ເຊື່ອ, ຮັກ, ເຮັດ
ເຮົາບັນລຸຊີວິດທີ່ອຸດົມສົມບູນນັ້ນ ໂດຍການກາຍເປັນສານຸສິດທີ່ແທ້ຈິງຂອງພຣະເຢຊູຄຣິດ—ໂດຍການຕິດຕາມວິທີທາງຂອງພຣະອົງ ແລະ ມີພາກສ່ວນໃນວຽກງານຂອງພຣະອົງ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຊ່າງເປັນໂອກາດທີ່ດີເລີດແທ້ໆ ທີ່ໄດ້ມາຢູ່ກັບທ່ານ ໃນກອງປະຊຸມໃຫຍ່ສາມັນທີ່ໜ້າອັດສະຈັນໃຈນີ້: ເພື່ອຮັບຟັງຂ່າວສານທີ່ດົນໃຈ, ເພື່ອຟັງສຽງເພງທີ່ມະຫັດສະຈັນ ແລະ ຍອດຍ້ຽມຂອງກຸ່ມນັກຮ້ອງຜູ້ສອນສາດສະໜາເຫລົ່ານີ້ ທີ່ເປັນຕົວແທນໃຫ້ແກ່ຜູ້ສອນສາດສະໜາຫລາຍພັນຄົນ ຕະຫລອດທົ່ວໂລກ—ລູກສາວ, ລູກຊາຍຂອງເຮົາ—ແລະ ໂດຍສະເພາະທີ່ຈະເປັນອັນໜຶ່ງອັນດຽວກັນ ໃນສັດທາ ໃນມື້ນີ້, ໃນການສະໜັບສະໜູນປະທານ ແລະ ສາດສະດາຂອງເຮົາອີກ, ປະທານຣະໂຊ ເອັມ ແນວສັນ, ຝ່າຍປະທານສູງສຸດ, ແລະ ເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ ຂອງສາດສະໜາຈັກ. ຊ່າງເປັນວັນທີ່ມີຄວາມສຸກແທ້ໆ ທີ່ໄດ້ມາຢູ່ກັບທ່ານໃນມື້ນີ້.
ກະສັດໂຊໂລໂມນໃນສະໄໝບູຮານ ໄດ້ເປັນມະນຸດຄົນໜຶ່ງ ທີ່ມີຜົນສຳເລັດຫລາຍທີ່ສຸດ ໃນປະຫວັດສາດ.1 ເບິ່ງຄືວ່າເພິ່ນມີທຸກສິ່ງ—ເງິນ, ອຳນາດ, ຄວາມເຄົາລົບ, ກຽດຕິຍົດ. ແຕ່ຫລັງຈາກຫລາຍໆທົດສະວັດຂອງການເຮັດຕາມໃຈຕົນເອງ, ແລະ ຄວາມຟຸມເຟືອຍ, ກະສັດໂຊໂລໂມນໄດ້ສະຫລຸບຊີວິດຂອງເພິ່ນແນວໃດ?
“ທຸກສິ່ງລ້ວນແຕ່ອະນິຈັງທັງສິ້ນ,”2 ເພິ່ນໄດ້ເວົ້າ.
ຊາຍຄົນນີ້, ຜູ້ທີ່ໄດ້ມີທຸກສິ່ງ, ໃນທີ່ສຸດກໍສິ້ນຫວັງ, ມອງໂລກໃນແງ່ລົບ, ແລະ ບໍ່ມີຄວາມສຸກ, ເຖິງແມ່ນວ່າເພິ່ນໄດ້ມີທຸກສິ່ງທຸກຢ່າງ.3
ມີຄຳໜຶ່ງໃນພາສາເຢຍລະມັນ ກ່າວວ່າ, Weltschmerz. ໂດຍທົ່ວໄປແລ້ວ, ມັນໝາຍຄວາມວ່າ ຄວາມໂສກເສົ້າທີ່ມາຈາກ ຄວາມກະວົນກະວາຍ ກ່ຽວກັບໂລກທີ່ຕ່ຳກວ່າ ເຮົາຄິດວ່າມັນຄວນເປັນ.
ບາງທີອາດມີ Weltschmerz ໜ້ອຍໜຶ່ງໃນຕົວເຮົາທຸກຄົນ.
ເມື່ອຄວາມໂສກເສົ້າທີ່ມິດງຽບເຂົ້າມາໃນຊີວິດຂອງເຮົາ. ເມື່ອຄວາມໂສກເສົ້ານັ້ນເຕັມໄປໝົດທັງວັນ ແລະ ເຮັດໃຫ້ກາງຄືນຂອງເຮົາໂສກເສົ້າໄປດ້ວຍ. ເມື່ອເລື່ອງໂສກເສົ້າ ແລະ ຄວາມບໍ່ຍຸດຕິທຳເຂົ້າມາໃນໂລກອ້ອມຂ້າງເຮົາ, ຮ່ວມທັງໃນຊີວິດຂອງຄົນທີ່ເຮົາຮັກ. ເມື່ອເຮົາເດີນທາງຜ່ານເສັ້ນທາງທີ່ເຕັມໄປດ້ວຍເຄາະຮ້າຍ ແລະ ຄວາມໂດດດ່ຽວສ່ວນຕົວ, ແລະ ຄວາມເຈັບປວດເຮັດໃຫ້ຄວາມງຽບສະຫງົບ ຂອງເຮົາສູນຫາຍໄປ—ເຮົາອາດຖືກລໍ້ລວງໃຫ້ເຫັນພ້ອມກັບໂຊໂລໂມນ ວ່າຊີວິດນີ້ ອະນິຈັງ ແລະ ຂາດຄວາມໝາຍ.
