ການປະຕິບັດສາດສະໜາກິດ ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດກະທຳ
ຂໍໃຫ້ເຮົາຈົ່ງສະແດງຄວາມກະຕັນຍູ ແລະ ຄວາມຮັກຂອງເຮົາທີ່ມີແດ່ພຣະເຈົ້າ ໂດຍການປະຕິບັດສາດສະໜາກິດດ້ວຍຄວາມຮັກ ຕໍ່ເອື້ອຍອ້າຍນ້ອງນິລັນດອນຂອງເຮົາ.
ຊ່າງເປັນພອນອັນປະເສີດລ້ຳທີ່ໄດ້ມີຊີວິດຢູ່ໃນວັນເວລາ ຂອງການເປີດເຜີຍອັນຕໍ່ເນື່ອງຈາກພຣະເຈົ້າ! ຂະນະທີ່ເຮົາຕັ້ງໃຈຖ້າ ແລະ ເປີດໃຈຮັບ “ເວລາທີ່ທຸກສິ່ງຈະຖືກຕັ້ງຂຶ້ນໃໝ່,”1 ຊຶ່ງໄດ້ມາ ແລະ ຈະເປັນມາຜ່ານເຫດການທີ່ຖືກທຳນາຍໄວ້ໃນວັນເວລາຂອງເຮົາ, ເຮົາກຳລັງຖືກຕຽມພ້ອມສຳລັບການສະເດັດມາຄັ້ງທີສອງຂອງພຣະຜູ້ຊ່ວຍໃຫ້ລອດ2
ແລະ ຈະມີວິທີໃດທີ່ຈະຕຽມພົບພຣະອົງ ດີໄປກວ່າທີ່ຈະພະຍາຍາມກາຍເປັນ ເໝືອນ ພຣະອົງຜ່ານການປະຕິບັດສາດສະໜາກິດ ຕໍ່ກັນແລະກັນຢ່າງມີຄວາມຮັກ! ດັ່ງທີ່ພຣະເຢຊູຄຣິດໄດ້ສອນຜູ້ຕິດຕາມຂອງພຣະອົງ ໃນຕອນເລີ່ມຕົ້ນຂອງຍຸກສະໄໝນີ້ວ່າ, ຖ້າເຮົາຮັກພຣະອົງ ເຮົາຈະຮັບໃຊ້ພຣະອົງ.3 ການຮັບໃຊ້ຂອງເຮົາຕໍ່ຄົນອື່ນຄືການສະແດງອອກເຖິງການເປັນສານຸສິດ ແລະ ຄວາມກະຕັນຍູ ແລະ ຄວາມຮັກຂອງເຮົາທີ່ມີໃຫ້ແດ່ພຣະເຈົ້າ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ.
ບາງເທື່ອເຮົາຄິດວ່າເຮົາຕ້ອງເຮັດອັນໃດອັນໜຶ່ງທີ່ໃຫຍ່ໂຕ ແລະ ຢ່າງກ້າຫານເພື່ອຈະ “ຖືວ່າ” ເປັນການຮັບໃຊ້ເພື່ອນບ້ານຂອງເຮົາ. ແຕ່ການກະທຳແບບລຽບງ່າຍຂອງການຮັບໃຊ້ ກໍສາມາດມີອິດທິພົນທີ່ເລິກຊຶ້ງຕໍ່ຄົນອື່ນ—ແລະ ຕໍ່ຕົວເຮົາເອງດ້ວຍ. ພຣະຜູ້ຊ່ວຍໃຫ້ລອດໄດ້ເຮັດຫຍັງແດ່? ຜ່ານຂອງປະທານທີ່ສູງສົ່ງຂອງການຊົດໃຊ້ ແລະ ການຟື້ນຄືນພຣະຊົນຂອງພຣະອົງ—ທີ່ເຮົາສະຫລອງໃນວັນອາທິດບຸນອິດສະເຕີທີ່ສວຍງາມມື້ນີ້—“ບໍ່ມີຄົນອື່ນໃດທີ່ໄດ້ມີອິດທິພົນທີ່ເລິກຊຶ້ງ [ຕໍ່] ຜູ້ຄົນທີ່ໄດ້ມີຊີວິດຢູ່ ແລະ ຜູ້ທີ່ຍັງຈະມີຊີວິດຢູ່ຕໍ່ໄປຢູ່ເທິງແຜ່ນດິນໂລກ.”4 ແຕ່ພຣະອົງຍັງໄດ້ຍິ້ມໃຫ້, ເວົ້າລົມນຳ, ຍ່າງໄປນຳ, ຮັບຟັງ, ໃຫ້ເວລາ, ໃຫ້ກຳລັງໃຈ, ສິດສອນ, ລ້ຽງເຂົ້າ, ແລະ ໃຫ້ອະໄພນຳອີກ. ພຣະອົງໄດ້ຮັບໃຊ້ຄອບຄົວ ແລະ ເພື່ອນຝູງ, ເພື່ອນບ້ານ ແລະ ຄົນແປກໜ້າຄືກັນ, ແລະ ພຣະອົງໄດ້ເຊື້ອເຊີນຄົນທີ່ຮູ້ຈັກ ແລະ ຄົນທີ່ພຣະອົງຮັກ ໃຫ້ຊື່ນຊົມກັບພຣະພອນຢ່າງຫລວງຫລາຍ ຂອງພຣະກິດຕິຄຸນຂອງພຣະອົງ. ການກະທຳ “ທີ່ລຽບງ່າຍ” ຂອງການຮັບໃຊ້ ແລະ ຄວາມຮັກ ກໍໃຫ້ເຮົາມີແບບແຜນສຳລັບການປະຕິບັດ ສາດສະໜາກິດຂອງເຮົາ ໃນວັນເວລານີ້.
