ພະຍາຍາມ, ພະຍາຍາມ, ພະຍາຍາມ
ພຣະຜູ້ຊ່ວຍໃຫ້ລອດກຳລັງວາງພຣະນາມຂອງພຣະອົງໄວ້ໃນຫົວໃຈຂອງທ່ານ. ແລະ ທ່ານກຳລັງຮູ້ສຶກເຖິງຄວາມຮັກອັນບໍລິສຸດຂອງພຣະຄຣິດ ທີ່ມີໃຫ້ແກ່ຄົນອື່ນ ແລະ ແກ່ຕົວທ່ານເອງ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າກະຕັນຍູສຳລັບໂອກາດທີ່ຈະໄດ້ກ່າວກັບທ່ານ. ກອງປະຊຸມນີ້ໄດ້ເຊີດຊູໃຈ ແລະ ໃຫ້ການສິດສອນສຳລັບຂ້າພະເຈົ້າ. ເພງທີ່ຖືກຂັບຮ້ອງ ແລະ ຖ້ອຍຄຳທີ່ຖືກກ່າວອອກມາ ກໍຖືກນຳເຂົ້າໄປສູ່ຫົວໃຈຂອງເຮົາ ໂດຍພຣະວິນຍານບໍລິສຸດ. ຂ້າພະເຈົ້າອະທິຖານວ່າ ສິ່ງທີ່ຂ້າພະເຈົ້າຈະກ່າວ ຈະຖືກນຳເຂົ້າໄປສູ່ຫົວໃຈຂອງທ່ານ ດ້ວຍພຣະວິນຍານດຽວກັນນັ້ນ.
ເມື່ອຫລາຍປີກ່ອນ, ຂ້າພະເຈົ້າໄດ້ເປັນທີ່ປຶກສາທີໜຶ່ງຂອງປະທານທ້ອງຖິ່ນ ຢູ່ໃນແຖບທິດຕາເວັນອອກຂອງສະຫະລັດ. ຫລາຍກວ່າໜຶ່ງເທື່ອ, ເມື່ອພວກເຮົາຂັບລົດໄປຫາສາຂານ້ອຍໆຂອງເຮົາ, ເພິ່ນມັກຈະກ່າວກັບຂ້າພະເຈົ້າວ່າ, “ຮາວ, ເມື່ອເຈົ້າພົບຜູ້ຄົນ, ໃຫ້ປະຕິບັດຕໍ່ເຂົາເຈົ້າເໝືອນກັບວ່າເຂົາເຈົ້າມີບັນຫາໜັກ, ແລ້ວເຈົ້າກໍຈະເຮັດຢ່າງຖືກຕ້ອງຫລາຍກວ່າເຄິ່ງໜຶ່ງ.” ເພິ່ນບໍ່ພຽງແຕ່ໄດ້ເວົ້າຖືກ, ແຕ່ຂ້າພະເຈົ້າກໍໄດ້ຮຽນຮູ້ຕະຫລອດ ຫລາຍປີຜ່ານມານີ້ວ່າ ເພິ່ນໄດ້ປະເມີນຕ່ຳເກີນໄປ. ມື້ນີ້ ຂ້າພະເຈົ້າຢາກຈະໃຫ້ກຳລັງໃຈທ່ານ ຂະນະທີ່ທ່ານປະເຊີນໜ້າກັບບັນຫາ.
ຊີວິດໃນຊ່ວງມະຕະຂອງເຮົາ ຖືກອອກແບບໂດຍພຣະເຈົ້າທີ່ຊົງຮັກ ເພື່ອໃຫ້ເປັນການທົດສອບ ແລະ ເປັນແຫລ່ງຂອງການເຕີບໂຕສຳລັບເຮົາແຕ່ລະຄົນ. ທ່ານຈື່ຈຳພຣະຄຳຂອງພຣະເຈົ້າໄດ້ ກ່ຽວກັບລູກໆຂອງພຣະອົງ ຕອນຢູ່ໃນການສ້າງໂລກ ວ່າ ພວກພຣະອົງຈະພິສູດເຮົາໂດຍວິທີນີ້, ເພື່ອເບິ່ງວ່າເຮົາຈະເຮັດທຸກສິ່ງທັງປວງ ສິ່ງໃດກໍຕາມທີ່ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຮົາຈະບັນຊາເຮົາຫລືບໍ່.1
ນັບຕັ້ງແຕ່ຕອນຕົ້ນ, ການທົດສອບນັ້ນບໍ່ໄດ້ເປັນເລື່ອງງ່າຍສະເໝີມາ. ເຮົາປະເຊີນໜ້າກັບການທົດລອງ ທີ່ມາຈາກການມີຮ່າງກາຍມະຕະ. ເຮົາທຸກຄົນອາໄສຢູ່ໃນໂລກ ບ່ອນທີ່ຊາຕານໄດ້ເຮັດສົງຄາມຕໍ່ຕ້ານຄວາມຈິງ ແລະ ຕໍ່ຕ້ານຄວາມສຸກສ່ວນຕົວຂອງເຮົາ ທີ່ນັບມື້ນັບຮ້າຍແຮງຂຶ້ນ. ໂລກ ແລະ ຊີວິດຂອງທ່ານ ສາມາດເບິ່ງຄືວ່ານັບມື້ນັບວຸ້ນວາຍຫລາຍຂຶ້ນ.
