ເລື່ອງເລັກນ້ອຍ ແລະ ງ່າຍໆ
ເຮົາຕ້ອງຖືກເຕືອນວ່າ ໃນຊ່ວງເວລາອັນດົນນານ ເລື່ອງເລັກນ້ອຍ ຈະນຳເລື່ອງໃຫຍ່ມາ.
I.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຄືກັນກັບທ່ານ, ຂ້າພະເຈົ້າກໍມີຄວາມປະທັບໃຈຫລາຍ ແລະ ໄດ້ຮັບຄວາມຮູ້ ແລະ ໄດ້ຮັບການດົນໃຈ ໂດຍຂ່າວສານ ແລະ ເພງ ແລະ ຄວາມຮູ້ສຶກທີ່ເຮົາມີນຳກັນ ໃນເວລານີ້. ຂ້າພະເຈົ້າແນ່ໃຈວ່າ ຂ້າພະເຈົ້າກ່າວເພື່ອທ່ານ ໃນການສະແດງຄວາມຂອບໃຈ ຕໍ່ອ້າຍເອື້ອຍນ້ອງ ຜູ້ໄດ້ເປັນເຄື່ອງມືໃນພຣະຫັດຂອງພຣະຜູ້ເປັນເຈົ້າ, ທີ່ໄດ້ເພີ່ມພະລັງໃຫ້ເຮົານຳກັນ ໃນເວລານີ້.
ຂ້າພະເຈົ້າມີຄວາມກະຕັນຍູ ທີ່ຈະໄດ້ກ່າວກັບທ່ານ ໃນວັນອາທິດຂອງວັນ ອິດສະເຕີ. ມື້ນີ້ ເຮົາໄດ້ຮ່ວມກັບຊາວຄຣິດທັງປວງ ໃນການສະເຫລີມສະຫລອງການຟື້ນຄືນພຣະຊົນຂອງອົງພຣະເຢຊູຄຣິດເຈົ້າ. ສຳລັບສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ການຟື້ນຄືນພຣະຊົນແທ້ໆຂອງພຣະເຢຊູຄຣິດ ເປັນສິ່ງຄ້ຳຈູນສັດທາຂອງເຮົາ.
ເພາະເຮົາເຊື່ອເລື່ອງລາວ ຢູ່ໃນພຣະຄຣິສຕະທຳຄຳພີ ແລະ ພຣະຄຳພີມໍມອນ ກ່ຽວກັບ ການຟື້ນຄືນພຣະຊົນແທ້ໆຂອງພຣະເຢຊູຄຣິດ, ເຮົາຈຶ່ງເຊື່ອຄຳສອນໃນພຣະຄຳພີຫລາຍຢ່າງ ວ່າການຟື້ນຄືນຊີວິດ ທີ່ຄ້າຍຄືກັນນັ້ນ ຈະເກີດກັບມະນຸດທັງປວງ ຜູ້ທີ່ເຄີຍມີຊີວິດຢູ່ເທິງໂລກນີ້. ການຟື້ນຄືນຊີວິດ ໄດ້ມອບສິ່ງໜຶ່ງໃຫ້ເຮົາ ທີ່ອັກຄະສາວົກເປໂຕເອີ້ນວ່າ “ຄວາມຫວັງອັນມີຊີວິດ” (1 ເປໂຕ 1:3). ຄວາມຫວັງອັນມີຊີວິດນັ້ນ ເຮັດໃຫ້ເຮົາໝັ້ນໃຈວ່າ ຄວາມຕາຍບໍ່ແມ່ນຈຸດຈົບຂອງເອກະລັກຂອງເຮົາ ແຕ່ມັນເປັນຂັ້ນຕອນທີ່ຈຳເປັນ ໃນແຜນທີ່ມີເມດຕາຂອງພຣະບິດາເທິງສະຫວັນ ສຳລັບຄວາມລອດຂອງລູກໆຂອງພຣະອົງ. ແຜນນັ້ນຮຽກຮ້ອງການປ່ຽນແປງຈາກຄວາມເປັນມະຕະ ໄປສູ່ຄວາມເປັນອະມະຕະ. ຫລັກທຳທີ່ສຳຄັນຂອງການປ່ຽນແປງນັ້ນ ແມ່ນການຕາຍທີ່ດັບມືດ ແລະ ແສງອາລຸນໃນຍາມເຊົ້າ ຊຶ່ງເຮັດໃຫ້ເປັນໄປໄດ້ ໂດຍການຟື້ນຄືນພຣະຊົນຂອງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ທີ່ເຮົາສະເຫລີມສະຫລອງ ໃນວັນອາທິດບຸນອິດສະເຕີ ມື້ນີ້.
II.
