​2010–2019
ມັນກ່ຽວກັບຜູ້ຄົນ
ເດືອນ​ເມສາ 2018


2:3

ມັນກ່ຽວກັບຜູ້ຄົນ

ສາດ​ສະ​ໜາ​ຈັກ​ແມ່ນ ກ່ຽວກັບທ່ານ, ສານຸສິດຂອງພຣະຜູ້ເປັນເຈົ້າ—ຜູ້ທີ່ຮັກ ແລະ ຕິດຕາມພຣະອົງ ແລະ ຜູ້ໄດ້ທີ່ຮັບເອົາພຣະນາມຂອງພຣະອົງ.

ຂະນະທີ່ກະກຽມສຳລັບການກໍ່ສ້າງພຣະວິຫານປາຣິສ໌ ປະເທດຝະຣັ່ງທີ່ສະຫງ່າງາມ, ຂ້າພະເຈົ້າໄດ້ມີປະສົບການ ທີ່ຂ້າພະເຈົ້າຈະບໍ່ມີວັນລືມ. ໃນປີ 2010, ຕອນທີ່ໄດ້ຊອກພົບທີ່ດິນສຳລັບພຣະວິຫານ, ເຈົ້າເມືອງໄດ້ຂໍພົບກັບພວກເຮົາ ເພື່ອຢາກຮູ້ກ່ຽວກັບສາດສະໜາຈັກຂອງເຮົາຫລາຍຂຶ້ນ. ການພົບປະຄັ້ງນີ້ເປັນບາດກ້າວທີ່ສຳຄັນທີ່ສຸດ ໃນການໄດ້ຮັບເອກະສານອະນຸຍາດໃຫ້ກໍ່ສ້າງ. ພວກເຮົາໄດ້ກະກຽມການສະເໜີຢ່າງລະມັດລະວັງ ທີ່ຮ່ວມດ້ວຍຮູບພາບທີ່ໜ້າປະທັບໃຈ ຂອງພຣະວິຫານໄພ່ພົນຍຸກສຸດທ້າຍຫລາຍໆແຫ່ງ. ຄວາມຫວັງທີ່ແຮງກ້າຂອງຂ້າພະເຈົ້ານັ້ນຄືວ່າ ຄວາມສວຍງາມຂອງສະຖາປະນິກກຳ ຈະເກ້ຍກ່ອມເຈົ້າເມືອງ ໃຫ້ສະໜັບສະໜູນໂຄງການຂອງເຮົາ.

ຂ້າພະເຈົ້າຕົກໃຈ, ເມື່ອເຈົ້າເມືອງໄດ້ບອກວ່າ ແທນທີ່ຈະທົບທວນການສະເໜີຂອງພວກເຮົາ, ເພິ່ນ ແລະ ທີມງານຂອງເພິ່ນ ໄດ້ເລືອກທີ່ຈະດຳເນີນການສອບສວນຂອງເຂົາເຈົ້າເອງ ເພື່ອຈະຮູ້ວ່າສາດສະໜາຈັກຂອງເຮົາເປັນແບບໃດກັນແນ່. ເດືອນຕໍ່ມາ, ພວກເຮົາຖືກເຊີນກັບໄປ ເພື່ອຮັບຟັງຂໍ້ລາຍງານທີ່ ທີ່ປຶກສາຂອງເມືອງ ຜູ້ທີ່ເປັນອາຈານປະຫວັດສາດເລື່ອງສາດສະໜາໄດ້ລາຍງານ. ນາງໄດ້ເວົ້າວ່າ, “ເໜືອທຸກສິ່ງທັງໝົດ, ພວກເຮົາຢາກເຂົ້າໃຈວ່າ ສະມາຊິກຂອງສາດສະໜາຈັກຂອງພວກທ່ານເປັນໃຜກັນແນ່. ທຳອິດ, ພວກເຮົາໄດ້ໄປຮ່ວມກອງປະຊຸມສິນລະລຶກຂອງພວກທ່ານໜຶ່ງເທື່ອ. ພວກເຮົາໄດ້ນັ່ງຢູ່ດ້ານຫລັງຂອງຫ້ອງນະມັດສະການ ແລະ ໄດ້ສັງເກດຢ່າງລະມັດລະວັງ ເບິ່ງຜູ້ຄົນໃນກຸ່ມ ແລະ ສິ່ງທີ່ເຂົາເຈົ້າເຮັດ. ແລ້ວພວກເຮົາໄດ້ພົບກັບເພື່ອນບ້ານຂອງພວກທ່ານ—ຜູ້ທີ່ອາໄສຢູ່ໃນເຂດສະເຕກຂອງພວກທ່ານ—ແລະ ໄດ້ຖາມເຂົາເຈົ້າວ່າ ຊາວມໍມອນເປັນຄົນແບບໃດກັນແນ່.”

