​2010–2019
ຈົນ​ເຖິງ​ເຈັດ​ສິບ​ເທື່ອຄູນ​ເຈັດ
ເດືອນ​ເມສາ 2018


2:3

ຈົນ​ເຖິງ​ເຈັດ​ສິບ​ເທື່ອຄູນ​ເຈັດ

ທ່າມ​ກາງ​ຊີ​ວິດ​ທີ່​ເຕັມ​ໄປ​ດ້ວຍ​​ກ້ອນ​ຫີນສະ​ດຸດ ແລະ ຄວາມບໍ່​ດີ​ພ້ອມ, ເຮົາ​ທຸກ​ຄົນ​ຈຶ່ງມີ​ຄວາມ​ກະ​ຕັນ​ຍູ​ຫລາຍ ທີ່​​ໄດ້​ຮັບ​ໂອ​ກາດ​ໃຫ້​ແກ້​ຕົວ.

ຄວາມ​ຜິດພາດ ​ຄື​ຄວາມ​ເປັນຈິງ​ຂອງ​ຊີ​ວິດ. ການ​ຮຽນ​ທີ່​ຈະ​ຫລິ້ນ​ປີ​ອາ​ໂນ ໃຫ້​ເກັ່ງ ແມ່ນ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ບໍ່​ເຮັດ​ຄວາມຜິດ​ພາດ—ບາງ​ທີ​ອາດ​ເຮັດ​ຜິດ​ເຖິງ​ລ້ານ​ເທື່ອ. ການ​ຮຽນ​ພາ​ສາ​ຕ່າງ​ປະ​ເທດ, ບຸກ​ຄົນ​ຈະ​ຕ້ອງ​​ປະ​ເຊີນ​ກັບ​ຄວາມ​ຜິດພາດ​ຫລາຍໆ​ພັນ​ເທື່ອ ​ທີ່​ໜ້າ​ອັບ​ອາຍ—ບາງ​​ທີ​ແມ່ນ​ແຕ່​ເປັນ​ລ້ານໆ​ເທື່ອ. ເຖິງ​ແມ່ນ​ນັກ​ກິ​ລາ​ທີ່​ເກັ່ງ​ກ້າ​ລະ​ດັບ​ໂລກ ກໍ​ຍັງ​ເຮັດ​ຜິດ​ພາດ.

“ຄວາມ​ສຳ​ເລັດ,” ດັ່ງ​ທີ່​​ຜູ້​ຄົນ​​ກ່າວ, “ບໍ່​ແມ່ນ​ການບໍ່​ເຄີຍ​ເຮັດ​ຜິດ​ພາດ, ແຕ່​ແມ່ນການ​ເຄີຍ​ເຮັດ​ຜິດ​ພາດ ເທື່ອ​ແລ້ວ​ເທື່ອ​ອີກ ແຕ່ບໍ່​ເຄີຍ​​ສູນ​ເສຍ​ຄວາມ​ກະ​ຕື​ລື​ລົ້ນ.”1

ໃນ​ການ​ປະ​ດິດ​ຄິດ​ສ້າງດອກ​ໄຟ, ທ່ານ​ທອມ​ມັສ ແອ​ດີ​ສັນ ໄດ້​ກ່າວ​​ແບບມີ​ຄວາມ​ໝາຍວ່າ, “ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຮັດ​ຜິດ​ພາດ 1,000 ເທື່ອ. ດອກ​ໄຟ​ແມ່ນ​ການ​ປະ​ດິດ​ຄິດ​ສ້າງ ທີ່​ໃຊ້ 1,000 ຂັ້ນ​ຕອນ.”2 ທ່ານ​ຊາລ໌ ແອັຟ ເຄັດ​ເຕີ​ຣິງ ໄດ້​ເອີ້ນ​ຄວາມ​ຜິດ​ພາດ ວ່າ​ເປັນ “ຮອຍນິ້ວ​ມື​ໃນ​ເສັ້ນ​ທາງ ທີ່​ນຳ​ພາ​ໄປ​ສູ່​ຄວາມ​ສຳ​ເລັດຜົນ.”3 ຫວັງ​ວ່າ ຄວາມ​ຜິດ​ພາດ​ແຕ່​ລະ​ເທື່ອ ທີ່​ເຮົາ​ໄດ້​ເຮັດ ຈະ​ກາຍ​ເປັນ​ບົດ​ຮຽນ​ທີ່​ໃຫ້​ຄວາມ​ຮູ້, ປ່ຽນ​ກ້ອນ​ຫີນ​ສະ​ດຸດ ໃຫ້​ກາຍ​ເປັນ​ກ້ອນ​ຫີນທີ່​ໃຊ້​ໄຕ່​ຂຶ້ນ​ບ່ອນ​ສູງ.

