ຮ່ວມໃຈກັນ
ເພື່ອຈະໄປເຖິງຈຸດໝາຍປາຍທາງແຫ່ງສະຫວັນຂອງເຮົາ, ເຮົາຕ້ອງການກັນແລະກັນ, ແລະ ເຮົາຕ້ອງປຸ້ມລຸມກັນ.
ສັດທີ່ໜ້າອັດສະຈັນທີ່ສຸດຊະນິດໜຶ່ງແມ່ນແມງກະເບື້ອພັນມານອກ. ຕອນເດີນທາງໄປປະເທດແມັກຊີໂກ ເພື່ອໄປຢ້ຽມຄອບຄົວຂອງສາມີຂອງຂ້າພະເຈົ້າຕອນເທດສະການຄຣິດສະມັດ, ພວກເຮົາໄດ້ໄປຢາມສະຖານທີ່ຫລົບໄພຂອງແມງກະເບື້ອ, ບ່ອນທີ່ແມງກະເບື້ອມານອກຫລາຍໆລ້ານໂຕໄປພັກຢູ່ໃນລະດູໜາວ. ມັນເປັນເລື່ອງທີ່ຕື່ນເຕັ້ນ ທີ່ໄດ້ເຫັນສິ່ງທີ່ໜ້າປະທັບໃຈ ແລະ ໃຫ້ພວກເຮົາສະທ້ອນຄິດເຖິງຕົວຢ່າງຂອງການເປັນອັນໜຶ່ງອັນດຽວກັນ ແລະ ການເຊື່ອຟັງຕໍ່ກົດແຫ່ງສະຫວັນ ທີ່ການສ້າງຂອງພຣະເຈົ້າສະແດງໃຫ້ເຫັນ.1
ແມງກະເບື້ອມານອກເປັນນັກນຳທາງບິນທີ່ຊຳນານ. ມັນໃຊ້ທີ່ຕັ້ງຂອງຕາເວັນເພື່ອຊ່ວຍຫາທິດທາງທີ່ມັນຕ້ອງການຈະໄປ. ທຸກໆລະດູໃບໄມ້ປົ່ງ, ມັນຈະບິນເດີນທາງໄປຫລາຍໆພັນໄມ ຈາກປະເທດແມັກຊີໂກໄປເຖິງປະເທດການາດາ, ແລະ ທຸກໆລະດູໃບໄມ້ຫລົ່ນ, ມັນຈະບິນກັບຄືນໄປທີ່ປ່າຕົ້ນເຟີສັກສິກໃນປະເທດແມັກຊີໂກ.2 ພວກມັນເຮັດແບບນີ້ທຸກໆປີ, ໂດຍໃຊ້ປີກນ້ອຍໆພັບໄປມາເທື່ອລະພັບ. ໃນລະຫວ່າງການເດີນທາງ, ມັນເຕົ້າໂຮມກັນຈັບຕົ້ນໄມ້ຢູ່ໃນຕອນກາງຄືນ, ເພື່ອປົກປ້ອງຕົວເອງຈາກອາກາດໜາວເຢັນ ແລະ ສັດທີ່ຈະລ່າມັນ.3
ແມງກະເບື້ອແຕ່ລະກຸ່ມກໍເອີ້ນວ່າ ກ້ອງສະທ້ອນພາບຫລາຍສີ.4 ນັ້ນຊ່າງເປັນພາບທີ່ສວຍງາມແທ້ໆນໍ? ແມງກະເບື້ອແຕ່ລະໂຕໃນກ້ອງ ສະທ້ອນພາບຫລາຍສີ ກໍພິເສດ ແລະ ແຕກຕ່າງກັນ, ແຕ່ສັດທີ່ເບິ່ງຄືວ່າອ່ອນແອເຫລົ່ານີ້ໄດ້ຖືກສ້າງຂຶ້ນມາໂດຍພຣະຜູ້ສ້າງທີ່ຊົງຮັກ ດ້ວຍຄວາມສາມາດທີ່ຈະລອດຊີວິດ, ເດີນທາງ, ອອກແມ່ແຜ່ລູກ, ແລະ ກະຈາຍຊີວິດ ຂະນະທີ່ພວກມັນບິນຈາກດອກໄມ້ດອກໜຶ່ງໄປຫາອີກດອກໜຶ່ງ, ກະຈາຍລະອອງເກສອນດອກໄມ້. ແລະ, ເຖິງແມ່ນວ່າແມງກະເບື້ອແຕ່ລະໂຕແຕກຕ່າງກັນ, ພວກມັນເຮັດວຽກຮ່ວມກັນເພື່ອເຮັດໃຫ້ໂລກ ເປັນສະຖານທີ່ທີ່ສວຍງາມ ແລະ ອຸດົມສົມບູນ.
