​2010–2019
ພຣະຄຣິດໄດ້ໂຜດຍົກໂທດໃຫ້ເຈົ້າທັງ​ຫລາຍຢ່າງໃດ, ພວກເຈົ້າກໍຈົ່ງຍົກໂທດໃຫ້ກັນແລະກັນຢ່າງນັ້ນດ້ວຍ
ເດືອນ​ເມສາ 2018


2:3

ພຣະຄຣິດໄດ້ໂຜດຍົກໂທດໃຫ້ເຈົ້າທັງ​ຫລາຍຢ່າງໃດ, ພວກເຈົ້າກໍຈົ່ງຍົກໂທດໃຫ້ກັນແລະກັນຢ່າງນັ້ນດ້ວຍ

ເຮົາທຸກຄົນສາມາດໄດ້ຮັບຄວາມສະຫງົບສຸກທີ່ເກີນຈະບັນລະຍາຍໄດ້ ແລະ ໂດຍການເປັນຫຸ້ນສ່ວນກັບພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ຂະນະທີ່ເຮົາຮຽນຮູ້ທີ່ຈະໃຫ້ອະໄພຜູ້ຄົນທີ່ໄດ້ ເຮັດຜິດຕໍ່ເຮົາ ຢ່າງເຕັມໃຈ.

“ແຕ່ຮຸ່ງເຊົ້າຂອງວັນຕົ້ນສັບປະດາ, ພວກແມ່ຍິງເຫຼົ່ານັ້ນໄດ້ໄປຍັງອຸບມຸງ ພ້ອມທັງຖືເຄື່ອງຫອມທີ່ພວກຕົນຈັດຕຽມໄວ້ແລ້ວໄປນຳ.

“ພວກນາງເຫັນກ້ອນຫີນໄດ້ຖືກກຶ່ງອອກຈາກປາກອຸບມຸງແລ້ວ.

“ດັ່ງນັ້ນ ພວກນາງຈຶ່ງເຂົ້າໄປ, ແຕ່ບໍ່ເຫັນພຣະສົບຂອງອົງພຣະເຢຊູເຈົ້າ.

“ເວລາຍິງເຫຼົ່ານີ້ຢືນຄິດເຖິງເຫດການນີ້ຢູ່ ໃນທັນໃດນັ້ນ ກໍມີຊາຍສອງຄົນຢືນຢູ່ໃກ້ພວກນາງ, ຊາຍສອງຄົນນີ້ນຸ່ງເຄື່ອງເປັ່ງປະກາຍຈົນເຫຼື້ອມຕາ:

“ດ້ວຍຄວາມຢ້ານທີ່ສຸດ ພວກນາງຈຶ່ງກົ້ມຂາບລົງພື້ນດິນ ແລະ ຊາຍສອງຄົນກໍກ່າວວ່າ, ເປັນຫຍັງພວກເຈົ້າຈຶ່ງຊອກຄົນເປັນຢູ່ໃນໝູ່ຄົນຕາຍ?

“ພຣະອົງບໍ່ໄດ້ຢູ່ທີ່ນີ້, ພຣະອົງເປັນຄືນມາສູ່ຊີວິດແລ້ວ.”1

ມື້ອື່ນ, ວັນຊະບາໂຕອິດສະເຕີ, ເຮົາຈະລະນຶກເຖິງສິງທີ່ພຣະເຢຊູຄຣິດໄດ້ກະທຳເພື່ອເຮົາໃນວິທີທາງພິເສດ: “ເພາະວ່າພຣະເຈົ້າຊົງຮັກໂລກຫຼາຍທີ່ສຸດ ຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ວາງໃຈເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ, ແຕ່ມີຊີວິດອັນຕະຫຼອດໄປເປັນນິດ.”2 ໃນທີ່ສຸດ, ເຮົາກໍຈະໄດ້ຟື້ນຄືນຊີວິດ ດັ່ງທີ່ພຣະອົງ, ເພື່ອມີຊີວິດຢູ່ຕະຫຼອດໄປ.

