ການດູແລຈິດວິນຍານ
ເຮົາເອື້ອມອອກໄປຫາຄົນອື່ນດ້ວຍຄວາມຮັກ ເພາະມັນເປັນສິ່ງທີ່ພຣະຜູ້ຊ່ວຍໃຫ້ລອດບັນຊາໃຫ້ເຮົາເຮັດ.
ໃນການສົນທະນາກັບເພື່ອນຄົນໜຶ່ງຂອງຂ້າພະເຈົ້າ ເມື່ອບໍ່ດົນມານີ້, ລາວໄດ້ບອກຂ້າພະເຈົ້າວ່າ ຕອນລາວຍັງນ້ອຍ, ທີ່ເປັນສະມາຊິກໃໝ່ຂອງສາດສະໜາຈັກ, ລາວໄດ້ຮູ້ສຶກວ່າ ລາວບໍ່ສາມາດເຂົ້າຮ່ວມກຸ່ມ ຢູ່ໃນຫວອດຂອງລາວ. ຜູ້ສອນສາດສະໜາທີ່ໄດ້ສິດສອນລາວ ກໍໄດ້ຖືກສົ່ງໄປສອນຢູ່ບ່ອນອື່ນ, ແລະ ລາວຮູ້ສຶກວ່າ ບໍ່ມີໃຜສົນໃຈລາວ. ໂດຍທີ່ບໍ່ມີໝູ່ເພື່ອນຢູ່ໃນຫວອດ, ລາວໄດ້ກັບຄືນໄປຫາເພື່ອນເກົ່າ ແລະ ໄດ້ເຮັດສິ່ງທີ່ນຳພາລາວໃຫ້ເຊົາໄປໂບດ—ຈົນວ່າລາວເລີ່ມຫັນເຫໄປຈາກຝູງ. ດ້ວຍນ້ຳຕາຄາປໍ້, ລາວໄດ້ບັນຍາຍເຖິງຄວາມກະຕັນຍູຢ່າງເລິກຊຶ້ງ ທີ່ຄົນໜຶ່ງໃນຫວອດ ໄດ້ເອື້ອມມືແຫ່ງການປະຕິບັດສາດສະໜາກິດ ອອກໄປຫາລາວ ແລະ, ໃນທາງທີ່ອົບອຸ່ນ ແລະ ຖືກຮ່ວມເຂົ້າ, ໄດ້ເຊື້ອເຊີນລາວໃຫ້ກັບມາ. ບໍ່ເທົ່າໃດເດືອນ, ລາວກໍໄດ້ກັບຄືນສູ່ຝູງຢ່າງປອດໄພ, ໄດ້ເພີ່ມຄວາມເຂັ້ມແຂງໃຫ້ແກ່ຄົນອື່ນຄືກັນ. ເຮົາມີຄວາມກະຕັນຍູຫລາຍແທ້ໆ ແມ່ນບໍ ຕໍ່ຜູ້ລ້ຽງ ທີ່ປະເທດ ບຣາຊິນ ຜູ້ໄດ້ເອື້ອມອອກໄປຫາຊາຍໜຸ່ມຄົນນີ້, ແອວເດີ ຄາໂລສ໌ ອາ ກາໂດຍ, ຜູ້ນັ່ງຢູ່ຂ້າງຫລັງຂ້າພະເຈົ້າ ໃນຖານະຝ່າຍປະທານກຸ່ມສາວົກເຈັດສິບ?
ມັນເປັນສິ່ງມະຫັດສະຈັນບໍ່ແມ່ນບໍ ທີ່ຄວາມພະຍາຍາມເລັກນ້ອຍ ໄດ້ນຳຜົນຊົ່ວນິລັນດອນມາໃຫ້? ຄວາມຈິງນີ້ແມ່ນຈຸດໃຈກາງຂອງຄວາມພະຍາຍາມທີ່ຈະປະຕິບັດສາດສະໜາກິດຂອງສາດສະໜາຈັກ. ພຣະບິດາເທິງສະຫວັນ ສາມາດປ່ຽນຄວາມພະຍາຍາມທີ່ລຽບງ່າຍ ໃນທຸກວັນ ເປັນບາງສິ່ງທີ່ໜ້າອັດສະຈັນໃຈໄດ້. ພຽງຫົກເດືອນຜ່ານມາເທົ່ານັ້ນ ທີ່ປະທານຣະໂຊ ເອັມ ແນວສັນ ໄດ້ປະກາດວ່າ “ພຣະຜູ້ເປັນເຈົ້າໄດ້ທຳການປ່ຽນແປງທີ່ສຳຄັນ ໃນວິທີທີ່ເຮົາຈະໄດ້ດູແລກັນແລະກັນ,”1 ອະທິບາຍວ່າ, “ພວກເຮົາຈະປະຕິບັດຕາມແບບແຜນທີ່ໃໝ່ກວ່າ ແລະ ສັກສິດກວ່າ ໃນການດູແລ ແລະ ປະຕິບັດສາດສະໜາກິດຕໍ່ຄົນອື່ນ. ພວກເຮົາຈະກ່າວເຖິງແບບແຜນໃໝ່ນີ້ວ່າ ‘ການປະຕິບັດສາດສະໜາກິດ.’”2
