​2010–2019
ພຣະ​ບິ​ດາ
ເດືອນ​ຕຸລາ 2018


ພຣະ​ບິ​ດາ

ເຮົາ​ແຕ່​ລະ​ຄົນ​ມີ​ສັກ​ກະ​ຍະ​ພາບ ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ບິ​ດາ​ໄດ້. ໃນ​ການ​ເຮັດ​ແນວນັ້ນ, ເຮົາ​ຕ້ອງ​ນະ​ມັດ​ສະ​ການ​ພຣະ​ບິ​ດາ ໃນ​ພຣະ​ນາມ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ.

ຕະ​ຫລອດ​ຊີ​ວິດ​ຂອງ​ນາງ ເມ​ລິນ​ດາ, ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ ໄດ້​ພະ​ຍາ​ຍາມ​ເປັນ​ສາ​ນຸ​ສິດ​ທີ່​ຊື່​ສັດ​ຂອງ​ພຣະ​ເຢ​ຊູ​ຄຣິດ. ແຕ່, ຕອນ​ນາງ​ເປັນ​ໄວ​ລຸ້ນ, ນາງໄດ້ຮູ້​ສຶກວ່າ​ນາງບໍ່​ມີ​ຄ່າ​ຄວນ​ສຳ​ລັບ​ຄວາມ​ຮັກ ແລະ ພອນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ເພາະ​ນາງບໍ່​ເຂົ້າ​ໃຈ​ທຳ​ມະ​ຊາດ​ຂອງ​ພຣະ​ອົງ. ໂຊກ​ດີ​ທີ່ ເມ​ລິນ​ດາ ໄດ້​ສືບ​ຕໍ່​ຮັກ​ສາ​ພຣະ​ບັນ​ຍັດ ເຖິງ​ແມ່ນ​ວ່າ ນາງ​ຮູ້​ສຶກ​ໂສກ​ເສົ້າກໍ​ຕາມ. ສອງ​ສາມ​ປີ​ກ່ອນ, ນາງ​ໄດ້​ມີ​ປະ​ສົບ​ການ​ຫລາຍ​ຢ່າງ ທີ່​ຊ່ວຍ​ນາງ​ໃຫ້​ເຂົ້າ​ໃຈ​ທຳ​ມະ​ຊາດ​ຂອງ​ພຣະ​ເຈົ້າ​ໄດ້​ດີກວ່າ​ເກົ່າ, ຮ່ວມ​ທັງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ລູກໆ​ຂອງ​ພຣະ​ອົງ ແລະ ພຣະ​ອົງ​ປາບ​ປື້ມ​ທີ່​ເຮົາ​ພະ​ຍາ​ຍາມ, ເຖິງ​ແມ່ນ​ຈະ​ບໍ່​ດີ​ພ້ອມ, ເພື່ອ​ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ.

ນາງ​ອະ​ທິ​ບາຍ​ເຖິງ​ສິ່ງທີ່​ມີ​ອິດ​ທິ​ພົນ​ຕໍ່​ນາງ​ຫລາຍ ດັ່ງ​ນີ້: “ຕອນນີ້ ນ້ອງ​ເຊື່ອ​ແທ້ໆ​ວ່າ ແຜນ​ຂອງ​ພຣະ​ບິ​ດາໄດ້ຜົນ​ອີ່​ຫລີ, ວ່າ​ພຣະ​ອົງທຸ້ມ​ເທ​ໃສ່​ກັບ​ຄວາມ​ສຳ​ເລັດ​ຜົນ​ຂອງ​ເຮົາ, ແລະ ວ່າ​ພຣະ​ອົງ​ຈັດ​ຕຽມ​ບົດ​ຮຽນ ແລະ ປະ​ສົບ​ການ​ທີ່​ຈຳ​ເປັນ​ໄວ້​ໃຫ້​ເຮົາ ເພື່ອ​ເຮົາ​ຈະ​ສາ​ມາດ​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ອົງ. ນ້ອງ​ເຫັນ​ຕົວ​ເອງ ແລະ ເຫັນ​ຄົນ​ອື່ນ ຫລາຍກວ່າ​ເກົ່າ ຄື​ກັນ​ກັບ​ທີ່​ພຣະ​ເຈົ້າ​ເຫັນ​ເຮົາ. ນ້ອງ​ສາ​ມາດ​ເປັນ​ແມ່, ສິດ​ສອນ, ແລະ ຮັບ​ໃຊ້​ດ້ວຍ​ຄວາມ​ຮັກ​ຫລາຍ​ຂຶ້ນ ແລະ ຢ້ານ​ກົວ​ໜ້ອຍ​ລົງ. ນ້ອງ​ຮູ້​ສຶກ​ສະ​ຫງົບ ແລະ ໝັ້ນ​ໃຈ ແທນ​ທີ່​ຈະກັງ​ວົນ ແລະ ບໍ່​ແນ່ນອນ​ໃຈ. ແທນ​ທີ່ຈະ​ຮູ້​ສຶກວ່າ​ຕົວ​ເອງ​ຖືກ​ຕັດ​ສິນ, ແຕ່​ນ້ອງ​ຮູ້​ສຶກ​ໄດ້​ຮັບ​ການສະ​ໜັບ​ສະ​ໜູນ. ນ້ອງ​ມີ​ສັດ​ທາ​ທີ່​ແນ່ນອນກວ່າ​ເກົ່າ. ນ້ອງ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາເລື້ອຍໆ ແລະ ເລິກ​ຊຶ້ງ​ຫລາຍ​ຂຶ້ນ.”1

ການ​ມີ “ແນວ​ຄິດ ທີ່​ຖືກ​ຕ້ອງ ກ່ຽວ​ກັບ​ລັກ​ສະ​ນະ, ຄວາມ​ດີ​ພ້ອມ, ແລະ ຄຸນ​ສົມ​ບັດ [ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ],” ເປັນ​ສິ່ງ​ສຳ​ຄັນ​ຕໍ່​ການ​ໃຊ້​ສັດ​ທາ​ທີ່​ພຽງ​ພໍ ທີ່​ຈະ​ຮັບ​ເອົາ​ຄວາມ​ສູງ​ສົ່ງ.2 ຄວາມ​ເຂົ້າ​ໃຈ​ທີ່​ຖືກ​ຕ້ອງ​ກ່ຽວ​ກັບ​ລັກ​ສະ​ນະ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ສາ​ມາດ​ປ່ຽນ​ວິ​ທີ​ທີ່​ເຮົາ​ເຫັນ​ຕົວ​ເອງ ແລະ ເຫັນ​ຄົນ​ອື່ນ ແລະ ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄວາມ​ຮັກ​ອັນ​ລົ້ນ​ເຫລືອ​ຂອງ​ພຣະ​ເຈົ້າ ທີ່​ມີ​ຕໍ່​ລູກໆ​ຂອງ​ພຣະ​ອົງ ແລະ ພຣະ​ປະ​ສົງ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ​ຄື ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ. ການ​ເບິ່ງ​ໃນ​ທາງ​​ທີ່​ຜິດ ກ່ຽວ​ກັບ​ທຳ​ມະ​ຊາດ​ຂອງ​ພຣະ​ອົງ ສາ​ມາດ​ເຮັດ​ໃຫ້​ເຮົາ​ຮູ້​ສຶກວ່າ ເຮົາ​ບໍ່​ສາ​ມາດ​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ອົງ​ໄດ້.