ໃນເພງສວດທີ່ດີເດັ່ນ ຊຶ່ງແຕ່ງໂດຍ ອີລາຍຊາ ອາ ສະໂນ, ເຮົາຮ້ອງວ່າ:
ຊ່າງຮຸ່ງໂລດ, ສົມບູນ ແລະ ຍິ່ງໃຫຍ່,
ແຜນງານແຫ່ງການໄຖ່,
ຊຶ່ງຄວາມທ່ຽງທຳ, ຄວາມຮັກ ແລະ ຄວາມເມດຕາ
ປະສານປອງດອງເມືອງຟ້າ!1
ໃນການສົ່ງເສີມແບບແຜນ ແລະ ຄວາມປອງດອງເມືອງຟ້ານັ້ນ, ເຮົາໄດ້ເຕົ້າໂຮມກັນ ໃນກອງປະຊຸມ, ຮ່ວມທັງກອງປະຊຸມໃຫຍ່ນີ້, ເພື່ອສິດສອນ ແລະ ຊຸກຍູ້ຊຶ່ງກັນແລະກັນ.
ໃນເຊົ້າມື້ນີ້ ຂ້າພະເຈົ້າຮູ້ສຶກ ຢາກໃຊ້ຂໍ້ຄວາມຂອງແອວມາເປັນຫົວຂໍ້ ທີ່ເພິ່ນໄດ້ໃຊ້ສິດສອນຮີລາມັນ ລູກຊາຍຂອງເພິ່ນ, ຊຶ່ງມີບັນທຶກຢູ່ໃນພຣະຄຳພີມໍມອນ ທີ່ວ່າ: “ເລື່ອງເລັກນ້ອຍ ແລະ ງ່າຍໆ ຈະນຳເລື່ອງໃຫຍ່ມາ” (ແອວມາ 37:6).
ເຮົາໄດ້ຖືກສິດສອນຫລາຍເລື່ອງທີ່ເລັກນ້ອຍ ແລະ ງ່າຍໆ ໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ. ເຮົາຕ້ອງເຂົ້າໃຈວ່າ ໃນຊ່ວງເວລາອັນດົນນານ ເລື່ອງເລັກນ້ອຍ ຈະນຳເລື່ອງໃຫຍ່ມາ. ເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ ແລະ ຄູສອນທີ່ໜ້ານັບຖື ເຄີຍກ່າວປາໄສກ່ຽວກັບຫົວຂໍ້ນີ້ ມາຫລາຍເທື່ອແລ້ວ. ຫົວຂໍ້ນີ້ແມ່ນສຳຄັນຫລາຍ ຈົນວ່າຂ້າພະເຈົ້າຮູ້ສຶກວ່າຕ້ອງໄດ້ ເວົ້າເຖິງມັນອີກ.
ຂ້າພະເຈົ້າໄດ້ຖືກເຕືອນໃຈ ເຖິງພະລັງຂອງເລື່ອງເລັກນ້ອຍ ແລະ ງ່າຍໆ ຈາກບາງສິ່ງທີ່ຂ້າພະເຈົ້າໄດ້ເຫັນ ໃນການໄປຍ່າງໃນຕອນເຊົ້າ. ນີ້ແມ່ນຮູບທີ່ຂ້າພະເຈົ້າໄດ້ຖ່າຍ. ທາງຍ່າງລາດສີມັງ ທີ່ໜາ ແລະ ເຂັ້ມແຂງ ມີຮອຍແຕກ. ມັນເກີດຈາກຄວາມກົດດັນທີ່ແຮງກ້າ ແລະ ມີພະລັງບໍ? ບໍ່ແມ່ນ, ຮອຍແຕກນີ້ເກີດຈາກ ຮາກນ້ອຍໆ ທີ່ເຕີບໂຕຊ້າໆ ຂອງຕົ້ນໄມ້ທີ່ຢູ່ໃກ້ຄຽງ. ນີ້ແມ່ນຕົວຢ່າງທີ່ຄ້າຍຄືກັນ ທີ່ຂ້າພະເຈົ້າເຫັນຢູ່ຫົນທາງອີກບ່ອນໜຶ່ງ.
ພະລັງກົດດັນ ທີ່ເຮັດໃຫ້ແຜ່ນສີມັງອັນໜັກໆຂອງທາງຍ່າງ ແມ່ນຍາກທີ່ຈະວັດແທກໄດ້ ໃນແຕ່ລະວັນ ຫລື ແມ່ນແຕ່ໃນແຕ່ລະເດືອນ, ແຕ່ເມື່ອເວລາຜ່ານໄປ ມັນໄດ້ກາຍເປັນພະລັງທີ່ເຫລືອເຊື່ອ.