ເມື່ອທ່ານມີສິດທິພິເສດທີ່ຈະເປັນຕົວແທນຂອງພຣະຜູ້ຊ່ວຍໃຫ້ລອດ ໃນຄວາມພະຍາຍາມ ທີ່ຈະປະຕິບັດສາດສະໜາກິດຂອງທ່ານ, ຂໍໃຫ້ຖາມຕົວເອງວ່າ, “ເຮົາຈະແບ່ງປັນຄວາມສະຫວ່າງ ຂອງພຣະກິດຕິຄຸນກັບບຸກຄົນນີ້ ຫລື ຄອບຄົວນີ້ໄດ້ແນວໃດ? ພຣະວິນຍານກຳລັງດົນໃຈໃຫ້ເຮົາເຮັດຫຍັງແດ່?”
ການປະຕິບັດສາດສະໜາກິດສາມາດເຮັດຂຶ້ນໄດ້ ໃນຫລາກຫລາຍວິທີສຳລັບສ່ວນບຸກຄົນໂດຍສະເພາະ. ແລ້ວມັນຈະປະກົດຂຶ້ນໃນຮູບແບບໃດ?
ການປະຕິບັດສາດສະໜາກິດ ຈະປະກົດຂຶ້ນເມື່ອຝ່າຍປະທານກຸ່ມແອວເດີ ແລະ ສະມາຄົມສະຕີສົງເຄາະປຶກສາຫາລືນຳກັນ ກ່ຽວກັບໜ້າທີ່ມອບໝາຍດ້ວຍການອະທິຖານ. ແທນທີ່ຜູ້ນຳພຽງແຕ່ແຈກຢາຍເຈ້ຍນ້ອຍໆ, ມັນຈະປະກົດຂຶ້ນໃນການປຶກສາຫາລືນຳກັນ ກ່ຽວກັບບຸກຄົນ ແລະ ຄອບຄົວນຳກັນ ຂະນະທີ່ໜ້າທີ່ມອບໝາຍກໍຖືກມອບໃຫ້ອ້າຍເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດ. ມັນຈະປະກົດຂຶ້ນໃນການໄປຍ່າງຫລິ້ນ, ການຊຸມນຸມກັນເພື່ອຫລິ້ນເກມ, ການໃຫ້ການຮັບໃຊ້, ຫລື ແມ່ນແຕ່ຮັບໃຊ້ນຳກັນ. ມັນຈະປະກົດຂຶ້ນໃນການໄປຢ້ຽມຢາມຕົວຕໍ່ຕົວ ຫລື ການເວົ້າລົມທາງໂທລະສັບ ຫລື ການເວົ້າລົມກັນທາງອອນລາຍ ຫລື ທາງການສົ່ງຂໍ້ຄວາມ. ມັນຈະປະກົດຂຶ້ນໃນການສົ່ງບັດອວຍພອນວັນເກີດ ຫລື ການຮ້ອງໃຫ້ກຳລັງໃຈ ຢູ່ບ່ອນຫລິ້ນເກມເຕະບານ. ມັນຈະປະກົດຂຶ້ນໃນການແບ່ງປັນຂໍ້ພຣະຄຳພີ ຫລື ຂໍ້ອ້າງອີງຈາກບົດປາໄສ ຈາກກອງປະຊຸມທີ່ຈະມີຄວາມໝາຍສຳລັບຄົນໆນັ້ນ. ມັນຈະປະກົດຂຶ້ນໃນການສົນທະນາຄຳຖາມກ່ຽວກັບພຣະກິດຕິຄຸນ ແລະ ການແບ່ງປັນປະຈັກພະຍານ ທີ່ຈະນຳຄວາມແຈ່ມແຈ້ງ ແລະ ຄວາມສະຫງົບສຸກມາໃຫ້. ມັນຈະປະກົດຂຶ້ນໃນກາກມີພາກສ່ວນໃນຊີວິດຂອງຄົນໃດຄົນໜຶ່ງ ແລະ ການຫ່ວງໃຍກ່ຽວກັບຄົນໆນັ້ນ. ມັນຈະປະກົດຂຶ້ນໃນການສຳພາດການປະຕິບັດສາດສະໜາກິດ ບ່ອນຊຶ່ງຄວາມຕ້ອງການ ແລະ ຈຸດເດັ່ນຖືກສົນທະນາກັນຢ່າງລັດມັດລະວັງ ແລະ ຢ່າງສົມຄວນ. ມັນຈະປະກົດຂຶ້ນໃນສະພາຫວອດ ທີ່ຈັດຕຽມເພື່ອສະໜອງຄວາມຕ້ອງການທີ່ມີຢ່າງຫລວງຫລາຍ.
