ການສືບປະຫວັດຄອບຄົວ ແລະ ວຽກງານພຣະວິຫານ: ການຜະນຶກ ແລະ ການປິ່ນປົວ
ເມື່ອເຮົາຮວບຮວມປະຫວັດຄອບຄົວ ແລະ ໄປພຣະວິຫານ ແທນບັນພະບຸລຸດຂອງເຮົາ, ພຣະເຈົ້າຈະປະທານພອນທີ່ສັນຍາໄວ້ ໃຫ້ພ້ອມກັນ ແກ່ທັງສອງຟາກມ່ານ.
ຄວາມສຳພັນຂອງຄອບຄົວ ສາມາດເປັນປະສົບການທີ່ໜ້າເພິ່ງພໍໃຈ ແຕ່ທ້າທາຍຫລາຍ ທີ່ເຮົາປະເຊີນ. ພວກເຮົາຫລາຍຄົນ ເຄີຍປະເຊີນກັບການແຕກຫັກບາງຢ່າງ ພາຍໃນຄອບຄົວຂອງເຮົາ. ການແຕກຫັກເຊັ່ນນັ້ນ ເກີດຂຶ້ນລະຫວ່າງວິລະຊົນສອງທ່ານ ຂອງສາດສະໜາຈັກຂອງພຣະເຢຊູຄຣິດ ທີ່ຖືກຟື້ນຟູ ໃນຍຸກສຸດທ້າຍນີ້. ພາລີ ແລະ ອໍສັນ ພະແຣັດ ເປັນອ້າຍນ້ອງກັນ, ໄດ້ປ່ຽນໃຈເຫລື້ອມໃສໃນສະໄໝເລີ່ມຕົ້ນ, ແລະ ໄດ້ຖືກແຕ່ງຕັ້ງໃຫ້ເປັນອັກຄະສາວົກ. ແຕ່ລະຄົນກໍປະເຊີນກັບການທົດລອງເລື່ອງສັດທາ ແຕ່ໄດ້ຜ່ານຜ່າມາໄດ້ ດ້ວຍປະຈັກພະຍານທີ່ບໍ່ຫວັ່ນໄຫວ. ທັງສອງໄດ້ເສຍສະລະ ແລະ ມີສ່ວນຊ່ວຍຢ່າງຫລວງຫລາຍ ສຳລັບອຸດົມການແຫ່ງຄວາມຈິງ.
ໃນສະໄໝເມືອງນາວູ, ຄວາມສຳພັນຂອງເຂົາເຈົ້າເລີ່ມຕຶງຄຽດ, ເຕັມໄປດ້ວຍຄວາມໂມໂຫ, ໄດ້ໂຕ້ຖຽງກັນ ຢູ່ຕໍ່ໜ້າຝູງຊົນ ໃນປີ 1846. ຄວາມແຕກແຍກທີ່ໜັກໜ່ວງ ແລະ ດົນນານ ໄດ້ເກີດຂຶ້ນ. ພາລີ ໄດ້ຂຽນຈົດໝາຍເຖິງ ອໍສັນ ເພື່ອແກ້ໄຂຄວາມແຕກແຍກ, ແຕ່ອໍສັນ ບໍ່ຍອມຕອບ. ພາລີກໍເລີຍເຊົາຂຽນ, ໂດຍທີ່ຮູ້ສຶກວ່າ ການຕິດຕໍ່ທາງຈົດໝາຍ ຄົງຈົບໄປແລ້ວ, ຍົກເວັ້ນແຕ່ ອໍສັນຈະຕອບຄືນ.1
ຫລາຍປີຈາກນັ້ນ, ໃນເດືອນມິນາ ປີ 1853, ອໍສັນໄດ້ຮຽນຮູ້ກ່ຽວກັບໂຄງການທີ່ຈະຈັດພິມປຶ້ມ ກ່ຽວກັບລູກຫລານຂອງວິວລຽມ ພະແຣັດ, ຜູ້ເປັນບັນພະບຸລຸດຊາວອາເມຣິກາ ລຸ້ນເກົ່າແກ່ຂອງອ້າຍນ້ອງທັງສອງ. ອໍສັນໄດ້ຮ້ອງໄຫ້ “ຄືກັນກັບເດັກນ້ອຍ” ໃນຂະນະທີ່ລາວຫລຽວເບິ່ງຊັບສົມບັດແຫ່ງຄວາມຮັກ ຂອງປະຫວັດຄອບຄົວ ແວບໜຶ່ງ. ຫົວໃຈຂອງລາວອ່ອນລົງ, ແລະ ລາວໄດ້ຕັ້ງໃຈທີ່ຈະສ້ອມແປງຮອຍແຕກລ້າວກັບອ້າຍຂອງລາວ.