ເຊັ່ນດຽວກັບ ເລື່ອງເລັກນ້ອຍ ແລະ ງ່າຍໆ ທີ່ເຮົາໄດ້ຮັບການສິດສອນ ໃນພຣະຄຳພີ ແລະ ໂດຍສາດສະດາທີ່ມີຊີວິດຢູ່ ຈະມີຜົນກະທົບທີ່ມີພະລັງທີ່ສຸດ ເມື່ອເວລາຜ່ານໄປ. ເຊັ່ນດຽວກັບ ການສຶກສາພຣະຄຳພີ ທີ່ເຮົາໄດ້ຖືກສິດສອນ ໃຫ້ລວມມັນເຂົ້າກັບຊີວິດປະຈຳວັນຂອງເຮົາ. ຫລື ເຊັ່ນດຽວກັບການອະທິຖານເປັນສ່ວນຕົວ ແລະ ການນັ່ງຄຸເຂົ່າອະທິຖານກັບຄອບຄົວ ທີ່ປະຕິບັດເປັນປະຈຳ ສຳລັບໄພ່ພົນຍຸກສຸດທ້າຍທີ່ຊື່ສັດ. ເຊັ່ນດຽວກັບ ການໄປຫ້ອງຮຽນສາດສະໜາຂອງຊາວໜຸ່ມ ຫລື ຫ້ອງຮຽນສະຖາບັນ ສຳລັບຜູ້ໃຫຍ່ຄົນໜຸ່ມ. ເຖິງແມ່ນການປະຕິບັດໃນແຕ່ລະຢ່າງນີ້ ອາດເບິ່ງຄືວ່າເລັກນ້ອຍ ແລະ ງ່າຍໆ, ເມື່ອເວລາຜ່ານໄປ ຜົນຂອງມັນຈະເປັນສິ່ງເຊີດຊູ ແລະ ໃຫ້ຄວາມເຂັ້ມແຂງແກ່ທາງວິນຍານ. ສິ່ງນີ້ເກີດຂຶ້ນ ເພາະເລື່ອງເລັກນ້ອຍ ແລະ ງ່າຍໆແຕ່ລະຢ່າງເຫລົ່ານີ້ ໄດ້ເຊື້ອເຊີນພຣະວິນຍານບໍລິສຸດ ໃຫ້ມາສະຖິດຢູ່ນຳເຮົາ, ຜູ້ເປັນພະຍານ ທີ່ໃຫ້ຄວາມຮູ້ແກ່ເຮົາ ແລະ ນຳພາເຮົາ ເຂົ້າສູ່ຄວາມຈິງ.
ອີກແຫລ່ງໜຶ່ງທີ່ເຊີດຊູ ແລະ ໃຫ້ຄວາມເຂັ້ມແຂງແກ່ທາງວິນຍານ ແມ່ນການກັບໃຈຕະຫລອດ, ເຖິງແມ່ນອາດເບິ່ງຄືວ່າ ມັນເປັນການລ່ວງລະເມີດ ທີ່ເລັກນ້ອຍເທົ່ານັ້ນ. ການສຳຫລວດເບິ່ງຕົວເອງ ສາມາດຊ່ວຍເຮົາໃຫ້ເຫັນຄວາມຂາດຕົກບົກພ່ອງຂອງເຮົາ ແລະ ເຫັນວິທີທີ່ເຮົາສາມາດເຮັດໃຫ້ດີກວ່າເກົ່າ. ການກັບໃຈເຊັ່ນນັ້ນ ຄວນມາກ່ອນການຮັບສ່ວນສິນລະລຶກໃນແຕ່ລະອາທິດ. ຫົວຂໍ້ບາງຢ່າງທີ່ໃຫ້ພິຈາລະນາ ໃນຂັ້ນຕອນການກັບໃຈນີ້ ແມ່ນຄຳແນະນຳຢູ່ໃນເພງສວດ ຊື່ວ່າ “Have I Done Any Good?” ແປວ່າ ເຮົາໄດ້ເຮັດຄວາມດີແລ້ວບໍມື້ນີ້?
ເຮົາໄດ້ເຮັດຄວາມດີໃນໂລກແລ້ວບໍມື້ນີ້?
ເຮົາໄດ້ຊ່ວຍເຫລືອໃຜແດ່?
ເຮົາໄດ້ໃຫ້ກຳລັງໃຈຄົນໂສກເສົ້າ ຊ່ວຍເຂົາໃຫ້ຊື່ນບານແລ້ວບໍ?
ຖ້າບໍ່ໄດ້ເຮັດ, ເຮົາກໍພາດໄປແລ້ວ.
ຄວາມໜັກໜ່ວງຂອງຄົນອື່ນໄດ້ຖືກແບ່ງເບົາແລ້ວບໍມື້ນີ້
ເພາະເຮົາເຕັມໃຈທີ່ຈະແບກຫາບ?
ຄົນປ່ວຍໂຊ ແລະ ອ່ອນແອໄດ້ຮັບການຊ່ວຍເຫລືອແລ້ວບໍ?
