ຫົວໃຈຂອງສາດສະດາ
ເຮົາສາມາດປິຕິຍິນດີ ທີ່ຜູ້ເປັນ ສາດສະດາຂອງພຣະຜູ້ເປັນເຈົ້າໄດ້ຮັບການແຕ່ງຕັ້ງແລ້ວ ແລະ ວ່າວຽກງານຂອງພຣະຜູ້ເປັນເຈົ້າ ກຳລັງຖືກກະທຳ ໃນວິທີທີ່ພຣະອົງໄດ້ມອບໃຫ້.
ຂ້າພະເຈົ້າໄດ້ອະທິຖານຢ່າງແຮງກ້າ ຂໍໃຫ້ພຣະວິນຍານບໍລິສຸດນຳພາເຮົາແຕ່ລະຄົນໃນມື້ນີ້ ໃນໂອກາດທີ່ສູງສົ່ງນີ້. ສິ່ງທີ່ເຮົາທຸກຄົນໄດ້ເປັນພະຍານ ເປັນສິ່ງທີ່ໜ້າປະທັບໃຈຫລາຍ ເມື່ອສາດສະດາຄົນທີ 17 ຂອງສະໄໝນີ້ ໄດ້ຖືກສະໜັບສະໜູນ ຢູ່ໃນການຊຸມນຸມທີ່ສັກສິດນີ້.
ໃນຂະນະທີ່ຂ້າພະເຈົ້າໄດ້ສະແຫວງຫາການນຳພາ ເພື່ອຈະໄດ້ຮູ້ຈັກຫົວຂໍ້ທີ່ພຣະຜູ້ເປັນເຈົ້າປະສົງໃຫ້ຂ້າພະເຈົ້າກ່າວໃນມື້ນີ້, ຂ້າພະເຈົ້າໄດ້ຄິດເຫັນ ຕອນໄດ້ສົນທະນາກັບຝ່າຍປະທານສູງສຸດກຸ່ມໃໝ່. ໃນການສົນທະນານີ້, ທີ່ປຶກສາຄົນໜຶ່ງ ໄດ້ເວົ້າແນວນີ້: “ຂ້ອຍຫວັງວ່າ ສະມາຊິກຂອງສາດສະໜາຈັກ ຈະສາມາດເຂົ້າໃຈຄວາມໃຫຍ່ໂຕ ຂອງສິ່ງທີ່ໄດ້ເກີດຂຶ້ນ ກັບການເອີ້ນຂອງສາດສະດາຄົນໃໝ່, ປະທານຣະໂຊ ເອັມ ແນວສັນ, ແລະ ເຖິງຄວາມສຳຄັນ ແລະ ຄວາມສັກສິດ ຂອງການຊຸມນຸມທີ່ສັກສິດ ທີ່ຈະເກີດຂຶ້ນ ຢູ່ໃນກອງປະຊຸມໃຫຍ່ສາມັນ.” ເພິ່ນໄດ້ສັງເກດເຫັນອີກວ່າ, “ມັນເປັນເວລາ 10 ປີແລ້ວ, ແລະ ຫລາຍໆຄົນ, ໂດຍສະເພາະຊາວໜຸ່ມຂອງສາດສະໜາຈັກ, ບໍ່ຈື່ ຫລື ບໍ່ເຄີຍມີປະສົບການກັບສິ່ງນີ້ມາກ່ອນ.”
ສິ່ງນີ້ໄດ້ເຮັດໃຫ້ຂ້າພະເຈົ້າ ຄິດເຫັນປະສົບການ ທີ່ຂ້າພະເຈົ້າເຄີຍມີ. ສາດສະດາຄົນທຳອິດ ທີ່ຂ້າພະເຈົ້າຈື່ໄດ້ແມ່ນປະທານເດວິດ ໂອ ມິກເຄ. ຂ້າພະເຈົ້າມີອາຍຸໄດ້ 14 ປີ ຕອນເພິ່ນໄດ້ເສຍຊີວິດໄປ. ຂ້າພະເຈົ້າຈື່ເຖິງຄວາມຮູ້ສຶກທີ່ໄດ້ສູນເສຍ ຊຶ່ງມາກັບການຈາກໄປນັ້ນ, ເຫັນແມ່ນ້ຳຕາໄຫລ, ແລະ ຄວາມໂສກເສົ້າທີ່ທຸກຄົນໃນຄອບຄົວຂອງພວກເຮົາຮູ້ສຶກ. ຂ້າພະເຈົ້າຈື່ຄຳວ່າ “ຈົ່ງປະທານພອນໃຫ້ປະທານເດວິດ ໂອ ມິກເຄ ດ້ວຍເທີ້ນ” ໄດ້ອອກມາຈາກປາກຂອງຂ້າພະເຈົ້າ ແບບທຳມະຊາດ ໃນຄຳອະທິຖານຂອງຂ້າພະເຈົ້າ ແບບບໍ່ຕ້ອງຄິດ, ແມ່ນແຕ່ຫລັງຈາກເພິ່ນໄດ້ຈາກໄປ, ຂ້າພະເຈົ້າຍັງກ່າວ ແບບນັ້ນຢູ່. ຂ້າພະເຈົ້າ ບໍ່ແນ່ວ່າ ຈິດໃຈ ແລະ ຄວາມນຶກຄິດຂອງຂ້າພະເຈົ້າຈະຮູ້ສຶກແບບດຽວກັນ ສຳລັບສາດສະດາຄົນອື່ນໆ ຫລັງຈາກເພິ່ນ. ເຊັ່ນດຽວກັບພໍ່ແມ່ຜູ້ຮັກລູກໆທຸກຄົນຂອງຕົນ, ຂ້າພະເຈົ້າມີຄວາມຮັກ, ມີຄວາມຜູກພັນ, ແລະ ມີປະຈັກພະຍານເຖິງປະທານໂຈເຊັບ ຟຽວດິງ ສະມິດ, ຜູ້ຂຶ້ນແທນປະທານມິກເຄ, ແລະ ສາດສະດາຄົນອື່ນໆ ຫລັງຈາກນັ້ນ: ແຮໂຣນ ບີ ລີ, ສະເປັນເຊີ ດັບເບິນຢູ ຄິມໂບ, ເອສະຣາ ແທັບ ເບັນສັນ, ຮາວເວີດ ດັບເບິນຢູ ຮັນເທີ, ກໍດອນ ບີ ຮິງລີ, ທອມມັສ ແອັສ ມອນສັນ, ແລະ ໃນປະຈຸບັນນີ້ ປະທານຣະໂຊ ເອັມ ແນວສັນ. ຂ້າພະເຈົ້າ ສະໜັບສະໜູນສາດສະດາແຕ່ລະຄົນແທ້ໆ ດ້ວຍການຍົກມືຂຶ້ນ—ແລະ ຍົກໃຈຂຶ້ນ.
ເມື່ອສາດສະດາຄົນໃດຂອງເຮົາ ໄດ້ ສິ້ນຊີວິດໄປ, ມັນກໍເປັນເລື່ອງທຳມະດາ ທີ່ຈະຮູ້ສຶກໂສກເສົ້າ ແລະ ເສຍໃຈ. ແຕ່ຄວາມໂສກເສົ້າຂອງເຮົາ ໄດ້ເບົາບາງລົງດ້ວຍຄວາມຊື່ນຊົມ ແລະ ດ້ວຍຄວາມຫວັງ ທີ່ມາເຖິງ ເມື່ອເຮົາມີປະສົບການ ກັບພອນອັນຍິ່ງໃຫຍ່ແຫ່ງການຟື້ນຟູ: ການເອີ້ນ ແລະ ການສະໜັບສະໜູນສາດສະດາທີ່ມີຊີວິດ ຢູ່ໃນໂລກນີ້.
ເພາະດ້ວຍເຫດນີ້, ຂ້າພະເຈົ້າຈຶ່ງຈະກ່າວກ່ຽວກັບຂັ້ນຕອນທີ່ສູງສົ່ງ ຊຶ່ງໄດ້ເຫັນລະຫວ່າງ 90 ມື້ຜ່ານມານີ້. ຂ້າພະເຈົ້າຈະບັນຍາຍມັນ ເປັນສີ່ຕອນ: ທຳອິດ, ການຈາກໄປຂອງສາດສະດາ ແລະ ການປົດຕຳແໜ່ງຂອງຝ່າຍປະທານສູງສຸດ; ທີສອງ, ໄລຍະເວລາທີ່ລໍຖ້າການຈັດຕັ້ງຝ່າຍປະທານສູງສຸດກຸ່ມໃໝ່; ທີສາມ, ການເອີ້ນສາດສະດາຄົນໃໝ່; ແລະ ທີສີ່, ການສະໜັບສະໜູນສາດສະດາຄົນໃໝ່ ແລະ ຝ່າຍປະທານສູງສຸດ ໃນການຊຸມນຸມທີ່ສັກສິດ.
ການຈາກໄປຂອງສາດສະດາ
ໃນວັນທີ 2 ເດືອນມັງກອນ, 2018, ສາດສະດາທີ່ຮັກແພງຂອງເຮົາ ທອມມັສ ແອັສ ມອນສັນ ໄດ້ຈາກໄປ ສູ່ຟາກມ່ານເບື້ອງນັ້ນ. ເພິ່ນຈະຢູ່ໃນໃຈຂອງເຮົາຕະຫລອດໄປ. ປະທານເຮັນຣີ ບີ ໄອຣິງ ທີ່ໄດ້ກ່າວເຖິງຄວາມຮູ້ສຶກ ຕອນປະທານມອນສັນໄດ້ຈາກໄປ ຊຶ່ງກົງກັບຄວາມຮູ້ສຶກຂອງເຮົາ ທີ່ວ່າ: “ຄວາມດີເດັ່ນຂອງຊີວິດເພິ່ນ, ຄືກັນກັບຂອງພຣະຜູ້ຊ່ວຍໃຫ້ລອດ, ຄືການມີຄວາມເປັນຫ່ວງເປັນໃຍ ແລະ ການເອື້ອມອອກໄປຫາຄົນຍາກຈົນ, ຄົນເຈັບປ່ວຍ—ແມ່ນແຕ່ອອກໄປຫາທຸກຄົນ—ຕະຫລອດທົ່ວໂລກ.”1
ປະທານສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ອະທິບາຍວ່າ:
“ເມື່ອດາວດວງໜຶ່ງຫລຸດພົ້ນຂອບຟ້າ, ດາວອີກດວງໜຶ່ງຈະປະກົດຂຶ້ນມາ, ແລະ ຄວາມຕາຍນຳຊີວິດໃໝ່ມາໃຫ້.