ການຮັບປະກັນຂອງຂ້າພະເຈົ້າກໍຄື: ພຣະເຈົ້າທີ່ຊົງຮັກ ທີ່ປ່ອຍໃຫ້ມີການທົດສອບເຫລົ່ານີ້ສຳລັບທ່ານ ກໍໄດ້ຈັດວິທີທີ່ແນ່ນອນທີ່ສຸດ ເພື່ອໃຫ້ຜ່ານຜ່າມັນໄປໄດ້. ພຣະບິດາເທິງສະຫວັນຮັກໂລກຫລາຍທີ່ສຸດ ຈົນໄດ້ປະທານພຣະບຸດທີ່ຮັກຂອງພຣະອົງ ເພື່ອໃຫ້ມາຊ່ວຍເຫລືອເຮົາ.2 ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ໄດ້ສະລະພຣະຊົນຊີບຂອງພຣະອົງເພື່ອເຮົາ. ພຣະເຢຊູຄຣິດໄດ້ທົນທຸກທໍລະມານຢູ່ທີ່ເຄັດເຊມາເນ ແລະ ຢູ່ເທິງໄມ້ກາງແຂນເພື່ອບາບຂອງເຮົາທັງໝົດ. ພຣະອົງໄດ້ປະສົບກັບຄວາມເສົ້າສະຫລົດໃຈ, ຄວາມເຈັບປວດ, ແລະ ຜົນສະທ້ອນຈາກບາບຂອງເຮົາ ເພື່ອວ່າພຣະອົງຈະສາມາດປອບໂຍນ ແລະ ເພີ່ມຄວາມເຂັ້ນແຂງໃຫ້ເຮົາ ເພື່ອໃຫ້ເຮົາຜ່ານຜ່າການທົດສອບຂອງຊີວິດ.3
ທ່ານຈື່ຈຳສິ່ງທີ່ພຣະຜູ້ເປັນເຈົ້າໄດ້ກ່າວກັບຜູ້ຮັບໃຊ້ຂອງພຣະອົງວ່າ:
ພຣະບິດາກັບພຣະອົງເປັນອັນໜຶ່ງດຽວກັນ. ພຣະອົງຢູ່ໃນພຣະບິດາ ແລະ ພຣະບິດາຢູ່ໃນພຣະອົງ; ແລະ ຕາບໃດທີ່ເຮົາໄດ້ຮັບເອົາພຣະອົງ, ເຮົາກໍຢູ່ໃນພຣະອົງ ແລະ ພຣະອົງກໍຢູ່ໃນເຮົາ.
ດັ່ງນັ້ນ, ພຣະອົງຢູ່ໃນທ່າມກາງພວກເຮົາ, ແລະ ພຣະອົງເປັນຜູ້ລ້ຽງທີ່ດີ, ແລະ ສີລາແຫ່ງອິດສະຣາເອນ. ຄົນທີ່ສ້າງຢູ່ເທິງສີລານີ້ຈະບໍ່ຕົກ.4
ສາດສະດາຂອງເຮົາ, ປະທານ ຣະໂຊ ເອັມ ແນວສັນ, ກໍໄດ້ໃຫ້ຄວາມໝັ້ນໃຈອັນດຽວກັນນັ້ນ. ນອກເໜືອໄປຈາກນັ້ນ, ເພິ່ນໄດ້ບັນບາຍເຖິງວິທີທີ່ເຮົາອາດສ້າງສາຢູ່ເທິງສີລານັ້ນ ແລະ ຮັບເອົາພຣະນາມຂອງພຣະຜູ້ເປັນເຈົ້າໄວ້ໃນຫົວໃຈຂອງເຮົາ ເພື່ອຊີ້ນຳເຮົາໃຫ້ຜ່ານຜ່າການທົດລອງຂອງເຮົາ.