ເມື່ອເຂົາຕ້ອງການ ເຮົາຢູ່ຫັ້ນແລ້ວບໍ?2
ແນ່ນອນ ສິ່ງເຫລົ່ານີ້ເປັນເລື່ອງເລັກນ້ອຍ, ແຕ່ແນ່ນອນ ມັນເປັນຕົວຢ່າງທີ່ດີຂອງສິ່ງທີ່ແອວມາ ໄດ້ສອນຮີລາມັນ ລູກຊາຍຂອງເພິ່ນວ່າ: “ແລະ ອົງພຣະຜູ້ເປັນເຈົ້າໄດ້ເຮັດວຽກງານໂດຍວິທີທີ່ຈະນຳຈຸດປະສົງອັນເປັນນິລັນດອນຂອງພຣະອົງມາ, ແລະ ໂດຍວິທີເລັກໆນ້ອຍໆທີ່ສຸດ ພຣະຜູ້ເປັນເຈົ້າ … ເຮັດໃຫ້ຄວາມລອດເກີດກັບຈິດວິນຍານເປັນຈຳນວນຫລວງຫລາຍ” (ແອວມາ 37:7).
ປະທານສະຕີບເວັນ ຊີ ວຽວວະໄຣ້ ໄດ້ບັນຍາຍຕໍ່ນັກສຶກສາ ທີ່ມະຫາວິທະຍາໄລ ບຣິກຳ ຢັງ–ຮາວາຍ ກ່ຽວກັບຄຳສອນທີ່ດົນໃຈຂອງແອວມາ ວ່າ: “ແອວມາຢືນຢັນຕໍ່ລູກຊາຍຂອງເພິ່ນ ວ່າແນ່ນອນ ແບບແຜນທີ່ພຣະຜູ້ເປັນເຈົ້າປະຕິບັດຕາມ ເມື່ອເຮົາໃຊ້ສັດທາໃນພຣະອົງ ແລະ ເຮັດຕາມຄຳແນະນຳຂອງພຣະອົງ ໃນເລື່ອງເລັກນ້ອຍ ແລະ ງ່າຍໆ, ນັ້ນຄື ພຣະອົງຈະອວຍພອນເຮົາ ດ້ວຍການມະຫັດສະຈັນທີ່ເລັກນ້ອຍ ໃນແຕ່ລະວັນ, ແລະ ເມື່ອເວລາຜ່ານໄປ, ດ້ວຍວຽກງານທີ່ໜ້າອັດສະຈັນໃຈ.”3
ປະທານ ຮາວເວີດ ດັບເບິນຢູ ຮັນເທີ ໄດ້ສອນວ່າ “ສ່ວນຫລາຍແລ້ວ ແມ່ນວຽກງານປະຈຳວັນ … ທີ່ມີຜົນກະທົບອັນຍິ່ງໃຫຍ່ໃນທາງບວກ ໃນຊີວິດຂອງຄົນອື່ນ, ເມື່ອປຽບທຽບໃສ່ກັບສິ່ງທີ່ໂລກມັກອ້າງເຖິງ ວ່າເປັນເລື່ອງໃຫຍ່ໂຕ.”4
ຄຳສອນໃນທາງໂລກ ທີ່ເປັນການຊັກຊວນ ເຖິງຫລັກທຳອັນດຽວກັນນີ້ ມາຈາກຜູ້ແທນ ແດນ ໂຄດສ໌ ຂອງລັດ ອິນດີອານາ, ຜູ້ໄດ້ຂຽນວ່າ: “ການຕຽມຢ່າງດຽວສຳລັບການຕັດສິນໃຈທີ່ເລິກຊຶ້ງ ຊຶ່ງສາມາດປ່ຽນແປງຊີວິດ, ຫລື ແມ່ນແຕ່ປະຊາຊາດ, ແມ່ນການຕັດສິນໃຈຫລາຍໆຮ້ອຍເທື່ອ ທີ່ບໍ່ຮູ້ສຶກຕົວ, ທີ່ຫລໍ່ຫລອມຕົວເອງ, ຊຶ່ງເບິ່ງຄືວ່າ ບໍ່ສຳຄັນ ທີ່ເຮັດໃນບ່ອນສ່ວນຕົວ.”5
ການຕັດສິນໃຈເປັນສ່ວນຕົວ ທີ່ “ເບິ່ງຄືວ່າ ບໍ່ສຳຄັນ” ແມ່ນຮ່ວມທັງ ວິທີທີ່ເຮົາໃຊ້ເວລາ, ສິ່ງທີ່ເຮົາເບິ່ງຢູ່ໃນໂທລະທັດ ແລະ ໃນອິນເຕີເນັດ, ສິ່ງທີ່ເຮົາອ່ານ, ສິນລະປະ ແລະ ດົນຕີ ທີ່ຢູ່ອ້ອມຮອບເຮົາ ໃນບ່ອນທຳງານ ແລະ ຢູ່ທີ່ບ້ານ, ສິ່ງທີ່ເຮົາສະແຫວງຫາເພື່ອການບັນເທີງ, ແລະ ວິທີທີ່ເຮົານຳໃຊ້ ຄວາມຕັ້ງໃຈຂອງເຮົາ ທີ່ຈະເປັນຄົນຊື່ສັດ ແລະ ຈິງໃຈ. ສິ່ງທີ່ເບິ່ງຄືວ່າ ບໍ່ສຳຄັນ ອີກຢ່າງໜຶ່ງ ຄືການເປັນຄົນສຸພາບ ແລະ ລ່າເລີງ ໃນການປະຕິບັດຕໍ່ກັນ.
