ການຮັບເອົາພຣະນາມຂອງພຣະເຢຊູຄຣິດ
ຂໍໃຫ້ເຮົາຮັບເອົາພຣະນາມຂອງພຣະເຢຊູຄຣິດ ຢ່າງຊື່ສັດ—ໂດຍການເຫັນດັ່ງທີ່ພຣະອົງເຫັນ, ໂດຍການຮັບໃຊ້ດັ່ງທີ່ພຣະອົງໄດ້ຮັບໃຊ້, ແລະ ໂດຍການໄວ້ວາງໃຈວ່າ ພຣະຄຸນຂອງພຣະອົງ ແມ່ນພຽງພໍ.
ອ້າຍເອື້ອຍນ້ອງທັງຫລາຍ, ເມື່ອບໍ່ດົນມານີ້, ຂະນະທີ່ຂ້າພະເຈົ້າໄຕ່ຕອງກ່ຽວກັບຄຳສັ່ງຂອງປະທານແນວສັນ ໃຫ້ເອີ້ນສາດສະໜາຈັກ ຕາມຊື່ທີ່ແທ້ຈິງ, ຂ້າພະເຈົ້າໄດ້ຄິດກ່ຽວກັບຄຳແນະນຳຂອງພຣະຜູ້ຊ່ວຍໃຫ້ລອດ ຕໍ່ຊາວນີໄຟກ່ຽວກັບ ຊື່ຂອງສາດສະໜາຈັກ.1 ຂະນະທີ່ຂ້າພະເຈົ້າອ່ານຖ້ອຍຄຳຂອງພຣະຜູ້ຊ່ວຍໃຫ້ລອດ, ຂ້າພະເຈົ້າໄດ້ເຫັນເຖິງຄວາມສຳຄັນທີ່ພຣະອົງໄດ້ກ່າວກັບຜູ້ຄົນວ່າ “ເຈົ້າຈະຕ້ອງຮັບເອົາພຣະນາມຂອງພຣະຄຣິດ.”2 ສິ່ງນີ້ເຮັດໃຫ້ຂ້າພະເຈົ້າສຳຫລວດເບິ່ງຕົວເອງ ແລະ ຖາມວ່າ, “ເຮົາໄດ້ຮັບເອົາພຣະນາມຂອງພຣະຜູ້ຊ່ວຍໃຫ້ລອດ ຕາມທີ່ພຣະອົງປະສົງໃຫ້ເຮົາເຮັດແລ້ວບໍ?”3 ມື້ນີ້ ຂ້າພະເຈົ້າຢາກແບ່ງປັນຄວາມປະທັບໃຈ ທີ່ຂ້າພະເຈົ້າໄດ້ຮັບ ໃນການຕອບຄຳຖາມຂອງຂ້າພະເຈົ້າ.
ຢ່າງທຳອິດ, ການຮັບເອົາພຣະນາມຂອງພຣະຄຣິດ ໝາຍເຖິງເຮົາພະຍາຍາມຢ່າງຊື່ສັດ ທີ່ຈະເຫັນ ດັ່ງທີ່ພຣະເຈົ້າເຫັນ.4 ພຣະເຈົ້າເຫັນໃນແບບໃດ? ໂຈເຊັບ ສະມິດ ໄດ້ກ່າວວ່າ, “ຂະນະທີ່ສ່ວນໜຶ່ງຂອງມວນມະນຸດກຳລັງຕັດສິນ ແລະ ກ່າວໂທດອີກຝ່າຍໜຶ່ງຢ່າງບໍ່ມີເມດຕາ, ພຣະບິດາຜູ້ຍິ່ງໃຫຍ່ແຫ່ງຈັກກະວານໄດ້ທອດພຣະເນດລົງມາເບິ່ງຄອບຄົວມະນຸດທັງໝົດດ້ວຍຄວາມເປັນຫ່ວງເປັນໃຍ ແລະ ດ້ວຍຄວາມຮັກຂອງຜູ້ເປັນພຣະບິດາ” ເພາະ “ຄວາມຮັກຂອງພຣະອົງເລິກຊຶ້ງ.”5
