ບັດນີ້ ເຖິງເວລານັ້ນແລ້ວ
ຖ້າມີສິ່ງໃດທີ່ທ່ານຕ້ອງພິຈາລະນາໃນຊີວິດຂອງທ່ານ, ບັດນີ້ ເຖິງເວລານັ້ນແລ້ວ.
ຫລາຍປີມາແລ້ວ, ຂະນະທີ່ຕຽມພ້ອມອອກເດີນທາງໄປທຸລະກິດ, ຂ້າພະເຈົ້າເລີ່ມຮູ້ສຶກເຈັບໜ້າເອິກຂຶ້ນມາ. ຍ້ອນຄວາມເປັນຫ່ວງ, ພັນລະຍາຂອງຂ້າພະເຈົ້າໄດ້ຕັດສິນໃຈໄປນຳຂ້າພະເຈົ້າ. ໃນຖ້ຽວຍົນທຳອິດ, ຂ້າພະເຈົ້າ ມີອາການເຈັບໜັກຂຶ້ນຫາຍໃຈຝືດ. ເມື່ອຍົນລົງຈອດ, ພວກເຮົາໄດ້ອອກຈາກສະໜາມບິນ ໄປໂຮງໝໍທ້ອງຖິ່ນ, ຊຶ່ງໄດ້ກວດຫລາຍຢ່າງ, ແລ້ວໝໍທີ່ປະຈຳການໄດ້ບອກວ່າ ພວກເຮົາປອດໄພ ທີ່ຈະເດີນທາງຕໍ່ໄດ້.
ພວກເຮົາໄດ້ກັບຄືນໄປສະໜາມບິນ ແລ້ວຂຶ້ນຍົນບິນໄປຈຸດໝາຍສຸດທ້າຍ. ເມື່ອຍົນກຳລັງລົງ, ນັກບິນໄດ້ປະກາດທາງໄມໂກຼໂຟນວ່າ ໃຫ້ຂ້າພະເຈົ້າແຈ້ງຕົວ. ພະນັກງານຕ້ອນຮັບໄດ້ມາຫາ ແລະ ບອກວ່າເຂົາເຈົ້າໄດ້ຮັບໂທລະສັບສຸກເສີນ ແລະ ບອກວ່າມີລົດສຸກເສີນຖ້າຢູ່ສະໜາມບິນ ເພື່ອພາຂ້າພະເຈົ້າໄປໂຮງໝໍ.
ພວກເຮົາໄດ້ຂຶ້ນລົດສຸກເສີນ ແລະ ຖືກນຳສົ່ງໄປຫ້ອງສຸກເສີນທັນທີ. ເມື່ອຮອດໂຮງໝໍ ພວກເຮົາໄດ້ພົບໝໍສອງຄົນທີ່ຮ້ອນໃຈ ພວກເພິ່ນໄດ້ອະທິບາຍໃຫ້ພວກເຮົາຮູ້ວ່າ ໝໍໄດ້ບອກຜິດ. ທີ່ຈິງແລ້ວ ຂ້າພະເຈົ້າມີເລືອດກ້າມໃນປອດ ແລະ ຕ້ອງຮັບການປິ່ນປົວດ່ວນ. ນາຍໝໍກໍບອກວ່າ ຖ້າເປັນແນວນີ້ ຄົນເຈັບບາງຄົນ ແມ່ນບໍ່ລອດແລ້ວ. ການຮູ້ວ່າພວກເຮົາຢູ່ໄກບ້ານ ແລະ ບໍ່ແນ່ໃຈວ່າພວກເຮົາຈະຕຽມຮັບມື ກັບເຫດການພິກຊີວິດນີ້ໄດ້ບໍ່, ນາຍໝໍເວົ້າວ່າ ຖ້າມີສິ່ງໃດໃນຊີວິດຂອງພວກເຮົາ ທີ່ພວກເຮົາຕ້ອງພິຈາລະນາ, ບັດນີ້ ແມ່ນເຖິງເວລານັ້ນແລ້ວ.