ບໍ່ມີສິ່ງໃດ ໃນເລື່ອງເລັກນ້ອຍ ແລະ ງ່າຍໆ ທີ່ເປັນຕາເຮັດເຫລົ່ານີ້ ຈະຍົກເຮົາຂຶ້ນ ຍົກເວັ້ນແຕ່ເຮົາຕ້ອງເຮັດມັນຢ່າງສະໝ່ຳສະເໝີ ແລະ ຕະຫລອດໄປ. ປະທານບຣິກຳ ຢັງ ໄດ້ຖືກລາຍງານ ດັ່ງທີ່ກ່າວນີ້ວ່າ: “ຊີວິດຂອງເຮົາ ແມ່ນປະກອບດ້ວຍສະພາບການເລັກໆນ້ອຍໆ ແລະ ງ່າຍໆ ທີ່ກອງກັນຂຶ້ນເປັນສິ່ງໃຫຍ່ໂຕ ເມື່ອມັນຖືກລວມເຂົ້າກັນ, ຊີວິດທັງໝົດຂອງຊາຍ ແລະ ຍິງ ກໍມີເທົ່ານັ້ນແລ້ວ.”6
ເຮົາຖືກອ້ອມຮອບໄປດ້ວຍອິດທິພົນຂອງການສື່ສານ ແລະ ວັດທະນະທຳທີ່ເສື່ອມໂຊມ ຊຶ່ງຈະຊຸກເຮົາລົງໄປຕາມກະແສຄື້ນລົງໃຕ້ ຖ້າຫາກເຮົາບໍ່ຕ້ານທານກັບມັນໄປຕະຫລອດ. ໃນການພາຍຕັດກະແສຂຶ້ນເໜືອ ມຸ້ງໜ້າໄປຫາເປົ້າໝາຍນິລັນດອນຂອງເຮົາ, ເຮົາຕ້ອງໄດ້ພາຍຕະຫລອດເວລາ. ມັນຈະຊ່ວຍໄດ້ ຖ້າຫາກເຮົາເປັນພາກສ່ວນໃນທີມ ທີ່ຊ່ວຍກັນພາຍ, ຄືກັນກັບກຸ່ມ ທີ່ພາກັນພາຍຢູ່ນີ້. ເພື່ອຂະຫຍາຍຕົວຢ່າງໃຫ້ກວ້າງຂວາງອອກໄປອີກ, ກະແສວັດທະນະທຳ ແມ່ນໄຫລແຮງຂະໜາດ ຖ້າຫາກເຮົາເຊົາພາຍ, ເຮົາຈະຖືກພັດລົງໃຕ້ ໄປຫາຈຸດໝາຍປາຍທາງທີ່ເຮົາບໍ່ສະແຫວງຫາ ຊຶ່ງຫລີກລ້ຽງບໍ່ໄດ້ ຖ້າຫາກເຮົາບໍ່ພະຍາຍາມພາຍຂຶ້ນເໜືອທວນນ້ຳ.
ຫລັງຈາກໄດ້ບັນຍາຍເຖິງເຫດການທີ່ເບິ່ງຄື ເລັກນ້ອຍ ແຕ່ມີຜົນສະທ້ອນອັນໃຫຍ່ຫລວງ, ນີໄຟໄດ້ຂຽນວ່າ, “ແລະ ພວກເຮົາຈຶ່ງເຫັນດັ່ງນັ້ນວ່າ ດ້ວຍວິທີນ້ອຍໆ ແລະ ງ່າຍໆນີ້ ພຣະຜູ້ເປັນເຈົ້ານຳເລື່ອງອັນໃຫຍ່ຍິ່ງມາໃຫ້” (1 ນີໄຟ 16:29). ພຣະຄຳພີເດີມ ມີຕົວຢ່າງທີ່ໜ້າຊົງຈຳ ເຖິງເລື່ອງນີ້. ໃນນັ້ນ ເຮົາອ່ານເຖິງວິທີທີ່ຊາວອິດສະຣາເອນ ໄດ້ຖືກລົບກວນໂດຍງູພິດ. ຫລາຍຄົນໄດ້ຕາຍໄປ ຫລັງຈາກຖືກງູຕອດ (ເບິ່ງ ຈົດບັນຊີ 21:6). ເມື່ອໂມເຊໄດ້ອະທິຖານ ເພື່ອຂໍຄວາມຊ່ວຍເຫລືອ, ເພິ່ນໄດ້ຮັບການດົນໃຈ ໃຫ້ເຮັດ “ງູທອງສຳລິດ ຕອກໄວ້ກັບເສົາ.” ແລ້ວ, “ຖ້າຫາກຜູ້ໃດຜູ້ໜຶ່ງຖືກງູຕອດ ເມື່ອແນມເບິ່ງທອງສຳລິດນັ້ນແລ້ວ ກໍໄດ້ຮັບການປິ່ນປົວໃຫ້ຫາຍດີ” (ຂໍ້ທີ 9). ເລື່ອງເລັກນ້ອຍນັ້ນ ໄດ້ນຳຜົນທີ່ໜ້າອັດສະຈັນໃຈມາໃຫ້! ແຕ່, ດັ່ງທີ່ນີໄຟໄດ້ອະທິບາຍ ຕອນເພິ່ນໄດ້ສອນຕົວຢ່າງນີ້ແກ່ຜູ້ທີ່ກະບົດຕ້ານພຣະຜູ້ເປັນເຈົ້າ, ແມ່ນແຕ່ຕອນພຣະຜູ້ເປັນເຈົ້າໄດ້ຈັດຕຽມວິທີທີ່ງ່າຍໆໃຫ້ ໂດຍວິທີນັ້ນ ພວກເຂົາຈະໄດ້ຮັບການປິ່ນປົວ, “ເພາະຄວາມລຽບຂອງທາງ, ຫລື ຄວາມງ່າຍດາຍຂອງມັນ, ຈຶ່ງມີຄົນຕາຍເປັນຈຳນວນຫລວງຫລາຍ” (1 ນີໄຟ 17:41).
ຕົວຢ່າງນັ້ນ ແລະ ຄຳສອນນັ້ນ ໄດ້ເຕືອນເຮົາວ່າ ເພາະຄວາມລຽບຂອງທາງ ຫລື ຄວາມງ່າຍດາຍຂອງຄຳສັ່ງ ບໍ່ໄດ້ໝາຍຄວາມວ່າ ມັນບໍ່ສຳຄັນ ທີ່ຈະບັນລຸຄວາມປາດຖະໜາທີ່ຊອບທຳຂອງເຮົາ.
ຄ້າຍຄືກັນນີ້, ແມ່ນແຕ່ການກະທຳອັນເລັກນ້ອຍຂອງການບໍ່ເຊື່ອຟັງ ຫລື ການເຊົາຕິດຕາມການປະຕິບັດທີ່ຊອບທຳພຽງເລັກໆນ້ອຍໆ ກໍສາມາດດຶງເຮົາລົງໃຕ້ໄດ້ ມຸ້ງໄປຫາສິ່ງທີ່ເຮົາຖືກເຕືອນໃຫ້ຫລີກເວັ້ນ. ພຣະວາຈາແຫ່ງປັນຍາ ໃຫ້ຕົວຢ່າງເຖິງເລື່ອງນີ້. ຜົນສະທ້ອນຂອງຢາສູບໜຶ່ງກອກ ຫລື ເຫລົ້າໜຶ່ງຈອກ ຫລື ສານເສບຕິດໜຶ່ງເທື່ອ ແມ່ນເກີນກວ່າ ຈະວັດແທກໄດ້. ເມື່ອເວລາຜ່ານໄປ, ຜົນສະທ້ອນຈະມີພະລັງຫລາຍຂຶ້ນ ແລະ ອາດບໍ່ສາມາດຫວນກັບຄືນໄດ້. ຈື່ທາງຍ່າງທີ່ແຕກແຫງນັ້ນໄດ້ບໍ ຊຶ່ງຄ່ອຍໆຍະອອກເທື່ອລະເລັກເທື່ອລະນ້ອຍ ໂດຍຮາກຂອງຕົ້ນໄມ້. ສິ່ງໜຶ່ງທີ່ແນ່ນອນກໍຄື, ຜົນສະທ້ອນທີ່ຮ້າຍແຮງ ຂອງການກິນດື່ມສິ່ງທີ່ຈະເຮັດໃຫ້ຕິດແສດ, ເຊັ່ນຢາເສບຕິດຈະໂຈມຕີຮ່າງກາຍຂອງເຮົາ ຫລື ຮູບພາບລາມົກຈະເຮັດໃຫ້ຄວາມຄິດຂອງເຮົາເສື່ອມໂຊມ, ຊຶ່ງຄວນຫລີກເວັ້ນທັງສິ້ນ ຖ້າເຮົາບໍ່ເຄີຍລອງມັນມາກ່ອນ—ແມ່ນແຕ່ຄັ້ງດຽວ.
