​2010–2019
ຂອງປະທານທີ່ລ້ຳຄ່າຈາກພຣະເຈົ້າ
ເດືອນ​ເມສາ 2018


2:3

ຂອງປະທານທີ່ລ້ຳຄ່າຈາກພຣະເຈົ້າ

ຊີວິດສາມາດເຕັມໄປດ້ວຍສັດທາ, ຄວາມ​ຊື່ນ​ຊົມ, ຄວາມສຸກ, ຄວາມຫວັງ, ແລະ ຄວາມຮັກ ເມື່ອເຮົານຳໃຊ້ຈຳນວນນ້ອຍໆຂອງສັດທາທີ່ແທ້ຈິງໃນພຣະຄຣິດ.

ອ້າຍເອື້ອຍນ້ອງທັງຫລາຍ, ເຮົາຫາກໍມີສ່ວນຮ່ວມໃນການຊຸມນຸມທີ່ສັກສິດ, ຊຶ່ງເປັນການປະຕິບັດທີ່ເຮົາຕິດຕາມຄືນໄປເຖິງຍຸກສະໄໝພຣະຄຣິສຕະທຳຄຳພີ ເມື່ອຊາວອິດສະຣາເອນໃນສະໄໝບູຮານໄດ້ເຕົ້າໂຮມກັນ ເພື່ອຈະຮູ້ສຶກເຖິງການປະທັບຢູ່ຂອງພຣະຜູ້ເປັນເຈົ້າ ແລະ ສະຫລອງພຣະພອນຂອງພຣະອົງ.1 ເຮົາໄດ້ຮັບສິດທິພິເສດທີ່ມີຊີວິດຢູ່ໃນວັນເວລາທີ່ການປະຕິບັດບູຮານນີ້ໄດ້ຖືກຟື້ນຟູແລ້ວ ຜ່ານທາງສາດສະດາ ໂຈເຊັບ ສະມິດ.2 ຂ້າພະເຈົ້າຂໍຊຸກຍູ້ທ່ານໃຫ້ບັນທຶກ​ມັນໄວ້ໃນບັນທຶກສ່ວນຕົວຂອງທ່ານ ເຖິງສິ່ງທີ່ທ່ານໄດ້ຮູ້ສຶກກ່ຽວກັບໂອກາດທີ່ສັກສິດ​ທີ່ໆນີ້ ທີ່ທ່ານໄດ້ມີສ່ວນຮ່ວມດ້ວຍ.

ເມື່ອບໍ່ດົນມານີ້, ເຮົາໄດ້ອຳລາເພື່ອນ ແລະ ສາດສະດາທີ່ຮັກ​ແພງຂອງເຮົາ, ປະທານທອມມັສ ແອັສ ມອນສັນ. ເຖິງແມ່ນວ່າເຮົາທຸກຄົນກໍຄິດຮອດເພິ່ນ, ແຕ່ເຮົາກໍຮູ້ສຶກກະຕັນຍູຫລາຍທີ່ພຣະຜູ້ເປັນເຈົ້າໄດ້ເອີ້ນ ສາດສະດາທ່ານໃໝ່, ປະທານຣະໂຊ ເອັມ ແນວສັນ, ໃຫ້ຄວບຄຸມສາດສະໜາຈັກຂອງພຣະອົງ. ໃນວິທີທາງທີ່ເປັນລະບຽບ ບັດນີ້ເຮົາໄດ້ເລີ່ມຕົ້ນບົດໃໝ່ໃນ​ປຶ້ມປະຫວັດສາດຂອງ ສາດສະໜາຈັກຂອງເຮົາ. ນີ້ແມ່ນຂອງປະທານທີ່ລ້ຳຄ່າຈາກພຣະເຈົ້າ.

ເມື່ອເຮົາແຕ່ລະຄົນໄດ້ສະໜັບສະໜູນ ປະທານແນວສັນ ໂດຍການຍົກມືຂອງເຮົາຂຶ້ນ, ເຮົາໄດ້ຢືນເປັນສັກຂີພະຍານຕໍ່ພຣະເຈົ້າ ແລະ ໄດ້ຮັບຮູ້ວ່າ ເພິ່ນເປັນຜູ້ສືບທອດຕຳແໜ່ງທີ່ຖືກຕ້ອງຂອງ ປະທານມອນສັນ. ດ້ວຍມືຂອງເຮົາທີ່ໄດ້ຍົກຂຶ້ນ, ເຮົາໄດ້ສັນຍາທີ່ຈະເຊື່ອຟັງຖ້ອຍຄຳຂອງເພິ່ນ ຂະນະທີ່ເພິ່ນໄດ້ຮັບການຊີ້​ນຳຈາກພຣະຜູ້ເປັນເຈົ້າ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ວ່າ

