ໃຈອ່ອນໂຍນ ແລະ ຕ່ຳຕ້ອຍ
ຄວາມອ່ອນໂຍນຄືຄຸນລັກສະນະຂອງພຣະຜູ້ໄຖ່ ແລະ ແຕກຕ່າງໂດຍການສະແດງຕອບທີ່ຊອບທຳ, ຄວາມເຕັມໃຈທີ່ຈະຍອມເຮັດຕາມ, ແລະ ຄວາມສາມາດທີ່ຈະຄວບຄຸມຕົນເອງໄດ້.
ຂ້າພະເຈົ້າຊື່ນຊົມກັບໂອກາດທີ່ສັກສິດ ທີ່ໄດ້ສະໜັບສະໜູນຜູ້ນຳຂອງສາດສະໜາຈັກ, ແລະ ດ້ວຍຄວາມຈິງໃຈ ຂ້າພະເຈົ້າກໍຂໍຕ້ອນຮັບ ແອວເດີ ກອງ ແລະ ແອວເດີ ໂຊອາເຣສ໌ ເຂົ້າໃນກຸ່ມອັກຄະສາວົກສິບສອງ. ການປະຕິບັດສາດສະໜາກິດຂອງຊາຍທີ່ຊື່ສັດເຫລົ່ານີ້ ຈະເປັນພອນໃຫ້ແກ່ຫລາຍໆຄົນ ແລະ ຄອບຄົວ ຕະຫລອດທົ່ວໂລກ, ແລະ ຂ້າພະເຈົ້າກໍຕື່ນເຕັ້ນ ທີ່ຈະໄດ້ຮັບໃຊ້ຮ່ວມກັບພວກເພິ່ນ ແລະ ຮຽນຮູ້ຈາກພວກເພິ່ນ.
ຂ້າພະເຈົ້າອະທິຖານ ຫວັງວ່າພຣະວິນຍານບໍລິສຸດ ຈະມາສິດສອນ ແລະ ໃຫ້ຄວາມຮູ້ແກ່ເຮົາ ໃນຂະນະທີ່ເຮົາຮຽນຮູ້ນຳກັນ ກ່ຽວກັບຄຸນລັກສະນະທຳມະຊາດແຫ່ງສະຫວັນຂອງພຣະຜູ້ຊ່ວຍໃຫ້ລອດ1 ຊຶ່ງເຮົາແຕ່ລະຄົນ ຄວນພະຍາຍາມເອົາເປັນແບບຢ່າງ.
ຂ້າພະເຈົ້າຈະນຳສະເໜີຫລາຍຕົວຢ່າງ ທີ່ເປັນຈຸດເດັ່ນຂອງການເປັນເໝືອນດັ່ງພຣະຄຣິດ ກ່ອນທີ່ຈະຊີ້ບອກຄຸນລັກສະນະອັນໃດອັນໜຶ່ງໂດຍສະເພາະ ໃນຂ່າວສານຂອງຂ້າພະເຈົ້າ. ຂໍຈົ່ງຮັບຟັງແຕ່ລະຕົວຢ່າງ ດ້ວຍຄວາມລະມັດລະວັງ ແລະ ພິຈາລະນາຄຳຕອບຕໍ່ຄຳຖາມນຳຂ້າພະເຈົ້າ ທີ່ຂ້າພະເຈົ້າຈະຖາມ.
ຕົວຢ່າງທີ 1. ເສດຖີໜຸ່ມ ແລະ ແອມມິວເລັກ
ໃນພຣະຄຳພີໃໝ່, ເຮົາຮຽນຮູ້ກ່ຽວກັບເສດຖີໜຸ່ມຄົນໜຶ່ງ ຜູ້ທີ່ໄດ້ທູນໄດ້ຖາມພຣະເຢຊູວ່າ, “ອາຈານເອີຍ, ຂ້ານ້ອຍຕ້ອງເຮັດຄວາມດີຢ່າງໃດແດ່ ຈຶ່ງຈະໄດ້ຮັບຊີວິດນິລັນດອນ?”2 ທຳອິດ ພຣະຜູ້ຊ່ວຍໃຫ້ລອດ ໄດ້ແນະນຳລາວ ໃຫ້ຮັກສາພຣະບັນຍັດ. ຈາກນັ້ນ ພຣະອາຈານໄດ້ຂໍຮ້ອງຊາຍໜຸ່ມຕື່ມອີກ ໃຫ້ປ່ຽນສະຖານະພາບການເປັນຢູ່ຂອງລາວ.
“ພຣະເຢຊູຕອບລາວວ່າ, ຖ້າເຈົ້າຢາກເປັນຜູ້ດີຄົບຖ້ວນ, ຈົ່ງໄປຂາຍທຸກສິ່ງທີ່ເຈົ້າມີຢູ່ ແລະ ແຈກທານໃຫ້ແກ່ຄົນຍາກຈົນ, ແລ້ວເຈົ້າຈະມີຊັບສົມບັດໃນສະຫວັນ: ແລ້ວຈົ່ງຕາມເຮົາມາ.
