​2010–2019
ຄວາມຮັກອັນບໍລິສຸດເປັນສັນຍາ​ລັກທີ່​ແທ້​ຈິງ ຂອງສານຸສິດທີ່ແທ້ຈິງຂອງພຣະເຢຊູຄຣິດທຸກຄົນ.
ເດືອນ​ເມສາ 2018


2:3

ຄວາມຮັກອັນບໍລິສຸດເປັນສັນຍາ​ລັກທີ່​ແທ້​ຈິງ ຂອງສານຸສິດທີ່ແທ້ຈິງຂອງພຣະເຢຊູຄຣິດທຸກຄົນ.

ພຣະກິດຕິຄຸນຂອງພຣະເຢຊູຄຣິດ ແມ່ນເຈາະຈົງຢູ່ທີ່ຄວາມຮັກຂອງພຣະບິດາ ແລະ ພຣະຜູ້ຊ່ວຍໃຫ້ລອດມີ​ໃຫ້​ແກ່​ເຮົາ ແລະ ຄວາມຮັກທີ່ເຮົາມີໃຫ້​ແກ່ພວກພຣະອົງ ແລະ ໃຫ້ກັນແລະກັນ.

ເຮົາຮັກ ແລະ ຄິດເຖິງປະທານທອມ​ມັສ ແອັສ ມອນສັນ, ແລະ ເຮົາຮັກ ແລະ ສະໜັບສະໜູນ ປະທານ​ຣະ​ໂຊ ເອັມ ແນວສັນ. ປະທານແນວສັນ ເປັນຄົນພິເສດໃນໃຈຂອງຂ້າພະເຈົ້າ.

ຕອນຂ້າພະເຈົ້າເປັນພໍ່ໜຸ່ມ, ລູກຊາຍນ້ອຍຂອງພວກເຮົາ, ອາຍຸຫ້າປີ, ໄດ້ກັບບ້ານຈາກໂຮງຮຽນມື້ໜຶ່ງ ແລະ ໄດ້ຖາມແມ່ຂອງລາວວ່າ, “ພໍ່ເຮັດວຽກປະເພດໃດ?” ແລ້ວລາວໄດ້ອະທິບາຍວ່າ ເພື່ອນຮ່ວມຫ້ອງຮຽນຄົນ​ໃໝ່​ຂອງ​ລາວໄດ້ເລີ່ມໂຕ້ຖຽງກັນກ່ຽວກັບວຽກງານຂອງພໍ່ຂອງເຂົາເຈົ້າ. ຄົນໜຶ່ງໄດ້ເວົ້າວ່າ ພໍ່ຂອງລາວເປັນຫົວໜ້າກົມຕຳຫລວດຂອງເມືອງ, ຂະນະທີ່ອີກຄົນໜຶ່ງໄດ້ປະກາດຢ່າງພາກພູມໃຈວ່າ ພໍ່ຂອງລາວເປັນຫົວໜ້າຂອງບໍລິສັດໃຫຍ່ແຫ່ງໜຶ່ງ.

ສະນັ້ນເມື່ອຖືກຖາມກ່ຽວກັບພໍ່ຂອງລາວ, ລູກຊາຍຂອງຂ້າພະເຈົ້າໄດ້ເວົ້າຢ່າງງ່າຍໆວ່າ, “ພໍ່ຂອງເຮົາເຮັດວຽກຢູ່ທີ່ຫ້ອງການກັບຄອມພິວເຕີ.” ແລ້ວ, ເມື່ອເຫັນວ່າຄຳຕອບຂອງລາວບໍ່ໄດ້ເຮັດໃຫ້ເພື່ອນໃໝ່ຂອງລາວປະທັບໃຈຈັກໜ້ອຍເລີຍ, ລາວໄດ້ກ່າວຕື່ມວ່າ, “ເອີ້, ພໍ່ຂອງຂ້ອຍເປັນຫົວ​ໜ້າຂອງຈັກກະວານ.”

ຂ້າພະເຈົ້າເດົາໄດ້ວ່າ ການສົນທະນາໄດ້ຈົບລົງເທົ່ານັ້ນ.

