​2010–2019
ຢູ່ກັບພວກເຂົາ ແລະ ເຮັດໃຫ້ພວກເຂົາເຂັ້ມແຂງ
ເດືອນ​ເມສາ 2018


2:3

ຢູ່ກັບພວກເຂົາ ແລະ ເຮັດໃຫ້ພວກເຂົາເຂັ້ມແຂງ

ຄຳອະທິຖານຂອງເຮົາມື້ນີ້ແມ່ນວ່າ ຊາຍ ແລະ ຍິງທຸກຄົນ ຈະອອກໄປຈາກກອງປະຊຸມໃຫຍ່ສາ​ມັນນີ້ ດ້ວຍຄຳໝັ້ນສັນຍາຫລາຍກວ່າ​ເກົ່າ ທີ່ຈະມີການດູແລຈາກໃຈຈິງໃຫ້ກັນແລະກັນ.

ເພື່ອ​ຖອດ​ຄວາມ​ຂອງ​ທ່ານ​ຣ້າວຟ໌ ວາລ໌ໂດ ອີ​ເມີ​ສັນ, ເວ​ລາ​ທີ່​ໜ້າ​ຊົງ​ຈຳ​ທີ່​ສຸດ​ໃນ​ຊີ​ວິດ ແມ່ນ​ຕອນ​ທີ່​ເຮົາ​ຮູ້​ສຶກ​ເຖິງ​ການ​ເປີດ​ເຜີຍ​ທີ່​ຫລັ່ງ​ໄຫລ​ມາ.1 ປະ​ທານ​ແນວ​ສັນ, ຂ້າ​ພະ​ເຈົ້າ​ບໍ່​ຮູ້​ວ່າ ພວກ​ເຮົາ​ຈະ​ສາ​ມາດ​ຮັບ​ເອົາການ​ເປີດ​ເຜີຍ​ທີ່ “ຫລັ່ງ​ໄຫລ​ມາ” ໄດ້​ຫລາຍ​ຂະ​ໜາດ​ໃດ ໃນ​ທ້າຍ​ສັບ​ປະ​ດານີ້. ເຮົາບາງຄົນ​ກໍ​ມີ​ໃຈ​ທີ່​ອ່ອນ​ແອ. ແຕ່​ເມື່ອ​ຂ້າ​ພະ​ເຈົ້າ​ຄິດ​ກ່ຽວ​ກັບ​ມັນ, ທ່ານ​ກໍ​ສາ​ມາດ​ຮັກ​ສາ​ມັນ​ໄດ້​ຄື​ກັນ. ຊ່າງ​ເປັນສາດ​ສະ​ດາ​ທີ່​ດີ​ເດັ່ນ​ແທ້ໆ!

ໃນ​ການ​ປະ​ກາດ​ແລະ ປະ​ຈັກ​ພະ​ຍານ ທີ່​ໜ້າ​ອັດ​ສະ​ຈັນ​ໃຈ ຂອງ​ປະ​ທານແນວສັນ ມື້​ຄືນ​ວານນີ້ ແລະ ເຊົ້າມື້ນີ້, ຂ້າພະເຈົ້າຂໍກ່າວເປັນພະຍານວ່າ ການ​ປ່ຽນ​ແປງເຫລົ່າ​ນີ້ ແມ່ນຕົວ​ຢ່າງ ຂອງ​ການ​ເປີດ​ເຜີຍ ທີ່ໄດ້ນຳ​ພາ​ສາດ​ສະ​ໜາ​ຈັກ​ນີ້ ມາຕັ້ງແຕ່ຕອນເລີ່ມຕົ້ນ. ຈະ​ມີ​ຫລັກ​ຖານ​ຫລາຍ​ຢ່າງ​ຕື່ມ​ອີກ ທີ່ບອກວ່າ​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ເລັ່ງ​ວຽກ​ງານ​ຂອງ​ພຣະ​ອົງ ຕາມ​ເວ​ລາ​ຂອງ​ມັນ.2