“ເມື່ອຊາຍໜຸ່ມໄດ້ຍິນເຊັ່ນນັ້ນ, ລາວກໍໜີໄປດ້ວຍຄວາມທຸກໃຈຢ່າງໜັກ ເພາະລາວເປັນຄົນຮັ່ງມີຫລາຍ.”3
ໃຫ້ປຽບທຽບຄຳຕອບຂອງເສດຖີໜຸ່ມ ໃສ່ກັບປະສົບການຂອງແອມມິວເລັກ, ດັ່ງທີ່ຖືກບັນຍາຍໄວ້ຢູ່ໃນ ພຣະຄຳພີມໍມອນ. ແອມມິວເລັກ ເປັນຄົນຂະຫຍັນ ແລະ ຮັ່ງມີເປັນດີ ໂດຍມີຍາດພີ່ນ້ອງ ແລະ ໝູ່ເພື່ອນຢ່າງຫລວງຫລາຍ.4 ລາວໄດ້ບັນຍາຍກ່ຽວກັບຕົວເອງວ່າ ເປັນຄົນທີ່ໄດ້ຖືກເອີ້ນຫລາຍເທື່ອ ແຕ່ບໍ່ຍອມຮັບ; ເປັນຄົນທີ່ຮູ້ຫລາຍສິ່ງເລື່ອງພຣະເຈົ້າ ແຕ່ບໍ່ຢາກຮູ້.5 ແທ້ຈິງແລ້ວ ລາວເປັນຊາຍທີ່ດີ, ແຕ່ແອມມິວເລັກໄດ້ຫຍຸ້ງຢູ່ກັບບັນຫາທາງໂລກ ແບບເສດຖີໜຸ່ມ ດັ່ງທີ່ຖືກບັນຍາຍໄວ້ ຢູ່ໃນພຣະຄຳພີໃໝ່.
ເຖິງແມ່ນວ່າ ແຕ່ກ່ອນລາວໄດ້ເຮັດໃຈແຂງກະດ້າງ, ແຕ່ແອມມິວເລັກໄດ້ເຊື່ອຟັງສຽງຂອງທູດອົງໜຶ່ງ, ໄດ້ຕ້ອນຮັບສາດສະດາແອວມາ ເຂົ້າໄປໃນເຮືອນຂອງລາວ, ແລະ ໄດ້ລ້ຽງດູເພິ່ນ. ລາວໄດ້ຖືກປຸກໃຫ້ຕື່ນທາງວິນຍານ ລະຫວ່າງທີ່ແອວມາພັກຢູ່ນຳລາວ ແລະ ໄດ້ຖືກເອີ້ນໃຫ້ສັ່ງສອນພຣະກິດຕິຄຸນ. ແລ້ວແອມມິວເລັກ ໄດ້ປະຖິ້ມ “ຄຳຂອງລາວ, ແລະ ເງິນ, ແລະ ສິ່ງທີ່ມີຄ່າທັງໝົດຂອງລາວ … ເພື່ອພຣະຄຳຂອງພຣະເຈົ້າ, [ແລະ ໄດ້ຖືກ] ໝູ່ເພື່ອນຂອງລາວປະຕິເສດ ຕະຫລອດທັງພໍ່ ແລະ ຍາດພີ່ນ້ອງຂອງລາວດ້ວຍ.”6
ແມ່ນຫຍັງຄືຄວາມແຕກຕ່າງ ລະຫວ່າງການຕອບຮັບຂອງເສດຖີໜຸ່ມ ແລະ ແອມມິວເລັກ?
ຕົວຢ່າງທີ 2. ເພໂຮຣັນ
ລະຫວ່າງໄລຍະສົງຄາມທີ່ສ່ຽງໄພຫລາຍ ຊຶ່ງຖືກບັນຍາຍຢູ່ໃນພຣະຄຳພີມໍມອນ, ສານໄດ້ຖືກສົ່ງຫາກັນລະຫວ່າງໂມໂຣໄນ, ຜູ້ບັນຊາການຂອງກອງທັບຊາວນີໄຟ, ແລະ ເພໂຮຣັນ, ຫົວໜ້າຜູ້ຕັດສິນ ແລະ ຜູ້ປົກຄອງແຜ່ນດິນ. ໂມໂຣໄນ, ໂດຍທີ່ກອງທັບຂອງເພິ່ນໄດ້ຮັບທຸກທໍລະມານຫລາຍ ເພາະຂາດສິ່ງເກື້ອກູນຈາກຝ່າຍລັດຖະບານ, ຈຶ່ງໄດ້ຂຽນເຖິງເພໂຮຣັນ “ເປັນການກ່າວໂທດ”7 ແລະ ກ່າວຫາເພິ່ນ ແລະ ຜູ້ນຳຂອງເພິ່ນວ່າ ບໍ່ເອົາໃຈໃສ່, ບໍ່ເອົາຫົວຊາ, ປະປ່ອຍ, ແລະ ແມ່ນແຕ່ທໍລະຍົດ.8
ເພໂຮຣັນສາມາດຄິດບໍ່ພໍໃຈກັບໂມໂຣໄນ ໄດ້ຢ່າງງ່າຍດາຍ ແລະ ກັບການກ່າວຫາທີ່ບໍ່ຖືກຕ້ອງຂອງເພິ່ນ, ແຕ່ເພິ່ນກໍບໍ່ໄດ້ເຮັດ. ເພິ່ນໄດ້ຂຽນສານຕອບດ້ວຍຄວາມເຫັນອົກເຫັນໃຈ ແລະ ໄດ້ບັນຍາຍເຖິງການກະບົດຕໍ່ຕ້ານຝ່າຍລັດຖະບານ ຊຶ່ງໂມໂຣໄນບໍ່ຮູ້ຈັກ. ແລະ ແລ້ວເພໂຮຣັນໄດ້ປະກາດວ່າ:
“ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບທ່ານ, ໂມໂຣໄນ, ວ່າຂ້າພະເຈົ້າບໍ່ໄດ້ຊື່ນຊົມໃນຄວາມທຸກຂອງທ່ານເລີຍ, ແທ້ຈິງແລ້ວ, ມັນເຮັດໃຫ້ຈິດວິນຍານຂອງຂ້າພະເຈົ້າໂສກເສົ້າຫລາຍ. …
“… ໃນສານຂອງທ່ານນັ້ນ ທ່ານຕຳນິຂ້າພະເຈົ້າ, ແຕ່ກໍບໍ່ເປັນຫຍັງ; ຂ້າພະເຈົ້າບໍ່ໃຈຮ້າຍເລີຍ, ແຕ່ໄດ້ປິຕິຍິນດີໃນນ້ຳໃຈອັນປະເສີດຂອງທ່ານ.”9
ທ່ານຄິດວ່າ ສິ່ງໃດທີ່ອະທິບາຍຄຳຕອບຂອງເພໂຮຣັນ ກ່ຽວກັບຂໍ້ກ່າວຫາຂອງໂມໂຣໄນ?