ສັດ​ທາ​ອັນ​ບໍ່​​ຫວັ່ນ​ໄຫວ​ຂອງນີ​ໄຟ ໄດ້​ຊ່ວຍ​​ເພິ່ນຜ່ານ​ຜ່າ​ຄວາມ​ຜິດ​ພາດ​ຫລາຍໆເທື່ອ ຈົນ​ກວ່າ​ເພິ່ນ​ໄດ້​ຮັບ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ. ໂມ​ເຊ​ຕ້ອງ​ໄດ້​ພະ​ຍາ​ຍາມ​ເຖິງ 10 ເທື່ອ ກ່ອນ​ເພິ່ນ​ຈະ​ໄດ້​ຮັບ​ຄວາມ​ສຳ​ເລັດ ໃນ​ການ​ພາ​ຊາວ​ອິດ​ສະ​ຣາ​ເອນ ອອກ​ຈາກ​ປະ​ເທດ​ເອ​ຢິບ ໃນ​ທີ່​ສຸດ.

ເຮົາ​ອາດ​ສົງ​ໄສວ່າ—ຖ້າ​ຫາກ​ນີ​ໄຟ ແລະ ໂມ​ເຊ ​ໄດ້​ໄປ​ແລ່ນ​ວຽກ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ, ແລ້ວ​ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ ຈຶ່ງບໍ່​ເຂົ້າ​ມາ​ແຊກ​ແຊງ ແລະ ຊ່ວຍ​ພວກ​ເພິ່ນ ໃຫ້​ໄດ້​ຮັບ​ຄວາມ​ສຳ​ເລັດ ໃນ​ເທື່ອ​ທຳ​ອິດ? ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ປ່ອຍ​ໃຫ້​ພວກ​ເພິ່ນເຮັດ—ແລະ ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ປ່ອຍ​ໃຫ້​ພວກ​ເຮົາ​ເຮັດ—ເພື່ອ​ລຸຍ​ໄປ ແລະ ເຮັດ​ຜິດ​ພາດ ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ເຮັດ​ໃຫ້​ສຳ​ເລັດ? ໃນ​ບັນ​ດາ​ຄຳ​ຕອບ​ທີ່​ສຳ​ຄັນ​ຫລາຍໆ​ຢ່າງ ຕໍ່​ຄຳ​ຖາມນັ້ນ, ມີ​ດັ່ງຕໍ່​ໄປ​ນີ້:

  • ຢ່າງ​ທຳ​ອິດ, ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ວ່າ ສິ່ງ​ທັງ​ໝົດເຫລົ່າ​ນີ້​ຈະ​ເປັນ​ປະ​ສົບ​ການ​ໃຫ້​ແກ່ເຮົາ, ແລະ ຈະ​ເກີດ​ຂຶ້ນ​ເພື່ອ​ຄວາມ​ດີ​ຂອງ​ເຮົາ.”4

  • ຢ່າງ​ທີ​ສອງ, ເພື່ອ​ປ່ອຍ​ເຮົາ​ໃຫ້ຊີມ​ລົດ​ຊາດ​ອັນ​ຂົມ​ຂື່ນ, ເພື່ອ​ວ່າ​ເຮົາ​ຈະ​ຮູ້​ຈັກ​ໃຫ້​ຄຸນ​ຄ່າ​ແກ່​ຄວາມດີ.5

  • ຢ່າງທີ​ສາມ, ເພື່ອ​ພິ​ສູດ​ວ່າ “ການ​ຕໍ່​ສູ້​ແມ່ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ,”6 ແລະ ມັນ​ເປັນ​ເພາະ​ໂດຍ​ພຣະ​ຄຸນ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ​ ທີ່​ເຮົາ​ຈະ​ສາ​ມາດ​ສຳ​ເລັດ​ວຽກ​ງານ​ຂອງ​ພຣະ​ອົງ​ໄດ້ ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ.7

  • ຢ່າງທີ​ສີ່, ເພື່ອ​ຊ່ວຍ​ໃຫ້ເຮົາ​ພັດ​ທະ​ນາ ແລະ ເຝິກ​ຝົນ​ຄະ​ແນນ ເພື່ອ​ຈະມີ​ຄຸນ​ລັກ​ສະ​ນະ​ທີ່​ເໝືອນ​ດັ່ງ​ພຣະ​ຄຣິດ ຊຶ່ງບໍ່​ສາ​ມາດ​ຖືກຫລໍ່​ຫລອມ ​ໄດ້ຍົກ​ເວັ້ນ​ແຕ່​ຜ່ານ​ທາງການ​ກົງ​ກັນ​ຂ້າມ8 ແລະ “ໃນ​ເຕົາ​ໄຟ​ຮ້ອນ​ແຫ່ງ​ຄວາມ​ທຸກ​ຍາກ​ລຳ​ບາກ ເທົ່າ​ນັ້ນ.”9

ສະ​ນັ້ນ, ທ່າມ​ກາງ​ຊີ​ວິດ​ທີ່​ເຕັມ​ໄປ​ດ້ວຍ​​ກ້ອນ​ຫີນສະ​ດຸດ ແລະ ຄວາມບໍ່​ດີ​ພ້ອມ, ເຮົາ​ທຸກ​ຄົນ​​ຈຶ່ງມີ​ຄວາມ​ກະ​ຕັນ​ຍູ​ຫລາຍ ທີ່​ໄດ້​ຮັບ​ໂອ​ກາດ​​ເພື່ອໃຫ້ແກ້​ຕົວ.