ອໍສັນໄດ້ຂຽນຈົດໝາຍເຖິງພາລີ, “ບັດນີ້ ອ້າຍທີ່ຮັກແພງຂອງຂ້ອຍ, ບໍ່ມີຄົນໃດໃນບັນດາລູກຫລານຂອງບັນພະບຸລຸດຂອງພວກເຮົາ, ທີ່ນາຍພັນໂທ ວິວລຽມ ພະແຣັດ, ຜູ້ມີຄວາມສົນໃຈເລື່ອງການຄົ້ນຫາລູກຫລານຂອງເພິ່ນ ກ່າວເຖິງຫລາຍເທົ່າກັບພວກເຮົາ.” ອໍສັນເປັນຄົນທຳອິດ ທີ່ເຂົ້າໃຈວ່າ ໄພ່ພົນຍຸກສຸດທ້າຍ ມີພັນທະທີ່ຈະຊອກຫາ ແລະ ຮວບຮວມປະຫວັດຄອບຄົວ ເພື່ອວ່າເຮົາຈະສາມາດກະທຳພິທີການແທນບັນພະບຸລຸດຂອງເຮົາ. ຈົດໝາຍຂອງລາວບອກຕື່ມວ່າ: “ພວກເຮົາຮູ້ວ່າ ພຣະເຈົ້າຂອງບັນພະບຸລຸດຂອງພວກເຮົາ ມີສ່ວນກ່ຽວຂ້ອງໃນທຸກສິ່ງນີ້. … ຂ້ອຍຂໍໂທດ ທີ່ບໍ່ໄດ້ຂຽນຈົດໝາຍຕອບເຈົ້າ. … ຂ້ອຍຫວັງວ່າ ເຈົ້າຈະອະໄພໃຫ້ຂ້ອຍ.”2 ເຖິງແມ່ນວ່າທັງສອງມີປະຈັກພະຍານທີ່ບໍ່ຫວັ່ນໄຫວ, ແຕ່ຄວາມຮັກຂອງເຂົາເຈົ້າທີ່ມີຕໍ່ບັນພະບຸລຸດຂອງຕົນ ໄດ້ເປັນກາວສ້ອມແປງຄວາມແຕກລ້າວ, ເປັນຢາບັນເທົາຄວາມເຈັບປວດ, ແລະ ໄດ້ຂໍການໃຫ້ອະໄພ.3
ເມື່ອພຣະເຈົ້າຊີ້ນຳເຮົາໃຫ້ເຮັດບາງສິ່ງ, ສ່ວນຫລາຍແລ້ວ ພຣະອົງມັກຈະມີຈຸດປະສົງຫລາຍຢ່າງ. ການສືບປະຫວັດຄອບຄົວ ແລະ ວຽກງານພຣະວິຫານ ບໍ່ແມ່ນສຳລັບຄົນຕາຍເທົ່ານັ້ນ ແຕ່ຍັງເປັນພອນໃຫ້ແກ່ຄົນທີ່ມີຊີວິດຢູ່ນຳອີກ. ສຳລັບອໍສັນ ແລະ ພາລີ, ມັນໄດ້ຫັນຫົວໃຈຂອງຄົນທັງສອງຄືນມາຫາກັນ. ການສືບປະຫວັດຄອບຄົວ ແລະ ວຽກງານພຣະວິຫານ ຈະໃຫ້ພະລັງ ສຳລັບການປິ່ນປົວ ທີ່ຕ້ອງການ ການປິ່ນປົວ.
ໃນຖານະທີ່ເປັນສະມາຊິກຂອງສາດສະໜາຈັກ, ເຮົາມີໜ້າທີ່ຮັບຜິດຊອບແຫ່ງສະຫວັນ ເພື່ອໃຫ້ຊອກຫາບັນພະບຸລຸດຂອງເຮົາ ແລະ ຮວບຮວມປະຫວັດຄອບຄົວ. ສິ່ງນີ້ແມ່ນເກີນກວ່າງານອະດິເລກ ທີ່ຖືກຊັກຊວນໃຫ້ເຮັດ ເພາະພິທີການແຫ່ງຄວາມລອດ ແມ່ນຈຳເປັນສຳລັບລູກໆທັງປວງຂອງພຣະເຈົ້າ.4 ເຮົາຕ້ອງຊອກຫາບັນພະບຸລຸດຂອງເຮົາເອງ ຜູ້ໄດ້ລ່ວງລັບໄປແລ້ວ ທີ່ປາດສະຈາກພິທີການແຫ່ງຄວາມລອດ. ເຮົາສາມາດປະຕິບັດພິທີການແທນ ຢູ່ໃນພຣະວິຫານ, ແລະ ບັນພະບຸລຸດຂອງເຮົາ ສາມາດເລືອກທີ່ຈະຮັບເອົາພິທີການ.5 ເຮົາຖືກຊຸກຍູ້ໃຫ້ຊ່ວຍເຫລືອສະມາຊິກຫວອດ ແລະ ສະເຕກ ເຮັດພິທີແທນ ຄອບຄົວຂອງເຂົາເຈົ້ານຳອີກ. ມັນເປັນສິ່ງທີ່ໜ້າອັດສະຈັນໃຈຫລາຍ, ຜ່ານທາງການສືບປະຫວັດຄອບຄົວ ແລະ ວຽກງານພຣະວິຫານ, ເຮົາສາມາດຊ່ວຍໄຖ່ຄົນຕາຍ.
