ການປະຕິບັດສາດສະໜາກິດ ດ້ວຍອຳນາດ ແລະ ສິດອຳນາດຂອງພຣະເຈົ້າ
ເຮົາຈະປະຕິບັດສາດສະໜາກິດໃນພຣະນາມຂອງພຣະອົງ, ດ້ວຍອຳນາດ ແລະ ສິດອຳນາດຂອງພຣະອົງ, ແລະ ດ້ວຍຄວາມຮັກທີ່ມີເມດຕາກະລຸນາຂອງພຣະອົງ.
ອ້າຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂໍຂອບໃຈຫລາຍໆ ສຳລັບການອຸທິດຕົນຂອງທ່ານ ຕໍ່ພຣະຜູ້ເປັນເຈົ້າ ແລະ ວຽກງານທີ່ສັກສິດຂອງພຣະອົງ. ຊ່າງເປັນສິ່ງຊື່ນຊົມຫລາຍ ທີ່ໄດ້ມາຮ່ວມກັບທ່ານ. ໃນຖານະທີ່ເປັນຝ່າຍປະທາງສູງສຸດກຸ່ມໃໝ່, ພວກເຮົາຂໍຂອບໃຈທ່ານ ສຳລັບການອະທິຖານ ແລະ ການສະໜັບສະໜູນຂອງທ່ານ. ພວກເຮົາມີຄວາມກະຕັນຍູສຳລັບຊີວິດ ແລະ ການຮັບໃຊ້ຂອງທ່ານຕໍ່ພຣະຜູ້ເປັນເຈົ້າ. ການອຸທິດຕົນຕໍ່ໜ້າທີ່ ແລະ ການຮັບໃຊ້ທີ່ບໍ່ເຫັນແກ່ຕົວຂອງທ່ານ ມີຄວາມສຳຄັນຫລາຍ ໃນການເອີ້ນຂອງທ່ານ ເທົ່າໆກັບການເອີ້ນຂອງພວກເຮົາ. ຕະຫລອດຊົ່ວຊີວິດແຫ່ງການຮັບໃຊ້ໃນສາດສະໜາຈັກນີ້, ຂ້າພະເຈົ້າໄດ້ຮຽນຮູ້ວ່າ ມັນບໍ່ສຳຄັນວ່າເຮົາຮັບໃຊ້ ຢູ່ໃສ. ສິ່ງທີ່ພຣະຜູ້ເປັນເຈົ້າສົນພຣະໄທແມ່ນ ເຮົາຮັບໃຊ້ດ້ວຍ ວິທີໃດ.
ຂ້າພະເຈົ້າຂໍສະແດງຄວາມກະຕັນຍູຢ່າງເລິກຊຶ້ງຕໍ່ປະທານທອມມັສ ແອັສ ມອນສັນ, ຜູ້ໄດ້ເປັນຕົວຢ່າງ ແກ່ຂ້າພະເຈົ້າ ມາຫລາຍກວ່າ 50 ປີແລ້ວ. ແລະ ສຳລັບທີ່ປຶກສາຂອງເພິ່ນ, ປະທານເຮັນຣີ ບີ ໄອຣິງ ແລະ ປະທານດີເດີ ແອັຟ ອຸກດອບ, ທີ່ຂ້າພະເຈົ້າສັນລະເສີນແທ້ໆ. ຂ້າພະເຈົ້າຂໍຍ້ອງຍໍສຳລັບການຮັບໃຊ້ຂອງພວກເພິ່ນ ຕໍ່ພຣະຜູ້ເປັນເຈົ້າ ແລະ ຕໍ່ສາດສະດາຂອງພຣະອົງ. ຜູ້ຮັບໃຊ້ທີ່ອຸທິດຕົນທັງສອງທ່ານນີ້ ໄດ້ຮັບການມອບໝາຍໃໝ່. ພວກເພິ່ນໄດ້ສືບຕໍ່ຮັບໃຊ້ດ້ວຍຄວາມຫ້າວຫັນ ແລະ ຄວາມຕັ້ງໃຈ. ຂ້າພະເຈົ້າໃຫ້ກຽດ ແລະ ຮັກພວກເພິ່ນທັງສອງ.