ສອງສາມປີກ່ອນ ເອື້ອຍຂອງຂ້າພະເຈົ້າໄດ້ເສຍຊີວິດໄປ. ນາງມີຊີວິດທີ່ທ້າທາຍຫລາຍ. ນາງດີ້ນລົນກັບພຣະກິດຕິຄຸນ ແລະ ບໍ່ເຄີຍເຂັ້ມແຂງ. ຜົວຂອງນາງໄດ້ປະຖິ້ມນາງໄປ ແລະ ປະໃຫ້ນາງລ້ຽງລູກນ້ອຍສີ່ຄົນ ດ້ວຍຕົວຄົນດຽວ. ໃນຄ່ຳຄືນທີ່ນາງໄດ້ເສຍຊີວິດໄປ, ຢູ່ໃນຫ້ອງທີ່ລູກໆຂອງນາງຢູ່ນຳ, ຂ້າພະເຈົ້າໄດ້ມອບພອນໃຫ້ແກ່ນາງ ເພື່ອນາງຈະໄດ້ກັບບ້ານດ້ວຍຄວາມສະຫງົບສຸກ. ໃນເວລານັ້ນ ຂ້າພະເຈົ້າໄດ້ຮັບຮູ້ວ່າ ຂ້າພະເຈົ້າມັກຈະເບິ່ງຊີວິດຂອງເອື້ອຍໃນແບບທີ່ເຕັມໄປດ້ວຍການທົດລອງ ແລະ ບໍ່ເຂັ້ມແຂງ. ຂະນະທີ່ຂ້າພະເຈົ້າວາງມືໃສ່ເທິງຫົວຂອງນາງ ໃນຄ່ຳຄືນນັ້ນ, ຂ້າພະເຈົ້າໄດ້ຮັບການຕຳນິຢ່າງໜັກຈາກພຣະວິນຍານ. ຂ້າພະເຈົ້າໄດ້ຖືກເຮັດໃຫ້ຮູ້ຈັກຄວາມດີຂອງນາງ ແລະ ຖືກເຮັດໃຫ້ເຫັນນາງ ດັ່ງທີ່ພຣະເຈົ້າເຫັນນາງ—ບໍ່ແມ່ນບາງຄົນທີ່ໄດ້ດີ້ນລົນກັບພຣະກິດຕິຄຸນ ແລະ ຊີວິດ ແຕ່ແມ່ນບາງຄົນທີ່ໄດ້ປະເຊີນກັບບັນຫາຫຍຸ້ງຍາກ ຊຶ່ງຂ້າພະເຈົ້າບໍ່ເຄີຍປະເຊີນ. ຂ້າພະເຈົ້າໄດ້ເຫັນນາງ ວ່າເປັນແມ່ທີ່ດີ, ເຖິງແມ່ນມີອຸປະສັກ, ນາງໄດ້ລ້ຽງດູລູກຜູ້ສວຍງາມທັງສີ່ຄົນ, ທີ່ເປັນເດັກດີ. ຂ້າພະເຈົ້າເຫັນນາງເປັນເພື່ອນຂອງແມ່ ຜູ້ໃຊ້ເວລາເບິ່ງແຍງແມ່ ຫລັງຈາກພໍ່ຂອງພວກເຮົາໄດ້ເສຍຊີວິດໄປ.
ລະຫວ່າງຄືນສຸດທ້າຍນັ້ນກັບເອື້ອຍຂອງຂ້າພະເຈົ້າ, ຂ້າພະເຈົ້າເຊື່ອວ່າ ພຣະເຈົ້າໄດ້ຖາມຂ້າພະເຈົ້າວ່າ, “ເຈົ້າບໍ່ເຫັນບໍວ່າ ທຸກຄົນທີ່ຢູ່ອ້ອມຂ້າງເຈົ້າ ເປັນບຸກຄົນທີ່ສັກສິດ?”
