​2010–2019
ຄວາມ​ສຸກຂອງ​ການ​ຮັບ​ໃຊ້​ທີ່ບໍ່​ເຫັນ​ແກ່​ຕົວ
ເດືອນ​ຕຸລາ 2018


10:57

ຄວາມ​ສຸກຂອງ​ການ​ຮັບ​ໃຊ້​ທີ່ບໍ່​ເຫັນ​ແກ່​ຕົວ

ເຮົາ​​ໄດ້​ສັນ​ຍາ​ກັບ​ພຣະບິ​ດາ ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ວ່າ ເຮົາ​ຈະ​ຮັບ​ໃຊ້​ພຣະອົງ ແລະ ຄົນ​ອື່ນໆ ດ້ວຍ​ຄວາມ​ຮັກ ແລະ ເຮັດ​ຕາມ​ພຣະປະ​ສົງ​ຂອງ​ພຣະອົງ ໃນ​ທຸກ​ສິ່ງ.

ຫລັງ​ຈາກກອງ​ປະ​ຊຸມ​ເທື່ອ​ແລ້ວນີ້, ຫລາຍ​ຄົນ​ໄດ້​ເຂົ້າ​ມາ​ຫາ​ຂ້າ​ພະ​ເຈົ້າ ດ້ວຍ​ຄຳ​ຖາມຄື​ກັນ ທີ່​ວ່າ: “ຕັ່ງ​ເຫລົ່າ​ນັ້ນນັ່ງສະ​ບາຍ​ຢູ່​ບໍ?” ຂ້າ​ພະ​ເຈົ້າ​ກໍ​ໄດ້ຕອບ​ໃນ​ຄຳ​ດຽວ​ກັນ ທຸກ​ເທື່ອ​ວ່າ: “​ຕັ່ງ​ເຫລົ່າ​ນັ້ນກໍ​ນັ່ງ​ສະ​ບາຍ​ຢູ່ ຖ້າ​ຫາກ​ບໍ່​ໄດ້​ກ່າວ​ປາ​ໄສ.” ແມ່ນ​ບໍ, ທ່ານ​ວ່າ? ​ຕັ່ງ​ຂອງຂ້າ​ພະ​ເຈົ້າ​ຍັງບໍ່​ສະ​ບາຍ​ປານ​ໃດ​ເທື່ອນີ້, ແຕ່​ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ ສຳ​ລັບ​ພອນ ແລະ ໄດ້​ຮັບ​ກຽດ​ໃຫ້​ມາ​ກ່າວ​ກັບ​ທ່ານ ໃນ​ຄ່ຳ​ຄືນນີ້.

ບາງ​ເທື່ອ ຂະ​ນະ​ທີ່​ເຮົາ​ຮັບ​ໃຊ້, ເຮົາ​ອາດ​ໄດ້​ນັ່ງ​​​ຕັ່ງທີ່​ແຕກ​ຕ່າງ​ກັນ. ​​ຕັ່ງບາງ​​ໜ່ວຍກໍ​​ນັ່ງສະ​ບາຍ ແລະ ບາງ​ໜ່ວຍກໍ​​ນັ່ງບໍ່​ສະ​ບາຍ, ແຕ່​ເຮົາ​ໄດ້​ສັນ​ຍາ​ກັບ​ພຣະບິ​ດາ ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ວ່າ ເຮົາ​ຈະ​ຮັບ​ໃຊ້​ພຣະອົງ ແລະ ຄົນ​ອື່ນໆ ແລະ ເຮັດ​ຕາມ​ພຣະປະ​ສົງ​ຂອງ​ພຣະອົງ ​ໃນ​ທຸກ​ສິ່ງ.

ເມື່ອ​ສອງ​ສາມ​ປີ​ກ່ອນ, ຊາວ​ໜຸ່ມ​ໃນ​ສາດ​ສະ​ໜາ​ຈັກ ໄດ້​ຮຽນ​ຮູ້​ວ່າ “ເມື່ອ​​ທ່ານເລີ່ມ​ຕົ້ນ​ໃນ​ການ​ຮັບ​ໃຊ້​ພຣະເຈົ້າ [ເບິ່ງ Doctrine and Covenants 4:2], ທ່ານໄດ້​ເຂົ້າ​ຮ່ວມ​ການ​ເດີນ​ທາງ ທີ່ຍິ່ງ​ໃຫຍ່​ທີ່​ສຸດ. ທ່ານ​ໄດ້​ຊ່ວຍ​ພຣະເຈົ້າ ເລັ່ງ​ວຽກ​ງານ​ຂອງ​ພຣະອົງ, ແລະ ມັນ​ກໍ​ເປັນ​ປະ​ສົບ​ການ​ທີ່​ດີ​ເລີດ, ມີ​ຄວາມ​ສຸກ, ແລະ ໜ້າ​ອັດ​ສະ​ຈັນ​.”1 ມັນ​ເປັນ​ການ​ເດີນ​ທາງ​ທີ່​​ມີ​ໄວ້​ໃຫ້ທຸກ​ຄົນ—ໃນ​ທຸກ​ໄວ—ແລະ ມັນ​ກໍ​ເປັນ​ການ​ເດີນ​ທາງ​ທີ່​​ພາ​ເຮົາ​ໄປ​ໃນ​ເສັ້ນ​ທາງ​ທີ່​ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ​ໄດ້​ກ່າວ ວ່າ​ເປັນ “ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.”2