ຈຸດ​ປະ​ສົງ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ມື້ນີ້ ແມ່ນ​ທີ່​ຈະ​ສອນ​ຫລັກ​ທຳ​​ຂໍ້​ສຳ​ຄັນ ກ່ຽວ​ກັບ​ພຣະ​ບິ​ດາ ທີ່​ຈະຊ່ວຍ​ເຮົາ​ແຕ່​ລະ​ຄົນ, ໂດຍ​ສະ​ເພາະ​ຜູ້​ທີ່​ສົງ​ໄສວ່າ ພຣະ​ອົງ​ຮັກ​ເຂົາ​ເຈົ້າ​ຫລືບໍ່, ໃຫ້​ເຂົ້າ​ໃຈຫລາຍ​ຂຶ້ນ​ເຖິງ​ລັກ​ສະ​ນະ​ທີ່​ແທ້​ຈິງ​ຂອງ​ພຣະ​ອົງ ແລະ ໃຊ້​ສັດ​ທາ​ຫລາຍ​ຂຶ້ນໃນ​ພຣະ​ອົງ, ໃນ​ພຣະ​ບຸດ​ຂອງ​ພຣະ​ອົງ, ແລະ ໃນ​ແຜນ​ທີ່ພຣະ​ອົງ​ມີ​ໄວ້​ເພື່ອເຮົາ.

ຊີ​ວິດ​ກ່ອນມະ​ຕະ

ໃນ​ໂລກ​ກ່ອນ​ມະ​ຕະ, ເຮົາ​ໄດ້​ເກີດ​ມາເປັນ​ວິນ​ຍານ​ນຳ ພຣະ​ບິ​ດາ​ມານ​ດາ ໃນ​ສະ​ຫວັນ ແລະ ໄດ້​ຢູ່​ກັບ​ພວກ​ພຣະ​ອົງ ເປັນ​ຄອບ​ຄົວ.3 ພວກ​ພຣະ​ອົງ​ຮູ້​ຈັກ​ເຮົາ, ໄດ້​ສິດ​ສອນ​ເຮົາ, ແລະ ຮັກ​ເຮົາ.4 ພວກ​ເຮົາ​ຢາກ​ເປັນ​ເໝືອນ​ດັ່ງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ຫລາຍ​ທີ່​ສຸດ. ແຕ່ກ່ອນ​ຈະ​ເປັນ​ໄດ້, ເຮົາ​ຕ້ອງ​ຮັບ​ຮູ້​ວ່າ ເຮົາ​ຈະ​ຕ້ອງ:

  1. ມີ​ຮ່າງ​ກາຍ​ທີ່​ເປັນ​ເນື້ອ​ໜັງ, ມີ​ລັດ​ສະ​ໝີ, ແລະ ອະ​ມະ​ຕະ;5

  2. ໄດ້​ແຕ່ງ​ງານ ແລະ ມີ​ຄອບ​ຄົວ ໂດຍ​ອຳ​ນາດ​ແຫ່ງ​ການ​ຜະ​ນຶກ​ຂອງ​ຖາ​ນະ​ປະ​ໂລ​ຫິດ;6 ແລະ

  3. ມີ​ຄວາມ​ຮູ້, ອຳ​ນາດ, ແລະ ​ລັກ​ສະ​ນະທີ່​ສູງ​ສົ່ງ​ທັງ​ໝົດ.7

ໃນ​ທີ່​ສຸດ, ພຣະ​ບິ​ດາ​ໄດ້​ສ້າງ​ແຜນ ​ທີ່ອະ​ນຸ​ຍາດ​ໃຫ້​ເຮົາ​ຮັບ​ເອົາ​ເງື່ອນ​ໄຂ​ບາງ​ຢ່າງ8 ເພື່ອ​ຈະ​ໄດ້​ຮັບ​ຮ່າງ​ກາຍ​ທີ່​ມີ​ເນື້ອ​ໜັງ ທີ່​ຈະ​ກາຍ​ເປັນ​ອະ​ມະ​ຕະ ແລະ ​ມີ​ລັດ​ສະ​ໝີ​ພາບ ໃນ​ການ​ຟື້ນ​ຄືນ​ຊີ​ວິດ; ແຕ່ງ​ງານ ແລະ ມີ​ຄອບ​ຄົວ ຢູ່​ໃນ​ຊ່ວງ​ມະ​ຕະ ຫລື, ສຳ​ລັບຜູ້​ຊື່​ສັດ ທີ່ບໍ່​ໄດ້​ມີ​ໂອ​ກາດນີ້, ຫລັງ​ຈາກ​ຄວາມ​ເປັນ​ມະ​ຕະ;9 ຈະ​ກ້າວ​ໜ້າ​ໄປ​ສູ່​ຄວາມ​ດີ​ພ້ອມ; ແລະ ໃນ​ທີ່​ສຸດ ກັບ​ຄືນ​ໄປ​ຫາ​ພຣະ​ບິ​ດາ​ມານ​ດາ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ ແລະ ຢູ່​ກັບ​ພວກ​ພຣະ​ອົງ ແລະ ຄອບ​ຄົວ​ຂອງ​ເຮົາ ໃນ​ສະ​ພາບ​ທີ່​ສູງ​ສົ່ງ ແລະ ມີ​ຄວາມ​ສຸກ​ຊົ່ວ​ນິ​ລັນ​ດອນ.10

ພຣະ​ຄຳ​ພີ​ເອີ້ນ​ສິ່ງນີ້​ວ່າ ແຜນ​ແຫ່ງ​ຄວາມ​ລອດ.11 ເຮົາ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ ສຳ​ລັບ​ແຜນນີ້ ທີ່​ເມື່ອຖືກ​ນຳ​ສະ​ເໜີ​ຕໍ່​ເຮົາ, ເຮົາ​ໄດ້​ຮ້ອງ​ຂຶ້ນ​ດ້ວຍ​ຄວາມ​ຊື່ນ​ຊົມ.12 ເຮົາ​ແຕ່​ລະ​ຄົນ​ໄດ້​ຮັບ​ເອົາ​ເງື່ອນ​ໄຂ​ທີ່​ຢູ່​ໃນແຜນ, ຮ່ວມ​ທັງ​ປະ​ສົບ​ການ ແລະ ການ​ທ້າ​ທາຍ​ຂອງ​ຄວາມ​ເປັນ​ມະ​ຕະ ທີ່​ຈະ​ຊ່ວຍ​ເຮົາ​ພັດ​ທະ​ນາ​​ຄຸນ​ສົມ​ບັດທີ່​ສູງ​ສົ່ງ​ໄດ້.13