ເໝືອນດັ່ງແມງກະເບື້ອມານອກ, ເຮົາກໍຢູ່ໃນການເດີນທາງກັບຄືນໄປຫາບ້ານແຫ່ງສະຫວັນຂອງເຮົາ ບ່ອນທີ່ເຮົາຈະໄດ້ກັບຄືນໄປຫາພຣະບິດາມານດາເທິງສະຫວັນຂອງເຮົາ.5 ເໝືອນດັ່ງແມງກະເບື້ອ, ເຮົາໄດ້ຮັບຄຸນສົມບັດແຫ່ງສະຫວັນ ທີ່ນຳທາງເຮົາໃຫ້ເດີນໄປໃນທິດທາງທີ່ຖືກຕ້ອງຕະຫລອດຊີວິດ, ເພື່ອ ເຮັດໃຫ້ຈຸດປະສົງຂອງການສ້າງຂອງ [ເຮົາ] ສຳເລັດຄົບຖ້ວນ.6 ເໝືອນດັ່ງພວກມັນ, ຖ້າເຮົາເຮັດໃຫ້ຫົວໃຈຂອງເຮົາຜູກພັນກັນໄວ້,7 ພຣະຜູ້ເປັນເຈົ້າຈະປົກປ້ອງເຮົາ “ຄືກັນກັບແມ່ໄກ່ [ເຕົ້າໂຮມ] ລູກຂອງມັນໄວ້ໃຕ້ປີກຂອງມັນ”8 ແລະ ຈະເຮັດໃຫ້ເຮົາກາຍເປັນກ້ອງສະທ້ອນພາບຫລາຍສີ ທີ່ສວຍງາມ.
ເດັກຜູ້ຍິງ ແລະ ຜູ້ຊາຍ, ຍິງໜຸ່ມ ແລະ ຊາຍໜຸ່ມ, ເອື້ອຍອ້າຍນ້ອງທັງຫລາຍ, ເຮົາກໍຢູ່ໃນການເດີນທາງນີ້ນຳກັນ. ເພື່ອຈະໄປເຖິງຈຸດໝາຍປາຍທາງແຫ່ງສະຫວັນຂອງເຮົາ, ເຮົາຕ້ອງການກັນແລະກັນ, ແລະ ເຮົາຕ້ອງປຸ້ມລຸມກັນ. ພຣະຜູ້ເປັນເຈົ້າໄດ້ບັນຊາເຮົາວ່າ, ໃຫ້ເຮົາເປັນອັນໜຶ່ງອັນດຽວກັນ; ແລະ ຖ້າເຮົາບໍ່ເປັນອັນໜຶ່ງອັນດຽວກັນ ເຮົາກໍບໍ່ແມ່ນຂອງພຣະອົງ.9
ພຣະເຢຊູຄຣິດເປັນຕົວຢ່າງທີ່ສຸດຍອດຂອງການເປັນອັນໜຶ່ງອັນດຽວກັນ ກັບພຣະບິດາຂອງພຣະອົງ. ພວກພຣະອົງເປັນໜຶ່ງໃນຈຸດປະສົງ, ໃນຄວາມຮັກ, ແລະ ໃນວຽກງານ, “ເພື່ອປະສົງຂອງພຣະບຸດຈະຖືກກືນລົງໄປໃນພຣະປະສົງຂອງພຣະບິດາ.”10
ເຮົາຈະຕິດຕາມຕົວຢ່າງທີ່ດີພ້ອມຂອງພຣະຜູ້ເປັນເຈົ້າ ເຖິງການເປັນອັນໜຶ່ງອັນດຽວກັນ ກັບພຣະບິດາຂອງພຣະອົງ ແລະ ຮ່ວມປຸ້ມລຸມກັນກັບພວກພຣະອົງ ແລະ ກັນແລະກັນຫລາຍຂຶ້ນໄດ້ແນວໃດ?