ຕົວຢ່າງທີ 3. ປະທານຣະໂຊ ເອັມ ແນວສັນ ແລະ ປະທານເຮັນຣີ ບີ ໄອຣິງ
ໃນກອງປະຊຸມໃຫຍ່ສາມັນ ເມື່ອຫົກເດືອນມາຜ່ານ, ປະທານຣະໂຊ ເອັມ ແນວສັນ ໄດ້ບັນຍາຍເຖິງການຕອບຮັບຂອງເພິ່ນ ຕໍ່ຄຳເຊື້ອເຊີນຂອງປະທານທອມມັສ ແອັສ ມອນສັນ ໃຫ້ສຶກສາ, ໄຕ່ຕອງ, ແລະ ນຳໃຊ້ຄວາມຈິງ ທີ່ມີຢູ່ໃນພຣະຄຳພີມໍມອນ. ເພິ່ນໄດ້ກ່າວວ່າ: “ຂ້າພະເຈົ້າໄດ້ພະຍາຍາມເຮັດຕາມຄຳແນະນຳຂອງເພິ່ນ. ໃນບັນດາຫລາຍໆສິ່ງ, ຂ້າພະເຈົ້າໄດ້ຂຽນສິ່ງທີ່ພຣະຄຳພີມໍມອນ ເປັນ, ສິ່ງທີ່ມັນ ຢືນຢັນ ສິ່ງທີ່ມັນ ພິສູດ, ສິ່ງທີ່ມັນ ບັນລຸ, ສິ່ງທີ່ມັນ ເຮັດໃຫ້ແຈ່ມແຈ້ງ, ແລະ ສິ່ງທີ່ມັນ ເປີດເຜີຍ. ເມື່ອເຮົາເບິ່ງພຣະຄຳພີມໍມອນດ້ວຍການມອງແບບນີ້ ຈຶ່ງເປັນການເຝິກຝົນທີ່ໃຫ້ຄວາມຮູ້ ແລະ ໃຫ້ການດົນໃຈຫລາຍ! ຂ້າພະເຈົ້າຂໍແນະນຳມັນຕໍ່ທ່ານແຕ່ລະຄົນ.”10
ປະທານເຮັນຣີ ບີ ໄອຣິງ ກໍຄືກັນ ໄດ້ເນັ້ນໜັກເຖິງຄຳຮຽກຮ້ອງຂອງປະທານມອນສັນ ຊຶ່ງມີຄວາມສຳຄັນຫລາຍ ໃນຊີວິດຂອງເພິ່ນ. ເພິ່ນໄດ້ສັງເກດເຫັນວ່າ:
“ຂ້າພະເຈົ້າໄດ້ອ່ານພຣະຄຳພີມໍມອນທຸກວັນ ເປັນເວລາຫລາຍກວ່າ 50 ປີ. ສະນັ້ນ ບາງທີຂ້າພະເຈົ້າອາດຄິດວ່າ ຖ້ອຍຄຳຂອງປະທານມອນສັນ ແມ່ນສຳລັບຄົນອື່ນ. ແຕ່, ເຊັ່ນດຽວກັບພວກທ່ານຫລາຍຄົນ, ຂ້າພະເຈົ້າໄດ້ຮູ້ສຶກວ່າ ການໃຫ້ກຳລັງໃຈຈາກສາດສະດາ ແລະ ຄຳສັນຍາຂອງເພິ່ນ ເຊື້ອເຊີນຂ້າພະເຈົ້າ ໃຫ້ມີຄວາມພະຍາຍາມຫລາຍຂຶ້ນ. …
“ຜົນດີສຳລັບຂ້າພະເຈົ້າ, ແລະ ສຳລັບພວກທ່ານຫລາຍຄົນ, ກໍໄດ້ເປັນດັ່ງທີ່ສາດສະດາໄດ້ສັນຍາໄວ້.”11
ທ່ານຄິດວ່າ ແມ່ນຫຍັງທີ່ອະທິບາຍເຖິງການຕອບຮັບທັນທີ ແລະ ດ້ວຍຄວາມຈິງໃຈ ຕໍ່ຄຳເຊື້ອເຊີນຂອງປະທານມອນສັນ ໂດຍຜູ້ນຳສອງຄົນເຫລົ່ານັ້ນ ຂອງສາດສະໜາຈັກຂອງພຣະຜູ້ເປັນເຈົ້າ?