ສຳ​ລັບ​ຜູ້​ທີ່ຢາກ​ຮູ້​ຈັກ​ຂໍ້​ປີກ​ຫຍ່ອຍ​ກ່ຽວ​ກັບ​ເລື່ອງນີ້​ໄວໆ, ຂໍ​ໃຫ້​ທ່ານ​ຮູ້​ວ່າ ທັນ​ທີ​ຫລັງ​ຈາກກອງ​ປະ​ຊຸມ​ພາກນີ້​ສິ້ນ​ສຸດ​ລົງ, ຂັ້ນ​ຕອນ​ຕໍ່​ໄປ​ຈະ​ເລີ່ມ​ຕົ້ນ ຊຶ່ງ​ຮ່ວມ​ທັງ ຈົດ​ໝາຍ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ ເຖິງ​ສະ​ມາ​ຊິກ​ທຸກ​ຄົນ​ຂອງ​ສາດ​ສະ​ໜາ​ຈັກ ທີ່​ພວກ​ເຮົາ​ມີ​ທີ່​ຢູ່​ອີ​ເມວ​ຂອງ​ເຂົາ​ເຈົ້າ, ແຕ່​ອາດບໍ່​ເປັນ​ຕາມລຳ​ດັບ​ດັ່ງ​ຕໍ່​ໄປ​ນີ້. ເອ​ກະ​ສານ​ເຈັດໜ້າ ທີ່ບັນ​ຈຸ​ຄຳ​ຖາມ ແລະ ຄຳ​ຕາບ ຈະ​ຖືກ​ສົ່ງ​ໄປ​ໃຫ້​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ ແລະ ຜູ້​ນຳ​ອົງ​ການ​ຊ່ວຍ​ເຫລືອ. ສຸດ​ທ້າຍ, ອຸ​ປະ​ກອນ​ເຫລົ່າ​ນັ້ນ ຈະ​ຖືກ​ບັນ​ຈຸ​ຢູ່​ໃນ ministering.lds.org. “ຈົ່ງໝັ່ນຂໍແລ້ວເຈົ້າຈະໄດ້ຮັບ, ຈົ່ງໝັ່ນຊອກຫາແລ້ວເຈົ້າກໍຈະໄດ້ພົບ.”3

ບັດ​ນີ້ ແມ່ນ​ເລື່ອງ​ການມອບ​ໝາຍ​ທີ່​ປະ​ທານຣະ​ໂຊ ເອັມ ແນວ​ສັນ ໄດ້​ມອບ​ໃຫ້​ຂ້າ​ພະ​ເຈົ້າ ແລະ ຊິດ​ສະ​ເຕີ ຈີນ ບີ ບິງ​ກຳ. ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂະນະທີ່ກຸ່ມ ແລະ ອົງ​ການ​ຊ່ວຍ​ເຫລືອ ເຕີບໂຕທາງສະຖາບັນ, ເຮົາກໍຄວນເຕີບໂຕເປັນສ່ວນຕົວໄປຕາມ—ກ້າວໄປ​ໜ້າເປັນສ່ວນບຸກຄົນ ເໜືອກວ່າການກະທຳທີ່ເຮັດໄປຢ່າງບໍ່ມີຊີວິດຊີວາ ໄປສູ່ການເປັນສານຸສິດຢ່າງຈິງໃຈ ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວໃນບັ້ນທ້າຍ​ຂອງການປະຕິບັດສາດສະໜາກິດຂອງພຣະອົງຢູ່ເທິງໂລກ. ເມື່ອພຣະອົງໄດ້ຕຽມຈະຈາກຜູ້ຕິດຕາມພຣະອົງທີ່ຍັງໄຮ້ດຽງສາ ແລະ ສັບສົນໄປ, ພຣະອົງບໍ່ໄດ້ໃຫ້ລາຍການຂອງຂັ້ນຕອນບໍລິຫານທີ່ເຂົາເຈົ້າຕ້ອງເອົາໄປນຳ ຫລື ໄດ້ເອົາໃບລາຍງານເຕັມກຳໃຫ້ເຂົາເຈົ້າຂຽນເປັນສາມສຳເນົາ. ບໍ່ເລີຍ, ພຣະອົງໄດ້ສະຫລຸບວຽກງານມອບໝາຍຢູ່ໃນພຣະບັນຍັດພື້ນຖານຂໍ້ໜຶ່ງວ່າ: “ຈົ່ງຮັກຊຶ່ງກັນແລະກັນ; ເຮົາຮັກພວກເຈົ້າຢ່າງໄດ ພວກເຈົ້າຈົ່ງຮັກຊຶ່ງກັນແລະກັນຢ່າງນັ້ນ. … ຖ້າພວກເຈົ້າຮັກຊຶ່ງກັນແລະກັນ, ທຸກຄົນກໍຈະຮູ້ວ່າພວກເຈົ້າເປັນສາວົກຂອງເຮົາ.”4

ໃນຄວາມພະຍາຍາມທີ່ຈະຍ້າຍໃຫ້ເຮົາເຂົ້າໃກ້ອຸດົມການຂອງພຣະກິດຕິຄຸນ, ຄວາມຄິດແຫ່ງການປະຕິບັດສາດ​ສະ​ໜາ​ກິດ​ແບບໃໝ່ນີ້ ຂອງຖານະປະໂລຫິດ ແລະ ສະມາຄົມສະຕີສົງເຄາະທີ່ຫາ​ກໍປະກາດ​ໄປ​ນັ້ນ ຈະຮ່ວມດ້ວຍສ່ວນປະກອບດັ່ງຕໍ່ໄປນີ້, ໃນ​ບັນ​ດາ​ສ່ວນ​ປະ​ກອບ​ຢ່າງ​ອື່ນໆ, ຊຶ່ງບາງສ່ວນສະມາຄົມສະຕີສົງເຄາະ ໄດ້ຈັດຂຶ້ນແລ້ວດ້ວຍຄວາມສຳເລັດທີ່ດີ​ເລີດ.5