ເຮົາ​ຄວນ​ເຊື່ອ​ຟັງ​ຖ້ອຍ​ຄຳ ແລະ ພຣະ​ບັນ​ຍັດ​ຂອງເພິ່ນ [ໝາຍ​ເຖິງ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ] ​ທີ່​ເພິ່ນ​ຈະ​ມອບ​ໃຫ້​ແກ່​ເຮົາ ຕາມ​ທີ່​ເພິ່ນ​ໄດ້​ຮັບ​ມັນ. … ;

ເຮົາຄວນເອົາໃຈໃສ່ຕໍ່ຖ້ອຍຄຳຂອງເພິ່ນ, ຄືກັນກັບວ່າມັນມາຈາກພຣະໂອດຂອງພຣະອົງເອງ, ດ້ວຍຄວາມອົດທົນທີ່ສຸດ ແລະ ສັດທາທັງໝົດ.3

ຂ້າ​ພະ​ເຈົ້າ​ໄດ້​ຮູ້​ຈັກ​ສາດ​ສະ​ດາ-ປະ​ທານ​ທ່ານ​ໃໝ່​ຂອງ​ເຮົາ​ເປັນ​ເວ​ລາ​ທີ່​ນານກວ່າ 60 ປີ. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໃຊ້​ຮ່ວມ​ກັບ​ເພິ່ນ ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ເປັນ​ເວ​ລາ 33 ປີ, ແລະ ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ຫັດ​ຂອງ​ພຣະ​ຜູ້ເປັນ​ເຈົ້າ​ໄດ້​ຈັດ​ຕຽມ​ເພິ່ນ​ໄວ້​ເພື່ອ​ກາຍ​ເປັນ​ອັກ​ຄະ​ສາ​ວົກ ແລະ ສາດ​ສະ​ດາ​ຜູ້​ບໍ​ລິ​ຫານ​ຂໍ​ກະ​ແຈ​ທັງ​ໝົດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສັກ​ສິດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ. ຂ້າພະເຈົ້າຫວັງວ່າເຮົາແຕ່ລະຄົນຈະສະໜັບສະໜູນເພິ່ນ ແລະ ທີ່ປຶກສາຂອງເພິ່ນຢ່າງສົມບູນ ແລະ ຕິດຕາມ​ການ​ຊີ້​ນຳຂອງພວກເພິ່ນ. ເຮົາ​ກໍຂໍສະແດງຄວາມຍິນດີຕ້ອນຮັບ ແອວເດີ ກອງ ແລະ ແອວເດີ ໂຊ​ອາ​ເຣສ໌ ໃນຖານະສະມາຊິກຂອງກຸ່ມອັກຄະສາວົກສິບສອງ.

ຫລັງຈາກການຟື້ນຄືນພຣະຊົນຂອງພຣະເຢຊູ, ເທດສະການທີ່ເຮົາສະຫລອງໃນທ້າຍອາທິດອິດສະເຕີທີ່ຮຸ່ງໂລດນີ້, ພຣະອົງໄດ້ມາປາກົດຕໍ່ສານຸສິດຂອງພຣະອົງ ແລະ ໄດ້ກ່າວວ່າ, “ສັນ​ຕິ​ສຸກ​ຈົ່ງ​ຢູ່​ກັບ​ເຈົ້າ​ທັງ​ຫລາຍ: ພຣະ​ບິ​ດາ​ໄດ້​ໃຊ້​ເຮົາ​ມາ​ຢ່າງ​ໃດ, ເຮົາ​ກໍ​ໃຊ້​ພວກ​ເຈົ້າ​ໄປ​ຢ່າງນັ້ນ.”4 ຂໍໃຫ້ສັງເກດເຫັນການກະທຳສອງ​ຂັ້ນຕອນ—ພຣະເຈົ້າໃຊ້ພຣະບຸດຂອງພຣະອົງມາ. ພຣະບຸດໃຊ້ຜູ້ຮັບໃຊ້ຂອງພຣະອົງ—ບັນດາຊາຍ ແລະ ຍິງມະຕະ—ໄປ​ເຮັດວຽກງານຂອງພວກພຣະອົງ​ໃຫ້​ສຳ​ເລັດ.