ຂ້າພະເຈົ້າໄດ້ບອກພັນລະຍາຂອງຂ້າພະເຈົ້າວ່າ, “ມັນເຖິງເວລາແລ້ວ ທີ່ຈະສອນລາວເຖິງລາຍລະອຽດເພີ່ມເຕີມ ຂອງແຜນແຫ່ງຄວາມລອດ ແລະ ວ່າຜູ້ໃດກັນແນ່ທີ່ເປັນຄົນທີ່ສຳຄັນທີ່ສຸດໃນຈັກກະວານ.”

ແຕ່ເມື່ອເຮົາໄດ້ສອນລູກໆຂອງເຮົາເຖິງແຜນແຫ່ງຄວາມລອດ, ຄວາມຮັກຂອງພວກເຂົາທີ່ມີໃຫ້ແກ່ ພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດກໍມີຫລາຍຂຶ້ນ ເມື່ອພວກເຂົາໄດ້ຮຽນຮູ້ວ່າ ມັນເປັນແຜນແຫ່ງຄວາມຮັກ. ພຣະກິດຕິຄຸນຂອງພຣະເຢຊູຄຣິດ ແມ່ນເຈາະຈົງຢູ່ທີ່ຄວາມຮັກຂອງພຣະບິດາ ແລະ ພຣະຜູ້ຊ່ວຍໃຫ້ລອດມີ​ໃຫ້​ແກ່​ເຮົາ ແລະ ຄວາມຮັກທີ່ເຮົາມີໃຫ້​ແກ່ພວກພຣະອົງ ແລະ ໃຫ້ກັນແລະກັນ.

ແອວເດີ ແຈັບ​ຟະຣີ ອາ ຮໍ​ແລນ ໄດ້​ກ່າວ​ວ່າ: “ກົດບັນຍັດ ຂໍ້ໃຫຍ່ ແລະ ຂໍ້ຕົ້ນທີ່ກ່ຽວພັນກັບຊ່ວງນິລັນດອນແມ່ນທີ່ຈະຮັກພຣະເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ, ດ້ວຍສຸດຄວາມຄິດ, ດ້ວຍສຸດກຳລັງ ຂອງ​ເຮົາ—ນັ້ນແຫລະຄືພຣະບັນຍັດຂໍ້ໃຫຍ່ສຸດ. ແຕ່ ຄວາມ​ຈິງ ຂໍ້ໃຫຍ່ ແລະ ຂໍ້ຕົ້ນຂອງຊົ່ວນິລັນດອນກໍຄືວ່າ ພຣະເຈົ້າຮັກ ເຮົາ ດ້ວຍສຸດພຣະໄທ, ພະລັງ, ຄວາມ​ຄິດ, ແລະ ກຳ​ລັງ ຂອງ​ພຣະ​ອົງ. ຄວາມຮັກນັ້ນເປັນຫີນ​ສີ​ລາພື້ນຖານ​ຂອງນິລັນດອນ, ແລະ ມັນຄວນເປັນຫີນ​ສີ​ລາ​ພື້ນຖານຂອງຊີວິດປະຈຳວັນຂອງເຮົາດ້ວຍ.”1

ໂດຍທີ່ເປັນຫີນ​ສີ​ລາພື້ນຖານຂອງຊີວິດປະຈຳວັນຂອງເຮົາ, ຄວາມຮັກອັນບໍລິສຸດເປັນຂໍ້ຮຽກຮ້ອງສຳລັບ ສານຸສິດທີ່ແທ້ຈິງຂອງພຣະເຢຊູຄຣິດທຸກຄົນ.

ສາດສະດາມໍມອນໄດ້ສອນວ່າ, “ດັ່ງນັ້ນ, ພີ່ນ້ອງທີ່ຮັກຂອງຂ້າພະເຈົ້າ, ຈົ່ງອະທິຖານຫາພຣະບິດາດ້ວຍສຸດພະລັງແຫ່ງໃຈ, ເພື່ອທ່ານຈະເຕັມໄປດ້ວຍຄວາມຮັກນີ້, ຊຶ່ງພຣະອົງປະທານໃຫ້ທຸກຄົນ ຊຶ່ງເປັນຜູ້ຕິດຕາມທີ່ແທ້ຈິງ​ຂອງ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ.”2

ແທ້ຈິງແລ້ວ ຄວາມຮັກເປັນສັນຍາລັກທີ່ແທ້ຈິງ ຂອງສານຸສິດທີ່ແທ້ຈິງຂອງພຣະເຢຊູຄຣິດທຸກ​ຄົນ.