ແຕ່ເມື່ອເຮົາມີສ່ວນຮ່ວມໃນການສືບປະຫວັດຄອບຄົວ ແລະ ວຽກງານພຣະວິຫານ, ເຮົາກໍຍັງເໝາະສົມ ທີ່ຈະໄດ້ຮັບພອນແຫ່ງ “ການປິ່ນປົວ” ທີ່ສາດສະດາ ແລະ ອັກຄະສາວົກທັງຫລາຍ ສັນຍາໄວ້.6 ພອນເຫລົ່ານີ້ກໍໜ້າອັດສະຈັນໃຈຄືກັນ ເພາະ ຂອບເຂດ, ຄວາມເຈາະຈົງສະເພາະ, ແລະ ຜົນສະທ້ອນ ໃນຊ່ວງມະຕະຂອງມັນ. ລາຍການທີ່ຍືດຍາວນີ້ ແມ່ນຮ່ວມດ້ວຍພອນເຫລົ່ານີ້:
-
ເພີ່ມຄວາມເຂົ້າໃຈ ເລື່ອງພຣະຜູ້ຊ່ວຍໃຫ້ລອດ ແລະ ການເສຍສະລະຊົດໃຊ້ຂອງພຣະອົງ;
-
ເພີ່ມອິດທິພົນຂອງພຣະວິນຍານບໍລິສຸດ7 ເພື່ອຈະໄດ້ຮູ້ສຶກພະລັງ ແລະ ການຊີ້ນຳ ສຳລັບຊີວິດຂອງເຮົາເອງ;
-
ເພີ່ມສັດທາ, ເພື່ອວ່າການເຫລື້ອມໃສໃນພຣະຜູ້ຊ່ວຍໃຫ້ລອດ ຈະເລິກຊຶ້ງ ແລະ ແນບສະໜິດ;
-
ເພີ່ມຄວາມສາມາດ ແລະ ຄວາມກະຕືລືລົ້ນ ທີ່ຈະຮຽນຮູ້ ແລະ ກັບໃຈ8 ເພາະຄວາມເຂົ້າໃຈວ່າເຮົາເປັນໃຜ, ເຮົາມາຈາກໃສ, ແລະ ພາບທີ່ແຈ່ມແຈ້ງກວ່າ ຂອງບ່ອນທີ່ເຮົາຈະໄປຫາ;
-
ເພີ່ມຄວາມບໍລິສຸດ, ຄວາມສະອາດ, ແລະ ອິດທິພົນທີ່ເໝາະສົມ ໃນໃຈຂອງເຮົາ;
-
ເພີ່ມຄວາມຊື່ນຊົມ ຜ່ານທາງຄວາມສາມາດເພີ່ມເຕີມ ທີ່ຈະຮູ້ສຶກເຖິງຄວາມຮັກຂອງພຣະຜູ້ເປັນເຈົ້າ;
-
ເພີ່ມພອນຂອງຄອບຄົວ, ບໍ່ວ່າສະພາບການຄອບຄົວໃນປະຈຸບັນ, ໃນອະດີດ, ຫລື ໃນອະນາຄົດ ຈະເປັນແນວໃດກໍຕາມ ຫລື ແຜນລຳດັບຄອບຄົວຂອງເຮົາຈະບໍ່ສົມບູນແບບ ຫລາຍປານໃດກໍຕາມ;
-
ເພີ່ມຄວາມຮັກ ແລະ ຄວາມຮູ້ບຸນຄຸນ ສຳລັບບັນພະບຸລຸດ ແລະ ຍາດພີ່ນ້ອງຜູ້ທີ່ມີຊີວິດຢູ່, ສະນັ້ນເຮົາຈຶ່ງບໍ່ຮູ້ສຶກວ່າ ຢູ່ຕົວຄົນດຽວອີກຕໍ່ໄປ;
-
ເພີ່ມພະລັງໃຫ້ສາມາດເບິ່ງອອກ ໃນສິ່ງທີ່ຕ້ອງການ ການປິ່ນປົວ ແລະ ດັ່ງນັ້ນ, ດ້ວຍຄວາມຊ່ວຍເຫລືອຂອງພຣະຜູ້ເປັນເຈົ້າ, ຮັບໃຊ້ຄົນອື່ນ;
-
ເພີ່ມການປົກປ້ອງ ຈາກການລໍ້ລວງ ແລະ ອິດທິພົນທີ່ຮ້າຍແຮງ ຂອງຜູ້ປໍລະປັກ; ແລະ
-
ເພີ່ມຄວາມຊ່ວຍເຫລືອ ເພື່ອແກ້ໄຂບັນຫາ, ຄວາມແຕກລ້າວ, ຫລື ຄວາມກັງວົນໃຈ ແລະ ເຮັດໃຫ້ບາດແຜຫາຍດີ.9