ຂ້າພະເຈົ້າບໍ່ໄດ້ແນະນຳວ່າ ການຕອບຮັບທີ່ເຂັ້ມແຂງທາງວິນຍານຂອງ ແອມມິວເລັກ, ເພໂຮຣັນ, ປະທານແນວສັນ, ແລະ ປະທານໄອຣິງ ຖືກອະທິບາຍ ໂດຍພຽງແຕ່ຄຸນສົມບັດທີ່ເປັນເໝືອນພຣະຄຣິດຢ່າງດຽວເທົ່ານັ້ນ. ແນ່ນອນ, ຄຸນລັກສະນະທີ່ກ່ຽວພັນ ແລະ ປະສົບການຫລາຍຢ່າງ ທີ່ນຳໄປສູ່ຄວາມເຕີບໂຕທາງວິນຍານ ແມ່ນເຫັນໄດ້ຢູ່ໃນຊີວິດຂອງຜູ້ຮັບໃຊ້ທີ່ມີກຽດທັງສີ່ຄົນເຫລົ່ານີ້. ແຕ່ພຣະຜູ້ຊ່ວຍໃຫ້ລອດ ແລະ ສາດສະດາຂອງພຣະອົງໄດ້ເນັ້ນຄຸນສົມບັດທີ່ສຳຄັນ ຊຶ່ງເຮົາທຸກຄົນຕ້ອງການ ເພື່ອຈະໄດ້ເຂົ້າໃຈຢ່າງເຕັມປ່ຽມ ແລະ ພະຍາຍາມເອົາລວມເຂົ້າໃນຊີວິດຂອງເຮົາ.
ຄວາມອ່ອນໂຍນ
ຂໍໃຫ້ສັງເກດເບິ່ງບຸກຄະລິກລັກສະນະຂອງພຣະຜູ້ເປັນເຈົ້າ ທີ່ໄດ້ໃຊ້ເພື່ອບັນຍາຍພຣະອົງເອງ ໃນຂໍ້ພຣະຄຳພີດັ່ງຕໍ່ໄປນີ້: “ຈົ່ງຮັບເອົາແອກຂອງເຮົາແບກໄວ້ ແລະ ຮຽນຮູ້ຈາກເຮົາ; ເພາະວ່າເຮົາມີ ໃຈສຸພາບ ແລະ ອ່ອນຫວານ: ແລະ ພວກທ່ານຈະໄດ້ພົບການພັກຜ່ອນ.”12
ໃນຄຳແນະນຳ, ພຣະຜູ້ຊ່ວຍໃຫ້ລອດເລືອກທີ່ຈະເນັ້ນເຖິງຄວາມອ່ອນໂຍນ ຈາກບັນດາຄຸນລັກສະນະ ແລະ ຄຸນນະທຳທັງໝົດ ທີ່ພຣະອົງສາມາດເລືອກ.
ແບບແຜນທີ່ຄ້າຍຄືກັນນີ້ ແມ່ນເຫັນໄດ້ຢູ່ໃນການເປີດເຜີຍ ທີ່ສາດສະດາໂຈເຊັບ ສະມິດ ໄດ້ຮັບ ໃນປີ 1829. ພຣະຜູ້ເປັນເຈົ້າໄດ້ບອກເຮົາວ່າ, “ໃຫ້ເຮົາຮຽນຮູ້ຈາກພຣະອົງ, ແລະ ຟັງພຣະຄຳຂອງພຣະອົງ; ເດີນໄປໃນຄວາມອ່ອນໂຍນແຫ່ງພຣະວິນຍານຂອງພຣະອົງ, ແລະ ເຮົາຈະມີສັນຕິສຸກໃນພຣະອົງ.”13
ຄວາມອ່ອນໂຍນຄືຄຸນລັກສະນະຂອງພຣະຜູ້ໄຖ່ ແລະ ແຕກຕ່າງໂດຍການສະແດງຕອບທີ່ຊອບທຳ, ຄວາມເຕັມໃຈທີ່ຈະຍອມເຮັດຕາມ, ແລະ ຄວາມສາມາດທີ່ຈະຄວບຄຸມຕົນເອງໄດ້. ຄຸນສົມບັດນີ້ ຊ່ວຍເຮົາໃຫ້ເຂົ້າໃຈຫລາຍຂຶ້ນ ເຖິງປິຕິກິລິຍາຂອງແອມມິວເລັກ, ເພໂຮຣັນ, ປະທານແນວສັນ, ແລະ ປະທານໄອຣິງ.