ຄວາມຫວັງອັນຍິ່ງໃຫຍ່
ຂ່າວດີກໍຄືວ່າ, ຍັງມີຄວາມຫວັງຢູ່. ຍັງມີທາງແກ້ໄຂຕໍ່ຄວາມອ້າງວ້າງ, ຄວາມອະນິຈັງ, ແລະ Weltschmerz ຂອງຊີວິດ. ມີຍັງທາງແກ້ໄຂແມ່ນແຕ່ຕໍ່ຄວາມສິ້ນຫວັງ ແລະ ຄວາມທໍ້ຖອຍໃຈແທ້ໆ ທີ່ທ່ານອາດຮູ້ສຶກ.
ຄວາມຫວັງນີ້ແມ່ນພົບເຫັນຢູ່ໃນອຳນາດທີ່ປ່ຽນແປງຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ໃນອຳນາດແຫ່ງການໄຖ່ຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ຈະປິ່ນປົວຄວາມເຈັບປ່ວຍຂອງຈິດວິນຍານຂອງເຮົາ.
“ຝ່າຍເຮົາໄດ້ມາ.” ພຣະເຢຊູ ໄດ້ປະກາດ, “ເພື່ອເຂົາຈະໄດ້ຊີວິດ, ແລະ ຈະໄດ້ຊີວິດຢ່າງຄົບບໍລິບູນ.”4
ເຮົາບັນລຸຊີວິດທີ່ອຸດົມສົມບູນນັ້ນ ບໍ່ແມ່ນໂດຍການເອົາໃຈໃສ່ຕໍ່ຄວາມຕ້ອງການ ຂອງເຮົາເອງ ຫລື ຈາກຄວາມສຳເລັດຂອງເຮົາ ແຕ່ໂດຍການກາຍເປັນສານຸສິດທີ່ແທ້ຈິງ ຂອງພຣະເຢຊູຄຣິດ—ໂດຍການຕິດຕາມວິທີທາງຂອງພຣະອົງ ແລະ ມີພາກສ່ວນໃນ ວຽກງານຂອງພຣະອົງ. ເຮົາຈະພົບເຫັນຊີວິດທີ່ອຸດົມສົມບູນ ໂດຍການບໍ່ຄິດກ່ຽວກັບຕົວເອງ ແລະ ໂດຍການມີພາກສ່ວນຢູ່ໃນອຸດົມການອັນຍິ່ງໃຫຍ່ຂອງພຣະຄຣິດ.
ແລະ ແມ່ນຫຍັງຄືອຸດົມການຂອງພຣະຄຣິດ? ມັນແມ່ນທີ່ຈະເຊື່ອໃນພຣະອົງ, ຮັກດັ່ງທີ່ພຣະອົງໄດ້ຮັກ, ແລະ ເຮັດດັ່ງທີ່ພຣະອົງໄດ້ເຮັດ.
ພຣະເຢຊູ “ໄດ້ໄປທຸກຫົນທຸກແຫ່ງ ເຮັດຄຸນງາມຄວາມດີ.”5 ພຣະອົງໄດ້ຍ່າງໄປໃນບັນດາຄົນຍາກຈົນ, ຄົນທີ່ຖືກຂັບໄລ່, ຄົນເຈັບປ່ວຍ, ແລະ ຄົນທີ່ອັບອາຍ. ພຣະອົງໄດ້ປະຕິບັດສາດສະໜາກິດຕໍ່ຄົນບໍ່ມີອຳນາດ, ອ່ອນແອ, ແລະ ຜູ້ທີ່ຂາດໝູ່ເພື່ອນ. ພຣະອົງໄດ້ໃຊ້ເວລານຳພວກເຂົາ; ພຣະອົງໄດ້ເວົ້າລົມກັບພວກເຂົາ. “ແລະ ພຣະອົງກໍໄດ້ໂຜດຮັກສາທຸກຄົນໃຫ້ຫາຍດີ.”6
ໃນທຸກແຫ່ງຫົນທີ່ພຣະອົງໄປຫາ, ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນ “ຂ່າວປະເສີດ”7 ຂອງພຣະກິດຕິຄຸນ. ພຣະອົງໄດ້ແບ່ງປັນຄວາມຈິງນິລັນດອນທີ່ປົດປ່ອຍ ໃຫ້ຜູ້ຄົນເປັນອິດສະລະທາງວິນຍານ ແລະ ທາງໂລກດ້ວຍ.