ເຮົາບໍ່ຄວນແປກໃຈທີ່ຈະຮູ້ວ່າ ບຸກຄົນເຫລົ່ານີ້ທີ່ຖືກເອີ້ນໃຫ້ເຮັດວຽກງານຂອງພຣະຜູ້ເປັນເຈົ້າ ບໍ່ໄດ້ເປັນມະນຸດທີ່ດີພ້ອມ. ເລື່ອງລາວໃນພຣະຄຳພີໃຫ້ເຫດການທີ່ລະອຽດກ່ຽວກັບບັນດາຊາຍ ແລະ ຍິງ ຜູ້ທີ່ຖືກເອີ້ນຈາກພຣະເຈົ້າ ເພື່ອໃຫ້ສຳເລັດວຽກງານຍິ່ງໃຫຍ່—ບຸດ ແລະ ທິດາທີ່ດີຂອງພຣະບິດາເທິງສະຫວັນຂອງເຮົາ ຖືກເອີ້ນໃຫ້ຮັບໃຊ້ໃນໜ້າທີ່ມອບໝາຍຂອງເຂົາເຈົ້າ ໃນສາດສະໜາຈັກ, ພະຍາຍາມທີ່ຈະເຮັດໃຫ້ໄດ້ດີທີ່ສຸດ, ແຕ່ຍັງບໍ່ມີຄົນໃດດີພ້ອມເທື່ອ. ມັນກໍຈິງເຊັ່ນດຽວກັນກັບເຮົາທຸກຄົນໃນ​ທຸກວັນ​ນີ້.

ເມື່ອເຮົາຮູ້ຄວາມເປັນຈິງຂອງຄວາມອ່ອນແອ ແລະ ຂໍ້ບົກພ່ອງຂອງມະນຸດແລ້ວ, ເຮົາຈະກ້າວໄປໜ້າໄດ້ແນວໃດ ໃນການສົ່ງເສີມ ແລະ ການສະໜັບສະໜູນກັນແລະກັນ? ມັນຕ້ອງເລີ່ມຕົ້ນດ້ວຍສັດທາ—ສັດທາທີ່ແທ້ຈິງ, ແລະ ຈິງໃຈໃນອົງພຣະເຢຊູຄຣິດເຈົ້າ. ສັດທາໃນພຣະຜູ້ຊ່ວຍໃຫ້ລອດເປັນຫລັກທຳຂໍ້ທຳອິດຂອງຄຳສອນ ແລະ ພຣະກິດຕິຄຸນຂອງພຣະຄຣິດ.

ເມື່ອຫລາຍປີກ່ອນ ຂ້າພະເຈົ້າໄດ້ໄປຢາມດິນແດນອັນສັກສິດ. ຂະນະທີ່ພວກເຮົາຂັບລົດກາຍຕົ້ນຜັກກາດ, ຜູ້ອຳນວຍການຂອງສູນເຢຣູ​ຊາ​ເລັມ ບີວາຍຢູ ໄດ້ຖາມຖ້າຫາກຂ້າພະເຈົ້າເຄີຍໄດ້ເຫັນເມັດຜັກກາດຫລືບໍ່. ຂ້າ​ພະເຈົ້າຍັງບໍ່ເຄີຍ, ສະນັ້ນພວກເຮົາຈຶ່ງໄດ້ຢຸດລົດ. ລາວໄດ້ສະແດງໃຫ້ຂ້າພະເຈົ້າເຫັນເມັດຈາກຕົ້ນຜັກກາດ. ເມັດມັນນ້ອຍໆ.

ແລ້ວຂ້າພະເຈົ້າກໍໄດ້ຄິດເຖິງຄຳສອນຂອງພຣະເຢຊູ ທີ່ວ່າ: “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າພວກເຈົ້າມີຄວາມເຊື່ອທໍ່ເມັດຜັກກາດ, ພວກເຈົ້າກໍຈະສັ່ງພູໜ່ວຍນີ້ວ່າ, ຈົ່ງເຄື່ອນຈາກບ່ອນນີ້ໄປຢູ່ບ່ອນນັ້ນ; ແລະ ມັນກໍຈະເຄື່ອນໄປ; ບໍ່ມີສິ່ງໃດທີ່ພວກເຈົ້າເຮັດບໍ່ໄດ້.”5