ຍົກຕົວຢ່າງ, ປະທານແນວສັນ ແລະ ປະທານໄອຣິງ ໄດ້ຕອບຮັບຄຳຊຸກຍູ້ຂອງປະທານມອນສັນ ໃຫ້ອ່ານ ແລະ ສຶກສາພຣະຄຳພີມໍມອນ ດ້ວຍຄວາມຊອບທຳ ແລະ ຢ່າງວ່ອງໄວ. ເຖິງແມ່ນວ່າ ເພິ່ນທັງສອງໄດ້ຮັບໃຊ້ຢູ່ໃນຕຳແໜ່ງທີ່ສຳຄັນ ແລະ ດັ່ງທີ່ເຫັນ ໃນສາດສະໜາຈັກ ແລະ ໄດ້ສຶກສາພຣະຄຳພີຢ່າງເຖິງຖອງ ເປັນເວລາຫລາຍສິບປີ, ແຕ່ພວກເພິ່ນຍັງສະແດງໃຫ້ເຫັນ ໃນການຕອບຮັບຂອງພວກເພິ່ນ ທີ່ບໍ່ລໍຊ້າ ຫລື ຮູ້ສຶກວ່າຕົວເອງສຳຄັນ.
ແອມມິວເລັກກໍເຕັມໃຈທີ່ຈະເຮັດຕາມພຣະປະສົງຂອງພຣະເຈົ້າ, ໄດ້ຮັບເອົາການເອີ້ນ ທີ່ໃຫ້ສັ່ງສອນພຣະກິດຕິຄຸນ, ແລະ ໄດ້ປະຖິ້ມຊີວິດທີ່ສະໜຸກສຸກສະບາຍ ແລະ ຄວາມສຳພັນກັບຜູ້ຄົນທີ່ລາວຮູ້ຈັກ. ແລະ ເພໂຮຣັນໄດ້ຮັບພອນດ້ວຍທັດສະນະ ແລະ ຄວາມສາມາດທີ່ຈະຄວບຄຸມຕົວເອງ ເພື່ອປະພຶດ ແທນທີ່ຈະສະແດງອາການ ດັ່ງທີ່ເພິ່ນໄດ້ອະທິບາຍໃຫ້ໂມໂຣໄນຟັງ ເຖິງການທ້າທາຍທີ່ເກີດຂຶ້ນຈາກກຸ່ມຕໍ່ຕ້ານລັດຖະບານ.
ຄຸນສົມບັດເໝືອນດັ່ງພຣະຄຣິດ ເລື່ອງຄວາມອ່ອນໂຍນ ມັກຈະຖືກເຂົ້າໃຈຜິດ ຢູ່ໃນໂລກສະໄໝຂອງເຮົາ. ຄວາມອ່ອນໂຍນເປັນຄວາມເຂັ້ມແຂງ, ບໍ່ແມ່ນອ່ອນແອ; ບໍ່ຢູ່ບໍ່ເຊົາ, ບໍ່ແມ່ນຢູ່ລ້າໆ; ກ້າຫານ, ບໍ່ແມ່ນຂີ້ອາຍ; ສະຫງົບສະຫງຽມ, ບໍ່ແມ່ນເກີນຂອບເຂດ; ຮຽບຮ້ອຍ, ບໍ່ແມ່ນໂລດໂຜນ; ແລະ ມີມາລະຍາດ, ບໍ່ແມ່ນອວດດີ. ຄົນອ່ອນໂຍນ ບໍ່ເປັນຄົນໃຈຮ້າຍໄວ, ອວດອ້າງ, ຫລື ໂອ້ອວດ ແລະ ພ້ອມທີ່ຈະຮັບຮູ້ຄວາມສຳເລັດຜົນຂອງຄົນອື່ນ.
ໃນຂະນະທີ່ ໂດຍທົ່ວໄປແລ້ວ ຄວາມຖ່ອມຕົວ ໝາຍເຖິງການເພິ່ງອາໄສພຣະເຈົ້າ ແລະ ຄວາມຕ້ອງການ ການຊີ້ນຳ ແລະ ການຊຸກຍູ້ຈາກພຣະອົງສະເໝີ, ແຕ່ບຸກຄະລິກລັກສະນະທີ່ດີເດັ່ນຂອງ ຄວາມອ່ອນໂຍນ ແມ່ນການຕຽມພ້ອມທາງວິນຍານ ທີ່ຈະຮັບຟັງ ເພື່ອຈະໄດ້ຮຽນຮູ້ຈາກພຣະວິນຍານບໍລິສຸດ ແລະ ຈາກຜູ້ຄົນ ທີ່ອາດເບິ່ງຄືວ່າ ມີຄວາມສາມາດ, ປະສົບການ, ຫລື ການສຶກສາໜ້ອຍກວ່າຕົນ, ຜູ້ອາດບໍ່ມີຕຳແໜ່ງທີ່ສຳຄັນ, ຫລື ຜູ້ອາດເບິ່ງຄືວ່າ ບໍ່ໄດ້ມີສ່ວນຊ່ວຍຫລາຍແນວໃດ. ຄືກັນກັບ ນາອາມານ, ຜູ້ບັນຊາການກອງທັບຊີເຣຍ, ໄດ້ເອົາຊະນະຄວາມທະນົງຕົວ ແລະ ໄດ້ຮັບເອົາຄຳແນະນຳຂອງຄົນຮັບໃຊ້ຂອງເພິ່ນດ້ວຍຄວາມອ່ອນໂຍນ ແລະ ເຊື່ອຟັງຄຳຂອງສາດສະດາເອລີຊາ ແລະ ໄດ້ລົງໄປລ້າງຕົວໃນແມ່ນ້ຳຈໍແດນເຈັດເທື່ອ.14 ຄວາມອ່ອນໂຍນເປັນຫລັກທຳທີ່ສຳຄັນ ໃນການປ້ອງກັນຕົວບໍ່ໃຫ້ທະນົງຕົວ ຊຶ່ງມັກເກີດຈາກຊື່ສຽງ, ຕຳແໜ່ງ, ອຳນາດ, ຄວາມຮັ່ງມີ, ແລະ ຄຳຍ້ອງຍໍ.