ແຕ່​ໜ້າ​ເສຍ​ດາຍ, ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ໂລກ​ທີ່​ເຫັນ​ແກ່​ຕົວ ​ທີ່​ຜູ້​ຄົນ​ມັກ​ຖາມ​ວ່າ, “ຂ້ອຍ​ຊິ​ໄດ້​ຫຍັງ?” ແທນ​ທີ່​ຈະ​ຖາມ​ວ່າ, “ຂ້ອຍ​ຈະ​ຊ່ວຍ​ໃຜ​ໄດ້​ແດ່ ມື້ນີ້?” ຫລື “ເຮົາ​ຈະ​ຮັບ​ໃຊ້​ພຣະຜູ້​ເປັນ​ເຈົ້າ​ໄດ້​ດີກວ່າ​ເກົ່າ ໃນ​ການ​ເອີ້ນ​ຂອງ​ເຮົາ​ໄດ້​ແນວ​ໃດ?” ຫລື “ເຮົາ​ໄດ້​ເຮັດ​ທຸກ​ສິ່ງ ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້ ເພື່ອ​ພຣະຜູ້​ເປັນ​ເຈົ້າ​ແລ້ວ​ບໍ?”

ຊິດ​ສະ​ເຕີ ແລະ ບ​ຣາ​ເດີ ແອນ​ໂທ​ນີ​ຕີ
ວິກ​ທໍ​ເຣຍ ແອນ​ໂທ​ນີ​ຕີ

ຕົວ​ຢ່າງ​ທີ່​ຍິ່ງ​ໃຫຍ່​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ ເຖິງ​ການ​ຮັບ​ໃຊ້​ທີ່ບໍ່​ເຫັນ​ແກ່​ຕົວ ຄື ຊິດ​ສະ​ເຕີ ວິກ​ທໍ​ເຣຍ ແອນ​ໂທ​ນີ​ຕີ. ວິກ​ທໍ​ເຣຍ ເປັນ​ຄູ​ສອນ​ໃນ​ຊັ້ນ​ປະ​ຖົມ​ໄວ ຢູ່​ໃນ​ສາ​ຂາ​ຂອງ​ຂ້າ​ພະ​ເຈົ້າ ຕອນ​ຂ້າ​ພະ​ເຈົ້າ​ເຕີບ​ໃຫຍ່​ຂຶ້ນ​ຢູ່​ປະ​ເທດ ອາກ​ຊັງ​ຕິນ. ທຸກ​ຕອນ​ບ່າຍ​ຂອງ​ວັນ​ອັງ​ຄານ, ຕອນ​ພວກ​ເຮົາ​ໄປຫ້ອງ​ປະ​ຖົມ​ໄວ, ລາວ​ໄດ້​ເອົາ​ເຂົ້າ​ໜົມ​ເຄັກ ໂຊ​ໂກ​ລ້າ ມາ​ນຳ. ທຸກ​ຄົນ​ກໍ​ມັກ​ເຂົ້າ​ໜົມ​ເຄັກ​ຂະ​ໜາດ—ທຸກ​ຄົນ, ນອກ​ຈາກ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ບໍ່​ມັກເຂົ້າ​ໜົມ​ເຄັກ ໂຊ​ໂກ​ລ້າ! ແລະ ເຖິງ​ແມ່ນ​ວ່າ ລາວ​ໄດ້​ແບ່ງ​ປັນມັນ​ໃຫ້​ຂ້າ​ພະ​ເຈົ້າ​, ແຕ່​ຂ້າ​ພະ​ເຈົ້າ​ກໍ​ໄດ້​ປະ​ຕິ​ເສດ.