ຖ້າເຮົາມີສັດທານ້ອຍໆທໍ່ເມັດຜັກກາດ, ພຣະຜູ້ເປັນເຈົ້າສາມາດຊ່ວຍເຮົາໃຫ້ເຄື່ອນພູເຂົາແຫ່ງຄວາມທໍ້ຖອຍ ແລະ ຄວາມສົງໄສໃນວຽກງານທີ່ຢູ່ຕໍ່ໜ້າເຮົາ ຂະນະທີ່ເຮົາຮັບໃຊ້ກັບລູກໆຂອງພຣະເຈົ້າ, ຮ່ວມທັງສະມາຊິກໃນຄອບຄົວ, ສະມາຊິກຂອງສາດສະໜາຈັກ, ແລະ ຜູ້ຄົນທີ່ຍັງບໍ່ທັນເປັນສະມາຊິກຂອງສາດສະໜາຈັກເທື່ອ.

ອ້າຍເອື້ອຍນ້ອງທັງຫລາຍ, ຊີວິດສາມາດເຕັມໄປດ້ວຍສັດທາ, ຄວາມຊື່ນ​ຊົມ, ຄວາມສຸກ, ຄວາມຫວັງ, ແລະ ຄວາມຮັກ ເມື່ອເຮົານຳໃຊ້ຈຳນວນນ້ອຍໆຂອງສັດທາທີ່ແທ້ຈິງໃນພຣະຄຣິດ—ແມ່ນແຕ່ເມັດຜັກກາດແຫ່ງສັດທາ.

ແອວເດີ ໂຈດ ເອ ສະມິດ ໄດ້ຈື່ຈຳຄຳແນະນຳບາງຢ່າງທີ່ ສາດສະດາໂຈເຊັບ ສະມິດ ໄດ້ມອບໃຫ້ເພິ່ນວ່າ: “ເພິ່ນໄດ້ບອກຂ້າພະເຈົ້າວ່າ ຂ້າພະເຈົ້າບໍ່ຄວນທໍ້ຖອຍເລີຍ, ບໍ່ວ່າຈະມີຄວາມຍາກລຳບາກໃດໆຢູ່ອ້ອມຂ້າງຂ້າພະເຈົ້າກໍຕາມ. ຖ້າຂ້າພະເຈົ້າຈະຕົກຫລຸມເລິກຂອງ ໂນວາ ສະໂກຊາ ແລະ ໜ່ວຍພູຣອກກີ້ທັງໝົດຈະຕົກທັບຂ້າພະເຈົ້າກໍຕາມ, ຂ້າພະເຈົ້າບໍ່ຄວນທໍ້ຖອຍໃຈ ແຕ່ຕ້ອງອົດທົນ, ໃຊ້ສັດທາ, ແລະ ຮັກສາຄວາມກ້າຫານເອົາໄວ້ ແລະ ໃນທີ່ສຸດຈະເອົາຊະນະຄວາມຍາກລຳບາກເຫລົ່ານັ້ນໄດ້.”6

ເຮົາຄວນຈື່ຈຳຄຳປະກາດຂອງ ໂປໂລ ​ທີ່ວ່າ: “ເຮົາສາມາດສູ້ກັບທຸກສິ່ງໄດ້ ໂດຍພຣະອົງຜູ້ຊູກຳລັງເຮົາ.”7 ໂດຍ​ທີ່​ຮູ້​ວ່າ ສິ່ງນີ້ເປັນຂອງປະທານທີ່ລ້ຳຄ່າອີກຢ່າງໜຶ່ງຈາກພຣະເຈົ້າ.

ນອກເໜືອໄປຈາກຂອງປະທານທີ່ຂ້າພະເຈົ້າໄດ້ກ່າວເຖິງແລ້ວ, ຍັງມີອີກຫລາຍສິ່ງຫລາຍຢ່າງ​ຕື່ມ​ອີກ. ບັດ​ນີ້ ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ເຖິງ​ສອງ​ສາມ​ຢ່າງ—ກ່ຽວ​ກັບຂອງປະທານຂອງວັນຊະບາໂຕ, ສິນລະລຶກ, ການຮັບໃຊ້ຄົນອື່ນ, ແລະ ຂອງປະທານທີ່​ເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ຈາກພຣະເຈົ້າ ທີ່ບໍ່ມີຫຍັງທຽບເທົ່າໄດ້ເລີຍ.