ຜູ້ທີ່ອຸທິດຕົນຕໍ່ອຸດົມການເຫລົ່ານີ້ຂອງພຣະຄຣິດ ຈະຄົ້ນພົບຄວາມຈິງຂອງຄຳສັນຍາຂອງພຣະຜູ້ຊ່ວຍໃຫ້ລອດທີ່ວ່າ: “ຜູ້ໃດທີ່ຈະເສຍຊີວິດຂອງຕົນເພື່ອເຫັນແກ່ເຮົາ ຜູ້ນັ້ນຈະໄດ້ພົບຊີວິດນັ້ນ.”8
ໂຊໂລໂມນຄິດຜິດ, ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ—ຊີວິດບໍ່ແມ່ນ “ອະນິຈັງ.” ກົງກັນຂ້າມ, ຊີວິດສາມາດເຕັມໄປດ້ວຍຈຸດປະສົງ, ຄວາມໝາຍ, ແລະ ຄວາມສະຫງົບສຸກ.
ອຳນາດຂອງພຣະຫັດແຫ່ງການປິ່ນປົວຂອງພຣະເຢຊູຄຣິດ ໄດ້ເອື້ອມອອກໄປຫາທຸກຄົນທີ່ສະແຫວງຫາພຣະອົງ. ຂ້າພະເຈົ້າຮູ້ຈັກຢ່າງບໍ່ມີຂໍ້ສົງໄສເລີຍວ່າ ການເຊື່ອ ແລະ ການຮັກພຣະເຈົ້າ ແລະ ຄວາມພະຍາຍາມທີ່ຈະຕິດຕາມພຣະຄຣິດ ສາມາດປ່ຽນໃຈເຮົາໄດ້,9 ບັນເທົາຄວາມເຈັບປວດ, ແລະ ຕື່ມເຕັມຈິດວິນຍານຂອງເຮົາ “ດ້ວຍຄວາມສຸກຢ່າງຫລວງຫລາຍ.”10
ເຊື່ອ, ຮັກ, ເຮັດ
ແນ່ນອນ, ເຮົາຕ້ອງເຮັດຫລາຍກວ່າ ພຽງແຕ່ມີຄວາມເຂົ້າໃຈເລື່ອງພຣະກິດຕິຄຸນເທົ່ານັ້ນ ເພື່ອຈະໄດ້ມີອິດທິພົນແຫ່ງການປິ່ນປົວນີ້ ໃນຊີວິດຂອງເຮົາ. ເຮົາຕ້ອງລວມມັນເຂົ້າໃນຊີວິດຂອງເຮົາ—ເຮັດໃຫ້ມັນເປັນພາກສ່ວນຂອງຜູ້ທີ່ເຮົາເປັນ ແລະ ສິ່ງທີ່ເຮົາເຮັດ.
ຂ້າພະເຈົ້າຂໍແນະນຳວ່າ ການເປັນສານຸສິດແມ່ນເລີ່ມດ້ວຍສາມຄຳງ່າຍໆ ເຫລົ່ານີ້:
ເຊື່ອ, ຮັກ, ແລະ ເຮັດ.
ການເຊື່ອພຣະເຈົ້າ ຈະນຳພາໄປສູ່ການມີສັດທາໃນພຣະອົງ ແລະ ພັດທະນາຄວາມໄວ້ວາງໃຈໃນພຣະຄຳຂອງພຣະອົງ. ສັດທາເຮັດໃຫ້ຫົວໃຈຂອງເຮົາເຕີບໂຕໃນຄວາມຮັກທີ່ມີແດ່ພຣະເຈົ້າ ແລະ ຄົນອື່ນ. ເມື່ອຄວາມຮັກນັ້ນເຕີບໂຕ, ເຮົາຈະຖືກດົນໃຈໃຫ້ເຮັດຕາມຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ ຂະນະທີ່ເຮົາເລີ່ມການເດີນທາງທີ່ຍິ່ງໃຫຍ່ຂອງເຮົາເອງ ຢູ່ໃນເສັ້ນທາງແຫ່ງການເປັນສານຸສິດ.
“ແຕ່,” ທ່ານຈະກ່າວວ່າ, “ມັນເບິ່ງຄືວ່າງ່າຍແທ້. ບັນຫາໃນຊີວິດ, ໂດຍສະເພາະບັນຫາຂອງຂ້າພະເຈົ້າ—ແມ່ນສັບຊ້ອນເກີນກວ່າຄຳແນະນຳງ່າຍໆນີ້. ທ່ານຈະປິ່ນປົວ Weltschmerz ບໍ່ໄດ້ດ້ວຍສາມຄຳທີ່ງ່າຍດາຍເຫລົ່ານີ້ດອກ: ເຊື່ອ, ຮັກ, ເຮັດ.”
ສຸພາສິດສັ້ນໆບໍ່ໄດ້ເປັນສິ່ງປິ່ນປົວ. ແມ່ນຄວາມຮັກຂອງພຣະເຈົ້າທີ່ຊ່ວຍກູ້, ນຳກັບຄືນ, ແລະ ເຮັດໃຫ້ກັບມີຊີວິດ.
