ການສິດສອນຢູ່ໃນບ້ານເຮືອນ—ໜ້າທີ່ຮັບຜິດຊອບທີ່ຊື່ນຊົມ ແລະ ສັກສິດ
ຂ້າພະເຈົ້າຂໍໃຫ້ສະຫວັນຈົ່ງຊ່ວຍເຫລືອ ໃນຂະນະທີ່ເຮົາພະຍາຍາມທີ່ຈະເປັນຄູສອນ ເໝືອນດັ່ງພຣະຄຣິດ ຢູ່ໃນບ້ານເຮືອນຂອງເຮົາ.
ຈູລີ, ພັນລະຍາຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າມີລູກທີ່ປະເສີດຢູ່ ຫົກ ຄົນ, ແລະ ເມື່ອບໍ່ດົນມານີ້ ລູກໆກໍໄດ້ອອກເຮືອນໄປໝົດແລ້ວ. ຂ້າພະເຈົ້າຄິດຮອດລູກໆຂອງພວກເຮົາ ຢູ່ໃນບ້ານ ຕອນພວກເຂົາຍັງນ້ອຍ. ຂ້າພະເຈົ້າຄິດຮອດຕອນໄດ້ຮຽນຮູ້ຈາກພວກເຂົາ ແລະ ສອນພວກເຂົາ.
ມື້ນີ້ ຂ້າພະເຈົ້າຂໍກ່າວກັບພໍ່ແມ່ທຸກຄົນ ແລະ ທຸກຄົນທີ່ຢາກເປັນພໍ່ແມ່. ພວກທ່ານຫລາຍຄົນກໍກຳລັງລ້ຽງດູລູກເຕົ້າ ໃນເວລານີ້. ສ່ວນບາງຄົນ, ເວລານັ້ນອາດມາເຖິງໃນໄວໆນີ້. ແລະ ສຳລັບອີກບາງຄົນ, ການເປັນພໍ່ແມ່ ອາດເປັນພອນໃນອະນາຄົດ. ຂ້າພະເຈົ້າອະທິຖານວ່າ ເຮົາທຸກຄົນຈະຮັບຮູ້ວ່າ ໜ້າທີ່ຮັບຜິດຊອບ ທີ່ຊື່ນຊົມ ແລະ ສັກສິດນີ້ ຄືການສິດສອນລູກ.1
ໂດຍທີ່ເປັນພໍ່ແມ່, ເຮົາແນະນຳລູກໃຫ້ຮູ້ຈັກພຣະບິດາເທິງສະຫວັນ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ. ເຮົາຊ່ວຍລູກໆຂອງເຮົາ ກ່າວຄຳອະທິຖານ. ເຮົາໃຫ້ການນຳພາ ແລະ ການສົ່ງເສີມ ເມື່ອເຂົາເຂົ້າໄປສູ່ເສັ້ນທາງ ແຫ່ງພັນທະສັນຍາ2 ຜ່ານທາງການບັບຕິສະມາ. ເຮົາສິດສອນເຂົາໃຫ້ເຊື່ອຟັງພຣະບັນຍັດຂອງພຣະເຈົ້າ. ເຮົາສິດສອນເຂົາກ່ຽວກັບແຜນຂອງພຣະອົງ ສຳລັບລູກໆຂອງພຣະອົງ, ແລະ ເຮົາຊ່ວຍເຂົາໃຫ້ຮັບຮູ້ ການກະຊິບຂອງພຣະວິນຍານບໍລິສຸດ. ເຮົາເລົ່າເລື່ອງສາດສະດາໃນສະໄໝບູຮານໃຫ້ເຂົາຟັງ ແລະ ຊຸກຍູ້ເຂົາໃຫ້ເຮັດຕາມສາດສະດາທີ່ມີຊີວິດຢູ່. ເຮົາອະທິຖານເພື່ອຄວາມມີໄຊຂອງເຂົາ ແລະ ເຈັບປວດກັບເຂົາ ເມື່ອງເຂົາຖືກທົດລອງ. ເຮົາເປັນພະຍານຕໍ່ລູກໆຂອງເຮົາ ເຖິງພອນຂອງພຣະວິຫານ, ແລະ ເຮົາພະຍາຍາມຕຽມເຂົາໃຫ້ດີ ເພື່ອຮັບໃຊ້ເປັນ ຜູ້ສອນສາດສະໜາເຕັມເວລາ. ເຮົາໃຫ້ຄຳແນະນຳດ້ວຍຄວາມຮັກ ເມື່ອລູກໆຂອງເຮົາ ກາຍເປັນພໍ່ແມ່. ແຕ່—ແມ່ນແຕ່ເວລານັ້ນ—ເຮົາກໍບໍ່ເຄີຍຢຸດທີ່ຈະເປັນພໍ່ແມ່. ເຮົາບໍ່ເຄີຍຢຸດເປັນຄູສອນຂອງເຂົາ. ເຮົາບໍ່ເຄີຍຖືກປົດອອກຈາກການເອີ້ນນິລັນດອນນີ້.
