​2010–2019
ບົດ​ບາດ​ຂອງ​ພຣະ​ຄຳພີ​ມໍມອນ​ໃນ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ
ເດືອນ​ຕຸລາ 2018


ບົດ​ບາດ​ຂອງ​ພຣະ​ຄຳພີ​ມໍມອນ​ໃນ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ

ເຮົາ​ກຳ​ລັງ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ເປັນ​ເທື່ອ​ສຸດ​ທ້າຍ ແລະ ກຳ​ລັງ​ເຮັດ​ດ້ວຍ​ພຣະ​ຄຳ​ພີ​ມໍ​ມອນ, ຊຶ່ງ​ເປັນ​ເຄື່ອງ​ມື​ຢ່າງ​ໜຶ່ງແຫ່ງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ທີ່​ມີ​ພະ​ລັງ​ທີ່​ສຸດ.

ຫລາຍ​ຄົນ​ໃນ​ທຸກວັນ​ນີ້​ສົງ​ໄສ​ກ່ຽວ​ກັບ​ຄວາມ​ເປັນ​ຈິງ​ຂອງ​ພຣະ​ເຈົ້າ ແລະ ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ອົງ. ຫລາຍ​ຄົນ​ຮູ້​ເລັກນ້ອຍ ຫລື ບໍ່​ຮູ້​ເລີຍ​ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ອົງ. ຫລາຍກວ່າ 30 ປີ ຜ່ານ​ມາ​ແລ້ວ, ປະ​ທານເອ​ສະ​ຣາ ແທັບ ເບັນ​ສັນ ໄດ້​ສັງ​ເກດ​ເຫັນ​ວ່າ “ຄົນ​ສ່ວນ​ຫລາຍ … ຢູ່​ໃນ​ໂລກ ໃນ​ປະ​ຈຸ​ບັນ ປະ​ຕິ​ເສດ​ຄວາມ​ເປັນ​ພຣະ​ເຈົ້າ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ພວກ​ເຂົາ​ສົງ​ໄສ​ກ່ຽວ​ກັບ​ການ​ກຳ​ເນີດ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ​ຂອງ​ພຣະ​ອົງ, ຊີ​ວິດ​ທີ່ບໍ່​ມີ​ບາບຂອງ​ພຣະ​ອົງ, ແລະ ຄວາມ​ຈິງ​ແທ້​ຂອງ​ການ​ຟື້ນ​ຄືນ​ພຣະ​ຊົນ​ທີ່​ຮຸ່ງ​ເຫລື້ອມ​ຂອງ​ພຣະ​ອົງ.”1

ໃນ​ວັນ​ເວ​ລາ​ຂອງ​ເຮົາ, ຄຳ​ຖາມບໍ່​ພຽງ​ແຕ່​ເຈາະ​ຈົງ​ໃສ່ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ເທົ່າ​ນັ້ນ ແຕ່​ຍັງ​ເຈາະ​ຈົງ​ໃສ່​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ນຳ​ອີກ—ນັ້ນ​ຄື ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ—ຊຶ່ງ​ພຣະ​ອົງ​ໄດ້​ຟື້ນ​ຟູ ຜ່ານ​ທາງ​ສາດ​ສະ​ດາ ໂຈເຊັບ ສະມິດ. ຄຳ​ຖາມ​ເຫລົ່າ​ນັ້ນ ສ່ວນ​ຫລາຍ​ຈະ​ເຈາະ​ຈົງ​ໃສ່​ປະ​ຫວັດ​ສາດ, ຄຳ​ສອນ, ຫລື ການ​ປະ​ຕິ​ບັດ ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ພຣະ​ຄຳ​ພີ​ມໍ​ມອນ​ຊ່ວຍ​ເຮົາ​ໃຫ້​ເຕີບ​ໂຕ​ຂຶ້ນ​ໃນ​ປະ​ຈັກ​ພະ​ຍານ

ຈາກປຶ້ມ ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ເຮົາ​ອ່ານ​ວ່າ: “ຈົ່ງ​ຈື່​ຈຳ​ວ່າ ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ [ກ່ຽວ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ອົງ] ມາ​ຈາກ​ສາດ​ສະ​ດາ​ໃນສະ​ໄໝໃໝ່—ໂຈເຊັບ ສະມິດ ແລະ ຜູ້​ຮັບ​ຕຳ​ແໜ່ງ​ແທນ​ເພິ່ນ​ຕໍ່ໆ​ມາ—ຜູ້​ໄດ້​ຮັບ​ການ​ເປີດ​ເຜີຍ​ໂດຍ​ກົງ​ຈາກ​ພຣະ​ເຈົ້າ. ສະ​ນັ້ນ, ຄຳ​ຖາມ​ຂໍ້​ທຳ​ອິດ​ທີ່​ບາງ​ຄົນ​ຄວນ​ຕອບ ແມ່ນ​ວ່າ ໂຈ​ເຊັບ ສະ​ມິດ ເປັນ​ສາດ​ສະ​ດາ ຫລື ບໍ່​ໄດ້​ເປັນ, ແລະ ບຸກ​ຄົນ​ນັ້ນ​ສາ​ມາດ​ຕອບ​ຄຳ​ຖາມນີ້ ໂດຍ​ການ​ອ່ານ ແລະ ອະ​ທິ​ຖານ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ.”2

ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ ເຖິງ​ການ​ເອີ້ນ​ທີ່​ສູງ​ສົ່ງ​ຂອງ​ສາດ​ສະ​ດາ ໂຈເຊັບ ສະມິດ ໄດ້​ເຂັ້ມ​ແຂງ​ຂຶ້ນ ໂດຍ​ການ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ: ປະຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ ດ້ວຍ​ການ​ອະ​ທິ​ຖານ. ຂ້າ​ພະ​ເຈົ້າ​ໄດ້ເຮັດ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ໂມ​ໂຣ​ໄນ ທີ່ວ່າ “ໃຫ້​ທູນ​ຖາມ​ພຣະ​ເຈົ້າ, ພຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ​ໃນ​ພຣະ​ນາມ​ຂອງ​ພຣະ​ຄຣິດ,” ເພື່ອ​ຈະ​ໄດ້​ຮູ້​ເຖິງ​ຄວາມ​ຈິງ​ແທ້​ຂອງ​ພຣະ​ຄຳ​ພີ​ມໍ​ມອນ.3 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຂ້າ​ພະ​ເຈົ້າ​ຮູ້​ວ່າ ມັນ​ຈິງແທ້. ຄວາມ​ຮູ້ນັ້ນໄດ້​ມາ​ສູ່​ຂ້າ​ພະ​ເຈົ້າ, ຊຶ່ງ​ມັນ​ສາ​ມາດ​ມາ​ສູ່​ທ່ານ​ໄດ້, “ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.”4

ຄຳ​​ນຳ​ຕໍ່​ພຣະ​ຄຳ​ພີ​ມໍ​ມອນ ກ່າວ​ວ່າ: “ຜູ້​ທີ່​ໄດ້ຮັບພະຍານ​ອັນ​ສັກສິດ​ [ເຖິງ​ພຣະ​ຄຳ​ພີ​ມໍ​ມອນ] ຈາກ​ພຣະ​ວິນ​ຍານ​ສັກ​ສິດນີ້​ຈະ​ໄດ້​ຮູ້ຈັກ​ດ້ວຍ​ອຳນາດ​ດຽວ​ກັນ​ວ່າ ພຣະ​ເຢຊູ​ຄຣິດ​ຄື​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ, ວ່າ​ໂຈ​ເຊັບ ສະ​ມິດ ເປັນ​ຜູ້​ເປີດ​ເຜີຍ ແລະ ເປັນ​ສາດສະດາ​ຂອງ​ພຣະ​ອົງ​ໃນ​ຍຸກ​ສຸດ​ທ້າຍ​ນີ້ ແລະ ວ່າ​ສາດສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່ພົນ​ຍຸກ​ສຸດ​ທ້າຍ​ເປັນ​ອານາຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ໄດ້​ຖືກ​ສະຖາ​ປະນາ​ຂຶ້ນອີກ ຢູ່​ເທິງ​ແຜ່ນດິນ​ໂລກ, ຕຽມ​ພ້ອມໄວ້​ເພື່ອ​ການສະ​ເດັດ​ມາ​ຄັ້ງທີ​ສອງ​ຂອງ​ພຣະ​ເມ​ຊີ​ອາ.”5

ຕອນ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ ເພື່ອ​ໄປ​ປະ​ເທດຈີເລ, ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ບົດ​ຮຽນ​ໜຶ່ງ​ທີ່ ປ່ຽນ​ແປງ​ຊີ​ວິດ ກ່ຽວ​ກັບອຳ​ນາດ​ແຫ່ງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງພຣະ​ຄຳ​ພີມໍ​ມອນ. ທ່ານກອນ​ຊາ​ເລສ໌ ໄດ້​ຮັບ​ໃຊ້ ໃນ​ຕຳ​ແໜ່ງ​ທີ່​ໜ້າ​ນັບ​ຖື ຢູ່​ໃນ​ໂບດ ເປັນ​ເວ​ລາ​ຫລາຍ​ປີ. ເພິ່ນ​ໄດ້​ຮັບ​ການ​ເຝິກ​ຝົນ​ເລື່ອງ​ສາດ​ສະ​ໜາ​ຢ່າງ​ຫລວງ​ຫລາຍ, ຮ່ວມ​ທັງ​ມີ​ປະ​ລິນ​ຍາ​ຝ່າຍ​ວິ​ຊາ​ການ​ສາດ​ສະ​ໜາ. ເພິ່ນມີ​ຄວາມ​ພູມ​ໃຈ​ຫລາຍ​ກັບ​ຄວາມເກັ່ງ​ກ້າ​ເລື່ອງ​ພຣະຄຣິສ​ຕະ​ທຳ​ຄຳ​ພີ. ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງວ່າ ເພິ່ນເປັນນັກ​ປາດ​ອາ​ຈານ​ຝ່າຍ​ສາດ​ສະ​ໜາ.

ເພິ່ນ​ຮູ້​ຈັກ​ກ່ຽວ​ກັບຜູ້​ສອນ​ສາດ​ສະ​ໜາຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ເປັນ​ຢ່າງ​ດີ ຂະ​ນະ​ທີ່​ເຂົາ​ເຈົ້າ​ທຳ​ງານ​ຢູ່​ໃນ​ເມືອງ​ລີ​ມາ, ປະ​ເທດ​ເປ​ຣູ ຂອງ​ເພິ່ນ. ເພິ່ນ​ຢາກ​ພົບ​ກັບ​ເຂົາ​ເຈົ້າ ເພື່ອ​ວ່າ​ເພິ່ນຈະ​ໄດ້​ສິດ​ສອນ​ເຂົາ​ເຈົ້າ​ເລື່ອງ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ.

