ໃຫ້ພຣະວິນຍານສັກສິດເປັນຜູ້ນຳພາທ່ານ
ຊ່າງເປັນພອນທີ່ປຽບທຽບບໍ່ໄດ້ແທ້ໆ ທີ່ມາສູ່ຜູ້ທີ່ມີສັດທາໃນພຣະເຢຊູຄຣິດ. ຂອງປະທານນັ້ນແມ່ນ ພຣະວິນຍານບໍລິສຸດ
ໃນເຊົ້າຂອງວັນອິດສະເຕີມື້ນີ້, ເຮົາໄດ້ຫວນຄິດເຖິງການຟື້ນຄືນພຣະຊົນຂອງອົງພຣະເຢຊູຄຣິດເຈົ້າ ແລະ ອຸບມຸງທີ່ວ່າງເປົ່າ ຊຶ່ງໃຫ້ຄວາມຫວັງແກ່ຜູ້ທີ່ເຊື່ອທຸກຄົນ ໃນຄວາມມີໄຊຂອງພຣະຄຣິດ ຖ້າບໍ່ດັ່ງນັ້ນ ຄົງປະລາໄຊເປັນແນ່. ຂ້າພະເຈົ້າເຊື່ອ ຄືກັນກັບອັກຄະສາວົກໂປໂລ ວ່າດັ່ງທີ່ພຣະເຈົ້າ “ໄດ້ບັນດານໃຫ້ພຣະເຢຊູຟື້ນຄືນພຣະຊົນ [ສະນັ້ນ] [ພຣະອົງ] ກໍຈະບັນດານໃຫ້ກາຍທີ່ຕ້ອງຕາຍ [ຂອງພວກເຮົາ] ຄືນມີຊີວິດໃໝ່ອີກ.”1
ຄຳວ່າ ບັນດານໃຫ້ຄືນມີຊີວິດ ໝາຍເຖິງການມີຊີວິດຄືນອີກ. ດັ່ງທີ່ພຣະຄຣິດ ນຳຮ່າງກາຍຂອງເຮົາກັບຄືນມາ ຫລັງຈາກການຕາຍທາງຮ່າງກາຍ ຜ່ານທາງອຳນາດແຫ່ງການຊົດໃຊ້ຂອງພຣະອົງ, ສະນັ້ນ ພຣະອົງກໍຈະບັນດານໃຫ້ເຮົາຄືນມີຊີວິດໃໝ່, ຫລື ເຮັດໃຫ້ເຮົາຄືນມີຊີວິດຈາກຄວາມຕາຍທາງວິນຍານ.2 ໃນໜັງສືໂມເຊ, ເຮົາອ່ານກ່ຽວກັບເລື່ອງທີ່ອາດາມໄດ້ຖືກບັນດານໃຫ້ຄືນມີຊີວິດໃໝ່ ທີ່ຄ້າຍຄືກັນນີ້ວ່າ ອາດາມໄດ້ຮັບບັບຕິສະມາດັ່ງນັ້ນ, ແລະ ພຣະວິນຍານຂອງພຣະເຈົ້າໄດ້ສະເດັດມາເທິງເພິ່ນ, ແລະ ເພິ່ນໄດ້ເກີດທາງວິນຍານດັ່ງນັ້ນ, ແລະ ໄດ້ຖືກເຮັດໃຫ້ມີຊີວິດຊີວາຂຶ້ນໃນຈິດໃຈ.3
ຊ່າງເປັນພອນທີ່ປຽບທຽບບໍ່ໄດ້ແທ້ໆ ທີ່ມາສູ່ຜູ້ທີ່ມີສັດທາໃນພຣະເຢຊູຄຣິດ. ຂອງປະທານນັ້ນແມ່ນພຣະວິນຍານສັກສິດ ທີ່ມອບສິ່ງທີ່ພຣະຄຳພີເດີມເອີ້ນວ່າ “ຊີວິດໃນພຣະຄຣິດ” ໃຫ້ເຮົາ4 ແຕ່ບາງເທື່ອ ເຮົາເຄີຍລົດຄຸນຄ່າຂອງ ຂອງປະທານເຊັ່ນນີ້ບໍ?
