ເຮົາເປັນລູກຂອງພຣະເຈົ້າບໍ?
ເຮົາແຕ່ລະຄົນຈະປະສົບກັບພະລັງແຫ່ງຄວາມເຂົ້າໃຈ ເຖິງເອກະລັກແຫ່ງສະຫວັນຂອງເຮົາ ໄດ້ແນວໃດ? ມັນເລີ່ມຕົ້ນດ້ວຍການສະແຫວງຫາທີ່ຈະຮູ້ຈັກພຣະເຈົ້າ, ພຣະບິດາຂອງເຮົາ.
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ໄປໂບດທີ່ເກົ່າ ແລະ ສ້າງດ້ວຍກ້ອນຫີນ ກັບແມ່ທີ່ປະເສີດຂອງຂ້າພະເຈົ້າ. ໂດຍທີ່ໄດ້ຍິນສຽງອອກມາຈາກຫ້ອງຊັ້ນປະຖົມໄວ ຊຶ່ງຂ້າພະເຈົ້າເຄີຍໄປຕອນຍັງນ້ອຍ, ຂ້າພະເຈົ້າ ຈຶ່ງໄດ້ຍ່າງໄປຫາທ້າຍຫ້ອງ ແລະ ສັງເກດເບິ່ງຜູ້ນຳທີ່ເປັນຫ່ວງເປັນໃຍ ສອນກ່ຽວກັບຫົວຂໍ້ຂອງປີນີ້ ທີ່ວ່າ: “ເຮົາເປັນລູກຂອງພຣະເຈົ້າ.”1 ຂ້າພະເຈົ້າໄດ້ຍິ້ມອອກມາ ໃນຂະນະທີ່ຈື່ຈຳ ຄູສອນຜູ້ທີ່ມີຄວາມອົດທົນ ແລະ ມີຄວາມຮັກ ຜູ້ຊຶ່ງ, ໃນລະຫວ່າງຕອນພວກເຮົາຮ້ອງເພງ, ມັກຫລຽວມາເບິ່ງຂ້າພະເຈົ້າ—ຄືກັບຊິເວົ້າວ່າ ເດັກນ້ອຍຜູ້ຊາຍທີ່ຂີ້ດື້ ທີ່ນັ່ງຢູ່ສົ້ນຕັ່ງມ້າຄົນນັ້ນ, “ເປັນລູກຂອງພຣະເຈົ້າ ແທ້ໆ ບໍ? ແລະ ແມ່ນໃຜທີ່ສົ່ງລາວມານີ້?”2
ຂ້າພະເຈົ້າຂໍເຊື້ອເຊີນເຮົາແຕ່ລະຄົນ ໃຫ້ເປີດໃຈຕໍ່ພຣະວິນຍານບໍລິສຸດ, ຜູ້ “ຮ່ວມເປັນພະຍານກັບວິນຍານຂອງພວກເຮົາ ປະກາດວ່າ, ພວກເຮົາເປັນລູກຂອງພຣະເຈົ້າ.”3
ຖ້ອຍຄຳຂອງປະທານບອຍ ເຄ ແພ໊ກເກີ ແມ່ນລຽບງ່າຍ ແລະ ມີຄ່າຫລາຍ ທີ່ວ່າ: “ທ່ານແມ່ນລູກຂອງພຣະເຈົ້າ. ພຣະອົງເປັນພຣະບິດາຂອງວິນຍານທ່ານ. ທ່ານມີຖານະທີ່ສູງສັກທາງວິນຍານ, ເປັນລູກໆຂອງພຣະກະສັດແຫ່ງສະຫວັນ. ຈົ່ງເກັບຄວາມຈິງນີ້ໄວ້ໃນຄວາມຄິດຂອງທ່ານ ແລະ ຢ່າລືມມັນ ເຖິງຢ່າງໃດກໍຕາມ ຫລາຍລຸ້ນຄົນໃນບັນພະບຸລຸດຂອງທ່ານ, ບໍ່ວ່າທ່ານຈະມີເຊື້ອຊາດໃດ, ແຕ່ລຳດັບເຊື້ອສາຍຂອງທ່ານ ແມ່ນມາຈາກບັນພະບຸລຸດຜູ້ດຽວກັນ. ທ່ານເປັນລູກຂອງພຣະເຈົ້າ!”4