ມື້​ໜຶ່ງ, ເກືອບ​ເປັນ​ຂອງ​ປະ​ທານ​ຈາກ​ສະ​ຫວັນ, ເພິ່ນ​ຄິດ, ຜູ້​ສອນ​ສາດ​ສະ​ໜາ​ສອງ​ຄົນ​ໄດ້​ເວົ້າ​ລົມ​ກັບ​ເພິ່ນຢູ່​ຂ້າງ​ຖະ​ໜົນ ແລະ ຖາມ​ເພິ່ນວ່າ ໃຫ້​ເຂົາ​ເຈົ້າ​ໄປ​ຫາ​ເພິ່ນ​ຢູ່​ບ້ານ​ຂອງ​ເພິ່ນຊິໄດ້​ບໍ ເພື່ອ​ແບ່ງ​ປັນ​ຂໍ້ພຣະ​ຄຳ​ພີ​ກັບ​ເພິ່ນ. ນີ້​ແມ່ນ​ຄວາມ​ຝັນ​ທີ່​ເກີດ​ເປັນ​ຈິງ​ສຳ​ລັບ​ເພິ່ນ! ຄຳ​ອະ​ທິ​ຖານ​ຂອງ​ເພິ່ນ​ໄດ້​ຮັບ​ຄຳ​ຕອບ​ແລ້ວ. ໃນ​ທີ່​ສຸດ, ເພິ່ນ​ຈະ​ໄດ້​ສິດ​ສອນ​ຊາຍ​ໜຸ່ມ​ສອງ​ຄົນ​ນີ້​ໃຫ້​ຮູ້​ເຖິງ​ຄວາມ​ຈິງ. ເພິ່ນ​ໄດ້​ບອກ​ເຂົາ​ເຈົ້າ​ວ່າ ເພິ່ນ​ຍິນ​ດີ​ໃຫ້​ເຂົາ​ເຈົ້າ​ໄປ​ເຮືອນເພິ່ນ ແລະ ສົນ​ທະ​ນາ​ກັນ​ເລື່ອງ​ພຣະ​ຄຳ​ພີ.

ເພິ່ນ​ຕື່ນ​ເຕັ້ນ​ຢາກ​ໃຫ້​ຮອດ​ວັນ​ນັດ​ໝາຍ​ໄວໆ. ເພິ່ນພ້ອມ​ແລ້ວ​ທີ່​ຈະ​ໃຊ້​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ເພື່ອ​ພິ​ສູດ​ໃຫ້​ເຫັນ​ວ່າຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າບໍ່​ຈິງ. ເພິ່ນ​ແນ່​ໃຈ​ວ່າ ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ຈະ​ຊີ້ບອກຢ່າງ​ແຈ່ມ​ແຈ້ງ ແລະ ຢ່າງຄ່ອງ​ແຄ້ວ ເຖິງ​ການ​ສອນ​ທີ່ຜິດ​ຂອງ​ເຂົາ​ເຈົ້າ. ຄ່ຳ​ຄືນ​ທີ່​ນັດ​ໝາຍ​ໄດ້​ມາ​ເຖິງ, ແລະ ຜູ້​ສອນ​ສາດ​ສະ​ໜາ​ກໍ​ໄດ້​ໄປ​ເຄາະ​ປະ​ຕູ​ບ້ານ. ເພິ່ນ​ຮູ້​ສຶກ​ຕື່ນ​ເຕັ້ນ. ໃນ​ທີ່​ສຸດ ເວ​ລາ​ພິ​ສູດ​ຂອງ​ເພິ່ນກໍ​ໄດ້​ມາ​ເຖິງ.

ເພິ່ນ​ໄດ້​ເປີດ​ປະ​ຕູ ແລະ ໄດ້​ເຊື້ອ​ເຊີນ​ຜູ້​ສອນ​ສາດ​ສະ​ໜາ ເຂົ້າ​ໄປ​ໃນ​ບ້ານ​ຂອງ​ເພິ່ນ. ຜູ້​ສອນ​ສາດ​ສະ​ໜາ​ຄົນ​ໜຶ່ງ ໄດ້​ຍື່ນ​ປຶ້ມຫົວສີ​ຟ້າ​ໃຫ້​ເພິ່ນ ແລະ ສະ​ແດງ​ປະ​ຈັກ​ພະ​ຍານ​ວ່າ ລາວ​ຮູ້​ວ່າ​ສິ່ງ​ທີ່​ຢູ່​ໃນ​ປຶ້ມ​ຫົວ​ນັ້ນ ແມ່ນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ. ຜູ້​ສອນ​ສາດ​ສະ​ໜາ​ຄົນ​ທີ​ສອງ ໄດ້ກ່າວປະ​ຈັກ​ພະ​ຍານ​ຂອງ​ລາວ​ເຖິງ​ປຶ້ມນັ້ນ​ຕື່ມ​ອີກ, ເປັນ​ພະ​ຍານ​ວ່າ ມັນ​ໄດ້​ຖືກ​ແປ​ໂດຍ​ສາດ​ສະ​ດາ​ໃນ​ສະ​ໄໝ​ໃໝ່​ຂອງ​ພຣະ​ເຈົ້າ ຊື່ ໂຈ​ເຊັບ ສະ​ມິດ, ແລະ ວ່າ​ມັນສິດ​ສອນ​ເຖິງ​ພຣະ​ຄຣິດ. ຜູ້​ສອນ​ສາດ​ສະ​ໜາ​ໄດ້​ຂໍ​ລາເມືອ ແລະ ກໍ​ໄດ້​ອອກ​ຈາກບ້ານ​ຂອງ​ເພິ່ນ​ໄປ.