ພຣະອົງຮູ້ຈັກທ່ານ. ທ່ານເປັນລູກຂອງພຣະອົງ. ພຣະອົງຮັກທ່ານ.
ແມ່ນແຕ່ຕອນທ່ານຄິດວ່າ ທ່ານບໍ່ເປັນຕາຮັກ, ພຣະອົງກໍຍັງເອື້ອມອອກມາຫາທ່ານຢູ່.
ໃນມື້ນີ້—ທຸກມື້—ພຣະອົງໄດ້ເອື້ອມອອກມາຫາທ່ານ, ປະສົງທີ່ຈະປິ່ນປົວທ່ານ, ຍົກທ່ານຂຶ້ນ, ແລະ ປ່ຽນຄວາມອ້າງວ້າງໃນໃຈທ່ານ ດ້ວຍຄວາມສຸກຕະຫລອດໄປ. ພຣະອົງປະສົງຈະກຳຈັດຄວາມມືດໃດໆທີ່ປົກຄຸມຊີວິດຂອງທ່ານ ແລະ ຕື່ມເຕັມມັນດ້ວຍລັດສະໝີພາບທີ່ບໍ່ມີວັນສິ້ນສຸດ ຊຶ່ງສັກສິດ ແລະ ເຈີດຈ້າຂອງພຣະອົງ.
ຂ້າພະເຈົ້າເຄີຍໄດ້ປະສົບມັນແລ້ວໃນຊີວິດຂອງຂ້າພະເຈົ້າເອງ.
ແລະ ຂ້າພະເຈົ້າເປັນພະຍານ ໃນຖານະອັກຄະສາວົກຂອງອົງພຣະເຢຊູຄຣິດ ວ່າທຸກຄົນທີ່ມາຫາພຣະເຈົ້າ—ທຸກຄົນທີ່ ເຊື່ອ, ຮັກ, ແລະ ເຮັດ—ກໍສາມາດມີປະສົບການແບບດຽວກັນນັ້ນ.
ເຮົາເຊື່ອ
ພຣະຄຳພີສອນເຮົາວ່າ “ຖ້າບໍ່ມີຄວາມເຊື່ອແລ້ວ ຈະເປັນທີ່ພໍພຣະໄທ [ພຣະເຈົ້າ] ບໍ່ໄດ້: ດ້ວຍວ່າຜູ້ທີ່ເຂົ້າມາເຝົ້າພຣະເຈົ້າໄດ້ນັ້ນ ຕ້ອງເຊື່ອວ່າພຣະອົງຊົງພຣະຊົນຢູ່”11
ສຳລັບບາງຄົນ, ການທີ່ຈະເຊື່ອນັ້ນກໍເປັນເລື່ອງຍາກ. ບາງເທື່ອ ຄວາມທະນົງຕົວຂອງເຮົາກີດຂວາງເຮົາ. ບາງທີ່ເຮົາຄິດວ່າ ເປັນເພາະເຮົາສະຫລາດຫລັກແຫລມ, ມີການສຶກສາ, ຫລື ມີປະສົບການ, ເຮົາຈະເຊື່ອໃນພຣະເຈົ້າງ່າຍໆບໍ່ໄດ້. ເຮົາເລີ່ມເຫັນວ່າສາດສະໜາເປັນປະເພນີທີ່ໂງ່ຈ້າ.12
ໃນປະສົບການຂອງຂ້າພະເຈົ້າ, ຄວາມເຊື່ອບໍ່ໄດ້ເປັນຄືກັບຮູບແຕ້ມ ທີ່ເຮົາເບິ່ງ ແລະ ຊື່ນຊົມ ແລະ ເຮົາເອົາມາສົນທະນາ ແລະ ສົມມຸດ. ມັນເປັນຄືກັບໄຖທີ່ເຮົາເອົາລົງໄປໃນທົ່ງ ແລະ, ໂດຍເຫື່ອໄຫລໄຄຍ້ອຍ, ເຮົາເຮັດຮອຍໄຖໃນດິນທີ່ຈະຮັບເອົາເມັດພືດ ແລະ ອອກໝາກຜົນ ທີ່ຈະຄົງຢູ່ໃນທີ່ນັ້ນ.13
ໃຫ້ເຂົ້າໃກ້ພຣະເຈົ້າ ແລ້ວພຣະອົງຈະເຂົ້າໃກ້ເຮົາ.14 ນີ້ເປັນຄຳສັນຍາຕໍ່ທຸກຄົນທີ່ສະແຫວງຫາທີ່ຈະເຊື່ອ.