ໃນ​ປີ 1970, ຕອນ​ເປັນ​ນັກ​ສຶກ​ສາ​ປີ​ທຳ​ອິດ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ບຣິ​ກຳ ຢັງ, ຂ້າ​ພະ​ເຈົ້າ​ໄດ້ເອົາ​ຫ້ອງ ​ຟິ​ຊິກ​​ຂັ້ນ​​ພື້ນ​ຖານທີ່​ສຳ​ຄັນ ຊຶ່ງ​ສອນ​ໂດຍ​ທ່ານ ແຈ ບາ​ລິບ, ຜູ້​ເປັນ​ອາ​ຈານ​ທີ່​ດີ​ເລີດ. ຫລັງ​ຈາກ​ໄດ້ຮຽນ​​ຈົບແຕ່​ລະ​ໝວດ, ເພິ່ນ​ຈະ​ໃຫ້​ພວກ​ເຮົາ​ສອບ​ເສັງ. ຖ້າ​ຫາກ​​ນັກ​ຮຽນ​ຄົນ​ໃດ​ໄດ້​ຄະ​ແນນ C ແລະ ຢາກ​ໄດ້​ຄະ​ແນນ​ທີ່​ດີກວ່ານັ້ນ, ອາ​ຈານ​ບາ​ລິບ ກໍ​ຈະ​​ອະ​ນຸ​ຍາດ​ໃຫ້​ນັກ​ຮຽນ​ສອບເສັງ ເພື່ອປັງ​ປຸງຄືນ​ອີກ​ເທື່ອ​ໜຶ່ງ. ຖ້າ​ຫາກ​ນັກ​ຮຽນຄົນ​ໃດ​ໄດ້​ຮັບ​ຄະ​ແນນ B ໃນ​ເທື່ອ​ທີ​ສອງ ແຕ່​ຍັງ​ບໍ່​ພໍ​ໃຈ, ເຂົາ​ເຈົ້າ​ກໍ​ສາ​ມາດ​ສອບ​ເສັງ​ໄດ້​ອີກ​ເປັນ​ເທື່ອ​ທີ​ສາມ ແລະ ທີ​ສີ່, ແລະ ຕໍ່ໆ​ໄປ. ໂດຍ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໂອ​ກາດ​​ເພື່ອໃຫ້​ແກ້​ຕົວ, ເພິ່ນ​ຈຶ່ງ​​ໄດ້​ຊ່ວຍ​ຂ້າ​ພະ​ເຈົ້າ​ໃຫ້​ຂຶ້ນ​ເຖິງ​ລະ​ດັບ​ສູງ ແລະ ໃນ​ທີ່​ສຸດ ກໍ​ໄດ້​ຮັບ​ຄະ​ແນນ A ຢູ່​ໃນ​ຫ້ອງ.

ອາ​ຈານ​ແຈ ບາ​ລິບ

ເພິ່ນ​ເປັນ​ອາ​ຈານທີ່​ສະ​ຫລາດ ຜູ້​ດົນ​ໃຈນັກ​ຮຽນ​ຂອງ​ເພິ່ນ ໃຫ້​ພະ​ຍາ​ຍາມ​ຕໍ່​ໄປ—ໃຫ້​ຄິດ​ວ່າ ຄວາມ​ຜິດ​ພາດ​​ນັ້ນ ເປັນ​ຄູ​ສອນ, ບໍ່​ແມ່ນ​ໄພ​ພິ​ບັດ, ແລະ ​ກໍບໍ່​ຄວນ​ຢ້ານ​ກົວ​​ທີ່​ຈະ​ເຮັດ​ຄວາມ​ຜິດ​ພາດ ແຕ່​ໃຫ້​ຮຽນ​ຮູ້​ຈາກ​ມັນ.

ເມື່ອບໍ່​ດົນ​ມານີ້ ຂ້າ​ພະ​ເຈົ້າ​ໄດ້​ໂທ​ໄປ​ຫາ​ຊາຍ​​ທີ່​ດີ​ເດັ່ນ​ຄົນນີ້ ຫລັງ​ຈາກ​ທີ່​ໄດ້​ເອົາ​ຫ້ອງວິ​ຊາ​ຟິ​ຊິກ​ຂອງ​ເພິ່ນ ເມື່ອ 47 ປີ​ກ່ອນ. ຂ້າ​ພະ​ເຈົ້າ​ໄດ້​ຖາມ​ເພິ່ນ​ວ່າ ເປັນ​ຫຍັງ​ເພິ່ນ​ຈຶ່ງ​ເຕັມ​ໃຈປ່ອຍ​ໃຫ້​ນັກ​ຮຽນ​ຂອງ​ເພິ່ນ​ແກ້​ຕົວ​ ຢ່າງບໍ່​ມີ​ກຳ​ນົດ ເພື່ອ​ຈະ​ໄດ້​ຄະ​ແນນ​ທີ່​ດີກວ່າ. ເພິ່ນ​ຕອບ​ວ່າ: “ຂ້ອຍ​ຢາກ​ຢູ່​ຝ່າຍ​ຂອງ​ນັກ​ຮຽນ.”