  • ເຮົາຈະບໍ່ໃຊ້ຄຳວ່າການສອນປະຈຳບ້ານ ແລະ ການຢ້ຽມສອນອີກຕໍ່ໄປ. ນີ້ກໍເປັນເພາະບາງສ່ວນຂອງການປະຕິບັດສາດສະໜາກິດຂອງເຮົາຈະເກີດຂຶ້ນຢູ່ສະຖານທີ່ອື່ນ ບໍ່ແມ່ນແຕ່ໃນບ້ານເຮືອນ ແລະ ການຕິດຕໍ່ຂອງເຮົາບາງສ່ວນຈະບໍ່ຂຶ້ນຢູ່ກັບບົດຮຽນທີ່ຖືກຕຽມແລ້ວ, ເຖິງແມ່ນວ່າຈະແບ່ງປັນບົດຮຽນກໍໄດ້ ຖ້າຫາກວ່າມີຄວາມຕ້ອງການສິ່ງນັ້ນ. ຈຸດປະສົງ​ຕົ້ນ​ຕໍໃນການປະຕິບັດສາດສະໜາກິດ​ນີ້, ດັ່ງທີ່ກ່າວກ່ຽວກັບຜູ້ຄົນໃນວັນເວລາຂອງແອວມາ ແມ່ນທີ່ຈະ “ດູແລຜູ້ຄົນຂອງພວກເຂົາ, ແລະ … ບຳລຸງລ້ຽງຜູ້ຄົນເຫລົ່ານັ້ນໃນສິ່ງທີ່ຊອບທຳ.”6

  • ເຮົາຈະຢ້ຽມຢາມບ້ານເຮືອນຕໍ່ໄປຕາມທີ່ເປັນໄປໄດ້, ແຕ່ສະຖານະການໃນທ້ອງຖິ່ນ ດັ່ງເຊັ່ນຈຳນວນຄົນຫລາຍ, ເສັ້ນທາງທີ່ຫ່າງໄກ, ຄວາມປອດໄພສ່ວນຕົວ, ແລະ ສະພາບການທີ່ທ້າ​ທາຍອື່ນໆ ອາດໄປຢ້ຽມຢາມບ້ານເຮືອນທຸກໆເດືອນບໍ່​ໄດ້. ດັ່ງທີ່ຝ່າຍປະທານສູງສຸດໄດ້ແນະນຳເມື່ອຫລາຍປີກ່ອນວ່າ, ໃຫ້ເຮັດສຸດຄວາມສາມາດຂອງທ່ານ.7 ນອກເໜືອໄປຈາກຕາຕະລາງທີ່ຈັດຂຶ້ນສຳລັບການຢ້ຽມຢາມແທ້ໆແລ້ວ, ທ່ານສາມາດເສີ່ມຕໍ່ດ້ວຍການໂທຫາ, ການຂຽນຈົດໝາຍນ້ອຍສົ່ງໃຫ້, ການສົ່ງຂໍ້ຄວາມຫາ, ການ​ຕິດ​ຕໍ່ທາງອີເມວ, ການ​ເວົ້າລົມກັນທາງວິດີໂອ, ການເວົ້າລົມກັນຢູ່ທີ່ໂບດ, ການຮັບໃຊ້ນຳກັນ, ການ​ເຮັດກິດຈະກຳພົບປະສັງສັນ, ແລະ ການ​ຕິດ​ຕໍ່​ແບບອື່ນໆອີກຫລາຍຢ່າງ ຜ່ານ​ທາງ​ການສື່ສານມວນຊົນທີ່ກວ້າງໄກຕະຫລອດທົ່ວໂລກ. ເຖິງຢ່າງໄດກໍຕາມ, ຂ້າພະເຈົ້າຂໍເນັ້ນວ່າ ການຕິດຕໍ່​ໃນ​ຫລາຍ​ຮູບ​ແບບນີ້ ບໍ່ ໄດ້ຮ່ວມດ້ວຍຄວາມຄິດ ທີ່ຂ້າພະເຈົ້າໄດ້ເຫັນໃນປ້າຍນ້ອຍຕິດລົດ. ປ້າຍນັ້ນ ມີ​ຂໍ້ຄວາມວ່າ, “ຖ້າຫາກຂ້ອຍບີບແກລົດ​ໃສ່​ເຈົ້າ, ກໍ​ໝາຍ​ຄວາມ​ວ່າ ເຈົ້າໄດ້​ຮັບ​ການ​ສອນ​ປະ​ຈຳ​ບ້ານແລ້ວເດີ.” ກະ​ລຸ​ນາ, ກະ​ລຸ​ນາ, ອ້າຍ​ນ້ອງ​ທັງ​ຫລາຍ (ບັນ​ດາ​ເອື້ອຍ​ນ້ອງ​ບໍ່​ຕ້ອງຮູ້​ສຶກ​ຜິດ​ກ່ຽວ​ກັບ​ເລື່ອງນີ້—ຂ້າ​ພະ​ເຈົ້າ​ກ່າວຕໍ່​ບັນ​ດາ​ອ້າຍ​ນ້ອງ​ຂອງ​ສາດ​ສະ​ໜາ​ຈັກ), ດ້ວຍ​ການ​ປ່ຽນ​ແປງ​ເຫລົ່າ​ນີ້ ພວກ​ເຮົາຢາກ​ໃຫ້​ມີ​ການ​ດູ​ແລ ແລະ ມີ​ຄວາມເປັນ​ຫ່ວງ​ເປັນ​ໃຍ​ກັນ​ຫລາຍ​ຂຶ້ນ, ບໍ່​ແມ່ນ​ໜ້ອຍ​ລົງ.

