ຢ່າສູ່ຢ້ານ
ຂໍໃຫ້ຮັບຮູ້ໄວ້ເຖີດ, ອ້າຍເອື້ອຍນ້ອງທັງຫລາຍ. ແມ່ນແລ້ວ, ເຮົາມີຊີວິດຢູ່ໃນວັນເວລາທີ່ວຸ້ນວາຍ, ແຕ່ເມື່ອເຮົາຢຶດໝັ້ນຢູ່ໃນເສັ້ນທາງແຫ່ງພັນທະສັນຍາ, ເຮົາຈະບໍ່ຢ້ານກົວ.
ຂ້າພະເຈົ້າຕື່ມພະຍານຂອງຂ້າພະເຈົ້າໃສ່ກັບຂ່າວສານຂອງ ປະທານຣະໂຊ ເອັມ ແນວສັນ ແລະ ແອວເດີ ຄວິນຕິນ ແອວ ຄຸກ ທີ່ຫາກໍໄດ້ກ່າວໄປເມື່ອກີ້ນີ້ ເຖິງຄວາມປອງດອງ ແລະ ຄວາມເປັນເອກະສັນຂອງສະພາຝ່າຍປະທານສູງສຸດ ແລະ ກຸ່ມອັກຄະສາວົກສິບສອງ. ຂ້າພະເຈົ້າຮູ້ວ່າ ການປະກາດທີ່ເປີດເຜີຍເຫລົ່ານີ້ ແມ່ນເປັນພຣະດຳລັດ ແລະ ພຣະປະສົງຂອງພຣະຜູ້ເປັນເຈົ້າ ແລະ ຈະເປັນພອນ ແລະ ເສີມສ້າງຄວາມເຂັ້ມແຂງໃຫ່ແກ່ສ່ວນບຸກຄົນ, ຄອບຄົວ, ແລະ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ຕະຫລອດຫລາຍລຸ້ນຄົນໃນອະນາຄົດ.
ເມື່ອຫລາຍປີກ່ອນ, ລູກສາວທີ່ຫາກໍແຕ່ງງານຄົນໜຶ່ງຂອງພວກຂ້າພະເຈົ້າ ແລະ ສາມີຂອງນາງໄດ້ຖາມ ຊິດສະເຕີ ແຣັສ໌ແບນ ແລະ ຂ້າພະເຈົ້າ ຄຳຖາມທີ່ສຳຄັນ ແລະ ມີອິດທິພົນຕໍ່ຊີວິດຫລາຍທີ່ສຸດວ່າ: “ມັນຍັງປອດໄພ ແລະ ສະຫລາດຢູ່ບໍ ທີ່ຈະມີລູກຢູ່ໃນໂລກທີ່ເບິ່ງຄືວ່າຊົ່ວຮ້າຍ ແລະ ໜ້າຢ້ານກົວທີ່ເຮົາອາໄສຢູ່?”
ນັ້ນ ເປັນຄຳຖາມທີ່ສຳຄັນສຳລັບພໍ່ແມ່ ທີ່ຈະພິຈາລະນາກັບລູກໆ ທີ່ແຕ່ງງານແລ້ວຂອງເຂົາເຈົ້າ. ເຮົາສາມາດໄດ້ຍິນຄວາມຢ້ານກົວຢູ່ໃນນ້ຳສຽງຂອງເຂົາເຈົ້າ ແລະ ຮູ້ສຶກເຖິງຄວາມຢ້ານກົວຢູ່ໃນຫົວໃຈຂອງເຂົາເຈົ້າດ້ວຍ. ຄຳຕອບຂອງພວກຂ້າພະເຈົ້າກໍເດັດດ່ຽວວ່າ, “ແມ່ນ, ມັນຍັງປອດໄພດີຢູ່,” ຂະນະທີ່ພວກຂ້າພະເຈົ້າໄດ້ແບ່ງປັນຄຳສອນພຣະກິດຕິຄຸນຂັ້ນພື້ນຖານ ແລະ ຄວາມຮູ້ສຶກຈາກໃຈຈິງ ແລະ ປະສົບການໃນຊີວິດ.