ປະທານແນວສັນ ກໍຍັງໄດ້ອະທິບາຍວ່າ: “ຄວາມດີເດັ່ນຂອງສາດສະໜາຈັກທີ່ແທ້ຈິງ ແລະ ດຳລົງຢູ່ຂອງພຣະຜູ້ເປັນເຈົ້າ ຈະເປັນລະບຽບສະເໝີ, ມີເປົ້າໝາຍທີ່ຈະປະຕິບັດສາດສະໜາກິດຕໍ່ລູກໆທຸກຄົນຂອງພຣະເຈົ້າ ແລະ ຄອບຄົວຂອງເຂົາເຈົ້າ. ເພາະນີ້ແມ່ນສາດສະໜາຈັກຂອງພຣະອົງ, ເຮົາທີ່ເປັນຜູ້ຮັບໃຊ້ຂອງພຣະອົງ ຈະປະຕິບັດຕໍ່ຜູ້ຄົນ, ດັ່ງທີ່ພຣະອົງໄດ້ປະຕິບັດ. ເຮົາຈະປະຕິບັດໃນພຣະນາມຂອງພຣະອົງ, ດ້ວຍອຳນາດ ແລະ ສິດອຳນາດຂອງພຣະອົງ, ແລະ ດ້ວຍຄວາມຮັກທີ່ມີເມດຕາກະລຸນາຂອງພຣະອົງ.”3
ນັບແຕ່ການປະກາດ, ການຕອບຮັບຂອງທ່ານແມ່ນເຫລືອເຊື່ອ! ພວກເຮົາໄດ້ຮັບການລາຍງານ ເຖິງຄວາມສຳເລັດຜົນ ໃນການລົງມືເຮັດຕາມການປ່ຽນແປງເຫລົ່ານີ້ ເກືອບໃນທຸກສະເຕກທົ່ວໂລກ ດັ່ງທີ່ຖືກຊີ້ນຳໂດຍສາດສະດາທີ່ຮັກແພງຂອງເຮົາ. ຍົກຕົວຢ່າງ, ອ້າຍເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດ ໄດ້ຖືກມອບໝາຍໃຫ້ດູແລບາງຄອບຄົວ, ໃຫ້ມີຄູ່ໄປນຳ—ຮ່ວມທັງຊາຍໜຸ່ມ ແລະ ຍິງໜຸ່ມ—ໄດ້ຖືກຈັດຕັ້ງຂຶ້ນ, ແລະ ການສຳພາດຜູ້ປະຕິບັດສາດສະໜາກິດ ໄດ້ຖືກຈັດຂຶ້ນ.
ຂ້າພະເຈົ້າບໍ່ຄິດວ່າ ມັນເປັນການບັງເອີນ ທີ່ຫົກເດືອນ ກ່ອນການປະກາດຈາກການເປີດເຜີຍ ໃນມື້ວານນີ້—ເລື່ອງ “ການດຸນດ່ຽງໃໝ່ ແລະ ການເຊື່ອມໂຍງລະຫວ່າງການສິດສອນພຣະກິດຕິຄຸນ ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ”4—ທີ່ການປະກາດຈາກການເປີດເຜີຍ ເລື່ອງການປະຕິບັດສາດສະໜາກິດ ໄດ້ຖືກມອບໃຫ້. ເລີ່ມຕັ້ນຈາກເດືອນມັງກອນ, ເມື່ອເຮົາໄປນະມັດສະການທີ່ໂບດໜ້ອຍລົງໜຶ່ງຊົ່ວໂມງ, ທຸກສິ່ງທີ່ເຮົາໄດ້ຮຽນຮູ້ໃນການປະຕິບັດສາດສະໜາກິດ ຈະຊ່ວຍເຮົາໃຫ້ດຸນດ່ຽງສິ່ງທີ່ຂາດເຫລືອຄືນໃໝ່ ໃນປະສົບການຂອງວັນຊະບາໂຕກັບຄອບຄົວ ແລະ ຄົນທີ່ເຮົາຮັກ ເພື່ອໃຫ້ບ້ານເຮືອນເປັນສູນກາງ ໃນວິທີທາງທີ່ສູງກວ່າ ແລະ ສັກສິດກວ່າ.
ດ້ວຍໂຄງຮ່າງຂອງການຈັດຕັ້ງເຫລົ່ານີ້, ເຮົາອາດຖາມວ່າ, ເຮົາຈະຮູ້ໄດ້ແນວໃດວ່າ ເຮົາກຳລັງປະຕິບັດສາດສະໜາກິດ ໃນວິທີທາງຂອງພຣະຜູ້ເປັນເຈົ້າ? ເຮົາໄດ້ຊ່ວຍພຣະຜູ້ລ້ຽງທີ່ດີ ໃນວິທີທາງທີ່ພຣະອົງຕ້ອງການຢູ່ບໍ?”