ຊີ​ວິດ​ມະ​ຕະ

ລະຫວ່າງ​ຊ່ວງ​ມະ​ຕະ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຈັດ​ຕຽມ​ເງື່ອນ​ໄຂ​ທີ່​ເຮົາ​ຕ້ອງ​ການ ສຳ​ລັບ​ຄວາມ​ກ້າວ​ໜ້າ ​ໄວ້ໃນ​ແຜນ​ຂອງ​ພຣະ​ອົງ. ພຣະ​ອົງ​ມີ​ພຣະ​ເຢ​ຊູ​ຄຣິດ​ໃນ​ເນື້ອໜັງ14 ແລະ ໄດ້​ຈັດ​ຕຽມ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ​ໃຫ້​ພຣະ​ອົງ ເພື່ອ​ຊ່ວຍ​ພຣະ​ອົງ​ບັນ​ລຸ​ພາ​ລະ​ກິດຂອງ​ພຣະ​ອົງ​ຢູ່​ໃນ​ຊ່ວງ​ມະ​ຕະ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ກໍ​ຈະ​ຊ່ວຍ​ເຮົາ​ແຕ່​ລະ​ຄົນ​ຄື​ກັນ ຖ້າ​ຫາກ​ເຮົາ​ຈະ​ພະ​ຍາ​ຍາມ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.15 ພຣະ​ບິ​ດາ​ປະ​ທານ​ອຳ​ເພີ​ໃຈ​ໃຫ້​ເຮົາ.16 ຊີ​ວິດ​ຂອງ​ເຮົາ​ຢູ່​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ, ແລະ ວັນ​ເວ​ລາ​ຂອງ​ເຮົາ​ໄດ້ຖືກ​ຮັບ​ຮູ້ ແລະ ຈະ​ບໍ່​ຖືກ​ນັບ​ໃຫ້​ໜ້ອຍ​ລົງ.17 ແລະ ພຣະ​ອົງໃຫ້​ເຮົາ​ແນ່​ໃຈ​ໄດ້​ວ່າ ໃນ​ທີ່​ສຸດ​ທຸກ​ສິ່ງ​ຈະ​ທຳ​ງານ​ດ້ວຍ​ກັນ ເພື່ອ​ຄວາມ​ດີ​ສຳ​ລັບ​ຜູ້​ທີ່​ຮັກ​ພຣະ​ອົງ.18

ແມ່ນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ທີ່​ລ້ຽງ​ດູ​ເຮົາ​ທຸກວັນ,19 ຮ່ວມ​ທັງ​ອາ​ຫານ​ທີ່​ເຮົາ​ກິນ ແລະ ກຳ​ລັງ​ທີ່​ເຮົາ​ຕ້ອງ​ການ ເພື່ອ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.20 ພຣະ​ບິ​ດາ​ມອບ​ຂອງ​ປະ​ທານ​ທີ່​ດີ​ໃຫ້ເຮົາ.21 ພຣະ​ອົງຮັບ​ຟັງ ແລະ ຕອບ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ.22 ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປົດ​ປ່ອຍ​ເຮົາ​ຈາກ​ຄວາມ​ຊົ່ວ​ຮ້າຍ ເມື່ອ​ເຮົາ​​ໃຫ້​ພຣະ​ອົງ​ຊ່ວຍ​ເຫລືອ.23 ພຣະ​ອົງ​ກັນ​ແສງແທນ​ເຮົາ ຕອນ​ເຮົາ​ຮັບ​ທຸກ​ທໍ​ລະ​ມານ.24 ໃນ​ທີ່​ສຸດ, ພອນ​ຂອງ​ເຮົາ​ທັງ​ໝົດ​ຈະ​ມາ​ຈາກ​ພຣະ​ບິ​ດາ.25

ພຣະ​ບິ​ດາ​ເທິງ​ສະ​ຫວັນນຳ​ພາ​ເຮົາ ແລະ ມອບ​ປະ​ສົບ​ການ ທີ່​ເຮົາ​ຕ້ອງ​ການ​ໃຫ້​ເຮົາ ອີງ​ຕາມ​ກຳ​ລັງ, ຄວາມ​ອ່ອນ​ແອ, ແລະ ການ​ເລືອກ​ຂອງ​ເຮົາ ເພື່ອ​ວ່າ​ເຮົາຈະ​ເກີດ​ຜົນ​ດີ.26 ພຣະ​ບິ​ດາ​ຕີ​ສອນ​ເຮົາ ເມື່ອ​ຈຳ​ເປັນ ເພາະ​ພຣະ​ອົງ​ຮັກ​ເຮົາ.27 ພຣະ​ອົງ​ເປັນ ພຣະ​ຜູ້​ປຶກ​ສາ,28 ຜູ້​ຈະ​ປຶກ​ສາ​ຫາ​ລື​ກັບ​ເຮົາ ຖ້າ​ເຮົາ​ສະ​ແຫວງ​ຫາ.29

ແມ່ນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ຜູ້​ສົ່ງ​ທັງ​ອິດ​ທິ​ພົນ ແລະ ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ມາ​ສູ່​ຊີ​ວິດ​ເຮົາ.30 ຜ່ານ​ທາງ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ລັດ​ສະ​ໝີ​ພາບ—ຫລື ຄວາມ​ຮູ້​ແຈ້ງ, ຄວາມ​ສະ​ຫວ່າງ, ແລະ ອຳ​ນາດ—ຂອງ​ພຣະ​ບິ​ດາ​ສາ​ມາດສະ​ຖິດ​ຢູ່​ໃນ​ເຮົາ.31 ຖ້າ​ຫາກ​ເຮົາ​ຈະ​ພະ​ຍາ​ຍາມ​ມີ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ​ຫລາຍ​ຂຶ້ນ ຈົນ​ກວ່າ​ດວງ​ຕາ​ຂອງ​ເຮົາ​ເຫັນ​ແກ່​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ​ແຕ່​ຢ່າງ​ດຽວ, ແລ້ວ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ຈະ​ສົ່ງ​ພຣະ​ວິນ​ຍານ​ສັກ​ສິດ​ແຫ່ງ​ຄຳ​ສັນ​ຍາ​ມາ​ຜະ​ນຶກ​ເຮົາ ເຂົ້າ​ໃນ​ຊີ​ວິດ​ນິ​ລັນ​ດອນ ແລະ ເປີດ​ເຜີຍ​ພຣະ​ພັກ​ຂອງ​ພຣະ​ອົງ​ໃຫ້​ເຮົາ​ເຫັນ—ຖ້າບໍ່ແມ່ນ​ໃນ​ຊີ​ວິດນີ້ ກໍ​ຈະ​ເປັນ​ໃນ​ຊີ​ວິດ​ໜ້າ.32

ຊີ​ວິດ​ຫລັງ​ຈາກ​ມະ​ຕະ

ໃນ​ໂລກວິນ​ຍານຫລັງ​ຈາກມະ​ຕະ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ສືບ​ຕໍ່​ສົ່ງ​ພຣະວິນ​ຍານ​ບໍ​ລິ​ສຸດ​ໄປ ແລະ ສົ່ງ​ຜູ້​ສອນ​ສາດ​ສະ​ໜາ​ໄປ​ຫາ​ຜູ້​ທີ່​ຕ້ອງ​ການ​ພຣະ​ກິດ​ຕິ​ຄຸນ. ພຣະ​ອົງ​ຕອບ​ຄຳ​ອະ​ທິ​ຖານ ແລະ ຊ່ວຍ​ເຫລືອ​ຜູ້​ທີ່​ຍັງ​ບໍ່​ໄດ້​ຮັບ​ພິ​ທີ​ການ ໃຫ້​ໄດ້ຮັບ​ເອົາ​ພິ​ທີ​ການ ກະ​ທຳ​ແທນ​ທີ່​ຊ່ວຍ​ໃຫ້​ລອດ.33

ພຣະ​ບິ​ດາ​ໄດ້​ຍົກ​ພຣະ​ເຢ​ຊູ​ຄຣິດ​ຂຶ້ນ ແລະ ມອບ​ອຳ​ນາດ​ໃຫ້​ພຣະ​ອົງ ເພື່ອເຮັດ​ໃຫ້​ເກີດ​ການ​ຟື້ນ​ຄືນ​ຊີ​ວິດ,34 ຊຶ່ງ​ເປັນ​ວິ​ທີ​ທີ່​ເຮົາ​ຈະ​ໄດ້​ຮັບ​ຮ່າງ​ກາຍ​ທີ່​ເປັນ​ອະ​ມະ​ຕະ. ການ​ໄຖ່ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຈະ​ພາ​ເຮົາ​ກັບ​ຄືນ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ບິ​ດາ, ບ່ອນ​ທີ່​ເຮົາ​ຈະ​ໄດ້​ຖືກ​ຕັດ​ສິນ​ໂດຍ​ພຣະ​ເຢ​ຊູ​ຄຣິດ.35