  • ດ້ວຍຄວາມຄິດທີ່ອີງຕາມພຣະກິດຕິຄຸນຂອງການປະຕິບັດສາດສະໜາກິດໃໝ່ໆນີ້, ຂ້າພະເຈົ້າຮູ້ສຶກວ່າທ່ານກຳລັງກັງວົນວ່າ ເຮົາຈະເອົາກິດຈະກຳໃດມາລາຍງານ. ເອີ, ຂໍໃຫ້ສະບາຍໃຈເຖີດ, ເພາະວ່າບໍ່ມີການລາຍງານ—ຢ່າງນ້ອຍກໍບໍ່ແມ່ນຈະລາຍງານໃນວັນທີ 31 ຂອງເດືອນວ່າ, “ຂ້ອຍເຮັດໃຫ້ສຳເລັດພໍດີທັນວິນາທີສຸດທ້າຍ.” ໃນສະພາບການນີ້ເຮົາກໍ​ພະ​ຍາ​ຍາມເຕີບໂຕກ້າວໜ້າຄືກັນ. ການລາຍງານຢ່າງດຽວທີ່ຈະຕ້ອງເຮັດແມ່ນຈຳນວນການສຳພາດ ທີ່ຜູ້ນຳໄດ້ມີກັບຄູ່ຜູ້ປະຕິບັດສາດສະໜາກິດໃນຫວອດ ພາຍໃນສາມເດືອນນັ້ນ. ໝູ່​ເພື່ອນ​ທັງ​ຫລາຍ​ຂອງ​ຂ້າ​ພະ​ເຈົ້າ, ເຖິງ​ແມ່ນ​ມັນ​ງ່າຍໆດັ່ງ​ທີ່​ເວົ້າ, ​ແຕ່​ການ​ສຳ​ພາດ​ເຫລົ່າ​ນັ້ນ ແມ່ນ​ສຳ​ຄັນ​ຫລາຍ. ຖ້າ​ປາດ​ສະ​ຈາກການ​ລາຍ​ງານນັ້ນ ອະ​ທິ​ການ​ຈະ​ບໍ່​ໄດ້​ຮັບ​ຂໍ້​ມູນ​ທີ່​ເພິ່ນ​ຕ້ອງ​ການ ກ່ຽວ​ກັບ​ສະ​ພາບ​ທາງວິນ​ຍານ ແລະ ທາງ​ໂລກ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ. ຈົ່ງ​ຈື່​ຈຳ​ໄວ້​ວ່າ: ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ເປັນ​ຕົວ​ແທນ​ຂອງຝ່າຍ​ອະ​ທິ​ການ ແລະ ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ; ເຂົາ​ເຈົ້າ​ບໍ່​ໄດ້​ແທນ​ທີ່​ພວກ​ເພິ່ນ. ຂໍ​ກະ​ແຈ​ຂອງ​ອະ​ທິ​ການ ແລະ ປະ​ທານ​ກຸ່ມ ແມ່ນ​ຂະ​ຫຍາຍ​ອອກ​ໄປ​ໄກ​ກວ່າ ແນວ​ຄິດ​ແຫ່ງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດນີ້.

