ອີກມື້ໜຶ່ງ
ເຮົາທຸກຄົນມີ “ມື້ນີ້” ທີ່ຈະດຳລົງຊີວິດ, ແລະ ເຄັດລັບຂອງການເຮັດໃຫ້ວັນເວລາຂອງເຮົາມີຜົນສຳເລັດ ແມ່ນການເຕັມໃຈທີ່ຈະເສຍສະລະ.
ເມື່ອຫລາຍປີກ່ອນ, ເພື່ອນໆຂອງຂ້າພະເຈົ້າໄດ້ມີລູກທີ່ໜ້າຮັກຄົນໜຶ່ງຊື່ ບຣິກຳ. ຫລັງຈາກລາວເກີດມາ, ທ້າວບຣິກກຳຖືກບົ່ງມະຕິວ່າມີສະພາວະທີ່ເອີ້ນວ່າ ໂຣກຮັນເຕີ, ຊຶ່ງໝາຍຄວາມຢ່າງໂສກເສົ້າວ່າ ທ້າວບຣິກຳ ຈະມີອາຍຸສັ້ນ. ມື້ໜຶ່ງ ຕອນທີ່ ທ້າວບຣິກຳ ແລະ ຄອບຄົວຂອງລາວໄດ້ໄປຢ້ຽມຢາມເດີ່ນພຣະວິຫານ, ທ້າວບຣິກຳ ໄດ້ປະກາດສຳນວນໜຶ່ງໂດຍສະເພາະ; ລາວໄດ້ກ່າວສອງເທື່ອວ່າ, “ອີກມື້ໜຶ່ງ.” ມື້ຕໍ່ມານັ້ນ, ທ້າວບຣິກກຳ ໄດ້ເສຍຊີວິດໄປ.
ຂ້າພະເຈົ້າໄດ້ໄປຢ້ຽມຫລຸມຝັງສົບຂອງ ທ້າວບຣິກກຳ ສອງສາມເທື່ອ, ແລະ ທຸກໆເທື່ອທີ່ຂ້າພະເຈົ້າໄປ, ຂ້າພະເຈົ້າຈະໄຕ່ຕອງສຳນວນທີ່ວ່າ “ອີກມື້ໜຶ່ງ.” ຂ້າພະເຈົ້າຄິດວ່າ ມັນຈະໝາຍຄວາມວ່າແນວໃດ, ມີຜົນສະທ້ອນແນວໃດ ໃນຊີວິດຂອງຂ້າພະເຈົ້າ ທີ່ຈະຮູ້ວ່າຂ້າພະເຈົ້າຍັງຈະມີໍຊີວິດຢູ່ພຽງແຕ່ອີກມື້ໜຶ່ງເທົ່ານັ້ນ. ຂ້າພະເຈົ້າຈະປະຕິບັດຕໍ່ພັນລະຍາ, ຕໍ່ລູກໆ, ແລະ ຕໍ່ຄົນອື່ນແນວໃດ? ຂ້າພະເຈົ້າຈະມີຄວາມອົດທົນ ແລະ ມີຄວາມສຸພາບຮຽບຮ້ອຍຫລາຍປານໃດ? ຂ້າພະເຈົ້າຈະດູແລຮ່າງກາຍຂອງຂ້າພະເຈົ້າແນວໃດ? ຂ້າພະເຈົ້າຈະອະທິຖານ ແລະ ຄົ້ນຄວ້າພຣະຄຳພີຢ່າງຈິງຈັງຂະໜາດໃດ? ຂ້າພະເຈົ້າຄິດວ່າ ໃນທາງໃດທາງໜຶ່ງເຮົາທຸກຄົນ ໃນຈຸດໃດຈຸດໜຶ່ງຈະມີຄວາມຮັບຮູ້ເຖິງ “ອີກມື້ໜຶ່ງ”—ຄວາມຮັບຮູ້ທີ່ວ່າເຮົາຕ້ອງໃຊ້ເວລາທີ່ເຮົາມີຢູ່ໃຫ້ມີປະໂຫຍດຫລາຍທີ່ສຸດ.