ອຳນາດຂອງວັນຊະບາໂຕແມ່ນທີ່ຈະມີຄວາມຊື່ນບານ, ຄວາມຊື່ນ​ຊົມ, ແລະ ຄວາມອົບອຸ່ນຈາກຄວາມຮູ້ສຶກເຖິງພຣະວິນຍານຂອງພຣະຜູ້ເປັນເຈົ້າ ປາດສະຈາກການລົບກວນໃດໆທັງສິ້ນ ຢູ່ທີ່ໂບດ ແລະ ຢູ່ທີ່ບ້ານເຮືອນ.

ຫລາຍຄົນປ່ອຍໃຫ້ຕົວເອງເສຍເວລາຢູ່ກັບອິນເຕີ​ເນັດ ແລະ ເຄື່ອງມືຖືຂອງເຂົາເຈົ້າເກືອບຕະຫລອດຊີວິດ—ຈໍສ່ອງແສງໃສ່ໜ້າຕາເຂົາເຈົ້າທັງວັນ ແລະ ຄືນ ແລະ ເຄື່ອງຟັງຢູ່ໃນຫູ ປິດບັງສຽງກະຊິບເບົາໆຂອງພຣະວິນຍານ. ຖ້າຫາກເຮົາບໍ່ຫາເວລາຖອນຕົວເອງອອກຈາກເຄື່ອງອີເລັກໂທນິກ, ເຮົາອາດສູນເສຍໂອກາດທີ່ຈະໄດ້ຍິນສຸລະສຽງຂອງພຣະອົງ ທີ່ກ່າວວ່າ, “ຈົ່ງຢຸດສູ້ຮົບກັນ, ຈົ່ງຮູ້ເຖີດວ່າເຮົາຄືພຣະເຈົ້າ.”8 ບໍ່ມີຫຍັງຜິດທີ່ຈະໄດ້ຮັບຜົນປະໂຫຍດຈາກຄວາມກ້າວໜ້າຂອງເທັກໂນໂລຈີ ທີ່ຖືກດົນໃຈຈາກພຣະຜູ້ເປັນເຈົ້າ, ແຕ່ເຮົາຕ້ອງສະຫລາດໃນການນຳໃຊ້ມັນ. ຂໍໃຫ້ຈຶ່ຈຳ ຂອງປະທານຂອງວັນຊະບາໂຕ.

ພອນຂອງການໄດ້ຮັບ​ສ່ວນສິນລະລຶກ ຢູ່​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ ບໍ່​ຄວນ​ໃຫ້​ກາຍ​ເປັນ​ສິ່ງປົກ​ກະ​ຕິ ທີ່​ປະ​ຕິ​ບັດ​ກັນ​ເປັນ​ປະ​ຈຳ​ເທົ່າ​ນັ້ນ. ມັນໃຊ້ເວລາພຽງແຕ່ 70 ນາທີແຕ່ລະອາທິດ ເມື່ອເຮົາສາມາດຢຸດພັກ​ໜ້ອຍໜຶ່ງ ແລະ ສະແຫວງຫາຄວາມສະຫງົບ, ຄວາມ​ຊື່ນ​ຊົມ, ແລະ ຄວາມສຸກເພີ່ມຂຶ້ນໃນຊີວິດຂອງເຮົາ.

ການຮັບສ່ວນສິນລະລຶກ ແລະ ຕໍ່ພັນທະສັນຍາຂອງເຮົາເປັນສັນຍານຈາກເຮົາ​ຕໍ່ພຣະຜູ້ເປັນເຈົ້າວ່າ ເຮົາລະນຶກເຖິງພຣະອົງຕະຫລອດເວລາ. ການຊົດໃຊ້ຂອງພຣະອົງເປັນຂອງປະທານທີ່ລ້ຳຄ່າຈາກພຣະເຈົ້າ.

ສິດທີພິເສດຂອງການຮັບໃຊ້ລູກໆຂອງພຣະບິດາເທິງສະຫວັນ ເປັນໂອກາດໜຶ່ງອີກ ທີ່ຈະຕິດຕາມຕົວຢ່າງພຣະບຸດທີ່ຊົງຮັກຂອງພຣະອົງ ໂດຍການຮັບໃຊ້ກັນແລະກັນ.

ໂອກາດທີ່ຈະຮັບໃຊ້ບາງຢ່າງກໍເປັນທາງການ—ໃນຄອບຄົວຂອງເຮົາ, ການເອີ້ນໃນສາດສະໜາຈັກຂອງເຮົາ, ແລະ ການມີສ່ວນຮ່ວມໃນອົງການຮັບໃຊ້ໃນຊຸມຊົນ.