  • ເພາະ​ການ​ລາຍ​ງານນີ້ ແມ່ນ​ແຕກ​ຕ່າງ​ຈາກ​ການ​ລາຍ​ງານ​ໃດໆ ທີ່​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ຂໍ​ເນັ້ນ​ວ່າ ພວກ​ເຮົາ ຢູ່ທີ່​ສູນ​ກາງໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ ບໍ່​ຈຳ​ເປັນ​ຕ້ອງ​ຮູ້ ວິ​ທີ ຫລື ສະ​ຖານ​ທີ່ ຫລື ເວ​ລາ ທີ່​ທ່ານ​ໄດ້​ຕິດ​ຕໍ່​ກັບ​ຜູ້​ຄົນ​ຂອງ​ທ່ານ; ພວກ​ເຮົາ​ພຽງ​ແຕ່​ຢາກ​ຮູ້ວ່າ ທ່ານ​ໄດ້​ເຮັດ ແລະ ໄດ້ດູ​ແລ ແລະ ວ່າ​ທ່ານ​ໄດ້​ເປັນ​ພອນ​ໃຫ້​ແກ່​ເຂົາ​ເຈົ້າ ໃນ​ທຸກວິ​ທີ​ທາງ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ເຮົາ​ທັງ​ໝົດ​ໃນ​ສາດ​ສະ​ໜາ​ຈັກ ໄດ້ມີໂອກາດຈາກສະຫວັນ ເພື່ອສະແດງໃຫ້ເຫັນ “ສາດສະໜາທີ່ບໍລິສຸດ … ຕໍ່ພຣະພັກຂອງພຣະເຈົ້າ”8—“ຈະ​ແບກ​ຫາບ​ພາ​ລະ​ຂອງ​ກັນ​ແລະ​ກັນ, ເພື່ອ​ຈະ​ໄດ້​ແບ່ງ​ເບົາ” ແລະ ເພື່ອ “ປອບ​ໃຈ​ຄົນ​ທີ່​ຕ້ອງ​ການ​ຄວມ​ປອບ​ໃຈ,”9 ທີ່ຈະປະຕິບັດຕໍ່ຍິງໝ້າຍ ແລະ ລູກກຳພ້າ, ຜູ້ທີ່ແຕ່ງງານ ແລະ ຜູ້ເປັນໂສດ, ຜູ້ທີ່ເຂັ້ມແຂງ ແລະ ຜູ້ທີ່ອຸກອັ່ງໃຈ, ຜູ້ທີ່ອ່ອນເພຍ ແລະ ຜູ້ທີ່ແຂງແຮງ, ຜູ້ທີ່ເບີກບານ ແລະ ຜູ້ທີ່ໂສກເສົ້າ—ໂດຍສະຫລຸບແລ້ວແມ່ນ, ເຮົາທຸກຄົນ, ທຸກໆຄົນ, ເພາະວ່າເຮົາທຸກຄົນ ຕ້ອງການຄວາມຮູ້ສຶກອົບອຸ່ນຂອງມິດຕະພາບ ແລະ ໄດ້ຍິນຄຳປະກາດເຖິງສັດທາທີ່ໝັ້ນຄົງ. ຂ້າ​ພະ​ເຈົ້າ​ຂໍ​ເຕືອນ​ທ່ານ​ວ່າ ແຕ່ ຊື່ໃໝ່, ການປ່ຽນແປງໃໝ່, ແລະ ການລາຍງານທີ່ມີໜ້ອຍກວ່າ ຈະບໍ່ສ້າງຄວາມແຕກຕ່າງຫຍັງເລີຍໃນການຮັບໃຊ້ຂອງເຮົາ ຍົກ​ເວັ້ນ​ແຕ່ເຮົາຖືສິ່ງນີ້ວ່າ ເປັນການເຊື້ອເຊີນໃຫ້ດູແລກັນແລະກັນ ໃນວິທີທາງໃໝ່ ທີ່ອາດຫານ ແລະ ສັກສິດກວ່າ, ດັ່ງ​ທີ່​ປະ​ທານ​ແນວ​ສັນ ຫາ​ກໍ​ໄດ້​ກ່າວ​ໄປ​ນັ້ນ. ເມື່ອເຮົາຍົກສາຍຕາທາງວິນຍານຂອງເຮົາຂຶ້ນໄປ​ສູ່ ການດຳລົງຊີວິດຕາມກົດແຫ່ງຄວາມຮັກ ທີ່ກວ້າງໄກກວ່າ, ເຮົາກໍສັນລະເສີນລຸ້ນຄົນທັງຫລາຍທີ່ໄດ້ຮັບໃຊ້ແບບນັ້ນມາເປັນເວລາຫລາຍໆປີແລ້ວ. ຂ້າພະເຈົ້າຂໍກ່າວເຖິງຕົວຢ່າງໜຶ່ງກ່ຽວກັບຄວາມອຸທິດ​ຕົນ ເມື່ອບໍ່ດົນມານີ້ ເພື່ອວ່າຫລາຍໆຄົນຈະເຂົ້າໃຈພຣະບັນຍັດຂອງພຣະຜູ້ເປັນເຈົ້າທີ່ໃຫ້ ຢູ່ກັບ10 ອ້າຍເອື້ອຍນ້ອງຂອງເຮົາ ແລະ ເຮັດໃຫ້ພວກເຂົາເຂັ້ມແຂງຂຶ້ນ.