ສານຸສິດທີ່ແທ້ຈິງມັກທີ່ຈະຮັບໃຊ້. ເຂົາເຈົ້າຮູ້ວ່າການຮັບໃຊ້ແມ່ນການສະແດງອອກເຖິງຄວາມຮັກທີ່ແທ້ຈິງ ແລະ ເຖິງພັນທະສັນຍາ ທີ່ເຂົາເຈົ້າໄດ້ເຮັດຕອນຮັບ​ບັບ​ຕິ​ສະ​ມາ.3 ບໍ່ວ່າການເອີ້ນຂອງເຂົາເຈົ້າຈະເປັນອັນໃດໃນສາດສະໜາຈັກ ຫລື ວ່າບົດບາດຂອງເຂົາເຈົ້າໃນຊຸມຊົນຈະເປັນແບບໃດກໍຕາມ, ເຂົາເຈົ້າຮູ້ສຶກວ່າມີຄວາມປາດຖະໜາຫລາຍຂຶ້ນ ທີ່ຈະຮັກ ແລະ ຮັບໃຊ້ພຣະຜູ້ເປັນເຈົ້າ ແລະ ກັນແລະກັນ.

ສານຸສິດທີ່ແທ້ຈິງມັກຈະໃຫ້ອະໄພ. ເຂົາເຈົ້າຮູ້ວ່າ ການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດແມ່ນໃຊ້ໄດ້ສຳລັບບາບ ແລະ ຄວາມຜິດພາດທັງໝົດຂອງເຮົາແຕ່ລະຄົນ. ເຂົາເຈົ້າຮູ້ວ່າຄ່າທີ່ພຣະອົງໄດ້ຈ່າຍໄປແມ່ນ “ຄ່າ​ສຳ​ລັບ​ທຸກ​ສິ່ງ.” ຄ່າພາສີທາງວິນຍານ, ຄ່າທຳນຽມ, ຄ່ານາຍໜ້າ, ແລະ ຄ່າອື່ນໆທີ່ກ່ຽວພັນກັບບາບ, ຄວາມຜິດພາດ, ແລະ ການເຮັດຜິດທຸກປະການແມ່ນຮ່ວມຢູ່ໃນນັ້ນ. ສາ​ນຸ​ສິດ​ທີ່​ແທ້​ຈິງ ຈະ​ໃຫ້​ອະ​ໄພ​ໄວ ແລະ ຈະ​ຂໍ​ໃຫ້​ອະ​ໄພ​ໄວ.

ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຖ້າຫາກທ່ານດີ້ນລົນທີ່ຈະພົບເຫັນພະລັງທີ່ຈະໃຫ້ອະໄພ, ຢ່າຄິດເຖິງສິ່ງທີ່ຄົນອື່ນໄດ້ເຮັດຕໍ່ທ່ານ, ແຕ່ໃຫ້ຄິດເຖິງສິ່ງທີ່ພຣະຜູ້ຊ່ວຍ​ໃຫ້​ລອດໄດ້ເຮັດເພື່ອທ່ານ, ແລ້ວ ທ່ານຈະພົບຄວາມສະຫງົບສຸກໃນພອນແຫ່ງການໄຖ່ຂອງການຊົດໃຊ້ຂອງພຣະອົງ.

ສານຸສິດທີ່ແທ້ຈິງມັກຈະຍິນຍອມຕໍ່ພຣະຜູ້ເປັນເຈົ້າ ດ້ວຍຄວາມສະຫງົບສຸກຢູ່ໃນຫົວໃຈຂອງເຂົາເຈົ້າ. ເຂົາເຈົ້າເປັນຄົນຖ່ອມຕົວ ແລະ ຍິນຍອມຕໍໍ່ ເພາະວ່າເຂົາເຈົ້າຮັກພຣະອົງ. ເຂົາເຈົ້າມີສັດທາທີ່ຈະຍອມຮັບພຣະປະສົງຂອງພຣະອົງ, ບໍ່ພຽງແຕ່ໃນສິ່ງທີ່ພຣະອົງກະທຳ ແຕ່ໃນວິທີ ແລະ ໃນເວລາທີ່ພຣະອົງກະທຳນຳອີກ. ສານຸສິດທີ່ແທ້ຈິງຮູ້ວ່າ ພອນທີ່ແທ້ຈິງນັ້ນຈະບໍ່ເປັນສິ່ງທີ່ເຂົາເຈົ້າຢາກໄດ້ສະເໝີໄປ ແຕ່ເປັນສິ່ງທີ່ພຣະຜູ້ເປັນເຈົ້າປະສົງສຳລັບເຂົາເຈົ້າ.