“ວຽກງານຂອງພຣະເຈົ້າບໍ່ມີວັນສິ້ນສຸດ. ເຖິງແມ່ນແຕ່ເມື່ອຜູ້ນຳທີ່ມີອິດທິພົນໄດ້ເສຍຊີວິດໄປ, ສາດສະໜາຈັກກໍບໍ່ເຄີຍຂາດຜູ້ນຳ, ຂໍຂອບພຣະໄທ ພຣະຜູ້ຈັດແຕ່ງ ທີ່ໃຫ້ອານາຈັກຂອງພຣະອົງດຳເນີນໄປໜ້າ ຢ່າງຕໍ່ເນື່ອງ. ດັ່ງທີ່ມັນໄດ້ເປັນມາແລ້ວ … ກ່ອນສະໄໝນີ້, ຜູ້ຄົນໄດ້ປິດຫລຸມຝັງສົບດ້ວຍຄວາມຄາລະວະ, ເຊັດນ້ຳຕາ, ແລະ ປິ່ນໜ້າໄປຫາອະນາຄົດ.”2
ຊ່ວງໄລຍະທີ່ອັກຄະສາວົກປົກຄອງ
ລະຫວ່າງໄລຍະການຕາຍຂອງສາດສະດາ ແລະ ການຈັດຕັ້ງຝ່າຍປະທານສູງສຸດຂຶ້ນໃໝ່ ຖືກເອີ້ນວ່າ “ຊ່ວງໄລຍະທີ່ອັກຄະສາວົກປົກຄອງ.” ລະຫວ່າງໄລຍະນີ້, ກຸ່ມອັກຄະສາວົກສິບສອງ, ພາຍໃຕ້ການນຳພາຂອງປະທານກຸ່ມ, ໄດ້ຖືຂໍກະແຈນຳກັນ ເພື່ອບໍລິຫານການນຳພາຂອງສາດສະໜາຈັກ. ປະທານໂຈເຊັບ ແອັຟ ສະມິດ ໄດ້ສອນວ່າ, “ຈະມີຫົວໜ້າຂອງສາດສະໜາຈັກສະເໝີໄປ, ແລະ ຖ້າຫາກຝ່າຍປະທານຂອງສາດສະໜາຈັກ ຈະຖືກປົດ ເມື່ອຫົວໜ້າຂອງສາດສະໜາຈັກ ໄດ້ເສຍຊີວິດໄປ ຫລື ໃນເຫດຜົນອື່ນ, ແລ້ວຫົວໜ້າຂອງສາດສະໜາຈັກຄົນໃໝ່ ຈະເປັນອັກຄະສາວົກສິບສອງ, ຈົນກວ່າຝ່າຍປະທານຈະຖືກຈັດຕັ້ງຂຶ້ນອີກ.”3
ຊ່ວງໄລຍະທີ່ອັກຄະສາວົກປົກຄອງ ເທື່ອລ່າສຸດ ໄດ້ເລີ່ມຕົ້ນ ເມື່ອປະທານມອນສັນໄດ້ເສຍຊີວິດໄປ ເມື່ອວັນທີ 2 ເດືອນມັງກອນ, 2018, ແລະ ສິ້ນສຸດລົງ 12 ມື້ຈາກນັ້ນ ໃນວັນອາທິດ, ກົງກັບວັນທີ 14 ເດືອນມັງກອນ. ໃນເຊົ້າຂອງວັນຊະບາໂຕມື້ນັ້ນ, ກຸ່ມອັກຄະສາວົກສິບສອງ ໄດ້ເຂົ້າປະຊຸມຢູ່ຫ້ອງຊັ້ນເທິງຂອງພຣະວິຫານເຊົາເລັກ ໃນວິນຍານແຫ່ງການຖືສິນອົດເຂົ້າ ແລະ ອະທິຖານ, ພາຍໃຕ້ການຊີ້ນຳຂອງປະທານຣະໂຊ ເອັມ ແນວສັນ, ອັກຄະສາວົກຜູ້ອາວຸໂສສຸດ ແລະ ເປັນປະທານກຸ່ມອັກຄະສາວົກສິບສອງ.