ທ່ານກອນ​ຊາ​ເລສ໌ ຮູ້​ສຶກ​ຜິດ​ຫວັງ​ຫລາຍ. ແຕ່​ເພິ່ນໄດ້​ເປີດ​ປຶ້ມ ແລະ ເລີ່ມ​ຕົ້ນ​ອ່ານ​ມັນ. ເພິ່ນ​ໄດ້​ອ່ານ​ໜ້າທຳ​ອິດ. ເພິ່ນໄດ້ອ່ານ​ໜ້າ​ຕໍ່​ໄປ ແລະ ບໍ່​ໄດ້​ຢຸດ ຈົນ​ເຖິງ​ຕອນ​ບ່າຍ​ຂອງມື້​ຕໍ່​ມາ. ເພິ່ນໄດ້​ອ່ານ​ປຶ້ມນັ້ນ ໝົດ​ທັງ​ເຫລັ້ມ ແລະ ຮູ້​ວ່າ​ມັນ​ເປັນ​ຄວາມ​ຈິງ. ເພິ່ນ​ຮູ້​ວ່າ ເພິ່ນ​ຄວນ​ເຮັດ​ແນວ​ໃດ. ເພິ່ນໄດ້​ໂທ​ໄປ​ຫາ​ຜູ້​ສອນ​ສາດ​ສະ​ໜາ, ໄດ້​ຮັບ​ບົດ​ຮຽນ, ແລະ ໄດ້​ປະ​ຊີ​ວິດ​ທີ່​ເພິ່ນຮູ້​ຈັກ ເພື່ອ​ກາຍ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ຊາຍ​ທີ່​ດີ​ຄົນ​ນັ້ນ ເປັນ​ຄູ​ຂອງ​ຂ້າ​ພະ​ເຈົ້າ​ຢູ່​ສູນ​ອົບ​ລົມ​ຜູ້​ສອນ​ສາດ​ສະ​ໜາ ໃນ​ເມືອງ​ໂພຼໂວ, ລັດ​ຢູ​ທາ. ເລື່ອງ​ລາວ​ກ່ຽວ​ກັບການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ ບຣາ​ເດີ ກອນ​ຊາ​ເລສ໌ ແລະ ພະ​ລັງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ ໄດ້​ປະ​ທັບ​ໃຈ​ຂ້າ​ພະ​ເຈົ້າ​ຫລາຍ.

ຕອນ​ຂ້າ​ພະ​ເຈົ້າ​ໄປ​ເຖິງ​ປະ​ເທດ​ເຈ​ລີ, ປະ​ທານ​ເຜີຍ​ແຜ່​ຂອງ​ຂ້າ​ພະ​ເຈົ້າ ປະ​ທານຣອຍ​ເດັນ ເຈ ກະ​ເລດ ໄດ້​ເຊື້ອ​ເຊີນ​ພວກ​ເຮົາ​ໃຫ້​ອ່ານ​ປະ​ຈັກ​ພະ​ຍານ​ຂອງ​ສາດ​ສະ​ດາ ໂຈ​ເຊັບ ສະ​ມິດ ທີ່​ມີ​ບັນ​ທຶກ​ໄວ້ ຢູ່​ໃນ ໂຈເຊັບ ສະມິດ—ປະ​ຫວັດ​ສາດ ທຸກ​ອາ​ທິດ. ເພິ່ນ​ໄດ້ສິດ​ສອນ​ພວກ​ເຮົາ​ວ່າ ປະ​ຈັກ​ພະ​ຍານ​ເຖິງ​ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ ມີ​ອິດ​ທິ​ພົນ​ໂດຍ​ກົງ​ຕໍ່​ປະ​ຈັກ​ພະ​ຍານ​ຂອງ​ເຮົາ ເຖິງ​ພຣະ​ກິດ​ຕິ​ຄຸນ ແລະ ປະ​ຈັກ​ພະ​ຍານ​ຂອງ​ເຮົາ ເຖິງ​ພຣະ​ຄຳ​ພີ​ມໍ​ມອນ.

ຂ້າ​ພະ​ເຈົ້າ​ໄດ້​ຮັບ​ເອົາ​ຄຳ​ເຊື້ອ​ເຊີນນີ້​ຢ່າງ​ຈິງ​ຈັງ. ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ເລື່ອງ​ລາວ​ຢູ່​ໃນ​ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ, ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ. ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ຕາມ​ຄຳ​ແນະ​ນຳ​ຂອງ​ໂມ​ໂຣ​ໄນ ແລະ ໄດ້​ທູນ​ຖາມ “ພຣະ​ເຈົ້າ, ພຣະ​ບິ​ດາ​ຜູ້​ສະ​ຖິດນິ​ລັນ​ດອນ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ”6 ວ່າ​ພຣະ​ຄຳ​ພີ​ມໍ​ມອນຈິງແທ້​ຫລືບໍ່. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ໃນ​ມື້ນີ້​ວ່າ ຂ້າ​ພະ​ເຈົ້າ​ຮູ້​ດັ່ງ​ທີ່​ສາດ​ສະ​ດາ​ ໂຈ​ເຊັບ ສະມິດ ໄດ້​ກ່າວວ່າ ພະຄຳພີມໍມອນ “ເປັນໜັງສື​ທີ່ຖືກ​ຕ້ອງ​ທີ່ສຸດ ຢູ່ໃນໂລກນີ້, ແລະ ເປັນຫີນ​ສຳຄັນ​ຂອງ​ສາດສະໜາ​ຂອງເຮົາ, ແລະ ມະນຸດ​ຈະເຂົ້າ​ໃກ້ຊິດ​ກັບພຣະເຈົ້າຫລາຍຂຶ້ນ ໂດຍການ​ປະຕິບັດ​ຕາມ​ຫລັກ​ຄຳສອນ ທີ່​ຢູ່ໃນ​ນັ້ນ ຫລາຍ​ກວ່າ​ໜັງສື​ເຫລັ້ມ​ອື່ນໆ.”7 ສາດ​ສະ​ດາ​ ໂຈ​ເຊັບ ໄດ້​ປະ​ກາດ​ອີກວ່າ: “ຖ້າ​ເອົາ​ພຣະ​ຄຳ​ພີ​ມໍ​ມອນ ແລະ ການ​ເປີດ​ເຜີຍ​ອອກ​ໄປ ແລ້ວ​ຈະ​ມີ​ຫຍັງ​ເຫລືອ​ໃນ​ສາດ​ສະ​ໜາ​ຂອງ​ເຮົາ? ບໍ່​ເຫລືອ​ຫຍັງເລີຍ.”8

ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ເປັນ​ສ່ວນ​ຕົວ

ເມື່ອ​ເຮົາ​ເຂົ້າ​ໃຈ​ຫລາຍ​ຂຶ້ນ ວ່າ​ເຮົາ​ເປັນ​ໃຜ ແລະ ຈຸດ​ປະ​ສົງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ, ແລ້ວ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເຮົາ​ຈະ​ເລິກ​ຊຶ້ງ ແລະ ແນ່ນອນ​ຫລາຍກວ່າ​ເກົ່າ. ເຮົາ​ຈະ​ມີ​ຄວາມ​ຕັ້ງ​ໃຈ​ຫລາຍ​ຂຶ້ນ ໃນ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ ທີ່​ເຮົາ​ໄດ້​ເຮັດໄວ້​ນຳ​ພຣະ​ເຈົ້າ.

ຈຸດ​ປະ​ສົງ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ ແມ່ນ​ເພື່ອ​ໃຫ້​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ. ການ​ເຕົ້າ​ໂຮມນີ້​ໃຫ້​ໂອ​ກາດ​ແກ່​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ ເພື່ອ​ຈະ​ໄດ້ເຂົ້າ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ແລະ, ໂດຍ​ການ​ໃຫ້​ກຽດ​ແກ່​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ, ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ບິ​ດາ. ເມື່ອ​ເຮົາ​ສອນ​​ເຖິງການ​ກັບ​ໃຈ ແລະ ໃຫ້​ບັບ​ຕິ​ສະ​ມາ​ແກ່​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ, ເຮົາ​ໄດ້​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ.

ພຣະ​ຄຳ​ພີ​ມໍ​ມອນ ມີ​ຂໍ້​ອ້າງ​ອີງ​ຢູ່​ດ້ວຍ​ກັນ 108 ເທື່ອ ກ່ຽວ​ກັບ​ເຊື້ອ​ສາຍອິດ​ສະ​ຣາ​ເອນ. ຢູ່​ທາງ​ໜ້າ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ, ນີ​ໄຟ​ໄດ້​ສອນ​ວ່າ, “ເພາະ​ຄວາມ​ຕັ້ງ​ໃຈ​ອັນ​ເຕັມ​ປ່ຽມ​ຂອງ​ຂ້າພະ​ເຈົ້າກໍ​ເພື່ອ​ຈະ​ຊັກ​ຊວນ​ມະນຸດ​ໃຫ້​ເຂົ້າມາ​ຫາ​ພຣະ​ເຈົ້າຂອງ​ອັບ​ຣາ​ຮາມ, ແລະ ພຣະ​ເຈົ້າຂອງ​ອີ​ຊາກ, ແລະ ພຣະ​ເຈົ້າຂອງ​ຢາ​ໂຄບ, ແລະ ຮັບ​ຄວາມ​ລອດ.”9 ພຣະ​ເຈົ້າ​ແຫ່ງ​ອັບ​ຣາ​ຮາມ, ອີ​ຊາກ, ແລະ ຢາ​ໂຄບ ຄື​ພຣະ​ເຢ​ຊູ​ຄຣິດ, ພຣະ​ເຈົ້າຂອງ​ພຣະ​ຄຳ​ພີ​ເດີມ. ເຮົາ​ຖືກ​ຊ່ວຍ​ໃຫ້​ລອດ ເມື່ອ​ເຮົາ​ມາ​ຫາ​ພຣະ​ຄຣິດ ຜ່ານ​ທາງ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.

ຕໍ່​ມາ, ນີ​ໄຟ​ໄດ້​ຂຽນ​ວ່າ:

“ແທ້​ຈິງ​ແລ້ວ, ບິດາ​ຂອງ​ຂ້າພະ​ເຈົ້າ​ໄດ້​ເວົ້າຢ່າງ​ຍືດ​ຍາວ​ກ່ຽວ​ກັບ​ຄົນ​ຕ່າງ​ຊາດ, ແລະ ກ່ຽວ​ກັບ​ເຊື້ອສາຍ​ອິດ​ສະ​ຣາ​ເອນ​ອີກ​ວ່າ​ພວກ​ເຂົາ​ປຽບ​ເໝືອນ​ຕົ້ນ​ໝາກ​ກອກ​ເທດ​ທີ່​ກິ່ງ​ງ່າ​ຈະ​ຫັກ ແລະ ກະຈັດ​ກະຈາຍ​ໄປ​ທົ່ວ​ຜືນ​ແຜ່ນດິນ​ໂລກ. …

“ແລະ ຫລັງ​ຈາກ​ທີ່​ເຊື້ອສາຍ​ອິດ​ສະ​ຣາ​ເອນ​ກະຈັດກະຈາຍ​ໄປ, ພວກ​ເຂົາ​ຈະ​ມາ​ເຕົ້າ​ໂຮມ​ກັນ​ອີກ; ຫລື ຫລັງ​ຈາກ​ທີ່​ຄົນ​ຕ່າງ​ຊາດ​ໄດ້​ຮັບ​ຄວາມ​ສົມບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ແລ້ວ, ກິ່ງ​ງ່າ​ເດີມ​ຂອງ​ຕົ້ນ​ໝາກ​ກອກ​ເທດ, ຫລື ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ​ທີ່​ເຫລືອ​ຢູ່​ນັ້ນ​ຈະ​ຖືກ​ຕໍ່​ເຂົ້າ​ກັນ​ຄືນ, ຫລື ມີ​ຄວາມ​ຮູ້​ເຖິງ​ພຣະ​ເມ​ຊີ​ອາ​ທີ່​ແທ້​ຈິງ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຂົາ ແລະ ພຣະ​ຜູ້​ໄຖ່​ຂອງ​ພວກ​ເຂົາ.”10