“ສະນັ້ນແມ່ນຫຍັງຄືຂໍ້ສະຫລຸບຂອງທ່ານ?” ຂ້າພະເຈົ້າໄດ້ຖາມ, ໂດຍຮູ້ສຶກກັງວົນນ້ອຍໜຶ່ງ. ນາງໄດ້ຕອບວ່າ, “ພວກເຮົາໄດ້ຄົ້ນພົບວ່າ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ແມ່ນ​ເໝືອນ​ດັ່ງສາດສະໜາຈັກເດີມຂອງພຣະເຢຊູຄຣິດທີ່ສຸດ ຫລາຍກວ່າສາດສະໜາຈັກອື່ນທີ່ພວກເຮົາຮູ້ຈັກ?” ຂ້າພະເຈົ້າເກືອບຂັດຄ້ານ ດ້ວຍ​ຖ້ອຍ​ຄຳ​ທີ່​ວ່າ, “ນັ້ນບໍ່ຖືກຕ້ອງທັງໝົດ! ສາດ​ສະ​ໜາ​ຈັກ​ບໍ່​ໄດ້​ເໝືອນ; ແຕ່ມັນ ແມ່ນ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ—ເປັນສາດ​ສະ​ໜາ​ຈັກ​ດຽວ​ກັນ​ນັ້ນ, ເປັນສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ!” ແຕ່ຂ້າພະເຈົ້າໄດ້ຍັບຢັ້ງຕົວເອງ ແລະ ໄດ້ອະທິຖານສະແດງຄວາມກະຕັນຍູຢ່າງງຽບໆຢູ່ໃນໃຈ. ແລ້ວເຈົ້າເມືອງໄດ້ແນະນຳພວກເຮົາວ່າ, ອີງຕາມຂໍ້ເທັດຈິງຂອງພວກເພິ່ນ, ເພິ່ນ ແລະ ທີມງານຂອງເພິ່ນບໍ່ມີຂໍ້ຂັດຄ້ານໃດໆ ຕໍ່ການກໍ່ສ້າງພຣະວິຫານໃນຊຸມຊົນຂອງພວກເພິ່ນເລີຍ.

ໃນເວລານີ້, ເມື່ອຂ້າພະເຈົ້າຄິດກ່ຽວກັບປະສົບການມະຫັດສະຈັນນັ້ນ, ຂ້າພະເຈົ້າຮູ້ສຶກກະຕັນຍູສຳລັບປັນຍາ ແລະ ວິນຍານແຫ່ງການຫລິງເຫັນຂອງເຈົ້າເມືອງຄົນນັ້ນ. ເພິ່ນໄດ້ຮູ້ວ່າເຄັດລັບສູ່ຄວາມເຂົ້າໃຈສາດສະໜາຈັກນັ້ນບໍ່ແມ່ນຈະເຫັນມັນ ຜ່ານການປະກົດການພາຍນອກຂອງຕຶກອາຄານ ຫລື ແມ່ນແຕ່ເປັນສະຖາບັນທີ່ຖືກຈັດຕັ້ງຂຶ້ນເປັນລະບຽບ ແຕ່ຜ່ານສະມາຊິກທີ່ຊື່ສັດຫລາຍໆລ້ານຄົນ, ຜູ້ທີ່ພະຍາຍາມທີ່ຈະຕິດຕາມຕົວຢ່າງຂອງ ພຣະເຢຊູຄຣິດແຕ່ລະວັນ.

