ກຸ່ມຍິງໜຸ່ມໃນວຽກງານ
ຍິງໜຸ່ມທຸກຄົນໃນສາດສະໜາຈັກ ຄວນຮູ້ສຶກວ່າ ຕົວເອງມີຄຸນຄ່າ, ມີໂອກາດທີ່ຈະຮັບໃຊ້, ແລະ ຮູ້ສຶກວ່າ ນາງມີບາງສິ່ງທີ່ດີພໍ ທີ່ຈະເອົາມາຊ່ວຍໄດ້ ໃນວຽກງານນີ້.
ປີແລ້ວນີ້, ໃນກອງປະຊຸມພາກຖານະປະໂລຫິດສາມັນ, ອະທິການ ແຈໂຣ ໂຄເຊ ໄດ້ກ່າວຕໍ່ຜູ້ຊາຍ ຂອງສາດສະໜາຈັກ ໂດຍການອະທິບາຍເຖິງວິທີທີ່ຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນ ແລະ ເມນຄີເສເດັກ ເປັນຫຸ້ນສ່ວນທີ່ແຍກອອກຈາກກັນບໍ່ໄດ້ ໃນການບັນລຸວຽກງານແຫ່ງຄວາມລອດ.1 ຂ່າວສານນັ້ນໄດ້ເປັນພອນທີ່ຍິ່ງໃຫຍ່ ໃນການຊ່ວຍຊາຍໜຸ່ມ ຜູ້ດຳລົງ ຖານະປະໂລຫິດແຫ່ງອາໂຣນ ໃຫ້ເຫັນພາກສ່ວນຂອງເຂົາເຈົ້າ ໃນການສ້າງສາອານາຈັກຂອງພຣະເຈົ້າ ຢູ່ໃນໂລກນີ້. ການຮັບໃຊ້ດ້ວຍກັນ ໄດ້ເພີ່ມຄວາມເຂັ້ມແຂງໃຫ້ແກ່ສາດສະໜາຈັກ ແລະ ນຳຄວາມເຫລື້ອມໃສອັນເລິກຊຶ້ງ ແລະ ຄວາມຕັ້ງໃຈມາສູ່ຈິດໃຈຂອງຊາຍໜຸ່ມ ເມື່ອເຂົາເຈົ້າເຫັນວ່າ ຄຸນຄ່າຂອງການມີສ່ວນຊ່ວຍຂອງເຂົາເຈົ້າ ແລະ ວ່າວຽກງານນີ້ຍິ່ງໃຫຍ່ພຽງໃດ.
ມື້ນີ້ ຂ້າພະເຈົ້າຢາກໃຫ້ຄຳປາໄສຂອງຂ້າພະເຈົ້າຕື່ມໃສ່ກັບຂ່າວສານນັ້ນ ຂະນະທີ່ຂ້າພະເຈົ້າກ່າວກ່ຽວກັບ ວ່າສາດສະໜາຈັກນີ້ກໍຕ້ອງການຍິງໜຸ່ມຫລາຍຂະໜາດໃດ ແລະ ຜູ້ທີ່ມີຄວາມສຳຄັນເທົ່າທຽມກັນ ໃນການບັນລຸວຽກງານຂອງພຣະຜູ້ເປັນເຈົ້າໃນຄອບຄົວຂອງເຂົາເຈົ້າ ແລະ ໃນສາດສະໜາຈັກຂອງພຣະອົງ.