ອ້າຍເອື້ອຍນ້ອງທັງຫລາຍ, ມັນເປັນສິດທິພິເສດທີ່ໜ້າອັດສະຈັນ ທີ່ “ມີ … ພຣະວິນຍານສັກສິດ ເປັນຜູ້ນຳພາ [ເຮົາ]”5 ດັ່ງທີ່ສະແດງໃຫ້ເຫັນຢູ່ໃນປະສົບການ ດັ່ງຕໍ່ໄປນີ້.
ໃນລະຫວ່າງສົງຄາມເກົາຫລີ, ຈ່າ ຟະແຣ້ງ ບະແລ ໄດ້ຮັບໃຊ້ຢູ່ໃນກຳປັ່ນຂົນສົ່ງ ປະຈຳການຢູ່ປະເທດຍີ່ປຸ່ນ.6 ກຳປັ່ນບໍ່ໃຫຍ່ພໍ ທີ່ຈະຕ້ອງມີຄຸນພໍ່ປະຈຳເປັນທາງການ, ສະນັ້ນນາຍເຮືອ ຈຶ່ງໄດ້ຂໍໃຫ້ ບຣາເດີ ບະແລ ເປັນຄຸນພໍ່ທີ່ບໍ່ເປັນທາງການ, ໂດຍທີ່ໄດ້ສັງເກດເຫັນຊາຍໜຸ່ມເປັນຄົນມີສັດທາ ແລະ ມີຫລັກການ, ທີ່ທຸກຄົນໃນເຮືອນັບຖື.
ຈ່າ ບະແລ ໄດ້ຂຽນວ່າ: “ກຳປັ່ນຂອງພວກເຮົາໄດ້ປະທະກັບພະຍຸຮ້າຍ. ຄື້ນທະເລສູງເຖິງ 45 ຟີດ [14 ແມັດ]. ມັນເປັນຜຽນທີ່ຂ້າພະເຈົ້າເຂົ້າຍາມ … ຊຶ່ງໃນເວລານັ້ນ ຫົວຈັກສາມໜ່ວຍໄດ້ຢຸດທຳງານ ແລະ ກໍມີຄົນລາຍງານວ່າ ເສັ້ນກາງຂອງເຮືອມີຮອຍແຕກແຫງ. ພວກເຮົາຍັງມີຫົວຈັກສອງໜ່ວຍທີ່ຍັງທຳງານຢູ່, ຊຶ່ງໜ່ວຍໜຶ່ງທຳງານໄດ້ແຕ່ພຽງປານກາງ. ພວກເຮົາກຳລັງຕົກຢູ່ໃນຂັ້ນອັນຕະລາຍ.”
ຫລັງຈາກໝົດເວລາຜຽນຍາມແລ້ວ, ຈ່າ ບະແລ ກໍໄດ້ຕຽມຕົວເຂົ້ານອນ ເມື່ອນາຍເຮືອໄດ້ມາເຄາະປະຕູ. ເພິ່ນໄດ້ເວົ້າວ່າ, “ຂໍໃຫ້ເຈົ້າອະທິຖານເພື່ອເຮືອລຳນີ້ໄດ້ບໍ?” ແນ່ນອນ, ຈ່າ ບະແລ ໄດ້ຕົກລົງທີ່ຈະເຮັດ.
ໃນເວລານັ້ນ, ຈ່າ ບະແລ ອາດອະທິຖານພຽງວ່າ, “ໂອ້ພຣະບິດາເທິງສະຫວັນ, ຂໍຈົ່ງອວຍພອນເຮືອຂອງພວກຂ້ານ້ອຍ ແລະ ດູແລຄວາມປອດໄພຂອງພວກຂ້ານ້ອຍດ້ວຍເທີ້ນ,” ແລະ ແລ້ວກໍເຂົ້ານອນໂລດ. ແຕ່ລາວໄດ້ອະທິຖານ ເພື່ອຈະໄດ້ຮູ້ວ່າ ມີສິ່ງໃດແດ່ ທີ່ລາວສາມາດເຮັດ ເພື່ອຊ່ວຍເຮືອໃຫ້ປອດໄພ. ໃນການຕອບຄຳອະທິຖານຂອງ ບຣາເດີ ບະແລ, ພຣະວິນຍານບໍລິສຸດ ໄດ້ກະຕຸ້ນລາວໃຫ້ໄປຫາຫ້ອງຂັບເຮືອ, ເວົ້າລົມກັບນາຍເຮືອ, ແລະ ຮຽນຮູ້ຕື່ມອີກ. ລາວໄດ້ເຫັນວ່າ ນາຍເຮືອກຳລັງຄິດຫາທາງ ທີ່ຈະຂັບເຮືອໄປໄວ ຫລື ຊ້າຫລາຍຂະໜາດໃດ ອີງຕາມຫົວຈັກທີ່ທຳງານໄດ້ຢູ່ ຈ່າ ບະແລ ໄດ້ກັບຄືນໄປຫາຫ້ອງນອນ ແລະ ໄດ້ອະທິຖານຕື່ມອີກ.