ເພິ່ນໄດ້ກ່າວວ່າ: “ທ່ານອາດເສົ້າເສຍໃຈເປັນບາງຄັ້ງ, ຂໍໃຫ້ຈື່ຈຳໄວ້ວ່າ, ຊີວິດບໍ່ໄດ້ຄາດໝາຍວ່າຈະເປັນເລື່ອງທີ່ງ່າຍດາຍ. ໃນເສັ້ນທາງເຮົາຈະຖືກທົດລອງ ແລະ ຕ້ອງທົນກັບຄວາມໂສກເສົ້າ. ຕາມທີ່ທ່ານຈື່ຈຳໄດ້ວ່າ ‘ບໍ່ມີສິ່ງໃດທີ່ພຣະເຈົ້າເຮັດບໍ່ໄດ້’ (ລູກາ 1:37), ໃຫ້ຮູ້ໄວ້ວ່າ ພຣະອົງເປັນພຣະບິດາຂອງທ່ານ. ທ່ານເປັນບຸດ ແລະ ທິດາທີ່ຖືກສ້າງຂຶ້ນມາຕາມຮູບລັກສະນະຂອງພຣະອົງ, ຜ່ານການມີຄຸນຄ່າດີພໍຂອງທ່ານ, ທ່ານຈະມີສິດໄດ້ຮັບການເປີດເຜີຍ ທີ່ຈະຊ່ວຍໃນຄວາມພະຍາຍາມທີ່ຊອບທຳຂອງທ່ານ. ທ່ານອາດຮັບເອົາພຣະນາມອັນສັກສິດຂອງພຣະຜູ້ເປັນເຈົ້າ. ທ່ານອາດດີພໍທີ່ຈະກ່າວພຣະນາມອັນສັກສິດຂອງພຣະເຈົ້າ. (ເບິ່ງ D&C 1:20).”5
ຖ້ອຍຄຳຂອງປະທານແນວສັນ ເຕືອນເຮົາເຖິງຄຳສັນຍາ ທີ່ພົບເຫັນຢູ່ໃນຄຳອະທິຖານໃຫ້ພອນແກ່ສິນລະລຶກ, ຄຳສັນຍາທີ່ພຣະບິດາເທິງສະຫວັນຂອງເຮົາກະທຳຕາມ ເມື່ອເຮົາເຮັດສິ່ງທີ່ເຮົາສັນຍາວ່າຈະເຮັດ.
ຂໍໃຫ້ຟັງຄຳອະທິຖານນັ້ນ ທີ່ວ່າ ໂອ້ພຣະອົງເຈົ້າ, ພຣະບິດາຜູ້ສະຖິດນິລັນດອນ, ພວກຂ້າພຣະອົງ ທູນຂໍພຣະອົງໃນພຣະນາມຂອງພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ໂປດປະທານພອນ ແລະ ເຮັດໃຫ້ເຂົ້າຈີ່ນີ້ສັກສິດ ແກ່ຈິດວິນຍານຂອງ ເຂົາທັງຫລາຍຜູ້ທີ່ຮັບສ່ວນ ເພື່ອເຂົາຈະໄດ້ຮັບປະທານດ້ວຍຄວາມລະນຶກ ເຖິງພຣະກາຍ ຂອງພຣະບຸດຂອງພຣະອົງ, ແລະ ເປັນສັກຂີພະຍານຕໍ່ພຣະອົງ, ໂອ້ ພຣະອົງເຈົ້າ, ພຣະບິດາຜູ້ສະຖິດນິລັນດອນ, ວ່າເຂົາເຕັມໃຈຮັບພຣະນາມຂອງ ພຣະບຸດຂອງພຣະອົງ, ແລະ ລະນຶກເຖິງພຣະອົງຕະຫລອດເວລາ ແລະ ຮັກສາພຣະບັນຍັດຂອງພຣະອົງ ຊຶ່ງປະທານໃຫ້ເຂົາ; ເພື່ອເຂົາຈະມີພຣະວິນຍານຂອງພຣະອົງຢູ່ດ້ວຍຕະຫລອດເວລາ. ອາແມນ.6
ແຕ່ລະເທື່ອທີ່ເຮົາກ່າວວ່າ ອາແມນ ເມື່ອຄຳອະທິຖານນັ້ນຖືກກ່າວເພື່ອເຮົາ, ເຮົາສັນຍາວ່າ ໂດຍການຮັບສ່ວນເຂົ້າຈີ່ ເຮົາເຕັມໃຈທີ່ຈະຮັບເອົາພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ລະນຶກເຖິງພຣະອົງຕະຫລອດເວລາ, ແລະ ຮັກສາພຣະບັນຍັດຂອງພຣະອົງ. ແລ້ວ, ເຮົາກໍໄດ້ຮັບຄຳສັນຍາວ່າ ເຮົາຈະມີພຣະວິນຍານຂອງພຣະອົງ ຢູ່ກັບເຮົາຕະຫລອດເວລາ. ເພາະຄຳສັນຍາເຫລົ່ານີ້, ພຣະຜູ້ຊ່ວຍໃຫ້ລອດຈຶ່ງເປັນສີລາທີ່ເຮົາຈະຢືນຢູ່ໄດ້ຢ່າງປອດໄພ ແລະ ບໍ່ມີຄວາມຢ້ານກົວໃນພະຍຸໃດໆ ທີ່ເຮົາຈະປະເຊີນໜ້າດ້ວຍ.
