​2010–2019
ເຈົ້າ​ຢາກ​ຫາຍ​ດີ​ບໍ?
ເດືອນ​ຕຸລາ 2018


ເຈົ້າ​ຢາກ​ຫາຍ​ດີ​ບໍ?

ເພາະ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ຖ້າ​​ຫາກເຮົາ​ເລືອກ​ທີ່​ຈະ​ກັບ​ໃຈ ແລະ ຫັນ​ຫົວ​ໃຈ​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢ່າງ​ເຕັມ​ທີ່, ແລ້ວ​ພຣະ​ອົງ​ຈະ​ປິ່ນ​ປົວ​ເຮົາ​ທາງວິນ​ຍານ.

ຫລັງ​ຈາກສອງ​ສາມ​ເດືອນ​ທີ່​ໄດ້​ໄປ​ສອນ​ສາດ​ສະ​ໜາ, ຂະ​ນະ​ທີ່ລູກ​ຊາຍ​ຫລ້າ​ຂອງ​ພວກ​ເຮົາ ແລະ ຄູ່​ສອນ​ສາດ​ສະ​ໜາ​ຂອງລາວ​ໃກ້​ສຳ​ເລັດ​ການ​ສຶກ​ສາ​ຂອງ​ເຂົາ​ເຈົ້າ, ລູກ​ຊາຍ​ຂອງ​ພວກ​ເຮົາ​ໄດ້​ຮູ້​ສຶກ​ເຈັບ​ຫົວເລັກນ້ອຍ. ລາວ​ຮູ້​ສຶກແປກ​ໃຈ, ທີ່​ໃນ​ຕອນ​ທຳ​ອິດ​ແຂນ​ຂອງ​ລາວ​ຊາ, ແລ້ວ​ລີ້ນ​ກໍ​ມຶນ. ໜ້າ​ເບື້ອງ​ຊ້າຍ​ຂອງ​ລາວເລີ່ມຢ່ອນ​ລົງ. ລາວ​ເວົ້າ​ຍາກ. ລາວ​ຮູ້​ວ່າ ມີ​ສິ່ງ​ຜິດ​ປົກ​ກະ​ຕິ. ສິ່ງ​ທີ່​ລາວບໍ່​ຮູ້ຄື ລາວ​ມີ​ເສັ້ນ​ເລືອດ​ແຕກ​ຢູ່​ສາມ​ບ່ອນ​ໃນ​ສະ​ໝອງ. ລາວ​ເກີດ​ຢ້ານ​ກົວ ເມື່ອ​ຮ່າງ​ກາຍ​ບາງ​ສ່ວນ​​ຂອງ​ລາວລ່ອຍ​ໄປ. ຖ້າ​ໄດ້ຮັບ​ການ​ປິ່ນ​ປົວ​ໄວຂຶ້ນ​ເທົ່າ​ໃດ ມັນຈະເປັນ​ຜົນ​ດີ​ຕໍ່​ການ​ຫາຍ​ດີ​ຂອງ​ລາວ​ໄວ້​ຂຶ້ນ​ເທົ່າ​ນັ້ນ. ຄູ່​ສອນ​ສາດ​ສະ​ໜາ​ທີ່​ຊື່​ສັດ​ຂອງ​ລາວ ກໍບໍ່​ລໍ​ຊ້າ. ຫລັງ​ຈາກ​ໄດ້​ໂທ​ຫາ​ໜ່ວຍ​ສຸກ​ເສີນ​ແລ້ວ, ລາວ​ກໍ​ໄດ້​ໃຫ້​ພອນ​ແກ່ລາວ. ໂຊກ​ດີ​ຫລາຍ​ທີ່​ໜ່ວຍ​ສຸກ​ເສີນ​ຢູ່​ໄກ​ພຽງ​ຫ້າ​ນາ​ທີ​ເທົ່າ​ນັ້ນ.

ຫລັງ​ຈາກ​ລູກ​ຊາຍ​ຂອງ​ພວກ​ເຮົາ ໄດ້​ຖືກ​ພາ​ໄປ​ໂຮງ​ໝໍ​ຢ່າງ​ໄວ, ໜ່ວຍ​ແພດໝໍ​ກໍ​ໄດ້​ພິ​ຈາ​ລະ​ນາ​ເບິ່ງ​ອາ​ການ ແລະ ຄິດ​ວ່າ​ເຂົາ​ເຈົ້າ​ຕ້ອງ​ໃສ່​ຢາ ທີ່​ຈະ​ຊ່ວຍ​ປິ່ນ​ປົວໂຣກ​ອຳ​ມະ​ພາດຂອງ​ລາວ​.1 ແຕ່​ຖ້າ​ຫາກ​ລູກ​ຊາຍ​ຂອງ​ພວກ​ເຮົາ ບໍ່​ມີ​ເສັ້ນ​ເລືອດ​ແຕກ​ໃນ​ສະ​ໝອງ, ຢານັ້ນ​ຈະ​ເປັນ​ຜົນ​ຮ້າຍ, ດັ່ງ​ເຊັ່ນ ເລືອດ​ໄຫລ​ໃນ​ສະ​ໝອງ. ລູກ​ຊາຍ​ຂອງ​ພວກ​ເຮົາ​ຕ້ອງເລືອກ. ລາວ​ໄດ້​ເລືອກໃຊ້​ຢາ. ຫລັງ​ຈາກ​ລາວ​​ໄດ້ຮັບ​ການ​ຜ່າ​ຕັດ​ຫລາຍເທື່ອ ແລະ ຕ້ອງ​ໄດ້​ພັກ​ຟື້ນ​ເປັນ​ເວ​ລາ​ຫລາຍ​ເດືອນ, ໃນ​ທີ່​ສຸດ ລູກ​ຊາຍ​ຂອງ​ພວກ​ເຮົາ​ກໍ​ໄດ້​ກັບ​ຄືນ​ໄປ​ສອນ​ສາດ​ສະ​ໜາ​ຈົນ​ຈົບ, ຫລັງ​ຈາກ​ທີ່​ສຸ​ຂະ​ພາບ​ໄດ້​ດີ​ຂຶ້ນ​ຫລາຍ​ເຕີບ.

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ມີ​ອຳ​ນາດ​ທັງ​ໝົດ ແລະ ຮູ້​ຈັກ​ທຸກ​ສິ່ງ. ພຣະ​ອົງ​ຮູ້​ຈັກ​ການດີ້ນ​ລົນທາງ​ຮ່າງ​ກາຍ​ຂອງ​ເຮົາ. ພຣະ​ອົງ​ຮູ້​ຈັກຄວາມ​ເຈັບ​ປວດ​ທາງ​ຮ່າງ​ກາຍ​ຂອງ​ເຮົາ ເນື່ອງ​ດ້ວຍ​ຄວາມ​ປ່ວຍ​ໄຂ້, ພະ​ຍາດ, ອາ​ຍຸ​ໄຂ, ອຸ​ປະ​ຕິ​ເຫດ, ຫລື ການ​ເກີດ​ທີ່ບໍ່​ສົມ​ປະ​ກອບ. ພຣະ​ອົງ​ຮູ້​ຈັກ​ການດີ້ນ​ລົນ​ທາງ​ຄວາມ​ຮູ້​ສຶກ ທີ່​ກ່ຽວ​​ພັນ​ກັບ​ຄວາມ​ກັງ​ວົນ, ຄວາມ​ເປົ່າ​ປ່ຽວ, ຄວາມ​ເສົ້າ​ໃຈ, ຫລື ການ​​ເປັນ​ໂຣກ​ຈິດ. ພຣະອົງ​ຮູ້​ແຕ່​ລະ​ຄົນ ຜູ້​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ແບບບໍ່​ຍຸດ​ຕິ​ທຳ ຫລື ຜູ້​ທີ່​ໄດ້​ຖືກຂົ່ມ​ເຫັງ. ພຣະ​ອົງ​ຮູ້​ເຖິງ​ຄວາມ​ອ່ອນ​ແອ​ຂອງ​ເຮົາ ແລະ ຄວາມ​ໂນ້ມ​ອຽງ ແລະ ສິ່ງ​ລໍ້​ໃຈ ທີ່​ເຮົາຍັງ​ມີ​ບັນ​ຫາ​ຢູ່.

ລະ​ຫວ່າງ​ຊ່ວງ​ມະ​ຕະ ເຮົາ​ຈະ​ຖືກທົດ​ລອງ ເພື່ອ​ເບິ່ງວ່າ ເຮົາ​ຈະ​ເລືອກ​ເຮັດ​ສິ່ງ​ທີ່​ດີ ແທນສິ່ງ​ທີ່​ຊົ່ວ​ຮ້າຍ​ຫລືບໍ່. ສຳ​ລັບ​ຜູ້​ທີ່​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ເຂົາ​ເຈົ້າ​ຈະ​ໄດ້​ຢູ່​ກັບ​ພຣະ​ອົງ ໃນ “ສະ​ພາບ​ແຫ່ງ​ຄວາມ​ສຸກ​ທີ່ບໍ່​ມີ​ວັນ​ສິ້ນ​ສຸດ.”2 ເພື່ອ​ຊ່ວຍ​ເຮົາໃນຄວາມ​ກ້າວ​ໜ້າ ເພື່ອ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ມອບ​ອຳ​ນາດ ແລະ ຄວາມ​ຮູ້​ທັງ​ໝົດ ໃຫ້​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ. ບໍ່​ມີ​ຄວາມ​ເຈັບ​ປ່ວຍ​ໃດ​ທາງ​ຮ່າງ​ກາຍ, ຄວາມ​ຮູ້​ສຶກໃດ, ຫລື ທາງວິນ​ຍານ​ໃດ ທີ່​ພຣະ​ຄຣິດບໍ່​ສາ​ມາດ​ປິ່ນ​ປົວ.3

ຈາກ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ຊ່ວງ​ມະ​ຕະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ຄຳ​ພີ​ໄດ້​ບັນ​ທຶກ​ການ​ມະ​ຫັດ​ສະ​ຈັນ​ຫລາຍ​ຢ່າງ ​ຕອນ​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ໃຊ້​ອຳ​ນາດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ອົງ ເພື່ອ​ປິ່ນ​ປົວ​ຜູ້​ທີ່​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ທາງ​ຮ່າງ​ກາຍ.

ພຣະ​ທຳ​ໂຢ​ຮັນ​ມີ​ເລື່ອງ​ລາວ​ກ່ຽວ​ກັບ​ຊາຍ​ຄົນ​ໜຶ່ງ ຜູ້​ໄດ້​ທົນກັບຄວາມ​ປ່ວຍ​ໂຊ ເປັນ​ເວ​ລາ 38 ປີ.

“ເມື່ອ​ພຣະ​ເຢ​ຊູ​ເຫັນ​ລາວນອນ​ຢູ່​ໃນ​ບ່ອນນັ້ນ, ພຣະ​ອົງ​ກໍຮູ້​ວ່າ ລາວ​ປ່ວຍ​ເປັນ​ເວ​ລາ​ດົນ​ນານ​ແລ້ວ. ດັ່ງ​ນັ້ນ ພຣະ​ອົງ​ຈຶ່ງ​ຖາມ​ວ່າ, ເຈົ້າ​ຢາກ​ຫາຍ​ດີ​ບໍ?”

ຊາຍ​ທີ່​ອ່ອນ​ເພຍ​​ຄົນນັ້ນ​ໄດ້​ຕອບ​ວ່າ ບໍ່​ມີ​ຜູ້​ໃດ​ຊ່ວຍ​ລາວ ຕອນ​ທີ່ລາວ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຫລາຍ​ທີ່​ສຸດ.

“ພຣະ​ເຢ​ຊູ​ໄດ້​ບອກ​ລາວ​ວ່າ, ຈົ່ງ​ລຸກ​ຂຶ້ນ ແລະ ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ ແລະ ຍ່າງ​ໄປ.