ການເອີ້ນສາດສະດາຄົນໃໝ່
ໃນການປະຊຸມທີ່ສັກສິດ ແລະ ໜ້າຊົງຈຳນີ້, ໂດຍການເຮັດຕາມລະບຽບທີ່ຜ່ານມາ ໃນຄວາມເປັນນ້ຳໜຶ່ງໃຈດຽວກັນ ແລະ ເປັນເອກະສັນ, ບັນດາອ້າຍນ້ອງກໍໄດ້ນັ່ງຢູ່ຕາມລຳດັບ ໃນຕັ່ງ 13 ໜ່ວຍ ທີ່ຈັດເປັນແບບເຄິ່ງວົງ, ແລະ ໄດ້ຍົກມືຂຶ້ນ ທຳອິດເພື່ອສະໜັບສະໜູນຝ່າຍປະທານສູງສຸດ ແລະ ຈາກນັ້ນໄດ້ສະໜັບສະໜູນ ປະທານຣະໂຊ ແມຣິເອິນ ແນວສັນ ໃຫ້ເປັນປະທານຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ການສະໜັບສະໜູນນີ້ ແມ່ນຕິດຕາມດ້ວຍກຸ່ມອັກຄະສາວົກສິບສອງ ມາຢືນຢູ່ອ້ອມຮອບເປັນວົງລ້ອມ ແລະ ວາງມືໃສ່ເທິງຫົວຂອງປະທານແນວສັນ ເພື່ອແຕ່ງຕັ້ງເພິ່ນເປັນທາງການ, ໂດຍມີອັກຄະສາວົກຜູ້ອາວຸໂສກວ່າໝູ່ຕໍ່ລົງມາ ເປັນຄົນກ່າວຄຳອະທິຖານ.
ຈາກນັ້ນ ປະທານແນວສັນ ກໍໄດ້ບອກຊື່ຂອງທີ່ປຶກສາຂອງເພິ່ນ, ປະທານດາລິນ ແຮຣິສ ໂອກສ໌, ປະທານເຮັນຣີ ເບັນນຽນ ໄອຣິງ, ໂດຍໃຫ້ປະທານໂອກສ໌ ເປັນປະທານກຸ່ມອັກຄະສາວົກສິບສອງ, ແລະ ປະທານແມວວິນ ຣະໂຊ ບາເລີດ ເປັນປະທານກຸ່ມອັກຄະສາວົກສິບສອງແທນຊົ່ວຄາວ. ຫລັງຈາກການສະໜັບສະໜູນທີ່ຄ້າຍຄືກັນນີ້, ອ້າຍນ້ອງແຕ່ລະຄົນເຫລົ່ານີ້ ກໍໄດ້ຖືກແຕ່ງຕັ້ງເປັນທາງການ ຕໍ່ຕຳແໜ່ງຂອງໃຜລາວ ໂດຍປະທານແນວສັນ. ມັນໄດ້ເປັນປະສົບການທີ່ສັກສິດ ແລະ ເລິກຊຶ້ງແທ້ໆ, ຊຶ່ງເຕັມໄປດ້ວຍພຣະວິນຍານ. ຂ້າພະເຈົ້າເປັນພະຍານກັບທ່ານໄດ້ ວ່າມັນເປັນພຣະປະສົງຂອງພຣະຜູ້ເປັນເຈົ້າ, ຊຶ່ງເປັນຄຳອະທິຖານອັນແຮງກ້າຂອງພວກເຮົາ, ມັນໄດ້ເປັນການສະແດງໃຫ້ປະຈັກທີ່ມີພະລັງທີ່ສຸດ ໃນກິດຈະການ ແລະ ເຫດການຂອງວັນນັ້ນ.
ເມື່ອໄດ້ແຕ່ງຕັ້ງປະທານແນວສັນ ແລະ ໄດ້ແຕ່ງຕັ້ງຝ່າຍປະທານສູງສຸດແລ້ວ, ຊ່ວງໄລຍະທີ່ອັກຄະສາວົກປົກຄອງກໍໄດ້ສິ້ນສຸດລົງ, ແລະ ຝ່າຍປະທານສູງສຸດກຸ່ມໃໝ່ ກໍໄດ້ເລີ່ມຕົ້ນບໍລິຫານງານທັນທີ ປາດສະຈາກການລົບກວນໃດໆ ໃນການປົກຄອງອານາຈັກຂອງພຣະຜູ້ເປັນເຈົ້າ ຢູ່ເທິງແຜ່ນດິນໂລກ.
ການຊຸມນຸມທີ່ສັກສິດ
ເຊົ້າມື້ນີ້, ຂັ້ນຕອນທີ່ສູງສົ່ງນີ້ ໄດ້ບັນລຸຕາມທີ່ສັ່ງໄວ້ຢູ່ໃນພຣະຄຳພີຢູ່ໃນDoctrine and Covenants ເພາະທຸກສິ່ງຈະຕ້ອງຖືກເຮັດໄປຕາມລະບຽບ, ແລະ ໂດຍການເຫັນຊອບດ້ວຍກັນໃນສາດສະໜາຈັກ, ໂດຍການອະທິຖານດ້ວນສັດທາ,4 ແລະ ມະຫາປະໂລຫິດຜູ້ຄວບຄຸມສາມຄົນ, … ໄດ້ຮັບການສະໜັບສະໜູນດ້ວຍຄວາມໝັ້ນໃຈ, ສັດທາ, ແລະ ຄຳອະທິຖານຂອງສາດສະໜາຈັກ, ປະກອບເປັນກຸ່ມຂອງຝ່າຍປະທານຂອງສາດສະໜາຈັກ.5
ແອວເດີ ເດວິດ ບີ ເຮດ ໄດ້ບັນຍາຍເຖິງເຫດການທີ່ໄດ້ເກີດຂຶ້ນມາກ່ອນ ຊຶ່ງເຮົາ ມີສ່ວນຮ່ວມໃນມື້ນີ້ວ່າ:
“ເຮົາເປັນພະຍານ ແລະ ມີສ່ວນຮ່ວມ ໃນໂອກາດທີ່ສັກສິດທີ່ສຸດ—ໃນການຊຸມນຸມທີ່ສັກສິດ ເພື່ອປະຕິບັດຕາມສິ່ງທີ່ເປັນຂອງສະຫວັນ. ດັ່ງທີ່ເຄີຍເປັນໃນສະໄໝບູຮານ, ຄົງມີການຖືສິນອົດເຂົ້າ ແລະ ອະທິຖານຫລາຍສົມຄວນ ໃນບັນດາໄພ່ພົນ ຕະຫລອດທົ່ວໂລກ ເພື່ອເຂົາເຈົ້າຈະໄດ້ຮັບພຣະວິນຍານຂອງພຣະຜູ້ເປັນເຈົ້າ, ຊຶ່ງເຫັນໄດ້ຢ່າງແຈ້ງຊັດ … ໃນໂອກາດນີ້ ໃນເຊົ້າມື້ນີ້.