ຄຳ​ວ່າ ສາດ​ສະ​ໜາ​ຈັກ ອາດ​ມາ​ຈາກ​ວັກ​ໜຶ່ງ ໃນ​ພຣະ​ຄຳ​ພີ​ມໍ​ມອນ ທີ່​ກ່າວ​ວ່າ, “ແລະ ຜູ້​ທີ່ [ໝາຍ​ເຖິງ​ສາ​ນຸ​ສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ] ໄດ້​ຮັບ​ບັບ​ຕິ​ສະ​ມາ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ ໄດ້​ຖືກ​ເອີ້ນ​ວ່າ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ.”1

ໃນອີກຄຳໜຶ່ງ, ສາດສະໜາຈັກນັ້ນແມ່ນກ່ຽວກັບຜູ້ຄົນ. ມັນກ່ຽວກັບທ່ານ, ສານຸສິດຂອງພຣະຜູ້ເປັນເຈົ້າ—ຜູ້ທີ່ຮັກ ແລະ ຕິດຕາມພຣະອົງ ແລະ ຜູ້ໄດ້ທີ່ຮັບເອົາພຣະນາມຂອງພຣະອົງໂດຍພັນທະສັນຍາ.

ປະທານຣະໂຊ ເອັມ ແນວສັນ ຄັ້ງໜຶ່ງໄດ້ປຽບທຽບສາດສະໜາຈັກໃສ່ກັບລົດຄັນງາມຄັນໜຶ່ງ. ເຮົາທຸກຄົນກໍມັກຫລາຍເມື່ອລົດຂອງເຮົາສະອາດ ແລະ ເຫລື້ອມໃສດີ. ແຕ່ຈຸດປະສົງຂອງລົດບໍ່ແມ່ນເພື່ອໃຫ້ມັນ​ປະກົດເປັນພຽງແຕ່ເຄື່ອງຈັກທີ່ຈັບຕາຈັບໃຈ; ມັນຕ້ອງຍົກຍ້າຍ ຜູ້ຄົນ ທີ່ຢູ່ໃນລົດຄັນນັ້ນ.2 ໃນທຳນອງດຽວກັນ, ເຮົາ, ໃນຖານະສະມາຊິກຂອງສາດສະໜາຈັກ, ເຫັນຄຸນຄ່າທີ່ຈະມີສະຖານທີ່ນະມັດສະການທີ່ສວຍງາມ ທີ່ສະອາດ ແລະ ຖືກຮັກສາໄວ້ເປັນຢ່າງດີ, ແລະ ເຮົາຍັງ​ຊື່ນ​ຊົມທີ່ຈະມີໂຄງການຕ່າງທີ່ດຳເນີນງານເປັນຢ່າງດີ. ແຕ່ທຸກສິ່ງເຫລົ່ານີ້ກໍເປັນພຽງແຕ່ລະບົບການທີ່ສົ່ງເສີມເທົ່ານັ້ນ. ຈຸດປະສົງດຽວຂອງເຮົາແມ່ນທີ່ຈະເຊື້ອເຊີນບຸດ ແລະ ທິດາຂອງພຣະເຈົ້າທຸກຄົນ ໃຫ້ມາຫາພຣະຄຣິດ ແລະ ທີ່ຈະຊີ້ນຳເຂົາເຈົ້າຕະຫລອດເສັ້ນທາງແຫ່ງພັນທະສັນຍາ. ບໍ່ມີສິ່ງອື່ນໃດສຳຄັນໄປກວ່ານີ້. ວຽກງານຂອງເຮົາແມ່ນກ່ຽວກັບຜູ້ຄົນ ແລະ ພັນທະສັນຍາ.