ສະມາຊິກຂອງສາດສະໜາຈັກ—ທັງຊາຍ ແລະ ຍິງ—ບໍ່ຄວນລັງເລໃຈ, ຖ້າຫາກເຂົາເຈົ້າປາດຖະໜາ, ທີ່ຈະສະໝັກຫາສຽງຄັດເລືອກສູ່ຕຳແໜ່ງໃນລະດັບໃດໆຂອງລັດຖະບານກໍຕາມ ໃນບ່ອນທີ່ເຂົາເຈົ້າອາໄສຢູ່. ການອອກຄວາມຄິດ​ຄວາມເຫັນຂອງເຮົາແມ່ນຈຳເປັນໃນວັນເວລານີ້ ແລະ ມັນສຳຄັນໃນໂຮງຮຽນຂອງເຮົາ, ໃນເມືອງ, ແລະ ໃນປະເທດຂອງເຮົາ. ໃນບ່ອນທີ່​ມີປະຊາທິປະໄຕ, ມັນກໍເປັນໜ້າທີ່ຂອງເຮົາ ໃນຖານະສະມາຊິກທີ່ຈະຄັດເລືອກເອົາຊາຍ ແລະ ຍິງທີ່ມີກຽດສັກສີ ຜູ້ທີ່ເຕັມໃຈຈະຮັບໃຊ້.

ຫລາຍໆໂອກາດທີ່ຈະຮັບໃຊ້ກໍບໍ່ເປັນທາງການ—ປາດສະຈາກ​ການມອບໝາຍ—ແລະ ມີມາເມື່ອເຮົາເອື້ອມອອກໄປຫາຄົນອື່ນ ທີ່ເຮົາພົບປະໃນການເດີນທາງຂອງຊີວິດ. ຂໍໃຫ້ຈຳໄວ້ວ່າ ພຣະເຢຊູໄດ້ສອນທະນາຍວ່າ ເຮົາຄວນຮັກພຣະເຈົ້າ ແລະ ເພື່ອນບ້ານຂອງເຮົາ ດັ່ງທີ່ເຮົາຮັກຕົວເຮົາເອງ ໂດຍເບິ່ງເອົາໄທຊາມາເຣຍຜູ້ໃຈດີ ເປັນຕົວຢ່າງ.9

ການຮັບໃຊ້ເປີດໂອກາດໃຫ້ ຊຶ່ງໂດຍໂອກາດນັ້ນເຮົາຈະເຂົ້າໃຈພຣະຊົນຊີບ ແລະ ການປະຕິບັດສາດສະໜາກິດຂອງພຣະຄຣິດ. ພຣະອົງໄດ້ມາເພື່ອຮັບໃຊ້, ດັ່ງທີ່ຂໍ້ພຣະຄຳພີສອນວ່າ, “ເໝືອນຢ່າງບຸດມະນຸດບໍ່ໄດ້ມາ ເພື່ອໃຫ້ຄົນອື່ນຮັບໃຊ້ຕົນ, ແຕ່ມາເພື່ອຮັບໃຊ້, ແລະ ຍອມສະລະຊີວິດຂອງຕົນ ເປັນຄ່າໄຖ່ຄົນຈຳນວນຫລວງຫລາຍ.”10

ເປໂຕ ອາດໄດ້ໃຫ້ຄຳບັນຍາຍທີ່ດີທີ່ສຸດເຖິງການປະຕິບັດສາດສະໜາກິດໃນ​ຊ່ວງມະຕະ ຂອງພຣະຜູ້ຊ່ວຍໃຫ້ລອດ ພາຍໃນຖ້ອຍຄຳເຫລົ່ານີ້ ເມື່ອເພິ່ນໄດ້ອ້າງເຖິງພຣະເຢຊູວ່າ, “ໄດໄປທຸກຫົນທຸກແຫ່ງເຮັດຄຸນງາມຄວາມດີ”11

ອົງພຣະເຢຊູຄຣິດເຈົ້າແມ່ນຂອງປະທານທີ່ລ້ຳຄ່າທີ່ສຸດຈາກພຣະເຈົ້າ. ພຣະເຢຊູ ໄດ້ກ່າວວ່າ, “ເຮົານີ້ແຫລະ ເປັນທາງນັ້ນ, ເປັນຄວາມຈິງ, ແລະ ເປັນຊີວິດ: ບໍ່ມີຜູ້ໃດມາເຖິງພຣະບິດາໄດ້, ນອກຈາກມາທາງເຮົາ.”12