ວັນທີ 14 ເດືອນມັງກອນ ຜ່ານມານີ້, ກົງ​ກັບວັນອາທິດ, ຫລັງ 5 ໂມງຕອນບ່າຍ, ເພື່ອນໜຸ່ມຂອງຂ້າພະເຈົ້າ ທ້າວບະແຣັດ ແລະ ນາງຄຣິສະຕິນ ແຮມລິນ ໄດ້ເວົ້າລົມກັນຢູ່ທີ່ບ້ານຂອງເຂົາເຈົ້າທີ່ເມືອງແທມພີ ລັດອາຣີໂຊນາ, ຫລັງຈາກທີ່ ທ້າວບະແຣັດ ໄດ້ຮັບໃຊ້ທັງວັນໃນຝ່າຍອະທິການ ແລະ ການດູແລລູກຫ້າຄົນທີ່ຫຍຸ້ງຍາກຂອງ ນາງຄຣິສະຕິນ.

ໃນທັນໃດນັ້ນ, ນາງຄຣິສະຕິນ ທີ່ເບິ່ງຄືວ່າເປັນຜູ້ລອດຊີວິດທີ່ສຳເລັດຜົນຈາກໂຣກມະເລັງເຕົ້ານົມ, ໄດ້​ລົ້ມ​ລົງໝົດສະຕິໄປ. ການໂທຫາ 911 ໄດ້ນຳທີມສຸກເສີນມາພະຍາຍາມຢ່າງໝົດຫວັງເພື່ອຊ່ວຍໃຫ້ນາງຟື້ນສະຕິ. ຂະນະທີ່ ທ້າວບະແຣັດອະທິຖານ ແລະ ອ້ອນວອນຢູ່ນັ້ນ, ລາວໄດ້ໂທຫາອີກສອງຄົນ: ຄົນໜຶ່ງແມ່ນແມ່ຂອງລາວ ຮ້ອງຂໍຄວາມຊ່ວຍເຫລືອໃຫ້ເບິ່ງລູກຂອງລາວ, ແລະ ອີກຄົນໜຶ່ງແມ່ນ ແອດວິນ ພອດເຕີ, ຄູສອນປະຈຳບ້ານຂອງລາວ. ການເວົ້າລົມທັງໝົດກັບຄູສອນ ດຳເນີນໄປດັ່ງຕໍ່ໄປນີ້:

ແອດວິນ, ໂດຍທີ່ເຫັນວ່າໃຜໂທຫາ ໄດ້ເວົ້າວ່າ, “ສະບາຍດີ ບະແຣັດ, ເປັນຈັ່ງໃດ?”

ບະແຣັດຊ່ຳກັບຮ້ອງຕອບວ່າ: “ຂ້ອຍຕ້ອງການເຈົ້າຢູ່ນີ້—ດຽວນີ້!”

ພາຍໃນສາມສີ່ນາ​ທີໄວກວ່າທີ່ ບະແຣັດນັບໄດ້, ເພື່ອນຖານະປະໂລຫິດຂອງລາວໄດ້ມາຢູ່ຄຽງຂ້າງລາວ, ຊ່ວຍລູກຂອງລາວ ແລະ ໄດ້ຂັບລົດພາ ບຣາເດີແຮມລິນ ໄປໂຮງໝໍຕາມຫລັງລົດໂຮງ​ໝໍທີ່ພາເມຍລາວໄປ. ຢູ່ທີ່ນັ້ນ, 40 ນາ​ທີຫລັງຈາກນາງໄດ້​ຫລັບຕາໄປ, ທ່ານໝໍໄດ້ປະກາດວ່າ ນາງຄຣິສະຕິນໄດ້ເສຍຊີວິດແລ້ວ.