ໃນ​ຂະ​ນະ​ທີ່​ເຮົາ​ມີ​ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ໂອ​ກາດ​​ເພື່ອໃຫ້​ແກ້​ຕົວ​ ຫລັງ​ຈາກ​ທີ່​ໄດ້​ເຮັດ​ຜິດ​ພາດ, ຫລື ເຮັດ​ຜິດ​ພາດ​ທາງ​​ຄວາມ​ຄິດ, ເຮົາ​ຢືນ​ພິ​ສະວົງ ໃນ​ພຣະ​ຄຸນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ສຳ​ລັບ​ໂອ​ກາດ​ເພື່ອໃຫ້​ແກ້​ຕົວ ໃນ​ການ​ເອົາ​ຊະ​ນະ​ຄວາມ​ຜິດ​ບາບ, ຫລື ຄວາມ​ຜິດ​ພາດ​ຂອງ​ໃຈ.

ບໍ່​ມີ​ຄົນ​ໃດ​ທີ່​ຢູ່​ຝ່າຍ​ເຮົາ ຫລາຍ​ໄປ​ກວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ພຣະ​ອົງ​ປ່ອຍ​ໃຫ້​ເຮົາສອບ​ເສັງ ເທື່ອ​ແລ້ວ​ເທື່ອ​ອີກ. ໃນ​ການ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງໄດ້​ນັ້ນ ມັນ​ຮຽກ​ຮ້ອງໂອ​ກາດ​ເພື່ອ​ໃຫ້ແກ້​ຕົວ ໃນ​ການ​ສູ້​ຊົນ​ປະ​ຈຳ​ວັນ​ຂອງ​ເຮົາ ​ກັບ​ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ, ດັ່ງ​ເຊັ່ນ​ການ​ຄວບ​ຄຸມ​ຄວາມ​ຢາກ, ​ການ​ຮຽນ​ທີ່​ຈະ​ອົດ​ທົນ ແລະ ໃຫ້​ອະ​ໄພ, ການ​ເອົາ​ຊະ​ນະ​ຄວາມ​ກຽດຄ້ານ, ​ແລະ ການ​ຫລີກ​ລ້ຽງ​ຈາກ​ບາບຂອງ​ການ​ລະ​ເວັ້ນ, ເປັນ​ຕົ້ນ. ຖ້າ​ຫາກ​ການ​ເຮັດ​ຄວາມ​ຜິດ​ພາດ ​ເປັນ​ເລື່ອງ​ທຳ​ມະ​ດາສຳ​ລັບມະ​ນຸດ, ແລ້ວເຮົາ​ຈະ​ຕ້ອງ​ເຮັດ​ຜິດ​ພາດ​ຈັກ​ເທື່ອ ຈົນ​ກວ່າ​​ເລື່ອງທຳ​ມະ​ດາ ຈະ​ບໍ່​ມີ​ຢູ່​ໃນ​ຕົວ​ມະ​ນຸດ​ອີກ ມີ​ແຕ່​ຄວາມ​ສູງ​ສົ່ງ​ເທົ່າ​ນັ້ນ? ເປັນ​ພັນໆ ພຸ້ນ​ບໍ? ອາດ​ເປັນ​ລ້ານໆ​ເທື່ອ ພຸ້ນ​ແລ້ວ.

ໂດຍ​ທີ່​ຮູ້​ວ່າ ທາງ​ຄັບ ແລະ ແຄບ​ຈະ​ເຕັມ​ໄປ​ດ້ວຍ​ການ​ທົດ​ລອງ ແລະ ຄວາມ​ຜິດ​ພາດ ຈະ​ເກີດ​ຂຶ້ນ​ໃນ​ທຸກມື້, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈຶ່ງໄດ້​ໃຊ້​ໜີ້​ອັນ​ເປັນ​ນິດ ເພື່ອໃຫ້​ໂອ​ກາດ​ເຮົາ​ໄດ້​ແກ້​ຕົວ ແບບບໍ່​ມີ​ກຳ​ນົດ ຈົນ​ເຮົາ​ບັນ​ລຸ​ຂັ້ນ​ສູງ​ສຸດ ຜ່ານ​ຊ່ວງ​ມະ​ຕະ​ຂອງ​ເຮົາ. ການ​ກົງ​ກັນ​ຂ້າມ ຊຶ່ງ​ພຣະ​ອົງ​ອະ​ນຸ​ຍາດ ອາດ​ເບິ່ງ​ຄື​ວ່າ​ຫລວງ​ຫລາຍ ແລະ ເກືອບ​ທົນ​ຕໍ່​ບໍ່​ໄດ້, ແຕ່​ພຣະ​ອົງ​ຈະ​ບໍ່​ປະ​ເຮົາ​ໄວ້​ຢ່າງ​ໝົດ​ຫວັງ.

