ພາບນິມິດກ່ຽວກັບການໄຖ່ຄົນຕາຍ
ຂ້າພະເຈົ້າເປັນພະຍານວ່າ ພາບນິມິດທີ່ປະທານໂຈເຊັບ ແອັຟ ສະມິດ ໄດ້ຮັບ ເປັນຄວາມຈິງ. ຂ້າພະເຈົ້າເປັນພະຍານວ່າ ທຸກຄົນສາມາດຮູ້ຈັກວ່າ ມັນເປັນຄວາມຈິງ.
ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ, ຄຳປາໄສຂອງຂ້າພະເຈົ້າ ໄດ້ຖືກກະກຽມ ກ່ອນ ບາບາຣາ ພັນລະຍາທີ່ຮັກຂອງຂ້າພະເຈົ້າໄດ້ເສຍຊີວິດໄປ. ຄອບຄົວ ແລະ ຂ້າພະເຈົ້າ ຂໍຂອບໃຈທ່ານ ສຳລັບຄວາມຮັກ ແລະ ຄວາມເມດຕາກະລຸນາ ທີ່ທ່ານມີຕໍ່ພວກເຮົາ. ຂ້າພະເຈົ້າອະທິຖານວ່າ ພຣະຜູ້ເປັນເຈົ້າຈະອວຍພອນຂ້າພະເຈົ້າ ຂະນະທີ່ຂ້າພະເຈົ້າກ່າວກັບທ່ານ ໃນເຊົ້າມື້ນີ້.
ໃນເດືອນຕຸລາ ປີ 1918, 100 ປີຜ່ານມາແລ້ວ, ປະທານໂຈເຊັບ ແອັຟ ສະມິດ ໄດ້ຮັບພາບນິມິດທີ່ຮຸ່ງເຫລື້ອມ. ຫລັງຈາກເກືອບເຖິງ 65 ປີ ທີ່ໄດ້ອຸທິດຕົນ ໃນການຮັບໃຊ້ພຣະຜູ້ເປັນເຈົ້າ ໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ແລະ ພຽງແຕ່ສອງສາມອາທິດ ກ່ອນການຕາຍຂອງເພິ່ນ ໃນວັນທີ 19 ເດືອນພະຈິກ, 1918, ເພິ່ນໄດ້ນັ່ງຢູ່ໃນຫ້ອງ ກຳລັງໄຕ່ຕອງກ່ຽວກັບການເສຍສະລະຊົດໃຊ້ຂອງພຣະຄຣິດ ແລະ ກຳລັງອ່ານຂໍ້ຄວາມທີ່ອັກຄະສາວົກ ເປໂຕ ໄດ້ບັນຍາຍເຖິງການປະຕິບັດສາດສະໜາກິດຂອງພຣະຜູ້ຊ່ວຍໃຫ້ລອດ ໃນໂລກວິນຍານຫລັງຈາກການຄຶງຂອງພຣະອົງ.
ເພິ່ນໄດ້ບັນທຶກວ່າ ໃນຂະນະທີ່ເພິ່ນອ່ານ ເພິ່ນປະທັບໃຈຫລາຍ. … ໃນຂະນະທີ່ເພິ່ນໄດ້ໄຕ່ຕອງເຖິງເລື່ອງເຫລົ່ານີ້ … , ດວງຕາແຫ່ງຄວາມເຂົ້າໃຈຂອງເພິ່ນໄດ້ເປີດອອກ, ແລະ ພຣະວິນຍານຂອງພຣະຜູ້ເປັນເຈົ້າໄດ້ມາສະຖິດຢູ່ເທິງເພິ່ນ, ແລະ ເພິ່ນໄດ້ເຫັນໝູ່ຄົນຕາຍ, ທັງຜູ້ນ້ອຍ ແລະ ຜູ້ໃຫຍ່.1 ພາບນິມິດທັງໝົດໄດ້ຖືກບັນທຶກໄວ້ ຢູ່ໃນ Doctrine and Covenants section 138.
ຂ້າພະເຈົ້າຂໍກ່າວເຖິງເບື້ອງຫລັງບາງຢ່າງ ເພື່ອວ່າເຮົາຈະປາບປື້ມກັບ ໂຈເຊັບ ແອັຟ ທີ່ໄດ້ກະກຽມເປັນເວລາດົນນານ ເພື່ອຮັບເອົາການເປີດເຜີຍທີ່ໜ້າອັດສະຈັນໃຈນີ້.