ເຮົາຮັກ
ພຣະຄຳພີເປິດເຜີຍວ່າ ເມື່ອເຮົາຮັກພຣະເຈົ້າ ແລະ ລູກໆຂອງພຣະອົງຫລາຍເທົ່າໃດ, ເຮົາກໍຈະມີຄວາມສຸກຫລາຍຂຶ້ນເທົ່ານັ້ນ.15 ເຖິງຢ່າງໃດກໍຕາມ, ຄວາມຮັກທີ່ພຣະເຢຊູໄດ້ກ່າວເຖິງ, ບໍ່ໄດ້ເປັນຄວາມຮັກແບບກັກຂອງຂວັນ, ທີ່ໂຍນຖິ້ມ, ແລ້ວໄປເອົາອັນໃໝ່. ມັນບໍ່ໄດ້ເປັນຄວາມຮັກທີ່ກ່າວເຖິງ ແລ້ວລືມໄປງ່າຍໆ. ມັນບໍ່ໄດ້ເປັນຄວາມຮັກທີ່ວ່າ, “ບອກໃຫ້ຂ້ອຍຮູ້ເດີ້ຖ້າມີຫຍັງໃຫ້ຂ້ອຍເຮັດໃຫ້ໄດ້.”
ຄວາມຮັກທີ່ພຣະເຈົ້າກ່າວເຖິງ ແມ່ນຄວາມຮັກທີ່ເຂົ້າໄປໃນຫົວໃຈຂອງເຮົາ ເມື່ອເຮົາຕື່ນຂຶ້ນໃນຕອນເຊົ້າ, ຢູ່ກັບເຮົາຕະຫລອດທັງວັນ, ແລະ ພອງຕົວໃນຫົວໃຈຂອງເຮົາ ເມື່ອເຮົາກ່າວຄຳອະທິຖານດ້ວຍຄວາມກະຕັນຍູຂອງເຮົາໃນທ້າຍແລງ.
ນີ້ຄືຄວາມຮັກທີ່ເກີນການສະແດງອອກ ທີ່ພຣະບິດາເທິງສະຫວັນມີໃຫ້ເຮົາ.
ມັນເປັນຄວາມເຫັນອົກເຫັນໃຈທີ່ໃຫ້ເຮົາເຫັນຄົນອື່ນຕາມທີ່ເຂົາເຈົ້າເປັນຢູ່ ຢ່າງແຈ້ງຊັດຫລາຍຂຶ້ນ. ຜ່ານດວງຕາແຫ່ງຄວາມຮັກອັນບໍລິສຸດ, ເຮົາຈະເຫັນຄວາມເປັນອະມະຕະ ມີສັກກະຍະພາບ ແລະ ຄຸນຄ່າທີ່ບໍ່ມີຂອບເຂດ ແລະ ເປັນບຸດ ແລະ ທິດາທີ່ຮັກຂອງພຣະເຈົ້າອົງຊົງລິດອຳນາດ.
ເມື່ອເຮົາເຫັນຜ່ານດວງຕານັ້ນແລ້ວ, ເຮົາຈະບໍ່ສາມາດລະເລີຍ, ດູຖູກ, ຫລື ຈຳແນກໃຜໄດ້ເລີຍ.
ເຮົາເຮັດ
ໃນວຽກງານຂອງພຣະຜູ້ຊ່ວຍໃຫ້ລອດ, ສ່ວນຫລາຍແລ້ວແມ່ນ ເລື່ອງເລັກນ້ອຍ ແລະ ງ່າຍໆ ທີ່ “ຈະນຳເລື່ອງໃຫຍ່ມາ.”16
ເຮົາຮູ້ວ່າມັນຮຽກຮ້ອງການເຝິກຝົນຊ້ຳແລ້ວຊ້ຳອີກ ກ່ອນຈະເຮັດເກັ່ງ ໃນສິ່ງໃດກໍຕາມ. ບໍ່ວ່າຈະເປັນການເປົ່າປີ່, ເຕະບານເຂົ້າເປົ້າ, ແປງລົດ, ຫລື ແມ່ນແຕ່ຂັບຍົນ, ມັນກໍຜ່ານການເຝິກຝົນນັ້ນເອງ ທີ່ເຮົາຈະເຮັດໄດ້ດີຂຶ້ນ ແລະ ດີຂຶ້ນເລື້ອຍໆ.17
ອົງການທີ່ພຣະຜູ້ຊ່ວຍໃຫ້ລອດຂອງເຮົາໄດ້ສ້າງຂຶ້ນຢູ່ເທິງໂລກ—ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ—ຊ່ວຍເຮົາໃຫ້ເຮັດສິ່ງນັ້ນລະ. ມັນໃຫ້ເຮົາມີບ່ອນທີ່ຈະເຝິກການດຳລົງຊີວິດຕາມວິທີທາງທີ່ພຣະອົງໄດ້ສິດສອນ ແລະ ເປັນພອນໃຫ້ແກ່ຄົນອື່ນຕາມວິທີທາງທີ່ພຣະອົງໄດ້ເຮັດ.
ໃນຖານະສະມາຊິກຂອງສາດສະໜາຈັກ, ເຮົາໄດ້ຮັບການເອີ້ນ, ໜ້າທີ່ຮັບຜິດຊອບ ແລະ ໂອກາດ ທີ່ຈະເອື້ອມອອກໄປ ດ້ວຍຄວາມເຫັນອົກເຫັນໃຈ ແລະ ດ້ວຍການປະຕິບັດສາດສະໜາກິດຕໍ່ຄົນອື່ນ.