ຜູ້​ທີ່​ເພິ່ງ​ອາ​ໄສ “ພຣະ​ຄຸນ​ຄວາມ​ດີ, ແລະ ພຣະ​ເມດ​ຕາ, ແລະ ພຣະ​ຄຸນ​ຂອງ​ພຣະ​ເມ​ຊີ​ອາ​ຜູ້​ບໍ​ລິ​ສຸດ”36 ຈະ​ໄດ້​ຮັບ​ຮ່າງ​ກາຍ​ທີ່​ມີ​ລັດ​ສະ​ໝີ​ພາບ ຄື​ກັນ​ກັບ​ພຣະ​ບິດາ37 ແລະ ຢູ່​ກັບ​ພຣະ​ອົງ “ໃນ​ສະ​ພາບ​ແຫ່ງ​ຄວາມ​ສຸກ​ທີ່ບໍ່​ມີ​ວັນ​ສິ້ນ​ສຸດ.”38 ຢູ່​ທີ່ນັ້ນ, ພຣະ​ບິ​ດາ​ຈະ​ເຊັດ​ນ້ຳ​ຕາ​ທຸກ​ຢົດ​ຂອງ​ເຮົາ39 ແລະ ຊ່ວຍ​ເຮົາ​ໃຫ້​ສືບ​ຕໍ່​ໃນ​ການ​ເດີນ​ທາງ​ຂອງ​ເຮົາ ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ.

ດັ່ງ​ທີ່​ທ່ານສາ​ມາດ​ເຫັນ, ພຣະ​ບິ​ດາ​ເທິງ​ສະ​ຫວັນ ຈະ​ຊ່ວຍ​ເຫລືອ​ເຮົາ​ສະ​ເໝີ.40

ລັກ​ສະ​ນະ​ຂອງ​ພຣະ​ບິ​ດາ

ກ່ອນ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ບິ​ດາ​ໄດ້ນັ້ນ, ເຮົາ​ຕ້ອງພັດ​ທະ​ນາໃຫ້​ມີລັກ​ສະ​ນະ​​ເໝືອນ​ພຣະ​ອົງ​ເສຍ​ກ່ອນ. ຄວາມ​ດີ​ພ້ອມ ແລະ ຄຸນ​ສົມ​ບັດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແມ່ນ​ຮ່ວມ​ທັງ ສິ່ງ​ດັ່ງ​ຕໍ່​ໄປ​ນີ້:

  • ພຣະ​ບິ​ດາ “ບໍ່​ມີ​ທີ່​ສຸດ ແລະ ​ເປັນນິ​ລັນ​ດອນ.”41

  • ພຣະ​ອົງ​ທ່ຽງ​ທຳ, ເມດ​ຕາ, ກະ​ລຸ​ນາ, ອົດ​ທົນ​ໄດ້​ດົນ​ນານທີ່​ສຸດ, ແລະ ປະ​ສົງ​​ໃຫ້​ເຮົາ​ໄດ້​ຮັບ​ແຕ່​ສິ່ງ​ທີ່​ດີ​ທີ່​ສຸດ​ເທົ່າ​ນັ້ນ.42

  • ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຄື​ຄວາມ​ຮັກ.43

  • ພຣະ​ອົງ​ຮັກ​ສາ​ພັນ​ທະ​ສັນ​ຍາຂອງ​ພຣະ​ອົງ.44

  • ພຣະ​ອົງ​ບໍ່​ປ່ຽນ​ແປງ.45

  • ພຣະ​ອົງ​ບໍ່​ສາ​ມາດຕົວະ.46

  • ພຣະ​ບິ​ດາບໍ່​ເລືອກ​ໜ້າ​ຜູ້​ໃດ.47

  • ພຣະ​ອົງ​ຮູ້​ທຸກ​ສິ່ງ—ໃນ​​ອະ​ດີດ, ປະ​ຈຸ​ບັນ, ແລະ ອະ​ນາ​ຄົດ—ຈາກ​ການ​ເລີ່ມ​ຕົ້ນ.48

  • ພຣະ​ບິ​ດາ​ເທິງ​ສະ​ຫວັນ​ມີ​ຄວາມ​ຮູ້​ແຈ້ງ​ຫລາຍກວ່າ49 ເຮົາ​ທຸກ​ຄົນ.50

  • ພຣະ​ບິ​ດາ​ມີ​ອຳ​ນາດ​ທັງ​ໝົດ51 ແລະ ກະ​ທຳ​ທຸກ​ສິ່ງ​ທີ່​ພຣະ​ອົງ​ຕັ້ງ​ພຣະ​ໄທທີ່​ຈະ​ກະ​ທຳ.52

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ເຮົາ​ສາ​ມາດ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ ແລະ ເພິ່ງ​ອາ​ໄສ​ພຣະອົງ. ເພາະ​ພຣະ​ອົງ​ມີ​ມຸມມອງ​ແຫ່ງ​ນິ​ລັນ​ດອນ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສາ​ມາດ​ເຫັນ​ສິ່ງ​ທີ່​ເຮົາ​ບໍ່​ສາ​ມາດ​ເຫັນ. ຄວາມ​ສຸກ, ວຽກ​ງານ, ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ ຄື​ການ​ເຮັດ​ໃຫ້​ເກີດຄວາມ​ເປັນ​ອະ​ມະ​ຕະ ແລະ ຄວາມ​ສູງ​ສົ່ງ.53 ທຸກ​ສິ່ງ​ທີ່​ພຣະ​ອົງ​ກະ​ທຳ​ແມ່ນ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ເຮົາ. ພຣະ​ອົງ “ປະ​ສົງ​ໃຫ້ [ເຮົາ] ມີ​ຄວາມ​ສຸກ ຫລາຍກວ່າ​ທີ່ [ເຮົາ] ປາດ​ຖະ​ໜາ.”54 ແລະ ພຣະ​ອົງ “ຈະ​ບໍ່​ຮຽກ​ຮ້ອງ [ເຮົາ] ໃຫ້​ປະ​ສົບ​ກັບ​ເວ​ລາ​ທີ່ຫຍຸ້ງ​ຍາກ​ຫລາຍເກີນກວ່າ ທີ່ [ເຮົາ] ຕ້ອງ​ການ ສຳ​ລັບ​ຜົນ​ປະ​ໂຫຍດ​ຂອງ​ເຮົາ ຫລື ສຳ​ລັບ​ຜູ້​ທີ່ [ເຮົາ] ຮັກ.”55 ຜົນ​ກໍ​ຄື, ພຣະ​ອົງ​ເອົາ​ໃຈ​ໃສ່​ກັບ​ການຊ່ວຍ​ເຮົາ​ໃຫ້​ກ້າວ​ໜ້າ, ບໍ່ແມ່ນ​ພຽງ​ແຕ່ຕັດ​ສິນ ແລະ ກ່າວ​ໂທດ​ເຮົາ​ເທົ່າ​ນັ້ນ.56