ຕອນເພິ່ນເປັນປະທານຂອງສາດສະໜາຈັກ, ເພິ່ນໄດ້ໄປຢ້ຽມຢາມເມືອງນາວູ ໃນປີ 1906 ແລະ ໄດ້ຄິດເຖິງອະດີດຕອນທີ່ເພິ່ນມີອາຍຸໄດ້ຫ້າປີ. ເພິ່ນໄດ້ກ່າວວ່າ: “ນີ້ແມ່ນບ່ອນທີ່ຂ້ອຍໄດ້ຢືນຢູ່ ຕອນ [ໂຈເຊັບ ອາວຂອງຂ້ອຍ ແລະ ໄຮຣຳ ພໍ່ຂອງຂ້ອຍ] ຂີ່ມ້າຜ່ານກາຍມາ ເພື່ອໄປຫາເມືອງຄາດເທດ. ໂດຍທີ່ບໍ່ໄດ້ລົງຈາກມ້າ ພໍ່ໄດ້ເນີ້ງຕົວລົງມາ ແລະ ຍົກຂ້ອຍຂຶ້ນຈາກດິນ. ເພິ່ນໄດ້ຈູບສັ່ງລາຂ້ອຍ ແລະ ໄດ້ວາງຂ້ອຍລົງອີກ ແລ້ວຂ້ອຍກໍເຫັນເພິ່ນຂີ່ມ້າໄປ.”2
ເທື່ອຕໍ່ມາເມື່ອ ໂຈເຊັບ ແອັຟ ໄດ້ເຫັນພວກເພິ່ນ, ນາງແມຣີ ຟຽວດິງ ແມ່ຂອງເພິ່ນ, ໄດ້ຍົກເພິ່ນຂຶ້ນເບິ່ງພໍ່ ແລະ ອາວ ທີ່ຖືກວາງຮຽງກັນໄວ້ ຜູ້ຖືກຂ້າຍ້ອນຄວາມເຊື່ອ ຢູ່ໃນຄຸກຄາດເທດ ເມື່ອວັນທີ 27 ເດືອນມິຖຸນາ, 1844.
ສອງປີຈາກນັ້ນ, ໂຈເຊັບ ແອັຟ, ພ້ອມດ້ວຍຄອບຄົວຂອງເພິ່ນ ແລະ ແມ່ທີ່ຊື່ສັດ ແມຣີ ຟຽວດິງ ສະມິດ, ໄດ້ປະເຮືອນຊານຢູ່ໃນເມືອງນາວູ ເພື່ອໄປຫາເມືອງ ວິນເຕີ ຄວດເຕີ. ເຖິງແມ່ນວ່າເພິ່ນຍັງບໍ່ເຖິງແປດປີເທື່ອ, ແຕ່ ໂຈເຊັບ ແອັຟ ໄດ້ຂັບກວຽນຈາກເມືອງ ມອນທະໂລດ, ລັດ ໄອໂອວາ, ໄປຫາເມືອງ ວິນເຕີ ຄວດເຕີ ແລະ ຕໍ່ມາໄປຫາຫ່ອມພູ ເຊົາເລັກ, ໄປຮອດຕອນເພິ່ນເກືອບມີອາຍຸໄດ້ 10 ປີ. ຂ້າພະເຈົ້າຫວັງວ່າ ເດັກນ້ອຍຜູ້ຊາຍ ແລະ ຊາຍໜຸ່ມ ກຳລັງຟັງຢູ່ຕອນນີ້ ແລະ ຈະຮັບຮູ້ເຖິງໜ້າທີ່ຮັບຜິດຊອບ ແລະ ສິ່ງທີ່ຄາດຫວັງຈາກ ໂຈເຊັບ ແອັຟ ຕອນເພິ່ນຍັງນ້ອຍ.