ຜ່ານສິ່ງມະຫັດສະຈັນຂອງການຊົດໃຊ້ທີ່ສັກສິດຂອງພຣະເຢຊູຄຣິດ, ເຮົາກໍສາມາດໄດ້ຮັບຂອງປະທານແຫ່ງການໃຫ້ອະໄພບາບ ແລະ ຄວາມຜິດພາດຂອງເຮົາຄືກັນ, ຖ້າຫາກເຮົາຍອມຮັບເອົາໂອກາດ ແລະ ຄວາມຮັບຜິດຊອບຂອງການກັບໃຈ. ແລະ ໂດຍການຮັບເອົາພິທີການທີ່ຈຳເປັນ, ການຮັກສາພັນທະສັນຍາ, ແລະ ການເຊື່ອຟັງພຣະບັນຍັດ, ເຮົາກໍສາມາດໄດ້ຮັບຊີວິດນິລັນດອນ ແລະ ຄວາມສູງສົ່ງ.

ມື້ນີ້, ຂ້າພະເຈົ້າຢາກຈະເນັ້ນເຖິງການໃຫ້ອະໄພ, ຊຶ່ງເປັນຂອງປະທານທີ່ຈຳເປັນ ແລະ ລ້ຳຄ່າທີ່ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ, ພຣະເຢຊູຄຣິດຊົງໄດ້ປະທານໃຫ້ເຮົາ.

ຄືນໜຶ່ງໃນເດືອນທັນວາປີ 1982, ແທວຣີ, ພັນລະຍາຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າຖືກປຸກໃຫ້ຕື່ນໂດຍສຽງໂທລະສັບຢູ່ໃນບ້ານທີ່ ເມືອງໂພກາແທວໂລ່ ລັດໄອດາໂຮ. ຕອນທີ່ຂ້າພະເຈົ້າໄດ້ຮັບໂທລະສັບ, ຂ້າພະເຈົ້າໄດ້ຍິນພຽງແຕ່ສຽງໄຫ້ສະອື້ນ. ໃນທີ່ສຸດ, ສຽງທີ່ສັ່ນສະອື້ນຂອງເອື້ອຍຂ້າພະເຈົ້າໄດ້ເວົ້າອອກມາວ່າ, “ທອມມີເສຍຊີວິດແລ້ວ.”

ຄົນຂັບລົດຕອນເມົາເຫຼົ້າ ອາຍຸ 20 ປີ, ທີ່ຂັບລົດໄວເກີນ 85 ໄມ (135 ກິໂລແມັດ) ຕໍ່ຊົ່ວໂມງ, ໄດ້ຂັບລົດຜ່ານໄຟແດງຢ່າງບໍ່ລະວັງຢູ່ຊານເມືອງເດັນເວີ້ ລັດໂຄໂລຣາໂດ. ລາວໄດ້ຂັບໄປຕຳລົດທີ່ ທ້າວທອມມີ, ນ້ອງຊາຍຫຼ້າຂ້າພະເຈົ້າຂັບຢູ່ຢ່າງຮ້າຍແຮງ, ແລະ ໄດ້ເຮັດໃຫ້ ທ້າວທອມມີ ແລະ ນາງໂຈນ, ພັນລະຍາຂອງລາວເສຍຊີວິດທັນທີ. ເຂົາເຈົ້າກຳລັງພາກັບບ້ານໄປຫາລູກສາວນ້ອຍ ຫລັງຈາກງານບຸນຄຣິດສະມັດ.

ພັນລະຍາ ແລະ ຂ້າພະເຈົ້າໄດ້ບິນໄປເມືອງເດັນເວີ້ທັນທີ ແລະ ໄດ້ໄປທີ່ໂຮງເຢັນ. ພວກເຮົາໄດ້ເຕົ້າໂຮມກັນກັບພໍ່ແມ່ ແລະ ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ ແລະ ໄດ້ໄວ້ອາໄລຄວາມສູນເສຍ ທ້າວທອມມີ ແລະ ນາງໂຈນ ທີ່ຮັກຂອງເຮົາ. ພວກເຮົາໄດ້ສູນເສຍເຂົາເຈົ້າໄປເພາະການກະທຳຜິດກົດໝາຍອາຍາທີ່ໄຮ້ເຫັດຜົນ. ຫົວໃຈຂອງພວກເຮົາໄດ້ແຕກສະຫຼາຍ, ແລະ ຄວາມໂກດແຄ້ນທີ່ມີຕໍ່ຜູ້ທີ່ເຮັດຜິດຄົນນັ້ນ ກໍໄດ້ເລີ່ມພອງຂຶ້ນຢູ່ໃນໃຈຂ້າພະເຈົ້າ.

