ກຸ່ມແອວເດີ
ໂດຍທີ່ມີກຸ່ມຖານະປະໂລຫິດແຫ່ງເມນຄີເສເດັກພຽງກຸ່ມດຽວໃນຫວອດ ຈະຊ່ວຍໃຫ້ຜູ້ດຳລົງຖານະປະໂລຫິດເປັນນ້ຳໜຶ່ງໃຈດຽວກັນ ເພື່ອບັນລຸວຽກງານແຫ່ງຄວາມລອດ ໃນທຸກດ້ານ.
ບໍ່ດົນຫລັງຈາກສາດສະໜາຈັກໄດ້ຖືກຈັດຕັ້ງຂຶ້ນ ໃນຍຸກສຸດທ້າຍນີ້, ພຣະຜູ້ເປັນເຈົ້າໄດ້ກ່າວຢູ່ໃນການເປີດເຜີຍວ່າ ໂດຍຄຳອະທິຖານດ້ວຍສັດທາຂອງເຂົາເຈົ້າ, ເຂົາເຈົ້າຈະໄດ້ຮັບກົດຂອງພຣະອົງ, ເພື່ອວ່າເຂົາເຈົ້າຈະຮູ້ວິທີປົກຄອງສາດສະໜາຈັກຂອງພຣະອົງ ແລະ ໃຫ້ທຸກສິ່ງຖືກຕ້ອງຕໍ່ພຣະພັກຂອງພຣະອົງ.1 ຫລັກທຳຂໍ້ນີ້ ແມ່ນໄດ້ຖືກປະຕິບັດຕາມ ຢູ່ໃນສາດສະໜາຈັກ—ແລະ ຄຳສັນຍານັ້ນ ໄດ້ຖືກມອບໃຫ້ໂດຍພຣະຜູ້ເປັນເຈົ້າ—ນັບແຕ່ນັ້ນມາ. ແບບແຜນຂອງການຈັດຕັ້ງຖານະປະໂລຫິດ ແລະ ການຮັບໃຊ້ ໄດ້ຖືກເປີດເຜີຍ ເປັນບາງຄັ້ງບາງຄາວ ເລີ່ມຕົ້ນຈາກສາດສະດາໂຈເຊັບ ສະມິດ ເມື່ອເຈົ້າໜ້າທີ່ ແລະ ກຸ່ມຖານະປະໂລຫິດ ໄດ້ຖືກສະຖາປະນາຂຶ້ນ ເປັນເທື່ອທຳອິດ ໃນວັນເວລາຂອງເຮົາ. ການປັບປຸງທີ່ສຳຄັນ ໄດ້ຖືກເປີດເຜີຍ ແລະ ໄດ້ຖືກປະຕິບັດ ລະຫວ່າງການປົກຄອງຂອງປະທານບຣິກຳ ຢັງ, ຈອນ ເທເລີ, ແລະ ສະເປັນເຊີ ດັບເບິນຢູ ຄິມໂບ, ແລະ ຄົນອື່ນໆ, ກ່ຽວກັບກຸ່ມອັກຄະສາວົກສິບສອງ, ສາວົກເຈັດສິບ, ມະຫາປະໂລຫິດ, ແລະ ກຸ່ມເຈົ້າໜ້າທີ່ອື່ນໆ ໃນຖານະປະໂລຫິດແຫ່ງເມນຄີເສເດັກ ແລະ ອາໂຣນ.2 ບັດນີ້, ໃນຄຳປາໄສແຫ່ງປະຫວັດສາດ ຊຶ່ງຫາກໍໄດ້ຍິນມາມື້ກີ້ນີ້, ປະທານຣະໂຊ ເອັມ ແນວສັນ ໄດ້ປະກາດ ການປັບປຸງທີ່ສຳຄັນຕື່ມອີກ.