ການປະຕິບັດສາດສະໜາກິດແບບນີ້ໄດ້ໃຫ້ຄວາມເຂັ້ມແຂງຕໍ່ເອື້ອຍນ້ອງຄົນໜຶ່ງ ທີ່ໄດ້ຍ້າຍໄປໄກຈາກບ້ານ ຕອນສາມີຂອງນາງ ໄດ້ເລີ່ມການສຶກສາເອົາປະລິນຍາເອກ. ໂດຍທີ່ບໍ່ມີໂທລະສັບທີ່ໃຊ້ການໄດ້ ແລະ ມີລູກນ້ອຍທີ່ຕ້ອງດູແລ, ນາງໄດ້ຮູ້ສຶກວ່າຫລົງທິດທາງໃນສະຖານທີ່ໃໝ່, ຮູ້ສຶກທໍ້ຖອຍໃຈ ແລະ ໂດດດ່ຽວ. ໂດຍທີ່ບໍ່ໄດ້ຮັບຮູ້ຫຍັງລ່ວງໜ້າ, ເອື້ອຍນ້ອງຈາກສະມາຄົມສະຕີສົງເຄາະຄົນໜຶ່ງໄດ້ມາບ້ານນາງ ເອົາເກີບຄູ່ນ້ອຍໆມາໃຫ້ແອນ້ອຍ, ໄດ້ເອົາທັງສອງແມ່ລູກຂຶ້ນລົດນາງ, ແລະ ໄດ້ພາເຂົາເຈົ້າໄປຫາຕະຫລາດຂາຍອາຫານ. ເອື້ອຍນ້ອງຜູ້ກະຕັນຍູໄດ້ລາຍງານວ່າ, “ນາງໄດ້ເປັນຜູ້ຊ່ວຍຊີວິດຂ້ານ້ອຍ!”
ການປະຕິບັດສາດສະໜາກິດທີ່ແທ້ຈິງ ກໍຖືກສະແດງໃຫ້ເຫັນໂດຍເອື້ອຍນ້ອງຜູ້ສູງອາຍຸຄົນໜຶ່ງທີ່ ອາຟຣີກາ ຜູ້ທີ່ຖືກມອບໝາຍໃຫ້ຊອກຫາເອື້ອຍນ້ອງຄົນໜຶ່ງ ທີ່ບໍ່ໄດ້ໄປໂບດດົນນານແລ້ວ. ຕອນນາງໄດ້ໄປທີ່ບ້ານຂອງເອື້ອຍນ້ອງຄົນນັ້ນ, ນາງໄດ້ພົນເຫັນວ່າຍິງຄົນນັ້ນໄດ້ຖືກທຸບຕີ ແລະ ຖືກຂະໂມນລັກຊັບ, ບໍ່ມີອາຫານກິນ, ແລະ ບໍ່ມີເສື້ອຜ້ານຸ່ງ ທີ່ນາງຮູ້ສຶກວ່າເໝາະສົມສຳລັບກອງປະຊຸມໂບດ ໃນວັນອາທິດ. ຍິງທີ່ຖືກມອບໝາຍໃຫ້ປະຕິບັດສາດສະໜາກິດຕໍ່ນາງ ໄດ້ຮັບຟັງ, ໄດ້ນຳຜົນລະປູກຈາກສວນຂອງນາງໄປໃຫ້, ເອົາພຣະຄຳພີໄປອ່ານ, ແລະ ສ້າງມິດຕະພາບກັບນາງ. ບໍ່ດົນເອື້ອຍນ້ອງຜູ້ທີ່ “ຫາຍຕົວໄປ” ຄົນນັ້ນ ກໍໄດ້ກັບຄືນມາໂບດ ແລະ ໄດ້ຮັບເອົາການເອີ້ນ ເພາະນາງຮູ້ວ່າມີຄົນຮັກ ແລະ ເຫັນຄຸນຄ່າຂອງນາງ.
ເມື່ອເອົາຄວາມພະຍາຍາມຂອງສະມາຄົມສະຕີສົງເຄາະ ແລະ ກຸ່ມແອວເດີທີ່ຈັດລະບຽບໃໝ່ ມາລວມເຂົ້າກັນ ມັນຈະນຳຄວາມເປັນອັນໜຶ່ງອັນດຽວກັນມາໃຫ້ ທີ່ຈະໃຫ້ຜົນປະໂຫຍດທີ່ໜ້າປະຫລາດໃຈ. ການປະຕິບັດສາດສະໜາກິດ ຈະກາຍເປັນຄວາມພະຍາຍາມທີ່ປະສານກັນ ເພື່ອບັນລຸໜ້າທີ່ຂອງຖານະປະໂລຫິດທີ່ຈະ “ຢ້ຽມຢາມບ້ານເຮືອນຂອງສະມາຊິກແຕ່ລະຄົນ” ແລະ “ເພື່ອ ດູແລສາດສະໜາຈັກສະເໝີ, ແລະ ຢູ່ກັບພວກເຂົາ ແລະ ເຮັດໃຫ້ພວກເຂົາເຂັ້ມແຂງຂຶ້ນ,”5 ແລະ ເພື່ອຈະສຳເລັດຈຸດປະສົງຂອງສະມາຄົມສະຕີສົງເຄາະ ທີ່ຈະຊ່ວຍກັນແລະກັນ ຕຽມພ້ອມສຳລັບພອນຂອງຊີວິດນິລັນດອນ.6 ເມື່ອເຮັດວຽກຮ່ວມມືກັນ ພາຍໃຕ້ການນຳພາຂອງອະທິການ, ຝ່າຍປະທານກຸ່ມແອວເດີ ແລະ ສະມາຄົມສະຕີສົງເຄາະສາມາດໄດ້ຮັບການດົນໃຈ ຂະນະທີ່ເຂົາເຈົ້າສະແຫວງຫາວິທີທີ່ຈະດູແລ ແລະ ລ້ຽງດູແຕ່ລະຄົນ ແລະ ຄອບຄົວ.