“ແລະ ໃນ ທັນ​ໃດ ຊາຍ​ຄົນ​ນັ້ນ​ກໍ​ຫາຍ​ດີ​ພະ​ຍາດ, ລາວ​ຈຶ່ງ​ຍົກ​ເອົາ​ບ່ອນນອນ​ຂອງ​ຕົນ, ແລ້ວ​ຍ່າງ​ໄປ.”4

ໃຫ້ເຮົາ​ພິ​ຈາ​ລະ​ນາ​ເບິ່ງ​ສອງ​ຢ່າງທີ່​ຄຽງ​ຄູ່​ກັນ​ໄປ ຊຶ່ງ​ຢ່າງ​ໜຶ່ງ​ລາວ​ໄດ້​ຮັບ​ທຸກ​ທໍ​ລະ​ມານ ມາ​ໄດ້—38 ປີ—ແລະ ອີກ​ຢ່າງ​ໜຶ່ງ ລາວ​ໄດ້​ຮັບ​ການ​ປິ່ນ​ປົວ​ຢ່າງ​ໄວ ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ສ່ວນ​ກ່ຽວ​ຂ້ອງ. ການ​ປິ່ນ​ປົວແມ່ນ​ໃນ “ທັນທີ.

ອີກ​ເລື່ອງ​ໜຶ່ງ, ມີ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ພະ​ຍາດ​ເລືອດ​ຕົກ​ໄດ້ 12 ປີ, ຜູ້​ໄດ້​ຈ່າຍ​ຊັບ​ທັງ​ໝົດ​ທີ່​ຕົນ​ມີ​ໃຫ້​ພວກ​ໝໍ, … ໄດ້ຫຍັບ​ເຂົ້າ​ມາ​ທາງ​ຫລັງ​ພຣະ​ເຢ​ຊູ, ແລະ ບາຍ​ແຄມ​ເສື້ອ​ຄຸມ​ຂອງ​ພຣະ​ອົງ: ແລ້ວ​ພະ​ຍາດ​ເລືອດ​ຕົກ​ນັ້ນກໍ [ຢຸດ] ທັນທີ. …

“ພຣະເຢຊູໄດ້ກ່າວວ່າ, ມີຜູ້​ໜຶ່ງໄດ້ບາຍເຮົາ: ດ້ວຍວ່າ ເຮົາຮູ້ສຶກວ່າ ລິດເດດໄດ້ຊວ່ານອອກຈາກເຮົາໄປ.

“ເມື່ອເຫັນວ່າ ຈະເຊື່ອງຕົວບໍ່ໄດ້ແລ້ວ ຍິງ​ຄົນ​ນັ້ນ … ຈຶ່ງ​ບອກພຣະອົງ ຢູ່​ຕໍ່​ໜ້າ​ຝູງ​ຊົນ … ​ວ່າຕົນໄດ້ຫາຍດີພະຍາດໃນ ທັນ​ທີ ຢ່າງ​ໃດ”5

ຜ່ານທາງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ, ພຣະ​ຄຣິດ​ໄດ້​ສິດ​ສອນ​ວ່າ ພຣະ​ອົງ​ມີອຳ​ນາດ​ເໜືອກວ່າ​ຮ່າງ​ກາຍທີ່​ມີ​ເນື້ອ​ໜັງ. ເຮົາ​ບໍ່​ສາ​ມາດຮູ້​ໄດ້ວ່າ ພຣະ​ຄຣິດ​ຈະ​ປິ່ນ​ປົວ​ຮ່າງ​ກາຍ​ທີ່​ເຈັບ​ປ່ວຍ​ຂອງ​ເຮົາເມື່ອ​ໃດ. ການ​ປິ່ນ​ປົວ​ຈະ​ເກີດ​ຂຶ້ນ ຕາມ​ພຣະ​ປະ​ສົງ ແລະ ຕາມ​ສະ​ຕິ​ປັນ​ຍາ​ຂອງ​ພຣະ​ອົງ. ໃນ​ພຣະ​ຄຳ​ພີ, ບາງ​ຄົນ​ໄດ້​ຮັບ​ທຸກ​ທໍ​ລະ​ມານເປັນ​ເວ​ລາ​ດົນ​ນານ, ບາງ​ຄົນ​ແມ່ນ​ຕະ​ຫລອດ​ຊີ​ວິດ. ຄວາມ​ອ່ອນ​ແອ​ຂອງ​ມະ​ນຸດ ສາ​ມາດ​ຫລໍ່​ຫລອມ​ເຮົາ ແລະ ​ເຮັດໃຫ້​ເຮົາ​ເພິ່ງ​ອາ​ໄສ​ພຣະ​ເຈົ້າ​ຫລາຍ​ຂຶ້ນ. ແຕ່​ເມື່ອ​ເຮົາ​ອະ​ນຸ​ຍາດ​ໃຫ້​ພຣະ​ຄຣິດຊ່ວຍ​ເຫລືອ, ພຣະ​ອົງ​ຈະ​ເຮັດ​ໃຫ້​ເຮົາ​ເຂັ້ມ​ແຂງ​ຂຶ້ນ​ທາງວິນ​ຍານ ເພື່ອ​ວ່າ​ເຮົາ​ຈະ​ມີ​ຄວາມ​ສາ​ມາດ​ຫລາຍກວ່າ​ເກົ່າ ທີ່​ຈະ​ອົດ​ທົນ​ກັບ​ພາ​ລະ​ຂອງ​ເຮົາ​ໄດ້.