ບຣິກຳ ຢັງ ໄດ້ສອນວ່າ:
“ຂ້າພະເຈົ້າຂໍໃຫ້ໄພ່ພົນ … ເຂົ້າໃຈຊາຍ ແລະ ຍິງ ຕາມທີ່ເຂົາເຈົ້າເປັນຢູ່ ແລະ ບໍ່ແມ່ນຕາມທີ່ເຮົາເອງເປັນຢູ່.”6
“ເລື້ອຍປານໃດ ທີ່ເຮົາໄດ້ຍິນຄຳວ່າ—‘ຄົນນັ້ນເຮັດຜິດຫລາຍທີ່ສຸດ ແລະ ລາວບໍ່ສາມາດເປັນໄພ່ພົນໄດ້.’ … ເຮົາໄດ້ຍິນບາງຄົນເວົ້າຄຳຫຍາບຄາຍ ແລະ ເວົ້າຕົວະ … [ຫລື] ບໍ່ຮັກສາວັນຊະບາໂຕ. … ຢ່າຕັດສິນເຂົາ, ເພາະທ່ານບໍ່ຮູ້ເຖິງພຣະປະສົງຂອງພຣະຜູ້ເປັນເຈົ້າກ່ຽວກັບເຂົາ. … [ແຕ່,] ໃຫ້ອົດທົນກັບເຂົາ.”7
ມີໃຜບໍ່ໃນພວກທ່ານທີ່ວາດພາບເຫັນພຣະຜູ້ຊ່ວຍໃຫ້ລອດ ປ່ອຍໃຫ້ທ່ານ ແລະ ພາລະໜັກໜ່ວງຂອງທ່ານ ຜ່ານກາຍພຣະອົງໄປ ແບບບໍ່ສົນພຣະໄທເລີຍ? ພຣະຜູ້ຊ່ວຍໃຫ້ລອດ ໄດ້ທອດພຣະເນດເບິ່ງໄທຊາມາເຣຍ, ຍິງທີ່ຫລິ້ນຊູ້, ຄົນເກັບພາສີ, ຄົນຂີ້ທູດ, ຄົນທີ່ເສຍຈິດ, ແລະ ຄົນບາບ ດ້ວຍພຣະເນດດຽວກັນນັ້ນ. ທຸກຄົນກໍເປັນລູກຂອງພຣະບິດາຂອງພຣະອົງ. ທຸກຄົນກໍສາມາດຖືກໄຖ່ຖອນໄດ້.
ທ່ານສາມາດວາດພາບເຫັນພຣະອົງ ຫັນໜີຈາກບາງຄົນທີ່ສົງໄສກ່ຽວກັບບ່ອນຂອງເຂົາເຈົ້າຢູ່ໃນອານາຈັກຂອງພຣະເຈົ້າບໍ ຫລື ຈາກຜູ້ທີ່ເປັນທຸກໃນແບບໃດກໍຕາມ?8 ຂ້າພະເຈົ້າບໍ່ເຫັນພາບນັ້ນ. ໃນສາຍພຣະເນດຂອງພຣະຄຣິດ, ທຸກຄົນມີຄ່າຢ່າງລົ້ນເຫລືອ. ບໍ່ມີຄົນໃດຖືກແຕ່ງຕັ້ງໄວ້ກ່ອນ ເພື່ອໃຫ້ລົ້ມເຫລວ. ຊີວິດນິລັນດອນ ແມ່ນເປັນໄປໄດ້ສຳລັບເຮົາທຸກຄົນ.9
ຈາກການຕຳນິຂອງພຣະວິນຍານ ຢູ່ຂ້າງຕຽງຂອງເອື້ອຍຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ຮຽນຮູ້ເຖິງບົດຮຽນທີ່ສຳຄັນ: ວ່າເມື່ອເຮົາເຫັນດັ່ງທີ່ພຣະອົງເຫັນ, ການເຫັນຂອງເຮົາ ຈະເປັນໄຊຊະນະໃນສອງຢ່າງ—ການໄຖ່ຜູ້ທີ່ເຮົາສຳພັດ ແລະ ການໄຖ່ຕົວເຮົາເອງ.