ຖ້າຫາກທ່ານໄດ້ອະທິຖານ ຂໍພອນຢ່າງໃດຢ່າງໜຶ່ງທີ່ກ່າວມານັ້ນ, ຈົ່ງມີສ່ວນຮ່ວມໃນການສືບປະຫວັດຄອບຄົວ ແລະ ວຽກງານພຣະວິຫານ. ເມື່ອທ່ານເຮັດແນວນັ້ນ, ຄຳອະທິຖານຂອງທ່ານຈະໄດ້ຮັບຄຳຕອບ. ເມື່ອພິທີການໄດ້ຖືກກະທຳແທນຜູ້ຕາຍ, ລູກໆຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກ ຈະໄດ້ຮັບການປິ່ນປົວ. ບໍ່ແປກໃຈເລີຍທີ່ປະທານຣະໂຊ ເອັມ ແນວສັນ, ໃນຂ່າວສານເທື່ອທຳອິດຂອງເພິ່ນ ໃນຖານະທີ່ເປັນປະທານຂອງສາດສະໜາຈັກ, ໄດ້ປະກາດວ່າ, “ການນະມັດສະການຂອງທ່ານ ຢູ່ໃນພຣະວິຫານ ແລະ ການຮັບໃຊ້ຂອງທ່ານໃນທີ່ນັ້ນ ສຳລັບບັນພະບຸລຸດຂອງທ່ານ ຈະເປັນພອນໃຫ້ແກ່ທ່ານ ດ້ວຍການເປີດເຜີຍສ່ວນຕົວຫລາຍຂຶ້ນ ແລະ ມີຄວາມສະຫງົບ ແລະ ມັນຈະຊ່ວຍໃຫ້ທ່ານຕັ້ງໃຈຢູ່ໃນເສັ້ນທາງແຫ່ງພັນທະສັນຍາ.”10
ສາດສະດາທີ່ຜ່ານມາ ກໍໄດ້ຫລິງເຫັນພອນສຳລັບທັງຄົນເປັນ ແລະ ຄົນຕາຍ.11 ທູດສະຫວັນອົງໜຶ່ງ ໄດ້ມາສະແດງພາບນິມິດແກ່ເອເຊກຽນ ເປັນພາບພຣະວິຫານທີ່ມີນ້ຳໄຫລອອກມາຈາກມັນ. ເອເຊກຽນ ໄດ້ຖືກບອກວ່າ:
“ນ້ຳນີ້ໄຫລຜ່ານ … ແລະ ລົງໄປສູ່ຖິ່ນແຫ້ງແລ້ງກັນດານ, ແລະ ໄປສູ່ທະເລ [ຕາຍ] … , [ແລະ] ເຮັດໃຫ້ນ້ຳທະເລກາຍເປັນນ້ຳຈືດ.
“ບ່ອນໃດທີ່ລຳນ້ຳນີ້ໄຫລໄປ ບ່ອນນັ້ນກໍຈະມີສັດ ແລະ ປາທຸກຊະນິດ: … ນ້ຳນີ້ຈະເຮັດໃຫ້ທະເລຕາຍນັ້ນຈືດ; ແລະ ເມື່ອມັນໄຫລໄປທີ່ໃດ ມັນກໍຈະນຳຊີວິດໄປສູ່ທີ່ນັ້ນ.”12
ເຮົາສັງເກດເຫັນໄດ້ເຖິງລັກສະນະສອງຢ່າງຂອງລຳນ້ຳ. ຢ່າງທຳອິດ, ລຳນ້ຳນ້ອຍໆນີ້ ບໍ່ມີສາຂາ, ແຕ່ມັນໄດ້ຂະຫຍາຍອອກຢ່າງກວ້າງໄກເປັນແມ່ນ້ຳ, ເມື່ອມັນໄຫລໄປໄກເທົ່າໃດ, ມັນຍິ່ງຂະຫຍາຍກວ້າງ ແລະ ເລິກລົງໄປເທົ່ານັ້ນ. ມີສິ່ງທີ່ຄ້າຍຄືກັນນີ້ໄດ້ເກີດຂຶ້ນ ດ້ວຍພອນທີ່ຫລັ່ງໄຫລອອກມາຈາກພຣະວິຫານ ເມື່ອບຸກຄົນໄດ້ຖືກຜະນຶກເຂົ້າກັນເປັນຄອບຄົວ. ການເຕີບໂຕທີ່ມີຄວາມໝາຍ ໄດ້ຂະຫຍາຍອອກກວ້າງຢ້ອນຄືນຫລັງ ແລະ ອອກໄປໜ້າ ຜ່ານຄົນຫລາຍລຸ້ນ ເມື່ອພິທີການຜະນຶກເຊື່ອມຕໍ່ຄອບຄົວເຂົ້າກັນ.