ມື້​ໜຶ່ງ ຫລັງ​ຈາກ​ລາວ​ໄດ້​ແບ່ງ​​ປັນມັນ​ໃຫ້​ຂ້າ​ພະ​ເຈົ້າ​ກັບ​ເດັກ​ນ້ອຍ​ຄົນ​ອື່ນໆ, ຂ້າ​ພະ​ເຈົ້າ​ໄດ້​ຖາມ​ລາວ​ວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງບໍ່​ເຮັດ​ເຂົ້າ​ໜົມ​ເຄັກ​ຊະ​ນິດ​ອື່ນ​ແດ່—ເຊັ່ນ ຊະ​ນິດ​ໝາກ​ກ້ຽງ ຫລື ວາ​ນິ​ລາ?”

ຫລັງ​ຈາກ​ລາວຫົວ​ບຶດ​ໜຶ່ງ, ລາວ​ໄດ້​ຖາມ​ຂ້າ​ພະ​ເຈົ້າ​ວ່າ, “ເປັນ​ຫຍັງ ເຈົ້າ ຈຶ່ງບໍ່​ລອງ​ກິນ​ຈັກປ່ຽງ​ແດ່? ເຂົ້າ​ໜົມ​ເຄັກ​ກ້ອນນີ້ ເຮັດ​ດ້ວຍ​ສ່ວນ​ປະ​ສົມ​ພິ​ເສດ, ແລະ ຂ້ອຍ​ສັນ​ຍາ​ວ່າ ຖ້າ​ຫາກ​ເຈົ້າ​ລອງ​ເບິ່ງ, ເຈົ້າ​ຊິ​ມັກ​ມັນ​ຂະ​ໜາດ!”

ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ເບິ່ງ​ອ້ອມ​ຮອບ, ແລະ ດ້ວຍ​ຄວາມ​ປະ​ຫລາດ​ໃຈ, ທຸກ​ຄົນ​ເບິ່ງ​ຄື​ວ່າ ກິນ​ຢ່າງ​ແຊບ​ຊ້ອຍ. ຂ້າ​ພະ​ເຈົ້າ​ກໍ​ໄດ້​ຕັດ​ສິນ​ໃຈ​ລອງ​ກິນ. ທ່ານ​ເດົາ​ໄດ້​ບໍວ່າ ມີ​ຫຍັງ​ເກີດ​ຂຶ້ນ? ຂ້າ​ພະ​ເຈົ້າ​ມັກ​ມັນ​ອີ່​ຫລີ! ນັ້ນ​ຄື​ເທື່ອ​ທຳ​ອິດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກິນ​ເຂົ້າ​ໜົມ​ເຄັກ ​ໂຊ​ໂກ​ລ້າ ທີ່​ແຊບ​ອີ່​ຫລີ.

ຈົນ​ວ່າ​ຫລາຍ​ປີ​ຈາກ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງຮູ້​ຈັກ​ສ່ວນ​ປະ​ສົມ​ລັບ ທີ່​ຢູ່​ໃນ​ເຂົ້າ​ໜົມ​ເຄັກ ໂຊ​ໂກ​ລ້າ ຂອງ​ຊິດ​ສະ​ເຕີ ອານ​ໂທ​ນີ​ຕີ. ລູກໆ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ ໄດ້​ໄປ​ຢ້ຽມ​ຢາມ​ແມ່​ຂອງ​ຂ້າ​ພະ​ເຈົ້າ ທຸກ​ອາ​ທິດ. ໃນ​ວັນ​ໜຶ່ງທີ່​ໄປ​ຢ້ຽມ​ຢາມ​, ແມ່ ແລະ ຂ້າ​ພະ​ເຈົ້າ ໄດ້​ກິນ​ເຂົ້າ​ໜົມ​ເຄັກ ໂຊ​ໂກ​ລ້າ ນຳ​ກັນ ຢ່າງ​ແຊບ​ຊ້ອຍ, ແລະ ຂ້າ​ພະ​ເຈົ້າ​ໄດ້​ເລົ່າ​ໃຫ້​ເພິ່ນ​ຟັງ ຕອນ​ຂ້າ​ພະ​ເຈົ້າ​ໄດ້​ລອງກິນ​ເຂົ້າ​ໜົມ​ເຄັກ ໂຊ​ໂກ​ລ້າ ເປັນ​ເທື່ອ​ທຳ​ອິດ. ແລ້ວ ເພິ່ນ​ກໍ​ໄດ້​ເລົ່າ​ພາກ​ສ່ວນ​ທີ່​ເຫລືອ​ຢູ່​ທັງ​ໝົດ ໃຫ້​ຂ້າ​ພະ​ເຈົ້າ​ຟັງ.