ຂະນະທີ່ ທ້າວບະແຣັດ ໄດ້ຮ້ອງໄຫ້, ແອດວິນ ໄດ້​ໂອບກອດລາວ ແລະ ໄດ້ຮ້ອງໄຫ້ກັບລາວ—ເປັນເວລາດົນ ແລະ ຍາວນານ. ແລ້ວ, ໄດ້ປ່ອຍໃຫ້ ບະແຣັດ ເສົ້າເສຍໃຈຢູ່ກັບສະມາຊິກໃນຄອບຄົວ​ຜູ້ທີ່​ໄດ້​ມາ​ຫາ, ແລ້ວແອດວິນ ໄດ້ຂັບລົດໄປບ້ານຂອງອະທິການ ເພື່ອບອກເພິ່ນເຖິງສິ່ງທີ່ໄດ້ເກີດຂຶ້ນ. ອະທິການໄດ້ໄປທີ່ໂຮງໝໍທັນທີ ຂະນະທີ່ ແອດວິນ ໄດ້ຂັບລົດໄປທີ່ບ້ານຂອງຄອບຄົວແຮມລິນ. ຢູ່ທີ່ນັ້ນ ລາວ ແລະ ເມຍຂອງ​ລາວ, ນາງຊາເລັດ, ຜູ້ທີ່ໄດ້ມາທີ່ນັ້ນຢ່າງວ່ອງໄວ ໄດ້ຫຼິນນຳລູກແຮມລິນຫ້າຄົນທີ່ກຳພ້າແມ່, ອາ​ຍຸ 12 ປີລົງມາເຖິງ 3 ປີ. ເຂົາ​ເຈົ້າໄດ້ຈັດອາຫານຄ່ຳໃຫ້ພວກເຂົາກິນ, ໄດ້ມີການສະແດງດົນຕີຢ່າງບໍ່ໄດ້ວາງແຜນລ່ວງໜ້າ, ແລະ ໄດ້ຊ່ວຍພວກເຂົາເຂົ້ານອນ.

ຕໍ່ມາ ທ້າວບະແຣັດ ໄດ້ເວົ້າວ່າ, “ພາກສ່ວນທີ່ໜ້າອັດສະຈັນຂອງເລື່ອງນີ້ບໍ່ໄດ້ແມ່ນທີ່ ແອດວິນໄດ້ມາ ເມື່ອຂ້າ​ນ້ອຍໄດ້ໂທຫາລາວ. ໃນເວລາສຸກເສີນ, ຈະມີຜູ້ຄົນສະເໝີທີ່ເຕັມໃຈຈະຊ່ວຍ. ບໍ່ເລີຍ, ພາກສ່ວນທີ່ໜ້າອັດສະຈັນຂອງເລື່ອງນີ້ແມ່ນວ່າ ລາວເປັນຄົນທີ່​ຂ້າ​ນ້ອຍໄດ້ຄິດເຖິງ. ມີຄົນອື່ນອີກຫລາຍຄົນ ທີ່​ຢູ່​ໃກ້. ຄຣິສະຕິນ ມີນ້ອງຊາຍ ແລະ ນ້ອງສາວທີ່ຢູ່ໃກ້ກວ່າ​ສອງ​ກິ​ໂລ​ແມັດ. ພວກເຮົາມີອະທິການທີ່ດີ, ດີ​ທີ່​ສຸດ. ແຕ່ຄວາມສຳພັນລະຫວ່າງ ແອດວິນ ແລະ ຂ້າ​ນ້ອຍນັ້ນ ເຮັດໃຫ້ຂ້າ​ນ້ອຍຮູ້ສຶກຕາມສັນຊາດຕະຍານວ່າ ໃຫ້ໂທຫາລາວ ເມື່ອໃດທີ່​ຂ້າ​ນ້ອຍຕ້ອງການຄວາມຊ່ວຍເຫລືອ. ສາດສະໜາຈັກມີວິທີທາງທີ່ເປັນລະບຽບໄວ້ໃຫ້ເຮົາ ເພື່ອຈະດຳລົງຊີວິດຕາມພຣະບັນຍັດຂໍ້ທີສອງ—ໃຫ້ຮັກ, ຮັບໃຊ້, ແລະ ພັດທະນາຄວາມສຳພັນກັບອ້າຍເອື້ອຍນ້ອງຂອງເຮົາ ທີ່ຊ່ວຍໃຫ້ເຮົາເຂົ້າໃກ້ພຣະເຈົ້າຫລາຍຂຶ້ນ.”11