ຄວາມອ່ອນໂຍນ—ຄຸນລັກສະນະທີ່ເປັນເໝືອນພຣະຄິດ ແລະ ຂອງປະທານທາງວິນຍານ
ຄວາມອ່ອນໂຍນແມ່ນຄຸນລັກສະນະ ທີ່ພັດທະນາຜ່ານທາງຄວາມປາດຖະໜາ, ການໃຊ້ອຳເພີໃຈທາງສິນທຳ ຢ່າງຊອບທຳ, ແລະ ຄວາມພະຍາຍາມສະເໝີ ເພື່ອຈະໄດ້ຮັບການປົດບາບ.15 ມັນກໍຍັງເປັນຂອງປະທານທາງວິນຍານນຳອີກ ອັນທີ່ເໝາະສົມ ທີ່ເຮົາສາມາດສະແຫວງຫາ.16 ເຖິງຢ່າງໃດກໍຕາມ, ເຮົາຄວນຈື່ຈຳຈຸດປະສົງ ຊຶ່ງພອນໄດ້ຖືກປະທານໃຫ້, ແມ່ນແຕ່ເພື່ອເປັນຜົນປະໂຫຍດ ແລະ ເພື່ອຮັບໃຊ້ລູກໆຂອງພຣະເຈົ້າ.17
ເມື່ອເຮົາມາຫາ ແລະ ຕິດຕາມພຣະຜູ້ຊ່ວຍໃຫ້ລອດ, ເຮົາຈະກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນເລື້ອຍໆ. ເຮົາມີພຣະວິນຍານທີ່ມີພະລັງ ພ້ອມດ້ວຍຄວາມສາມາດທີ່ຈະຄວບຄຸມຕົວເອງ ແລະ ສາມາດສະຫງົບອາລົມ ແລະ ເຮັດໃຈເຢັນໄດ້. ດັ່ງນັ້ນ, ຄວາມອ່ອນໂຍນເປັນສິ່ງທີ່ເຮັດໃຫ້ເຮົາກາຍເປັນສານຸສິດຂອງພຣະອາຈານ ແລະ ບໍ່ແມ່ນພຽງແຕ່ສິ່ງທີ່ເຮົາກະທຳເທົ່ານັ້ນ.
“ໂມເຊ ໄດ້ຮັບການສິດສອນຮຽນຮູ້ ໃນວິຊາການທຸກຢ່າງຂອງຊາວເອຢິບ ແລະ ກາຍເປັນຜູ້ມີຄວາມສາມາດໃນຄຳເວົ້າຈາ ແລະ ການກະທຳ.”18 ແຕ່ເພິ່ນ “ເປັນຄົນອ່ອນນ້ອມຖ່ອມຕົວທີ່ສຸດ, ກວ່າທຸກໆຄົນໃນເທິງແຜ່ນດິນໂລກນີ້.”19 ຄວາມຮູ້ ແລະ ຄວາມຊຳນານຂອງເພິ່ນ ອາດສາມາດເຮັດໃຫ້ເພິ່ນກາຍເປັນຄົນທະນົງຕົວໄດ້. ແຕ່ເພາະຄຸນລັກສະນະ ແລະ ຂອງປະທານທາງວິນຍານ ຂອງຄວາມອ່ອນໂຍນ ເພິ່ນຈຶ່ງບໍ່ອວດດີ ແລະ ໂມເຊໄດ້ກາຍເປັນເຄື່ອງມື ເພື່ອບັນລຸຈຸດປະສົງຂອງພຣະເຈົ້າ.
ພຣະອາຈານເປັນຕົວຢ່າງຂອງຄວາມອ່ອນໂຍນ
ຕົວຢ່າງທີ່ງົດງາມ ແລະ ມີຄວາມໝາຍຫລາຍທີ່ສຸດ ຂອງຄວາມອ່ອນໂຍນ ແມ່ນພົບເຫັນຢູ່ໃນພຣະຊົນຊີບຂອງພຣະຜູ້ຊ່ວຍໃຫ້ລອດເອງ.
ພຣະຜູ້ໄຖ່ທີ່ຍິ່ງໃຫຍ່, ຜູ້ “ໄດ້ສະເດັດລົງຕ່ຳກວ່າທຸກສິ່ງ”20 ແລະ ຮັບທຸກທໍລະມານ, ຫລັ່ງໂລຫິດ, ແລະ ສິ້ນພຣະຊົນ “ເພື່ອ ຊຳລະລ້າງ ເຮົາ ຈາກການອະທຳຈົນໝົດສິ້ນ,”21 ໄດ້ລ້າງ ຝຸ່ນຈາກຕີນຂອງສານຸສິດຂອງພຣະອົງ ດ້ວຍຄວາມຮັກ.22 ຄວາມອ່ອນໂຍນເຊັ່ນນັ້ນ ເປັນບຸກຄະລິກລັກສະນະທີ່ໂດດເດັ່ນຂອງພຣະຜູ້ເປັນເຈົ້າ ໂດຍທີ່ເປັນທັງຜູ້ຮັບໃຊ້ ແລະ ເປັນຜູ້ນຳ.