“ມັນ​ເປັນ​ຈັ່ງ​ຊີ້, ຄຣິສ,” ແມ່​ເວົ້າ, “ວິກ​ທໍ​ເຣຍ ກັບ​ຄອບ​ຄົວ​ຂອງ​ລາວ ບໍ່​ມີ​ເງິນ​ຫລາຍ, ແລະ ທຸກ​ອາ​ທິດ ລາວ​ຕ້ອງ​ເລືອກ​ລະ​ຫວ່າງ ການ​ຈ່າຍ​ຄ່າ​ລົດ​ເມ ເພື່ອ​ພາ​ລູກ​ສີ່​ຄົນ ກັບ​ຕົວ​ລາວ​ເອງ ໄປ​ຊັ້ນ​ປະ​ຖົມ​ໄວ ຫລື ເລືອກ​ຊື້​ສ່ວນ​ປະ​ສົມ​ເຮັດ​ເຂົ້າ​ໜົມ​ເຄັກ ໂຊ​ໂກ​ລ້າ ໃຫ້​ຫ້ອງປະ​ຖົມ​ໄວຂອງ​ລາວ. ລາວ​ໄດ້​ເລືອກ​ເອົາເຂົ້າ​ໜົມ​ເຄັກ ໂຊ​ໂກ​ລ້າ ແທນ​ລົດ​ເມ, ແລະ ໄດ້ພາ​ກັນ​ຍ່າງຫລາຍກວ່າ​ສອງ​ໄມ [3 ກິ​ໂລ​ແມັດ], ແຕ່​ລະ​ທາງ, ບໍ່​ວ່າ​ອາ​ກາດ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ.”

ໃນ​ມື້ນັ້ນ ຂ້າ​ພະ​ເຈົ້າ​ຮູ້​ຈັກ​ບຸນ​ຄຸນ​ຫລາຍ​ສຳ​ລັບ​ເຂົ້າ​ໜົມ​ເຄັກ ໂຊ​ໂກ​ລ້າ ຂອງ​ລາວ. ຍິ່ງ​ໄປ​ກວ່ານັ້ນ, ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ສ່ວນ​ປະ​ສົມ​ພິ​ເສດ​ໃນ​ເຂົ້າ​ໜົມ​ເຄັກ​ຂອງ ປ້າ ວິກ​ທໍ​ເຣຍ ແມ່ນ​ຄວາມ​ຮັກ ທີ່​ລາວມີ​ສຳ​ລັບ​ຜູ້​ທີ່​ລາວ​ໄດ້​ຮັບ​ໃຊ້ ແລະ ສຳ​ລັບ​ການ​ເສຍ​ສະ​ລະ​ທີ່ບໍ່​ເຫັນ​ແກ່​ຕົວ ເພື່ອ​ພວກ​ເຮົາ.

ເມື່ອ​ຫວນ​ຄິດ​ເຖິງ​ເຂົ້າ​ໜົມ​ເຄັກ​ຂອງ​ປ້າ ວິກ​ທໍ​ເຣຍ ມັນ​ໄດ້​ຊ່ວຍ​ຂ້າ​ພະ​ເຈົ້າ​ໃຫ້​ຈື່​ຈຳ ການ​ເສຍ​ສະ​ລະ​ທີ່ບໍ່​ເຫັນ​ແກ່​ຕົວ ໃນ​ບົດ​ຮຽນ​ທີ່ບໍ່​ມີ​ຂອບ​ເຂດ ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ສອນ​ພວກ​ສາ​ວົກຂອງ​ພຣະອົງ ໃນ​ຂະ​ນະ​ທີ່​ພຣະອົງ​ໄດ້​ເດີນ​ໄປ​ຫາບ່ອນ​ຖວາຍ​ເງິນ​ຢູ່​ທີ່​ພຣະວິ​ຫານ. ທ່ານ​ຮູ້​ວ່າ ເລື່ອງ​ລາວ​ມັນ​ເປັນ​ຈັ່ງ​ໃດ. ແອວ​ເດີ ເຈມສ໌ ອີ ທາ​ເມດ ໄດ້​ສອນ​ວ່າ ມັນ​ມີ​ຫີບ​ຢູ່ 13 ໜ່ວຍ, “ແລະ ຜູ້​ຄົນ​ໄດ້ປ່ອນເງິນ​ບໍ​ລິ​ຈາກ​ໃສ່​ໃນ​ຫີບ [ເຫລົ່າ​ນັ້ນ] ທີ່​ມີ​ຈຸດ​ປະ​ສົງ​ແຕກ​ຕ່າງ​ກັນ ຕາມ​ຂໍ້​ຄວາມ​ທີ່​ມີຂຽນ​ໄວ້​ຢູ່​ເທິງ​ຫີບ.” ພຣະເຢ​ຊູ​ໄດ້​ເບິ່ງ​ຜູ້​ຄົນ​ລຽນ​ແຖວ​ບໍ​ລິ​ຈາກ, ຊຶ່ງ​ມີ​ຖາ​ນະ​ທີ່​ແຕກ​ຕ່າງ​ກັນ. ບາງ​ຄົນ​ກໍ​ບໍ​ລິ​ຈາກດ້ວຍ “ຈຸດ​ປະ​ສົງ​ທີ່​ຈິງ​ໃຈ” ຂະ​ນະ​ທີ່​ບາງ​ຄົນ​ໄດ້​ປ່ອນ “ຫລຽນ​ເງິນ ແລະ ຫລຽນ​ຄຳ ຢ່າງ​ຫລວງຫລາຍ,” ລົງ​ໃນຫີບ ຫວັງ​ໃຫ້​ຄົນ​ອື່ນ​ເຫັນ, ສັງ​ເກດ​ເບິ່ງ, ແລະ ສັນ​ລະ​ເສີນ​ຕົນ.