“ເມື່ອທ່ານ … ເຫັນພຣະບິດາຂອງເຮົາ,” ບຣິກຳ ຢັງ ໄດ້ບັນຍາຍ, “ທ່ານຈະເຫັນບຸກຄົນທີ່ທ່ານເຄີຍຮູ້ຈັກມາດົນນານ, ແລະ ພຣະອົງຈະຮັບທ່ານໄວ້ໃນອ້ອມແຂນ, ແລະ ທ່ານຈະພ້ອມແລ້ວ ທີ່ຈະເຂົ້າໄປໃນອ້ອມແຂນຂອງພຣະອົງ ແລະ ຈູບພຣະອົງ.”5
ສົງຄາມທີ່ຮ້າຍແຮງ ເພື່ອເອກະລັກແຫ່ງສະຫວັນ
ໂມເຊໄດ້ຮຽນຮູ້ເຖິງມໍລະດົກແຫ່ງສະຫວັນ ຈາກພຣະຜູ້ເປັນເຈົ້າໜ້າຕໍ່ໜ້າ. ຫລັງຈາກປະສົບການນັ້ນ, “ຊາຕານໄດ້ມາລໍ້ລວງເພິ່ນ” ດ້ວຍຄວາມສະຫລາດ, ແຕ່ມີຈຸດປະສົງທີ່ຮ້າຍກາດ ເພື່ອບິດເບືອນເອກະລັກຂອງໂມເຊ ຢາກໃຫ້ໂມເຊ, ບຸດມະນຸດ, ນະມັດສະການມັນ. ແລະ … ໂມເຊໄດ້ຫລຽວເບິ່ງຊາຕານ ແລະ ໄດ້ກ່າວວ່າ, ທ່ານເປັນໃຜ? ເພາະຈົ່ງເບິ່ງ, ຂ້າພະເຈົ້າເປັນ ບຸດຂອງພຣະເຈົ້າ.6
ສົງຄາມທີ່ຮ້າຍແຮງນີ້ ເພື່ອເອກະລັກແຫ່ງສະຫວັນ ໄດ້ເກີດຂຶ້ນຢ່າງດຸເດືອດ ໃນເມື່ອເປົ້າໝາຍທີ່ຮ້າຍກາດຂອງຊາຕານ ແມ່ນເພື່ອທຳລາຍຄວາມເຊື່ອ ແລະ ຄວາມຮູ້ຂອງເຮົາ ກ່ຽວກັບຄວາມສຳພັນຂອງເຮົານຳພຣະເຈົ້າ. ໂຊກດີຫລາຍທີ່ ເຮົາໄດ້ຮັບພອນ ດ້ວຍ ພາບທີ່ແຈ່ມແຈ້ງ ແລະ ຄວາມເຂົ້າໃຈເຖິງເອກະລັກທີ່ແທ້ຈິງຂອງເຮົາ ນັບແຕ່ຕອນຕົ້ນ ທີ່ວ່າ: “ແລ້ວພຣະເຈົ້າໄດ້ກ່າວວ່າ, ບັດນີ້ເຮົາຈະສ້າງມະນຸດໃຫ້ມີຮູບລັກສະນະຄືເຮົາ, ຕາມແບບຢ່າງຂອງເຮົາ,”7 ແລະ ສາດສະດາທີ່ມີຊີວິດຢູ່ຂອງພຣະອົງ ປະກາດວ່າ, “[ມະນຸດ] ທຸກຄົນເປັນບຸດ ແລະ ທິດາທາງວິນຍານທີ່ຮັກຫອມ ຂອງພຣະບິດາມານດາໃນສະຫວັນ, ແລະ ສະນັ້ນ, ແຕ່ລະຄົນຈຶ່ງມີທຳມະຊາດແຫ່ງສະຫວັນ ແລະ ມີຈຸດໝາຍປາຍທາງ.”8