ມັນເປັນພອນທີ່ໜ້າອັດສະຈັນໃຈຫລາຍ ທີ່ໄດ້ຮັບໃຊ້ ໃນສາດສະໜາຈັກທີ່ແທ້ຈິງ ແລະ ດຳລົງຢູ່ຂອງພຣະຜູ້ເປັນເຈົ້າ ຊຶ່ງມີສິດອຳນາດ ແລະ ອຳນາດຂອງພຣະອົງຢູ່ດ້ວຍ. ການຟື້ນຟູຂອງຖານະປະໂລຫິດຂອງພຣະອົງ, ຮ່ວມທັງຂໍກະແຈຂອງຖານະປະໂລຫິດ, ໄດ້ເປັນພອນທາງວິນຍານອັນຍິ່ງໃຫຍ່ທີ່ສຸດ ໃຫ້ແກ່ໄພ່ພົນຍຸກສຸດທ້າຍ ທີ່ມີຄ່າຄວນ. ພວກເຮົາເຫັນພອນເຫລົ່ານັ້ນຫລັ່ງໄຫລມາສູ່ຜູ້ຍິງ, ຜູ້ຊາຍ, ແລະ ເດັກນ້ອຍ ຕະຫລອດທົ່ວໂລກ.
ພວກເຮົາເຫັນສະຕີທີ່ຊື່ສັດ ຜູ້ເຂົ້າໃຈອຳນາດ ທີ່ມາກັບການເອີ້ນຂອງພວກນາງ ແລະ ໃນຂອງປະທານສັກສິດຂອງພວກນາງ ແລະ ໃນພິທີການອື່ນໆໃນພຣະວິຫານ. ສະຕີເຫລົ່ານີ້ ຮູ້ຈັກເອີ້ນຫາອຳນາດຈາກສະຫວັນ ເພື່ອໃຫ້ມາປົກປ້ອງ ແລະ ເພີ່ມພະລັງໃຫ້ສາມີ, ລູກໆຂອງພວກນາງ ແລະ ຄົນອື່ນໆ ທີ່ພວກນາງຮັກ. ພວກນາງເປັນສະຕີທີ່ເຂັ້ມແຂງທາງວິນຍານ ຜູ້ນຳພາ, ສິດສອນ, ແລະ ປະຕິບັດສາດສະໜາກິດ ຢ່າງບໍ່ຢ້ານກົວ ໃນການເອີ້ນຂອງຕົນ ດ້ວຍອຳນາດ ແລະ ສິດອຳນາດຂອງພຣະເຈົ້າ!1 ຂ້າພະເຈົ້າຂໍຂອບພຣະໄທສຳລັບພວກນາງ!
ເຊັ່ນດຽວກັນ, ພວກເຮົາກໍເຫັນຊາຍທີ່ຊື່ສັດ ຜູ້ດຳລົງຊີວິດຕາມສິດທິພິເສດ ເປັນຜູ້ດຳລົງຖານະປະໂລຫິດ. ເຂົາເຈົ້ານຳພາ ແລະ ຮັບໃຊ້ ໂດຍການເສຍສະລະ ໃນວິທີຂອງພຣະຜູ້ເປັນເຈົ້າ ດ້ວຍຄວາມຮັກ, ດ້ວຍຄວາມເມດຕາກະລຸນາ, ແລະ ດ້ວຍຄວາມອົດທົນ. ເຂົາເຈົ້າໃຫ້ພອນ, ນຳພາ, ປົກປ້ອງ, ເພີ່ມຄວາມເຂັ້ມແຂງ ໃຫ້ແກ່ຄົນອື່ນ ໂດຍອຳນາດຂອງຖານະປະໂລຫິດ ທີ່ເຂົາເຈົ້າມີຢູ່. ເຂົາເຈົ້ານຳການມະຫັດສະຈັນມາໃຫ້ຜູ້ທີ່ເຂົາເຈົ້າຮັບໃຊ້ ຂະນະທີ່ເຂົາເຈົ້າຮັກສາການແຕ່ງງານ ແລະ ຄອບຄົວຂອງຕົນ ໃຫ້ປອດໄພ. ເຂົາເຈົ້າຫລີກລ້ຽງຈາກຄວາມຊົ່ວຮ້າຍ ແລະ ເປັນແອວເດີທີ່ເຂັ້ມແຂງໃນອິດສະຣາເອນ.2 ຂ້າພະເຈົ້າຂໍຂອບພຣະໄທສຳລັບເຂົາເຈົ້າ!