“ໃນ​ທ່າມ​ກາງ​ຜູ້​ບໍ​ລິ​ຈາກ ກໍ​ມີ​ແມ່​ໝ້າຍ​ຄົນ​ໜຶ່ງ, ຜູ້ … ໄດ້​ເອົາ​ຫລຽນທອງ​ແດງ​ສອງ​ຫລຽນ ທີ່​ມີ​ຄ່າ​ໜ້ອຍ​ທີ່​ສຸດ ມາ​ປ່ອນ​ລົງ​ໃນ​ຫີບ​ຖວາຍ​ເໝືອນ​ກັນ, ຊຶ່ງ​ຈຳ​ນວນ​ເງິນ​ຂອງ​ນາງ ແມ່ນ​ມີ​ຄ່າ​ໜ້ອຍກວ່າ​ເຄິ່ງ​ເຊັນ ຂອງ​ເງິນ​ສະ​ຫະ​ລັດ. ພຣະຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ພວກ​ສາ​ວົກ​ຂອງ​ພຣະອົງ​ມາ​ຫາ​ຕົນ, ໃຫ້​ເຂົາ​ເຈົ້າ​ເບິ່ງ​ແມ່​ໝ້າຍ​ທີ່​ຍາກ​ຈົນ, ແລະ ກ່າວວ່າ: ‘ເຮົາ​ບອກ​ພວກ​ເຈົ້າ​ຕາມ​ຈິງວ່າ, ແມ່​ໝ້າຍ​ຍາກ​ຈົນ​ຄົນ​ນີ້ ໄດ້​ປ່ອນ​ເງິນ​ລົງ​ໃນ​ຫີບ​ຖວາຍ ຫລາຍກວ່າ​ຄົນ​ອື່ນທັງ​ໝົດ​ທີ່​ປ່ອນ​ໃສ່​ນັ້ນ: ເພາະ​ຄົນ​ອື່ນນັ້ນ​ໄດ້​ເອົາ​ເງິນ​ທີ່​ເຂົາ​ເຫລືອ​ໃຊ້​ມາ​ປ່ອນ​ລົງ, ແຕ່​ສ່ວນ​ຍິງ​ຜູ້ນີ້​ຍາກ​ຈົນ​ທີ່​ສຸດ ກໍ​ຍັງ​ເອົາ​ເງິນ​ທີ່​ຕົນ​ມີ​ຢູ່​ສຳ​ລັບ​ລ້ຽງ​ຊີ​ວິດ​ຂອງ​ຕົນ ມາ​ປ່ອນ​ລົງ​ຈົນ​ໝົດ’ [ມາ​​ຣະ​ໂກ 12:43–44].”3

ເງິນຫລຽນຂອງແມ່ໝ້າຍ

ແມ່​ໝ້າຍ​ເບິ່ງ​ຄື​ວ່າບໍ່​ມີ​ຖາ​ນະ​ແນວ​ໃດ​ຢູ່​ໃນ​ສັງ​ຄົມ ໃນ​ເວ​ລານັ້ນ. ຕາມ​ຈິງ​ແລ້ວ ນາງ​ມີ​ບາງ​ສິ່ງ​ທີ່​ສຳ​ຄັນ​ກວ່າ ນັ້ນ​ຄື: ຄວາມ​ເຈດ​ຕະ​ນາ​ອັນ​ບໍ​ລິ​ສຸດ​ຂອງ​ນາງ, ແລະ ນາງ​ໄດ້​ມອບ​ໃຫ້ທັງ​ໝົດ​ທີ່​ນາງ​ມີ. ບາງ​ທີ ນາງອາດ​ໄດ້​ມອບ​ໃຫ້​ໜ້ອຍ​ກວ່າ​ຄົນ​ອື່ນ, ມິດ​ງຽບ​ກວ່າ​ຄົນ​ອື່ນ, ແຕກ​ຕ່າງກວ່າ​ຄົນ​ອື່ນ. ໃນ​ສາຍ​ຕາ​ຂອງ​ຄົນ​ອື່ນ, ສິ່ງ​ທີ່​ນາງມອບ​ໃຫ້ ແມ່ນບໍ່​ສຳ​ຄັນ, ແຕ່​ໃນ​ສາຍ​ພຣະເນດ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ແລ້ວ ແມ່ນ, “ການ​ຫລິງ​ເຫັນ​ຄວາມ​ຄິດ ແລະ ຄວາມ​ເຈດ​ຕະ​ນາ​ຂອງ​ໃຈ,”4 ນາງ​ໄດ້​ມອບ​ໃຫ້​ທັງ​ໝົດ​ທີ່​ນາງ​ມີ.