ໃນ​ການ​ຮັກ​ສາ​ຄວາມ​ຫວັງ​ຂອງ​ເຮົາ​ໃຫ້​ຄົງ​ຢູ່​ຢ່າງ​ເຂັ້ມ​ແຂງ ຂະ​ນະ​ທີ່ເຮົາ​ປະ​ເຊີນ​ກັບ​ການ​​ທົດ​ລອງໃນ​​ຊີ​ວິດ, ພຣະ​ຄຸນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຈຶ່ງ​​ພ້ອມ​ສະ​ເໝີ ແລະ ຢູ່​ໃກ້​ສະ​ເໝີ. ພຣະ​ຄຸນ​ຂອງ​ພຣະ​ອົງ​ເປັນ “ວິ​ທີ​ທາງ​ແຫ່ງ​ສະ​ຫວັນ ເພື່ອ​ຊ່ວຍ​ເຫລືອ ຫລື ເພີ່ມ​ຄວາມ​ເຂັ້ມ​ແຂງ, … ເປັນ​ພະ​ລັງ​ທີ່​ເຮັດ​ໃຫ້​ສາ​ມາດ ເພື່ອ​ອະ​ນຸ​ຍາດ​ໃຫ້​ຊາຍ ແລະ ຍິງ ໃຫ້​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ ແລະ ຄວາມ​ສູງ​​ສົ່ງ ຫລັງ​ຈາກ ທີ່​ເຂົາ​ເຈົ້າ​ໄດ້​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ແລ້ວ.”10 ພຣະ​ຄຸນ ແລະ ພຣະ​ເນດ​ທີ່​ຮັກ​ແພງ​ຂອງ​ພຣະ​ອົງ ແມ່ນ​​ຈົດຈ້ອງ​ຢູ່​ທີ່​ຕົວ​ເຮົາ ຕະ​ຫລອດ​ເສັ້ນ​ທາງ ໃນ​ຂະ​ນະ​ທີ່​ພຣະ​ອົງ​​ໃຫ້​ຄຳ​ດົນ​ໃຈ, ແບ່ງ​ເບົາ​ພາ​ລະ, ເພີ່ມ​ຄວາມ​ເຂັ້ມ​ແຂງ, ປົດ​ປ່ອຍ, ປິ່ນ​ປົວ, ແລະ ອີກ​ຢ່າງ​ໜຶ່ງ “ຊ່ວຍ​ຜູ້​ຄົນ​ຂອງ​ພຣະ​ອົງ,” ແມ່ນ​ແຕ່​ຕອນ​ພວກ​ເຂົາ​ລົ້ມ​ລຸກ​ຄຸກ​ຄານ ຢູ່​ໃນ​ເສັ້ນ​ທາງ​ທີ່​ຄັບ ແລະ ແຄບນັ້ນ.11

ການ​ກັບ​ໃຈແມ່ນ​ຂອງ​ປະ​ທານ​ຂອງ​ພຣະ​ເຈົ້າ ທີ່​ເຂົ້າ​ເຖິງ​ໄດ້ ຊຶ່ງ​ອະ​ນຸ​ຍາດ ແລະ ເຮັດ​ໃຫ້​ເຮົາ​ສາ​ມາດ​ເຮັດ​​ຄວາມຜິດ​ພາດ ເທື່ອ​ແລ້ວ​ເທື່ອ​ອີກ ແຕ່ບໍ່​ເຄີຍ​​ສູນ​ເສຍ​ຄວາມ​ກະ​ຕື​ລື​ລົ້ນ. ການ​ກັບ​ໃຈ​ບໍ່​ແມ່ນ​ແຜນ​ສຳ​ລອງ​ຂອງ​ພຣະ​ອົງ ທີ່​ໄດ້​ຕຽມ​ໄວ້​ບາດ​ເທື່ອ​ເຮົາ​ເຮັດ​ຄວາມ​ຜິດ​ພາດ. ການກັບ​ໃຈ ແມ່ນ ແຜນ​ຂອງ​ພຣະ​ອົງ, ໂດຍ​ທີ່​ຮູ້​ວ່າ ເຮົາ​ຈະ​ເຮັດ​ຄວາມ​ຜິດ​ພາດ. ນີ້​ແມ່ນ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ການ​ກັບ​ໃຈ, ແລະ ດັ່ງ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສັງ​ເກດ​ເຫັນ, “ມັນ​ຈະ​ເປັນ​ບົດ​ຮຽນ​ຕະ​ຫລອດ​ຊີ​ວິດ.”12