ໃນການສົນທະນາເມື່ອບໍ່ດົນມານີ້, ປະທານເຮັນຣີ ບີ ໄອຣິງ ໄດ້ກ່າວຍ້ອງຍໍໄພ່ພົນ ໃນການປັບຕົວເຂົ້າກັບການປ່ຽນແປງທີ່ດີເດັ່ນເຫລົ່ານີ້ ແຕ່ເພິ່ນກໍໄດ້ກ່າວເຖິງ ການທີ່ເພິ່ນຢາກໃຫ້ສະມາຊິກຮູ້ວ່າ ການປະຕິບັດສາດສະໜາກິດນັ້ນ ແມ່ນມີຄວາມໝາຍຫລາຍກວ່າ “ການພຽງແຕ່ ເປັນຄົນອ່ອນຫວານເທົ່ານັ້ນ.” ບໍ່ໄດ້ໝາຍຄວາມວ່າ ການເປັນຄົນອ່ອນຫວານ ເປັນສິ່ງທີ່ບໍ່ສຳຄັນ, ແຕ່ຜູ້ທີ່ເຂົ້າໃຈ ຄວາມໝາຍຂອງການປະຕິບັດສາດສະໜາກິດທີ່ແທ້ຈິງ ຈະຮັບຮູ້ວ່າ ມັນມີຄວາມໝາຍຫລາຍກວ່າ ການພຽງແຕ່ເປັນຄົນອ່ອນຫວານເທົ່ານັ້ນ. ໃນການເຮັດຕາມວິທີທາງຂອງພຣະຜູ້ເປັນເຈົ້າ, ການປະຕິບັດສາດສະໜາກິດ ສາມາດມີອິດທິພົນທີ່ຍືນຍົງ ສຳລັບຄວາມດີ ທີ່ສືບຕໍ່ໄປ ຈົນເຖິງຕະຫລອດຊົ່ວນິລັນດອນ, ຊຶ່ງມັນໄດ້ເກີດກັບ ແອວເດີ ກາໂດຍ.
“ພຣະຜູ້ຊ່ວຍໃຫ້ລອດ ໄດ້ສາທິດເປັນຕົວຢ່າງ ເຖິງຄວາມໝາຍຂອງການປະຕິບັດສາດສະໜາກິດ ເມື່ອພຣະອົງໄດ້ຮັບໃຊ້ດ້ວຍຄວາມຮັກ. … ພຣະອົງ … ໄດ້ສອນ, ໄດ້ອະທິຖານເພື່ອ, ໄດ້ປອບໂຍນ, ແລະ ໄດ້ອວຍພອນຜູ້ທີ່ຢູ່ອ້ອມຮອບພຣະອົງ, ເຊື້ອເຊີນທຸກຄົນໃຫ້ມາຕິດຕາມພຣະອົງ. … ຂະນະທີ່ສະມາຊິກຂອງສາດສະໜາຈັກ ປະຕິບັດສາດສະໜາກິດ [ໃນວິທີທາງທີ່ສູງກວ່າ ແລະ ສັກສິດກວ່າ], ເຂົາເຈົ້າໄດ້ສະແຫວງຫາດ້ວຍການອະທິຖານ ທີ່ຈະຮັບໃຊ້ ເໝືອນດັ່ງພຣະອົງຈະກະທຳ—ເພື່ອ … ດູແລສາດສະໜາຈັກສະເໝີ, ແລະ ຢູ່ກັບພວກເຂົາ ແລະ ເຮັດໃຫ້ພວກເຂົາເຂັ້ມແຂງຂຶ້ນ, ເພື່ອໄປຢ້ຽມຢາມບ້ານເຮືອນຂອງສະມາຊິກ, ແລະ ຊ່ວຍແຕ່ລະຄົນໃຫ້ກາຍເປັນສານຸສິດທີ່ແທ້ຈິງຂອງພຣະເຢຊູຄຣິດ.”5
ເຮົາເຂົ້າໃຈວ່າ ຜູ້ລ້ຽງທີ່ແທ້ຈິງຈະຮັກແກະຂອງຕົນ, ຮູ້ຊື່ຂອງທຸກໂຕ, ແລະ “ສົນໃຈກັບ” ທຸກໂຕ.6
ເພື່ອນເກົ່າແກ່ເປັນເວລາຫລາຍປີຄົນໜຶ່ງຂອງຂ້າພະເຈົ້າ ໄດ້ໃຊ້ຊີວິດຢູ່ໃນຊົນນະບົດ, ທຳງານໜັກ ກັບການລ້ຽງງົວ ແລະ ຝູງແກະ ຢູ່ໃນເຂດພູຣ້ອກກີ້. ເທື່ອໜຶ່ງ ລາວໄດ້ເລົ່າໃຫ້ຂ້າພະເຈົ້າຟັງ ເຖິງການທ້າທາຍ ແລະ ສິ່ງອັນຕະລາຍ ໃນການລ້ຽງດູຝູງແກະຂອງລາວ. ລາວໄດ້ບັນຍາຍວ່າ ໃນຕົ້ນລະດູໃບໄມ້ປົ່ງ, ເມື່ອຫິມະທີ່ຕົກລົງມາເທິງພູໃນເຂດນັ້ນ ໄດ້ລະລາຍໄປເກືອບໝົດແລ້ວ, ລາວກໍໄດ້ເອົາຝູງແກະຂອງຄອບຄົວ ປະມານ 2,000 ໂຕ ໄປປ່ອຍໄວ້ໃນເຂດພູເຫລົ່ານັ້ນ ສຳລັບລະດູແລ້ງ. ຢູ່ທີ່ນັ້ນ, ລາວໄດ້ເຝົ້າດູແລຝູງແກະ ຈົນເຖິງລະດູໃບໄມ້ຫລົ່ນ, ແລ້ວເຂົາເຈົ້າຈະຍ້າຍຈາກເຂດພູ ໄປຢູ່ເຂດທະເລຊາຍ ໃນລະດູໜາວ. ລາວໄດ້ບັນຍາຍເຖິງການເຝົ້າດູແລຝູງແກະກຸ່ມໃຫຍ່ວ່າ ເປັນສິ່ງຫຍຸ້ງຍາກຫລາຍ, ຕ້ອງໄດ້ເຮັດວຽກແຕ່ເຊົ້າຈົນຄ່ຳ—ຕື່ນກ່ອນຕາເວັນຂຶ້ນ ແລະ ທຳງານຈົນເຖິງມືດຄ່ຳ. ລາວບໍ່ສາມາດເຮັດສິ່ງນີ້ໄດ້ ດ້ວຍຕົວຄົນດຽວ.