ຄວາມຢ້ານກົວບໍ່ໄດ້ເປັນເລື່ອງໃໝ່. ສານຸສິດຂອງພຣະເຢຊູຄຣິດ, ຕອນຢູ່ໃນທະເລຄາລີເລ, ກໍໄດ້ຢ້ານ “ລົມພະຍຸ, ແລະ ຟອງນ້ຳ” ໃນຄ່ຳຄືນທີ່ມືດມົວນັ້ນ.1 ໃນຖານະສານຸສິດຂອງພຣະອົງໃນວັນເວລານີ້, ເຮົາກໍມີຄວາມຢ້ານກົວຄືກັນ. ຄົນໜຸ່ມໂສດຂອງເຮົາກໍຢ້ານທີ່ຈະເຮັດຄຳໝັ້ນສັນຍາ ດັ່ງເຊັ່ນການແຕ່ງງານ. ຄົນໜຸ່ມທີ່ແຕ່ງງານແລ້ວ, ເໝືອນດັ່ງລູກໆຂອງພວກຂ້າພະເຈົ້າ, ກໍຢ້ານທີ່ຈະມີລູກໃນໂລກທີ່ນັບມື້ນັບຊົ່ວຮ້າຍຂຶ້ນເລື້ອຍໆ. ຜູ້ສອນສາດສະໜາກໍຢ້ານຫລາຍສິ່ງຫລາຍຢ່າງ, ໂດຍສະເພາະການເຂົ້າເວົ້າລົມກັບຄົນແປກໜ້າ. ແມ່ໝ້າຍກໍຢ້ານທີ່ກ້າວໄປໜ້າຄົນດຽວ. ຄົນໄວລຸ້ນກໍຢ້ານທີ່ຈະບໍ່ເປັນທີ່ຍອມຮັບ; ເດັກນ້ອຍໃນຊັ້ນປະຖົມກໍຢ້ານວັນທຳອິດທີ່ໄປໂຮງຮຽນ; ນັກສຶກສາທີ່ມະຫາວິທະຍາໄລກໍຢ້ານທີ່ຈະໄດ້ຮັບຜົນສອບຄືນ. ເຮົາຢ້ານຄວາມລົ້ມເຫລວ, ການປະຕິເສດ, ຄວາມຜິດຫວັງ, ແລະ ສິ່ງທີ່ເຮົາບໍ່ຮູ້ຈັກ. ເຮົາຢ້ານພະຍຸເຮີຣິເຄນ, ແຜ່ນດິນໄຫວ, ແລະ ໄຟໄໝ້ທີ່ທຳລາຍທີ່ດິນ ແລະ ຊີວິດຂອງເຮົາ. ເຮົາຢ້ານທີ່ຈະບໍ່ມີໃຜເລືອກເຮົາ, ແລະ ກົງກັນຂ້າມ, ເຮົາກໍຢ້ານທີ່ຈະຖືກເລືອກ. ເຮົາຢ້ານທີ່ຈະເປັນຄົນບໍ່ດີພໍ; ເຮົາຢ້ານວ່າພຣະຜູ້ເປັນເຈົ້າບໍ່ມີພອນອັນໃດໃຫ້ແກ່ເຮົາ. ເຮົາຢ້ານການປ່ຽນແປງ, ແລະ ຄວາມຢ້ານກົວຂອງເຮົາຈະຮ້າຍແຮງຂຶ້ນໄປ ເປັນຄວາມສະທົກສະທ້ານຢ້ານກົວ. ຂ້າພະເຈົ້າໄດ້ກ່າວເຖິງເກືອບທຸກໆຄົນແລ້ວບໍ?
ນັບຕັ້ງແຕ່ສະໄໝບູຮານ, ຄວາມຢ້ານກົວໄດ້ຈຳກັດທັດສະນະຂອງລູກໆຂອງພຣະເຈົ້າ. ຂ້າພະເຈົ້າມັກເລື່ອງລາວຂອງເອລີຊາຢູ່ໃນ 2 ກະສັດ. ກະສັດຂອງຊີເຣຍໄດ້ສົ່ງກອງທັບໃຫຍ່ໄປ “ໃນເວລາກາງຄືນ, ແລະ ໄດ້ອ້ອມເມືອງໄວ້.”2 ຈຸດປະສົງຂອງພວກເຂົາແມ່ນຈະຈັບຕົວ ແລະ ຂ້າສາດສະດາເອລີຊາ. ເຮົາອ່ານວ່າ:
“ມື້ຕໍ່ມາ ເມື່ອຄົນຮັບໃຊ້ໄດ້ລຸກຂຶ້ນແຕ່ເຊົ້າໆ, ແລະ ອອກໄປທາງນອກເຮືອນ, ລາວຈຶ່ງເຫັນກຳລັງທະຫານ ພ້ອມດ້ວຍຝູງມ້າ ແລະ ລົດຮົບອ້ອມເມືອງຢູ່. ຄົນຮັບໃຊ້ ຮ້ອງຂື້ນວ່າ ທ່ານເອີຍ ຕາຍແລ້ວບັດນີ້ ພວກເຮົາຈະເຮັດຢ່າງໃດ?”3
ນັ້ນແມ່ນຄຳເວົ້າທີ່ຢ້ານກົວ.
“[ເອລີຊາ] ຕອບວ່າ, ບໍ່ຕ້ອງຢ້ານ: ຝ່າຍຂອງພວກເຮົາມີຫລາຍກວ່າຝ່າຍຂອງພວກເຂົາ.”4
ແຕ່ເພິ່ນບໍ່ໄດ້ຢຸດພຽງເທົ່ານັ້ນ.
“ເອລີຊາກໍອະທິຖານວ່າ, ຂ້າແດ່ພຣະຜູ້ເປັນເຈົ້າ, ຂໍພຣະອົງເປີດຕາຄົນຮັບໃຊ້ຂອງຂ້ານ້ອຍຄົນນີ້ໃຫ້ເຫັນກຳລັງຝ່າຍເຮົາແດ່ທ້ອນ. ພຣະຜູ້ເປັນເຈົ້າໄດ້ ເປີດຕາຄົນຮັບໃຊ້ຂອງເພິ່ນ: ເມື່ອຄົນຮັບໃຊ້ຂອງເພິ່ນຫລຽວຂຶ້ນໄປທີ່ເທິງພູ ລາວກໍເຫັນຝູງມ້າ ແລະ ລົດຮົບເປັນໄຟຢູ່ອ້ອມລ້ອມເອລີຊາ.”5
ເຮົາອາດມີ ຫລື ບໍ່ມີລົດຮົບທີ່ເປັນໄຟຖືກສົ່ງມາກຳຈັດຄວາມຢ້ານກົວຂອງເຮົາ ແລະ ເອົາຊະນະມານຂອງເຮົາ, ແຕ່ບົດຮຽນກໍແຈ່ມແຈ້ງດີ. ພຣະຜູ້ເປັນເຈົ້າຢູ່ນຳເຮົາ, ເປັນຫ່ວງເຮົາ ແລະ ໃຫ້ພອນເຮົາໃນວິທີທາງທີ່ພຽງແຕ່ພຣະອົງເທົ່ານັ້ນທີ່ສາມາດເຮັດໄດ້. ຄຳອະທິຖານສາມາດຮຽກຮ້ອງໃຫ້ພະລັງ ແລະ ການເປີດເຜີຍທີ່ເຮົາຈະຕ້ອງການລົງມາ ເພື່ອໃຫ້ຄວາມນຶກຄິດຂອງເຮົາເຈາະຈົງຢູ່ທີ່ພຣະເຢຊູຄຣິດ ແລະ ການເສຍສະລະຊົດໃຊ້ຂອງພຣະອົງ. ພຣະຜູ້ເປັນເຈົ້າຮູ້ແລ້ວວ່າ ບາງເທື່ອເຮົາຈະຮູ້ສຶກເຖິງຄວາມຢ້ານກົວ. ຂ້າພະເຈົ້າເຄີຍຢູ່ໃນສະພາບນັ້ນ ແລະ ທ່ານດ້ວຍ, ຊຶ່ງເປັນເຫດຜົນທີ່ພຣະຄຳພີ ຈຶ່ງເຕັມໄປດ້ວຍຄຳແນະນຳຂອງພຣະຜູ້ເປັນເຈົ້າວ່າ,
ຈົ່ງເບີກບານເຖີດ, ແລະ ຢ່າສູ່ຢ້ານ.6
ໃຫ້ເບິ່ງທີ່ພຣະອົງໃນຄວາມນຶກຄິດທຸກຢ່າງ; ບໍ່ໃຫ້ສົງໄສ, ບໍ່ໃຫ້ຢ້ານກົວ.7
ຢ່າຢ້ານກົວ ຝູງແກະນ້ອຍເອີຍ.8 ຂ້າພະເຈົ້າມັກຄວາມລະອຽດອ່ອນຂອງ “ຝູງແກະນ້ອຍ.” ໃນສາດສະໜາຈັກ ເຖິງແມ່ນວ່າເຮົາຈະມີຈຳນວນໜ້ອຍຕາມທີ່ໂລກຄຳນວນອິດທິພົນ, ແຕ່ເມື່ອເຮົາເປີດຕາທາງວິນຍານຂອງເຮົາ, “ຝ່າຍຂອງພວກເຮົາມີຫລາຍກວ່າຝ່າຍຂອງພວກເຂົາ.”9 ພຣະຜູ້ລ້ຽງທີ່ຮັກຂອງເຮົາ, ພຣະເຢຊູຄຣິດ, ກໍໄດ້ກ່າວຕໍ່ໄປວ່າ, ໃຫ້ແຜ່ນດິນໂລກ ແລະ ນະລົກລວມກັນຕໍ່ຕ້ານເຈົ້າ, ແຕ່ຖ້າຫາກເຈົ້າຖືກສ້າງຂຶ້ນເທິງດານຫີນຂອງເຮົາ, ແລ້ວມັນຈະເອົາຊະນະເຈົ້າບໍ່ໄດ້.10
ຄວາມຢ້ານກົວຖືກກຳຈັດແນວໃດ? ສຳລັບຄົນຮັບໃຊ້ໜຸ່ມ, ລາວໄດ້ຢືນຢູ່ຄຽງຂ້າງເອລີຊາ, ສາດສະດາຂອງພຣະເຈົ້າ. ເຮົາກໍມີຄຳສັນຍາອັນດຽວກັນນັ້ນ. ເມື່ອເຮົາຮັບຟັງ ປະທານຣະໂຊ ເອັມ ແນວສັນ, ເມື່ອເຮົາເຊື່ອຟັງຄຳແນະນຳຂອງເພິ່ນ, ເຮົາກໍຢືນຢູ່ຄຽງຂ້າງສາດສະດາຂອງພຣະເຈົ້າ. ໃຫ້ຈື່ຈຳຖ້ອຍຄຳຂອງ ໂຈເຊັບ ສະມິດ ທີ່ວ່າ, ບັດນີ້, ຫລັງຈາກປະຈັກພະຍານຫລາຍຢ່າງທີ່ໃຫ້ໄວ້ເຖິງພຣະອົງ, ນີ້ຄືປະຈັກພະຍານ, ສຸດທ້າຍຂອງທັງໝົດ, ຊຶ່ງພວກເຮົາມອບໃຫ້ເຖິງພຣະອົງ: ວ່າພຣະອົງຊົງພຣະຊົນ!11 ພຣະເຢຊູຄຣິດຊົງພຣະຊົນ. ຄວາມຮັກຂອງເຮົາທີ່ມີໃຫ້ແດ່ພຣະອົງ ແລະ ພຣະກິດຕິຄຸນຂອງພຣະອົງຈະກຳຈັດຄວາມຢ້ານກົວອອກໄປ.