ຢ່າງທີສອງ, ລຳນ້ຳໄດ້ນຳຊີວິດມາສູ່ທຸກສິ່ງທີ່ມັນໄຫລໄປເຖິງ. ພອນຂອງພຣະວິຫານ ກໍເໝືອນກັນ ມີຄວາມສາມາດທີ່ຈະປິ່ນປົວອັນໜ້າງຶດງໍ້. ພອນຂອງພຣະວິຫານສາມາດປິ່ນປົວຫົວໃຈ ແລະ ຊີວິດ ແລະ ຄອບຄົວ.
ຂ້າພະເຈົ້າຈະເລົ່າເປັນຕົວຢ່າງ. ໃນປີ 1999 ມີຊາຍໜຸ່ມຄົນໜຶ່ງຊື່ ທອດ ໄດ້ລົ້ມລົງເພາະເສັ້ນເລືອດໃນສະໝອງແຕກ. ເຖິງແມ່ນທ້າວທອດ ແລະ ຄອບຄົວຂອງລາວ ເປັນສະມາຊິກຂອງສາດສະໜາຈັກ, ແຕ່ກໍບໍ່ເຂັ້ມແຂງ, ແລະ ບໍ່ມີຄົນໃດເຄີຍໄດ້ຮັບພອນຂອງພຣະວິຫານ. ໃນຄືນສຸດທ້າຍຂອງທ້າວທອດ ກ່ອນສິ້ນຊີວິດ, ແມ່ຂອງລາວ ຊື່ ເບຕີ, ໄດ້ນັ່ງຢູ່ຂ້າງຕຽງ ຈັບມືລາວໄວ້ ແລະ ເວົ້າວ່າ, “ທອດ, ຖ້າຫາກລູກຕ້ອງໄປ, ແມ່ສັນຍາວ່າ ວຽກງານພຣະວິຫານຂອງລູກ ຈະສຳເລັດ.” ເຊົ້າມື້ຕໍ່ມາ, ທ້າວທອດກໍໄດ້ສິ້ນລົມຫາຍໃຈ. ໝໍຜ່າຕັດ ໄດ້ເອົາຫົວໃຈຂອງທ້າວທອດ ມາໃສ່ໃຫ້ຄົນໄຂ້ຂອງຂ້າພະເຈົ້າ, ຊື່ ຣອດ ທີ່ເປັນຄົນດີພິເສດ.
ສອງສາມເດືອນຫລັງຈາກການປ່ຽນຫົວໃຈ, ທ້າວຣອດ ໄດ້ຮູ້ເຖິງຄອບຄົວທີ່ບໍລິຈາກຫົວໃຈໃຫ້ລາວ ແລະ ໄດ້ເລີ່ມຕົ້ນຕິດຕໍ່ຫາກັນ. ປະມານສອງປີຈາກນັ້ນ, ນາງເບຕີ ແມ່ຂອງທ້າວທອດ, ໄດ້ເຊື້ອເຊີນທ້າວຣອດ ໃຫ້ມາມີໜ້າຢູ່ນຳ ຕອນນາງໄປພຣະວິຫານ ເປັນເທື່ອທຳອິດ. ທ້າວຣອດ ແລະ ນາງເບຕີ ໄດ້ພົບກັນເປັນເທື່ອທຳອິດ ຢູ່ໃນຫ້ອງຊັ້ນສູງ ຂອງພຣະວິຫານເຊັ້ນໂຈດ ຢູທາ.