ເຊັ່ນ​ດຽວ​ກັນ, ໃນ​ທ້າຍ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ, ສາດ​ສະ​ດາ ໂມ​ໂຣ​ໄນ ເຕືອນ​ເຮົາ​ເຖິງ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ໂດຍ​ກ່າວ​ວ່າ, “ເພື່ອ​ທ່ານຈະ​ບໍ່​ສັບສົນ​ອີກ​ຕໍ່​ໄປ, ເພື່ອ​ພັນທະ​ສັນຍາ​ຂອງ​ພຣະ​ບິດາຜູ້​ສະຖິດ​ນິລັນດອນ ຊຶ່ງ​ໄດ້​ເຮັດ​ໄວ້ກັບ​ທ່ານຈະສຳ​ເລັດ, ໂອ້ ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ.”11

ພັນ​ທະ​ສັນ​ຍາ​ຂອງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ

“ພັນ​ທະ​ສັນ​ຍາ​ຂອງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ” ທີ່​ໂມ​ໂຣ​ໄນ ໄດ້​ກ່າວ​ເຖິງ ມີ​ຫຍັງ​ແດ່? ເຮົາ​ອ່ານ​ຢູ່​ໃນ​ໜັງ​ສືອັບ​ຣາ​ຮາມ​ວ່າ,

ພຣະ​ນາມ​ຂອງ​ພຣະ​ອົງ​ຄື ພຣະ​ເຢ​ໂຮວາ, ແລະ ພຣະ​ອົງ​ຮູ້​ຈັກ​ທີ່​ສຸດ​ຕັ້ງ​ແຕ່​ຕົ້ນ; ສະ​ນັ້ນ​ພຣະ​ຫັດ​ຂອງ​ພຣະ​ອົງ​ຈະ​ຢູ່​ເທິງ​ເຮົາ.

ແລະ ພຣະ​ອົງ​ຈະ​ເຮັດ​ໃຫ້​ມີ​ປະ​ຊາ​ຊາດ​ທີ່​ຍິ່ງ​ໃຫຍ່​ຈາກ​ເຮົາ, ແລະ ພຣະ​ອົງ​ຈະ​ອວຍ​ພອນ​ເຮົາ​ເກີນກວ່າ​ຈະ​ວັດ​ແທກ​ໄດ້, ແລະ ເຮັດ​ໃຫ້​ຊື່​ຂອງ​ເຮົາ​ຍິ່ງ​ໃຫຍ່​ໃນ​ບັນ​ດາ​ປະ​ຊາ​ຊາດ​ທັງ​ປວງ, ແລະ ເຮົາ​ຈະ​ເປັນ​ພອນ​ໃຫ້​ແກ່​ລູກ​ຫລານ​ຂອງ​ເຮົາ​ຕໍ່​ຈາກ​ເຮົາ, ເພື່ອ​ວ່າ​ໃນ​ມື​ຂອງ​ພວກ​ເຂົາ, ພວກ​ເຂົາ​ຈະ​ນຳ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ຖາ​ນະ​ປະ​ໂລ​ຫິດນີ້​ໄປ​ສູ່​ປະ​ຊາ​ຊາດ​ທັງ​ປວງ.12

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດສອນ​ຢູ່​ໃນ​ການ​ຖ່າຍ​ທອດ​ທົ່ວ​ໂລກ ເມື່ອບໍ່​ດົນ​ມານີ້ວ່າ “ເວ​ລານີ້ ເປັນ ຍຸກ​ສຸດ​ທ້າຍ​ແທ້ໆ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ເລັ່ງ​ວຽກ​ງານ​ຂອງ​ພຣະ​ອົງ ໃນ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ. ການ​ເຕົ້າ​ໂຮມນັ້ນ ເປັນ​ສິ່ງ​ສຳ​ຄັນ​ທີ່​ສຸດ ທີ່​ກຳ​ລັງ​ເກີດ​ຂຶ້ນ ຢູ່​ໃນ​ໂລກ ທຸກວັນ​ນີ້. ບໍ່​ມີ​ສິ່ງ​ອື່ນ​ໃດ​ທີ່​ໃຫຍ່​ໂຕໄປກວ່າ​ນີ້, ບໍ່​ມີ​ສິ່ງ​ໃດ​ທີ່​ສຳ​ຄັນ​ໄປກວ່ານີ້, ບໍ່​ມີ​ສິ່ງ​ໃດ​ທີ່​ສະ​ຫງ່າ​ງາມ​ໄປກວ່າ​ນີ້. ແລະ ຖ້າ​ຫາກ​ທ່ານ​ເລືອກ​ທີ່​ຈະ​ເຮັດ, ຖ້າ​ຫາກ​ທ່ານ​ຢາກ​ເຮັດ, ທ່ານ​ສາ​ມາດ​ເປັນ​ພາກ​ສ່ວນ​ໃນ​ການ​ເຕົ້າ​ໂຮມ​ທີ່​ຍິ່ງ​ໃຫຍ່ນີ້​ໄດ້. ທ່ານ​ສາ​ມາດ​ເປັນ​ພາກ​ສ່ວນ​ໃນ​ບາງ​ສິ່ງ​ທີ່​ຍິ່ງ​ໃຫຍ່, ບາງ​ສິ່ງ​ທີ່​ສຳ​ຄັນ, ແລະ ບາງ​ສິ່ງ​ທີ່​ສະ​ຫງ່າ​ງາມ!

