ຜູ້ໃດທີ່ອົດທົນຈົນເຖິງທີ່ສຸດ, ຜູ້ນັ້ນຈະລອດ
ຂໍໃຫ້ເຮົາຈົ່ງຊື່ສັດຕໍ່ສິ່ງທີ່ເຮົາໄດ້ເຊື່ອ ແລະ ຮູ້.
ອ້າຍເອື້ອຍນ້ອງທີ່ຮັກແພງ, ຂ້າພະເຈົ້າກະຕັນຍູຫລາຍສຳລັບໂອກາດ ທີ່ຈະສະແດງຄວາມຮູ້ສຶກຂອງຂ້າພະເຈົ້າໃຫ້ທ່ານຊາບ.
ເມື່ອຫລາຍປີກ່ອນ, ພັນລະຍາ ແລະ ຂ້າພະເຈົ້າໄດ້ໄປຮ່ວມພິທີເປີດການສະແດງ ທີ່ເດັກນ້ອຍສາມາດແຕະຕ້ອງຈັບບາຍໄດ້ ຢູ່ທີ່ຫໍພິພິດທະພັນແຫ່ງປະຫວັດສາດຂອງສາດສະໜາຈັກ ຢູ່ເມືອງເຊົາເລັກ. ໃນຕອນທ້າຍຂອງພິທີ, ປະທານທອມມັສ ແອັສ ມອນສັນ ໄດ້ຍ່າງມາຫາພວກເຮົາ, ແລະ ຂະນະທີ່ເພິ່ນໄດ້ຈັບມືພວກເຮົາ, ເພິ່ນໄດ້ກ່າວວ່າ, “ຈົ່ງອົດທົນເດີ້, ແລ້ວເຈົ້າຈະມີໄຊ”—ຊຶ່ງເປັນຄຳສອນທີ່ເລິກຊຶ້ງ ແລະ ແນ່ນອນວ່າ ຄວາມຈິງນັ້ນ, ເຮົາທຸກຄົນກໍຢືນຢັນໄດ້.
ພຣະເຢຊູຄຣິດໄດ້ຮັບປະກັນພວກເຮົາວ່າ “ຜູ້ໃດທີ່ອົດທົນໄດ້ຈົນເຖິງທີ່ສຸດ, ຜູ້ນັ້ນຈະລອດ.”1
ອົດທົນໝາຍຄວາມວ່າ “ທີ່ຈະຄົງຢູ່ຢ່າງໝັ້ນຄົງ ຢູ່ໃນຄຳໝັ້ນສັນຍາ ທີ່ຈະຈິງໃຈຕໍ່ພຣະບັນຍັດຂອງພຣະເຈົ້າ ເຖິງແມ່ນວ່າຈະມີການລໍ້ລວງ, ການຕໍ່ຕ້ານ, ແລະ ຄວາມຍາກລຳບາກກໍຕາມ.”2
ແມ່ນແຕ່ຜູ້ຄົນທີ່ໄດ້ມີປະສົບການທາງວິນຍານທີ່ມີພະລັງ ແລະ ໄດ້ໃຫ້ການຮັບໃຊ້ທີ່ເຕັມໄປດ້ວຍສັດທາ ມື້ໃດມື້ໜຶ່ງຍັງອາດອອກນອກທາງ ຫລື ຕົກຢູ່ໃນຊ່ວງເວລາທີ່ບໍ່ເຂັ້ມແຂງ ຖ້າເຂົາເຈົ້າບໍ່ອົດທົນຈົນເຖິງທີ່ສຸດ. ຂໍໃຫ້ເຮົາຈົ່ງຈື່ຈຳສຳນວນທີ່ວ່າ, “ສິ່ງນີ້ຈະບໍ່ເກີດຂຶ້ນກັບເຮົາ” ໄວ້ໃຫ້ດີ ແລະ ສະເໝີໄປຢູ່ໃນຈິດໃຈ ແລະ ຫົວໃຈຂອງເຮົາ.