ຕໍ່ມາ, ພໍ່ຂອງທ້າວທອດ—ສາມີຂອງນາງເບຕີ—ໄດ້ເສຍຊີວິດໄປ. ສອງສາມປີຈາກນັ້ນ, ນາງເບຕີ ໄດ້ເຊື້ອເຊີນທ້າວຣອດ ໃຫ້ມາເປັນຕົວແທນໃຫ້ແກ່ລູກຊາຍຂອງນາງ ຜູ້ທີ່ໄດ້ຕາຍໄປ ໃນການຮັບເອົາພິທີການຂອງພຣະວິຫານ. ທ້າວຣອດກໍໄດ້ເຮັດຕາມດ້ວຍຄວາມກະຕັນຍູ, ແລະ ວຽກງານການກະທຳແທນ ໄດ້ມີຫລາຍຂຶ້ນ ຈົນໄປເຖິງຫ້ອງຜະນຶກ ຢູ່ໃນພຣະວິຫານເຊັ້ນໂຈດ ຢູທາ. ນາງເບຕີ ໄດ້ຜະນຶກເຂົ້າກັບສາມີທີ່ໄດ້ຕາຍໄປ, ຄຸເຂົ່າຢູ່ຟາກແທ່ນບູຊາ ຕໍ່ໜ້າຫລານຊາຍຂອງນາງ ຜູ້ເປັນຕົວແທນ. ແລ້ວ, ດ້ວຍນ້ຳຕາໄຫລອາບແກ້ມ, ນາງໄດ້ກວັກມືເອົາທ້າວຣອດໃຫ້ມາຮ່ວມ ທີ່ແທ່ນບູຊາ. ທ້າວຣອດໄດ້ຄຸເຂົ່າລົງ ຢູ່ກັບເຂົາເຈົ້າ, ເປັນຕົວແທນໃຫ້ທ້າວທອດ ລູກຊາຍຂອງນາງ, ຜູ້ຊຶ່ງຫົວໃຈ ຍັງເຕັ້ນຢູ່ໃນເອິກຂອງທ້າວຣອດ. ແລ້ວທ້າວທອດ ຜູ້ໄດ້ບໍລິຈາກຫົວໃຈໃຫ້ທ້າວຣອດ ກໍໄດ້ຜະນຶກເຂົ້າກັບພໍ່ແມ່ຂອງລາວ ຊົ່ວນິລັນດອນ. ແມ່ຂອງທ້າວທອດ ໄດ້ຮັກສາຄຳສັນຍາ ທີ່ນາງໄດ້ເຮັດໄວ້ກັບລູກຊາຍຜູ້ກຳລັງຈະສິ້ນລົມຫາຍໃຈ ເມື່ອຫລາຍປີກ່ອນ.
ແຕ່ເລື່ອງນີ້ ບໍ່ໄດ້ສິ້ນສຸດລົງພຽງເທົ່ານັ້ນ. ສິບຫ້າປີ ຫລັງຈາກການຜ່າຕັດຫົວໃຈ, ທ້າວຣອດໄດ້ໝັ້ນ ແລະ ຈະແຕ່ງງານ ແລະ ໄດ້ຂໍໃຫ້ຂ້າພະເຈົ້າເປັນຜູ້ຜະນຶກໃຫ້ເຂົາເຈົ້າ ຢູ່ໃນພຣະວິຫານໂພຣໂວ. ໃນວັນແຕ່ງງານ, ຂ້າພະເຈົ້າໄດ້ພົບກັບທ້າວຣອດ ແລະ ນາງຄິມ ເຈົ້າສາວທີ່ໜ້າຮັກຂອງລາວ, ຢູ່ໃນຫ້ອງທີ່ຖັດໄປຈາກຫ້ອງຜະນຶກ, ບ່ອນທີ່ຄອບຄົວ ແລະ ໝູ່ເພື່ອນທີ່ໃກ້ຊິດ ໄດ້ໄປລໍຖ້າ. ຫລັງຈາກໄດ້ເວົ້າລົມກັບທ້າວຣອດ ແລະ ນາງຄິມບຶດໜຶ່ງ, ຂ້າພະເຈົ້າໄດ້ຖາມວ່າ ເຂົາເຈົ້າມີຄຳຖາມຫຍັງບໍ.
ທ້າວຣອດ ໄດ້ເວົ້າວ່າ, “ມີ. ຄອບຄົວຜູ້ບໍລິຈາກຂອງຂ້ານ້ອຍກໍຢູ່ນີ້ ແລະ ຢາກພົບກັບທ່ານ.”
ຂ້າພະເຈົ້າຕົກຕະລຶງ ແລະ ໄດ້ຖາມວ່າ, “ເຈົ້າໝາຍຄວາມວ່າ ເຂົາເຈົ້າຢູ່ນີ້ບໍ? ດຽວນີ້?”
ທ້າວຣອດ ຕອບວ່າ, “ແມ່ນແລ້ວ.”