ເຊັ່ນດຽວກັບອະທິການ ໂຄເຊ, ຂ້າພະເຈົ້າກໍເຄີຍອາໄສຢູ່ໃນສາຂານ້ອຍໆຂອງສາດສະໜາຈັກຕອນເປັນໄວລຸ້ນ, ແລະ ຂ້າພະເຈົ້າກໍມັກຖືກຂໍໃຫ້ເຮັດໜ້າທີ່ມອບໝາຍຫລາຍຢ່າງ ແລະ ໄດ້ຖືກເອີ້ນໃຫ້ເຮັດສິ່ງທີ່ ຜູ້ໃຫຍ່ເຮັດ. ຍົກຕົວຢ່າງ, ພວກເຮົາຜູ້ທີ່ຢູ່ໃນໂຄງການຊາວໜຸ່ມ ຕ້ອງໄດ້ນຳພາແຜນການຊ່ວຍເຫລືອສະເໝີ ແລະ ຊ່ວຍດຳເນີນກິດຈະກຳ ແລະ ໂຄງການພິເສດຂອງພວກເຮົາ. ພວກເຮົາໄດ້ຂຽນບົດລະຄອນ, ຈັດກຸ່ມນັກຮ້ອງ ເພື່ອບັນເທີງກິດຈະກຳຂອງສາຂາ, ແລະ ກໍໄດ້ມີສ່ວນຮ່ວມ ໃນການປະຊຸມທັງໝົດຂອງສາຂານຳອີກ. ຂ້າພະເຈົ້າໄດ້ຖືກເອີ້ນໃຫ້ເປັນຜູ້ນຳເພງ ແລະ ນຳພາການຮ້ອງເພງຢູ່ໃນກອງປະຊຸມສິນລະລຶກ ທຸກອາທິດ. ມັນໄດ້ເປັນປະສົບການທີ່ພິເສດແທ້ໆ ສຳລັບຍິງສາວ ອາຍຸ 16 ປີ ທີ່ໄດ້ຢືນຢູ່ຕໍ່ໜ້າທຸກຄົນໃນສາຂາ ທຸກວັນອາທິດ ແລະ ນຳພາການຮ້ອງເພງສວດ? ຂ້າພະເຈົ້າຮູ້ສຶກວ່າ ສາຂາຕ້ອງການຄວາມຊ່ວຍເຫລືອ ແລະ ຮູ້ວ່າ ຂ້າພະເຈົ້າມີບາງສິ່ງທີ່ຊ່ວຍໄດ້. ຜູ້ຄົນກໍເພິ່ງອາໄສຂ້າພະເຈົ້າໃຫ້ມີໜ້າຢູ່ທີ່ນັ້ນ, ແລະ ຂ້າພະເຈົ້າກໍດີໃຈຫລາຍ ທີ່ຕົວເອງເປັນປະໂຫຍດ. ປະສົບການນັ້ນ ໄດ້ຊ່ວຍສ້າງປະຈັກພະຍານຂອງຂ້າພະເຈົ້າ ເຖິງພຣະເຢຊູຄຣິດ, ແລະ ຄືກັນກັບ ສິ່ງທີ່ໄດ້ເກີດກັບອະທິການ ໂຄເຊ, ມັນໄດ້ເປັນສິ່ງຄ້ຳຈູນຊີວິດຂອງຂ້າພະເຈົ້າ ໃນການຮັບໃຊ້ພຣະກິດຕິຄຸນ.
ສະມາຊິກແຕ່ລະຄົນ ຄວນຮູ້ຈັກວ່າ ສາດສະໜາຈັກຕ້ອງການ ເຂົາເຈົ້າຫລາຍຂະໜາດໃດ. ແຕ່ລະຄົນກໍມີບາງສິ່ງທີ່ສຳຄັນ ທີ່ຈະເອົາມາຊ່ວຍໄດ້ ແລະ ມີພອນສະຫວັນ ແລະ ຄວາມສາມາດພິເສດ ທີ່ຈະຊ່ວຍໃຫ້ ວຽກງານທີ່ສຳຄັນນີ້ກ້າວໄປຂ້າງໜ້າ. ຊາຍໜຸ່ມຂອງເຮົາ ມີໜ້າທີ່ໃນຖານະປະໂລຫິດແຫ່ງອາໂຣນ ຊຶ່ງມີບັນຍາຍໄວ້ຢູ່ໃນ Doctrine and Covenants ຊຶ່ງຈະ ເຫັນໄດ້. ມັນອາດບໍ່ແຈ່ມແຈ້ງປານໃດຕໍ່ຍິງໜຸ່ມຂອງສາດສະໜາຈັກ, ຕໍ່ພໍ່ແມ່, ແລະ ຕໍ່ຜູ້ນຳຂອງເຂົາເຈົ້າ, ຈາກເວລາທີ່ເຂົາເຈົ້າໄດ້ຮັບບັບຕິສະມາເປັນຕົ້ນມາ, ຍິງໜຸ່ມກໍມີໜ້າທີ່ຮັບຜິດຊອບແຫ່ງພັນທະສັນຍາ ທີ່ຈະ “ເປັນທຸກກັບຄົນທີ່ເປັນທຸກ; ແທ້ຈິງແລ້ວ, ຈະປອບໃຈຄົນທີ່ຕ້ອງການຄວາມປອບໃຈ, ແລະ ຈະຢືນເປັນພະຍານຂອງພຣະເຈົ້າໃນທຸກເວລາ ແລະ ໃນທຸກສິ່ງ, ແລະ ໃນທຸກບ່ອນທີ່ພວກທ່ານຢູ່, ເຖິງແມ່ນຈົນເຖິງຄວາມຕາຍ.”2 ຍິງໜຸ່ມມີໂອກາດທີ່ຈະບັນລຸໜ້າທີ່ຮັບຜິດຊອບເຫລົ່ານີ້ ໃນຫວອດ ແລະ ໃນສາຂາຂອງພວກນາງ ແລະ ເມື່ອພວກນາງຮັບໃຊ້ໃນຝ່າຍປະທານຫ້ອງ, ໃນສະພາຊາວໜຸ່ມ, ແລະ ໃນການເອີ້ນອື່ນໆ. ຍິງໜຸ່ມທຸກຄົນໃນສາດສະໜາຈັກ ຄວນຮູ້ສຶກວ່າຕົວເອງມີຄຸນຄ່າ, ມີໂອກາດທີ່ຈະຮັບໃຊ້, ແລະ ຮູ້ສຶກວ່າ ນາງມີບາງສິ່ງທີ່ດີພໍ ທີ່ຈະເອົາມາຊ່ວຍໄດ້ ໃນວຽກງານນີ້.
ໃນປຶ້ມຄູ່ມື 2, ເຮົາຮຽນຮູ້ວ່າ ວຽກງານແຫ່ງຄວາມລອດພາຍໃນຫວອດຂອງເຮົາ ແມ່ນຮ່ວມດ້ວຍ “ວຽກງານການເຜີຍແຜ່ຂອງສະມາຊິກ, ການຮັກສາຜູ້ປ່ຽນໃຈເຫລື້ອມໃສໄວ້, ແລະ ການນຳສະມາຊິກທີ່ບໍ່ເຂັ້ມແຂງກັບຄືນມາ, ວຽກງານພຣະວິຫານ ແລະ ການສືບປະຫວັດຄອບຄົວ, ແລະ ສອນພຣະກິດຕິຄຸນ.”3 ວຽກງານນີ້ຖືກຊີ້ນຳໂດຍອະທິການທີ່ຊື່ສັດຂອງເຮົາ, ຜູ້ດຳລົງຂໍກະແຈຂອງຖານະປະໂລຫິດ ສຳລັບຫວອດຂອງຕົນ. ບັດນີ້ ມັນເປັນເວລາຫລາຍປີ ທີ່ຝ່າຍປະທານຂອງເຮົາ ໄດ້ຖາມວ່າ, “ສິ່ງທີ່ກ່າວມານັ້ນ ມີສິ່ງໃດແດ່ ທີ່ກຸ່ມຍິງໜຸ່ມຂອງພວກເຮົາ ບໍ່ຄວນ ມີສ່ວນກ່ຽວຂ້ອງ?” ຄຳຕອບແມ່ນ ພວກນາງມີບາງສິ່ງທີ່ຈະເອົາມາຊ່ວຍ ໃນ ທຸກຢ່າງ ຂອງວຽກງານນີ້.