ການມາຮູ້ຈັກຄວາມຈິງເຫລົ່ານີ້ ດ້ວຍຄວາມແນ່ນອນໃຈ9 ຊ່ວຍເຮົາເອົາຊະນະການທົດລອງ, ບັນຫາ, ແລະ ຄວາມຫຍຸ້ງຍາກທຸກຢ່າງ.10 ເມື່ອຖືກຖາມວ່າ, “ເຮົາຈະຊ່ວຍເຫລືອຜູ້ທີ່ດີ້ນລົນກັບ [ການທ້າທາຍສ່ວນຕົວ] ໄດ້ແນວໃດ?” ອັກຄະສາວົກຂອງພຣະຜູ້ເປັນເຈົ້າ ໄດ້ແນະນຳວ່າ, “ຈົ່ງສອນໃຫ້ເຂົາເຈົ້າຮູ້ຈັກເອກະລັກ ແລະ ຈຸດປະສົງຂອງຕົນ.”11
“ເປັນຄວາມຮູ້ທີ່ມີພະລັງຫລາຍທີ່ສຸດ ທີ່ຂ້ານ້ອຍມີ”
ຄວາມຈິງທີ່ມີພະລັງເຫລົ່ານີ້ ໄດ້ປ່ຽນຊີວິດຂອງເພື່ອນຄົນໜຶ່ງ ຂອງຂ້າພະເຈົ້າ ຊື່ ເຈັນ,12 ຊຶ່ງຕອນເປັນໄວລຸ້ນ ນາງໄດ້ຂັບລົດ ຕຳລົດຄັນໜຶ່ງ. ເຖິງແມ່ນນາງໄດ້ຮັບບາດເຈັບທີ່ສາຫັດ, ແຕ່ນາງຮູ້ສຶກເຈັບປວດໜັກກວ່ານັ້ນ ເພາະອີກຝ່າຍໜຶ່ງໄດ້ຕາຍໄປ. “ແມ່ຄົນໜຶ່ງໄດ້ຕາຍໄປ, ມັນເປັນຄວາມຜິດຂອງຂ້ອຍ,” ນາງເວົ້າ. ພຽງແຕ່ສອງສາມມື້ ກ່ອນໜ້ານັ້ນ ນາງເຈັນ ໄດ້ຢືນຂຶ້ນ ກ່າວຄຳຂວັນທີ່ວ່າ, “ເຮົາເປັນທິດາຂອງພຣະບິດາເທິງສະຫວັນ, ຜູ້ຮັກເຮົາ,”13 ບັດນີ້ ສົງໄສວ່າ, “ພຣະອົງຈະຮັກ ເຮົາ ໄດ້ແນວໃດ?”
“ຄວາມເຈັບປວດທາງຮ່າງກາຍໄດ້ໝົດໄປ,” ນາງເວົ້າ, “ແຕ່ບາດແຜທາງຄວາມຮູ້ສຶກ ແລະ ທາງວິນຍານຂອງຂ້ອຍ ຄົງບໍ່ມີວັນຫາຍໄດ້.”
ໃນຄວາມສູ້ທົນ, ນາງເຈັນ ໄດ້ເຊື່ອງຄວາມຮູ້ສຶກຂອງນາງໄວ້, ແລະ ກໍໄດ້ແຍກຕົວອອກຫ່າງ ແລະ ເຢັນຊາລົງ. ຫລັງຈາກໜຶ່ງປີ, ເມື່ອນາງສາມາດເວົ້າອອກມາໄດ້ ກ່ຽວກັບອຸປະຕິເຫດ, ຄູສອນທີ່ໄດ້ຮັບການດົນໃຈ ໄດ້ຂໍໃຫ້ນາງຂຽນ ສຳນວນໜຶ່ງ “ເຮົາເປັນລູກຂອງພຣະເຈົ້າ” ແລະ ເວົ້າ 10 ເທື່ອ ທຸກມື້.
“ການຂຽນຂໍ້ຄວາມນັ້ນແມ່ນງ່າຍ,” ນາງເວົ້າ, “ແຕ່ ຂ້ອຍເວົ້າອອກມາບໍ່ໄດ້. … ມັນຍາກໂພດ, ແລະ ຂ້ອຍບໍ່ເຊື່ອວ່າ ພຣະເຈົ້າຢາກໃຫ້ຂ້ອຍເປັນລູກຂອງພຣະອົງດອກ. ຂ້ອຍໂສກເສົ້າເສຍໃຈ.”