ສານຸສິດທີ່ແທ້ຈິງຮັກພຣະຜູ້ເປັນເຈົ້າຫລາຍກວ່າຮັກໂລກ ແລະ ໝັ້ນຄົງ ແລະ ບໍ່ຫວັ່ນໄຫວໃນສັດທາຂອງເຂົາເຈົ້າ. ເຂົາເຈົ້າຄົງຢູ່ຢ່າງເຂັ້ມແຂງ ແລະ ແນ່ວແນ່ໃນໂລກທີ່ປ່ຽນແປງ ແລະ ສັບສົນ. ສານຸສິດທີ່ແທ້ຈິງມັກຈະຮັບຟັງສຸລະສຽງຂອງພຣະວິນຍານ ແລະ ສຽງຂອງສາດສະດາ ແລະ ບໍ່ສັບສົນໂດຍສຽງຂອງໂລກ. ສານຸສິດທີ່ແທ້ຈິງມັກຈະຢູ່ໃນສະຖານທີ່ ທີ່ສັກສິດ4 ແລະ ມັກຈະເຮັດໃຫ້ບ່ອນທີ່ເຂົາເຈົ້າຢູ່ເປັນສະຖານທີ່ ທີ່ສັກສິດ. ບໍ່ວ່າເຂົາເຈົ້າຈະໄປໃສກໍຕາມ, ເຂົາເຈົ້າຈະນຳເອົາຄວາມຮັກຂອງພຣະຜູ້ເປັນເຈົ້າ ແລະ ຄວາມສະຫງົບໄປສູ່ຫົວໃຈຂອງຄົນອື່ນ. ສານຸສິດທີ່ແທ້ຈິງມັກຈະຮັກສາພຣະບັນຍັດຂອງພຣະຜູ້ເປັນເຈົ້າ, ແລະ ເຂົາເຈົ້າເຊື່ອຟັງເພາະວ່າເຂົາເຈົ້າຮັກພຣະຜູ້ເປັນເຈົ້າ. ເມື່ອເຂົາເຈົ້າຮັກ ແລະ ຮັກສາພັນທະສັນຍາຂອງເຂົາເຈົ້າ, ຫົວໃຈຂອງເຂົາເຈົ້າກໍຖືກຕໍ່ໃໝ່ ແລະ ທຳມະຊາດຂອງເຂົາເຈົ້າກໍປ່ຽນໄປ.

ຄວາມຮັກອັນບໍລິສຸດເປັນສັນຍາ​ລັກ​ທີ່​ແທ້​ຈິງ ຂອງສານຸສິດທີ່ແທ້ຈິງຂອງພຣະເຢຊູຄຣິດທຸກຄົນ.

ຂ້າພະເຈົ້າໄດ້ຮຽນຮູ້ກ່ຽວກັບຄວາມຮັກອັນບໍລິສຸດຈາກແມ່ຂອງຂ້າພະເຈົ້າ. ເພິ່ນ​ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ.

ມື້ໜຶ່ງ, ເມື່ອຫລາຍປີກ່ອນ, ຂ້າພະເຈົ້າໄດ້ໄປຢ້ຽມແມ່, ຜູ້ທີ່ປ່ວຍດ້ວຍໂຣກມະເລັງ. ຂ້າພະເຈົ້າໄດ້ຮູ້ວ່າເພິ່ນຈະເສຍຊີວິດ, ແຕ່ຂ້າພະເຈົ້າໄດ້ເປັນຫ່ວງທີ່ເພິ່ນໄດ້ທົນທຸກທໍ​ລະ​ມານ. ຂ້າພະເຈົ້າບໍ່ໄດ້ເວົ້າຫຍັງເລີຍ, ແຕ່ໂດຍທີ່ຮູ້ຂ້າພະເຈົ້າເປັນຢ່າງດີ, ເພິ່ນໄດ້ເວົ້າວ່າ, “ແມ່ເຫັນວ່າລູກເປັນຫ່ວງ.”