ການ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ບິ​ດາ​ຂອງ​ເຮົາ

ໃນ​ຖາ​ນະ​ບຸດ ແລະ ທິ​ດາ​ທາງວິນ​ຍານ​ຂອງ​ພຣະ​ເຈົ້າ, ເຮົາ​ແຕ່​ລະ​ຄົນ​ມີ​ສັກ​ກະ​ຍະ​ພາບ ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ບິ​ດາ​ໄດ້. ໃນ​ການ​ເຮັດ​ແນວນັ້ນ, ເຮົາ​ຕ້ອງ​ນະ​ມັດ​ສະ​ການ​ພຣະ​ບິ​ດາ ໃນ​ພຣະ​ນາມ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ.57 ເຮົາ​ເຮັດ​ສິ່ງນີ້​ໂດຍ​ການ​ພະ​ຍາ​ຍາມ​ທີ່​ຈະ​ເຊື່ອ​ຟັງ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ, ຄື​ກັນ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ,58 ແລະ ໂດຍ​ການ​ສືບ​ຕໍ່​​ທີ່​ຈະກັບ​ໃຈ.59 ເມື່ອ​ເຮົາ​ເຮັດ​ສິ່ງ​ເຫລົ່າ​ນີ້, ເຮົາ “ຈະ​ຮັບ​ເອົາ​ພຣະ​ຄຸນ​ເພື່ອ​ພຣະ​ຄຸນ60 ແລະ ໄດ້​ຮັບ “ລັກ​ສະ​ນະ, ຄວາມ​ດີ​ພ້ອມ, ແລະ ຄຸນ​ສົມ​ບັດ​ຂອງ​ພຣະ​ອົງ.”61

ຄວາມ​ຫ່າງ​ໄກ​ລະ​ຫວ່າງ​ສິ່ງ​ທີ່​ເຮົາ​ເປັນໃນ​ຖາ​ນະ​ມະ​ຕະ ແລະ ສິ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ກາຍ​ເປັນ, ບໍ່​ແປກ​ໃຈ​ເລີຍ​ທີ່​ບາງ​ຄົນ​ຮູ້​ສຶກວ່າ ການ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ບິ​ດາ ແມ່ນ​ເອື້ອມບໍ່​ເຖິງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ຄຳ​ພີ​ບອກ​ຢ່າງ​ແຈ່ມ​ແຈ້ງ. ຖ້າ​ຫາກ​ເຮົາຍຶດ​ໝັ້ນ​ຢູ່​ໃນ​ສັດ​ທາ​ຕໍ່​ພຣະຄຣິດ, ກັບ​ໃຈ, ແລະ ສະ​ແຫວງ​ຫາ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ ຜ່ານ​ທາງ​ການ​ເຊື່ອ​ຟັງ, ໃນ​ທີ່​ສຸດ​ເຮົາ​ຈະ​ກາຍ​ເປັນ​ເໝືອ​ດັ່ງ​ພຣະບິ​ດາ​ໄດ້. ຂ້າ​ພະ​ເຈົ້າ​ອົບ​ອຸ່ນ​ໃຈ ໃນ​ຄວາມ​ຈິງ​ທີ່​ວ່າ ຜູ້​ທີ່​ພະ​ຍາ​ຍາມ​ເຊື່ອ​ຟັງ ຈະ “ໄດ້​ຮັບ ພຣະ​ຄຸນ​ເພື່ອ​ພຣະ​ຄຸນ” ແລະ ໃນ​ທີ່​ສຸດ “ໄດ້​ຮັບ ຄວາມ​ບໍ​ລິ​ບູນ​ຂອງ​ພຣະ​ອົງ.”62 ໃນ​ອີກ​ຄຳ​ໜຶ່ງ, ເຮົາ​ຈະ​ບໍ່​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ບິ​ດາ ດ້ວຍ​ຕົວ​ເຮົາ​ເອງ.63 ແຕ່​ມັນ​ຈະ​ມາ​ເຖິງ​ຜ່ານ​ທາງ​ຂອງ​ປະ​ທານ​ແຫ່ງ​ພຣະ​ຄຸນ, ບາງ​ເທື່ອ​ກໍ​ໃຫຍ່ ແຕ່​ສ່ວນ​ຫລາຍ​ ຈະນ້ອຍໆ, ທີ່​ຈະ​ສ້າງ​ຕໍ່ໆ​ກັນ​ຂຶ້ນ ຈົນເຮົາ​ມີ​ຄົບບໍ​ລິ​ບູນ. ແຕ່, ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ,​ ມັນ​ຈະ​ມາ​ເຖິງ!

ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ໃຫ້​ໄວ້​ວາງ​ໃຈ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮູ້​ວິ​ທີ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ໄດ້​ຮັບ​ຄວາມ​ສູງ​ສົ່ງ; ຈົ່ງສະ​ແຫວງ​ຫາ​ພຣະ​ອົງ​ທຸກວັນ, ຂໍ​ຄວາມຊ່ວຍ​ເຫລືອ, ແລະ ດຳ​ເນີນ​ໄປ​ໜ້າ ດ້ວຍ​ສັດ​ທາ​ໃນ​ພຣະ​ຄຣິດ ແມ່ນ​ແຕ່​ຕອນ​ທີ່​ທ່ານບໍ່​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ກໍ​ຕາມ.

ມີ​ຫລາຍ​ສິ່ງ​ທີ່​ເຮົາ​ບໍ່​ເຂົ້າ​ໃຈ ກ່ຽວ​ກັບ​ການ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ບິ​ດາ.64 ແຕ່​ຂ້າ​ພະ​ເຈົ້າ​ສາ​ມາດ​ເປັນ​ພະ​ຍານ​ໄດ້ ດ້ວຍ​ຄວາມ​ແນ່ນອນ​ໃຈ​ວ່າ ການ​ພະ​ຍາ​ຍາມ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ບິ​ດາ ແມ່ນ​ກຸ້ມ​ຄ່າ​ທີ່​ຈະ​ເສຍ​ສະ​ລະ​ທຸກ​ສິ່ງ.65 ການ​ເສຍ​ສະ​ລະ​ທີ່​ເຮົາ​ເຮັດ​ຢູ່ນີ້ ໃນ​ຊ່ວງ​ມະ​ຕະ, ບໍ່​ສຳ​ຄັນ​ວ່າ​ມັນ​ໃຫຍ່​ໂຕ​ພຽງ​ໃດ, ແຕ່​ມັນ​ຈະ​ເປັນ​ຄວາມ​ຊື່ນ​ຊົມ, ຄວາມ​ສຸກ, ແລະ ຄວາມ​ຮັກ​ທີ່​ຫາ​ອັນ​ປຽບ​ບໍ່​ໄດ້, ທີ່​ເຮົາ​ຈະ​ຮູ້​ສຶກ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ.66 ຖ້າ​ຫາກ​ທ່ານ​​ຍາກ​ທີ່​ຈະ​ເຊື່ອ ມັນ​ກຸ້ມ​ຄ່າ​ທີ່​ຈະ​ເສຍ​ສະ​ລະ ຕາມທີ່​ທ່ານ​ຖືກ​ຂໍ​ຮ້ອງ​ໃຫ້​ເຮັດ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດກ່າວ​ວ່າ, ທ່ານ​ຍັງ​ບໍ່​ເຂົ້າ​ໃຈ​ພອນ​ອັນ​ຍິ່ງ​ໃຫຍ່​ທີ່​ພຣະ​ບິ​ດາ​ມີ​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ ແລະ … ຕຽມ​ໄວ້​ໃຫ້ທ່ານເທື່ອ; … ທ່ານບໍ່​ສາ​ມາດ​ທົນ​ກັບ​ທຸກ​ສິ່ງ​ທັງ​ປວງ​ໄດ້​ໃນ​ຕອນນີ້; ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈົ່ງ​ເບີກ​ບານ​ເຖີດ, ເພາະ​ພຣະ​ອົງ​ຈະ​ນຳ​ພາ​ທ່ານ​ໄປ.67

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງທ່ານ​ຮັກ ທ່ານ ແລະ ປະ​ສົງ​ໃຫ້​ທ່ານ ກັບ​ຄືນ​ໄປ​ຢູ່​ກັບ​ພຣະ​ອົງ​ອີກ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ເອ​ກະ​ສານ​ແມ່ນ​ຢູ່​ກັບ​ຜູ້​ຂຽນ, ເບິ່ງ D. Melinda Ashton, “Fear Not, Only Believe” (Brigham Young University Women’s Conference, Apr. 28, 2016), byutv.org ນຳ​ອີກ.