ເອື້ອຍ​ນ້ອງ​ທັງ​ຫລາຍ, ເຮົາ​ໄດ້​ມອບ​ທຸກ​ສິ່ງທັງ​ໝົດ​ໃຫ້​ແກ່​ພຣະຜູ້​ເປັນ​ເຈົ້າແລ້ວ​ບໍ? ເຮົາ​ໄດ້​ເສຍ​ສະ​ລະ​ເວ​ລາ ແລະ ພອນ​ສະ​ຫວັນ​ຂອງ​ເຮົາ ເພື່ອ​ວ່າ​ຄົນ​ລຸ້ນ​ໃໝ່​ຈະ​ໄດ້​ຮຽນ​ຮູ້​ທີ່​ຈະ​ຮັກ​ພຣະຜູ້​ເປັນ​ເຈົ້າ ແລະ ຮັກ​ສາ​ພຣະບັນ​ຍັດ​ຂອງ​ພຣະອົງແລ້ວ​ບໍ? ເຮົາ​ໄດ້ປະ​ຕິ​ບັດ​ຕໍ່​ຄົນ​ທີ່​ຢູ່​ອ້ອມ​ຮອບ​ເຮົາ ແລະ ຄົນ​ທີ່​ເຮົາ​ຖືກມອບ​ໝາຍ​ ດ້ວຍ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ ແລະ ດ້ວຍ​ຄວາມ​ພາກ​ພຽນ​ແລ້ວ​ບໍ—ດ້ວຍການ​ເສຍ​ສະ​ລະ​ເວ​ລາ ແລະ ເຫື່ອ​ແຮງ ທີ່​ສາ​ມາດ​ໃຊ້​ໃນ​ທາງ​ອື່ນແລ້ວ​ບໍ? ເຮົາ​ດຳ​ລົງ​ຊີ​ວິດ​ຕາມພຣະບັນ​ຍັດ​ຂໍ້​ໃຫຍ່​ສອງ​ປະ​ການ​ບໍ—ທີ່​ຈະ​ຮັກ​ພຣະເຈົ້າ ແລະ ຮັກ​ລູກໆ​ຂອງ​ພຣະອົງ?5 ສ່ວນ​ຫລາຍ​ແລ້ວ ຄວາມ​ຮັກ​ນັ້ນ ຖືກສະ​ແດງ​ໃຫ້​ປະ​ຈັກ ໃນ​ການ​ຮັບ​ໃຊ້.

ປະ​ທານ ດາ​ລິນ ເອັຈ ໂອກ​ສ໌ ໄດ້​ສອນ​ວ່າ: “ພຣະຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ໄດ້​ສະ​ລະ​ຕົວ​ເອງ ໃນ​ການ​ຮັບ​ໃຊ້​ທີ່ບໍ່​ເຫັນ​ແກ່​ຕົວ. ເພິ່ນ​ໄດ້​ສອນ​ວ່າ ເຮົາ​ແຕ່​ລະ​ຄົນ ຄວນ​ເຮັດ​ຕາມ​ພຣະອົງ ໂດຍ​ການບໍ່​ຄິດ​ກ່ຽວ​ກັບ​ຕົວ​ເອງ ເພື່ອ​ຈະ​ໄດ້​ຮັບ​ໃຊ້​ຄົນ​ອື່ນ.”