ຂ້າພະເຈົ້າຈື່ໄດ້ດີວ່າ ໃນເກືອບເວລາທັນທີທີ່ຮ້ອນຮົນນັ້ນ, ທັດສະນະທັງໝົດຂອງຕົນເອງໄດ້ປ່ຽນໄປ. ສິ່ງທີ່ຄືວ່າສຳຄັນຫລາຍຫວ່າງບໍ່ດົນນີ້ ດຽວນີ້ແມ່ນບໍ່ສົນໃຈເລີຍ. ຂ້າພະເຈົ້າກໍປ່ຽນຄວາມຄິດຈາກຄວາມສຸກສະບາຍ ແລະ ອາໄລຂອງຊິວິດນີ້ ໄປສູ່ທັດສະນະນິລັນດອນ—ຄືຄິດເຫັນຄອບຄົວ, ລູກເຕົ້າ, ພັນລະຍາ, ແລະ ທ້າຍສຸດແມ່ນການປະເມີນຊີວິດຕົນເອງ.
ຄອບຄົວ ແລະ ຕົນເອງຈະເປັນແນວໃດ? ພວກເຮົາໄດ້ດຳລົງຊີວີດຕາມພັນທະສັນຍາທີ່ໄດ້ສັນຍາໄວ້ ແລະ ເຮັດຕາມການຄາດໝາຍຂອງພຣະຜູ້ເປັນເຈົ້າແລ້ວບໍ, ຫລືວ່າ ບາງທີບໍ່ໄດ້ຕັ້ງໃຈປ່ອຍຕົນເອງໄປຕາມກະແສທາງໂລກທີ່ຈ່ອງດຶງເຮົາ ໄປຈາກສິ່ງທີ່ສຳຄັນທີ່ສຸດບໍ?
ຂ້າພະເຈົ້າຢາກເຊື້ອເຊີນທ່ານໃຫ້ພິຈາລະນາບົດຮຽນສຳຄັນທີ່ໄດ້ຮຽນຮູ້ ຈາກປະສົບການນີ້ຄື: ຢ່າຫ່ວງເລື່ອງທາງໂລກຫລາຍ ແລະ ຈົ່ງປະເມີນຊີວິດຂອງທ່ານ. ຫລື ຕາມທີ່ນາຍໝໍ ເວົ້າວ່າ, ຖ້າມີສິ່ງໃດໃນຊີວິດຂອງພວກທ່ານ ທີ່ພວກທ່ານຕ້ອງພິຈາລະນາ, ບັດນີ້ ເຖິງເວລານັ້ນແລ້ວ.
ການປະເມີນຊີວິດຂອງເຮົາ
ເຮົາຢູ່ໃນໂລກທີ່ເຕັມໄປດ້ວຍຂໍ້ມູນຫລາຍເກີນໄປ, ຊຶ່ງມີແຕ່ແນວລໍ້ໃຈໄປຊັກໃຊ້ ແລະ ຍາກທີ່ຈະໄຈ້ແຍກຄວາມວຸ້ນວາຍຕ່າງໆ ແລະ ເອົາໃຈໃສ່ຕໍ່ສິ່ງທີ່ມີຄ່າທາງນິລັນດອນໄດ້. ຊີວິດປະຈຳວັນຂອງເຮົາ ເຕັມໄປດ້ວຍຫົວຂໍ້ຂ່າວທີ່ດຶງດູດຄວາມສົນໃຈ, ທີ່ເຮົາເຫັນໄດ້ຈາກ ການປ່ຽນແປງໄວວາໃນດ້ານເທັກໂນໂລຈີ.
ຍົກເວັ້ນແຕ່ເຮົາຈະໃຊ້ເວລາເພື່ອໄຕ່ຕອງ, ເຮົາອາດບໍ່ຮູ້ເຖິງການກະທົບຂອງສະພາບແວດລ້ອມແບບຟ້າວຟັ່ງ ຕໍ່ຊີວິດປະຈຳວັນ ແລະ ການຕັດສິນໃຈຂອງພວກເຮົາ. ເຮົາອາດພົບວ່າ ຊີວິດຂອງເຮົາໄດ້ສຳພັດຂໍ້ມູນບ່ອນນັ້ນບ່ອນນີ້ ທີ່ເປັນແນວຄວາມຄິດຕ່າງໆ, ເປັນວິດີໂອ, ແລະ ເປັນຫົວຂ່າວທີ່ໂດດເດັ່ນ. ເຖິງວ່າຂໍ້ມູນນັ້ນໜ້າສົນໃຈ ແລະ ເພີດເພີນ, ສ່ວນຫລາຍມັນກໍບໍ່ມີຫຍັງທີ່ກ່ຽວຂ້ອງກັບຄວາມກ້າວໜ້ານິລັນດອນຂອງເຮົາເລີຍ, ແຕ່ວ່າມັນຫລໍ່ຫລອມວິທີທີ່ເຮົາເບິ່ງປະສົບການໃນຊ່ວງມະຕະຂອງເຮົາໄດ້.