“ເມື່ອ​ເຮົາ​ກ່າວ​ເຖິງ ການ​ເຕົ້າ​ໂຮມ, ເຮົາ​ພຽງ​ກ່າວ​ເຖິງ​ຄວາມ​ຈິງ​ຂັ້ນ​ພື້ນ​ຖານນີ້: ລູກໆ​ທຸກ​ຄົນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ຢູ່​ທັງ​ສອງ​ຟາກ​ມ່ານ, ມີ​ສິດທີ່​ຈະ​ໄດ້​ຍິນ​ຂ່າວ​ສານຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ຖືກ​ຟື້ນ​ຟູ. ເຂົາ​ເຈົ້າ​ຈະ​ຕັດ​ສິນ​ໃຈ​ເອງ ​ວ່າ​ເຂົາ​ເຈົ້າ​ຢາກ​ຮູ້​ຕື່ມ​ອີກ​ຫລືບໍ່.”13

ນີ້​ຄື​ສິ່ງ​ທີ່​ເຮົາ​ກຳ​ລັງ​ເຮັດ​ຢູ່ ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ: ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ນຳ​ຄວາມ​ເຂົ້າ​ໃຈ—ແລະ ການປ່ຽນ​ໃຈ​ເຫລື້ອມ​ໃສ—ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ໄປ​ໃຫ້​ຊາວ​ໂລກ. ເຮົາ​ເປັນ “ຜູ້​ເຕົ້າ​ໂຮມ​ໃນ​ຍຸກ​ສຸດ​ທ້າຍ.”14 ພາ​ລະ​ກິດ​ຂອງ​ເຮົາ​ແມ່ນ​ແຈ່ມ​ແຈ້ງ. ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂໍ​ໃຫ້​ເຮົາ​ເປັນ​ທີ່​ຮູ້​ຈັກ ຄື​ກັນ​ກັບ​ຜູ້​ທີ່​ໄດ້​ຮັບ​ເອົາ​ຄຳ​ສັນ​ຍາ​ຂອງ​ໂມ​ໂຣ​ໄນ, ໃຫ້​ອະ​ທິ​ຖານ ແລະ ຮັບ​ເອົາ​ຄຳ​ຕອບ ເພື່ອ​ຈະ​ໄດ້​ຮູ້​ວ່າ ພຣະ​ຄຳ​ພີ​ມໍ​ມອນ ແມ່ນ​ຈິງແທ້​ຫລືບໍ່, ແລະ ແລ້ວ​ໃຫ້​ແບ່ງ​ປັນ​ຄວາມ​ຮູ້ນັ້ນ​ກັບ​ຄົນ​ອື່ນ ໃນ​ຖ້ອຍ​ຄຳ ແລະ, ສຳ​ຄັນ​ທີ່​ສຸດ, ໃນ​ການ​ກະ​ທຳ.

ບົດ​ບາດ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ໃນ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ

ພຣະ​ຄຳ​ພີ​ມໍ​ມອນ​ບັນ​ຈຸ​ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.15 ມັນນຳ​ພາ​ເຮົາ​ໄປ​ສູ່​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ບິ​ດາ, ຊຶ່ງ​ຖ້າ​ຫາກ​ຮັກ​ສາ ຈະ​ໄດ້​ຮັບ​ຂອງປະ​ທານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ—ນັ້ນ​ຄື ຊີ​ວິດ​ນິ​ລັນ​ດອນ.16 ພຣະ​ຄຳ​ພີ​ມໍ​ມອນ ເປັນ​ຫີນ​ສຳ​ຄັນ​ຂອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ຂອງ​ບຸດ ແລະ ທິ​ດາ​ທັງ​ໝົດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ປະ​ທານ​ແນວ​ສັນ ໄດ້​ກ່າວ​ອີກວ່າ: “ເມື່ອ​ທ່ານ … ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ທຸກວັນ, ທ່ານ​ຈະ​ຮຽນ​ຮູ້​ຄຳ​ສອນ​ຂອງ​ການ​ເຕົ້າ​ໂຮມ, ຄວາມ​ຈິງ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ, ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ແລະ ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ຊຶ່ງບໍ່​ພົບ​ເຫັນ​ຢູ່​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ. ​ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ຈຸດ​ໃຫຍ່​ໃຈ​ກາງ​ຂອງ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ. ຕາມ​ຈິງ​ແລ້ວ, ຖ້າບໍ່​ມີ​ພຣະ​ຄຳ​ພີ​ມໍ​ມອນ, ຄຳ​ສັນ​ຍາ​ແຫ່ງ​ການ​ເຕົ້າ​ໂຮມອິດ​ສະ​ຣາ​ເອນ ຄົງ​ບໍ່​ເກີດ​ຂຶ້ນ.”17

ຂ້າ​ພະ​ເຈົ້າ​ຂໍ​ສະ​ຫລຸບ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ດັ່ງ​ທີ່​ພຣະ​ອົງ​ໄດ້​ສິດ​ສອນ​ຊາວ​ນີ​ໄຟ ເຖິງ​ພອນ​ທີ່​ໄດ້​ສັນ​ຍາ​ໄວ້ ດັ່ງ​ນີ້: “ເຈົ້າ​ເປັນ​ລູກ​ຫລານ​ຂອງ​ສາດສະດາ; ແລະ ເຈົ້າ​ເປັນ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ; ແລະ ເຈົ້າ​ຢູ່​ໃນ​ພັນ​ທະ​ສັນຍາ ຊຶ່ງ​ພຣະ​ບິດາ​ໄດ້​ເຮັດ​ໄວ້ກັບ​ບັນ​ພະ​ບຸລຸດ​ຂອງ​ເຈົ້າ, ເມື່ອ​ພຣະ​ອົງ​ກ່າວ​ກັບ​ອັບ​ຣາ​ຮາມ​ວ່າ: ແລະ ໃນ​ລູກ​ຫລານ​ຂອງ​ເຈົ້າ ທຸກ​ຕະ​ກຸນ​ຂອງ​ແຜ່ນດິນ​ໂລກ​ຈະ​ໄດ້​ຮັບ​ພອນ.”18