ແອດວິນ ໄດ້ກ່າວກ່ຽວກັບປະສົບການນີ້ວ່າ, “ແອວ​ເດີ ຮໍ​ແລນ, ສິ່ງທີ່ກົງກັນຂ້າມກັບເລື່ອງນີ້ກໍຄືວ່າ ບະແຣັດ ໄດ້ເປັນຄູສອນປະຈຳບ້ານຂອງພວກເຮົາດົນກວ່າທີ່ຂ້າ​ນ້ອຍ ໄດ້ເປັນຄູສອນປະຈຳບ້ານຂອງເຂົາເຈົ້າ. ຕະຫລອດເວລາທີ່ຜ່ານມາ, ລາວໄດ້ມາຢ້ຽມຢາມພວກເຮົາໃນສັນເພື່ອນຄົນໜຶ່ງ ຫລາຍກວ່າທີ່ເປັນໜ້າທີ່ມອບໝາຍ. ລາວໄດ້ເປັນຕົວຢ່າງທີ່ດີ, ສຸດຍອດຕົວຢ່າງຂອງຜູ້ດຳລົງຖານະປະໂລຫິດທີ່ເຂັ້ມແຂງ ແລະ ເອົາໃຈໃສ່ຄວນເປັນ. ເມຍ​ຂອງ​ຂ້າ​ນ້ອຍ, ​ພວກລູກຊາຍຂອງພວກເຮົາ—​ພວກ​ເຮົາບໍ່ໄດ້ຖືວ່າ ລາວເປັນຜູ້ທີ່ມີພັນທະ ທີ່ຈະນຳຂ່າວສານມາໃຫ້ພວກເຮົາແຕ່ລະທ້າຍເດືອນ; ພວກເຮົາຄິດ​ກ່ຽວກັບລາວ ວ່າລາວ​ເປັນໝູ່ເພື່ອນຄົນໜຶ່ງ ທີ່ອາໄສຢູ່ທ້າຍຖະໜົນໃກ້ໆພວກເຮົາ, ຜູ້ທີ່ຈະເຮັດທຸກ​ສິ່ງ ບໍ່​ວ່າ​ຈະ​ເປັນ​ອັນ​ໃດ​ກໍ​ຕາມໃນໂລກນີ້ ເພື່ອເປັນພອນໃຫ້ແກ່ພວກເຮົາ. ຂ້າ​ນ້ອຍດີໃຈທີ່ຂ້າ​ນ້ອຍສາມາດຕອບແທນບຸນຄຸນລາວເລັກໆນ້ອຍໆ.”12

ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າຮ່ວມໃຈກັບທ່ານໃນການສັນລະເສີນຄູສອນໃນໝູ່ບ້ານ, ໃນຫວອດ ແລະ ຄູສອນປະຈຳບ້ານ ແລະ ຄູຢ້ຽມສອນທຸກໆຄົນ ຜູ້ທີ່ໄດ້ຮັກ ແລະ ໄດ້ຮັບໃຊ້ໃນວິທີທາງນິີ້ ຕະຫລອດປະຫວັດສາດຂອງເຮົາ. ຄຳອະທິຖານຂອງເຮົາໃນມື້ນີ້ແມ່ນວ່າ ຊາຍ ແລະ ຍິງທຸກຄົນ—ຊາຍ ແລະ ຍິງໜຸ່ມຜູ້ໃຫຍ່ຂອງເຮົາ—ຈະອອກໄປຈາກກອງປະຊຸມໃຫຍ່​ສາ​ມັນນີ້ ດ້ວຍຄຳໝັ້ນສັນຍາຫລາຍກວ່າ​ເກົ່າ ທີ່ຈະມີການດູແລຈາກໃຈຈິງໃຫ້ກັນແລະກັນ, ຖືກດົນໃຈໂດຍຄວາມຮັກອັນບໍລິສຸດຂອງພຣະຄຣິດໃຫ້ເຮັດເທົ່ານັ້ນ. ເຖິງ​ແມ່ນ​ເຮົາ​ທຸກ​ຄົນ​ຮູ້​ສຶກວ່າ ມີ​ຄວາມ​ສາ​ມາດ​ທີ່​ຈຳ​ກັດ ແລະ ບໍ່​ພຽບ​ພ້ອມ—ແລະ ເຮົາ​ທຸກ​ຄົນ​ກໍ​ມີ​ການ​ທ້າ​ທາຍ—ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂໍ​ໃຫ້​ເຮົາ​ຈົ່ງ​ອອກ​ແຮງ ຄຽງ​ບ່າ​ຄຽງ​ໄຫລ່​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ສວນ​ອະ​ງຸ່ນ,13 ໃຫ້​ຄວາມ​ຊ່ວຍ​ເຫລືອ​ແກ່​ພຣະ​ເຈົ້າ ແລະ ພຣະ​ບິ​ດາ​ຂອງ​ເຮົາ ເພື່ອ​ຕອບ​ຄຳ​ອະ​ທິ​ຖານ, ໃຫ້​ການ​ປອບ​ໂຍນ, ເຊັດ​ນ້ຳ​ຕາ, ແລະ ໃຫ້​ກຳ​ລັງ​ຫົວ​ເຂົ່າ​ທີ່​ອ່ອນ​ເພຍ.14 ຖ້າ​ຫາກເຮົາເຮັດສິ່ງນັ້ນ, ເຮົາຈະກາຍ​ເປັນສານຸສິດຂອງ​ພຣະ​ຄຣິດ​ຫລາຍ​ຂຶ້ນ ດັ່ງທີ່ເຮົາຄວນເປັນ. ໃນ​ວັນ​ອາ​ທິດ​ບຸນ​ອິດ​ສະ​ເຕີມື້ນີ້, ຂໍໃຫ້ເຮົາຈົ່ງຮັກກັນແລະກັນ ດັ່ງທີ່ພຣະອົງໄດ້ຮັກເຮົາ,15 ຂ້າພະເຈົ້າອະທິຖານ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.