ໃນ​​ບົດ​ຮຽນ​ແຫ່ງ​ການ​ກັບ​ໃຈ ໃນ​ຊີ​ວິດນີ້, ສິນ​ລະ​ລຶກ​​ແມ່ນ​ວິ​ທີ​​ທາງຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ໃຫ້​ເຮົາ​ສາ​ມາດ​ໄດ້​ຮັບ​ການ​​ໃຫ້ອະ​ໄພ​ທີ່​ຕໍ່​ເນື່ອງ​ຈາກ​ພຣະ​ອົງ. ຖ້າ​ຫາກ​ເຮົາ​ຮັບ​ເອົາ​ມັນ ດ້ວຍ​ໃຈ​​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ, ແລ້ວ​ພຣະ​ອົງ​ຈະ​ໃຫ້​ອະ​ໄພ​ແກ່​ເຮົາ​​ທຸກ​ອາ​ທິດ ໃນ​ຂະ​ນະ​ທີ່​ເຮົາ​​ເຮັດ​ຄວາມ​ຜິດ​ພາດ ເທື່ອ​ແລ້ວ​ເທື່ອ​ອີກ ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ເຖິງ​ແມ່ນ​ພວກ​ເຂົາ​ມີ​ບາບ, ແຕ່ອຸ​ທອນ​ຂອງ​ພຣະ​ອົງ​ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ​ສົງ​ສານ​ຕໍ່​ພວກ​ເຂົາ.13

ແຕ່​ພຣະ​ອົງ​ຈະ​ໃຫ້​ອະ​ໄພ​ເຮົາ​ຈັກ​ເທື່ອ? ພຣະ​ອົງ​ຈະ​ອົດ​ກັ້ນ​ໄດ້​ດົນ​ນານຫລາຍ​ປານ​ໃດ? ມີ​ເທື່ອ​ໜຶ່ງ ເປ​ໂຕ ໄດ້​ທູນ​ຖາມພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ເອີຍ, ຖ້າ​ພີ່​ນ້ອງ​ຂອງ​ຂ້າ​ນ້ອຍ​ເຮັດ​ຜິດ​ຕໍ່​ຂ້າ​ນ້ອຍ, ຂ້າ​ນ້ອຍ​ຕ້ອງ​ຍົກ​ໂທດ​ໃຫ້​ລາວ​ຈັກ​ເທື່ອ? ເຖິງ​ເຈັດ​ເທື່ອ​ບໍ?”14

ເປ​ໂຕ ແລະ ພຣະ​ເຢ​ຊູ

ຕາມ​ທີ່​ສັນ​ນິ​ຖານ, ເປ​ໂຕ​ຄົງ​ຄິດ​ວ່າ ເຈັດ​ເທື່ອ ​ເປັນ​ຈຳ​ນວນ​ຫລາຍ​ແລ້ວ ທີ່​ຈະ​ໃຫ້​ອະ​ໄພ ແລະ ຄວາມ​ເມດ​ຕາ​ກະ​ລຸ​ນາ​ກໍ​ມີ​ຂອບ​ເຂດ​ຄື​ກັນ. ໃນ​ການ​ຕອບ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້​ບອກ​ເປ​ໂຕວ່າ ບໍ່​ຕ້ອງ​ນັບ—ບໍ່​ໃຫ້​ກຳ​ນົດ​ເລື່ອງ​ການ​ໃຫ້​ອະ​ໄພ.

“ພຣະ​ເຢ​ຊູ​ໄດ້​ຕອບ​ວ່າ, ເຮົາ​ບໍ່​ເຄີຍ​ເວົ້າ​ກັບ​ເຈົ້າວ່າ ຈົນ​ເຖິງເຈັດ​ເທື່ອ: ແຕ່​ແມ່ນ​ເຈັດ​ສິບ​ເທື່ອ​ຄູນ​ເຈັດ.”15

ແນ່ນອນ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ບໍ່​ໄດ້​ກຳ​ນົດ​ການ​ໃຫ້​ອະ​ໄພ​ໄວ້​ພຽງ​ແຕ່ 490 ເທື່ອ. ຖ້າ​ເປັນ​ແບບນັ້ນ ກໍ​ໝາຍ​ຄວາມ​ວ່າ ມັນມີ​ກຳ​ນົດ​ໃຫ້​ເຮົາ​ຮັບ​ສ່ວນສິນ​ລະ​ລຶກ​ໄດ້​ພຽງ​ແຕ່ 490 ເທື່ອ, ແລະ ແລ້ວ​ເທື່ອ​ທີ 491, ຜູ້ກວດ​ບັນ​ຊີ​ໃນ​ສະ​ຫວັນ ຈະ​ເຂົ້າ​ມາ​ແຊກ​ແຊງ ແລະ ບອກວ່າ, “ຂໍ​ໂທດ​ນຳ​ເດີ້, ບັດ​ສຳ​ລັບ​ການ​ກັບ​ໃຈ​ຂອງ​ເຈົ້າ ໝົດ​ອາ​ຍຸ​ແລ້ວ—ນັບ​ຈາກນີ້​ໄປ, ເຈົ້າ​ຕ້ອງ​ຊ່ວຍ​ຕົວ​ເອງ.”