“ການຊຸມນຸມທີ່ສັກສິດ, ຕາມຄວາມໝາຍຂອງຊື່, ສະແດງໃຫ້ເຫັນວ່າເປັນໂອກາດທີ່ສັກສິດ, ຈິງຈັງ, ແລະ ມີຄວາມຄາລະວະ ເມື່ອໄພ່ພົນໄດ້ມາເຕົ້າໂຮມກັນ ພາຍໃຕ້ການຊີ້ນຳຂອງຝ່າຍປະທານສູງສຸດ.”6
ອ້າຍເອື້ອຍນ້ອງທັງຫລາຍ, ເຮົາສາມາດຊື່ນຊົມ—ແມ່ນແຕ່ສາມາດ, “ຮ້ອງໂຮຊັນນາ!”—ວ່າຜູ້ເປັນປາກເປັນສຽງຂອງພຣະຜູ້ເປັນເຈົ້າ, ສາດສະດາຂອງພຣະເຈົ້າ, ໄດ້ຮັບການແຕ່ງຕັ້ງແລ້ວ ແລະ ວ່າພຣະຜູ້ເປັນເຈົ້າ ພໍພຣະໄທຫລາຍ ທີ່ວຽກງານຂອງພຣະອົງ ກຳລັງຖືກກະທຳ ໃນວິທີທີ່ພຣະອົງໄດ້ມອບໃຫ້.
ປະທານຣະໂຊ ເອັມ ແນວສັນ
ແບບແຜນຂອງການແຕ່ງຕັ້ງອັນສູງສົ່ງນີ້ ໄດ້ພາໃຫ້ມີສາດສະດາທີ່ຖືກເອີ້ນຈາກສະຫວັນອີກທ່ານໜຶ່ງ. ເໝືອນດັ່ງປະທານມອນສັນ ທີ່ໄດ້ເປັນຜູ້ໜຶ່ງທີ່ດີເດັ່ນທີ່ສຸດ ຢູ່ໃນໂລກນີ້, ປະທານແນວສັນ ກໍຄືກັນ. ເພິ່ນໄດ້ຖືກຕຽມໄວ້ຢ່າງສົມບູນແບບ ແລະ ໄດ້ຮັບການສິດສອນໂດຍສະເພາະ ຈາກພຣະຜູ້ເປັນເຈົ້າ ເພື່ອໃຫ້ນຳພາເຮົາ ໃນວັນເວລານີ້. ມັນເປັນພອນທີ່ຍິ່ງໃຫຍ່ຫລາຍ ທີ່ບັດນີ້ ເຮົາມີປະທານຣະໂຊ ເອັມ ແນວສັນ ເປັນສາດສະດາທີ່ຮັກແພງ ແລະ ອຸທິດຕົນຂອງເຮົາ—ເປັນປະທານຄົນທີ 17 ຂອງສາດສະໜາຈັກ, ໃນຍຸກສຸດທ້າຍນີ້.
ປະທານແນວສັນ ເປັນຄົນທີ່ໜ້າອັດສະຈັນໃຈແທ້ໆ. ຂ້າພະເຈົ້າໄດ້ມີສິດທິພິເສດ ໃນການຮັບໃຊ້ໃນກຸ່ມອັກຄະສາວົກສິບສອງຮ່ວມກັບເພິ່ນ ແລະ ໃນຖານະທີ່ເພິ່ນເປັນປະທານກຸ່ມຂອງຂ້າພະເຈົ້າ ມາເປັນເວລາ 2 ປີກວ່າ. ຂ້າພະເຈົ້າໄດ້ເດີນທາງໄປກັບເພິ່ນ ແລະ ກໍປະຫລາດໃຈຫລາຍກັບກຳລັງວັງຊາຂອງເພິ່ນ, ເພາະຜູ້ຄົນຕ້ອງໄດ້ຟ້າວຍ່າງໄປກັບເພິ່ນ! ລວມແລ້ວ ເພິ່ນໄດ້ໄປຢ້ຽມຢາມ 133 ປະເທດ ໃນຊີວິດຂອງເພິ່ນ.