ຍົກຕົວຢ່າງ, ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ພົບກັບຍິງໜຸ່ມຫລາຍຄົນ ຢູ່ເຂດ ລາສ໌ ເວກາສ໌ ຜູ້ໄດ້ຖືກເອີ້ນໃຫ້ຮັບໃຊ້ ເປັນຜູ້ໃຫ້ຄຳແນະນຳປະຈຳຫວອດ ເລື່ອງພຣະວິຫານ ແລະ ການສືບປະຫວັດຄອບຄົວ. ພວກນາງເຕັມໄປດ້ວຍຄວາມກະຕືລືລົ້ນ ທີ່ຈະສາມາດສິດສອນ ແລະ ຊ່ວຍສະມາຊິກຫວອດ ຊອກຫາບັນພະບຸລຸດຂອງເຂົາເຈົ້າ. ພວກນາງມີຄວາມຊຳນານທີ່ມີຄ່າຫລາຍ ເລື່ອງຄອມພິວເຕີ, ຮູ້ຈັກວິທີໃຊ້ FamilySearch, ແລະ ກໍຕື່ນເຕັ້ນຫລາຍ ທີ່ຈະໄດ້ແບ່ງປັນຄວາມຮູ້ ໃຫ້ກັບຄົນອື່ນ. ເຫັນໄດ້ຢ່າງແຈ່ມແຈ້ງວ່າ ພວກນາງມີປະຈັກພະຍານ ແລະ ເຂົ້າໃຈ ເຖິງຄວາມສຳຄັນ ທີ່ຈະຊອກຫາລາຍຊື່ຂອງບັນພະບຸລຸດທີ່ລ່ວງລັບໄປແລ້ວຂອງເຮົາ ເພື່ອວ່າພິທີການຊ່ວຍໃຫ້ລອດທີ່ຈຳເປັນ ຈະຖືກກະທຳແທນເຂົາເຈົ້າ ໃນພຣະວິຫານ.
ຫລາຍເດືອນກ່ອນ, ຂ້າພະເຈົ້າໄດ້ມີໂອກາດໄປທົດສອບແນວຄິດ ກັບຍິງໜຸ່ມສອງຄົນ ອາຍຸ 14 ປີ. ຂ້າພະເຈົ້າໄດ້ເອົາໃບລາຍການແທ້ໆຂອງສະພາຫວອດໄປໃຫ້ນາງເອມມາ ແລະ ນາງແມກກີ. ຂ້າພະເຈົ້າໄດ້ຂໍໃຫ້ພວກນາງອ່ານໃບລາຍການ ແລະ ເບິ່ງວ່າມີສິ່ງໃດບໍ່ຈາກສະພາຫວອດ ທີ່ຕ້ອງໄດ້ເຮັດ ອັນທີ່ພວກນາງສາມາດຊ່ວຍເຫລືອ. ນາງເອມມາ ໄດ້ເຫັນວ່າ ຄອບຄົວໃໝ່ຄອບຄົວໜຶ່ງ ຫາກໍຍ້າຍມາຢູ່ໃນຫວອດ, ແລະ ນາງໄດ້ເວົ້າວ່າ ນາງສາມາດຊ່ວຍເຂົາເຈົ້າຍ້າຍເຂົ້າບ້ານ ແລະ ຈັດມ້ຽນສິ່ງຂອງ. ນາງຄິດວ່າ ນາງສາມາດເປັນເພື່ອນກັບລູກໆໃນຄອບຄົວນັ້ນໄດ້ ແລະ ພາເຂົາເຈົ້າເລາະເບິ່ງໂຮງຮຽນໃໝ່. ນາງໄດ້ເຫັນວ່າ ຈະມີງານຮັບປະທານອາຫານຄ່ຳ ຢູ່ຫວອດໃນມໍ່ໆນັ້ນ ແລະ ນາງຮູ້ສຶກວ່າ ມີຫລາຍວິທີທາງ ທີ່ນາງພໍຊ່ວຍໄດ້.