ແລ້ວຂ້າພະເຈົ້າໄດ້ຕົກໃຈເມື່ອ​ເພິ່ນໄດ້ຖາມຂ້າພະເຈົ້າດ້ວຍສຽງທີ່ອ່ອນເພຍ ວ່າ, “ລູກສອນແມ່ອະທິຖານໄດ້ບໍ? ແມ່ຢາກອະທິຖານເພື່ອລູກ. ແມ່ຮູ້ວ່າ ເຮົາເລີ່ມຕົ້ນໂດຍກ່າວວ່າ, ‘ໂອ້ ພຣະບິດາເທິງສະຫວັນ,’ ແຕ່ແລ້ວແມ່ຄວນເວົ້າຫຍັງຕໍ່?”

ຂະນະທີ່ຂ້າພະເຈົ້າໄດ້ນັ່ງຢູ່ໃກ້ຕຽງຂອງເພິ່ນ ແລະ ເພິ່ນໄດ້ອະທິຖານເພື່ອຂ້າພະເຈົ້າ, ຂ້າພະເຈົ້າໄດຮູ້ສຶກເຖິງຄວາມຮັກທີ່ບໍ່ເຄີຍຮູ້ສຶກມາກ່ອນ. ມັນເປັນຄວາມຮັກທີ່ລຽບງ່າຍ, ຈິງໃຈ, ແລະ ບໍລິສຸດ. ເຖິງແມ່ນວ່າເພິ່ນບໍ່ໄດ້ຮູ້ຫຍັງກ່ຽວກັບແຜນແຫ່ງຄວາມລອດ, ແຕ່ເພິ່ນໄດ້ມີແຜນແຫ່ງຄວາມຮັກສ່ວນຕົວຢູ່ໃນໃຈຂອງເພິ່ນ, ແຜນແຫ່ງຄວາມຮັກຂອງແມ່ຄົນໜຶ່ງທີ່ມີຕໍ່ລູກຊາຍຂອງນາງ. ເພິ່ນໄດ້ມີຄວາມເຈັບປວດຫລາຍ, ດີ້ນລົນແມ່ນແຕ່ຈະ​ຫາກຳລັງທີ່ຈະອະທິຖານ. ຂ້າພະເຈົ້າເກືອບບໍ່ໄດ້ຍິນສຽງຂອງເພິ່ນ, ແຕ່ແນ່ນອນວ່າ ຂ້າພະເຈົ້າໄດ້ຮູ້ສຶກເຖິງຄວາມຮັກຂອງເພິ່ນ.

ຂ້າ​ພະ​ເຈົ້າ​ຈື່ຈຳໄດ້ ທີ່ໄດ້ຄິດວ່າ, “ຄົນທີ່​ມີຄວາມເຈັບປວດຢ່າງ​ຫລວງ​ຫລາຍ ຈະອະທິຖານເພື່ອຄົນອື່ນໄດ້ແນວໃດ? ເພິ່ນເອງ ທີ່​ຕ້ອງ​ການຄວາມ​ຊ່ວຍ​ເຫລືອ.”

ແລ້ວຄຳຕອບກໍໄດ້ມີມາຢ່າງແຈ່ມແຈ້ງສູ່ຈິດໃຈຂອງຂ້າພະເຈົ້າວ່າ: ຄວາມຮັກອັນບໍລິສຸດ. ແມ່ໄດ້ຮັກຂ້າພະເຈົ້າຫລາຍ ຈົນເພິ່ນໄດ້ລືມກ່ຽວກັບຕົວເພິ່ນເອງ. ລະຫວ່າງເວລາທີ່ຍາກລຳບາກທີ່ສຸດຂອງເພິ່ນ, ແມ່ໄດ້ຮັກຂ້າພະເຈົ້າຫລາຍກວ່າຮັກຕົວເພິ່ນເອງ.