  2. Lectures on Faith (1985), 38.

  3. ເບິ່ງ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” Liahona, May 2017, 145; “Mother in Heaven,” Gospel Topics, topics.lds.org.

  4. ອັກ​ຄະ​ສາ​ວົກ​ໂປ​ໂລ ໄດ້ຊີ້ບອກວ່າ ເຮົາ​ຮູ້​ຈັກພຣະ​ບິ​ດາເປັນ​ຢ່າງ​ດີ ຈົນ​ວ່າ​ຈິດ​ວິນ​ຍານ​ຂອງ​ເຮົາ ຢາກ​ເອີ້ນ​ພຣະ​ອົງ​ວ່າ ອັບ​ບາ, ຊຶ່ງ​ໝາຍ​ຄວາມ​ວ່າ “ພຣະ​ບິ​ດາ​ເຈົ້າ,” ເປັນ​ຄຳ​ທີ່ຖືກ​ຮັກ​ສາ​ໄວ້​ສຳ​ລັບ​ບິ​ດາ​ຜູ້​ທີ່​ເຮົາ​ຮູ້​ຈັກ​ແທ້ໆ (ເບິ່ງ ໂຣມ 8:15).

  5. ເບິ່ງ Doctrine and Covenants 130:22.

  6. ເບິ່ງ Doctrine and Covenants 132:19–20.

  7. ເບິ່ງ ມັດ​ທາຍ 5:48; ເບິ່ງ 2 ເປ​ໂຕ 1:3–8 ນຳ​ອີກ.

  8. ເງື່ອນ​ໄຂ​ເຫລົ່ານີ້​ແມ່ນ​ຮ່ວມ​ທັງ​ການ​ຮັກ​ສາ​ສະ​ພາ​ວະ​ທຳ​ອິດ​ຂອງ​ເຮົາ (ເບິ່ງ Abraham 3:26) ແລະ ແລ້ວໃນ​ຊ່ວງ​ມະ​ຕະ ຮ່ວມ​ທັງ​ການ​ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ການກັບ​ໃຈ, ການ​ບັບ​ຕິ​ສະ​ມາ​ໂດຍ​ບາງ​ຄົນ​ທີ່​ດຳ​ລົງ​ສິດ​ອຳ​ນາດຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ, ການ​ຮັບ​ເອົາ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ (ເບິ່ງ 3 ນີ​ໄຟ 27:16–20).

  9. ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ສິດ​ສອນ​ວ່າ: “ບາງ​ຄົນ​ຜູ້​ທີ່​ກຳ​ລັງ​ຟັງ​ຂ່າວ​ສານນີ້ ອາດເວົ້າ​ວ່າ, ‘ແຕ່ ສ່ວນ​ຂ້ອຍ​ເດ້?’ ເຮົາ​ຮູ້​ວ່າ ໄພ່​ພົນ​ຍຸກ​ສຸດ​ທ້າຍຫລາຍ​ຄົນ​ທີ່​ມີ​ຄ່າ​ຄວນ ແລະ ດີ​ເລີດ ຜູ້ຂາດ​ໂອ​ກາດ​ທີ່​ເປັນ​ອຸ​ດົມ​ຄະ​ຕິ ແລະ ເງື່ອນ​ໄຂ​ທີ່​ສຳ​ຄັນ ສຳ​ລັບ​ຄວາມກ້າວ​ໜ້າ​ຂອງ​ເຂົາ​ເຈົ້າໃນ​ເວ​ລານັ້ນ. ການ​ເປັນ​ໂສດ, ການບໍ່​ມີ​ລູກ, ການ​ຕາຍ, ແລະ ການ​ຢ່າ​ຮ້າງ ເປັນ​ອຸ​ດົມ​ຄະ​ຕິ​ທີ່​ເຮັດ​ໃຫ້​ໃຈ​ຮ້າຍ ແລະ ຢຸດຢັ້ງ​ການ​ບັນ​ລຸເຖິງ​ພອນ​ທີ່​ສັນ​ຍາ​ໄວ້. … ແຕ່​ຄວາມ​ໃຈ​ຮ້າຍ​ເຫລົ່າ​ນີ້ ກໍເປັນ​ພຽງ​ຊົ່ວ​ຄາວ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ວ່າ ໃນ​ຊົ່ວ​ນິ​ລັນ​ດອນ ບໍ່​ມີ​ພອນ​ໃດ​ທີ່​ຈະຖືກ​ກີດ​ກັນ​ຈາກ​ບຸດ ແລະ ທິ​ດາ​ຂອງ​ພຣະ​ອົງ ຜູ້​ທີ່​ຮັກ​ສາ​​ພຣະ​ບັນ​ຍັດ, ຈິງ​ໃຈ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ, ແລະ ປາດ​ຖະ​ໜາ​ສິ່ງ​ທີ່​ຖືກ​ຕ້ອງ” (“The Great Plan of Happiness,” Ensign, Nov. 1993, 75).

  10. (ເບິ່ງ ໂມໄຊຢາ 2:41).

  11. ເບິ່ງ ແອວ​ມາ 42:5; ມັນ​ກໍ​ຍັງ​ຖືກ​ເອີ້ນ​ວ່າ ແຜນ​ແຫ່ງ​ການ​ໄຖ່ (ເບິ່ງ, ຍົກ​ຕົວ​ຢ່າງ, ຢາ​ໂຄບ 6:8) ແລະ ແຜນ​ແຫ່ງ​ຄວາມ​ສຸກ (ເບິ່ງ ແອວ​ມາ 42:8, 16).

  12. ເບິ່ງ ໂຢບ 38:4–7.

  13. ເບິ່ງ, ຍົກ​ຕົວ​ຢ່າງ, ເຮັບ​ເຣີ 5:8; 12:11; ອີ​ເທີ 12:27. ຢ່າງ​ໜ້ອຍ​ໃນ​ຕອນ​ທຳ​ອິດ, ການ​ທ້າ​ທາຍ​ບາງ​ຢ່າງ​ທີ່​ເຮົາ​ປະ​ເຊີນ​ໃນ​ຊ່ວງ​ມະ​ຕະ, ດ້ວຍ​ຄວາມ​ເຂົ້າ​ໃຈ​ທີ່​ຈຳ​ກັດ​ຂອງ​ເຮົາ, ອາດ​ເບິ່ງ​ຄື​ວ່າ ມັນຈະ​ກີດ​ກັນ​ເຮົາ​ຈາກ​ການ​ໄດ້​ຮັບ​ພອນອັນ​ທີ່​ເຮົາ​ຄາດ​ຫວັງ​ຫລາຍ​ທີ່​ສຸດ. ເຖິງ​ແມ່ນ​ຈະ​ມີ​ສິ່ງ​ຂັດ​ແຍ້ງ​ເຫລົ່າ​ນີ້, ແຕ່​ພຣະ​ເຈົ້າ​ຈະ​ປະ​ທານ​ຄຳ​ສັນ​ຍາ​ທີ່​ໄດ້​ສັນ​ຍາ​ໄວ້​ໃຫ້​ເຮົາ ຖ້າ​ຫາກ​ເຮົາ​ຊື່​ສັດ​ຕໍ່​ໄປ.