ເມື່ອຂ້າພະເຈົ້າໄດ້ຄິດໄຕ່ຕອງເຖິງຖ້ອຍຄຳແຫ່ງພັນທະສັນຍາ ແລະ ພອນທີ່ຖືກສັນຍາຕາມນັ້ນ, ຂ້າພະເຈົ້າກໍໄດ້ຄິດໄຕ່ຕອງວ່າ ມັນໝາຍຄວາມວ່າແນວໃດ ທີ່ຈະເຕັມໃຈຮັບເອົາພຣະນາມຂອງພຣະເຢຊູຄຣິດ.
ປະທານດາລິນ ເອັຈ ໂອກສ໌ ອະທິບາຍວ່າ: “ມັນສຳຄັນວ່າ ເມື່ອເຮົາຮັບສ່ວນສິນລະລຶກ ເຮົາບໍ່ໄດ້ເປັນພະຍານວ່າ ເຮົາ ຮັບເອົາ ພຣະນາມຂອງພຣະເຢຊູຄຣິດ. ເຮົາເປັນພະຍານວ່າເຮົາ ເຕັມໃຈ ທີ່ຈະເຮັດດັ່ງນັ້ນ. (ເບິ່ງ D&C 20:77.) ຄວາມຈິງທີ່ວ່າເຮົາພຽງແຕ່ເປັນພະຍານຕໍ່ຄວາມເຕັມໃຈຂອງເຮົາ ແນະນຳວ່າ ຕ້ອງມີສິ່ງອື່ນເກີດຂຶ້ນກ່ອນ ທີ່ເຮົາຈະຮັບເອົາພຣະນາມອັນສັກສິດແທ້ໆ ໃນດ້ານຄວາມເປັນຈິງທີ່ສຳຄັນແທ້ໆ.”7
ຄຳທີ່ວ່າເຮົາ “ເຕັມໃຈທີ່ຈະຮັບເອົາ” ພຣະນາມຂອງພຣະອົງ ບອກເຮົາວ່າ ເມື່ອເຮົາໄດ້ຮັບເອົາພຣະນາມຂອງພຣະຜູ້ຊ່ວຍໃຫ້ລອດ ເປັນເທື່ອທຳອິດ ຕອນເຮົາຮັບບັບຕິສະມາ, ການຮັບເອົາພຣະນາມຂອງພຣະອົງ ກໍບໍ່ໄດ້ສຳເລັດລົງຕອນຮັບບັບຕິສະມາ. ເຮົາຕ້ອງພະຍາຍາມຮັບເອົາພຣະນາມຂອງພຣະອົງຢ່າງຕໍ່ເນື່ອງ ຕະຫລອດຊີວິດຂອງເຮົາ, ຮ່ວມທັງເມື່ອເຮົາຕໍ່ພັນທະສັນຍາຢູ່ທີ່ໂຕະສິນລະລຶກ ແລະ ເຮັດພັນທະສັນຍາຢູ່ໃນພຣະວິຫານສັກສິດຂອງພຣະຜູ້ເປັນເຈົ້າ.
ສະນັ້ນຄຳຖາມທີ່ສຳຄັນສອງຄຳສຳລັບເຮົາແຕ່ລະຄົນ ກໍກາຍເປັນ “ເຮົາຕ້ອງເຮັດຫຍັງເພື່ອຈະຮັບເອົາພຣະນາມຂອງພຣະອົງ?” ແລະ “ເຮົາຈະຮູ້ໄດ້ແນວໃດ ເມື່ອເຮົາກຳລັງມີຄວາມກ້າວໜ້າ?”
ຖ້ອຍຄຳຂອງປະທານແນວສັນ ແນະນຳຄຳຕອບຄຳໜຶ່ງທີ່ຈະຊ່ວຍໄດ້. ເພິ່ນໄດ້ເວົ້າວ່າ ເຮົາສາມາດຮັບເອົາພຣະນາມຂອງພຣະຜູ້ຊ່ວຍໃຫ້ລອດໄດ້ ແລະ ວ່າເຮົາສາມາດກ່າວແທນພຣະອົງໄດ້. ເມື່ອເຮົາກ່າວແທນພຣະອົງ, ເຮົາກໍຮັບໃຊ້ພຣະອົງ. “ເພາະແມ່ນໃຜຈະຮູ້ຈັກນາຍຜູ້ເຂົາບໍ່ເຄີຍຮັບໃຊ້ ແລະ ຊຶ່ງເປັນຄົນແປກໜ້າສຳລັບເຂົາ, ແລະ ຢູ່ໄກຈາກຄວາມນຶກຄິດ ແລະ ເຈດຕະນາຂອງໃຈເຂົາ?”8
ການກ່າວແທນພຣະອົງ ຮຽກຮ້ອງການອະທິຖານດ້ວຍສັດທາ. ມັນຕ້ອງໃຊ້ການອະທິຖານທີ່ແຮງກ້າຫາພຣະບິດາເທິງສະຫວັນ ເພື່ອຈະຮຽນຮູ້ຖ້ອຍຄຳ ທີ່ເຮົາຈະສາມາດໃຊ້ ເພື່ອຊ່ວຍເຫລືອພຣະຜູ້ຊ່ວຍໃຫ້ລອດ ໃນວຽກງານຂອງພຣະອົງ. ເຮົາຕ້ອງເໝາະສົມສຳລັບຄຳສັນຍາທີ່ວ່າ, ບໍ່ວ່າຈະເປັນໂດຍສຸລະສຽງຂອງພຣະອົງ ຫລື ໂດຍສຽງຂອງຜູ້ຮັບໃຊ້ຂອງພຣະອົງ, ມັນກໍເໝືອນກັນ.9
ແຕ່ມັນຮຽກຮ້ອງຫລາຍໄປກວ່າການກ່າວແທນພຣະອົງ ທີ່ຈະຮັບເອົາພຣະນາມຂອງພຣະອົງ. ເຮົາຕ້ອງມີຄວາມຮູ້ສຶກໃນໃຈເຮົາ ເພື່ອຈະເໝາະສົມເປັນຜູ້ຮັບໃຊ້ຂອງພຣະອົງ.