ມື້ນີ້ ໃຫ້ເຮົາມາໄຕ່ຕອງກ່ຽວກັບໂອກາດທີ່ດີເລີດສອງສາມຢ່າງ ທີ່ເຮົາສາມາດສິດສອນລູກໆຢູ່ໃນບ້ານເຮືອນຂອງເຮົາ.
ການສິດສອນໃນການສັງສັນໃນຄອບຄົວ
ໃຫ້ເຮົາມາເລີ່ມຕົ້ນດ້ວຍການສັງສັນໃນຄອບຄົວ, ຊຶ່ງເປັນຄວາມສຳຄັນອັນດັບສູງ ໃນບ້ານເຮືອນທີ່ເຕັມໄປດ້ວຍສັດທາ ບ່ອນທີ່ຂ້າພະເຈົ້າໄດ້ເຕີບໂຕຂຶ້ນ. ຂ້າພະເຈົ້າບໍ່ຈື່ບົດຮຽນໃດໜຶ່ງໂດຍສະເພາະ ໃນການສັງສັນໃນຄອບຄົວ, ແຕ່ຂ້າພະເຈົ້າຈື່ວ່າ ພວກເຮົາບໍ່ເຄີຍພາດຈັກອາທິດ.3 ຂ້າພະເຈົ້າຮູ້ວ່າ ສິ່ງໃດສຳຄັນຕໍ່ພໍ່ແມ່ຂອງຂ້າພະເຈົ້າ.4
ຂ້າພະເຈົ້າຈື່ກິດຈະກຳຢ່າງໜຶ່ງ ທີ່ຂ້າພະເຈົ້າມັກຫລາຍ ຂອງການສັງສັນໃນຄອບຄົວ. ພໍ່ໄດ້ໃຫ້ລູກຄົນໜຶ່ງ “ສອບເສັງ.” ເພິ່ນໄດ້ໃຫ້ຄຳແນະນຳຫລາຍຂັ້ນຕອນແກ່ລູກຄົນນັ້ນ ເຊັ່ນ, “ທຳອິດ, ໄປຫາເຮືອນຄົວ ແລ້ວເປີດປິດຕູ້ເຢັນ. ແລ້ວແລ່ນໄປຫາຫ້ອງນອນພໍ່ ແລະ ຈັບເອົາຖົງຕີນໜຶ່ງຄູ່. ແລ້ວໃຫ້ກັບມາຫາພໍ່, ເຕັ້ນຂຶ້ນລົງສາມເທື່ອ, ແລະ ເວົ້າວ່າ, ‘ພໍ່ເອີຍ, ລູກເຮັດໝົດແລ້ວ!’”
ຂ້າພະເຈົ້າມັກຫລາຍ ເມື່ອເຖິງຜຽນຂອງຂ້າພະເຈົ້າ. ຂ້າພະເຈົ້າຢາກເຮັດທຸກຂັ້ນຕອນໃຫ້ຖືກຕ້ອງໝົດ, ແລະ ຂ້າພະເຈົ້າໄດ້ທະນຸຖະໜອມເວລາທີ່ຂ້າພະເຈົ້າເວົ້າວ່າ, “ພໍ່ເອີຍ, ລູກເຮັດໝົດແລ້ວ!” ກິດຈະກຳນີ້ໄດ້ສ້າງຄວາມໝັ້ນໃຈໃຫ້ຂ້າພະເຈົ້າ ແລະ ໄດ້ເຮັດໃຫ້ມັນງ່າຍຂຶ້ນ ສຳລັບເດັກທີ່ບໍ່ນັ່ງຢູ່ລ້າ ຕ້ອງຕັ້ງໃຈຟັງ ເມື່ອແມ່ ຫລື ພໍ່ ສອນຫລັກທຳພຣະກິດຕິຄຸນ.