ເພີ່ມເອື້ອມອອກໄປຫາທຸກຄົນ, ທັງຄົນໜຸ່ມ ແລະ ຄົນເຖົ້າ. ເບິ່ງຄືວ່າ ເພິ່ນຮູ້ທຸກຄົນ ແລະ ໂດຍສະເພາະແລ້ວ ເພິ່ນຈື່ຊື່ຄົນໄດ້ດີ. ທຸກຄົນທີ່ຮູ້ຈັກເພິ່ນ ຮູ້ສຶກວ່າ ເຂົາເຈົ້າເປັນຄົນໂປດຂອງເພິ່ນ. ແລະ ມັນກໍເປັນເຊັ່ນນັ້ນກັບພວກເຮົາຄືກັນ—ເພາະ ຄວາມຮັກຢ່າງຈິງໃຈ ແລະ ຄວາມເປັນຫ່ວງທີ່ແທ້ຈິງ ທີ່ເພິ່ນມີຕໍ່ທຸກໆຄົນ.
ຄວາມສຳພັນຂອງຂ້າພະເຈົ້ານຳປະທານແນວສັນ ຕົ້ນຕໍແລ້ວແມ່ນທາງສາດສະໜາ, ແຕ່ຂ້າພະເຈົ້າກໍຮູ້ຈັກດີ ກ່ຽວກັບວິຊາອາຊີບຂອງປະທານແນວສັນ ກ່ອນເພິ່ນໄດ້ຖືກເອີ້ນໃຫ້ເປັນເຈົ້າໜ້າທີ່ຊັ້ນຜູ້ໃຫຍ່. ດັ່ງທີ່ພວກທ່ານຫລາຍຄົນຮູ້ຈັກ, ປະທານແນວສັນ ເຄີຍເປັນໝໍຜ່າຕັດທີ່ມີຊື່ສຽງໄປທົ່ວໂລກ, ຕອນເພິ່ນເລີ່ມຕົ້ນເປັນໝໍ, ເພິ່ນໄດ້ປະດິດເຄື່ອງປັ້ມຫົວໃຈ ແລະ ປອດ. ເພິ່ນໄດ້ຢູ່ໃນກຸ່ມນັກຄົ້ນຄວ້າ ທີ່ສົ່ງເສີມການຜ່າຕັດຫົວໃຈຄົນ ຄັ້ງທຳອິດ, ໃນປີ 1951, ໂດຍການໃຊ້ທໍ່ພິເສດຕໍ່ໃສ່ຫົວໃຈ ແລະ ປອດ. ປະທານແນວສັນ ຍັງໄດ້ຜ່າຕັດຫົວໃຈໃຫ້ປະທານສະເປັນເຊີ ດັບເບິນຢູ ຄິມໂບ ນຳອີກ ບໍ່ດົນກ່ອນປະທານຄິມໂບ ໄດ້ກາຍເປັນສາດສະດາ.
ສິ່ງທີ່ໜ້າສົນໃຈ, ຄືເມື່ອປະທານແນວສັນໄດ້ຖືກເອີ້ນໃຫ້ເປັນອັກຄະສາວົກ ເມື່ອ 34 ປີກ່ອນ, ເພິ່ນກໍໄດ້ເລີກລາຈາກ ວິຊາອາຊີບ ທີ່ເປັນໝໍຊ່ວຍຊູ ແລະ ສ້ອມແປງຫົວໃຈ, ແຕ່ໄດ້ ເລີ່ມຕົ້ນ ການປະຕິບັດສາດສະໜາກິດເປັນອັກຄະສາວົກ ທີ່ອຸທິດຕົນ ເພື່ອຊ່ວຍຊູ ແລະ ສ້ອມແປງຫົວໃຈ ຂອງຜູ້ຄົນຢ່າງຫລວງຫລາຍຕະຫລອດທົ່ວໂລກ, ຜູ້ໄດ້ຮັບການເຊີດຊູ ແລະ ປິ່ນປົວ ດ້ວຍຖ້ອຍຄຳ, ການກະທຳ ທີ່ເຕັມໄປດ້ວຍສະຕິປັນຍາ, ການຮັບໃຊ້, ແລະ ຄວາມຮັກຂອງເພິ່ນ.
ຫົວໃຈທີ່ເໝືອນພຣະຄຣິດ
ເມື່ອຂ້າພະເຈົ້າວາດພາບເຫັນຫົວໃຈທີ່ເໝືອນພຣະຄຣິດ ໃນການກະທຳປະຈຳວັນ, ຂ້າພະເຈົ້າເຫັນປະທານແນວສັນ. ຂ້າພະເຈົ້າບໍ່ເຄີຍພົບເຫັນຄົນໃດ ທີ່ເປັນຕົວຢ່າງໃນແບບນີ້ ຫລາຍໄປກວ່າທີ່ເພິ່ນເປັນ. ມັນເປັນການສິດສອນທີ່ໜ້າອັດສະຈັນໃຈສຳລັບຂ້າພະເຈົ້າ ທີ່ສາມາດສັງເກດເຫັນການສະແດງ ຫົວໃຈທີ່ເປັນເໝືອນດັ່ງພຣະຄຣິດໃຫ້ປະຈັກ ຂອງປະທານແນວສັນ.