ມັນບໍ່ເປັນສິ່ງທີ່ປະເສີດລ້ຳບໍ ທີ່ນາມທີ່ຖືກປະທານໃຫ້ຜ່ານການເປີດເຜີຍໃຫ້ແກ່ສາດສະໜາຈັກທີ່ໄດ້ຟື້ນຟູນັ້ນ ຜູກພັນທັງສອງສ່ວນປະກອບທີ່ສຳຄັນທີ່ສຸດ ໃນແຕ່ລະພັນທະສັນຍາຂອງພຣະກິດຕິຄຸນເຂົ້າກັນ? ທຳອິດແມ່ນພຣະນາມ ພຣະ​ເຢ​ຊູ​ຄຣິດ. ສາດ​ສະ​ໜາ​ຈັກ​ນີ້​ເປັນ​ຂອງ​ພຣະ​ອົງ, ແລະ ການຊົດໃຊ້ທີ່ຊຳລະໃຫ້ສະອາດ ແລະ ພັນທະສັນຍາຂອງພຣະອົງ ຄືເສັ້ນທາງດຽວເທົ່ານັ້ນທີ່ນຳໄປສູ່ຄວາມລອດ ແລະ ຄວາມສູງສົ່ງ. ນາມທີສອງອ້າງເຖິງ ເຮົາ: ໄພ່ພົນ, ຫລື ໃນອີກຄຳໜຶ່ງກໍຄື, ພະຍານ ແລະ ສານຸສິດຂອງພຣະອົງ.

ຂ້າພະເຈົ້າໄດ້ຮຽນຮູ້ຄວາມສຳຄັນຂອງການເອົາໃຈໃສ່ຜູ້ຄົນຕອນຂ້າພະເຈົ້າ ໄດ້ຮັບໃຊ້ເປັນປະທານສະເຕກໃນປະເທດຝະຣັ່ງ. ໃນຕອນຕົ້ນຂອງການຮັບໃຊ້ຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ມີເປົ້າໝາຍທີ່ທະເຍີທະຍານບາງຢ່າງ ສຳລັບສະເຕກຢູ່ໃນໃຈ: ຈັດຫວອດໃໝ່, ສ້າງຕຶກໂບດໃໝ່, ແລະ ແມ່ນແຕ່ການກໍ່ສ້າງພຣະວິຫານແຫ່ງໜຶ່ງ ໃນເຂດຂອງພວກເຮົາ. ຕອນຂ້າພະເຈົ້າຖືກປົດຈາກຕຳແໜ່ງຫົກປີຕໍ່ມາ, ບໍ່ມີຈຸດປະສົງໃດຈັກຢ່າງ ທີ່ບັນລຸຜົນສຳເລັດ. ສິ່ງນີ້ອາດເຮັດໃຫ້ຂ້າພະເຈົ້າຮູ້ສຶກວ່າລົ້ມເຫລວໝົດ ຍົກເວັ້ນແຕ່, ໃນຊ່ວງເວລາຫົກປີນັ້ນ, ຈຸດປະສົງຂອງຂ້າພະເຈົ້າໄດ້ປ່ຽນໄປ.

ຕອນຂ້າພະເຈົ້າໄດ້ນັ່ງຢູ່ເທິງເວທີໃນວັນທີ່ຂ້າພະເຈົ້າຖືກປົດຈາກຕຳແໜ່ງ, ຂ້າພະເຈົ້າໄດ້ຮູ້ສຶກຕື້ນຕັນໃຈ ໂດຍຄວາມຮູ້ສຶກຢ່າງເລິກຊຶ້ງເຖິງຄວາມກະຕັນຍູ ແລະ ຄວາມສຳເລັດຜົນ. ຂ້າພະເຈົ້າໄດ້ຫລຽວເບິ່ງໃບໜ້າຂອງສະມາຊິກຫລາຍໆຮ້ອຍຄົນທີ່ໄດ້ມາຮ່ວມ. ຂ້າພະເຈົ້າ​ໄດ້​ຈື່ຈຳປະສົບການທາງວິນຍານ ທີ່ກ່ຽວພັນກັບເຂົາເຈົ້າແຕ່ລະຄົນໄດ້.