ຂ້າພະເຈົ້າຂໍກ່າວລຶ້ມຄືນ ຖ້ອຍຄຳຂອງເພິ່ນວ່າ: “ໃນຄ່ຳຄືນນີ້, ພວກເຮົາຂໍປະກາດການດັດແປງກຸ່ມຖານະປະໂລຫິດແຫ່ງເມນຄີເສເດັກ ເພື່ອເຮັດວຽກງານຂອງພຣະຜູ້ເປັນເຈົ້າ ໃຫ້ມີປະສິດທິພາບຫລາຍຂຶ້ນ. ໃນລະດັບຫວອດ, ມະຫາປະໂລຫິດ ແລະ ແອວເດີ ຈະລວມເຂົ້າກັນເປັນກຸ່ມແອວເດີ ກຸ່ມດຽວ … [ແລະ] ການຈັດຕັ້ງຂອງກຸ່ມ [ມະຫາປະໂລຫິດໃນລະດັບສະເຕກ] ຈະອີງຕາມການເອີ້ນຂອງຖານະປະໂລຫິດໃນປະຈຸບັນ.”
ປະທານແນວສັນ ໄດ້ກ່າວຕື່ມວ່າ:
“ການປັບປຸງເຫລົ່ານີ້ ແມ່ນໄດ້ຖືກພິຈາລະນາ ມາເປັນເວລາຫລາຍເດືອນແລ້ວ. ພວກເຮົາຮູ້ສຶກວ່າ ມັນມີຄວາມຈຳເປັນ ທີ່ຈະພັດທະນາວິທີທີ່ພວກເຮົາເອົາໃຈໃສ່ຕໍ່ສະມາຊິກຂອງພວກເຮົາ. … ເພື່ອຈະເຮັດສິ່ງນັ້ນໄດ້ດີ, ພວກເຮົາຕ້ອງເພີ່ມຄວາມເຂັ້ມແຂງໃຫ້ແກ່ກຸ່ມຖານະປະໂລຫິດຂອງພວກເຮົາ ເພື່ອໃຫ້ການຊີ້ນຳທີ່ດີກວ່າ ໃນການປະຕິບັດສາດສະໜາກິດ ດ້ວຍຄວາມຮັກ ແລະ ດ້ວຍການຊຸກຍູ້ ຊຶ່ງພຣະຜູ້ເປັນເຈົ້າປະສົງສຳລັບໄພ່ພົນຂອງພຣະອົງ.
“ການດັດແປງເຫລົ່ານີ້ ໄດ້ຮັບການດົນໃຈຈາກພຣະຜູ້ເປັນເຈົ້າ. ເມື່ອເຮົາປະຕິບັດຕາມ, ເຮົາຈະມີປະສິດທິພາບຫລາຍກວ່າທີ່ເຄີຍເປັນມາ.”3
ຕາມການຊີ້ນຳຂອງຝ່າຍປະທານສູງສຸດ, ແອວເດີ ຣອນໂນ ເອ ແຣັສ໌ແບນ ແລະ ຂ້າພະເຈົ້າຈະຕື່ມລາຍລະອຽດປີກຫຍ່ອຍໃສ່ນຳ ຊຶ່ງພວກເຮົາເຊື່ອວ່າ ມັນຈະຕອບຄຳຖາມທີ່ທ່ານມີຢູ່.