ໃນພຣະຄຳພີເດີມ ເຮົາອ່ານເລື່ອງລາວຂອງ ເຮເຊກີຢາ, ກະສັດແຫ່ງຢູດາ. ສາດສະດາເອຊາຢາ ໄດ້ປະກາດຕໍ່ ເຮເຊກີຢາ ວ່າຊີວິດຂອງ ເຮເຊກີຢາ ໃກ້ຈະສິ້ນສຸດລົງແລ້ວ. ເມື່ອເພິ່ນໄດ້ຍິນຖ້ອຍຄຳຂອງສາດສະດາ, ເຮເຊກີຢາ ໄດ້ເລີ່ມອະທິຖານ, ອ້ອນວອນ, ແລະ ຮ້ອງໄຫ້ຢ່າງເສົ້າສະຫລົດໃຈ. ໃນໂອກາດນັ້ນ, ພຣະເຈົ້າ ໄດ້ໃຫ້ ເຮເຊກີຢາມີຊີວິດຢູ່ຕື່ມອີກ 15 ປີ. (ເບິ່ງ ເອຊາຢາ 38:1–5.)
ຖ້າຫາກເຮົາຖືກບອກວ່າ ເຮົາຈະມີຊີວິດຢູ່ເປັນເວລາສັ້ນໆ, ເຮົາກໍອາດອ້ອນວອນຂໍໃຫ້ມີຊີວິດຢູ່ເປັນເວລາດົນນານ ເພື່ອເຫັນແກ່ສິ່ງຕ່າງໆທີ່ເຮົາຄວນໄດ້ເຮັດ ຫລື ໄດ້ເຮັດມັນໃຫ້ແຕກຕ່າງ.
ໂດຍບໍ່ກ່ຽວກັບເວລາ ພຣະຜູ້ເປັນເຈົ້າ, ໃນຄວາມສະຫລຽວສະຫລາດຂອງພຣະອົງ, ກຳນົດຈະປະທານສິ່ງໜຶ່ງທີ່ເຮົາແນ່ໃຈໄດ້ ໃຫ້ເຮົາແຕ່ລະຄົນ: ເຮົາທຸກຄົນມີ “ມື້ນີ້” ທີ່ຈະດຳລົງຊີວິດ, ແລະ ເຄັດລັບຂອງການເຮັດໃຫ້ວັນເວລາຂອງເຮົາມີຜົນສຳເລັດ ແມ່ນການເຕັມໃຈທີ່ຈະເສຍສະລະ.
ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, ມັນຖືກເອີ້ນວ່າ ວັນນີ້ ຈົນກວ່າການສະເດັດມາຂອງບຸດມະນຸດ, ແລະ ມັນເປັນວັນແຫ່ງການເສຍສະລະ (ເບິ່ງ D&C 64:23, ເນັ້ນຄຳເນີ້ງ).
ຄຳວ່າ ການເສຍສະລະ ມາຈາກພາສາລາຕິນ ສອງຄຳ sacer (ສາເຊີ), ຊຶ່ງໝາຍຄວາມວ່າ “ສັກສິດ,” ແລະ facere (ຟາແຊວ), ຊຶ່ງໝາຍຄວາມວ່າ “ເຮັດ,”—ໃນອີກຄຳໜຶ່ງກໍຄືວ່າ ເຮັດໃຫ້ສັກສິດ, ນຳກຽດມາໃຫ້.
“ການເສຍສະລະນຳພອນຈາກສະຫວັນມາໃຫ້” (“Praise to the Man,” Hymns, no. 27).
ໃນທາງໃດແດ່ທີ່ການເສຍສະລະຈະເຮັດໃຫ້ວັນເວລາຂອງເຮົາມີຄວາມໝາຍ ແລະ ເປັນພອນ?
ທຳອິດ, ການເສຍສະລະສ່ວນຕົວເຮັດໃຫ້ເຮົາເຂັ້ມແຂງ ແລະ ເຮັດໃຫ້ສິ່ງທີ່ເຮົາເສຍສະລະເພື່ອ ມີຄຸນຄ່າ.