ການລໍ້ໃຈທາງໂລກນີ້ ເປັນເໝືອນຄວາມຝັນຂອງລີໄຮ. ເມື່ອເຮົາກ້າວໜ້າ ເດີນໄປຕາມທາງແຫ່ງພັນທະສັນຍາ ໂດຍການຈັບຮາວເຫລັກໃຫ້ໝັ້ນ, ເຮົາຈະໄດ້ຍິນ “ຄົນເຍາະເຍີ້ຍ ແລະ ຊີ້ມືໃສ່ເຮົາ” ຈາກອາຄານໃຫຍ່ ແລະ ກ້ວາງຂວາງຫລັງນັ້ນ (1 ນີໄຟ 8:27). ແຕ່ບາງເທື່ອ ເຮົາກໍຢຸດແບບບໍ່ຕັ້ງໃຈ ແລ້ວງວກໄປເບິ່ງວ່າ ເປັນຫຍັງຄືວຸ້ນວາຍແທ້. ພວກເຮົາບາງຄົນກໍອາດຈະປ່ອຍມືຈາກຮາວເຫລັກ ແລ້ວຫຍັບເຂົ້າໃກ້ໆ ເພື່ອຢາກເຫັນຄັກ. ບາງຄົນອາດຈະຕົກໄປເລີຍ “ຍ້ອນມີຄົນເຍາະເຍີ້ຍເຂົາເຈົ້າ” (1 ນີໄຟ 8:28).
ພຣະຜູ້ຊ່ວຍໃຫ້ລອດໄດ້ເຕືອນເຮົາວ່າ “ຈົ່ງລະວັງຕົວໃຫ້ດີ … ຢ້ານວ່າໃຈຂອງພວກເຈົ້າຫ່ວງແຕ່ … ເລື່ອງໃນຊີວິດນີ້” (ລູກາ 21:34). ການເປີດເຜີຍສະໄໝໃໝ່ ເຕືອນເຮົາວ່າ ມີຫລາຍຄົນຖືກເອີ້ນ, ແຕ່ມີໜ້ອຍຄົນທີ່ຖືກເລືອກ. ເຂົາເຈົ້າບໍ່ໄດ້ຖືກເລືອກ ຍ້ອນວ່າເຂົາເຈົ້າຄິດແຕ່ … ເລື່ອງທາງໂລກ, ແລະ ຢາກໄດ້ແຕ່ກຽດຂອງມະນຸດ (ເບິ່ງ Doctrine and Covenants 121:35; ເບິ່ງ ຂໍ້ທີ 34 ນຳອີກ). ການປະເມີນຊີວິດຂອງເຮົາ ເຮັດໃຫ້ເຮົາໄດ້ຫັນໜີຈາກເລື່ອງທາງໂລກ, ແລ້ວ ໄຕ່ຕອງວ່າເຮົາໄປຮອດຈຸດໃດແລ້ວ ໃນເສັ້ນທາງແຫ່ງພັນທະສັນຍານັ້ນ, ແລະ ເມື່ອຈຳເປັນ ຈົ່ງແກ້ໄຂສິ່ງຕ່າງໆ ແລະ ຍຶດໄວ້ໃຫ້ໝັ້ນ ແລະ ມຸ້ງໜ້າຕໍ່ໄປ.