ໃນບັນດາຜູ້ຄົນເຫລົ່ານັ້ນແມ່ນອ້າຍເອື້ອຍນ້ອງ ຜູ້ທີ່ໄດ້ຮັບບັບຕິສະມາ, ຜູ້ທີ່ຂ້າພະເຈົ້າໄດ້ເຊັນໃບຮັບຮອງ ເທື່ອ​ທຳ​ອິດໃຫ້ ເພື່ອວ່າເຂົາເຈົ້າຈະໄດ້ຮັບພິທີ​ການສັກສິດຂອງພຣະວິຫານ, ແລະ ໜຸ່ມສາວ ແລະ ຄູ່ສາມີພັນລະຍາທີ່ຂ້າພະເຈົ້າໄດ້ແຕ່ງຕັ້ງ ແລະ ໄດ້ປົດຈາກການເປັນຜູ້ສອນສາດສະໜາເຕັມເວລາ. ຍັງມີຄົນອື່ນອີກຫລາຍຄົນ ຜູ້ທີ່ຂ້າພະເຈົ້າໄດ້ປະຕິບັດຕໍ່ ຂະນະທີ່ເຂົາເຈົ້າໄດ້ຜ່ານຜ່າການທົດລອງ ແລະ ຄວາມຍາກລຳບາກໃນຊີວິດຂອງເຂົາເຈົ້າ. ຂ້າພະເຈົ້າໄດ້ຮູ້ສຶກເຖິງຄວາມຮັກທີ່ມີຫລາຍສຳລັບເຂົາເຈົ້າແຕ່ລະຄົນ. ຂ້າພະເຈົ້າໄດ້ພົບຄວາມສຸກທີ່ແທ້ຈິງໃນການຮັບໃຊ້ເຂົາເຈົ້າ ແລະ ໄດ້ຊື່ນຊົມໃນຄວາມຈົງຮັກພັກດີ ແລະ ສັດທາຂອງເຂົາເຈົ້າທີ່ມີຕໍ່ພຣະຜູ້ຊ່ວຍໃຫ້ລອດຫລາຍຂຶ້ນ.

ປະທານເອັມ ຣະໂຊ ບາເລີດ ໄດ້ສອນວ່າ, “ສິ່ງທີ່ສຳຄັນທີ່ສຸດໃນຄວາມຮັບຜິດຊອບ ຂອງສາດສະໜາຈັກຂອງເຮົາ ບໍ່ແມ່ນສະຖິຕິທີ່ຖືກລາຍງານ ຫລື ການປະຊຸມທີ່ຖືກຈັດຂຶ້ນ ແຕ່ເປັນເພາະວ່າ ຜູ້ຄົນທີ່ເປັນສ່ວນບຸກຄົນ—ຖືກປະຕິບັດຕໍ່ເທື່ອລະຄົນ ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ປະຕິບັດ—ໄດ້ຖືກເຊີດຊູ ແລະ ໄດ້ຮັບກຳລັງໃຈ ແລະ ໃນທີ່ສຸດໄດ້ປ່ຽນໄປ.”3

ອ້າຍເອື້ອຍນ້ອງທີ່ຮັກແພງ, ເຮົາເຂັ້ມແຂງໃນພຣະກິດຕິຄຸນ, ຫລື ວ່າເຮົາພຽງແຕ່ຫຍຸ້ງ ຢູ່ໃນສາດສະໜາຈັກເທົ່ານັ້ນ? ເຄັດລັບນັ້ນແມ່ນທີ່ຈະຕິດຕາມຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດໃນທຸກສິ່ງ. ຖ້າເຮົາເຮັດເຊັ່ນນັ້ນ, ຕາມທຳມະຊາດເຮົາຈະເອົາໃຈໃສ່ການຊ່ວຍເຫລືອແຕ່ລະບຸກຄົນໃຫ້ລອດ ແທນທີ່ຈະປະຕິບັດວຽກງານໄປຊື່ໆ ແລະ ປະຕິບັດຕາມໂຄງການຕ່າງໆ.