ທ້າວທອມມີ ໄດ້ຮັບໃຊ້ເປັນທະນາຍຄວາມຄົນໜຶ່ງໃນກົມຍຸດຕິທຳຂອງສະຫະລັດ ແລະ ໄດ້ຢູ່ໃນຂັ້ນຕອນທີ່ຈະເປັນຜູ້ສະໜັບສະໜູນການປົກປ້ອງທີ່ດິນຂອງຊາວອິນເດຍແດງ ແລະ ແຫຼ່ງທຳມະຊາດເປັນເວລາຫຼາຍປີພາຍຂ້າງໜ້າ.

ຫຼັງຈາກເວລາໄດ້ຜ່ານໄປ, ການຂຶ້ນສານຕັດສິນໂທດຊາຍໜຸ່ມຄົນນັ້ນ ກໍໄດ້ພົບເຫັນວ່າລາວເປັນຜູ້ຮັບຜິດຊອບການຂ້າຄົນໂດຍບໍ່​ໄດ້​ເຈດ​ຕະ​ນາດ້ວຍລົດຕຳ. ໃນການໄວ້ທຸກ ແລະ ເສົ້າສະຫຼົດໃຈອັນຕໍ່ເນື່ອງຂອງພວກເພິ່ນ, ພໍ່ແມ່ ແລະ ເອື້ອຍກົກຂອງຂ້າພະເຈົ້າ, ນາງເຄດີ້, ໄດ້ໄປຮ່ວມການຂຶ້ນສານຕັດສິນນັ້ນ. ພໍ່ແມ່ຂອງຜູ້ຂັບລົດເມົາກໍໄດ້ຢູ່ທີ່ນັ້ນດ້ວຍ, ແລະ ຫຼັງຈາກການຕັດສິນລົງໂທດໄດ້ສິ້ນສຸດລົງ, ເຂົາເຈົ້າກໍໄດ້ນັ່ງຢູ່ທີ່​ຕັ່ງແປ້ນມ້າ ແລະ ໄດ້ຮ້ອງໄຫ້. ພໍ່ແມ່ ແລະ ເອື້ອຍຂ້າພະເຈົ້າກໍໄດ້ນັ່ງຢູ່ໃກ້ໆ ຂະນະທີ່ພາກັນພະຍາຍາມຄວບຄຸມອາລົມຂອງຕົນຢູ່. ຫຼັງຈາກບຶດໜຶ່ງ, ພໍ່ແມ່ ແລະ ເອື້ອຍຂອງຂ້າພະເຈົ້າໄດ້ລຸກຂຶ້ນ ແລະ ຍ່າງໄປຫາພໍ່ແມ່ຂອງຄົນຂັບລົດ ແລະ ໄດ້ກ່າວຖ້ອຍຄຳທີ່ປອບໂຍນ ແລະ ໃຫ້ອະໄພ. ບັນດາຜູ້ຊາຍໄດ້ຈັບມືກັນ; ພວກຜູ້ຍິງກໍໄດ້ຈັບມືກັນ; ທຸກຄົນມີຄວາມເສົ້າສະຫຼົດໃຈ ແລະ ນ້ຳຕາໄຫຼຫຼັ່ງ ແລະ ພ້ອມທັງຄວາມຮັບຮູ້ວ່າ ທັງສອງຄອບຄົວໄດ້ຮັບທຸກທໍລະມານຢ່າງໃຫຍ່ຫຼວງ. ແມ່, ພໍ່, ແລະ ນາງເຄດີ້ ໄດ້ນຳໜ້າດ້ວຍຄວາມເຂັ້ມແຂງ ແລະ ຄວາມກ້າຫານຢ່າງງຽບໆ ແລະ ໄດ້ສະແດງໃຫ້ຄອບຄົວເຮົາເຫັນວ່າ ການໃຫ້ອະໄພນັ້ນເປັນແບບໃດ.