ພຽງແຕ່ສີ່ປີຈາກນັ້ນ, ໃນປີ 1852, ຕອນເພິ່ນມີອາຍຸໄດ້ 13 ປີ, ແມ່ທີ່ຮັກຂອງເພິ່ນໄດ້ເສຍຊີວິດໄປ—ໄດ້ປະເພິ່ນ ກັບອ້າຍເອື້ອຍໃຫ້ກາຍເປັນລູກກຳພອຍ.3
ໂຈເຊັບ ແອັຟ ໄດ້ຖືກເອີ້ນໃຫ້ໄປສອນສາດສະໜາຢູ່ລັດຮາວາຍ ໃນປີ 1854 ຕອນເພິ່ນມີອາຍຸໄດ້ 15 ປີ. ການເຜີຍແຜ່ນີ້, ຊຶ່ງເປັນເວລາສາມປີ, ໄດ້ເລີ່ມຕົ້ນຊີວິດແຫ່ງການຮັບໃຊ້ຂອງເພິ່ນ ໃນສາດສະໜາຈັກ.
ເມື່ອເພິ່ນໄດ້ກັບໄປລັດຢູທາ, ໂຈເຊັບ ແອັຟ ໄດ້ແຕ່ງງານ ໃນປີ 1859.4 ໃນໄລຍະສາມສີ່ປີຈາກນັ້ນ, ຊີວິດຂອງເພິ່ນກໍເຕັມໄປດ້ວຍວຽກງານ, ການດູແລຄອບຄົວ, ແລະ ໄດ້ໄປເຜີຍແຜ່ອີກສອງເທື່ອ. ໃນວັນທີ 1 ເດືອນກໍລະກົດ, 1866, ຕອນອາຍຸໄດ້ 27 ປີ, ຊີວິດຂອງ ໂຈເຊັບ ແອັຟ ໄດ້ປ່ຽນໄປຕະຫລອດການ ເມື່ອເພິ່ນໄດ້ຖືກແຕ່ງຕັ້ງເປັນອັກຄະສາວົກ ໂດຍບຣິກຳ ຢັງ. ໃນເດືອນຕຸລາ ຂອງປີຕໍ່ມາ, ເພິ່ນໄດ້ຮັບເອົາຕຳແໜ່ງວ່າງ ຢູ່ໃນກຸ່ມອັກຄະສາວົກສິບສອງ.5 ເພິ່ນໄດ້ຮັບໃຊ້ເປັນທີ່ປຶກສາຂອງປະທານບຣິກຳ ຢັງ, ຈອນ ເທເລີ, ວິວເຝີດ ວູດດຣັບ, ແລະ ໂລເຣັນໂຊ ສະໂນ ກ່ອນເພິ່ນໄດ້ກາຍເປັນປະທານຂອງສາດສະໜາຈັກ ໃນປີ 1901.6
ໂຈເຊັບ ແອັຟ ແລະ ນາງ ຈູລີນາ ພັນລະຍາຂອງເພິ່ນ ໄດ້ຮັບຕ້ອນລູກສາວຄົນທຳອິດ ຊື່ ເມີຊີ ໂຈເຊັບຟີນ, ເຂົ້າສູ່ຄອບຄົວ.7 ນາງມີອາຍຸໄດ້ພຽງແຕ່ ສອງປີເຄິ່ງ ຕອນນາງໄດ້ເສຍຊີວິດໄປ. ບໍ່ດົນຈາກນັ້ນ, ໂຈເຊັບ ແອັຟ ໄດ້ບັນທຶກວ່າ: “ມື້ວານນີ້ ເປັນວັນຄົບຮອບ ໜຶ່ງເດືອນ ທີ່ … ນາງ ໂຈເຊັບຟີນ ລູກສາວທີ່ຮັກຂອງຂ້າພະເຈົ້າໄດ້ເສຍຊີວິດໄປ. ໂອ້! ຂ້າພະເຈົ້າຢາກສາມາດໂຜດນາງໃຫ້ມີຊີວິດຕໍ່ ຈົນເປັນຜູ້ໃຫຍ່ເດ້. ຂ້າພະເຈົ້າຄິດຮອດນາງທຸກມື້ ແລະ ຂ້າພະເຈົ້າກໍອ້າງວ້າງ. … ຂໍໃຫ້ພຣະເຈົ້າ ຈົ່ງອະໄພໃຫ້ແກ່ຄວາມອ່ອນແອຂອງຂ້າພະເຈົ້າດ້ວຍເຖີ້ນ ຖ້າຫາກມັນເປັນສິ່ງຜິດ ທີ່ຂ້າພະເຈົ້າຮັກລູກໆ ເພາະຂ້າພະເຈົ້າ ກໍຮັກພວກເຂົາແທ້ໆ.”8
ໃນຊີວິດຂອງເພິ່ນ, ປະທານສະມິດ ໄດ້ສູນເສຍພໍ່, ແມ່, ອ້າຍຄົນໜຶ່ງ, ເອື້ອຍສອງຄົນ, ພັນລະຍາສອງຄົນ, ແລະ ລູກ ສິບສາມ ຄົນ. ເພິ່ນຮູ້ຈັກຄວາມໂສກເສົ້າດີ ແລະ ໄດ້ສູນເສຍຄົນທີ່ເພິ່ນຮັກໄປຫລາຍຄົນ.