ປະທານກໍດອນ ບີ ຮິງລີ ໄດ້ແນະນຳວ່າ: “ຖ້າຫາກທ່ານສົງໄສກ່ຽວກັບຄຸນນະທຳ ຂອງການສັງສັນໃນຄອບຄົວ, ໃຫ້ທ່ານລອງເຮັດເບິ່ງ. ໃຫ້ເຕົ້າໂຮມລູກໆຂອງທ່ານຢູ່ອ້ອມຮອບທ່ານ, ສອນເຂົາ, ສະແດງປະຈັກພະຍານຂອງທ່ານຕໍ່ເຂົາ, ອ່ານພຣະຄຳພີນຳກັນ ແລະ ມີເວລາຫລິ້ນມ່ວນຊື່ນນຳກັນ.”5
ມັນຈະມີການຕໍ່ຕ້ານສະເໝີ ເມື່ອຈັດການສັງສັນໃນຄອບຄົວຂຶ້ນ.6 ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າຂໍເຊື້ອເຊີນທ່ານ ໃຫ້ຊອກຫາວິທີຜ່ານຂ້າມສິ່ງກີດກັນນັ້ນ ແລະ ເຮັດໃຫ້ການສັງສັນໃນຄອບຄົວ ເປັນອັນດັບທີ່ສຳຄັນ—ແລະ ໃຫ້ຄວາມມ່ວນຊື່ນເປັນສ່ວນປະກອບທີ່ສຳຄັນ.
ການສິດສອນວິທີອະທິຖານເປັນຄອບຄົວ
ການອະທິຖານເປັນຄອບຄົວ ກໍເປັນໂອກາດອີກຢ່າງໜຶ່ງ ທີ່ຈະສິດສອນ.
ຂ້າພະເຈົ້າມັກວິທີທີ່ພໍ່ຂອງປະທານ ເອັນ ແອວດອນ ແທນເນີ ໄດ້ສອນເພິ່ນລະຫວ່າງການອະທິຖານ. ປະທານແທນເນີ ໄດ້ກ່າວດັ່ງນີ້:
“ຂ້າພະເຈົ້າຈື່ຄ່ຳຄືນໜຶ່ງໄດ້ ຕອນພວກເຮົາຄຸເຂົ່າອະທິຖານເປັນຄອບຄົວ, ພໍ່ຂອງຂ້າພະເຈົ້າໄດ້ທູນຕໍ່ພຣະຜູ້ເປັນເຈົ້າວ່າ, ‘ແອວດອນ ໄດ້ເຮັດບາງສິ່ງໃນມື້ນີ້ ທີ່ລາວບໍ່ຄວນເຮັດ; ລາວເສຍໃຈ, ແລະ ຖ້າຫາກພຣະອົງຈະອະໄພໃຫ້ລາວ, ແລ້ວລາວຈະບໍ່ເຮັດມັນອີກ.’
“ສິ່ງນັ້ນໄດ້ເຮັດໃຫ້ຂ້າພະເຈົ້າຕັ້ງໃຈ ທີ່ຈະບໍ່ເຮັດມັນອີກ—ມັນເກີນກວ່າການລົງໂທດອີກຊ້ຳ.”7
ຕອນຍັງນ້ອຍ, ບາງເທື່ອຂ້າພະເຈົ້າກໍງຸດງິດໃຈ ກັບການອະທິຖານເປັນຄອບຄົວ, ຄິດວ່າ, “ພວກເຮົາຫາກໍອະທິຖານມື້ກີ້ນີ້ ບໍ່ແມ່ນບໍ?” ບັດນີ້, ເມື່ອກາຍເປັນພໍ່, ຂ້າພະເຈົ້າຮູ້ວ່າ ການອະທິຖານເປັນຄອບຄົວ ແມ່ນບໍ່ເຄີຍຫລາຍເກີນຂອບເຂດ.8
ຂ້າພະເຈົ້າມີຄວາມປະທັບໃຈສະເໝີກັບວິທີທີ່ພຣະບິດາເທິງສະຫວັນ ແນະນຳພຣະເຢຊູຄຣິດ ວ່າເປັນບຸດທີ່ຮັກຂອງພຣະອົງ.9 ຂ້າພະເຈົ້າຊື່ນຊົມກັບການອະທິຖານເພື່ອລູກໆຂອງຂ້າພະເຈົ້າ ໂດຍການເອີ້ນຊື່ຂອງພວກເຂົາ ໃນຂະນະທີ່ພວກເຂົາຟັງຂ້າພະເຈົ້າກ່າວຄຳອະທິຖານ ຕໍ່ພຣະບິດາເທິງສະຫວັນ ວ່າຂ້າພະເຈົ້າຮັກພວກເຂົາຫລາຍຂະໜາດໃດ. ເບິ່ງຄືວ່າ ບໍ່ມີເວລາໃດ ທີ່ຈະສື່ສານຄວາມຮັກຕໍ່ລູກໆຂອງເຮົາ ຫລາຍໄປກວ່າ ຕອນອະທິຖານກັບເຂົາ ຫລື ອວຍພອນເຂົາ. ເມື່ອຄອບຄົວເຕົ້າໂຮມກັນໃນການອະທິຖານທີ່ຖ່ອມຕົວ, ບົດຮຽນທີ່ມີພະລັງ ແລະ ຍືນຍົງ ໄດ້ຖືກສິດສອນ.