  14. ເບິ່ງ ລູ​ກາ 1:31–35; ໂຢ​ຮັນ 1:14; 1 ນີ​ໄຟ 11:18–21; Guide to the Scriptures, “Jesus Christ,” scriptures.lds.org.

  15. ເບິ່ງ Doctrine and Covenants 93:4–5, 16–17, 19–20.

  16. ເບິ່ງ Moses 7:32.

  17. ເບິ່ງ Doctrine and Covenants 122:9.

  18. ເບິ່ງ ໂຣມ 8:28.

  19. ເບິ່ງ ມັດ​ທາຍ 6:11.

  20. ເບິ່ງ N. Eldon Tanner, “The Importance of Prayer,” Ensign, May 1974, 50–53.

  21. ເບິ່ງ ລູ​ກາ 11:10–13; ​ຢາ​ໂກ​ໂບ 1:17.

  22. ເບິ່ງ ລູ​ກາ 11:5–10; Joseph Smith Translation, ລູ​ກາ 11:5–6 (ໃນ ລູ​ກາ 11:5, footnote a); 3 ນີ​ໄຟ 13:6.

  23. ເບິ່ງ ມັດ​ທາຍ 6:13.

  24. ເບິ່ງ Moses 7:31–40.

  25. ເບິ່ງ ຢາ​ໂກ​ໂບ 1:17.

  26. ເບິ່ງ ໂຢ​ຮັນ 15:1–2; Doctrine and Covenants 122:6–7.

  27. ເບິ່ງ ເຮັບ​ເຣີ 12:5–11; Doctrine and Covenants 95:1.

  28. ເບິ່ງ Moses 7:35.

  29. ເບິ່ງ ແອວ​ມາ 37:12, 37.

  30. ເບິ່ງ ໂຢ​ຮັນ 14:26; 2 ນີ​ໄຟ 31:12.

  31. ເບິ່ງ ໂຢ​ຮັນ 17:21–23, 26; Doctrine and Covenants 93:36.

  32. ເບິ່ງ Doctrine and Covenants 76:53; 88:67–68.

  33. ເບິ່ງ 1 ເປ​ໂຕ 4:6. ແອວ​ເດີ ມາ​ວິນ ເຈ ບາ​ເລີດ, ຂະ​ນະ​ທີ່​ກ່າວເຖິງ​ເຫດ​ຜົນ​ທີ່​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ເພິ່ນ​ໄດ້​ໃຫ້​ບັບ​ຕິ​ສະ​ມາ ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ, ເພິ່ນໄດ້​ກ່າວ​ວ່າ, “ສິ່ງນີ້​ຖືກ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ແກ່ຂ້າ​ພະ​ເຈົ້າວ່າ ບັນ​ພະບຸ​ລຸດ​ຂອງ​ລາວ ຢູ່​ໃນ​ໂລກວິນ​ຍານ ໄດ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຫລາຍ​ປີ​ມາ​ແລ້ວ ແລະ ໄດ້​ອະ​ທິ​ຖານ​ຫວັງ​ວ່າ ຈະ​ມີ​ບາງ​ຄົນ​ໃນ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ຢູ່​ໃນ​ໂລກ​ນີ້ ຈະ​ຊ່ວຍ​ເຫລືອ​ເຂົາ​ເຈົ້າ​ໄດ້, ແລະ ວ່າ​ຄຳ​ອະ​ທິ​ຖານ​ຂອງ​ເຂົາ​ເຈົ້າ​ໄດ້​ເກີດ​ຜົນ ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ນຳ​ພາ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ໄປ​ຫາ​ປະຕູບ້ານ​ຂອງ​ຊາຍ​ຄົນນີ້” (Crusader for Righteousness [1966], 250).

  34. ເບິ່ງ ມໍ​ມອນ 7:5–6; ເບິ່ງ ໂຢ​ຮັນ 5:21, 26; 1 ໂກ​ຣິນ​ໂທ 6:14; 2 ນີ​ໄຟ 9:11–12; ແອວ​ມາ 40:2–3; 3 ນີ​ໄຟ 27:14 ນຳ​ອີກ.

  35. ເບິ່ງ ໂຢ​ຮັນ 5:22; ຢາ​ໂຄບ 6:9; ແອວ​ມາ 11:44; ຮີ​ລາ​ມັນ 14:15–18. ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ ເອົາ​ຊະ​ນະ​ການ​ກະ​ທົບ​ກະ​ເທືອນ​ທັງ​ໝົດ​ຂອງ​ການ​ຕົກ​ຂອງ​ອາດາມ, ຮ່ວມ​ທັງ​ຄວາມ​ຕາຍ​ທາງ​ຮ່າງ​ກາຍ ແລະ ທາງວິນ​ຍານ, ຊຶ່ງ​ທັງ​ສອງ​ຈະ​ຕ້ອງຖືກ​ເອົາ​ຊະ​ນະ ກ່ອນ​ເຮົາ​ຈະ​ສາ​ມາດ​ກັບ​ຄືນ​ໄປ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄວ້. ຜູ້​ທີ່​ກັບ​ໃຈ​ຈາກ​ບາບ​ຂອງ​ຕົນ ຈະ​ໄດ້​ຢູ່​ກັບ​ພຣະ​ບິ​ດາ ແລະ ພຣະ​ບຸດ ໃນ​ນິ​ລັນ​ດອນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຜູ້​ທີ່ບໍ່​ກັບ​ໃຈ ຈະ​ໄດ້​ຮັບ​ທຸກ​ທໍ​ລະ​ມານ ໃນ​ການ​ຕາຍ​ເທື່ອ​ທີ​ສອງ, ຊຶ່ງ​ເກີດ​ຈາກ​ການບາບ​ຂອງ​ຕົນ​ເອງ. (ເບິ່ງ ຮີ​ລາ​ມັນ 14:15–18).

  36. 2 ນີໄຟ 2:8.

  37. ເບິ່ງ Doctrine and Covenants 76:56; 88:28–29.

  38. ໂມ​ໄຊ​ຢາ 2:41.

  39. ເບິ່ງ ພຣະ​ນິ​ມິດ 7:17.

  40. ເບິ່ງ Moses 7:30. ພຣະ​ບິ​ດາເທິງ​ສະ​ຫວັນ ໄດ້​ສືບ​ຕໍ່​ດູ​ແລ ແລະ ຈັດ​ຫາ​ສິ່ງ​ທີ່​ຕ້ອງ​ການ ໃຫ້​ແກ່​ຜູ້​ຢູ່​ໃນ​ອາ​ນາ​ຈັກ​ຊັ້ນ​ກາງ ຜ່ານ​ທາງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ບຸກ​ຄົນ​ຈາກ​ອາ​ນາ​ຈັກ​ຊັ້ນ​ສູງ (ເບິ່ງ Doctrine and Covenants 76:77, 87) ​ແລະ ຜູ້​ທີ່​ຢູ່​ໃນ​ອາ​ນາ​ຈັກ​ຊັ້ນ​ຕ່ຳ ຜ່ານ​ທາງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ເຫລົ່າ​ທູດ (ເບິ່ງ Doctrine and Covenants 76:86, 88).

  41. ເບິ່ງ Moses 7:35; ເບິ່ງ ເພງ​ສັນ​ລະ​ເສີນ 90:2 ນຳ​ອີກ.

  42. ເບິ່ງ ເພງ​ສັນ​ລະ​ເສີນ 103:6–8; ລູ​ກາ 6:36; Moses 7:30.