ເມື່ອຫລາຍປີກ່ອນ, ປະທານ ເອັມ ຣະໂຊ ບາເລີດ ໄດ້ບັນຍາຍຢູ່ໃນກອງປະຊຸມໃຫຍ່ສາມັນ ເຖິງ “ວິທີທີ່ເລັກນ້ອຍ ແລະ ງ່າຍໆ ສາມາດເປັນສິ່ງທີ່ບໍ່ດີ ແລະ ນຳຄວາມພິນາດມາສູ່ຄວາມລອດຂອງບຸກຄົນໄດ້.” ເພິ່ນໄດ້ສອນວ່າ: “ຄືກັນກັບເສັ້ນຝ້າຍທີ່ອ່ອນໆ, ເມື່ອຖືກເອົາມາກ້ຽວພັນເຂົ້າກັນ, ມັນຈຶ່ງກາຍເປັນເສັ້ນຍາວ, ແລະ ໃນທີ່ສຸດ ໄດ້ກາຍເປັນເສັ້ນເຊືອກໃຫຍ່, ເລື່ອງເລັກນ້ອຍເຫລົ່ານີ້ ເມື່ອເອົາມາປະສົມເຂົ້າກັນ ກໍສາມາດກາຍເປັນສິ່ງທີ່ໝັ້ນແກ່ນ ຈົນດຶງບໍ່ຂາດໄດ້. ເຮົາຕ້ອງຮູ້ຈັກເຖິງພະລັງ ທີ່ເລື່ອງເລັກນ້ອຍ ແລະ ງ່າຍໆ ສາມາດມີ ໃນການເສີມສ້າງທາງວິນຍານ,” ເພິ່ນໄດ້ກ່າວ. “ໃນເວລາດຽວກັນ, ເຮົາຕ້ອງຮູ້ຈັກວ່າ ຊາຕານຈະໃຊ້ເລື່ອງເລັກນ້ອຍ ແລະ ງ່າຍໆ ເພື່ອນຳພາເຮົາເຂົ້າໄປໃນຄວາມໝົດຫວັງ ແລະ ຄວາມທຸກທໍລະມານ.”7
ປະທານວຽວວະໄຣ້ ໄດ້ໃຫ້ຄຳເຕືອນທີ່ຄ້າຍຄືກັນນີ້ ແກ່ນັກສຶກສາມະຫາວິທະຍາໄລ ບຣິກຳຢັງ ທີ່ຮາວາຍ ວ່າ: “ຍ້ອນການບໍ່ເຮັດສິ່ງທີ່ເລັກນ້ອຍ ແລະ ງ່າຍໆ ສັດທາຈຶ່ງສັ່ນສະເທືອນ, ການມະຫັດສະຈັນຈຶ່ງໝົດໄປ, ແລະ ຄວາມກ້າວໜ້າ ທີ່ພາໄປຫາພຣະຜູ້ເປັນເຈົ້າ ແລະ ອານາຈັກຂອງພຣະອົງ ກໍຢຸດສະຫງັກ ແລ້ວເລີ່ມຕົ້ນມາຍອອກໄປ ຊຶ່ງການສະແຫວງຫາອານາຈັກຂອງພຣະເຈົ້າ ຖືກປ່ຽນເປັນການສະແຫວງຫາຄວາມທະເຍີທະຍານຝ່າຍໂລກ.”8
ໃນການປ້ອງກັນຕົວຈາກຜົນສະທ້ອນທີ່ເປັນທາງລົບ ທີ່ນຳຄວາມພິນາດມາສູ່ຄວາມກ້າວໜ້າທາງວິນຍານຂອງເຮົາ, ເຮົາຕ້ອງເຮັດຕາມແບບແຜນທາງວິນຍານ ຂອງເລື່ອງເລັກນ້ອຍ ແລະ ງ່າຍໆ. ແອວເດີ ເດວິດ ເອ ແບ໊ດນາ ໄດ້ບັນຍາຍເຖິງຫລັກທຳຂໍ້ນີ້ຢູ່ໃນກອງປະຊຸມສະຕີ ທີ່ມະຫາວິທະຍາໄລ ບຣິກຳ ຢັງ ວ່າ: “ເຮົາສາມາດຮຽນຮູ້ຫລາຍຢ່າງ ກ່ຽວກັບລັກສະນະ ແລະ ຄວາມສຳຄັນຂອງແບບແຜນທາງວິນຍານ ຈາກວິທີ … ຢອດນ້ຳລົງໃສ່ຂີ້ດິນ ເທື່ອລະເລັກ ເທື່ອລະໜ້ອຍ,” ແທນທີ່ຈະເທໃສຫລາຍໆ ຫລື ສີດໃສ່ຫລາຍໆບາດດຽວ ໃນບ່ອນທີ່ບໍ່ຕ້ອງການ.