ລາວໄດ້ອະທິຖານວ່າ, “ຂ້ານ້ອຍຕ້ອງເຮັດສິ່ງໃດ ເພື່ອຈະໄດ້ຊ່ວຍຈັດການເລື່ອງຫົວຈັກທີ່ມີບັນຫາ?”
ພຣະວິນຍານບໍລິສຸດໄດ້ຕອບ ດ້ວຍການສື່ມບອກວ່າ ລາວຕ້ອງຍ່າງອ້ອມເບິ່ງເຮືອ ແລະ ສັງເກດເບິ່ງ ເພື່ອຊອກຫາຂໍ້ມູນເພີ່ມອີກ. ລາວກໍໄດ້ກັບຄືນໄປຫານາຍເຮືອອີກ ແລະ ຂໍອະນຸຍາດຍ່າງອ້ອມຊານເຮືອ. ແລ້ວ, ຫລັງຈາກໄດ້ເອົາເຊືອກມັດແອວຕົວເອງໄວ້, ລາວກໍໄດ້ອອກໄປຫາລົມພະຍຸ.
ຂະນະທີ່ຢືນຢູ່ທ້າຍເຮືອ, ລາວໄດ້ສັງເກດເຫັນໃບພັດໃຫຍ່ ຢູ່ເທິງໜ້ານ້ຳ ຕອນທີ່ເຮືອຖືກຄື້ນຊຸກຂຶ້ນສູງ. ມີໃບພັດພຽງແຕ່ອັນດຽວທີ່ທຳງານຢູ່, ແລະ ມັນກໍພັດຢູ່ຢ່າງໄວ. ຫລັງຈາກໄດ້ສັງເກດແລ້ວ, ຈ່າ ບະແລ ກໍໄດ້ກັບຄືນໄປອະທິຖານອີກ. ຄຳຕອບທີ່ແຈ່ມແຈ້ງທີ່ລາວໄດ້ຮັບແມ່ນ ຫົວຈັກທີ່ທຳງານຢູ່ນັ້ນ ໝຸນໄວເກີນໄປ ແລະ ຕ້ອງຜ່ອນມັນລົງ. ສະນັ້ນ ລາວຈຶ່ງໄດ້ກັບຄືນໄປຫານາຍເຮືອ ແລະ ໃຫ້ຄຳແນະນຳ. ນາຍເຮືອກໍແປກໃຈ, ບອກລາວວ່າ ນັກວິສະວະກອນປະຈຳເຮືອ ໄດ້ບອກກົງກັນຂ້າມ—ວ່າໃຫ້ເລັ່ງພະລັງຫົວຈັກທີ່ທຳງານເພີ່ມຂຶ້ນອີກ ເພື່ອຈະໄດ້ຂັບໜີອອກໄປຈາກລົມພະຍຸຮ້າຍ. ເຖິງຢ່າງໃດກໍຕາມ, ນາຍເຮືອໄດ້ເລືອກທີ່ຈະຟັງຄຳແນະນຳຂອງ ຈ່າ ບະແລ ແລະ ໄດ້ຜ່ອນຫົວຈັກລົງ. ເຊົ້າຕໍ່ມາ ເຮືອກໍໄປເຖິງບ່ອນທີ່ສະຫງົບ ດ້ວຍຄວາມປອດໄພ.
ພຽງແຕ່ສອງຊົ່ວໂມງຈາກນັ້ນ, ຫົວຈັກທີ່ໃຊ້ງານໄດ້ດີ ກໍເຊົາທຳງານເອົາຊື່ໆ. ໂດຍມີຫົວຈັກທີ່ທຳງານໄດ້ພໍປານກາງ, ເຮືອກໍຄ່ອຍເດີນໄປຈົນເຖິງທ່າເຮືອ.
ນາຍເຮືອໄດ້ເວົ້າກັບ ຈ່າ ບະແລ ວ່າ, “ຖ້າຫາກພວກເຮົາບໍ່ຜ່ອນຫົວຈັກລົງ ໃນເວລານັ້ນ, ພວກເຮົາຄົງຕາຍຢູ່ໃນລົມພະຍຸຮ້າຍນັ້ນແນ່ນອນ.”