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຊ້​ເລກ ເຈັດ​ສິບ​ເທື່ອ​ຄູນ​ເຈັດ ເປັນ​ຄຳ​ອຸ​ປະ​ມາ ເຖິງ​ການ​ຊົດ​ໃຊ້​ອັນ​ເປັນ​ນິດ, ເຖິງ​ຄວາມ​ຮັກ​ອັນ​ບໍ່​ມີ​ຂອບເຂດ, ແລະ ເຖິງ​ພຣະ​ຄຸນ​ທີ່ບໍ່​ມີ​ກຳ​ນົດ​ຂອງ​ພຣະ​ອົງ. “ແທ້​ຈິງ​ແລ້ວ ເຖິງ​ແມ່ນ​ວ່າ​ຜູ້​ຄົນ​ຂອງ​ເຮົາ​ຈະ​ກັບ​ໃຈ ​ເທົ່າ​ໃດ​ເທື່ອ​ກໍ​ຕາມ, ເຮົາ​ກໍ​ຈະ​ໃຫ້​ອະ​ໄພ​ແກ່​ເຂົາ​ສຳລັບ​ການ​ລ່ວງ​ລະ​ເມີດ​ຂອງ​ເຂົາ​ທີ່​ມີ​ຕໍ່​ເຮົາ.”16

ນັ້ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ສິນ​ລະ​ລຶກ​ກາຍ​ເປັນ​ໃບ​ອະ​ນຸ​ຍາດ​ໃຫ້​ເຮັດ​ບາບ. ນັ້ນ​ແມ່ນ​ເຫດ​ຜົນ​ໜຶ່ງ​ທີ່​ສຳ​ນວນນີ້ ໄດ້​ຖືກ​​ລວມຢູ່​ໃນ​​ໜັງ​ສື​ໂມ​ໂຣ​ໄນ ທີ່​ວ່າ: “ແຕ່​ວ່າ​ທຸກ​ເທື່ອທີ່​ເຂົາ​ກັບ​ໃຈ ແລະ ສະ​ແຫວງ​ຫາ​ການ​ຍົກ​ໂທດ ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ, ເຂົາ​ກໍ​ຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ.”17

ເຈດ​ຕະ​ນາ​ອັນ​ແທ້​ຈິງ ໝາຍ​ເຖິງ ດ້ວຍ​ຄວາມ​ພະ​ຍາ​ຍາມ​ອັນ​ແທ້​ຈິງ ແລະ ການ​ປ່ຽນ​ແປງ​ອັນ​ແທ້​ຈິງ. “ການ​ປ່ຽນ​ແປງ” ແມ່ນ​​ຄຳ​ຂອງ​ຫລັກ​ທຳ ທີ່ ​ຄູ່​ມື​ພຣະ​ຄຳ​ພີ ໃຊ້​ແປ​ຄວາມ​ໝາຍຂອງ ການ​ກັບ​ໃຈ ວ່າ​ເປັນ: “ການ​ປ່ຽນ​ຄວາມ​ຄິດ ແລະ ຈິດ​ໃຈ ທີ່​ສ້າງ​ຄວາມ​ນຶກ​ຄິດ​ທີ່​ສົດ​ຊື່ນ​ຕໍ່​ພຣະ​ເຈົ້າ, ຕໍ່​ຕົນ​ເອງ, ແລະ ຕໍ່​ຊີ​ວິດ​ໂດຍ​ທົ່ວ​ໄປ.”18 ການ​ປ່ຽນ​ແປງ​ເຊັ່ນ​ນັ້ນ ແມ່ນ​ມາ​ຈາກ​ຄວາມ​ເຕີບໂຕ ​ທາງວິນ​ຍານ. ເມື່ອນັ້ນ ຄວາມ​ສຳ​ເລັດ​ຂອງ​ເຮົາ, ຈະ​ບໍ່ແມ່ນ​ຈາກ ການ​ເຮັດ ຄວາມ​ຜິດ​ພາດ ເທື່ອ​ແລ້ວ​ເທື່ອ​ອີກ, ແຕ່ຈະ​ເປັນ​ການ ເຕີບ​ໂຕ ​ຈາກ​ຄວາມ​ຜິດ​ພາດ ເທື່ອ​ແລ້ວ​ເທື່ອ​ອີກ ແຕ່ບໍ່​ເຄີຍ​ສູນ​ເສຍ​ຄວາມ​ກະ​ຕື​ລື​ລົ້ນ.