ຄົນອື່ນກໍໄດ້ຊ່ວຍກັນເຝົ້າດູແລ, ຮ່ວມທັງການໃຫ້ຜູ້ມີປະສົບການ ທຳງານກັບຄົນມືໃໝ່ ທີ່ໄດ້ຜົນປະໂຫຍດຈາກເພື່ອນຮ່ວມງານຜູ້ສະຫລຽວສະຫລາດ. ລາວກໍຕ້ອງເພິ່ງມ້າສອງໂຕຂອງລາວນຳອີກ, ມ້ານ້ອຍສອງໂຕທີ່ກຳລັງເຝິກງານ, ໝາເຖົ້າສອງໂຕທີ່ຊ່ວຍປ້ອງຝູງແກະ, ແລະ ໝານ້ອຍສອງສາມໂຕອີກ. ໃນລະຫວ່າງລະດູແລ້ງ, ເພື່ອນຂອງຂ້າພະເຈົ້າ ແລະ ຝູງແກະຂອງລາວ ໄດ້ປະເຊີນກັບລົມແຮງ ແລະ ຝົນຕົກຟ້າລົມ, ຄວາມເຈັບປ່ວຍ, ບາດເຈັບ, ຄວາມແຫ້ງແລ້ງ, ແລະ ຄວາມຫຍຸ້ງຍາກອື່ນໆອີກ ຈົນນັບບໍ່ຖ້ວນ. ບາງປີເຂົາເຈົ້າກໍໄດ້ລຳລຽງນ້ຳໄປສົ່ງ ເພື່ອບໍ່ໃຫ້ຝູງແກະຕາຍ. ແລ້ວທຸກປີ ໃນທ້າຍລະດູໃບໄມ້ຫລົ່ນ, ຕອນຄວາມໜາວເລື່ອນເຂົ້າມາໃກ້ ແລະ ຝູງແກະໄດ້ຖືກພາລົງມາຈາກພູ ແລະ ຖືກນັບ, ຈະມີຫລາຍກວ່າ 200 ໂຕ ທີ່ເສຍໄປ.
ຝູງແກະຈຳນວນ 2,000 ໂຕ ທີ່ເອົາໄປປ່ອຍໄວ້ຢູ່ໃນເຂດພູ ໃນຕົ້ນລະດູໃບໄມ້ປົ່ງ ຈະເຫລືອແຕ່ 1,800 ໂຕ ໃນແຕ່ລະປີ. ແກະທີ່ເສຍໄປສ່ວນຫລາຍ ບໍ່ ໄດ້ເສຍໄປ ເພາະຄວາມເຈັບປ່ວຍ ຫລື ຕາຍໄປແບບທຳມະຊາດ ແຕ່ໄດ້ຖືກຂ້າໂດຍສັດລ່າເຫຍື່ອ ເຊັ່ນ ສິງ ຫລື ໝາປ່າ. ສັດລ່າເຫຍື່ອເຫລົ່ານີ້ ຕາມປົກກະຕິແລ້ວ ຈະພົບເຫັນແກະ ໂຕທີ່ໄດ້ໜີໄປຈາກຝູງ, ແຍກຕົວເອງອອກຈາກການປົກປັກຮັກສາຂອງຜູ້ລ້ຽງຂອງຕົນ. ໃຫ້ທ່ານຄິດຈັກບຶດໜຶ່ງຊິໄດ້ບໍ ເຖິງສິ່ງທີ່ຂ້າພະເຈົ້າໄດ້ບັນຍາຍໄປນັ້ນ ໃນທາງວິນຍານ? ແມ່ນໃຜເປັນຜູ້ລ້ຽງ? ແມ່ນໃຜເປັນຝູງແກະ? ແມ່ນໃຜເປັນຜູ້ຊ່ວຍຂອງຜູ້ລ້ຽງ?