ບັດນີ້, ຂ້າພະເຈົ້າຂໍກ່າວກ່ຽວກັບຄວາມເປັນຫ່ວງ? ແມ່ນແນວນີ້: ມີອ້າຍເອື້ອຍນ້ອງຫລາຍຄົນ ທີ່ບໍ່ເຂົ້າໃຈຄວາມໝາຍຂອງອຳນາດ ແລະ ສິດອຳນາດຂອງຖານະປະໂລຫິດ. ເຂົາເຈົ້າປະພຶດຕົນຄືກັບວ່າ ເຂົາເຈົ້າຢາກເຮັດຕາມຄວາມເຫັນແກ່ຕົວ ແລະ ຄວາມຢາກໄດ້ຂອງຕົນເອງ ແທນທີ່ຈະໃຊ້ອຳນາດຂອງພຣະເຈົ້າ ເພື່ອເປັນພອນໃຫ້ແກ່ລູກໆຂອງພຣະອົງ.
ຂ້າພະເຈົ້າຢ້ານວ່າ ອ້າຍເອື້ອຍນ້ອງຂອງເຮົາຫລາຍຄົນ ຈະບໍ່ຍຶດເອົາສິດທິພິເສດ ທີ່ສາມາດເປັນຂອງເຂົາເຈົ້າໄດ້.3 ອ້າຍນ້ອງບາງຄົນຂອງພວກເຮົາ, ຍົກຕົວຢ່າງ, ປະພຶດຕົນຄືກັບວ່າ ບໍ່ເຂົ້າໃຈວ່າຖານະປະໂລຫິດແມ່ນຫຍັງ ແລະ ມັນສາມາດຊ່ວຍເຂົາເຈົ້າເຮັດຫຍັງໄດ້ແດ່. ຂ້າພະເຈົ້າຂໍກ່າວເຖິງສອງສາມຕົວຢ່າງ.
ເມື່ອບໍ່ດົນມານີ້, ຂ້າພະເຈົ້າໄດ້ໄປຮ່ວມສິນລະລຶກ ຊຶ່ງມື້ນັ້ນຈະມີການໃຫ້ພອນ ຕັ້ງຊື່ແກ່ເດັກນ້ອຍເກີດໃໝ່ ແລະ ຮັບພອນຈາກພໍ່. ພໍ່ໜຸ່ມໄດ້ຍົກລູກນ້ອຍຂອງລາວ, ຕັ້ງຊື່, ແລະ ກ່າວ ຄຳອະທິຖານ ທີ່ດີເລີດ. ແຕ່ລາວ ບໍ່ໄດ້ ມອບພອນໃຫ້ລູກ. ນາງນ້ອຍຄົນນັ້ນ ໄດ້ຮັບຊື່ ແຕ່ບໍ່ໄດ້ຮັບພອນ! ແອວເດີຄົນນັ້ນບໍ່ຮູ້ຄວາມແຕກຕ່າງລະຫວ່າງຄຳອະທິຖານ ແລະ ພອນຂອງຖານະປະໂລຫິດ. ດ້ວຍສິດອຳນາດ ແລະ ອຳນາດຂອງຖານະປະໂລຫິດຂອງລາວ, ລາວສາມາດໃຫ້ພອນແກ່ລູກນ້ອຍ, ແຕ່ລາວບໍ່ໄດ້ເຮັດ. ຂ້າພະເຈົ້າໄດ້ຄິດຢູ່ໃນໃຈວ່າ, “ເສຍໂອກາດໄປລ້າໆ!”