ທ່ານເຄີຍໄດ້ຖາມຕົວເອງບໍວ່າ ມັນຈະເປັນແບບໃດຖ້າຫາກພຣະຜູ້ຊ່ວຍໃຫ້ລອດໄດ້ມາຢ້ຽມຢາມຫວອດ ຫລື ສາຂາຂອງທ່ານ ວັນອາທິດໜ້ານີ້? ພຣະອົງຈະເຮັດຫຍັງແດ່? ພຣະອົງຈະກັງວົນບໍທີ່ຈະຮູ້ ຖ້າຫາກວ່າອຸບປະກອນຮູບພາບນັ້ນດີພໍ ຫລື ຖ້າຫາກຖືກວາງໄວ້ຢ່າງເປັນລະບຽບໃນຫ້ອງຮຽນ? ຫລື ວ່າພຣະອົງຈະພົບເຫັນຄົນໃດຄົນໜຶ່ງທີ່ພຣະອົງຈະຮັກ, ສິດສອນ ແລະ ໃຫ້ພອນ? ບາງທີພຣະອົງຈະຊອກຫາສະມາຊິກໃໝ່ ຫລື ໝູ່ເພື່ອນທີ່ຈະຕ້ອນຮັບ, ອ້າຍເອື້ອຍນ້ອງຄົນໜຶ່ງທີ່ບໍ່ສະບາຍ ທີ່ຕ້ອງການ ການປອບໂຍນ, ຫລື ຄົນໜຸ່ມທີ່ກຳລັງຫວັ່ນ​ໄຫວ ຜູ້ທີ່ຕ້ອງການ ການເຊີດຊູ ແລະ ກຳລັງໃຈ.

ພຣະເຢຊູຈະໄປຢ້ຽມຢາມຫ້ອງຮຽນຫ້ອງໃດ? ຂ້າພະເຈົ້າຈະບໍ່ແປກໃຈເລີຍຖ້າຫາກວ່າ ພຣະອົງຈະໄປຢາມເດັກນ້ອຍຢູ່ຫ້ອງປະຖົມໄວກ່ອນອື່ນໝົດ. ພຣະອົງອາດຄຸເຂົ່າລົງ ແລະ ເວົ້າລົມນຳເດັກນ້ອຍໂດຍກົງ. ພຣະອົງຈະສະແດງຄວາມຮັກທີ່ມີຕໍ່ພວກເຂົາ, ເລົ່ານິທານໃຫ້ພວກເຂົາຟັງ, ສະແດງຄວາມຍິນດີ ນຳພວກເຂົາກັບຮູບແຕ້ມຂອງພວກເຂົາ, ແລະ ເປັນພະຍານເຖິງພຣະບິດາຜູ້ສະຖິດ ຢູ່ໃນສະຫວັນຂອງພຣະອົງ. ທ່າທີຂອງພຣະອົງຈະລຽບງ່າຍ, ຈິງໃຈ, ແລະ ປາດສະຈາກຄວາມອວດອົ່ງ. ເຮົາຈະເຮັດເໝືອນພຣະອົງໄດ້ບໍ?

ຂ້າພະເຈົ້າສັນຍາທ່ານວ່າ ເມື່ອທ່ານພະຍາຍາມທີ່ຈະຢູ່ໃນລາຍການຂອງພຣະຜູ້ເປັນເຈົ້າ, ບໍ່ມີສິ່ງໃດຈະເປັນສິ່ງທີ່ສຳຄັນ ກວ່າການພົບເຫັນຜູ້ຄົນ ທີ່ທ່ານສາມາດຊ່ວຍເຫລືອ ແລະ ເປັນພອນໃຫ້ໄດ້. ຢູ່ທີ່ໂບດທ່ານຈະເອົາໃຈໃສ່ການສອນບຸກຄົນ ແລະ ສຳພັດຫົວໃຈຂອງເຂົາເຈົ້າ. ຄວາມຫ່ວງໃຍຂອງທ່ານຈະສົ່ງເສີມປະສົບການທາງວິນຍານ ແທນທີ່ຈະຈັດກິດຈະກຳທີ່ສົມບູນແບບ, ທີ່ຈະປະຕິບັດຕໍ່ເພື່ອນສະມາຊິກ ແທນທີ່ຈະຂີດໝາຍຈຳນວນຂອງການຢ້ຽມຢາມຂອງທ່ານ. ມັນຈະບໍ່ກ່ຽວກັບຕົວທ່ານ ແຕ່ມັນຈະກ່ຽວກັບ ເຂົາເຈົ້າ ຜູ້ທີ່ເຮົາເອີ້ນວ່າອ້າຍເອື້ອຍນ້ອງຂອງເຮົາ.