ແບບແຜນທີ່ດົນໃຈຢ່າງໜຶ່ງກໍພົບເຫັນຢູ່ໃນພຣະທຳ ກິດຈະການ 1:14. ເຮົາອ່ານວ່າ, “[ພວກຜູ້ຊາຍ] ເຫລົ່ານີ້ທັງໝົດໄດ້ ຮ່ວມໃຈກັນ ອະທິຖານປະຈຳສະໝ່ຳສະເໝີ ໂດຍມີພວກແມ່ຍິງຮ່ວມຢູ່ດ້ວຍ.”11
ຂ້າພະເຈົ້າຄິດວ່າມັນສຳຄັນທີ່ສຳນວນ “ຮ່ວມໃຈກັນ” ປະກົດໃຫ້ເຫັນຫລາຍເທື່ອ ໃນພຣະທຳກິດຈະການ, ບ່ອນທີ່ເຮົາອ່ານກ່ຽວກັບສິ່ງທີ່ຜູ້ຕິດຕາມພຣະເຢຊູຄຣິດໄດ້ເຮັດ ໃນທັນທີຫລັງຈາກພຣະອົງໄດ້ສະເດັດຂຶ້ນສະຫວັນ ໂດຍທີ່ເປັນອົງທີ່ຟື້ນຄືນພຣະຊົນ, ທັງເປັນພອນທີ່ເຂົາເຈົ້າໄດ້ຮັບ ເພາະຄວາມພະຍາຍາມຂອງເຂົາເຈົ້າດ້ວຍ. ມັນກໍຍັງສຳຄັນທີ່ເຮົາພົບເຫັນແບບແຜນທີ່ຄ້າຍຄືກັນໃນບັນດາຜູ້ຄົນທີ່ຊື່ສັດໃນທະວີບອາເມຣິກາ ໃນວັນເວລາທີ່ພຣະຜູ້ເປັນເຈົ້າໄດ້ມາຢ້ຽມຢາມ ແລະ ປະຕິບັດສາດສະໜາກິດຕໍ່ເຂົາເຈົ້າ. ຄຳທີ່ວ່າ “ຮ່ວມໃຈກັນ” ໝາຍຄວາມວ່າການເຫັນດີເຫັນພ້ອມ, ການເປັນອັນໜຶ່ງອັນດຽວກັນ, ແລະ ການຮ່ວມກັນທັງໝົດ.
ບາງສິ່ງທີ່ໄພ່ພົນຍຸກສຸດທ້າຍໄດ້ເຮັດໃນການເປັນອັນໜຶ່ງອັນດຽວກັນໃນທັງສອງສະຖານທີ່ແມ່ນວ່າ ເຂົາເຈົ້າໄດ້ເປັນພະຍານເຖິງພຣະເຢຊູຄຣິດ, ໄດ້ສຶກສາພຣະຄຳຂອງພຣະເຈົ້ານຳກັນ, ແລະ ໄດ້ປະຕິບັດສາດສະໜາກິດຕໍ່ກັນແລະກັນ ດ້ວຍຄວາມຮັກ.12
ຜູ້ຕິດຕາມຂອງພຣະຜູ້ເປັນເຈົ້າໄດ້ເປັນອັນໜຶ່ງອັນດຽວກັນໃນຈຸດປະສົງ, ໃນຄວາມຮັກ, ແລະ ໃນວຽກງານ. ເຂົາເຈົ້າໄດ້ຮູ້ວ່າເຂົາເຈົ້າເປັນໃຜ, ເຂົາເຈົ້າໄດ້ຮູ້ສິ່ງທີ່ເຂົາເຈົ້າຕ້ອງເຮັດ, ແລະ ເຂົາເຈົ້າໃດ້ເຮັດສິ່ງນັ້ນດ້ວຍຄວາມຮັກທີ່ມີໃຫ້ແດ່ພຣະເຈົ້າ ແລະ ໃຫ້ກັນແລະກັນ. ເຂົາເຈົ້າໄດ້ເປັນພາກສ່ວນຂອງກ້ອງສະທ້ອນພາບຫລາຍສີ ທີ່ສະຫງ່າງາມ ກ້າວໄປໜ້າດ້ວຍການຮ່ວມໃຈກັນ.