ຄວາມປາດຖະໜາຂອງເຮົາທີ່ຈະ “ມີພຣະວິນຍານຂອງພຣະອົງ”12 ຢູ່ກັບເຮົາຕະຫລອດເວລາ ຈະຂັບໄລ່ຄວາມຢ້ານກົວອອກໄປ ເພື່ອມຸມມອງນິລັນດອນເຖິງຊີວິດມະຕະຂອງເຮົາ. ປະທານແນວສັນ ໄດ້ເຕືອນວ່າ, “ແຕ່ໃນອະນາຄົດ, ມັນເປັນໄປບໍ່ໄດ້ ທີ່ເຮົາຈະປອດໄພທາງວິນຍານ ຖ້າປາດສະຈາກການນຳພາ, ການຊີ້ນຳ, ການປອບໂຍນ, ແລະ ອິດທິພົນທີ່ບໍ່ລົດລະຂອງພຣະວິນຍານບໍລິສຸດ.”13
ພຣະຜູ້ເປັນເຈົ້າໄດ້ກ່າວ, ກ່ຽວກັບໄພພິບັດທີ່ຈະປົກຄຸມແຜ່ນດິນ ແລະ ຈະເຮັດໃຫ້ຫົວໃຈຂອງຫລາຍຄົນແຂງກະດ້າງວ່າ ສານຸສິດຂອງພຣະອົງຈະຢືນຢູ່ໃນສະຖານທີ່ສັກສິດ, ແລະ ຈະບໍ່ຫວັ່ນໄຫວ.14
ແລະ ແລ້ວກໍມີຄຳແນະນຳຈາກສະຫວັນນີ້ວ່າ: ຢ່າສູ່ຢ້ານ, ເພາະ, ເມື່ອສິ່ງເຫລົ່ານີ້ທັງໝົດຈະເກີດຂຶ້ນ, ເຈົ້າຈະຮູ້ວ່າ ຄຳສັນຍາທີ່ໄດ້ເຮັດໄວ້ກັບເຈົ້າຈະສຳເລັດຄົບຖ້ວນ.15
ຈົ່ງຢືນຢູ່ໃນສະຖານທີ່ສັກສິດ—ຢ່າສູ່ຢ້ານ—ແລະ ຄຳສັນຍາຈະສຳເລັດຄົບຖ້ວນ. ໃຫ້ເຮົາມາສັງເກດເບິ່ງແຕ່ລະສິ່ງເຫລົ່ານີ້ທີ່ກ່ຽວພັນກັບຄວາມຢ້ານກົວຂອງເຮົາ.
ທຳອິດ, ຢືນຢູ່ໃນສະຖານທີ່ສັກສິດ. ເມື່ອເຮົາຢືນຢູ່ໃນສະຖານທີ່ສັກສິດ—ບ້ານເຮືອນທີ່ຊອບທຳຂອງເຮົາ, ຕຶກໂບດທີ່ຖືກອຸທິດຂອງເຮົາ, ພຣະວິຫານທີ່ຖືກອຸທິດຖະຫວາຍຂອງເຮົາ—ເຮົາຈະຮູ້ສຶກເຖິງພຣະວິນຍານຂອງພຣະຜູ້ເປັນເຈົ້າສະຖິດຢູ່ກັບເຮົາ. ເຮົາຈະພົບເຫັນຄຳຕອບຕໍ່ຄຳອະທິຖານທີ່ເຮັດໃຫ້ເຮົາເປັນທຸກ ຫລື ຄວາມສະຫງົບສຸກທີ່ຈະປ່ອຍວາງມັນໄວ້ກ່ອນ. ນັ້ນລະຄືພຣະວິນຍານທີ່ທຳງານຢູ່. ສະຖານທີ່ສັກສິດເຫລົ່ານີ້ ຢູ່ໃນອານາຈັກຂອງພຣະເຈົ້າຢູ່ເທິງໂລກ ຮຽກຮ້ອງຄວາມຄາລະວະຈາກເຮົາ, ຄວາມນັບຖືສຳລັບຄົນອື່ນ, ຄວາມດີທີ່ສຸດຂອງເຮົາໃນການດຳລົງຊີວິດຕາມພຣະກິດຕິຄຸນ, ແລະ ຄວາມຫວັງຂອງເຮົາທີ່ຈະປ່ອຍວາງຄວາມຢ້ານກົວຂອງເຮົາໄວ້ກ່ອນ ແລະ ສະແຫວງຫາອຳນາດທີ່ປິ່ນປົວຂອງພຣະເຢຊູຄຣິດ ຜ່ານທາງການຊົດໃຊ້ຂອງພຣະອົງ.