ຂ້າພະເຈົ້າຂໍແບ່ງປັນຕົວຢ່າງໜຶ່ງ. ແມ່ຄົນໜຶ່ງຖືກກວດພົບວ່າເປັນໂຣກມະເລັງ. ຕໍ່ມາບໍ່ດົນນາງກໍໄດ້ເລີ່ມການປິ່ນປົວ, ແລະ ທັນທີ, ເອື້ອຍນ້ອງສະມາຄົມສະຕີສົງເຄາະ ກໍໄດ້ລົງມືເຮັດວຽກ, ວາງແຜນວິທີທີ່ຈະຊ່ວຍໄດ້ດີເລື່ອງອາຫານການກິນ, ການຮັບສົ່ງໄປຫາການນັດກັບໝໍ, ແລະ ໃຫ້ຄວາມຊ່ວຍເຫລືອຢ່າງອື່ນ. ເຂົາເຈົ້າໄດ້ໄປຢ້ຽມຢາມນາງເປັນປະຈຳ, ໃຫ້ການເປັນເພື່ອນທີ່ເບີກບານ. ໃນເວລາດຽວກັນ, ກຸ່ມຖານະປະໂລຫິແຫ່ງເມນຄີເສເດັກ ກໍໄດ້ລົງມືຊ່ວຍຄືກັນ. ເຂົາເຈົ້າໄດ້ອອກແຮງງານໃນການສ້ອມແປງຫ້ອງນອນ ແລະ ຫ້ອງນ້ຳ ເພື່ອເຮັດໃຫ້ ການດູແລເອື້ອຍນ້ອງຜູ້ປ່ວຍງ່າຍຂຶ້ນ. ກຸ່ມຊາຍໜຸ່ມກໍໄດ້ຊ່ວຍອອກແຮງງານໃນຄວາມພະຍາຍາມທີ່ສຳຄັນນັ້ນ. ແລະ ກຸ່ມຍິງໜຸ່ມກໍໄດ້ມີສ່ວນຮ່ວມ: ເຂົາເຈົ້າໄດ້ພາໝາໄປຍ່າງແຕ່ລະມື້ຢ່າງເບີກບານ ແລະ ຊື່ສັດ. ເມື່ອເວລາຜ່ານໄປ, ຫວອດນັ້ນກໍໄດ້ສືບຕໍ່ການຮັບໃຊ້ຂອງເຂົາເຈົ້າ, ເພີ່ມບາງຢ່າງ ແລະ ປັບປຸງເມື່ອຈຳເປັນ. ເຫັນໄດ້ຢ່າງແຈ້ງຊັດວ່າ ນັ້ນເປັນວຽກງານແຫ່ງຄວາມຮັກ, ສະມາຊິກແຕ່ລະຄົນໃຫ້ເວລາຂອງຕົນ, ຮ່ວມກັນຊ່ວຍດູແລໃນວິທີທາງຂອງຕົນ ທີ່ຈະເປັນພອນບໍ່ພຽງແຕ່ໃຫ້ເອື້ອຍນ້ອງຜູ້ເຈັບປ່ວຍ ແຕ່ໃຫ້ສະມາຊິກໃນຄອບຄົວຂອງນາງດ້ວຍ.
ຫລັງຈາກຄວາມພະຍາຍາມທີ່ກ້າຫານ, ໃນທີ່ສຸດ ໂຣກມະເລັງກໍໄດ້ເອົາຊີວິດຂອງເອື້ອຍນ້ອງຄົນນັ້ນໄປ. ຫວອດນັ້ນໄດ້ໂລ່ງໃຈບໍ ແລະ ໄດ້ຖືວ່າວຽກງານນັ້ນສຳເລັດລົງດ້ວຍດີ ແລະ ໝົດໄປແລ້ວບໍ? ບໍ່ເລີຍ, ຍິງໜຸ່ມຍັງພາກັນເອົາໝາໄປຍ່າງທຸກໆມື້ຕໍ່ໄປ, ກຸ່ມຖານະປະໂລຫິດກໍໄດ້ປະຕິບັດ ສາດສະໜາກິດຕໍ່ພໍ່ ແລະ ຄອບຄົວນັ້ນຕໍ່ໄປ, ແລະ ເອື້ອຍນ້ອງສະມາຄົມສະຕີສົງເຄາະ ກໍໄດ້ສືບຕໍ່ໃນການເອື້ອມອອກໄປຫາໃນຄວາມຮັກ ເພື່ອໃຫ້ຄວາມເຂັ້ມແຂງ ແລະ ສະໜອງຄວາມຕ້ອງການ. ອ້າຍເອື້ອຍນ້ອງທັງຫລາຍ, ນີ້ແຫລະຄື ການປະຕິບັດສາດສະໜາກິດ—ນີ້ຄືການຮັກດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດຮັກ!