ເມື່ອບໍ່ດົນມານີ້, ໃນການກອງປະຊຸມສຳລັບຊາວໜຸ່ມທົ່ວໂລກ, ປະທານຣະໂຊ ເອັມ ແນວສັນ ໄດ້ເຊື້ອເຊີນຊາວໜຸ່ມໃຫ້ຫັນໜີຈາກໂລກ, ໃຫ້ຖອນຕົວອອກຈາກສື່ສານມວນຊົນ ໂດຍການງົດຫລິ້ນ ເປັນເວລາເຈັດມື້. ແລະ ພຽງແຕ່ໃນຄືນນີ້ເອງ, ເພິ່ນໄດ້ເຊື້ອເຊີນບັນດາເອື້ອຍນ້ອງ ຢູ່ໃນກອງປະຊຸມພາກສະຕີ. ແລ້ວ ເພິ່ນໄດ້ຂໍໃຫ້ຊາວໜຸ່ມສັງເກດເບິ່ງວ່າ ເຂົາເຈົ້າຮູ້ສຶກແຕກຕ່າງແນວໃດ, ເຂົາເຈົ້າຄິດຈັ່ງໃດ, ຫລື ແມ່ນແຕ່ເຂົາເຈົ້າຄິດແນວໃດ? ແລ້ວເພິ່ນໄດ້ເຊື້ອເຊີນເຂົາເຈົ້າ “ໃຫ້ປະເມີນຊີວິດຢ່າງຮອບຄອບກັບພຣະຜູ້ເປັນເຈົ້າ … ເພື່ອໃຫ້ແນ່ໃຈວ່າ ທ່ານເດີນໄປຢ່າງທຽ່ງໝັ້ນຕາມເສັ້ນທາງແຫ່ງພັນທະສັນຍາຫລືບໍ່.” ເພິ່ນໄດ້ສະໜັບສະໜູນໃຫ້ເຂົາເຈົ້າກວດເບິ່ງວ່າ ຖ້າມີສິ່ງໃດໃນຊີວິດຂອງເຂົາເຈົ້າ ທີ່ຕ້ອງປ່ຽນແປງ, “ມື້ນີ້ ເປັນເວລາເໝາະສົມ ທີ່ຈະປ່ຽນ.”1
ໃນການປະເມີນສິ່ງຕ່າງໆໃນຊີວິດຂອງເຮົາ ທີ່ຕ້ອງປ່ຽນແປງ, ເຮົາອາດຖາມຕົວເອງໃນທາງປະຕິບັດວ່າ: ພວກເຮົາຈະຍົກລຳດັບຕົນເອງ ໃຫ້ໄກຈາກສິ່ງລໍ້ໃຈທາງໂລກ ແລ້ວຕັ້ງໃຈມຸ່ງໝັ້ນໃນວິໄສທັດນິລັນດອນ ທີ່ຢູ່ຕໍ່ໜ້າເຮົາໄດ້ແນວໃດ?
ໃນບົດປາໄສຢູ່ກອງປະຊຸມ ປີ 2007 ທີ່ມີຫົວຂໍ້ວ່າ “ດີ, ດີກວ່າ, ດີທີ່ສຸດ,” ປະທານດາລິນ ເອັຈ ໂອກສ໌ ໄດ້ສອນເຮົາເຖິງວິທີຈັດລຳດັບຄວາມສຳຄັນ ໃນການເລືອກ ທ່າມກາງຄວາມຮຽກຮ້ອງທີ່ຂັດແຍ້ງທາງໂລກ. ເພິ່ນໄດ້ແນະນຳວ່າ, “ເຮົາຕ້ອງປ່ອຍວາງບາງສິ່ງທີ່ດີ ເພື່ອຈະໄດ້ເລືອກເອົາສິ່ງທີ່ດີກວ່າ ຫລື ດີທີ່ສຸດ ເພາະມັນຈະພັດທະນາສັດທາໃນອົງພະເຢຊູຄຣິດເຈົ້າ ແລະ ເຮັດໃຫ້ຄອບຄົວເຂັ້ມແຂງຂຶ້ນ.”2
ຂ້າພະເຈົ້າຂໍແນະນຳວ່າ ສິ່ງທີ່ດີທີ່ສຸດໃນຊີວິດນີ້ແມ່ນເອົາພຣະເຢຊູເປັນຈຸດໃຈກາງ ແລະ ເຂົ້າໃຈຄວາມຈິງນິລັນດອນວ່າ ພຣະອົງເປັນຜູ້ໃດ ແລະ ເຮົາເປັນຜູ້ໃດ ໃນຄວາມສຳພັນຂອງເຮົາກັບພຣະອົງ.