ໃນ​ທີ່​ສຸດ, ເຮົາ​ຈະ​ຮູ້​ວ່າ ຄວາມ​ເຈັບ​ປ່ວຍ, ພະ​ຍາດ​ໂລ​ຄາ, ຫລື ຄວາມບໍ່​ດີ​ພ້ອມ​ທາງ​ຮ່າງ​ກາຍ ຈະ​ໄດ້​ຮັບ​ການ​ປິ່ນ​ປົວ ໃນ​ການ​ຟື້ນ​ຄືນ​ຊີ​ວິດ. ນັ້ນ​ຄື​ຂອງ​ປະ​ທານ​ສຳ​ລັບ​ມວນ​ມະ​ນຸດ​ທັງ​ປວງ ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.6

ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ປິ່ນ​ປົວ​ຫລາຍກວ່າ​ພຽງ​ແຕ່​​ປິ່ນ​ປົວຮ່າງ​ກາຍ​ທີ່​ມີ​ເນື້ອ​ໜັງ​ຂອງ​ເຮົາ​ເທົ່າ​ນັ້ນ. ພຣະ​ອົງ​ກໍ​ຍັງ​ສາ​ມາດ​ປິ່ນ​ປົວ​ວິນ​ຍານ​ຂອງ​ເຮົາ​ນຳ​ອີກ. ຜ່ານ​ທາງ​ພຣະ​ຄຳ​ພີ ເຮົາ​ຮຽນ​ຮູ້​ເຖິງວິ​ທີ​ທີ່​ພຣະ​ຄຣິດ​ໄດ້​ຊ່ວຍ​ຜູ້​ທີ່​ອ່ອນ​ແອ​ທາງວິນ​ຍານ ແລະ ໄດ້​ໂຜດ​ເຂົາ​ເຈົ້າ​ໃຫ້​ຫາຍ​ດີ.7 ເມື່ອ​ເຮົາ​ໄຕ່​ຕອງ​ເຖິງ​ປະ​ສົບ​ການ​ເຫລົ່າ​ນີ້, ເຮົາ​ຈະ​ມີຄວາມ​ຫວັງ ແລະ ມີສັດ​ທາ​ຫລາຍ​ຂຶ້ນ ໃນ​ອຳ​ນາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ຈະ​ເປັນ​ພອນ​ໃຫ້​​ແກ່ຊີ​ວິດ​ຂອງ​ເຮົາ. ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ປ່ຽນ​ໃຈ​ເຮົາ, ປິ່ນ​ປົວ​ເຮົາ​ຈາກ​ຜົນ​ສະ​ທ້ອນ​ຂອງ​ຄວາມບໍ່​ຍຸດ​ຕິ​ທຳ ຫລື ການ​ຂົ່ມ​ເຫັງ ທີ່​ເຮົາ​ເຄີຍ​ປະ​ເຊີນ, ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ສາ​ມາດ​ຂອງ​ເຮົາ ທີ່​ຈະ​ອົດ​ທົດ​ກັບ​ການ​ສູນ​ເສຍ ແລະ ຄວາມ​ເຈັບ​ປວດ​ໃຈ, ນຳ​ຄວາມ​ສະ​ຫງົບ​ມາ ເພື່ອ​ຊ່ວຍ​ເຮົາ​ໃຫ້​ສາ​ມາດ​ອົດ​ທົນ​ກັບ​ການ​ທົດ​ລອງ ໃນ​ຊີ​ວິດ​ຂອງ​ເຮົາ​ໄດ້, ປິ່ນ​ປົວ​ເຮົາ​ທາງ​ຄວາມ​ຮູ້​ສຶກ.

ພຣະ​ຄຣິດ​ກໍ​ຍັງ​ສາ​ມາດ​ປິ່ນ​ປົວ​ເຮົາ​ ເມື່ອ​ເຮົາໄດ້​ເຮັດ​ບາບ. ເຮົາໄດ້​ເຮັດ​ບາບ​ເມື່ອ​ເຮົາລະ​ເມີດ​ກົດ​ບາງ​ຂໍ້​ຂອງ​ພຣະ​ເຈົ້າ.8 ເມື່ອ​ເຮົາ​ເຮັດ​ບາບ, ຈິດ​ວິນ​ຍານ​ຂອງ​ເຮົາຈະ​ບໍ່​ສະ​ອາດ. ສິ່ງ​ທີ່ບໍ່​ສະ​ອາດ​ຈະ​ເຂົ້າ​ໄປ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ​ບໍ່​ໄດ້.9 “ການ​ສະ​ອາດ​ຈາກ​ບາບ ຄື​ການ​ທີ່​ [ຈະ] ​ຖືກ​ປິ່ນ​ປົວ​ທາງວິນ​ຍານ.”10

ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ຮູ້​ວ່າ​ເຮົາ​ຈະ​ເຮັດ​ບາບ, ແຕ່​ພຣະ​ອົງ​ໄດ້​ຕຽມທາງ​ໄວ້​ໃຫ້​ເຮົາ ເພື່ອຮັບ​ການ​ໄຖ່. ແອວ​ເດີ ລິນ ຈີ ຣອບ​ບິນສ໌ ໄດ້​ສອນ​ວ່າ: “ການ​ກັບ​ໃຈ​ບໍ່​ແມ່ນ​ແຜນ​ສຳ​ລອງ [ຂອງ​ພຣະ​ເຈົ້າ] ທີ່​ໄດ້​ຕຽມ​ໄວ້​ບາດ​ເທື່ອ​ເຮົາ​ເຮັດ​ຄວາມ​ຜິດ​ພາດ. ການກັບ​ໃຈ ແມ່ນ ແຜນ​ຂອງ​ພຣະ​ອົງ, ໂດຍ​ທີ່​ຮູ້​ວ່າ ເຮົາ​ຈະ​ເຮັດ​ຄວາມ​ຜິດ​ພາດ.”11 ເມື່ອ​ເຮົາ​ເຮັດ​ບາບ, ເຮົາ​ມີ​ໂອ​ກາດ​ທີ່​ຈະ​ເລືອກ​ເຮັດ​ສິ່ງ​ທີ່​ດີ ແທນສິ່ງ​ທີ່​ຊົ່ວ​ຮ້າຍ. ເຮົາ​ເລືອກ​ເຮັດສິ່ງ​ທີ່​ດີ ເມື່ອ​ເຮົາ​ກັບ​ໃຈ ຫລັງ​ຈາກ​ເຮົາ​ໄດ້​ເຮັດ​ບາບ. ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ເຮົາ​ສາ​ມາດ​ໄດ້​ຮັບ​ການ​ໄຖ່​ຈາກ​ບາບ​ຂອງ​ເຮົາ ແລະ ນຳ​ເຮົາ​ກັບ​ຄືນ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າອົງ​ເປັນ​ພຣະ​ບິ​ດາ ຖ້າ​ຫາກ​ເຮົາ​ກັບ​ໃຈ. ການ​ປິ່ນ​ປົວ​ທາງວິນ​ຍານບໍ່​ແມ່ນ​ເປັນ​ແຕ່​ຝ່າຍ​ດຽວ—ມັນ​ຮຽກ​ຮ້ອງອຳ​ນາດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ການ​ກັບ​ໃຈ​ທີ່​ແທ້​ຈິງ​ຂອງ​ຜູ້​ທີ່​ໄດ້​ເຮັດ​ບາບ. ສຳ​ລັບ​ຜູ້​ທີ່​ເລືອກບໍ່​ກັບ​ໃຈ, ເຂົາ​ເຈົ້າ​ໄດ້​ປະ​ຕິ​ເສດການ​ປິ່ນ​ປົວ​ທີ່​ພຣະ​ຄຣິດໄດ້​ສະ​ເໜີ​ມອບ​ໃຫ້. ສຳ​ລັບ​ເຂົາ​ເຈົ້າ, ມັນ​ຄື​ກັນ​ກັບ​ບໍ່​ມີ​ການ​ໄຖ່.12

ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ລົມ​ກັບ​ບາງ​ຄົນ​ທີ່​ສະ​ແຫວງ​ຫາ​ການ​ກັບ​ໃຈ, ຂ້າ​ພະ​ເຈົ້າ​ປະ​ຫລາດ​ໃຈ​ທີ່​ຜູ້​ດຳ​ລົງ​ຊີ​ວິດ​ໃນ​ຄວາມ​ບາບ ມີ​ຄວາມ​ຫຍຸ້ງ​ຍາກ​ທີ່​ຈະ​ຕັດ​ສິນ​ໃຈ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ. ພຣະ​ວິນ​ຍານ​ບໍ​ລິ​ສຸດຈະ​ບໍ່​ຢູ່​ກັບ​ບຸກ​ຄົນ​ນັ້ນ, ແລະ ເຂົາ​​ເຈົ້າຈະ​ມີ​ບັນ​ຫາ​ສະ​ເໝີ​ກັບ​ການ​ເລືອກ​ທີ່​ຈະ​ເຂົ້າ​ໃກ້​ຊິດ​ກັບ​ພຣະ​ເຈົ້າ. ເຂົາ​ເຈົ້າຈະ​ຕໍ່​ສູ້​ເປັນ​ເວ​ລາ​ຫລາຍ​ເດືອນ ຫລື ແມ່ນ​ແຕ່​ຫລາຍ​ປີ, ອັບ​ອາຍ ຫລື ຢ້ານ​ກົວກັບ​ຜົນ​ສະ​ທ້ອນ​ຂອງ​ບາບ ທີ່​ເຂົາ​ເຈົ້າໄດ້​ເຮັດ. ສ່ວນ​ຫລາຍ​ເຂົາ​ເຈົ້າ​ຈະ​ຮູ້​ສຶກວ່າ ເຂົາ​ເຈົ້າ​ບໍ່​ສາ​ມາດ​ປ່ຽນ ແລະ ບໍ່​ສາ​ມາດ​ໄດ້​ຮັບ​ການ​ໃຫ້​ອະ​ໄພ. ຂ້າ​ພະ​ເຈົ້າ​ໄດ້​ຍິນ​ເລື້ອຍໆ​ວ່າ ເຂົາ​ເຈົ້າ​ຢ້ານ​ຄົນ​ທີ່​ເຂົາ​ເຈົ້າ​ຮັກ ຮູ້​ຈັກ​ເຖິງ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ, ແລ້ວຈະ​ເຊົາ​ຮັກ​ເຂົາ​ເຈົ້າ ຫລື ປະ​ຖິ້ມ​ເຂົາ​ເຈົ້າ. ເມື່ອ​ເຂົາ​ເຈົ້າ​ເຮັດ​ຕາມ​ຄວາມ​ຄິດນີ້, ເຂົາ​ເຈົ້າ​ຈະ​ມິດ​ງຽບ​ຢູ່ ແລະ ລ່າ​ຊ້າ​ໃນ​ການ​ກັບ​ໃຈ. ເຂົາ​ເຈົ້າ​ຈະ​ຄິດໄປ​ໃນ​ທາງ​ທີ່​ຜິດ ວ່າມັນ​ຈະ​ດີກວ່າ​ຖ້າບໍ່​ກັບ​ໃຈ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ໄດ້​ເຮັດ​ໃຫ້​ຄົນ​ທີ່​ເຂົາ​ເຈົ້າ​ຮັກ ຕ້ອງ​ເຈັບ​ປວດ​ຫລາຍກວ່ານັ້ນ. ໃນ​ຄວາມ​ຄິດ​ຂອງ​ເຂົາ​ເຈົ້າ, ເຂົາ​ເຈົ້າ​ຄິດ​ວ່າ ມັນ​ຈະ​ດີກວ່າ ທີ່​ເຂົາ​ເຈົ້າຈະ​ຮັບ​ທຸກ​ທໍ​ລະ​ມານ​ຫລັງ​ຈາກ​ຊີ​ວິດນີ້ ແທນ​ທີ່​ຈະ​ຮັບ​ເອົາ​ຂັ້ນ​ຕອນ​ການ​ກັບ​ໃຈ​ ໃນ​ເວ​ລາ​ຢູ່​ໃນ​ໂລກ. ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ມັນ ບໍ່​ເຄີຍ ເປັນ​ແນວ​ຄິດ​ທີ່​ດີ​ຈັກ​ເທື່ອ ທີ່​ຈະ​ຊັກ​ຊ້າ​ໃນ​ການ​ກັບ​ໃຈ​ຂອງ​ທ່ານ. ຜູ້​ປໍ​ລະ​ຈັກ​ມັກ​ໃຊ້​ຄວາມ​ຢ້ານ​ກົວ ເພື່ອ​ກີດ​ກັນ​ເຮົາ​ຈາກ​ການ​ເຮັດທັນ​ທີ ຕາມສັດ​ທາຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ.