ເພິ່ນໄດ້ອະທິບາຍວ່າ: “ນ້ຳທີ່ຄ່ອຍໆຍ້ອຍລົງ ຈະຊຶມເຂົ້າເລິກໃນດິນ ແລະ ປັບປຸງດິນໃຫ້ມີຄຸນນະພາບດີ ຊຶ່ງຊ່ວຍພືດຜົນໃຫ້ງອກງາມ. ເຊັ່ນດຽວກັນນັ້ນ, ຖ້າຫາກທ່ານ ແລະ ຂ້າພະເຈົ້າ ເອົາໃຈໃສ່ ແລະ ໄດ້ຮັບນ້ຳທີ່ລໍ່ລ້ຽງທາງວິນຍານ ເລື້ອຍໆ, ແລ້ວຮາກພຣະກິດຕິຄຸນ ຈະສາມາດຢັ່ງລົງໄປໃນຈິດວິນຍານເລິກໆຂອງເຮົາ, ສາມາດຍຶດໝັ້ນ ຢູ່ໄດ້ຢ່າງໝັ້ນຄົງ, ແລະ ສາມາດອອກຜົນທີ່ດີເລີດ ແລະ ຫວານແຊບຊ້ອຍໄດ້.
ເພິ່ນໄດ້ກ່າວຕື່ມອີກວ່າ, “ແບບແຜນທາງວິນຍານ ເລື່ອງເລັກນ້ອຍ ແລະ ງ່າຍໆ ຈະນຳເລື່ອງໃຫຍ່ມາ ທີ່ສ້າງຄວາມໜຽວແໜ້ນ ແລະ ຄວາມໝັ້ນຄົງ, ການອຸທິດຕົນທີ່ເລິກຊຶ້ງ, ແລະ ມີຄວາມເຫລື້ອມໃສແທ້ໆ ຕໍ່ອົງພຣະເຢຊູຄຣິດເຈົ້າ ແລະ ພຣະກິດຕິຄຸນຂອງພຣະອົງ.”9
ສາດສະດາໂຈເຊັບ ສະມິດ ໄດ້ສອນຫລັກທຳຂໍ້ນີ້ ໃນຖ້ອຍຄຳ ຊຶ່ງຕອນນີ້ ໄດ້ຖືກລວມໄວ້ຢູ່ໃນ Doctrine and Covenants ທີ່ວ່າ ຢ່າໃຫ້ຄົນໃດຖືວ່າເລື່ອງເຫລົ່ານີ້ເປັນເລື່ອງເລັກນ້ອຍ; ເພາະມັນມີຢ່າງຫລວງຫລາຍ … ກ່ຽວກັບໄພ່ພົນຂອງພຣະເຈົ້າ, ຊຶ່ງເພິ່ງອາໄສເລື່ອງເຫລົ່ານີ້ (ເບິ່ງ D&C 123:15).
ໃນຄວາມກ່ຽວພັນກັບຄວາມພະຍາຍາມເທື່ອທຳອິດ ທີ່ຈະສະຖາປະນາສາດສະໜາຈັກ ໃນລັດມີເຊີຣີ, ພຣະຜູ້ເປັນເຈົ້າໄດ້ແນະນຳ ໃຫ້ມີຄວາມອົດທົນ ວ່າທຸກສິ່ງຕ້ອງເກີດຂຶ້ນໃນເວລາຂອງມັນເອງ (ເບິ່ງ D&C 64:32). ແລ້ວ ພຣະອົງໄດ້ມອບຄຳສອນທີ່ຍິ່ງໃຫຍ່ນີ້ໃຫ້ ວ່າບໍ່ໃຫ້ພວກເພິ່ນເມື່ອຍລ້າໃນການເຮັດວຽກງານດີ, ເພາະພວກເພິ່ນພວມວາງຮາກຖານຂອງວຽກງານອັນຍິ່ງໃຫຍ່. ແລະ ຈາກ ເລື່ອງເລັກນ້ອຍ ຈະນຳເລື່ອງໃຫຍ່ມາ (ເບິ່ງ D&C 64:33).
ຂ້າພະເຈົ້າເຊື່ອວ່າ ເຮົາທຸກຄົນມີຄວາມປາດຖະໜາທີ່ຈະເຮັດຕາມ ການທ້າທາຍຂອງປະທານຣະໂຊ ເອັມ ແນວສັນ ເພື່ອໃຫ້ກ້າວເດີນໄປໜ້າ “ໃນເສັ້ນທາງແຫ່ງພັນທະສັນຍາ.”10 ຄວາມຕັ້ງໃຈຂອງເຮົາທີ່ຈະເຮັດເຊັ່ນນັ້ນ ຈະໄດ້ຮັບຄວາມເຂັ້ມແຂງ ໂດຍການເຮັດຕາມ “ເລື່ອງເລັກນ້ອຍ” ທີ່ເຮົາໄດ້ຖືກສິດສອນ ໂດຍພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ໂດຍຜູ້ນຳຂອງສາດສະໜາຈັກຂອງພຣະອົງ. ຂ້າພະເຈົ້າເປັນພະຍານເຖິງພຣະອົງ ແລະ ຂໍມອບພອນຂອງພຣະອົງໃຫ້ແກ່ຜູ້ທີ່ສະແຫວງຫາທີ່ຈະຢູ່ໃນເສັ້ນທາງແຫ່ງພັນທະສັນຍາຂອງພຣະອົງ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.