ເມື່ອຫົວຈັກເຊົາທຳງານ, ກໍບໍ່ສາມາດຂັບເຮືອຕໍ່ໄປ. ເຮືອກໍຕ້ອງຂວ້ຳ ແລະ ຈົມລົງນ້ຳ. ນາຍເຮືອໄດ້ຂອບໃຈທະຫານໜຸ່ມຄົນມໍມອນ ແລະ ເວົ້າວ່າ ເພິ່ນເຊື່ອວ່າຄຳແນະນຳທາງວິນຍານທີ່ ຈ່າ ບະແລ ໄດ້ຮັບນັ້ນ ໄດ້ຊ່ວຍກູ້ເຮືອ ແລະ ຄົນຢູ່ໃນເຮືອໄວ້.
ບັດນີ້, ເລື່ອງລາວນີ້ແມ່ນເປັນຕາຢ້ານຫລາຍ. ເຖິງແມ່ນບາງທີເຮົາອາດຈະບໍ່ເຄີຍປະເຊີນກັບສະຖານະການເຊັ່ນນັ້ນ, ແຕ່ເລື່ອງລາວນີ້ ບັນຈຸຄຳຊີ້ນຳທີ່ສຳຄັນ ກ່ຽວກັບວິທີທີ່ເຮົາ ສາມາດ ໄດ້ຮັບການນຳພາທາງວິນຍານເລື້ອຍໆ.
ສິ່ງທຳອິດ, ກ່ຽວກັບການເປີດເຜີຍ, ເຮົາຕ້ອງໝຸນຄື້ນຈິດໃຈຂອງເຮົາ ເພື່ອໄດ້ຍິນສຸລະສຽງຈາກສະຫວັນ. ຈ່າ ບະແລ ໄດ້ດຳລົງຊີວິດໃນທາງທີ່ສະອາດ ແລະ ຊື່ສັດ. ຖ້າຫາກລາວບໍ່ເຊື່ອຟັງ, ລາວຄົງຈະ ບໍ່ ມີຄວາມໝັ້ນໃຈທາງວິນຍານ ຊຶ່ງຈຳເປັນຕໍ່ການອະທິຖານ ດັ່ງທີ່ລາວໄດ້ເຮັດ ເພື່ອຄວາມປອດໄພຂອງເຮືອລາວ ແລະ ເພື່ອຈະໄດ້ຮັບການຊີ້ນຳໃດໜຶ່ງໂດຍສະເພາະເຊັ່ນນັ້ນ. ເຮົາແຕ່ລະຄົນຄວນພະຍາຍາມເຮັດໃຫ້ຊີວິດຂອງເຮົາສອດຄ່ອງກັບພຣະບັນຍັດຂອງພຣະເຈົ້າ ເພື່ອຈະໄດ້ຮັບການຊີ້ນຳຈາກພຣະອົງ.
ບາງເທື່ອເຮົາບໍ່ສາມາດໄດ້ຍິນສຽງສັນຍານຈາກສະຫວັນ ເພາະເຮົາບໍ່ມີຄ່າຄວນພໍ. ການກັບໃຈ ແລະ ການເຊື່ອຟັງ ເປັນວິທີທີ່ຈະໄດ້ຮັບການສື່ສານທີ່ແຈ່ມແຈ້ງຄືນອີກ. ຄຳວ່າ ການກັບໃຈ ຢູ່ໃນພຣະຄຳພີເດີມ ໝາຍຄວາມວ່າ “ເພື່ອກັບຄືນ” ຫລື “ຫັນຄືນ.”7 ເມື່ອທ່ານຮູ້ສຶກວ່າຢູ່ຫ່າງໄກຈາກພຣະເຈົ້າ, ທ່ານຕ້ອງຕັດສິນໃຈຫັນໜີຈາກບາບ, ແລະ ຫັນໄປຫາພຣະຜູ້ຊ່ວຍໃຫ້ລອດ, ແລ້ວທ່ານຈະພົບພຣະອົງກຳລັງລໍຖ້າທ່ານຢູ່, ເດ່ພຣະຫັດອອກມາຫາທ່ານ. ພຣະອົງພ້ອມແລ້ວທີ່ຈະນຳພາທ່ານ, ແລະ ທ່ານກໍຢູ່ໄກພຽງແຕ່ຄຳອະທິຖານເທື່ອດຽວເທົ່ານັ້ນ ຈາກການໄດ້ຮັບການນຳພາຄືນອີກ.8