ເມື່ອຫລາຍປີກ່ອນ ໃນວັນອາທິດຖືສິນອົດເຂົ້າ, ເອື້ອຍຜູ້ສູງອາຍຸຄົນໜຶ່ງ ໄດ້ຂຶ້ນໄປແບ່ງປັນປະຈັກພະຍານ ຂອງນາງທີ່ແທ່ນປາໄສ. ນາງໄດ້ອາໄສຢູ່ໃນເມືອງທີ່ເອີ້ນວ່າ ອີຄີໂຕສ໌, ຊຶ່ງຢູ່ທີ່ເຂດອາມາຊອນ ຂອງປະເທດເປຣູ. ນາງໄດ້ບອກພວກເຮົາວ່າ ຕັ້ງແຕ່ເວລາທີ່ນາງໄດ້ຮັບບັບຕິສະມາ, ນາງໄດ້ມີເປົ້າໝາຍທີ່ຈະໄດ້ຮັບພິທີການຢູ່ທີ່ພະວິຫານລີມາ ປະເທດເປຣູ ສະເໝີມາ. ນາງໄດ້ຈ່າຍສ່ວນສິບເຕັມຈຳນວນ ແລະ ໄດ້ເກັບອອມລາຍໄດ້ໜ້ອຍໆຂອງນາງເປັນເວລາຫລາຍປີ.
ຄວາມສຸກຂອງນາງຕອນໄດ້ໄປພຣະວິຫານ ແລະ ຮັບພິທີການສັກສິດໃນນັ້ນ ຖືກສະແດງອອກມາໃນຖ້ອຍຄຳເຫລົ່ານີ້ວ່າ: “ມື້ນີ້ ຂ້ອຍກ່າວໄດ້ວ່າ ໃນທີ່ສຸດຂ້ອຍຮູ້ສຶກວ່າພ້ອມແລ້ວທີ່ຈະຍ່າງຜ່ານຜ່າມ່ານຕາມທີ່ພຣະເຈົ້າບັນຊາ. ຂ້ອຍເປັນສະຕີທີ່ມີຄວາມສຸກຫລາຍທີ່ສຸດໃນໂລກ; ຂ້ອຍໄດ້ເກັບອອມເງິນ, ພວກເຈົ້າບໍ່ຮູ້ດອກວ່າດົນນານປານໃດແລ້ວ, ເພື່ອຈະໄດ້ໄປພຣະວິຫານ, ແລະ ຫລັງຈາກໄດ້ເດີນທາງ ເຈັດ ວັນຕາມແມ່ນ້ຳ ແລະ ອີກ 18 ຊົ່ວໂມງໃນລົດເມ, ໃນທີ່ສຸດຂ້ອຍກໍໄດ້ໄປເຖິງບ້ານຂອງພຣະຜູ້ເປັນເຈົ້າ. ຕອນໄດ້ອອກຈາກສະຖານທີ່ສັກສິດແຫ່ງນັ້ນ, ຂ້ອຍໄດ້ກ່າວກັບຕົວເອງວ່າ, ຫລັງຈາກການເສຍສະລະທັງໝົດທີ່ຖືກຮຽກຮ້ອງເພື່ອວ່າຂ້ອຍຈະໄດ້ມາເຖິງພຣະວິຫານ, ຂ້ອຍຈະບໍ່ປ່ອຍໃຫ້ສິ່ງໃດ ເຮັດໃຫ້ຂ້ອຍຄິດຫລິ້ນໆກັບພັນທະສັນຍາທຸກໆຂໍ້ທີ່ຂ້ອຍໄດ້ເຮັດລົງໄປ; ມັນເປັນການເສຍເວລາ. ນີ້ເປັນຄຳໝັ້ນສັນຍາທີ່ຈິງຈັງແທ້ໆ!”
ຂ້າພະເຈົ້າໄດ້ຮຽນຮູ້ຈາກເອື້ອຍທີ່ໜ້າຮັກຄົນນີ້ວ່າ ການເສຍສະລະສ່ວນຕົວເປັນພະລັງທີ່ລ້ຳຄ່າ ທີ່ພັກດັນການຕັດສິນໃຈ ແລະ ຄວາມຕັ້ງໃຈຂອງເຮົາ. ການເສຍສະລະສ່ວນຕົວພັກດັນການກະທຳຂອງເຮົາ, ຄຳໝັ້ນສັນຍາ, ແລະ ພັນທະສັນຍາຂອງເຮົາ ແລະ ເຮັດໃຫ້ສິ່ງສັກສິດມີຄວາມໝາຍ.