ພຣະເຢຊູໄດ້ຈັດຕັ້ງຕົວຢ່າງອັນສູງສຸດໄວ້ ເຖິງການຕອບຮັບ ແລະ ຄວາມເຕັມໃຈທີ່ຊອບທຳ ດ້ວຍຄວາມຍິນຍອມ ເມື່ອພຣະອົງໄດ້ຮັບທຸກທໍລະມານອັນແສນສາຫັດ ຢູ່ທີ່ເຄັດເຊມາເນ.
“ເມື່ອມາເຖິງທີ່ນັ້ນແລ້ວ ພຣະອົງກໍກ່າວກັບ [ສານຸສິດຂອງພຣະອົງ], ວ່າຈົ່ງອະທິຖານຢູ່ ເພື່ອເຈົ້າທັງຫລາຍຈະບໍ່ຕົກໃນການທົດລອງ.
“ແລ້ວພຣະອົງ … ຄຸເຂົ່າລົງ, ແລະ ອະທິຖານ,
“ກ່າວວ່າ, ພຣະບິດາເອີຍ ຖ້າເປັນຄວາມປະສົງຂອງພຣະອົງແລ້ວ ຂໍໃຫ້ຈອກແຫ່ງຄວາມທົນທຸກທໍລະມານນີ້ ເລື່ອນໄປຈາກລູກທ້ອນ, ແຕ່ຢ່າງໃດກໍດີ ຂໍຢ່າໃຫ້ເປັນໄປຕາມຄວາມປາດຖະໜາຂອງລູກ, ແຕ່ຂໍໃຫ້ເປັນໄປຕາມຄວາມປະສົງຂອງພຣະບິດາ.”23
ຄວາມອ່ອນໂຍນຂອງພຣະຜູ້ຊ່ວຍໃຫ້ລອດ ໃນປະສົບການທີ່ສຳຄັນອັນເປັນນິດ ແລະ ເຈັບປວດຫລາຍທີ່ສຸດນີ້ ສະແດງໃຫ້ເຮົາແຕ່ລະຄົນເຫັນເຖິງຄວາມສຳຄັນຂອງການ ທີ່ຈະໃຫ້ຄວາມສະຫລຽວສະຫລາດຂອງພຣະເຈົ້າ ເກີນກວ່າຄວາມສະຫລຽວສະຫລາດຂອງເຮົາ.
ຄວາມເຕັມພຣະໄທທີ່ຈະຍິນຍອມຢູ່ສະເໝີຂອງພຣະຜູ້ເປັນເຈົ້າ ແລະ ຄວາມສາມາດທີ່ຈະຄວບຄຸມພຣະອົງເອງ ເປັນສິ່ງໃຫ້ການດົນໃຈ ແລະ ໃຫ້ຄວາມຮູ້ແກ່ເຮົາທັງປວງ. ເມື່ອກຸ່ມເຈົ້າໜ້າທີ່ຍາມພຣະວິຫານ ແລະ ພວກທະຫານຊາວໂຣມ ໄດ້ມາທີ່ເຄັດເຊມາເນ ເພື່ອຈັບພຣະເຢຊູ, ເປໂຕໄດ້ຖອດດາບອອກ ຟັນຄົນຮັບໃຊ້ຜູ້ໜຶ່ງຂອງມະຫາປະໂລຫິດ ຖືກຫູເບື້ອງຂວາຂາດ.24 ພຣະຜູ້ຊ່ວຍໃຫ້ລອດໄດ້ແຕະຫູຂອງຄົນຮັບໃຊ້ ແລະ ລາວໄດ້ຫາຍດີ.25 ໃຫ້ເຮົາສັງເກດເຫັນວ່າ ພຣະອົງໄດ້ເອື້ອມອອກໄປ ແລະ ໃຫ້ພອນແກ່ຜູ້ທີ່ຈະມາຈັບພຣະອົງ ໂດຍໃຊ້ອຳນາດແຫ່ງສະຫວັນອັນດຽວກັນນັ້ນ ທີ່ສາມາດປົກປ້ອງພຣະອົງຈາກການຖືກຈັບກຸມ ແລະ ຖືກຄຶງ.