ບັດນີ້, ອ້າຍເອື້ອຍນ້ອງທີ່ຮັກແພງ, ນີ້ບໍ່ແມ່ນສິ່ງທີ່ພຣະຜູ້ເປັນເຈົ້າໄດ້ກະທຳບໍ? ແນ່ນອນ, ໃນທັດສະນະທີ່ເປັນຊົ່ວນິລັນດອນ ແລະ ກວ້າງໄກ. ແຕ່ໃນລະຫວ່າງຄວາມເຈັບປວດທີ່ສຸດຂອງພຣະອົງ, ໃນ​ສວນໃນຄືນນັ້ນ, ພຣະອົງເປັນຜູ້ທີ່ຕ້ອງການຄວາມຊ່ວຍເຫລືອ, ໄດ້ທົນທຸກຢູ່ໃນວິທີທາງທີ່ເຮົາບໍ່ສາມາດ ແມ່ນແຕ່ຈະວາດພາບເຫັນ ຫລື ເຂົ້າໃຈໄດ້. ແຕ່ໃນທີ່ສຸດ, ພຣະອົງໄດ້ລືມກ່ຽວກັບຕົວພຣະອົງເອງ ແລະ ໄດ້ອະທິຖານເພື່ອເຮົາ ຈົນພຣະອົງໄດ້ຈ່າຍຄ່າບາບທັງໝົດ. ພຣະອົງເຮັດສິ່ງນັ້ນໄດ້ແນວໃດ? ເປັນເພາະຄວາມຮັກອັນບໍລິສຸດຂອງພຣະອົງທີ່ມີໃຫ້​ແກ່ພຣະບິດາ, ຜູ້ທີ່ໄດ້ໃຊ້ພຣະອົງມາ, ແລະ ເພື່ອເຮົາ. ພຣະອົງໄດ້ຮັກພຣະບິດາ ແລະ ຮັກເຮົາຫລາຍກວ່າຮັກພຣະອົງເອງ.

ພຣະອົງໄດ້ຈ່າຍຄ່າແທນສິ່ງທີ່ພຣະອົງຍັງບໍ່ໄດ້ເຮັດ. ພຣະອົງໄດ້ຈ່າຍຄ່າບາບທີ່ພຣະອົງຍັງບໍ່​ໄດ້​ກະ​ທຳ. ເປັນເພາະເຫດໃດ? ເປັນ​ເພາະຄວາມຮັກອັນບໍລິສຸດ. ໂດຍທີ່ໄດ້ຈ່າຍຄ່າ​ທັງ​ໝົດ, ພຣະອົງໄດ້ຢູ່ໃນຖານະທີ່ຈະມອບພອນຕ່າງໆໃຫ້ເຮົາ ເຖິງສິ່ງທີ່ພຣະອົງໄດ້ຈ່າຍໄປແລ້ວ ຖ້າຫາກເຮົາຈະກັບໃຈ. ເປັນຫຍັງພຣະອົງຈຶ່ງໄດ້ມອບສິ່ງນີ້? ອີກ​ເທື່ອ​ໜຶ່ງ, ແລະ ຕະ​ຫລອດໄປ, ເປັນ​ເພາະ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ.

ຄວາມຮັກອັນບໍລິສຸດເປັນສັນຍາ​ລັກ​ທີ່​ແທ້​ຈິງ ຂອງສານຸສິດທີ່ແທ້ຈິງຂອງພຣະເຢຊູຄຣິດທຸກຄົນ.

ປະທານທອມມັສ ແອັສ ມອນສັນ ໄດ້ກ່າວວ່າ: “ຂໍໃຫ້ເຮົາເລີ່ມຕົ້ນດຽວນີ້ເລີຍ, ໃນວັນນີ້ເລີຍ, ທີ່ຈະສະແດງຄວາມຮັກຕໍ່ລູກໆຂອງພຣະເຈົ້າທຸກຄົນ, ບໍ່ວ່າເຂົາເຈົ້າຈະເປັນສະມາຊິກໃນຄອບຄົວຂອງເຮົາ, ໝູ່ເພື່ອນ, ຄົນທີ່ເຮົາຮູ້ຈັກ, ຫລື ແມ່ນແຕ່ຄົນແປກໜ້າກໍຕາມ. ເມື່ອເຮົາລຸກຂຶ້ນແຕ່ລະເຊົ້າ, ຂໍໃຫ້ເຮົາຕັດສິນໃຈທີ່ຈະຕອບຮັບດ້ວຍຄວາມຮັກ ແລະ ຄວາມເມດຕາກະ​ລຸ​ນາ ຕໍ່ສິ່ງໃດກໍຕາມທີ່ອາດຈະເກີດຂຶ້ນກັບເຮົາ.”5