ອົງພຣະເຢຊູຄຣິດເຈົ້າເອງ ໄດ້ກ່າວວ່າ, “ເຮົານີ້ແຫລະ ເປັນຜູ້ລ້ຽງທີ່ດີ, ເຮົາຮູ້ຈັກແກະຂອງເຮົາ, ແລະ ແກະຂອງເຮົາກໍຮູ້ຈັກເຮົາ, … ແລະ ເຮົາເຕັມໃຈສະລະຊີວິດເພື່ອຝູງແກະຂອງເຮົາ.”7
ສາດສະດານີໄຟກໍໄດ້ສິດສອນຄືກັນວ່າ ພຣະເຢຊູ “ຈະລ້ຽງແກະຂອງພຣະອົງ, ແລະ ໃນຕົວຂອງພຣະອົງ ພວກເຂົາຈະພົບທົ່ງຫຍ້າ.”8 ຂ້າພະເຈົ້າພົບເຫັນຄວາມສະຫງົບ ໃນການຮູ້ວ່າ “ພຣະຜູ້ເປັນເຈົ້າເປັນຜູ້ລ້ຽງ ຂອງຂ້ານ້ອຍ”9 ແລະ ພຣະອົງກໍຮູ້ຈັກເຮົາແຕ່ລະຄົນ ແລະ ພຣະອົງຄອຍດູແລເຮົາຢູ່. ເມື່ອເຮົາປະເຊີນກັບລົມແຮງ ແລະ ຝົນຕົກຟ້າລົມ, ຄວາມເຈັບປ່ວຍ, ບາດເຈັບ, ແລະ ຄວາມແຫ້ງແລ້ງ, ພຣະຜູ້ເປັນເຈົ້າ—ພຣະຜູ້ລ້ຽງຂອງເຮົາ—ຈະປະຕິບັດຕໍ່ເຮົາ. ພຣະອົງຈະນຳຈິດວິນຍານຂອງເຮົາກັບຄືນມາ.
ໃນວິທີດຽວກັນນັ້ນ ທີ່ເພື່ອນຂອງຂ້າພະເຈົ້າ ໄດ້ຄອຍເຝົ້າດູແລຝູງແກະຂອງລາວ ພ້ອມດ້ວຍຜູ້ຊ່ວຍທັງແກ່ ແລະ ໜຸ່ມ, ແລະ ໝາທີ່ຊ່ວຍປ້ອງ, ພຣະຜູ້ເປັນເຈົ້າກໍຕ້ອງການຜູ້ຊ່ວຍຄືກັນ ໃນການດູແລແກະຢູ່ໃນຝູງ ຂອງພຣະອົງ.
ໃນຖານະລູກໆຂອງພຣະບິດາເທິງສະຫວັນທີ່ຮັກ ແລະ ໃນຖານະທີ່ເປັນແກະໃນຝູງຂອງພຣະອົງ, ເຮົາຊື່ນຊົມກັບພອນທີ່ຖືກປະຕິບັດສາດສະໜາກິດຕໍ່ເປັນສ່ວນຕົວ ໂດຍພຣະເຢຊູຄຣິດ. ຄຽງຄູ່ກັນໄປ, ເຮົາກໍມີໜ້າທີ່ຮັບຜິດຊອບ ທີ່ຈະຊ່ວຍປະຕິບັດຕໍ່ຄົນອື່ນໆ ທີ່ຢູ່ອ້ອມຮອບເຮົາ ໃນຖານະເປັນຜູ້ລ້ຽງຄືກັນ. ເຮົາເອົາໃຈໃສ່ຕໍ່ພຣະຄຳຂອງພຣະຜູ້ເປັນເຈົ້າ ທີ່ວ່າ “ຈົ່ງຮັບໃຊ້ເຮົາ ແລະ ອອກໄປໃນພຣະນາມຂອງເຮົາ, ແລະ ເຕົ້າໂຮມແກະຂອງເຮົາເຂົ້າກັນ.”10
ແມ່ນໃຜເປັນຜູ້ລ້ຽງ? ຊາຍ, ຍິງ, ເດັກນ້ອຍທຸກຄົນ ໃນອານາຈັກຂອງພຣະເຈົ້າ ເປັນຜູ້ລ້ຽງ. ບໍ່ຈຳເປັນຕ້ອງໄດ້ຮັບການເອີ້ນ. ຈາກເວລາທີ່ເຮົາໄດ້ລົງໄປໃນນ້ຳແຫ່ງການບັບຕິສະມາ, ເຮົາໄດ້ຖືກມອບໝາຍໃຫ້ເຮັດວຽກງານນີ້. ເຮົາເອື້ອມອອກໄປຫາຄົນອື່ນດ້ວຍຄວາມຮັກ ເພາະມັນເປັນສິ່ງທີ່ພຣະຜູ້ຊ່ວຍໃຫ້ລອດບັນຊາໃຫ້ເຮົາເຮັດ. ແອວມາໄດ້ເນັ້ນໜັກວ່າ: “ເພາະມີຜູ້ລ້ຽງຄົນໃດແດ່ … ທີ່ມີແກະຫລາຍໂຕ ແຕ່ບໍ່ຄອຍເຝົ້າພວກມັນ, ເພື່ອໝາປ່າຈະບໍ່ເຂົ້າມາກິນຝູງແກະຂອງລາວ? … ລາວຈະບໍ່ໄລ່ມັນອອກໄປບໍ?”11 ເມື່ອໃດກໍຕາມທີ່ເພື່ອນບ້ານຂອງເຮົາ ມີຄວາມເດືອດຮ້ອນ ບໍ່ວ່າຈະເປັນທາງໂລກ ຫລື