ສະແຫວງຫາຄວາມຈິງ
ເມື່ອເຮົາສະແຫວງຫາພຣະຜູ້ຊ່ວຍໃຫ້ລອດ, ເຮົາບໍ່ຄວນມອງຂ້າມຄວາມຈິງຂັ້ນພື້ນຖານ ວ່າເຮົາແມ່ນໃຜ ແລະ ເປັນຫຍັງພວກເຮົາຈຶ່ງມາຢູ່ນີ້. ແອມມິວເລັກໄດ້ເຕືອນເຮົາວ່າ “ຊີວິດນີ້ ເປັນເວລາ …ທີ່ຈະຕຽມພ້ອມເພື່ອພົບກັບພຣະເຈົ້າ,” ເປັນເວລາ “ຊຶ່ງພວກເຮົາໄດ້ຮັບມາເພື່ອຕຽມພ້ອມສຳລັບຊົ່ວນິລັນດອນ” (ແອວມາ 34:32–33). ເໝືອນດັ່ງຄຳເວົ້າທີ່ມີຊື່ສຽງ ທີ່ເຕືອນເຮົາວ່າ, “ພວກເຮົາ ບໍ່ແມ່ນມະນຸດ ທີ່ມີປະສົບການທາງວິນຍານ. ແຕ່ພວກເຮົາເປັນຈິດວິນຍານ ທີ່ມີປະສົບການຂອງມະນຸດ.”3
ຄວາມເຂົ້າໃຈທີ່ວ່າເຮົາມີຕົ້ນກຳເນີດຈາກສະຫວັນ ເປັນສິ່ງສຳຄັນຕໍ່ຄວາມກ້າວໜ້ານິລັນດອນ ແລະ ນັ້ນຈະເຮັດໃຫ້ເຮົາມີອິດສະລະຈາກສິ່ງທີ່ລໍ້ໃຈໃນຊີວິດນີ້. ພຣະຜູ້ຊ່ວຍໃຫ້ລອດ ໄດ້ສອນວ່າ:
“ຖ້າພວກທ່ານສືບຕໍ່ຟັງຄວາມເຮົາ, ພວກທ່ານກໍເປັນສານຸສິດແທ້ໆຂອງເຮົາ;
“ແລະ ພວກທ່ານຈະຮູ້ຄວາມຈິງ ແລະ ຄວາມຈິງຈະເຮັດໃຫ້ທ່ານທັງຫລາຍເປັນອິດສະລະ” (ໂຢຮັນ 8:31–32).
ປະທານໂຈເຊັບ ແອັຟ ສະມິດ ໄດ້ປະກາດວ່າ, “ຄວາມສຳເລັດທີ່ຍິ່ງໃຫຍ່ ທີ່ມະນຸດສາມາດເຮັດໄດ້ໃນໂລກນີ້ ແມ່ນມາຮູ້ຈັກກັບຄວາມຈິງທີ່ສູງສົ່ງ, ຢ່າງຮອບຄອບ, ຢ່າງສົມບູນ, ຈົນວ່າບໍ່ມີສິ່ງໃດໆທີ່ມີຊີວິດຢູ່ໃນໂລກນີ້ຈະສາມາດ ເຮັດໃຫ້ເຂົາເຈົ້າສົງໄສໃນຄວາມຮູ້ທີ່ເຂົາເຈົ້າໄດ້ມານັ້ນໄດ້.”4
ໃນໂລກປະຈຸບັນນີ້, ການຖົກຖຽງກັນກ່ຽວກັບຄວາມຈິງ ແມ່ນເຖິງຂັ້ນໜ້າດຳຕາແດງ, ຊຶ່ງທຸກຝ່າຍກໍອ້າງວ່າ ຄວາມຈິງເປັນຄືກັບແນວຄິດທີ່ເປີດຮັບການຕີຄວາມໝາຍເປັນສ່ວນຕົວ. ຊາຍໜຸ່ມ ໂຈເຊັບ ສະມິດ ພົບວ່າ “ມີຄວາມສັບສົນ ແລະ ຄວາມຂັດແຍ້ງຫລາຍ” ໃນຊີວິດຂອງເພິ່ນ “ຈົນບໍ່ສາມາດ … ຕັດສິນໃຈໄດ້ວ່າໃຜຜິດ ແລະ ໃຜຖືກ” (Joseph Smith—History 1:8). ມັນແມ່ນລະຫວ່າງທີ່ມີ “ຄວາມຂັດແຍ້ງທາງຄາລົມ ແລະ ຄວາມຄິດເຫັນ” ນັ້ນທີ່ເຮັດໃຫ້ເພິ່ນຊອກຫາການນຳທາງຈາກສະຫວັນ ໂດຍການສະແຫວງຫາຄວາມຈິງ (Joseph Smith—History 1:10).