ຂ້າພະເຈົ້າໄດ້ຍ່າງອອກໄປ ແລະ ໄດ້ເອີ້ນໃຫ້ຄອບຄົວອອກມາຈາກຫ້ອງຜະນຶກ. ນາງເບຕີ, ລູກສາວ, ແລະ ລູກເຂີຍ ໄດ້ມາຫາພວກເຮົາ. ທ້າວຣອດໄດ້ທັກທາຍນາງເບຕີ ດ້ວຍການໂອບກອດ, ຂອບໃຈນາງທີ່ມາ, ແລະ ແລ້ວໄດ້ແນະນຳຕົວຂ້າພະເຈົ້າໃຫ້ນາງຮູ້ຈັກ. ທ້າວຣອດ ໄດ້ເວົ້າວ່າ, “ປ້າເບຕີ, ນີ້ແມ່ນແອວເດີ ເຣັນລັນ. ເພິ່ນເປັນທ່ານໝໍ ຜູ້ດູແລຫົວໃຈຂອງລູກຊາຍຂອງປ້າ ມາເປັນເວລາດົນນານ.” ນາງໄດ້ຍ່າງຜ່ານຫ້ອງມາ ແລະ ໄດ້ໂອບກອດຂ້າພະເຈົ້າ. ແລະ ໃນຫລາຍນາທີຈາກນັ້ນ, ໄດ້ມີການໂອບກອດ ແລະ ນ້ຳຕາໄຫລ ດ້ວຍຄວາມສຸກ.
ຫລັງຈາກພວກເຮົາຕັ້ງໃຈໄດ້, ພວກເຮົາກໍໄດ້ກັບເຂົ້າໄປໃນຫ້ອງຜະນຶກ, ບ່ອນທີ່ທ້າວຣອດ ແລະ ນາງຄິມ ໄດ້ຜະນຶກເຂົ້າກັນ ຊົ່ວການເວລາ ແລະ ຊົ່ວນິລັນດອນ. ທ້າວຣອດ, ນາງຄິມ, ນາງເບຕີ, ແລະ ຂ້າພະເຈົ້າ ສາມາດເປັນພະຍານໄດ້ວ່າ ສະຫວັນແມ່ນຢູ່ໃກ້ໆ, ວ່າຄົນຢູ່ເບື້ອງນັ້ນໄດ້ມາຮ່ວມກັບພວກເຮົາ ໃນມື້ນັ້ນ ຜູ້ທີ່ໄດ້ຜ່ານມ່ານແຫ່ງຄວາມເປັນມະຕະໄປແລ້ວ.
ພຣະເຈົ້າ, ໃນຄວາມສາມາດອັນເປັນນິດຂອງພຣະອົງ, ໄດ້ຜະນຶກ ແລະ ປິ່ນປົວບຸກຄົນ ແລະ ຄອບຄົວ ບໍ່ວ່າເລື່ອງໂສກເສົ້າ, ການສູນເສຍ, ແລະ ຄວາມລຳບາກ ຈະເປັນແບບໃດກໍຕາມ. ບາງເທື່ອ ເຮົາປຽບທຽບຄວາມຮູ້ສຶກທີ່ເຮົາມີ ໃນພຣະວິຫານ ກັບການໄດ້ເຫັນສະຫວັນແປບໜຶ່ງ.13 ມື້ນັ້ນ ໃນພຣະວິຫານໂພຣໂວ, ຂໍ້ຄວາມຂອງທ່ານ ຊີ ແອັສ ຫລຸຍ ໄດ້ມີຄວາມໝາຍຢ່າງເລິກຊຶ້ງຕໍ່ຂ້າພະເຈົ້າ ທີ່ວ່າ: “[ມະນຸດ] ເວົ້າເຖິງຄວາມທຸກທໍລະມານໃນທາງໂລກ ວ່າ, ‘ບໍ່ມີຄວາມສຸກໃດ ທີ່ຈະມາຊົດເຊີຍມັນໄດ້,’ ໂດຍທີ່ບໍ່ຮູ້ວ່າສະຫວັນ, ຊຶ່ງຄັ້ງໜຶ່ງເຄີຍໄປເຖິງ, ຈະປ່ຽນແປງຄວາມເຈັບປວດທີ່ເຮົາຮູ້ສຶກ ລະຫວ່າງຊີວິດມະຕະ ໃຫ້ກາຍເປັນລັດສະໝີພາບ. … ຜູ້ທີ່ໄດ້ຮັບພອນຈະກ່າວວ່າ, ‘ພວກເຮົາບໍ່ເຄີຍອາໄສຢູ່ບ່ອນໃດເລີຍ ນອກຈາກຢູ່ໃນສະຫວັນ.’”14
ພຣະເຈົ້າຈະເພີ່ມຄວາມເຂັ້ມແຂງ, ຊ່ວຍເຫລືອ, ແລະ ຍົກເຮົາຂຶ້ນ;15 ແລະ ພຣະອົງຈະຊຳລະເຮົາໃຫ້ສະອາດ ແລະ ພຣະອົງຈະກຳຈັດຄວາມທຸກໃຈຂອງເຮົາ.16 ເມື່ອເຮົາຮວບຮວມປະຫວັດຄອບຄົວ ແລະ ໄປພຣະວິຫານ ແທນບັນພະບຸລຸດຂອງເຮົາ, ພຣະເຈົ້າຈະປະທານພອນທີ່ສັນຍາໄວ້ ໃຫ້ທັນທີແກ່ທັງສອງຟາກມ່ານ. ເໝືອນກັນນີ້, ເຮົາໄດ້ຮັບພອນ ເມື່ອເຮົາຊ່ວຍເຫລືອຄົນອື່ນ ໃນຫວອດ ແລະ ໃນສະເຕກຂອງເຮົາ ໃຫ້ເຮັດຄືກັນ. ສະມາຊິກຜູ້ທີ່ບໍ່ໄດ້ອາໄສຢູ່ໃກ້ພຣະວິຫານ ກໍສາມາດໄດ້ຮັບພອນ ໂດຍການມີສ່ວນຮ່ວມໃນວຽກງານການສືບປະຫວັດຄອບຄົວ, ການຮວບຮວມລາຍຊື່ຂອງບັນພະບຸລຸດຂອງຕົນ ສຳລັບການເຮັດພິທີການ ໃນພຣະວິຫານ.