ຢ່າງທີສອງ, ໃນການຮັບເອົາພຣະນາມຂອງພຣະຄຣິດ, ເຮົາບໍ່ພຽງແຕ່ຕ້ອງເຫັນດັ່ງທີ່ພຣະເຈົ້າເຫັນ, ແຕ່ເຮົາຕ້ອງເຮັດວຽກງານຂອງພຣະອົງ ແລະ ຮັບໃຊ້ ດັ່ງທີ່ພຣະອົງໄດ້ຮັບໃຊ້. ເຮົາດຳລົງຊີວິດຕາມພຣະບັນຍັດສອງຂໍ້ໃຫຍ່, ເຮັດຕາມພຣະປະສົງຂອງພຣະເຈົ້າ, ເຕົ້າໂຮມອິດສະຣາເອນ, ແລະ ປ່ອຍໃຫ້ແສງສະຫວ່າງຂອງເຮົາ “ສ່ອງຕໍ່ໜ້າມະນຸດ.”10 ເຮົາໄດ້ຮັບ ແລະ ດຳລົງຊີວິດຕາມພັນທະສັນຍາ ແລະ ພິທີການຂອງສາດສະໜາຈັກທີ່ຟື້ນຟູຂອງພຣະອົງ.11 ເມື່ອເຮົາເຮັດສິ່ງນີ້, ພຣະເຈົ້າຈະມອບອຳນາດໃຫ້ເຮົາ ເພື່ອອວຍພອນເຮົາ, ຄອບຄົວເຮົາ, ແລະ ຊີວິດຂອງຄົນອື່ນ.12 ໃຫ້ຖາມຕົວເອງວ່າ, “ເຮົາຮູ້ຄົນໃດບໍ ຜູ້ບໍ່ຕ້ອງການອຳນາດຈາກສະຫວັນ ໃນຊີວິດຂອງເຂົາເຈົ້າ?”
ພຣະເຈົ້າຈະທຳການມະຫັດສະຈັນໃນບັນດາພວກເຮົາ ເມື່ອເຮົາຊຳລະຕົວເອງ.13 ເຮົາຊຳລະຕົວເອງ ໂດຍການເຮັດໃຫ້ໃຈຂອງເຮົາສະອາດ.14 ເຮົາຊຳລະໃຈຂອງເຮົາ ຕອນເຮົາຮັບຟັງພຣະອົງ,15 ກັບໃຈຈາກບາບຂອງເຮົາ,16 ມີຄວາມເຫລື້ອມໃສ,17 ແລະ ຮັກ ດັ່ງທີ່ພຣະອົງຮັກ.18 ພຣະຜູ້ຊ່ວຍໃຫ້ລອດ ໄດ້ຖາມເຮົາວ່າ, “ຖ້າພວກເຈົ້າທັງຫລາຍຮັກຄົນທີ່ຮັກພວກເຈົ້າແຕ່ເທົ່ານັ້ນ, ພວກເຈົ້າຈະໄດ້ຮັບບຳເໜັດຫຍັງຈາກພຣະເຈົ້າ?”19
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ຮຽນຮູ້ກ່ຽວກັບປະສົບການ ໃນຊີວິດຂອງ ແອວເດີ ເຈມສ໌ ອີ ທາເມດ ທີ່ເຮັດໃຫ້ຂ້າພະເຈົ້າຄິດ ແລະ ໄຕ່ຕອງເຖິງວິທີທີ່ຂ້າພະເຈົ້າຮັກ ແລະ ຮັບໃຊ້ຄົນອື່ນ ຜູ້ທີ່ຢູ່ອ້ອມຮອບຂ້າພະເຈົ້າ. ໃນຖານະອາຈານໜຸ່ມ, ກ່ອນໄດ້ກາຍເປັນອັກຄະສາວົກ ແລະ ໃນໄລຍະພະຍາດຄໍຕີບກຳລັງແຜ່ລາມ ໃນປີ 1892, ແອວເດີ ທາເມດ ໄດ້ຮູ້ຈັກຄອບຄົວໜຶ່ງທີ່ບໍ່ຄຸ້ນເຄີຍ, ທີ່ບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກ, ຜູ້ໄດ້ອາໄສຢູ່ໃກ້ເພິ່ນ ທີ່ກຳລັງເປັນພະຍາດຄໍຕີບ. ບໍ່ມີໃຜຢາກເອົາຕົວເອງໄປຊ່ຽງ ໂດຍການເຂົ້າໄປໃນບ້ານເຮືອນທີ່ເປັນພະຍາດ. ແຕ່ ແອວເດີ ທາເມດ, ໄດ້ໄປຫາເຮືອນຫລັງນັ້ນທັນທີ. ເພິ່ນໄດ້ພົບເຫັນເດັກນ້ອຍສີ່ຄົນ: ຜູ້ອາຍຸສອງປີເຄິ່ງ ນອນຕາຍຢູ່ເທິງຕຽງ, ຜູ້ອາຍຸຫ້າປີ ແລະ ສິບປີ ຢູ່ໃນຄວາມເຈັບປວດທີ່ສຸດ, ແລະ ຜູ້ອາຍຸສິບສາມປີ ກໍອ່ອນເພຍຫລາຍ. ຜູ້ເປັນພໍ່ແມ່ກໍມີຄວາມໂສກເສົ້າ ແລະ ອ່ອນແຮງທີ່ສຸດ.
ແອວເດີ ທາເມດ ໄດ້ນຸ່ງເຄື່ອງໃຫ້ທັງຄົນຕາຍ ແລະ ຄົນເປັນ, ກວາດຖູພື້ນເຮືອນ, ຫອບເອົາເຄື່ອງນຸ່ງທີ່ສົກກະປົກອອກໄປນອກບ້ານ, ແລະ ເຜົາຜ້າທີ່ເຕັມໄປດ້ວຍພະຍາດ. ເພິ່ນໄດ້ຊ່ວຍເຫລືອໝົດມື້ ແລະ ໄດ້ກັບຄືນໄປເຮືອນນັ້ນອີກ ໃນມື້ຕໍ່ມາ. ຜູ້ອາຍຸສິບປີໄດ້ຕາຍໄປໃນລະຫວ່າງຕອນກາງຄືນ. ເພິ່ນໄດ້ອູ້ມເອົາຜູ້ອາຍຸຫ້າປີຂຶ້ນມາ. ນາງໄດ້ໄອອອກມາເປັນເລືອດ ພຸ່ງໃສ່ໜ້າ ແລະ ເຄື່ອງນຸ່ງເພິ່ນ. ເພິ່ນຂຽນວ່າ, “ຂ້າພະເຈົ້າບໍ່ສາມາດວາງນາງລົງ,” ແລະ ເພິ່ນໄດ້ອູ້ມນາງໄວ້ ຈົນເຖິງເວລານາງສິ້ນລົມຫາຍໃຈ. ເພິ່ນໄດ້ຊ່ວຍຝັງລູກທັງສາມຄົນ ແລະ ຈັດຫາອາຫານ ແລະ ເຄື່ອງນຸ່ງຫົ່ມທີ່ສະອາດມາໃຫ້ຄອບຄົວທີ່ໂສກເສົ້າ. ເມື່ອກັບໄປເຖິງບ້ານ, ບຣາເດີ ທາເມດ ໄດ້ແກ້ເຄື່ອງອອກ, ອາບແຊ່ນ້ຳຢາຂ້າພະຍາດ, ແລະ ໄດ້ຢູ່ຫ່າງຈາກຄອບຄົວ, ແລະ ໄດ້ທົນກັບພະຍາດນັ້ນ ທີ່ເພິ່ນຕິດມາ.20
ຫລາຍຄົນທີ່ຢູ່ອ້ອມຮອບເຮົາ ກໍຢູ່ໃນຂັ້ນອັນຕະລາຍ. ໄພ່ພົນໄດ້ຮັບເອົາພຣະນາມຂອງພຣະຜູ້ຊ່ວຍໃຫ້ລອດ ໂດຍການກາຍເປັນຜູ້ທີ່ສັກສິດ ແລະ ປະຕິບັດສາດສະໜາກິດຕໍ່ທຸກຄົນ ບໍ່ວ່າຈະຢູ່ບ່ອນໃດ ຫລື ເຂົາເຈົ້າຢູ່ໃນສະຖານະການໃດກໍຕາມ—ຜູ້ຄົນຈະລອດ ເມື່ອເຮົາເຮັດເຊັ່ນນັ້ນ.21