ສາດສະດາມໍມອນ ໄດ້ບັນຍາຍເຖິງຄວາມຮູ້ສຶກທີ່ຈະເຮັດໃຫ້ເຮົາເໝາະສົມ ແລະ ເຮັດໃຫ້ເຮົາສາມາດຮັບເອົາພຣະນາມຂອງພຣະອົງ. ຄວາມຮູ້ສຶກເຫລົ່ານັ້ນແມ່ນຮ່ວມດ້ວຍສັດທາ, ຄວາມຫວັງ, ແລະ ຄວາມໃຈບຸນ, ຊຶ່ງເປັນຄວາມຮັກອັນບໍລິສຸດຂອງພຣະຄຣິດ.
ມໍມອນໄດ້ອະທິບາຍວ່າ:
“ເພາະຂ້າພະເຈົ້າຕັດສິນວ່າ ທ່ານມີສັດທາໃນພຣະຄຣິດເພາະຄວາມອ່ອນໂຍນຂອງທ່ານ; ເພາະຖ້າຫາກທ່ານບໍ່ມີສັດທາໃນພຣະອົງແລ້ວ, ທ່ານກໍບໍ່ເໝາະສົມທີ່ຈະຖືກນັບເຂົ້າ ຢູ່ໃນບັນດາຜູ້ຄົນຂອງສາດສະໜາຈັກຂອງພຣະອົງ.
“ແລະ ອີກຢ່າງໜຶ່ງ, ພີ່ນ້ອງທີ່ຮັກຂອງຂ້າພະເຈົ້າ, ຂ້າພະເຈົ້າຂໍເວົ້າກັບທ່ານກ່ຽວກັບຄວາມຫວັງ. ທ່ານຈະບັນລຸເຖິງສັດທາໄດ້ແນວໃດ ຖ້າຫາກທ່ານບໍ່ມີຄວາມຫວັງ?
“ແລະ ແມ່ນອັນໃດທີ່ທ່ານຈະຫວັງ?” ຈົ່ງເບິ່ງ ຂ້າພະເຈົ້າກ່າວກັບທ່ານວ່າ ທ່ານຈະມີຄວາມຫວັງ ໂດຍທາງການຊົດໃຊ້ຂອງພຣະຄຣິດ ແລະ ໂດຍອຳນາດຂອງການຟື້ນຄືນພຣະຊົນ ຂອງພຣະອົງ, ເພື່ອຖືກຍົກຂຶ້ນສູ່ຊີວິດນິລັນດອນ, ແລະ ນີ້ເພາະສັດທາຂອງທ່ານ ທີ່ມີໃນພຣະອົງຕາມສັນຍາ.
“ດັ່ງນັ້ນ, ຖ້າຫາກຜູ້ໃດມີສັດທາກໍຈຳຕ້ອງມີຄວາມຫວັງ; ເພາະວ່າປາດສະຈາກສັດທາຈະມີຄວາມຫວັງບໍ່ໄດ້ເລີຍ.
“ແລະ ອີກຢ່າງໜຶ່ງ, ຈົ່ງເບິ່ງຂ້າພະເຈົ້າກ່າວກັບທ່ານວ່າ ມະນຸດຈະມີສັດທາ ແລະ ຄວາມຫວັງບໍ່ໄດ້, ນອກຈາກວ່າເຂົາຈະມີໃຈອ່ອນໂຍນ ແລະ ຕ່ຳຕ້ອຍ.