ເພິ່ນໄດ້ກ່າວຕໍ່ໄປວ່າ:

“ຕົວ​ຢ່າງ​ທີ່​ຄ້າຍ​ຄື​ກັນ​ຂອງ​ການບໍ່​ຄິດ​ກ່ຽວ​ກັບ​ຕົວ​ເອງ ໃນ​ການ​ຮັບ​ໃຊ້​ຄົນ​ອື່ນ … ຄື​ການ​ເສຍ​ສະ​ລະ​ຂອງ​ພໍ່​ແມ່ ເພື່ອ​ລູກໆ​ຂອງ​ຕົນ. ແມ່​ໄດ້​ທົນ​ກັບ​ຄວາມ​ເຈັບ​ປວດ ແລະ ສະ​ລະຄວາມ​ສົນ​ໃຈ​ສ່ວນ​ຕົວ ເພື່ອລ້ຽງ​ດູ​ລູກ​ເຕົ້າ. ພໍ່​ກໍ​ປັບ​ຊີ​ວິດ ແລະ ຄວາມ​ສົນ​ໃຈ​ສ່ວນ​ຕົວ​ຂອງ​ຕົນ ເພື່ອ​ຫາ​ລ້ຽງ​ຄອບ​ຄົວ. …

“… ເຮົາ​ກໍປິ​ຕິ​ຍິນ​ດີ​ກັບ​ຜູ້​ທີ່​ດູ​ແລ​ຄົນ​ເສຍ​ອົງ​ຄະໃນ​ຄອບ​ຄົວ ແລະ ພໍ່​ແມ່​ທີ່​ເຖົ້າ​ແກ່ຂອງ​ຕົນ. ບໍ່​ມີ​ຄົນ​ໃດ​ຖາມ​ວ່າ, ຂ້ອຍ​ຊິ​ໄດ້​ຫຍັງ? ທັງ​ໝົດ​ຮຽກ​ຮ້ອງ​ໃຫ້​ລືມຄວາມ​ສະ​ດວກສະບາຍສ່ວນ​ຕົວ ໃນ​ການ​ຮັບ​ໃຊ້​ທີ່ບໍ່​ເຫັນ​ແກ່​ຕົວ. …

“[ແລະ] ທັງ​ໝົດ​ນີ້ ສະ​ແດງ​ໃຫ້​ເຫັນ​ຫລັກ​ທຳ​ນິ​ລັນ​ດອນ ວ່າ​ເຮົາ​ມີ​ຄວາມ​ສຸກຫລາຍກວ່າ ແລະ ອີ່ມ​ເອີບ​ຫລາຍກວ່າ ເມື່ອ​ເຮົາ​ປະ​ຕິ​ບັດ ແລະ ຮັບ​ໃຊ້ ​ເປັນ​ການມອບ​ໃຫ້, ບໍ່​ແມ່ນ​ເພື່ອ​ສິ່ງ​ທີ່​ເຮົາ​ຈະ​ໄດ້​ຮັບ.

“ພຣະຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ສອນ​ເຮົາ​ໃຫ້​ເຮັດ​ຕາມ​ພຣະອົງ ໂດຍ​ການ​ເສຍ​ສະ​ລະ​ຖ້າ​ຈຳ​ເປັນ ທີ່​ຈະ​ບໍ່​ຄິດ​ກ່ຽວ​ກັບ​ຕົວ​ເອງ ໃນ​ການ​ຮັບ​ໃຊ້​ຄົນ​ອື່ນ​ຢ່າງບໍ່​ເຫັນ​ແກ່​ຕົວ.”6

ປະ​ທານທອມ​ມັສ ແອັສ ມອນ​ສັນ ກໍ​ໄດ້​ສອນ​ຄືກັນ​ວ່າ “ບາງ​ທີ​ເມື່ອ​ເຮົາ​ໄປ​ຢູ່​ຊ້ອງ​ພຣະພັກ​ຂອງ​ພຣະຜູ້​ສ້າງ, ເຮົາ​ຈະ​ບໍ່​ໄດ້​ຖືກ​ຖາມ​ວ່າ, ‘​ເຈົ້າ​ມີ​ຈັກ​ຕຳ​ແໜ່ງ?’ ແຕ່ເປັນ, ‘ເຈົ້າ​ໄດ້​ຊ່ວຍ​ເຫລືອ​ຈັກ​ຄົນ?’ ໃນ​ຄວາມ​ເປັນ​ຈິງ, ທ່ານ​ຈະ​ບໍ່​ຮັກ​ພຣະຜູ້​ເປັນ​ເຈົ້າ ຈົນ​ກວ່າ​ທ່ານໄດ້ຮັບ​ໃຊ້​ພຣະອົງ ໂດຍ​ການ​ຮັບ​ໃຊ້​ຜູ້​ຄົນ​ຂອງ​ພຣະອົງ.”7