ພອນອີກປະການໜຶ່ງຈາກການປະກາດທີ່ດົນໃຈນີ້ຄື ໂອກາດສຳລັບຍິງໜຸ່ມອາຍຸ 14 ຫາ 18 ປີ ທີ່ຈະມີສ່ວນຮ່ວມໃນການປະຕິບັດສາດສະໜາກິດ ໃນຖານະຄູ່ສອນຂອງເອື້ອຍນ້ອງສະມາຄົມສະຕີສົງເຄາະ, ດັ່ງທີ່ຊາຍໜຸ່ມອາຍຸລຸ້ນລາວດຽວກັນ ຮັບໃຊ້ເປັນຄູ່ປະຕິບັດສາດສະໜາກິດກັບອ້າຍນ້ອງ ຜູ້ດຳລົງຖານະປະໂລຫິດແຫ່ງເມນເຄສີເດັກ. ຊາວໜຸ່ມກໍສາມາດແບ່ງປັນຂອງປະທານພິເສດຂອງເຂົາເຈົ້າ ແລະ ເຕີບໂຕທາງວິນຍານ ຂະນະທີ່ເຂົາເຈົ້າຮັບໃຊ້ຄຽງບ່າຄຽງໄຫລ່ກັບຜູ້ໃຫຍ່ ໃນວຽກງານແຫ່ງຄວາມລອດນີ້. ການໃຫ້ຊາວໜຸ່ມມີສ່ວນຮ່ວມໃນໜ້າທີ່ມອບໝາຍຂອງການປະຕິບັດສາດສະໜາກິດນີ້ ກໍສາມາດເພີ່ມການດູແລຄົນອື່ນຂອງສະມາຄົມສະຕີສົງເຄາະ ແລະ ກຸ່ມແອວເດີອອກໄປກວ້າງໄກ ໂດຍການເພີ່ມຈຳນວນສະມາຊິກຜູ້ມີພາກສ່ວນນຳອີກ.
ເມື່ອຂ້າພະເຈົ້າຄິດເຖິງຍິງໜຸ່ມທີ່ຊື່ສັດທີ່ຂ້າພະເຈົ້າໄດ້ຮູ້ຈັກ, ຂ້າພະເຈົ້າຕື່ນເຕັ້ນແທນເອື້ອຍນ້ອງສະມາຄົມສະຕີສົງເຄາະ ຜູ້ທີ່ຈະມີສິດທິພິເສດໄດ້ຮັບພອນ ຈາກຄວາມກະຕືລືລົ້ນ, ພອນສະຫວັນ, ແລະ ຄວາມຮູ້ສຶກໄວທາງວິນຍານຂອງຍິງໜຸ່ມ ຂະນະທີ່ເຂົາເຈົ້າຮັບໃຊ້ຄຽງຂ້າງກັນໄປ ຫລື ໄດ້ຮັບການປະຕິບັດສາດສະໜາກິດຈາກພວກນາງ. ແລະ ຂ້າພະເຈົ້າກໍດີໃຈເທົ່າໆກັນ ໂດຍໂອກາດທີ່ຍິງໜຸ່ມຈະໄດ້ຮັບການແນະນຳ ແລະ ການສິດສອນ ແລະ ເຂັ້ມແຂງຂຶ້ນ ໂດຍເອຶ້ອຍນ້ອງໃນສະມາຄົມສະຕີສົງເຄາະຄືກັນ. ໂອກາດທີ່ຈະມີພາກສ່ວນໃນການສ້າງສາອານາຈັກຂອງພຣະເຈົ້ານີ້ ຈະເປັນຜົນປະໂຫຍດ ຢ່າງຫລວງຫລາຍຕໍ່ຍິງໜຸ່ມ, ເພື່ອຊ່ວຍເຫລືອພວກນາງໃຫ້ຕຽມພ້ອມຫລາຍຂຶ້ນ ເພື່ອຈະບັນລຸບົດບາດຂອງພວກນາງ ໃນຖານະຜູ້ນຳໃນສາດສະໜາຈັກ ແລະ ໃນຊຸມຊົນ ແລະ ເປັນຮຸ້ນສ່ວນທີ່ມີສ່ວນຊ່ວຍ ຢູ່ໃນຄອບຄົວຂອງເຂົາເຈົ້າ. ດັ່ງທີ່ ຊິດສະເຕີ ບອນນີ ແອວ ໂອສະກາສັນ ໄດ້ແບ່ງປັນມື້ວານນີ້ວ່າ, ຍິງໜຸ່ມທັງຫລາຍ “ຢາກ ຊ່ວຍຮັບໃຊ້. ພວກນາງຢາກຮູ້ວ່າ ພວກນາງມີຄ່າ ແລະ ສຳຄັນໃນວຽກງານແຫ່ງຄວາມລອດ”7