ພອນບາງຢ່າງທີ່ເຂົາເຈົ້າໄດ້ຮັບກໍແມ່ນ ເຂົາເຈົ້າໄດ້ເຕັມໄປດ້ວຍພຣະວິນຍານບໍລິສຸດ, ສິ່ງມະຫັດສະຈັນໄດ້ເກີດຂຶ້ນໃນບັນດາເຂົາເຈົ້າ, ສາດສະໜາຈັກກໍໄດ້ເຕີບໂຕ, ບໍ່ມີການຂັດແຍ້ງກັນໃນບັນດາຜູ້ຄົນ, ແລະ ພຣະຜູ້ເປັນເຈົ້າໄດ້ອວຍພອນເຂົາເຈົ້າໃນທຸກສິ່ງ.13
ເຮົາຄາດຄະເນໄດ້ວ່າ ເຫດຜົນທີ່ເຂົາເຈົ້າໄດ້ເປັນອັນໜຶ່ງດຽວກັນ ກໍເພາະວ່າເຂົາເຈົ້າໄດ້ຮູ້ຈັກພຣະຜູ້ເປັນເຈົ້າເປັນການສ່ວນຕົວ. ເຂົາເຈົ້າໄດ້ຢູ່ໃກ້ຊິດພຣະອົງ, ແລະ ເຂົາເຈົ້າໄດ້ເປັນສັກຂີພະຍານເຖິງພາລະກິດແຫ່ງສະຫວັນຂອງພຣະອົງ, ເຖິງສິ່ງມະຫັດສະຈັນທີ່ພຣະອົງໄດ້ກະທຳ, ແລະ ເຖິງການຟື້ນຄືນພຣະຊົນຂອງພຣະອົງ. ເຂົາເຈົ້າໄດ້ເຫັນ ແລະ ໄດ້ສຳພັດຮອຍແຜທີ່ຢູ່ໃນພຣະຫັດ ແລະ ພຣະບາດຂອງພຣະອົງ. ເຂົາເຈົ້າໄດ້ຮູ້ຢ່າງແນ່ນອນວ່າ ພຣະອົງເປັນພຣະເມຊີອາທີ່ຖືກສັນຍາໄວ້, ເປັນພຣະຜູ້ໄຖ່ຂອງໂລກ. ເຂົາເຈົ້າໄດ້ຮູ້ວ່າ “ພຣະອົງເປັນແຫລ່ງຂອງການປິ່ນປົວ, ຄວາມສະຫງົບສຸກ, ແລະ ຄວາມກ້າວໜ້ານິລັນດອນທັງໝົດ.”14
ເຖິງແມ່ນວ່າເຮົາອາດບໍ່ໄດ້ເຫັນພຣະຜູ້ຊ່ວຍໃຫ້ລອດດ້ວຍຕາທາງຮ່າງກາຍຂອງເຮົາເອງກໍຕາມ, ເຮົາກໍສາມາດຮູ້ໄດ້ວ່າພຣະອົງຊົງພຣະຊົນ. ເມື່ອເຮົາເຂົ້າໃກ້ພຣະອົງ, ເມື່ອເຮົາສະແຫວງຫາທີ່ຈະໄດ້ຮັບພະຍານສ່ວນຕົວ ຜ່ານພຣະວິນຍານບໍລິສຸດ ເຖິງພາລະກິດແຫ່ງສະຫວັນຂອງພຣະອົງຫລາຍຂຶ້ນເທົ່າໃດ, ເຮົາຈະມີຄວາມເຂົ້າໃຈເຖິງຈຸດປະສົງຂອງເຮົາ; ຄວາມຮັກຂອງພຣະອົງຈະສະຖິດຢູ່ໃນໃຈຂອງເຮົາຫລາຍຂຶ້ນເທົ່ານັ້ນ;15 ເຮົາຈະມີຄວາມຕັ້ງໃຈທີ່ເປັນກ້ອງສະທ້ອນພາບຫລາຍສີຂອງຄອບຄົວ, ຫວອດ, ແລະ ຊຸມຊົນຂອງເຮົາ; ແລະ ເຮົາຈະປະຕິບັດຕໍ່ຄົນອື່ນ “ໃນຮູບແບບໃໝ່.”16
ສິ່ງມະຫັດສະຈັນຈະເກີດຂຶ້ນເມື່ອລູກໆຂອງພຣະເຈົ້າຮ່ວມມືກັນ ໂດຍໄດ້ຮັບການຊີ້ນຳຈາກພຣະວິນຍານ ເພື່ອໃຫ້ເອື້ອມອອກໄປຫາຄົນອື່ນທີ່ຂັດສົນ.