ກຸ່ມແອວເດີ ແລະ ກຸ່ມມະຫາປະໂລຫິດ
ຢ່າງທຳອິດ, ໃນການກ່າວຊ້ຳ, ຈະມີການດັດແປງຫຍັງແດ່ສຳລັບກຸ່ມມະຫາປະໂລຫິດ ແລະ ກຸ່ມແອວເດີ ຢູ່ໃນຫວອດ? ນັບແຕ່ນີ້ໄປ, ໃນຫວອດ, ສະມາຊິກໃນກຸ່ມແອວເດີ ແລະ ກຸ່ມມະຫາປະໂລຫິດ ຈະລວມເຂົ້າກັບກຸ່ມຖານະປະໂລຫິດ ແຫ່ງເມນຄີເສເດັກ ໂດຍມີຝ່າຍປະທານພຽງກຸ່ມດຽວ. ກຸ່ມນີ້, ໂດຍທີ່ມີຈຳນວນຫລາຍ ແລະ ເປັນນ້ຳໜຶ່ງໃຈດຽວກັນ, ຈະແຕ່ງຕັ້ງເປັນ “ກຸ່ມແອວເດີ.” ມະຫາປະໂລຫິດກຸ່ມຕ່າງໆ ຈະບໍ່ມີອີກຕໍ່ໄປ. ກຸ່ມແອວເດີ ແມ່ນຮ່ວມດ້ວຍ ແອວເດີທຸກຄົນ ແລະ ຜູ້ທີ່ສາມາດກາຍເປັນແອວເດີທຸກຄົນ ໃນຫວອດ ຕະຫລອດທັງມະຫາປະໂລຫິດ ຜູ້ ບໍ່ໄດ້ ຮັບໃຊ້ຢູ່ໃນຝ່າຍອະທິການ, ໃນຝ່າຍປະທານສະເຕກ, ໃນສະພາສູງ, ຫລື ເປັນປິຕຸ ໃນປະຈຸບັນ. ໃນກຸ່ມມະຫາປະໂລຫິດ ໃນສະເຕກ ຈະປະກອບດ້ວຍ ຜູ້ທີ່ ຮັບໃຊ້ຢູ່ໃນຝ່າຍປະທານສະເຕກ, ໃນຝ່າຍອະທິການ, ໃນສະພາສູງ, ແລະ ຜູ້ເປັນປິຕຸ.
ຝ່າຍປະທານກຸ່ມແອວເດີ
ຝ່າຍປະທານກຸ່ມແອວເດີ ຈະຖືກຈັດຕັ້ງຂຶ້ນໃນແບບໃດ? ຝ່າຍປະທານສະເຕກ ຈະປົດຕຳແໜ່ງຂອງຝ່າຍປະທານກຸ່ມມະຫາປະໂລຫິດ ແລະ ຝ່າຍປະທານກຸ່ມແອວເດີ ແລະ ຈະເອີ້ນປະທານກຸ່ມແອວເດີຄົນໃໝ່ ພ້ອມທັງທີ່ປຶກສາ ໃນແຕ່ລະຫວອດ. ຝ່າຍປະທານກຸ່ມແອວເດີໃໝ່ ອາດຮ່ວມດ້ວຍ ແອວເດີ ແລະ ມະຫາປະໂລຫິດ, ທີ່ມີອາຍຸໄຂ ແລະ ປະສົບການທີ່ແຕກຕ່າງກັນ, ຮັບໃຊ້ນຳກັນ ໃນຝ່າຍປະທານກຸ່ມດຽວ. ແອວເດີ ຫລື ມະຫາປະໂລຫິດ ກໍອາດຖືກເອີ້ນໃຫ້ຮັບໃຊ້ເປັນຝ່າຍປະທານກຸ່ມ ຫລື ເປັນທີ່ປຶກສາ ໃນຝ່າຍປະທານໄດ້ກໍ. ນີ້ບໍ່ແມ່ນວ່າກຸ່ມແອວເດີຈະ “ຖືກຄວບຄຸມ” ໂດຍມະຫາປະໂລຫິດ. ພວກເຮົາຫວັງໃຫ້ແອວເດີ ແລະ ມະຫາປະໂລຫິດທຳງານນຳກັນ ລວມທັງຢູ່ໃນກຸ່ມຂອງຝ່ານປະທານ ແລະ ໃນກຸ່ມຮັບໃຊ້. ການປ່ຽນແປງກຸ່ມເຫລົ່ານີ້ ຄວນປະຕິບັດໃຫ້ໄວເທົ່າທີ່ຈະເປັນໄປໄດ້.