ທາງວິນຍານ, ເຮົາຈະເຂົ້າໄປຊ່ວຍເຫລືອ. ເຮົາແບກຫາບພາລະຂອງກັນແລະກັນ ເພື່ອວ່າມັນຈະເບົາບາງລົງ. ເຮົາເປັນທຸກກັບຄົນທີ່ເປັນທຸກ. ເຮົາປອບໃຈຄົນທີ່ຕ້ອງການຄວາມປອບໃຈ.12 ພຣະຜູ້ເປັນເຈົ້າໄດ້ຫວັງສິ່ງນີ້ຈາກເຮົາ ດ້ວຍຄວາມຮັກ. ແລະ ວັນນັ້ນຈະມາເຖິງ ເມື່ອເຮົາຕ້ອງຮັບຜິດຊອບສຳລັບການດູແລທີ່ເຮົາຮັບເອົາ ໃນການປະຕິບັດຕໍ່ຝູງແກະຂອງພຣະອົງ.13
ເພື່ອນຂອງຂ້າພະເຈົ້າທີ່ເປັນຜູ້ລ້ຽງ ໄດ້ບອກໃຫ້ຂ້າພະເຈົ້າຮູ້ເຖິງພາກສ່ວນທີ່ສຳຄັນອີກຢ່າງໜຶ່ງ ໃນການເຝົ້າດູແລຝູງແກະ ຢູ່ໃນເຂດພູ. ລາວໄດ້ບັນຍາຍວ່າ ແກະໂຕທີ່ເສຍໄປ ສາມາດຖືກໂຈມຕີໄດ້ງ່າຍໂດຍສັດລ່າເຫຍື່ອ. ແທ້ຈິງແລ້ວ, ເກືອບເຖິງ 15 ເປີເຊັນ ຂອງເວລາຂອງລາວ ແລະ ຂອງທີມຂອງລາວ ທີ່ໃຊ້ໃນການຊອກຫາແກະໂຕທີ່ເສຍໄປ. ຖ້າຫາກເຂົາເຈົ້າຊອກພົບແກະໂຕທີ່ເສຍໄປໄວເທົ່າໃດ, ກ່ອນໂຕແກະຫລົງທາງໄປໄກ, ແລ້ວຈະຊ່ວຍໃຫ້ແກະປອດໄພໄວຂຶ້ນເທົ່ານັ້ນ ຈາກການຖືກທຳຮ້າຍ. ການຊອກຫາແກະໂຕທີ່ເສຍໄປ ຮຽກຮ້ອງຄວາມອົດທົນ ແລະ ການມີວິໄນຫລາຍທີ່ສຸດ.
ເມື່ອຫລາຍປີກ່ອນ, ຂ້າພະເຈົ້າໄດ້ພົບເຫັນບົດຄວາມສັ້ນບົດໜຶ່ງ ໃນໜັງສືພິມຂອງທ້ອງຖິ່ນ ທີ່ໜ້າສົນໃຈຫລາຍ ຈົນຂ້າພະເຈົ້າໄດ້ເກັບມັນໄວ້. ໜ້າທຳອິດ ມີຫົວຂໍ້ວ່າ, “ໝາໂຕທີ່ເອົາໃຈໃສ່ ຈະບໍ່ປະຖິ້ມແກະໂຕທີ່ເສຍໄປ.”14 ບົດຄວາມສັ້ນບົດນີ້ ບັນຍາຍກ່ຽວກັບຝູງແກະຈຳນວນໜ້ອຍໜຶ່ງ ທີ່ເປັນຂອງຄົນຢູ່ໃກ້ເຂດແດນລ້ຽງແກະຂອງເພື່ອນຂອງຂ້າພະເຈົ້າ ທີ່ຖືກປະໄວ້ຢູ່ເທິງພູໃນລະດູແລ້ງ. ສອງ ຫລື ສາມເດືອນຈາກນັ້ນ, ພວກມັນໄດ້ຄາຢູ່ເທິງພູບ່ອນມີຫິມະ. ເມື່ອຝູງແກະຖືກປະໄວ້ຕາມລຳພັງ, ໝາທີ່ຊ່ວຍປ້ອງ ຈະຕິດຕາມຝູງແກະໄປ, ເພາະເປັນໜ້າທີ່ຂອງມັນ ທີ່ຈະເຝົ້າດູແລ ແລະ ປ້ອງກັນຝູງແກະ. ໝາຈະຄອຍເຝົ້າດູແລ! ໝາກໍໄດ້ຢູ່ນຳຝູງແກະ—ຍ່າງອ້ອມຝູງແກະທີ່ເສຍໄປຢູ່ແບບນັ້ນ ເປັນເວລາຫລາຍເດືອນ ຢູ່ໃນຄວາມໜາວເຢັນ ແລະ ໃນຫິມະ, ປ້ອງກັນຝູງແກະຈາກໝາປ່າ, ສິງ, ຫລື ສັດລ່າເຫຍື່ອຊະນິດອື່ນໆ ທີ່ຈະມາທຳຮ້າຍຝູງແກະ. ໝາໄດ້ຢູ່ທີ່ນັ້ນຈົນກວ່າມັນຈະສາມາດປ້ອງຝູງແກະກັບຄືນສູ່ບ່ອນປອດໄພຂອງຜູ້ລ້ຽງ ແລະ ເຂົ້າຮ່ວມຝູງ. ຮູບພາບຢູ່ໃນໜ້າປົກຂອງບົດຄວາມນີ້ ເຮັດໃຫ້ຜູ້ເບິ່ງເຫັນລັກສະນະຢູ່ໃນດວງຕາ ແລະ ກິລິຍາທ່າທາງຂອງໝາທີ່ຊ່ວຍປ້ອງໂຕນີ້.
ໃນພຣະຄຳພີໃໝ່, ເຮົາພົບເຫັນຄຳອຸປະມາ ແລະ ຄຳແນະນຳຈາກພຣະຜູ້ຊ່ວຍໃຫ້ລອດ ທີ່ໃຫ້ຄວາມຮູ້ເພີ່ມເຕີມ ກ່ຽວກັບໜ້າທີ່ຮັບຜິດຊອບຂອງເຮົາ ໃນຖານະຜູ້ລ້ຽງ, ຖານະອ້າຍເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດ, ຂອງແກະທີ່ເສຍໄປ:
“ມີຄົນໃດແດ່ໃນພວກເຈົ້າມີແກະຢູ່ຮ້ອຍໂຕ ແລະ ໂຕໜຶ່ງເສຍໄປ ຄົນນັ້ນຈະເຮັດຢ່າງໃດ? ລາວຈະບໍ່ປະເກົ້າສິບເກົ້າໂຕນັ້ນໄວ້ໃນທົ່ງຫຍ້າ ແລະ ໄປຊອກຫາໂຕທີ່ເສຍນັ້ນຈົນພົບບໍ?
“ເມື່ອພົບແລ້ວ ລາວກໍດີໃຈທີ່ສຸດ ຈຶ່ງຍົກແກະນັ້ນໃສ່ບ່າຂອງຕົນ ແລະ ແບກກັບມາ.
“ເມື່ອຮອດເຮືອນແລ້ວ, ລາວກໍເອີ້ນບັນດາມິດສະຫາຍ ແລະ ເພື່ອນບ້ານຂອງຕົນມາ ແລະ ເວົ້າວ່າ, ຂ້ອຍດີໃຈຫລາຍ ເພາະຂ້ອຍໄດ້ພົບແກະຂອງຂ້ອຍທີ່ເສຍໄປ.”15
ເມື່ອເຮົາສະຫລຸບບົດຮຽນທີ່ສອນຢູ່ໃນຄຳອຸປະມາ, ເຮົາພົບເຫັນຄຳແນະນຳທີ່ມີຄ່ານີ້:
-
ເຮົາຕ້ອງແຈ້ງບອກແກະໂຕທີ່ເສຍໄປ.
-
ເຮົາຊອກຫາມັນ ຈົນກວ່າເຮົາຈະພົບເຫັນມັນ.
-
ເມື່ອພົບເຫັນມັນແລ້ວ, ພວກເຮົາອາດຕ້ອງໄດ້ຍົກແກະໂຕນັ້ນໃສ່ບ່າຂອງຕົນ ແລະ ແບກກັບບ້ານ.
-
ເຮົາອ້ອມຮອບມັນດ້ວຍໝູ່ເພື່ອນ ຕອນມັນຖືກນຳກັບຄືນມາ.