“ຖ້າຫາກເປັນເຊັ່ນນັ້ນ, ສັດທາ ແລະ ຄວາມຫວັງຂອງເຂົາກໍບໍ່ມີປະໂຫຍດ ເພາະວ່າຄົນເຊັ່ນນັ້ນຈະບໍ່ເປັນທີ່ຍອມຮັບຕໍ່ພຣະພັກຂອງພຣະເຈົ້າ ນອກຈາກຜູ້ທີ່ມີໃຈອ່ອນໂຍນ ແລະ ຕ່ຳຕ້ອຍ, ແລະ ຖ້າຫາກຜູ້ໃດມີໃຈອ່ອນໂຍນ ແລະ ຕ່ຳຕ້ອຍ, ແລະ ສາລະພາບໂດຍອຳນາດຂອງພຣະວິນຍານບໍລິສຸດວ່າພຣະເຢຊູຄື ພຣະຄຣິດ, ຜູ້ນັ້ນຕ້ອງມີຄວາມໃຈບຸນ, ເພາະຖ້າຫາກເຂົາບໍ່ມີຄວາມໃຈບຸນ ເຂົາກໍບໍ່ເປັນອັນໃດເລີຍ; ດັ່ງນັ້ນ ເຂົາຕ້ອງມີຄວາມໃຈບຸນ.”
ຫລັງຈາກໄດ້ບັນຍາຍເຖິງຄວາມໃຈບຸນແລ້ວ, ມໍມອນກ່າວຕໍ່ໄປວ່າ:
“ແຕ່ຄວາມໃຈບຸນຄືຄວາມຮັກອັນບໍລິສຸດຂອງພຣະຄຣິດ, ແລະ ມັນອົດທົນຕະຫລອດການ; ແລະ ຜູ້ໃດຖືກພົບວ່າມີມັນໃນວັນສຸດທ້າຍ, ຍ່ອມຈະເປັນການດີກັບຜູ້ນັ້ນ.
“ດັ່ງນັ້ນ, ພີ່ນ້ອງທີ່ຮັກຂອງຂ້າພະເຈົ້າ, ຈົ່ງອະທິຖານຫາພຣະບິດາດ້ວຍສຸດພະລັງແຫ່ງໃຈ, ເພື່ອທ່ານຈະເຕັມໄປດ້ວຍຄວາມຮັກນີ້, ຊຶ່ງພຣະອົງປະທານໃຫ້ທຸກຄົນ ຊຶ່ງເປັນຜູ້ຕິດຕາມທີ່ແທ້ຈິງຂອງພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ; ເພື່ອທ່ານຈະໄດ້ກາຍມາເປັນບຸດຂອງພຣະເຈົ້າ; ເມື່ອພຣະອົງສະເດັດມາ ເຮົາຈະເປັນເໝືອນດັ່ງພຣະອົງ, ເພາະວ່າເຮົາຈະເຫັນພຣະອົງຢ່າງທີ່ພຣະອົງເປັນຢູ່ນັ້ນ, ເພື່ອເຮົາຈະມີຄວາມຫວັງນີ້; ເພື່ອເຮົາຈະຖືກເຮັດໃຫ້ບໍລິສຸດຄືກັນກັບພຣະອົງທີ່ບໍລິສຸດ. ອາແມນ.”10
ປະຈັກພະຍານຂອງຂ້າພະເຈົ້າກໍຄື ພຣະຜູ້ຊ່ວຍໃຫ້ລອດກຳລັງວາງພຣະນາມ ຂອງພຣະອົງໄວ້ໃນຫົວໃຈຂອງທ່ານ. ສຳລັບທ່ານຫລາຍຄົນ, ສັດທາຂອງທ່ານທີ່ມີໃນພຣະອົງກໍກຳລັງເພີ່ມທະວີຂຶ້ນ. ທ່ານກຳລັງຮູ້ສຶກເຖິງຄວາມຫວັງ ແລະ ເບິ່ງໂລກໃນແງ່ດີຫລາຍຂຶ້ນ. ແລະ ທ່ານກຳລັງຮູ້ສຶກເຖິງຄວາມຮັກອັນບໍລິສຸດຂອງພຣະຄຣິດ ທີ່ມີໃຫ້ແກ່ຄົນອື່ນ ແລະ ແກ່ຕົວທ່ານເອງ.
ຂ້າພະເຈົ້າເຫັນຄວາມຮັກນັ້ນຢູ່ນຳຜູ້ສອນສາດສະໜາ ທີ່ຮັບໃຊ້ຢູ່ຕະຫລອດທົ່ວໂລກ. ຂ້າພະເຈົ້າເຫັນຄວາມຮັກນັ້ນ ໃນສະມາຊິກ ຜູ້ເວົ້າລົມກັບໝູ່ເພື່ອນ ແລະ ສະມາຊິກໃນຄອບຄົວ ກ່ຽວກັບສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ຊາຍ, ຍິງ, ຊາວໜຸ່ມ, ແລະ ແມ່ນແຕ່ເດັກນ້ອຍ ກໍກຳລັງປະຕິບັດສາດສະໜາກິດ ເພາະຄວາມຮັກທີ່ມີຕໍ່ພຣະຜູ້ຊ່ວຍໃຫ້ລອດ ແລະ ເພື່ອນບ້ານໃກ້ຄຽງ.