ທີສອງ, ຈ່າ ບະແລ ບໍ່ພຽງແຕ່ທູນຂໍໃຫ້ພຣະເຈົ້າ ແກ້ໄຂ ບັນຫາໃຫ້ລາວເທົ່ານັ້ນ. ລາວໄດ້ທູນຂໍ ເພື່ອຈະໄດ້ຮູ້ວ່າ ລາວຄວນເຮັດສິ່ງໃດ ເພື່ອຈະໄດ້ມີພາກສ່ວນໃນການແກ້ບັນຫາ. ເຮົາອາດຖາມຄືກັນວ່າ, “ໂອ້ ພຣະຜູ້ເປັນເຈົ້າ, ຂ້ານ້ອຍຄວນເຮັດສິ່ງໃດ ເພື່ອຈະໄດ້ມີພາກສ່ວນໃນການແກ້ບັນຫາ?” ແທນທີ່ ພຽງແຕ່ຈະບອກເຖິງບັນຫາຂອງເຮົາຢູ່ໃນຄຳອະທິຖານ ແລະ ອ້ອນວອນຂໍໃຫ້ພຣະຜູ້ເປັນເຈົ້າຊ່ວຍແກ້ບັນຫາ, ເຮົາຄວນຄິດຫາວິທີ ທີ່ເປັນການລິເລີ່ມ ເພື່ອໃຫ້ ພຣະຜູ້ເປັນເຈົ້າຊ່ວຍເຫລືອ ແລະ ສັນຍາທີ່ຈະເຮັດຕາມການນຳພາຂອງພຣະວິນຍານ.
ມັນມີບົດຮຽນຢ່າງທີສາມ ທີ່ສຳຄັນຢູ່ໃນເລື່ອງລາວ ຂອງ ຈ່າ ບະແລ. ລາວ ຈະສາມາດອະທິຖານດ້ວຍຄວາມໝັ້ນໃຈທີ່ສະຫງົບງຽບເຊັ່ນນັ້ນບໍ ຖ້າຫາກລາວບໍ່ເຄີຍໄດ້ຮັບການນຳພາ ຈາກພຣະວິນຍານມາກ່ອນ? ບໍ່ແມ່ນວ່າ ເມື່ອເຫັນລົມພະຍຸຮ້າຍເກີດຂຶ້ນ ຈຶ່ງຄິດເຫັນຂອງປະທານແຫ່ງພຣະວິນຍານບໍລິສຸດ ແລະ ຫາວິທີທາງທີ່ຈະໃຊ້ມັນ. ເຫັນໄດ້ຢ່າງແຈ່ມແຈ້ງວ່າ ຊາຍໜຸ່ມຄົນນີ້ ໄດ້ເຮັດຕາມແບບແຜນທີ່ລາວເຄີຍໃຊ້ຫລາຍໆເທື່ອມາກ່ອນ, ຮ່ວມທັງ ຕອນເປັນຜູ້ສອນສາດສະໜາ. ເຮົາຕ້ອງການໃຫ້ພຣະວິນຍານສັກສິດນຳພາ ໃນຊ່ວງເວລາທີ່ສະຫງົບສຸກ ເພື່ອວ່າ ເຮົາຈະຈື່ສຸລະສຽງຂອງພຣະອົງໄດ້ ໃນ ຍາມທີ່ມີລົມພະຍຸຮ້າຍ.