ການເອື້ອມອອກໄປໃຫ້ອະໄພໃນເວລານັ້ນ ໄດ້ເຮັດໃຫ້ຫົວໃຈຂອງຂ້າພະເຈົ້າເອງອ່ອນລົງ ແລະ ໄດ້ເປີດທາງໃຫ້ແກ່ການປິ່ນປົວ. ເມື່ອເວລາຜ່ານໄປ ຂ້າພະເຈົ້າໄດ້ຮຽນຮູ້ວິທີທີ່ຈະມີຫົວໃຈທີ່ໃຫ້ອະໄພ. ພຽງແຕ່ດ້ວຍຄວາມຊ່ວຍເຫຼືອຈາກອົງສັນຕິລາດເທົ່ານັ້ນ ທີ່ພາລະອັນເຈັບປວດໜັກຂອງຂ້າພະເຈົ້າໄດ້ຖືກຍົກອອກໄປ. ຫົວໃຈຂອງຂ້າພະເຈົ້າຈະຄິດເຖິງ ທ້າວທອມມີ ແລະ ນາງໂຈນ ຕະຫຼອດໄປ, ແຕ່ບັດນີ້ການໃຫ້ອະໄພນັ້ນປ່ອຍໃຫ້ຂ້າພະເຈົ້າລະນຶກເຖິງເຂົາເຈົ້າດ້ວຍຄວາມ​ຊື່ນ​ຊົມຢ່າງເຕັມປ່ຽມ. ແລະ ຂ້າພະເຈົ້າຮູ້ວ່າ ພວກເຮົາຈະໄດ້ຢູ່ນຳກັນເປັນຄອບຄົວອີກຄັ້ງ.

ຂ້າພະເຈົ້າບໍ່ໄດ້ແນະນຳວ່າໃຫ້ເຮົາສົ່ງເສີມການປະພຶດທີ່ຜິດກົດໝາຍ. ເຮົາຮູ້ດີຢູ່ແລ້ວວ່າ ບຸກຄົນຕ້ອງຮັບຜິດຊອບຕໍ່ການກະທຳທີ່ຜິດກົດໝາຍ ແລະ ການເຮັດຜິດກົດຂອງພົນລະເຮືອນຂອງຕົນ. ແຕ່ ເຮົາກໍຮູ້ອີກດ້ວຍວ່າ, ໃນຖານະບຸດ ແລະ ທິດາຂອງພຣະເຈົ້າ, ເຮົາ​ຕ້ອງ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເຮົາຕ້ອງໃຫ້ອະໄພ ແມ່ນແຕ່ເມື່ອມັນເບິ່ງຄືວ່າ ຄົນອື່ນບໍ່ຄວນໄດ້ຮັບການໃຫ້ອະໄພຈາກເຮົາກໍຕາມ.

ພຣະຜູ້ຊ່ວຍໃຫ້ລອດໄດ້​ສອນວ່າ:

“ຖ້າເຈົ້າຍົກໂທດຄວາມຜິດຂອງຄົນອື່ນ ທີ່ໄດ້ເຮັດຕໍ່ເຈົ້າ ພຣະບິດາຂອງເຈົ້າຜູ້ສະຖິດໃນສະຫວັນ ກໍຈະຍົກຄວາມຜິດຂອງເຈົ້າເໝືອນກັນ:

“ແຕ່ຖ້າຫາກເຈົ້າບໍ່ໃຫ້ອະໄພແກ່ເພື່ອນມະນຸດດ້ວຍກັນ ພຣະບິດາຂອງເຈົ້າກໍຈະບໍ່ໃຫ້ອະໄພແກ່ເຈົ້າຄືກັນ.”3

ເຮົາທຸກຄົນສາມາດໄດ້ຮັບຄວາມສະຫງົບສຸກທີ່ເກີນຈະບັນລະຍາຍໄດ້ ແລະ ໂດຍການເປັນຫຸ້ນສ່ວນກັບພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ຂະນະທີ່ເຮົາຮຽນຮູ້ທີ່ຈະໃຫ້ອະໄພຜູ້ຄົນທີ່ໄດ້ ເຮັດຜິດຕໍ່ເຮົາ ຢ່າງເຕັມໃຈ. ການເປັນຫຸ້ນສ່ວນນີ້ຈະນຳເອົາອຳນາດຂອງພຣະຜູ້ຊ່ວຍໃຫ້ລອດ ເຂົ້າມາສູ່ຊີວິດເຮົາໃນວິທີທາງທີ່ຊັດເຈນ, ທີ່ຈະບໍ່ມີວັນລືມໄດ້ເລີຍ.