ຂ້າພະເຈົ້າຂໍກ່າວເຖິງບາງຕົວຢ່າງອື່ນອີກ. ພວກເຮົາຮູ້ກ່ຽວກັບອ້າຍນ້ອງຜູ້ແຕ່ງຕັ້ງເອື້ອຍນ້ອງເປັນທາງການ ໃຫ້ເປັນຜູ້ນຳອົງການປະຖົມໄວ, ກຸ່ມຍິງໜຸ່ມ, ຫລື ສະມາຄົມສະຕີສົງເຄາະ ແລະ ເປັນຄູສອນ ແຕ່ບໍ່ໄດ້ໃຫ້ພອນແກ່ພວກນາງ—ໃຫ້ພອນດ້ວຍອຳນາດທີ່ຈະບັນລຸໜ້າທີ່ຂອງພວກນາງ. ເຂົາເຈົ້າພຽງແຕ່ໃຫ້ຄຳແນະນຳ ແລະ ການຊີ້ນຳເທົ່ານັ້ນ. ພວກເຮົາເຫັນພໍ່ທີ່ມີຄ່າຄວນ ທີ່ບໍ່ໄດ້ໃຫ້ພອນຖານະປະໂລຫິດແກ່ລູກເມຍ ຊຶ່ງນັ້ນຄືສິ່ງທີ່ເຂົາເຈົ້າຕ້ອງການຫລາຍ. ອຳນາດຂອງຖານະປະໂລຫິດໄດ້ຖືກຟື້ນຟູຄືນມາສູ່ໂລກ, ແລະ ມີອ້າຍເອື້ອຍນ້ອງຫລາຍຄົນ ຜ່ານຜ່າການທົດລອງທີ່ຮ້າຍແຮງໃນຊີວິດ ປາດສະຈາກພອນທີ່ແທ້ຈິງຂອງຖານະປະໂລຫິດ. ຊ່າງເປັນໂຊກຮ້າຍແທ້ໆ! ມັນເປັນໂຊກຮ້າຍທີ່ເຮົາສາມາດກຳຈັດໄດ້.
ອ້າຍນ້ອງທັງຫລາຍ, ເຮົາດຳລົງຖານະປະໂລຫິດທີ່ສັກສິດຂອງພຣະເຈົ້າ! ເຮົາມີສິດອຳນາດຂອງພຣະອົງ ທີ່ຈະໃຫ້ພອນແກ່ຜູ້ຄົນຂອງພຣະອົງ. ໃຫ້ຄິດເບິ່ງດູວ່າ ເຮົາໄດ້ຮັບຄວາມໝັ້ນໃຈຫລາຍຂະໜາດໃດຈາກພຣະຜູ້ເປັນເຈົ້າ ເມື່ອພຣະອົງກ່າວວ່າ, ຜູ້ໃດກໍຕາມທີ່ເຮົາຈະໃຫ້ພອນ ພຣະອົງຈະໃຫ້ພອນ.4 ມັນເປັນສິດທິພິເສດຂອງເຮົາ ທີ່ຈະກະທຳໃນພຣະນາມຂອງພຣະເຢຊູຄຣິດ ເພື່ອເປັນພອນໃຫ້ແກ່ລູກໆຂອງພຣະອົງ ອີງຕາມພຣະປະສົງຂອງພຣະອົງສຳລັບເຂົາເຈົ້າ. ປະທານສະເຕກ ແລະ ອະທິການທັງຫລາຍ, ຂໍໃຫ້ແນ່ໃຈວ່າ ສະມາຊິກທຸກຄົນໃນກຸ່ມ ພາຍໃຕ້ການພິທັກຮັກສາຂອງທ່ານ ເຂົ້າໃຈວິທີ ທີ່ຈະໃຫ້ພອນຂອງຖານະປະໂລຫິດ—ຮ່ວມທັງການມີຄ່າຄວນ ແລະ ການຕຽມທາງວິນຍານ ຊຶ່ງຈຳເປັນຕໍ່ການອ້ອນວອນຂໍອຳນາດຈາກພຣະເຈົ້າ.5
ຕໍ່ອ້າຍນ້ອງຜູ້ດຳລົງຖານະປະໂລຫິດທຸກຄົນ, ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ດົນໃຈສະມາຊິກ ໃຫ້ຮັກສາພັນທະສັນຍາຂອງເຂົາເຈົ້າ, ຖືສິນອົດເຂົ້າ ແລະ ອະທິຖານ, ສຶກສາພຣະຄຳພີ, ນະມັດສະການໃນພຣະວິຫານ, ແລະ ຮັບໃຊ້ດ້ວຍສັດທາ ໃນຖານະທີ່ເປັນຊາຍ ແລະ ຍິງຂອງສາດສະໜາຈັກ. ເຮົາສາມາດຊ່ວຍທຸກຄົນ ໃຫ້ເບິ່ງດ້ວຍຕາແຫ່ງສັດທາ ວ່າການເຊື່ອຟັງ ແລະ ຄວາມຊອບທຳ ຈະດຶງດູດເຮົາໃຫ້ເຂົ້າໃກ້ຊິດພຣະເຢຊູຄຣິດ, ອະນຸຍາດໃຫ້ເຮົາຊື່ນຊົມກັບການມີພຣະວິນຍານບໍລິສຸດເປັນເພື່ອນ, ແລະ ມີຄວາມສຸກໃນຊີວິດ!