ໃນກອງປະຊຸມໃຫຍ່ເດືອນເມສາ, ປະທານແນວສັນ ໄດ້ສອນວ່າ, “ຖ້າເຮົາຍັງມີຫວັງທີ່ຈະສາມາດໄຈ້ແຍກສຽງ ແລະ ທິດສະດີຂອງມະນຸດ ທີ່ໂຈມຕີຄວາມຈິງແລ້ວ, ເຮົາຕ້ອງຮຽນຮູ້ວິທີທີ່ຈະໄດ້ຮັບການເປີດເຜີຍ.”5 ພວກເຮົາຕ້ອງເຝິກທີ່ຈະອາໄສພຣະວິນຍານແຫ່ງຄວາມຈິງ ຊຶ່ງ “ໂລກບໍ່ອາດຈະຮັບເອົາພຣະອົງໄດ້, ເພາະໂລກບໍ່ເຫັນ ແລະ ບໍ່ຮູ້ພຣະອົງ”(ໂຢຮັນ 14:17).
ເມື່ອໂລກໝູນໄປໄວວາ ສູ່ຄວາມຈິງທີ່ສົມມຸດເອົາ, ພວກເຮົາຕ້ອງຈື່ຈຳຄຳຂອງຢາໂຄບ ທີ່ວ່າ “ພຣະວິນຍານກ່າວຄວາມຈິງ ແລະ ບໍ່ຕົວະ. ດັ່ງນັ້ນ, ຈົ່ງກ່າວເຖິງເລື່ອງດັ່ງທີ່ເປັນຈິງ, ແລະ ເຖິງເລື່ອງດັ່ງທີ່ຈະເປັນຈິງ; ດັ່ງນັ້ນ ເລື່ອງເຫລົ່ານີ້ຈຶ່ງຖືກສະແດງແກ່ພວກເຮົາຢ່າງແຈ່ມແຈ້ງ, ເພື່ອຄວາມລອດຂອງຈິດວິນຍານຂອງພວກເຮົາ” (ຢາໂຄບ 4:13).
ເມື່ອເຮົາຫັນໜີຈາກເລື່ອງທາງໂລກ ແລະ ປະເມີນຊີວິດຂອງເຮົາ, ບັດນີ້ ເຖິງເວລານັ້ນແລ້ວ ທີ່ຈະເບິ່ງວ່າມີສິ່ງໃດແດ່ທີ່ເຮົາຕ້ອງປ່ຽນແປງ. ເຮົາຈະມີຄວາມຫວັງຫລາຍຂຶ້ນໄດ້ ເມື່ອຮູ້ວ່າ, ພຣະເຢຊູຄຣິດ, ຕົວຢ່າງທີ່ດີຂອງເຮົາ ເປັນຜູ້ນຳທາງອີກເທື່ອໜຶ່ງ. ກ່ອນພຣະອົງສິ້ນພຣະຊົນ ແລະ ຟື້ນຄືນພຣະຊົນ, ຂະນະທີ່ພຣະອົງເຮັດວຽກຊ່ວຍເຫລືອຄົນທີ່ຢູ່ອ້ອມຂ້າງພຣະອົງ ໃຫ້ເຂົ້າໃຈບົດບາດທີ່ສູງສົ່ງຂອງພຣະອົງ, ພຣະອົງໄດ້ເຕືອນເຂົາເຈົ້າວ່າ “ເພື່ອພວກເຈົ້າຈະມີສັນຕິສຸກໃນເຮົາ. ໃນໂລກນີ້ພວກເຈົ້າຈະມີຄວາມທຸກລຳບາກ ແຕ່ຈົ່ງຊື່ນໃຈເທາະ, ເພາະຝ່າຍເຮົາໄດ້ຊະນະໂລກແລ້ວ” (ໂຢຮັນ 16:33). ຂ້າພະເຈົ້າເປັນພະຍານເຖິງພຣະອົງ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.