ອັກຄະສາວົກໂປໂລ ໄດ້ແນະນຳວ່າ:

“ເຫດສະນັ້ນ, ໃນຖານະທີ່ເປັນ​ຜູ້​ຄົນ​ທີ່ພຣະເຈົ້າເລືອກໄວ້, … ຈົ່ງສວມໃຈເມດຕາ, ໃຈປານີ, ໃຈຖ່ອມລົງ, ໃຈອ່ອນສຸພາບ, ໃຈອົດທົນດົນນານ;

“ຈົ່ງຜ່ອນໜັກຜ່ອນເບົາຊຶ່ງກັນແລະກັນ, … : ພຣະ​ຄຣິດ​ໄດ້​ໂຜດ​ຍົກ​ໂທດ​ໃຫ້​ເຈົ້າ​ທັງ​ຫລາຍ​ຢ່າງ​ໃດ, ພວກ​ເຈົ້າ​ກໍ​ຈົ່ງ​ຍົກ​ໂທດ​ໃຫ້​ກັນ​ແລະ​ກັນ​ຢ່າງນັ້ນ​ດ້ວຍ.4

ອົງພຣະຜູ້ເປັນເຈົ້າເອງໄດ້ປະກາດວ່າ:

ດັ່ງນັ້ນ, ພຣະອົງກ່າວກັບພວກເຮົາວ່າ ພວກເຮົາຄວນອະໄພໃຫ້ກັນແລະກັນ; ເພາະຄົນທີ່ບໍ່ໃຫ້ອະໄພຄວາມຜິດແກ່ພີ່ນ້ອງຂອງຕົນ ຈະຖືກກ່າວໂທດຢູ່ຕໍ່ພຣະພັກຂອງພຣະອົງ; ເພາະບາບທີ່ຮ້າຍແຮງກວ່າຈະຄົງຢູ່ກັບພວກເຮົາ.

ພຣະຜູ້ເປັນເຈົ້າ, ຈະໃຫ້ອະໄພຜູ້ທີ່ພຣະ​ອົງຈະໃຫ້ອະໄພ, ແຕ່ພວກເຮົາຖືກຮຽກຮ້ອງໃຫ້ໃຫ້ອະໄພມະນຸດທັງປວງ.5

ຄຳສອນຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາແມ່ນແຈ່ມແຈ້ງດີ; ຜູ້ເຮັດບາບຕ້ອງເຕັມໃຈໃຫ້ອະໄພຄົນອື່ນ ຖ້າຫາກເຂົາຫວັງຈະໄດ້ຮັບການໃຫ້ອະໄພ.6

ອ້າຍເອື້ອຍນ້ອງທັງຫຼາຍ, ມີຄົນໃດບໍໃນຊີວິດຂອງເຮົາທີ່ໄດ້ເຮັດໃຫ້ເຮົາເຈັບປວດ? ເຮົາຍັງເກັບເອົາຄວາມຮູ້ສຶກຄຽດແຄ້ນ ແລະ ຄວາມໂມໂຫຮ້າຍໄວ້ຢູ່ໃນໃຈບໍ? ເຮົາປ່ອຍໃຫ້ຄວາມຈອງຫອງພອງຕົວກີດກັນເຮົາຈາກການໃຫ້ອະໄພ ແລະ ການປ່ອຍວາງຢູ່ບໍ? ຂ້າພະເຈົ້າຂໍເຊື້ອເຊີນເຮົາທຸກຄົນໃຫ້ ໃຫ້ອະໄພຢ່າງສົມບູນຄົບຖ້ວນ ແລະ ປ່ອຍໃຫ້ການປິ່ນປົວເກີດຂຶ້ນຢູ່ພາຍໃນໃຈ. ແລະ ເຖິງແມ່ນວ່າການໃຫ້ອະໄພຈະບໍ່ເກີດຂຶ້ນໃນມື້ນີ້ກໍຕາມ, ຂໍໃຫ້ຮູ້ໄວ້ວ່າ ເມື່ອເຮົາປາດຖະໜາມັນ ແລະ ໄຂວ່ຄວ້າຕາມຫາມັນ, ມັນຈະມີມາ—ດັ່ງທີ່ມັນໄດ້ເກີດຂຶ້ນສຳລັບຂ້າພະເຈົ້າ ຫຼັງຈາກຄວາມຕາຍຂອງນ້ອງຊາຍຂອງຂ້າພະເຈົ້າ.