ທັນທີທີ່ໄດ້ຮັບຂ່າວລາຍງານເລື່ອງໄພພິບັດຕະຫລອດທົ່ວໂລກ, ສະມາຊິກກໍວາງແຜນ ທີ່ຈະອອກໄປຊ່ວຍກູ້ໄພ, ບາງເທື່ອຕ້ອງຂ້າມນ້ຳຂ້າມທະເລໄປ, ໂດຍທີ່ບໍ່ຖືກຮຽກຮ້ອງໃຫ້ໄປ. ບາງເທື່ອເຂົາເຈົ້າກໍງຸດງິດທີ່ຕ້ອງໄດ້ລໍຖ້າ ກ່ອນເຂດປະສົບໄພຈະສາມາດຮັບເຂົາເຈົ້າໄດ້.
ຂ້າພະເຈົ້າຮູ້ວ່າທ່ານບາງຄົນທີ່ຮັບຟັງຢູ່ໃນມື້ນີ້ ອາດຮູ້ສຶກວ່າ ສັດທາ ແລະ ຄວາມຫວັງຂອງທ່ານ ຜ່າຍແພ້ບັນຫາຂອງທ່ານໄປແລ້ວ. ແລະ ທ່ານອາດຢາກຮູ້ສຶກເຖິງຄວາມຮັກ.
ອ້າຍເອື້ອຍນ້ອງທັງຫລາຍ, ພຣະຜູ້ເປັນເຈົ້າໄດ້ວາງໂອກາດໄວ້ຢູ່ໃກ້ໆທ່ານ ເພື່ອໃຫ້ທ່ານໄດ້ຮູ້ສຶກ ແລະ ແບ່ງປັນຄວາມຮັກຂອງພຣະອົງ. ທ່ານສາມາດອະທິຖານດ້ວຍຄວາມໝັ້ນໃຈ ເພື່ອໃຫ້ພຣະຜູ້ເປັນເຈົ້ານຳພາທ່ານ ໃຫ້ຮັກບາງຄົນແທນພຣະອົງ. ພຣະອົງຕອບຄຳອະທິຖານຂອງຜູ້ອາສາສະໝັກທີ່ອ່ອນໂຍນດັ່ງທ່ານ. ທ່ານຈະຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າ ທີ່ມີຕໍ່ທ່ານ ແລະ ຕໍ່ຜູ້ຄົນທີ່ທ່ານຮັບໃຊ້ແທນພຣະອົງ. ເມື່ອທ່ານຊ່ວຍເຫລືອລູກໆຂອງພຣະເຈົ້າ ທີ່ມີບັນຫາ, ບັນຫາຂອງທ່ານເອງຈະເບິ່ງຄືວ່າເບົາໆລົງ. ສັດທາ ແລະ ຄວາມຫວັງຂອງທ່ານຈະເຂັ້ມແຂງຂຶ້ນ.
ຂ້າພະເຈົ້າເປັນພະຍານເຖິງຄວາມຈິງນັ້ນ. ຕະຫລອດຊີວິດ, ພັນລະຍາຂອງຂ້າພະເຈົ້າໄດ້ກ່າວແທນພຣະຜູ້ເປັນເຈົ້າ ແລະ ໄດ້ຮັບໃຊ້ຜູ້ຄົນແທນພຣະອົງ. ດັ່ງທີ່ຂ້າພະເຈົ້າໄດ້ກ່າວມາແລ້ວ, ເທື່ອໜຶ່ງ ອະທິການຄົນໜຶ່ງຂອງພວກຂ້າພະເຈົ້າ ໄດ້ເວົ້າກັບຂ້າພະເຈົ້າວ່າ, “ຂ້ອຍປະຫລາດໃຈຫລາຍ. ທຸກໆເທື່ອທີ່ຂ້ອຍໄດ້ຍິນວ່າມີຄົນໃນຫວອດມີບັນຫາ, ຂ້ອຍກໍຟ້າວໄປຊ່ວຍ. ແຕ່ເມື່ອຂ້ອຍໄປເຖິງ, ກໍເຫັນໄດ້ວ່າພັນລະຍາຂອງເຈົ້າໄດ້ໄປຊ່ວຍກ່ອນແລ້ວ.” ນັ້ນກໍເປັນຄວາມຈິງຢູ່ໃນທຸກໆບ່ອນ ທີ່ພວກຂ້າພະເຈົ້າໄດ້ອາໄສຢູ່ເປັນເວລາ 56 ປີ.