ບາງຄົນອາດຄິດວ່າ ເຮົາບໍ່ຄວນຫວັງໃຫ້ພຣະວິນຍານນຳພາໃນທຸກມື້ ເພາະ “ບໍ່ຈຳເປັນທີ່ຈະໃຫ້ [ພຣະເຈົ້າ] ບັນຊາໃນທຸກເລື່ອງ,” ຢ້ານວ່າເຮົາຈະກາຍເປັນຜູ້ຮັບໃຊ້ທີ່ກຽດຄ້ານ.9 ເຖິງຢ່າງໃດກໍຕາມ, ພຣະຄຳພີຂໍ້ນີ້ ໄດ້ຖືກມອບໃຫ້ຜູ້ສອນສາດສະໜາບາງຄົນ ໃນຍຸກສະໄໝເລີ່ມຕົ້ນ ຜູ້ຢາກໃຫ້ ໂຈເຊັບ ສະມິດ ຮັບ ການເປີດເຜີຍ ທີ່ເຂົາເຈົ້າສາມາດຮັບໄດ້ເພື່ອຕົວເອງ. ໃນ ຂໍ້ກ່ອນໜ້ານັ້ນ, ພຣະຜູ້ເປັນເຈົ້າໄດ້ບອກ ເຂົາເຈົ້າ ໃຫ້ອອກໄປສະໜາມເຜີຍແຜ່ “ດັ່ງທີ່ພວກເຂົາຈະປຶກສາລະຫວ່າງພວກເຂົາເອງ ແລະ ກັບເຮົາ.” 10
ຜູ້ສອນສາດສະໜາເຫລົ່ານີ້ ຢາກໄດ້ຮັບການເປີດເຜີຍ ກ່ຽວກັບແຜນການເດີນທາງຂອງເຂົາເຈົ້າ ໂດຍສະເພາະ. ເຂົາເຈົ້າຍັງບໍ່ເຄີຍສະແຫວງຫາການຊີ້ນຳດ້ວຍຕົວເອງ ໃນເລື່ອງສ່ວນຕົວ. ພຣະຜູ້ເປັນເຈົ້າໄດ້ເອີ້ນຄຸນສົມບັດເຊັ່ນນັ້ນວ່າ ເປັນ: ຄວາມກຽດຄ້ານ. ສະມາຊິກໃນສະໄໝເລີ່ມຕົ້ນ ອາດຮູ້ສຶກດີໃຈຫລາຍ ກັບການມີສາດສະດາທີ່ແທ້ຈິງ ແຕ່ເຂົາເຈົ້າຢູ່ໃນຂັ້ນອັນຕະລາຍ ທີ່ບໍ່ໄດ້ຮຽນຮູ້ວິທີທີ່ຈະໄດ້ຮັບການເປີດເຜີຍດ້ວຍຕົວເອງ. ການກຸ້ມຕົນເອງເລື່ອງທາງວິນຍານ ຄືການໄດ້ຍິນສຸລະສຽງຂອງພຣະຜູ້ເປັນເຈົ້າ ຜ່ານທາງພຣະວິນຍານຂອງພຣະອົງ ສຳລັບຊີວິດຂອງຕົນເອງ.
ແອວມາໄດ້ແນະນຳລູກຊາຍຂອງເພິ່ນວ່າ “ຈົ່ງປຶກສານຳພຣະຜູ້ເປັນເຈົ້າ ໃນການກະທຳທັງໝົດຂອງລູກ.”11 ໃນການດຳລົງຊີວິດໃນວິທີນີ້—ສິ່ງທີ່ເຮົາມັກເອີ້ນວ່າ “ການດຳລົງຊີວິດໂດຍພຣະວິນຍານ”—ເປັນສິດທິພິເສດທີ່ສູງສົ່ງ. ມັນຈະນຳຄວາມສະຫງົບ ແລະ ຄວາມແນ່ນອນໃຈມາໃຫ້ ຕະຫລອດທັງໝາກຜົນຂອງພຣະວິນຍານ, ດັ່ງເຊັ່ນ ຄວາມຮັກ, ຄວາມຊື່ນຊົມ, ແລະ ຄວາມສະຫງົບ.12