ການສິດສອນແບບຢູ່ຍາມ
ການສິດສອນຂອງພໍ່ແມ່ ແມ່ນຄືກັນກັບນາຍໝໍຜູ້ຢູ່ຍາມ. ເຮົາຕ້ອງຕຽມພ້ອມຢູ່ສະເໝີ ທີ່ຈະສິດສອນລູກໆຂອງເຮົາ ເພາະເຮົາບໍ່ຮູ້ວ່າ ໂອກາດນັ້ນຈະເກີດຂຶ້ນເມື່ອໃດ.
ເຮົາກໍຄືກັນກັບພຣະຜູ້ຊ່ວຍໃຫ້ລອດ, ຜູ້ຊຶ່ງສ່ວນຫລາຍແລ້ວບໍ່ໄດ້ສິດສອນ “ຢູ່ໃນສາລາທຳ ແຕ່ເປັນແບບກັນເອງ, ໃນບ່ອນທີ່ທຳມະດາ—ຂະນະທີ່ກິນເຂົ້າກັບສານຸສິດຂອງພຣະອົງ, ຕອນຕັກນ້ຳຈາກສ້າງ, ຫລື ຕອນຍ່າງຜ່ານຕົ້ນໝາກເດື່ອ.”10
ເມື່ອຫລາຍປີກ່ອນ, ແມ່ຂອງຂ້າພະເຈົ້າໄດ້ບອກກ່ຽວກັບ ການສົນທະນາເລື່ອງພຣະກິດຕິຄຸນສອງເທື່ອ ທີ່ເພິ່ນມັກຫລາຍ ນຳ ທ້າວແມັດ, ອ້າຍຂອງຂ້າພະເຈົ້າ ຕອນແມ່ກຳລັງພັບເຄື່ອງ ແລະ ອີກເວລາໜຶ່ງ ຕອນເພິ່ນກຳລັງຂັບລົດພາລາວໄປຫາໝໍແຂ້ວ. ຢ່າງໜຶ່ງໃນຫລາຍໆຢ່າງ ທີ່ຂ້າພະເຈົ້າຍ້ອງຍໍກ່ຽວກັບແມ່ ແມ່ນເພິ່ນຕຽມພ້ອມສະເໝີ ທີ່ຈະສອນລູກໆຂອງເພິ່ນ.
ການສອນສິດໃນຖານະເປັນພໍ່ແມ່ຂອງເພິ່ນ ບໍ່ເຄີຍສິ້ນສຸດຈັກເທື່ອ. ຕອນຂ້າພະເຈົ້າໄດ້ຮັບໃຊ້ເປັນອະທິການ, ແມ່ຂອງຂ້າພະເຈົ້າ, ຕອນນັ້ນອາຍຸໄດ້ 78 ປີ, ໄດ້ບອກຂ້າພະເຈົ້າວ່າ ຂ້າພະເຈົ້າຕ້ອງໄປຕັດຜົມ. ເພິ່ນຮູ້ວ່າຂ້າພະເຈົ້າຕ້ອງເປັນຕົວຢ່າງ, ແລະ ເພິ່ນກໍບໍ່ລັງເລທີ່ຈະບອກຂ້າພະເຈົ້າ. ລູກຮັກແມ່ເດີ້!