ຈະບໍ່ມີບ່ອນວ່າງໃຫ້ຄວາມຢ້ານກົວໃນສະຖານທີ່ສັກສິດເຫລົ່ານີ້ຂອງພຣະເຈົ້າ ຫລື ໃນຫົວໃຈຂອງລູກໆຂອງພຣະອົງ. ເປັນຫຍັງ? ເປັນເພາະຄວາມຮັກ. ພຣະເຈົ້າຮັກເຮົາ—ຕະຫລອດການ—ແລະ ເຮົາກໍຮັກພຣະອົງ. ຄວາມຮັກຂອງເຮົາທີ່ມີແດ່ພຣະເຈົ້າຈະຕໍ່ຕ້ານຄວາມຢ້ານກົວທັງໝົດ, ແລະ ຄວາມຮັກຂອງພຣະອົງກໍມີຢ່າງມາກມາຍຢູ່ໃນສະຖານທີ່ສັກສິດ. ຂໍໃຫ້ຄິດກ່ຽວກັບເລື່ອງນີ້ເບິ່ງ. ເມື່ອເຮົາບໍ່ແນ່ນອນໃນຄຳໝັ້ນສັນຍາຂອງເຮົາກັບພຣະຜູ້ເປັນເຈົ້າ, ເມື່ອເຮົາອອກໄປນອກເສັ້ນທາງຂອງພຣະອົງທີ່ນຳໄປສູ່ຊີວິດນິລັນດອນ, ເມື່ອເຮົາສັບສົນ ຫລື ສົງໄສຄວາມສຳຄັນຂອງເຮົາໃນແຜນແຫ່ງສະຫວັນຂອງພຣະອົງ, ເມື່ອເຮົາປ່ອຍໃຫ້ຄວາມຢ້ານກົວເປີດປະຕູໃຫ້ແກ່ໝູ່ຄູ່ຂອງມັນເຊັ່ນ—ຄວາມສິ້ນຫວັງ, ຄວາມໂມໂຫ, ຄວາມໃຈຮ້າຍ, ຄວາມຜິດຫວັງ—ພຣະວິນຍານຈະຈາກເຮົາໄປ, ແລະ ເຮົາກໍບໍ່ມີພຣະຜູ້ເປັນເຈົ້າສະຖິດຢູ່ດ້ວຍ. ຖ້າຫາກທ່ານຮູ້ວ່າຄວາມຮູ້ສຶກນັ້ນເປັນແບບໃດ, ທ່ານກໍຈະຮູ້ວ່ານັ້ນບໍ່ແມ່ນຈຸດທີ່ດີທີ່ຈະຄົງຢູ່. ກົງກັນຂ້າມ, ເມື່ອເຮົາຢືນຢູ່ໃນສະຖານທີ່ສັກສິດ, ເຮົາສາມາດຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າ, ແລະ “ຄວາມຮັກທີ່ສົມບູນຍ່ອມຂັບໄລ່ຄວາມຢ້ານກົວທັງໝົດອອກໄປ.”16
ຄຳສັນຍາຕໍ່ໄປແມ່ນ ຢ່າສູ່ຢ້ານ.17 ບໍ່ວ່າຈະມີຄວາມຊົ່ວຮ້າຍ ແລະ ຄວາມວຸ້ນວາຍເຕັມໄປທົ່ວແຜ່ນດິນໂລກຫລາຍຂະໜາດໃດກໍຕາມ, ເຮົາໄດ້ຮັບຄຳສັນຍາໂດຍຄວາມຊື່ສັດຂອງເຮົາໃນພຣະເຢຊູຄຣິດແຕ່ລະວັນເຖິງ “ສັນຕິສຸກອັນມາແຕ່ພຣະເຈົ້າ ຊຶ່ງເກີນຄວາມເຂົ້າໃຈ.”18 ແລະ ເມື່ອພຣະຄຣິດສະເດັດມາໃນອຳນາດ ແລະ ລັດສະໝີພາບທັງໝົດ, ຄວາມຊົ່ວຮ້າຍ, ການກະບົດ, ແລະ ຄວາມບໍ່ຍຸດຕິທຳກໍຈະສິ້ນສຸດລົງ.