ເຖິງຢ່າງໃດກໍຕາມ, ປະທານຣະໂຊ ເອັມ ແນວສັນ ໄດ້ເຕືອນວ່າ: “ເຮົາອາດໄດ້ຮັບການດົນໃຈທຸກວັນ ຈາກປະສົບການຂອງຄົນອື່ນ ເລື່ອງພຣະວິຫານ ແລະ ການສືບປະຫວັດຄອບຄົວ ທີ່ເຂົາເຈົ້າມີ. ແຕ່ເຮົາຕ້ອງເຮັດບາງສິ່ງ ເພື່ອຈະໄດ້ມີປະສົບການທີ່ຊື່ນຊົມ ດ້ວຍຕົວເຮົາເອງ.” ເພິ່ນໄດ້ກ່າວຕື່ມວ່າ, “ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ພິຈາລະນາດ້ວຍການອະທິຖານ ວ່າຈະເສຍສະລະຫຍັງແດ່, ແລະ—ສິ່ງທີ່ດີແທ້ຄື ການເສຍສະລະເວລາ—ທີ່ທ່ານສາມາດເຮັດໄດ້ [ເພື່ອ] ເຮັດວຽກງານການສືບປະຫວັດຄອບຄົວ ແລະ ວຽກງານພຣະວິຫານ ຫລາຍກວ່າເກົ່າ.”17 ເມື່ອທ່ານຮັບເອົາການເຊື້ອເຊີນຂອງປະທານແນວສັນ, ທ່ານຈະຄົ້ນພົບ, ຮວບຮວມ, ແລະ ເຊື່ອມຕໍ່ຄອບຄົວຂອງທ່ານເຂົ້າກັນ. ນອກເໜືອຈາກນັ້ນ, ພອນຈະຫລັ່ງໄຫລມາສູ່ທ່ານ ແລະ ຄອບຄົວຂອງທ່ານ ຄືກັນກັບແມ່ນ້ຳ ທີ່ເອເຊກຽນໄດ້ກ່າວເຖິງ. ທ່ານຈະໄດ້ຮັບການປິ່ນປົວ ສຳລັບສິ່ງທີ່ຕ້ອງການ ການປິ່ນປົວ.
ອໍສັນ ແລະ ພາລີ ພະແຣັດ ໄດ້ປະສົບກັບການປິ່ນປົວ ແລະ ການຜະນຶກ ຊຶ່ງມີຜົນກະທົບຕໍ່ການສືບປະຫວັດຄອບຄົວ ແລະ ວຽກງານພຣະວິຫານຢ່າງໄວ ໃນຍຸກສະໄໝນີ້. ນາງເບຕີ, ຄອບຄົວຂອງນາງ, ແລະ ທ້າວຣອດ ໄດ້ມີປະສົບການກັບສິ່ງນັ້ນ. ທ່ານກໍສາມາດມີໄດ້ຄືກັນ. ຜ່ານທາງການເສຍສະລະຊົດໃຊ້ຂອງພຣະອົງ, ພຣະເຢຊູຄຣິດ ໄດ້ສະເໜີທີ່ຈະປະທານພອນໃຫ້ທຸກຄົນ, ທັງຄົນຕາຍ ແລະ ຄົນເປັນ. ເພາະພອນເຫລົ່ານີ້, ເຮົາຈຶ່ງພົບເຫັນວ່າ ເຮົາ, ໃນການປຽບທຽບ, “ຈະບໍ່ເຄີຍອາໄສຢູ່ບ່ອນໃດເລີຍ ນອກຈາກ … ຢູ່ໃນສະຫວັນ.”18 ຂ້າພະເຈົ້າຂໍເປັນພະຍານ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.