ນາງແມກກີ ໄດ້ເຫັນວ່າ ມີຜູ້ອາວຸໂສຫລາຍຄົນຢູ່ໃນຫວອດ ທີ່ຢາກໃຫ້ຄົນໄປຢ້ຽມຢາມ ແລະ ຜູກມິດ. ນາງໄດ້ເວົ້າວ່າ ນາງຢາກໄປຢ້ຽມຢາມ ແລະ ຊ່ວຍເຫລືອ ສະມາຊິກຜູ້ອາວຸໂສ ທີ່ດີເລີດເຫລົ່ານີ້. ນາງກໍໄດ້ຮັບການດົນໃຈອີກວ່າ ນາງຄວນຊ່ວຍສອນສະມາຊິກຫວອດ ໃຫ້ຮູ້ຈັກຈັດຕັ້ງ ແລະ ເຂົ້າຫາການສື່ສານມວນຊົນນຳອີກ. ບໍ່ມີສິ່ງໃດຢູ່ໃນໃບລາຍການນັ້ນ ທີ່ຍິງໜຸ່ມທັງສອງ ບໍ່ສາມາດ ຊ່ວຍເຮັດໄດ້!
ຜູ້ທີ່ນັ່ງຢູ່ໃນສະພາຫວອດ, ຫລື ຜູ້ມີໜ້າທີ່ໃນຫວອດ, ເຫັນກຸ່ມຍິງໜຸ່ມວ່າ ເປັນແຫລ່ງທີ່ສຳຄັນຢູ່ບໍ ໃນການສະໜອງຄວາມຕ້ອງການຫລາຍໆຢ່າງ ຢູ່ໃນຫວອດຂອງເຮົາ? ຕາມປົກກະຕິແລ້ວ ມັນມີລາຍການເຕັມໜ້າ ກ່ຽວກັບສະພາບການ ທີ່ຮຽກຮ້ອງໃຫ້ບາງຄົນຮັບໃຊ້, ແລະ ເຮົາມັກຄິດວ່າ ມັນແມ່ນວຽກຂອງຜູ້ໃຫຍ່ໃນຫວອດເທົ່ານັ້ນ ທີ່ຈະເຮັດ. ເຊັ່ນດຽວກັບຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນ ໄດ້ຖືກເຊື້ອເຊີນໃຫ້ທຳງານຮ່ວມກັບພໍ່ ແລະ ຜູ້ຊາຍຄົນອື່ນໆ ໃນຖານະປະໂລຫິດແຫ່ງເມນຄີເສເດັກ, ກຸ່ມຍິງໜຸ່ມຂອງເຮົາກໍຄືກັນ ໄດ້ຖືກເອີ້ນໃຫ້ຮັບໃຊ້ ໃນການປະຕິບັດສາດສະໜາກິດ ເພື່ອສະໜອງຄວາມຕ້ອງການຂອງສະມາຊິກຫວອດ ກັບແມ່ຂອງພວກນາງ ຫລື ກັບເອື້ອຍນ້ອງທີ່ເປັນຕົວຢ່າງຄົນອື່ນໆ. ພວກນາງມີຄວາມສາມາດ, ກະຕືລືລົ້ນ, ແລະ ເຕັມໃຈ ຫລາຍກວ່າການພຽງແຕ່ໄປໂບດໃນວັນອາທິດເທົ່ານັ້ນ!
ເມື່ອເຮົາພິຈາລະນາເບິ່ງບົດບາດທີ່ກຸ່ມຍິງໜຸ່ມຂອງເຮົາຈະມີໃນອະນາຄົດໃນມໍ່ໆນັ້ນ, ເຮົາອາດຖາມຕົວເອງວ່າ ມີປະສົບການໃດແດ່ທີ່ເຮົາຄວນຈັດຫາໃຫ້ພວກນາງໃນເວລານີ້ ທີ່ຈະຊ່ວຍຕຽມພວກນາງໃຫ້ເປັນຜູ້ສອນສາດສະໜາ, ເປັນຄູສອນພຣະກິດຕິຄຸນ, ເປັນຜູ້ນຳໃນອົງການຊ່ວຍເຫລືອ ຂອງສາດສະໜາຈັກ, ເປັນພະນັກງານພຣະວິຫານ, ເປັນພັນລະຍາ, ເປັນແມ່, ເປັນຜູ້ແນະນຳ, ເປັນຕົວຢ່າງ, ແລະ ເປັນເພື່ອນ. ຕາມຈິງແລ້ວ ພວກນາງສາມາດເລີ່ມຕົ້ນໃນເວລານີ້ ເພື່ອຕຽມຮັບເອົາບົດບາດຫລາຍຢ່າງເຫລົ່ານັ້ນ. ຊາວໜຸ່ມມັກຖືກຂໍຮ້ອງໃຫ້ຊ່ວຍສອນບົດຮຽນເລື້ອຍໆ ໃນວັນອາທິດ ຢູ່ຫ້ອງຂອງພວກເຂົາ. ຕອນນີ້ ໂອກາດມາເຖິງແລ້ວ ສຳລັບກຸ່ມຍິງໜຸ່ມ ທີ່ຈະຮັບໃຊ້ ໃນພຣະວິຫານ ຊຶ່ງແຕ່ກ່ອນໄດ້ເຮັດໂດຍພະນັກງານພຣະວິຫານ ຫລື ຜູ້ອາສາສະໝັກ ຕອນເຂົາເຈົ້າໄປພຣະວິຫານນຳກຸ່ມຊາວໜຸ່ມຂອງຕົນ ເພື່ອຮັບບັບຕິສະມາແທນຄົນຕາຍ. ບັດນີ້ ເດັກນ້ອຍຜູ້ຍິງໃນຊັ້ນປະຖົມໄວ ກໍຖືກເຊື້ອເຊີນໃຫ້ໄປຮ່ວມການປະຊຸມກ່ຽວກັບພຣະວິຫານ ແລະ ການຕຽມຂອງຖານະປະໂລຫິດ, ຊຶ່ງຈະຊ່ວຍພວກນາງໃຫ້ເຂົ້າໃຈວ່າ ພວກນາງກໍເປັນພາກສ່ວນທີ່ສຳຄັນໃນວຽກງານຂອງຖານະປະໂລຫິດ ເພື່ອນຳພາມັນໄປໜ້າ. ພວກນາງກຳລັງຮຽນຮູ້ວ່າ ຊາຍ, ຍິງ, ຊາວໜຸ່ມ, ແລະ ເດັກນ້ອຍ ທຸກຄົນສາມາດມີສ່ວນຮ່ວມ ໃນພອນຂອງຖານະປະໂລຫິດ ແລະ ທຸກຄົນສາມາດມີບົດບາດ ໃນການນຳພາວຽກງານຂອງພຣະຜູ້ເປັນເຈົ້າ ໄປຂ້າງໜ້າໄດ້.
ອະທິການທັງຫລາຍ, ພວກເຮົາຮູ້ຈັກວ່າ ສ່ວນຫລາຍແລ້ວ ໜ້າທີ່ຂອງທ່ານນັ້ນແມ່ນໜັກໜ່ວງ, ແຕ່ຄືກັນກັບ ຄວາມສຳຄັນທີ່ສູງສຸດຢ່າງໜຶ່ງຂອງທ່ານ ແມ່ນດູແລກຸ່ມຖານະປະໂລຫິດແຫ່ງອາໂຣນ, ປຶ້ມ ຄູ່ມື 2 ອະທິບາຍວ່າ “ອະທິການ ແລະ ທີ່ປຶກສາຂອງເພິ່ນ ເປັນຜູ້ໃຫ້ການນຳພາແຫ່ງຖານະປະໂລຫິດ ສຳລັບອົງການຍິງໜຸ່ມສາມັນ. ພວກເພິ່ນຈະດູແລ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ຍິງໜຸ່ມແຕ່ລະຄົນ, ທຳງານຢ່າງໃກ້ຊິດກັບພໍ່ແມ່ຂອງຍິງໜຸ່ມ ແລະ ຜູ້ນຳກຸ່ມຍິງໜຸ່ມ ໃນວຽກງານນີ້.” ມັນຍັງບອກອີກວ່າ, “ອະທິການ ແລະ ທີ່ປຶກສາຂອງເພິ່ນ ຈະຕ້ອງມາຮ່ວມການປະຊຸມ, ການຮັບໃຊ້, ແລະ ກິດຈະກຳຂອງກຸ່ມຍິງໜຸ່ມ ເປັນປະຈຳ.”4 ພວກເຮົາມີຄວາມກະຕັນຍູຫລາຍສຳລັບອະທິການ ຜູ້ສະລະເວລາມາຢ້ຽມຢາມຫ້ອງຮຽນກຸ່ມຍິງໜຸ່ມ ແລະ ໃຫ້ໂອກາດກຸ່ມຍິງໜຸ່ມ ເປັນຫລາຍກວ່າຜູ້ນັ່ງເບິ່ງຄົນອື່ນເຮັດວຽກເທົ່ານັ້ນ. ຂອບໃຈ ທີ່ເຮັດໃຫ້ແນ່ໃຈວ່າ ກຸ່ມຍິງໜຸ່ມເປັນພາກສ່ວນທີ່ມີຄ່າ ໃນການສະໜອງຄວາມຕ້ອງການຂອງສະມາຊິກຫວອດ! ໂອກາດເຫລົ່ານີ້ ທີ່ຈະຮັບໃຊ້ ໃນວິທີທີ່ມີຄວາມໝາຍ ຈະເປັນພອນໃຫ້ແກ່ພວກນາງ ຫລາຍກວ່າກິດຈະກຳ ທີ່ສະໜຸກສະໜານເທົ່ານັ້ນ.
ຕໍ່ພວກເຈົ້າ, ກຸ່ມຍິງໜຸ່ມຂອງສາດສະໜາຈັກ, ຊ່ວງໄລຍະທີ່ເປັນໄວລຸ້ນຂອງພວກເຈົ້າ ສາມາດເປັນເວລາທີ່ຫຍຸ້ງຍາກຫລາຍ ແລະ ທ້າທາຍຕະຫລອດ. ພວກເຮົາໄດ້ສັງເກດເຫັນວ່າ ພວກເຈົ້າຫລາຍຄົນ ກຳລັງດີ້ນລົນກັບບັນຫາເລື່ອງຄຸນຄ່າຂອງຕົວເອງ, ມີຄວາມກັງວົນ, ແລະ ມີຄວາມກົດດັນຫລາຍ, ແລະ ບາງທີແມ່ນແຕ່ ເສົ້າໃຈ. ການຫັນແນວຄິດໄປຫາຄົນອື່ນ, ແທນທີ່ຈະຄິດກ່ຽວກັບບັນຫາຂອງຕົວເອງ, ອາດບໍ່ຊ່ວຍແກ້ໄຂບັນຫາທັງໝົດ, ແຕ່ການຮັບໃຊ້ ສາມາດແບ່ງເບົາພາລະຂອງພວກເຈົ້າ ແລະ ເຮັດໃຫ້ການທ້າທາຍຂອງພວກເຈົ້າ ເບິ່ງຄືວ່າງ່າຍຂຶ້ນ. ວິທີທີ່ດີທີ່ສຸດຢ່າງໜຶ່ງ ໃນການເພີ່ມຄວາມຮູ້ສຶກວ່າຕົວເອງມີຄຸນຄ່າ ແມ່ນການສະແດງອອກ, ຜ່ານທາງຄວາມເປັນຫ່ວງ ແລະ ການຮັບໃຊ້ຂອງເຮົາ ຕໍ່ຄົນອື່ນ, ວ່າເຮົາມີຫລາຍສິ່ງທີ່ມີຄຸນຄ່າ ທີ່ຈະເອົາມາຊ່ວຍໄດ້.5 ຂ້າພະເຈົ້າຂໍຊຸກຍູ້ພວກເຈົ້າຍິງໜຸ່ມທັງຫລາຍ ໃຫ້ຍົກມືຂຶ້ນ ແລະ ລົງມືປະຕິບັດ ເມື່ອພວກເຈົ້າເຫັນສິ່ງໃດ ທີ່ຢູ່ອ້ອມຮອບພວກເຈົ້າ ຕ້ອງການຄວາມຊ່ວຍເຫລືອ. ເມື່ອພວກເຈົ້າເຮັດໜ້າທີ່ຮັບຜິດຊອບແຫ່ງພັນທະສັນຍາຂອງພວກເຈົ້າ ແລະ ມີສ່ວນຮ່ວມໃນການສ້າງສາອານາຈັກຂອງພຣະເຈົ້າ, ແລ້ວພອນຈະຫລັ່ງໄຫລມາສູ່ຊີວິດຂອງພວກເຈົ້າ ແລະ ພວກເຈົ້າຈະພົບເຫັນຄວາມສຸກທີ່ເລິກຊຶ້ງ ແລະ ຍືນຍົງ ຂອງການເປັນສານຸສິດ.