ໃນຖານະທີ່ເປັນພໍ່, ຂ້າພະເຈົ້າໄດ້ຮັບການຊຸກຍູ້ໃຫ້ສຶກສາເປັນສ່ວນຕົວ ແລະ ໄຕ່ຕອງພຣະຄຳພີ ເພື່ອຈະສາມາດຕອບຮັບໄດ້ ຕອນລູກໆ ແລະ ຫລານໆ ໃຫ້ໂອກາດຂ້າພະເຈົ້າສິດສອນພຣະກິດຕິຄຸນແບບຢູ່ຍາມທັນດ່ວນ.11 “ໂອກາດທີ່ຈະສິດສອນທີ່ດີທີ່ສຸດ ແມ່ນເລີ່ມຕົ້ນດ້ວຍຄຳຖາມ ຫລື ຄວາມເປັນຫ່ວງຢູ່ໃນຈິດໃຈ ຂອງສະມາຊິກໃນ [ຄອບຄົວ].”12 ເຮົາຟັງຢູ່ບໍ ໃນໂອກາດເຊັ່ນນັ້ນ?13
ຂ້າພະເຈົ້າມັກຄຳເຊື້ອເຊີນຂອງອັກຄະສາວົກເປໂຕ ທີ່ວ່າ: “ຈົ່ງພ້ອມຢູ່ສະເໝີ ເພື່ອພວກເຈົ້າຈະສາມາດຕອບແກ້ຕົວໄດ້ ຕໍ່ທຸກຄົນ[ແລະ ຂ້າພະເຈົ້າຕື່ມ, ລູກໆ] ທີ່ຖາມພວກເຈົ້າວ່າ ພວກເຈົ້າມີເຫດຜົນປະການໃດຈຶ່ງມີຄວາມຫວັງຢ່າງນີ້.”14
ຕອນຂ້າພະເຈົ້າເປັນໄວລຸ້ນ, ພໍ່ຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າມັກທ້າທາຍກັນວ່າ ໃຜຊິມີກຳມືທີ່ແຂງແຮງກວ່າກັນ. ພວກເຮົາໄດ້ກຳມືກັນໄວ້ແໜ້ນໆ ເທົ່າທີ່ສາມາດເຮັດໄດ້ ເພື່ອເຮັດໃຫ້ຝ່າຍກົງກັນຂ້າມ ໄດ້ຮັບຄວາມເຈັບປວດ. ຕອນນີ້ມັນບໍ່ເປັນເລື່ອງສະໜຸກເລີຍ, ແຕ່ມັນເປັນ ໃນເວລານັ້ນ. ຫລັງຈາກໄດ້ຕໍ່ສູ້ກັນແລ້ວ, ພໍ່ໄດ້ຈ້ອງໜ້າຂ້າພະເຈົ້າ ແລ້ວເວົ້າວ່າ, “ມືເຈົ້າແຂງແຮງຂະໜາດ. ພໍ່ຫວັງວ່າ ມືເຈົ້າຈະແຂງແຮງແບບນັ້ນໄປຕະຫລອດ ແລະ ບໍ່ໄປແຕະຕ້ອງຜູ້ສາວ ໃນແບບທີ່ບໍ່ເໝາະສົມ.” ແລ້ວ ເພິ່ນໄດ້ແນະນຳຂ້າພະເຈົ້າ ໃຫ້ຮັກສາຕົວເອງໃຫ້ສະອາດທາງສິນທຳ ແລະ ຊ່ວຍຄົນອື່ນໃຫ້ເຮັດຄືກັນ.
ແອວເດີ ດັກລັສ ແອວ ຄາລິດສະເຕີ ໄດ້ແບ່ງປັນເລື່ອງນີ້ ກ່ຽວກັບພໍ່ຂອງເພິ່ນ: “ຂະນະທີ່ກຳລັງເດີນທາງກັບບ້ານ ຈາກບ່ອນທຳງານມື້ໜຶ່ງ ພໍ່ໄດ້ເວົ້າອອກມາວ່າ, ‘ພໍ່ໄດ້ຈ່າຍສ່ວນສິບມື້ນີ້. ພໍ່ໄດ້ຂຽນວ່າ “ຂອບໃຈ” ໃສ່ໃນໃບເຊັກ. ພໍ່ມີຄວາມກະຕັນຍູຫລາຍ ທີ່ພຣະຜູ້ເປັນເຈົ້າໄດ້ອວຍພອນ ຄອບຄົວຂອງພວກເຮົາ.’”
ແລ້ວ ແອວເດີ ຄາລິດສະເຕີ ໄດ້ກ່າວສິ່ງນີ້ ກ່ຽວກັບການເປັນຄູສອນຂອງພໍ່ເພິ່ນ: “ເພິ່ນໄດ້ສອນດ້ວຍການກະທຳ ແລະ ດ້ວຍທັດສະນະແຫ່ງການເຊື່ອຟັງ.15
ຂ້າພະເຈົ້າຄິດວ່າ ມັນຈະເປັນສິ່ງທີ່ສະຫລາດ ຖ້າຫາກເຮົາຈະຖາມຕົວເອງເປັນບາງຄັ້ງວ່າ, “ເຮົາຈະສອນສິ່ງໃດ, ຫລື ເຮົາກຳລັງສອນຫຍັງແດ່, ໃຫ້ແກ່ລູກໆຂອງເຮົາ ດ້ວຍການກະທຳ ແລະ ດ້ວຍທັດສະນະແຫ່ງການເຊື່ອຟັງ?”