ຄວາມດີເດັ່ນຂອງສາດສະໜາຈັກທີ່ແທ້ຈິງ ແລະ ດຳລົງຢູ່ຂອງພຣະຜູ້ເປັນເຈົ້າ ຈະເປັນລະບຽບສະເໝີ, ມີເປົ້າໝາຍທີ່ຈະປະຕິບັດສາດສະໜາກິດຕໍ່ລູກໆຂອງພຣະເຈົ້າທຸກຄົນ ແລະ ຄອບຄົວຂອງເຂົາເຈົ້າ.6 ເພາະນີ້ແມ່ນສາດສະໜາຈັກຂອງພຣະອົງ, ເຮົາທີ່ເປັນຜູ້ຮັບໃຊ້ຂອງພຣະອົງ ຈະປະຕິບັດຕໍ່ຜູ້ຄົນ, ດັ່ງທີ່ພຣະອົງໄດ້ປະຕິບັດ.7 ເຮົາຈະປະຕິບັດໃນພຣະນາມຂອງພຣະອົງ, ດ້ວຍອຳນາດ ແລະ ສິດອຳນາດຂອງພຣະອົງ, ແລະ ດ້ວຍຄວາມຮັກທີ່ມີເມດຕາກະລຸນາຂອງພຣະອົງ.
ປະສົບການທີ່ຂ້າພະເຈົ້າມີ ຫລາຍກວ່າ 60 ປີກ່ອນ ຢູ່ເມືອງບອດສະຕັນ ໄດ້ສອນຂ້າພະເຈົ້າ ເຖິງສິດທິພິເສດທີ່ມີພະລັງຂອງການປະຕິບັດຕໍ່ກັນແບບສອງຕໍ່ສອງ. ຂ້າພະເຈົ້າໄດ້ເປັນໝໍຜ່າຕັດຢູ່ໂຮງໝໍ ມາຊາຊູເຊັດ—ຕ້ອງໄປທຳງານທຸກມື້, ກາງຄືນແມ່ນບາຄືນເຮັດ, ແລະ ເສົາອາທິດເດືອນລະສອງເທື່ອ. ຂ້າພະເຈົ້າມີເວລາໜ້ອຍສຳລັບພັນລະຍາ, ລູກສີ່ຄົນ, ແລະ ກິດຈະກຳໂບດ. ເຖິງຢ່າງໃດກໍຕາມ, ປະທານສາຂາຂອງພວກເຮົາ ໄດ້ມອບໝາຍໃຫ້ຂ້າພະເຈົ້າໄປຢ້ຽມຢາມ ວິວເບີ ແລະ ນາງ ລຽວໂນຣາ ຄ໊ອກສ໌ ຫວັງວ່າ ບຣາເດີ ຄ໊ອກສ໌ ຈະກັບມາໂບດອີກ. ລາວ ແລະ ນາງ ລຽວໂນຣາ ເຄີຍໄດ້ຜະນຶກເຂົ້າກັນຢູ່ໃນພຣະວິຫານ.8 ແຕ່ວິວເບີ ບໍ່ໄດ້ມາໂບດຫລາຍປີແລ້ວ.