ອ້າຍເອື້ອຍນ້ອງທັງຫລາຍ, ຍິງໜຸ່ມຂອງພວກເຮົາແມ່ນໜ້າອັດສະຈັນໃຈຫລາຍແທ້ໆ. ພວກນາງມີພອນສະຫວັນ, ມີຄວາມກະຕືລືລົ້ນທີ່ບໍ່ມີຂອບເຂດ, ແລະ ມີພະລັງ, ແລະ ພວກນາງມີຄວາມເຫັນອົກເຫັນໃຈ ແລະ ເປັນຫ່ວງເປັນໃຍ. ພວກນາງ ຢາກ ຊ່ວຍຮັບໃຊ້. ພວກນາງຢາກຮູ້ວ່າ ພວກນາງມີຄ່າ ແລະ ສຳຄັນໃນວຽກງານແຫ່ງຄວາມລອດ. ເຊັ່ນດຽວກັບກຸ່ມຊາຍໜຸ່ມກຳລັງຕຽມຕົວໃນຖານະປະໂລຫິດແຫ່ງອາໂຣນ ສຳລັບການຮັບໃຊ້ທີ່ສຳຄັນກວ່າ ເມື່ອເຂົາເຈົ້າ ກ້າວໜ້າໄປສູ່ຖານະປະໂລຫິດແຫ່ງເມນຄີເສເດັກ, ກຸ່ມຍິງໜຸ່ມຂອງເຮົາ ກໍກຳລັງຕຽມຕົວ ທີ່ຈະກາຍເປັນສະມາຊິກ ຂອງອົງການສະຕີທີ່ ຍິ່ງໃຫຍ່ທີ່ສຸດ ຢູ່ໃນໂລກຄືກັນ—ນັ້ນຄື ສະມາຄົມສະຕີສົງເຄາະ. ໂດຍພ້ອມພຽງກັນ, ກຸ່ມຍິງໜຸ່ມ ແລະ ຊາຍໜຸ່ມທີ່ໜ້າຮັກ, ເຂັ້ມແຂງ, ແລະ ຊື່ສັດ ກຳລັງຕຽມຕົວທີ່ຈະ ເປັນພັນລະຍາ ແລະ ເປັນສາມີ, ເປັນແມ່ ແລະ ເປັນພໍ່ ຜູ້ທີ່ຈະລ້ຽງດູຄອບຄົວຢ່າງມີຄ່າຄວນ ຂອງອານາຈັກຊັ້ນສູງ ຂອງພຣະເຈົ້າ.
ຂ້າພະເຈົ້າເປັນພະຍານວ່າ ວຽກງານຂອງພຣະບິດາເທິງສະຫວັນ ແມ່ນເພື່ອນຳຄວາມເປັນ ອະມະຕະ ແລະ ຊີວິດນິລັນດອນ ມາໃຫ້ ລູກໆຂອງພຣະອົງ.6 ກຸ່ມຍິງໜຸ່ມທີ່ປະເສີດຂອງເຮົາ ມີບົດບາດທີ່ສຳຄັນຫລາຍ ໃນການຊ່ວຍບັນລຸວຽກງານທີ່ຍິ່ງໃຫຍ່ນີ້. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.