ຕອນທ້າວ ອາວເບີດ ເຈຊີ ລູກຊາຍຂອງເພິ່ນໄດ້ເສຍຊີວິດໄປ, ໂຈເຊັບ ແອັຟ ໄດ້ຂຽນຈົດໝາຍເຖິງ ມາທາ ແອນ ນ້ອງສາວຂອງເພິ່ນວ່າ ເພິ່ນໄດ້ອ້ອນວອນຂໍໃຫ້ພຣະຜູ້ເປັນເຈົ້າໂຜດຊີວິດລູກຊາຍຂອງເພິ່ນ ແລະ ໄດ້ທູນຖາມວ່າ, “ເປັນຫຍັງຈຶ່ງເປັນແນວນີ້? ໂອ້ ພຣະອົງເຈົ້າ ເປັນຫຍັງຈຶ່ງຕ້ອງເປັນແນວນີ້?”9
ເຖິງແມ່ນເພິ່ນໄດ້ອ້ອນວອນ, ແຕ່ ໂຈເຊັບ ແອັຟ ກໍບໍ່ໄດ້ຮັບຄຳຕອບ ກ່ຽວກັບເລື່ອງນີ້ເລີຍ.10 ເພິ່ນໄດ້ບອກນາງມາທາ ແອນ ວ່າ “[ເບິ່ງຄືວ່າ] ສະຫວັນມິດໄປ” ກ່ຽວກັບເລື່ອງການຕາຍ ແລະ ໂລກວິນຍານ. ເຖິງຢ່າງໃດກໍຕາມ, ສັດທາຂອງເພິ່ນໃນຄຳສັນຍານິລັນດອນຂອງພຣະຜູ້ເປັນເຈົ້າ ຍັງໝັ້ນຄົງ ແລະ ແນ່ວແນ່ຢູ່.
ເມື່ອເຖິງເວລາຂອງພຣະຜູ້ເປັນເຈົ້າ, ຄຳຕອບເພີ່ມເຕີມ, ການປອບໂຍນ, ແລະ ຄວາມເຂົ້າໃຈກ່ຽວກັບໂລກວິນຍານ ໄດ້ມາເຖິງປະທານສະມິດ ໃນພາບນິມິດທີ່ມະຫັດສະຈັນ ຊຶ່ງເພິ່ນໄດ້ຮັບໃນເດືອນຕຸລາ ປີ 1918.
ປີນັ້ນເປັນປີທີ່ເຈັບປວດຫລາຍສຳລັບເພິ່ນ. ເພິ່ນໄດ້ໂສກເສົ້າຫລາຍກັບການຕາຍຢູ່ໃນສົງຄາມໂລກຄັ້ງທີໜຶ່ງ ທີ່ຄືບໜ້າຂຶ້ນ ຈົນຜູ້ຄົນຫລາຍກວ່າ 20 ລ້ານຄົນ ຖືກຂ້າຕາຍ. ນອກເໜືອຈາກນີ້, ໄຂ້ຫວັດໃຫຍ່ກໍລາມໄປທົ່ວໂລກ, ແລະ ຜູ້ຄົນຫລາຍກວ່າ 100 ລ້ານຄົນ ໄດ້ຕາຍໄປ.
ໃນລະຫວ່າງປີນັ້ນ, ປະທານສະມິດ ໄດ້ສູນເສຍຄົນໃນຄອບຄົວໄປຕື່ມອີກ ສາມຄົນ. ແອວເດີ ໄຮຣຳ ແມັກ ສະມິດ ແຫ່ງກຸ່ມອັກຄະສາວົກສິບສອງ ຜູ້ເປັນລູກຊາຍຄົນທຳອິດຂອງເພິ່ນ ແລະ ເປັນພໍ່ຕູ້ຂອງຂ້າພະເຈົ້າ ກໍໄດ້ເສຍຊີວິດໄປຢ່າງກະທັນຫັນ ເນື່ອງດ້ວຍໃສ້ຕິ່ງແຕກ.