ໃຫ້ເຮົາມາພິຈາລະນາອີກ ເຖິງວິທີທີ່ພຣະອາຈານຖືກກ່າວຫາ ແລະ ຖືກຕັດສິນ ຢູ່ຕໍ່ໜ້າປີລາດ ເພື່ອໃຫ້ນຳໄປຄຶງ.26 ພຣະເຢຊູໄດ້ປະກາດ ລະຫວ່າງທີ່ຖືກທໍລະຍົດວ່າ “ເຈົ້າບໍ່ຮູ້ບໍວ່າ ເຮົາເອີ້ນຫາພຣະບິດາຂອງເຮົາໃຫ້ຊ່ວຍເຫລືອໄດ້, ແລະ ໃນທັນທີພຣະອົງຈະໃຊ້ເຫລົ່າທູດຫລາຍກວ່າສິບສອງກອງທັບມາຊ່ວຍເຮົາ?”27 ແຕ່ກົງກັນຂ້າມ “ຜູ້ພິພາກສານິລັນດອນຂອງທັງຄົນເປັນ ແລະ ຄົນຕາຍ”28 ໄດ້ຖືກຕັດສິນ ຢູ່ຕໍ່ໜ້າຜູ້ປົກຄອງຊາວໂຣມ. “ແລະ [ພຣະເຢຊູ] ບໍ່ຕອບຈັກຄຳ; ຈົນຜູ້ປົກຄອງປະຫລາດໃຈຫລາຍ.”29 ຄວາມອ່ອນໂຍນຂອງພຣະຜູ້ຊ່ວຍໃຫ້ລອດ ເປັນຫລັກຖານເຖິງການຕອບຮັບຢ່າງມີວິໄນ, ຢັບຢັ້ງຕົວໄດ້, ແລະ ບໍ່ຍອມໃຊ້ລິດອຳນາດຂອງພຣະອົງ ເພື່ອເປັນຜົນປະໂຫຍດສຳລັບຕົວເອງ.
ຄຳສັນຍາ ແລະ ປະຈັກພະຍານ
ມໍມອນຊີ້ບອກເຖິງຄວາມອ່ອນໂຍນ ວ່າເປັນຮາກຖານ ຊຶ່ງຈາກຮາກຖານດັ່ງກ່າວ ຄວາມສາມາດທາງວິນຍານ ແລະ ຂອງປະທານທັງໝົດ ໄດ້ມີມາ.
“ດັ່ງນັ້ນ, ຖ້າຫາກຜູ້ໃດມີສັດທາກໍຈຳຕ້ອງມີຄວາມຫວັງ; ເພາະວ່າປາດສະຈາກສັດທາຈະມີຄວາມຫວັງບໍ່ໄດ້ເລີຍ.
“ແລະ ອີກຢ່າງໜຶ່ງ, ຈົ່ງເບິ່ງຂ້າພະເຈົ້າກ່າວກັບທ່ານວ່າ ມະນຸດຈະມີສັດທາ ແລະ ຄວາມຫວັງບໍ່ໄດ້, ນອກຈາກວ່າເຂົາຈະມີໃຈອ່ອນໂຍນ ແລະ ຕ່ຳຕ້ອຍ.
“ຖ້າຫາກເປັນເຊັ່ນນັ້ນ, ສັດທາ ແລະ ຄວາມຫວັງຂອງເຂົາກໍບໍ່ມີປະໂຫຍດ ເພາະວ່າຄົນເຊັ່ນນັ້ນຈະບໍ່ເປັນທີ່ຍອມຮັບຕໍ່ພຣະພັກຂອງພຣະເຈົ້າ ນອກຈາກຜູ້ທີ່ມີໃຈອ່ອນໂຍນ ແລະ ຕ່ຳຕ້ອຍ, ແລະ ຖ້າຫາກຜູ້ໃດມີໃຈອ່ອນໂຍນ ແລະ ຕ່ຳຕ້ອຍ, ແລະ ສາລະພາບໂດຍອຳນາດຂອງພຣະວິນຍານບໍລິສຸດວ່າພຣະເຢຊູຄື ພຣະຄຣິດ, ຜູ້ນັ້ນຕ້ອງມີຄວາມໃຈບຸນ, ເພາະຖ້າຫາກເຂົາບໍ່ມີຄວາມໃຈບຸນ ເຂົາກໍບໍ່ເປັນອັນໃດເລີຍ; ດັ່ງນັ້ນ ເຂົາຕ້ອງມີຄວາມໃຈບຸນ.”30
ພຣະຜູ້ຊ່ວຍໃຫ້ລອດໄດ້ປະກາດວ່າ, “ຄົນທີ່ອ່ອນໂຍນຍ່ອມເປັນສຸກ: ເພາະວ່າເຂົາຈະໄດ້ຮັບແຜ່ນດິນໂລກເປັນມູນມໍລະດົກ”31 ຄວາມອ່ອນໂຍນເປັນພາກສ່ວນທີ່ສຳຄັນ ຂອງທຳມະຊາດແຫ່ງສະຫວັນ ແລະ ສາມາດໄດ້ຮັບ ແລະ ພັດທະນາ ໃນຊີວິດຂອງເຮົາ ເພາະ ແລະ ຜ່ານທາງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ.
ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດ ເປັນພຣະຜູ້ໄຖ່ ທີ່ໄດ້ຟື້ນຄືນພຣະຊົນແລ້ວ ແລະ ຊົງພຣະຊົນຢູ່ຂອງເຮົາ. ແລະ ຂ້າພະເຈົ້າສັນຍາວ່າ ພຣະອົງຈະນຳພາ, ປົກປ້ອງ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ເຮົາ ເມື່ອເຮົາເດີນໄປໃນຄວາມອ່ອນໂຍນຂອງພຣະວິນຍານຂອງພຣະອົງ. ຂ້າພະເຈົ້າປະກາດເປັນພະຍານເຖິງຄວາມຈິງ ແລະ ຄຳສັນຍາເຫລົ່ານີ້ ໃນພຣະນາມອັນສັກສິດຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.