ບັດນີ້ ນາງສາມາດເວົ້າໄດ້ພຽງແຕ່ສາມສີ່ຄຳແຕ່ລະມື້. ມີຜູ້ຄົນທີ່ນາງໄດ້ຮັກແທນພຣະຜູ້ເປັນເຈົ້າມາຢ້ຽມຢາມນາງ. ທຸກໆຄືນ ແລະ ທຸກໆເຊົ້າ ຂ້າພະເຈົ້າຮ້ອງເພງສວດກັບນາງ ແລະ ພວກຂ້າພະເຈົ້າອະທິຖານ. ຂ້າພະເຈົ້າຕ້ອງເປັນຜູ້ອະທິຖານ ແລະ ຮ້ອງເພງອອກສຽງ. ບາງເທື່ອຂ້າພະເຈົ້າກໍເຫັນປາກນາງກ່າວເນື້ອເພງສວດ. ນາງມັກເພງຂອງເດັກນ້ອຍ. ຄວາມຮູ້ສຶກໃນໃຈທີ່ນາງເບິ່ງຄືວ່າມັກຫລາຍທີ່ສຸດແມ່ນສະຫລຸບໄດ້ໃນເນື້ອເພງ “ເຮົາພະຍາຍາມເປັນເໝືອນດັ່ງພຣະເຢຊູ.”11
ມື້ກ່ອນນັ້ນ, ຫລັງຈາກໄດ້ຮ້ອງເພງ: “ຈົ່ງຮັກກັນແລະກັນເໝືອນດັ່ງພຣະເຢຊູຮັກເຈົ້າ. ພະຍາຍາມສະແດງຄວາມເມດຕາໃນທຸກສິ່ງທີ່ເຈົ້າເຮັດ,” ນາງໄດ້ກ່າວຄ່ອຍໆ ແຕ່ແຈ່ມແຈ້ງວ່າ, “ພະຍາຍາມ, ພະຍາຍາມ, ພະຍາຍາມ.” ຂ້າພະເຈົ້າຄິດວ່ານາງຈະໄດ້ພົບເຫັນ, ເມື່ອນາງໄດ້ເຫັນພຣະອົງ, ວ່າພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ໄດ້ວາງພຣະນາມຂອງພຣະອົງໄວ້ໃນຫົວໃຈຂອງນາງ ແລະ ວ່ານາງໄດ້ກາຍເປັນເໝືອນດັ່ງພຣະອົງແລ້ວ. ພຣະອົງກຳລັງອຸ້ມນາງໃຫ້ຜ່ານຜ່າຄວາມຍາກລຳບາກຂອງນາງຢູ່ໃນເວລານີ້, ດັ່ງທີ່ພຣະອົງຈະອຸ້ມທ່ານຜ່ານຜ່າຄວາມຍາກລຳບາກຂອງທ່ານ.
ຂ້າພະເຈົ້າເປັນພະຍານວ່າ ພຣະຜູ້ຊ່ວຍໃຫ້ລອດຮູ້ຈັກ ແລະ ຮັກທ່ານ. ພຣະອົງຮູ້ຈັກຊື່ຂອງທ່ານ ດັ່ງທີ່ທ່ານຮູ້ຈັກພຣະນາມຂອງພຣະອົງ. ພຣະອົງຮູ້ເຖິງຄວາມລຳບາກຂອງທ່ານ. ພຣະອົງເຄີຍປະສົບກັບມັນມາແລ້ວ. ໂດຍການຊົດໃຊ້ຂອງພຣະອົງ, ພຣະອົງໄດ້ເອົາຊະນະໂລກແລ້ວ. ໂດຍຄວາມເຕັມໃຈຂອງທ່ານທີ່ຈະຮັບເອົາພຣະນາມຂອງພຣະອົງ, ທ່ານຈະຊ່ວຍແບກຫາບພາລະຂອງຫລາຍຄົນ ຈົນນັບບໍ່ຖ້ວນ. ແລະ ທ່ານຈະພົບເຫັນວ່າ ເມື່ອເວລາຜ່ານໄປ ທ່ານຈະຮູ້ຈັກພຣະຜູ້ຊ່ວຍໃຫ້ລອດຫລາຍຂຶ້ນ ແລະ ວ່າທ່ານຮັກພຣະອົງຫລາຍຂຶ້ນ. ພຣະນາມຂອງພຣະອົງຈະຄົງຢູ່ໃນຫົວໃຈຂອງທ່ານ ແລະ ຕິດຢູ່ໃນຄວາມຊົງຈຳຂອງທ່ານ. ເປັນພຣະນາມ ທີ່ທ່ານຈະຖືກເອີ້ນຕາມ. ຂ້າພະເຈົ້າເປັນພະຍານ, ດ້ວຍຄວາມກະຕັນຍູສຳລັບຄວາມຮັກທີ່ເມດຕາ ຂອງພຣະອົງທີ່ມີຕໍ່ຂ້າພະເຈົ້າ, ຕໍ່ຄົນທີ່ຂ້າພະເຈົ້າຮັກ, ແລະ ຕໍ່ທ່ານ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.