ປະທານສະມິດ ໄດ້ຂຽນວ່າ: “ຂ້າພະເຈົ້າເວົ້າບໍ່ອອກ—[ເຢັນຊາ] ເຕັມໄປດ້ວຍຄວາມໂສກເສົ້າທີ່ສຸດ! … ຫົວໃຈຂອງຂ້າພະເຈົ້າແຕກສະຫລາຍ; ແລະ ບໍ່ມີກະຈິດກະໃຈ! … ໂອ້! ຂ້າພະເຈົ້າຮັກລາວຫລາຍ! … ຂ້າພະເຈົ້າຈະຮັກລາວຕະຫລອດໄປ. ແລະ ມັນກໍຈະເປັນແບບນັ້ນ ກັບລູກຄົນອື່ນໆຂອງຂ້າພະເຈົ້າ, ແຕ່ນີ້ແມ່ນລູກຊາຍຄົນທຳອິດ, ເປັນຄົນທຳອິດທີ່ໄດ້ນຳຄວາມຊື່ນຊົມ ແລະ ຄວາມຫວັງທີ່ບໍ່ສິ້ນສຸດ, ຊື່ທີ່ມີກຽດໃນທ່າມກາງມະນຸດ ມາໃຫ້ຂ້າພະເຈົ້າ. ຈາກສ່ວນເລິກຂອງຈິດວິນຍານຂອງຂ້າພະເຈົ້າ, ຂ້າພະເຈົ້າຂໍຂອບພຣະໄທພຣະເຈົ້າສຳລັບລາວ! ແຕ່ … ໂອ້! ຂ້າພະເຈົ້າຕ້ອງການລາວ! ເຮົາທຸກຄົນຕ້ອງການລາວ! ລາວເປັນຜູ້ໜຶ່ງທີ່ເປັນປະໂຫຍດຫລາຍທີ່ສຸດຕໍ່ສາດສະໜາຈັກ. … ແລະ ບັດນີ້, … ໂອ້! ຂ້າພະເຈົ້າຈະເຮັດແນວໃດ! … ໂອ້! ພຣະອົງເຈົ້າ ຈົ່ງຊ່ວຍຂ້ານ້ອຍແດ່ທ້ອນ!”11
ເດືອນຕໍ່ມາ, ທ້າວ ອາລອນໂຊ ເຄສະເລີ ລູກເຂີຍຂອງປະທານສະມິດ ໄດ້ເສຍຊີວິດໄປ ໃນອຸປະຕິເຫດທີ່ໜ້າໂສກເສົ້າ.12 ປະທານສະມິດ ໄດ້ຂຽນໃສ່ໃນປຶ້ມບັນທຶກສ່ວນຕົວວ່າ, “ອຸປະຕິເຫດທີ່ຮ້າຍແຮງ ແລະ ໜ້າໂສກເສົ້ານີ້, ໄດ້ເຮັດໃຫ້ຄອບຄົວຂອງຂ້າພະເຈົ້າໂສກເສົ້າຫລາຍທີ່ສຸດ.”13
ເຈັດເດືອນຈາກນັ້ນ, ໃນເດືອນກັນຍາ ປີ 1918, ລູກໄພ້ຂອງປະທານສະມິດ ຜູ້ທີ່ເປັນແມ່ຕູ້ຂອງຂ້າພະເຈົ້າ ຊື່ ໄອດາ ໂບແມນ ສະມິດ, ໄດ້ເສຍຊີວິດໄປ ຫລັງຈາກໄດ້ຄອດລູກຄົນທີຫ້າ, ອາວໄຮຣຳ ຂອງຂ້າພະເຈົ້າ.14
ແລະ ສະນັ້ນແລ້ວ ໃນວັນທີ 3 ເດືອນຕຸລາ, 1918, ໂດຍທີ່ໄດ້ປະສົບກັບຄວາມໂສກເສົ້າຫລາຍທີ່ສຸດ ເພາະຫລາຍລ້ານຄົນຢູ່ໃນໂລກ ໄດ້ຕາຍໄປ ແລະ ພະຍາດກໍໄດ້ນຳຄວາມຕາຍມາສູ່ຄົນໃນຄອບຄົວຂອງເພິ່ນຫລາຍຄົນ, ປະທານສະມິດ ຈຶ່ງໄດ້ຮັບການເປີດເຜີຍຈາກສະຫວັນ ທີ່ຮູ້ຈັກກັນວ່າ “ພາບນິມິດກ່ຽວກັບການໄຖ່ຄົນຕາຍ.”