ກ່ຽວ​ກັບ ການ​ປ່ຽນ​ແປງ, ໃຫ້​ທ່ານ​ພິ​ຈາ​ລະ​ນາ​ຄວາມ​ຮູ້ນີ້: “ສິ່ງ​ທີ່ບໍ່​ປ່ຽນ​ແປງ ຈະ​ຢູ່ໃນ​ສະ​ພາບ​ເດີມ.” ຄວາມ​ຈິງ​ທີ່​ແຈ່ມ​ແຈ້ງນີ້ ບໍ່​ປະ​ສົງ​ທີ່​ຈະເຍາະ​ເຍີ້ຍ​ຄວາມ​ສະ​ຫລຽວ​ສະ​ຫລາດ​ຂອງ​ທ່ານ ແຕ່​ມັນ​ເປັນ​ສະ​ຕິ​ປັນ​ຍາ​ອັນ​ແຫລມ​ຄົມ​ຂອງ​ປະ​ທານບອຍ ເຄ ແພ໊ກ​ເກີ, ຜູ້​ຕອນນັ້ນ ໄດ້​ກ່າວ​ຕື່ມ​ວ່າ, “ແລະ ເມື່ອ​ເຮົາ​ເຊົາ​ປ່ຽນ​ແປງ—ເຮົາ​ກໍ​ເຊົາ​ເຕີບ​ໂຕ.19

ເພາະ​ເຮົາ​ບໍ່​ຢາກ ເຊົາ​ເຕີບ​ໂຕ ຈົນ​ກວ່າ​ເຮົາ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ,20 ເຮົາ​ຈຶ່ງ​ຕ້ອງ​ລຸກ​​ຂຶ້ນ​ທຸກ​ເທື່ອ​ທີ່​ເຮົາ​ລົ້ມ​ລົງ, ແລະ ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ເຕີບ​ໂຕ ແລະ ກ້າວ​ໜ້າ​ຕໍ່​ໄປ ເຖິງ​ແມ່ນ​ເຮົາ​​ຍັງອ່ອນ​ແອ​ກໍ​ຕາມ. ໃນ​ຄວາມ​ອ່ອນ​ແອ​ຂອງ​ເຮົາ, ພຣະ​ອົງ​ໃຫ້​ເຮົາ​ໝັ້ນ​ໃຈ​ໄດ້ວ່າ, “ພຣະ​ຄຸນ​ຂອງ​ເຮົາ​ກໍ​ມີ​ພໍ​ແລ້ວ​ສຳ​ລັບ​ເຈົ້າ: ດ້ວຍ​ວ່າ ເມື່ອ​ໃດ​ທີ່​ເຈົ້າ​ອ່ອນ​ແຮງ ເມື່ອນັ້ນ​ລິດ​ອຳ​ນາດ​ຂອງ​ເຮົາ​ກໍ​ສະ​ແດງ​ອອກ​ຢ່າງ​ລົ້ນ​ເຫລືອ.”21

ພຽງ​ແຕ່​ດ້ວຍ​ວິ​ທີ​ທີ່​ປີ້ນ​ຮູບແບບໄວໆ ຫລື ດ້ວຍ​ແຜນ​ຜັງ​ຂອງ​ການ​ເຕີບ​ໂຕ​ເທົ່າ​ນັ້ນ ທີ່​ເຮົາ​ຈະ​ເຫັນ​​ໄດ້​ເຖິງຄວາມ​ເຕີບ​ໂຕ​ທາງ​ໂລກ​ຂອງ​ເຮົາ. ເຊັ່ນ​ດຽວ​ກັນ, ສ່ວນ​ຫລາຍ​ແລ້ວ ຄວາມ​ເຕີບ​ໂຕ​ທາງວິນ​ຍານ​ຂອງ​ເຮົາ ກໍເຫັນ​ໄດ້​ຜ່ານ​ການ​ຫລຽວ​ເບິ່ງ​ພາບແຫ່ງ​ເວ​ລາ​ເທົ່າ​ນັ້ນ. ມັນ​ຈະ​ເປັນ​ສິ່ງສະ​ຫລາດ ທີ່​ຈະ​ພິ​ຈາ​ລະ​ນາ​ຕົວ​ເອງ​ເປັນ​ປະ​ຈຳ ຜ່ານ​ພາບນັ້ນ ເພື່ອ​ຈະ​ໄດ້​ເຫັນ​ຄວາມ​ກ້າວ​ໜ້າ​ຂອງ​ເຮົາ ແລະ ດົນ​ໃຈ​ເຮົາ​ໃຫ້ “ມຸ້ງ​ໜ້າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ໃນ​ພຣະ​ຄຣິດ, ໂດຍ​ມີ​ຄວາມ​ສະ​ຫວ່າງ​ຢ່າງ​ບໍ​ລິ​ບູນ​ຂອງ​ຄວາມ​ຫວັງ.”22

ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ​ຕະ​ຫລອດ​ໄປ ສຳ​ລັບ​ຄວາມ​ຮັກ​ທີ່​ມີເມດ​ຕາກະ​ລຸ​ນາ, ຄວາມ​ອົດ​ທົນ, ແລະ ຄວາມ​ອົດ​ກັ້ນ​ຂອງ​ພຣະ​ບິ​ດາ​ມານ​ດາເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຜູ້​ອະ​ນຸ​ຍາດ​ໃຫ້​ເຮົາ​ໄດ້​ຮັບ​ໂອ​ກາດ​ເພື່ອ​ແກ້​ຕົວ ຈົນ​ນັບ​ບໍ່​ຖ້ວນ ໃນ​ເສັ້ນ​ທາງ​ກັບ​ຄືນ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ອົງ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.