  43. ເບິ່ງ 1 ໂຢ​ຮັນ 4:16.

  44. ເບິ່ງ Doctrine and Covenants 84:40.

  45. ເບິ່ງ ຢາ​ໂກ​ໂບ 1:17.

  46. ເບິ່ງ ຈົດ​ບັນ​ຊີ 23:19.

  47. ເບິ່ງ ກິດ​ຈະ​ການ 10:34–35.

  48. ເບິ່ງ 1 ນີ​ໄຟ 9:6; Doctrine and Covenants 130:7.

  49. Dictionary.com ອະ​ທິ​ບາຍ ຄວາມ​ຮູ້​ແຈ້ງ ວ່າ​ເປັນ “ຄວາມ​ສາ​ມາດ​ທາງການຮຽນ​ຮູ້, ມີເຫດ​ຜົນ, ມີ​ຄວາມ​ເຂົ້າ​ໃຈ, ແລະ ມີ​ຄວາມ​ສາ​ມາດ​ທາງສະ​ຕິ​ປັນ​ຍາ​ທີ່​ຄ້າຍ​ຄື​ກັນ; ມີ​ຄວາມຖະ​ນັດ​ເລື່ອງ​ການ​ຮັບ​ເອົາ​ຄວາມ​ຈິງ, ຄວາມ​ສຳ​ພັນ, ຂໍ້​ອ້າງ​ອີງ, ຄວາມ​ໝາຍ, ແລະ ອື່ນໆ” ແລະ “ຄວາມ​ຮູ້.”

  50. ເບິ່ງ Abraham 3:19. ພຣະ​ເຢ​ຊູ​ຄຣິດ​ເປັນ​ຜູ້​ທີ່​ມີ​ລັດ​ສະ​ໝີ​ພາບ ແລະ ດີ​ພ້ອມ ແລະ ກໍ​ຍັງ​ສະ​ຫລາດ​ຫລັກ​ແຫລມ ຫລາຍກວ່າ​ເຮົາ​ອີກ.

  51. ເບິ່ງ ພຣະ​ນິ​ມິດ 21:22.

  52. ເບິ່ງ Abraham 3:17.

  53. ເບິ່ງ Moses 1:39.

  54. Richard G. Scott, “Trust in the Lord,” Ensign, Nov. 1995, 17.

  55. Richard G. Scott, “Trust in the Lord,” 17.

  56. ເບິ່ງ ໂຢ​ຮັນ 5:22; Moses 1:39. ແມ່ນ​ຊາ​ຕານ ແລະ ຕົວ​ເຮົາ​ເອງ ທີ່​ກ່າວ​ໂທດ​ຕົວເຮົາ​ເອງ (ເບິ່ງ ພຣະ​ນິ​ມິດ 12:10; ແອວ​ມາ 12:14).

  57. ເບິ່ງ ໂຢ​ຮັນ 4:23; Doctrine and Covenants 18:40; 20:29.

  58. ເບິ່ງ 3 ນີ​ໄຟ 11:11; Doctrine and Covenants 93:11–19.

  59. ການ​ກັບ​ໃຈ ເປັນ​ຂັ້ນ​ຕອນ ຊຶ່ງ​ໂດຍການ​ນັ້ນ ເຮົາ​ຈະ​ປ່ຽນ​ແປງ​ທຳ​ມະ​ຊາດ​ຂອງ​ຕົວ​ເອງ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ. ດັ່ງ​ນັ້ນ, ເຮົາ​ຈຶ່ງ​ຄວນ​ສືບ​ຕໍ່​ກັບ​ໃຈ​ໄປ​ເລື້ອຍໆ, ບໍ່​ພຽງ​ແຕ່​ກັບ​ໃຈ ຕອນ​ທີ່​ເຮົາ “ເຮັດ​ຄວາມ​ຜິດ​ເທົ່າ​ນັ້ນ.”

  60. ເບິ່ງ Doctrine and Covenants 93:19–20.

  61. Lectures on Faith, 38; ເບິ່ງ ໂມ​ໂຣ​ໄນ 7:48; 10:32–33; Doctrine and Covenants 76:56, 94–95; 84:33–38 ນຳ​ອີກ.

  62. ເບິ່ງ Doctrine and Covenants 93:20; ເນັ້ນ​ຄຳ​ເນີ້ງ.

  63. ເບິ່ງ ໂມ​ໂຣ​ໄນ 10:32–33; Doctrine and Covenants 76:69, 94–95.

  64. ເປັນ​ຫຍັງ​ພຣະ​ເຈົ້າ​ຈຶ່ງບໍ່​ສາ​ມາດ ຫລື ບໍ່​ເປີດ​ເຜີຍ​ຫລາຍກວ່ານີ້ ກ່ຽວ​ກັບ​ຂັ້ນ​ຕອນ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງໄດ້? ຂ້າ​ພະ​ເຈົ້າ​ບໍ່​ຮູ້​ຈັກ​ເຫດ​ຜົນ​ທັງ​ໝົດ. ແຕ່ຢ່າງ​ໜ້ອຍ ຂ້າ​ພະ​ເຈົ້າ​ກໍ​ເຂົ້າ​ໃຈ​ສອງ​ຢ່າງ. ຢ່າງ​ທຳ​ອິດ​ແມ່ນ​ວ່າ ມີ​ບາງ​ສິ່ງ​ທີ່​ເຮົາ​ບໍ່​ສາ​ມາດ​ເຂົ້າ​ໃຈ​ໄດ້ ລະ​ຫວ່າງສະ​ພາ​ວະ​ຊ່ວງ​ມະ​ຕະ​ຂອງ​ເຮົາ (ເບິ່ງ Doctrine and Covenants 78:17). ມັນ​ອາດ​ໃກ້​ຊິດ​ກັບ​ຄວາມ​ພະ​ຍາ​ຍາມ ທີ່​ຈະ​ອະ​ທິ​ບາຍ​ເລື່ອງ ອິນ​ເຕີ​ເນັດ ຕໍ່ຜູ້​ທີ່​ມີຊີ​ວິດ​ຢູ່​ໃນສະ​ໄໝ​ກາງ​ໃນ​ເອີ​ຣົບ. ເນື້ອ​ຫາ ແລະ ມຸມມອງ ບໍ່​ໄດ້​ຢູ່ໃນ​ນັ້ນ. ແລະ ຢ່າງ​ທີ​ສອງ​ແມ່ນ​ວ່າ ຂອງ​ປະ​ທານ​ແຫ່ງ​ພຣະ​ຄຸນ ມັກ​ມາ​ສູ່​ເຮົາ​ຢ່າງ​ເໝາະ​ເຈາະ ເພາະ​ເຮົາ​ຕ້ອງ​ເຈັບ​ປວດ ແລະ ດີ້ນ​ລົນ ຜ່ານ​ການບໍ່​ຮູ້​ຈັກ.

  65. ການ​ເສຍ​ສະ​ລະ​ທີ່​ເຮົາ​ຖືກ​ຂໍ​ໃຫ້​ເຮັດ ອາດ​ຈຳ​ເປັນ​ຕໍ່​ການ​ບັນ​ລຸ​ເຖິງ​ຄວາມ​ດີ​ພ້ອມນັ້ນ (ເບິ່ງ Joseph Smith Translation, ເຮັບ​ເຣີ 11:40 [ໃນ ເຮັບ​ເຣີ 11:40, footnote a]).

  66. ເບິ່ງ ໂຣມ 8:18.

  67. ເບິ່ງ Doctrine and Covenants 78:17–18.

ພິມ