ເມື່ອ​ຄົນ​ທີ່​ເຮົາ​ຮັກ​ໄດ້​ຖືກ​ແຈ້ງ​ໃຫ້​ຊາບ​ເຖິງ​ຄວາມ​ຈິງ ກ່ຽວ​ກັບ​ການ​ປະ​ພຶດ​ທີ່​ເປັນ​ບາບ, ຂະ​ນະ​ທີ່​ເຂົາ​ເຈົ້າ​ຮູ້​ສຶກ​ເຈັບ​ປວດ​ຢ່າງ​ໜັກ, ສ່ວນ​ຫລາຍ​ແລ້ວ​ເຂົາ​ເຈົ້າ​ຢາກ​ຊ່ວຍ​ເຫລືອ​ຜູ້​ໄດ້​ເຮັດ​ບາບ​ທີ່​ກັບ​ໃຈ​ຢ່າງ​ແທ້​ຈິງ ແລະ ທີ່​ຈະຄືນ​ດີ​ກັບ​ພຣະ​ເຈົ້າ. ແນ່ນອນ​ທີ່​ການ​ປິ່ນ​ປົວ​ທາງວິນ​ຍານ​ຈະ​ໄວ​ຂຶ້ນ ເມື່ອ​ຜູ້​ໄດ້​ເຮັດ​ບາບ​ສາ​ລະ​ພາບ ແລະ ຖືກ​ຫຸ້ມ​ລ້ອມ​ດ້ວຍ​ຜູ້​ທີ່​ຮັກ​ເຂົາ​ເຈົ້າ ແລະ ຊ່ວຍ​ເຂົາ​ເຈົ້າ​ປະ​ຖິ້ມ​ບາບ​ຂອງ​ເຂົາ​ເຈົ້າ. ຈົ່ງ​ຈື່​ຈຳວ່າ ພຣະ​ເຢ​ຊູ​ຄຣິດ​ຍິ່ງ​ໃຫຍ່ ເພາະ​ພຣະ​ອົງ​ປິ່ນ​ປົວ ຜູ້​ຮັບເຄາະ​ຮ້າຍ​ຈາກ​ການ​ບາບ​ຂອງ​ຄົນ​ອື່ນ​ນຳ​ອີກ ທີ່​ຫັນ​ໄປ​ຫາ​ພຣະ​ອົງ.13

ປະ​ທານບອຍ ເຄ ແພ໊ກ​ເກີ ໄດ້​ກ່າວ​ວ່າ: “ວິນ​ຍານ​ຂອງ​ເຮົາ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ເມື່ອ​ເຮົາ​ເຮັດ​ຄວາມ​ຜິດ​ບາບ. ແຕ່ບໍ່​ເໝືອນ​ຮ່າງ​ກາຍ​ທາງ​ເນື້ອ​ໜັງ​ຂອງ​ເຮົາ ເມື່ອ​ເຮົາ​ໄດ້​ກັບ​ໃຈ​ຮຽບ​ຮ້ອຍ​ແລ້ວ ເຮົາ​ຈະ​ບໍ່​ມີ​ບາດ​ແຜ​ຫລົງ​ເຫລືອ​ຢູ່ ຍ້ອນ​ວ່າ​ມີ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ. ຄຳ​ສັນ​ຍາ​ນັ້ນ​ຄື: ຖ້າ​ຜູ້​ໃດ​ກັບ​ໃຈ​ຈາກ​ບາບ​ຂອງ​ເຂົາ, ເຂົາຈະໄດ້​ຮັບ​ການ​ອະ​ໄພ​ໂທດ, ແລະ ພຣະ​ຜູ້​ເປັນ​ເຈົ້າ, ຈະ​ບໍ່​ຈົດ​ຈຳ​ບາບນັ້ນ​ອີກ​ຕໍ່​ໄປ [ເບິ່ງ Doctrine and Covenants 58:42].”14

ເມື່ອ​ເຮົາ​ກັບ​ໃຈ “ດ້ວຍ​ຈຸດ​ປະ​ສົງ​ເຕັມ​ທີ່​ແຫ່ງ​ໃຈ,”15 ໂດຍ “ທັນ​ທີ ແລ້ວ​ແຜນ​ແຫ່ງ​ການ​ໄຖ່​ທີ່​ຍິ່ງ​ໃຫຍ່ ຈະ​ຖືກ​ນຳ​ມາ” ສູ່​ຊີ​ວິດ​ຂອງ​ເຮົາ.16 ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ປິ່ນ​ປົວ​ເຮົາ.

ຄູ່​ສອນ​ສາດ​ສະໜາ ແລະ ຝ່າຍ​ແພດ​ໝໍ ໄດ້​ຊ່ວຍ​ເຫລືອ​ລູກ​ຊາຍ​​ຂອງ​ພວກ​ເຮົາ ຕອນມີ​ເສັ້ນ​ເລືອດ​ແຕກໃນ​ສະ​ໝອງ​ ຢູ່ສະ​ໜາມ​ເຜີຍ​ແຜ່ຢ່າງ​ໄວ​. ລູກ​ຊາຍ​ຂອງ​ພວກ​ເຮົາ​ໄດ້​ເລືອກ​ທີ່​ຈະ​ຮັບ​ເອົາ​ຢາ​ທີ່​ຊ່ວຍ​ປິ່ນ​ປົວ. ຜົນ​ຈາກເສັ້ນ​ເລືອດແຕກ​ໃນ​ສະ​ໝອງ ທີ່​ອາດ​ເຮັດ​ໃຫ້ລາວ​ເປັນ​ອຳ​ມະ​ພາດ​ຕະ​ຫລອດ​ຊີ​ວິດ ກໍ​ໄດ້​ຫາຍ​ດີ. ເຊັ່ນ​ດຽວ​ກັນ, ເມື່ອ​ເຮົານຳ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ມາ​ສູ່​ຊີ​ວິດ​ຂອງ​ເຮົາ​ໄວ​ຂຶ້ນ​ເທົ່າ​ໃດ, ເຮົາ​ກໍ​ຈະ​ສາ​ມາດ​ປິ່ນ​ປົວຜົນ​ຂອງ​ຄວາມ​ຜິດ​ບາບ​ໄວ​ຂຶ້ນ​ເທົ່າ​ນັ້ນ.