ຕອນພຣະເຢຊູຄຣິດໄດ້ສອນຢູ່ທີ່ກາເປນາອູມ, “ພວກທີ່ຕິດຕາມພຣະອົງຫລາຍຄົນໄດ້ທໍ້ຖອຍ, ແລະ ບໍ່ໄປກັບພຣະອົງອີກ.
“ດັ່ງນັ້ນ ພຣະເຢຊູຈຶ່ງຖາມພວກສາວົກສິບສອງຄົນວ່າ ພວກເຈົ້າເດ ກໍຢາກໜີໄປຄືກັນບໍ?”3
ຂ້າພະເຈົ້າເຊື່ອວ່າໃນເວລານີ້, ພຣະເຢຊູຄຣິດກໍຖາມເຮົາທຸກຄົນ ຜູ້ທີ່ໄດ້ເຮັດພັນທະສັນຍາສັກສິດກັບພຣະອົງວ່າ, “ພວກເຈົ້າເດ ກໍຢາກໜີໄປຄືກັນບໍ?”
ຂ້າພະເຈົ້າອະທິຖານວ່າເຮົາທຸກຄົນ, ດ້ວຍການສະທ້ອນຄິດຢ່າງເລິກຊຶ້ງກ່ຽວກັບວ່າ ຊ່ວງນິລັນດອນມີຫຍັງແດ່ສຳລັບເຮົາ, ອາດຈະຕອບດັ່ງທີ່ຊີໂມນເປໂຕ ໄດ້ຕອບວ່າ: “ພຣະອົງເຈົ້າເອີຍ, ພວກຂ້ານ້ອຍຈະໄປຫາຜູ້ໃດ? ພຣະອົງເປັນຜູ້ມີຖ້ອຍຄຳແຫ່ງຊີວິດນິລັນດອນ.”4
ຂໍໃຫ້ເຮົາຈົ່ງຊື່ສັດຕໍ່ສິ່ງທີ່ເຮົາໄດ້ເຊື່ອ ແລະ ຮູ້. ຖ້າຫາກເຮົາບໍ່ໄດ້ດຳລົງຊີວິດຕາມຄວາມຮູ້ຂອງເຮົາ, ຂໍໃຫ້ເຮົາປ່ຽນແປງສາ. ຄົນບາບຜູ້ທີ່ຄົງເຮັດບາບຕໍ່ໄປ, ແລະ ບໍ່ກັບໃຈ, ຈະນັບມື້ນັບຕົກລົງໄປເລິກໆຢູ່ໃນຄວາມສົກກະປົກ, ຈົນກວ່າຊາຕານຮັບເອົາໄປເປັນຂອງມັນ, ເຮັດໃຫ້ໂອດກາດທີ່ຈະກັບໃຈ, ໄດ້ຮັບການໃຫ້ອະໄພ, ແລະ ໄດ້ຮັບພອນແຫ່ງນິລັນດອນ ທຸກປະການຂອງເຂົາເຈົ້າ ຕົກຢູ່ໃນການສ່ຽງຢ່າງຮ້າຍແຮງ.
ຂ້າພະເຈົ້າໄດ້ຍິນຂໍ້ແກ້ຕົວຫລາຍຢ່າງຈາກຜູ້ຄົນ ທີ່ໄດ້ເຊົາໄປຮ່ວມໃນສາດສະໜາຈັກຢ່າງຈິງຈັງ ແລະ ໄດ້ສູນເສຍວິໄສທັດທີ່ຖືກຕ້ອງ ຂອງຈຸດປະສົງຂອງການເດີນທາງຂອງເຮົາຢູ່ເທິງແຜ່ນດິນໂລກນີ້. ຂ້າພະເຈົ້າຂໍແນະນຳໃຫ້ເຂົາເຈົ້າສະທ້ອນຄິດ ແລະ ກັບຄືນມາ, ເພາະວ່າຂ້າພະເຈົ້າເຊື່ອວ່າ ຈະບໍ່ມີໃຜສາມາດແກ້ຕົວໄດ້ ຢູ່ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າຂອງເຮົາ, ພຣະເຢຊູຄຣິດ.