ບາງເທື່ອເຮົາກໍກ່າວກ່ຽວກັບ ການໄປ ໂບດ. ແຕ່ສາດສະໜາຈັກມີຄວາມໝາຍຫລາຍກວ່າ ຕຶກ ຫລື ສະຖານທີ່ໃດໜຶ່ງໂດຍສະເພາະ. ມັນກໍເປັນຈິງ ແລະ ມີຊີວິດຢູ່ ໃນທີ່ອາໄສທີ່ຕ່ຳຕ້ອຍ ຢູ່ໃນເຂດທີ່ຫ່າງໄກຂອງໂລກ ດັ່ງທີ່ເປັນຢູ່ໃນສູນກາງ​ໃຫຍ່ຂອງສາດສະໜາຈັກ ຢູ່ໃນເມືອງເຊົາເລັກ. ພຣະອົງເອງ ໄດ້ກ່າວວ່າ, “ດ້ວຍວ່າ ມີສອງ ຫລື ສາມຄົນມາຮ່ວມປະຊຸມກັນໃນນາມຂອງເຮົາຢູ່ບ່ອນໃດ ເຮົາກໍຢູ່ທ່າມກາງພວກເຂົາໃນບ່ອນນັ້ນແຫລະ.”4

ເຮົານຳເອົາສາດສະໜາຈັກໄປນຳເຮົາບ່ອນໃດກໍຕາມທີ່ເຮົາໄປ: ໄປວຽກ, ໄປໂຮງຮຽນ, ໄປພັກ​ຜ່ອນ, ແລະ ໂດຍສະເພາະຢູ່ໃນບ້ານເຮືອນຂອງເຮົາ. ການເປັນຢູ່ ແລະ ອິດທິພົນຂອງເຮົາຈະພຽງພໍ ທີ່ຈະເຮັດໃຫ້ບ່ອນໃດກໍຕາມ ທີ່ເຮົາພົບເຫັນຕົວເອງເປັນສະຖານທີ່ສັກສິດໄດ້.

ຂ້າພະເຈົ້າຈື່ຈຳການເວົ້າລົມ ທີ່ຂ້າພະເຈົ້າໄດ້ເວົ້າກັບໝູ່ເພື່ອນຄົນໜຶ່ງ ທີ່ບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກຂອງເຮົາ. ລາວແປກໃຈທີ່ໄດ້ຮຽນຮູ້ວ່າ ຊາຍທີ່ມີຄ່າຄວນໃນສາດສະໜາຈັກຂອງເຮົາ ສາມາດໄດ້ຮັບຖານະປະໂລຫິດ. ລາວໄດ້ຖາມວ່າ, “ແຕ່ພວກເຈົ້າມີຜູ້ດຳລົງຖານະປະໂລຫິດຈັກຄົນໃນຫວອດຂອງພວກເຈົ້າ?”

ຂ້າພະເຈົ້າໄດ້ຕອບວ່າ, “ປະ​ມານ 30 ຫາ 40 ຄົນ.”

ໂດຍທີ່ງົງງັນ, ລາວໄດ້ຖາມຕໍ່ວ່າ, “ໃນກຸ່ມຂອງຂ້ອຍ, ພວກເຮົາມີພຽງແຕ່ປະໂລຫິດໜຶ່ງຄົນ. ເປັນຫຍັງພວກເຈົ້າຈຶ່ງຕ້ອງການປະໂລຫິດຫລາຍຄົນແທ້ ໃນເຊົ້າວັນອາທິດ?”