ແທ້ຈິງແລ້ວ, ບັນດາຍິງໜຸ່ມກໍໄດ້ປະຕິບັດສາດສະໜາກິດຕໍ່ຄົນອື່ນແລ້ວ, ໂດຍບໍ່ໄດ້ຮັບການມອບໝາຍ ຫລື ສຽງຍ້ອງຍໍ. ຄອບຄົວໜຶ່ງທີ່ຂ້າພະເຈົ້າຮູ້ຈັກ ໄດ້ຍ້າຍໄປຢູ່ສະຖານທີ່ໃໝ່ ໄກຫລາຍໆຮ້ອຍກິໂລແມັດ ບ່ອນທີ່ເຂົາເຈົ້າບໍ່ຮູ້ໃຜຈັກຄົນ. ພາຍໃນອາທິດທຳອິດ, ຍິງໜຸ່ມອາຍຸ 14 ປີ ຈາກຫວອດຂອງເຂົາເຈົ້າ ໄດ້ມາເຄາະປະຕູຂອງເຂົາເຈົ້າ ພ້ອມດ້ວຍເຂົ້າໜົມຄຸກກີ້ໃນຈານ, ມາຕ້ອນຮັບເຂົ້າເຈົ້າສູ່ເຂດນັ້ນ. ແມ່ຂອງນາງໄດ້ຢືນຢູ່ທາງຫລັງນາງດ້ວຍຮອຍຍິ້ມ ເປັນຜູ້ຂັບລົດໃຫ້ທີ່ເຕັມໃຈ, ສົ່ງເສີມຄວາມປາດຖະໜາຂອງລູກສາວຂອງນາງ ທີ່ຈະປະຕິບັດສາດສະໜາກິດ.
ມື້ໜຶ່ງ ແມ່ອີກຄົນໜຶ່ງໄດ້ເປັນຫ່ວງວ່າລູກສາວຂອງນາງ ອາຍຸ 16 ປີ ບໍ່ໄດ້ກັບບ້ານຕາມເວລາປົກກະຕິ. ເມື່ອລູກສາວມາຮອດບ້ານໃນທີ່ສຸດ, ແມ່ຂອງນາງໄດ້ສອບຖາມນາງດ້ວຍຄວາມໃຈຮ້າຍ ຢາກຮູ້ວ່າ ນາງໃສມາ. ນາງສາວອາຍຸ 16 ປີນັ້ນ ໄດ້ຕອບແມ່ແບບອາຍໆວ່າ ນາງໄດ້ເອົາດອກໄມ້ໄປໃຫ້ຍິງໝ້າຍທີ່ອາໄສຢູ່ໃກ້ໆ. ນາງໄດ້ສັງເກດເຫັນວ່າ ເອື້ອຍນ້ອງຜູ້ສູງອາຍຸຄົນນັ້ນ ເບິ່ງຄືວ່າໂສກເສົ້າດຽວດາຍ ແລະ ຮູ້ສຶກກະຕຸ້ນໃຫ້ໄປຢາມລາວ. ເມື່ອໄດ້ຮັບອະນຸຍາດຢ່າງເຕັມທີ່ຈາກແມ່, ຍິງໜຸ່ມຄົນນັ້ນໄດ້ສືບຕໍ່ ໄປຢ້ຽມຢາມເອື້ອຍນ້ອງຜູ້ສູງອາຍຸຄົນນັ້ນ. ເຂົາເຈົ້າໄດ້ກາຍເປັນເພື່ອນທີ່ດີ, ແລະ ຄວາມສຳພັນອັນຫວານຊື່ນຂອງເຂົາເຈົ້າ ກໍໄດ້ເປັນດັ່ງນັ້ນເປັນເວລາຫລາຍປີ.
ຍິງໜຸ່ມແຕ່ລະຄົນເຫລົ່ານີ້, ແລະ ອີກຫລາຍໆຄົນທີ່ຄ້າຍຄືກັນນີ້, ໄດ້ສັງເກດເຫັນຄວາມຕ້ອງການຂອງຄົນອື່ນ ແລະ ໄດ້ລົງມືເຮັດວຽກ ເພື່ອສະໜອງຄວາມຕ້ອງການນັ້ນ. ຍິ່ງໜຸ່ມມີຄວາມປາດຖະໜາຕາມທຳມະຊາດທີ່ຈະດູແລ ແລະ ແບ່ງປັນ ທີ່ສາມາດ ຖືກນຳພາເປັນຢ່າງດີ ຜ່ານການປະຕິບັດສາດສະໜາກິດ ໃນຮຸ້ນສ່ວນກັບເອື້ອຍນ້ອງຜູ້ໃຫຍ່.