ຫລັງຈາກຫລາຍເດືອນ, ໃນທີ່ສຸດ ນາງເຈັນກໍສາມາດເຮັດສິ່ງນັ້ນໄດ້ທຸກມື້. “ຂ້ອຍໄດ້ຖອກເທຈິດວິນຍານທັງໝົດ,” ນາງໄດ້ເວົ້າ, “ອ້ອນວອນຕໍ່ພຣະເຈົ້າ. … ແລ້ວຂ້ອຍເລີ່ມເຊື່ອຂໍ້ຄວາມ.” ຄວາມເຊື່ອນີ້ໄດ້ອະນຸຍາດໃຫ້ພຣະຜູ້ຊ່ວຍໃຫ້ລອດ ເລີ່ມຕົ້ນປິ່ນປົວຈິດວິນຍານທີ່ເຈັບປວດຂອງນາງ. ພຣະຄຳພີມໍມອນໄດ້ນຳຄວາມປອບໂຍນ ແລະ ຄວາມກ້າຫານມາໃຫ້ ໃນການຊົດໃຊ້ຂອງພຣະອົງ.14
“ພຣະຄຣິດຮູ້ສຶກເຖິງຄວາມເຈັບປວດ, ຄວາມໂສກເສົ້າ, ແລະ ຄວາມຮູ້ສຶກຜິດຂອງຂ້ອຍ,” ນາງເຈັນໄດ້ເວົ້າ. “ຂ້ອຍໄດ້ຮູ້ສຶກເຖິງຄວາມຮັກອັນບໍລິສຸດຂອງພຣະອົງ ແລະ ບໍ່ເຄີຍປະສົບກັບສິ່ງໃດ ທີ່ມີພະລັງແບບນັ້ນ! ການທີ່ຮູ້ວ່າ ເຮົາເປັນລູກຂອງພຣະເຈົ້າ ເປັນຄວາມຮູ້ທີ່ມີພະລັງຫລາຍທີ່ສຸດ ທີ່ຂ້ອຍມີ!”
ການສະແຫວງຫາທີ່ຈະຮູ້ຈັກພຣະເຈົ້າ, ພຣະບິດາຂອງເຮົາ
ອ້າຍເອື້ອຍນ້ອງທັງຫລາຍ, ເຮົາແຕ່ລະຄົນຈະປະສົບກັບພະລັງແຫ່ງຄວາມເຂົ້າໃຈ ເຖິງເອກະລັກແຫ່ງສະຫວັນຂອງເຮົາ ໄດ້ແນວໃດ? ມັນເລີ່ມຕົ້ນດ້ວຍການສະແຫວງຫາທີ່ຈະຮູ້ຈັກພຣະເຈົ້າ, ພຣະບິດາຂອງເຮົາ.15 ປະທານຣະໂຊ ເອັມ ແນວສັນ ໄດ້ເປັນພະຍານວ່າ, “ບາງສິ່ງທີ່ມີພະລັງຈະເກີດຂຶ້ນ ເມື່ອລູກຂອງພຣະເຈົ້າ ສະແຫວງຫາທີ່ຈະຮູ້ຈັກພຣະອົງ ແລະ ພຣະບຸດທີ່ຮັກຂອງພຣະອົງຫລາຍກວ່າເກົ່າ.”16
ການຮຽນຮູ້ ແລະ ການຕິດຕາມພຣະຜູ້ຊ່ວຍໃຫ້ລອດ ຈະຊ່ວຍເຮົາ ໃຫ້ມາຮູ້ຈັກພຣະບິດາ. “ການທີ່ມີສະພາບ … ເປັນແບບພິມດຽວກັນກັບ [ພຣະບິດາ] ຂອງພຣະອົງ,”17 ພຣະເຢຊູໄດ້ສອນວ່າ, “ພຣະບຸດຈະເຮັດສິ່ງໜຶ່ງສິ່ງໃດໂດຍຕົນເອງບໍ່ໄດ້, ນອກຈາກໄດ້ເຫັນພຣະບິດາເຮັດ.”18 ພຣະຄຳ ແລະ ການກະທຳທັງໝົດຂອງພຣະຄຣິດ ໄດ້ເປີດເຜີຍຄຸນສົມບັດທີ່ແທ້ຈິງຂອງພຣະເຈົ້າ ແລະ ຄວາມສຳພັນຂອງເຮົານຳພຣະອົງ.19 ແອວເດີ ແຈັບຟະລີ ອາ ຮໍແລນ ໄດ້ສອນວ່າ, “ດ້ວຍໂລຫິດທີ່ໄຫລອອກມາຈາກທຸກຂຸມຂົນ ແລະ ດ້ວຍສຸລະສຽງທີ່ເຈັບປວດ, ພຣະອົງໄດ້ສະແຫວງຫາຜູ້ທີ່ພຣະອົງໄດ້ສະແຫວງຫາສະເໝີມາ—ພຣະບິດາຂອງພຣະອົງ. ‘ພຣະບິດາ,’ ພຣະອົງໄດ້ຮ້ອງອອກມາວ່າ, ‘ພຣະບິດາເຈົ້າເອີຍ.’”20
ດັ່ງທີ່ພຣະເຢຊູໄດ້ສະແຫວງຫາພຣະບິດາຂອງພຣະອົງຢ່າງພາກພຽນ ຢູ່ໃນສວນເຄັດເຊມາເນ, ໂຈເຊັບ ສະມິດ ກໍຄືກັນ, ໃນປີ 1820, ດ້ວຍການອະທິຖານຫາພຣະເຈົ້າ ຢູ່ໃນປ່າສັກສິດ. ຫລັງຈາກໄດ້ອ່ານວ່າ, “ຖ້າຫາກຄົນໃດໃນພວກເຈົ້າຂາດສະຕິປັນຍາ, ກໍໃຫ້ຜູ້ນັ້ນທູນຂໍຈາກພຣະເຈົ້າ,”21 ໂຈເຊັບຈຶ່ງໄດ້ອອກໄປອະທິຖານ.
“ຂ້າພະເຈົ້າໄດ້ຄຸເຂົ່າລົງ,” ເພິ່ນໄດ້ຂຽນ, “ແລະ ເລີ່ມຖວາຍຄວາມປາດຖະໜາຈາກໃຈຂອງຂ້າພະເຈົ້າ ຕໍ່ພຣະເຈົ້າ. …
“… ຂ້າພະເຈົ້າໄດ້ເຫັນແສງສະຫວ່າງເປັນເລົາລົງມາ ຢູ່ເທິງຫົວຂອງຂ້າພະເຈົ້າ. …
“… ເມື່ອແສງນັ້ນລົງມາເຖິງຂ້າພະເຈົ້າ, ຂ້າພະເຈົ້າໄດ້ເຫັນສອງພຣະອົງປະທັບຢືນຢູ່ໃນອາກາດ, ຊື່ຫົວຂອງຂ້າພະເຈົ້າ. ອົງໜຶ່ງໄດ້ຮັບສັ່ງກັບຂ້າພະເຈົ້າ, ໂດຍເອີ້ນຊື່ຂອງຂ້າພະເຈົ້າ ແລະ ຊີ້ພຣະຫັດໄປຫາອີກອົງໜຶ່ງ ແລະ ກ່າວວ່າ—[ໂຈເຊັບ,] ນີ້ຄືບຸດທີ່ຮັກຂອງເຮົາ.ຈົ່ງຟັງທ່ານ!”22
ເມື່ອເຮົາເຮັດຕາມຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ສາດສະດາໂຈເຊັບ ໃນການສະແຫວງຫາພຣະເຈົ້າດ້ວຍຄວາມພາກພຽນ, ແລ້ວເຮົາຈະເຂົ້າໃຈ ໃນວິທີທີ່ແທ້ຈິງ, ດັ່ງທີ່ນາງເຈັນໄດ້ເຂົ້າໃຈ, ວ່າພຣະບິດາຂອງເຮົາ ຮູ້ຈັກເຮົາຕາມຊື່ຂອງເຮົາ, ວ່າເຮົາເປັນລູກຂອງພຣະອົງ.