ໃນ​ອີກ​ຄຳ​ໜຶ່ງ, ເອື້ອຍ​ນ້ອງ​ທັງ​ຫລາຍ, ມັນ​ບໍ່​ສຳ​ຄັນ​ເລີຍ ວ່າເຮົາ​ໄດ້​ນັ່ງ​ຢູ່​ຕັ່ງ​ທີ່​ສະ​ບາຍ ຫລື ​ເຮົາ​ພະ​ຍາ​ຍາມ​ອົດນັ່ງ​ຢູ່​ຕັ່ງ​ເຫລັກ​ ທີ່​ເຂົ້າ​ຂີ້​ໝ້ຽງ​ ຢູ່​ທ້າຍ​ຫ້ອງ. ມັນ​ບໍ່​ສຳ​ຄັນ​ເລີຍ ແມ່ນ​ແຕ່​ເຮົາ​ຈະກ້າວ​ອອກ​ຈາກ​ຫ້ອງ​ໄປ ເພື່ອ​ເວົ້າ​ອອຍ​ແອ​ນ້ອຍ​ທີ່​ຮ້ອງ​ໄຫ້​ຢູ່, ຖ້າ​ຈຳ​ເປັນ. ສິ່ງ​ທີ່​ສຳ​ຄັນ​ແມ່ນ​ວ່າ ເຮົາ​ມາ​ດ້ວຍ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ຮັບ​ໃຊ້, ວ່າ​ເຮົາສັງ​ເກດ​ເຫັນ​ຜູ້​ຄົນ​ທີ່​ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ທັກ​ທາຍ​ເຂົາ​ເຈົ້າ​ດ້ວຍ​ຄວາມ​ຊື່ນ​ຊົມ, ແລະ ວ່າ​ເຮົາ​ໄດ້​ແນະ​ນຳ​ຕົວ​ເອງ​ກັບຜູ້​ຄົນ​ທີ່​ນັ່ງ​ຢູ່​ໃນ​ແຖວ​ດຽວ​ກັບ​ເຮົາ—​ເອື້ອມ​ອອກ​ໄປ​ດ້ວຍ​ມິດ​ຕະ​​ພາບ ເຖິງ​ແມ່ນ​ວ່າ ເຮົາ ບໍ່​ໄດ້ ຖືກມອບ​ໝາຍ​ໃຫ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ເຂົາ​ເຈົ້າ​ກໍ​ຕາມ. ແລະ ມັນ​ສຳ​ຄັນ​ຫລາຍ​ທີ່​ເຮົາ​ທຸກ​ຄົນ ເຮັດ​ດ້ວຍ​ສ່ວນ​ປະສົມ​ພິ​ເສດ​ຂອງ​ການ​ຮັບ​ໃຊ້ ດ້ວຍ​ຄວາມ​ຮັກ ແລະ ດ້ວຍ​ການ​ເສຍ​ສະ​ລະ.

ຂ້າ​ພະ​ເຈົ້າ​ມາ​ຮູ້​ຈັກ​ວ່າ ເຮົາ​ບໍ່​ຕ້ອງ​ເຮັດ​ເຂົ້າ​ໜົມ​ເຄັກ ໂຊ​ໂກ​ລ້າ ເພື່ອ​ໃຫ້​ບັນ​ລຸ​ຄວາມ​ສຳ​ເລັດ ຫລື ເພື່ອ​ເປັນ​ຄູ​ສອນ​ຫ້ອງ​ຮຽນ​ປະ​ຖົມ​ໄວ ທີ່​ອຸ​ທິດ​ຕົນ, ເພາະ​ມັນ​ບໍ່​ກ່ຽວ​ຂ້ອງ​ກັບ​ເຂົ້າ​ໜົມ​ເຄັກ​ເລີຍ. ມັນເປັນຄວາມ​ຮັກ​ທີ່​ຢູ່​ເບື້ອງ​ຫລັງ​ຂອງ​ການ​ກະ​ທຳ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຄວາມ​ຮັກ​ຖືກ​ເຮັດ​ໃຫ້​ສັກ​ສິດ​ຜ່ານ​ທາງ​ການ​ເສຍ​ສະ​ລະ—ການ​ເສຍ​ສະ​ລະ​ຂອງ​ຄູ​ສອນ ແລະ ຍິ່ງ​ໄປ​ກວ່ານັ້ນ ຜ່ານ​ທາງ​ການເສຍ​ສະ​ລະ​ອັນ​ບໍ່​ມີ​ຂອບ​ເຂດ ແລະ ນິ​ລັນ​ດອນ​ຂອງ​ພຣະບຸດ​ຂອງ​ພຣະເຈົ້າ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະອົງ​ຊົງ​ພຣະຊົນ​ຢູ່! ຂ້າ​ພະ​ເຈົ້າ​ຮັກ​ພຣະອົງ ແລະ ປາດ​ຖະ​ໜາ​ທີ່​ຈະ​ບໍ່​ຄິດ​ເຫັນ​ແກ່​ຕົວ ເພື່ອ​ຈະ​ໄດ້​ຮັກ ແລະ ປະ​ຕິ​ບັດ ດັ່ງ​ທີ່​ພຣະອົງ​ປະ​ຕິ​ບັດ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.