ອ້າຍເອື້ອຍນ້ອງທັງຫລາຍ, ການທ້າທາຍທີ່ໜັກໜ່ວງ ແລະ ລາງວັນທີ່ຍິ່ງໃຫຍ່ທີ່ສຸດຂອງເຮົາ ຈະມາສູ່ເຮົາ ເມື່ອເຮົາປະຕິບັດຕໍ່ແກະໂຕທີ່ເສຍໄປ. ສະມາຊິກຂອງສາດສະໜາຈັກ ໃນພຣະຄຳພີມໍມອນ “ໄດ້ດູແລຜູ້ຄົນຂອງພວກເຂົາ, ແລະ ໄດ້ບຳລຸງລ້ຽງຜູ້ຄົນເຫລົ່ານັ້ນໃນສິ່ງທີ່ຊອບທຳ.”16 ເຮົາກໍສາມາດເຮັດຕາມຕົວຢ່າງຂອງພວກເຂົາ ແລະ ຈື່ຈຳວ່າ ການປະຕິບັດສາດສະໜາກິດ ຄືການ “ຖືກນຳພາໄປໂດຍພຣະວິນຍານ, … ປັບຕົວງ່າຍ, ແລະ … ປ່ຽນແປງໃຫ້ເຂົ້າກັບຄວາມຕ້ອງການຂອງສະມາຊິກແຕ່ລະຄົນ.” ມັນກໍສຳຄັນຄືກັນທີ່ເຮົາ “ຈະສະແຫວງຫາທີ່ຈະຊ່ວຍເຫລືອບຸກຄົນ ແລະ ຄອບຄົວ ຕຽມສຳລັບພິທີການຂັ້ນຕໍ່ໄປ, ຮັກສາພັນທະສັນຍາ [ຂອງເຂົາເຈົ້າ] … , ແລະ ກາຍເປັນຄົນກຸ້ມຕົນເອງ.”17
ຈິດວິນຍານທຸກດວງແມ່ນມີຄ່າຕໍ່ພຣະບິດາເທິງສະຫວັນ. ຄຳເຊື້ອເຊີນສ່ວນຕົວຂອງພຣະອົງໃຫ້ປະຕິບັດສາດສະໜາກິດ ແມ່ນມີຄ່າ ແລະ ສຳຄັນທີ່ສຸດຕໍ່ພຣະອົງ, ເພາະມັນເປັນວຽກງານ ແລະ ລັດສະໝີພາບຂອງພຣະອົງ. ມັນເປັນວຽກງານແຫ່ງນິລັນດອນແທ້ໆ. ລູກໆແຕ່ລະຄົນຂອງພຣະອົງ ມີສັກກະຍະພາບ ເກີນກວ່າທີ່ຈະວັດແທກໄດ້ ໃນສາຍພຣະເນດຂອງພຣະອົງ. ພຣະອົງຮັກ ທ່ານ ດ້ວຍຄວາມຮັກ ທີ່ທ່ານບໍ່ສາມາດເຂົ້າໃຈໄດ້. ເຊັ່ນດຽວກັບການອຸທິດຕົນຂອງໝາທີ່ຊ່ວຍປ້ອງ, ພຣະຜູ້ເປັນເຈົ້າຈະຢູ່ເທິງພູ ເພື່ອປົກປ້ອງທ່ານ ໃນຍາມມີລົມແຮງ, ຝົນຕົກຟ້າລົມ, ຫິມະ, ແລະ ຫລາຍກວ່ານັ້ນ.
ປະທານຣະໂຊ ເອັມ ແນວສັນ ໄດ້ສອນເຮົາ ຢູ່ໃນກອງປະຊຸມໃຫຍ່ເທື່ອແລ້ວນີ້ວ່າ: “ຂ່າວສານຂອງຂ້າພະເຈົ້າຕໍ່ໂລກ [ແລະ ຂ້າພະເຈົ້າຂໍຕື່ມໃສ່ອີກວ່າ, “ການປະຕິບັດຂອງເຮົາຕໍ່ຝູງແກະ”] ແມ່ນລຽບງ່າຍ ແລະ ຈິງໃຈ ທີ່ວ່າ: ພວກເຮົາຂໍເຊື້ອເຊີນລູກໆຂອງພຣະເຈົ້າທຸກຄົນ ທັງສອງຟາກມ່ານ ໃຫ້ມາຫາພຣະຜູ້ຊ່ວຍໃຫ້ລອດ, ຮັບເອົາພອນຂອງພຣະວິຫານທີ່ສັກສິດ, ມີຄວາມສຸກທີ່ຍາວນານ, ແລະ ເໝາະສົມສຳລັບຊີວິດນິລັນດອນ.18
ຂໍໃຫ້ເຮົາຈົ່ງເຊື່ອຟັງຕາມສາດສະດາ, ເພື່ອວ່າເຮົາຈະສາມາດຊ່ວຍດວງວິນຍານທັງຫລາຍ ໄປຫາພຣະວິຫານ ແລະ ໃນທີ່ສຸດ ໄປຫາພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ. ພຣະອົງບໍ່ຫວັງໃຫ້ເຮົາເຮັດການມະຫັດສະຈັນ. ພຣະອົງພຽງແຕ່ຂໍໃຫ້ເຮົາ ພາອ້າຍເອື້ອຍນ້ອງຂອງເຮົາ ກັບມາຫາພຣະອົງ, ເພາະ ພຣະອົງ ມີອຳນາດທີ່ຈະໄຖ່ຖອນຈິດວິນຍານທັງຫລາຍ. ເມື່ອເຮົາເຮັດເຊັ່ນນັ້ນ, ເຮົາຈະໄດ້ຮັບຄຳສັນຍານີ້ ທີ່ວ່າ: “ແລະ ເມື່ອພຣະຜູ້ລ້ຽງອົງຍິ່ງໃຫຍ່ຈະສະເດັດມາປະກົດ ພວກເຈົ້າຈະໄດ້ຮັບມົງກຸດອັນສະຫງ່າລາສີ ທີ່ບໍ່ມີວັນເສົ້າໝອງ.”19 ຂ້າພະເຈົ້າເປັນພະຍານເຖິງສິ່ງນີ້—ແລະ ເຖິງພຣະເຢຊູຄຣິດ ໃນຖານະທີ່ເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ—ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.