ເພິ່ນໄດ້ອ້າງເຖິງການເປີດເຜີຍ ໃນມື້ຕໍ່ມາ ຢູ່ໃນພາກທຳອິດຂອງກອງປະຊຸມໃຫຍ່ສາມັນ ໃນເດືອນຕຸລາ. ສຸຂະພາບຂອງປະທານສະມິດ ກໍອ່ອນເພຍລົງຫລາຍ, ແຕ່ເພິ່ນກໍຍັງໄດ້ກ່າວໜ້ອຍໜຶ່ງວ່າ: “ຂ້າພະເຈົ້າຈະບໍ່ເວົ້າຫລາຍກ່ຽວກັບສິ່ງທີ່ຢູ່ໃນໃຈ ໃນເຊົ້າມື້ນີ້, ແລະ ຂ້າພະເຈົ້າຈະເກັບມັນໄວ້ກ່າວໃນພາຍຫລັງ, ຕາມທີ່ພຣະຜູ້ເປັນເຈົ້າປະສົງ, ເພື່ອບອກທ່ານກ່ຽວກັບສິ່ງທີ່ຂ້າພະເຈົ້າມີຢູ່ໃນໃຈ. ຂ້າພະເຈົ້າບໍ່ໄດ້ຢູ່ຕາມລຳພັງ ລະຫວ່າງຫ້າເດືອນ [ຜ່ານມານີ້]. ຂ້າພະເຈົ້າໄດ້ຢູ່ໃນວິນຍານແຫ່ງການອະທິຖານ, ແຫ່ງການອ້ອນວອນ, ດ້ວຍສັດທາ ແລະ ດ້ວຍຄວາມຕັ້ງໃຈ, ແລະ ຂ້າພະເຈົ້າໄດ້ສົນທະນາກັບພຣະວິນຍານຂອງພຣະຜູ້ເປັນເຈົ້າຕະຫລອດເວລາ.”15
ການເປີດເຜີຍທີ່ຂ້າພະເຈົ້າໄດ້ຮັບໃນວັນທີ 3 ເດືອນຕຸລາ ໄດ້ປອບໃຈຂ້າພະເຈົ້າ ແລະ ໄດ້ຕອບຄຳຖາມຫລາຍຢ່າງຂອງຂ້າພະເຈົ້າ. ເຮົາກໍຄືກັນ ສາມາດໄດ້ຮັບການປອບໂຍນ ແລະ ຮຽນຮູ້ຫລາຍຂຶ້ນ ກ່ຽວກັບອະນາຄົດຂອງເຮົາ ເມື່ອເຮົາ ແລະ ຄົນທີ່ເຮົາຮັກຕາຍ ແລະ ໄປຫາໂລກວິນຍານ ໂດຍການສຶກສາກ່ຽວກັບການເປີດເຜີຍນີ້ ແລະ ໄຕ່ຕອງເຖິງຄວາມສຳຄັນຂອງມັນ ໃນວິທີທີ່ເຮົາດຳລົງຊີວິດ ໃນແຕ່ລະວັນ.