ເມື່ອດົນນານມາແລ້ວ ອັກຄະສາວົກໂປໂລ ໄດ້ພະຍາກອນເຖິງວັນເວລາຂອງເຮົາ, ທີ່ກ່າວກັບຊາຍໜຸ່ມຕີໂມທຽວວ່າ:
“ຈົ່ງຮູ້ຈັກຂໍ້ຄວາມນີ້ວ່າ, ໃນຄາວທີ່ສຸດນັ້ນຈະເກີດຄວາມລຳບາກຢ່າງຮ້າຍແຮງ.
“ເພາະວ່າຄົນທັງຫລາຍຈະເຫັນແກ່ຕົວ, ເຫັນແກ່ເງິນຄຳ, ອວດຕົວ, ຈອງຫອງ, ມັກດ່າວ່າ, ບໍ່ເຊື່ອຟັງຄວາມຂອງພໍ່ແມ່, ເນລະຄຸນ, ເປັນຄົນບໍ່ມີສິນທຳ, …
“… ເປັນຄົນຮັກຄວາມສະໜຸກ ຫລາຍກວ່າຮັກພຣະເຈົ້າ.”19
ຂໍໃຫ້ຈຳໄວ້ວ່າ, “ຝ່າຍຂອງພວກເຮົາ” ຢູ່ທັງສອງຟາກມ່ານ, ຜູ້ທີ່ຮັກພຣະຜູ້ເປັນເຈົ້າດ້ວຍສຸດໃຈ, ສຸດພະລັງ, ສຸດຈິດ, ແລະ ສຸດກຳລັງຂອງເຂົາເຈົ້າ ກໍ, “ມີຫລາຍກວ່າຝ່າຍຂອງພວກເຂົາ.”20 ຖ້າຫາກເຮົາໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ແລະ ໃນວິທີທາງຂອງພຣະອົງແທ້ໆ, ຖ້າຫາກເຮົາມີພາກສ່ວນໃນວຽກງານຂອງພຣະອົງ, ເຮົາຈະບໍ່ຢ້ານຄວາມຄິດຂອງໂລກ ຫລື ເປັນທຸກເພາະສິ່ງເຫລົ່ານັ້ນ. ຂ້າພະເຈົ້າຂໍອ້ອນວອນກັບທ່ານວ່າ ໃຫ້ປ່ອຍວາງອິດທິພົນ ແລະ ຄວາມກົດດັນຂອງໂລກໄປ ແລະ ສະແຫວງຫາຄວາມເປັນຢູ່ທາງວິນຍານ ໃນຊີວິດປະຈຳວັນຂອງທ່ານ. ຂໍໃຫ້ຮັກສິ່ງທີ່ພຣະຜູ້ເປັນເຈົ້າຮັກ—ຊຶ່ງຮ່ວມດ້ວຍພຣະບັນຍັດຂອງພຣະອົງ, ພຣະວິຫານສັກສິດຂອງພຣະອົງ, ພັນທະສັນຍາສັກສິດຂອງເຮົາກັບພຣະອົງ, ສິນລະລຶກແຕ່ລະວັນຊະບາໂຕ, ການສື່ສານຂອງເຮົາຜ່ານການອະທິຖານ—ແລະ ທ່ານຈະບໍ່ຢ້ານກົວ.
ຈຸດສຸດທ້າຍ: ຈົ່ງໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ແລະ ຄຳສັນຍາຂອງພຣະອົງ. ຂ້າພະເຈົ້າຮູ້ວ່າຄຳສັນຍາທັງໝົດຂອງພຣະອົງຈະສຳເລັດຄົບຖ້ວນ. ຂ້າພະເຈົ້າຮູ້ຢ່າງແນ່ນອນດັ່ງທີ່ຂ້າພະເຈົ້າຢືນຢູ່ທີ່ນີ້ຕໍ່ໜ້າທ່ານ ໃນກອງປະຊຸມສັກສິດນີ້.