ການສິດສອນວິທີສຶກສາພຣະຄຳພີເປັນຄອບຄົວ
ການສຶກສາພຣະຄຳພີເປັນຄອບຄົວ ແມ່ນການປະຊຸມທີ່ດີ ສຳລັບການສິດສອນຄຳສອນຢູ່ໃນບ້ານເຮືອນ.
ປະທານຣະໂຊ ເອັມ ແນວສັນ ໄດ້ກ່າວວ່າ, “ບໍ່ພຽງແຕ່ຜູ້ເປັນພໍ່ແມ່ຈະແນບສະໜິດຢູ່ກັບພຣະຄຳຂອງພຣະຜູ້ເປັນເຈົ້າເທົ່ານັ້ນ, ແຕ່ເຂົາເຈົ້າຍັງໄດ້ຮັບຄຳສັ່ງຈາກສະຫວັນ ໃຫ້ສິດສອນມັນແກ່ລູກໆຂອງຕົນນຳອີກ.”16
ໃນຂະນະທີ່ ຈູລີ ແລະ ຂ້າພະເຈົ້າໄດ້ລ້ຽງດູລູກໆ, ພວກເຮົາໄດ້ພະຍາຍາມເຮັດຢ່າງສະໝ່ຳສະເໝີ ແລະ ປະດິດຄິດສ້າງ. ປີໜຶ່ງ, ພວກເຮົາໄດ້ຕັດສິນໃຈອ່ານພຣະຄຳພີມໍມອນ ເປັນພາສາສະເປນ ນຳກັນເປັນຄອບຄົວ.ບາງທີ ຍ້ອນແນວນັ້ນບໍ ທີ່ພຣະຜູ້ເປັນເຈົ້າຈຶ່ງໄດ້ເອີ້ນລູກແຕ່ຄົນຂອງພວກເຮົາ ໃຫ້ໄປສອນສາດສະໜາເຕັມເວລາ ຢູ່ເຂດເຜີຍແຜ່ທີ່ເວົ້າພາສາສະເປນ? ອາດເປັນໄປໄດ້.
ຂ້າພະເຈົ້າມີຄວາມປະທັບໃຈຫລາຍ ເມື່ອ ບຣາເດີ ບຣາຍແອນ ເຄ ອັສຕັນ ໄດ້ເລົ່າເລື່ອງໜຶ່ງສູ່ຟັງ ຕອນເພິ່ນ ແລະ ພໍ່ຂອງເພິ່ນ ໄດ້ອ່ານພຣະຄຳພີມໍມອນໝົດທັງເຫລັ້ມນຳກັນ ຕອນເພິ່ນຢູ່ມັດທະຍົມປີສຸດທ້າຍ. ບຣາເດີ ອັສຕັນ ຮັກພຣະຄຳພີ. ມັນໄດ້ຖືກຂຽນໄວ້ຢູ່ໃນຄວາມຄິດ ແລະ ໃນໃຈຂອງເພິ່ນ. ມັນໄດ້ຖືກຂຽນໄວ້ຢູ່ໃນຄວາມຄິດ ແລະ ໃນໃຈຂອງເພິ່ນ. ພໍ່ຂອງເພິ່ນໄດ້ປູກເມັດພືດນັ້ນ ຕອນບຣາເດີ ອັສຕັນ ເປັນໄວລຸ້ນ, ແລະ ເມັດພືດນັ້ນ17 ໄດ້ເຕີບໂຕຂຶ້ນ ກາຍເປັນຕົ້ນສູງໃຫຍ່ແຫ່ງຄວາມຈິງ ທີ່ມີຮາກຢັ່ງລົງເລິກ. ບຣາເດີ ອັສຕັນ ໄດ້ເຮັດແບບດຽວກັນນີ້ ກັບລູກໆຜູ້ໃຫຍ່ຂອງເພິ່ນ.18 ລູກຊາຍຜູ້ອາຍຸແປດປີ ໄດ້ຖາມເພິ່ນວ່າ, “ພໍ່ເອີຍ, ຕອນໃດລູກຈຶ່ງຈະໄດ້ອ່ານພຣະຄຳພີມໍມອນກັບພໍ່?”