ຕອນເຮົາໄດ້ຮັບບັບຕິສະມາ, ເຮົາໄດ້ເຮັດພັນທະສັນຍາ—ບໍ່ໄດ້ເຮັດກັບມະນຸດຄົນໃດຄົນໜຶ່ງ ແຕ່ໄດ້ເຮັດກັບພຣະຜູ້ຊ່ວຍໃຫ້ລອດ, ຕົກລົງທີ່ຈະ “ຮັບເອົາພຣະນາມຂອງພຣະເຢຊູຄຣິດ [ໄວ້ກັບເຮົາ], ໂດຍມີຄວາມຕັ້ງໃຈທີ່ຈະຮັບໃຊ້ພຣະອົງຈົນເຖິງທີ່ສຸດ.”5
ການໄປຮ່ວມກອງປະຊຸມສິນລະລຶກ ເປັນວິທີສຳຄັນຢ່າງໜຶ່ງ ທີ່ເຮົາສາມາດປະເມີນຄວາມຕັ້ງໃຈຂອງເຮົາທີ່ຈະຮັບໃຊ້ພຣະອົງ, ເພີ່ມຄວາມເຂັ້ມແຂງທາງວິນຍານ, ແລະ ການເຕີບໂຕຂອງສັດທາຂອງເຮົາໃນພຣະເຢຊູຄຣິດ.
ການຮັບສ່ວນສິນລະລຶກເປັນສິ່ງສຳຄັນທີ່ສຸດທີ່ເຮົາເຮັດໃນວັນຊະບາໂຕ. ພຣະຜູ້ເປັນເຈົ້າໄດ້ອະທິບາຍເຖິງພິທີການນີ້ ແກ່ອັກຄະສາວົກຂອງພຣະອົງ ກ່ອນພຣະອົງໄດ້ສິ້ນພຣະຊົນ. ພຣະອົງໄດ້ເຮັດເຊັ່ນດຽວກັນຢູ່ທີ່ທະວີບອາເມຣິກາ. ພຣະອົງບອກເຮົາວ່າ ຖ້າຫາກເຮົາມີສ່ວນຮ່ວມໃນພິທີການນີ້, ມັນຈະເປັນປະຈັກພະຍານຕໍ່ພຣະບິດາວ່າ ເຮົາລະນຶກເຖິງພຣະອົງຢູ່ຕະຫລອດເວລາ, ແລະ ຕາມນັ້ນ, ພຣະອົງສັນຍາວ່າ ເຮົາຈະມີພຣະວິນຍານຂອງພຣະອົງຢູ່ນຳເຮົາ.6
ໃນຄຳສອນຂອງ ແອວມາຜູ້ລູກ ແກ່ຊິບລັນ ລູກຊາຍຂອງເພິ່ນ, ເຮົາພົບເຫັນຄຳແນະນຳ ແລະ ຄຳຕັກເຕືອນທີ່ສະຫລາດ ທີ່ຊ່ວຍເຮົາໃຫ້ຄົງຢູ່ຢ່າງຊື່ສັດ ຕໍ່ພັນທະສັນຍາຂອງເຮົາ ວ່າ:
“ຈົ່ງເບິ່ງວ່າ ລູກຈະບໍ່ໄຝ່ຝັນໃນຄວາມທະນົງຕົວ; ແທ້ຈິງແລ້ວ, ຈົ່ງເບິ່ງວ່າລູກຈະບໍ່ອວດອ້າງໃນປັນຍາຂອງຕົນ, ຫລື ພະລັງອັນມະຫາສານຂອງລູກເອງ.