ຄູ່ສອນກັບຂ້າພະເຈົ້າ ໄດ້ໄປບ້ານຂອງເຂົາເຈົ້າ. ເມື່ອພວກເຮົາເຂົ້າໄປ, ຊິດສະເຕີ ຄ໊ອກສ໌ ໄດ້ຕ້ອນຮັບພວກເຮົາດ້ວຍຄວາມອົບອຸ່ນ,9 ແຕ່ບຣາເດີ ຄ໊ອກສ໌ ໄດ້ຍ່າງໜີໄປຫາຫ້ອງອື່ນ ແລະ ປິດຫ້ອງ.
ຂ້າພະເຈົ້າໄດ້ຍ່າງໄປເຄາະປະຕູ. ຫລັງຈາກບຶດໜຶ່ງ, ຂ້າພະເຈົ້າໄດ້ຍິນວ່າ “ເຂົ້າມາ.” ຂ້າພະເຈົ້າໄດ້ເປີດປະຕູ ແລະ ເຫັນ ບຣາເດີ ຄ໊ອກສ໌ ນັ່ງຢູ່ຂ້າງເຄື່ອງວິທະຍຸ ທີ່ວາງຢູ່ເປັນແຖວ. ຢູ່ໃນຫ້ອງນ້ອຍນັ້ນ, ລາວຈູດກອກຢາ. ເຫັນໄດ້ຢ່າງແຈ່ມແຈ້ງວ່າ, ການມາຢ້ຽມຢາມຂອງຂ້າພະເຈົ້າ ບໍ່ໄດ້ຖືກຕ້ອນຮັບເລີຍ.
ຂ້າພະເຈົ້າໄດ້ກວາດສາຍຕາເບິ່ງຮອບໆ ດ້ວຍຄວາມແປກໃຈ ແລະ ເວົ້າວ່າ, “ບຣາເດີ ຄ໊ອກສ໌, ຂ້ອຍກໍຢາກຮຽນຮູ້ເລື່ອງການສື່ສານທາງວິທະຍຸຄືກັນ. ເຈົ້າສອນຂ້ອຍໄດ້ບໍ? ຂໍໂທດ ທີ່ຂ້ອຍຢູ່ດົນບໍ່ໄດ້ມື້ແລງນີ້, ແຕ່ມື້ໜ້າຂ້ອຍຊິກັບຄືນມາອີກ?”
ລາວຄິດຢູ່ບຶດໜຶ່ງ ແລ້ວເວົ້າວ່າ ເອີມາໄດ້. ນັ້ນຄືການເລີ່ມຕົ້ນ ມິດຕະພາບທີ່ດີຂອງພວກເຮົາ. ຂ້າພະເຈົ້າໄດ້ກັບໄປ ແລະ ລາວກໍໄດ້ສອນຂ້າພະເຈົ້າ. ຂ້າພະເຈົ້າໄດ້ເລີ່ມຕົ້ນຮັກແພງ ແລະ ນັບຖືລາວ. ຜ່ານການຢ້ຽມຢາມຫລາຍເທື່ອຂອງພວກເຮົາ, ຄວາມດີເດັ່ນຂອງຊາຍຄົນນີ້ ໄດ້ປະກົດອອກມາ. ພວກເຮົາໄດ້ກາຍເປັນເພື່ອນທີ່ດີ, ພັນລະຍາຂອງພວກເຮົາກໍຄືກັນ. ແລ້ວ, ເມື່ອເວລາຜ່ານໄປ, ຄອບຄົວຂອງພວກເຮົາກໍໄດ້ຍ້າຍໜີ. ຜູ້ນຳໃນທ້ອງຖິ່ນໄດ້ສືບຕໍ່ບຳລຸງລ້ຽງຄອບຄົວຄ໊ອກສ໌.10
ປະມານແປດປີ ຫລັງຈາກການໄປຢ້ຽມຢາມເທື່ອທຳອິດນັ້ນ, ສະເຕກບອດສະຕັນ ໄດ້ຖືກຈັດຕັ້ງຂຶ້ນ.11 ທ່ານເດົາໄດ້ບໍວ່າ ແມ່ນໃຜເປັນປະທານສະເຕກຄົນທຳອິດ? ແມ່ນແລ້ວ! ບຣາເດີ ຄ໊ອກສ໌ ນັ້ນລະ! ຫລາຍປີຕໍ່ມາ, ລາວໄດ້ຮັບໃຊ້ເປັນປະທານເຜີຍແຜ່ ແລະ ປະທານພຣະວິຫານ.
ຫລາຍປີຕໍ່ມາ, ຕອນຂ້າພະເຈົ້າເປັນສະມາຊິກໃນກຸ່ມອັກຄະສາວົກສິບສອງ, ຂ້າພະເຈົ້າໄດ້ຖືກມອບໝາຍໃຫ້ໄປຈັດຕັ້ງສະເຕກແຫ່ງໃໝ່ ຢູ່ເຂດ ແຊນພີດ, ລັດຢູທາ. ລະຫວ່າງການສຳພາດ, ຂ້າພະເຈົ້າຕົກຕະລຶງ ເມື່ອໄດ້ເຫັນບຣາເດີ ຄ໊ອກສ໌ ເພື່ອນທີ່ດີຂອງຂ້າພະເຈົ້າອີກ! ຂ້າພະເຈົ້າໄດ້ຮັບການດົນໃຈ ໃຫ້ເອີ້ນລາວເປັນປິຕຸປະຈຳສະເຕກ. ຫລັງຈາກຂ້າພະເຈົ້າໄດ້ແຕ່ງຕັ້ງລາວ, ພວກເຮົາໄດ້ໂອບກອດກັນ ແລະ ນ້ຳຕາໄຫລ. ຜູ້ຄົນຢູ່ໃນຫ້ອງສົງໄສວ່າ ເປັນຫຍັງຜູ້ຊາຍໃຫຍ່ສອງຄົນພາກັນຮ້ອງໄຫ້. ແຕ່ພວກເຮົາຮູ້. ແລະ ຊິດສະເຕີ ຄ໊ອກສ໌ ກໍຮູ້. ນ້ຳຕາຂອງພວກເຮົາ ເປັນຕ້ຳຕາທີ່ມີຄວາມສຸກ! ພວກເຮົາໄດ້ຈື່ຈຳການເດີນທາງແຫ່ງຄວາມຮັກ ແລະ ການກັບໃຈ ຫລາຍກວ່າ 30 ປີຜ່ານມາ, ໃນຄືນໜຶ່ງຢູ່ໃນເຮືອນຂອງເຂົາເຈົ້າ.
ເລື່ອງລາວບໍ່ໄດ້ຈົບລົງເທົ່ານັ້ນ. ຄອບຄົວຂອງ ບຣາເດີ ແລະ ຊິດສະເຕີ ຄ໊ອກສ໌ ເຕີບໃຫຍ່ຂະຫຍາຍຕົວ ໂດຍມີລູກ 3 ຄົນ, ມີຫລານ 20 ຄົນ, ແລະ ເຫລັນ 54 ຄົນ. ພ້ອມທັງມີຜູ້ສອນສາດສະໜາຫລາຍຮ້ອຍຄົນ, ເປັນພັນໆຕື່ມອີກ ໃນພຣະວິຫານ, ແລະ ເປັນຮ້ອຍໆຕື່ມອີກ ທີ່ໄດ້ມາຮັບປິຕຸພອນ ຈາກມືຂອງວິວເບີ ຄ໊ອກສ໌. ອິດທິພົນຂອງລາວ ແລະ ນາງ ລຽວໂນຣາ ຈະສືບຕໍ່ໄປສູ່ຫລາຍລຸ້ນຄົນ ຕະຫລອດທົ່ວໂລກ.
ປະສົບການດັ່ງເຊັ່ນກັບ ວິວເບີ ແລະ ນາງ ລຽວໂນຣາ ຄ໊ອກສ໌ ເກີດຂຶ້ນໃນທຸກວັນ—ຫວັງວ່າ, ທຸກໆອາທິດ—ພາຍໃນສາດສະໜາຈັກນີ້. ຜູ້ຮັບໃຊ້ທີ່ອຸທິດຕົນ ຂອງອົງພຣະເຢຊູຄຣິດເຈົ້າ ຈະນຳພາວຽກງານຂອງພຣະອົງໃຫ້ສຳເລັດ, ດ້ວຍອຳນາດ ແລະ ສິດອຳນາດຂອງພຣະອົງ.