ການສິດສອນດ້ວຍຕົວຢ່າງ
ຢ່າງສຸດທ້າຍ, ການສິດສອນຂອງພໍ່ແມ່ທີ່ມີຜົນສະທ້ອນຫລາຍທີ່ສຸດ ແມ່ນຕົວຢ່າງ. ເຮົາໄດ້ຖືກແນະນຳໃຫ້ “ເປັນແບບຢ່າງໃຫ້ຄົນທີ່ເຊື່ອທັງຫລາຍ ໃນທາງກິລິຍາ ແລະ ວາຈາ, ໃນຄວາມໃຈບຸນ, ໃນວິນຍານ, ໃນສັດທາ, ແລະ ໃນຄວາມບໍລິສຸດຂອງເຮົາ.”19
ລະຫວ່າງການເດີນທາງເມື່ອບໍ່ດົນມານີ້, ຈູລີ ແລະ ຂ້າພະເຈົ້າໄດ້ໄປໂບດ ແລະ ໄດ້ເຫັນຜູ້ທີ່ເຮັດຕາມຂໍ້ຄວາມນີ້. ຊາຍໜຸ່ມຄົນໜຶ່ງ, ຊຶ່ງບໍ່ດົນຈະໄປເຜີຍແຜ່, ໄດ້ກ່າວຢູ່ກອງປະຊຸມສິນລະລຶກ.
ລາວໄດ້ເວົ້າວ່າ, “ທ່ານທຸກຄົນ ອາດຄິດວ່າ ພໍ່ຂອງຂ້າພະເຈົ້າເປັນຄົນດີ ຢູ່ທີ່ໂບດ, ແຕ່ …” ລາວຢຸດບຶດໜຶ່ງ, ແລະ ຂ້າພະເຈົ້າກໍຮ້ອນໃຈຢາກຮູ້ວ່າ ລາວຈະເວົ້າຫຍັງຕໍ່. ລາວໄດ້ເວົ້າຕໍ່ໄປວ່າ, “ເພິ່ນເປັນຄົນດີກວ່ານັ້ນ ຢູ່ທີ່ບ້ານ.”
ຂ້າພະເຈົ້າໄດ້ຂອບໃຈຊາຍໜຸ່ມຄົນນີ້ ຫລັງຈາກໂບດ ສຳລັບຖ້ອຍຄຳທີ່ໃຫ້ການດົນໃຈ ກ່ຽວກັບພໍ່ຂອງລາວ. ແລ້ວ ຂ້າພະເຈົ້າໄດ້ພົບກັບພໍ່ຂອງລາວ ຜູ້ເປັນອະທິການຂອງຫວອດ. ເຖິງແມ່ນວ່າ ອະທິການຄົນນີ້ ໄດ້ຮັບໃຊ້ຫວອດຂອງລາວມາ ຕະຫລອດດ້ວຍຄວາມຊື່ສັດ, ແຕ່ລູກຊາຍຂອງລາວຮູ້ສຶກວ່າ ພໍ່ຂອງລາວເຮັດດີທີ່ສຸດຢູ່ທີ່ບ້ານ.20
ແອວເດີ ດີ ທອດ ຄຣິສໂຕເຟີສັນ ແນະນຳວ່າ: “ເຮົາມີຫລາຍວິທີທາງ ທີ່ຈະສິດສອນ … ຄົນລຸ້ນໃໝ່, ແລະ ເຮົາຄວນອຸທິດຄວາມຄິດ ແລະ ຄວາມພະຍາຍາມຂອງເຮົາ ເພື່ອສວຍໂອກາດສິດສອນເຂົາ. ເໜືອກວ່າສິ່ງອື່ນໃດ, ເຮົາຕ້ອງສືບຕໍ່ຊຸກຍູ້ ແລະ ຊ່ວຍພໍ່ແມ່ໃຫ້ເປັນຄູສອນທີ່ດີກວ່າເກົ່າ ແລະ ສະໝ່ຳສະເໝີ … ໂດຍສະເພາະ ໂດຍການເປັນຕົວຢ່າງ.”21
ນັ້ນຄືວິທີທີ່ພຣະຜູ້ຊ່ວຍໃຫ້ລອດສິດສອນ.22
ລະຫວ່າງການໄປທ່ຽວກັບລູກຜູ້ນ້ອຍສອງຄົນຂອງພວກເຮົາ, ຈູລີ ໄດ້ແນະນຳພວກເຮົາ ໃຫ້ຮັບບັບຕິສະມາແທນຄົນຕາຍ ຢູ່ພຣະວິຫານເຊັ້ນໂຈດ ແລະ ພຣະວິຫານແຊນດີ ເອໂກ. ຂ້າພະເຈົ້າໄດ້ຈົ່ມພຶມພຳ—ຢູ່ໃນໃຈ—ວ່າ, “ຢູ່ບ້ານເຮົາກໍໄປພຣະວິຫານຢູ່ແລ້ວ, ແລະ ບັດນີ້ ຕອນໄປທ່ຽວອີກ. ເປັນຫຍັງບໍ່ເຮັດສິ່ງທີ່ກ່ຽວຂ້ອງກັບການໄປທ່ຽວ?” ຫລັງຈາກຮັບບັບຕິສະມາແລ້ວ, ຈູລີ ຢາກຖ່າຍຮູບຢູ່ນອກພຣະວິຫານ. ຂ້າພະເຈົ້າກໍໄດ້ຈົ່ມພຶມພຳຢູ່ໃນໃຈ—ອີກ. ທ່ານເດົາໄດ້ວ່າ ມີຫຍັງເກີດຂຶ້ນຫລັງຈາກນັ້ນ—ພວກເຮົາໄດ້ຖ່າຍຮູບ.