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເຮົາ​ເປັນ​ບຸດ ແລະ ທິ​ດາ​ຂອງ​ພຣະ​ເຈົ້າ, ເປັນ​ລູກ​ຫລານ​ຂອງ​ອັບ​ຣາ​ຮາມ, ເປັນ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ. ເຮົາ​ກຳ​ລັງ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ເປັນ​ເທື່ອ​ສຸດ​ທ້າຍ ແລະ ກຳ​ລັງ​ເຮັດ​ດ້ວຍ​ພຣະ​ຄຳ​ພີ​ມໍ​ມອນ—ໜັງ​ສື​ທີ່​ສົມ​ທົບ​ເຂົ້າ​ກັບ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເປັນ​ເຄື່ອງ​ມື​ແຫ່ງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ທີ່​ມີ​ພະ​ລັງ​ທີ່​ສຸດ. ເຮົາ​ຖືກ​ນຳ​ພາ​ໂດຍ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ຜູ້​ທີ່ຊີ້​ນຳ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ໃນ​ວັນ​ເວ​ລາ​ຂອງ​ເຮົາ. ພຣະ​ຄຳ​ພີ​ມໍມອນ​ແມ່ນ​ຈິງແທ້. ມັນ​ໄດ້​ປ່ຽນ​ແປງ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ສັນ​ຍາກັບ​ທ່ານ, ດັ່ງ​ທີ່​ໂມ​ໂຣ​ໄນ ແລະ ສາດ​ສະ​ດາ​ຫລາຍ​ທ່ານ​ໄດ້​ສັນ​ຍາ, ວ່າ​ມັນ​ສາ​ມາດ​ປ່ຽນ​ແປງ​ຊີ​ວິດ​ຂອງ​ທ່ານ​ໄດ້.19 ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. Teachings of Presidents of the Church: Ezra Taft Benson (2014), 129.

  2. ແມ່ນ​ຫຍັງ​ຄື​ບົດ​ບາດ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ?ຈົ່ງ​ສອນ​ພຣະ​ກິດ​ຕ້​ຄຸນ​ຂອງ​ເຮົາ: ຄູ່​ມື​ການ​ຮັບ​ໃຊ້​ຂອງ​ຜູ້​ສອນ​ສາດ​ສະ​ໜາ, rev. ed. (2018), lds.org/manual/missionary.

  3. ໂມ​ໂຣ​ໄນ 10:4.

  4. ໂມ​ໂຣ​ໄນ 10:4.

  5. ຄຳນຳຕໍ່ພຣະຄຳພີມໍມອນ.

  6. ໂມ​ໂຣ​ໄນ 10:4.

  7. ຄຳນຳຕໍ່ພຣະຄຳພີມໍມອນ.

  8. Teachings of Presidents of the Church: Joseph Smith (2007), 196.

  9. 1 ນີໄຟ 6:4.

  10. 1 ນີ​ໄຟ 10:12, 14.

  11. ໂມ​ໂຣ​ໄນ 10:31.

  12. ເບິ່ງ Abraham 2:8–9.

  13. Russell M. Nelson, “Hope of Israel” (worldwide youth devotional, June 3, 2018), 4, HopeofIsrael.lds.org.

  14. ເບິ່ງ ຢາ​ໂຄບ 5:72.

  15. ປະ​ທານເອ​ສະ​ຣາ ແທັບ ເບັນ​ສັນ ໄດ້​ສອນ​ວ່າ: “ພຣະ​ຜູ້​ເປັນ​ເຈົ້າ​ເອງ ໄດ້​ກ່າວ​ວ່າ ພຣະ​ຄຳ​ພີ​ມໍ​ມອນ ບັນຈຸຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ’ (ເບິ່ງ D&C 20:9). ນັ້ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ມັນ​ບັນ​ຈຸ​ທຸກຄຳ​ສອນ, ທຸກ​ຄຳ​ສອນ​ທີ່​ເຄີຍ​ເປີດ​ເຜີຍ. ແຕ່​ໝາຍ​ຄວາມ​ວ່າ ໃນ​ພຣະ​ຄຳ​ພີ​ມໍ​ມອນ ເຮົາ​ຈະ​ພົບ​ເຫັນ​ຄວາມ​ສົມ​ບູນ​ຂອງ​ຄຳ​ສອນ​ເຫລົ່າ​ນັ້ນ ທີ່​ຈຳ​ເປັນ​ຕໍ່​ຄວາມ​ລອດ​ຂອງ​ເຮົາ. ແລະ ມັນ​ສອນ​ໃນ​ທາງ​ທີ່​ແຈ່ມ​ແຈ້ງ ແລະ ລຽບ​ງ່າຍ ແມ່ນ​ແຕ່​ເດັກ​ນ້ອຍ​ກໍ​ສາ​ມາດ​ຮຽນ​ຮູ້​ເຖິງວິ​ທີ​ຂອງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ” (Teachings: Ezra Taft Benson, 131).

  16. ເບິ່ງ Doctrine and Covenants 14:7.

  17. Russell M. Nelson, “Hope of Israel,” 7.

  18. 3 ນີ​ໄຟ 20:25.

  19. ເບິ່ງ, ຍົກ​ຕົວ​ຢ່າງ, Henry B. Eyring, “The Book of Mormon Will Change Your Life,” Liahona, Feb. 2004, 12–16.

ພິມ