ທີສອງ, ການເສຍສະລະທີ່ເຮົາເຮັດເພື່ອຄົນອື່ນ, ແລະ ທີ່ຄົນອື່ນເຮັດເພື່ອເຮົາ, ຈະນຳພອນມາໃຫ້ທຸກໆຄົນ.
ຕອນຂ້າພະເຈົ້າເປັນນັກສຶກສາຢູ່ໂຮງຮຽນທັນຕະແພດ, ສະພາບການເງິນຂອງເສດຖະກິດໃນທ້ອງຖິ່ນ ຂອງພວກເຮົາກໍເປັນຕາຢ້ານກົວ. ສະພາບການເງິນເຟີ້ໄດ້ລຸດຄ່າຂອງເງິນຕາຈາກມື້ໜຶ່ງຫາມື້ຕໍ່ໄປ.
ຂ້າພະເຈົ້າຈຳປີທີ່ຕອນຂ້າພະເຈົ້າໄດ້ເຂົ້າຮ່ວມການເຝິກງານຜ່າຕັດ; ຂ້າພະເຈົ້າຕ້ອງມີເຄື່ອງມືທີ່ຈຳເປັນທຸກຢ່າງກ່ອນທີ່ຈະໄດ້ເຂົ້າໂຮງຮຽນເທີມນັ້ນ. ພໍ່ແມ່ຂອງຂ້າພະເຈົ້າໄດ້ເກັບອອມຈຳນວນເງິນທີ່ຈຳເປັນ. ແຕ່ຄືນໜຶ່ງມີສິ່ງທີ່ຮ້າຍແຮງໄດ້ເກີດຂຶ້ນ. ພວກເຮົາໄດ້ໄປຊື້ເຄື່ອງມື, ແຕ່ໄດ້ຮັບຮູ້ວ່າຈຳນວນເງິນ ທີ່ພວກເຮົາ ໄດ້ເກັບອອມເພື່ອຊື້ເຄື່ອງມືທັງໝົດ ບັດນີ້ມີພໍພຽງແຕ່ຈະຊື້ໄດ້ແຕ່ແໜບຄູ່ດຽວເທົ່ານັ້ນ—ບໍ່ມີເງິນຊື້ສິ່ງອື່ນເລີຍ. ພວກເຮົາໄດ້ກັບບ້ານດ້ວຍມືເປົ່າ ແລະ ດ້ວຍຄວາມໜັກໜ່ວງໃຈກັບຄວາມຄິດ ທີ່ຈະໄດ້ເສຍເວລາໄປໜຶ່ງເທີມ. ແຕ່ຈັ່ງໃດກໍຕາມ, ໃນທັນໃດນັ້ນ, ແມ່ຂອງຂ້າພະເຈົ້າໄດ້ກ່າວວ່າ, “ເທເລີ, ມາກັບແມ່, ໄປຂ້າງນອກກັບແມ່.”
ພວກເຮົາໄດ້ໄປໃນເມືອງ ບ່ອນທີ່ມີຫລາຍໆຮ້ານທີ່ຂາຍ ແລະ ຊື້ເຄື່ອງປະດັບ. ເມື່ອພວກເຮົາໄປເຖິງຮ້ານໜຶ່ງ, ແມ່ຂອງຂ້າພະເຈົ້າໄດ້ເອົາຖົງນ້ອຍສີຟ້າອອກຈາກກະເປົາຂອງເພິ່ນ ທີ່ມີປອກແຂນຄຳ ທີ່ມີຄຳສະລັກໄວ້ທີ່ອ່ານວ່າ, “ເຖິງລູກສາວທີ່ຮັກຂອງພໍ່ ຈາກພໍ່ຂອງລູກ.” ນັ້ນເປັນປອກແຂນທີ່ພໍ່ຕູ້ຂອງຂ້າພະເຈົ້າໄດ້ເອົາໃຫ້ເພິ່ນໃນວັນເກີດປີໜຶ່ງ. ແລ້ວ, ຕໍ່ໜ້າຂ້າພະເຈົ້າ, ແມ່ໄດ້ຂາຍມັນໄປ.