ບໍ່ພໍເທົ່າໃດອາທິດ ຫລັງຈາກທີ່ຂ້າພະເຈົ້າໄດ້ຖືກເອີ້ນໃຫ້ເປັນອັກຄະສາວົກ ໃນເດືອນຕຸລາ ປີ 2015, ຂ້າພະເຈົ້າຮູ້ໄດ້ດ້ວຍຕົວເອງ ກ່ຽວກັບວິຊາອາຊີບເດີມຂອງປະທານແນວສັນ ກ່ອນເພິ່ນຖືກເອີ້ນໃຫ້ເປັນອັກຄະສາວົກ. ຂ້າພະເຈົ້າໄດ້ຖືກເຊື້ອເຊີນໄປຮ່ວມງານ ບ່ອນທີ່ ເພິ່ນໄດ້ຮັບການຍ້ອງຍໍ ໃນຖານະທີ່ເປັນຜູ້ບຸກເບີກ ເລື່ອງການຜ່າຕັດຫົວໃຈ. ເມື່ອຂ້າພະເຈົ້າຍ່າງເຂົ້າໄປໃນງານ, ຂ້າພະເຈົ້າຕົກຕະລຶງ ທີ່ໄດ້ເຫັນຜູ້ຊ່ຽວຊານຢ່າງຫລວງຫລາຍ ຜູ້ມາໃຫ້ກຽດແກ່ວຽກງານຂອງປະທານແນວສັນ ທີ່ໄດ້ເຮັດເປັນເວລາຫລາຍປີ.
ໃນຄ່ຳຄືນນັ້ນ ຜູ້ຊ່ຽວຊານຫລາຍຄົນ ໄດ້ຢືນຂຶ້ນສະແດງຄວາມນັບຖື ແລະ ຍ້ອງຍໍ ສຳລັບຄວາມຊ່ວຍເຫລືອອັນດີເດັ່ນ ຂອງປະທານແນວສັນ ໃນການເປັນໝໍຂອງເພິ່ນ. ເຖິງແມ່ນທຸກຄົນທີ່ມີໜ້າຢູ່ທີ່ນັ້ນ ຕ່າງກໍປະທັບໃຈກັບຄວາມສຳເລັດຜົນຂອງປະທານແນວສັນ, ແຕ່ຂ້າພະເຈົ້າຕົກຕະລຶງ ເມື່ອໄດ້ສົນທະນາກັບຊາຍຄົນໜຶ່ງ ທີ່ນັ່ງຢູ່ທາງຂ້າງ. ເພິ່ນບໍ່ຮູ້ວ່າຂ້າພະເຈົ້າແມ່ນໃຜ, ແຕ່ເພິ່ນຮູ້ປະທານແນວສັນ, ເປັນ ດຣ ແນວສັນ, ຖານະຜູ້ອຳນວຍການຝ່າຍການຜ່າຕັດຫົວໃຈ ຢູ່ໂຮງຮຽນການແພດ ໃນປີ 1955.
ຊາຍຄົນນັ້ນ ເຄີຍເປັນນັກຮຽນຂອງປະທານແນວສັນ. ເພິ່ນໄດ້ເລົ່າຫລາຍເລື່ອງໃຫ້ຂ້າພະເຈົ້າຟັງ. ສິ່ງທີ່ໜ້າສົນໃຈແມ່ນ ວິທີທີ່ປະທານແນວສັນ ໄດ້ສິດສອນ, ຊຶ່ງເຮັດໃຫ້ເພິ່ນກາຍເປັນໝໍທີ່ໂດ່ງດັງທີ່ສຸດ. ຊາຍຄົນນັ້ນໄດ້ອະທິບາຍວ່າ ສ່ວນຫລາຍແລ້ວ ການສິດສອນເລື່ອງການຜ່າຕັດຫົວໃຈ ເກີດຂຶ້ນຢູ່ຫ້ອງຜ່າຕັດ. ຢູ່ທີ່ນັ້ນ, ນັກຮຽນຈະສັງເກດເບິ່ງ ແລະ ກະທຳການຜ່າຕັດ ພາຍໃຕ້ການດູແລຂອງໝໍ, ຄືກັນກັບຢູ່ໃນຫ້ອງທົດລອງ. ເພິ່ນໄດ້ບອກຕື່ມວ່າ ສະພາບແວດລ້ອມຢູ່ໃນຫ້ອງຜ່າຕັດໃນບາງບ່ອນ ແມ່ນສັບສົນ, ແຂ່ງຂັນ, ເຕັມໄປດ້ວຍຄວາມກົດດັນ, ແລະ ແມ່ນແຕ່ເຫັນແກ່ຕົວ. ຊາຍຄົນນັ້ນໄດ້ບອກວ່າ ມັນເປັນສະພາບແວດລ້ອມທີ່ຫຍຸ້ງຍາກ, ບາງເທື່ອກໍເສຍກຽດ. ດ້ວຍເຫດນັ້ນ, ຈຶ່ງເຮັດໃຫ້ນັກຮຽນຄິດເປັນຫ່ວງນຳວິຊາອາຊີບຂອງຕົນ.