ຢ່າງສຸດທ້າຍ, ຂ້າພະເຈົ້າເຊື່ອວ່າ ໃນການຮັບເອົາພຣະນາມຂອງພຣະອົງ ເຮົາຕ້ອງໄວ້ວາງໃຈໃນພຣະອົງ. ໃນການປະຊຸມທີ່ຂ້າພະເຈົ້າໄດ້ໄປຮ່ວມ ໃນວັນອາທິດມື້ໜຶ່ງ, ຍິງໜຸ່ມຄົນໜຶ່ງໄດ້ຖາມບາງສິ່ງ ດັ່ງຕໍ່ໄປນີ້: “ແຟນຂອງຂ້ານ້ອຍ ກັບຂ້ານ້ອຍຫາກໍເລີກກັນ, ແລະ ລາວຕັດສິນໃຈອອກໄປຈາກສາດສະໜາຈັກ. ລາວບອກຂ້ານ້ອຍວ່າ ລາວບໍ່ເຄີຍມີຄວາມສຸກ. ມັນເປັນໄປໄດ້ແນວໃດ?”
ພຣະຜູ້ຊ່ວຍໃຫ້ລອດໄດ້ຕອບຄຳຖາມນີ້ ເມື່ອພຣະອົງໄດ້ກ່າວຕໍ່ຊາວນີໄຟວ່າ, “ແຕ່ຖ້າຫາກ [ຊີວິດຂອງພວກເຈົ້າ] ບໍ່ໄດ້ຖືກສ້າງຂຶ້ນເທິງພຣະກິດຕິຄຸນຂອງເຮົາ, ແລະ ມັນຖືກສ້າງຂຶ້ນເທິງວຽກງານຂອງມະນຸດ, ຫລື ເທິງວຽກງານຂອງມານ, ຕາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ [ພວກເຈົ້າຈະ] ມີຄວາມສຸກໃນວຽກງານ [ຂອງພວກເຈົ້າ] ພຽງຊົ່ວໄລຍະໜຶ່ງເທົ່ານັ້ນ, ແລະ ໃນບໍ່ຊ້າເວລາສຸດທ້າຍຍ່ອມມາເຖິງ.”22 ມັນຈະບໍ່ມີຄວາມສຸກທີ່ຍືນນານ ຢູ່ນອກພຣະກິດຕິຄຸນຂອງພຣະເຢຊູຄຣິດ.
ເຖິງຢ່າງໃດກໍຕາມ, ຢູ່ໃນການປະຊຸມນັ້ນ ຂ້າພະເຈົ້າໄດ້ຄິດກ່ຽວກັບຜູ້ຄົນທີ່ດີຫລາຍຄົນ ທີ່ຂ້າພະເຈົ້າຮູ້ຈັກ ຜູ້ທີ່ດີ້ນລົນກັບພາລະອັນໜັກໜ່ວງ ແລະ ພຣະບັນຍັດທີ່ຍາກຫລາຍສຳລັບເຂົາເຈົ້າ ຂ້າພະເຈົ້າໄດ້ຖາມຕົວເອງວ່າ, “ພຣະຜູ້ເປັນເຈົ້າຈະກ່າຍຫຍັງອີກ ຕໍ່ພວກເຂົາ?”23 ຂ້າພະເຈົ້າເຊື່ອວ່າ ພຣະອົງຄົງຖາມວ່າ, “ພວກເຈົ້າເຊື່ອເຮົາບໍ?”24 ຕໍ່ຜູ້ຍິງທີ່ເປັນພະຍາດເລືອດຕົກ, ພຣະອົງໄດ້ກ່າວວ່າ, “ຄວາມເຊື່ອຂອງເຈົ້າ ໄດ້ເຮັດໃຫ້ເຈົ້າຫາຍດີແລ້ວ, ຈົ່ງໄປເປັນສຸກເທີ້ນ.”25
ພຣະຄຳພີຂໍ້ໜຶ່ງທີ່ຂ້າພະເຈົ້າມັກຫລາຍ ແມ່ນ ໂຢຮັນ 4:4, ຊຶ່ງອ່ານວ່າ, “ພຣະອົງຈຳເປັນຕ້ອງຜ່ານແຂວງຊາມາເຣຍໄປ.”