ພຣະຜູ້ເປັນເຈົ້າໄດ້ເປີດເຜີຍວ່າ ເພາະພວກເຂົາເປັນຄົນສະຫລາດ ແລະ ໄດ້ຮັບເອົາຄວາມຈິງ, ແລະ ໄດ້ຮັບເອົາພຣະວິນຍານສັກສິດເພື່ອການນຳພາ, ແລະ ບໍ່ໄດ້ຖືກຫລອກລວງ—ຕາມຄວາມຈິງແລ້ວ ພຣະອົງກ່າວກັບເຮົາວ່າ ພວກເຂົາຈະບໍ່ຖືກໂຄ່ນລົງ ແລະ ໂຍນເຂົ້າກອງໄຟ, ແຕ່ຈະດຳລົງຢູ່ໃນວັນນັ້ນ.21
ນັ້ນລະເປັນຫຍັງເຮົາຈຶ່ງບໍ່ຕ້ອງຢ້ານກົວໂດຍຄວາມວຸ້ນວາຍຂອງວັນເວລານີ້, ໂດຍຜູ້ຄົນທີ່ຢູ່ໃນອາຄານໃຫຍ່ ແລະ ກວ້າງຂວາງ, ໂດຍຜູ້ທີ່ເຍາະເຍີ້ຍຄວາມພະຍາຍາມທີ່ສັດຊື່ ແລະ ການຮັບໃຊ້ທີ່ອຸທິດຖະຫວາຍແດ່ອົງພຣະເຢຊູຄຣິດ. ການມອງໂລກໃນແງ່ດີ, ຄວາມກ້າຫານ, ແມ່ນແຕ່ຄວາມໃຈບຸນຈະມາຈາກຫົວໃຈທີ່ບໍ່ແບກຫາບພາລະໜັກ ໂດຍບັນຫາ ຫລື ຄວາມວຸ້ນວາຍ. ປະທານແນວສັນ, ຜູ້ທີ່ “ມອງອະນາຄົດໃນແງ່ດີ,” ໄດ້ເຕືອນໃຈເຮົາແລ້ວວ່າ, “ຖ້າຫາກເຮົາຈະມີຄວາມຫວັງທີ່ຈະຮ່ອນຜ່ານສຽງທີ່ນັບບໍ່ຖ້ວນ ແລະ ປັດຊະຍາຂອງມະນຸດ ທີ່ໂຈມຕີຄວາມຈິງ, ເຮົາຕ້ອງຮຽນຮູ້ທີ່ຈະໄດ້ຮັບການເປີດເຜີຍ.”22
ເພື່ອຈະໄດ້ຮັບການເປີດເຜີຍສ່ວນຕົວ, ເຮົາຕ້ອງວາງລຳດັບຄວາມສຳຄັນໄວ້ ໃນການດຳລົງຊີວິດຕາມພຣະກິດຕິຄຸນ ແລະ ສະໜັບສະໜູນຄວາມຊື່ສັດ ແລະ ຄວາມເປັນຢູ່ທາງວິນຍານ ໃນຕົວຄົນອື່ນ ແລະ ໃນຕົວເຮົາເອງດ້ວຍ.
ສະເປັນເຊີ ດັບເບັນຢູ ຄິມໂບ ໄດ້ເປັນສາດສະດາຕອນຂ້າພະເຈົ້າເປັນໄວລຸ້ນ. ສາມສີ່ປີທີ່ຜ່ານມານີ້, ຫລັງຈາກຖືກເອີ້ນໃຫ້ເປັນອັກຄະສາວົກ, ຂ້າພະເຈົ້າໄດ້ພົບເຫັນຄວາມສະຫງົບໃນຂ່າວສານຄັ້ງທຳອິດຂອງເພິ່ນ ຢູ່ທີ່ກອງປະຊຸມໃຫຍ່ສາມັນ ເດືອນຕຸລາ ປີ 1943. ເພິ່ນໄດ້ຮູ້ສຶກຕື້ນຕັນໃຈໂດຍການເອີ້ນຂອງເພິ່ນ; ຂ້າພະເຈົ້າຮູ້ວ່າຄວາມຮູ້ສຶກນັ້ນເປັນແບບໃດ. ແອວເດີ ຄິມໂບ ໄດ້ກ່າວວ່າ: “ຂ້າພະເຈົ້າໄດ້ຄິດ ແລະ ອະທິຖານ ແລະ ຖືສິນອົດເຂົ້າ ແລະ ອະທິຖານ. ມີຄວາມຄິດທີ່ຂັດກັນ ທີ່ເຂົ້າມາໃນຄວາມນຶກຄິດຂອງຂ້າພະເຈົ້າ—ສຽງທີ່ມີທ່າທີວ່າ: ‘ເຈົ້າເຮັດວຽກງານນີ້ບໍ່ໄດ້ດອກ. ເຈົ້າບໍ່ມີຄຸນຄ່າດີພໍ. ເຈົ້າບໍ່ມີຄວາມສາມາດ’—ແລະ ໃນທີ່ສຸດຄວາມນຶກຄິດທີ່ມີໄຊກໍເຂົ້າມາວ່າ: ‘ເຈົ້າຕ້ອງເຮັດວຽກງານທີ່ຖືກມອບໝາຍ—ເຈົ້າຕ້ອງເຮັດໃຫ້ຕົນເອງມີຄວາມສາມາດ, ມີຄຸນຄ່າດີພໍ, ແລະ ເໝາະສົມ.’ ແລະ ການສູ້ຮົບນັ້ນກໍໄດ້ດຳເນີນຕໍ່ໄປ.”23