ຕຳແໜ່ງປະໂລຫິດໃນກຸ່ມແອວເດີ
ການປ່ຽນແປງໃນໂຄງຮ່າງກຸ່ມ ຈະປ່ຽນຕຳແໜ່ງປະໂລຫິດຂອງສະມາຊິກທີ່ດຳລົງຢູ່ບໍ? ບໍ່, ການປ່ຽນແປງນີ້ບໍ່ໄດ້ລົບລ້າງຕຳແໜ່ງໃດໆ ທີ່ສະມາຊິກໃນກຸ່ມເຄີຍໄດ້ຮັບການແຕ່ງຕັ້ງຜ່ານມາ. ດັ່ງທີ່ທ່ານຮູ້, ຊາຍຄົນໜຶ່ງອາດຖືກແຕ່ງຕັ້ງສູ່ຖານະປະໂລຫິດ ໃນຫລາຍໆຕຳແໜ່ງ ຕະຫລອດຊີວິດຂອງລາວ, ແລະ ລາວກໍບໍ່ສູນເສຍ ຫລື ຍົກເລີກ ການແຕ່ງຕັ້ງອັນທີ່ຜ່ານມາ ຕອນລາວໄດ້ຮັບຕຳແໜ່ງໃໝ່. ແຕ່ໃນບາງກໍລະນີ ຜູ້ດຳລົງຖານະປະໂລຫິດ ອາດຮັບໃຊ້ຫລາຍກວ່າໜຶ່ງຕຳແໜ່ງໃນເວລາດຽວກັນ, ເມື່ອມະຫາປະໂລຫິດຮັບໃຊ້ເປັນປິຕຸ, ເປັນອະທິການ, ໂດຍທົ່ວໄປແລ້ວ, ເພິ່ນຈະບໍ່ເຮັດໜ້າທີ່ ໃນຕຳແໜ່ງປະໂລຫິດຂອງເພິ່ນ ໃນເວລາດຽວກັນ. ອະທິການ ແລະ ສາວົກເຈັດສິບ, ຍົກຕົວຢ່າງ, ບໍ່ໄດ້ຮັບໃຊ້ໃນຕຳແໜ່ງເຫລົ່ານັ້ນອີກຕໍ່ໄປ ຫລັງຈາກພວກເພິ່ນຖືກປົດ ຫລື ມີຖານະເປັນອະດີດ. ດັ່ງນັ້ນ ບໍ່ວ່າຈະເປັນຕຳແໜ່ງມະຫາປະໂລຫິດໃດໜຶ່ງ ຫລື ອື່ນໆໃດ ທີ່ຜູ້ຊາຍຄົນນັ້ນດຳລົງຢູ່, ຊຶ່ງລາວເປັນສະມາຊິກຂອງກຸ່ມແອວເດີ, ລາວຈະຮັບໃຊ້ເປັນແອວເດີ.
ເມື່ອຫລາຍປີກ່ອນ, ປະທານບອຍ ເຄ ແພ໊ກເກີ ໄດ້ສັງເກດເຫັນວ່າ “ຖານະປະໂລຫິດ ແມ່ນຍິ່ງໃຫຍ່ກວ່າ ຕຳແໜ່ງໃດໆທັງສິ້ນ. … ຖານະປະໂລຫິດແມ່ນເທົ່າກັນ. ແອວເດີຄົນໜຶ່ງ ກໍດຳລົງຖານະປະໂລຫິດຫລາຍເທົ່າກັບອັກຄະສາວົກຄົນໜຶ່ງ. (ເບິ່ງ D&C 20:38.) ເມື່ອຊາຍຄົນໜຶ່ງ [ໄດ້ຖືກມອບຖານະປະໂລຫິດໃຫ້], ລາວກໍໄດ້ຮັບມັນທັງໝົດ. ເຖິງຢ່າງໃດກໍຕາມ, ມັນມີຕຳແໜ່ງຢູ່ພາຍໃນຖານະປະໂລຫິດ—ມີຂະແໜງຂອງສິດອຳນາດ ແລະ ໜ້າທີ່ຮັບຜິດຊອບ. … ບາງເທື່ອຕຳແໜ່ງ ອາດຖືກກ່າວເຖິງວ່າເປັນຕຳແໜ່ງທີ່ ‘ສຳຄັນກວ່າ’ ຫລື ‘ຕ່ຳຕ້ອຍກວ່າ’. ແທນທີ່ຈະເອີ້ນວ່າ ‘ສູງກວ່າ’ ຫລື ‘ຕ່ຳກວ່າ,’ ຕຳແໜ່ງໃນຖານະປະໂລຫິດແຫ່ງເມນຄີເສເດັກ ໝາຍເຖິງຄວາມແຕກຕ່າງຂອງການຮັບໃຊ້ໃນຂອບເຂດຕ່າງໆ.”4 ອ້າຍນ້ອງທັງຫລາຍ, ຂ້າພະເຈົ້າຫວັງວ່າ ເຮົາຈະບໍ່ເວົ້າອີກວ່າ ເຮົາຖືກ “ເລື່ອນ” ຕຳແໜ່ງ ໃນຖານະປະໂລຫິດແຫ່ງເມນຄີເສເດັກ.