ຕໍ່ແມ່ທັງຫລາຍ, ໂດຍສະເພາະແມ່ໜຸ່ມ, ຜູ້ຮູ້ສຶກໜັກໃຈ ແລະ ຫຍຸ້ງຍາກ ໃນຂະນະທີ່ພະຍາຍາມລ້ຽງດູ “ລຸ້ນທີ່ສາມາດຕ້ານທານກັບຄວາມບາບ,”23 ຢ່າປະເມີນບົດບາດຂອງຕົວເອງຕ່ຳເກີນໄປ ໃນແຜນຂອງພຣະເຈົ້າ. ໃນເວລາທີ່ມີຄວາມກົດດັນນັ້ນ—ບາງທີ ຕອນທີ່ທ່ານແລ່ນໄລ່ຄຸບລູກໆ ແລະ ກິ່ນອາຫານທີ່ກຳລັງໄໝ້ ຈາກເຮືອນຄົວ ບົ່ງບອກທ່ານວ່າ ອາຫານຂອງທ່ານ ກາຍເປັນອາຫານເຜົາຖວາຍແລ້ວ—ຂໍໃຫ້ຮູ້ໄວ້ວ່າ ພຣະເຈົ້າໄດ້ຊຳລະມື້ທີ່ຫຍຸ້ງຍາກຂອງທ່ານ ໃຫ້ສະອາດແລ້ວ.24 “ຢ່າສູ່ຢ້ານກົວ; ເພາະເຮົາຈະຢູ່ກັບເຈົ້າ,”25 ພຣະອົງໄດ້ເຮັດໃຫ້ເຮົາໝັ້ນໃຈ ແບບສະຫງົບ. ພວກເຮົາໃຫ້ກຽດທ່ານ ໃນຂະນະທີ່ທ່ານເຮັດໜ້າທີ່ ດ້ວຍຄວາມຫວັງ ດັ່ງທີ່ ຊິດສະເຕີ ໂຈຍ ດີ ໂຈນສ໌, ໄດ້ກ່າວວ່າ, “ລູກໆຂອງເຮົາ ມີສິດທີ່ຈະເຂົ້າໃຈເອກະລັກທີ່ແທ້ຈິງຂອງເຂົາ.”26
ຂ້າພະເຈົ້າຂໍເຊື້ອເຊີນເຮົາແຕ່ລະຄົນ ໃຫ້ສະແຫວງຫາພຣະເຈົ້າ ແລະ ພຣະບຸດທີ່ຮັກຂອງພຣະອົງ. ປະທານແນວສັນ ໄດ້ຊີ້ນຳວ່າ, “ບໍ່ມີຢູ່ໃນບ່ອນໃດອີກ ທີ່ຄວາມຈິງເຫລົ່ານັ້ນໄດ້ຖືກສອນຢ່າງແຈ່ມແຈ້ງ ແລະ ມີພະລັງຫລາຍໄປກວ່າ ທີ່ຢູ່ໃນພຣະຄຳພີມໍມອນ.”27 ຈົ່ງເປີດມັນ ແລະ ຮຽນຮູ້ວ່າ ພຣະເຈົ້າກະທຳ “ທຸກສິ່ງທຸກຢ່າງເພື່ອຄວາມຜາສຸກ ແລະ ຄວາມສຸກສະບາຍ [ຂອງເຮົາ]”;28 ວ່າພຣະອົງມີ “ເມດຕາ ແລະ ສຸພາບອ່ອນໂຍນ, ຊັກຊ້າທີ່ຈະພຣະພິໂລດ, ອົດກັ້ນ ແລະ ເຕັມໄປດ້ວຍຄວາມດີງາມ”;29 ແລະ ວ່າ “ທຸກຄົນເທົ່າທຽມກັນໝົດສຳລັບ [ພຣະອົງ].”30 ເມື່ອທ່ານຮູ້ສຶກເຈັບປວດ, ສູນເສຍ, ຢ້ານກົວ, ໃຈຮ້າຍ, ໂສກເສົ້າ, ຫິວໂຫຍ, ຫລື ຖືກປະຖິ້ມຢ່າງໝົດຫວັງ ໃນລະຫວ່າງການທົດລອງທີ່ຫຍຸ້ງຍາກທີ່ສຸດ ໃນຊີວິດຂອງທ່ານ31—ຈົ່ງເປີດພຣະຄຳພີມໍມອນ, ແລ້ວທ່ານຈະຮູ້ຈັກວ່າ “[ພຣະເຈົ້າ] ຈະບໍ່ປະຖິ້ມເຮົາ. ພຣະອົງບໍ່ເຄີຍ, ແລະ ຈະບໍ່ເຮັດ. ພຣະອົງເຮັດບໍ່ໄດ້. ມັນບໍ່ແມ່ນຄຸນສົມບັດຂອງພຣະອົງ [ທີ່ຈະເຮັດແນວນັ້ນ].”32