“ຈົ່ງໃຊ້ຄວາມກ້າຫານ, ແຕ່ບໍ່ແມ່ນຄວາມອວດເກັ່ງ; ແລະ ຈົ່ງເບິ່ງອີກວ່າ ລູກຕ້ອງຄວບຄຸມກິເລດຕັນຫາທັງໝົດຂອງລູກ, ເພື່ອລູກຈະເຕັມໄປດ້ວຍຄວາມຮັກ; ຈົ່ງເບິ່ງວ່າລູກລະເວັ້ນຈາກຄວາມຂີ້ຄ້ານມັກງ່າຍຂອງລູກ.”7
ເມື່ອຫລາຍປີກ່ອນ, ຕອນໄປພັກຜ່ອນ, ຂ້າພະເຈົ້າຢາກໄປພາຍເຮືອໄຄແຢກເປັນເທື່ອທຳອິດ. ຂ້າພະເຈົ້າໄດ້ເຊົ່າເຮືອ, ແລະ ດ້ວຍຄວາມຕື່ນເຕັ້ນ, ຂ້າພະເຈົ້າໄດ້ພາຍເຮືອອອກໄປໃນທະເລ.
ຫລັງຈາກສີ່ຫ້ານາທີ, ຟອງນ້ຳໄດ້ເຮັດໃຫ້ເຮືອຂວ້ຳລົງ. ດ້ວຍຄວາມພະຍາຍາມຢ່າງເຕັມທີ່, ໂດຍຈັບໄມ້ພາຍໃນມືເບື້ອງໜຶ່ງ ແລະ ເຮືອໃນອີກເບື້ອງໜຶ່ງ, ຂ້າພະເຈົ້າກໍສາມາດ ຄົງຕົວໄດ້.
ຂ້າພະເຈົ້າໄດ້ພະຍາຍາມພາຍເຮືອອີກ, ແຕ່ສີ່ຫ້ານາທີຈາກນັ້ນ, ເຮືອນັ້ນກໍໄດ້ຂວ້ຳອີກ. ຂ້າພະເຈົ້າໄດ້ພະຍາຍາມຕໍ່ໄປຢ່າງດື້ດ້ານ, ແຕ່ບໍ່ໄດ້ຜົນ, ຈົນກວ່າຄົນໜຶ່ງທີ່ເຂົ້າໃຈການພາຍເຮືອໄຄແຢກໄດ້ບອກຂ້າພະເຈົ້າວ່າ ເຮືອນັ້ນຄົງມີຮອຍແຕກ ແລະ ນ້ຳໄດ້ໄຫລເຂົ້າໄປໃນເຮືອນັ້ນ, ແລະ ເຮັດໃຫ້ມັນບໍ່ທ່ຽງ ແລະ ຄວບຄຸມບໍ່ໄດ້. ຂ້າພະເຈົ້າໄດ້ລາກເຮືອນັ້ນຂຶ້ນຝັ່ງ ແລະ ເອົາຢາງອັດຮູອອກ ແລະ ກໍແນ່ແທ້, ນ້ຳຢ່າງຫລວງຫລາຍໄດ້ໄຫລອອກມາ.
ຂ້າພະເຈົ້າຄິດວ່າ ບາງຄັ້ງເຮົາກໍດຳລົງຊີວິດໄປດ້ວຍບາບ, ທີ່ເໝືອນດັ່ງເຮືອໄຄແຢກ, ກີດກັນຄວາມກ້າວໜ້າທາງວິນຍານຂອງເຮົາ.
ຖ້າເຮົາດຳລົງຕໍ່ໄປໃນບາບຂອງເຮົາ, ເຮົາຈະລືມພັນທະສັນຍາ ທີ່ເຮົາໄດ້ເຮັດໄວ້ກັບພຣະຜູ້ເປັນເຈົ້າ, ເຖິງແມ່ນວ່າເຮົາຈະຫລົ້ມເທື່ອແລ້ວເທື່ອອີກ ເພາະຄວາມບໍ່ສົມດູນທີ່ບາບເຫລົ່ານັ້ນ ໄດ້ສ້າງຂຶ້ນມາໃນຊີວິດຂອງເຮົາ.
ເໝືອນດັ່ງຮອຍແຕກຢູ່ໃນເຮືອໄຄແຢກ, ຮອຍແຕກໃນຊີວິດຂອງເຮົາຕ້ອງຖືກແກ້ໄຂ. ບາບບາງຢ່າງຈະຮຽກຮ້ອງຄວາມພະຍາຍາມຫລາຍກວ່າບາບອື່ນໆ ທີ່ຈະກັບໃຈຈາກ.