ແອວເດີຈະໄດ້ຮັບການແຕ່ງຕັ້ງໃຫ້ເປັນມະຫາປະໂລຫິດ ເມື່ອເຂົາເຈົ້າຖືກເອີ້ນໃຫ້ເປັນຝ່າຍປະທານສະເຕກ, ສະຊິກສະພາສູງ, ຫລື ຝ່າຍອະທິການ—ຫລື ໃນເວລາອື່ນ ທີ່ຖືກກຳນົດ ໂດຍປະທານສະເຕກ ຜ່ານທາງການອະທິຖານ ເພື່ອຮັບການພິຈາລະນາ ແລະ ຮັບການດົນໃຈ. ເມື່ອຖືກປົດຈາກການເປັນຝ່າຍປະທານສະເຕກ, ເປັນສະມາຊິກໃນສະພາສູງ, ຫລື ເປັນຝ່າຍອະທິການ, ມະຫາປະໂລຫິດ ຈະກັບຄືນເຂົ້າຮ່ວມກຸ່ມແອວເດີ ຢູ່ໃນຫວອດຂອງຕົນເອງ.
ການຊີ້ນຳສຳລັບປະທານກຸ່ມແອວເດີ
ແມ່ນໃຜເປັນຜູ້ຊີ້ນຳວຽກງານຂອງປະທານກຸ່ມແອວເດີ? ປະທານສະເຕກເປັນຜູ້ຄວບຄຸມຖານະປະໂລຫິດແຫ່ງເມນຄີເສເດັກ ຢູ່ໃນສະເຕກຂອງເພິ່ນ. ສະນັ້ນ, ປະທານກຸ່ມແອວເດີ ຈຶ່ງມີຄວາມຮັບຜິດຊອບໂດຍກົງ ຕໍ່ປະທານສະເຕກ, ຜູ້ຈັດການອົບຮົມ ແລະ ຊີ້ນຳຈາກຝ່າຍປະທານສະເຕກ ແລະ ຜ່ານທາງສະພາສູງ. ອະທິການ, ໃນຖານະທີ່ເປັນມະຫາປະໂລຫິດຜູ້ຄວບຄຸມຢູ່ໃນຫວອດ, ກໍຈະໄປຮ່ວມປະຊຸມນຳປະທານກຸ່ມແອວເດີເປັນປະຈຳ. ອະທິການຈະປຶກສາຫາລືກັບເພິ່ນ ແລະ ຊີ້ນຳດ້ວຍຄວາມເໝາະສົມ ກ່ຽວກັບວິທີທີ່ດີທີ່ສຸດ ທີ່ຈະຮັບໃຊ້ ແລະ ເປັນພອນໃຫ້ແກ່ສະມາຊິກຫວອດ, ທຳງານດ້ວຍຄວາມສອດຄ່ອງກັບອົງການທັງໝົດໃນຫວອດ.5
ຈຸດປະສົງຂອງການປ່ຽນແປງເຫລົ່ານີ້
ແມ່ນຫຍັງຄືຈຸດປະສົງຂອງການປັບປຸງກຸ່ມຖານະປະໂລຫິດແຫ່ງເມນຄີເສເດັກ? ໂດຍທີ່ມີກຸ່ມຖານະປະໂລຫິດແຫ່ງເມນຄີເສເດັກພຽງກຸ່ມດຽວໃນຫວອດ ຈະຊ່ວຍໃຫ້ຜູ້ດຳລົງຖານະປະໂລຫິດເປັນນ້ຳໜຶ່ງໃຈດຽວກັນ ເພື່ອບັນລຸວຽກງານແຫ່ງຄວາມລອດ ໃນທຸກດ້ານ, ລວມທັງວຽກງານພຣະວິຫານ ແລະ ການສືບປະຫວັດຄອບຄົວ ຊຶ່ງແຕ່ຜ່ານມາ ແມ່ນກຸ່ມມະຫາປະໂລຫິດເປັນຜູ້ປະສານງານ. ມັນຊ່ວຍໃຫ້ສະມາຊິກໃນກຸ່ມ ທຸກໄວ ແລະ ທຸກພື້ນຖານ ໄດ້ຮັບຜົນປະໂຫຍດ ຈາກທັດສະນະ ແລະ ປະສົບການ ຂອງກັນແລະກັນ ແລະ ຂອງຄົນທີ່ມີຊີວິດທີ່ແຕກຕ່າງກັນ. ມັນຍັງໃຫ້ໂອກາດເພີ່ມເຕີມ ສຳລັບຜູ້ດຳລົງຖານະປະໂລຫິດທີ່ມີປະສົບການຫລາຍ ທີ່ຈະໄດ້ເປັນຜູ້ສອນຄົນອື່ນ, ຮ່ວມທັງຜູ້ທີ່ສາມາດກາຍເປັນແອວເດີ, ສະມາຊິກໃໝ່, ຜູ້ໃຫຍ່ໜຸ່ມ, ແລະ ຜູ້ທີ່ກັບມາໂບດ. ຂ້າພະເຈົ້າຕື່ນເຕັ້ນຈົນບອກບໍ່ໄດ້ ເມື່ອຂ້າພະເຈົ້າຄິດໄຕ່ຕອງກ່ຽວກັບບົດບາດທີ່ສຳຄັນຢ່າງຫລວງຫລາຍ ຂອງກຸ່ມແອວເດີ ໃນອະນາຄົດ. ສະຕິປັນຍາ, ປະສົບການ, ຄວາມສາມາດ, ແລະ ພະລັງ ທີ່ຈະພົບເຫັນຢູ່ໃນກຸ່ມເຫລົ່ານີ້ ບອກລ່ວງໜ້າເຖິງວັນໃໝ່ ແລະ ມາດຕະຖານໃໝ່ ຂອງການຮັບໃຊ້ຂອງຖານະປະໂລຫິດ ຕະຫລອດທົ່ວສາດສະໜາຈັກ
ເມື່ອຊາວປີກ່ອນ ໃນກອງປະຊຸມໃຫຍ່ສາມັນ, ຂ້າພະເຈົ້າໄດ້ເລົ່າເລື່ອງໜຶ່ງ ຊຶ່ງໄດ້ຍິນຈາກ ແອວເດີ ວອນ ເຈ ແຟເດີສະໂຕນ ແຫ່ງສາວົກເຈັດສິບ ຊຶ່ງຂ້າພະເຈົ້າເຊື່ອວ່າ ມັນເໝາະສົມທີ່ຈະເອົາມາກ່າວອີກ.
ໃນປີ 1918 ບຣາເດີ ໂຈດ ໂກດສ໌ ໄດ້ເປັນຊາວສວນ ຜູ້ປູກຫົວນ້ຳຕານ ຢູ່ເມືອງລີໄຮ, ລັດຢູທາ. ລະດູໜາວໄດ້ມາເຖິງໄວໃນປີນັ້ນ ແລະ ຫົວນ້ຳຕານຢ່າງຫລວງຫລາຍໄດ້ແຂງກະດ້າງຢູ່ໃນສວນ. ສຳລັບໂຈດ ແລະ ທ້າວແຟຣນຊິສ໌ ລູກຊາຍໜຸ່ມຂອງລາວ, ການເກັບກ່ຽວນັ້ນ ແມ່ນຊ້າຫລາຍ ແລະ ຍາກທີ່ສຸດ. ໃນເວລາດຽວກັນ, ໄຂ້ຫວັດໃຫຍ່ກໍກຳລັງແຜ່ລາມໄປທົ່ວ. ໂຈດໄດ້ສູນເສຍ ທ້າວຊາລີ ລູກຊາຍຂອງລາວ ແລະ ລູກນ້ອຍສາມຄົນ ຂອງທ້າວຊາລີ ນຳອີກ—ລູກສາວສອງຄົນ ແລະ ລູກຊາຍຄົນໜຶ່ງ. ພາຍໃນຫົກມື້ນັ້ນ, ໂຈດ ໂກດສ໌ ຜູ້ໂສກເສົ້າ ໄດ້ເດີນທາງໄປເມືອງອອກເດັນ, ລັດຢູທາ, ສາມເທື່ອ ເພື່ອພາສົບມາຝັງຢູ່ບ້ານ. ຫລັງຈາກໄດ້ຝັງລູກຫລານແລ້ວ, ໂຈດ ແລະ ທ້າວແຟຣນຊິສ໌ ໄດ້ຂັບກວຽນຄືນໄປຫາສວນຫົວນ້ຳຕານ.