ອາຍຸເຮົາບໍ່ສຳຄັນ, ເມື່ອເຮົາຄິດເຖິງວິທີທີ່ຈະປະຕິບັດສາດສະໜາກິດ ໃຫ້ມີປະສິດທິພາບຫລາຍທີ່ສຸດ, ເຮົາຖາມວ່າ, “ນາງ [ຫລື ລາວ] ຕ້ອງການຫຍັງ?” ເພີ່ມຄຳຖາມນີ້ໃສ່ກັບຄວາມປາດຖະໜາທີ່ຈະຮັບໃຊ້ຢ່າງຈິງໃຈ, ແລ້ວເຮົາຈະຖືກນຳພາໂດຍພຣະວິນຍານ ໃຫ້ເຮັດສິ່ງທີ່ຈະເຊີດຊູ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ຄົນໆນັ້ນ. ຂ້າພະເຈົ້າໄດ້ຍິນເລື່ອງລາວຕ່າງໆກ່ຽວກັບອ້າຍເອື້ອຍນ້ອງ ຜູ້ທີ່ໄດ້ຮັບພອນໂດຍການເອື້ອມອອກໄປ ຢ່າງລຽບງ່າຍ ຂອງການຕ້ອນຮັບທີ່ອົບອຸ່ນຢູ່ທີ່ໂບດ, ອີເມວ ຫລື ຂໍ້ຄວາມທີ່ໃສ່ໃຈ, ການຕິດຕໍ່ຫາສ່ວນຕົວໃນເວລາທີ່ຫຍຸ້ງຍາກ, ການເຊື້ອເຊີນໃຫ້ໄປຮ່ວມກິດຈະກຳເປັນກຸ່ມ, ຫລື ສະເໜີຊ່ວຍເຫລືອກັບສະພາບການທີ່ທ້າທາຍ. ພໍ່ແມ່ທີ່ລ້ຽງລູກດ້ວຍໂຕຄົນດຽວ, ຜູ້ປ່ຽນໃຈເຫລື້ອມໃສໃໝ່, ສະມາຊິກທີ່ບໍ່ເຂັ້ມແຂງ, ແມ່ໝ້າຍ ແລະ ພໍ່ໝ້າຍ, ຫລື ຄົນໜຸ່ມທີ່ດີ້ນລົນຢູ່ ອາດຕ້ອງການຄວາມເອົາໃຈໃສ່ ແລະ ຄວາມຊ່ວຍເຫລືອໃນລຳດັບຄວາມສຳຄັນເປັນພິເສດ ຈາກອ້າຍເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດ. ການປະສານງານລະຫວ່າງຝ່າຍປະທານກຸ່ມຖານະປະໂລຫິດ ແລະ ສະມາຄົມສະຕີສົງເຄາະ ເປີດໂອກາດໃຫ້ມີການມອບໝາຍທີ່ຖືກຕ້ອງ ແລະ ເໝາະສົມ.
ຫລັງຈາກທຸກສິ່ງທີ່ໄດ້ກ່າວ ແລະ ເຮັດມາແລ້ວ, ການປະຕິບັດສາດສະໜາກິດທີ່ແທ້ຈິງ ຈະບັນລຸຄວາມສຳເລັດ ໄປເທື່ອລະຄົນ ໂດຍມີຄວາມຮັກເປັນປັດໃຈທີ່ຊຸກຍູ້ເຮົາ. ຄຸນຄ່າ ແລະ ຄວາມດີງາມ ແລະ ຄວາມປະຫລາດໃຈຂອງການປະຕິບັດສາດສະໜາກິດທີ່ຈິງໃຈ ກໍຄືວ່າ ມັນປ່ຽນຊີວິດຂອງຜູ້ຄົນແທ້ໆ! ເມື່ອຫົວໃຈຂອງເຮົາເປີດກວ້າງ ແລະ ເຕັມໃຈທີ່ຈະຮັກ ແລະ ໃຫ້ຄົນອື່ນມີສ່ວນຮ່ວມນຳ, ການໃຫ້ກຳລັງໃຈ ແລະ ການປອບໂຍນ, ແລ້ວພະລັງຂອງການປະຕິບັດສາດສະໜາກິດ ຂອງເຮົາຈະຖືກປະຕິເສດບໍ່ໄດ້. ດ້ວຍຄວາມຮັກເປັນປັດໃຈທີ່ຊຸກຍູ້ເຮົາ, ສິ່ງມະຫັດສະຈັນຈະເກີດຂຶ້ນ, ແລະ ເຮົາຈະພົບເຫັນເສັ້ນທາງທີ່ຈະນຳເອື້ອຍອ້າຍນ້ອງທີ່ “ເສຍໄປ” ຂອງເຮົາ ເຂົ້າມາສູ່ອ້ອມກອດທີ່ລວມໝົດທຸກຢ່າງ ຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ.