ຄຳຖາມຂອງລາວໄດ້ເຮັດໃຫ້ຂ້າພະເຈົ້າແປກໃຈ, ຂ້າພະເຈົ້າຈຶ່ງຮູ້ສຶກດົນໃຈໃຫ້ຕອບວ່າ, ”ຂ້ອຍເຫັນດ້ວຍກັບເຈົ້າ. ຂ້ອຍບໍ່ຄິດວ່າພວກເຮົາຈະຕ້ອງການ ຜູ້ດຳລົງຖານະປະໂລຫິດ ຫລາຍຂະໜາດນັ້ນ ຢູ່ທີ່ໂບດໃນວັນອາທິດ. ແຕ່​ພວກເຮົາ ຕ້ອງການ ຜູ້ດຳລົງຖານະປະໂລຫິດ ໃນບ້ານເຮືອນທຸກແຫ່ງ. ແລະ ເມື່ອບໍ່ມີຖານະປະໂລຫິດຢູ່ໃນບ້ານ, ຜູ້ດຳລົງຖານະປະໂລຫິດຄົນອື່ນໆ ກໍຖືກເອີ້ນໃຫ້ດູແລ ແລະ ປະຕິບັດຕໍ່ຄອບຄົວນັ້ນ.”

ສາດສະໜາຈັກຂອງພວກເຮົາ ບໍ່ແມ່ນມີໄວ້ໃຫ້ພຽງແຕ່ວັນອາທິດເທົ່ານັ້ນ. ການນະມັດສະການຂອງພວກເຮົາດຳເນີນຕໍ່ໄປແຕ່ລະວັນ, ບໍ່ວ່າ​ພວກເຮົາຈະຢູ່ໃສ ຫລື ເຮັດຫຍັງຢູ່ກໍຕາມ. ໂດຍສະເພາະແລ້ວ ບ້ານເຮືອນຂອງ​ພວກເຮົາກໍເປັນ “ສະຖານທີ່ຫລົບໄພ​ພື້ນ​ຖານ ແຫ່ງ​ສັດ​ທາ​ຂອງ​ພວກ​ເຮົາ.”5 ສ່ວນຫລາຍແລ້ວມັນຈະເປັນຢູ່ໃນບ້ານເຮືອນຂອງເຮົາ ທີ່ເຮົາອະທິຖານ, ເຮົາອວຍພອນ, ເຮົາສຶກສາ, ເຮົາ​ສິດສອນພຣະຄຳຂອງພຣະເຈົ້າ, ແລະ ເຮົາຮັບໃຊ້ດ້ວຍຄວາມ ອັນ​ບໍ​ລິສຸດ. ຂ້າພະເຈົ້າເປັນພະຍານໄດ້ຈາກປະສົບການສ່ວນຕົວວ່າ ບ້ານເຮືອນເປັນສະຖານທີ່ສັກສິດ ບ່ອນທີ່ພຣະວິນຍານສາມາດສະຖິດຢູ່ໄດ້—ຫລາຍເທົ່າກັບ, ແລະ ບາງເທື່ອກໍຫລາຍກວ່ານັ້ນ, ໃນສະຖານທີ່ເປັນທາງການຂອງການນະມັດສະການ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ສາດ​ສະ​ໜາ​ຈັກ​ນີ້ ແມ່ນ​ສາດ​ສະ​ໜາ​ຈັກ​ພຣະ​ເຢ​ຊູ​ຄຣິດ. ຄວາມເຂັ້ມແຂງ ແລະ ພະລັງຂອງມັນ ມາຈາກການກະທຳປະຈຳວັນຂອງສານຸສິດຫລາຍໆລ້ານຄົນ ຜູ້ທີ່ພະຍາຍາມຕິດຕາມຕົວຢ່າງທີ່​ດີ​ເລີດ ຂອງພຣະອົງແຕ່ລະວັນ ໂດຍການດູແລຄົນອື່ນ. ພຣະຄຣິດຊົງພຣະຊົນ ແລະ ພຣະອົງນຳພາສາດສະໜາຈັກນີ້. ປະທານຣະໂຊ ເອັມ ແນວສັນ ເປັນສາດສະດາ ຜູ້ທີ່ພຣະອົງໄດ້ເລືອກໄວ້ ເພື່ອໃຫ້ນຳພາ ແລະ ຊີ້ນຳເຮົາໃນວັນເວລາຂອງເຮົາ. ຂ້າພະເຈົ້າເປັນພະຍານເຖິງສິ່ງເຫລົ່ານີ້ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.