ເມື່ອແມ່ໄດ້ຮັບເງິນ, ເພິ່ນໄດ້ບອກຂ້າພະເຈົ້າວ່າ, “ຖ້າມີສິ່ງໜຶ່ງທີ່ແມ່ແນ່ໃຈໄດ້, ນັ້ນກໍຄືວ່າ ລູກຈະໄດ້ເປັນໝໍແຂ້ວ. ໄປສາລູກ ແລະ ຊື້ເອົາເຄື່ອງມືທຸກຢ່າງທີ່ລູກຕ້ອງການ.” ບັດນີ້, ທ່ານວາດພາບເຫັນໄດ້ບໍວ່າ ຂ້າພະເຈົ້າຈະເປັນນັກສຶກສາແບບໃດ ຈາກວິນາທີນັ້ນເປັນຕົ້ນໄປ? ຂ້າພະເຈົ້າຢາກເປັນຄົນທີ່ດີທີ່ສຸດ ແລະ ສຳເລັດການສຶກສາຂອງຂ້າພະເຈົ້າໃຫ້ໄວທີ່ສຸດ ເພາະຂ້າພະເຈົ້າໄດ້ຮູ້ຄ່າໃຊ້ຈ່າຍຂອງການເສຍສະລະທີ່ແມ່ໄດ້ເຮັດລົງໄປ.
ຂ້າພະເຈົ້າໄດ້ຮຽນຮູ້ວ່າ ການເສຍສະລະທີ່ຄົນທີ່ເຮົາຮັກເຮັດເພື່ອເຮົາ ເຮັດໃຫ້ເຮົາສົດຊື່ນຂຶ້ນເໝືອນດັ່ງນ້ຳເຢັນ ເຮັດໃຫ້ເຮົາຊຸ່ມເຢັນຢູ່ໃນກາງທະເລຊາຍ. ການເສຍສະລະດັ່ງກ່າວຈະນຳຄວາມຫວັງ ແລະ ຄວາມຕັ້ງໃຈມາໃຫ້.
ທີສາມ, ການເສຍສະລະໃດໆທີ່ເຮົາເຮັດກໍເລັກນ້ອຍໄປ ເມື່ອປຽບທຽບໃສ່ການເສຍສະລະ ຂອງພຣະບຸດຂອງພຣະເຈົ້າ.
ແມ່ນແຕ່ມູນຄ່າຂອງປອກແຂນຄຳທີ່ຮັກຫອມຈະມີຫລາຍພຽງໃດ ເມື່ອປຽບທຽບໃສ່ກັບການເສຍສະລະ ຂອງພຣະບຸດຂອງພຣະເຈົ້າ? ເຮົາຈະໃຫ້ກຽດການເສຍສະລະທີ່ບໍ່ມີຂອບເຂດນັ້ນໄດ້ແນວໃດ? ແຕ່ລະມື້ເຮົາສາມາດຈົດຈຳວ່າ ເຮົາມີອີກມື້ໜຶ່ງທີ່ຈະດຳລົງຊີວິດ ແລະ ເປັນຄົນຊື່ສັດ. ແອມມິວເລັກ ໄດ້ສອນວ່າ: “ແທ້ຈິງແລ້ວ, ຂ້າພະເຈົ້າຢາກໃຫ້ພວກທ່ານອອກມາ ແລະ ບໍ່ເຮັດໃຈແຂງກະດ້າງອີກຕໍ່ໄປ; ເພາະຈົ່ງເບິ່ງ, ບັດນີ້ຄືເວລາ ແລະ ວັນແຫ່ງຄວາມລອດຂອງພວກທ່ານ; ແລະ ດັ່ງນັ້ນ, ຖ້າຫາກພວກທ່ານຈະກັບໃຈ ແລະ ບໍ່ເຮັດໃຈແຂງກະດ້າງແລ້ວ, ແຜນແຫ່ງການໄຖ່ອັນຍິ່ງໃຫຍ່ນີ້ຈະຖືກນຳມາຫາພວກທ່ານໂດຍທັນທີ” (ແອວມາ 34:31). ໃນອີກຄຳໜຶ່ງຄື, ຖ້າຫາກເຮົາຈະສະເໜີການເສຍສະລະແຫ່ງໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ ຕໍ່ພຣະຜູ້ເປັນເຈົ້າ, ພອນຈາກແຜນແຫ່ງຄວາມສຸກອັນຍິ່ງໃຫຍ່ ຈະຖືກໃຫ້ປະຈັກຢູ່ໃນຊີວິດຂອງເຮົາໂດຍທັນທີ.
