຫລົ່ານີ້ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.