“[ຕອນກຳລັງເດີນທາງໄປນັ້ນ] ເຂົາເຈົ້າໄດ້ເຫັນກວຽນຂອງເພື່ອນບ້ານຫລາຍໆລຳ ລາກຫົວນ້ຳຕານ ເອົາໄປສົ່ງບໍລິສັດ. ໃນຂະນະທີ່ເຂົາເຈົ້າສວນທາງກັນ, ຜູ້ຂັບກວຽນກໍໄດ້ໂບກມືທັກທາຍ: ‘ສະບາຍດີ, ລູງໂຈດ,’ ‘ເສຍໃຈນຳເດີ້, ໂຈດ,’ ‘ເຂັ້ມແຂງເດີ້, ໂຈດ,’ ‘ເຈົ້າມີໝູ່ເພື່ອນຢ່າງຫລວງຫລາຍເດີ້, ໂຈດ.’
“ກວຽນລຳສຸດທ້າຍ … ແມ່ນທ້າວແຈດສະເປີ ຣາວຟ໌ ຜູ້ໜ້າເປັນເມິກ. ລາວໄດ້ໂບກມືທັກທາຍ ແລະ ຮ້ອງອອກມາວ່າ: ‘ໝົດເທົ່ານີ້ເດີ້, ລຸງໂຈດ.’
“[ບຣາເດີ ໂກດສ໌] ໄດ້ຫັນໄປຫາ ທ້າວແຟຣນຊິສ໌ ແລະ ເວົ້າວ່າ: ‘ຢາກໃຫ້ເປັນຂອງພວກເຮົາເດ້ນໍ.’
“ເມື່ອເຂົາເຈົ້າໄປເຖິງປະຕູຮົ້ວເຂົ້າສວນ, ທ້າວແຟຣນຊິສ໌ ໄດ້ໂດດລົງຈາກກວຽນລຳໃຫຍ່ ແລະ ໄດ້ເປີດປະຕູຮົ້ວ ໃຫ້ [ພໍ່ຂອງລາວ] ຂັບກວຽນເຂົ້າໄປຫາສວນ. [ໂຈດ] ໄດ້ຂັບໄປເຖິງ, ຢຸດງົວ … ແລະ ໄດ້ຫລຽວເບິ່ງສວນ. … ບໍ່ມີຫົວນ້ຳຕານເຫລືອຢູ່ໃນສວນເລີຍ. ແລ້ວລາວຈຶ່ງເຂົ້າໃຈ ຄຳທີ່ທ້າວແຈດສະເປີ ຣາວຟ໌ ໄດ້ຮ້ອງໃສ່ລາວວ່າ ‘ໝົດເທົ່ານີ້ເດີ້, ລຸງໂຈດ!’
“[ໂຈດ] ໄດ້ລົງຈາກກວຽນ, ຈັບຂີ້ດິນງາມສີນ້ຳຕານ ທີ່ລາວຮັກຂຶ້ນມາ, ແລະ ແລ້ວກໍຈັບ … ຍອດຫົວນ້ຳຕານຂຶ້ນມາ, ແລະ ລາວໄດ້ຫລຽວເບິ່ງມັນບຶດໜຶ່ງ ຊຶ່ງເປັນສິ່ງທີ່ເປັນຕົວແທນໃຫ້ແກ່ເຫື່ອແຮງຂອງລາວ, ຄືກັບວ່າ ລາວບໍ່ເຊື່ອສາຍຕາຂອງຕົວເອງ.