ແຜນແຫ່ງການໄຖ່ນັ້ນເປັນໄປໄດ້ ເພາະການເສຍສະລະຂອງພຣະເຢຊູຄຣິດ. ດັ່ງທີ່ພຣະອົງເອງໄດ້ບັນຍາຍ, ການເສຍສະລະ ໄດ້ເຮັດໃຫ້ພຣະອົງ ແມ່ນແຕ່ພຣະເຈົ້າ ຜູ້ຍິ່ງໃຫຍ່ທີ່ສຸດໃນບັນດາທຸກສິ່ງທັງປວງ, ຕ້ອງສັ່ນເພາະຄວາມເຈັບປວດ, ແລະ ໂລຫິດໄຫລອອກຈາກທຸກຂຸມຂົນ, ແລະ ທົນທຸກທໍລະມານທັງພຣະກາຍ ແລະ ພຣະວິນຍານ—ແລະ ປາດຖະໜາທີ່ພຣະອົງຈະບໍ່ຕ້ອງດື່ມຈອກອັນຂົມຂື່ນນັ້ນ ແລະ ຢຸດສະຫງັກຢູ່ (ເບິ່ງ D&C 19:18).
ແລະ ເປັນເພາະການເສຍສະລະນີ້, ຫລັງຈາກໄດ້ເຮັດຕາມຂັ້ນຕອນຂອງການກັບໃຈດ້ວຍໃຈຈິງ, ແລ້ວເຮົາຈະສາມາດຮູ້ສຶກວ່າຄວາມໜັກໜ່ວງຂອງການຜິດພາດ ແລະ ບາບໄດ້ຖືກຍົກອອກໄປ. ຕາມຈິງແລ້ວ, ຄວາມຮູ້ສຶກຜິດ, ຄວາມເຈັບປວດ, ຄວາມໂສກເສົ້າ, ແລະ ການລົດກຽດຕົວເອງ ໄດ້ຖືກປ່ຽນເປັນຈິດສຳນຶກທີ່ແຈ່ມໃສ, ຄວາມສຸກ, ຄວາມຊື່ນຊົມ, ແລະ ຄວາມຫວັງ.
ໃນເວລາດຽວກັນ, ຂະນະທີ່ເຮົາໃຫ້ກຽດ ແລະ ກະຕັນຍູສຳລັບການເສຍສະລະຂອງພຣະອົງ, ເຮົາສາມາດໄດ້ຮັບຄວາມປາດຖະໜາທີ່ໃຫຍ່ຫລງ ແລະ ແຮງກ້າທີ່ຈະເປັນລູກທີ່ດີຂຶ້ນຂອງພຣະເຈົ້າ, ທີ່ຈະຢູ່ຫ່າງໄກຈາກບາບ, ແລະ ຮັກສາພັນທະສັນຍາດັ່ງທີ່ເຮົາບໍ່ເຄີຍເຮັດມາກ່ອນ.