ຂ້າພະເຈົ້າຮັບຮູ້ຈາກປະຈັກພະຍານທີ່ຈິງໃຈຂອງອັກຄະສາວົກຄົນນີ້ ຜູ້ທີ່ໄດ້ກາຍມາເປັນປະທານຄົນທີສິບສອງຂອງສາດສະໜາຈັກທີ່ຍິ່ງໃຫຍ່ນີ້. ເພິ່ນໄດ້ຮັບຮູ້ວ່າເພິ່ນຕ້ອງກຳຈັດຄວາມຢ້ານກົວ ເພື່ອຈະ “ເຮັດວຽກງານທີ່ຖືກມອບໝາຍ” ແລະ ວ່າເພິ່ນຕ້ອງເພິ່ງອາໄສພຣະຜູ້ເປັນເຈົ້າສຳລັບຄວາມເຂັ້ມແຂງ ທີ່ຈະເຮັດໃຫ້ຕົວເພິ່ນເອງ “ມີຄວາມສາມາດ, ມີຄຸນຄ່າດີພໍ ແລະ ເໝາະສົມ.” ເຮົາກໍສາມາດເຮັດໄດ້ຄືກັນ. ການສູ້ຮົບຈະດຳເນີນຕໍ່ໄປ, ແຕ່ເຮົາຈະປະເຊີນໜ້າກັບມັນ ດ້ວຍພຣະວິນຍານຂອງພຣະຜູ້ເປັນເຈົ້າ. ເຮົາຈະ “ບໍ່ຢ້ານ” ເພາະເມື່ອເຮົາຢືນຢູ່ກັບພຣະຜູ້ເປັນເຈົ້າ ແລະ ເປັນພະຍານເຖິງຫລັກທຳ ແລະ ແຜນຂອງພຣະອົງ, ເຮົາກໍຢືນຢູ່ໃນສະຖານທີ່ສັກສິດ.
ບັດນີ້, ເປັນຈັ່ງໃດກັບລູກສາວ ແລະ ລູກເຂີຍຜູ້ທີ່ໄດ້ຖາມຄຳຖາມທີ່ຈິງໃຈ ແລະ ເລິກຊຶ້ງ, ແຕ່ມີຄວາມຢ້ານກົວເມື່ອຫລາຍປີກ່ອນນັ້ນ? ເຂົາເຈົ້າກໍໄດ້ພິຈາລະນາການເວົ້າລົມຂອງພວກເຮົາໃນຄ່ຳຄືນນັ້ນ; ເຂົາເຈົ້າໄດ້ອະທິຖານ ແລະ ໄດ້ຖືສິນອົດເຂົ້າ ແລະ ໄດ້ຕັດສິນໃຈເຮັດເອງ. ພວກຂ້າພະເຈົ້າ, ຜູ້ທີ່ເປັນພໍ່ຕູ້ແມ່ຕູ້, ມີຄວາມສຸກ ແລະ ຄວາມປິຕິຍິນດີນຳເຂົາເຈົ້າ ທີ່ເຂົາເຈົ້າໄດ້ຮັບພອນໂດຍມີລູກທີ່ໜ້າຮັກເຈັດຄົນ ຂະນະທີ່ເຂົາເຈົ້າກ້າວໄປໜ້າ ໃນສັດທາ ແລະ ຄວາມຮັກ.
ຂໍໃຫ້ຮັບຮູ້ໄວ້ເຖີດ, ອ້າຍເອື້ອຍນ້ອງທັງຫລາຍ. ແມ່ນແລ້ວ, ເຮົາມີຊີວິດຢູ່ໃນວັນເວລາທີ່ວຸ້ນວາຍ, ແຕ່ເມື່ອເຮົາຢຶດໝັ້ນຢູ່ໃນເສັ້ນທາງແຫ່ງພັນທະສັນຍາ, ເຮົາຈະບໍ່ຢ້ານກົວ. ຂ້າພະເຈົ້າອວຍພອນທ່ານຂະນະທີ່ທ່ານເຮັດດັ່ງນີ້, ທ່ານຈະບໍ່ຢ້ານກົວໂດຍວັນເວລາ ທີ່ເຮົາອາໄສຢູ່ ຫລື ບັນຫາທີ່ຈະເຂົ້າມາໃນຊີວິດຂອງທ່ານ. ຂ້າພະເຈົ້າອວຍພອນທ່ານໃຫ້ເລືອກທີ່ຈະຢືນຢູ່ໃນສະຖານທີ່ສັກສິດ ແລະ ບໍ່ຫວັ່ນໄຫວ. ຂ້າພະເຈົ້າອວຍພອນທ່ານໃຫ້ເຊື່ອໃນຄຳສັນຍາຂອງພຣະເຢຊູຄຣິດ, ວ່າພຣະອົງຊົງພຣະຊົນ ແລະ ວ່າພຣະອົງຄຸ້ມຄອງເຮົາຢູ່, ຫ່ວງໃຍເຮົາ ແລະ ຢືນຢູ່ຄຽງຂ້າງເຮົາ. ໃນພຣະນາມຂອງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ອາແມນ.