ໃນບັນດາຫລາຍຢ່າງທີ່ປະທານສະມິດ ໄດ້ເຫັນ ຄືການຢ້ຽມຢາມຂອງພຣະຜູ້ຊ່ວຍໃຫ້ລອດ ຕໍ່ຜູ້ທີ່ຊື່ສັດຢູ່ໃນໂລກວິນຍານ ຫລັງຈາກພຣະອົງໄດ້ສິ້ນພຣະຊົນ ຢູ່ເທິງໄມ້ກາງແຂນ. ຂ້າພະເຈົ້າຂໍອ້າງເຖິງພາບນິມິດນັ້ນ:
ຈາກບັນດາຄົນຊອບທຳ, ພຣະອົງໄດ້ຈັດຕັ້ງກຳລັງຄົນຂອງພຣະອົງ ແລະ ໄດ້ກຳນົດຜູ້ສົ່ງຂ່າວ, ຫຸ້ມຫໍ່ດ້ວຍອຳນາດ ແລະ ສິດອຳນາດ, ແລະ ໄດ້ມອບໝາຍເຂົາເຈົ້າໃຫ້ອອກໄປ ແລະ ນຳຄວາມສະຫວ່າງແຫ່ງພຣະກິດຕິຄຸນໄປໃຫ້ຄົນເຫລົ່ານັ້ນທີ່ຢູ່ໃນຄວາມມືດ, ແມ່ນແຕ່ວິນຍານທັງປວງຂອງຜູ້ຊາຍ ແລະ ຜູ້ຍິງ;16 ແລະ ພຣະກິດຕິຄຸນໄດ້ຖືກສັ່ງສອນໃຫ້ແກ່ຄົນຕາຍດັ່ງນັ້ນ. …
ຄົນເຫລົ່ານັ້ນໄດ້ຖືກສິດສອນເຖິງສັດທາໃນພຣະເຈົ້າ, ການກັບໃຈຈາກບາບ, ການບັບຕິສະມາແທນ ເພື່ອການປົດບາບ, ຂອງປະທານແຫ່ງພຣະວິນຍານບໍລິສຸດໂດຍການວາງມື,
ແລະ ຫລັກທຳອື່ນໆຂອງພຣະກິດຕິຄຸນທີ່ພວກເຂົາຈຳເປັນຕ້ອງຮູ້ ເພື່ອເຮັດໃຫ້ຕົນເອງມີຄຸນຄ່າພໍທີ່ຈະໄດ້ຮັບການພິພາກສາຕາມມະນຸດໃນເນື້ອໜັງ, ແຕ່ດຳເນີນຊີວິດຕາມພຣະເຈົ້າໃນວິນຍານ. …
ເພາະເນື່ອງດ້ວຍຄົນຕາຍໄດ້ຄິດວ່າການແຍກຂອງວິນຍານ ແລະ ຮ່າງກາຍຂອງພວກເຂົາເປັນເວລາດົນນານ ເປັນການຈ່ອງຈຳ.
ຄົນເຫລົ່ານີ້ພຣະຜູ້ເປັນເຈົ້າໄດ້ສິດສອນ, ແລະ ໄດ້ມອບອຳນາດໃຫ້ເຂົາເຈົ້າອອກມາ, ຫລັງຈາກການຟື້ນຄືນພຣະຊົນຈາກຄວາມຕາຍຂອງພຣະອົງ, ເພື່ອເຂົ້າໄປໃນອານາຈັກຂອງພຣະບິດາຂອງພຣະອົງ, ຢູ່ທີ່ນັ້ນເພື່ອຮັບການສວມມົງກຸດດ້ວຍຄວາມເປັນອະມະຕະ ແລະ ຊີວິດນິລັນດອນ,
ແລະ ນັບຈາກນັ້ນເປັນຕົ້ນໄປພວກເຂົາຈະທຳງານຕໍ່ໄປດັ່ງທີ່ສັນຍາໄວ້ໂດຍພຣະຜູ້ເປັນເຈົ້າ, ແລະ ເປັນຜູ້ຮັບສ່ວນໃນພອນທັງປວງຊຶ່ງຖືກເກັບໄວ້ສຳລັບຄົນທີ່ຮັກພຣະອົງ.17