ເຮົາໄດ້ຍິນເລື່ອງລາວຫລາຍເລື່ອງເຖິງຄວາມຮັກສັນເພື່ອນບ້ານ ທີ່ຖືກສະແດງໃຫ້ເຫັນໃນບັນດາຜູ້ຄົນເມື່ອເກີດໄພຮ້າຍແຮງ. ຍົກຕົວຢ່າງ, ເມື່ອເມືອງຮິວສະຕັນຖືກນ້ຳຖ້ວມໜັກປີແລ້ວນີ້, ຜູ້ຄົນໄດ້ພາກັນລືມຄວາມຕ້ອງການຂອງຕົນ ແລະ ໄດ້ອອກໄປຊ່ວຍເຫລືອຄົນອື່ນ. ປະທານກຸ່ມແອວເດີຄົນໜຶ່ງໄດ້ຮ້ອງຂໍຄວາມຊ່ວຍເຫລືອຈາກຊຸມຊົນ, ແລະ ຈຳນວນເຮືອ 77 ລຳກໍໄດ້ຖືກຈັດຂຶ້ນ. ຜູ້ຊ່ວຍກູ້ໄພໄດ້ອອກໄປໃນໝູ່ບ້ານທີ່ໄດ້ຮັບການເສຍຫາຍ ແລະ ໄດ້ຂົນສົ່ງຜູ້ຄົນເປັນຄອບຄົວໄປພັກຢູ່ທີ່ຕຶກໂບດຂອງເຮົາ, ບ່ອນທີ່ເຂົາເຈົ້າໄດ້ຮັບທີ່ຫລີ້ໄພ ແລະ ຄວາມຊ່ວຍເຫລືອທີ່ເຂົາເຈົ້າຕ້ອງການຫລາຍທີ່ສຸດ. ສະມາຊິກ ແລະ ຜູ້ທີ່ບໍ່ໄດ້ເປັນສະມາຊິກ ໄດ້ຮ່ວມມືກັນດ້ວຍຈຸດປະສົງອັນດຽວກັນ.
ໃນເມືອງຊານຕີອາໂກ ປະເທດຈີເລ, ປະທານສະມາຄົມສະຕີສົງເຄາະຄົນໜຶ່ງ ມີຄວາມປາດຖະໜາທີ່ຈະຊ່ວຍຄົນເຂົ້າເມືອງໃນຊຸມຊົນຂອງນາງທີ່ມາຈາກ ປະເທດເຮຕີ. ໂດຍການປຶກສາຫາລືນຳກັນກັບຜູ້ນຳຖານະປະໂລຫິດຂອງນາງ, ນາງ ແລະ ຜູ້ນຳຄົນອື່ນໆໄດ້ມີຄວາມຄິດທີ່ຈະຈັດຫ້ອງຮຽນພາສາສະເປນ ໃຫ້ຜູ້ຄົນເຂົ້າເມືອງໃໝ່ເຫລົ່ານັ້ນ, ເພື່ອຊ່ວຍເຂົາເຈົ້າໃຫ້ຮ່ວມເຂົ້າເປັນອັນໜຶ່ງອັນດຽວກັນ ໃນຊຸມຊົນໃໝ່ຂອງເຂົາເຈົ້າ. ທຸກໆເຊົ້າວັນເສົາ, ຜູ້ສອນສາດສະໜາຈະໄປເຕົ້າໂຮມກັນກັບນັກຮຽນທີ່ຕື່ນເຕັ້ນຂອງເຂົາເຈົ້າ. ຄວາມຮູ້ສຶກຂອງການເປັນອັນໜຶ່ງອັນດຽວກັນໃນຕຶກນັ້ນ ກໍເປັນຕົວຢ່າງທີ່ດົນໃຈ ຂອງຜູ້ຄົນທີ່ມາຈາກພື້ນຖານທີ່ແຕກຕ່າງກັນ ຮັບໃຊ້ຮ່ວມໃຈກັນໄປ.