ເມື່ອບໍ່ດົນມານີ້, ສາດສະໜາຈັກໄດ້ເນັ້ນໜັກຕື່ມອີກ ກ່ຽວກັບການປະຕິບັດສາດສະໜາກິດ, ຫລື ການຮັບໃຊ້ ຫລື ການຮັກຄົນອື່ນ. ໄດ້ໃຊ້ຄວາມຄິດຢ່າງໜັກເພື່ອຈະຕັດສິນໃຈວ່າເຮົາຕ້ອງເອີ້ນການເນັ້ນໜັກພິເສດນີ້ວ່າຫຍັງ.
ຊື່ໜຶ່ງທີ່ໄດ້ພິຈາລະນາແມ່ນ ການເປັນຜູ້ລ້ຽງ, ທີ່ເຂົ້າກັບການເຊື້ອເຊີນຂອງພຣະຄຣິດ ທີ່ວ່າ: “ຈົ່ງລ້ຽງແກະທັງຫລາຍຂອງເຮົາເດີ”18 ເຖິງຢ່າງໃດກໍຕາມ, ມັນມີຂໍ້ເສຍຢ່າງໜຶ່ງ: ການໃຊ້ສັບນັ້ນຈະເຮັດໃຫ້ຂ້າພະເຈົ້າ ເປັນ ໝາພັນເຢຍລະມັນ. ໃນທີ່ສຸດ, ຂ້າພະເຈົ້າກໍພໍໃຈຫລາຍກັບຄຳສັບ ການປະຕິບັດສາດສະໜາກິດ.
ວຽກງານນີ້ແມ່ນສຳລັບທຸກໆຄົນ
ແນ່ນອນ, ການເນັ້ນໜັກເຖິງເລື່ອງນີ້ບໍ່ໄດ້ເປັນເລື່ອງໃໝ່. ມັນໄດ້ໃຫ້ໂອກາດໃໝ່ ແລະ ສຸພາບຮຽບຮ້ອຍສຳລັບເຮົາ ທີ່ຈະປະຕິບັດຕາມພຣະບັນຍັດຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ຈະ “ຮັກກັນແລະກັນ”19 ໃນວິທີທາງທີ່ສຸພາບຮຽບຮ້ອຍ ເພື່ອລົງມືເຮັດ ແລະ ເຝິກຝົນຈຸດປະສົງຂອງສາດສະໜາຈັກ.
ໃຫ້ເຮົາຄິດກ່ຽວກັບວຽກງານເຜີຍແຜ່; ຄວາມກ້າຫານ, ຄວາມຖ່ອມຕົວ, ແລະ ຄວາມໝັ້ນໃຈ ທີ່ຈະແບ່ງປັນພຣະກິດຕິຄຸນ ເປັນຕົວຢ່າງທີ່ດີເລີດ ຂອງການປະຕິບັດສາດສະໜາກິດ ຕໍ່ຄວາມຕ້ອງການທາງວິນຍານຂອງຄົນອື່ນ, ບໍ່ວ່າຈະເປັນໃຜກໍຕາມ.
ຫລື ການເຮັດວຽກງານພຣະວິຫານ—ການຊອກຫາລາຍຊື່ຂອງບັນພະບຸລຸດຂອງເຮົາ ແລະ ການມອບພອນນິລັນດອນໃຫ້ແກ່ເຂົາເຈົ້າ. ຊ່າງເປັນວິທີອັນສູງສົ່ງຂອງການປະຕິບັດສາດສະໜາກິດແທ້ໆ.
ຂໍໃຫ້ພິຈາລະນາການກະທຳຂອງການຊອກຫາຜູ້ຄົນທີ່ຍາກຈົນ ແລະ ຂັດສົນ, ຍົກມືທີ່ເມື່ອຍລ້າ, ຫລື ໃຫ້ພອນແກ່ຄົນທີ່ເຈັບປ່ວຍ ແລະ ເປັນທຸກ. ນີ້ບໍ່ແມ່ນການກະທຳຂອງການປະຕິບັດສາດສະໜາກິດທີ່ບໍລິສຸດ ທີ່ພຣະຜູ້ເປັນເຈົ້າໄດ້ເຮັດບໍ ຕອນພຣະອົງໄດ້ມີພຣະຊົນຊີບຢູ່ເທິງໂລກ?
ຖ້າຫາກທ່ານບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກ, ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ “ມາ ແລະ ເບິ່ງເອົາ.”20 ຈົ່ງມາຮ່ວມກັບພວກເຮົາ. ຖ້າຫາກທ່ານເປັນສະມາຊິກຂອງສາດສະໜາຈັກ ແຕ່ໃນເວລານີ້ບໍ່ເຂັ້ມແຂງ, ຂ້າພະເຈົ້າຂໍເຊື້ອເຊີນທ່ານວ່າ: ກະລຸນາກັບຄືນມາເສຍ. ພວກເຮົາຕ້ອງການທ່ານ!
ຈົ່ງມາ, ມາເພີ່ມຄວາມເຂັ້ມແຂງຂອງທ່ານໃສ່ກັບຂອງພວກເຮົາ.
ເປັນເພາະພອນສະຫວັນ, ຄວາມສາມາດ, ແລະ ບຸກຄະລິກພິເສດຂອງທ່ານ, ທ່ານຈະຊ່ວຍໃຫ້ພວກເຮົາກາຍເປັນຄົນດີຂຶ້ນ ແລະ ມີຄວາມສຸກຫລາຍຂຶ້ນ. ໃນການຕອບແທນ, ພວກເຮົາຈະຊ່ວຍທ່ານໃຫ້ກາຍເປັນຄົນທີ່ດີຂຶ້ນ ແລະ ມີຄວາມສຸກຫລາຍຂຶ້ນຄືກັນ.
ຈົ່ງມາເຖີດ, ມາຊ່ວຍພວກເຮົາສ້າງສາ ແລະ ເສີມຄວາມເຂັ້ມແຂງໃຫ້ແກ່ວັດທະນະທຳແຫ່ງການປິ່ນປົວ, ຄວາມກະລຸນາ, ແລະ ຄວາມເມດຕາ ທີ່ມີຕໍ່ລູກໆຂອງພຣະເຈົ້າທຸກຄົນ. ເພາະເຮົາທຸກຄົນກໍພະຍາຍາມທີ່ຈະກາຍເປັນຄົນໃໝ່ ຊຶ່ງ “ຖານະເກົ່ານັ້ນກໍລ່ວງໄປແລ້ວ” ແລະ “ກາຍເປັນສິ່ງໃໝ່ … ທັງນັ້ນ.”21 ພຣະຜູ້ຊ່ວຍໃຫ້ລອດສະແດງໃຫ້ເຮົາເຫັນທິດທາງທີ່ຈະກ້າວຕໍ່ໄປ—ກ້າວໄປໜ້າ ແລະ ສູງຂຶ້ນໄປເລື້ອຍໆ. ພຣະອົງກ່າວວ່າ, “ຖ້າພວກເຈົ້າຮັກເຮົາ, ພວກເຈົ້າຈະເຊື່ອຟັງກົດບັນຍັດຂອງເຮົາ.”22 ຂໍໃຫ້ເຮົາມາຮ່ວມມືກັນ ເພື່ອຈະກາຍເປັນຜູ້ຄົນທີ່ພຣະເຈົ້າໄດ້ປະສົງໃຫ້ເຮົາກາຍເປັນ.
ນີ້ເປັນວັດທະນະທຳຂອງພຣະກິດຕິຄຸນທີ່ເຮົາປາດຖະໜາຈະປູກຝັງຕະຫລອດທົ່ວສາດສະໜາຈັກຂອງພຣະເຢຊູຄຣິດ. ເຮົາສະແຫວງຫາທີ່ຈະເສີມຄວາມເຂັ້ມແຂງໃຫ້ແກ່ສາດສະໜາຈັກ ວ່າເປັນບ່ອນທີ່ເຮົາໃຫ້ອະໄພກັນແລະກັນ. ບ່ອນທີ່ເຮົາຕໍ່ຕ້ານຄວາມພະຍາຍາມທີ່ຈະຈັບຜິດ, ນິນທາ, ແລະ ດູຖູກຄົນອື່ນ. ແທນທີ່ຈະເອົາໃຈໃສ່ຕໍ່ຄວາມອ່ອນແອ, ມັນເປັນບ່ອນທີ່ເຮົາຍົກກັນຂື້ນ ແລະ ຊ່ວຍເຫລືອກັນແລະກັນ ໃຫ້ກາຍເປັນຄົນທີ່ດີທີ່ສຸດທີ່ເຮົາສາມາດເປັນໄດ້.
ຂ້າພະເຈົ້າຂໍເຊື້ອເຊີນທ່ານອີກຄັ້ງ. ຈົ່ງມາ ແລະ ເບິ່ງເອົາ. ຈົ່ງມາຮ່ວມກັບພວກເຮົາ. ພວກເຮົາຕ້ອງການທ່ານ.
ຜູ້ຄົນທີ່ບໍ່ດີພ້ອມ
ທ່ານຈະພົບເຫັນວ່າສາດສະໜາຈັກນີ້ແມ່ນເຕັມໄປດ້ວຍຜູ້ຄົນທີ່ດີທີ່ສຸດທີ່ໂລກນີ້ມີໃຫ້. ເຂົາເຈົ້າເປັນຄົນອົບອຸ່ນ, ຮັກແພງ, ໃຈດີ, ແລະ ຈິງໃຈ. ເຂົາເຈົ້າດຸໝັ່ນ, ເຕັມໃຈທີ່ຈະເສຍສະລະ, ແລະ ບາງຄັ້ງກໍກ້າຫານຫລາຍ.
ແລະ ເຂົາເຈົ້າກໍຍັງບໍ່ດີພ້ອມທຸກຢ່າງອີກດ້ວຍ.
ເຂົາເຈົ້າເຮັດຜິດພາດ.