ສະນັ້ນ ເຮົາຈຶ່ງຕ້ອງຖາມຕົວເອງວ່າ: ເຮົາຢູ່ໃນຂັ້ນໃດກ່ຽວກັບທ່າທີຂອງເຮົາ ທີ່ມີຕໍ່ພຣະຜູ້ຊ່ວຍໃຫ້ລອດ ແລະ ວຽກງານຂອງພຣະອົງ? ເຮົາຕົກຢູ່ໃນສະພາບການຂອງເປໂຕບໍ ເມື່ອເພິ່ນໄດ້ປະຕິເສດພຣະເຢຊູຄຣິດ? ຫລື ວ່າເຮົາໄດ້ກ້າວໄປໜ້າເຖິງຈຸດທີ່ເຮົາມີທ່າທີ ແລະ ຄວາມຕັ້ງໃຈ ທີ່ເພິ່ນໄດ້ມີຫລັງຈາກ “ການມອບໝາຍທີ່ຍິ່ງໃຫຍ່ ທີ່ເພິ່ນໄດ້ຮັບຈາກພຣະຜູ້ຊ່ວຍໃຫ້ລອດ?8
ເຮົາຕ້ອງພະຍາຍາມທີ່ຈະເຊື່ອຟັງພຣະບັນຍັດທຸກປະການ ແລະ ເອົາໃຈໃສ່ເປັນຢ່າງດີ ຕໍ່ຂໍ້ທີ່ຍາກທີ່ສຸດສຳລັບເຮົາທີ່ຈະຮັກສາ. ພຣະຜູ້ເປັນເຈົ້າຈະສະຖິດຢູ່ຄຽງຂ້າງເຮົາ, ຊ່ວຍເຮົາໃນເວລາທີ່ເຮົາຕ້ອງການ ແລະ ມີຄວາມອ່ອນແອ, ແລະ ຖ້າເຮົາສະແດງໃຫ້ເຫັນຄວາມປາດຖະໜາທີ່ຈິງໃຈ ແລະ ປະຕິບັດຕາມນັ້ນ, ແລ້ວພຣະອົງຈະເຮັດໃຫ້ “ສິ່ງທີ່ອ່ອນແອກັບມາເຂັ້ມແຂງ.”9
ການເຊື່ອຟັງຈະຊ່ວຍໃຫ້ເຮົາມີຄວາມເຂັ້ມແຂງ ທີ່ຈະເອົາຊະນະບາບ. ເຮົາຕ້ອງເຂົ້າໃຈອີກວ່າ ການທົດລອງສັດທາຂອງເຮົາ ຮຽກຮ້ອງໃຫ້ເຮົາເຊື່ອຟັງ, ສ່ວນຫລາຍແລ້ວ ໂດຍທີ່ບໍ່ຮູ້ວ່າ ຜົນສະທ້ອນຈະເປັນແນວໃດ.
ຂ້າພະເຈົ້າຂໍແນະນຳສູດໜຶ່ງ ທີ່ຈະຊ່ວຍເຮົາໃຫ້ອົດທົນຈົນເຖິງທີ່ສຸດ:
-
ທຸກໆມື້, ໃຫ້ອະທິຖານ ແລະ ອ່ານພຣະຄຳພີ.
-
ທຸກໆອາທິດ, ໃຫ້ຮັບສ່ວນສິນລະລຶກດ້ວຍໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ.
-
ໃຫ້ຈ່າຍສ່ວນສິບ ແລະ ເງິນບໍລິຈາກຂອງເຮົາທຸກໆເດືອນ.
-
ທຸກໆສອງປີ—ທຸກໆປີສຳລັບຊາວໜຸ່ມ—ໃຫ້ໄປຕໍ່ອາຍຸໃບຮັບຮອງເຂົ້າພຣະວິຫານຂອງເຮົາ.