ໃນປະເທດແມັກຊີໂກ, ສະມາຊິກຫລາຍໆຮ້ອຍຄົນໄດ້ເດີນທາງຫລາຍໆຊົ່ວໂມງ ເພື່ອໄປຊ່ວຍຜູ້ເຄາະຮ້າຍຈາກແຜ່ນດິນໄຫວທີ່ຮ້າຍແຮງສອງເທື່ອ. ເຂົາເຈົ້າໄດ້ພາກັນໄປດ້ວຍເຄື່ອງມື, ເຄື່ອງຈັກ, ແລະ ຄວາມຮັກທີ່ມີໃຫ້ແກ່ເພື່ອນບ້ານຂອງເຂົາເຈົ້າ. ຂະນະທີ່ຜູ້ອາສາສະໝັກໄດ້ເຕົ້າໂຮມກັນຢູ່ທີ່ຕຶກປະຊຸມແຫ່ງໜຶ່ງຂອງເຮົາ ເພື່ອລໍຖ້າຄຳແນະນຳ, ເຈົ້າເມືອງຂອງເມືອງອິກຮົວຕານ ໄດ້ຫລັ່ງນ້ຳຕາ ເມື່ອເພິ່ນໄດ້ເຫັນການສະແດງໃຫ້ປະຈັກເຖິງ “ຄວາມຮັກອັນບໍລິສຸດຂອງພຣະຄຣິດ.”17
ບັດນີ້ ພຣະຜູ້ເປັນເຈົ້າກຳລັງປະທານໂອກາດໃຫ້ເຮົາ ເພື່ອໃຫ້ປຶກສາຫາລືນຳກັນແຕ່ລະເດືອນໃນກຸ່ມຖານະປະໂລຫິດ ແລະ ສະມາຄົມສະຕີສົງເຄາະຂອງເຮົາ, ເພື່ອວ່າເຮົາຈະເປັນຜູ້ມີພາກສ່ວນຢ່າງຈິງຈັງໃນກ້ອງສະທ້ອນພາບຫລາຍສີ ຂອງຫວອດ ແລະ ສາຂາຂອງເຮົາ—ເປັນບ່ອນທີ່ເຮົາທຸກຄົນເຂົ້າກັບໝູ່ໄດ້ ແລະ ບ່ອນທີ່ມີຄົນຕ້ອງການເຮົາ.
ທຸກໆເສັ້ນທາງຂອງເຮົາແມ່ນແຕກຕ່າງກັນ, ແຕ່ເຮົາຈະຍ່າງໄປດ້ວຍກັນ. ເສັ້ນທາງຂອງເຮົາບໍ່ກ່ຽວກັບສິ່ງທີ່ເຮົາໄດ້ເຮັດມາ ຫລື ວ່າເຮົາໄດ້ໄປໃສມາ; ມັນກ່ຽວກັບວ່າເຮົາຈະໄປໃສ ແລະ ສິ່ງທີ່ເຮົາຈະກາຍເປັນ, ໃນການເປັນອັນໜຶ່ງອັນດຽວກັນ. ເມື່ອເຮົາປຶກສາຫາລືນຳກັນໂດຍໄດ້ຮັບການຊີ້ນຳຈາກພຣະວິນຍານບໍລິສຸດ, ເຮົາຈະສາມາດເຫັນວ່າເຮົາຢູ່ໃສໃນຕອນນີ້ ແລະ ວ່າເຮົາຈະຕ້ອງຢູ່ໃສ. ພຣະວິນຍານບໍລິສຸດປະທານວິໄສທັດໃຫ້ເຮົາທີ່ຕາທຳມະຊາດຂອງເຮົາບໍ່ສາມາດຫລຽວເຫັນໄດ້, ເພາະ “ການເປີດເຜີຍຖືກກະຈັດກະຈາຍໄປ ໃນບັນດາພວກເຮົາ,”18 ແລະ ເມື່ອເຮົາເອົາການເປີດເຜີຍມາຮ່ວມກັນ, ແລ້ວເຮົາຈະຫລຽວເຫັນຫລາຍຂຶ້ນ.