ເປັນບາງຄັ້ງບາງຄາວ ເຂົາເຈົ້າຈະກ່າວສິ່ງທີ່ເຂົາເຈົ້າບໍ່ຄວນກ່າວ. ເຂົາເຈົ້າເຮັດບາງສິ່ງທີ່ເຂົາເຈົ້າບໍ່ຄວນເຮັດ.
ແຕ່ເຂົາເຈົ້າຍັງມີສິ່ງນີ້ນຳກັນ—ເຂົາເຈົ້າຢາກພັດທະນາຕົວເອງ ແລະ ຢາກເຂົ້າໃກ້ພຣະຜູ້ເປັນເຈົ້າ, ພຣະຜູ້ຊ່ວຍໃຫ້ລອດຂອງເຮົາຫລາຍຂຶ້ນ, ແມ່ນແຕ່ພຣະເຢຊູຄຣິດ.
ເຂົາເຈົ້າກໍພະຍາຍາມທີ່ຈະເຮັດໃຫ້ຖືກຕ້ອງ.
ເຂົາເຈົ້າ ເຊື່ອ. ເຂົາເຈົ້າ ຮັກ. ເຂົາເຈົ້າ ເຮັດ.
ເຂົາເຈົ້າຢາກເປັນຄົນເຫັນແກ່ຕົວໜ້ອຍລົງ, ເປັນຄົນທີ່ເຫັນອົກເຫັນໃຈຫລາຍຂຶ້ນ, ສຸພາບ, ແລະ ເປັນເໝືອນດັ່ງພຣະຄຣິດຫລາຍຂຶ້ນ.
ແບບແຜນສຳລັບຄວາມສຸກ
ແມ່ນແລ້ວ, ບາງເທື່ອຊີວິດກໍເປັນເລື່ອງຍາກ. ແນ່ນອນວ່າ ເຮົາທຸກຄົນໄດ້ມີຊ່ວງເວລາແຫ່ງຄວາມສິ້ນຫວັງ ແລະ ການທໍ້ຖອຍໃຈ.
ແຕ່ພຣະກິດຕິຄຸນຂອງພຣະເຢຊູຄຣິດໃຫ້ຄວາມຫວັງ. ແລະ, ໃນສາດສະໜາຈັກຂອງພຣະເຢຊູຄຣິດ, ເຮົາເຂົ້າຮ່ວມກັບຄົນອື່ນ ຜູ້ທີ່ສະແຫວງຫາບ່ອນທີ່ ເຮົາສາມາດຮູ້ສຶກວ່າ ເຮົາຢູ່ທີ່ບ້ານ—ບ່ອນທີ່ສາມາດ ເຊື່ອ, ຮັກ, ແລະ ເຮັດ ນຳກັນ.
ບໍ່ວ່າຄວາມແຕກຕ່າງຂອງເຮົາຈະເປັນແບບໃດກໍຕາມ, ເຮົາເລືອກທີ່ຈະຮັບເອົາກັນແລະກັນ ໃນຖານະເປັນບຸດ ແລະ ທິດາ ຂອງພຣະບິດາເທິງສະຫວັນ ທີ່ຊົງຮັກຂອງເຮົາ.
ຂ້າພະເຈົ້າກະຕັນຍູເກີນກວ່າຈະວັດແທກໄດ້ ທີ່ໄດ້ເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ແລະ ຮູ້ວ່າພຣະເຈົ້າຮັກລູກໆຂອງພຣະອົງຫລາຍພໍ ທີ່ຈະມອບແບບແຜນແຫ່ງຄວາມສຸກ ແລະ ຄວາມໝາຍໃນຊີວິດນີ້ໃຫ້ເຂົາເຈົ້າ ແລະ ວິທີທາງທີ່ຈະມີປະສົບຄວາມສຸກນິລັນດອນ ໃນເຄຫາສະຖານແຫ່ງລັດສະໜີພາບ ໃນຊີວິດທີ່ຈະມາເຖິງ.
ຂ້າພະເຈົ້າມີຄວາມກະຕັນຍູ ທີ່ພຣະເຈົ້າໄດ້ມອບວິທີທາງໃຫ້ເຮົາ ເພື່ອປິ່ນປົວ ຄວາມເຈັບປ່ວຍທາງຈິດວິນຍານ ແລະ Weltschmerz ຂອງຊີວິດ.
ຂ້າພະເຈົ້າເປັນພະຍານແລະ ຂໍມອບພອນໃຫ້ແກ່ທ່ານ ວ່າເມື່ອເຮົາ ເຊື່ອ ໃນພຣະເຈົ້າ, ເມື່ອເຮົາ ຮັກ ພຣະອົງ ແລະ ຮັກ ລູກໆຂອງພຣະອົງ ດ້ວຍສຸດຫົວໃຈຂອງເຮົາ, ແລະ ພະຍາຍາມທີ່ຈະ ເຮັດ ຕາມທີ່ພຣະເຈົ້າໄດ້ສັ່ງສອນເຮົາ, ແລ້ວເຮົາຈະພົບເຫັນການປິ່ນປົວ ແລະ ຄວາມສັນຕິສຸກ, ຄວາມສຸກ ແລະ ຄວາມໝາຍ. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.