-
ຕະຫລອດຊີວິດຂອງເຮົາ, ໃຫ້ຮັບໃຊ້ໃນວຽກງານຂອງພຣະຜູ້ເປັນເຈົ້າ.
ຂໍໃຫ້ຄວາມຈິງທີ່ສຳຄັນຂອງພຣະກິດຕິຄຸນເຮັດໃຫ້ຈິດໃຈຂອງເຮົາໝັ້ນຄົງ, ແລະ ຂໍໃຫ້ເຮົາຈົ່ງຮັກສາຊີວິດຂອງເຮົາໃຫ້ປາດສະຈາກຮອຍແຕກ ທີ່ສາມາດກີດກັນການເດີນທາງທີ່ປອດໄພຂອງເຮົາ ຜ່ານທະເລແຫ່ງຊີວິດນີ້.
ຄວາມສຳເລັດໃນວິທີທາງຂອງພຣະຜູ້ເປັນເຈົ້າມີຄ່າ, ແລະ ວິທີທາງດຽວທີ່ຈະບັນລຸມັນໄດ້ແມ່ນວ່າ ເຮົາຕ້ອງຈ່າຍຄ່ານັ້ນ.
ຂ້າພະເຈົ້າກະຕັນຍູຫລາຍ ທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ອົດທົນຈົນເຖິງທີ່ສຸດ, ໄດ້ສຳເລັດການເສຍສະລະຊົດໃຊ້ທີ່ຍິ່ງໃຫຍ່ຂອງພຣະອົງ.
ພຣະອົງໄດ້ຮັບທຸກທໍລະມານເພື່ອບາບ, ຄວາມເຈັບປວດ, ຄວາມຊຶມເສົ້າ, ຄວາມປວດລ້າວ, ຄວາມເຈັບປ່ວຍ, ແລະ ຄວາມຢ້ານກົວຂອງເຮົາ, ສະນັ້ນ ພຣະອົງຈຶ່ງຮູ້ວິທີທີ່ຈະຊ່ວຍເຫລືອເຮົາ, ດົນໃຈເຮົາ, ປອບໂຍນເຮົາ, ແລະ ຈະເສີມຄວາມເຂັ້ມແຂງໃຫ້ແກ່ເຮົາແນວໃດ ເພື່ອວ່າເຮົາຈະອົດທົນ ແລະ ໄດ້ຮັບມົງກຸດ ທີ່ຖືກສະຫງວນໄວ້ສຳລັບຜູ້ທີ່ບໍ່ຍອມແພ້.
ຊີວິດກໍແຕກຕ່າງກັນສຳລັບເຮົາແຕ່ລະຄົນ. ເຮົາທຸກຄົນມີຊ່ວງເວລາແຫ່ງການທົດລອງ, ຊ່ວງເວລາສຳລັບຄວາມສຸກ, ເວລາທີ່ຈະຕັດສິນໃຈ, ເວລາທີ່ຈະເອົາຊະນະອຸບປະສັກ, ແລະ ເວລາທີ່ຈະສວຍເອົາໂອກາດຕ່າງໆ.
ບໍ່ວ່າສະພາບການສ່ວນຕົວຂອງເຮົາຈະເປັນແນວໃດກໍຕາມ, ຂ້າພະເຈົ້າເປັນພະຍານວ່າ ພຣະບິດາເທິງສະຫວັນຂອງເຮົາກໍກ່າວຢູ່ສະເໝີວ່າ, “ພໍ່ຮັກລູກ. ພໍ່ສະໜັບສະໜູນລູກ. ພໍ່ຢູ່ກັບລູກ. ຢ່າທໍ້ຖອຍ. ຈົ່ງກັບໃຈ ແລະ ອົດທົນຢູ່ໃນເສັ້ນທາງທີ່ພໍ່ໄດ້ສະແດງໃຫ້ລູກເຫັນ. ແລະ ພໍ່ຮັບຮອງວ່າ ພວກເຮົາຈະໄດ້ເຫັນກັນອີກ ຢູ່ທີ່ບ້ານແຫ່ງອານາຈັກຊັ້ນສູງຂອງພວກເຮົາ.” ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.