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ເຊື້ອ​ເຊີນ​ວ່າ: “ຖ້າ​ຫາກ​ທ່ານ​ໄດ້​ຍ່າງ​ອອກ​ໄປ​ຈາກ​ເສັ້ນ​ທາງ, … ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ … ໃຫ້​ທ່ານ​ກັບ​ມາ. ບໍ່​ວ່າ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຂອງ​ທ່ານ, ການ​ທ້າ​ທ້າຍ​ຂອງ​ທ່ານ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ, ແຕ່​ຍັງ​ມີ​ບ່ອນ​ສຳ​ລັບ​ທ່ານ​ຢູ່, ຢູ່​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນີ້. ທ່ານ ແລະ ເຊື້ອ​ສາຍ​ຂອງ​ທ່ານ​ທີ່​ຍັງ​ບໍ່​ໄດ້​ເກີດ​ເທື່ອ ຈະ​ໄດ້​ຮັບ​ພອນ ໂດຍ​ການ​ກະ​ທຳ​ຂອງ​ທ່ານ ທີ່​ຈະ​ກັບ​ຄືນ​ມາ​ຫາ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ໃນ​ເວ​ລາ​ນີ້.”17

ການ​ປິ່ນ​ປົວ​ທາງວິນ​ຍານ​ຂອງ​ເຮົາ ຮຽກ​ຮ້ອງ​ເຮົາ​ໃຫ້​ຮັບ​ເອົາ​ເງື່ອນ​ໄຂ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກຳ​ນົດ​ໄວ້. ເຮົາ​ບໍ່​ຕ້ອງ​ລໍ​ຊ້າ! ເຮົາ​ຕ້ອງ​ເຮັດ​ໃນ​ມື້ນີ້! ຈົ່ງ​ເຮັດ​ດຽວນີ້ ເພື່ອ​ວ່າໂຣກ​ອຳ​ມະ​ພາດ​ທາງວິນ​ຍານ​ຈະ​ບໍ່​ກີດ​ກັນ​ທ່ານ ຈາກ​ຄວາມ​ກ້າວ​ໜ້າ​ນິ​ລັນ​ດອນ​ຂອງ​ທ່ານ. ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ກ່າວ​ຢູ່ນີ້, ຖ້າ​ຫາກ​ທ່ານ​ຮູ້​ສຶກຢາກ​ຂໍ​ໂທດ​ກັບ​ບາງ​ຄົນ ທີ່​ທ່ານ​ໄດ້​ເຮັດ​ຜິດ​ຕໍ່, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ເຮັດ. ໃຫ້​ບອກ​ເຂົາ​ເຈົ້າເຖິງ​ສິ່ງ​ທີ່​ທ່ານ​ໄດ້​ເຮັດ. ຂໍ​ໃຫ້​ເຂົາ​ເຈົ້າ​ຍົກ​ໂທດ​ໃຫ້​ທ່ານ. ຖ້າ​ຫາກ​ທ່ານ​ໄດ້​ເຮັດ​ຄວາມ​ຜິດ​ບາບ ທີ່​ກະ​ທົບ​ກະ​ເທືອນ​ຕໍ່​ການ​ມີ​ຄ່າ​ຄວນ​ສຳ​ລັບພຣະ​ວິ​ຫານ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ໄປລົມ​ກັບ​ອະ​ທິ​ການ​ຂອງ​ທ່ານ—ມື້​ນີ້. ຢ່າ​ລໍ​ຊ້າ.

ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ພຣະ​ເຈົ້າເປັນ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ທີ່​ຊົງ​ຮັກ​ຂອງ​ເຮົາ. ພຣະ​ອົງ​ໄດ້​ປະ​ທານ​ອຳ​ນາດ ແລະ ຄວາມ​ຮູ້​ທັງ​ໝົດ​ໃຫ້​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ. ເປັນ​ເພາະ​ພຣະ​ອົງ, ມວນ​ມະ​ນຸດ​ທັງ​ປວງທີ່​ມີ​ການເຈັບ​ປ່ວຍ​ທາງ​ຮ່າງ​ກາຍໃດໆ ຈະ​ໄດ້​ຮັບ​ການ​ປິ່ນ​ປົວ​​ໃຫ້​ຫາຍ​ດີຕະ​ຫລອດ​ການ ໃນ​ມື້​ໜຶ່ງ. ​ເປັນເພາະ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ຖ້າ​​ຫາກເຮົາ​ເລືອກ​ທີ່​ຈະ​ກັບ​ໃຈ ແລະ ຫັນ​ຫົວ​ໃຈ​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢ່າງ​ເຕັມ​ທີ່, ແລ້ວ​ພຣະ​ອົງ​ຈະ​ປິ່ນ​ປົວ​ເຮົາ​ທາງວິນ​ຍານ. ການ​ປິ່ນ​ປົວ​ສາ​ມາດ​ເລີ່ມ​ຕົ້ນ​ໃນ​ທັນ​ທີ. ເຮົາສາມາດເລືອກ​ໄດ້. ເຮົາ​ຢາກ​ຫາຍ​ດີ​ບໍ?

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ຄຣິດ​ໄດ້​ຈ່າຍ​ຄ່າ​ແລ້ວ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ຫາຍ​ດີ. ແຕ່​ເຮົາ​ຕ້ອງ​ເລືອກ​ທີ່​ຈະ​ຮັບ​ເອົາ​ຫວ້ານ​ຢານັ້ນ​ທີ່​ພຣະ​ອົງ​ໄດ້​ສະ​ເໜີ​ມອບ​ໃຫ້. ຈົ່ງ​ຮັບ​ເອົາ​​ການ​ປິ່ນ​ປົວໃນ​ມື້ນີ້. ຢ່າ​ລໍ​ຊ້າ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ຢານັ້ນມີ​ຊື່​ວ່າ tPA (tissue plasminogen activator).

  2. ໂມ​ໄຊ​ຢາ 2:41.