ອ້າຍນ້ອງທັງຫລາຍ, ມັນມີປະຕູທີ່ເຮົາເປີດໄດ້, ມີພອນຂອງຖານະປະໂລຫິດທີ່ເຮົາສາມາດມອບໃຫ້, ມີໃຈທີ່ສາມາດປິ່ນປົວ, ມີພາລະທີ່ເຮົາສາມາດແບ່ງເບົາ, ມີປະຈັກພະຍານທີ່ເຮົາສາມາດເພີ່ມຄວາມເຂັ້ມແຂງ, ມີຊີວິດທີ່ເຮົາສາມາດຊ່ວຍກູ້, ແລະ ມີຄວາມຊື່ນຊົມທີ່ເຮົາສາມາດນຳໄປໃຫ້ບ້ານເຮືອນ ຂອງໄພ່ພົນຍຸກສຸດທ້າຍ—ທັງໝົດນີ້ ເພາະເຮົາເປັນຜູ້ດຳລົງຖານະປະໂລຫິດຂອງພຣະເຈົ້າ. ເຮົາເປັນຊາຍຜູ້ໄດ້ຖືກ “ເອີ້ນ ແລະ ຖືກຕຽມໄວ້ນັບຕັ້ງແຕ່ການວາງຮາກຖານຂອງໂລກ ຕາມຄວາມຮູ້ລ່ວງໜ້າຂອງພຣະເຈົ້າ, ອັນເນື່ອງມາຈາກສັດທາອັນແຮງກ້າ ແລະ ວຽກງານດີ [ຂອງເຮົາ],” ເພື່ອເຮັດວຽກງານນີ້.12
ຄ່ຳຄືນນີ້ ຂ້າພະເຈົ້າຂໍເຊື້ອເຊີນທ່ານ ໃຫ້ລຸກຢືນຂຶ້ນ ກັບຂ້າພະເຈົ້າ ໃນການເປັນອ້າຍນ້ອງທີ່ຍິ່ງໃຫຍ່ແຫ່ງນິລັນດອນນຳກັນ. ເມື່ອຂ້າພະເຈົ້າເອີ້ນຕຳແໜ່ງຂອງທ່ານ, ຂໍໃຫ້ທ່ານຢືນຂຶ້ນ ແລະ ຢືນຢູ່ຕໍ່ໄປ. ມັກຄະນາຍົກ, ຂໍຈົ່ງຢືນຂຶ້ນ! ຄູສອນ, ຈົ່ງຢືນຂຶ້ນ! ປະໂລຫິດ! ອະທິການ! ແອວເດີ! ມະຫາປະໂລຫິດ! ປິຕຸ! ສາວົກເຈັດສິບ! ອັກຄະສາວົກ!
ບັດນີ້, ອ້າຍນ້ອງທັງຫລາຍ, ຂໍໃຫ້ທ່ານຢືນຢູ່ ແລະ ຮ້ອງເພງນຳກັນ ທັງສາມວັກ ໃນເພງຊື່ວ່າ “Rise Up, O Men of God.”13 ໃນຂະນະທີ່ທ່ານຮ້ອງເພງ, ຈົ່ງຄິດເຖິງໜ້າທີ່ຂອງທ່ານ ໃນການເປັນກອງທັບອັນຍິ່ງໃຫຍ່ຂອງພຣະເຈົ້າ ເພື່ອຊ່ວຍຕຽມໂລກ ສຳລັບການສະເດັດມາຄັ້ງທີສອງຂອງພຣະຜູ້ເປັນເຈົ້າ. ນີ້ຄືໜ້າທີ່ຂອງເຮົາ. ນີ້ຄືສິດທິພິເສດຂອງເຮົາ. ຂ້າພະເຈົ້າຂໍເປັນພະຍານ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.