ຄວາມສາມາດໄດ້ຮັບການເປີດເຜີຍ ຂອງ ຈ່າ ບະແລ ໄດ້ຊ່ວຍຊີວິດລາວໄວ້ ແລະ ໝູ່ເພື່ອນໃນເຮືອ ຈາກພະຍຸທີ່ຮ້າຍແຮງ. ພະຍຸທີ່ຮ້າຍແຮງຢ່າງອື່ນກໍກຳລັງເກີດຂຶ້ນຢູ່ໃນທຸກວັນນີ້. ຄຳອຸປະມາຢູ່ໃນພຣະຄຳພີມໍມອນ ກ່ຽວກັບຕົ້ນໄມ້ແຫ່ງຊີວິດ13 ຊ່ວຍໃຫ້ເຮົາເຫັນພາບທີ່ມີພະລັງ ເຖິງວິທີທີ່ທາງວິນຍານຈະໄດ້ຮັບການປົກປ້ອງ ຢູ່ໃນໂລກເຊັ່ນນັ້ນ. ຄວາມຝັນຂອງເພິ່ນ ບອກເຖິງໝອກແຫ່ງຄວາມມືດໄດ້ບັງເກີດຂຶ້ນ ເພື່ອນຳຄວາມພິນາດທາງວິນຍານມາສູ່ສະມາຊິກຂອງສາດສະໜາຈັກ ທີ່ກຳລັງຍ່າງຢູ່ໃນເສັ້ນທາງກັບຄືນໄປຫາພຣະເຈົ້າ.14
ໃນການຄິດໄຕ່ຕອງກ່ຽວກັບພາບນີ້, ຂ້າພະເຈົ້າເຫັນພາບຢູ່ໃນຕາ ວ່າຜູ້ຄົນເປັນຈຳນວນຫລວງຫລາຍ ກຳລັງຍ່າງຢູ່ໃນເສັ້ນທາງ, ບາງຄົນໄດ້ຈັບຮາວເຫລັກໄວ້ແໜ້ນໆ, ແຕ່ຜູ້ຄົນຢ່າງຫລວງຫລາຍ ພຽງແຕ່ເດີນໄປຕາມຮອຍຕີນຂອງຄົນອື່ນ ທີ່ຢູ່ຂ້າງໜ້າພວກເຂົາ. ການກະທຳແບບນັ້ນ ບໍ່ຈຳເປັນຕ້ອງໃຊ້ຄວາມຄິດ ຫລື ຄວາມພະຍາຍາມເລີຍ. ທ່ານພຽງແຕ່ເຮັດ ແລະ ເຮັດຕາມສິ່ງທີ່ຄົນອື່ນເຮັດ ແລະ ຄິດ. ສິ່ງນີ້ໃຊ້ການໄດ້ ໃນມື້ທີ່ອາກາດສົດໃສ. ແຕ່ພະຍຸແຫ່ງການລໍ້ລວງ ແລະ ໝອກແຫ່ງຄວາມຕົວະຍົວະ ຈະເກີດຂຶ້ນແບບບໍ່ໃຫ້ສັນຍານ. ໃນສະຖານະການເຊັ່ນນີ້, ການທີ່ຮູ້ຈັກສຸລະສຽງຂອງພຣະວິນຍານບໍລິສຸດ ແມ່ນສຳຄັນຫລາຍຕໍ່ການມີຊີວິດຢູ່ທາງວິນຍານ.
ຄຳສັນຍາທີ່ມີພະລັງຂອງນີໄຟ ແມ່ນ “ຜູ້ໃດທີ່ຈະເຊື່ອຟັງພຣະຄຳຂອງພຣະເຈົ້າ, ແລະ … ຈະຍຶດໝັ້ນແລ້ວ … ພວກເຂົາຈະບໍ່ຕາຍເລີຍ; ທັງສິ່ງລໍ້ລວງ ແລະ ລູກສອນໄຟຂອງຄູ່ຕໍ່ສູ້ກໍຈະບໍ່ເອົາຊະນະ ໂດຍຈະເຮັດໃຫ້ພວກເຂົາຕາບອດ, ເພື່ອຈະນຳພວກເຂົາໄປສູ່ຄວາມພິນາດໄດ້.”15
ການພຽງແຕ່ເດີນຕາມຮອຍຕີນຂອງຄົນທີ່ຢູ່ຂ້າງໜ້າທ່ານເທົ່ານັ້ນ ແມ່ນບໍ່ພຽງພໍ. ເຮົາບໍ່ສາມາດພຽງແຕ່ເຮັດ ແລະ ຄິດ ຕາມທີ່ຄົນອື່ນເຮັດ ແລະ ຄິດ; ເຮົາຕ້ອງດຳລົງຊີວິດຕາມການນຳພາ. ເຮົາແຕ່ລະຄົນຕ້ອງຈັບຮາວເຫລັກໄວ້ໃຫ້ແໜ້ນ. ແລ້ວເຮົາຈະໄປຫາພຣະຜູ້ເປັນເຈົ້າດ້ວຍຄວາມໝັ້ນໃຈທີ່ຖ່ອມຕົວ, ໂດຍທີ່ຮູ້ວ່າພຣະອົງ “ຈະຈູງມືພາ [ເຮົາ] ໄປ, ແລະ ໃຫ້ຄຳຕອບແກ່ຄຳອະທິຖານຂອງ [ເຮົາ].”16 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.