ພຣະຜູ້ຊ່ວຍໃຫ້ລອດເປັນຕົວຢ່າງຂອງເຮົາໃນທຸກສິ່ງ—ບໍ່ພຽງແຕ່ໃນສິ່ງທີ່ເຮົາຄວນເຮັດ ແຕ່ວ່າ ເປັນຫຍັງ ເຮົາຄວນເຮັດສິ່ງນັ້ນ.8 “ພຣະຊົນຊີບຂອງພຣະອົງຢູ່ເທິງໂລກ ກໍເປັນການເຊື້ອເຊີນເຮົາ—ທີ່ຈະຍົກວິໄສທັດຂອງເຮົາຂຶ້ນໃຫ້ສູງກວ່າ, ເພື່ອຈະລືມບັນຫາຂອງເຮົາເອງ ແລະ [ເພື່ອຈະ] ເອື້ອມອອກໄປຫາຄົນອື່ນ.”9 ເມື່ອເຮົາຮັບເອົາໂອກາດທີ່ຈະປະຕິບັດສາດສະໜາກິດ ຕໍ່ເອື້ອຍອ້າຍນ້ອງຂອງເຮົາດ້ວຍສຸດຫົວໃຈ, ເຮົາກໍໄດ້ຮັບພອນທີ່ຈະກາຍເປັນຄົນທີ່ສຸພາບຮຽບຮ້ອຍຫລາຍຂຶ້ນທາງວິນຍານ, ສອດຄ່ອງກັບພຣະປະສົງຂອງພຣະເຈົ້າຫລາຍຂຶ້ນ, ແລະ ສາມາດເຂົ້າໃຈແຜນຂອງພຣະອົງໄດ້ດີຂຶ້ນ ທີ່ຈະຊ່ວຍແຕ່ລະຄົນກັບຄືນໄປຫາພຣະອົງ. ເຮົາຈະພ້ອມຮັບຮູ້ພຣະພອນຂອງພຣະອົງໄດ້ຫລາຍຂຶ້ນ ແລະ ກະຕືລືລົ້ນທີ່ຈະມອບພອນເຫລົ່ານັ້ນໃຫ້ແກ່ຄົນອື່ນ. ຫົວໃຈຂອງເຮົາຈະຮ້ອງນຳກັນດ້ວຍສຽງຂອງເຮົາ ວ່າ:
ຂ້າຂໍຮັກອ້າຍຂອງຂ້າ
ດັ່ງທີ່ພຣະອົງຮັກຂ້າ,
ຂໍໃຫ້ຂ້າມີພະລັງ, ມີສັນຍານໃນພຣະອົງ,
ເພາະຂ້າຂໍເປັນຜູ້ຮັບໃຊ້.
ຂ້າຂໍຮັກອ້າຍຂອງຂ້າ—
ຂ້າຂໍເດີນຕາມພຣະອົງ.10
ຂໍໃຫ້ເຮົາຈົ່ງສະແດງຄວາມກະຕັນຍູ ແລະ ຄວາມຮັກທີ່ເຮົາມີ ແດ່ພຣະເຈົ້າໂດຍການປະຕິບັສາດສະໜາກິດ ດ້ວຍຄາມຮັກຕໍ່ເອື້ອຍອ້າຍນ້ອງນິລັນດອນຂອງເຮົາ.11 ເພາະສິ່ງນີ້ ຈະນຳຄວາມເປັນອັນໜຶ່ງອັນດຽວກັນມາໃຫ້ ດັ່ງທີ່ຜູ້ຄົນໃນອາເມຣິກາ ສະໄໝບູຮານ ໄດ້ຊື່ນຊົມ ເປັນເວລາ 100 ປີ ຫລັງຈາກພຣະຜູ້ຊ່ວຍໃຫ້ລອດ ໄດ້ມາປະກົດໃນແຜ່ນດິນຂອງພວກເຂົາ.
“ແລະ ເຫດການໄດ້ບັງເກີດຂຶ້ນຄື ມັນບໍ່ມີການຂັດແຍ້ງກັນ … ຍ້ອນວ່າຄວາມຮັກຂອງພຣະເຈົ້າ ຊຶ່ງມີຢູ່ໃນໃຈຂອງຜູ້ຄົນ.
“… ມັນບໍ່ມີການອິດສາບັງບຽດ, ບໍ່ມີການຜິດຖຽງກັນ, … ແລະ ໂດຍແນ່ນອນແລ້ວ ຄົງບໍ່ມີຜູ້ຄົນກຸ່ມໃດທີ່ມີຄວາມສຸກຫລາຍໄປກວ່ານີ້ໃນບັນດາຜູ້ຄົນທັງປວງທີ່ພຣະຫັດຂອງພຣະເຈົ້າໄດ້ສ້າງຂຶ້ນມາ.”12
ຂ້າພະເຈົ້າເປັນພະຍານສ່ວນຕົວວ່າ ການປ່ຽນແປງທີ່ເປີດເຜີຍນີ້ ຖືກດົນໃຈຈາກພຣະເຈົ້າ ແລະ ວ່າ, ເມື່ອເຮົາເປີດໃຈຮັບເອົາມັນດ້ວຍຄວາມເຕັມໃຈ, ເຮົາກໍພ້ອມທີ່ຈະພົບພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ໃນການສະເດັດມາຄັ້ງທີສອງຂອງພຣະອົງຫລາຍຂຶ້ນ. ເຮົາຈະກາຍເປັນຜູ້ຄົນແຫ່ງຊີໂອນຫລາຍຂຶ້ນ ແລະ ຈະຮູ້ສຶກເຖິງຄວາມຊື່ນຊົມຫລາຍຂຶ້ນ ກັບຜູ້ຄົນທີ່ເຮົາໄດ້ຊ່ວຍຕາມເສັ້ນທາງຂອງການເປັນສານຸສິດ. ຂ້າພະເຈົ້າອະທິຖານຢ່າງແຮງກ້າ ແລະ ຖ່ອມຕົວ ວ່າເຮົາຈະເປັນເຊັ່ນນັ້ນ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.