ການມາຮູ້ຈັກພຣະບິດາຂອງເຮົາ ຈະປ່ຽນທຸກສິ່ງ, ໂດຍສະເພາະໃຈຂອງເຮົາ, ດັ່ງທີ່ພຣະວິນຍານທີ່ອ່ອນໂຍນຂອງພຣະອົງໄດ້ຢືນຢັນເອກະລັກທີ່ແທ້ຈິງຂອງເຮົາ ແລະ ຄຸນຄ່າທີ່ຍິ່ງໃຫຍ່ ໃນສາຍພຣະເນດຂອງພຣະອົງ.33 ພຣະເຈົ້າດຳເນີນໄປກັບເຮົາ ໃນເສັ້ນທາງແຫ່ງພັນທະສັນຍາ ໃນຂະນະທີ່ເຮົາສະແຫວງຫາພຣະອົງ ຜ່ານທາງການອະທິຖານອ້ອນວອນ, ການຄົ້ນຄວ້າພຣະຄຳພີ, ແລະ ຄວາມພະຍາຍາມທີ່ຈະເຊື່ອຟັງ.
ຄຸນສົມບັດທີ່ດີເລີດຂອງພຣະເຈົ້າ—ປະຈັກພະຍານຂອງຂ້າພະເຈົ້າ
ຂ້າພະເຈົ້າຮັກພຣະເຈົ້າຂອງບັນພະບຸລຸດຂອງຂ້າພະເຈົ້າ,34 “ອົງພຣະຜູ້ເປັນເຈົ້າທີ່ຊົງລິດອຳນາດຍິ່ງໃຫຍ່,”35 ຜູ້ໄດ້ກັນແສງກັບເຮົາ ຕອນເຮົາໂສກເສົ້າ, ໄດ້ຕີສອນເຮົາດ້ວຍຄວາມອົດທົນ ກັບຄວາມບໍ່ຊອບທຳຂອງເຮົາ, ແລະ ປິຕິຍິນດີ ເມື່ອເຮົາສະແຫວງຫາທີ່ຈະ “ປະຖິ້ມບາບທັງໝົດ [ຂອງເຮົາ] ເພື່ອຈະໄດ້ຮູ້ຈັກ [ພຣະອົງ].”36 ຂ້າພະເຈົ້ານະມັດສະການພຣະອົງ, ຜູ້ເປັນ “ພຣະບິດາຂອງລູກກຳພ້າ”37 ແລະ ເປັນເພື່ອນ ຂອງຜູ້ທີ່ຂາດເພື່ອນ. ດ້ວຍຄວາມກະຕັນຍູ, ຂ້າພະເຈົ້າເປັນພະຍານວ່າ ຂ້າພະເຈົ້າຮູ້ຈັກພຣະເຈົ້າ, ພຣະບິດາຂອງຂ້າພະເຈົ້າ, ແລະ ເປັນພະຍານເຖິງຄວາມດີພ້ອມທຸກຢ່າງ, ເຖິງທັດສະນະ, ແລະ “ລັກສະນະທີ່ດີເລີດຂອງ [ພຣະອົງ].”38
ວ່າເຮົາທຸກຄົນຈະເຂົ້າໃຈແທ້ໆ ແລະ ທະນຸຖະໜອມ “ສິດຂອງການເປັນລູກທີ່ມີກຽດ” ຂອງເຮົາ39 ໃນຖານະທີ່ເປັນລູກຂອງພຣະເຈົ້າ ໃນການມາຮູ້ຈັກພຣະອົງ, “ຜູ້ເປັນພຣະເຈົ້າທ່ຽງແທ້ແຕ່ອົງດຽວ, ແລະ ຮູ້ຈັກພຣະເຢຊູຄຣິດ, ຜູ້ທີ່ພຣະອົງໃຊ້ມາ”40 ຄືຄຳອະທິຖານອັນແຮງກ້າຂອງຂ້າພະເຈົ້າ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.