ຂໍໃຫ້ຈຳໄວ້ດ້ວຍວ່າ ພາກສ່ວນປະກອບທີ່ຈຳເປັນຢ່າງໜຶ່ງຂອງການໃຫ້ອະໄພນັ້ນ ແມ່ນຮ່ວມດ້ວຍການໃຫ້ອະໄພຕົວເຮົາເອງ.

ຄົນໃດທີ່ກັບໃຈຈາກບາບຂອງເຂົາ, ຄົນໆນັ້ນໄດ້ຮັບການໃຫ້ອະໄພ, ແລະ ພຣະຜູ້ເປັນເຈົ້າ, ບໍ່ຈື່ຈຳບາບຂອງຄົນນັ້ນອີກເລີຍ.7

ຂ້າພະເຈົ້າຂໍວິງວອນເຮົາທຸກຄົນໃນມື້ນີ້ ໃຫ້ຈື່ຈຳ ແລະ ເຮັດຕາມຕົວຢ່າງຂອງພຣະເຢຊູຄຣິດ. ຢູ່ເທິງໄມ້ກາງແຂນທີ່ພູຫົວ​ກະ​ໂຫລກ, ໃນຄວາມປວດລ້າວຂອງພຣະອົງ, ພຣະອົງໄດ້ກ່າວພຣະຄຳເຫຼົ່ານີ້ອອກມາວ່າ: “ພຣະບິດາເອີຍ, ຂໍຈົ່ງໃຫ້ອະໄພເຂົາເທີ້ນ; ເພາະເຂົາບໍ່ຮູ້ວ່າ​ເຂົາກຳລັງເຮັດຫຍັງຢູ່.”8

ໂດຍການມີນ້ຳໃຈແຫ່ງການໃຫ້ອະໄພ ແລະ ກະທຳຕາມນັ້ນ, ດັ່ງທີ່ພໍ່ແມ່ ແລະ ເອື້ອຍກົກຂອງຂ້າພະເຈົ້າ, ເຮົາຈະບັນລຸເຖິງຄຳສັນຍາຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ວ່າ: “ສັນ​ຕິ​ສຸກ​ທີ່​ເຮົາ​ມອບ​ໃຫ້​ພວກ​ເຈົ້າ ບໍ່​ເໝືອນ​ສັນ​ຕິ​ສຸກ​ທີ່​ໂລກ​ໃຫ້. ຢ່າວຸ້ນວາຍເປັນທຸກໃຈ; ແລະ ຢ່າສູ່ຢ້ານ.”9

ຂ້າພະເຈົ້າເປັນພະຍານວ່າ ຄວາມສະຫງົບສຸກນີ້ຈະເຂົ້າມາສູ່ຊີວິດຂອງເຮົາ ເມື່ອເຮົາເຊື່ອຟັງຄຳສອນຂອງພຣະເຢຊູຄຣິດ ແລະ ເຮັດຕາມຕົວຢ່າງຂອງພຣະອົງ ໂດຍການໃຫ້ອະໄພຄົນອື່ນ. ເມື່ອເຮົາໃຫ້ອະໄພ, ຂ້າພະເຈົ້າສັນຍາວ່າ ພຣະຜູ້ຊ່ວຍໃຫ້ລອດຈະເຮັດໃຫ້ເຮົາເຂັ້ມແຂງ, ແລະ ອຳນາດ ແລະ ຄວາມຊື່ນຊົມຂອງພຣະອົງກໍຈະຫຼັ່ງໄຫຼເຂົ້າມາໃນຊີວິດຂອງເຮົາ.

ອຸບມຸງວ່າງເປົ່າ. ພຣະຄຣິດຊົງພຣະຊົນ. ຂ້າພະເຈົ້າຮູ້ພຣະອົງ. ຂ້າພະເຈົ້າຮັກພຣະອົງ. ຂ້າພະເຈົ້າກະຕັນຍູສຳລັບພຣະຄຸນຂອງພຣະອົງ, ຊຶ່ງເປັນພະລັງທີ່ເຂັ້ມແຂງພຽງ​ພໍທີ່ຈະປິ່ນປົວທຸກສິ່ງໃຫ້ຫາຍດີ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.