“ແລ້ວ [ລາວ] ໄດ້ນັ່ງລົງຢູ່ກອງຍອດຫົວນ້ຳຕານ—ຊາຍຄົນນີ້ ຜູ້ໄດ້ພາຄົນທີ່ລາວຮັກສີ່ຄົນ ກັບໄປຝັງຢູ່ບ້ານ ໃນໄລຍະຫົກມື້; ໄດ້ເຮັດໂລງສົບ, ໄດ້ຂຸດຫລຸມສົບ, ແລະ ແມ່ນແຕ່ໄດ້ຊ່ວຍຈັດຫາເຄື່ອງນຸ່ງສຳລັບການຝັງ—ຊາຍທີ່ໜ້າອັດສະຈັນໃຈຄົນນີ້ ຜູ້ບໍ່ເຄີຍຫວັ່ນໄຫວ, ບໍ່ເຄີຍທໍ້ຖອຍ, ແລະ ບໍ່ເຄີຍເອ່ນອຽງ ໃນເຫດການທີ່ເຈັບປວດນັ້ນ—ໄດ້ນັ່ງລົງຢູ່ເທິງກອງຍອດຫົວນ້ຳຕານ ແລະ ຮ້ອງໄຫ້ຄືກັນກັບເດັກນ້ອຍ.
“ແລ້ວລາວໄດ້ລຸກຢືນຂຶ້ນ, ເຊັດນ້ຳຕາ, … ຫລຽວຂຶ້ນເທິງຟ້າ, ແລະ ເວົ້າວ່າ: ‘ຂໍຂອບພຣະໄທ, ພຣະບິດາ, ສຳລັບກຸ່ມແອວເດີຂອງຫວອດພວກເຮົາ.’”6
ແມ່ນແລ້ວ, ຂໍຂອບພຣະໄທພຣະເຈົ້າ ສຳລັບຜູ້ຊາຍຂອງຖານະປະໂລຫິດ ແລະ ສຳລັບການຮັບໃຊ້ຂອງເຂົາເຈົ້າ ໃນການເຊີດຊູບາງຄົນ ແລະ ບາງຄອບຄົວ ແລະ ໃນການສະຖາປະນາຊີໂອນ.
ຝ່າຍປະທານສູງສຸດ, ກຸ່ມອັກຄະສາວົກສິບສອງ, ແລະ ຝ່າຍປະທານສາວົກເຈັດສິບ ໄດ້ພິຈາລະນາເລື່ອງການດັດແປງນີ້ ມາດົນເຕີບແລ້ວ. ດ້ວຍການອະທິຖານຢ່າງຫລວງຫລາຍ, ດ້ວຍການສຶກສາພື້ນຖານໃນພຣະຄຳພີຢ່າງລະມັດລະວັງ ກ່ຽວກັບກຸ່ມຖານະປະໂລຫິດ, ແລະ ດ້ວຍການໄດ້ຮັບການຢືນຢັນວ່າ ນີ້ແມ່ນພຣະປະສົງຂອງພຣະຜູ້ເປັນເຈົ້າ, ພວກເຮົາຈຶ່ງຈະດຳເນີນໄປໜ້າຢ່າງເປັນເອກະສັນ ໃນສິ່ງທີ່ເປັນບາດກ້າວໜຶ່ງອີກ ໃນການເປີດເຜີຍການຟື້ນຟູ. ການຊີ້ນຳຂອງພຣະຜູ້ເປັນເຈົ້າໄດ້ຖືກສະແດງໃຫ້ປະຈັກ, ແລະ ຂ້າພະເຈົ້າກໍຊື່ນຊົມຫລາຍ, ແລະ ຂ້າພະເຈົ້າເປັນພະຍານເຖິງພຣະອົງ, ເຖິງຖານະປະໂລຫິດຂອງພຣະອົງ, ແລະ ການແຕ່ງຕັ້ງຂອງທ່ານໃນຖານະປະໂລຫິດນັ້ນ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.