ເມື່ອເຮົາເຮັດວຽກໂດຍການເປັນອັນໜຶ່ງອັນດຽວກັນ, ຈຸດປະສົງຂອງເຮົາຄວນເປັນທີ່ຈະຊອກຫາ ແລະ ເຮັດຕາມພຣະປະສົງຂອງພຣະຜູ້ເປັນເຈົ້າ; ແຮງຈູງໃຈຂອງເຮົາຄວນເປັນຄວາມຮັກ ທີ່ເຮົາມີໃຫ້ແດ່ພຣະເຈົ້າ ແລະ ເພື່ອນບ້ານຂອງເຮົາ;19 ແລະ ຄວາມປາດຖະໜາທີ່ສຳຄັນຂອງເຮົາຄວນເປັນທີ່ຈະ “ເຮັດວຽກງານຢ່າງພາກພຽນ,”20 ເພື່ອວ່າເຮົາຈະສາມາດຕຽມທາງໄວ້ ສຳລັບການສະເດັດຄືນມາອັນຮຸ່ງໂລດຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ທາງດຽວເທົ່ານັ້ນທີ່ເຮົາຈະສາມາດເຮັດແບບນີ້ໄດ້ກໍດ້ວຍການ “ຮ່ວມໃຈກັນ.”
ເໝືອນດັ່ງແມງກະເບື້ອມານອກ, ຂໍໃຫ້ເຮົາຈົ່ງສືບຕໍ່ໃນການເດີນທາງຂອງເຮົາໄປດ້ວຍກັນ ໃນຈຸດປະສົງ, ເຮົາແຕ່ລະຄົນດ້ວຍຄຸນສົມບັດ ແລະ ສ່ວນບໍລິຈາກ, ເຮັດວຽກເພື່ອເຮັດໃຫ້ໂລກນີ້ເປັນໂລກທີ່ສວຍງາມ ແລະ ອຸດົມສົມບູນຫລາຍຂຶ້ນ—ເທື່ອລະບາດກ້າວນ້ອຍໆ ແລະ ໃນຄວາມປອງດອງທີ່ສົມບູນແບບກັບພຣະຜູ້ຊ່ວຍໃຫ້ລອດ.
ອົງພຣະຜູ້ເປັນເຈົ້າພຣະເຢຊູຄຣິດໄດ້ສັນຍາກັບເຮົາວ່າ ເມື່ອເຮົາເຕົ້າໂຮມກັນໃນພຣະນາມຂອງພຣະອົງ, ພຣະອົງກໍຢູ່ໃນທ່າມກາງພວກເຮົາ.21 ຂ້າພະເຈົ້າເປັນພະຍານວ່າ ພຣະອົງຊົງພຣະຊົນ ແລະ ວ່າພຣະອົງໄດ້ຟື້ນຄືນພຣະຊົນ ໃນເຊົ້າລະດູໃບໄມ້ປົ່ງທີ່ສວຍງາມເໝືອນດັ່ງມື້ນີ້. ພຣະອົງເປັນພຣະລາຊາເໜືອລາຊາໃດໆ, “ພຣະອົງເປັນພຣະມະຫາກະສັດຂອງກະສັດທັງປວງ, ແລະ ເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງປວງ.”22
ຂ້າພະເຈົ້າຫວັງວ່າເຮົາຈະເປັນອັນໜຶ່ງອັນດຽວກັນໃນພຣະບິດາ ແລະ ໃນພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງ, ຂະນະທີ່ເຮົາຖືກຊີ້ນຳໂດຍພຣະວິນຍານບໍລິສຸດ, ນີ້ຄືຄຳອະທິຖານທີ່ຖ່ອມຕົວຂອງຂ້າພະເຈົ້າ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.