ເປັນຫຍັງຂ້າພະເຈົ້າຈຶ່ງມັກພຣະຄຳພີຂໍ້ນີ້? ເພາະພຣະເຢຊູບໍ່ ຈຳເປັນ ຕ້ອງຜ່ານຊາມາເຣຍໄປ. ຊາວຢິວໃນວັນເວລາຂອງພຣະອົງ ກຽດຊັງຊາວຊາມາເຣຍ ແລະ ໄດ້ເດີນທາງອ້ອມແຂວງຊາມາເຣຍໄປ. ແຕ່ພຣະເຢຊູໄດ້ເລືອກໄປຍັງທີ່ນັ້ນ ເພື່ອປະກາດໃຫ້ທັງໂລກຮູ້ເປັນເທື່ອທຳອິດວ່າ ພຣະອົງເປັນພຣະເມຊີອາທີ່ສັນຍາໄວ້. ສຳລັບຂ່າວສານນີ້, ພຣະອົງບໍ່ພຽງແຕ່ເລືອກເອົາກຸ່ມທີ່ຖືກຂັບໄລ່ ແຕ່ຜູ້ຍິງຄົນໜຶ່ງນຳອີກ—ແລະ ບໍ່ພຽງແຕ່ຜູ້ຍິງທົ່ວໄປ ແຕ່ເປັນຜູ້ຍິງທີ່ໃຊ້ຊີວິດໃນການເຮັດບາບ—ເປັນຜູ້ໜຶ່ງທີ່ຜູ້ຄົນໃນສະໄໝນັ້ນຖືວ່າ ຕ່ຳຕ້ອຍທີ່ສຸດ. ຂ້າພະເຈົ້າເຊື່ອວ່າ ພຣະເຢຊູເຮັດສິ່ງນີ້ ເພື່ອວ່າເຮົາທຸກຄົນຈະໄດ້ເຂົ້າໃຈສະເໝີວ່າ ຄວາມຮັກຂອງພຣະອົງແມ່ນຍິ່ງໃຫຍ່ກວ່າຄວາມຢ້ານກົວ, ບາດແຜ, ການຕິດແສດ, ຄວາມສົງໄສ, ສິ່ງລໍ້ໃຈ, ການບາບ, ຄອບຄົວທີ່ແຕກແຍກ, ຄວາມເສົ້າໃຈ ແລະ ຄວາມກັງວົນ, ຄວາມອະນາຖາ, ຄວາມມັກຊອບເພດດຽວກັນ, ຄວາມເຈັບປ່ວຍໜັກ, ການປ່ວຍໂຊທີ່ຮ້າຍແຮງ, ຄວາມຍາກຈົນ, ຄວາມໝົດຫວັງ, ແລະ ຄວາມເປົ່າປ່ຽວດຽວດາຍຂອງເຮົາ.26 ພຣະອົງປະສົງໃຫ້ທຸກຄົນຮູ້ວ່າ ບໍ່ມີສິ່ງໃດ ແລະ ບໍ່ມີຄົນໃດ ທີ່ພຣະອົງບໍ່ສາມາດປິ່ນປົວ ແລະ ພາໄປສູ່ຄວາມສຸກທີ່ຍືນນານໄດ້.27
ພຣະຄຸນຂອງພຣະອົງແມ່ນພຽງພໍ.28 ພຣະອົງເທົ່ານັ້ນທີ່ໄດ້ສະເດັດລົງຕ່ຳກວ່າທຸກສິ່ງ. ອຳນາດແຫ່ງການຊົດໃຊ້ຂອງພຣະອົງແມ່ນອຳນາດທີ່ຈະເອົາຊະນະພາລະອັນໜັກໜ່ວງໃດໆ ໃນຊີວິດຂອງເຮົາ.29 ຂ່າວສານຂອງຜູ້ຍິງທີ່ນ້ຳສ້າງແມ່ນວ່າ ພຣະອົງຮູ້ເຖິງສະພາບການໃນຊີວິດຂອງເຮົາ30 ແລະ ວ່າເຮົາສາມາດເດີນໄປກັບພຣະອົງໄດ້ສະເໝີ ບໍ່ວ່າເຮົາຈະຢູ່ໃນຈຸດໃດກໍຕາມ. ຕໍ່ນາງ ແລະ ຕໍ່ເຮົາແຕ່ລະຄົນ, ພຣະອົງກ່າວວ່າ, “ຜູ້ໃດທີ່ດື່ມນ້ຳຊຶ່ງເຮົາຈະໃຫ້ນັ້ນ ຈະບໍ່ຢາກອີກຈັກເທື່ອ; ນ້ຳທີ່ເຮົາໃຫ້ນັ້ນ ຈະກາຍເປັນນ້ຳພຸໃນຕົວຂອງຜູ້ນັ້ນ ແລະ ຈະພຸ່ງຂຶ້ນເຖິງຊີວິດນິລັນດອນ.”31
ໃນການເດີນທາງໃດໆໃນຊີວິດ, ເປັນຫຍັງທ່ານຈຶ່ງຢາກຫັນໜີຈາກພຣະຜູ້ຊ່ວຍໃຫ້ລອດ ຜູ້ມີອຳນາດທີ່ຈະປິ່ນປົວ ແລະ ນຳພາທ່ານໄປ? ບໍ່ວ່າທ່ານຕ້ອງເສຍສະລະສິ່ງໃດ ເພື່ອຈະໄດ້ໄວ້ວາງໃຈໃນພຣະອົງ ມັນກໍກຸ້ມຄ່າທີ່ສຸດ. ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ, ຂໍໃຫ້ເຮົາຈົ່ງເລືອກທີ່ຈະມີສັດທາຫລາຍຂຶ້ນໃນພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ.
ຈາກສ່ວນເລິກທີ່ສຸດຂອງຈິດວິນຍານຂອງຂ້າພະເຈົ້າ, ຂ້າພະເຈົ້າຂໍເປັນພະຍານວ່າ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ເປັນສາດສະໜາຈັກຂອງພຣະຜູ້ຊ່ວຍໃຫ້ລອດ, ຖືກນຳພາໂດຍພຣະຄຣິດທີ່ຊົງພຣະຊົນຢູ່ ຜ່ານທາງສາດສະດາທີ່ແທ້ຈິງ. ຄຳອະທິຖານຂອງຂ້າພະເຈົ້າແມ່ນວ່າ ເຮົາຈະຮັບເອົາພຣະນາມຂອງພຣະເຢຊູຄຣິດ ຢ່າງຊື່ສັດ—ໂດຍການເຫັນດັ່ງທີ່ພຣະອົງເຫັນ, ໂດຍການຮັບໃຊ້ດັ່ງທີ່ພຣະອົງໄດ້ຮັບໃຊ້, ແລະ ໂດຍການໄວ້ວາງໃຈວ່າ ພຣະຄຸນຂອງພຣະອົງ ແມ່ນພຽງພໍທີ່ຈະພາເຮົາກັບບ້ານ ແລະ ມີຄວາມສຸກທີ່ຍືນນານ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.