ແລ້ວ, ເໝືອນດັ່ງ ເອໂນດ ຫລັງຈາກໄດ້ຮັບການໃຫ້ອະໄພບາບ, ເຮົາຈະຮູ້ສຶກເຖິງຄວາມປາດຖະໜາຢາກເສຍສະລະດ້ວຍຕົວເຮົາເອງ ແລະ ສະແຫວງຫາຄວາມຜາສຸກຂອງອ້າຍເອື້ອຍນ້ອງຂອງເຮົາ (ເບິ່ງ ເອໂນດ 1:9). ແລະ ເຮົາຈະເຕັມໃຈເຮັດຕາມຄຳເຊື້ອເຊີນ “ອີກມື້ໜຶ່ງ” ທີ່ປະທານຮາວເວີດ ດັບເບັນຢູ ຮັນເທີ ໄດ້ສະເໜີຕໍ່ເຮົາ ເມື່ອເພິ່ນໄດ້ກ່າວວ່າ: “ໃຫ້ແກ້ໄຂການໂຕ້ຖຽງກັນ. ຕາມຫາເພື່ອນຄົນໜຶ່ງທີ່ໄດ້ຫລົງລືມໄປ. ບໍ່ຖືຊາຄວາມສົງໄສ ແລະ ເອົາຄວາມໄວ້ວາງໃຈເຂົ້າມາແທນ. … ໃຫ້ຄຳຕອບທີ່ອ່ອນຫວານ. ໃຫ້ກຳລັງໃຈຄົນໜຸ່ມ. ສະແດງຄວາມຈົງຮັກພັກດີຂອງທ່ານ ໃນຄຳວາຈາ ແລະ ການກະທຳ. ຮັກສາຄຳສັນຍາ. ປ່ອຍຄວາມເຄືອງແຄ້ນໄປ. ໃຫ້ອະໄພສັດຕູ. ຂໍອະໄພ. ພະຍາຍາມເຂົ້າໃຈ. ສັງເກດເບິ່ງຂໍ້ຮຽກຮ້ອງຂອງທ່ານຈາກຄົນອື່ນ. ຄິດເຫັນຄົນອື່ນກ່ອນ. ເປັນຄົນມີເມດຕາກະລຸນາ. ເປັນຄົນອ່ອນໂຍນ. ຫົວຫລິ້ນແດ່ຈັກນ້ອຍ. ສະແດງຄວາມກະຕັນຍູຂອງທ່ານ. ຕ້ອນຮັບຄົນແປກໜ້າ. ເຮັດໃຫ້ຫົວໃຈຂອງເດັກນ້ອຍເບີກບານ. … ກ່າວຄວາມຮັກຂອງທ່ານອອກມາ ແລະ ແລ້ວກ່າວມັນອອກມາອີກ” (Teachings of Presidents of the Church: Howard W. Hunter [2015], 32; adapted from “What We Think Christmas Is,” McCall’s, Dec. 1959, 82–83).
ຂໍໃຫ້ເຮົາຈົ່ງເຮັດໃຫ້ວັນເວລາຂອງເຮົາເຕັມໄປດ້ວຍຄວາມຮູ້ສືກນັ້ນ ແລະ ພະລັງທີ່ການເສຍສະລະສ່ວນຕົວ ແລະ ການເສຍສະລະທີ່ເຮົາເຮັດ ຫລື ໄດ້ຮັບຈາກຄົນອື່ນເພື່ອເຮົາ. ແລະ ໃນວິທີທາງພິເສດ, ຂໍໃຫ້ເຮົາຈົ່ງມີຄວາມສະຫງົບສຸກ ແລະ ຄວາມຊື່ນຊົມ ທີ່ການເສຍສະລະຂອງພຣະອົງດຽວທີ່ຖືກຳເນີດມອບໃຫ້ເຮົາ; ແມ່ນແລ້ວ, ຄວາມສະຫງົບສຸກທີ່ໄດ້ກ່າວເຖິງ ເມື່ອເຮົາອ່ານວ່າອາດາມຕົກເພື່ອມະນຸດຈະໄດ້ເປັນຢູ່, ແລະ ມະນຸດເປັນຢູ່—ທ່ານເປັນຢູ່—ກໍເພື່ອວ່າທ່ານຈະມີຄວາມສຸກ (ເບິ່ງ 2 ນີໄຟ 2:25). ຄວາມສຸກນັ້ນຄືຄວາມສຸກທີ່ແທ້ຈິງ ທີ່ມີພຽງແຕ່ການເສຍສະລະ ແລະ ການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ຫລອດ ພຣະເຢຊູຄຣິດເທົ່ານັ້ນ ສາມາດຈັດໃຫ້ເຮົາມີໄດ້.
ຂ້າພະເຈົ້າອະທິຖານວ່າ ເຮົາຈະຕິດຕາມພຣະອົງ, ວ່າເຮົາເຊື່ອພຣະອົງ, ວ່າເຮົາຮັກພຣະອົງ, ແລະ ວ່າເຮົາຮູ້ສຶກເຖິງຄວາມຮັກທີ່ຖືກສະແດງໃຫ້ປະຈັກໂດຍການເສຍສະລະຂອງພຣະອົງ ທຸກໆເທື່ອທີ່ເຮົາມີໂອກາດທີ່ຈະມີຊີວິດຢູ່ອີກມື້ໜຶ່ງ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.