  3. ເບິ່ງ ມັດ​ທາຍ 4:24. ພຣະ​ຄຣິດ​ໄດ້​ໄປ​ທຸກ​ຫົນ​ທຸກ​ແຫ່ງ​ເພື່ອ​ປິ່ນ​ປົວ​ຄົນ​ເຈັບ​ປ່ວຍ, ແມ່ນ​ແຕ່​ຜູ້​ທີ່ເຈັບ​ໄຂ້​ໄດ້​ປ່ວຍ​ດ້ວຍ “ພະ​ຍາດ​ທຸກ​ຊະ​ນິດ,” “ທຸກ​ທໍ​ລະ​ມານ,” “ຜີ​ເຂົ້າ,” ແລະ “ຄົນ​ບ້າ.”

  4. ເບິ່ງ ໂຢ​ຮັນ 5:5–9; ເນັ້ນ​ຄຳ​ເນີ້ງ.

  5. ເບິ່ງ ລູ​ກາ 8:43-47; ເນັ້ນ​ຄຳ​ເນີ້ງ.

  6. ເບິ່ງ ແອວ​ມາ 40:23; ຮີ​ລາ​ມັນ 14:17.

  7. ເບິ່ງ ລູ​ກາ 5:20, 23–25; ເບິ່ງ Joseph Smith Translation, ລູ​ກາ 5:23 (ໃນ ລູ​ກາ 5:23, footnote a): “ອັນ​ໃດ​ງ່າຍກວ່າ​ກັນ ທີ່​ຈະ​ເວົ້າ​ວ່າ ບາບ​ກຳ​ຂອງ​ເຈົ້າ​ໄດ້​ຮັບ​ການ​ອະ​ໄພ​ແລ້ວ ຫລື ຈົ່ງ​ລຸກ​ຂຶ້ນ ແລະ ຍ່າງ​ໄປ?” ນຳ​ອີກ.

  8. ເບິ່ງ 1 ໂຢ​ຮັນ 3:4.

  9. ເບິ່ງ 3 ນີ​ໄຟ 27:19.

  10. ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ,” ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ຮັບ​ໃຊ້​ຂອງ​ຜູ້​ສອນ​ສາດ​ສະ​ໜາ, rev. ed. (2018), lds.org/manual/missionary.

  11. Lynn G. Robbins, “Until Seventy Times Seven,” Liahona, May 2018, 22.

  12. ເບິ່ງ ໂມ​ໄຊ​ຢາ 16:5.

  13. ມີ​ຫລາຍ​ເທື່ອ ທີ່​ຂ້າ​ພະ​ເຈົ້າ​ໄດ້​ເປັນ​ພະ​ຍານ​ເຖິງ​ການ​ຫາຍ​ດີ​ຢ່າງ​ໄວ​ຂອງ​ບຸກ​ຄົນ ເມື່ອ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຢູ່​ອ້ອມ​ຮອບ ຄົນ​ທີ່​ເຄີຍ​ເຮັດ​ຜິດ​ຄຳ​ສາ​ບານ​ຂອງ​ຄວາມ​ຊື່​ສັດ ແລະ ຄວາມ​ໄວ້​ວາງ​ໃຈ, ຊ່ວຍ​ເຫລືອ​ເຂົາ​ເຈົ້າ​ໃຫ້​ຫັນ​ກັບ​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ດ້ວຍ​ຄວາມ​ຈິງ​ໃຈ ສຳ​ລັບ​ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ພຣະ​ອົງ ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ. ຖ້າ​ຫາກ​ຜູ້​ທີ່​ກັບ​ໃຈ​ແທ້ໆ ສະ​ແຫວງ​ຫາ​ທີ່​ຈະ​ປ່ຽນ​ແປງ, ສະ​ມາ​ຊິກ​ຄອບ​ຄົວ​ຜູ້​ທີ່​ຊ່ວຍ​ເຂົາ​ເຈົ້າ​ໃນ​ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ, ອະ​ທິ​ຖານ​ຢ່າງ​ຈິງ​ໃຈ, ແລະ ຮັບ​ໃຊ້​ຢ່າງ​ພຣະ​ຄຣິດ ບໍ່​ພຽງ​ແຕ່​ຊ່ວຍ​ຜູ້​ເຮັດ​ບາບ​ປ່ຽນ​ແປງ​ເທົ່າ​ນັ້ນ ແຕ່​ຍັງ​ໄດ້​ເປີດ​ໂອ​ກາດສຳ​ລັບ​ການ​ປິ່ນ​ປົວ​ເພີ່ມ​ເຕີມ ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ນຳ​ອີກ. ເມື່ອ​ເໝາະ​ສົມ, ຜູ້​ຮັບ​ເຄາະ​ທີ່ບໍ່​ມີ​ຄວາມ​ຜິດ ສາ​ມາດ​ຊ່ວຍ​ຜູ້​ເຮັດ​ບາບ​ທີ່​ເດີນ​ທາງ​ຜິດໄດ້ ໂດຍ​ການ​ສະ​ແຫວງ​ຫາ​ການ​ຊີ້​ນຳ​ຈາກ​ສະ​ຫວັນ ກ່ຽວ​ກັບ​ເລື່ອງ​ການ​ສຶກ​ສາ​ນຳ​ກັນ, ວິ​ທີ​ຮັບ​ໃຊ້, ແລະ ວິ​ທີ​ທີ່​ຈະ​ໃຫ້​ສະ​ມາ​ຊິກ​ຄອບ​ຄົວ​ມີ​ສ່ວນ​ຮ່ວມ ໃນ​ການ​ສົ່ງ​ເສີມ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຜູ້​ທີ່​ກັບ​ໃຈ ເພື່ອ​ປ່ຽນ​ແປງ ແລະ ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ອຳ​ນາດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ເຢ​ຊູ​ຄຣິດ.

  14. Boyd K. Packer, “The Plan of Happiness,” Liahona, May 2015, 28.

  15. 3 ນີ​ໄຟ 18:32.

  16. ແອວ​ມາ 34:31; ເນັ້ນ​ຄຳ​ເນີ້ງ.

  17. Russell M. Nelson, “As We Go Forward Together,” Liahona, Apr. 2018, 7.

ພິມ