ນີໄຟ ໄດ້ສະແດງໃຫ້ເຫັນ​ເຖິງຄວາມສຳຄັນຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ເມື່ອເພິ່ນໄດ້ປະກາດວ່າ, “ພວກເຮົາເວົ້າເຖິງພຣະຄຣິດ, ພວກເຮົາປິຕິຍິນດີໃນພຣະຄຣິດ, ພວກເຮົາສັ່ງສອນເລື່ອງພຣະຄຣິດ, ພວກເຮົາທຳນາຍເຖິງພຣະຄຣິດ, ແລະ ພວກເຮົາບັນທຶກຕາມຄຳທຳນາຍຂອງພວກເຮົາ, ເພື່ອລູກຫລານຂອງພວກເຮົາຈະໄດ້ຮູ້ວ່າ ພວກເຂົາຈະຫລຽວຫາແຫລ່ງໃດເພື່ອການປົດບາບຂອງພວກເຂົາ.”13 ເຮົາ​ຕ້ອງ​ໃຫ້​ພຣະ​ຄຣິດ​ເປັນ​ຈຸດ​ໃຈ​ກາງ​ໃນ​ຊີ​ວິດ​ຂອງ​ເຮົາ ຕະ​ຫລອດ​ເວ​ລາ ແລະ ໃນ​ທຸກ​ບ່ອນ.

ເຮົາຄວນ​ຈື່ຈຳໄວ້ວ່າ ແມ່ນພຣະນາມຂອງພຣະອົງ ທີ່​ປະກົດຢູ່ໃນສະຖານທີ່ນະມັດສະການຂອງເຮົາ; ເຮົາໄດ້ຮັບບັບຕິສະມາໃນພຣະນາມຂອງພຣະອົງ; ແລະ ໄດ້ຮັບການຢືນຢັນ, ການແຕ່ງຕັ້ງ, ຂອງປະທານສັກສິດ, ແລະ ຖືກຜະນຶກໃນການແຕ່ງງານໃນພຣະນາມຂອງພຣະອົງ. ເຮົາຮັບສ່ວນສິນລະລຶກ ແລະ ສັນຍາທີ່ຈະຮັບເອົາພຣະນາມຂອງພຣະອົງ—ແລະ ກາຍເປັນຊາວຄຣິດທີ່ແທ້​ຈິງ. ທ້າຍສຸດ, ໃນຄຳອະທິຖານຂອງພິທີສິນລະລຶກ, ເຮົາຖືກຮຽກຮ້ອງໃຫ້ “ລະນຶກເຖິງພຣະອົງຕະຫລອດເວລາ.”14

ໃນເມື່ອເຮົາຕຽມພ້ອມສຳລັບວັນອາທິດ​ບຸນອິດສະເຕີມື້ອື່ນນີ້, ຂໍໃຫ້ເຮົາຈົ່ງຈຳໄວ້ວ່າ ພຣະຄຣິດສູງສຸດ. ພຣະອົງຄືຜູ້ພິພາກສາທີ່ຍຸດຕິທຳ, ຜູ້ກ່າວແທນທີ່ຊື່ສັດຂອງເຮົາ, ພຣະຜູ້ໄຖ່ທີ່ເປັນພອນ, ​ພຣະຜູ້ລ້ຽງທີ່ດີ, ພຣະເມຊີອາທີ່ຖືກສັນຍາໄວ້, ເພື່ອນທີ່ແທ້ຈິງ, ແລະ ອີກຫລາຍໆຢ່າງ. ແທ້ຈິງແລ້ວ ພຣະອົງເປັນຂອງປະທານທີ່ລ້ຳຄ່າທີ່ສຸດໃຫ້ແກ່ເຮົາຈາກ ພຣະບິດາຂອງ​ເຮົາ.

ໃນການເປັນສານຸສິດຂອງເຮົາ, ເຮົາມີຂໍ້ຮຽກຮ້ອງ, ຄວາມຫ່ວງໃຍ, ແລະ ໜ້າທີ່ມອບໝາຍຫລາຍຢ່າງ. ເຖິງຢ່າງໃດກໍຕາມ, ກິດຈະກຳບາງຢ່າງຕ້ອງເປັນພື້ນຖານຂອງສະມາຊິກຂອງເຮົາ. ພຣະຜູ້ເປັນເຈົ້າບັນຊາໃຫ້ເຮົາຊື່ສັດ, ຍຶດໝັ້ນໃນຕຳແໜ່ງຊຶ່ງພຣະອົງໄດ້ກຳນົດໃຫ້ເຮົາ; ຊ່ວຍເຫລືອ ຄົນທີ່ອ່ອນແອ ຍົກ ມືທີ່ເມື່ອຍລ້າ ແລະ ໃຫ້ກຳລັງ ຫົວເຂົ່າທີ່ອ່ອນເພຍ.15