ຈູລີ ຢາກໃຫ້ລູກໆຂອງພວກເຮົາມີສິ່ງຊົງຈຳ ເຖິງວິທີທີ່ພວກເຮົາໄດ້ຊ່ວຍເຫລືອບັນພະບຸລຸດຂອງພວກເຮົາ, ແລະ ຂ້າພະເຈົ້າກໍຄືກັນ. ພວກເຮົາບໍ່ຕ້ອງການບົດຮຽນທີ່ເປັນທາງການ ເລື່ອງຄວາມສຳຄັນຂອງພຣະວິຫານ.ພວກເຮົາດຳລົງຊີວິດຕາມນັ້ນຢູ່ແລ້ວ—ຂໍຂອບໃຈແມ່ຜູ້ຮັກພຣະວິຫານ ແລະ ຢາກໃຫ້ລູກໆຂອງນາງ ແບ່ງປັນຄວາມຮັກນັ້ນ.
ເມື່ອພໍ່ແມ່ທະນຸຖະໜອມກັນ ແລະ ເປັນຕົວຢ່າງທີ່ຊອບທຳ, ລູກໆກໍຈະໄດ້ຮັບພອນຊົ່ວນິລັນດອນ.
ສະຫລຸບ
ສຳລັບທ່ານທັງຫລາຍ ຜູ້ພະຍາຍາມເຮັດໃຫ້ດີທີ່ສຸດ ເພື່ອສິດສອນຢູ່ໃນບ້ານເຮືອນຂອງທ່ານ, ຂໍໃຫ້ທ່ານຈົ່ງພົບຄວາມສະຫງົບ ແລະ ຄວາມສຸກ ໃນຄວາມພະຍາຍາມຂອງທ່ານ. ແລະ ຖ້າຫາກທ່ານຮູ້ສຶກວ່າ ທ່ານສາມາດພັດທະນາຕົນໄດ້ຕື່ມອີກ ຫລື ຕ້ອງໄດ້ຕຽມຕື່ມອີກ, ຂໍໃຫ້ຕອບຮັບດ້ວຍຄວາມຖ່ອມຕົວ ເມື່ອໄດ້ຮັບການກະຕຸ້ນຈາກພຣະວິນຍານ ແລະ ປະຕິບັດຕາມນັ້ນ.23
ແອວເດີ ແອວ ທອມ ແພຣີ ໄດ້ກ່າວວ່າ, “ຄວາມເຂັ້ມແຂງຂອງສັງຄົມ, ຄວາມສຸກຂອງຜູ້ຄົນ, ລູກຫລານຂອງເຂົາເຈົ້າ, ແລະ ຄວາມສະຫງົບຂອງເຂົາເຈົ້າ ແມ່ນມາຈາກ ການສິດສອນລູກໆຢູ່ໃນບ້ານເຮືອນ.”24
ແມ່ນແລ້ວ, ລູກໆຂອງພວກເຮົາໄດ້ອອກເຮືອນໄປໝົດແລ້ວ, ແຕ່ຂ້າພະເຈົ້າຍັງຢູ່ຍາມປະຈຳ, ແລະ ກໍພ້ອມແລ້ວ ແລະ ຢາກມີໂອກາດທີ່ພິເສດຕື່ມອີກ ທີ່ຈະໄດ້ສິດສອນລູກໆທີ່ເປັນຜູ້ໃຫຍ່ແລ້ວຂອງຂ້າພະເຈົ້າ, ທັງຫລານໆ, ແລະ ໃນມື້ໜຶ່ງ, ຂ້າພະເຈົ້າຫວັງວ່າ ຈະໄດ້ສິດສອນ ພວກເຫລັນໆນຳອີກ.
ຂ້າພະເຈົ້າຂໍໃຫ້ສະຫວັນຈົ່ງຊ່ວຍເຫລືອ ໃນຂະນະທີ່ເຮົາພະຍາຍາມທີ່ຈະເປັນຄູສອນ ເໝືອນດັ່ງພຣະຄຣິດ ຢູ່ໃນບ້ານເຮືອນຂອງເຮົາ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.