ອ້າຍເອື້ອຍນ້ອງທັງຫລາຍ, ພຣະກິດຕິຄຸນຂອງພຣະເຢຊູຄຣິດ ເປັນພຣະກິດຕິຄຸນແຫ່ງຄວາມຮັກ. ພຣະບັນຍັດຂໍ້ໃຫຍ່ ແລະ ຂໍ້​ຕົ້ນ ແມ່ນກ່ຽວກັບຄວາມຮັກ. ສຳລັບຂ້າພະເຈົ້າ​ແລ້ວ, ມັນກ່ຽວພັນກັບຄວາມຮັກທັງໝົດ. ເປັນຄວາມຮັກຂອງພຣະບິດາ, ຜູ້ທີ່ໄດ້ເສຍສະລະ ພຣະບຸດຂອງພຣະອົງສຳລັບເຮົາ. ຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດ, ຜູ້ທີ່ໄດ້ເສຍສະລະທັງໝົດເພື່ອເຮົາ. ຄວາມຮັກຂອງແມ່ ຫລື ພໍ່ ຜູ້ທີ່ຈະ​ສະລະສິ່ງໃດກໍຕາມເພື່ອລູກຂອງຕົນ. ຄວາມຮັກຂອງຜູ້ທີ່ຮັບໃຊ້ຢູ່ງຽບໆ ແລະ ຫລາຍຄົນພວກເຮົາບໍ່ຮູ້ຈັກ ແຕ່ເປັນທີ່ຮູ້ຈັກດີຕໍ່ພຣະຜູ້ເປັນເຈົ້າ. ຄວາມຮັກຂອງຜູ້ທີ່ໃຫ້ອະໄພທຸກສິ່ງ ແລະ ສະເໝີໄປ. ຄວາມຮັກຂອງຜູ້ຄົນທີ່ມອບໃຫ້ຫລາຍກວ່າທີ່ເຂົາເຈົ້າໄດ້ຮັບ.

ຂ້າພະເຈົ້າຮັກພຣະບິດາເທິງສະຫວັນຂອງຂ້າພະເຈົ້າ. ຂ້າພະເຈົ້າຮັກພຣະຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ຂ້າ​ພະ​ເຈົ້າ. ຂ້າພະເຈົ້າຮັກພຣະກິດຕິຄຸນ. ຂ້າພະເຈົ້າຮັກສາດສະໜາຈັກ​ນີ້. ຂ້າພະເຈົ້າຮັກຄອບຄົວຂອງຂ້າພະເຈົ້າ. ຂ້າພະເຈົ້າຮັກຊີວິດທີ່ປະເສີດນີ້. ສຳລັບຂ້າພະເຈົ້າ​ແລ້ວ, ມັນກ່ຽວພັນກັບຄວາມຮັກທັງໝົດ.

ຂ້າພະເຈົ້າຫວັງວ່າ ວັນແຫ່ງຄວາມລະນຶກເຖິງການຟື້ນຄືນພຣະຊົນຂອງພຣະຜູ້ຊ່ວຍໃຫ້ລອດ ຈະເປັນວັນແຫ່ງການຕໍ່ຊີວິດໃໝ່ທາງວິນຍານສຳລັບເຮົາແຕ່ລະຄົນ. ຂໍໃຫ້ວັນນີ້ເປັນຕອນເລີ່ມຕົ້ນຂອງຊີວິດທີ່ເຕັມໄປດ້ວຍຄວາມຮັກ, ຊຶ່ງເປັນ “ຫີນສີລາພື້ນຖານຂອງຊີວິດເຮົາ.”

ຂໍ​ໃຫ້​ໃຈ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ, ເປັນ​ສັນ​ຍາ​ລັກ​ທີ່​ແທ້​ຈິງ ຂອງ​ການ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທຸກ​ຄົນ. ນີ້​ຄື​ຄຳ​ອະ​ທິ​ຖານຂອງ​ຂ້າ​ພະ​ເຈົ້າ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.