ແລ້ວເພິ່ນໄດ້ອະທິບາຍເຖິງສະພາບແວດລ້ອມທີ່ພິເສດ ຢູ່ໃນຫ້ອງຜ່າຕັດຂອງປະທານແນວສັນ. ມັນສະຫງົບ, ບໍ່ວຸ້ນວາຍ, ແລະ ສະຫງ່າຜ່າເຜີຍ. ນັກຮຽນຖືກປະຕິບັດຕໍ່ຢ່າງມີກຽດ. ເຖິງຢ່າງໃດກໍຕາມ, ຫລັງຈາກໄດ້ສັງເກດເບິ່ງການຜ່າຕັດແລ້ວ, ດຣ ແນວສັນ ໄດ້ຄາດຫວັງໃຫ້ນັກຮຽນທຸກຄົນ ປະຕິບັດໜ້າທີ່ດ້ວຍມາດຕະຖານສູງ. ຊາຍຄົນນັ້ນໄດ້ບອກຕື່ມອີກ ກ່ຽວກັບຄົນໄຂ້ຢ່າງຫລວງຫລາຍທີ່ໄດ້ຮັບການປິ່ນປົວ ແລະ ນັກຮຽນຢ່າງຫລວງຫລາຍ ທີ່ປະສົບຄວາມສຳເລັດ ເພາະ ດຣ ແນວສັນ.
ຂ້າພະເຈົ້າບໍ່ແປກໃຈເລີຍກ່ຽວກັບເລື່ອງນີ້. ນີ້ແມ່ນສິ່ງທີ່ຂ້າພະເຈົ້າໄດ້ເຫັນກັບຕາ, ແລະ ໄດ້ຮັບພອນຫລາຍແທ້ໆ ທີ່ໄດ້ຢູ່ໃນກຸ່ມອັກຄະສາວົກສິບສອງ. ເມື່ອຄິດແລ້ວ, ຂ້າພະເຈົ້າຮູ້ສຶກວ່າ ຕົວເອງກໍເປັນ “ນັກຮຽນ ຄົນໜຶ່ງຄືກັນ.”
ປະທານແນວສັນ ມີວິທີພິເສດ ໃນການສິດສອນຜູ້ຄົນ ແລະ ແນະນຳການແກ້ໄຂຄວາມຜິດພາດ ໃນທາງບວກ, ດ້ວຍຄວາມນັບຖື, ແລະ ໃຫ້ກຳລັງໃຈ. ເພິ່ນມີຫົວໃຈທີ່ເໝືອນດັ່ງພຣະຄຣິດ ແລະ ເປັນຕົວຢ່າງສຳລັບເຮົາທຸກຄົນ. ຈາກເພິ່ນ ເຮົາຮຽນຮູ້ວ່າ ໃນທຸກສະພາບການ ທີ່ເຮົາປະເຊີນ, ເຮົາຕ້ອງໃຫ້ການກະທຳ ແລະ ໃຈຂອງເຮົາ ສອດຄ່ອງກັບຫລັກທຳພຣະກິດຕິຄຸນຂອງພຣະເຢຊູຄຣິດ.
ບັດນີ້ ເຮົາມີພອນອັນຍິ່ງໃຫຍ່ ທີ່ຈະສະໜັບສະໜູນສາດສະດາຂອງເຮົາ, ປະທານຣະໂຊ ເອັມ ແນວສັນ. ຕະຫລອດຊີວິດຂອງເພິ່ນ, ເພິ່ນໄດ້ຂະຫຍາຍບົດບາດຫລາຍຢ່າງຂອງເພິ່ນ, ໃນຖານະເປັນນັກສຶກສາ, ເປັນພໍ່, ເປັນອາຈານ, ເປັນສາມີ, ເປັນໝໍ, ເປັນຜູ້ນຳຖານະປະໂລຫິດ, ເປັນພໍ່ຕູ້, ເປັນພໍ່ຕູ້ປູ່, ແລະ ເປັນອັກຄະສາວົກ. ເພິ່ນໄດ້ເຮັດບົດບາດເຫລົ່ານີ້—ແລະ ກໍສືບຕໍ່ ເຮັດຕໍ່ໄປ—ດ້ວຍຫົວໃຈຂອງສາດສະດາ.
ອ້າຍເອື້ອຍນ້ອງທັງຫລາຍ, ສິ່ງທີ່ເຮົາໄດ້ເປັນພະຍານ ແລະ ມີສ່ວນຮ່ວມໃນມື້ນີ້, ການຊຸມນຸມທີ່ສັກສິດ, ເຮັດໃຫ້ຂ້າພະເຈົ້າເປັນພະຍານໄດ້ວ່າ ປະທານຣະໂຊ ເອັມ ແນວສັນ ເປັນປາກເປັນສຽງທີ່ມີຊີວິດຢູ່ ຂອງພຣະຜູ້ເປັນເຈົ້າແທ້ໆ ສຳລັບມວນມະນຸດທັງປວງ. ຂ້າພະເຈົ້າຂໍຕື່ມປະຈັກພະຍານອີກ ເຖິງພຣະເຈົ້າອົງເປັນພຣະບິດາ, ເຖິງພຣະເຢຊູຄຣິດ, ແລະ ເຖິງບົດບາດຂອງພຣະອົງ ໃນການເປັນ ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ? ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.