ນີ້ຄືການກະທຳຂອງສາດສະໜາຈັກ! ນີ້ຄືທຳມະທີ່ບໍລິສຸດ! ແມ່ນພຣະກິດຕິຄຸນໃນຄວາມຈິງຂອງມັນ ເມື່ອເຮົາຊ່ວຍເຫລືອ, ເຊີດຊູ, ແລະ ເສີມຄວາມເຂັ້ມແຂງໃຫ້ຜູ້ທີ່ຂັດສົນທັງທາງຝ່າຍວິນຍານ ແລະ ຝ່າຍໂລກ! ການກະທຳດັ່ງກ່າວຮຽກຮ້ອງເຮົາໃຫ້ໄປຢ້ຽມຢາມ ແລະ ຊ່ວຍເຫລືອເຂົາເຈົ້າ16 ເພື່ອວ່າປະຈັກພະຍານຂອງເຂົາເຈົ້າໃນພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງຈະຍຶດໝັ້ນຢູ່ໃນຫົວໃຈຂອງເຂົາເຈົ້າ.

ຂໍ​ໃຫ້​ພ​ຣະ​ຜູ້​ເປັນ​ເຈົ້າ​ຊ່ວຍ​ເຫລືອ ແລະ ອວຍ​ພອນ​ເຮົາ ໃຫ້​ທະ​ນຸ​ຖະ​ໜອມ​ຂອງ​ປະ​ທານ​ຫລາຍໆ​ຢ່າງຈາກ​ພ​ຣະ​ເຈົ້າ​ໄວ້, ​ຮ່ວມ​ທັງ​ການ​ເປັນ​ສະ​ມາ​ຊິກ​ຂອງ​ເຮົາ ໃນສາດສະໜາຈັກທີ່ຖືກຟື້ນຟູຂອງພຣະອົງ. ຂ້າພະເຈົ້າອະທິຖານວ່າ ເຮົາຈະເຕັມໄປດ້ວຍຄວາມຮັກທີ່ມີໃຫ້ລູກໆຂອງພຣະບິດາເທິງສະຫວັນ ແລະ ສາມາດເຫັນຄວາມຕ້ອງການຂອງເຂົາເຈົ້າ ແລະ ເຕັມໃຈທີ່ຈະຕອບຄຳຖາມ ແລະ ຄວາມຫ່ວງໃຍຂອງເຂົາເຈົ້າກ່ຽວກັບພຣະກິດຕິຄຸນ ໃນວິທີທາງທີ່ຊັດເຈນ ແລະ ມີເມດຕາປານີ ທີ່ຈະເພີ່ມຄວາມເຂົ້າໃຈ ແລະ ຄວາມຮູ້ສຶກບຸນຄຸນທີ່ມີໃຫ້ກັນແລະກັນ.

ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ສິ່ງທີ່ເຮົາຈະໄດ້ຮັບ​ການ​ສິດ​ສອນໃນກອງປະຊຸມນີ້ມາສູ່ເຮົາໂດຍການດົນໃຈຈາກອັກຄະສາວົກ ແລະ ສາດສະດາ, ຈາກເຈົ້າໜ້າທີ່ຊັ້ນຜູ້ໃຫຍ່, ແລະ ເອື້ອຍນ້ອງຜູ້ນຳ ຜູ້ທີ່ເປັນເຈົ້າໜ້າທີ່ຊັ້ນ​ຜູ້​ໃຫຍ່ຂອງສາດສະໜາຈັກ. ຂໍໃຫ້ຄວາມ​ຊື່ນ​ຊົມ ແລະ ຄວາມສະຫງົບສຸກຂອງພຣະຜູ້ເປັນເຈົ້າຈົ່ງສະຖິດຢູ່ກັບເຮົາແຕ່ລະຄົນ. ນີ້ຄືຄຳອະທິຖານ​ທີ່​ຖ່ອມ​ຕົວຂອງຂ້າພະເຈົ້າ ໃນພຣະນາມຂອງ​ອົງພຣະເຢຊູຄຣິດ​ເຈົ້າ, ອາແມນ.