ຢູ່ໃນພາບນິມິດ, ປະທານສະມິດ ໄດ້ເຫັນ ໄຮຣຳ ພໍ່ຂອງເພິ່ນ, ແລະ ສາດສະດາໂຈເຊັບ ສະມິດ. ມັນເປັນເວລາ 74 ປີ ຜ່ານມາແລ້ວ ນັບຕັ້ງແຕ່ເພິ່ນໄດ້ເຫັນພວກເພິ່ນເປັນເທື່ອສຸດທ້າຍ ຕອນເພິ່ນຍັງນ້ອຍ ຢູ່ໃນເມືອງນາວູ. ເພິ່ນຄົງດີໃຈຫລາຍທີ່ສຸດ ທີ່ໄດ້ເຫັນພໍ່ ແລະ ອາວ ທີ່ເພິ່ນຮັກ. ເພິ່ນຄົງໄດ້ຮັບການດົນໃຈ ແລະ ການປອບໂຍນ ທີ່ຮູ້ວ່າ ວິນຍານທຸກດວງ ມີຮູບຮ່າງລັກສະນະເໝືອນຕອນທີ່ມີຊີວິດຢູ່ ແລະ ພວກເພິ່ນກໍລໍຖ້າຢ່າງກະຕືລືລົ້ນ ສຳລັບວັນທີ່ຈະໄດ້ຟື້ນຄືນຊີວິດ ຕາມທີ່ສັນຍາ. ພາບນິມິດໄດ້ເປີດເຜີຍຢ່າງກວ້າງຂວາງກ່ຽວກັບແຜນຂອງພຣະບິດາເທິງສະຫວັນ ສຳລັບລູກໆຂອງພຣະອົງ ແລະ ຄວາມຮັກແຫ່ງການໄຖ່ ແລະ ພະລັງແຫ່ງການຊົດໃຊ້ ອັນຫາທີ່ປຽບບໍ່ໄດ້ຂອງພຣະຄຣິດ.18
ໃນວັນພິເສດນີ້ ຊຶ່ງຄົບຮອບ 100 ປີ, ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ອ່ານພາບນິມິດນີ້ ຢ່າງລະອຽດ ແລະ ດ້ວຍຄວາມພິຈາລະນາ. ເມື່ອທ່ານເຮັດເຊັ່ນນັ້ນ, ຂໍໃຫ້ພຣະຜູ້ເປັນເຈົ້າຈົ່ງອວຍພອນທ່ານ ໃຫ້ເຂົ້າໃຈຫລາຍຂຶ້ນ ແລະ ຮູ້ບຸນຄຸນຕໍ່ຄວາມຮັກຂອງພຣະເຈົ້າ ແລະ ຕໍ່ແຜນແຫ່ງຄວາມລອດ ແລະ ແຜນແຫ່ງຄວາມສຸກຂອງພຣະອົງ ສຳລັບລູກໆຂອງພຣະອົງ.
ຂ້າພະເຈົ້າເປັນພະຍານວ່າ ພາບນິມິດທີ່ປະທານໂຈເຊັບ ແອັຟ ສະມິດ ໄດ້ຮັບ ເປັນຄວາມຈິງ. ຂ້າພະເຈົ້າເປັນພະຍານວ່າ ທຸກຄົນສາມາດອ່ານມັນ ແລະ ຮູ້ຈັກວ່າ ມັນເປັນຄວາມຈິງ. ຜູ້ທີ່ບໍ່ໄດ້ຮັບຄວາມຮູ້ໃນຊີວິດນີ້ ຈະຮູ້ຈັກຄວາມຈິງແທ້ຂອງເລື່ອງນີ້ຢ່າງແນ່ນອນ ເມື່ອເຂົາເຈົ້າໄປເຖິງໂລກວິນຍານ. ຢູ່ທີ່ນັ້ນ, ທຸກຄົນຈະຮັກ ແລະ ສັນລະເສີນພຣະເຈົ້າ ແລະ ອົງພຣະເຢຊູຄຣິດເຈົ້າ ສຳລັບແຜນແຫ່ງຄວາມລອດ ແລະ ພອນທີ່ສັນຍາໄວ້ເລື່ອງການຟື້ນຄືນຊີວິດ ເມື່ອຮ່າງກາຍ ແລະ ວິນຍານຈະຮ່ວມເຂົ້າກັນ ແລະ ຈະບໍ່ຖືກແຍກອອກຈາກກັນອີກ.19
ຂ້າພະເຈົ້າມີຄວາມກະຕັນຍູຫລາຍ ທີ່ຮູ້ວ່າ ບາບາຣາ ທີ່ປະເສີດຂອງຂ້າພະເຈົ້າຢູ່ໃສໃນເວລານີ້ ແລະ ວ່າພວກເຮົາຈະໄດ້ຢູ່ນຳກັນອີກ, ກັບຄອບຄົວຂອງພວກເຮົາ, ຕະຫລອດຊົ່ວນິລັນດອນ. ຂໍໃຫ້ສັນຕິສຸກຂອງພຣະຜູ້ເປັນເຈົ້າ ຈົ່ງຄ້ຳຊູເຮົາໃນເວລານີ້ ແລະ ຕະຫລອດໄປ ຄືຄຳອະທິຖານທີ່ຖ່ອມຕົວຂອງຂ້າພະເຈົ້າ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.